ຂະໝານຕອບ ວິຊາ ປັດຊະຍາ

 


1.    ປັດຊະຍາ ແມ່ນຫຍັງ ?

ແມ່ນລະບົບ ບັນດາທັດສະນະລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກ (ທໍາມະຊາດ-ສັງຄົມ ແລະຈິນຕະນາການ) ແມ່ນໂລກະທັດຂອງຊົນຊັ້ນໜຶ່ງ ຫຼື ກໍາລັງຂອງສັງຄົມໃດໜຶ່ງ ທີ່ແນ່ນອນ.

2.    ປັດຊະຍາມາກ - ເລນິນ ແມ່ນຫຍັງ ?

ແມ່ນທິສະດີວີທະຍາສາດ ແລະ ກໍ່ແມ່ນໂລກກະທັດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານກ່ຽວກັບທຳມະຊາດສັງຄົມ ແລະ ຈີນຕະນາການ.

3.    ປັດຊະຍາມາກ - ເລນິນ ປະກອບດ້ວຍຈັກພາກ ? ຄືພາກໃດແດ່ ? ໃຫ້ອະທິບາຍແຕ່ລະພາກ

ມີ 2 ພາກຄື: ວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມປະຫວັດວິພາກ.

ວັດຖຸນິຍົມສະແດງວ່າໂລກແມ່ນສິ່ງວັດຖຸ ມະນຸດສາມາດຮັບຮູ້ໂລກ ແລະ ດັດສ້າງໂລກໄດ້. ວັດຖຸເກີດກ່ອນຈີດໃຈ. ສັດຈະວິພາກໝາຍເຖີງໂລກວັດຖຸມີການເຄື່ອນເໜັງພັດທະນາ ແລະ ປ່ຽນແປງໄປຢ່າງເປັນປະຈຳ.

ວັດຖຸນິຍົມປະຫວັດວິພາກ ໝາຍເຖີງທິດສະດີວິທະຍາສາດກ່ຽວກັບ ບັນດາກົດເກນລວມຂອງການພັດທະນາສັງຄົມ ແລະ ດັດສ້າງສັງຄົມແບບປະຕິວັດ.

4.    ລະຫວ່າງວັດຖຸ ແລະ ຈິດໃຈອັນໃດມີກ່ອນ ແລະ ອັນໃດຕັດສິນ ?

ລະຫວ່າງວັດຖຸແລະຈິດໃຈແມ່ນວັດຖຸມີກ່ອນແລະວັດຖຸມີອັນຕັດສິນຈິດໃຈຍ້ອນວ່າ ໂລກນີ້ແມ່ນວັດຖຸທີ່ຄົງຕົວຢ່າງພາວະວິໄສບໍ່ຂື້ນກັບຈິດໃຈຄົນເຮົາແມ່ນພາກສ່ວນໜຶ່ງຂອງໂລກທຳມະຊາດແລະຈິດໃຈຂອງຄົນເຮົາແມ່ນຜະລິດຕະພັນໜຶ່ງທີ່ມີການຈັດ ຈັດສູງນັ້ນແມ່ນສະໝອງຂອງຄົນເຮົາ.

5.    ຄົນເຮົາສາມາດຮັບຮູ້ໂລກໄດ້ບໍ ?

ຄົນເຮົາສາມາດຮັບຮູ້ໂລກໄດ້ ແລະ ຍັງສາມາດດັດສ້າງໂລກໄດ້ມີແຕ່ປະກົດການທີ່ບໍ່ທັນຄົ້ນຄວ້າພົບເທົ່າທີ່ບໍ່ສາມາດຮັບຮູ້ໂລກໄດ້.

6.    ປັດຊະຍາມີປະຫວັດສາດແຫ່ງການກຳເນີດ ແລະ ຂະຫຍາຍຕົວແນວໃດ ?

ໃນການດຳລົງຊິວິດຂອງຄົນເຮົາໄດ້ພົວພັນກັບໂລກພາວະວິໄສຢ່າງສະນິດແໜ້ນທີ່ສຸດ.ເພື້ອມີຊີວິດຢູ່ຂອງຄົນເຮົາຕ້ອງຕໍ່ສູ້ກັບທຳມະຊາດແລະສັງຄົມໂດຍຜ່ານຂະບວນວິວັດແຫ່ງການຜະລິດແລະການເຄື່ອນໄຫວຂອງຊີວິດສັງຄົມ ເພື່ອດັດສ້າງໂລກທຳມະຊາດ,ສັງຄົມ,ຕາມຄາມຮຽກຮ້ອງຕ້ອງການ ແຫ່ງການດຳລົງຊີວິດຂອງສັງຄົມ ຜ່ານພຶດຕິກຳຕົວຈິງຢູ່ໃນການຜະລິດ,ການເຄື່ອນໄຫວດຳລົງຊີວິດແລະການຊອກຮູ້ທຳມະຊາດສັງຄົມຂອງຄົນເຮົາເປັນເວລາດົນນານ,ຄົນເຮົາກໍສາມາດສະສົມໄດ້ຄວາມຮູ້ກ່ຽວກັບທຳມະຊາດ,ສັງຄົມນັບມື້ນັບຫຼາຍແລະອຸດົມສົມບູນຂື້ນຢ່າງບໍ່ຢຸດຢັ້ງ,ດັ່ງນັ້ນປັດຊະຍາໃນຖານະເປັນລະບົບບັນດາທັດສະນະແລະຄວາມສຳນຶກລວມທີ່ສຸດຂອງຄົນເຮົາກ່ຽວກັບໂລກຈຶ່ງຄ່ອຍໆກຳເນີດຂື້ນແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

7.    ບັນຫາພື້ນຖານປັດຊະຍາແມ່ນຫຍັງ ? ຈົ່ງອະທິບາຍ

ບັນຫາພື້ນຖານປັດຊະຍາແມ່ນ ບັນດາປະກົດການທາງດ້ານວັດຖຸ (ການຄົງຕົວ) ແລະ ບັນດາປະກົດການທີ່ຂື້ນກັບສະຕິ (ຈິດໃຈ) ຂອງຄົນເຮົາເທົ່ານັ້ນວັດຖຸ ແລະ ຈິດໃຈແມ່ນສອງມາດຕະເກນທີ່ກວ້າງຂວາງກວ່າໝູ່ທີ່ໃຊ້ເພື້ອຊີ້ບອກເຖິງສອງປະກົດການນັ້ນ.

ການແກ້ໄຂບັນຫາພື້ນຖານປັດຊະຍາຕາມທັດສະນະວັດຖຸນິຍົມ ແລະ ຈິດນິຍົມ:

-  ປັດຊະຍາວັດຖຸນິຍົມຕິດພັນກັບວິທະຍະສາດວັດຖຸແມ່ນມີກ່ອນບັນດາສິ່ງປະກົດການທີ່ເຮົາຮູ້ແລະເຫັນໄດ້ນັ້ນພຽງແຕ່ແມ່ນການສັງລວມບັນດາຄວາມຮູ້ສຶກດ້ວຍອິນຊີຂອງຄົນເຮົາເທົ່ານັ້ນ.

-  ປັດຊະຍາວັດຖຸຈິຕະນິຍົມພົວພັນກັບສາດສະໜາແລະຜະລິດຕະພັນຂອງມັນສະໝອງຍ້ອນຈິດໃຈສຳບູນນີ້ຄົງຕົວຂະຫຍາຍຕົວຈຶ່ງສ້າງໂລກທຳມະຊາດແລະສ້າງມະນຸດຂື້ນຢູ່ພື້ນໜ້າໂລກນີ້.

8.    ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຫຍັງ?

ເປົ້າໝາຍຄົ້ນຄ້ວາປັດຊະຍາແມ່ນຄົ້ນຄ້ວາເຖິງບັນດາກົດເກນລວມທີ່ສຸດການເຄື່ອນເໜັງການຂະຫຍາຍຕົວຂອງໂລກທຳມະຊາດສັງຄົມແລະຈິຕະນາການບົນພື້ນຖານການແກ້ໄຂບັນຫາພື້ນຖານປັດຊະຍາຢ່າງຖືກຕ້ອງ

9.    ຮຽນປັດຊະຍາເພືອຫຍັງ ?

ເຮັດໃຫ້ທຸກຄົນຮັບຮູ້ແຫ່ງການກຳເນີດ,ການພັດທະນາຂອງໂລກທຳມະຊາດສັງຄົມຢ່າງຖືກຕ້ອງແລະຊອກຫາສ່ອງທາງເພື່ອດຳເນີນການດັດສ້າງໂລກບົນພື້ນຖານວິທີວິທະຍາສາດ, ຄົ້ນຫາຂໍ້ຂັດແຍ້ງຂອງບັນຫາຕ່າງໆໃນຊິວິດປະຈຳວັນ ແລະ ໃຊ້ວິທີການອັນສອດຄ່ອງເພື່ອແກ້ໄຂບັນຫາຂໍ້ຂັດແຍ້ງດັ່ງກ່າວ ໃຫ້ຖືກຕ້ອງຕາມກົດເກນ, ຍົກລະດັບທິດສະດີໂດຍ ໃຫ້ຕິດພັນກັບພືດຕິກຳ ແລະ ສ້າງທັດສະນະອັນຖືກຕ້ອງໃນການດຳລົງຊີວິດ.

10.    ລະບົບປັດຊະຍາແບ່ງອອກເປັນຈັກຝ່າຍ ? ຄືຝ່າຍໃດແດ່ ? ອະທິບາຍແຕ່ລະຝ່າຍ ?

