ບົດຮຽນ ວິຊາ ທິດສະດີການເງິນ ພາກທີ 1 ບັນດາບັນຫາພື້ນຖານກຽ່ວກັບການເງິນ


ນຳສະເໝີກ່ຽວກັບ ວິຊາ: ທິສະດີການເງິນ
 ທິດສະດີການເງິນຈະປະກອບມີທັງໝົດ 8 ພາກຄື:

  ພາກທີ 1: ບັນດາບັນຫາພື້ນຖານກຽ່ວກັບການເງິນ.
  ພາກທີ 2: ງົບປະມານລັດ
  ພາກທີ 3: ການເງິນວິສາຫະກິດ
  ພາກທີ 4: ປະກັນໄພ
  ພາກທີ 5: ສິນເຊື່ອ
  ພາກທີ 6: ຕະຫຼາດການເງິນ
  ພາກທີ 7: ການເງິນສາກົນ
  ພາກທີ 8: ວຽກງນກວດກາການເງິນ

ພາກທີ
ບັນດາບັນຫາພື້ນຖານກຽ່ວກັບການເງິນ

ຈຸດປະສົງ: ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

1.1.ປະຖົມປັດໃຈຕັດສິ້ນຊີຂາດການປະກົດຕົວ,ການຄົງຕົວ ແລະ ການພັດທະນາຂອງການເງິນ
1.2.ຄວາມເຂົ້າໃຈກ່ຽວກັບການເງິນ
1.3.ພາລະບົດບາດຂອງການເງິນ
1.4.ລະບົບການເງິນ
1.5.ນະໂບບາຍການເງິນແຫ່ງຊາດ

1.1.ປະຖົມປັດໃຈຕັດສິນຊີ້ຂາດການປະກົດຕົວ,ການຄົງຕົວ ແລະ ການພັດທະນາຂອງການເງິນ.

ການເງິນ ແມ່ນ:
ແມ່ນມາດຕະເກນເສດຖະກິດພາວະວິໃສ, ແມ່ນລະບົບການພົວພັນເສດຖະກິດເງິນຕາອັນແນ່ນອນ ສະແດງອອກໃນຄົງເຂດການແຈກຢາຍ ແລະ ນຳໃຊ້ຄັງເງິນຕາລວມສູນ ແລະ ບໍ່ລວມສູນໃນພື້ນຖານເສດຖະກິດແຫ່ງຊາດ ແນ່ໃສ່ພັດທະນາເສດຖະກິດສັງຄົມ.
ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂຶ້ນກັບມາດຕະເກນແບ່ງປັນ, ການປາກົດຕົວ,ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໄຈພາວະວິໃສ. 

ການຕັດສິນຊີ້ຂາດຂອງບັນດາປະຖົມປັດໄຈພາວະວິໃສມີຄື:

  • ການປະກົດຕົວ, ການຄົງຕົວ ແລະ ການພັດທະນາເສດຖະກິດສິນຄ້າ-ເງິນຕາ.
  • ການປະກົດຕົວ, ຄົງຕົວ ແລະ ດຳເນີນພາລະບົດບາດຂອງລັດ.
  • ບັນດາປະຖົມປັດໄຈທີ່ກ່ຽວມາມີບົດບາດຕ່າງກັນ
  • ເສດຖະກິດສິນຄ້າການເງິນ ແມ່ນປັດໃຈພາວະວິໃສ, ມີຄວາມໝາຍຕົກລົງການປະກົດຕົວ, ຄົງຕົວ, ການພັດທະນາຂອງການເງິນ.
  • ລັດແມ່ນປັດໃຈ ທີ່ມີຄວາມໝາຍກຳນົດທິດທາງ, ສ້າງໃຫ້ມີສະພາບແວດລ້ອມ ດັດສົມການພັດທະນາຂອງການເງິນ.
  • ການຄົ້ນຄວ້າປະຖົມປັດໃຈດັ່ງກ່າວມີຄວາມໝາຍພຶດຕິກຳທີ່ສຳຄັນ.
  • ເພື່ອພັດທະນາການເງິນຕ້ອງມີການຈັດຕັ້ງພັດທະນາເສດຖະກິດການຄ້າເງິນຕາສ້າງສະພາບແວດລ້ອມເສດຖະກິດໃຫ້ມີການພັດທະນາ.
  • ເພື່ອນຳໃຊ້ການເງິນໃຫ້ມີປະສິດທິຜົນ, ລັດຕ້ອງມີບັນດານະໂຍບາຍ ແລະ ກົນໄກທີ່ສອດຄອງກັບຈຸດພິເສດຂອງແຕ່ລະໄລຍະການພັດທະນາ.

