ບົດຮຽນ ວິຊາ ທິດສະດີການເງິນ ພາກທີ 2 ງົບປະມານແຫ່ງລັດ


ພາກທີ 2
ງົບປະມານແຫ່ງລັດ

ຈຸດປະສົງ: ເມືອຜູ້ຮຽນຈະໄດ້ຮັບຮູ້ບັນຫາຫົວຂໍ້ດັ່ງນີ້:

2.1.ບັນດາບັນຫາທົ່ວໄປກ່ຽວກັບງົບປະມານແຫ່ງລັດ.
2.2.ລາຍຮັບງົບປະມານລັດ
2.3.ລາຍຈ່າຍງົບປະມານລັດ
2.4.ການຜັນແປຂອງຂະບວນວິວັດຄຸ້ມຄອງງົບປະມານລັດ.
2.5.ການຈັດຕັ້ງງົບປະມານລັດ ແລະ ແບ່ງຂັ້ນຄຸ້ມຄອງງົບປະມານລັດ

ຈຸດປະສົງລວມ:
ແມ່ນຈະອີງໃສ່ ກົດໝາຍວ່າດວ້ຍງົບປະມານແຫ່ງລັດ ແມ່ນຈະກໍານົດບັນດາ ຫຼັກການ, ລະບຽບການ, ມາດຕະການ ກຽວກັບການສາງແຜນ, ການຈັດຕັ້ງປະຕິບັດ, ການສະຫຼຸບ ແລະ ການກວດສອບ ງົບປະມານແຫ່ງລັດ ເພື່ອຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານ ໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ, ປະຕິບັດລາຍຈ່າຍງົບປະມານໃຫ້ໂປງໃສ, ປະຢັດມັດທະຍັດ, ມີປະສິດທິຜົນ, ເອກະພາບໃນຂອບເຂດທົ່ວປະເທດ, ຍົກສູງຄວາມຮັບຜິດຊອບຂອງອົງການລັດທຸກຂັ້ນ, ເພີ່ມຖານແຫຼ່ງລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ່າວ ເຮັດໃຫ້ການເງິນແຫ່ງຊາດ ມີສະຖຽນລະພາບ ແລະ ເຊື່ອມໂຍງເຂົ້າລະບົບການເງິນສາກົນແນ່ໃສປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຕໍ່ເນື່ອງ ແລະ ຍືນຍົງ.

2.1.ບັນດາບັນຫາທົ່ວໄປກ່ຽວກັບງົບປະມານແຫ່ງລັດ
2.1.1.ນິຍາມ ງົບປະມານແຫ່ງລັດ
ແມ່ນການຄາດຄະເນແຜນລາຍຮັບ ລາຍຈ່າຍຂອງລັດຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ. ງົບປະມານແຫ່ງລັດ ເປັນໃຈກາງຂອງລະບົບການເງິນແຫ່ງຊາດ, ເປັນເຄື່ອງມືຄຸ້ມຄອງ, ດັດສົມເສດຖະກິດມະຫາພາກເພື່ອຮັບ ປະກັນໃຫ້ເສດຖະກິດ ສັງຄົມມີການພັດທະນາ.

ການດຸນດຽງງົບປະມານແຫ່ງລັດ:
ໝາຍເຖິງ ການສົມທຽບລະຫວ່າງ ຕົວເລກລວມຍອດລາຍຮັບກັບ ຕົວເລກລວມຍອດລາຍຈ່າຍງົບປະມານແຫ່ງລັດ.

ງົບປະມານສົມດຸນ:
ໝາຍເຖິງ ງົບປະມານທີ່ມີຕົວເລກ ລວມຍອດລາຍຮັບ ເທົ່າກັບຕົວເລກ ລວມຍອດລາຍຈ່າຍ.

ງົບປະມານເກີນດຸນ:
ໝາຍເຖິງງົບປະມານທີ່ມີຕົວເລກ ລວມຍອດລາຍຮັບ ຫຼາຍກວ່າຕົວເລກ ລວມຍອດລາຍຈ່າຍ.

ງົບປະມານຂາດດຸນ:
ໝາຍເຖິງ ງົບປະມານ ທີ່ມີຕົວເລກ ລວມຍອດລາຍຮັບ ໜອຍກວ່າ ຕົວ ເລກລວມຍອດລາຍຈ່າຍ.

ຫົວໜ່ວຍງົບປະມານ:
ໝາຍເຖິງ ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ອົງການຈັດຕັ້ງຂອງລັດຂັ້ນທ້ອງຖິ່ນ ທີ່ໄດ້ຮັບມອບສິດຈາກລັດຖະບານ ໃນການສ້າງແຜນ, ການຈັດຕັ້ງປະຕິບັດ ແລະ ການສະຫຼຸບງົບປະມານແຫ່ງລັດ.

