ບົດຮຽນ ວິຊາ ທິດສະດີເງິນຕາ ພາກທີ 6 ຕະຫຼາດການເງິນ

ພາກທີ 
ຕະຫຼາດການເງິນ

ຈຸດປະສົງ: ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

6.1.ບັນດາບັນຫາທົວໄປກ່ຽວກັບຕະຫຼາດການເງິນ.
6.2.ຕະຫຼາດເງິນ.
6.3.ຕະຫຼາດທຶນ.
6.4.ຕະຫຼາດຫຼັກຊັບ.

6.1.ບັນດາບັນຫາທົ່ວໄປກ່ຽວກັບຕະຫຼາດການເງິນ.

ມີດັ່ງນີ້:
  • ການສ້າງຕັ້ງຕະຫຼາດການເງິນ.
  • ເປົ້າໝາຍ, ເຄື່ອງມືຂອງຕະຫຼາດການເງິນ
  • ແບ່ງປະເພດຕະຫຼາດການເງິນ
  • ພາລະບົດບາດຂອງຕະຫຼາດການເງິນ
  • ບັນດາເງື່ອນໄຂທີ່ຈຳເປັນເພື່ອສ້າງຕັ້ງຕະຫຼາດການເງິນ
6.1.1.ການສ້າງຕັ້ງຕະຫຼາດການເງິນ.

ແມ່ນຕິດພັນກັບການພັດທະນາຂອງພຶ້ນຖານເສດຖະກິດຕະຫຼາດ. ການພັດທະນາເສດຖະກິດຕະຫຼາດໄດ້ກໍ່ໃຫ້ເກີດມິບັນດາເຈົ້າກຳທີ່ຕ້ອງການແຫຼ່ງການເງິນ. 

ຕະຫຼາດການເງິນ ແມ່ນ:

ບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.

ຕະຫຼາດການເງິນມີ 2 ປະເພດຄື:
  • ຕະຫຼາດເງິນ
  • ຕະຫຼາດທຶນ
ຈຸດພິເສດຂອງຕະຫຼາດການເງິນ:
  • ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
  • ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງມື ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
  • ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.
ໝ້າທີ່ຂອງຕະຫຼາດການເງິນ:
  • ເປັນສື່ກາງທາງດ້ານການເງິນ
  • ສະໝັບສະໝູນການລະດົມທຶນໃຫ້ແກ່ຫົວໝ່ວຍທຸລະກິດ.
  • ຊວ່ຍສະໝັບສະໝູນທາງດ້ານການອອມ ແລະ ການລົງທຶນ.
ບົດບາດຂອງຕະຫຼາດການເງິນ:
  • ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ.
  • ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ.
  •  ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ.
  •  ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ.
  •  ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ.
6.1.2.ເປົ້າໝາຍ, ເຄື່ອງມືຂອງຕະຫຼາດການເງິນ.
1.ເປົ້າໝາຍຂອງຕະຫຼາດການເງິນ.

 ເປົ້າໝາຍຊື້ຂາຍໃນຕະຫຼາດການເງິນ ແມ່ນສິດນໍາໃຊ້ບັນດາແຫ່ງການເງິນ.

2.ເຄື່ອງມືຂອງຕະຫຼາດການເງິນ:
  • ຫຼັກຊັບ
  • ພັນທະບັດ
  • ຮຸ້ນ
ຫຼັກຊັບ ແມ່ນ:

 ແມ່ນ ໝັງສືໃຊ້ເປັນຫຼັກຖານເພື່ອຍືນຍັນສິດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກໍາມະສິດໝັງສືດັ່ງກ່າວກັບຜູ້ຈຳໝ່າຍຫຼັກຊັບ.

