1. ວິສາຫະກິດແມ່ນຫຍັງ ?
ຕອບ: ແມ່ນການຈັ້ງຕັ້ງດຳເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນເຊິ່ງປະກອບດວ້ຍຊື່,ທືນ,ການບໍລິຫານຈັດການສຳນັກງານ ແລະ ໄດ້ຂື້ນທະບຽນຕາມກົດໝາຍ.
2. ທຸລະກິດແມ່ນຫຍັງ ?
ຕອບ: ແມ່ນການດຳເນີນກິດຈະການໃນຂັ້ນຕອນງານໃດໜື່ງ ຫຼື ທັງໝົດນັບແຕ່ຂອດການຜະລິດໄປຈົນເຖິງຂອດບໍລິການເພື່ອຫາຜົນກຳໄລ ແລະ ຮັບໃຊ້ຜົນປະ ໂຫຍດສວ່ນລວມຂອງສັງຄົມ.
3. ວິສາຫະກິດເອີ້ນອີກຢ່າງໜື່ງວ່າຫຍັງ ?
ຕອບ: ເອີ້ນວ່າ: ຫົວໜວ່ຍທຸລະກິດ.
4. ບັນຊີປະເພດທຸລະກິດຄວບຄຸ່ມໜາຍເຖິງຫຍັງ?
ຕອບ: ໝາຍເຖິງບັນຊີປະເພດທຸລະກິດທີ່ມີຄວາມອອ່ນໄຫວສູງ ເປັນຕົ້ນຕໍ່ຄວາມໝັ້ນຄົງຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສະພາວະເເວດລອ້ມຊິງຈໍາເປັນຕ້ອງໄດ້ຮັບການພິຈາລະນາກວດສອບຜ່ານຂະແໜງການກຽ່ວກອ່ນການຂື້ນທະບຽນວິສາຫະກິດ.
5. ວິສາຫະກິດສວ່ນບຸກຄົນແມ່ນຫຍັງ ?
ຕອບ: ແມ່ນຮູບການຂອງວິສາຫະກິດໜື່ງ ຊື່ງບຸກຄົນຜູ້ດວງເປັນເຈົ້າຂອງກຳມະສິດ ວິສາຫະກິດສວ່ນບຸກຄົນດໍາເນີນທຸລະກິດ ໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດ ແລະ ຮັບຜິດຊອບຕໍ່ໝັ້ນສິນຂອງວິສາຫະກິດທັງໝົດໂດຍບໍ່ຈໍາກັດ.
6. ວິສາຫະກິດຮຸ້ນສວ່ນສາມັນແມ່ນຫຍັງ ?
ຕອບ: ແມ່ນຮູບແບບຂອງວິສາຫະກິດຮຸ້ນສວ່ນໜື່ງ ຊື່ງສາຂາຮຸ້ນຮວ່ມກັນດໍາເນີນທຸລະກິດໂດຍອີງໃສ່ຄວາມ ເຊື່ອໃຈຊິງກັນ ແລະ ກັນເປັນຕົ້ນຕໍແລະຂາຮຸ້ນທຸກຄົນຮວ່ມກັນຮັບຜິບຊອບຕໍໜີ້ນສິນຂອງວິສາຫະກິດໂດຍບໍ່ຈຳກັດ.
7. ວິສາຫະກິດຮຸ້ນສວ່ນແມ່ນຫຍັງ ?
ຕອບ: ແມ່ນຮູບການວິສາຫະກິດໜື່ງ ຊີງສ້າງຕັ້ງຂື້ນບົນພື້ນຖານສັນຍາຂອງປະກອບທືນຕັ້ງແຕ່ສອງຄົນຂື້ນໄປເພື່ອເອົາທຶນມາດໍາເນີນທຸລະກິດຮວ່ມກັນແນ່ໃສ່ແບ່ງປັນຜົນກໍາໄລ .
8. ວິສາຫະກິດຮຸ້ນສ່ວນຈໍາກັດແມ່ນຫຍັງ ?