ປີງົບປະມານແຫ່ງລັດ:
ລວມມີ 12 ເດືອນ, ເລີມແຕ່ວັນທີ 1 ມັງກອນ ແລະ ສິ້ນສຸດລົງ ໃນວັນທີ 31 ທັນວາ ຂອງປີດຽວກັນ.

2.1.2.ຈຸດພິເສດຂອງງົບປະມານລັດ.
  • ການສ້າງຕັ້ງ ແລະ ນຳໃຊ້ຄັ້ງງົບປະມານລັດຍາມໃດກໍ່ຕິດພັນກັບກັບສິດອຳນາດ ແລະ ການດຳເນີດບັນດາພາລະຂອງລັດຢູ່ສະເໝີ ແລະ ລັດດຳເນີນບົນພື້ນຖານຂອງກົດໝາຍທີ່ແນ່ນອນ.
  • ງົບປະມານລັດແມ່ນກວມຜົນປະໂຫຍດລວມ.
  • ງົບປະມານລັດແມ່ນກວມມີລັກສະນະແບ່ງປັນຄືນເປັນຕົ້ນຕໍ.
  • ໃນຖານະແມ່ນຄັງເງິນຕາລວມສູນຂອງລັດ.
  • ການເຄືອນໄຫວຮັບ ແລະ ຈ່າຍງົບປະມານລັດໄດ້ຮັບການດຳເນີນຕາມຫຼັກການບໍ່ສົ່ງຄືນໂດຍກົງເປັນຕົ້ນ.
2.1.3.ບົດບາດຂອງງົບປະມານລັດ.
  • ຕອບສະໝອງກັບຄວາມຕ້ອງການໃຊ້ຈ່າຍຂອງງລັດ  ດວ້ຍການລະດົມແຫ່ງການເງິນໃນຂອບເຂດກວ້າງຂວາງທັງພາຍໃນປະເທດ ແລະ ຕ່າງປະເທດ. 
  • ງົບປະມານລັດແມ່ນ ເຄື່ອງມືຕົ້ນຕໍ່ໃນການແບ່ງປັນໂດຍກົງ ຫຼື ທາງອອ້ມບັນດາແຫ່ງການເງິນແຫ່ງຊາດ.
  • ແມ່ນເຄື່ອງມືເພື່ອດັດສົມຕະຫຼາດ, ເຮັດໃຫ້ລາຄາເປັນປົກກະຕິ ແລະ ຈຳກັດເງິນເຟີ້.
  • ງົບປະມານລັດແມ່ນ ເຄື່ອງມືປະສິດທິພາບຂອງລັດ ເພື່ອດັດແກ້ໃນຂົງເຂດລາຍຮັບ, ປະກອບສ່ວນແກ້ໄຂບັນຫາສັງຄົມ.
  • ງົບປະມານລັດ ມີບົດບາດສຳຄັນໃນການປັບປຸງ, ເພີມທະວີກຳລັງແຮງງານຂອງກົງຈັກລັດ, ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບປອດໄພ.
  • ງົບປະມານລັດ ກວດກາການເຄືອນໄຫວການເງິນອື່ນໆ, ຜ່ານການຕິດຕາມກວດກາການປະຕິບັດພັນທະເສຍສວ່ຍສາອາກອນ ແລະ ອື່ນໆໃຫ້ລັດ.
ຫຼັກການພື້ນຖານຂອງງົບປະມານແຫງລັດມີ 11 ຫຼັກການດັ່ງນີ້:
  • ການລວມສູນ ແລະ ຄວາມຄົບຖວນ.
  • ຄວາມໝັ້ນຄົງຂອງງບປະມານ.
  • ຄວາມເປັນເອກະພາບ.
  • ການຂາດດຸນງບປະມານແຫງລັດ.
  • ການດຸນດຽງງບປະມານແຫງລັດ.
  • ປະສິດທິຜົນ ແລະ ຄວາມສາມາດກວດສອບໄດ້.
  • ການແບງຄວາມຮັບຜິດຊອບ ກຽວກັບລາຍຮັບ ແລະ ລາຍຈາຍງບປະມານແຫງລັດ ລະຫວາງສູນກາງ ແລະ ທອງຖິ່ນ.
  • ການຄຸມຄອງລວມສູນຕາມສາຍຕັ້ງ.
  • ການຈັດສັນງບປະມານແຫງລັດ. 
  • ຄວາມຮັບຜິດຊອບ.
  • ຄວາມສະເໝີພາບບົດບາດຍິງ-ຊາຍ. 
ໂຄງປະກອບຂອງ ງົບປະມານແຫ່ງລັດ:
  • ລາຍຮັບງົບປະມານແຫ່ງລັດ
  • ລາຍຈ່າຍງົບປະມານແຫ່ງລັດ
  • ການດຸນດຽ່ງງົບປະມານແຫ່ງລັດ. 
2.2.ລາຍຮັບງົບປະມານລັດ
ລາຍຮັບງົບປະມານລັດປະກອບມີພາກສວ່ນຕ່າງໆຄື:
  • ເນື້ອໃນເສດຖະກິດຂອງລາຍຮັບງົບປະມານລັດ
  • ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ
  • ຄວາມສຳຄັນຂອງຫງົບປະມານລັດ
  • ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ
ການຈັດຕັ້ງເກັບລາຍຮັບ ງົບປະມານແຫ່ງລັດ ມີດັ່ງນີ້: 
  • ຂະແໜງການການເງິນ.
  • ບັນດາການຈັດຕັ້ງຂອງລັດ,ບັນດາກອງທຶນ,ອົງການບໍລິຫານວິຊາການ ທີ່ໄດຮັບມອບສິດ ຈາກລັດຖະບານຕາມການສະເໜີຂອງກະຊວງການເງິນ.
ລາຍຮັບງົບປະມານແຫ່ງລັດ ມີ 4 ແຫຼ່ງຄື:
  • ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ.
  • ລາຍຮັບບໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ.
