ຂະໝານຕອບ ວິຊາ ປັດຊະຍາ



1. ປັດຊະຍາແມ່ນຫຍັງ? 
ປັດຊະຍາແມ່ນລະບົບ ບັນດາທັດສະນະລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກ ( ທໍາມະຊາດ-ສັງຄົມ ແລະຈິນຕະນາການ) ແມ່ນໂລກະທັດຂອງຊົນຊັ້ນໜຶ່ງ ຫຼືກໍາລັງຂອງສັງຄົມໃດໜຶ່ງ ທີ່ແນ່ນອນ.

2.ວິທີສັດຈະວິພາກແມ່ນຫຍັງ?
ວິທີສັດຈະວິພາກ ແມ່ນວິທີການແກ້ໄຂບັນຫາແບບໂລຊິ ອະທິບາຍຢ່າງມີເຫດ ແລະ ຜົນ ແມ່ນວິທີການເບິ່ງໂລກໃນທ່າຂະຫຍາຍຕົວ, ມີການເຄື່ອນເໜັງ, ປ່ຽນແປງ ສັບສົນ ມີຂໍ້ຂັດແຍ່ງ ມີລັກສະນະປະຫວັດສາດ ແລະ ມີການພົວພັນເຊິ່ງກັນ ແລະ ກັນ.

3.ວິທີເມຕາຟີຊິກ (ວິທີອະພິທໍາ) ແມ່ນຫຍັງ?
ແມ່ນວິທີການສັງເກດໂລກ ຢ່າງໂດດດ່ຽວ ດ້ານດຽວ ບໍ່ມີການເຄື່ອນເໜັງ, ບໍ່ມີການປ່ຽນແປງ, ບໍ່ມີການກໍາເນີດ ແລະ ການຂະຫຍາຍຕົວ, ຖ້າມີການເຄື່ອນເໜັງກໍພຽງແຕ່ການຍົກຍ້າຍທີຕັ້ງແບບງ່າຍດາຍເທົ່ານັ້ນ ແລະ ຂະຫຍາຍຕົວກໍພຽງແຕ່ແມ່ນການເພີ່ມຫຼືຫຼຸດລົງທາງດ້ານປະລິມານເທົ່ານັ້ນ ເຊິ່ງບໍ່ມີການປ່ຽນແປງທາງດ້ານຄຸນະພາບ, ເຂົາປະຕິເສດຂໍ້ຂັດແຍ່ງທີ່ຢູ່ພາຍໃນຂອງສິ່ງວັດຖຸ.

4.ວັດຖຸແມ່ນຫຍັງ?
ວັດຖຸ ແມ່ນມາດຕະເກນໜຶ່ງ ຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກສິ່ງທີ່ດໍາລົງຄົງຕົວຢ່າງພາວະວິໄສ ເຊິ່ງຄົນເຮົາສາມາດຮັບຮູ້ໄດ້ ໂດຍຜ່ານການາພັດທາງອິນຊີຂອງຄົນເຮົາ ຈາກການຈົດກາຍຖ່າຍທອດ ແລະ ສ່ອງແສງຄືນ ສິ່ງເຫຼົ່ານັ້ນຄົງຕົວຢູ່ໂດຍບໍ່ຂຶ້ນກັບຈິດໃຈຂອງຄົນເຮົາ.

5.ການເຄື່ອນເໜັງແມ່ນຫຍັງ?
ການເຄື່ອນເໜັງ ແມ່ນແບບວິທີການຄົງຕົວ ແມ່ນລັກສະນະປະຈໍາຕົວທີ່ມີມາແຕ່ເດີມຂອງວັດຖຸ ການເຄື່ອນເໜັງ ແມ່ນບັນດາການປ່ຽນແປງ ແລະ ທຸກຂະບວນວິວັດທີ່ສະແດງອອກໃນຈັກກະວານ ນັບແຕ່ການປ່ຽນແບບງ່າຍດາຍ ຈົນເຖິງການປ່ຽນແປງແບບສັບສົນ.

6.ກາລະ ແລະ ເທສະແມ່ນຫຍັງ?
  • ກາລະ:
ແມ່ນສິ່ງທີ່ຊີ້ບອກການເຄື່ອນເໜັງຂອງສິ່ງວັດຖຸ ແລະ ປາກົົດການ ເຊິ່ງໄດ້ເກີດຂຶ້ນ ໃນເວລາໃດ? ວັນທີ. ເດືອນ ປີໃດ ໄວຫຼື ຊ້າ.
  • ເທສະ:
ແມ່ນສິ່ງທີ່ຊີ້ບອກວ່າທຸກສິ່ງວັດຖຸ ແລະ ປາກົດການລ້ວນແຕ່ມີຂະໜາດ ແລະ ຂອບເຂດອັນແນ່ນອນຂອງມັນເຊັ່ນ: ຕໍ່າ, ສູງ, ສັ້ນ, ຍາວ, ກວ້າງ, ແຄບ,ຢູ່ໃກ້ ຫຼ ໄກ, ຢູ່ເບື້ອງເທິງຫຼືລຸ່ມ, ຊ້າຍ ຫຼື ຂວາ.

7.ການຂະຫຍາຍຕົວແມ່ນຫຍັງ?
ການຂະຫຍາຍຕົວແມ່ນຄວາມສໍານຶກເພື່ອໃຊ້ສັງລວມບັນດາການເຄື່ອນເໜັງທີ່ໄປຕາມທິດກ້າວຂຶ້ນແຕ່ຕໍ່າຫາສູງ ແຕ່ງ່າຍດາຍໄປຫາສັບສົນ ແຕ່ສິ່ງທີບໍ່ທັນສົມບູນກ້າວໄປຫາສົມບູນ ອັນໃໝ່ເກີດຂຶ້ນແທນອັນເກົ່າ ອັນກ້າວໜ້າປ່ຽນແທນອັນຫຼ້າຫຼັງ.

8.ກົດເກນແມ່ນຫຍັງ?
ແມ່ນ ຄວາມສໍານຶກທີ່ສ່ອງແສງການພົວພັນທີ່ເປັນທາດແທ້ແນ່ນອນ ຈໍາເປັນ ແລະ ມີລັກສະນະປົກກະຕິ ລໍາໄປລໍາມາຂອງບັນດາສິ່ວັດຖຸ ແລະ ປະກົດການ ສິ່ງດັ່ງກ່າວເຫຼົ່ານັ້ນມີການປ່ຽນແປງໄດ້ຍາກ.

9.ຄຸນະພາບແມ່ນຫຍັງ?
ແມ່ນ ຄວາມສໍາທີ່ຊີ້ບອກລັກສະນະກໍານົດພາຍໃນ ທີ່ມີມາແຕ່ເດີມຂອງສິ່ງວັດຖຸ ແລະ ປະກົດການ ແມ່ນການສັງລວມບັນດາລັກສະນະປະຈໍາຕົວເພື່ອຈໍາແນກສິ່ງວັດຖຸນີ້ກັບວັດຖຸອື່ນ ແລະ ປາກົດການນີ້ກັບປະກົດການອື່ນ.

10.ປະລິມານແມ່ນຫຍັງ?
ແມ່ນ ຄວາມສໍານຶກທີ່ໃຊ້ເພື່ອຊີ້ບອກລັກສະນະປະຈໍາຕົວທີ່ມີມາແຕ່ເດີມຂອງສິ່ງວັດຖຸ ແລະ ປາກົດການ ປະລິມານບໍ່ໄດ້ເວົ້າແຈ້ງເຖິງຄວາມແຕກຕ່າງລະຫວ່າງສິ່ງວັດອື່ນ ພຽງແຕ່ເວົ້າເຖິງຂອບເຂດ ຂະໜາດຂອງສິ່ງວັັດຖຸ ແລະ ປະກົດການ.

11.ລັດມູນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກຫຼັກມູນ? ຄືຫຼັກມູນໃດແດ?
   ມີ​ 2 ຫຼັກມູນຄື:
  • ຫຼັກມູນການພົວພັນທົ່ວໄປຂອງບັນດາສິ່ງວັດຖຸ ແລະ ປະກົດການ.
  •  ຫຼັກມູນການຂະຫຍາຍຕົວຂອງບັນດາສິ່ງວັດຖຸ ແລະ ປະກົດການ.
12. ກົດເກນພື້ນຖານຂອງລັດທິວັດຖຸນິຍົສັດຈະວິພາກມີຈັກກົດເກນຄືກົດເກນໃດແດ?
ມີ 3 ກົດເກນຄື:
  • ກົດເກນວ່າດ້ວຍຄວາມເປັນເອກະພາບ ແລະ ຕໍ່ສູ້ຂອງບັນດາດ້ານທີກົງກັນຂ້າມ.
  • ກົດເກນການຫັນປ່ຽນຈາກການປ່ຽນແປງທາງດ້ານປະລິມານກາຍເປັນການປ່ຽນແປງທາງດ້ານຄຸນະພາບ.
  • ກົດເກນການປະຕິເສດຊ້ອນປະຕິເສດ.
13. ບັນດາຄູ່ມາດຕະເກນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກຄູ່ມາດຕະເກນ?
ມີ 6 ຄູ່ມາດຕະເກນຄື:
  •  ອັນສະເພາະ ແລະ ອັນລວມ
  •  ສາເຫດ ແລະ ໝາກຜົນ
  • ອັນແນ່ນອນ ແລະ ອັນບັງເອີນ
  • ເນື້ອໃນ ແລະ ຮູບການ
  •  ທາດແທ້ ແລະ ປະກົດການ
  •  ຄວາມອາດສາມາດ ແລະ ຄວາມເປັນຈິງ.
14.ມາດຕະເກນແມ່ນຫຍັງ?
ແມ່ນ ຄວາມສໍານຶກລວມທີ່ສຸດ ເຊິ່ງສ່ອງແສງເຖິງບັນດາດ້ານ ບັນດາລັກສະນະປະຈໍາຕົວທີ່ມີມາແຕ່ເດີມ ບັນດາການພົວພັນພື້ນຖານແຜ່ຫຼາຍທົ່ວໄປຂອງໂລກພາວະວິໄສ.

15. ກົດເກນປະຕິເສດຊ້ອນປະຕິເສດແມ່ນຫຍັງ?
ແມ່ນ ໜຶ່ງໃນສາມກົດເກນພື້ນຖານຂອງລັດທິວັດຖຖຸນິຍົມສັດຈະວິພາກ ໄດ້ເວົ້າເຖິງທ່າອ່ຽງການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການໃນໂລກພາວະວິໄສ ມັນແມ່ນຂີດໝາຍບາກກ້າວສໍາຄັນຝນຂະບວນວິວັດ ແລະ ການກໍານົດຂອບເຂດ ຄິດຕໍ່ລະຫວ່າງອັນເກົ່າ ແລະ ອັນໃໝ່.

16.ການປະຕິເສດແບບສັດຈະວິພາກແມ່ນການປະຕິເສດແນວໃດ?
ແມ່ນ ການປ່ຽນແທນອັນເກົ່າດ້ວຍອັນໃໝ່ ແຕ່ບົນພື້ນຖານອັນເກົ່າ ການປະຕິເສດແບບສັດຈະວິພາກ ແມ່ນການປະຕິເສດດ້ວຍຕົວມັນເອງຂອງສິ່ງວັດຖຸ ແລະ ປະກົດການ.

