ບົດຮຽນ ວິຊາ ທິດສະດີເງິນຕາ ບົດທີ 3 ເງິນເຟີ້

 

 ບົດທີ 3 ເງິນເຟີ້


ຈຸດປະສົງ: ເມື່ອຜູ້ຮຽນໄດ້ສຶກສາຄົ້ນຄວ້າບົດນີ້ສໍາເລັດແລ້ວຈະໄດ້ຮູ້ກ່ຽວກັບ:

3.1.ນິຍາມຂອງເງິນເຟີ້ ແລະ ຊະນິດຂອງເງິນເຟີ້

3.2.ສາເຫດຂອງເງິນເຟີ້

3.3.ຜົນກະທົບຂອງເງິນເຟີ້

3.4.ວິທີການຄວບຄຸມໄພເງິນເຟີ້

3.1.ນິຍາມ ແລະ ຊະນິດຂອງເງິນເຟີ້.

3.1.1.ເງິນເຟີ້.

ແມ່ນລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປເພີ່ມສູງຂຶ້ນເລື້ອຍໆ ຢ່າງຕໍ່ເນື່ອງເຮັດໃຫ້ມູນຄ່າຂອງເງິນຫຼຸດລົງ. ເຊັ່ນ: ແຕ່ກ່ອນເຮົາຊື້ເສື້ອ ຜືນລະ 100.000 ກີບ ມາຮອດປະຈຸບັນນີ້ເຮົາຕ້ອງຊື້ເສື້ອ ຍີ່ຫໍ້ດັ່ງກ່າວ ຜືນລະໃນລາຄາ 150.000 ກີບ ສະແດງວ່າມູນຄ່າຂອງເງິນຫຼຸດລົງ 50 % ປີຕໍ່ໄປລາຄາສິນຄ້ານີ້ອາດຈະສູງຂຶ້ນເລື້ອຍໆ. ແຕ່ການເພີ່ມຂຶ້ນຂອງສິນຄ້າໝາຍເຖິງ ລາຄາສິນຄ້າໂດຍສະເລ່ຍໃນລະບົບເສດຖະກິດ ຖ້າລາຄາສິນຄ້າເພີ່ມຂຶ້ນພຽງແຕ່ບາງຢ່າງ ຫຼື ສອງສາມຢ່າງຈະບໍ່ຖືວ່າເປັນເງິນເຟີ້.


ພາວະເງິນເຟີ້ແມ່ນ:

  • ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ

  • ອຳນາດຊື້ຂອງເງິນຫຼຸດລົງ

ພະພາວະເງິນຝືດແມ່ນ: ສິງທີ່ຕົງກັນຂ້າມ ກັບ ເງິນເຟີ້ຄື:

  • ເຮັດໃຫ້ລາຄາຫຼຸດລົງ

  • ອຳນາດຊື້ຂອງເງິນເພີ່ມຂຶ້ນ

ສາເຫດຂອງພາວະເງິນເຟີ້ມາຈາກໃສ:

- ພາວະເງິນເຟີ້ຈາກຄວາມຕ້ອງການ

- ພາວະເງິນເຟີ້ຈາກການສະໝອງ

- ພາວະເງິນເຟີ້ຈາກຕົ້ນທຶນ

- ພາວະເງິນເຟີ້ຈາກໂຄງສ້າງ

- ພາວະເງິນເຟີ້ຈາກການສົ່ງອອກ

- ພາວະເງິນເຟີ້ຈາກການນຳເຂົ້າ

- ພາວະເງິນເຟີ້ຈາກການເງິນ

- ພາວະເງິນເຟີ້ຈາກງົບປະມານ

- ພາວະເງິນເຟີ້ຈາກສິນເຊື່ອ

ພາວະເງິນເຟີ້ ຈາກຄວາມຕ້ອງການ: ແມ່ນ ພາວະເງິນເຟີ້ ຫຼື ລາຄາສິນຄ້າສູງຂຶ້ນ ຍ້ອນມີຄວາມຕ້ອງການຫຼາຍກວ່າການສະໝອງ. ຕົວຢ່າງ: ກໍລະນີສິນຄ້າສູງຂຶ້ນຢ່າງຕໍ່ເນືອງ ຍ້ອນ ສິນຄ້າຂາດຕະຫຼາດ.


