ປະເພດຂອງການອອມເງິນ

 ປະເພດຂອງການອອມເງິນ

ປະ​ເພດ​ຂອງ​ການ​ອອມ​ເງິນ ການ​ເກັບ​ອອມ​ເງິນ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ໃນ​ຊີວິດ​ບຸກ​ຄົນ​ນັ້ນ ແບ່ງ​ອອກໄດ້​ດັ່ງ​ນີ້:

1.ການ​ອອມ​ເພື່ອ​ຄວາມໝັ້ນຄົງ​ ຫຼື ​ເພື່ອ​ລາຍ​ຈ່າຍ​ສຸກ​ເສີນ.

ແມ່ນເປັນ​ການ​ອອມ​ເງິນ​ເພື່ອ​ໃຊ້​ຈ່າຍ​ເມື່ອ​ມີ​ເຫດການ​ບໍ່ຄາດ​ຄິດວ່າ​ຈະ​ເກີດ​ຂຶ້ນ ເຊັ່ນ: ເຈັບປ່ວຍ, ອຸບັດເຫດ, ຕົກ​ງານ, ຊ່ອມ​ແວມ​ເຮືອນ ເປັນ​ຕົ້ນ ເງິນ​ອອມ​ນີ້​ຈະ​ຊ່ວຍ​ໃຫ້​ແຕ່​ລະ​ບຸກ​ຄົນດຳ​ລົງ​ຊີວິດ​ໄດ້​ຕາມ​ປົກກະຕິ​ໂດຍ​ບໍ່​ເດືອດ​ຮ້ອນ​ເມື່ອ​ມີ​ເຫດການ​ນັ້ນ​ເກີດ​ຂຶ້ນ.

2.ການ​ອອມ​ເພື່ອ​ກະສຽນ.

ແມ່ນເປັນ​ການ​ອອມ​ເພື່ອ​ເກັບ​ສະ​ສົມ​ເງິນ​ໄວ້​ເພື່ອ​ໃຊ້​ຈ່າຍ​ໃນ​ຍາມ​ກະສຽນ ຊຶ່ງ​ຜູ້​ທີ່ກະສຽນອາຍຸ​ຈະ​ມີ​ລາຍ​ໄດ້​ລຸດລົງ ເງິນ​ອອມ​ນີ້​ຈະ​ຊ່ວຍ​ໃຫ້​ຊີວິດ​ໃນ​ໄວກະສຽນ ​ດຳ​ເນີນ​ໄປ​ຢ່າງ​ມີ​ຄວາມ​ສຸກ​ບໍ່​ລຳ​ບາກ.

3.ການ​ອອມ​ເພື່ອ​ການ​ລົງ​ທຶນ.

ແມ່ນເປັນ​ການ​ສະ​ສົມ​ເງິນ​ອອມ​ເພື່ອ​ນຳ​ເງິນ​ໄປ​ລົງ​ທຶນ​ເຮັດ​ທຸລະກິດ​ ຫຼື ​ລົງ​ທຶນ​ໃນ​ຫຼັກ​ຊັບເຊັ່ນ: ລົງ​ທຶນໃນຮຸ້ນ​, ລົງທຶນໃນຮຸ້ນກູ້,  ການ​ຊື້​ສິນ​ຊັບ​ເພື່ອ​ຂາຍ​ຕໍ່ ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ໃຫ້​ມີ​ຜົນ​ຕອບ​ແທນ​ເພີ່ມ ຫຼາຍກວ່າດອກ​ເບ້ຍ​ເງິນ​ຝາກ​ທີ່​ໄດ້ຮັບ​ຈາກ​ການ​ອອມ​ເງິນ​ໄວ້​ທີ່ດທະນາ​ຄານ ເງິນ​ອອມ​ນີ້​ຈະ​ຊ່ວຍ​ເຮັດໃຫ້​ບຸກ​ຄົນ​ມີອິດສະຫລະພາບ​ໃນ​ການ​ໃຊ້​ເງິນ​ຫຼາຍຂຶ້ນ ໂດຍ​ບໍ່​ຕ້ອງ​ລໍລາຍ​ໄດ້​ຈາກ​ການ​ເຮັດ​ວຽກງານ​ຢ່າງ​ດຽວ.

1.1.ຮູບແບບຂອງການອອມ.