ຕອບ: ແມ່ນຮູບແບບວິສາຫະກິດຮຸ້ນສວ່ນໜື່ງ ຊື່ງສາຂາຮຸ້ນຈຳນວນໜື່ງຮັບຜິດຊອບຕໍ່ໜິ້ສິນວິສາຫະກິດໂດຍບໍ່ຈໍາກັດເອີ້ນວ່າ: ຂາຮຸ້ນທົ່ວໄປ ແລະ ອີກຈຳນວນໜື່ງຮັບຜິດຊອບແບບຈຳກັດເອີ້ນວ່າ: ຂາຮຸ້ນຈໍາກັດໜີ້ສິນ.
9. ບໍລິສັດແມ່ນຫຍັງ ?
ຕອບ: ແມ່ນຮູບການວິສາຫະກິດໜື່ງ ຊື່ງສ້າງຂຶ້ນດວ້ຍຮູບການແບ່ງທຶນເປັນຮຸ້ນ ແຕ່ລະຮຸ້ນມີມູນຄ່າເທົ່າກັນ. ຜູ້ຖືຮຸ້ນຮັບຊອບຕໍໜີ້ສິນຂອງບໍລິສັດບໍ່ເກິນມູນຄ່າຮຸ້ນທີ່ຄົ້ນບໍໄດ້ຖອກເທົ່ານັ້ນ.
10. ບໍລິສັດຈຳກັດແມ່ນຫຍັງ ?
ຕອບ: ແມ່ນຮູບແບບບໍລິສັດໜື່ງ ຊື່ງມີຜູ້ຖືຮຸ້ນແຕ່ສອງຄົນຂື້ນໄປ ແລະ ສູງສຸດບໍ່ເກີນ 30 ຄົນ.
11. ບໍລິສັດມະຫາຊົນແມ່າຫຍັງ ?
ຕອບ: ແມ່ນຮູບແບບບໍລິສັດໜຶ່ງ ຊື່ງມີຜູ້ຖືຮຸ້ນທີ່ເປັນຜູ້ກໍ່ຕັ້ງຢ່າງໝອ້ຍເກົ່າຄົນຂື້ນໄປ ສາມາດໂອນຮຸ້ນໄດ້ຢ່າງເສລີ ແລະ ສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນຕໍ່ໄປໄດ້.
12. ການສະເໜີຂາຍຮຸ້ນຢ່າງເປີດເຜີຍແມ່ນຫຍັງ ?
ຕອບ: ແມ່ນການສະເໜີຂາຍຮຸ້ນໃຫ້ມວນຊົນທົ່ວໄປ ໃນຕະຫຼາດຮຸ້ຍ ຫຼື ນອກຕະຫຼາດຮຸ້ນຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ.
13. ບໍລິສັດລັດແມ່ນຫຍັງ ?
ຕອບ: ແມ່ນລັດເປັນຜູ້ສ້າງຕັ້ງ ບໍລິຫານຈັດການພາຍໃຕ້ຫຼັກການຂອງຮູບແບບບໍລິສັດ ແລະ ສາມາດຂາຍຮຸ້ນສູງສຸດບໍ່ໃຫ້ເຖິງ ຫ້າສິບສວນຮ້ອຍ.
14. ບໍລິສັດປະສົມແມ່ນຫຍັງ ?
ຕອບ: ແມ່ນບໍລິສັດຊື່ງລັດຮວ່ມກັບພາກສ່ວນອື່ນພາຍໃນ ຫຼື ຕ່າງປະເທດສ້າງຕັ້ງຂື້ນໂດຍມີຮຸ້ນຝ່າຍລະຫ້າສິບສວນຮ້ອຍ.
15. ຮຸ້ນແມ່ນຫຍັງ ?
ຕອບ: ແມ່ນທຶນຂອງວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດທີ່ແບ່ງອອກເປັນສວ່ນຊື່ງມີມູນຄ່າບໍ່ເທົ່າກັນ ຫຼື ເທົ່າກັນຂື້ນກັບຮູບແບບວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
16. ຮຸ້ນສາມັນແມ່ນຫຍັງ ?