ມີ ຝ່າຍຄື: ຝ່າຍຈິດຕະນິຍົມ ແລະ ຝ່າຍວັດຖຸນິຍົມ.

1.ຝ່າຍ​ຈິດຕະນິຍົມ ມີ​ສອງ​ນັກ​ປັດ​ຊະ​ຍາ​ຄື: ນັກ​ປັດ​ຊະ​ຍາ​ຈິດຕະນິຍົມ ອັດຕະວິ​​ໄສ ​ແລະ ນັກ​ປັດ​ຊະ​ຍາຈິດຕະນິຍົມ​ພາວະ​ວິ​ໄສ.

ນັກປັດຊະຍາຈິດຕະນິຍົມ ອັດຕະວິໄສ ຢືນຢັນວ່າ: ຈິດໃຈມີກ່ອນວັດຖຸມີຕາມຫຼັງຈິໃຈພາໃຫ້ເກືດມີວັດຖຸ ເຮັດໃຫ້ວັດຖຸມີຊີວິດຈິດໃຈແມ່ນພື້ນຖານຂອງສີ່ງທີ່ມີຊິວິດທັງປວງມະນຸດບໍ່ສາມາດຮັບຮູ້ໂລກໄດ້.

ນັກປັດຊະຍາຈິດຕະນິຍົມ ພາວະວິໄສ ຊ້ຳພັດ ຢືນຢັນວ່າ: ມະນຸດບໍ່ສາມາດຮັບຮູ້ໂລກພະວະວີໄສ (ທຳມະຊາດ) ແຕ່ຮັບຮູ້ຄວາມຄິດຂອງຕົນເອງຄວາມວິຕົກກາງວົນຂອງຕົນ ຫຼື ຮັບຮູ້ຈິດໃຈໂລກ (ພະຜູ້ເປັນເຈົ້າ).

2.ຝ່າຍວັດຖຸນິຍົມຢືນຢັນວ່າ: ວັດຖຸກັບຈິດໃຈ ແມ່ນວັດຖຸມີກ່ອນຈິດໃຈມີຕາມຫຼັງ ວັດຖຸມີລັກສະນະຖາວອນ (ຄົງຕົວຢູ່ຕະຫຼອດໄປ)ບໍ່ມີຜູ້ໃດສ້າງຂື້ນມາຈັກເທື່ອບໍ່ມີອິດທີກຳລັງໃດໆເໜືອທຳມະຊາດຄົງຕົວຢູ່ໃນໂລກສ່ວນຈິດໃຈນັ້ນແມ່ນໝາກຜົນແຫ່ງການສ່ອງແສງຂອງວັດຖຸຈິດໃຈແມ່ນຜະລິດຕະພັນຂອງວັດຖຸທີ່ມີການຈັດຕັ້ງສູງໄດ້ແກ່ມັນສະໝອງຄົນເຮົາ.

11.    ເປັນຫຍັງຊົນຊັ້ນກຳມະກອນຈິ່ງຕ້ອງການທິດສະດີປະຕິວັດ ?

          ຍ້ອນວ່າຊົນຊັ້ນກຳມະກອນຕ້ອງ​ການ​ທິດ​ສະ​ດີ​ປະຕິວັດ​ຂອງ​ມະຫາຊົນ​ຊາວ​ຜູ້​ອອກ​ແຮງ​ງານ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຕົນ​ເອງ ​ໃຫ້​ລຸດພົ້ນ​ອອກ​ຈາກ​ແອກ​ກົດ​ຂີ່​ຂູດ​ຮີດ,​ແມ່ນ​ວິທະຍາສາດກ່ຽວ​ກັບ​ການ​ກໍ່​ສ່າ​ງສັງຄົມນິຍົມ ​ແລະ ກອມ​ມູຍນິດ​ນິຍົມຊື່​ງກວມ​ເອົາລະ​ບົບ ທັດສະນະ ​ເຊັ່ນ: ປັດ​ຊະ​ຍາ, ​ເສດຖະສາດ ​ແລະ ທັດສະນະ​ການ​ເມືອງ - ສັງຄົມ.

12. ຄົນເຮົາສາມາດຮັບຮູ້ໂລກໄດ້ຜ່ານທາງອິນຊີທັງ 5 ມີຄື:

1.ຫູ: ເຮົາສາມາດເອົາໄວ້ຟັງສຽງທຸກສິ່ງທີ່ເກີດຂື້ນໃນແຕ່ລະມື້.

ຕົວຢ່າງ: ຟັງສຽງຄົນຟັງສຽງເພັງ ແລະສຽງອື່ນໆ.

2.ຕາ: ເອົາໄວ້ເບິ່ງສິ່ງຕ່າງໆ.

ຕົວຢ່າງ: ເບິ່ງຄົນ,ເບິ່ງດອກໄມ້...ເຮົາຮູ້ສຶກໄດ້ວ່າເປັນຕາໜ້າເບິ່ງແລະບໍ່ເປັນຕາໜ້າເບິ່ງ

3.ດັງ: ເອົາໄວ້ດົມກິ່ນ

ຕົວຢ່າງ: ດົມນ້ຳຫອມ.ດົມດອກໄມ້ ເຮົາຮູ້ສຶກວ່າກິ່ນນັ້ນມັນເປັນກິ່ນແນວໃດ

4.ລີ້ນ: ລີ້ນເອົາໄວ້ຊີ້ມລົດຊາດ

ຕົວຢ່າງ: ເຮົາກິນສົ້ມເຮົາກໍ່ຈະຮູ້ວ່າມັນສົ້ມ.

5.ຜິວໜັງ: ເຮົາສາມາດເອົາໄວ້ສຳພັດ

13. ວິທີສັດຈະວິພາກແມ່ນຫຍັງ ?

ວິທີສັດຈະວິພາກ ແມ່ນວິທີການແກ້ໄຂບັນຫາແບບໂລຊິ ອະທິບາຍຢ່າງມີເຫດ ແລະ ຜົນ ແມ່ນວິທີການເບິ່ງໂລກໃນທ່າຂະຫຍາຍຕົວມີການເຄື່ອນເໜັງປ່ຽນແປງ ສັບສົນ ມີຂໍ້ຂັດແຍ່ງ ມີລັກສະນະປະຫວັດສາດ ແລະ ມີການພົວພັນເຊິ່ງກັນ ແລະ ກັນ.

14. ວິທີເມຕາຟີຊິກ (ວິທີອະພິທໍາ) ແມ່ນຫຍັງ ?

ແມ່ນວິທີການສັງເກດໂລກ ຢ່າງໂດດດ່ຽວ ດ້ານດຽວ ບໍ່ມີການເຄື່ອນເໜັງບໍ່ມີການປ່ຽນແປງບໍ່ມີການກໍາເນີດ ແລະ ການຂະຫຍາຍຕົວຖ້າມີການເຄື່ອນເໜັງກໍພຽງແຕ່ການຍົກຍ້າຍທີຕັ້ງແບບງ່າຍດາຍເທົ່ານັ້ນ ແລະ ຂະຫຍາຍຕົວກໍພຽງແຕ່ແມ່ນການເພີ່ມຫຼືຫຼຸດລົງທາງດ້ານປະລິມານເທົ່ານັ້ນ ເຊິ່ງບໍ່ມີການປ່ຽນແປງທາງດ້ານຄຸນະພາບເຂົາປະຕິເສດຂໍ້ຂັດແຍ່ງທີ່ຢູ່ພາຍໃນຂອງສິ່ງວັດຖຸ.

15. ວັດຖຸແມ່ນຫຍັງ ?

ແມ່ນມາດຕະເກນໜຶ່ງ ຂອງປັດຊະຍາ ທີ່ໃຊ້ເພື່ອຊີ້ບອກສິ່ງທີ່ດໍາລົງຄົງຕົວຢ່າງພາວະວິໄສ ເຊິ່ງຄົນເຮົາສາມາດຮັບຮູ້ໄດ້ ໂດຍຜ່ານການາພັດທາງອິນຊີຂອງຄົນເຮົາ ຈາກການຈົດກາຍຖ່າຍທອດ ແລະ ສ່ອງແສງຄືນ ສິ່ງເຫຼົ່ານັ້ນຄົງຕົວຢູ່ໂດຍບໍ່ຂຶ້ນກັບຈິດໃຈຂອງຄົນເຮົາ.

16. ການເຄື່ອນເໜັງແມ່ນຫຍັງ ?

ການເຄື່ອນເໜັງ ແມ່ນແບບວິທີການຄົງຕົວ ແມ່ນລັກສະນະປະຈໍາຕົວທີ່ມີມາແຕ່ເດີມຂອງວັດຖຸ ການເຄື່ອນເໜັງ ແມ່ນບັນດາການປ່ຽນແປງ ແລະ ທຸກຂະບວນວິວັດທີ່ສະແດງອອກໃນຈັກກະວານ ນັບແຕ່ການປ່ຽນແບບງ່າຍດາຍ ຈົນເຖິງການປ່ຽນແປງແບບສັບສົນ.

17. ກາລະ ແລະ ເທສະ ແມ່ນຫຍັງ ?

ກາລະ : ແມ່ນສິ່ງທີ່ຊີ້ບອກການເຄື່ອນເໜັງຂອງສິ່ງວັດຖຸ ແລະ ປາກົົດການ ເຊິ່ງໄດ້ເກີດຂຶ້ນ ໃນເວລາໃດ ວັນທີ. ເດືອນ ປີໃດ ໄວ ຫຼື ຊ້າ.