17.ອັນສະເພາະແມ່ນຫຍັງ?
ແມ່່ນ ມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກສິ່ງວັດຖຸ ແລະ ປະກົດການ ຫຼື ຂະບວນການອັນໃດອັນໜຶ່ງຢູ່ໃນໂລກພາວະວິໄສ ມັນສ່ອງແສງຈຸດພິເສດສະເພາະຂອງແຕ່ລະວັດຖຸ ປະກົດການ ແລະ ຂວນວິວັດນັ້ນ.

18.ອັນລວມແມ່ນຫຍັງ?
ແມ່ນ ມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກບັນດາດ້ານ ບອກລັກສະນະປະຈໍາຕົວ ບັນການພົວພັນຊໍ້າໄປຊໍ້າມາຄ້າຍຄືກັນຂອງສ່ິງວັດຖຸ, ປະກົດການ ແລະ ຂະບວນວິວັດ.

19. ສາເຫດແມ່ນຫຍັງ?
ສາເຫດ ແມ່ນມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກການກະທົບເຊິ່ງກັນ ແລະ ກັນລະຫວ່າງບັນດາດ້ານພາຍໃນຂອງສິ່ງວັດຖຸ ແລະ ປະກົດການອັນໜຶ່ງ ຫຼື ລະຫວ່າງສິ່ງວັດຖຸ ແລະ ປະກົດການ.

20.ໝາກຜົນແມ່ນຫຍັງ?
ໝາກຜົນ ແມ່ນມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກບັນດ້ານການຫັນປ່ຽນຂອງສິ່ງວັດຖຸ ແລະ ປະກົດການທີຫາກໍ່ປະກົດຂຶ້ນ ຍ້ອນໜຶ່ງຫຼືຫຼາຍສາເຫດ.

21.ທາດແທ້ແມ່ນຫຍັງ?
ແມ່ນ ການລວບລວມບັນດາດ້ານ ບັນດາການພົວພັນທີ່ມີລັກສະນະຈໍາເປັນ ທີ່ປົກກະຕິ ສໍາພັດຢູ່ເບື້ອງໃນຂອງສິ່ວັດຖຸ ແລະ ປາກົດການ ມັນກໍານົດການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການ.

ບົດທີ 1
ຄວາມຮູ້ທົ່ວໄປກ່ຽວກັບປັດຊະຍາ
1. ລະຫວ່າງວັດຖຸ ແລະ ຈິດໃຈອັນໃດມີກ່ອນ ແລະ ອັນໃດຕັດສິນ?
ລະຫວ່າງວັດຖຸແລະຈິດໃຈແມ່ນວັດຖຸມີກ່ອນແລະວັດຖຸມີອັນຕັດສິນຈິດໃຈຍ້ອນວ່າ ໂລກນີ້ແມ່ນວັດຖຸທີ່ຄົງຕົວຢ່າງພາວະວິໄສບໍ່ຂື້ນກັບຈິດໃຈຄົນເຮົາແມ່ນພາກສ່ວນໜຶ່ງຂອງໂລກທຳມະຊາດແລະຈິດໃຈຂອງຄົນເຮົາແມ່ນຜະລິດຕະພັນໜຶ່ງທີ່ມີການຈັດ ຈັດສູງນັ້ນແມ່ນສະໝອງຂອງຄົນເຮົາ.

2. ຄົນເຮົາສາມາດຮັບຮູ້ໂລກໄດ້ບໍ?
ຄົນເຮົາສາມາດຮັບຮູ້ໂລກໄດ້ແລະຍັງສາມາດດັດສ້າງໂລກໄດ້ມີແຕ່ປະກົດການທີ່ບໍ່ທັນຄົ້ນຄວ້າພົບເທົ່າທີ່ບໍ່ສາມາດຮັບຮູ້ໂລກໄດ້.

3. ປັດຊະຍາແມ່ນຫຍັງ? ແລະ ມີປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວແນວໃດ?
  • ປັດຊະຍາ ແມ່ນ
ລະບົບບັນດາທັດສະນະແລະຄວາມສຳນຶກລວມທີ່ສຸດ ຂອງຄົນເຮົາກ່ຽວກັບໂລກ (ໂລກທຳມະຊາດສັງຄົມແລະຈິນຕະນະການ) ແມ່ນໂລກກະທັດຂອງຊົນຊັ້ນໜຶ່ງ ຫຼື ກຳລັງຂອງສັງຄົມໃດໜຶ່ງຢ່າງແນ່ນອນ.
  • ມີປະຫວັດສາດແຫ່ງການກຳເນີດຂະຫຍາຍຕົວຄື:
ໃນການດຳລົງຊິວິດຂອງຄົນເຮົາ ໄດ້ພົວພັນກັບໂລກພາວະວິໄສຢ່າງສະນິດແໜ້ນທີ່ສຸດ. ເພື້ອມີຊີວິດຢູ່ຂອງຄົນເຮົາຕ້ອງຕໍ່ສູ້ກັບທຳມະຊາດ ແລະ ສັງຄົມໂດຍຜ່ານຂະບວນວິວັດແຫ່ງການຜະລິດ ແລະ ການເຄື່ອນໄຫວຂອງຊີວິດສັງຄົມ ເພື່ອດັດສ້າງໂລກທຳມະຊາດ,ສັງຄົມ,ຕາມຄາມຮຽກຮ້ອງຕ້ອງການ ແຫ່ງການດຳລົງຊີວິດຂອງສັງຄົມ ຜ່ານພຶດຕິກຳຕົວຈິງຢູ່ໃນການຜະລິດ,ການເຄື່ອນໄຫວດຳລົງຊີວິດ ແລະ ການຊອກຮູ້ທຳມະຊາດສັງຄົມຂອງຄົນເຮົາເປັນເວລາດົນນານ, ຄົນເຮົາກໍສາມາດສະສົມໄດ້ຄວາມຮູ້ກ່ຽວກັບທຳມະຊາດ, ສັງຄົມນັບມື້ນັບຫຼາຍ ແລະ ອຸດົມສົມບູນຂື້ນຢ່າງບໍ່ຢຸດຢັ້ງ, ດັ່ງນັ້ນປັດຊະຍາໃນຖານະເປັນລະບົບບັນດາທັດສະນະ ແລະ ຄວາມສຳນຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກຈຶ່ງຄ່ອຍໆກຳເນີດຂື້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

4.ບັນຫາພື້ນຖານປັດຊະຍາແມ່ນຫຍັງ? ຈົ່ງອະທິບາຍ
ບັນຫາພື້ນຖານປັດຊະຍາແມ່ນ ບັນດາປະກົດການທາງດ້ານວັດຖຸ (ການຄົງຕົວ) ແລະ ບັນດາປະກົດການທີ່ຂື້ນກັບສະຕິ (ຈິດໃຈ) ຂອງຄົນເຮົາເທົ່ານັ້ນວັດຖຸ ແລະ ຈິດໃຈແມ່ນສອງມາດຕະເກນທີ່ກວ້າງຂວາງກວ່າໝູ່ທີ່ໃຊ້ເພື້ອຊີ້ບອກເຖິງສອງປະກົດການນັ້ນ.
ການແກ້ໄຂບັນຫາພື້ນຖານປັດຊະຍາຕາມທັດສະນະວັດຖຸນິຍົມ ແລະ ຈິດນິຍົມ:
  • ປັດຊະຍາວັດຖຸນິຍົມຕິດພັນກັບວິທະຍະສາດວັດຖຸແມ່ນມີກ່ອນບັນດາສິ່ງປະກົດການທີ່ເຮົາຮູ້ແລະເຫັນໄດ້ນັ້ນພຽງແຕ່ແມ່ນການສັງລວມບັນດາຄວາມຮູ້ສຶກດ້ວຍອິນຊີຂອງຄົນເຮົາເທົ່ານັ້ນ.
  • ປັດຊະຍາວັດຖຸຈິຕະນິຍົມພົວພັນກັບສາດສະໜາແລະຜະລິດຕະພັນຂອງມັນສະໝອງຍ້ອນຈິດໃຈສຳບູນນີ້ຄົງຕົວຂະຫຍາຍຕົວຈຶ່ງສ້າງໂລກທຳມະຊາດແລະສ້າງມະນຸດຂື້ນຢູ່ພື້ນໜ້າໂລກນີ້.
5.ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຫຍັງ? ເປັນຫຍັງຈຶ່ງຕ້ອງຮ່ຳຮຽນປັດຊະຍາ ?
ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຄົ້ນຄ້ວາເຖິງບັນດາກົດເກນລວມທີ່ສຸດການເຄື່ອນເໜັງການຂະຫຍາຍຕົວຂອງໂລກທຳມະຊາດສັງຄົມແລະຈິຕະນາການບົນພື້ນຖານການແກ້ໄຂບັນຫາພື້ນຖານປັດຊະຍາຢ່າງຖືກຕ້ອງ.

ຈະຕ້ອງຮ່ຳຮຽນປັດຊະຍາຍ້ອນ:
ເຮັດໃຫ້ທຸກຄົນຮັບຮູ້ແຫ່ງການກຳເນີດ, ການພັດທະນາຂອງໂລກທຳມະຊາດສັງຄົມຢ່າງຖືກຕ້ອງ ແລະ ຊອກຫາສ່ອງທາງເພື່ອດຳເນີນການດັດສ້າງໂລກບົນພື້ນຖານວິທີວິທະຍາສາດ.

ບົດທີ 2
ປັດຊະຍາກ່ອນມາກເລນິນ
1.ປັດຊະຍາກະເລັກບູຮານກຳເນີດຂື້ນໃນເງື້ອນໄຂແນວໃດ ແລະ ເນື້ອໃນພື້ນຖານແນວໃດ? ຈົ່ງອະທິບາຍ
ປັດຊະຍາກະເລັກບູຮານກຳເນີດຂື້ນໃນເງື້ອນໄຂແບບວິທີການຜະລິດຍຶດຈ່ອງຂ້າທາດໄດ້ປະກົດການຂື້ນກວ່າໝູ່ໃນປະເທດເກຣັກ.ບາບີໂລນ.ເມືອ 4000 ປີກ່ອນ ຄ.ສ ຄຽງຄູ່ກັບການຂະຫຍາຍຕົວ ການຜະລິດບັນດາໜໍ່ແໜ່ງແນວຄິດທາງດ້ານປັດຊະຍາ.ວິທະຍາສາດ.ທຳມະຊາດ.ວັດທະນະທຳກໍ່ຄ່ອຍປະກົດຕົວຂື້ນໃນນັ້ນໜໍ່ແໜ່ງແນວຄິດວັດຖຸນິຍົມກໍ່ປະກົດຕົວຂື້ນແຕ່ໄປພ້ອມກັບການກຳເນີດແລະການຕໍ່ສູ້ເພື່ອດັບມອດແນວຄິດວັດຖຸນິຍົມ.
  • ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍນ້ຳ
  • ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍໄຟ
  •   ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍທາດອາຍ (ອາກາດ)
  •   ວັດຖຸພື້ນຖານຂອງໂລກປະກອບສ້າງດ້ວຍປະລະມະນູນ
  •  ວັດຖຸແມ່ນປະກອບດ້ວຍປະລະມະນູນ,ປະລະມະນູນບໍ່ສາມາດແບ່ງໄດ້ອີກປະລະມະນູນເປັນຫົວໜ່ວຍສຸດທ້າຍ.
ໂດຍຍຶດໝັ້ນທັດສະນະວັດຖຸນິຍົມ ແລະ ວິທີວິພາກທ່ານໃຫ້ທັດສະນະວ່າສັດຈະທຳມີລັກສະນະລະອຽດຈຶ່ງຈະພົວພັນກັບເງື່ອນໄຂອັນລະອຽດຂອງເປົ້າໝາຍແຫ່ງຄວາມຮັບຮູ້.

