ມະນຸດສຳພັນ

  

ບົດທີ 1
ຄວາມເຂົ້າໃຈກ່ຽວກັບມະນຸດສຳພັນ

1.1.ຈຸດປະສົງຄາດໝາຍ

ຄາດໝາຍວ່ານັກສຶກສາແຕ່ລະຄົນຈະໄດ້ຮັບຄື ການສ້າງຄວາມຮູ້ຈັກ ແລະຄວາມລຶ້ງເຄີຍກັນຫລາຍຂື້ນທັງມີຄວາມເຂົ້າໃຈໃນຄວາມແຕກຕ່າງຂອງແຕ່ລະບຸກຄົນໃນເລື່ອງພື້ນຖານຄອບຄົວ ອຸປະນິໃສຄາດວ່ານັກສຶກສາຈະໄດ້ຮັບຮູ້ ເຖິງຄວາມຈຳເປັນພື້ນຖານໃນພາລະກິດນຳໃຊ້ມະນຸດສຳພັນ ແລະ ໃນຄຸນຜົນປະໂຫຍດ ແລະຈຸດໝາຍຂອງມະນຸດສຳພັນ

ການມີມະນຸດສຳພັນແມ່ນເປັນສິ່ງຈຳເປັນຂອງມະນຸດ ເພາະວ່າເປັນເລື່ອງທ່ີກ່ຽວພັນກັນກັບສັງຄົມມະນຸດ ຖ້ມະນຸດເຮົາມີຄວາມສຳພັນທີ່ດີຕໍ່ກັນ ຍ່ອມເຮັດໃຫ້ຢູ່ຮ່ວມກັນໄດ້ຢ່າງສະຫງົບສຸກບໍໍ່ບຽດບຽນກັນສົ່ງຜົນໃຫ້ສັງຄົມະນຸດເປັນຕາຢູ່ຂື້ນ  ແຕ່ຖ້າມະນຸດເຮົາຂາດມະນຸດສຳພັນທີ່ດີຕໍ່ກັນແລ້ວກໍ່ຈະເຮັດໃຫ້ເປັນອຸປະສັກຕໍ່ການດຳເນີນຊິວິດ  ແລະເກີດບັນຫາຕ່າງໆ  ຕາມມາຢ່າງຫລວງຫລາຍ ກ່ອນອື່ນ ເຮົາຄວນສຶກສາຄວາມຮູ້ພື້ນຖານກ່ຽວກັບມະນຸດສຳ ພັນໃຫ້ເຂົ້າໃຈໃນເນື້ອໃນຄວາມຫມາຍ,ຈຸດປະສົງ, ຜົນປະໂຫຍດ ແລະປັດໃຈອື່ນໆ ທີ່ກ່ຽວຂ້ອງໃນດ້ານຄວາມສຳ ພັນ ແລະພືດຕິກຳຄົນໃນສັງຄົມແຫ່ງການພົວພັນຂອງມະນຸດ.

1.2.ຄວາມເປັນມາຂອງມະນຸດສຳພັນ

ມະນຸດສຳພັນໄດ້ກຳເນີດເກີດຂື້ນພ້ອມກັບມະນຸດໄດ້ລິເລີ່ມສ້າງສັງຄົມ ແລະວິທີການຮຽນຮູ້ໃນການຢູ່ຮ່ວມກັນ,ເພິ່ງພາອາໃສກັນ ແລະ ການສື່ສານສຳພັນກັນ ຈາກການສັນນິວ່າ ການສຶກສາມະນຸດສຳພັນເລີ່ມເອົາຈິງເອົາຈັງ ນັ້ນ ເມື່ອມະນຸດເຮົາຮູ້ຮັກເຮັດວຽກຮ່ວມກັນ ເປັນຕົ້ນແມ່ນຜູ້ໃຊ້ແຮງງານກັບ ນາຍທືນ ຫລຶນາຍຈ້າງ ເມື່ອປະຕິວັດທາງດ້ານອຸດສາຫະກຳເກີດຂື້ນທາງເບື້ອງຢູໂຣບ ສະພາບໃນການເຮັດຂອງຄົນງານຕົກຢູ່ໃນການກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ ຄົນງານເຮັດວຽກຫລາຍຂື້ນ; ສຸຂະພາບຊຸດໂຊມອ່ອນແອ; ຍາກຈົນລົງພາຍຫລັງຕໍ່ມາເປັນເວລາດົນສົມຄວນເຕີມ ຈິີງໄດ້ມີເຈົ້າຂອງກິດຈະການຈຳນວນໜຶ່ງໄດ້ເກີດຄວາມສົນໃນດ້ານການປັບປຸງການເຮັດວຽກ ແລສະຫວັດດີການຂອງລູກຈ້າງໃຫ້ຫລາຍຂື້ນ

ລະຍະຕໍ່ມາປະມານປີ ຄ. ສ. 1900 ບຸກຄົນຕຳອິດໃຫ້ຄວາມຈົນກ່ຽວກັບສະພາບການເຮັດຂອງກຳມະກອນ ແລະໄດ້ປັບໃນການເຮັດວຽກຂອງກຳມະກອນໃຫ້ດີຂື້ນຈົນໄດ້ຮັບສັນຍານາມວ່າ  “ ບິດາແຫ່ງການຈັດການເຊິ່ງວິທະຍາສາດຄືຶ ເຟຣດເດີຣິກ ວິນສະໂລວ໌ ເທເລີຣ໌  (Fredrick Winslow Taylor) ”  ແນວຄິດຂອງເທເລີຣ໌ຖືຫລັກສຳຄັນ ໃນການດຳເນີນວຽກງານ 3 ຢ່າງຄື:

1.ພະຍາຍາມຄັດເລື້ອກເອົາບຸກຄົນດີທີສຸດເຂົ້າມາເຮັດວຽກ

2.ຝືກໃຫ້ກຳມະກອນເຮັດວຽກຢ່າງຖືກວິທີ ມີປະສິດທິພາບສູງ ແລະ ມີການເຄື່ອນໄຫວຢ່າງປະຫຍັດ

3.ຫາວິທີຈຸງໃຈ ໂດຍການໃຫ້ເງິນເດືອນ ຫລຶ ຄ່າຈ້າງສູງແກ່ຜູ້ເຮັດວຽກສູງທີສຸດ

1.3.ເນື້ອໃນຄວາມຫມາຍມະນຸດສຳພັນ

ໃນສັງຄົມມະນຸດບໍ່ວ່າໃນຍຸກໃດສະໃໝໃດເວົ້າເຖິງການດຳລົງຊິວິດແລ້ວລ້ວນແຕ່ຕ້ອງອາໃສຄວາມເຂົ້າໃຈເຊິ່ງກັນແລະກັນ ການເພີ່ງພາອາໃສ ແລະການຊ່ວຍເຫລືອເກື້ອກູນເຊິ່ງກັນແລະກັນ ດ້ວຍເຫດຜົນທີ່ວ່າມະນຸດເຮົາເປັນສັດສັງຄົມບໍ່ສາມາດຢູ່ໄດ້ໂດນດຽວຕາມລຳພັງ ຈິ່ງມີຄວາມຈຳເປັນຕ້ອງອາໃສຢູ່ຮ່ວມກັນຈາກສັງຄົມນ້ອຍໆ ເຊິ່ງມີລັກສະນະເປັນຊົນເຜົ່າຈົນເກີດມີການຕິດຕໍ່ສື່ສານແລກປ່ຽນປັດໃຈການດຳລົງຊິວິດກາຍເປັນສັງຄົມພູມີພາກ ແລະຂະຫຍາຍຕົວເປັນສັງຄົມປະເທດ ແລະສັງຄົມໂລກ.

ຄຳວ່າ  “ ມະນຸດສໍາພັນ “ ເປັນຄຳປະສົມຮາກສັບມາຈາກພາສາບາລີ - ສັນສະກຼິດສອງຄຳຄື: ມະນຸດ ແລະ ສຳພັນ  “ ມະນຸດ ” ແປວ່າຄົນຜູ້ທີ່ມີຈິດໃຈປະເສີດສູງ  ໝາຍເຖິງບຸກຄົນຜູ້ມີຈິດໃຈງາມ ແລະ ຂາວສະອາດ   ສ່ວນວ່າ  “ ສຳພັນ ” ແປວ່າຄວາມກ່ຽວຂ້ອງ ຫຼື ຢູ່ຮ່ວມກັນ ແລະ ຕິດຕໍ່ກັນເປັນປະຈໍາ

ສາດສະດາຈານເດລຄາເນກີ ( Dale Carneqie) ໄດ້ຂຽນຫນັງສືເລື່ອງ “ Howtowin friend ” ມີຄວາມຫມາຍວ່າ ວິທີຊະນະເພື່ອນ ສາດສະດາຈານເຄັດ (Keith Davis) ຂຽນໄວ້ໃນຄຳນຳຫນັງສື Human Behavior at work ຂອງລາວວ່າ “ ເນື້ອຫາວິຊາມະນຸດສຳພັນຄືບຸກຄົນເຮັດວຽກໃນສຳນັກງານອົງການຕ່າງໆ ທຸກປະເທດ ແລະ ວິທີເຮັດວຽກທີ່ເຮັດໃຫ້ບຸກຄົນເຮັດວຽກຮ່ວມກັນດ້ວຍດີ  ອີກຄວາມຫມາຍໜຶ່ງ“ Human relations moting people to develop productive, fulfilling teamwork withe conomic psycholoqicalandsocialtisctions ” ສະຫລຸບລວມແລ້ວມະນຸດສໍາພັນຄື: ສິລະປະແຫ່ງການຈຸງໃຈໃນການສ້າງຄວາມສຳພັນຢ່າງມີປະສິດທິພາບ ແລະ ປະຍຸກໃຊ້ດ້ວຍວິທີການຕ່າງໆ ຈົນເກີດຄວາມຮັກ ນັບຖື ຄວາມພໍໃຈ ແລະ ເຂົ້າໃຈອັນດີ ທັງໃນດ້ານການດຳເນີນວຽກງານ ດ້ານເສດຖະກິດ ດ້ານຈິດໃຈ  ສັງຄົມ ແລະ ການຢູ່ຮ່ວມກັນຢ່າງມີຄວາມສຸກ.

1.4.ຄວາມສໍາຄັນຂອງມະນຸດສໍາພັນ

ມະນຸດສຳພັນແມ່ນເລີ່ມຕົ້ນຂື້ນໃນຄອບຄົວ ບອນເຮັດວຽກ ແລະໃນສົງຄົມທີມະນຸດອາໃສຢູ່ ໃນການສ້າງສາຍສຳພັນ, ສ້າງສັນຕິສຸກໃຫ້ແກ່ສັງຄົມເພື່ອໃຫ້ມະນຸດດຳລົງຊີວິດປະຈຳວັນ ແລະ ດຳເນີນທຸລະກິດການງານຮ່ວມກັບຄົນອື່ນໄດ້ຢ່າງເພິ່ງພໍໃຈ, ນອກນີ້ຍັງຊ່ວຍໃຫ້ຜູ້ຮຽນຮູ້ເຂົ້າໃຈໄດ້ເຖິງຄວາມສຳຄັນ; ປະໂຫຍດຂອງມະນຸດສຳພັນ ແລະ ວິທີເຂົ້າສັງຄົມໃນລະດັບຕ່າງໆ ຕໍ່ກັບການດຳເນີນລົງຊີວິດປະຈຳວັນຢ່າງຖືກຕ້ອງຂອງສັງຄົມ  ມະນຸດສຳພັນມີຄວາມສຳຄັນຫລາຍທັງຕໍ່ຕົວບຸກຄົນ ແລະ ສຳນັກງານອົງການ ລວມທັງການຢູ່ຮ່ວມກັນໃນສັງຄົມ ຊຶ່ງສາມາດສະ ຫລູບເນື້ອໃນດັ່ງນີ້:

1.ຕໍ່ກັບການດຳເນີນຊິວິດປະຈຳວັນ ຊ່ວຍເຮັດໃຫ້ຄົນເຮົາບໍ່ໂດນດ່ຽວຕາມລຳພັງມການຊ່ອຍເຫລືອແລະ ຄຸມຄອງກັນແລະກັນ ເຮັດໃຫ້ມະນຸດຖືກຍອມຮັບກັນຫລາຍຂື້ນໃນສັງຄົມ ຕອບສະໜອງຄວາມຕ້ອງການໂດຍພືນຖານໃນການດຳລົງຊິວິດເປັນຢ່າງດີ

2.ຕໍ່ກັບການບໍລິຫານວຽກ  ຄວາມສຳເລັດ ຫລຶ ຄວາມລົ້ມຈົມທີເກີດຂື້ນນັ້ນແມ່ນຂື້ນກັບພະນັກງາໃນອົງກອນເປັນສ່ວນໃຫຍ່ ປັດໃຈສຳຄັນຄືຄົນ ເຊິ່ງເປັນຫົວໃຈສຳຄັນໃນການເຮັດວຽກ ຜູ້ບໍລິຫານຄວນໃຊ້ຫລັກການຈູງໃຈ ແລະ ຫລັກການມະນຸດສຳພັນເຂົ້າໃນການບໍລິຫານງານ ສິ່ງທີ່ເຮັດຂື້ນນັ້ນຍ່ອມເກີດຜົນດີຕໍ່ກັບອົງກອນ