ເທສະ : ແມ່ນສິ່ງທີ່ຊີ້ບອກວ່າທຸກສິ່ງວັດຖຸ ແລະ ປາກົດການລ້ວນແຕ່ມີຂະໜາດ ແລະ ຂອບເຂດອັນແນ່ນອນຂອງມັນເຊັ່ນ: ຕໍ່າສູງສັ້ນຍາວກວ້າງແຄບ,ຢູ່ໃກ້ ຫຼ ໄກຢູ່ເບື້ອງເທິງຫຼືລຸ່ມຊ້າຍ ຫຼື ຂວາ.

18. ການຂະຫຍາຍຕົວແມ່ນຫຍັງ ?

ການຂະຫຍາຍຕົວແມ່ນຄວາມສໍານຶກເພື່ອໃຊ້ສັງລວມບັນດາການເຄື່ອນເໜັງທີ່ໄປຕາມທິດກ້າວຂຶ້ນແຕ່ຕໍ່າຫາສູງ ແຕ່ງ່າຍດາຍໄປຫາສັບສົນ ແຕ່ສິ່ງທີບໍ່ທັນສົມບູນກ້າວໄປຫາສົມບູນ ອັນໃໝ່ເກີດຂຶ້ນແທນອັນເກົ່າ ອັນກ້າວໜ້າປ່ຽນແທນອັນຫຼ້າຫຼັງ.

19. ກົດເກນແມ່ນຫຍັງ ?

ແມ່ນ ຄວາມສໍານຶກທີ່ສ່ອງແສງການພົວພັນທີ່ເປັນທາດແທ້ແນ່ນອນ ຈໍາເປັນ ແລະ ມີລັກສະນະປົກກະຕິ ລໍາໄປລໍາມາຂອງບັນດາສິ່ວັດຖຸ ແລະ ປະກົດການ ສິ່ງດັ່ງກ່າວເຫຼົ່ານັ້ນມີການປ່ຽນແປງໄດ້ຍາກ.

20. ຄຸນະພາບແມ່ນຫຍັງ ?

ແມ່ນ ຄວາມສໍາທີ່ຊີ້ບອກລັກສະນະກໍານົດພາຍໃນ ທີ່ມີມາແຕ່ເດີມຂອງສິ່ງວັດຖຸ ແລະ ປະກົດການ ແມ່ນການສັງລວມບັນດາລັກສະນະປະຈໍາຕົວເພື່ອຈໍາແນກສິ່ງວັດຖຸນີ້ກັບວັດຖຸອື່ນ ແລະ ປາກົດການນີ້ກັບປະກົດການອື່ນ.

21. ປະລິມານແມ່ນຫຍັງ ?

ແມ່ນ ຄວາມສໍານຶກທີ່ໃຊ້ເພື່ອຊີ້ບອກລັກສະນະປະຈໍາຕົວທີ່ມີມາແຕ່ເດີມຂອງສິ່ງວັດຖຸ ແລະ ປາກົດການ ປະລິມານບໍ່ໄດ້ເວົ້າແຈ້ງເຖິງຄວາມແຕກຕ່າງລະຫວ່າງສິ່ງວັດອື່ນ ພຽງແຕ່ເວົ້າເຖິງຂອບເຂດ ຂະໜາດຂອງສິ່ງວັັດຖຸ ແລະ ປະກົດການ.

22. ລັດມູນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກຫຼັກມູນຄືຫຼັກມູນໃດແດ ?

ມີ​ 2 ຫຼັກມູນຄື:

-       ຫຼັກມູນການພົວພັນທົ່ວໄປຂອງບັນດາສິ່ງວັດຖຸ ແລະ ປະກົດການ.

-       ຫຼັກມູນການຂະຫຍາຍຕົວຂອງບັນດາສິ່ງວັດຖຸ ແລະ ປະກົດການ.

23. ກົດເກນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກກົດເກນ ? ຄືກົດເກນໃດແດ່ ?

ມີ 3 ກົດເກນຄື:

-       ກົດເກນວ່າດ້ວຍຄວາມເປັນເອກະພາບ ແລະ ຕໍ່ສູ້ຂອງບັນດາດ້ານທີກົງກັນຂ້າມ.

-       ກົດເກນການຫັນປ່ຽນຈາກການປ່ຽນແປງທາງດ້ານປະລິມານກາຍເປັນການປ່ຽນແປງທາງດ້ານຄຸນະພາບ.

-       ກົດເກນການປະຕິເສດຊ້ອນປະຕິເສດ.

24. ບັນດາຄູ່ມາດຕະເກນພື້ນຖານຂອງລັດທິວັດຖຸນິຍົມສັດຈະວິພາກມີຈັກຄູ່ມາດຕະເກນ ຄືຄູ່ມາດຕະເກນໃດແດ່ ?

ມີ 6 ຄູ່ມາດຕະເກນຄື:

-       ອັນສະເພາະ ແລະ ອັນລວມ

-       ສາເຫດ ແລະ ໝາກຜົນ

-       ອັນແນ່ນອນ ແລະ ອັນບັງເອີນ

-       ເນື້ອໃນ ແລະ ຮູບການ

-       ທາດແທ້ ແລະ ປະກົດການ

-       ຄວາມອາດສາມາດ ແລະ ຄວາມເປັນຈິງ.

25. ມາດຕະເກນແມ່ນຫຍັງ ?

ແມ່ນ ຄວາມສໍານຶກລວມທີ່ສຸດ ເຊິ່ງສ່ອງແສງເຖິງບັນດາດ້ານ ບັນດາລັກສະນະປະຈໍາຕົວທີ່ມີມາແຕ່ເດີມ ບັນດາການພົວພັນພື້ນຖານແຜ່ຫຼາຍທົ່ວໄປຂອງໂລກພາວະວິໄສ.

26. ກົດເກນປະຕິເສດຊ້ອນປະຕິເສດແມ່ນຫຍັງ ?

ແມ່ນ ໜຶ່ງໃນສາມກົດເກນພື້ນຖານຂອງລັດທິວັດຖຖຸນິຍົມສັດຈະວິພາກ ໄດ້ເວົ້າເຖິງທ່າອ່ຽງການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການໃນໂລກພາວະວິໄສ ມັນແມ່ນຂີດໝາຍບາກກ້າວສໍາຄັນຝນຂະບວນວິວັດ ແລະ ການກໍານົດຂອບເຂດ ຄິດຕໍ່ລະຫວ່າງອັນເກົ່າ ແລະ ອັນໃໝ່.

27. ການປະຕິເສດແບບສັດຈະວິພາກແມ່ນການປະຕິເສດແນວໃດ ?

ແມ່ນ ການປ່ຽນແທນອັນເກົ່າດ້ວຍອັນໃໝ່ ແຕ່ບົນພື້ນຖານອັນເກົ່າ ການປະຕິເສດແບບສັດຈະວິພາກ ແມ່ນການປະຕິເສດດ້ວຍຕົວມັນເອງຂອງສິ່ງວັດຖຸ ແລະ ປະກົດການ.

28. ອັນສະເພາະແມ່ນຫຍັງ ?

ແມ່່ນ ມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກສິ່ງວັດຖຸ ແລະ ປະກົດການ ຫຼື ຂະບວນການອັນໃດອັນໜຶ່ງຢູ່ໃນໂລກພາວະວິໄສ ມັນສ່ອງແສງຈຸດພິເສດສະເພາະຂອງແຕ່ລະວັດຖຸ ປະກົດການ ແລະ ຂວນວິວັດນັ້ນ.

29. ອັນລວມແມ່ນຫຍັງ ?

ແມ່ນ ມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກບັນດາດ້ານ ບອກລັກສະນະປະຈໍາຕົວ ບັນການພົວພັນຊໍ້າໄປຊໍ້າມາຄ້າຍຄືກັນຂອງສ່ິງວັດຖຸປະກົດການ ແລະ ຂະບວນວິວັດ.

30. ສາເຫດແມ່ນຫຍັງ ?

ສາເຫດ ແມ່ນມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກການກະທົບເຊິ່ງກັນ ແລະ ກັນລະຫວ່າງບັນດາດ້ານພາຍໃນຂອງສິ່ງວັດຖຸ ແລະ ປະກົດການອັນໜຶ່ງ ຫຼື ລະຫວ່າງສິ່ງວັດຖຸ ແລະ ປະກົດການ.

31. ໝາກຜົນແມ່ນຫຍັງ ?

ໝາກຜົນ ແມ່ນມາດຕະເກນໜຶ່ງທີ່ໃຊ້ເພື່ອຊີ້ບອກບັນດ້ານການຫັນປ່ຽນຂອງສິ່ງວັດຖຸ ແລະ ປະກົດການທີຫາກໍ່ປະກົດຂຶ້ນ ຍ້ອນໜຶ່ງຫຼືຫຼາຍສາເຫດ.

32. ທາດແທ້ແມ່ນຫຍັງ ?

ແມ່ນ ການລວບລວມບັນດາດ້ານ ບັນດາການພົວພັນທີ່ມີລັກສະນະຈໍາເປັນ ທີ່ປົກກະຕິ ສໍາພັດຢູ່ເບື້ອງໃນຂອງສິ່ວັດຖຸ ແລະ ປາກົດການ ມັນກໍານົດການເຄື່ອນເໜັງ ແລະ ການຂະຫຍາຍຕົວຂອງສິ່ງວັດຖຸ ແລະ ປາກົດການ.

33. ສະຕິແມ່ນຫຍັງ ?

ແມ່ນບັນດາເຄືອນເໜັງທັງໝົດທາງດ້ານຈິດໃຈຂອງຄົນແມ່ນສິ່ງທີ່ຄົງຕົວໄດ້ມັນແມ່ນວິນຍານຂອງຄົນເຮົາ ມັນຈະອອກຈາກຮ່າງກາຍຂອງຄົນເຮົາທີ່ຕາຍໄປແລ້ວ.

