ບົດຮຽນ ວິຊາ ທິດສະດີການເງິນ ພາກທີ 4 ປະກັນໄພ

ພາກທີ 4

ປະກັນໄພ

ຈຸດປະສົງ: ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:
4.1.ບັນດາບັນຫາທົ່ວໄປກ່ຽວກັບປະກັນໄພ.
4.1.1.ນິຍາມປະກັນໄພ.
4.1.2.ບົດບາດຂອງປະກັນໄພ.
4.1.3.ບັນດາຮູບການປະກັນໄພ.
4.1.5.ບັນດາຫຼັກການຄຸ້ມຄອງປະກັນໄພ.
4.2.ປະກັນທຸລະກິດ.
4.2.1.ນິຍາມປະກັນທຸລະກິດ.
4.2.2.ບັນດາຮູບການປະກັນທຸລະກິດ.
4.2.3.ກົນໄກສ້າງ, ແບ່ງປັນ ແລະ ນຳໃຊ້ຄັງປະກັນທຸລະກິດ
4.2.4.ການແບ່ງປັນ ແລະ ນຳໃຊ້ຄັງປະກັນໄພ.
4.3.ປະກັນສັງຄົມ.

4.1.ບັນດາບັນຫາທົ່ວໄປກ່ຽວກັບປະກັນໄພ.

4.1.1.ນິຍາມປະກັນໄພ.

ແມ່ນການພົວພັນເສດຖະກິດຕິດພັນກັບຂະບວນວິວັດສ້າງຕັ້ງ,ແບ່ງປັນແລະນຳໃຊ້ຄັງປະກັນໄພ,ແນ່ໃສ່ແກ້ໄຂຄວາມສ່ຽງຕ່າງໆ.

ປະກັນໄພມີ ປະເພດຄື:

  1.ປະກັນທຸລະກິດ

  2.ປະກັນສັງຄົມ

ການປະກັນໄພ ແມ່ນ:

ການບໍລິຫານຄວາມສ່ຽງໄພຕ່າງໆ ທີ່ອາດຈະເກີດຂຶ້ນກັບຜູ້ໄດ້ຮັບການປະກັນໄພ ທີ່ໄດ້ຈ່າຍຄ່າທໍານຽມປະກັນໄພ ໃຫ້ແກ່ຜູ້ປະກັນໄພ ໂດຍການຊົດເຊີຍຄ່າເສຍຫາຍດ້ວຍສິນປະກັນໄພ ຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາປະກັນໄພ.​ 

ຜູ້ປະກັນໄພ ໝາຍເຖິງ:

ໝາຍເຖິງ ວິສາຫະກິດທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ດຳເນີນທຸລະກິດປະກັນໄພ ຊຶ່ງຕົກລົງຈະທົດແທນຄ່າເສຍຫາຍຕາມສັນຍາປະກັນໄພ.

ປະກັນໄພມີຄວາມສຳຄັນຄື:
  • ຄວາມສຳຄັນຕໍ່ຜູ້ເອົາປະກັນໄພ.
  • ຄວາມສຳຄັນຕໍ່ສັງຄົມ.
  • ຄວາມສຳຄັນຕໍ່ກັບເສດຖະກິດ.
ປະກັນໄພມີຜົນປະໂຫຍດຄື:
  • ຜົນປະໂຫຍດຕໍ່ຜູ້ເອົາປະກັນໄພ
  • ຜົນປະໂຫຍດຕໍ່ທຸລະກິດ
  • ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ
ຜົນປະໂຫຍດຕໍ່ຜູ້ເອົາປະກັນໄພ:
  • ໃຫ້ຄວາມຄຸ້ມຄອງຕໍ່ບຸກຄົນຄອບຄົວ ແລະ ຊັບສິນຂອງຜູ້ເອົາປະກັນ.
  • ຊ່ວຍປູກຝັງໃຫ້ເກີດນິໃສປະຫຍັດ ແລະ ຊ່ວຍໃຫ້ເກີດການອອມ.
ຜົນປະໂຫຍດຕໍ່ທຸລະກິດ:
  • ຊ່ວຍໃຫ້ເກີດຄວາມໝັ້ນຄົງໃນການປະກອບທຸລະກິດ.
  • ຊ່ວຍເພີ່ມປະສິດທິພາບ ໃນການດຳເນີນທຸລະກິດເພາະວ່າຜູ້ບໍລິ ຫານບໍ່ຈຳເປັນຕ້ອງເສຍເວລາກ່ຽວກັບການສ່ຽງໄພ.
  • ຊ່ວຍໃຫ້ການຂະຫຍາຍບັດເຄດິດຫຼຸດຄວາມສ່ຽງຂອງຜູ້ໃຫ້ກູ້ຈາກໝີ້ສິນ.
  • ຊ່ວຍໃຫ້ເກີດສະຖຽນນະພາບໃນຕົນທຶນການຜະລິດ.
  • ຊ່ວຍສົງເສີມທຸລະກິດບາງປະເພດ ໃຫ້ຈະເລີນກ້າວໝ້າໂດຍສະເພາະຢ່າງຍິງທຸລະກິດທີ່ກ່ຽວຂ້ອງກັບຄວາມໄພ.

ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ:

  • ຊ່ວຍລະດົມທຶນເພື່ອການພັດທະນາປະເທດຊາດ
  • ຊ່ວຍຫຼຸດພາລະແກ່ສັງຄົມ.
ໝ້າທີ່ຂອງຜູ້ເອົາປະກັນໄພ:
  • ໝ້າທີ່ເປີດເຜີຍຂໍ້ມູນຄວາມຈິງ.
  • ໝ້າທີ່ບອກກ່າວເລື່ອງລາວການເກີດອຸບັດຕິເຫດຕ່າງໆ.
  • ໝ້າທີ່ປ້ອງກັນຮັກສາຊັບສິນທີ່ເຮົາເອົາປະກັນໄພ.
  • ໝ້າທີ່ໃນການຊຳລະຄ່າເບັ້ຍປະກັນໄພ.
4.1.2.ບົດບາດຂອງປະກັນໄພ.

ໃນພື້ນຖານເສດຖະກິດການຕະຫຼາດ, ການເຄື່ອນໄຫວປະກັນໄພມີບົດບາດສຸດທິໃຫ່ຍໂຕ. ບົດບາດດັ່ງກ່າວໄດ້ສະແດງອອກໃນດ້ານຕ່າງໆ ທີ່ສຳຄັນຕໍ່ໄປນີ້:

  • ປະກັນໄພປະກອບສວ່ນເຂົ້າໃນການສຶກສາທຶນຜະລິດທຸລະກິດບໍ່ໃຫ້ຕົກເຫ່ຍເສຍຫາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ເຂົ້າຮວ່ມການປະກັນໄພເປັນປົກກະຕິ.
  • ການປະກັນໄພປະກອບສ່ວນເຂົ້າໃນການປ້ອງກັນ, ຫຼີກລຽງ, ຈຳກັດຄວາມເສຍຫາຍ, ຮັບປະກັບຄວາມປອດໄພໃຫ້ການຜະລິດ ແລະ ຊີວິດການເປັນຢູ່.
  • ປະກັນໄພປະກອບສວ່ນເຂົ້າໃນການສະໝອງທຶນ ໃຫ້ແກ້ການພັດທະນາເສດຖະກິດສັງຄົມ.
4.1.3.ບັນດາຮູບການປະກັນໄພ.
  • ອີງໃສ່ຈຸດປະສົງເຄື່ອນໄຫວຂອງບັນດາອົງການຄຸ້ມຄອງຄັງປະກັນໄພ, ປະກັນໄພລວມມີການປະກັນໄພມີຈຸດປະສົງທຸລະກິດ ແລະ ການປະກັນໄພບໍ່ມີຈຸດປະສົງທຸລະກິດ.
  • ປະກັນໄພທີ່ມີລັກສະນະທຸລະກິດ ແມ່ນປະກັນໄພໂດຍອົງການຈັດຕັ້ງ, ບໍລິສັດປະກັນໄພສະໝອງບໍລິການປະກັນໄພ, ຊອກຫາຜົນປະໂຫຍດເສດຖະກິດທີ່ແນ່ນອນບົນພື້ນຖານເຮັດສັນຍາປະກັນໄພ.
  • ປະກັນໄພບໍ່ມີຈຸດປະສົງທຸລະກິດ ແມ່ນປະເພດປະກັນໄພແນ່ໃສ່ຈຸດປະສົງຊ່ວຍເຫຼືອເຊິງກັນ ແລະ ກັນລະຫວ່າງສະມາຊິກທັງຫຼາຍທີ່ເຂົ້າຮວ່ມປະກັນໄພ.
  • ຕາມແບບວິທີແກ້ໄຂຄວາມສ່ຽງການເຄືອນໄຫວປະກັນໄພຖືກແບ່ງອອກ,ທີມີການເຄືອນໄຫວດັ່ງ: ປະກັນໄພດວ້ຍຕົນເອງ ແລະ ເຄື່ອນໄຫວມອບໂອນ ຫຼື ຍ້າຍຄວາມສ່ຽງອອກ.
4.1.4.ຈຸດພິເສດຂອງປະກັນໄພ.
  • ປະກັນໄພແມ່ນປະເພດບໍລິຫານການເງິນພິເສດຜະລິດຕະພັນແມ່ນຜະລິດຕະພັນທີ່ບໍ່ເປັນຕົນເປັນໂຕ, ບົນພື້ນຖານຂອງລະບົບສັນຍາຈາກສອງຝ່າຍ, ລະຫວ່າງບໍລິສັດປະກັນໄພ ແລະ ຜູ້ເຂົ້າຮວ່ມປະກັນໄພ.
  • ປະກັນໄພທັງມີລັກສະນະທົດແທນຄືນ ແລະ ບໍມີລັກສະນະທົດແທດຄືນ.
4.1.5.ບັນດາຫຼັກການຄຸ້ມຄອງປະກັນໄພ.
  • ຫຼັກການເລືອກເຟັ້ນຄວາມສ່ຽງຖີ່ຖວ້ນບັນດາອົງການຈັດຕັ້ງ, ບໍລິສັດທຸລະກິດປະກັນໄພ (ຜູ້ເຮັດໝ້າທີ່ປະກັນໄພ) ພະຍາຍາມຄັດເລືອກຢ່າງຖີ່ຖວ້ນຄວາມສ່ຽງທີ່ຮ້າຍແຮງ.
  • ຫຼັກການກຳນົດຄ່າທຳນຽມປະກັນໄພ ຕ້ອງອີງຕາມບົນພື້ນຖານ ລາຄາ ຂອງຄວາມສ່ຽງຕ່າງໆ.
  • ຫຼັກການລະມັດລະວັງອົງການປະກັນໄພ ແມ່ນລູກໝີ້ຂອງຜູ້ເຂົ້າຮວ່ມປະກັນໄພ ແລະ ບັນຫາປອດໄພການເງິນຂອງອົງການປະກັນໄພເວລາໄດ້ກໍ່ຖືກຈັດວາງຢູ່ໃນອັດດັບຕົ້ນ.
  • ຫຼັກການເອົາຈຳນວນຫຼາຍທົດແທນຈຳນວນນ້ອຍ.