ຕອບ: ແມ່ນຮຸ້ນປະເພດໜື່ງ ຊື່ງຜູ້ເປັນເຈົ້າຂອງຮຸ້ນບໍສາມາດຖອນຮຸ້ນໄດ້.
17. ຮຸ້ນບູລິມາສິດແມ່ນຫຍັງ ?
ຕອບ: ແມ່ນຮຸ້ນປະເພດໜື່ງ ຊື່ງຜູ້ເປັນເຈົ້າຂອງຮຸ້ນສາມາດຖອນໄດ້ ມີສິດແລະໜ້າທີ່ສະເພາະແຕກຕ່າງຈາກຮຸ້ນສາມັນ.
18. ໃບຮຸ້ນແມ່ນຫຍັງ ?
ຕອບ: ແມ່ນເອກກະສານສໍາຄັນທາງກົດໝາຍເພື່ອສະແດງເຖິງສິດ ແລະ ຄວາມເປັນເຈົ້າຂອງສວນໜື່ງ ໃນວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດຂອງຂາຮຸ້ນ ຫຼື ຜູ້ຖືຮຸ້ນ.
19. ໃບຮຸ້ນກູ້ແມ່ນຫຍັງ ?
ຕອບ: ແມ່ນເອກກະສານການກູ້ຢືມຂອງບໍລິສັດ ໂດຍບໍ່ມີຊັບຄ້ຳປະກັນເຮັດໃຫ້ຜູ້ຖືຮຸ້ນກູ້ມີສິດທິດ້ານກົດໝາຍຕ່າງໆ ເພື່ອເປັນຫຼັກຄ້ຳປະກັນໃນການໄດ້ຮັບການຊໍາລະຄືນລວມທັງດອກເບ້ຍທີ່ໄດ້ຕົກລົງກັນ.
20. ເງີນປັນຜົນແມ່ນຫຍັງ ?
ຕອບ: ແມ່ນເງີນແບ່ງປັນໃຫ້ຂ້າຮຸ້ນ ຫຼື ຜູ້ຖືຮຸ້ນຊື່ງໄດ້ມາຈາກກໍາໄລສຸດທິຂອງວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດພາຍຫຼັງຫັກຕົ້ນທຶນ,ຄ່າສີ້ນເປືອງ ແລະ ໜີ້ສິນຕ່າງໆອອກແລ້ວ.
21. ອົງປະຊຸມໜາຍເຖິງຫຍັງ ?
ຕອບ: ໝາຍເຖິງຈໍານວນຕໍ່າສຸດຂອງຜູ້ເຂົ້າຮວ່ມປະຊຸມ ຊື່ງອະນຸຍາດໃຫ້ເປີດກອງປະຊຸມໃດໜື່ງໄດ້.
22. ຄວາມລັບທາງການຄ້າໝາຍເຖິງຫຍັງ ?
ຕອບ: ໝາຍເຖິ່ງຂໍ້ມູນທາງດ້ານວິທີການຜະລິດ,ທຸລະກິດ ຫຼື ບໍລິການທີ່ມີຄວາມສໍາຄັນຂອງວິສາຫະກິດໃດໜື່ງ ຊື່ງຈະສ້າງຄວາມເສຍຫາຍຕໍ່ຄວາມໝັ້ນຄົງ ແລະ ຖານະທາງການເງີນຂອງວິສາຫະກິດເພື່ອຖືກເປີດເຜີຍ.
23. ຜູ້ສຳລະສະສາງແມ່ນຫຍັງ ?
ຕອບ: ແມ່ນບຸກຄົນທີ່ໄດ້ຮັບການ ແຕ່ງຕັ້ງຈາກສານ ຢູ່ ວິສາຫະກິດ ໃຫ້ປະຕິບັດສິດ ແລະ ໜ້າທີ່ໃນການເຕົ້າໂຮມຊັບສິນຂອງວິສາຫະກິດທີຸ່ກເລີກ ຫຼື ລົ້ມລະລາຍເພື່ອຊຳລະໃຫ້ແກ່ເຈົ້າໜີ້ ແລະ ແບ່ງປັນສວນທີ່ເຫຼືອ ໃຫ້ແກ່ເຈົ້າຂອງ,ຂາຮຸ້ນ ທີ່ ຜູ້ຖືຮຸ້ນຂອງວິສາຫະກິດທີ່ກຽ່ວຂ້ອງ.