2.ເນື້ອໃນພື້ນຖານຂອງປັດຊະຍາອິນເດຍມີແນວໃດ? ຈົ່ງອະທິບາຍ
ປັດຊະຍາອິນເດຍກຳເນີດຂື້ນໃນສະໄໝພະເວດປະມານ 1800 ປີກ່ອນ ຄ.ສ ຕໍ່ມາໄດ້ປັບປຸງປັດຊະຍາພະເວດເປັນປັດຊະຍາອຸປະຕິສັດປະມານ 600 ປີກ່ອນ ຄ.ສ ຫຼັງຈາກນັ້ນຈຶງເກີດມີປັດຊະຍາສອງລະບົບຄື:
  • ປັດຊະຍາກຸ່ມຮັບຮູ້ອິດທິພົນພະເວດມີ:ປັດຊະຍານະຢາຍ,ປັດຊະຍາໄວເສຊິກ,ປັດຊະຍາສາງຂະຍະ
  • ປັດຊະຍາທີບໍ່ຂື້ນກັບອິດທິພົນພະເວດເຊິ່ງມີປັດຊະຍາຈາລະວາກ,ປັດຊະຍາເຊນ,ປັດຊະຍາພຸດທະຊາດສະໜາ.
3.ເນື້ອໃນພື້ນຖານຂອງປັດຊະຍາຈີນມີແນວໃດ? (ຈົ່ງອະທິບາຍ)
ພື້ນຖານທິດສະດີຂອງທ່ານ ແມ່ນການນຳໃຊ້ທຳມະຄະຕິ (ທິດສະດີເຕົ້າ) ເພື້ອອະທິບາຍໂລກທ່ານເວົ້າວ່າຕົ້ນກຳເນີດທຸກສິ່ງທຸກຢ່າງແມ່ນ (ເຕົ້າ) ເຕົ້າຄົງຕົວຕະຫຼອດການ, ບໍ່ມີເບື້ອງຕົ້ນ,ບໍ່ມີສຸດທ້າຍວິຍານຂອງມະນຸດຢູ່ທີ່ເຕົ້າການຕາຍ ແມ່ນການກັບຄືນໄປຫາເຕົ້າ, ທຸກສິ່ງທຸກຢ່າງລວ້ນແຕ່ເກີດມາຈາກເຕົ້າເທົ່ານັ້ນ, ປັດຊະຍາຂົງຈື (551-479ກ່ອນ ຄ ສ​) ຂົງຈືເອົາໃຈໃສ່ທາງດ້ານຈັນຍາສາດ. 
ການເມືອງແຕ່ບໍ່ໄດ້ເອົາໃຈໃສ່ທາງດ້ານວິທະຍາສາດອະທິບາຍ:
  • ປັດຊະຍາເສົາຈື່ທຸກສິ່ງທຸກຢ່າງລ້ວນແຕ່ປະກອບດ້ວຍດ້ານກົງກັນຂ້າມ,ດ້ານທີ່ກົງກັນຂ້າມສາມາດແລກປ່ຽນກັນໄດ້.
  • ປັດຊະຍາຂົງຈື່:ດ້ານຈັນຍາສາດກຳນົດຫຼັກຈັນຍາສາດ 5 ປະການຄື: ຄວາມເມດຕາ, ມີທຳມະ, ມີຄວາມເໝາະສົມ, ມີຄວາມຮູ້ຮອບ, ຄວາມເປັນຜູ້ເຊື້ອຖື.
ດ້ານການເມືອງມີຫຼັກປົກຄອງ 3ປະການຄື:
  • ປະຊາຊົນມີອາຫານພຽງພໍ,ມີຊີວິດເປັນຢູ່ດີ
  • ມີກອງທັບພຽງພໍສຳລັບປົກປັກຮັກສາປະເທດຊາດຂອງຕົວ
  • ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຜູ້ປົກຄອງຕ້ອງໃຫ້ການສຶກສາແກ່ປະຊາຊົນ.
4.ປັດຊະຍາກາລາຊິກເຍຍລະມັນກຳເນີດຂື້ນໃນເງື່ອນໄຂສະພາບແວດລ້ອມແນວໃດ?
ການກຳເນີດໃນເງື່ອນໄຂສະພາບແວດລ້ອມ:
  •  ເງື່ອນໄຂທາງດ້ານເສດຖະກິດ-ສັງຄົມໃນຍຸກສະໄໝນາຍທຶນຂະຫຍາຍຕົວ.
  • ບັນດານັກປັດຊະຍາເຍຍລະມັນທີ່ເປັນຕົວແທນ.
ບົດທີ 3
ປັດຊະຍາມາກຊິດ
 ປະຫວັດຫໍ້ຍຂອງທ່ານຜູ້ນຳປະ​ຫວັດ​ຫຍໍ້ຂອງ​ທ່ານ ​ໄກສອນ​ພົມວິ​​ຫານ            
1.ທ່ານ​ ໄກສອນ​ ພົມວີ​ຫານ ​ເກີດ​ເມືອ​ວັນ​ທີ່                                 
13.12.1920 ທີ່​ບ້ານ (ນາ​ເຊ​ງ ​ເມືອງຄັນທະ​ບູລີ, ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ທ່ານ​ໄດ້​ອາ​ຍູ 7 ປີ ທ່ານ​ໄດ້​ເຂົ້າ​​ໂຮງຮຽນ​ປະຖົມ​ພາສາ​ລາວ​ທີ່​ບ້ານ​ເໜືອ (ບ້າ​ນ​ໄຊ​ຍະ​ພູມ) ​ແລະ ຕໍ່​ມາ​ໄດ້​ເຂົ້າ​ຮຽນ​ຢູ່​ໂຮງຮຽນ​ປະຖົມພາສາ​ຝຣັ່ງບ້ານ​ໃຕ້ ບ້ານ​ທ່າ​ແຮ່)​ ເມື່ອ​ທ່ານ​ໄດ້​ຮຽນ​ຈົບ​ປະ​​ຖົມໃນ​ປີ 1934 ທີ່​ແຂວງ​ສະຫວັນ​ນເຂດ ​ແລ້ວ​ທ່ານ​ໄດ້​ໄປ​ຮຽນ​ຕໍ່​ຢູ່​ໂຮງຮຽນວິທະຍາ​ໄລ​ເຕັກ​ໂຕຣາທີ່​ນະຄອນຫລວງ​ຮ່າ​​ໂນ​ຍ ປະ​ເທດ​ຫວຽດນາມ ,​ເມື່ອ​ຮຽນ​ຈົບ​ວິທະຍາ​ໄລ​ໃນ​ປີ 1942 ທ່ານ​ໄດ້​ເ​ສັງ​ເຂົ້າ​ວິທະຍາ​ໄລ​ສາຂາ​ວິຊາ​ການ​​ແພດ, ​ເມື່ອ ​ທ່ານ​ໄກສອນ​ ພົມວິຫານ​ເຂົ້າ​ສູ່​ປິ 1944 ໄດເຂົ້າ​ເປັນ​ສະມາ​ຊິກສະມາຄົມ​ຊາວ​ໜູ່ມກູ້​ຊາດ​ຫວຽດນາມ​ວັນ​ທີ່ 20 ​ມັງກອນ 1949 ປະ​ທານ ​ໄກສອນ​​ໄດ້​ປະກາດ​ສ້າງ​ຕັ້ງ​ກອງທັບ​ລາວ​ອິດ​ສະຫຼະ​ຂື້ນ ​ແລະ ​ໄດ້​ກາຍ​ເປັນ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ, ມາ​ຮອດ​ເດືອນ​ ສິງຫາ ປີ 1950 ທ່ານ​ ພ້ອມ​ດ້ວຍ​ຜູ້​ແທນ 120 ຄົນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊູ​ມ​ໃຫ່ຍ​ແນວ​ລາວ​ຕໍ່ຕ້ານ​ທົ່ວ​ປະ​ເທດ​ຢູ່​ແຂວງ ຕວຽນ​ກວາງ, ມາ​ຮອດ​ເດືອນ ກັນຍາ ປີ 1969 ທ່ານ​ໄດ້​ຊື້​ນຳ​ການ​​ໂຈມ​ຕີ ຍາດ​ເອົາ​ບໍລິ​ເວນ​ທົ່ງ​ໄຫ​ຫີນ​ຄືນ ​ແລະ ມາຕີ​ຕ້ານ​ບັ້ນ​ເຄື່ອນ​ທັບ​ຂອງ​ສັດຕູ​ເຊິ​ງ​ເປັນ​ບັ້ນ​ເຄື່ອນ​ທັບ​ທີ່​ໃຫ່ຍກ່ວາ​ໝູ່ ຂອງ​ອາ​ເມ​ລິ​ກາ ວັນ​ທີ່ 18 ກໍລະກົດ ປີ 1977 ທ່ານ​ໄດ້​ເຂົ້າ​ຮ່ວມ​ເຊັນ​ສັນຍາ​ມິດຕະພາບ​ລະຫວ່າງ​ລາວ​ຫວຽດນາມ ທີ່​ເປັນ​ນະຄອນຫລວງ​ວຽງ​ຈັນ, ຈົນ​ມາ​ຮອດ​ວັນ​ທີ່ 21 ​ເດືອນ ພະຈິກ ປີ 1992 ທ່ານ​ໄດ້​ເສຍ​ຊີວິດ
   