34. ສະຕິເກີດມາຈາກປັດໃຈ ? ຄືປັດໃຈໃດແດ່ ?

ມີ 4 ປັດໃຈຄື:

-  ເກີດມາຈາກການອອກແຮງງານ: ຜ່ານການອອກແຮງງານຂອງຄົນເຮົາເປັນເວລາດົນນານຈຶ່ງເຮັດໃຫ້ຄົນເຮົາອຸດົມສົມບຸນຂື້ນ.

-  ເກີດມາຈາກໂລກພາວະວິໄສ: ໂລກພາວະວິໄສສ່ອງແສງເຂົ້າໃນມັນສະໝອງຂອງຄົນເຮົາພາໃຫ້ເກີດມີສະຕິ.

-  ເກີດມາຈາກກະໂຕມັນສະໝອງຂອງຄົນເຮົາ: ມັນສະໝອງຂອງຄົນເຮົາແມ່ນສູນກາງວິຊາການເຄືອນໄຫວຂອງຄົນ.

-  ເກີດມາຈາກຄຳເວົ້າ: ພາສາຄຳເວົ້າແມ່ນເປືອກຂອງສະຕິ.

35. ການພົວພັນລະຫວ່າງວັດຖຸ ກັບ ສະຕິມີ ຄືແນວໃດ ?

ວັດຖຸ ແລະ ສະຕິມີການພົວພັນກັນຢ່າງສະໜິດແໜ້ນໃນນັ້ນວັດຖຸຕັດສິນສະຕິ (ຈິດໃຈ) ແຕ່ເມື່ອສະຕິເກີດຂື້ນມັນກໍ່ມີບົດບາດກະທົບຄືນຕໍ່ວັດຖຸຢ່າງຕັ້ງໜ້າ. ບົດບາດຂອງສະຕິ (ຈິດໃຈ) ເນື້ອແທ້ແມ່ນບົດບາດຂອງຄົນຕົວຢ່າງ: ຄົນສະຕິບໍ່ດີເຮັດຫຍັງກໍ່ບໍ່ເປັນ ນັ້ນມັນສະແດງໃຫ້ເຫັນວ່າກະທົບກັບວັດຖຸໂດຍກົງດັ່ງນັ້ນ: ທາດແທ້ຂອງສະຕິແມ່ນການສ່ອງແສງຕົວຈິງພາວະວິໄສແຕ່ແມ່ນຮູບການສ່ອງແສງສູງສຸດທີ່ມີລັກສະນະສັງເຂບແລະຕື່ນຕົວ ມີແຕ່ຄົນເຮົາເທົ່ານັ້ນຈິ່ງມີສິ່ງດັ່ງກ່າວ ສັດເດຍລະສານແມ່ນບໍ່ມີ.

36. ມາດຕະເກນປັດຊະຍາແມ່ນຫຍັງ ?

ມາດຕະເກນແມ່ນບັນດາຄວາມສຳນຶກລວມທີ່ສຸດເຊິ່ງຊ່ອງແສງເຖິງບັນດາດ້ານບັນດາລັກສະນະປະຈຳຕົວທີ່ມີມາແຕ່ເດີມບັນດາການພົວພັນພື້ນຖານ ແລະແຜ່ຫຼາຍທົ່ວໄປໂລກພາວະວິໄສ.

37. ມາດຕະເກນເກີດຂື້ນແນວໃດ ?

ມາດຕະເກນເກີດຂື້ນຈາກພຶດຕິກຳຂອອງຄົນເຮົາ ເຊິ່ງໃນພຶດຕິກຳນັ້ນຄົນເຮົາຮູ້ກ່ຽວກັບໂລກແລະກະທົບໃສ່ໂລກໃນຂະບວນວິວັດແຫ່ງການສ້າງຄວາມຮັບຮູ້ກ່ຽວກັບໂລກນັ້ນແມ່ນຂະບວນແຫ່ງການສຳນຶກ ລວມ.

38. ການພົວພັນລະຫວ່າງເນື້ອໃນ ແລະ ຮູບການ ແມ່ນແນວໃດ ?

ເນື້ອໃນ ແລະ ຮູບການເປັນຮູບການເອກະພາບໜຶ່ງບໍ່ວ່າແນວໃດກໍ່ສະແດງອອກພາຍໃຕ້ຮູບການອັນໜຶ່ງທີ່ແນ່ນອນບໍ່ວ່າສິ່ງວັດຖຸໃດກໍ່ມີທັງເນື້ອໃນແລະຮູບການເນື້ອໃນໜຶ່ງອາດສະແດງດ້ວຍຫລາຍຮູບການ ຮູບການໜຶ່ງອາດສະແດງເຖິງຫຼາຍເນື້ອໃນ.

ໃນສິ່ງວັດຖຸໃດໜຶ່ງເນື້ອໃນຕັດສີ້ນຮູບການ. ຕັດສິ້ນແບບວິທີຈັດວ່າງຊັບຊ້ອນແລະແບບວິທີສະແດງອອກເຊັ່ນ: ຕໍ່ໃນເນື້ອໃນການດຳລົງຊິວິດຂອງຄົນ ຕັດສິນບັນຫາຮູບການດຳລົງຊິວິດແລະການພົວພັນສັງຄົມຂອງຄົນ ເນື້ອໃນປ່ຽນແປງມັນຮຽກຮ້ອງໃຫ້ຮູ້ການປ່ຽນແປງໄປ.

ຮູບການເວລາໃດມັນກໍກະທົບໃສ່ເນື້ອໃນຢ່າງເປັນປະຈຳ ອາດຂະຫຍາຍເນື້ອໃນບິດເບື່ອນເນື້ອໃນຫຼືອາດຈະມ້າງເພເນື້ອໃນເມືອມັນບໍ່ສ່ອດຄ່ອງກັບເນື້ອໃນ

ດັ່ງນັ້ນຖ້າຮູ້ແກ້ໄຂຂໍ້ຂັດແຍ່ງລະຫວ່າງເນື້ອໃນແລະຮູບການຢ່າງທັນເວລາກໍ່ຈະເຮັດໃຫ້ສິ່ງວັດຖຸຂະຫຍາຍຕົວຢ່າງວ່ອງໄວເວລາກົງກັນຂ້າມ.

39. ຄວາມເປັນເອກະພາບລະຫວ່າງອັນແນ່ນອນ ແລະ ອັນບັງເອີນສະແດງອອກມີຫຍັງແດ່ ?

ອັນແນ່ນອນ: ຍາມໃດກໍ່ຂີດເສັ້ນທາງເດີນໃຫ້ແກ່ຕົນເອງໂດຍຜ່ານອັນບັງເອີນແລະຍາມໃດກໍ່ແມ່ນຮູບການສະແດງອອກອັນແນ່ນອນ, ເຂດແດນລະຫວ່າງອັນແນ່ນອນແລະອັນບັງເອີນມີລັກສະນະສຳພັດຖານ (ຊົ່ວຄາວ) ເທົ່ານັ້ນ, ອັນແນ່ນອນ ແລະ ອັນບັງເອີນຈະຜັນປ່ຽນບ່ອນໃຫ້ແກ່ກັນຢູ່ໃນເງື່ອນໄຂອັນແນ່ນອນໃດໜຶ່ງ.

40. ການພົວພັນລະຫວ່າງທາດແທ້ ແລະ ປະກົດການ ແມ່ນແນວໃດ ?

ທາດແທ້ ແລະ ກົດການແມ່ນສອດຄ່ອງດ້ານທີ່ເປັນເອກະພາບກັນ ນອນຢູ່ໃນສິ່ງວັດຖຸໜຶ່ງແລະມີການພົວພັນແບບສັດຈະວິພາກນຳກັນ ທາດແທ້ສະແດງອອກໂດຍຜ່ານປະກົດການຍາມໃດກໍ່ແມ່ນການສະແດງແບບທາດແທ້.

41. ການພົວພັນລະຫວ່າງຄວາມອາດສາມາດ ແລະ ຄວາມເປັນຈິງ ແມ່ນແນວໃດ ?

ຄວາມເອກະພາບກັນລະຫວ່າງຄວາມອາດສາມາດ ແລະ ຄວາມເປັນຈິງເມື່ອສິ່ງວັດຖຸໃໝ່ (ແມ່ນຄວາມເປັນຈິງໃໝ່)ແລະກໍແມ່ນຄວາມອາດສາມາດໃໝ່ ກໍ່ຈະຫັນກາຍເປັນຄວາມຈິງໃນເງືອນໄຂທີ່ເໝາະສົມຄວາມອາດສາມາດຈະຫັນກາຍເປັນຈິງ ເງືອນໄຂທີ່ເໝາະສົມບໍ່ແມ່ນທຸກຄວາມສາມາດຈະກາຍເປັນຈິງໄດ້. ມີເງືອນໄຂທີ່ແນ່ນອນມີຫລາຍຄວາມອາດສາມາດທີບໍ່ແນ່ນອນ ບໍ່ແມ່ນມີແຕ່ຄວາມອາດສາມາດດຽວເຊັ່ນ:ການຍິ່ງເປົ້າບໍຖືກຈຸດໃດໜຶ່ງຕ້ອງຖືກຈຸດໜຶ່ງນີ້ແມ່ນຫຼາຍຄວາມອາດສາມາດ, ເວລາເງື່ອນໄຂເກີດຂື້ນໃໝ່ໃນສິ່ງວັດຖຸກໍ່ຈະປະກົດຂື້ນມີຄວາມອາດສາມາດໃໝ່ເກີດຂື້ນນອກຈາກຄວາມອາດສາມາດທີ່ເກີດຂື້ນທີ່ມີຢູ່ແລ້ວ.