4.2.ປະກັນທຸລະກິດ.

4.2.1.ນິຍາມປະກັນທຸລະກິດ.

ແມ່ນແບບວິທີເຄື່ອນໄຫວທຸລະກິດຂອງບັນດາອົງການປະກັນໄພ ແນ່ໃສ່ຈຸດປະສົງຊອກຫາກຳໄລບົນພື້ນຖານລະດົມແຫຼ່ງກຳລັງຄວາມສາມາດ, ຜ່ານການປະກອບຂອງຜູູ້ເຂົ້າຮ່ວມປະກັນໄພເພື່ອສ້າງຄັງປະກັນໄພ, ແບ່ງປັນ ແລະ ນຳໃຊ້ມັນເພື່ອສົ່ງເງິນ ແລະ ທົດແທນຄວາມເສຍຫາຍໃຫ້ບັນດາເປົ້າໜາຍທີ່ໄດ້ຮັບການປະກັນໄພເມື່ອເຫດການປະກັນໄພເກີດຂື້ນ.

4.2.2.ບັນດາຮູບການປະກັນທຸລະກິດ.
ມີ 2 ຮູບການປະກັນຄື:
  • ປະກັນຄວາມເສຍຫາຍ.
  • ປະກັນຊີວິດ.
ປະກັນຄວາມເສຍຫາຍລວມມີ:
  • ປະກັນຊັບສົມບັດ.
  • ປະກັບຄວາມຮັບຜິດຊອບທາງແພງ.
ປະກັນຊິວິດລວມມີ:
  • ປະກັນໄພ ປະເພດຕ່າງໆຊຶ່ງເປົ້າໝາຍປະກັນໄພແມ່ນຊີວິດ.
  • ປະກັນໄພ ສຸຂະພາບ ແລະ ຄວາມສາມາດອອກແຮງງານຂອງຄົນ.
  • ປະກັນໄພ ຄວາມສ່ຽງອືນໆກ່ຽວກັບຄົນ.
4.2.3.ກົນໄກສ້າງ, ແບ່ງປັນ ແລະ ນຳໃຊ້ຄັງປະກັນທຸລະກິດ.
1.ກົນໄກສ້າງຕັ້ງຄັງ.

ທຶນທຸລະກິດ ຂອງວິສາຫະກິດປະກັນໄພ. ຕາມແຕ່ລະປະເພດຮູບການຂອງບັນດາວິສາຫະກິດປະກັນໄພ ທີ່ອາດລະດົມແຫຼ່ງທຶນເບື້ງຕົ້ນຕ່າງກັນ ໃນວິວັດແຫ່ງການເຄື່ອນໄຫວທຶນວິສາຫະກິດ ອາດຈະໄດ້ຮັບການເພີ່ມເຕີມຈາກການເຄື່ອນໄຫວທຸລະກິດ ແລະ ລານຮັບຂອງວິສາຫະກິດປະກັນໄພ. 