 2.ປະຫວັດ​ຫຍໍ້ ທ່ານ ກາກ​ມາກ ປີ 1818- 1883
ທ່ານ​ກາກ​ມາກ​ເກີດ​​ເມືອ​ວັນ​ທີ່ 5.5.1818 ທີ່​ລັດ​ປາ​ລຸດຊີ (ຝຣັ່ງ​ແມ່ນ​ນ້ຳໄຮ)​ ໃນ​ຄອບຄົວ​ມີ​ຖານະວັດທະນະທຳ​ດີ, ພາຍຫຼັງ​ສຳ​ເລັດ​ການສຶກສາ​ຊັ້ນ​ມັດທະຍົມ​ຕອນ​ປາຍທີ່​ເມື ຕີ​ຮ​ເຮີ​ແລ້ວ, ແລ້ວ ​ທ່ານ ກາກ​ມາ​ກໍ່​ໄດ້​ເຂົ້າ​ຮຽນ​ຕໍ່​ວິທະຍາ​ໄລ "​ແລກ​ແລ້ງ " ​ໃນ​ຂະ​ແໜ່​ງກົດໝາຍປີ  1841 ທ່ານ ກາກ​ມາໄດ້​ປ້ອງ​ກັນ​ວິທະຍານິຍົມ​ປະລິຍາ​ເອກ​ ​ເດືອນ ຕຸລາ ປີ 1842 ມາກ ໄດ້​ເດີນທາງ​ໄປ​ປາຣີ ​ເພື່ອ​ພີ​ມຈຳໜ່າຍ​ເອກະສານ " ​ຮາ​ດີກາ​ນ " (ວາລະສານ​ລາຍ​ປີຂອງຝຣັ່ງ -​ເຢຍລະ​ມັນ ) ປີ 1844 ທ່ານ ອັງ​ແກນ​ເດີນທາງ​ໄປ​ປາ​ຣີ ​ເພື່ອ​ພົບ​ກັບ​ທ່ານ ກາກ​ມາກ ​ແລະ ​ໃນ​ທີ່​ສຸດ ທ່ານ ກາກ​ມາກ​ໄດ້​ຖຶກກົດດານ​ຈາກ​ລັດຖະບານ​ເຢຍລະ​ມັນ​ໃຫ້​​ຍົກຍ້າຍ​ຈາກ​ປາຣີ​ໄປ​ຢູ່​ບຣຸກ​ໄຫວ " ​ສະຫະພັນ​ຄອມ​ມູນິດ "ພາຍຫຼັງ​ຄອມ​ມູປາຣີຖຶກປະຣາ​ໄຊ ລົງ​ໃນ​ວັນ​ທີ່ 28.5.1817 ຫຼັງ​ຈາກ​ນັ້ນ​ກອງ​ປະ​ຊູ​ມ​ໃຫ່ຍຂອງ​ສາກ​ົນທີ່1 ສະ​ໄໝ​ທີ່ 2 ​ໄດ້​ສ້າງ​ຕັ້ງ​ຂື້ນ ທ່ານ​ກາກ​ມາກ ​ໄດ້​ກັບ​ຄືນ​ໄປ​ລອນດອນ​ປະ​ເທດ​ອັງກິດ ​ແລະ ຢູ່​ທີ່​ນັ້ນ​ຈົນ​ຮອດ​ມື້​ທີ່​ ທ່ານ ມໍ​ລະກຳ 17.3.1883.

 3.ທ່ານ ຟະຣິຣິກ ອັງ​ແກນ ​ເກີດ​ເມືອ​ວັນ​ທີ່ 28.11.1820
ທີ່​ ເມືອງ​ບາຣ​ແມນ ປະ​ເທດ​ເຢຍລະ​ມັນ ປີ 1837 ທ່ານ​ອາຍຸ​ໄດ້ 17 ປີ ທ່ານ ຟ ອັງ​ແກນ ​ໄດ້​ເຂົ້າ​ຮຽນ​ວິຊາ​ການ​ຄ້າ​ແຕ່​ໃນເວລາ​ຕົວ​ຈິງ​ທ່ານ​ບໍ່​ເອົາ​​ໃຈ​ໃສ່​ພໍ​ເທົ່າ​ໃດ​ເວລາ​ສ່ວນ​ຫຼາຍ​ໃຊ້​ເຂົ້າໃນ​ການ​ຄົ້ນ​ຄ້ວາ​ວິທະຍາ​ສາດ​ສັງຄົມ​ເຊັ່ນ: ວັນນະຄະດີ, ພາສາຕ່າງປະ​ເທດ, ປະຫວັດສາດ ​ແລະ ອື່ນໆ. ທ້າຍ​ປີ 1842ທ່ານ  ອັງ​ແກນ​ໄດ້​ເດີນທາງ​ໄປ​ເມືອງ ​ແມນ​​ແຊດ​ເຕີ ປະ​ເທດອັງກິດ​ເພື່ອ​ເຝິກງານ​ກ່ຽວ​ກັບ​ວຽກງານການ​ຄ້າປີ 1847 ທ່ານ ​ຟ ອັງ​ແກນ ພ້ອມ​ກັບ​ ທ່ານ ກາກ​ມາກສ້າງ​ຕັ້ງ​ສາກົນ​ທີ່ ທີ່​ລອນດອນວັນ​ທີ່ 14.7.1889 ສາກົນ​ທີ່ II​ໄດ້​ສ້າງ​ຕັ້ງ​ທີ່​ນະຄອນ​ປາຣີ ທ່ານຟ ອັງ​ແກນ ​ໄດ້​ກາຍ​ເປັນ​ຜູ້ນຳ​ສາກົນ, ທ່ານ ​ຟ ອັງ​ແກນ ມີ​ຜົນງານ​ອັນ​ໃຫ່ຍຫລວງ​ທາງ​ດ້ານ​ວິທະຍາສາດ ທ່ານ ​ໄດ້​ຂຽນ​ບົດ​ນິພົມ​ນ້ອຍ- ​ໃຫ່ຍຫລາຍ​ບ​ົດຮ່ວມ​ກັບ ທ່ານ ກາກ​ມາກ ປີ 1877 – 1878 ທ່ານ ຟ ອັງ​ແກນ​ຂຽນ​ປື້​ມຊື່ວ່າ ຕ້ານ​ດຸ​ຍສິງ ​ເພື່ອ​ຕ້ານ​ກັບທິດ​ສະ​ດີ​ດຸ​ຍລິງ ທ່ານ ຟ ອັງ​ແກນ ຕ້ອງ​ໃຊ້​​ເວລາ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ຂຽນ​ເຖິງ 8 ປີ .

4. ທ່ານ ວະ​ລາ​ດີ ​ເມຍ​ອິ​ເດຍ ​ເລ​ນິນ ( 1870- 1924 )
ທ່ານ​ເລ​ນິນ ​ເກີດ​ເມືອ​ວັນ​ທີ່ 22.4.1870 ທີ່​ເມືອງ "​ຊິມບຽກສະ​ກິ  "ປະ​ຈູ​ບັນ​ແມ່ນ​ເມືອງ" ​ອູ​ລິ​ອາ​ນົມ "​ແຄມ​ຝຣັ່ງຊ້າຍ​ຂ​ອງ​ແມ່​ນໍ້າໂວ​  ນກາ, ຕອນລູມຂອງ​ເມືອງ " ​ກາ​ຊານ " ພໍ່​​ແມ່​ເປັນ​ປັນຍາ​ຊົນ​ທີ່​ກ້າ​ວ ໜ້າ​ປີ 1887 ​ໄດ້​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລ "​ກາ​ຊານ " ​ໃນ​ຂະ​ແໜ່​ງກົດໝາຍ​ແຕ່​ບໍ່​ທັນ​ຈົບ​ພັດ​ຖຶໄລ່​ອອກ​ຈາກ​ໂຮ​ງຮຽນ ປີ 1891 ​ໄດ້​ເຂົ້າ​ສອບ​ເສັງ​ວິຊາ​ ກ​ົດໝາຍຢູ່​ມະຫາວິທະຍາ​ໄລ​​ເປ​​ເຕັງ​ບວກ​ໄດ້​ຢ່າງ​ງ່າຍດາຍ​ທັງ​ໄດ້​ຮັບ​ໃບ​ປະກາດ​ກຽດຕິຍົດ​ອັນ 1 ປີ1892 ທ່ານ​ເລ​ນິນ​ໄດ້​ກໍ່ສ້າງ​ສະ​ໂມ​ສອນ​ມັກ​ມາກ​ຊິດ​ໜ່ວຍ​ທຳ​ອິດ​ທີ່​ເມືອງ​ຊາ​ມາລາ ຕໍ່​ມາ​ໄດ້​ເຄື່ອນ​​ໄຫວ​ປະຕິວັດ​ຢູ່​ເມືອງ​ເປ​ເຕກບວກ, ປີ 1895 ທ່ານ​ເລ​ນິນ​ໄດ້​​ເດ​ີນທາງ​ໄປ​ຕ່າງປະ​ເທດ ໂດຍ​ໄດ້​ຮັບ​ພາລະ​ ຈາກ​ຊາວນາ​ມາ​ກຊິດ​ເປ​ເຕກບວກ​ໄປ​ຕິດ​ຕໍ່​ພົວພັນ​ກັບກ​ກຸ່ມ"ປົດ​ປ່ອຍ​ແຮງ​ງານ"​ ​ແລະ​ເພື່ອ​ໄປ​ສຶກສາ​ເບິ່ງ​ຂະ​ບວນກຳມະກອນ​ໃນ​ເອີ​ລົບ​ຕາ​ເວັນ​ຕົກ, ວັນ​ທີ່ 29.1.1900 ທ່ານ​ເລ​ນິດ​ໄດ້​ພົ້ນ​ອອກ​ຈາກ​ການ​ເນ​ລະ​ເທດ​ແລ້ວ​ກັບ​ຄືນ​ໄປ​ເຕກບວກ​ເພື່ອ​ສືບ​ທອດ​ຕໍ່​ການ​ປະຕິວັດ, ວັນ​ທີ່ 17.7.1900 ຈົນ​ຮອດ ​ເດືອນ 4 ປີ 1917​ແມ່ນ​ໄລຍະ​ເວລາ​ທີ່ ທ່ານ ​ເລ​ນິນ​ ດໍາລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ຢູ່ ຕ່າງ​ປະ​ເທດ​ເພື່ອ​ພາລະກິດ​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລັດ​​ເຊຍ ​ແລະ ກຳມະກອນ ​​ແມ່ນ​ໄລຍະ ການ​ຕໍ່ສູ້ ​ແລະ ນຳພາ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕ ກຳມະກອນ​ລັດ​ເຊຍ.

ພາຍ​ຫລັງ​ການ​ປະຕິວັດ ປະຊາ​ທິປະ​ໄຕ​ນາຍ​ທືນ​ໃນ​ ​ເດືອນ ກູ​ມພາ ປີ 1917 ​ໄດ້​ຮັບ​ໄຊຊະນະ ​ແລະ ການ​ສ້າງ​ລັດ​ຖະບານ​ຊົ່ວຄາວ​ຂອງ​ຊົນ​ຊັ້ນ​ນາຍ​ທືນ ​ໃນ​ລັດ​ເຊຍ​ແລ້ວ ທ່ານ ​ເລ​ນິນ ກໍ່​​ໄດ້​ກັບ​ມາ​ປະ​ເທດ​ຊາດ ​ໃນ​ວັນ​ທີ່ 3.4.1917 ​ເພື່ອ​ນຳພາ​ການ​ປະຕິວັດ​ສັງຄົມ​ເດືອນ ຕຸລາ ປີ 1917 ດ້ວຍ​ຕົນ​ເອງ.