  • ລາຍຮັບຈາກການຊ່ວຍເຫຼືອລ້າ.
  • ລາຍຮັບຈາກການປະກອບສ່ວນຂອງສັງຄົມ.
 ລາຍຮັບຈາກ ພາສີ ແລະ ສວ່ຍສາອາກອນ ທາງກົງ ມີດັ່ງນີ້:
  • ອາກອນກຳໄລ
  • ອາກອນລາຍໄດ້
  • ອາກອນມອບເໝົາ
  • ອາກອນສິ່ງແວດລອມ
  • ຄ່າທຳນຽມ, ຄ່າບໍລິການວິຊາການ
ລາຍຮັບຈາກ ພາສີ ແລະ ສວ່ຍສາອາກອນ ທາງອອມ ມີດັ່ງນີ້:
  • ອາກອນມູນຄ່າເພີ່ມ
  • ອາກອນຊົມໃຊ້
  • ຄ່າພາກຫຼວງ
  • ພາສີຂາອອກ-ຂາເຂົ້າ
  • ລາຍຮັບອື່ນ.
ລາຍຮັບບ່ໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ ມີດັ່ງນີ້: 
  • ຄ່າເຊົ່າ
  • ຄ່າສຳປະທານ
  • ຄ່າບິນຜ່ານ
  • ເງິນປັນຜົນ
  • ຄ່າສຳຫຼວດ
  • ດອກເບ້ຍເງິນກູ້ຢືມ
  • ການປັບໃໝ່, ການຂາຍເຄື່ອງຍຶດ ແລະ ເຄື່ອງຮິບ
  • ລາຍຮັບອື່ນ
ລາຍຮັບຈາກການຊວ່ຍເຫຼືອລ້າ ລວມມີ 2 ແຫຼ່ງ ດ້ວຍຮູບການເປັນເງິນສົດ ຫຼື ວັດຖຸ ດັ່ງນີ້:
  • ລາຍຮັບຊ່ວຍເຫຼືອລ້າ ຈາກລັດຖະບານຕ່າງປະເທດ
  • ລາຍຮັບຊ່ວຍເຫຼືອລ້າ ຈາກອົງການຈັດຕັ້ງສາກົນ
ລາຍຮັບຈາກການປະກອບສ່ວນຂອງສັງຄົມ ມີ ດັ່ງນີ້:
  • ລາຍຮັບຈາກການປະກັນສັງຄົມ
  • ລາຍຮັບຈາກການປະກອບສ່ວນຂອງສັງຄົມ
  • ລາຍຮັບອື່ນ
2.2.1.ເນື້ອໃນເສດຖະກິດຂອງລາຍຮັບງົບປະມານ.
ລາຍຮັບງົບປະມານແບ່ງອອກເປັນ 2 ພາກສວ່ນຄື:
1.ຈຸລາຍຮັບປົກກະຕິ: 
ມີລັກສະນະບັງຄັບຄື: ສວ່ຍສາອາກອນ, ຄ່າທຳນຽມ.
2.ຈຸລາຍຮັບບໍ່ປົກກະຕິ: 
  • ລວມມີບັນດາລາຍຮັບຈາກການເຄືອນໄຫວເສດຖະກິດຂອງລັດ.
  • ລາຍຮັບຈາກການເຄື່ອນໄຫວວິຊາການ
  • ລາຍຮັບຈາກການຂາຍ ຫຼື ໃຫ້ເຊົ້າຊັບສົມບັດທີ່ຂຶ້ນກັບກຳມະສິດລັດ.
  • ເງິນລາຍຮັບກ່ຽວກັບການຮວ່ມມືແຮງງານກັບຕ່າງປະເທດ.
2.2.2.ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ
  • ລາຍຮັບຂອງ GDP ຕົກຕ່ຳ.
  • ອັດຕາດອກເບ້ຍໃນພື້ນຖານເສດຖະກິດມີຜົນກະທົບ.
  • ຜົນກະທົບທາງດ້ານຊັບພະຍາກອນທຳມະຊາດຄຸກຄາມ.
  • ລາຍຮັບງົບປະມານລັດມີຜົນກະທົບເພີ່ມຂື້ນ ແລະ ຫຼຸດລົງຕາມອັດຕາສ່ວນຂອງລາຍຮັບງົບປະມານລັດ.
  • ລະບົບການຈັດຕັ້ງກົງຈັກລັດຍັງບໍ່ທັນຫັດກຸມ ແລະ ກະທັດລັດ, ບໍ່ບັນລຸປະສິດທິຜົນສູງ ແລະ ການໝີ້ພາສີອາກອນ.
2.2.3.ຄວາມສຳຄັນຂອງ ງົບປະມານລັດ.
  • ຮັບປະກັບການຈ່າຍໃຫ້ການເຄືອນໄຫວຂອງກົງຈັກບໍລິຫານລັດ ແລະ ການເຄື່ອນໄຫວຂອງລັດ.
  • ລາຍຮັບງົບປະມານລັດສ້າງເປັນແຫ່ງການເງິນ ເພື່ອລົງທຶນພັດທະນາເສດຖະກິດ ລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ກິດຈະກຳສາທາລະນະຕ່າງໆ.
  • ແມ່ນໝຶ່ງໃນຈຳນວນເຄື່ອງມື ດັດສົມມະຫາພາກພື້ນຖານເສດຖະກິດຂອງລັດ, ດັດແກ້ອົງປະກອບເສດຖະກິດ ໃຫ້ສົມເຫດສົມຜົນໃນແຕ່ລະໄລຍະ.
2.2.4.ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ.
ສວ່ຍສາອາກອນແມ່ນ:
ພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ, ການດຳເນີນການຜະລິດທຸລະກິດ, ການຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ແລະ ຕ່າງປະເທດຊຶ່ງຕ້ອງເສຍອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ.