3.ຕໍ່ກັບດ້ານເສດຖະກິດ ມະນຸດສາພັນມີສ່ວນໃນການສ້າງຜົນຜະລິດ ເນື່ອງຈາກວ່າການເຮັດພະນັກງານ      ເປັນຜົນມາຈາກການຈຸງໃຈ

4.ຕໍ່ກັບທາງດ້ານການເມືອງ ສຳມາຊິກພັກການເມືອງແມ່ນຕົວແທນຂອງປະຊາຊົນຍ່ອມຕ້ອງສ້າງຄວາມ ສຳພັນກັບປະຊາຊົນ ລວມທັງໃນບອນເຮັດງານຂອງສຳມາຊິກໃນກຸ່ມ ແລະ ລັດຖະບານເອງກໍ່ຕ້ອງສ້າງຄວາມເຂົ້າ ໃຈ ແລະ ສ້າງຄວາມຮູ້ສືກອັນດີໃຫ້ເກີດຂື້ນໃນໝູ່ປະຊາຊົນ ເພື່ອທີ່ຈະໄດ້ຮັບການສະໜັບສະໜູນ ແລະ ຄວາມສັດທາ ຈາກປະຊາຊົນ ລວມໄປເຖິງທັງໃນດ້ານການປົກຄອງ ທັງພະນັກງານຂອງລັດ ຫລຶ ຂ້າລາດຊະການກໍ່ຕ້ອງໃຊ້ຫລັກມະນຸດສຳພັນ ໃນການປະຕິບັດຕໍ່ປະຊາຊົນ ເພື່ອໃຫ້ເກີດຄວາມປະທັບໃຈ ແລະການຮ່ວມມື

1.5.ບົດບາດມະນຸດສຳພັນ

1.ຕໍ່ກັບການດຳລົງຊິວິດ  ມະນຸດສຳພັນແມ່ນສິ່ງທີ່ກ່ຽວຂ້ອງກັບຄົນທີ່ດຳລົງຊິວິະດຢູ່ຮ່ວມກັນ ມີການກະທຳຕໍ່ກັນ ມີການສະໜອງປະໂຫຍດເຊີ່ງກັນແລະກັນ ບໍ່ວ່າຈະເປັນຜູ້ໃຫ້ກຳເນີດ ຫລຶ ຜູ້ໃຫ້ເກີດ ຊິວິດຄົນເຮົາແຕ່ລະຄົນລອດມາໄດ້ແມ່ນອາໃສອາຫານ ແລະການລ້ຽງດູຈາກພໍ່ແມ່ ຈາກຄົນໃນຄອບຄົວສິ່ງເຫລົ່ານີ້ ເປັນມູນເຫັດເກີດມີມະນຸດສຳພັນໃນລັກສະນະເລີ່ມຈາກຄອບຄົວ ກຸ່ມຄົມນ້ອຍໆ ຈົນກາຍເປັນສັງຄົມໃຫຍ່ໆ ເປັນຕົ້ນ ບ້ານ ເມືອງປະເທດ

2.ຕໍ່ກັບທຸລະກິດ ການດຳເນີການຄ້າຂາຍຕ້ອງອາໃສມະນຸດສຳພັນໃນການຂະຫຍາຍຕົວຂອງເສດຖະ ກິດ ທຸກໆ ວຽກງານ ສາຂາອາຊິບລ້ວນແຕ່ມີການກ່ຽວຂ້ອງ ແລະສຳພັນກັບຄົນ ຈາກຄົນແປກໜ້າທີ່ບໍ່ເຄີຍຮູ້ຈັກກັນມາກອນ ແຕ່ເມື່ອມີຜົນປະໂຫຍດຮ່ວມກັນກໍ່ເກີດເປັນມະນຸດສຳພັນກັນ

3.ຕໍ່ກັບການບໍລິຫານ ມະນຸດສຳພັນມີບົດບາດຫລາຍຕໍ່ກັບການບໍລິຫານອົງການ ອົງກອນເມ່ືອໜ່ວຍງານດັ່ງກ່າວມີການຂະຫຍາຍໂຕໄປເບື່ອງໜ້າ ນັ້ນກໍ່ໝາຍເຖິງມີຄົນເຮັດວຽກຫລາຍຂື້ນ ການຈັດການ ຫລຶ ການບໍລິຫານກໍ່ຕ້ອງການໃຫ້ເປັນລະບົບ ເປັນລະບຽບ ເພື່ອຈະຂັບເຄື້ອນບັນດາເສດຖະກິດ - ສັງຄົມໃຫ້ໄປຂ້າງໜ້າ   ມະນຸດສຳພັນ ສາມາດເຮັດໃຫ້ຄວາມຂັດແຍ້ງລະຫວ່າງຄົນງານດ້ວຍກັນ ລະຫວ່າງອົງກອນກັບຄົນງານ ຜູ້ປົກຄອງ ແລະ ຜູ້ທີ່ຖືກການປົກຄອງ ສະຫລຸບວ່າ  ມະນຸດສຳພັນສາມາດຊ່ວຍຫລຸດຜ່ອນຂໍ້ຂັດແຍ່ງລະຫວ່າງຄົນກັບຄົນເຮົາລົງໄດ້ ເຮັດໃຫ້ຄົນເຮົາເຂົ້າໃຈເຊີ່ງກັນແລະກັນຫລາຍຂື້ນ ເກີດມີຄວາມສາມັກຄີ  ມີການຮ່ວມແຮງຮ່ວມໃຈກັນ ກໍ່ໃຫ້ເກີດປະໂຫຍດສ່ວນລວມ ເຮັດໃຫ້ການບໍລິຫານສະດວກຂື້ນ

4.ຕໍ່ກັບສັງຄົມ ໃນມື້ໜຶ່ງໆ ສັງຄົມມະນຸດເຮົາມີການຕິດຕໍ່ສື່ສານ ຄົມຫາສາມະຄົມຈະເປັນທາງໃດທາງໜຶ່ງລ້ວນແຕ່ມີເປົ້າໝາຍຊ່ວຍໃຫ້ມະນຸດເຮົາມີຄວາມໝັ້ນຄົງສູງ ທາງດ້ານຊິວິດ ຊັບສິນ ຄວາມເປັນຢູ່ທີ່ດີຂື້ນ ສ້າງໃຫ້ສັງຄົມເກີດຄວາມຮັກນັບຖື ໄວ້ວາງໃຈ ເລື່ອມໃສສັດທາ ແລະຊ່ວຍເຫລື່ອກັນ ເກີດຄວາມສຸກຮ່ວມກັນ