ພາຍຫລັງ​ມະຫາ​ປະຕິວັດ​ສັງຄົມ​ນິຍົມ​ເດືອນ ຕຸລາ ປີ 1917 ທ່ານ ​ເລ​ນິນ​ໄດ້​ນຳພາ​ໃນ​ການ​ສ້າງ​ຕັ້ງ​ລັດ​ພະ​ເດັດ​ກຳມະ​ຊີບ ສ້າງ​ຕັ້ງ​ລະບອບ​ພະ​ເດັດ​ກຳມະ​ຊີບ​ພາຍ​ໃຕ້​ກາ​ນນຳພາ​ຂອງ​ພັກ​ກອມ​ມູນິດ​ນຳພາ​ປະຊາຊົນ​​ໂຊ​ວຽດ ຕ້ານ​ສົງຄາມ​​ໂລ​ກຄັ້ງ​ທີ່ I ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​ອຳນາດ​ລັດ​ແບບ​ໃໝ່.

ທ່ານ​ເລ​ນິນ​ໄດ້​ສ້າງ​ຕັ້ງ​ສາກົນ​ທີ່ II ຂື້ນ​ໃນ​ວັນ​ທີ່ 2.3.1919 ທີ​ມົດ​ສະ​ກູ​ເພື່ອ​ສືບ​ທອດ​ພາລະກິດ​ປະຕິວັດ​ຂອງ​ສາກົນ​ທີ່ I,II ຢູ່​ໃນ​​ເງື່ອນ​ໄຂ ປະຫວັດສາດ​ໃໝ່, ທ່ານ​ ​ເລ​ນີນ​ ​ເປັນ​ຜູ້​ສືບ​ທອດ​ພາລະກິດ​ຂອງ ທ່ານ ກາກ​ມາກ ​ແລະ ທ່ານ​ ອັງ​ແກນ, ​ໃນ​ການ​ເສີມ​ຂະຫຍາຍ​ ລັດທິມາກ​ຢ່າງປະດິດ​ສ້າງ​ຂ້ືນ​ເຂົ້າ​ການ​ປະຕິວັດ​ລັດ​ເຊຍ​ແຕ່​ປີ 1810 – 1924 ທັດສະນະ​ປະດິດ​ສ້າງ​ຂອງ​ເພີ່ນ​ສະ​ແດງ​ໃຫ້​ເຫັນ​ຢູ່​ບົດ​ນິພົນ​ຄົບ​ຊູດ​ທຳ​ອິດ​ໃນ​ປື້​ມ​ເພື່ອນ​ຂອງ​ປະຊາຊົນ​ແມ່ນ​ຫຍັງ ຈະ​ຕໍ່​ສູ້ຕ້ານ​ກັບ​ນັກ​ສົງຄາມ​ປະຊາທິປະ​ໄຕ.

ບົດທີ 5
ບັນດາກົດເກນພື້ນຖານຂອງວິທີສັດຈະວິພາກ
1.ຫຼັກມູນພື້ນຖານກຽ່ວກັບສັດຈະວິພາກມີ 2 ຫລັກມູນຄື:
1 ຫລັກມູນການພົວພັນທົ່ວໄປຂອງສິ່ງວັດຖຸ ແລະ ປະກົດການການພົວພັນທົ່ວໄປແມ່ນ: ການຜູກມັດກັນກະທົບເຊິ່ງກັນແລະກັນຂື້ນຕໍ່ກັນ.ອັນນີ້ເອົາອັນອື່ນເປັນເງືອນໄຂເພືອການຄົງຕົວຂອງຕົນ ຖ້າອັນນີ້ມີການປຽ່ນແປງກໍ່ຈະເຮັດໃຫ້ອັນອື່ນມີການປຽ່ນແປງໄປນຳ.

ການພົວພັນຂອງສິ່ງວັດຖຸ ແລະ ປະກົດການສະແດງອອກຢູ່ໃນກາລະເທສະ. ການສະແດງອອກໃນກະລະ (ເວລາ) ແມ່ນການກະທົບເຊິ່ງກັນ ແລະ ກັນ ຂື້ນຕໍ່ກັນໃນຂະບວນວິວັດຢູ່ໃນໄລຍະແຫ່ງການຂະຫຍາຍຕົວທີ່ແຕກຕ່າງກັນຂອງບັນດາສິ່ງວັດຖຸແລະ ປະກົດການການສະແດງອອກທາງດ້ານເທສະ (ສະຖານທີ່) ແມ່ນການກະທົບເຊິ່ງກັນ ແລະ ກັນລະຫວ່າງວັດຖຸ ແລະປະກົດການຢູ່ໃນທີ່ຕັ້ງຕ່າງກັນ. ການພົວພັນ ແລະ ຄຸນປະໂຫຍດຂອງມັນ.

ບັນດາສິ່ງວັດຖຸ ແລະ ປະກົດການຢູ່ໃນໂລກພາວະວິໄສມີຫຼາຍຮູບຫຼາຍສີທີ່ແຕກຕ່າງກັນ.ມັນມີຄຸນປະໂຫຍດຕ່າງກັນມັນກຳເນີດຂື້ນໃນເງື່ອນໄຂແລະສະພາບແວດລ້ອມຕ່າງກັນດັ່ງນັ້ນຈິ່ງມີກັນພົວພັນກັນເຊັ່ນ:
  •  ການພົວພັນພາບໃນ ແລະ ການພົວພັນພາຍນອກ
  • ການພົວພັນທາງກົງ ແລະ ທາງອ້ອມ
  • ການພົວພັນທາດແທ້ ແລະ ບໍ່ແມ່ນທາດແທ້
  • ການພົວພັນລະຫວ່າງອັນລວມ ແລະ ອັນສະເພາະ
2.ຫລັກມູນກ່ຽວກັບການຂະຫຍາຍຕົວຂອງສິ່ງວັດ ແລະ ປະກົດການ
ການຂະຫຍາຍຕົວ ແມ່ນ: ການຫັນປ່ຽນຂອງສິ່ງວັດຖຸແລະປະກົດການທີ່ກ່າວຂື້ນແຕ່ສູງຫາຕໍ່າ.ແຕ່ອັນງ່າຍດາຍໄປຫາອັນສັບສົນ
ຕົວຢ່າງ: ການປ່ຽນແປງແລະການຂະຫຍາຍຕົວຂອງຄົນແຕ່ນ້ອຍຫາໃຫ່ຍຄວາມແຕກຕ່າງລະຫວ່າງການເຄືອນເໜັງ ແລະ ການຂະຫຍາຍຕົວ.

ການເຄືອນເໜັງ ແມ່ນການປ່ຽນແປງທີ່ເວົ້າລວມ: ໝາມຄວາມວ່າແມ່ນການປ່ຽນແປງໄປຕາມທິດທີ່ກ້າວຂື້ນ ຫຼື ຕາມທິດລົງຄ້ອຍຖ້ອຍຫລັງຂອງວັດຖຸ ແລະ ປະກົດການ.
ຕົວຢ່າງ: ການລະເມີດລະບຽງກົດໝາຍການຂະຫຍາຍຕົວແມ່ນ: ການເຄືອນເໜັງໄປຕາມທ່າອຽງທີ່ແນ່ນອນມີລັກສະນະກ້າວຂື້ນເທົ່ານັ້ນ.
ຕົວຢ່າງ: ປະເທດຊາດເຮົາແຕ່ກ່ອນຍັງບໍ່ທັນຈະເລີນມາຮອດປະຈຸບັນປະເທດຊາດເຮົາໄດ້ມີການພັດທະນາ ແລະ ຂະຫຍາຍຕົວຈະເລີນຂື້ນເທື່ອລະກ້າວ. 
ບົດທີ 6
ບັນດາພື້ນຖານຂອງວິທີສັດຈະວິພາກ
1.ກົດເກນແມ່ນຫຍັງ ?
ການພົວພັນທາດແທ້ແນ່ນອນຈຳເປັນມີຫລັກສະນະປົກກະຕິຊ້ຳໄປຊ້ຳມາຂອງບັນດາສິ່ງວັດຖຸ ແລະ ປະກົດການສິ່ງດັ່ງກ່າວເຫຼົ່ນນັ້ນມີການປ່ຽນແປງໄດ້ຍາກ. ຕົວຢ່າງ: ກົດເກນຂອງມະນຸດມີ ເກີດ ແກ່ ເຈັບແລະຕາຍ

2. ການພົວພັນກົດເກນແມ່ນຫຍັງ ?
ບັນດາວັດຖຸ ແລະ ປະກົດການພົວພັນທີ່ສຸດແຕ່ກໍ່ບໍ່ ແມ່ນວ່າການພົວພັນອັນໃດກໍ່ເປັນກົດເກນໄດ້ໝົດ. ມີແຕ່ການພົວພັນທີ່ເປັນທາດແທ້ພາຍໃນທ່າອຽ່ງຂະໝາດຕົ້ນຕໍຂອງສິ່ງວັດຖຸ ແລະ ປະກົດການທີເປັນກົດເກນ.

3. ກົດເກນເອກະພາບ ແລະ ຕໍ່ສູ້ລະຫວ່າງດ້ານກົງກັນຂ້າມແມ່ນຫຍັງ ?
ກົດເກນເຫ໌່ານີ້ມີບົດບາດເປີດຊ່ອງທາງໃຫ້ແກ່ຕົ້ນກຳເນີດ ແລະ ເປັນກຳລັງໝູນຢູ່ພາຍໃນ ເຮັດໃຫ້ສິ່ງວັດຖຸແລະປະກົດການມີການຂະຫຍາຍຕົວ. ຕົວຢ່າງ: ພໍ່ແມ່ ຜິດຖ່ຽງກັນແຕ່ໃນທີ່ສຸດກໍ່ຍັງເອກະພາບກັນ

4.ບັນດາກົງກັນຂ້າມເວລາໃດກໍ່ມີທ່າຂະຫຍາຍຕົວກົງກັນຂ້າມກັນປະທະກັນ, ປະຕິເສດກັນກຳຈັດຜັດປ່ຽນເຊິ່ງກັນ ແລະ ກັນບັນຫາດັ່ງກ່າວໃນປັດຊະຍາເອີ້ນວ່າ: ບັນດາກົງກັນຂ້າມກັນ.

5 .ຄວາມເປັນເອກະພາບຂອງບັນດາດ້ານກົງກັນຂ້າມ:
ໃນສິ່ງວັດຖຸແລະປະກົດການໜຶ່ງໆລ້ວນແຕ່ປະກອບດ້ອຍຫຼາຍດ້ານປັດໃຈທີແຕກຕ່າງກັນແຕ່ໃນນັ້ນມີສອງດ້ານທີເປັນໃຈພື້ນຖານກ່ວາໝູ່ບັນດາດ້ານຕ່າງໆ ເຫຼົ່ານັ້ນມີຜົນກະທົບເຊິ່ງແລະກັນ,ຜູກມັດກັນສະເໝີ,ດ້ານນີ້ຖືເອົາດ້ານອື່ນເພື່ອເປັນເງືອນໄຂໃຫ້ແກ່ການຄົງຕົວຂອງຕົນເອງ.

