ຂະໝານຕອບ ວິຊາ ທຸລະກິດເງິນຕາຕ່າງປະເທດ


ບົດທີ 1
ຄວາມຮູ້ກ່ຽວກັບການເງິນລະຫວ່າງປະເທດ
1.ຂະບວນການກໍາເນີດການເງິນລະຫວ່າງປະເທດມີສາເຫດມາຈາກໃສ ?
  • ມາຈາກການຊື້ - ຂາຍ ແລະ ການບໍລິການ
  • ການນໍາເຂົ້າ ແລະ ການສົ່ງອອກສິນຄ້າລະຫວ່າງປະເທດ
  • ການຊຳລະຄ່າສິນຄ້າ ແລະ ບໍລິການ ລະຫວ່າງປະເທດ
  • ການບໍລິການກູ້ຢືມ ແລະ ການລົງທຶນລະຫວ່າງປະເທດ
  • ການຊວ່ຍເຫຼືອ ແລະ ການເຄື່ອນຍ້າຍຊັບສິນລະຫວ່າງປະເທດ.
2.ຍ້ອນສາເຫດອັນໃດຈິ່ງເກີດມີການເງິນລະຫວ່າງປະເທດ ?
  • ບໍລິສັດຂ້າມຊາດ                
  • ລະບົບອັດຕາແລກປ່ຽນເງິນຕາໄດ້ປ່ຽນຈາກລະບົບຄົງທີ່ ໄປເປັນລະບົບລອຍຕົວ 
  • ຕະຫຼາດເງິນ ແລະ ຕະຫຼາດທຶນໃນພາກພື້ນຕ່າງໆ ຂອງໂລກມີການລວມຕົວກັນຫຼາຍຂຶ້ນ 
3.ການເງິນລະຫວ່າງປະເທດ ແມ່ນຫຍັງ ?
ເປັນການສະແດງຄວາມສຳພັນທາງດ້ານການເງິນລະຫວ່າງປະເທດໝຶ່ງກັບອີກປະເທດໝຶ່ງ ຊຶ່ງຄວາມສຳພັນນີ້ສືບເນື່ອງມາຈາກ ການຄ້າຂາຍລະຫວ່າງປະເທດ ການກູ້ຢືມເງິນ ແລະ ການຊຳລະໝີ້ ການລົງທຶນລະຫວ່າງປະເທດ ແລະ ການຊວ່ຍເຫືອກັນລະຫວ່າງປະເທດ.

4.ບໍລິສັດຂ້າມຊາດມີຈຸດພິເສດ ແລະ ພາລະບົດບາດແນວໃດຕໍ່ກັບການຂະຫຍາຍຕົວຂອງເສດຖະກິດໂລກ ?
ຈຸດພິເສດ:
  • ເປັນບໍລິສັດທີໃຫ່ຍ ແລະ ມີງົບປະມານຫຼາຍ.
  • ເປັນບໍລິສັດທີໄດ້ຮັບຜົນສະທ້ອນຈາກປັດໃຈເສດຖະກິດ ແລະ ການເມືອງຫຼາຍ.
ພາລະບົດບາດ:
  • ຊຸກຍູ້ໃຫ້ເສດຖະກິດໃນພາກພື້ນສາມາດເຊື່ອມໂຍງກັບສາກົນໄດ້.
  • ປະກອບສວ່ນຊຸກຍູ້ໃຫ້ລາຍໄດ້ແຫ່ງຊາດເພີ່ມຂຶ້ນ
  • ປະກອບສ່ວນໃນການສ້າງວຽກເຮັດງານທໍາ.
5.ບໍລິສັດຂ້າມຊາດ ແມ່ນຫຍັງ ?
ແມ່ນປະເພດບໍລິສັດທີ່ເຄື່ອນໄຫວທຸລະກິດ ແລະ ສະໝອງການບໍລິການຢູ່ຢ່າງໝອ້ຍສອງປະເທດຂຶ້ນໄປ ເຊັ່ນ:
  • ບໍລິສັດIBM
  • ບໍລິສັດ Microsoft
  • ບໍລິສັດ Pepsi
  • ບໍລິສັດ Honda
  • ອືນໆ.
6.ລະບົບອັດຕາແລກປ່ຽນເງິນຕາໄດ້ປ່ຽນຈາກຄົງທີໄປເປັນລະບົບລອຍຕົວ ແມ່ນແນວໃດ ?
  • ຈະເຮັດໃຫ້ມີຄວາມສ່ຽງຈາກອັດຕາແລກປ່ຽນເງິນຕາຕ່າງປະເທດໄດ້ເພີມສູງຂຶ້ນຢ່າງຫຼວງຫຼາຍ.
  • ທຸລະກິດທີກ່ຽວຂ້ອງກັບການຄ້າ ແລະ ການລົງທຶນລະຫວ່າງປະເທດຈະມີໂອກາດຂາດທຶນຈາກອັດຕາແລກປ່ຽນ.
7.ລະບົບອັດຕາແລກປ່ຽນຄົງທີ ແມ່ນຫຍັງ ?
ແມ່ນ ລະບົບອັດຕາແລກປ່ຽນທີ່ບໍ່ມີການປ່ຽນແປງ, ບໍ່ຂຶ້ນກັບອຸປະສົງ ແລະ ອຸປະທານ, ລັດຖະບານສາມາດເຂົ້າໄປແຊກແຊງໄດ້.