42. ຈົ່ງຈຳແນກການພົວພັນສັດຈະວິພາກຂອງມາດຕະເກນ ?

ບັນດາຄູ່ມາດຕະເກນພື້ນຖານຂອງສັດຈະວິພາກຍັງມີໝ້າທີ່ຄົ້ນຄ້ວາປະກອບເພີ່ມເຕີ່ມໃຫ້ແກ່ບັນດາພື້ນຖານອີກ ສິ່ງທີ່ບັນດາສາມກົດເກນພື້ນຖານຍັງບໍ່ທັນໄດ້ເວົ້າເຖິງ ແຕ່ພວກມັນກໍ່ບໍ່ຄວນເຂົ້າໃຈວ່າບັນດາຄູ່ມາດຕະເກນນີ້ມີລັກສະນະສົມບູນຄົບຖ້ວນ ເປັນຈິງທັງໝົດຂອງພາວະວິໄສ ພວກເຮົາຍັງມີໜ້າທີ່ຄົ້ນຄ້ວາຊອກຮູ້ບັນຫາສາມມາດຕະເກນຕື່ມອີກ.

43. ການ​ເຄື່ອນ​ເໜັງ​ຂອງ​ວັດຖຸ​ມີຈັກ​ຮູບ​ແບ​ບ ?​ ຄືຮູບແບບໃດແດ່ ? ໃຫ້ອະທິບາຍແຕ່ລະຮູບແບບ

ມີ 5 ຮູບແບບຄື:

          - ການ​ເຄື່ອນ​ເໜັງ​ແບບ​ກົນ​ຈັກ:​ໄດ້​ແກ່​ການ​ປ່ຽນແປງທີ່​ຕັ້ງ​ຂອງ​ວັດຖຸ​ໃນ​ກາງຫາວ ( ​ເທສະ )

          - ການ​ເຄື່ອນ​ເໜັງ​ແບບ​ຟີ​ຊິກ​ສາດ:​ໄດ້​ແກ່​ການ​ເຄື່ອນ​ເໜັງ​ຂອງ​ຄວາມ​ຮ້ອນ, ​ໄຟຟ້າ, ການ​ເຄື່ອນ​ເໜັງ​ພາຍ​ໃນ​ປາລະ​ມາ​ນູ​ແລະ ພາຍ​ໃນ ນິວ​ເຄຼຍ.

          - ການ​ເຄື່ອນ​ເໜັງ​ແບບ​ຊິ​ວະສາ​ດ: ໄດ້​ແກ່​ການ​ເຄື່ອນ​​ໄຫວ​ຂອງ​ສິ່ງ​ທີ່​ມີ​ຊີວິດ ​ແລະ ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ຮ່າງກາຍ.

          - ການ​ເຄື່ອນ​ເໜັງ​ແບບ​​ເຄມີສາ​ດ: ໄດ້​ແກ່​ການ​ສັງ​ເຄາະ ​ແລະ ການ​ວິ​ເຄາະ​ຂອງ​ໂມ​ເລ​ກຸນ

          - ການ​ເຄື່ອນ​ເໜັງ​ແບບ​ສັງຄົມ:​ໄດ້​ແກ່​ຂະ​ບວນວິວັດ​ຂອງ​ຊິວິດ​ສັງຄົມ ​ແລະ ການ​ພັດທະນາ​ສັງຄົມ.

44. ​ວັດຖຸ ​ແລະ ສະຕິ​ມີ​ສາຍ​ພົວພັນ​ກັນ​ແນວ​ໃດ ?

          ແມ່ນ​ຄຸນລັກສະນະ​ຂອງ​ມັນສະໝອງ​ທຳ​ມະ​ດາ, ຫາກ​ແມ່ນ​ຄຸນ​ລັກສະນະ​ຂອງ​ມັນສະໝອງ​ທີ່​ກະທົບ​ໄປ​ຕໍ່​ໂລກ​ວັດຖຸ ສະຕິ​ແມ່ນ​ຄວາ​ມສາມາດ​ຂອງ​ວັດຖຸ​ທີ່​ມີ​ການຈັດ​ຕັ້ງ​ສູງ​ໃນ​ການ​ສ່ອງ​ແສງ​ຈາກ​ໂລກ​ພາວະ​ວິ​ໄສ​ໂດຍ​ສະ​ແດງ​ເປັນ​ຮູບ​ພາບ​ຈິດ​ໃຈ (ລວມຄວາມ​ຄິດ ​ແລະ ອຸດົມ​ຄະຕິ).

45. ເປັນຫຍັງຈິງວ່າແຮງງານສ້າງມະນຸດ ແລະ ເປັນຕົ້ນກຳເນີດຂອງສະຕິ ?

ຍ້ອນການອອກແຮງງານບັນພະບູລຸດຂອງພວກເຮົາໃນສະໄໝດຶກດຳບັນທີ່ຍັງເປັນຄົນປ່າຢູ່ນັ້ນໄດ້ກາຍມາເປັນຄົນທີ່ມີສະຕິສຳປະສັນຍະ. ຄົນສະຫຼາດ ການອອກແຮງງານໄດ້ຊ່ວຍໃຫ້ຄົນມີອາຫານເຄື່ອງນຸ່ງຮົ່ມ ແລະ ທີ່ຢູ່ອາໄສ. ມະນຸດບໍ່ພຽງແຕ່ສາມາດກອລກູ້ຕົນເອງອອກຈາກໄພທຳມະຊາດໄດ້ເທົ່ານັ້ນຫາກຍັງສາມາດເອົາຊະນະ ແລະ ຄອບຄຸມໄພພິບັດເຫຼົ່ານັ້ນໄດ້. ຜ່ານການອອກແຮງງານມະນຸດໄດ້ປ່ຽນແປງຕົນເອງ ແລະ ປ່ຽນແປງໃບໜ້າຂອງໂລກພວກເຮົາໄດ້ອີກ. ແຮງງານແມ່ນຊັບສົມບັດອັນຍີ່ງໃຫຍ່ຂອງມະນຸດ ແລະ ທັງເປັນເງື່ອນໄຂອັນຈຳເປັນໃຫ້ແກ່ການດຳລົງຊີວິດ ແລະ ການພັດທະນາມະນຸດອີກດ້ວຍ.

46. ສັດຈະວິພາກ ​ແມ່ນຫຍັງ ?

ແມ່ນແບບວິທີເບິ່ງໂລກຢູ່ໃນສາຍກ້ຽວພັນການເຄື່ອນເໜັງປ່ຽນແປງ ​ແລະ ພັດທະນາຕະຫຼອດໄປວິທີສັດຈະວິພາກ ຍັງແມ່ນການເບິ່ງໂລກ ​ເຊິ່ງວັດຖຸທຸກສິ່ງທຸກຢ່າງມີການພົວພັນເຊິ່ງກັນແລະກັນ.

47.ການພັດທະນາ ​ແມ່ນຫຍັງ ?

ແມ່ນຂະບວນວິວັດແຫ່ງການປ່ຽນແປງ ​ແຕ່ຕໍ່າຫາສູງ ​ແລະ ກໍແມ່ນການປ່ຽນແປງທາງດ້ານທາດແທ້.

48. ຈົ່ງອະທິບາຍເນື້ອໃນສັດຈະວິພາກ ​ແມ່ນທິດສະດີກ່ຽວກັບການພັດທະນາ ?

ແມ່ນການສຶກສາເບິ່ງໂລກຢູ່ໃນພາວະເຄື່ອນເໜັງຢ່ຽນແປງ ແລະ ພັດທະນາຕະຫຼອດໄປ, ການພັດທະນາ ແມ່ນຂະບວນວິວັດແຫ່ງການປ່ຽນແປງ ແຕ່ຕໍ່າຫາສູງ ແລະ ກໍແມ່ນການປ່ຽນແປງທາງດ້ານທາດແທ້, ທຸກສິ່ງທຸກຢ່າງໃນໂລກ ລ້ວນແຕ່ພັດທະນາດາວພະເຄາະຈຳນວນອະສົງໄຂສຸລິຍະຈັກກະວານໜ່ວຍໂລກ ແລະ ທຸກສິ່ງວັດຖຸໃນໂລກແມ່ນຜົນແຫ່ງການພັດທະນາອັນຍາວນານຂອງວັດຖຸໃນຂະບວນວິວັດທະນາການຂອງໂລກວັດຖຸໄດ້ມີມະນຸດປະກົດຕົວຂື້ນມາ ຊິ່ງຖືວ່າ ເປັນສິ່ງທີ່ມີຊີວິດສົມບູນກ່ວາໝູ່ໝົດ.

49. ເປັນຫຍັງຈິ່ງວ່າສັດຈະວິພາກ ​ແມ່ນທິດສະດີກ່ຽວກັບສາຍພົວພັນກວມລວມ ?

ແມ່ນສາຍພົວພັນກວມລວມຂອງສິ່ງວັດຖຸ ແລະ ປະກົດການ ຈິ່ງແມ່ນຈຸດພິເສດອັນສຳຄັນຂອງໂລກວັດຖຸເລນີນຊີ້ແຈງວ່າ  ຢາກຮູ້ຈັກສິ່ງວັດຖຸຕ້ອງສຶກສາຄົ້ນຄ້ວາສິ່ງນັ້ນຢ່າງຮອບດ້ານ ແລະ ສຶກສາສາຍພົວພັນທຸກຢ່າງຂອງມັນອັນນີ້ກໍແມ່ນໜ້າທີ່ສຳຄັນອີກຢ່າງໜຶ່ງຂອງສັດຈະວິພາກວັດຖຸນິຍົມ.