ຫຼັກຊັບແບ່ງອອກເປັນ 3 ປະເພດຄື:
  • ຫຼັກຊັບໄລຍະສັ້ນ.
  • ຫຼັກຊັບໄລຍະກາງ 
  • ຫຼັກຊັບໄລຍະຍາວ.
ຜູ້ຈໍາໝ່າຍຫຼັກຊັບມີຜົນປະໂຫຍດດັ່ງນີ້:
  • ຫຼັກຊັບ ແມ່ນພາຫະນະລະດົມ ແລະ ເຕົ້າໂຮມແຫ່ງການເງິນທີ່ມີຕໍ່ບັນດາເຈົ້າກຳມີແຫ່ງການເງິນ.
  • ຫຼັກຊັບ ແມ່ນພາຫະນະລົງທຶນເພື່ອເກັບກຳລາຍຮັບເຈົ້າກຳມີແຫ່ງການເງິນເຫຼືອ.
  • ຫຼັກຊັບ ແມ່ນພາຫະນະເພື່ອແບ່ງປັນແຫ່ງການເງິນລະຫວ່າງຂົງເຂດຕ່າງໆ ແລະ ບັນດາຂະແໝງໃນພື້ນຖານເສດຖະກິດ. 
ຫຼັກຊັບນິລະນາມ ແມ່ນ:

 ແມ່ນ ປະເພດຫຼັກຊັບບໍ່ຂຽນຊື່ນາມສະກຸນຂອງເຈົ້າກໍາມະສິດຫຼັກຊັບ.

ຫຼັກຊັບຂຽນຊື່ ແມ່ນ:

 ແມ່ນ ປະເພດຫຼັກຊັບມີການຈົດຊື່ນາມສະກຸນເຈົ້າຂອງກຳມະສິດຫຼັກຊັບ.

ຫຼັກຊັບທຶນ ແມ່ນ:

 ແມ່ນ ຮຸ້ນທຶນ

ຫຼັກຊັບໝີ້ ແມ່ນ:

 ແມ່ນ ເຄື່ອງມືຕິດໝີ້ ຂອງຜູ້ກູ້ຢືມ.

ພັນທະບັດ ແມ່ນ:

 ແມ່ນໃບຢັ້ງຢືນໝີ້ ຂອງຜູ້ກູ້ຢືມ.

6.1.3.ແບ່ງປະເພດຕະຫຼາດການເງິນ.
  • ອີງໃສ່ການໝູນວຽນບັນດາແຫ່ງການເງິນ
  • ອີງໃສລັກສະນະກົດໝາຍ, ຕະຫຼາດການເງິນແບ່ງອອກເປັນສອງພາກສວ່ນ.
  • ອີງໃສ່ໄລຍະເວລານຳໃຊ້ແຫ່ງການເງິນທີ່ລະດົມໄດ້.
6.1.4.ພາລະບົດບາດຂອງຕະຫຼາດການເງິນ
1.ພາລະຂອງຕະຫຼາດການເງິນ:
  • ພາລະສະໝອງຄວາມສາມາດຊຳລະບ້ວງເງິນໃຫ້ບັນດາຫຼັກຊັບ. 
  • ພາລະສະໝອງຂໍ້ມູນເສດຖະກິດ. 
2.ບົດບາດຂອງຕະຫຼາດການເງິນ:
  • ດຶງດູດ, ລະດົມທຶນແຫ່ງທຶນຢູ່ພາຍໃນປະເທດ, ປະກອບສວ່ນສຳຄັນຊວ່ຍເຫຼື່ອການເງິນໃຫ້ຄວາມຕ້ອງການພັດທະນາເສດຖະກິດສັງຄົມ, ສົ່ງເສີມປະຫຍັດ ແລະ ລົງທຶນ.
  • ຊຸກຍູ້ ແລະ ຍົກສູງປະສິດທິຜົນໃນການນຳໃຊ້ແຫ່ງການເງິນ.
  • ປະຕິບັດນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຂອງລັດ.
6.1.5.ບັນດາເງື່ອນໄຂທີ່ຈຳເປັນເພື່ອສ້າງຕັ້ງຕະຫຼາດການເງິນ.
  • ພື້ນຖານເສດຖະກິດສິນຄ້າພັດທະນາ, ເງິນຕາເປັນປົກກະຕິ, ດ້ວຍລະງັບເງິນເຟີ້ອາດຄຸມໄດ້.
  • ບັນດາເຄື່ອງມືຂອງຕະຫຼາດການເງິນຕ້ອງມີຫຼາຍຮູບຫຼາຍແບບ, ສ້າງໃຫ້ມີບັນດາພາຫະນະມອບໂອນສິດນຳໃຊ້ແຫ່ງການເງິນ.
  • ສ້າງຕັ້ງ ແລະ ພັດທະນາລະບົບເປັນຄົນກາງການເງິນ.
  • ສ້າງລະບົບກົດໜາຍ ແລະ ກົດລະບຽບທີ່ຈຳເປັນ, ໃຊ້ເປັນພື້ນຖານໃຫ້ການເຄື່ອນ ແລະ ກວດກາຕະຫຼາດການເງິນ.