8.ລະບົບອັດຕາແລກປ່ຽນແບບເສລີ ແມ່ນຫຍັງ ?
ແມ່ນ ລະບົບອັດຕາແລກປ່ຽນທີ່ມີການປ່ຽນແປງຂຶ້ນກັບອຸງປະສົງ ແລະ ອຸປະທານ, ລັດຖະບານບໍ່ສາມາດເຂົ້າໄປຄວບຄຸມ ແລະ ແຊກແຊງໄດ້.

9.ໂອກາດທີ່ດີຂອງທຸລະກິດລະຫວ່າງປະເທດມີຫຍັງແດ່ ?
  • ການຈະເລີນເຕີບໂຕຢ່າງຕໍ່ເນື່ອງຂອງທຸລະກິດຂ້າມຊາດ.
  • ບໍລິສັດຂ້າມຊາດສາມາດຫາຜົນປະໂຫຍດຈາກການເໝັງຕີງ ແລະ ຄວາມບໍ່ສົມດຸນ ຂອງອັດຕາແລກປ່ຽນຂອງເງິນຕາຕ່າງປະເທດ.
  • ການເປີດເສລີທາງການເງິນເຮັດໃຫ້ເງິນທຶນຕ່ຳລົງ.
10.ຜົນປະໂຫຍດຈາກການກະຈ່າຍຄວາມສ່ຽງຂອງບໍລິສັດຂ້າມຊາດມີຄືແນວໃດ ?
  • ລາຍໄດ້
  • ກະແສເງິນສົດ
  • ອໍານາດຕໍ່ລອງຂອງບໍລິສັດເພີ່ມຂຶ້ນ
  • ຄວາມສ່ຽງຈາກອັດຕາແລກປ່ຽນເງິນຕາຕ່າງປະເທດ
11.ການເປີດເສລີທາງການເງິນມີຜົນປະໂຫຍດແນວໃດຕໍ່ກັບການອອມຂອງປະເທດ ?
  • ການລະດົມທຶນມີ້ຕົ້ນທຶນ ຕໍຳກວ່າຕະຫຼາດການເງິນລະຫວ່າງປະເທດທີ່ບໍ່ໄດ້ຜູ້ຂາດສະເພາະບໍລິສັດຂ້າມຊາດທີ່ໃຫ່ຍເທົ່ານັ້ນ.
  • ບໍລິສັດຂະໝາດກາງ ຫຼື ບໍລິສັດທ້ອງຖິ່ນທີ່ມີຄວາມຈໍາເປັນໃນການນຳໃຊ້ເງິນທີ່ມີຕົ້ນທຶນຕ່ຳ ເພື່ອຂະຫຍາຍ ແລະ ພັດທະນາກິດຈະການ.
12.ເປົ້າໝາຍທາງການເງິນຂອງບໍລິສັດຂ້າມຊາດມີຄືແນວໃດ ?
  • ການສ້າງມູນຄ່າຂອງລາຍໄດ້ລວມສຸດທິໃຫ້ສູງທີສຸດ.
  • ການມີພາລະການຊຳລະພັນທະພາສີ ອາກອນລວມທີ່ຕ່ຳທີ່ສຸດ.
  • ຄວາມຖືກຕ້ອງຂອງລາຍໄດ້, ກະແສເງິນສົດຂອງຫົວໝ່ວຍທຸລະກິດຕ່າງໆ.
13.ຍ້ອນຫຍັງຈິ່ງເກີດມີຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ?
  • ຍ້ອນມີການພົວພັນຊື້ - ຂາຍສິນຄ້າ ແລະ ບໍລິການລະຫວ່າງປະເທດ,ມີການຊໍາລະສະສາງເຊິງກັນ ແລະກັນ.
  • ຍ້ອນວ່າກຳລັງການພະລິດສິນຄ້າ ແລະ  ບໍລິການຂອງແຕ່ລະປະເທດບໍ່ຄືກັນ.
  • ຍ້ອນແຕ່ລະປະເທດມີສະກຸນເງິນສະເພາະຂອງໃຜລາວ
14.ຈົ່ງໃຫ້ຮູ້ຄວາມໝາຍຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ?
ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ຄືຕະຫຼາດທີ່ມີການຊື້ - ຂາຍ ເອກະສານທາງດ້ານການເງິນທີນຳມາຊື້ - ຂາຍ ຢູ່ຕະຫຼາດແລກປ່ຽນເງິນຕາຕ່າງປະເທດນັ້ນຕ້ອງມີມູນຄ່າເປັນສະກຸນເງິນດຽວກັນ ແລະ ການຊື້ - ຂາຍ ນັ້ນຕ້ອງປ່ຽນຈາກເງິນສະກຸນໝຶ່ງໄປຫາອີກສະກຸນໝຶ່ງ. ຜູ້ບໍລິຫານການເງິິນຂອງບໍລິສັດຂ້າມຊາດຈະມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມແຕກຕ່າງທາງດ້ານວັດທະນາທຳ, ປະຫວັດສາດ, ລະບຽບກົດໝາຍຕ່າງໆ ແລະ ສະພາບເເວດລ້ອມອື່ນໆ ຂອງປະເທດທີ່ຕົນເຂົ້າໄປລົງທຶນນອກຈາກຄວາມສ່ຽງຈາກອັດຕາແລກປ່ຽນ.