1.2. ຄວາມເຂົ້າໃຈກ່ຽວກັບການເງິນ
ການສະແດງອອກຂອງການເງິນ:
ແມ່ນການເຄື່ອນໃຫວຂອງເງິນທຶນທີ່ສະແດງອອກ ຢູ່ທຸກໆ ນິຕິບຸກຄົນ ໃນສັງຄົມ, ມັນສ່ອງແສງ ແບບສັງລວມບັນດາສາຍພົວພັນເສດຖະກິດທີ່ເກີດຂື້ນໃນເວລາແບ່ງປັນແຫຼ່ງການເງິນຜ່ານການສ້າງຕັ້ງ ຫຼື ນຳໃຊ້ບັນດາຄັງເງິນຕາແນ່ໃສຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຕ່າງກັນຂອງບັນດາ ນິຕິບຸກຄົນ ໃນສັງຄົມ.

ຄວາມເຂົ້າໃຈກຽ່ວກັບການເງິນມີຄວາມສຳຄັນດັ່ງນີ້:
  • ຊ່ວຍຈຳແນກການເງິນກັບບັນດາເຄື່ອງມືແບ່ງປັນອື່ນໆຄື: ລາຄາ, ເງິນເດືອນ,ເພື່ອຈະໄດ້ມີການປະສານສົມທົບ ແລະ ນຳໃຊ້ບັນດາເຄື່ອງມືແບ່ງປັນຢ່າງຄົບຊຸດ ແລະ ມີປະສິດທິຜົນ.
  • ຊ່ວຍໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງກຽ່ວກັບເນືອໃນ ວຽກງານການຄຸ້ມຄອງການເງິນໃນພຶດຕິກຳຕົວຈິງຄື: ຄຸ້ມຄອງການເງິນ,ກ່ອນອື່ນ ແລະ ລະອຽດແມ່ນ: ຄຸ້ມຄອງບັນດາແຫຼງການເງິນ, ຄຸ້ມຄອງຄັງເງິນຕາ,ຄຸ້ມຄອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາຢ່າງ ແໜ້ນແຟ້ນ,ສົມເຫດ ສົມຜົນ, ມີປະສິດທິຜົນ, ແນ່ໃສບັນລຸບັນດາຈຸດປະສົງທີ່ກຳນົດໄວ້.
  • ສ້າງພື້ນຖານທາງດ້ານວິທະຍາສາດ ໃຫ້ແກ່ການກຳນົດທິດທີ່ຖືກຕ້ອງຂອງບັນດານະໂຍບາຍຮັບ ແລະ ຈ່າຍດ້ານການເງີນເພື່ອໃຫ້ມີຜົນກະທົບທີ່ມີປະສິດທີິຜົນທີສຸດເຖີງການແກ້ໄຂສາຍພົວ ພັນທາງດ້ານເສດຖະກິດ - ສັງຄົມທີ່ເກີດຂື້ນໃນຂວນວິວັດແບ່ງປັນບັນດາແຫຼ່ງການເງິນ, ໃນຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງີນຕາ, ຈາກນັ້ນຈະມີຜົນກະທົບທີ່ຕັ້ງໜ້າເຖິງການເຄື່ອນໃຫວເສດຖະກິດ - ສັງຄົມຕາມບັນດາທິດທາງ ແລະ ຈຸດໜາຍທີ່ວາງອອກ.
ທາດແທ້ຂອງການເງິນ:
 ແມ່ນເກີດຈາກທາດແທ້ຂອງພື້ນຖານເສດຖະກິດຕະຫຼາດ ແລະ ທາດແທ້ຂອງລັດຄຸ້ມຄອງເສດຖະກິດນັ້ນ ຕັດສິນຢູ່ແຕ່ລະປະເທດທີມີພື້ນຖານເສດຖະກິດ ຕະຫຼາດ ບັນດາສະພາບເສດຖະກິດການເງິນໄດ້ຮັບການສ້າງຕັ້ງຂຶ້ນ.