6.ການຕໍ່ສູ້ບັນດາດ້ານກົງກັນຂ້າມ:
ທຸກສິ່ງວັດຖຸແລະປະກົດການລ້ວນແຕ່ບັນຈຸສອງດ້ານທີ່ກົງກັນຂ້າມກັນ,ບັນດາດ້ານກົງກັນຂ້າມກັນ ມີການກະທົບເຊິ່ງກັນແລະກັນ,ປະທະກັນ,ຈຳກັດກັນ,ປະຕິເສດຕໍ່ກັນ,ຜັນປ່ຽນເຊິ່ງກັນແລະກັນ,ອັນນີ້ເຮັດໃຫ້ອັນອື່ນປ່ຽນແປງແລະຂະຫຍາຍຕົວຈາກຮູບຮ່າງນີ້ໄປສູ່ຮູບຮ່າງອື່ນ

7. ກົດເກນການຫັນປ່ຽນແຕ່ການປ່ຽນແປງດ້ານປະລິມານກາຍເປັນການປ່ຽນແປງທາງດ້ານຄຸນນະພາບກົງກັນຂ້າມ.
  • ຄຸນນະພາບແມ່ນ:
ຄວາມສຳນຶກທີ່ຊີ້ບອກລັກສະນະປະຈຳຕົວທີ່ມີມາແຕ່ເດີມຂອງສີ່ງວັດຖຸ ແລະ ປະກົດການແມ່ນລັກສະນະລວມແລະລັກສະນະປະຈຳຕົວທີ່ມີມາແຕ່ເດີມເພື່ອຈຳແນກສີ່ງວັດຖຸແລະປະກົດການອື່ນໆ.
  • ປະລິມານແມ່ນ: 
ຄວາມສຳນຶກທີ່ຊີ້ບອກລັກສະນະປະຈຳຕົວທີ່ມີມາແຕ່ເດີມຂອງສີ່ງວັດຖຸແລະປະກົດການມັນບໍ່ໄດ້ເວົ້າແຈ້ງຄວາມແຕກຕ່າງກັນທາງດ້ານພື້ນຖານຂອງສິ່ງວັດຖຸນີ້ກັບສິ່ງວັດຖຸອື່ນ.ມັນມີແຕ່ເວົ້າເຖິງຂອບເຂດໃຫ່ຍ,ນ້ອຍ,ຕຳ,ສູງຈຳນວນໜອ້ຍຫຼືຈຳນວນຫຼາຍຂອງສິ່ງວັດຖຸແລະປະກົດການເທົ່ານັ້ນ.

8.ການພົວພັນລະຫ່ວາງປະລິມານ ແລະ ຄຸນນະພາບ.
ປະລິມານ ແລະ ຄຸນນະພາບມີການພົວພັນນຳກັນແບບສັດຈະວິພາກ.ພວກມັນຄົງຕົວຢູ່ໃນວັດຖຸອັນດຽວກັນ. ການປ່ຽນແປງທາງດ້ານຄຸນນະພາບຈະເຮັດໃຫ້ສິ່ງວັດຖຸແລະປະກົດການປ່ຽນແປງໄປສູ່ທາດໃໝ່,ແຕ່ການປ່ຽນແປງທາງດ້ານປະລິມານຢູ່ໃນລະດັບໜຶ່ງທີ່ແນ່ນອນຍັງບໍ່ທັນເຮັດໃຫ້ສິ່ງວັດຖຸປ່ຽນແປງໄປສູ່ສີ່ງວັດຖຸອື່ນເທື່ືອ.

 9. ການປະຕິເສດຊ້ອນປະຕິເສດ.
ແມ່ນໜື່ງໃນສາມກົດເກນຂອງສັດຈະວະພາກທີ່ໄດ້ເວົ້າເຖິງທ່າອຽ່ງຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປະກົດການໃນໂລກພາວະວິໄສ.ມັນແມ່ນຂີດໝາຍບາດກ້າວທີ່ສຳຄັນໃນຂະບວນວິວັດແລະການກຳນົດຂອບເຂດ (ຕອ່ງໂສ້) ຕິດຕໍ່ກັນລະຫ່ວາງອັນເກົ່າແລະອັນໃໝ່.

10. ການປະຕິເສດແບບສັດຈະວິພາກແມ່ນ:
ການປ່ຽນແປງແທນອັນເກົ່າມາເປັນອັນໃໝ່ ແຕ່ບົນຖານອັນເກົ່າ ເນື່ອງວ່າໂລກພາວະວິໄສມີການເຄືອນເໜັງ ແລະ ຂະຫຍາຍຕົວເລື້ອຍໆອັນເກົ່ໝົດໄປອັນໃໝ່ເກີດມາແທນ. 

 ບົດທີ 7
ບັນດາມາດຕະເກນພື້ນຖານຂອງສັດຈະວິພາກວັດຖຸນິຍົມ
1.ມາດຕະເກນປັດຊະຍາແມ່ນ:
ບັນດາຄວາມສຳນຶກລວມທີສຸດເຊິ່ງຊ່ອງແສງເຖິງບັນດາດ້ານ,ບັນດາລັກສະນະປະຈຳຕົວທີມີມາແຕ່ເດີມ,ບັນດາການພົວພັນພື້ນຖານແລະແຜ່ຫຼາຍທົ່ວໄປໂລກພາວະວິໄສ.

2.ມາດຕະເກນເກີດຂື້ນແນວໃດ?
ມາດຕະເກນເກີດຂື້ນຈາກພຶດຕິກຳຂອອງຄົນເຮົາ. ເຊິ່ງໃນພຶດຕິກຳນັ້ນຄົນເຮົາຮູ້ກ່ຽວກັບໂລກ ແລະ ກະທົບໃສ່ໂລກໃນຂະບວນວິວັດແຫ່ງການສ້າງຄວາມຮັບຮູ້ກ່ຽວກັບໂລກນັ້ນ ແມ່ນຂະບວນແຫ່ງການສຳນຶກລວມ. ຄວາມສຳນຶກລວມນັ້ນເອີ້ນວ່າ: ມາດຕະເກນ

3.ບັນດາຄູ່ມາດຕະເກນມີການພົວພັນກັນແນວໃດ?
ການພົວພັນສັດຈະວິພາກລະຫວ່າງອັນລວມ ແລະ ອັນສະເພາະ:
  • ອັນສະເພາະມີແຕ່ການຄົງຕົວຢູ່ໃນການພົວພັນກັບອັນລວມ.ບໍ່ວ່າອັນສະເພາະໃດໆກໍລ້ວນແຕ່ມີອັນລວມ
  • ອັນລວມພຽງແຕ່ຄົງຕົວຢູ່ໃນສະເພາະແລະສະແດງອອກໃນສະເພາະ
  • ອັນລວມແມ່ນ: ພາກສ່ວນໜຶ່ງຂອງອັນສະເພາະ,ອັນສະເພາະບໍ່ໄດ້ສັງລວມຢູ່ໃນສັງຄົມຢ່າງສົມບູນ
   2.ການພົວພັນລະຫວ່າງສາເຫດ ແລະ ໝາກຜົນ:
ລັກສະນະພາວະວິໄສຂອງການພົວພັນສາເຫດ ແລະ ໝາກຜົນມີບັນດາສິ່ງວັດຖຸ ແລະ ປະກົດການມີການກະທົບເຊິ່ງກັນ ແລະກັນ. ບໍ່ມີສິ່ງວັດຖຸໃດ ແລະ ປະກົດການໃດໆປະກົດຂື້ນໂດຍປັດຊະຍາ ແລະ ສາເຫດ ພວກເຮົາບໍ່ສາມາດຊອກຫາສາເຫດຂອງສິ່ງວັດຖຸ ແລະ ປະກົດການຢູ່ນອກຄວາມເປັນຈິງຂອງພາວະວິໄສສາເຫດເວລາໃດກໍມີກ່ອນໝາກຜົນ. ໝາກຜົນເກີດຂື້ນຕາມຫລັງສາເຫດ ທຳມະດາໝາກຜົນອັນໜຶ່ງມັນບໍ່ ແມ່ນສາເຫດອັນດຽວ ແລະ ສາເຫດອັນໜຶ່ງກໍ່ບໍ່ແມ່ນໝາກຜົນອັນດຽວ.
3. ຄວາມເປັນເອກະພາບລະຫວ່າງອັນແນ່ນອນແລະອັນບັງເອີນສະແດງອອກດັ່ງນີ້:
  • ອັນແນ່ນອນຍາມໃດກໍຂີດເສັ້ນທາງເດີນໃຫ້ແກ່ຕົນເອງໂດຍຜ່ານອັນບັງເອີນ ແລະ ຍາມໃດກໍແມ່ນຮູບການສະແດງອອກອັນແນ່ນອນ
  •  ເຂດແດນລະຫວ່າງອັນແນ່ນອນແລະອັນບັງເອີນມີລັກສະນະສຳພັດຖານ(ຊົ່ວຄາວ)ເທົ່ານັ້ນ
  • ອັນແນ່ນອນແລະອັນບັງເອີນຈະຜັນປ່ຽນບ່ອນໃຫ້ແກ່ກັນຢູ່ໃນເງືອນໄຂອັນແນ່ນອນໃດໜຶ່ງ
4. ການພົວພັນລະຫວ່າງເນື້ອໃນ ແລະ ຮູບການ:
ເນື້ອໃນ ແລະ ຮູບການເປັນຮູບການເອກະພາບໜຶ່ງບໍ່ວ່າແນວໃດກໍສະແດງອອກພາຍໃຕ້ຮູບການອັນໜຶ່ງທີ່ແນ່ນອນບໍ່ວ່າສິ່ງວັດຖຸໃດກໍ່ມີທັງເນື້ອໃນ ແລະ ຮູບການເນື້ອໃນໜຶ່ງອາດສະແດງດ້ວຍຫລາຍຮູບການ ຮູບການໜຶ່ງອາດສະແດງເຖິງຫຼາຍເນື້ອໃນ.

ໃນສິ່ງວັດຖຸໃດໜຶ່ງເນື້ອໃນຕັດສີ້ນຮູບການ. ຕັດສິ້ນແບບວິທີຈັດວ່າງຊັບຊ້ອນ ແລະ ແບບວິທີສະແດງອອກເຊັ່ນ: ຕໍ່ໃນເນື້ອໃນການດຳລົງຊິວິດຂອງຄົນ ຕັດສິນບັນຫາຮູບການດຳລົງຊິວິດ ແລະ ການພົວພັນສັງຄົມຂອງຄົນ ເນື້ອໃນປ່ຽນແປງມັນຮຽກຮ້ອງໃຫ້ຮູ້ການປ່ຽນແປງໄປ.

ຮູບການເວລາໃດມັນກໍກະທົບໃສ່ເນື້ອໃນຢ່າງເປັນປະຈຳ ອາດຂະຫຍາຍເນື້ອໃນບິດເບື່ອນເນື້ອໃນ ຫຼື ອາດຈະມ້າງເພເນື້ອໃນເມືອມັນບໍ່ສ່ອດຄ່ອງກັບເນື້ອໃນ

ດັ່ງນັ້ນຖ້າຮູ້ແກ້ໄຂຂໍ້ຂັດແຍ່ງລະຫວ່າງເນື້ອໃນ ແລະ ຮູບການຢ່າງທັນເວລາກໍ່ຈະເຮັດໃຫ້ສິ່ງວັດຖຸຂະຫຍາຍຕົວຢ່າງວ່ອງໄວເວລາກົງກັນຂ້າມ.
5.ການພົວພັນລະຫວ່າງທາດແທ້ ແລະ ປະກົດການ:
ທາດແທ້ ແລະ ກົດການແມ່ນສອດຄ່ອງດ້ານທີ່ເປັນເອກະພາບກັນ ນອນຢູ່ໃນສິ່ງວັດຖຸໜຶ່ງ ແລະ ມີການພົວພັນແບບສັດຈະວິພາກນຳກັນ ທາດແທ້ສະແດງອອກໂດຍຜ່ານປະກົດການຍາມໃດກໍ່ແມ່ນການສະແດງແບບທາດແທ້.