6.2.ຕະຫຼາດເງິນ.

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນທີ່ມີອາຍຸການບໍ່ເກີນ 1 ປີ.

ໝ້າທີ່ຂອງຕະຫຼາດເງິນ:
  • ເຄື່ອນຍ້າຍເງິນທຶນ ຈາກຜູ້ທີ່ມີທຶນສ່ວນເກີນໄປຫາຜູ້ຂາດແຄນເງິນທຶນມີ 2 ວີທີ: ທາງກົງ ແລະ ທາງອ້ອມ.
  • ດັດສົມແຫ່ງທຶນລະຫວ່າງທະນາຄານທຸລະກິດດວ້ຍກັນ.
ຄວາມສຳຄັນຂອງຕະຫຼາດເງິນ:

ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງິນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.

6.2.1.ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດເງິນຕາ.
1.ເປົ້າໝາຍ:

ແມ່ນນໍາໃຊ້ໄລຍະສັ້ນ

2.ເຄື່ອງມືຂອງຕະຫຼາດເງິນ.
  • ພັນທະບັດຄັງ
  • ບັດການຄ້າ (ແຊັກ) ໝັງສືຮັບຮູ້ເງິນຝາກທະນາຄານ.
  • ໝັງສືຊຳລະຂອງທະນາຄານ
  • ບັນດາສັນຍາຊື້ດິນ
  • ທຶນສະສົມບັງຄັບ
  • ພັນທະບັດໄລຍະສັ້ນຂອງບັນດາບໍລິສັດ
  • ພັດທະບັດທະນາຄານ
6.2.2.ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຕະຫຼາດເງິນ.
  •  ຜູ້ຈຳໝ່າຍຮຸ້ນ.
  • ນັກລົງທຶນ
  • ຜູ້ໃຫ້ບໍລິການໃນຕະຫຼາດການເງິນ.
  • ຜູ້ຄຸ້ມຄອງຕະຫຼາດ.
1.ບັນດາພາກສວ່ນຕົ້ນຕໍ່ຂອງຕະຫຼາດເງິນ.
  • ຕະຫຼາດໃຫ້ກູ້ຢືມໂດຍກົງໄລຍະສັ້ນ
  • ຕະຫຼາດແລກປ່ຽນຊື່ຂາຍເງິນຕາຕ່າງປະເທດ.
  • ຕະຫຼາດລະຫວ່າງທະນາຄານ
  • ຕະຫຼາດຫຼັກຊັບໄລຍະສັ້ນ

6.3.ຕະຫຼາດທຶນ.

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.

ຄວາມສຳຄັນຂອງຕະຫຼາດທຶນ:

ແມ່ນ ຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ,ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.

6.3.1.ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດທຶນ.
1.ເປົ້າໝາຍ.

 ແມ່ນ ນຳໃຊ້ໄລຍະຍາວ

2.ເຄື່ອງມືຂອງຕະຫຼາດທຶນ.
  • ຫຼັກຊັບໄລຍະກາງ
  • ຫຼັກໄລຍະຍາວ.
ໃບຮຸ້ນ ແມ່ນ:

ແມ່ນຫຼັກຊັບຮັບຮູ້ຈໍານວນທຶນທີ່ປະກອບເຂົ້າບໍລິສັດຮຸ້ນສວ່ນ ແລະ ສິດຜົນປະໂຫຍດຂອງຜູ້ຖືກຳມະສິດຫຼັກຊັບດັ່ງກ່າວທີ່ບໍ່ມີຕໍ່ບໍລິສັດ.

ຜູ້ຖືກໍາມະສິດໃບຮຸ້ນເອີ້ນວ່າ:

 ລູກຮຸ້ນກໍາໄລທີ່ບໍລິສັດຮຸ້ນສ່ວນສົ່ງໃຫ້ລູກຮຸ້ນເອີ້ນວ່າ: ກໍາໄລຮຸ້ນ.