1.6.ປະໂຫຍດຂອງມະນຸດສຳພັນ

          ໃນເມື່ອມະນຸດເຮົາມີມະນຸດສຳພັນທີດີຕໍ່ກັນ ຍ່ອມກໍ່ໃຫ້ເກີດມີຄວາມສຸກ ຄວາມຮັກ ຄວາມເຂົ້າໃຈ ຄວາມອົບອຸ່ນຜຸກພັນຄວາມສາມັກຄີກົມກ່ຽວກັນ ອັນກໍ່ໃຫ້ເກີດພະລັງໃນການສ້າງສັນສິ່ງຕ່າງໆ ທັງໃນດ້ານການງານຊິວິດ ຄວາມເປັນຢູ່ ແລະຄວາມຈະເລີນກ້າໜ້າຂອງສັງຄົມ.ໂດຍລວມແລ້ວສພຫລູບໄດ້ດັ່ງນີ້:

1.ເຮັດໃຫ້ເກີດຄວາມເຂົ້າໃຈໃນທຳມະຊາດດ້ານຕ່າງໆ ຂອງມະນຸດ

2.ເຮັດໃຫ້ເກີດມີການຮ່ວມມື

3.ເຮັດໃຫ້ເກີດຄວາມຮັກສັດທາ ແລະ ນັບຖືເຊິ່ງກັນ ແລະ ກັນ

4.ເຮັດໃຫ້ເກີດຄວາມລາບລື້ນໃນການຄົບກັນ

5.ຊ່ວຍແກ້ບັນຫາຂໍ້ຄັດແຍ້ງລົງ

6.ຊ່ວຍພັັດທະນາບຸກຄະລາກອນ ແລະ ອົງການໄຫ້ດຳເນີນງານຂອງສ່ວນລວມ ແລະ ສ່ວນບຸກຄົນຢ່າງມີມີປະສິດທິພາບ

7.ຊ່ວຍໄຫ້ມະນຸດຮູ້ຈັກປັບປຸງຕົນເອງໄຫ້ເຂົ້າກັບສິ່ງແວດລ້ອມຂອງສັງຄົມມະນຸດ

1.7.ປັດຊະຍາຂອງມະນຸດສໍາພັນ

          ໂດຍພື້ນຖານແລ້ວ ປັດຊະຍາເປັນເລື່ອງຂອງຄວາມຄິດ ຄວາມເຊື່ອ ຊຶ່ງບຸກຄົນຢຶດຖືເປັນແນວທາງປະຕິບັດໃນການດຳລົງຊິວິດ ລວມທັງເປັນການສະແຫວງຫາຄວາມຈິງ ການທີຈະດຳເນີນຊິດໃນຮູບແບບໃດໜຶ່ງໃຫ້

ປະສົບຄວາມສຳເລັດດັ່ງນັ້ນ; ຈະຕ້ອງຮູ້ຈັກຫລັກປັດຊະຍາພື້ນຖານຂອງມະນຸດສຳພັນ ເພື່ອເປັນແນວທາງປະຕິບັດ ເປັນຫຼັກການຍຶດໝັ້ນໃນການດຳລົງຊີວິດປະຈຳວັນ ແລະການປະຕິບັດວຽກປຽບເໝືອນເຂັມທິດເຍືອງທາງໄປສູ່ຈຸດໝາຍຕາມຈຸດສົງເຊິ່ງໝາຍເຖິງທຸກຄົນພໍໃຈ ສ່ວນໃຫຍ່ຈະເນັ້ນໃນດ້ານວິທີການກ່ຽວກັບຄົນ, ເນັ້ນຫຼັກການສະແດງອອກທາງດ້ານຈິດໃຈ, ເນັ້ນທາງດ້ານຢູ່ຮ່ວມກັນ ແລະການເພິ່ງພາອາໃສເຊິ່ງກັນແລະກັນ ໃນການສືກສ່າມະນຸດສຳພັນນີ້ ໂດຍມີການສົມມຸດຕິຖານທີ່ກ່ຽວຂອງກັບທຳມະຊາດຂອງມະນຸດເຊີ່ງພໍສະຫຼຸບໄດ້ດັ່ງນີ້:

1.ມະນຸດຍ່ອມມີຄວາມແຕກຕ່າງກັນຄົນເຮົາຍ່ອມມີາຄວາມແຕກຕ່າງກັນທັງໃນດ້ານຮູບຮ່າງໜ້າຕາສະຕິປັນຍາ ອາລົມ ຄວາມຮູ້ສືກ ວັດທະນາທຳ ຄວາມເຊືາອຖື ແລະອື່ນໆ...  ເພາະແຕ່ລະຄົນຍ່ອມໄດ້ຮັບອິດທິພົນມາບໍຄືກັນເປັນຕົ້ນແມ່ນ ຈາກພັນທຸກຳ ແລະສິ່ງແວດລ້ອມທີ່ແຕ່ລະຄົນໄດ້ຮັບຮູ້ ຫລຶຮຽນຮູ້ມາ  ສະນັ້ນຈຳເປັນຕ້ອງທຳຄວາມເຂົ້າໃຈ ແລະຍອມຮັບໃນຄວາມແຕກຕ່າງຂອງມະນຸດເຮົາ ເພື່ອຈະປະຕິບັດຕໍ່ກັນໃຫ້ແທດເໝາະ ແລະຖືກຕ້ອງ

2.ເບິງຄົນໃນລັກສະນະລວມ ໝາຍເຖິງການເບິງທາງດ້ານກາຍ ໃຈ ອາລົມ ສະຕິປັນຍາ ຫລຶສິງອື່ນໆທີ່ຜະສົມຜະສານເປັນຕົວຕົນທັງໝົດ

3.ພືດຕິກຳຂອງຄົນຍ່ອມມີສາເຫດເຊື່ອກັນ ວ່າການກະທຳຂອງຄົນຍ່ອມມີສາເຫດ ມາຈາກຄວາມຕ້ອງການເຊິ່ງເປັນແຮງຈຸງໃຈຊະນິດໜຶ່ງທີຢູ່ພາຍໃນຕົວຂອງຄົນ ຖ້າເຮົາຫາກນຳໃຊ້ແຮງຈຸງໃຈພາຍນອກ ເປັນຫົນທາງສ້າງຄວາມຕ້ອງການໃຫ້ເກີດແຮງຈຸງໃຈພາຍໃນ ແລະເປັນເຮັດໃຫ້ເກີດພຶດຕິກຳຕໍ່ກັບການປະຕິບັດວຽກງານໃນອົງກອນ ແລະຄວາມຮ່ວມມືຮ່ວມໃຈໃນການປະຕິບັດວຽກງານ