ລາຍຮັບທຸລະກິດປະກັນໄພລວມມີດັ່ງນີ້:
  • ລາຍຮັບການເກັບຄ່າປະກັນທຸລະກິດປະກັນໄພ.
  • ລາຍຮັບເກັບຈາກສັນຍາຂາຍປະກັນທີ່ດິນ.
  • ລາຍຮັບເກັບຈາກການເຄືອນໄຫວລົງທຶນ.
ວິສາຫະກິດປະກັນໄພ:

ໝາຍເຖິງ ນິຕິບຸກຄົນທີ່ດຳເນີນທຸລະກິດປະກັນໄພ ຫຼື ລະດົມການສະສົມທຶນ.

4.2.4.ການແບ່ງປັນ ແລະ ນຳໃຊ້ຄັງປະກັນໄພ.
  • ເງິນມັດຈຳ
  • ສ້າງຄັງສະສົມບັງຄັບ
  • ທົດແທນຄວາມເສຍຫາຍ ແລະ ສົງເງິນປະກັນໄພ.
  • ສ້າງຕັ້ງຄັງສຳຮອງວິຊາການ
  • ສ້າງຕັ້ງຄັງສຳຮອງວິຊາການໃນເຕັກນິກແບ່ງປັນ
  • ຄັງສຳຮອງວິຊາການໃນເຕັກນິກສະສົມຍັງຢູ່ໃນເຕັກນິກດັ່ງກ່າວ.
  • ປະຕິບັດພັນທະທີ່ມີງົບປະມານລັດ.
  • ການເຄືອນໄຫວລົງທຶນຂອງບັນດາອົງການຈັດຕັ້ງປະກັນໄພທຸລະກິດ.

4.3.ປະກັນສັງຄົມ.

1.ນິຍາມປະກັນສັງຄົມ.

ແມ່ນການພົວພັນເສດຖະກິດ ຕິດພັນກັບຂະບວນວິວັດສ້າງຕັ້ງຄັງສະສົມໂດຍມີການປະກອບສ່ວນຂອງຜູ້ນຳໃຊ້ແຮງງານ ແລະ ແຮງງານຕາມການກຳນົດຂອງກົດໜາຍ.

2.ຂອບເຂດເປົ້າໜາຍປະກັນສັງຄົມ.

ບັນດາລັດຖະກອນ, ຜູ້ທີ່ເຮັດວຽກກີນເງີນເດືອນໃນທົ່ວສັງຄົມ. ເງື່ອນໄຂເພື່ອຊົມໃຊ້ປະກັນສັງຄົມແມ່ນຕ້ອງເຂົ້າຮ່ວມການປະກອບເຂົ້າໃນຄັງປະກັນສັງຄົມ.

3.ລະບົບລະບອບປະກັນສັງຄົມ.
ປະກັນສັງຄົມມີ 9 ປະເພດ ລະບອບໄດ້ຊົມໃຊ້ (ຕາມການກຳນົດຂອງ IL0) ລວມມີ:   
  • ການເບີ່ງແຍງດ້ານສາທາລະນະສຸກ.
  • ຊ່ວຍໜູນໃນເວລາເຈັບເປັນ.
  • ຊ່ວຍໜູນໃນເວລາຕົກງານ.
  • ຊ່ວຍໜູນໃນເວລາເຖົ້າແກ່ຊະລາ. 
  • ຊ່ວຍໜູນໃນເວລາປະສົບອຸປະຕິເຫດແຮງງານ ແລະ ພະຍາດຍ້ອນອາຊີບ.
  • ຊ່ວຍໜູນຄອບຄົວ. 
  • ຊ່ວຍໜູນໃນເວລາເກີດລູກ. 
  • ຊ່ວຍໜູນໃນເວລາພິການ. 
  • ຊ່ວຍໜູນໃນເວລາບໍ່ມີຜູ້ລ້ຽງດູ.
4.ກົນໄກສ້າງຕັ້ງ ແລະ ນຳໃຊ້ຄັງປະກັນສັງຄົມ.
  • ແຫຼ່ງທຶນສ້າງຕັ້ງຄັງປະກັນສັງຄົມ.
  • ການຈ່າຍຂອງປະກັນສັງຄົມ
  • ຜູ້ທີ່ເຂົ້າຮ່ວມປະກັນແມ່ນສະມາຊິກປະກັນສັງຄົມ.
  • ພົບເຫດການທີ່ໄດ້ກຳນົດໃນລະບອບປະກັນສັງຄົມ.
  • ຕ້ອງປະກອບສວ່ນເຂົ້າປະກັນສັງຄົມເປັນປະຈຳ.
ใหม่กว่า เก่ากว่า