50. ກົດເກນແມ່ນຫຍັງ ?

ແມ່ນສາຍພົວພັນຈຳເປັນລວມຢ່າງພາວະວິໄສ ທີ່ສະແດງໃຫ້ເຫັນລັກສະນະທີ່ໝັ້ນຄົງ ແລະ ຊ້ຳໄປຊ້ຳມາ ເຊິ່ງໄດ້ກຳນົດທາດແທ້ ແລະ ທ່າອ່ຽງຂອງການພັດທະນາສິ່ງວັດຖຸ ແລະ ປະກົດການ.

51. ກົດເກນພື້ນຖານສັດຈະວິພາກ ວັດຖຸນິຍົມມີຫຍັງແດ່ ?

- ກົດເກນການເອກະພາບ ແລະ ການຕໍ່ສູ້ລະຫວ່າງບັນດາດ້ານທີ່ກົງກັນຂ້າມ.

- ກົດເກນແຫ່ງການປ່ຽນແປງດ້ານປະລິມານໄປສູ່ການປ່ຽນແປງດ້ານຄຸນນະພາບ.

- ກົດເກນແຫ່ງການປະຕິເສດຊ້ອນປະຕິເສດ.

52. ຈົ່ງບອກກົດເກນແຫ່ງເອກະພາບ ແລະ ການຕໍ່ສູ້ລະຫວ່າງສິ່ງກົງກັນຂ້າມແລ້ວຍົກຕົວຢ່າງກ່ຽວປະກົດການຟີຊິກ ຫຼື ເຄມີເພື່ອພິສູດ ?

ແມ່ນກົດເກນນີ້ໄດ້ຊີ້ບອກໃຫ້ເຫັນບໍ່ເກີດ ແລະ ທີ່ມາອັນແທ້ຈິງຂອງການເຄື່ອນໜູນ ແລະ ການພັດທະນາຂອງໂລກວັດຖຸ.

ຕົວຢ່າງ : ຂອງບັນດາດ້ານທີ່ກົງກັນຂ້າມ ທີ່ຢູ່ໃນວັດຖຸດຽວກັນໄດ້ແກ່ໂປຣຕົງ  ແລະ ເອເລັກຕຼົງ  ອັນເປັນອະນຸພາກ ດັ້ງເດີມ ທີ່ກົງກັນຂ້າມກັນຢູ່ຮ່ວມກັນໃນປະລະມາພູດຽວກັນອິນຊີມີຊີວິດມີຂະບວນວິວັດກົງກັນຂ້າມຄື: ການດູດຊືມ ແລະ ການຂັບຖ່າຍຂະບວນວິວັດທາງຈິດມີການກະຕຸ້ນ ແລະ ການຫັກຫ້າມ, ສັງຄົມມີຊົນຊັ້ນທີ່ກົງກັນຂ້າມຄື: ເຈົ້າທາດກັບຂ້າທາດ,  ສັກດິນາກັບຊາວນານາຍທືນກັບຊາວກຳມະຊີບ ການຄິດຫາເຫດ ຜົນມີສິ່ງກົງກັນຂ້າມຄື: ການອະນຸມານ ແລະ ການອຸປະມານ.

53. ຈົ່ງບອກກົດເກນແຫ່ງການຂ້າມຜ່ານຈາກການປ່ຽນແປງດ້ານປະລິມານ ໄປສູ່ການປ່ຽນແປງດ້ານຄຸນນະພາບຍົກຕົວຢ່າງກ່ຽວກັບຊີວິດສັງຄົມ ?

ແມ່ນການປ່ຽນແປງດ້ານປະລິມານ ​ແລະ ການປ່ຽນແປງດ້ານຄຸນນະພາບ ມີຈຸດພິເສດແຕກຕ່າງກັນຄື,ການປ່ຽນແປງດ້ານປະລິມານ ປະກົດຂື້ນແບບຊ້າໆ ​ແລະ ຄ່ອຍເປັນຄ່ອຍໄປ ​ແຕ່ຕໍ່ເນື່ອງສ່ວນການປ່ຽນແປງດ້ານຄຸນນະພາ ​ແມ່ນປະກົດຂື້ນແບບໄວວາຈະແຈ້ງ ​ແລະ ຂາດບັ້ນຂາດຕອນ,  ການປ່ຽນແປງດ້ານຄຸນນະພາໄດ້ປະ ກົດຂື້ນໂດຍຜ່ານບາດກ້າວກະໂດດຂັ້ນບາດກ້າວປ່ຽນແປງແບບກະໂດດຂັ້ນຈະພາໃຫ້ມີການພັດທະນາຂື້ນ,  ກົງກັນຂ້າມອາດຈະມີບາດກ້າວຖອຍຫຼັງ.

ຕົວຢ່າງ :  ສປປລາວ ປັດຈຸບັນກຳລັງສ້າງປະຖົມປັດໃຈ ເພື່ອກ້າວຂື້ນຕາມເສັ້ນທາງສັງຄົມນິຍົມເທື່ອລະກ້າວຢ່າງມີຫຼັກການປະຖົມປັດໃຈເຫຼົ່ານັ້ນໄດ້ແກ່ການເຮັດໃຫ້ບໍລິມາດການຜະລິດອຸດສາຫະກຳ,ກະສິກຳ ແລະ ປ່າໄມ້ເພີ່ມຂື້ນລະດັບການພັດທະນາເສດຖະກິດ ແລະ ວັດທະນາທຳສູງຂື້ນລາຍໄດ້ແຫ່ງຊາດສູງຂື້ນປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງຈະເລີນສີວິໄລ ແລະ ຍຸດຕິທຳ.

54. ຈົ່ງບອກກົດເກນແຫ່ງປະຕິເສດຊ້ອນປະຕິເສດ,  ຍົກຕົວຢ່າງປະກົດການຊີວະສາດ ເພື່ອພິສູດ ?

ແມ່ນການພັດທະນາດຳເນີນໄປໂດຍຜ່ານການປະຕິເສດສິ່ງເກົ່າດ້ວຍສິ່ງໃໝ່ ໃນເມື່ອສິ່ງໃໝ່ປະຕິເສດສິ່ງເກ່ົ່າສິ່ງໃໝ່ຍັງຄົງຮັກສາ ແລະ ຂະຫຍາຍດ້ານດີຂອງສິ່ງເກົ່າການພັດທະນາມີລັກສະນະກ້າວໜ້າພ້ອມກັນນັ້ນການພັດທະນາເປັນໄປຕາມຮູບກົ້ນຫອຍ ຊິ່ງຮອບວຽນຂັ້ນສູງມີການລື້ມຄືນບາງດ້ານຂອງຮອບວຽນຂັ້ນຕໍ່າ ນີ້ແມ່ນເນື້ອໃນຂອງກົດເກນແຫ່ງການປະຕິເສດຊ້ອນປະຕິເສດ.

ຕົວຢ່າງ: ນັກຮຽນພວມຮຽນຢູ່ໃນສາຍສາມັນ ຈະໄດ້ຮຽນຄວາມຮູ້ລວມໆເຊັ່ນ:  ຄະນິດສາດ, ຟີຊິກສາດ,ປະຫວັດສາດຫັດແຕ່ງ ແລະ ອື່ນໆແຕ່ເມື່ອເຂົ້າມາຮຽນໂຮງຮຽນວິຊາຊີບ ( ວິຊາສະເພາະ ) ແລ້ວຈະມີຄວາມສັບສົນຍິ່ງຂື້ນ  ບາງວິຊາບໍ່ເຄີຍໄດ້ຍີນມາກ່ອນເລີຍສະນັ້ນ  ຈິ່ງເວົ້າໄດ້ວ່າ ເລີ່ມແຕ່ງ່າຍຫາສັບສົນ.

55. ມາດຕາເກນ ປັດຊະຍາ ໝາຍເຖິງ ? ຈົງຍົກຕົວຢ່າງມາດຕາເກນໃດໜຶ່ງ ?

ໝາຍເຖິງຄວາມຄິດລວມຍອດທີ່ສະແດງເຖິງຄຸນລັກສະນະ ແລະ ສາຍພົວພັນລວມດ້ານຕ່າງໆ ແລະ ຄຸນລັກສະນະຂອງຄວາມເປັນຈິງ.

ຕົວຢ່າງ: ມາດຕາເກນອັນລວມ ແລະ ອັນສະເພາະຊ່ວຍໃຫ້ເຮົາຮັບຮູ້ຄວາມເປັນເອກະພາບຂອງໂລກຢູ່ໃນລັກສະນະຫຼາຍຮູບຫຼາຍແບບມາດຕາເກນຄູ່ນີ້ມີຄວາມສຳຄັນສຳລັບເຂົ້າໃຈການພັດທະນາປະກົດການທຸກການພັດທະນາ, ບໍ່ວ່າໃນທຳມະຊາດກໍຄືໃນສັງຄົມລ້ວນແຕ່ພົວພັນກັບການກຳເນີດຂອງອັນໃໝ່ອັນສະເພາະໃດໜຶ່ງພ້ອມກັນນັ້ນມັນກໍຂື້ນກັບກົດເກນລວມເໝືອນກັນ.