16.ບໍລິສັດຂ້າມຊາດຫາຜົນປະໂຫຍດຈາກຄວາມບໍສົມດຸນຂອງຕະຫຼາດມີປັດໃຈໃດແດ່ ?
  • ການປະຢັດຕໍ່ຂະໝາດ.
  • ຄວາມຊ່ຽວຊຽນໃນການບໍລິຫານ ແລະ ທັກສະທາງເຕັກນິກ.
  • ຄວາມແຕກຕ່າງຂອງຜະລິດຕະພັນ.
  • ຄວາມເຂັ້ມແຂງທາງດ້ານການເງິນ.
17.ຄຸນລັກສະນະຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດມີລັກສະແນວໃດ ?
  • ທຸກໆສະຖານທີ່ ທີ່ເກີດມີການຊື້ - ຂາຍເງິນຕາຕ່າງປະເທດ.
  • ເປັນຕະຫຼາດທີມີການເຄືອນໄຫວຕະຫຼອດ 24 ຊົ່ວໂມງ.
  • ເປັນຕະຫຼາດທີມີການຊື້ - ຂາຍ ຂອງສະກຸນເງິນໂດລາຫຼາຍກວ່າໝູ່.
  • ເປັນຕະຫຼາດທີມີການຊື້ - ຂາຍ ໂດຍໃຊ້ເຄືອງມືທີ່ທັນສະ   ໄໝ.
  • ເປັນຕະຫຼາດລະຫວ່າງທະນາຄານ
  • ເປັນຕະຫຼາດທີມີຄວາມອອ່ນໄຫວຕໍ່ສະພາບເສດຖະກິດ.
18. ໝ້າທີ່ຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດມີຫຍັງແດ່ ?
  • ບໍລິການທາງດ້ານການຄ້າລະຫວ່າງປະເທດ.
  • ເຄືອນຍ້າຍເງິນທຶນ ແລະ ການລົງທຶນລະຫວ່າງປະເທດ.
  • ເປັນສະຖານທີ່ກຳນົດອັດຕາແລກປ່ຽນ.
  • ເປັນສະຖານທີສະໝອງບັນດາເຄື່ອງມືຕ່າງໆ ເພືອປ້ອງກັນຄວາມສ່ຽງຈາກອັດຕາແລກປ່ຽນ.
  • ເປັນສະຖານທີ Control Bank ສາມາດເຂົ້າໄປແຊກແຊງອັດຕາແລກປ່ຽນ.
 