24. ວິສາຫະກິດຢູ່ ສ ປ ປ ລາວ ມີຈັກປະເພດ ? ຄືປະເພດໃດແດ່ ?
ຕອບ: ມີ 4 ປະເພດຄື:
1 ວິສາຫະກິດເອກກະຊົນ.
2 ວິສາຫະກິດຂອງລັດ
3.ວິສາຫະກິດປະສົມ
4 ວິສາຫະກິດລວມໝູ່
25. ວິສາຫະກິດຂອງລັດ ເອີ້ນອີກຢ່າງໜື່ງວ່າຫຍັງ ?
ຕອບ: ເອີ້ນວ່າ: ບໍລິສັດລັດ
26. ວິສາຫະກິດປະສົມ ເອີ້ນອີກຢ່າງໜື່ງວ່າຫຍັງ ?
ຕອບ: ເອີ້ນວ່າ: ບໍລິສັດປະສົມ
27. ຮູບການວິສາຫະກິດແມ່ນຫຍັງ ?
ຕອບ: ແມ່ນການຈັດຕັ້ງທຸລະກິດທີ່ເປັນພື້ນຖານຂອງການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຂອງທຸກປະເພດວິສາຫະກິດ.
28. ວິສາຫະກິດມີຈັກຮູບການ ?
ຕອບ: ມີ 3 ຮູບການ.
29. ວິສາຫະກິດມີຮູບການໃດແດ່ ?
ຕອບ: ມີຄື:
1.ວິສາຫະກິດສ່ວນບຸກຄົນ,
2.ວິສາຫະກິດຮຸ້ນສ່ວນ.
3.ບໍລິສັດ.
30. ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ມີຈັກຮູບແບບ ?
ຕອບ: ມີ 4 ຮູບແບບ.
31. ວິສາຫະກິດຮຸ້ນສ່ວນມີຈັກຮູບແບບ ? ຄືຮູບແບບໃດແດ່ ?
ຕອບ: ມີ 2 ຮູບແບບຄື:
1.ວິສາຫະກິດຮຸ້ນສ່ວນສາມັນ
2.ວິສາຫະກິດຮຸ້ນສ່ວນຈໍາກັດ
32. ບໍລິສັດມີຈັກຮູບແບບ ? ຄືຮູບແບບໃດແດ່ ?
ຕອບ: ມີ 2 ຮູບແບບຄື:
1.ບໍລິສັດຈໍາກັດລວມທັງບໍລິສັດຈໍາກັດຜູ້ດຽວ
2.ບໍລິສັດມະຫາຊົນ
33. ການຂື້ນທະບຽນວິສາຫະກິດແມ່ນຫຍັງ ?
ຕອບ: ແມ່ນການຮັບຮອງກຽ່ວກັບການແຈ້ງຂື້ນທະບຽນວິສາຫະກິດ ຢ່າງຖືກຕ້ອງຕາມກົດໝາຍຂອງລັດຕໍ່ບຸກຄົນ ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເຫດທີ່ສັງຕັ້ງ, ເຄື່ອນໄຫວທຸລະກິດຢູ່ ສປປ ລາວ.
34. ການຂື້ນທະບຽນວິສາຫະກິດຈະພາໃຫ້ເກີດຜົນມີຈັກຢ່າງ ?
ຕອບ: ມີ 4 ຢ່າງ.
35. ທຶນຈົດທະບຽນເອີ້ນອີກຢ່າງໜື່ງວ່າຫຍັງ ?
ຕອບ: ເອີ້ນວ່າ: ທຶນກໍານົດ. ຂອງວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ
36. ຊື່ວິສາຫະກິດທີ່ເກືອດຫ້າມມີຈັກຢ່າງ ?
ຕອບ: ມີ 4 ຢ່າງ.