4.ມະນຸດທຸກຄົນຍ່ອມມີຄວາມເທົ່າທຽມກັນ ໝາຍເຖິງການໃຫ້ກຽດ ແລະເຄົາລົບໃນການປະຕິບັດຕໍ່ກັນຊຶ່ງນຳໄປສູ່ຄວາມສຳພັນທີດີຕໍ່ກັນ ຍົກຍ້ອງໃຫ້ກຽດ ແລະຄຳນຶງເຖິງສັກສີເຊິ່ງກັນແລະກັນເປັນຕົ້ນ

ສະຫລຸບໄດ້ວ່າ ແນວຄວາມຄິດພື້ນຖານຫລຶປັດຊະຍາພື້ນຖານຂອງມະນຸດສຳພັນ ແມ່ນເນັ້ນໄປໃນເລື່ອງກ່ຽວກັບພື້ນຖານຂອງແນວຄິດ 02 ດ້ານເປັນຫລັກຄື

          1.ສັກສີຂອງຄວາມເປັນມະນຸດ

          2.ຫລັກການຈູງໃຈ ເພື່ອໃຫ້ເກີດການຕອບສະໜອງຕໍ່ຄວາມຕ້ອງການ

          ປັດຊະຍາພື້ນຖານທັງສອງຢ່າງນີ້ ສາມາດນຳໄປໃຊ້ເປັນແນວຄວາມຄິດທາງດ້ານການສຶກສາ ການສ້າງມະນຸດສຳພັນເພື່ອໃຫ້ເກີດຜົນດີທາງດ້ານການຢູ່ຮ່ວມກັນ ແລະການປະຕິບັດວຽກງານ.

          ປັດຊະຍາພື້ນຖານຂອງມະນຸດສຳພັນ ແມ່ນກ່ຽວຂ້ອງກັບຄວາມສຳພັນ ຂອງມະນຸດທາງດ້ານກະໂຕບຸກ ຄົນ ແລະ ສັງຄົມ  ເມື່ອພິຈາລະນາແລ້ວຈະເຫັນວ່າ ການສ້າງມະນຸດສຳພັນນັ້ນຈະມີຈຸດມຸ້ງໝາຍໃຫ້ຄົນປະຕິບັດຕົນຕໍ່ກັນ ເພື່ອສ້າງຄວາມສາມັກຄີ ຮັກແພງກັນ ສະນິດສະໜົມກັນ ຍອມຮັບນັບຖືເຊີ່ງກັນແລະກັນ ເຄົາລົບໃນສັກສີຂອງຄວາມເປັນມະນຸດຕໍ່ກັນ

1.8.ຈຸດໝາຍຂອງມະນຸດສຳພັນ

          ຈຸດໝາຍອັນແທ້ຈິງຂອງການສ້າງມະນຸດສຳພັນນັ້ນກໍ່ຄື ການສ້າງຄວາມເຂົ້າໃຈອັນດີຕໍ່ກັນ ເຮັດໃຫ້ການຢູ່ຮ່ວມກັນມີຄວາມສຸກ ແລະສາມາດເຮັດວຽກງານສຳເລັດຕາມວັດຖຸປະສົງ ສະນັ້ນຈິ່ງສະຫລຸບຈຸດມຸ້ງໝາຍຂອງມະນຸດສຳພັນ ດັ່ງນີ້:

1.ການເຮັດໃຫ້ເຂົ້າໃຈໃນຕົວເອງ ແລະ ຄົນອື່ນ ສາມາດປັບຕົວເຂົ້າກັບບຸກຄົນ ແລະ ສະພາບແວດລ້ອມໄດ້ຢ່າງເໝາະສົມ.

2.ສ້າງໃຫ້ເກີດຄວາມເຂົ້າໃຈອັນດີຕໍ່ກັນ ແລະ ກັນເກີດຄວາມຮ່ວມມືຮ່ວມໃຈກັນໃນຄອບຄົວ ແລະ ກຸມຄສ້າງໃຫ້ເກີດຄວາມຮັກນັບຖື ໄວ້ວາງໃຈ ເລື້ອມໃສສັດທາ ມີການຕິດຕໍ່ສຳພັນຊ່ອຍເຫລືອກັນ ແລະ ກັນ.

3.ສ້າງໃຫ້ເກີດຄວາມເພີາງພໍໃຈ ແລະ ຮ່ວມມືກັນໃນການເຮັດວຽກງານ.

4.ເສີມສ້າງຄວາມສາມັກຄີຂອງຄົນໃນສັງຄົມຄອບຄົວ ແລະ ສັງຄົມກຸ່ມ

1.9.ກຸ່ມວິຊາມະນຸດສຳພັນ

ວິຊາມະນຸດສຳພັນເປັນວິຊາທີ່ມີເນື່ອໃນກວ້າງຂວາງຄວບຄຸມເນື້ອໃນຫຼາຍວິຊາເຊັ່ນ: ມະນຸດສຳພັນທຸລະກິດ ( Humanrelations in business ) ມະນຸດສຳພັນໃນອຸດສາຫະກຳ ( Human relations industry)ມະນຸດສຳພັນໃນລະບົບການທຸດການປົກຄອງ ( Human relation in caffair ) ມະນຸດສຳພັນໃນການປະຕິບັດວຽກງານ ( Human relations atwork ) ແລະ ມະນຸດສຳພັນໃນຊີວິດປະຈຳວັນ ( Human relation in daily life ) ມະນຸດສຳພັນເປັນສາຫະວິຊາເຊິ່ງປະກອບດ້ວຍຄວາມຮູ້ຫຼາຍວິຊາມາປະສົມກັນເປັນຕົ້ນ: ວິຊາມະນຸດວິທະຍາ ສັງຄົມວິທະຍາ ຈິດຕະວິທະຍາ ລັດຖະສາດ ແລະອື່ນໆ ພື້ນຖານຂອງມະນຸດສຳພັນ ເນື່ອງຈາກວ່າມຸດສຳພັນເປັນເລື່ອງທີ່ກ່ຽວຂ້ອງກັບການຕິດຕໍ່ ແລະການເຮັດວຽກຮ່ວມກັນຂອງມະນຸດ ພື້ນຖານວິຊານີ້ຈຶ່ງເປັນຄວາມຮູ້ກ່ຽວກັບທຳມະຊາດຂອງມະນຸດແລະສິ່ງແວດລ້ອມທີ່ມີອິດທິພົນຕໍ່ພຶດຕິກຳຂອງມະນຸດເຊັ່ນ ການສື່ສານ ການຈູງໃຈບຸກຄົນໃນອົງການ ການຈັດການ ການປັບປຸງບຸກຄະລິກ ນິໃສ ອັດຕາຍະໃສ ຄວາມແຕກຕ່າງລະຫວ່າງບຸກຄົນ ແລະຄວາມຕ້ອງການຂອງບຸກຄົນ