ຄວາມຮູ້ທາງດ້ານການເງິນ:
ແມ່ນການບໍລິຫານເງິນຢູ່ໃນ 4 ດ້ານຄື:
  • ການຫາລາຍໄດ້ 
  • ການໃຊ້ຈ່າຍ
  •  ການເກັບອອມ
  • ການລົງທຶນ
ການຫາລາຍໄດ້ ( Earning):
ປະເພດຂອງລາຍໄດ້ຈະປະກອບມີ:
  • ລາຍໄດ້ຈາກການເຮັດວຽກ
  • ລາຍໄດ້ຈາກຊັບສິນ
ລາຍໄດ້ຈາກການເຮັດວຽກ (Active Income ):
ເປັນລາຍໄດ້ທີ່ຕ້ອງລົງມືເຮັດລົງມືທຳ ໃຊ້ເວລາຂອງຕົນເອງ ຈິງຈະໄດ້ລາຍຮັບລາຍໄດ້ນັ້ນມາເຊັນ: ເງິນເດືອນ, ໂບນັດ, ຄ່າແຮງງານ, ຄ່າຈ້າງ ແລະ ອື່ນໆ.

ລາຍໄດ້ຈາກຊັບສິນ (Passive Income):
ເປັນລາຍໄດ້ທີເກີດຈາກການຄອບຄອງ ຫຼື ມີໄວ້ເຊັ່ນ: ຊັບສິນ ຫຼື ສິງທີເຮັດໃຫ້ເງິນໄຫຼເຂົ້າມາກະເປົ້າທຸກເດືອນ.
  • ມີເງິນຝາກພັນທາບັດຢູ່ທະນາຄານ, ການອອມກໍຈະໄດ້ຮັບ ດອກເບ້ຍ.
  • ມີຮຸ້ນ ຫຼື ກອງທຶນລວມ ກໍ່ຈະໄດ້ຮັບ ເງິນປັນຜົນ.
  • ມີສັງຫາລິມະຊັບໃຫ້ເຊົ້າ ກໍ່ຈະໄດ້ຮັບ ຄ່າເຊົ່າ
  • ມີທຸລະກິດໂດຍບໍ່ຕ້ອງລົງມືເຮັດເອງ ກໍ່ຈະໄດ້ຮັບ ກໍາໄລເປັນຜົນ
  • ມີຊັບສິນທາງປັນຍາ ກໍ່ຈະໄດ້ຮັບ ຄ່າລິກະສິດ
ຫຼັກການຄິດທີສຳຄັນໃນການສ້າງລາຍໄດ້:
  • ຕ້ອງພຽງພໍຕໍ່ການໃຊ້ຈ່າຍໃນຊີວິດປະຈຳວັນ
  • ຕ້ອງມີແຫ່ງລາຍໄດ້ລາຍທາງ
  • ວັນໝຶ່ງແຫ່ງລາຍໄດ້ຈາກຊັບສິນຕ້ອງໃຫ້ຫຼາຍ ແລະ ພຽງພໍສຳລັບການໃຊ້ຈ່າຍໃນຊີວິດປະຈຳວັນໄດ້.
ການໃຊ້ຈ່າຍ (Spending):
  • ການຈັດສັນລາຍຮັບ, ລາຍຈ່າຍ , ງົບສົມດຸນ ແລະ ການສ້າງບັນຊີຄ່າໃຊ້ຈ່າຍ.
  • ການວາງແຜນຊື້ເຮືອນ ຊື້ລົດ ແລະ ອື່ນໆ
  • ການວາງແຜນຈັດການໝີ້ສິນ
  • ການວາງແຜນຈັດການຄວາມສຽ່ງ
  • ການວາງແຜນທາງດ້ານພາສີ ແລະ ອາກອນ
ການອອມ (Saving):
  • ການວາງແຜນການອອມ
  • ເງິນສຳຮອງເພື່ອສຸກເສີນ
  • ການວາງແຜນກະສຽນ
ເງິນສຳຮອງເພື່ອສຸກເສີນ:
ແມ່ນຄົນເຮົາມີເງິນສຸກເສີນເພື່ອໃຊ້ຈ່າຍຢ່າງນ້ອຍ 3 ຫາ 6 ເດືອນ ເພື່ອປ້ອງກັນຄວາມສຽ່ງສູງເສຍລາຍຮັບລາຍໄດ້ຊົ່ວຄາວເຊັ່ນ:
  • ຕົກງານຖືກໄລອອກ
  • ຖືກບຽວຄ່າແຮງງານ
  • ປະສົບອຸບັດຕິເຫດເຮັດວຽກບໍ່ໄດ້ ແລະ ອື່ນໆ.
ການລົງທຶນ (Investing):
ການກຳນົດເປົ້າໝາຍ ແລະ ແຜນການລົງທຶນ
ເຄື່ອງມືການລົງທຶນ:
  • ຕະຫຼາດ ຫຼື ຕະຫຼາດການເງິນ
  • ອະສັງຫາລິມະຊັບ ແລະ ສັງຫາລິມະຊັບ
  • ທຸລະກິດ
  • ຊັບສິນທາງປັນຍາ
ຄົນທີມີຄວາມສະຫຼາດທາງການເງິນ ຄື ຄົນທີນຳເອົາຄວາມຮູ້ທາງການເງິນທີມີມາສ້າງໃຫ້ເກີດຜົນສຳເລັດໄດ້ຈິງ ເພືອໃຫ້ຊີວິດໝົດກັງວົນເລື່ອງເງິນຄຳ.ເງິນ ບໍ່ແມ່ນສິງທີເຮັດໃຫ້ເຮົາລວຍຮັ່ງມີໄດ້.ຄວາມຮູ້ທາງການເງິນ ຕ່າງຫາກທີຈະພາໃຫ້ເຮົາມັງຄັງລ່ຳລວຍໄດ້ ຄົນສວ່ນໃຫ່ຍທີຍັງຈົນ ແລະ ປະສົບບັນຫາທາງການເງິນນັ້ນເປັນເພາະສິງທີເຂົາບໍ່ໄດ້ຮູ້ເລືອງນັ້ນ.

ເປົ້າໝາຍຊີວິດ ກັບເປົ້າໝາຍທາງການເງິນ:
  • ມີລາຍຮັບພຽງພໍກັນການໃຊ້ຈ່າຍໃນຊີວິດປະຈຳວັນ.
  • ເຕີມເຕັມຄວາມສຸກໄດ້ຕາມຝັນ.
  • ພ້ອມຮັບມືກັບເຫດການທີບໍ່ຄາດຄິດທີສົງຜົນກະທົບທາງລົບຂອງການເງິນ
  • ມີຄວາມມັ່ງຄັ່ງພຽງພໍ ເບິງແຍງຕົວເອງໄດ້ຈົນເຖິງວາລະສຸດທ້າຍຂອງຊີວິດ.
ເປັນຫຍັງ ຈິງຕ້ອງມີການວາງແຜນການເງິນ:
ການວາງແຜນການເງິນ ກໍ່ຄືການວາງແຜນຊີວິດ, ການວາງແຜນການເງິນ ປະກອບມີ 5 ຂັ້ນຕອນດັ່ງນີ້:
  • ຮູ້ຕົວເອງ
  • ຮູ້ເປົ້າໝາຍ
  • ສ້າງແຜນການເງິນ
  • ປະຕິບັດ ແລະ ປັບໃຊ້ກັບຕົວເອງ
  • ທົບທວນເປົ້າໝາຍ
1.3.ພາລະບົດບາດຂອງການເງິນ
ການເງິນມີ 2 ພາລະບົດບາດຄື:
  • ພາລະບົດບາດແບ່ງປັນ.
  • ພາລະບົດບາດຕິດຕາມກວດກາ.
1.ພາລະບົດບາດແບ່ງປັນ.
 ແມ່ນ ພາລະທີ່ອີ່ງໃສ ບັນດານິຕິບຸກຄົນ ທີ່ຄວາມສາມາດເປັນຕົວແທນໃຫ້ແກ່ພາກສ່ວນຕ່າງໆ ຂອງສັງຄົມນັ້ນຖືກນຳເຂົ້າບັນດາຄັງເງິນ ທີ່ຕ່າງກັນເພື່ອນຳໃຊ້ໃຫ້ແກ່ຈຸດປະສົງຕ່າງກັນ, ຮັບປະກັນໃຫ້ຄວາມຕ້ອງການ ແລະ ບັນດາຜົນປະໂຫຍດຕ່າງກັນຂອງສັງຄົມ.