ພາວະເງິນເຟີ້ ຈາກການສະໝອງ: ແມ່ນ ສະພາວະເງິນເຟີ້ ຫຼື ລາຄາສິນຄ້າສູງຂຶ້ນ ໂດຍທີ່ມີສາຍເຫດຢູ່ ຝ່າຍສະໝອງ.


ພາວະເງິນເຟີ້ຈາກຕົ້ນທຶນ: ແມ່ນ ເກີດຂຶ້ນ ຍ້ອນ ຄ່າແຮງງານ ຫຼື ວັດຖຸດິບການຜະລິດເພີມສູງຂຶ້ນ. ລາຄາສິນຄ້າເພີ່ມສູງຂຶ້ນ ຍ້ອນວ່າ ລາຄາຊື້ຂາຍຕາມທ້ອງຕະຫຼາດເພີ່ມຂຶ້ນ. ຕົວຢ່າງ ແມ່ນການປະກົດເຫັນໂດຍທົ່ວໄປ ໃນຊີວິດປະຈໍາວັນ


ພາວະເງິນເຟີ້ຈາກໂຄງສ້າງ: ແມ່ນ ເກີດຂຶ້ນໃນກໍລະນີທີ່ອັດຕາການຂະຫຍາຍໂຕ ຂອງຂະແໝງອຸດສາຫະກຳມີຄວາມແຕກຕ່າງ, ໂດຍສິນຄ້າຂະແໝງທີ່ຜະລິດຕະພັນຕ່ຳລົງ ຫຼື ເພີ່ມຂຶ້ນ.


ພາວະເງິນເຟີ້ ຈາກການສົ່ງອອກ: ແມ່ນ ເກີດຂຶ້ນ ຍ້ອນ ມີການສົ່ງອອກຫຼາຍຂຶ້ນ. ເຊັ່ນ: ໃນກໍລະນີ ທີລາຄາສິນຄ້າໃດໝຶ່ງ ຢູ່ພາຍໃນປະເທດເພີ່ມຂຶ້ນສູງ ຍ້ອນວ່າ ມີການສົ່ງອອກມັນຫຼາຍຂຶ້ນ.


ພາວະເງິນເຟີ້ ຈາກການນຳເຂົ້າ: ແມ່ນ ເກີດຂຶ້ນ ຍ້ອນ ພາວະເງິນຢູ່ຕ່າງປະເທດສົ່ງຜົນກະທົບຕໍ່ ລາຄາສິນຄ້ານຳເຂົ້າ.


ພາວະເງິນເຟີ້ ຈາກການເງິນ: ແມ່ນ ເກີດຂຶ້ນ ຍ້ອນ ມີປະລິມານເງິນ ໝູນວຽນໃນທ້ອງຕະຫຼາດ ຫຼາຍໂພດ.


ພາວະເງິນເຟີ້ ຈາກເງິນປະມານ: ແມ່ນ ເກີດຂຶ້ນ ໃນກໍລະນີທີ່ລັດຖະບານຮັບ ພັນທະບັດ ລັດຖະບານ ທີ່ຖືກພີມອອກ ເຮັດໃຫ້ມີການສະໝອງ ປະລິມານເງິນຫຼາຍໂພດ.


ພາວະເງິນເຟີ້ ຈາກສິນເຊື່ອ: ແມ່ນ ເກີດຂຶ້ນ ຍ້ອນ ທະນາຄານ ໃຫ້ສິນເຊື່ອການປ່ອຍກູ້ຫຼາຍເກີນຄວນ.