ທີ່ກ່າວມານີ້ລ້ວນແລ້ວແຕ່ມີຄວາມຈຳເປັນໃນການເສີມສ້າງມະນຸດສຳພັນ  ທີ່ຄວນສຶກສາຫາຄວາມສຳຄັນຂອງຫັວຂໍ້ພື່ນຖານດັ່ງກ່າວ ເພື່ອເຮັດໃຫ້ເຂົ້າໃຈໃນການເສີມສ້າງຂອງມະນຸດສຳພັນຢ່າງເລິກເຊິ່ງ  ສະນັ້ນຈຶ່ງເນັ້ນໄຫ້ເຫັນວ່າ ຜູ້ທີ່ມີມະນຸດສຳພັນດີ ຈະຕ້ອງມີພອນສະຫວັນ ຫຼືມີຄວາມຮູ້ພື້ນຖານຂອງມະນຸດສຳພັນດ້ວຍ

ສະຫຼຸບ ມະນຸດສຳພັນຈະເກີດຂຶ້ນເມື່ອມີບຸກຄົນຕັ້ງແຕ່ສອງຄົນຂຶ້ນໄປຢູ່ຮ່ວມກັນເຮັດວຽກຮ່ວມກັນມີການຕິດຕໍ່ສື່ສານ ແລະມີການເພິ່ງພາອາໃສເຊິ່ງກັນແລະກັນ ມະນຸດຈະຢູ່ຄົນດຽວບໍ່ໄດ້ ດັ່ງນັ້ນໃນຊີວິດປະຈຳວັນທຸກໆ ຄົນຈຳຕ້ອງໄຊ້ມະນຸດສຳພັນຕັ້ງແຕ່ຕື່ນນອນ ມະນຸດສຳພັນຈຶ່ງຕ້ອງເປັນທີ່ຄວນສຶກສາ ແລະນຳໄຊ້ເກີດປະໂຫຍດຕ່ໍຕົນເອງແລະສັງຄົມ.

1.20.ໜ້າທີ່ທຸກຄົນຕ້ອງສ້າງມະນຸດສຳພັນ

ມະນຸດສຳພັນທີ່ດີຕ້ອງເລີ່ມຈາກຕົວເຮົາເອງ ເມື່ອເລີ່ມເຂົ້າສູ່ມະນຸດສຳພັນຖືວ່າເປັນການເລີ່ມຕົ້ນເຂົ້າສູ່ການເບິ່ງຕົວຂອງເຮົາເອງ ຖ້າເຮົາເບິ່ງຕົວເຮົາໂດຍລວມແລ້ວ ຈະເຫັນວ່າທຸກສ່ວນໄວຍະວະຮ່າງກາຍຂອງເຮົາແມ່ນມີສ່ວນດີທັງໝົດ ( ນອກຄົນພິການ ) ສ່ວນຫຼາຍມະນຸດສຳພັນແມ່ນເປັນສິ່ງທີ່ອະທິບາຍໄດ້ຍາກ ເພາະເປັນເລື່ອງຂອງຈິດໃຈ ຫຼື ເປັນພຶດຕິກຳຂອງຈິດໃຈທີ່ສະແດງອອກ  ຢາງໃດກໍຕາມຈິດໃຈມີສ່ວນກ່ຽວຂ້ອງສຳພັນກັບຮ່າງກາຍຂອງຄົນເຮົາ ມະນຸດທຸກຄົນບໍ່ມີໃຜຈະສົມບູນແບບ, ແຕ່ກໍ່ມີແບບຢ່າງທີ່ສົມບູນໃຫ້ເຫັນຢູ່ຫຼາຍເເງ່ມຸມ ແຕ່ລະຄົນແຕ່ລະນາມມີຄວາມແຕກຕ່າງກັນທາງຮ່າງກາຍ,ຈິດໃຈ ແລະ ອື່ນໆ ການຄວບຄຸມອາລົມສິ່ງແວດລ້ອມ ແລະ ສະຖານະການຕ່າງກັນ  ລະດັບມະນຸດສຳພັນຂອງແຕ່ລະຄົນຈຶ່ງມີຫຼາຍນ້ອຍຕັ້ງແຕ່ຕ່ຳໄປຫາສູງແລ້ວພື້ນຖານການຝຶກອົບຮົມທີ່ໄດ້ຮັບການສະສົມມາ  ແຕ່ຄວນຈຳວ່າ ມະນຸດເຮົາພັດທະນາໄດ້ ທຸກຄົນຍ່ອມມີໂອກາດ ແລະ ມີຄວາມສາມາດທີ່ຈະພັດທະນາດ້ານມະນຸດສຳພັນໃຫ້ມີລະດັບດີຂຶ້ນສະເໝີ, ທີ່ສ້າງໄດ້ ພັດທະນາໄດ້ ລົບລ້າງປ່ອມດ້ອຍລົງໄດ້ ການພັດທະນາຕົນເອງດ້ານມະນຸດສຳພັນຍ່ອມມີຝົນປະໂຫຍດຕໍ່ຊີວິດຄອບຄົວສັງຄົມ ແລະ ຫນ້າທີ່ວຽກງານ ມະນຸດສຳພັນຕ້ອງອາໃສກັນແລະສຳພັນກັນ ເຮົາກິນເຂົ້າທີ່ຊາວນາປູກເຮົາໃສ່ເສື້ອຜ້າ ແລະ ເຄື່ອງໃຊ້ທີ່ຄົົນອື່ນຕ່ຳ ຫຼື ຫຍິບຂຶ້ນມາ, ເຮົາອາໃສ  ໃນສັງຄົມຕ້ອງອາໃສຜູ້ອື່ນ ຕ້ອງສຳພັນກັບຄົນອື່ນ  ເພື່ອຂໍຄວາມຊ່ວຍເຫຼືອຈາກເຂົາເຈົ້າ, ເຂົາຕ້ອງການຄວາມຊ່ວຍເຫຼືອຈາກເຮົາ  ລອງກັບມາເບິ່ງຕົວເອງວ່າເຮົາໄດ້ເຮັດ ແລະ ໄດ້ຊ່ວຍເຫຼືອຜູ້ອື່ນ ຫຼື ສັງຄົມແນວໃດ ຫຼືເພື່ອປະ ໂຫຍດຂອງສັງຄົມໃຫ້ຄົນຮຸ່ນຫຼັງໄດ້ເປັນປະໂຫຍດ ແລ້ວເຮົາໄດ້ສ້າງປະໂຫຍດສິ່ງໃດແດ່ໃຫ້ຜູ້ອື່ນທີ່ເປັນແນວທາງແລ້ວ ຫຼືບ່ໍ ນີ້ຄືຄວາມສຳຄັນໃນການສຳພັນຂອງມະນຸດທີ່ຈຳເປັນຕ້ອງງເພິ່ງພາອາໃສເຊິ່ງກັັນແລະກັນເຮົາຈະໂລກພຽງລຳພັງຄົນດຽວບ່ໍໄດ້ມະນຸດຕ້ອງມີການພັນພັນທາງດ້ານຊີວິດສ່ວນຕົວແລະລວມທັງການເຮັດວຽກສ້າງສັນວິຊາມະນຸດສຳພັນທີ່ເຮົາຕ້ອງສົນໃຈສຶກສາວິທີການສ້າງຄວາມສຳພັນໃນການເຮັດວຽກງານແລະຢູ່ຮ່ວມກັນກັບຜູ້ອື່ນໃນສັງຄົມທີ່ເຮົາຫຼີກລ້ຽງໄດ້ຍາກເວັ້ນແຕ່ເຮົາຈະໜີສັງຄົມໄປລີ້ຊ້ອນຢູ່ຕາມລຳພັງໃນປ່າດົງທີ່ບໍ່ມີຄົນເທົ່ານັ້ນ