ອາກອນແມ່ນ:
ແມ່ນ ຮູບການປະກອບພັນທະຕາມກົດໝາຍ ກຳນົດໄວ້ຂອງບັນດານິຕິບຸກຄົນໃຫ້ແກ່ລັດ, ແນ່ໃສ່ຕອບສະໝອງຄວາມຕ້ອງການໃນການໃຊ້ຈ່າຍຂອງລັດ.

1.ຈຸດພິເສດອັນເປັນພື້ນຖານຂອງອາກອນ
  • ຮູບການລະດົມທີ່ມີລັກສະນະບັງຄັບບົນຫຼັກການທີ່ມີກົດໝາຍກໍານົດ.
  • ການປະກອບສວ່ນໂດຍກົງໂດຍບໍ່ຕ້ອງສົ່ງຄືນໃຫ້ຜູ້ເສຍໂດຍກົງ
  • ອາກອນແມ່ນຮູບການປະສວ່ນທີ່ໄດ້ຮັບການກຳນົດໄວ້ກ່ອນ.
  • ອາກອນແມ່ນຮູບການແບ່ງປັນຄືນ ແລະ ໄດ້ຮັບມາຈາກທຸກພາກສ່ວນເສດຖະກິດ ແລະ ປະຊາຊົນຊັ້ນຄົນ.
2.ບັນດາປັດໃຈສ້າງເປັນປະເພດອາກອນ
  • ຜູ້ເສຍອາກອນ
  • ຜູ້ຖືກເສຍອາກອນ
  • ເປົ້າໝາຍທີ່ຖືກເກັບອາກອນ
  • ພື້ນຖານເພື່ອຄິດໄລ່ອາກອນ
  • ອັດຕາອາກອນ
  • ຫົວໝ່ວຍຄິດໄລ່ອາກອນ
  • ລາຄາຄິດໄລ່ອາກອນ
  • ຈຸດເລີ່ມຕົ້ນເກັບອາກອນ
  • ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນ
3.ປະເພດອາກອນ
ຖືກແບ່ງອອກເປັນ 2 ປະເພດຄື:
1.ອາກອນຖືກເກັບທາງກົງ: 
ແມ່ນຮູບການເກັບໂດຍກົງກັບຜູ້ຕ້ອງເສຍອາກອນເປົ້າໝາຍ ທີ່ຕ້ອງເສຍອາກອນ ແລະ ເປົ້າໝາຍເສຍອາກອນ.

2.ອາກອນຖືກເກັບທາງອ້ອມ:
ແມ່ນຮູບການອາກອນຊຶ່ງຜູ້ເສຍອາກອນ ແລະ ຜູ້ຕ້ອງເສຍອາກອນແມ່ນບໍ່ຄືກັນ.