ເງິນ​ອອມ​ສ່ວນ​ໃຫຍ່​ມາ​ຈາກ​ການ​ຝາກ​ເງິນ​ກັບ​ທ​ະນາ​ຄານ​ທີ່ສຸດ ​ແລະ​ ຮອງ​ລົງ​ມາ ແມ່ນ ​ການ​ປະ​ກັນ​ຊີວິດ​ເນື່ອງ​ຈາກ​ຜູ້​ທີ່​ມີລາຍ​ໄດ້​ຄ່ອນ​ຂ້າງ​ສູງ​ມັກ​ຈະ​ນິຍົມ​ອອມ​ໃນ​ຮູບ​ແບບ​ນີ້ ນອກ​ຈາກ​ນີ້​ຍັງມີ​ການ​ອອມ​ໃນ​ຮູບ​ແບບ​ອື່ນ​ໆ ເຊັ່ນ: ການ​ອອມ​ສະຫະກອນ ແລະ​ ກອງ​ທຶນ​ສຳ​ຮອງ​ລ້ຽງ​ຊີບ ສາມາດ​ແບ່ງ​ຮູບ​ແບບ​ຂອງ​ເງິນ​ອອມ​ໄດ້​ດັ່ງ​ນີ້:

1.1.1.ການອອມກັບທະນາຄານ.

        1.ເງິນຝາກກະແສລາຍວັນ.

ແມ່ນເງິນທີຕ້ອງຈ່າຍຄືນທັນທີເມື່ອທວງຖາມ ແຕ່ຜູ້ຝາກເງິນປະເພດນີ້ຈະບໍ່ໄດ້ຮັບດອກເບ້ຍແຕ່ຈະ ໄດ້ຮັບຜົນປະໂຫຍດຈາກການບໍລິການດ້ານອື່ນໆ ເຊັ່ນ: ຄວາມສະດວກໃນການໃຊ້ ແຊັກ, ການຮຽກເກັບເງິນຕາມແຊັກ ແລະ ການຫັກບັນຊີເປັນຕົ້ນ.

        2.ເງິນຝາກປະຢັດ.

ແມ່ນເງິນຝາກທີ່ບໍ່ກໍານົດໄລຍະເວລາໃນ ການຝາກ ແລະ ການຖອນຄືນ ໂດຍທະນາຄານຈະຄິດໄລ່ ແລະ ຈ່າຍດອກເບ້ຍເງິນ ຝາກປີລະ 2 ຄັ້ງ ຫຼື ທຸກໆ 3 ເດືອນ.

        3.ເງິນຝາກປະຈຳ.

ໝາຍເຖິງ ເງິນຝາກທີ່ທະນາຄານກໍານົດໄລຍະ ເວລາໃນການຖອນຄືນ ແລະ ກໍານົດອັດຕາດອກເບ້ຍຈ່າຍຕາມໄລຍະທີ່ທະນາຄານ ກໍານົດ ເຊິ່ງມີຫຼາຍທາງເລືອກດັ່ງນີ້: ຝາກປະຈໍາ 3 ເດືອນ, 6 ເດືອນ, 12 ເດືອນ ແລະ 24 ເດືອນ ແລະ ອື່ນໆ.

        4.ເງິນຝາກປະຢັດເພື່ອລູກຫຼານ.

ແມ່ນ​ເງິນ​ຝາກ​ປະຢັດເພື່ອລູກຫຼານເປັນອີກບັນຊີປະເພດໜື່ງ ທີ່ຊ່ວຍສະສົມທຶນ ເພື່ອໄວ້ໃຫ້ລູກຫຼານໃນອານາຄົດ ເປັນຜະລິດຕະພັນທີ່​ເໝາ​ະສໍາລັບ​ຜູ້​ປົກຄອງທຸກ​ທ່ານ ​ທີ່​ຕ້ອງທ້ອນ​ເງິນໃຫ້ກັບຄົນທີ່ທ່ານຮັກ​ ພ້ອມເປັນການວາງແຜນອານາຄົດທີ່ດີໄວ້ໃຫ້ລູກຫຼານຂອງທ່ານອີກດ້ວຍ, ເປັນບັນຊີທີ່ສາມາ​ດຝາກ​ເງິນ​ເຂົ້າ​ບັນຊີ​ໄດ້​ຕະຫຼອດ​ເວລາບໍ່​ຈຳກັດ​ຈຳນວນ​ຄັ້ງ ​ແລະ ວົງ​ເງິນ.

1.1.2.ການປະກັນຊີວິດ. 