3.1.2.ການວັດແທກເງິນເຟີ້

ແມ່ນເພື່ອວັດແທກການປ່ຽນແປງລະດັບລາຄາຂອງສິນຄ້າຈິ່ງໄດ້ມີການຄິດໄລ່ຫາລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປໂດຍການຄິດໄລ່ຫາດັດສະນີລາຄາຜູ້ບໍລິໂພກ.

3.1.2.1.ດັດສະນີລາຄາຜູ້ບໍລິໂພກ (CPI)

ໝາຍເຖິງລາຄາສິນຄ້າສະເລ່ຍໂດຍທົ່ວໄປ, ອັດຕາດອກເບ້ຍເພີ່ມຂື້ນຈະເຮັດໃຫ້ຄວາມຕ້ອງການເງິນເພີ່ມຂື້ນ ພາໃຫ້ດັດສະນີລາຄາສິນຄ້າຫຼຸດລົງ, ໃນສະພາບເສດຖະກິດທີ່ມີການຜະລິດສິນຄ້າ ແລະ ບໍລິການຢ່າງເຕັມສ່ວນສາມາດທົດແທນສິນຄ້ານໍາເຂົ້າ ແລະ ຕອບສະໜອງຄວາມຕ້ອງການພາຍໃນປະເທດໄດ້ລະດັບດັດຊະນີຄາລາຜູ້ບໍລິໂພກຈະຢູ່ໃນຂັ້ນຕໍ່າ.

3.1.3. ປະເພດເງິນເຟີ້

ຖ້າອີງໃສ່ລະດັບຂອງເງິນເຟີ້ ພວກເຮົາສາມາດແບ່ງເງິນເຟີ້ອອກເປັນ 4 ປະເພດຄື:

  • ເງິນເຟີ້ຂັ້ນຕົ້ນ

  • ເງິນເຟີ້ໃນລະດັບປົກກະຕິ

  • ເງິນເຟີ້ໃນລະດັບສູງ

  • ເງິນເຟີ້ຂັ້ນຮຸນແຮງ

3.1.3.1.ເງິນເຟີ້ຂັ້ນຕົ້ນ

ໝາຍເຖິງ ເປັນປະກົດການທີ່ລາຄາສິນຄ້າ ແລະ ການບໍລິການເພີ່ມຂຶ້ນສູງໃນໄລຍະຍາວເຊິ່ງມັນເປັນເຄືອງມືວັດແທກເງິນເຟີ້, ສາມາດຢັ້ງຢືນໄດ້ເພີ່ມຂຶ້ນຂອງລາຄາ ແລະ ບໍ່ລວມເອົາລັກສະນະຂອງລາຄາທີ່ສູງຂຶ້ນ ຈາກລະດູການສິນຄ້າ ແລະ ປະກົດການຂອງການສະໝອງເງິນຕາ ເພື່ອຊົດເຊີຍໃນໄລຍະເວລາຕ່າງໆ.

3.1.3.2.ເງິນເຟີ້ໃນລະດັບປົກກະຕິ

ແມ່ນເກີດຂຶ້ນໃນໄລຍະເວລາສິນຄ້າເພີ່ມຂຶ້ນສູງຢ່າງຕໍ່ເນື່ອງແຕ່ເພີ່ມຂຶ້ນແບບຄ່ອຍໆ ຫຼື ຫຼ້າຊ້າໃນລະດັບໝຶ່ງຕົວແລກ, ເຊິ່ງປະຈຸບັນບັນດາປະເທດທີ່ພັດທະນາ ແມ່ນກຳລັງປັບລະດັບອັດຕາເງິນເຟີ້ຂອງຕົນໃຫ້ຢູ່ໃນລະດັບປົກກະຕິ, ສ່ວນອັດຕາສ່ວນຮ້ອຍຕົວຈິງຂອງແຕ່ລະປະເທດນັ້ນ ແມ່ນຂຶ້ນກັນສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ນະໂຍບາຍເງິນຕາ ໃນແຕ່ລະໄລຍະຂອງປະເທດນັ້ນໆ.