4.ຫຼັກການສ້າງຕັ້ງລະບົບອາກອນ.
ຫຼັກການກໍານົດທິດມີ 7 ຫຼັກການຄື:
  • ຫຼັກການເກັບອາກອນຕາມຜົນປະໂຫຍດ
  • ຫຼັກການເກັບອາກອນຕາມຄວາມສາມາດ
  • ຫຼັກການລະອຽດ
  • ຫຼັກການປົກເປັນປົກກະຕິ ແລະ ຍາວນານ
  • ຫຼັກການຮັບປະກັນຄວາມຍຸດຕິທຳ.
  • ຫຼັກການຈະເເຈ້ງ, ແນ່ນອນ
  • ຫຼັກການງ່າຍດາຍ
2.3.ລາຍຈ່າຍງົບປະມານລັດ
2.3.1.ຈຸດພິເສດຂອງລາຍຈ່າຍງົບປະມານລັດ
ແມ່ນການແບ່ງປັນ ແລະ ນໍາໃຊ້ຄັງງົບປະມານລັດ, ແນ່ໃສ່ຮັບປະກັນດຳເນີນການພາລະຂອງລັດຕາມຫຼັກການທີ່ແນ່ນອນ.
ລາຍຈ່າຍງົບປະມານລັດມີຈຸດພິເສດດັ່ງນີ້:
  • ປະສິດທິຜົນການຈ່າຍງົບປະມານລັດໄດ້ຮັບການພິຈາລະນາໃນຂັ້ນມະຫາພາກ ແລະ ມີປະສິດທິຜົນເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ.
  • ລາຍຈ່າຍງົບປະມານລັດ ແມ່ນພາກສ່ວນໝຶ່ງໃນການສ້າງຕັ້ງ ແຫ່ງຂົນຂວາຍການເງິນ ແລະ ມັນໄດ້ຕິດພັນກັບການເຄື່ອນໄຫວ ຂອງບັນດາມາດຕະເກນຄຸນຄ່າອືນໆເຊັ່ນ: ສິນເຊື່ອ, ອາກອນ, ອັດຕາແລກປ່ຽນ.
ການຈັດປະເພດລາຍຈາ່ຍງົບປະມານແຫ່ງລັດ ຕາມການຈັດແບ່ງທາງດ້ານເສດຖະກິດ ມີດັ່ງນີ້: 
  • ລາຍຈ່າຍບໍລິຫານປົກກະຕິ.
  • ລາຍຈ່າຍການລົງທຶນຂອງລັດ.
ລາຍຈ່າຍບໍລິຫານປົກກະຕິ:
ລາຍຈາຍຮັບໃຊກົງຈັກຂອງລັດ, ແນວລາວສາງຊາດ, ອົງການຈັດຕັ້ງມະຫາຊົນ, ກຳລັງປອງກັນຊາດປອງກັນຄວາມສະຫງົບປະກອບດວຍ: 
  • ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ
  • ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ
  • ລາຍຈ່າຍບໍລິຫານ ແລະ ຊື້ໃໝ່ ຮັບໃຊ້ກົງຈັກລັດ
  • ລາຍຈ່າຍດັດສົມ ແລະ ສົ່ງເສີມ
ລາຍຈ່າຍທາງດ້ານການເງິນອື່ນໆ ທີ່ລັດຖະບານຮັບຜິດຊອບ ປະກອບດ້ວຍ:
  • ເງິນພັນທະບໍາລຸງໃຫ້ອົງການສາກົນ
  • ລາຍຈ່າຍດອກເບ້ຍ
  • ລາຍຈ່າຍເຂົ້າຄັງສະສົມແຫ່ງລັດ
  • ລາຍຈ່າຍຄ້າງຊໍາລະປີຜ່ານມາ
  • ລາຍຈ່າຍອື່ນໆ. 
ລາຍຈ່າຍການລົງທຶນຂອງລັດ:
ແມ່ນການນຳໃຊ້ທຶນຈາກງົບປະມານແຫ່ງລັດ ລວມມີ ແຫຼ່ງທຶນພາຍໃນ. ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ເຂົ້າໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊື້, ລົງທຶນ ຫຼື ເຂົ້າຮຸ້ນນຳວິສາຫະກິດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ທີ່ມີອາຍຸນໍາໃຊ້ ເກີນໜຶ່ງປີຂຶ້ນໄປ.