ເຈົ້າກຳແບ່ງປັນອາດປະກົດໜຶ່ງໃນບັນດາສະຖານະຄື:
  • ເຈົ້າກຳມີກຳມະສິດກຽ່ວກັບແຫຼ່ງການເງິນ.
  • ເຈົ້າກຳມີກຳມະສິດນຳໃຊ້ແຫຼ່ງການເງິນ.
  • ເຈົ້າກຳມີອຳນາດທາງດ້ານການເມືອງ.
  • ເຈົ້າກຳຈັດຕັ້ງການພົວພັນຂອງບັນດາຈຸສະມາຊິກສັງຄົມ.
ກ. ການແບ່ງປັນທໍາອິດ:
ແມ່ນການແບ່ງປັນຜົນຂອງການເຄືອນໄຫວຜະລິດທຸລະກິດ ຢູ່ບັນດາເສດຖະກິດພື້ນຖານທີ່ໄດ້ຮັບການປະຕິບັດໃນຂົງເຂດຜະລິດທຸລະກິດໃຫ້ແກ່ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຂະບວນວິວັດປະດິດສ້າງຊັບສິນວັດຖຸ, ສະໝອງບໍລິການໃຫ້ແກ່ບັນດາກົມກອງຜະລິດ ແລະ ການບໍລິການ.

ເນື້ອແທ້ຂອງການແບ່ງປັນທໍາອິດໃນການແບ່ງປັນລາຍຮັບຂອງບັນດາວິສາຫະກິດແມ່ນ:
  • ທົດແທນໃຫ້ແກ່ການຈ່າຍວັດຖຸທີ່ສູນເສຍໄປໃນຂະບວນວິວັດແຫ່ງການຜະລິດ ຫຼື ເຮັດບໍ່ລິການ.
  • ສ້າງຕັ້ງຄັງເງິນເດືອນໃຫ້ແກ່ກົມກອງເພື່ອຈ່າຍເງິນເດືອນໃຫ້ຄົນງານ.
  • ປະກອບສວ່ນເຂົ້າໃນການສ້າງຕັ້ງຄັງປະກັນໄພຕ່າງໆຄື: ປະກັນໄພວິສາຫະກິດ, ປະກັນໄພສັງຄົມ.
  • ລາຍຮັບບັນດາເຈົ້າຂອງກຳມະສິດ,ເຈົ້າຂອງກິດຈະການກ່ຽວກັບທຶນ ຫຼື ແຫ່ງຊັບພະຍາກອນທີຮັບໃຊ້ໃຫ້ການຜະລິດ ຫຼື ບໍລິການຂອງກົມກອງ.
ຂ. ແບ່ງປັນຄືນ.
ແມ່ນການສືບຕໍ່ແບ່ງປັນບັນດາສ່ວນລາຍຮັບ ທີ່ເກີດເນີດຂຶ້ນ ໃນການແບ່ງບັນຄັ້ງທຳອິດ ໃຫ້ແກ່ຄວາມຕ້ອງການໃຊ້ຈ່າຍ ເພື່ອປະຕິບັດພາລະບົດບາດໝ້າທີ ຫຼື ຕາມບັນດາຈຸດປະສົງຂອງ ບັດດາຄັງເງິນຕາ.