ມະນຸດສຳພັນຕ້ອງເຮັດໃນສິ່ງທີ່ດີກວ່າ ແລະ ເໝາະສົມກວ່າ  ການກະທຳຂອງຄົນເຮົາບໍ່ວ່າຈະເວ້າ ຈະເຮັດກິລິຍາມາລະຍາດ  ພຶດຕິກຳ  ຄຸນນະທຳຈະຕ້ອງພະຍາຍາມສະແດງອອກທີ່ດີກວ່າ   ບ່ໍແມ່ນພຽງແຕ່ເຮັດດີ  ແຕ່ຕ້ອງເຮັດໃຫ້ດີກວ່າ  ການທີ່ເຮົາເວົ້າຄຳວ່າຂອບໃຈຈະດີກວ່າ ເຮົາວາງເສີຍບ່ໍສະແດງອອກໃນຂະນະທີ່ຜູ້ອື່ນເຮັດອັັນໃອັນ ຫນຶ່ງ ຫຼື ເວົ້າວ່າ ກະລຸນາລໍຖ້າຈະໜ່ອຍ ຈະດີກວ່າການເວົ້າວ່າລໍຖ້າຈັກໜ້ອຍການເວົ້າວ່າຂໍໂທດຂໍທາງແນ່ ຈະດີກວ່າການເວົ້າວ່າຫຼີກທາງແນ່  ການສະແດງອອກທີ່ດີກວ່າໃຫ້ຜູ້ອື່ນຮູ້ສຶກວ່າເຂົາໄດ້ໃຫ້ຄວາມນັບຖື ຍົກຍ້ອງຈະດີກວ່າສະແດງອາການໃຫ້ຜູ້ອື່ນຮູ້ສຶກຖືກຢຽດຫຍາມ ສຸພາບຮຽບຮ້ອຍດີກວ່າຫຍາບຄາຍ ການສະແດງເຊິ່ງຄວາມກະຕືລືລົ້ນມີີຊີວິດຊີວາ ຈະດີກວ່າການເຊື່ອງຊຶມຫງອຍເຫງົາ ການສະແດງເຊິ່ງຄວາມຍິນດີ ດີໃຈ ຕື່ນເຕັ້ນຕ່ໍຄວາມສຳເລັດຫຼື ໂຊກດີຂອງຜູ້ອື່ນ ຈະສົ່ງຜົນດີກວ່າການເສີຍເມີຍ  ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ຜູ້ອື່ນສົດຊື່ນ ແລະ ພໍໃຈໃນການຄົບຫາປະທັບໃຈໃນຄວາມເວົ້າກິລິຍາທ່າທາງນັ້ນ ຄືທ່ານຕ້ອງສະແດງ ຕ້ອງເວົ້າສິ່ງທີ່ດີກວ່າໃນບາງສິ່ງທີ່ເຮົາເຮັດ ເຮົາເວົ້າທີ່ຄິດວ່າດີແລ້ວ ຜູ້ອື່ນອາດເຫັນວ່າເຮົາຍາບຄາຍຢູ່ກໍ່ໄດ້ຕ້ອງພະຍາຍາມຫັດແອບ ຕ້ອງຝຶກຝົນພະຍາຍາມຕົນເອງສະເໝີ

ນັກບໍລິຫານເກັ່ງວຽກງານ 

ຕ້ອງເກັ່ງໃນດ້ານວິຊາການ ແລະ ດ້ານເຕັກໂນໂລຢີ ເຊິ່ງໃນປັດຈຸບັນມີການປ່ຽນແປງຍ່າງວ່ອງໄວ ຄວາມສະຫຼັບສັບຊ້ອນເຮັດໃຫ້ບໍລິຫານຄົນເຕມໄປດ້ວຍຄວາມຍາກລຳບາກໃນປະຕິບັດວຽກງານທົ່ວໄປ  ຍັງຕ້ອງໄດ້ຄຳນຶງເຖິງຄວາມສາມາດຂອງຄົນ 02 ລັກສະນະຄື: ເກັ່ງຄົນກັບເກັ່ງວຽກງານ ຄວາມກ້າວໜ້າຂອງສັງຄົມໃນດ້ານວິຊາການ ແລະ ເຕັກໂນໂດຍີໃນປະຈຸບັນມີການປຽນແປງຢ່າງວ່ອງໄວເພີ່ມຄວາມສະຫຼັບຊັບຊອນເຮັດໃຫ້ບໍລິຫານໄປດ້ວຍຄວາມຍາກລຳບາກເຂົ້າ  ໃນການປະຕິບັດວຽກງານທົ່ວໄປຍີ່ງຂະຕ້ອງໃດ້ຄຳນືງເຖີງຄວາມ ສາມາດຂອງຄົນ ລັກສະນະຄື  ເກັ່ງຄົນກັບເກັງວຽກງານ ຫົວໜ້າຜູ້ນຳວຽກງານຕ້ອງມີຄຸນລັກສະນະທັງສອງນີ້ຄວບຄູ່ໄປຄື