37. ຊື່ວິສາຫະກິດຈະໂອນໄດ້ກໍ່ຕໍ່ເມື່ອຫຍັງ ?
ຕອບ:
1.ເປັນການໂອນຊື່ວິສາຫະກິດໄປພອ້ມກັບການໂອນວິສາຫະກິດທັງໝົດ ລວມທັງສິດ ແລະ ພັນທະ.
2.ເປັນການໂອນຊື່ວິສາຫະກິດຂອງວິສາຫະກິດທີ່ໄດ້ຍຸບເລີກທຸລະກິດທັງໝົດຢ່າງຖືກຕ້ອງ.
38. ຜູ້ປະກອບທຶນໃນບໍລິສັດເອີ້ນວ່າຫຍັງ ?
ຕອບ: ເອີ້ນວ່າ: ຜູ້ຖືຮຸ້ນ.
39. ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນປະກອບມີຈັກຢ່າງ ?
ຕອບ: ມີ 6 ຢ່າງ,
40. ເຈົ້າຂອງວິສາຫະກິດສ່ວນບຸກຄົນມີຈັກສິດໜ້າທີ່ ?
ຕອບ: ມີ 5 ສິດໜ້າທີ່.
41. ວິສາຫະກິດສ່ວນບຸກຄົນຈະຖືກຍຸບເລີກໃນກໍ່ລະນີ້ໃດ ?
ຕອບ:
1.ເຈົ້າຂອງວິສາຫະກິດສວ່ນບຸກຄົນຕັດສິນໃຈຍຸບເລີກ
2.ສານຕັດສິນໃຫ້ຍຸບເລີກ
3.ລົ້ມລະລາຍ
4.ເຈົ້າຂອງວິສາຫະກິດເສັຍຊີວິດ ຫຼື ຂາດຄວາມປະມາດທາງດ້ານການປະພຶດໂດຍບໍ່ມີຜູ້ສຶບທອດ
42. ຜູ້ປະກອບທຶນໃນວິສາຫະກິດຮຸ້ນສ່ວນເອີ້ນວ່າຫຍັງ ?
ຕອບ: ເອີ້ນວ່າ: ຂາຮຸ້ນ
43. ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນຕ້ອງມີຈັກເນື້ອໃນຕົ້ນຕໍ ?
ຕອບ: ຕ້ອງມີ 6 ເນື້ອໃນຕົ້ນຕໍ
44. ກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງມີຈັກເນື້ອໃນຕົ້ນຕໍ ?
ຕອບ: ຕອ້ງມີ 8 ເນື້ອໃນຕົ້ນຕໍ
45. ການຢືນຄຮ້ອງແຈ້ງຂື້ນທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນສາມັນຕ້ອງປະກອບເອກກະສານຕົ້ນຕໍຈັກຢ່າງ ?
ຕອບ: ຕ້ອງປະກອບເອກກະສານຕົ້ນຕໍ 4 ຢ່າງ.
46. ຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນສາມັນມີຈັກສິດໜ້າທີ່ ?
ຕອບ: ມີ 3 ສິດໜ້າທີ່
47. ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນມີຈັກສິດໜ້າທີ່ ?
ຕອບ: ມີ 6 ສິດໜ້າທີ່
48. ຂາຮຸ້ນຈະຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນກໍ່ຕໍ່ເມື່ອໃນກໍລະນີໃດ ?
ຕອບ:
1.ເປັນໜີ້ສິນທີ່ເກີດຂື້ນມາຈາກການປະຕິບັດໜ້າທີ່ຕາມກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນຂອງຜູ້ຈັດການ ຫຼື ຂາຮຸ້ນອື່ນ
2.ເປັນໜີ້ສິນທີ່ເກີດຂື້ນມາຈາກການປະຕິບັດໜ້າທີ່ ໃດໜຶ່ງເພື່ອລຸຈຸດປະສົງຂອງວິສາຫະກິດຮຸ້ນສ່ວນສາມັນ ແລະ ການກະທາດັ່ງກ່າວໄດ້ຮັບຮ້ອງເອົາຂາຮຸ້ທັງໝົດ.