2.3.2.ເນື້ອໃນຈ່າຍງົບປະມານລັດ.
  • ຈ່າຍໃຫ້ການລົງທຶນພັດທະນາລວມມີການຈ່າຍໃຫ້ການກໍ່ສ້າງພື້ນຖານໂຄງລ່າງ.
  • ຈ່າຍໃຫ້ວິຊາການເສດຖະກິດ
  • ຈ່າຍໃຫ້ສາທາລະນະສຸກ
  • ຈ່າຍໃຫ້ການສຶກສາບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ
  • ຈ່າຍໃຫ້ວັດທະນາທໍາ, ກິລາກາຍະບໍລິຫານ
  • ຈ່າຍກ່ຽວກັບສັງຄົມ
  • ຈ່າຍໃຫ້ການຄຸ້ມຄອງລັດ, ພັກ, ອົງການຈັດຕັ້ງມະຫາຊົນ.
  • ຈ່າຍໃຫ້ປ້ອງກັນຊາດປ້ອງກັນຄວາມສະຫງົບ.
  • ຈ່າຍໃຫ້ການຊວ່ຍເຫຼືອ, ຈ່າຍໃຫ້ການກູ້ຢືມ, ຈ່າຍໃຫ້ສົງໝີ້ ແລະ ດອກເບ້ຍ.
2.3.3.ບັນດາປັດໄຈເປັນຜົນສະທ້ອນເຖິງການຈ່າຍງົບປະມານລັດ.
  • ການພັດທະນາຂອງກຳລັງການຜະລິດ.
  • ຄວາມສາມາດສະສົມໃນພື້ນຖານເສດຖະກິດ ປັດໄຈດັ່ງກ່າວສະແດງໃຫ້ເຫັນຄວາມສາມາດໃນການຈ່າຍໃຫ້ການລົງທຶນ ພັດທະນາເສດຖະກິດ.
  • ຮູບການຈັດຕັ້ງກົງຈັກ ແລະ ໝ້າທີ່ເສດຖະກິດສັງຄົມຊຶ່ງລັດຮັບຜິດຊອບແຕ່ລະໄລຍະ.
2.3.4.ຫຼັກການຈ່າຍງົບປະມານລັດ:
  • ຫຼັກການຜູກພັນຢ່າງແໝ້ນເຂົ້າກັບງົບປະມານລັດ.
  • ຫຼັກການຮັບປະກັນຄວາມຮຽກຮ້ອງ ໃຫ້ປະຫຍັດ ແລະ ປະສິດທິຜົນໃນການຈັດວາງການຈ່າຍງົບປະມານລັດ.
  • ຫຼັກການຈ່າຍງົບປະມານລັດເຕົ້າໂຮມມີຈຸດໝັກ.
  • ຫຼັກການແບ່ງຂັ້ນຈ່າຍງົບປະມານລັດຕິດພັນກັບໝ້າທີ່ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.
  • ຫຼັກການຈັດຕັ້ງການຈ່າຍງົບປະມານໃນການປະສານສົມທົບຢ່າງແໝ້ນແຟ້ນກັບຈຳນວນເງິນຕາ, ດອກເບ້ຍ, ອັດຕາແລກປ່ຽນ ເພື່ອສ້າງເປັນເຄື່ອງມືສັງລວມ.
ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະຕິບັດ ດັ່ງນີ້:
  • ຕ້ອງຢູໃນແຜນງົບປະມານປະຈໍາປີ
  • ຕ້ອງໄດ້ຮັບການອະນຸມັດ
  • ຕ້ອງໃຫ້ຖືກຕາມເປົ້າໝາຍລາຍຈ່າຍ
  • ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກາໍນົດໝາຍການໃຊ້ຈ່າຍ
  • ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງການ ຫຼື ໄດ້ຮັບມອບສິດ.
2.3.5.ຈ່າຍເກີນງົບປະມານລັດ.
ແມ່ນຈໍານວນຕົວເລກຜິດໂຕນລະຫວ່າງຈ່າຍງົບປະມານລັດຫຼາຍກ່ວາລາຍຮັບງົບປະມານລັດ.
ບັນດາປະເພດຈ່າຍເກີນງົບປະມານ:
  • ຈ່າຍເກີນໂຄງປະກອບ ແມ່ນການຈ່າຍເກີນທີ່ເກີດຂຶ້ນຍ້ອນມີການປ່ຽນແປງນະໂຍບາຍລາຍຮັບ - ລາຍຈ່າຍ ຂອງລັດ.
  • ຈ່າຍເກີນຮອບໝູນວຽນ ແມ່ນການຈ່າຍເກີນໂດຍມີການປ່ຽນແປງຮອບໝູນວຽນເສດຖະກິດ.
ບັນດາວິທີການທີ່ເປັນພື້ນຖານໃນການແກ້ໄຂການຈ່າຍເກີນງົບປະມານລັດ:
ຈະມີ 2 ວິທີຄື
1.ວິທີສະເພາະໝ້າ:
  • ໄປກູ້ຢືມຢູ່ຕ່າງປະເທດ ແລະ ຕ່າງປະເທດເພື່ອທົດແທນໃຫ້ການໃຊ້ຈ່າຍ.
  • ຈຳໝ່າຍເງິນສົດເພື່ອແທນໃຫ້ການຈ່າຍເກີນ.
2.ວິທີການຍາວນານ:
  • ການລົດຜ່ອນການຈ່າຍງົບປະມານລັດ.
  • ການເພີມລາຍຮັບງົບປະມານລັດ.
3.4.ການຜັນແປຂອງຂະບວນວິວັດຄຸ້ມຄອງງົບປະມານ.
3.4.1.ຂຶ້ນແຜນງົບປະມານ.
1.ການຂຶ້ນແຜນງົບປະມານ
ແມ່ນ ຂຶ້ນແຜນງົບປະມານລາຍຮັບ ລາຍຈ່າຍ ຂອງງົບປະມານໃນໝຶ່ງປີ. ການຂຶ້ນແຜນງົບປະມານແມ່ນວຽກງານເລີ່ມຕົ້ນໃນຂະບວນວິວັດງົບປະມານເປັນຮູບປະທຳ.
ການສ້າງແຜນງົບປະມານແຫ່ງລັດປະຈຳປີ ໃຫ້ປະຕິບັດມີດັ່ງນີ້:
  • ສ້າງບົນພື້ນຖານແຜນການເງິນໄລຍະກາງ, ໄລຍະຍາວ.
  • ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ແຜນພັດທະນາເສດຖະກິດ -  ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອຮັບປະກັນສະຖຽນລະພາບທງດ້ານການເງິນ.
  • ປະຕິບັດຫຼັກການລວມສູນປະຊາທິປະໄຕ ດ້ວຍການເຂົ້າຮ່ວມ ຂອງຂະແໜງການທີ່ກ່ຽວຂ້ອງ.
  • ເລີ່ມຈາກຫົວນ່ວຍງົບປະມານແຕ່ລະຂັ້ນຂຶ້ນມາຕາມຄຳສັ່ງ, ຕົວເລກຊີ້ນໍາຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງການເງິນ.
2.ສະສົມໃຫ້ຂຶ້ນແຜນງົບປະມານລັດ.
  • ການຂຶ້ນແຜນລາຍຮັບລາຍຈ່າຍງົບປະມານລັດ ໄດ້ຮັບການສ້າງຕັ້ງຂຶ້ນອີງບົນລະບົບລະບອບນະໂຍບາຍ ແລະ ມາດຕະຖານວາງກຳນົດທີ່ຖືກຕ້ອງສອດຄອງກັບພຶດຕິກຳເສດຖະກິດສັງຄົມ.
  • ຂຶ້ນແຜນລາຍຮັບລາຍຈ່າຍງົບປະມານລັດ ຕ້ອງດຳເນີນຖືກຕ້ອງຕາມຂັ້ນຕອນ ແລະ ເວລາທີ່ໄດ້ກຳນົດໄວ້.
  • ຮັບປະກັນສາຍພົວພັນທີ່ຖືກຕ້ອງລະຫວ່າງແຜນການທີ່ເປັນວັດຖຸ ແລະ ແຜນການຄຸນຄ່າໃນສະພາບການສະໝອງ ແລະ ຄວາມຕ້ອງການລາຄາມີການຜັນເເປເປັນປະຈຳ. 
3.ບ່ອນອີງເພື່ອຂຶ້ນແຜນງົບປະມານ.
  • ອີງໃສ່ທິດທາງ, ແຜນນະໂຍບາຍ, ໝ້າທີ່ພັດທະນາເສດຖະກິດ, ວັດທະນາທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະປານກາງ ແລະ ໄລຍະຍາວນານ.
  • ອີງໃສ່ບັນດາການໃຊ້ຈ່າຍຂອງແຜນການພັດທະນາເສດຖະກິດ - ສັງຄົມຂອງລັດໃນປີ.
  • ອີງໃສ່ລະບົບບັນດານະໂຍບາຍ, ລະບອບ, ອັດຕາກຳນົດລະດັບລາຍຮັບ, ລາຍຈ່າຍຂອງງົບປະມານລັດ.
  • ອີງໃສ່ໝາກຜົນຂອງການໄຈ້ແຍກການປະຕິບັດແຜນງົບປະມານໃນໄລຍະກ່ອນເພື່ອເພີ່ມເຕີ່ມບັນດາບົດຮຽນທີ່ຈຳເປັນໃຫ້ການຂຶ້ນແຜນຂອງໄລຍະແຜນການ.
3.4.2.ການປະຕິບັດງົບປະມານລັດ.
ແມ່ນການດຳເນີນແຜນງົບປະມານລັດທີ່ໄດ້ຮັບການອະນຸມັດແລ້ວ. ເນື້ອໃນລວມມີ: ຈັດຕັ້ງການເກັບງົບປະມານລັດ ແລະ ຈັດວາງສະໝອງງົບປະມານລັດ ໃຫ້ແກ່ຄວາມຕ້ອງການຕ່າງໆ ທີ່ໄດ້ຮັບການອະນຸມັດແລ້ວ.