ການປະກັນຊີວິດ, ເຊິ່ງ ໝາຍ ເຖິງການຮັບປະກັນຊີວິດ, ແມ່ນສັນຍາລະຫວ່າງຜູ້ປະກັນໄພ (ຝ່າຍທີ່ຂາຍປະກັນໄພ)  ແລະ ຜູ້ປະກັນໄພ (ບຸກຄົນທີ່ໄດ້ຮັບການປະກັນໄພ) ທີ່ຜູ້ປະກັນຕົນມີພັນທະຕ້ອງຈ່າຍຄ່າປະກັນໄພເປັນການຕອບແທນ ສຳລັບການຊົດເຊີຍໂດຍຜູ້ປະກັນໄພ ການສູນເສຍສະເພາະ, ການເຈັບເປັນ (ຢູ່ປາຍທາງ ຫຼື ສຳຄັນ) ຫຼື ການເສຍຊີວິດຂອງຜູ້ປະກັນຕົນ. ຂໍ້ກຳນົດໃນສັນຍາຈະຮຽກຮ້ອງໃຫ້ຜູ້ປະກັນໄພຈ່າຍຄ່າ ທຳນຽມ ຊຳລະເປັນງວດເປັນແຕ່ລະໄລຍະ ຫຼື ເປັນຈຳນວນເງິນກ້ອນ.

1.2.ຫຼັກເກນທີຄວນພິຈາລະນາໃນການອອມ.

ບຸກ​ຄົນ​ຕ່າງໆ ແລະ ​ຄອບຄົວ​ໄດ້​ຕັດ​ສິນ​ໃຈ ​ແລະ​ ວາງ​ແຜນ​ເພື່ອການ​ເກັບ​ອອມ​ແລ້ວ ຄວນ​ຄຳ​ນຶງ​ເຖິງ​ຫຼັກ​ເກນຄື:

1.ຄວາມ​ປອດ​ໄພ​ຂອງ​ເງິນ​ອອມ ຄຳ​ນຶງ​ເຖິງ​ຄວາມ​ປອດ​ໄພຂອງ​ເງິນ​ວ່າ​ຈະ​ບໍ່​ສ່ຽງ​ຕໍ່​ການ​ຂາດ​ທຶນ ການ​ສູນ​ຫາຍ.

2.ສະພາບ​ຄ່ອງ​ຂອງ​ເງິນ​ອອມ ຄວາມ​ຕ້ອງ​ການ​ໃຊ້​ເງິນ​ມີ​ຄວາມສະ​ດວກ​ວ່ອງໄວ​ທັນ​ກັບ​ຄວາມ​ຕ້ອງ​ການ​ ຫຼື ​ບໍ່ສາມາດ​ນຳ​ມາ​ໃຊ້​ໄດ້ຕະຫຼອດ​ເວລາ​ທີ່​ຕ້ອງ​ການ.

3.ມີ​ຄວາມສະດວກ ວ່ອງໄວ ຫຼຸດ​ຄວາມ​ຊ້ຳ​ຊ້ອນ​ໃນ​ການ​ອອມ.

4.ອັດຕາ​ຜົນ​ຕອບ​ແທນ ເຊັ່ນ ຝາກ​ເງິນ​ໄລຍະຍາວ ​ຄວນ​ຕ້ອງ​ໄດ້ຮັບດອກ​ເບ້ຍ​ສູງ​ກວ່າ​ເງິນ​ຝາກ​ໄລຍະ​ສັ້ນ.

ພາ​ສີ​ທີ່​ຕ້ອງ​ຊຳ​ລະ ເຊັ່ນ ການ​ຝາກ​ປະຈຳ​ກັບ ທະນາຄານພານິດ ຈະ​ຕ້ອງ​ເສຍ​ພາ​ສີ ສ່ວນ​ການ​ຝາກ​ເງິນ​ປະ​ເພດ​ອອມ​ຊັບ ບໍ່​ຕ້ອງ​ເສຍພາ​ສີ.

1.2.1.ການຝຶກຝົນນິໃສການອອມ.

          - ໃຊ້ຈ່າຍເງິນຢ່າງປະຢັດ.

          - ຫາວິທີເພີ່ມລາຍຮັບ.

          - ນຶກເຖິງການອອມທຸກຄັ້ງທີ່ມີການໃຊ້ຈ່າຍເງິນ.

          - ວາງແຜນການອອມ ໄລຍະຍາວ ແລະ ໄລຍະສັ້ນ.

          - ປູກຝັງຄ່ານິຍົມການອອມໃຫ້ກັບສະມາຊິກໃນຄອບຄົວ.

ใหม่กว่า เก่ากว่า