56. ທ່ານ​ໄກສອນ​ ພົມວີ​ຫານ ​ເກີດ​ເມືອ​ວັນ​ທີ່:                               

13.12.1920 ທີ່​ ບ້ານ (ນາ​ເຊ​ງ ​ເມືອງຄັນທະ​ບູລີ​ແຂວງ​ສະຫວັນ​ນະ​ເຂດ​ເມື່ອ​ທ່ານ​ໄດ້​ອາ​ຍູ 7 ປີ ທ່ານ​ໄດ້​ເຂົ້າ​​ໂຮງຮຽນ​ປະຖົມ​ພາສາ​ລາວ​ທີ່​ບ້ານ​ເໜືອ (ບ້າ​ນ​ໄຊ​ຍະ​ພູມ)​ແລະ ຕໍ່​ມາ​ໄດ້​ເຂົ້າ​ຮຽນ​ຢູ່​ໂຮງຮຽນ​ປະຖົມພາສາ​ຝຣັ່ງບ້ານ​ໃຕ້ ບ້ານ​ທ່າ​ແຮ່) ​ເມື່ອ​ທ່ານ​ໄດ້​ຮຽນ​ຈົບ​ປະ​​ຖົມ​ໃນ​ປີ 1934 ທີ່​ແຂວງ​ສະຫວັນ​ນເຂດ ​ແລ້ວ​ທ່ານ​ໄດ້​ໄປ​ຮຽນ​ຕໍ່​ຢູ່​ໂຮງຮຽນວິທະຍາ​ໄລ​ເຕັກ​ໂຕຣາທີ່​ນະຄອນຫລວງ​ຮ່າ​​ໂນ​ຍປະ​ເທດ​ຫວຽດນາມ,​ ເມື່ອ​ຮຽນ​ຈົບ​ວິທະຍາ​ໄລ​ໃນ​ປີ 1942 ທ່ານ​ໄດ້​ເ​ສັງ​ເຂົ້າ​ວິທະຍາ​ໄລ​ສາຂາ​ວິຊາ​ການ​​ແພດ,​ເມື່ອ ​ທ່ານ​ໄກສອນ​ ພົມວິຫານ​ເຂົ້າ​ສູ່​ປິ 1944 ໄດເຂົ້າ​ເປັນ​ສະມາ​ຊິກສະມາຄົມ​ຊາວ​ໜູ່ມກູ້​ຊາດ​ຫວຽດນາມ​ວັນ​ທີ່ 20 ​ມັງກອນ 1949 ປະ​ທານ ​ໄກສອນ​​ໄດ້​ປະກາດ​ສ້າງ​ຕັ້ງ​ກອງທັບ​ລາວ​ອິດ​ສະຫຼະ​ຂື້ນ​ແລະ​ໄດ້​ກາຍ​ເປັນ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວມາ​ຮອດ​ເດືອນ​ສິງຫາ ປີ 1950 ທ່ານ​ ພ້ອມ​ດ້ວຍ​ຜູ້​ແທນ 120 ຄົນ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊູ​ມ​ໃຫ່ຍ​ແນວ​ລາວ​ຕໍ່ຕ້ານ​ທົ່ວ​ປະ​ເທດ​ຢູ່​ແຂວງ ຕວຽນ​ກວາງມາ​ຮອດ​ເດືອນ ກັນຍາ ປີ 1969 ທ່ານ​ໄດ້​ຊື້​ນຳ​ການ​​ໂຈມ​ຕີ ຍາດ​ເອົາ​ບໍລິ​ເວນ​ທົ່ງ​ໄຫ​ຫີນ​ຄືນ ​ແລະ ມາຕີ​ຕ້ານ​ບັ້ນ​ເຄື່ອນ​ທັບ​ຂອງ​ສັດຕູ​ເຊິ​ງ​ເປັນ​ບັ້ນ​ເຄື່ອນ​ທັບ​ທີ່​ໃຫ່ຍກ່ວາ​ໝູ່ ຂອງ​ອາ​ເມ​ລິ​ກາ ວັນ​ທີ່ 18 ກໍລະກົດ ປີ 1977 ທ່ານ​ໄດ້​ເຂົ້າ​      ຮ່ວມ​ເຊັນ​ສັນຍາ​ມິດຕະພາບ​ລະຫວ່າງ​ລາວ​ຫວຽດນາມ ທີ່​ເປັນ​ນະຄອນຫລວງ​ວຽງ​ຈັນຈົນ​ມາ​ຮອດ​ວັນ​ທີ່ 21 ​ເດືອນ ພະຈິກ ປີ 1992 ທ່ານ​ໄດ້​ເສຍ​ຊີວິດ.

57. ປະຫວັດ​ຫຍໍ້ ທ່ານ ກາກ​ມາກ ປີ 1818- 1883.

ທ່ານ​ກາກ​ມາກ​ເກີດ​​ເມືອ​ວັນ​ທີ່ 5.5.1818 ທີ່​ລັດ​ປາ​ລຸດຊີ (ຝຣັ່ງ​ແມ່ນ​ນ້ຳໄຮ)​ໃນ​ຄອບຄົວ​ມີ​ຖານະ ວັດທະນະທຳ​ດີພາຍຫຼັງ​ສຳ​ເລັດ​ການສຶກສາ​ຊັ້ນ​ມັດທະຍົມ​ຕອນ​ປາຍທີ່​ເມື ຕີ​ຮ​ເຮີ​ແລ້ວ,ແລ້ວ​ທ່ານ ກາກ​ມາ​ກໍ່​ໄດ້​ເຂົ້າ​ຮຽນ​ຕໍ່​ວິທະຍາ​ໄລ "​ແລກ​ແລ້ງ " ​ໃນ​ຂະ​ແໜ່​ງກົດໝາຍປີ  1841 ທ່ານ ກາກ​ມາໄດ້​ປ້ອງ​ກັນ​ ວິທະຍານິຍົມ​ປະລິຍາ​ເອກ​ ​ເດືອນ ຕຸລາ ປີ 1842 ມາກ ໄດ້​ເດີນທາງ​ໄປ​ປາຣີ ​ເພື່ອ​ພີ​ມຈຳໜ່າຍ​ເອກະສານ " ​ຮາ​ດີກາ​ນ " (ວາລະສານ​ລາຍ​ປີຂອງຝຣັ່ງ -​ເຢຍລະ​ມັນ) ປີ 1844 ທ່ານ ອັງ​ແກນ​ເດີນທາງ​ໄປ​ປາ​ຣີ ​ເພື່ອ​ພົບ​ກັບ​ທ່ານ ກາກ​ມາກ​ແລະ ​ໃນ​ທີ່​ສຸດ ທ່ານ ກາກ​ມາກ​ໄດ້​ຖຶກກົດດານ​ຈາກ​ລັດຖະບານ​ເຢຍລະ​ມັນ​ໃຫ້​​ຍົກຍ້າຍ​ຈາກ​ປາຣີ​ໄປ​ຢູ່​ບຣຸກ​ໄຫວ " ​ສະຫະພັນ​ຄອມ​ມູນິດ "ພາຍຫຼັງ​ຄອມ​ມູປາຣີຖຶກປະຣາ​ໄຊ ລົງ​ໃນ​ວັນ​ທີ່ 28.5.1817 ຫຼັງ​ຈາກ​ນັ້ນ​ກອງ​ປະ​ຊູ​ມ​ໃຫ່ຍຂອງ​ສາກ​ົນທີ່1 ສະ​ໄໝ​ທີ່ 2 ​ໄດ້​ສ້າງ​ຕັ້ງ​ຂື້ນ ທ່ານ​ກາກ​ມາກ ​ໄດ້​ກັບ​ຄືນ​ໄປ​ລອນດອນ​ປະ​ເທດ​ອັງກິດ ​ແລະ ຢູ່​ທີ່​ນັ້ນ​ຈົນ​ຮອດ​ມື້​ທີ່​ທ່ານ ມໍ​ລະກຳ 17.3.1883.

58. ທ່ານ ຟະຣິຣິກ ອັງ​ແກນ ​ເກີດ​ເມືອ​ວັນ​ທີ່ 28.11.1820.

ທີ່​ ເມືອງ​ບາຣ​ແມນ ປະ​ເທດ​ເຢຍລະ​ມັນ ປີ 1837 ທ່ານ​ອາຍຸ​ໄດ້ 17 ປີ ທ່ານ ຟ ອັງ​ແກນ ​ໄດ້​ເຂົ້າ​ຮຽນ​ວິຊາ​ການ​ຄ້າ​ແຕ່​ໃນເວລາ​ຕົວ​ຈິງ​ທ່ານ​ບໍ່​ເອົາ​​ໃຈ​ໃສ່​ພໍ​ເທົ່າ​ໃດ​ເວລາ​ສ່ວນ​ຫຼາຍ​ໃຊ້​ເຂົ້າໃນ​ການ​ຄົ້ນ​ຄ້ວາ​ວິທະຍາ​ສາດ​ສັງຄົມ​ເຊັ່ນ: ວັນນະຄະດີພາສາຕ່າງປະ​ເທດປະຫວັດສາດ​ແລະ ອື່ນໆ. ທ້າຍ​ປີ 1842 ທ່ານ  ອັງ​ແກນ​ໄດ້​ເດີນທາງ​ໄປ​ເມືອງ​ແມນ​​ແຊດ​ເຕີ ປະ​ເທດອັງກິດ​ເພື່ອ​ເຝິກງານ​ກ່ຽວ​ກັບ​ວຽກງານການ​ຄ້າປີ 1847 ທ່ານ ​ຟ ອັງ​ແກນ ພ້ອມ​ກັບ​ ທ່ານ ກາກ​ມາກສ້າງ​ຕັ້ງ​ສາກົນ​ທີ່ ທີ່​ລອນດອນວັນ​ທີ່ 14.7.1889 ສາກົນ​ທີ່ II​ໄດ້​ສ້າງ​ຕັ້ງ​ທີ່​ນະຄອນ​ປາຣີ ທ່ານຟ ອັງ​ແກນ ​ໄດ້​ກາຍ​ເປັນ​ຜູ້ນຳ​ສາກົນທ່ານ ​ຟ ອັງ​ແກນ ມີ​ຜົນງານ​ອັນ​ໃຫ່ຍຫລວງ​ທາງ​ດ້ານ​ວິທະຍາສາດ ທ່ານ ​ໄດ້​ຂຽນ​ບົດ​ນິພົມ​ນ້ອຍ-​ໃຫ່ຍຫລາຍ​ບ​ົດຮ່ວມ​ກັບ ທ່ານ ກາກ​ມາກ ປີ 1877 – 1878 ທ່ານ ຟ ອັງ​ແກນ​ຂຽນ​ປື້​ມຊື່ວ່າ ຕ້ານ​ດຸ​ຍສິງ ​ເພື່ອ​ຕ້ານ​ກັບທິດ​ສະ​ດີ​ດຸ​ຍລິງ ທ່ານ ຟ ອັງ​ແກນ ຕ້ອງ​ໃຊ້​​ເວລາ​ຄົ້ນ​ຄ້ວາ​ວິທະຍາສາດ​ແລະ ຂຽນ​ເຖິງ 8 ປີ.