3.4.3.ການສະສາງງົບປະມານລັດ.
ແມ່ນ ໄລຍະສະຫຼຸບ ຕີລາຄາໝາກຜົນການເຄືອນໄຫວທັງໝົດຂອງງົບປະມານລັດ ຫຼັງສົກປີງົບປະມານ ແມ່ນຂອດສຸດທ້າຍຂອງຂະບວນວິວັດຄຸ້ມຄອງງົບປະມານລັດ.

3.5.ການຈັດຕັ້ງລະບົບງົບປະມານລັດ ແລະ ຂັ້ນຄຸ້ມຄອງງົບປະມານລັດ
3.5.1.ຈັດຕັ້ງລະບົບງົບປະມານລັດ.
  • ຫຼັກການຈັດຕັ້ງລະບົບງົບປະມານລັດ
  • ເງື່ອນໄຂສ້າງຕັ້ງງົບປະມານ
1.ຫຼັກການຈັດຕັ້ງລະບົບງົບປະມານລັດ.
  • ຫຼັກການເອກະລາດ, ລວມສູນ, ປະຊາທິປະໄຕ.
  • ຫຼັກການຮັບປະກັນລັກສະນະສອດຄ່ອງລະຫວ່າງຂັ້ນງົບປະມານ ແລະ ຂັ້ນອຳນາດປົກຄອງລັດ.
2.ເງືອນໄຂສ້າງຕັ້ງງົບປະມານ.
  • ມີອຳນາດການປົກຄອງຂັ້ນໝຶ່ງຕັ້ງຢູ່ໃນເຂດພື້ນທີ່ໝຶ່ງໄດ້ຮັບການຍືນຍັນ ເປັນຜູ້ດຳເນີນໝ້າທີ່ພັດທະນາເສດຖະກິດ.
  • ຄວາມສາມາດແຫ່ງລາຍຮັບໃນເຂດພື້ນທີ ເຊິ່ງຂັ້ນອຳນາດປົກຄອງ ສາມາດຕອບສະໝອງໄດ້ສ່ວນໃຫ່ຍຄວາມຕ້ອງການໃຊ້ຈ່າຍຂອງອຳນາດການປົກຄອງ.
3.5.2.ແບ່ງຂັ້ນຄຸ້ມຄອງງົບປະມານລັດ.
ແມ່ນການແບ່ງຂອບເຂດສິດອຳນາດ, ຄວາມຮັບຜິດຊອບລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການຄຸ້ມຄອງ ແລະ ຊີນຳງົບປະມານລັດ.

1.ຄວາມຮຽກຮ້ອງໃນການແບ່ງຂັ້ນຄຸ້ມຄອງງົບປະມານລັດ.
  • ເພື່ອຮັບປະກັນລັກສະນະເປັນເອກະພາບຂອງງົບປະມານລັດ.
  • ການແບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງສອດຄ່ອງກັບການແບ່ງຂັ້ນຄຸ້ມຄອງຂອງບັນດາຂົງເຂດອືນໆຂອງລັດ.
  • ເນື້ອໃນ ຂອງການເເບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງສອດຄ່ອງກັບລັດຖະທະມະນູນ ແລະ ກົດໝາຍທີ່ກຳນົດ ແລະ ໝ້າທີ່.
  • ສະພາແຫ່ງຊາດ ຕົກລົງແຜນງົບປະມານລັດແບ່ງປັນງົບປະມານສູນກາງ, ອະນຸມັດຊຳລະສະສາງງົບປະມານລັດ, ສະພາປະຊາຊົນຂັ້ນຕ່າງໆ.
2.ເນື້ອໃນແບ່ງຂັ້ນຄຸ້ມຄອງງົບປະມານລັດ.
  • ແກ້ໄຂສາຍພົວພັນສິດ ອຳນາດລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການປະກາດໃຊ້ບັນນະໂຍບາຍ, ລະບອບລາຍຮັບ, ລາຍຈ່າຍ ແລະ ລະບອບຄຸ້ມຄອງງົບປະມານລັດ.
  • ແກ້ໄຂສາຍພົວພັນໃນຂະບວນວິວັດແຫ່ງການປະຕິບັດງົບປະມານ.
3.ຫຼັກການແບ່ງຂັ້ນງົບປະມານລັດ
  • ຫຼັກການແບ່ງຂັ້ນຄຸ້ມຄອງງົບປະມານລັດ ຕ້ອງໄດ້ການດຳເນີນຄົບຊຸດ ກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ແລະ ການຈັດຕັ້ງກົງຈັກບໍລິຫານ.
  • ຫຼັກການຮັບປະກັນບົດບາດ ເປັນຜູ້ຊີ້ນຳຂອງງົບປະມານສູນກາງ ແລະ ຈຸດທີ່ຕັ້ງເປັນເອກກະລາດ ຂອງງົບປະມານທ້ອງຖິ່ນໃນລະບົບງົບປະມານລັດທີ່ເປັນເອກກະພາບ.
  • ຫຼັກການຮັບປະກັນ ຫຼັກການຍຸດຕິທຳ ໃນການແບ່ງຂັ້ນຄຸ້ມຄອງງົບປະມານ.

ใหม่กว่า เก่ากว่า