ຄວາມຈຳເປັນພາວະວິໄສຂອງການແບ່ງປັນຄືນ:
  • ຮັບປະກັນແຫຼ່ງການເງິນໃຫ້ແກ່ຂົງເຂດທີ່ບໍ່ຜະລິດວັດຖຸຄົງຕົວ ແລະ ພັດທະນາການແບ່ງປັນການແບ່ງປັນທຳອິດບໍ່ໄດ້ໄລ່ເຖີງຂົງເຂດນີ້.
  • ຜົນກະທົບທີ່ຕັ້ງໜ້າເຖີງເລື່ອງຫັນເປັນວິຊາສະເພາະ ແລະ ການແບ່ງປັນແຮງງານສັງຄົມໃນຂົງເຂດຜະລິດ, ສ້າງຕັ້ງໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ຊຸກຍູ້ກຳລັງຜະລິດໃນສັງຄົມໃຫ້ພັດ ທະນາດ້ວຍລະດັບສູງ ແລະ ໜັ້ນຄົງ.
  • ປະກອບສ່ວນປະຕິບັດຄວາມຍຸດຕິທຳສັງຄົມ ໃນການແບ່ງປັນຜ່ານມາດຕະການດັັດສົມ, ລົດຜ່ອນລາຍຮັບສູງ ແລະ ຊ່ວຍໜູນບັນດາລາຍຮັບຕໍ່າ.
2.ພາລະບົດບາດຕິດຕາມກວດກາ
ຈຸດສົງຄື:
  • ເປົ້າໝາຍຂອງການຕິດຕາມກວດກາການເງິນແມ່ນຂະບວນວິວັດເຄືອນໄຫວຂອງບັນດາແຫ່ງການເງິນ, ການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ.
  • ເຈົ້າກຳຂອງການຕິດຕາມກວດກາການເງິນກໍ່ແມ່ນເຈົ້າກຳນັ້ນເອງ.
  • ຜົນຂອງການກວດກາການເງິນແມ່ນຄົ້ນພົບ ແລະ ສະເໝີບັນດາມາດຕະການດັດແກ້ຂະບວນວິວັດແບ່ງປັນຕາມຈຸດໝາຍວາງອອກແນ່ໃສບັນລຸປະສິດທິຜົນສູງໃນການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ.
1.4.ລະບົບການເງິນ.
1.ຄວາມເຂົ້າໃຈກຽ່ວກັບລະບົບການເງິນ ແລະ ຂອດການເງິນ.
ລະບົບການເງິນ:
ແມ່ນສັງລວມບັນດາການເຄືອນໄຫວການເງິນໃນບັນດາຂົງເຂດຕ່າງໆ ຂອງພື້ນຖານເສດຖະກິດແຫ່ງຊາດ, ແຕ່ມີການພົວພັນ ຢ່າງສະໝິດແໝ້ນນຳກັນກ່ຽວກັບການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຢູ່ຕາມເຈົ້າກຳເສດຖະກິດສັງຄົມທີ່ເຄືອນໄຫວໃນບັນດາຂົງເຂດດັ່ງກ່າວ.

ຂອດການເງິນ:
ແມ່ນບ່ອນເຕົ້າໂຮມຂອງບັນດາແຫຼ່ງການເງີນ, ບ່ອນທີ່ມີການສ້າງຕັ້ງ ແລະ ນຳໃຊ້ບັນາຄັງເງິນຕິດພັນກັບການດຳເນີນພາລະໜ້າທີ່ຂອງເຈົ້າກຳໃນຂົງເຂດເຄື່ອນໄຫວ.