3.1.3.3.ເງິນເຟີ້ໃນລະດັບສູງ

ແມ່ນໃນເວລາທີ່ລາຄາສິນຄ້າມີການປ່ຽນແປງຢ່າງຮຸ້ນແຮງນັ້ນ ມັນ”ເຮັດໃຫ້ອຳນາດຊື້ຂອງເງິນຫຼຸດລົງໃນແຕ່ລະໄລຍະ ແລະ ເຮັດໃຫ້ບໍ່ຍອມຮັບເງິນເຈ້ຍໃນການສຳລະສະສາງ, ປະຊາຊົນບໍ່ກ້າເກັບຮັກສາເງິນໃນທຸກໆຮູບແບບປະສົບການຕົວຈິງເຮັດໃຫ້ເຫັນວ່າ ສາເຫດສຸດທ້າຍຂອງເງິນເຟີ້ສູງ ແລະ ແກ່ຍາວ ໃນລັກສະນະນີ້ແມ່ນມີສາຍເຫດມາຈາກການເພີ່ມຂຶ້ນຂອງປະລິມານເງິນໃນຂອດຈໍລະຈອນ.


3.1.3.4.ເງິນເຟີ້ຂັ້ນຮຸນແຮງ

ແມ່ນມັນຈະເກີດຂຶ້ນ ໃນເວລາທີ່ລະດັບລາຄາສິນຄ້າເພີ່ມສູງຂຶ້ນ ເກີນລະດັບເງິນເຟີ້ຂັ້ນສູງ ເຊິ່ງມັນອາດຈະເພີ່ມສູງຂຶ້ນເຖິງຫຼາຍຕື້ສ່ວນຮ້ອຍກໍ່ເປັນໄປໄດ້.

3.2.ສາເຫດຂອງເງິນເຟີ້

ສາເຫດຂອງເງິນເຟີ້ມີ 2 ສາເຫດຄື:

  • ສາ​ເຫດ​ຂອງເງິນເຟີ້ທີ່ເກີດຈາກອຸປະສົງດຶງ

  • ​ສາ​ເຫດ​ຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານດັນ

3.2.1.​ສາ​ເຫດ​ຂອງເງິນເຟີ້ທີ່ເກີດຈາກອຸປະສົງດຶງ.

ປະ​ກອບ​ມີ​ຄື:

  • ລັດທະບານໃຊ້ນະບາຍເພີ່ມຄ່າໃຊ້ຈ່າຍ.

  • ການຊົມໃຊ້ພາກຄົວເຮືອນເພີ່ມຂຶ້ນ

  • ຄວາມຕ້ອງການລົງທຶນຂອງວິສາຫະກິດເພີ່ມຂຶ້ນ

  • ບັນດາປັດໄຈທີ່ກ່ຽວພັນເຖິງຄວາມຕ້ອງການຂອງຕ່າງປະເທດ

3.2.2.ສາ​ເຫດ​ຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານດັນ.

ປ​ະ​ກອບ​ມີຄື:

  • ລະດັບອັດຕາເງິນເດືອນເພີ່ມຂຶ້ນຫຼາຍກວ່າກຳລັງການຜະລິດ

  • ການເພີມຂຶ້ນຂອງລາຍໄດ້ຕົວຈິງຂອງການຜະລິດ ຈະພັກດັນໃຫ້ລາຄາສິນຄ້າສູງຂຶ້ນ

  • ຍ້ອນລາຄາສິນຄ້ານຳເຂົ້າ ເພີມສູງຂຶ້ນຈາກການເກີດບັນຫາເງິນເຟີ້

  • ຍ້ອນການເພີມຂຶ້ນຂອງພາສີອາກ່ອນ ແລະ ພາລະຜູກພັນຕໍ່ກັບງົບປະມານຂອງລັດ.

3.3.ຜົນກະທົບຂອງເງິນເຟີ້

ຜົນກະທົບຈາກເງິນເຟີ້ນັ້ນແບ່ງອອກເປັນ 2 ປະເພດຄື: 

  • ເງິນເຟີ້ທີຄາດຄະເນໄດ້.

  • ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະ​ເນໄດ້.

3.3.1. ເງິນເຟີ້ທີ່ສາມາດຄາດຄະເນໄດ້

ແມ່ນອັດຕາເງິນເຟີ້ທີເຮົາຄິດວ່າຈະເກີດຂຶ້ນເທົ່ານັ້ນເທົ່ານີ້ເປີເຊັນ ແລະ ຕຽມການຮັບມື, ແກ້ໄຂກັບມັນ ໂດຍມີຜູ້ຄວບຄຸມແມ່ນ ທະນາຄານກາງ ເປັນຜູ້ຄວບຄຸມໂດຍເພິ່ນຈະມີການປ່ຽນແປງໃນສ່ວນຂອງດອກເບ້ຍ ແລະ ບາງຄັ້ງອາດຈະມີການຂຶ້ນເງິນເດືອນ ເພື່ອໃຫ້ປະຊາຊົນມີກຳລັງຊື້ເທົ່າເກົ່າ.

3.3.2.ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະເນໄດ້

  • ເງິນເຟີ້ສົ່ງຜົນກະທົບຕໍ່ຄວາມສະຫງົບຂອງສະພາບເສດຖະກິດ-ສັງຄົມ

  • ສົ່ງຜົນຕໍ່ການກະຈາຍລາຍໄດ້ແຫ່ງຊາດ ແລະ ຊັບພະຍາກອ່ນໃນສັງຄົມ

  • ສົ່ງຜົນຕໍ່ອັດຕາເພີມຂື້ນ

  • ສົ່ງຜົນຕໍ່ດຸນການຊຳລະລະຫວ່າງປະເທດຊາດ

  • ສົ່ງຜົນກະທົບຕໍ່ກັບການຫວ່າງງານ

3.4.ວິທີຄວບຄຸມໄພເງິນເຟີ້

 ວິທີຄວບຄຸມໄພເງິນເຟີ້ມີ 2 ວິທີຄື:

  • ຜົນກະທົບຂອງນະໂຍບາຍຕ້ານໄພເງິນເຟີ້

  • ບັນດາວິທີການແກ້ໄຂເງິນເຟີ້

ວິທີການແກ້ໄຂເງິນເຟີ້ມີ  3  ວິທີຄື:

  • ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ.

  • ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ.

  • ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ.

ວິທີແກ້ໄຂໄພເງິນເຟີ້ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ: ແມ່ນແນ່ໃສ່ການຈຳກັດການເພີ່ມຂຶ້ນ ຂອງປະລິມານຄວາມຕ້ອງການຢ່າງເກີນຂອບເຂດ ໂດຍການນຳໃຊ້ນະໂຍບາຍຮັດກຸມ.

ວິທີແກ້ໄຂໄພເງິນເຟີ້ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ: ແມ່ນວິທີທີສຳຄັນທີ່ສຸດ ທີ່ສົ່ງຜົນຕໍ່ສາຍພົວພັນລະຫວ່າງອັດຕາການເພີ່ມຂຶ້ນຂອງເງິນເດືອນ ແລະ ລະດັບການຄຂະຫຍາຍຕົວຂອງກຳລັງຜະລິດໃນສັງຄົມ.

ວິທີແກ້ໄຂໄພເງິນເຟີ້  ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ: ແມ່ນຈະແກ້ໄຂສະຖານະການ ແລະ ມີຜົນຢ່າງທັນທີຕໍ່ກັບການສ້າງຄວາມສົງດຸນຂອງສິນຄ້າດວ້ຍການນຳເຂົ້າ, ໂດຍສະເພາະແມ່ນບັນດາສິນຄ້າທີ່ກຳລັງຂາເແຄນເຊິ່ງເປັນການຫຼຸດຄວາມກົດດັນໃຫ້ລາຄາສິນຄ້າ.

ใหม่กว่า เก่ากว่า