6.ການພົວພັນລະຫວ່າງຄວາມອາດສາມາດ ແລະ ຄວາມເປັນຈິງ
  • ຄວາມເອກະພາບກັນລະຫວ່າງຄວາມອາດສາມາດ ແລະ ຄວາມເປັນຈິງເມື່ອສິ່ງວັດຖຸໃໝ່ (ແມ່ນຄວາມເປັນຈິງໃໝ່)ແລະກໍແມ່ນຄວາມອາດສາມາດໃໝ່ ກໍ່ຈະຫັນກາຍເປັນຄວາມຈິງໃນເງືອນໄຂທີ່ເໝາະສົມ
  • ຄວາມອາດສາມາດຈະຫັນກາຍເປັນຈິງ ເງືອນໄຂທີ່ເໝາະສົມບໍ່ແມ່ນທຸກຄວາມສາມາດຈະກາຍເປັນຈິງໄດ້.
  • ມີເງືອນໄຂທີ່ແນ່ນອນມີຫລາຍຄວາມອາດສາມາດທີບໍ່ແນ່ນອນ ບໍ່ແມ່ນມີແຕ່ຄວາມອາດສາມາດດຽວເຊັ່ນ: ການຍິ່ງເປົ້າບໍຖືກຈຸດໃດໜຶ່ງຕ້ອງຖືກຈຸດໜຶ່ງນີ້ແມ່ນຫຼາຍຄວາມອາດສາມາດ
  • ເວລາເງື່ອນໄຂເກີດຂື້ນໃໝ່ໃນສິ່ງວັດຖຸກໍ່ຈະປະກົດຂື້ນມີຄວາມອາດສາມາດໃໝ່ເກີດຂື້ນນອກຈາກຄວາມອາດສາມາດທີ່ເກີດຂື້ນທີ່ມີຢູ່ແລ້ວ.
7.ຈົ່ງຈຳແນກການພົວພັນສັດຈະວິພາກຂອງມາດຕະເກນ:
ບັນດາຄູ່ມາດຕະເກນພື້ນຖານ ຂອງສັດຈະວິພາກຍັງມີໝ້າທີ່ຄົ້ນຄ້ວາປະກອບເພີ່ມເຕີ່ມໃຫ້ແກ່ບັນດາພື້ນຖານອີກ ສິ່ງທີ່ບັນດາສາມກົດເກນພື້ນຖານຍັງບໍ່ທັນໄດ້ເວົ້າເຖິງ ແຕ່ພວກມັນກໍ່ບໍ່ຄວນເຂົ້າໃຈວ່າບັນດາຄູ່ມາດຕະເກນນີ້ມີລັກສະນະສົມບູນຄົບຖ້ວນ ເປັນຈິງທັງໝົດຂອງພາວະວິໄສ ພວກເຮົາຍັງມີໜ້າທີ່ຄົ້ນຄ້ວາຊອກຮູ້ບັນຫາສາມມາດຕະເກນຕື່ມອີກ.

ບົດທີ່ 8
ທິດສະດີຄວາມຮັບຮູ້
1.ທາດແທ້ຂອງຄວາມຮັບຮູ້ ແລະ ທິດສະດີຂອງຄວາມຮັບຮູ້
  • ທາດແທ້ຂອງຄວາມຮັບຮູ້ແມ່ນ:
ການສ່ອງແສງຄວາມເປັນຈິງພາວະວິໄສຢ່າງສັດຈະວິພາກຕັ້ງໜ້າແຕ່ປະກົດການເຖິງທາດແທ້ຜ່ານການເຄືອນໄຫວພຶດຕິກຳຕົວຈິງເພືອຮັບຮູ້ແລະດັດສ້າງໂລກ.
  • ທິດສະດີແຫ່ງຄວາມຮັບຮູ້ແມ່ນ:
ທິດສະດີກ່ຽວກັບກຳລັງຄວາມສາມາດຂອງຄົນເຮົາໃນການເຂົ້າໃຈພາວະວິໄສພື້ນຖານແກ້ໄຂບັນຫາພື້ນຖານປັດຊະຍາຢ່າງຖືກຕ້ອງ.

2. ເນືອໃນພຶດຕິກຳໃນຂະບວນວິວັດຂອງຄວາມຮັບຮູ້ກ່ອນອື່ນໝົດແມ່ນ:
ການອອກແຮງງານຜະລິດວັດຖຸສິ່ງຂອງເພືອຮັບໃຊ້ຊິວິດ ຂອງຄົນເຮົາໃນການອອກແຮງງານການຜະລິດຄົນເຮົາພຽງແຕ່ກະທົບໃສ່ໂລກທຳມະຊາດເທົ່ານັ້ນ ແຕ່ຍັງມີການພົວພັນລະຫວ່າງຄົນກັບຄົນອີກດ້ວຍ ຍ້ອນການຜະລິດມີລັກສະນະສັງຄົມຄວາມຮັບຮູ້ຂອງຄົນຄົນເຮົາຍັງອີງໃສ່ການສັງເກດ, ຄົ້ນຄວ້າທົດລອງວິທະຍະສາດເປັນໜຶ່ງທີ່ສຳຄັນຂອງພຶດຕິກຳ

3.ເນື້ອໃນ ແລະ ລັກສະນະຕ່າງໆຂອງສັດຈະວິພາກ.
  • ສັດຈະວິພາກແມ່ນ ຄວາມຮັບຮູ້ທີສອດຄ່ອງກັບຄວາມເປັນຈິງພາວະວິໄສ ແລະ ໄດ້ຮັບການທົດສອບດ້ວຍພຶດຕິກຳຕົວຈິງ.ຍ້ອນແນວນັ້ນນິຍາມສັດຈະທຳຂື້ນກັບຄວາມຮັບຮູ້ຂອງໂລກພາວະວິໄສ. ສັດຈະທຳບໍ່ຄົງຕົວດ້ວຍຕົວເອງຫຼືມີມາກ່ອນຢູ່ບ່ອນໃດບ່ອນໜຶ່ງ ແລະ ຄົນເຮົາມີພຽງແຕ່ການສັງເກດການແລະວາດພາບບັນດາສັດຈະທຳເທົ່ານັ້ນ
  • ສັດຈະທຳພາວະວິໄສແມ່ນ ປັນຍາຄວາມຮັບຮູ້ທີ່ສອດຄ່ອງກັບກົດເກນພາວະວິໄສບໍ່ຂື້ນກັບຈິດໃຈຂອງຄົນເຮົາ
  • ສັດຈະທຳສົມບູນແມ່ນ ຄວາມຮັບຮູ້ທີສ່ອງແສງເຖິງໂລກພາວະວິໄສຢ່າງຄົບຖ້ວນຮອບດ້ານ ແລະ ແນ່ນອນທີ່ສຸດເຊິ່ງສະແດງຕົວອອກເປັນຈຸດໝາຍແຫ່ງຄວາມຮັບຮູ້ວິທະຍາສາດແຕ່ໃນຕົວຈິງບໍ່ອາດບັນລຸໄດ້.
  • ສັດຈະທຳພັດແມ່ນ ຄວາມຮັບຮູ້ສ່ອງແສງເຖິງໂລກພາວະວີໄສຖືກຕ້ອງແຕ່ບໍ່ທັນຮອບດ້ານບໍ່ທັນຄົບຖ້ວນ ບໍ່ທັນແນ່ນອນມັນອາດຖືກຕ້ອງໃນເງືອນໄຂສະພາບແວດລ້ອມໃດໜຶ່ງ.
  • ສັດຈະທຳຮູບປະທຳແມ່ນ ປັນຍາຄວາມຮູ້ທີ່ສອດຄອ່ງກັບສິ່ງວັດຖຸປະກົດການອັນລະອຽດຕົວຈິງໃດໜຶ່ງຂອງຄົນເປັນຈິງພາວະວິໄສ.
ບົດທີ 9
ທິດສະດີຊົນຊັ້ນແລະກົດເກນການຕ່ໍ່ສູ້ຊົນຊັ້ນ
1. ຊົນຊັ້ນແມ່ນຫຍັງ? ຈົ່ງອະທິບາຍ ແລະ ໃຫ້ຄວາມໝາຍຂອງຊົນຊັ້ນ
ຊົນຊັ້ນແມ່ນ:
ບັນດາກຸ້ມກວ້າງຂວາງກຸ້ມຄົນເຫຼົ່ານີ້ຕ່າງກັນທາງດ້ານຖານະຢູ່ໃນລະບົບການຜະລິດຂອງສັງຄົມທີ່ແນ່ນອນໃດໜຶ່ງ ຜ່ານປະຫວັດກຳນົດໃຫ້ຕ່າງກັນກັບການພົວພັນນຂອງເຂົາຕໍ່ພາຫະນະການຜະລິດຕ່າງກັນທາງດ້ານວິທີຊົມໃຊ້ສິ່ງວັດຖຸໜອ້ຍຫຼືຫຼາຍ ຊົນຊັ້ນແມ່ນບັນດາກຸ້ມຄົນນີ້ອາດຍຶດເອົາແຮງງານຂອງຄົນອື່ນ, ຍ້ອນວ່າກຸ້ມຄົນເຫຼົ່ານີ້ມີຖານນະຕ່າງກັນໃນລະບອບເສດຖະກິດສັງຄົມອັນແນ່ນອນ.
ລັກສະນະພິເສດທີເປັນພື້ນຖານຂອງຊົນຊັ້ນມີຄື:
  • ບັນດາຊົນຊັ້ນຄົນມີຫຼັກສະນະຕ່າງກັນໃນລະບົບການຜະລິດຂອງສັງຄົມແນ່ນອນ
  • ບັນດາຊົນຊັ້ນຄົນທີ່ມີການພົວພັນຕ່າງກັນກ່ຽວກັບພະຫະນະຜະລິດຂອງສັງຄົມ
  • ບັນດາຊົນຊັ້ນແບບວິທີແລະຂະໜາດລາຍຮັບຕ່າງກັນຕໍກັນກັບວັດຖຸສິ່ງຂອງຂອງສັງຄົມ
  • ບັບດາຊົນຊັ້ນມີບົດບາດຕ່າງກັນໃນການຈັດຕັ້ງແຮງງານຂອງສັງຄົມ
2.ຊົນຊັ້ນມີຕັ້ນກຳເນີດ ແລະ ໂຄງສ້າງແນວໃດ?
ປັດຖົມປັດໃຈທີສຳຄັນທີ່ສຸດ ພາໃຫ້ບັນດາຊົນຊັ້ນປະກົດຕົວມານັ້ນແມ່ນການຂະຫຍາຍຕົວຂອງກຳລັງການຜະລິດທີນຳໃຊ້ໄປເຖິງການກຳເນີດມີການຜະລິດຕະພັນສ່ວນເກີນມີການແບ່ງງານມີການແປງປ່ຽນແລະເກີດມີກຳມະສິດສ່ວນຕົວຕໍ່ພາຫະນະການຜະລິດບົດບາດສຳຄັນທີ່ສຸດແມ່ນການແບ່ງງານສັງຄົມ.