59. ທ່ານ ວະ​ລາ​ດີ ​ເມຍ​ອິ​ເດຍ ​ເລ​ນິນ 1870- 1924.

ທ່ານ​ເລ​ນິນ ​ເກີດ​ເມືອ​ວັນ​ທີ່ 22.4.1870 ທີ່​ເມືອງ "​ຊິມບຽກສະ​ກິ  "ປະ​ຈູ​ບັນ​ແມ່ນ​ເມືອງ" ​ອູ​ລິ​ອາ​ນົມ "​ແຄມ​ຝຣັ່ງຊ້າຍ​ຂ​ອງ​ແມ່​ນໍ້າໂວ​  ນກາຕອນລູມຂອງ​ເມືອງ " ​ກາ​ຊານ " ພໍ່​​ແມ່​ເປັນ​ປັນຍາ​ຊົນ​ທີ່​ກ້າ​ວ ໜ້າ​ປີ 1887 ​ໄດ້​ເຂົ້າ​ຮຽນ​ຢູ່​ມະຫາວິທະຍາ​ໄລ "​ກາ​ຊານ " ​ໃນ​ຂະ​ແໜ່​ງກົດໝາຍ​ແຕ່​ບໍ່​ທັນ​ຈົບ​ພັດ​ຖຶໄລ່​ອອກ​ຈາກ​ໂຮ​ງຮຽນ ປີ 1891 ​ໄດ້​ເຂົ້າ​ສອບ​ເສັງ​ວິຊາ​ ກ​ົດໝາຍຢູ່​ມະຫາວິທະຍາ​ໄລ​​ເປ​​ເຕັງ​ບວກ​ໄດ້​ຢ່າງ​ງ່າຍດາຍ​ທັງ​ໄດ້​ຮັບ​ໃບ​ປະກາດ​ກຽດຕິຍົດ​ອັນ ປີ 1892 ທ່ານ​ເລ​ນິນ​ໄດ້​ກໍ່ສ້າງ​ສະ​ໂມ​ສອນ​ມັກ​ມາກ​ຊິດ​ໜ່ວຍ​ທຳ​ອິດ​ທີ່​ເມືອງ​ຊາ​ມາລາ ຕໍ່​ມາ​ໄດ້​ເຄື່ອນ​​ໄຫວ​ປະຕິວັດ​ຢູ່​ເມືອງ​ເປ​ເຕກບວກປີ 1895 ທ່ານ​ເລ​ນິນ​ໄດ້​​ເດ​ີນທາງ​ໄປ​ຕ່າງປະ​ເທດ ໂດຍ​ໄດ້​ຮັບ​ພາລະ​ ຈາກ​ຊາວນາ​ມາ​ກຊິດ​ເປ​ເຕກບວກ​ໄປ​ຕິດ​ຕໍ່​ພົວພັນ​ກັບກ​ກຸ່ມ"ປົດ​ປ່ອຍ​ແຮງ​ງານ"​​ແລະ​ເພື່ອ​ໄປ​ສຶກສາ​ເບິ່ງ​ຂະ​ບວນກຳມະກອນ​ໃນ​ເອີ​ລົບ​ຕາ​ເວັນ​ຕົກວັນ​ທີ່ 29.1.1900 ທ່ານ​ເລ​ນິດ​ໄດ້​ພົ້ນ​ອອກ​ຈາກ​ການ​ເນ​ລະ​ເທດ​ແລ້ວ​ກັບ​ຄືນ​ໄປ​ເຕກບວກ​ເພື່ອ​ສືບ​ທອດ​ຕໍ່​ການ​ປະຕິວັດວັນ​ທີ່ 17.7.1900 ຈົນ​ຮອດ ​ເດືອນ 4 ປີ 1917​ ແມ່ນ​ໄລຍະ​ເວລາ​ທີ່ ທ່ານ ​ເລ​ນິນ​ ດໍາລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ຢູ່ ຕ່າງ​ປະ​ເທດ​ເພື່ອ​ພາລະກິດ​ປະຕິວັດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລັດ​​ເຊຍ​ແລະ ກຳມະກອນ ​​ແມ່ນ​ໄລຍະ ການ​ຕໍ່ສູ້ ​ແລະ ນຳພາ​ຂອງ​ພັກ​ສັງຄົມ​ປະຊາທິປະ​ໄຕ ກຳມະກອນ​ລັດ​ເຊຍ.

ພາຍ​ຫລັງ​ການ​ປະຕິວັດ ປະຊາ​ທິປະ​ໄຕ​ນາຍ​ທືນ​ໃນ​​ເດືອນ ກູ​ມພາ ປີ 1917 ​ໄດ້​ຮັບ​ໄຊຊະນະ ​ແລະ ການ​ສ້າງ​ລັດ​ຖະບານ​ຊົ່ວຄາວ​ຂອງ​ຊົນ​ຊັ້ນ​ນາຍ​ທືນ​ໃນ​ລັດ​ເຊຍ​ແລ້ວ ທ່ານ ​ເລ​ນິນ ກໍ່​​ໄດ້​ກັບ​ມາ​ປະ​ເທດ​ຊາດ ​ໃນ​ວັນ​ທີ່ 3.4.1917 ​ເພື່ອ​ນຳພາ​ການ​ປະຕິວັດ​ສັງຄົມ​ເດືອນ ຕຸລາ ປີ 1917 ດ້ວຍ​ຕົນ​ເອງ.

ພາຍຫລັງ​ມະຫາ​ປະຕິວັດ​ສັງຄົມ​ນິຍົມ​ເດືອນ ຕຸລາ ປີ 1917 ທ່ານ ​ເລ​ນິນ​ໄດ້​ນຳພາ​ໃນ​ການ​ສ້າງ​ຕັ້ງ​ລັດ​ພະ​ເດັດ​ກຳມະ​ຊີບ ສ້າງ​ຕັ້ງ​ລະບອບ​ພະ​ເດັດ​ກຳມະ​ຊີບ​ພາຍ​ໃຕ້​ກາ​ນນຳພາ​ຂອງ​ພັກ​ກອມ​ມູນິດ​ນຳພາ​ປະຊາຊົນ​​ໂຊ​ວຽດ ຕ້ານ​ສົງຄາມ​​ໂລ​ກຄັ້ງ​ທີ່ ​ແລະ ​ແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​ອຳນາດ​ລັດ​ແບບ​ໃໝ່.

ທ່ານ​ເລ​ນິນ​ໄດ້​ສ້າງ​ຕັ້ງ​ສາກົນ​ທີ່ II ຂື້ນ​ໃນ​ວັນ​ທີ່ 2.3.1919 ທີ​ມົດ​ສະ​ກູ​ເພື່ອ​ສືບ​ທອດ​ພາລະກິດ​ປະຕິວັດ​ຂອງ​ສາກົນ​ທີ່ I,II ຢູ່​ໃນ​​ເງື່ອນ​ໄຂ ປະຫວັດສາດ​ໃໝ່ທ່ານ​ ​ເລ​ນີນ​ ​ເປັນ​ຜູ້​ສືບ​ທອດ​ພາລະກິດ​ຂອງ ທ່ານ ກາກ​ມາກ ​ແລະ ທ່ານ​ ອັງ​ແກນ​ໃນ​ການ​ເສີມ​ຂະຫຍາຍ​ ລັດທິມາກ​ຢ່າງປະດິດ​ສ້າງ​ຂ້ືນ​ເຂົ້າ​ການ​ປະຕິວັດ​ລັດ​ເຊຍ​ແຕ່​ປີ 1810 – 1924 ທັດສະນະ​ປະດິດ​ສ້າງ​ຂອງ​ເພີ່ນ​ສະ​ແດງ​ໃຫ້​ເຫັນ​ຢູ່​ບົດ​ນິພົນ​ຄົບ​ຊູດ​ທຳ​ອິດ​ໃນ​ປື້​ມ​ເພື່ອນ​ຂອງ​ປະຊາຊົນ​ແມ່ນ​ຫຍັງ ຈະ​ຕໍ່​ສູ້ຕ້ານ​ກັບ​ນັກ​ສົງຄາມ​ປະຊາທິປະ​ໄຕ.

 

ใหม่กว่า เก่ากว่า