ບັນດາຂອດການເງິນລວມເຂົ້າກັນເປັນລະບົບໝື່ງທີ່ເປັນເອກກະພາບຍ້ອນວ່າ:
  • ບັນດາຂອດການເງິນມີທາດແທ້ ແລະ ພາລະບົດບາດດຽວກັນ.
  • ບັນດາການເຄື່ອນໃຫວການເງິນມີການພົວພັນ ຢ່າງສະໜິດແໜ້ນນຳກັນໃນການສ້າງຕັ້ງ, ນຳໃຊ້ບັນດາຄັງເງີນ, ແບ່ງປັນບັນດາແຫຼ່ງການເງິນ.
ລະບົບການເງິນລວມມີບັນດາຂອດການເງິນຄື:
  • ງົບປະມານແຫ່ງລັດ
  • ການເງິນວິສາຫະກິດ
  • ປະກັນໄພ
  • .ສິນເຊື່ອ
  • ການເງິນຂອງບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ.
2.ໝ້າທີຂອງບັນດາຂອດໃນລະບົບການເງິນ.
ປະກອບມີ 5 ໝ້າທີຄື:
  • ງົບປະມານແຫ່ງລັດ
  • ການເງິນວິສາຫະກິດ
  • ປະກັນໄພ
  • ສິນເຊື່ອ
  • ການເງິນບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ 
1.5.ນະໂຍບາຍການເງິນແຫ່ງຊາດ.
1.ນິຍາມ:
ແມ່ນນະໂຍບາຍການເງິນຂອງລັດ ກຽ່ວກັບການນຳໃຊ້ບັນດາເຄື່ອງມືການເງິນ, ລວມດ້ວຍລະບົບບັນດາທັດສະນະ, ຈຸດໜາຍ ແຜນນະໂຍບາຍ ແລະ ວິທີການກຽ່ວກັບການເງີນ - ເງິນຕາຂອງລັດ ທີ່ສອດຄ່ອງຈຸດພິເສດຂອງປະເທດຊາດໃນແຕ່ລະໄລຍະ, ແນ່ໃສ່ບຳລຸງ, ຂຸດຄົ້ນລະດົມ ແລະ ນຳໃຊ້ບັນດາແຫຼ່ງການເງິນໃນຫຼາຍຮູບຫຼາຍແບບ, ຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່ການດຳເນີນແຜນການ ແລະ ຍຸດທະສາດ ໃນການພັດທະນາເສດຖະກິດ - ສັງຄົມຂອງຊາດໃນແຕ່ລະໄລຍະໃຫ້ສອດຄ່ອງ.

ເນື້ອໃນຂອງນະໂຍບາຍການເງິນແຫ່ງຊາດມີດັ່ງນີ້:
  • ນະໂຍບາຍ ພັດທະນາແຫຼ່ງກຳລັງການເງິນ.
  • ນະໂຍບາຍ ຂຸດຄົ້ນລະດົມແຫຼ່ງກຳລັງການເງິນ.
  • ນະໂຍບາຍ ແບ່ງປັນ ແລະ ນຳໃຊ້ແຫຼ່ງກຳລັງການເງິນ.
ນະໂຍບາຍການເງິນ:
 ແມ່ນລັດຖະບານ ປ່ຽນແປງລະດັບ ການໃຊ້ຈ່າຍຂອງຕົນເພື່ອກະຕຸ້ນ ຫຼື ຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ.

ນະໂຍບາຍເງິນຕາ:
 ແມ່ນນະໂຍບາຍກ່ຽວກັບ ການສະໝອງເງິນຕາ ໃຫ້ເສດຖະກິດ.

ນະໂຍບາຍການເງິນ ປະກອບມີ 2 ແບບຄື:
  • ແບບຂະຫຍາຍ.
  • ແບບຮັດກຸມ.
1.ແບບຂະຫຍາຍ: 
 ແມ່ນຈະສົງເສີມການຜະລິດ ແລະ ເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນ.

2.ແບບຮັດກຸມ: 
 ແມ່ນຈະຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ ແລະ ຫຼຸດອັດຕາດອກເບ້ຍ.
ใหม่กว่า เก่ากว่า