ໃນຫຼາຍສັງຄົມຂ້າທາດ ແມ່ນສັງຄົມທຳອິດທີມີຊົນຊັ້ນ. ຊົນຊັ້ນຂ້າທາດແມ່ນຊົນຊັ້ນກົດຂີ່ຂູດຮີດ ນັ້ນໃນເບື້ອງຕົ້ນໄດ້ສ້າງຂື້ນມາຍ້ອນກອມມູນນິດປະຖົມບູຮານມີການຜັນແຍກຄົນອອກຈາກເຈົ້າຂຸນມຸນນາຍເຊັ່ນ:ນັກບວດ, ເຈົ້າກົກ, ແມ່ທັບ..

3.ບັນດາຮູບການຕໍ່ສູ້ຊົນຊັ້ນມີຈັກຮູບການແຕ່ລະຮູບການມີແນວໃດ?
ຮູບການຕໍ່ສູ້ຊົນຊັ້ນມີ 3 ຮູບການຄື:
  • ການຕໍ່ສູ້ທາງດ້ານເສດຖະກິດແມ່ນ ການຕໍ່ສູ້ຊົນຊັ້ນຄັ້ງທຳອິດຂອງຊົນຊັ້ນກຳມະຊີບ ຮູບການນັ້ນມີລັກສະນະເກີດຂື້ນເອງຂອງບັນດາກຳມະກອນຢູ່ໃນແຕ່ລະໂຮງຈັກ, ໂຮງງານຂອງນາຍທຶນ
  • ການຕໍ່ສູ້ທາງດ້ານການເມືອງແມ່ນ ຮູບການຕໍ່ສູ້ສູງສຸດຂອງການຕໍ່ສູ້ຊົນຊັ້ນ. ໜ້າທີ່ພື້ນຖານຂອງການຕໍ່ສູ້ທາງດ້ານການເມືອງຂອງຊົນຊັ້ນກຳມະຊີບ ແມ່ນດັບສູນກົງຈັກແຫ່ງລັດຂອງນາຍທຶນ ແລ້ວສ້າງຜະດິດກຳມະຊີບເພືອສ້າງຂະບອບສັງຄົມນິຍົມໃຫ້ສຳເລັດ.
  • ການຕໍ່ສູ້ທາງດ້ານແນວຄິດມີຄວາມໝາຍ ທີສຸດເພາະວ່າຊົນຊັ້ນກຳມະຊີບ ບໍ່ອາດສາມາດສຳເສັດຜົນໄດ້ພາລະກຳປະຫວັດສາດຂອງຕົ້ນ ບໍ່ສາມາດປົດປ່ອຍຕົນເອງ ແລະ ປົດປອ່ຍປະຊາຊົນຜູ້ອອກແຮງງານທັງໝົດອອກຈາກການຂູດຂີ່ກົດຮີດໄດ້ ບໍ່ອາດສ້າງລັດທິສັງຄົມນິຍົມໃຫ້ສຳເລັດຜົນໄດ້ຖ້າຫາກຊົນຊັ້ນກຳມະຊີບບໍ່ໄດ້ປະກອບດ້ວຍແນວຄິດປະຕິວັດແລະທິດສະດີປະຕິວັດ.
4. ບັນດາຊົນຊັ້ນ ແລະ ຊັ້ນຄົນໃນລາວມີແນວໃດ?
  • ຊົນຊັ້ນກຳມະກອນເຖິງວ່າຊົນຊັ້ນ ນີ້ມີຈຳນວນຜົນໜ້ອຍແຕ່ເຂົາກໍ່ມີບົດບາດຕໍ່ການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດເຊິ່ງປະກອບດ້ວຍ ຜູ້ອອກແຮງງານການຜະລິດວັດຖຸໂດຍກົງຕາມໂຮງຈັກໂຮງງານ ແລະ ວິສາຫະກິດແຫ່ງຊາດຕ່າງໆ.
  • ຊົນຊັ້ນຊາວນາ(ຊາວກະສິກອນ)ປະກອບດ້ວຍມີເຮັດໄຮ່,ເຮັດນາ,ເຮັດສວນລ້ຽງສັດເປັນອາຊີບ.
  • ຊົນຊັ້ນນັກຮຽນຮູ້ປັນຍາຊົນ ມີບົດສຸກຍູ້ການຜະລິດການປົກປັກຮັກສາຄວາມສະຫງົບຂອງຊາດຂະຫຍາຍວິທະຍາສາດ. ວິທະຍາກອນຕ່າງໆແລະສົ່ງເສີມຄວາມຢູ່ດີກິນດີທາງດ້ານວັດຖຸ ແລະ ຈິດໃຈເປັນກຳລັງກາຍຂອງພົນລະເມືອງທັງຊາດ.
  • ຜູ້ເອກະເທດປະກອບມີນາຍຊ່າງອຸດສາຫະກຳ.ສ້ອມແປງຂະໜາດໜ້ອຍ.ການຄ້າໜ້ອຍການບໍ່ລິການຂົ່ນສົ່ງ.ພາກສ່ວນມີກຳມະສິດເປັນເຈົ້າຕົນເອງແລະເປັນຜູ້ອອກແຮງງານໂດຍກົງ.
  •  ພາກສ່ວນເຈົ້າຊັບມີເຈົ້າວິສາຫະເອກະຊົນ, ເຈົ້າຂອງທະນາຄານ, ໂຮງຈັກ, ໂຮງງານທີດິນ, ທີ່ພັກອາໄສໂຮງຈັກໂຮງງານທີ່ຜະລິດແຕ່ບໍ່ໃຫ້ຜູ້ອື່ນເຊົ່າ.
ບົດທີ 10
ບົດບາດຂອງມະຫາຊົນ ແລະ ບຸກຄົນໃນປະຫວັດສາດ

1.ເປັນຫຍັງຈຶ່ງເວົ້າມະຫາຊົນມີບົດບາດຕັດສິນຕໍ່ການຄົງຕົວ ແລະ ການຂະຫຍາຍຕົວຂອງປະຫວັດສາດ

ຍ້ອນວ່າ:ບັນດາວັດຖຸນິຍົມກ່ອນ ກໍ່ໄດ້ຖືວ່າວິລະຊົນເປັນຜູ້ສ້າງວິລະຊົນເປັນຜູ້ສ້າງຍຸກສະໄໝ ແລະ ກໍ່ແມ່ນບັນດາວິລະບຸລຸດວິລະຊົນເປັນຜູ້ຕັດສິນການຊຸດໂຊມ ແລະ ຂະຫຍາຍຕົວຂອງປະຫວັດສາດ. ລັດທິວັດຖຸນິຍົມປະຫວັດສາດ ພັດບໍ່ໄດ້ປະຕິເສດບົດບາດຂອງບັນດາວິລະບຸລຸດວິລະຊົນແຕ່ໄດ້ຍົກໃຫ້ເຫັນວ່າ ປະຊາຊົນຜູ້ອອກແຮງງານເປັນຜູ້ປະດິດສ້າງປະຫວັດສາດຢ່າງແທ້ຈິງ ສ່ວນນັກວິລະຊົນບັນດາວິລະບຸລຸດແມ່ນມີບົດບາດສຳຄັນ.

2. ບົດບາດຂອງຜູ້ນຳ ແລະ ບຸກຄົນໃນປະຫວັດສາດມີຄືແນວໃດ?

ບົດບາດຜູ້ນຳ ແລະ ບຸກຄົນໂດຍສະເພາະ ແມ່ນບົດບາດຜູ້ຍິ່ງມີຄວາມຈຳເປັນບໍ່ອາດຂາດໄດ້ ແມ່ນການຈັດ ຕັ້ງນຳພາມະຫະຊົນປົກຄອງເກົ່າ ແລະ ເພືອກໍ່ສ້າງສັງຄົມໃໝ່ໂດຍສະເພາະແມ່ນຂະບວນປະຕິວັດຂອງຊົນຊັ້ນກຳມະກອນ ແລະ ຊົນຊັ້ນຜູ້ອອກແຮງງານອື່ນໆ ທີ່ຖືກຂູດຂີ່ກົດຮີດແນ່ໃສ່ເພືອລົບລ້າງລັດທິນາຍທຶນກໍ່ສ້າງສັງຄົມໃໝ່

ບັນດາຜູ້ນຳ, ບຸກຄົນທີ່ດີເລີດໄດ້ປະກົດຕົວຂື້ນຍ້ອນຄວາມຕ້ອງການຂອງປະຫວັດສາດ ຍ້ອນຄວາມຕ້ອງການໃນການຕໍ່ສູ້ປະຕິວັດຂອງມະຫາຊົນ ດ້ວຍເຫດນັ້ນຈຶ່ງປະກົດມີຜູ້ນຳບຸກຄົນທີ່ດິເດັ່ນ ແມ່ນບັນຫາຕ້ອງການປະຫວັດສາດ ຜູ້ນຳທີ່ສະຫຼາດສ່ອງໃສໄດ້ປະກອບສ່ວນຊຸກຍູ້ກົງລໍ້ປະຫວັດສາດໃຫ້ກ້າວໜ້າ.

3. ຈະເສີມຂະຫຍາຍບົດບາດມະຫາຊົນ ແລະ ບຸກຄົບຢູ່ໃນ ສ ປ ປລາວ ແນວໃດ?

ເພືອເສີມຂະຫຍາຍບົດບາດຂອງມະຫາຊົນຢ່າງແຂງແຮງໃນພະລະກິດແຫ່ງການດັດສ້າງແລະກໍ່ສ້າງລັດທິສັງຄົມນິຍົມຢູ່ປະເທດເຮົານີ້ ຕ້ອງເອົາໃຈໃສ່ບາງວຽກງານສຳຄັນດັ່ງລຸ່ມນີ້:

  • ສຶກສາອົບຮົມນ້ຳໃຈຮັກຊາດຮັກສັງຄົມນິຍົມໃຫ້ມະຫາຊົນ. ເພືອປັບປຸງຄວາມເປັນເອກະສັນດ້ານການເມື່ອງໃນໝູ່ປະຊາຊົນ.
  • ສຶກສາອົບຮົມປະຊາຊົນທາງດ້ານນະໂຍບາຍຂອງພັກລັດ
  • ຍົກລະດັບຊຸກດັນໃຫ້ມະຫາຊົນຢ່າງບໍ່ຢຸດຢັ້ງ
  • ຈຳກັດການປະພຶດທີ່ພື້ນຕໍ່ທັດສະນະມະຫາຊົນໃນໝູ່ພະນັກງານ ແລະ ສະມັກຊິກພັກຂື້ນ. 
ใหม่กว่า เก่ากว่า