49. ຜົນສະທ້ອນຂອງການຍຸບເລີກຊົ່ວຂອງວິສາຫະກິດຮຸ້ນສ່ວນສາມັນມີຈັກຢ່າງ ?
ຕອບ: ມີ 4 ຢ່າງ
50. ໃນກໍລະນີທີ່ວິສາຫະກິດຮຸ້ນສວ່ນສາມັນຖືກຍຸບເລີກ ຜູ້ສາໍລະລະສາງມີຈັກສິດໜ້າທີ່ ?
ຕອບ: ມີ 13 ສິດໜ້າທີ່
51. ການຊຳລະສະສາງໜີ້ສິນ ແລະ ການແບ່ງປັນຊັບສິນຕ້ອງປະຕິບັດຕາມບູລິມາສິດຈັກຢ່າງ ?
ຕອບ: 7 ຢ່າງ
52. ຂາຮຸ້ນຈ ຳກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນຈຳກັດມີຈັກສິດໜ້າທີ່ ?
ຕອບ: ມີ 5 ສິດໜ້າທີ່
53. ບໍລິສັດທີ່ຊື້ຮຸ້ນຂອງບໍລິສັດອື່ນໃນຈຳນວນທີ່ພຽງພໍແລະມີອາໍນາດຄວບຄຸມການບໍລິຫານຈັດການທຸລະກິດຂອງບໍລິສັດນັ້ນເອີ້ນວ່າຫຍັງ ?
ຕອບ: ເອີ້ນວ່າ: ກຸ່ມບໍລິສັດ
54. ບໍລິສັດທີ່ຖືກຄວບຄຸມການບໍລິຫານຈັດການຕາມທີ່ບົ່ງໄວ້ ໃນວັກໜື່ງເທິງນີ້ເອີ້ນວ່າຫຍັງ ?
ຕອບ: ເອີ້ນວ່າ: ບໍລິສັດໃນກຸ່ມ
55. ຮຸ້ນຂອງບໍລິສັດຈ ຳກັດມີຈັກປະເພດ ? ຄືປະເພດໃດແດ່ ?
ຕອບ: ມີ 2 ປະເພດຄື:
1.ຮຸ້ນສາມັນ
2.ຮຸ້ນບູລິມະສິດ
56. ເຈົ້າຂອງຮຸ້ນສາມັນເອີ້ນວ່າຫຍັງ ?
ຕອບ: ເອີ້ນວ່າ: ຜູ້ຖືຮຸ້ນສາມັນ
57. ຜູ້ຖືຮຸ້ນສາມັນມີຈັກສິດໜ້າທີ່ ?
ຕອບ: ມີ 12 ສິດໜ້າທີ່
58.ເຈົ້າຂອງບູລິມະສິດເອີ້ນວ່າຫຍັງ ?
ຕອບ: ເອີ້ນວ່າ: ຜູ້ຖືຮຸ້ນບູລິມະສິດ
59. ຜູ້ຖືຮຸ້ນບູລິມະສິດມີຈັກສິດໜ້າທີ່ ?
ຕອບ: ມີ 4 ສິດໜ້າທີ່
60.ໄບຮຸ້ນຂອງບໍລິສັດຈ ຳກັດມີຈັກປະເພດ ? ຄືປະ ເພດໃດແດ່ ?
ຕອບ: ມີ 2 ປະເພດຄື: ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ ແລະ ໃບຮຸ້ນບໍບົ່ງຊື່ຜູ້ຮຸ້ນ
61. ໃບຮຸ້ນຂອງບໍລິສັດມະຫາຊົນມີຈັກເນື້ອໃນຕົ້ນຕໍ ?
ຕອບ: ມີ 7 ເນື່ອໃນຕົ້ນຕໍ
62. ການສ້າງຕັ້ງບໍລິສັດລັດຕ້ອງດາໍເນີນຈັກຂັ້ນຕອນ ?
ຕອບ: ຕອ້ງດ ຳເນີນ 6 ຂັ້ນຕອນ