ລາຄາຂອງໃບຮຸ້ນ ແມ່ນ:

 ແມ່ນຈໍານວນເງິນທີ່ພີມໃສ່ໃບຮຸ້ນ.

ຕາມມາດຕະຖານກົດໝາຍແມ່ນໃບຮຸ້ນມີ 2 ປະເພດຄື:
  • ໃບຮຸ້ນຂຽນຊື່
  • ໃບຮຸ້ນບໍ່ຂຽນຊື່
ຕາມສິດຜົນປະໂຫຍດຊຶ່ງໃບຮຸ້ນນໍາມາໃຫ້ລູກຮຸ້ນມີ 2 ປະເພດຄື:

  • ໃບຮຸ້ນທຳມະດາ
  • ໃບຮຸ້ນໄດ້ຊົມໃຊ້ພິເສດ

ພັນທະບັດ ແມ່ນ:

ແມ່ນໃບຢັ້ງຢືນໝີ້ ເຊິ່ງແມ່ນລັດຖະບານ ຫຼື ວິສາຫະກິດພິມຈຳໝ່າຍໂດຍສັນຍາກັບຜູ້ໃຫ້ກູ້ຢືມ (ຜູ້ຊື້ພັນທະບັດ) ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນໃຫ້ຜູ້ຖືເມື່ອຄົບກຳນົດການໄຖ່ຖອນ.

6.3.2.ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດທຶນ.
ມີພາກສ່ວນດັ່ງນີ້:
  •  ຕະຫຼາດໃຫ້ກູ້ຢືມໄລຍະຍາວ
  • ຕະຫຼາດສິນເຊື່ອເຊົ່າຊື່ ຫຼື ໃຫ້ເຊົ້າການເງິນ
  • ຕະຫຼາດຫຼັກຊັບໄລຍະກາງ ແລະ ໄລຍະຍາວ 

6.4.ຕະຫຼາດຫຼັກຊັບ.

ແມ່ນຕະຫຼາດທີ່ມີການແລກປ່ຽນຊື້-ຂາຍຫຼັກຊັບໄລຍະສັ້ນ,ໄລຍະກາງ ແລະໄລຍະຍາວ ທີ່ໄດ້ມີການຈັດຕັ້ງປະຕິບັດ ເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໜຶ່ງທີ່ແນ່ນອນ.

ຕົວຢ່າງ: 
  • ຕະຫຼາດຫຼັກຊັບແຫ່ງປະເທດລາວ
  • ຕະຫຼາດຫຼັກຊັບໂຕກຽວ
  • ຕະຫຼາດຫຼັກຊັບນິວຢອກ
  • ຕະຫຼາດຫຼັກຊັບລອນດອນ
  • ຕະຫຼາດຫຼັກຊັບນະຄອນຫຼວງໂຮ່ຈີມິງ ເປັນຕົ້ນ.
6.4.1.ຕະຫຼາດຫຼັກຊັບຂັ້ນຕົ້ນ.

ແມ່ນຕະຫຼາດຈໍາໝາຍຫຼັກຊັບປະເພດຕ່າງໆ.

1.ເຈົ້າກຳເຂົ້າຮ່ວມຕະຫຼາດຫຼັກຊັບຂັ້ນຕົ້ນ.
  • ຜູ້ຈຳໝ່າຍຫຼັກຊັບ.
  • ນັກລົງທຶນໃນຕະຫຼາດຫຼັກຊັບ.
  • ຜູ້ໃຫ້ບໍລິການໃນຕະຫຼາດຫຼັກຊັບ.
  • ຜູ້ຄຸ້ມຄອງຕະຫຼາດຫຼັກຊັບ. 
2.ກົນໄກເຄື່ອນໃຫວຂອງການຕະຫຼາດຫຼັກຊັບຂັ້ນຕົ້ນ.
  •  ຕະຫຼາດຈຳໝ່າຍຫຼັກຊັບ.
  •  ຜູ້ຄ້ຳປະກັນຫຼັກຊັບ.
  •  ຜູ້ປະມູນຫຼັກຊັບ.
6.4.2.ຕະຫຼາດຫຼັກຊັບຂັ້ນຮອງ 

ແມ່ນຕະຫຼາດຈໍລະຈອນ, ຕະຫຼາດຊື້ ແລະ ຂາຍຫຼັກຊັບທີ່ຈຳໝາຍຕະຫຼາດຫຼັກຊັບຂັ້ນຕົ້ນເຮັດໃຫ້ມີການປ່ຽນແປງສິດກຳມະສິດຫຼັກຊັບ.