    1.ເກັ່ງວຽກງານ ໝາຍເຖີງມີຄວາມຮູ້  ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ມີຄວາມຮັບຜິດຊອບໃນວຽກທີີເຮັດຄື ຖືກຕ້ອງວ່ອງໄວ ແລະ   ສົ່ງຜົນດີທີ່ຈະເກິດຂື່ນໃນອານາອົດໃດ້

    2.ເກັ່ງຄົນໝາຍເຖີງ ຄວາມຮູ້ຄວາມສາມາດໃນເລື້ອງມະນູດສຳພັນ ຈິດຕະວິດທະຍາຂອງຄົນ ສືກສາຈົນມີຄວາມຮູ້ເລື້ອງຄົນ ເຂົ້າໃຈຄົນ ແລະ ເບີ່ງຄົນໃນແງມຸມຕ່າງໆ ເຫັນຄວາມດີຂອງຄົນກັບ ເຫັນຄວາມໜ້າສົງຂອງຄົນເພືອໃຫ້ເກິດຄວາາມເມຕາຂອງເຂົາເຈົ້າ ແລະ ຊ່ວຍເຫຼືອເຂົາເຈົ້າ  ຕ້ອງໜັ້ກແໜ້ນ  ເຖີງການໃຫ້ຄື: ໃຫ້ແກ່ສະມາຊີກທີ່່ຕົນຮັບຜິດຊອບບໍ່ແມ່ນແຕ່ຈະເອົາຢ່າງດຽວ

ໃນເລື້ອງຄົນເກົ່ງໃຊ້ມະນຸດກັບຜູ້ຮ່ວມວຽກງານທຸກຊັ້ນທຸກລະດັບເຫັນອົກເຫັນໃຈຄົນດ້ອຍກວ່າ ອ່ອນແອກວ່າ ສ້າງມະນຸນສຳພັນ ເພືອສ້າງການເຮັດວຽກງານທີ່ມີປະສິດທິພາບນັກບໍລິຫານຍີ່ງມີຕ່ຳແໜ່ງສຸງເທົ່າໃດ ຍີ່ງບໍ່ມີເວ ລາ ແລະ ໂອກາດພົບຜູ້ຄົນ  ຈື່ງອາດເປັນໂລກເຫງົາວ້າເວ່  ວິທີແກ້ໂລກເຫງົາຂອງນັກບໍລິຫານກໍ່ຄືຕ້ອງຫາໂອ ກາດຜ່ອນຕົວລົງມາໃກ້ຊິດກັບສະມາຊີກໃຫ້ຫຼາຍຂື່ນປ່ັ້ຽນລະບົບການເຮັດໃຫ້ເປັນກຸ່ມ ມີການປະຊູມ ເພືອຈະໃຫ້ມີໂອກາດ ແລະ ໃກ້ຊິດກັບລູກນ້ອງ ແຕ່ບໍ່ເຮັດໃຫ້ລູກນ້ອງລາມປາມໃດ້ບໍ່ດັ່ງນັ້ນ ຈະເປັນຜົນເສຍຮູບການບໍລິຫານວຽກງານຂອງເຮົາເອງ

ມະນຸດສຳພັນຕ້ອງເຮັດດ້ວຍຕົນເອງ

ມະນຸດສຳພັນຄົນອື່ນເຮັດເເທນບໍ່ໃດ້ເຮົາຕ້ອງລົງມືເຮັດຝືກຫິດຮຽນດ້ວຍຕົນເອງ ແລະ ຕ້ອງເຮັດໃຫ້ໃດ້ຢ່າງດີດ້ວຍ ມະນຸດສຳພັນຈະຕ້ອງໃຊ້ເວລາໃນການສືກສາຝືກຝົນໃຫ້ເກິດຄວາມຮູ້ ແລະ ປະສົບການອັນແນ່ນອນເຊັນດຽວກັບວິທະຍາຍຸດ ແລະ ສີລະປະອື່ນໆ  ຜູ້ສົນໃຈເລີມລົງມືຝືກຫັດຖືກວິທີ ເລີມຕົ້ນໃດ້ໄວຝືກໃຫ້ແນ່ນອນ  ຜູ້ນັ້ນຈະໃດ້ປຽບ ໂອກາດຄວາມກ້າວໜ້າໃນຊີວິດຫລາຍຂື້ນ ການສືກສາ ແລະ ການຜືກອົບຮົມມະນຸດສຳພັນເປັນສີ່ງຄຸ່ມຄອງໃນຊີວິດຢູ່ລອດໃນສັງຄົມຕະຫຼອດໄປ ສະນັ້ນຕ້ອງຝືກຝົນຢູ່ສະເໝິ ເຊີງຈະມີຕວາມສະມາດໃຊ້ແຂ່ງຂັນ ໃດ້ ຖ້າບ່ໍຝືກຝົນຢູ່ສະເໝິຄວາມສະມາດໃນດ້ານນີ້ຈະຫຼຸດນ້ອຍຖ່ອຍລົງ  ຄວາມສະມາດເຂົ້າກັບຄົນໃດ້ເປັນສີ່ງສຳຄັນໃນການດຳລົງຊີວິດປະຈຳວັນຜູ້ທີ່ລົ້ມເຫລວໃນການດຳເນີນຊີວິດການເຂົ້າກັບຄົນບ່ໍໃດ້ເຖີງຈະຄວາມຮູ້ຄວມສາມາດຂາດຄາວມສາມາດກັບຄົນເຂົ້າກັບສັງຄົມໃດ້ທຸກສີິງ ທຸກຢ່າງທີເຮົາມີຢູ່ຄວາມຮູ້ ຄວາມສະມາດລວມທັງຊີວິດຮ່າງ ກາຍ ຂອງຄົນເຮົາໃຮ່ຄຸນຄ່າສິ້ນຄວາມໝາຍ ແລະ ຄືການລົ້ມເຫຼວຂອງຊີວິດເຮົາຕ້ອງວາງຕົວລະພາລະກິດ ການງານຂອງເຮົາ ໃຫ້ເປັນທີ່ນີຍົມຊົມຊອບ ດ້ວຍສືກສາສີລະປະໂຫຍດໃນວຽກງານ ແລະ ສ່ວນລວມເປັນຄວາມສຳເລັດອັນຍີ່່ງໃຫຍ່ມາຊູ່ຊິວິດ   ມະມູດສຳພັນເປັນທັດສະນະຢ່າງໜຶ່ງຂອງຜູ້ເຮັດວຽກກ່ຽວຂ້ອງກັບສັງຄົມມະນຸດ ສະນັ້ນຕ້ອງຝືກຝົນ ແລະ ພັດທະນາໃຫ້ເກິດຄວາມສຳນິສຳນານ ຈົນເຖິງໃຊ້ການໃດ້ດີ.


ใหม่กว่า เก่ากว่า