1.ກົນໄກຈັດຕັ້ງທີ່ຈຳເປັນໃຫ້ຕະຫຼາດຫຼັກຊັບຂັ້ນຮອງ.
  •   ຜູ້ລົງທຶນ.
  •   ບັນດາອົງການຄຸ້ມຄອງຕິດຕາມກວດກາຕະຫຼາດ.
  •  ນາຍໝ້າ.
  •  ສຳນັກງານພົວພັນຫຼັກຊັບ ຫຼື ສູນພົວພັນຫຼັກຊັບ.
  •  ພະແນກພົວພັນຫຼັກຊັບ.
  •  ສະມາຊິກຂອງພະແນກຫຼັກຊັບ.
ບັນດາອົງການຈັດຕັ້ງອື່ນທີ່ມີຄວາມກ່ຽວຂ້ອງເຖິງວິຊາສະເພາະຫຼັກຊັບມີຄື:
  • ບໍລິສັດທີ່ປືກສາລົງທຶນຫຼັກຊັບ. 
  • ສະມາຄົມນັກທຸລະກິດຫຼັກຊັບ.
  • ຈັດຕັ້ງຝາກຂາຍ ແລະ ຊຳລະຫຼັກຊັບ.
  • ບໍລິສັດຕີລາຄາຄວາມເຊື່ອຖື.
2.ບັນດາການເຄື່ອນໃຫວຕົ້ນຕໍຂອງຕະຫຼາດຫຼັກຊັບຂັ້ນຮອງ.
  • ສະໜອງຄຳສັ່ງພົວພັນໂດຍນັກລົງທຶນເປັນປະຈຳແກ່ນາຍໜ້າ. 
  • ກຳນົດເວລາຫຼັກຊັບ ແລະ ປັດໄຈຕົ້ນຕໍເປັນຜົນສະທ້ອນເຖິງລາຄາຫຼັກຊັບ.
  • ກຳນົດລາຄາຫຼັກຊັບ ແລະ ແມ່ນຍຶນຍັນ ລາຄາຄາຊື້ຂາຍຂອງປະເພດຫຼັກຊັບໃນຈຸດເວລາທີ່ເເນ່ນອນ.
  • ປັດໃຈທີ່ເປັນຜົນສະທອນເຖິງຕະຫຼາດລາຄາຫຼັກຊັບ.
  • ການພົວພັນຊື້ຂາຍຫຼັກຊັບ.
  • ພົວພັນສົ່ງເງິນໂດຍທັນທີ.
  • ພົວພັນຕາມກຳນົດເວລາ.
6.4.3.ບົດບາດຂອງລັດໃນການສ້າງຕັ້ງ ແລະ ພັດທະນາຕະຫຼາດການເງິນ.
  • ລັດສ້າງຂອບເຂດດ້ານກົດໝາຍໃຫ້ການປະກົດຕົວ ແລະ ການເຄື່ອໄຫວຂອງຕະຫຼາດ, ພອ້ມກັນນັ້ນກໍ່ປະຕິບັດການຕິດຕາມກວດກາທີ່ມີຕໍ່ການເຄື່ອນໄຫວຂອງຕະຫຼາດການເງິນ.
  • ລັດສ້າງສະພາບແວດລ້ອມເສດຖະກິດໃຫ້ການສ້າງຕັ້ງ ແລະ ພັດທະນາຂອງຕະຫຼາດການເງິນ.
  • ລັດບຳລຸງສ້າງຄົນ (ບຸກຄະລາກອນ) ສະໝອງໃຫ້ຕະຫຼາດການເງິນ.
ใหม่กว่า เก่ากว่า