ບົດທີ 2
 ເງິນຕາ ແລະ ອັດຕາແລກປ່ຽນ
1.ປະເພດຂອງອັດຕາແລກປ່ຽນມີຈັກປະເພດ ? ແຕ່ລະປະເພດມີຄືແນວໃດ ?
ມີ 9 ປະເພດຄື:
  • ອັດຕາຊື້
  • ອັດຕາຂາຍ
  • ອັດຕາແລກປ່ຽນທັນທີ
  • ອັດຕາແລກປ່ຽນລ່ວງໝ້າ
  • ອັດຕາປິດ
  • ອັດຕາໄຂ່ວ
  • ອັດຕາແລກປ່ຽນໂອນບັນຊີ
  • ອັດຕາແລກປ່ຽນເງິນສົດ
2.ອີງໃສ່ກົນໄກການຄວບຄຸມນະໂຍບາຍອັດຕາແລກປ່ຽນມີຫຍັງແດ່ ?
  • ອັດຕາແລກປ່ຽນທາງການ.
  • ອັດແລກປ່ຽນຕະຫຼາດມືດ.
  • ອັດຕາແລກປ່ຽນຄົງທີ.
  • ອັດຕາແລກປ່ຽນລອຍຕົວເສລີ.
  • ອັດຕາແລກປ່ຽນລອຍຕົວມີການຄວບຄຸມ.
3.ວິທີການສະເໝີລາຄາໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດມີຈັກວິທີ ? ຄືວິທີໃດແດ່ ?
ມີ 4 ວິທີຄື:
  • ການສະເໝີລາຄາແບບທາງກົງ
  • ການສະເໝີລາຄາແບບທາງອ້ອມ
  • ການສະເໝີລາຄາແບບ ເອີຣົບ
  • ການສະເໝີລາຄາແບບ ອາເມລິກາ
4.ຮູບແບບການສະເໝີລາຄາອັດຕາແລກປ່ຽນເງິນຕາຕ່າງປະເທດມີຈັກຮູບແບບ ? ຄືຮູບແບບໃດແດ່ ?
ມີ 3 ຮູບແບບຄື:
  • ຮູບການສະເໝີອັດຕາແລກປ່ຽນແບບເຕັມຈຳນວນ.
  • ຮູບແບບການສະເໝີອັດຕາແລກປ່ຽນແບບຈຸດ.
  • ຮູບແບບການສະເໝີອັດຕາແລກປ່ຽນລ່ວງໝ້າແບບປ່ຽນແປງ %
5.ທະນາຄານສະເໝີລາຄາ ແລະ ຖາມລາຄາ ແມ່ນທະນາຄານແນວໃດ ?
  •   ທະນາຄານສະເໝີລາຄາ: ແມ່ນທະນາຄານທີ່ປະກາດອັດຕາຊື້ ແລະ ອັກຕາຂາຍຂອງຕົນທີ່ໄດ້ກຳນົດໄວ້.
  •  ທະນາຄານຖາມລາຄາ: ແມ່ນທະນາຄານທີ່ຕິດຕໍ່ພົວພັນກັບທະນາຄານສະເໝີລາຄາ ເພື່ອຖາມຫາລາຄາ.  
 
ບົດທີ 3
 ອັດຕາແລກປ່ຽນໄຂ່ວ ແລະ ທຸລະກິດອັດຕາແລກປ່ຽນໄຂ່ວ
1.ຈົ່ງໃຫ້ຄວາມໝາຍຂອງອັດຕາແລກປ່ຽນໄຂ່ວ ແມ່ນອັດຕາແລກປ່ຽນໄຂ່ວແນວໃດ ?
ອີງຕາມຄວາມໝາຍກ້ວາງ:

ແມ່ນອັດຕາແລກປ່ຽນລະຫວ່າງສອງສະກຸນເງິນຕາມໃຈທີ່ໄດ້ກຳນົດໂດຍສະກຸນເງິນທີ່ສາມ (ເອີ້ນວ່າ ສະກຸນເງິນກາງ) ເຮົາເອີ້ນວ່າ: ອັດຕາແລກປ່ຽນໄຂ່ວ.
ອີງຕາມຄວາມໝາຍແຄບ:
  • ແມ່ນອັດຕາແລກປ່ຽນ ລະຫວ່າງສອງສະກຸນເງິນຕາມໃຈໃນນັ້ນບໍ່ມີສະກຸນເງິນ USD
  • ແມ່ນອັດຕາແລກປ່ຽນລະຫວ່າງສອງສະກຸນເງິນຕາມໃຈລ້ວນແຕ່ໄດ້ມາຈາກອັດຕາແລກປ່ຽນລະຫວ່າງພວກມັນກັບສະກຸນເງິນ USD.
2.ການຄິດໄລ່ອັດຕາແລກປ່ຽນໄຂ່ວແບບສັບສົນມີຈັກກໍລະນີ ? ຄືກໍລະນີໃດແດ່ໃຫ້ອະທິບາຍ ?
ມີ 3 ກໍລະນີຄື:
  • ກໍລະນີທີ່ 1: ສະກຸນເງິນກາງ (USD) ຖືບົດບາດເປັນສະກຸນເງິນສະເໝີລາຄາໃນສອງອັດຕາແລກປ່ຽນ.
  • ກໍລະນີທີ່ 2: ສະກຸນເງິນກາງ (USD) ຖືບົດບາດເປັນສະກຸນເງິນສະເໝີລາຄາ ແລະ ກຳນົດລາຄາໃນ ສອງ ອັດຕາແລກປ່ຽນ.
  • ກໍລະນີທີ່ 3: ສະກຸນເງິນກາງ (USD) ຖືບົດບາດເປັນສະກຸນເງິນ ກຳນົດລາຄາໃນ ສອງ ອັດຕາແລກປ່ຽນ.
3.ຈົ່ງສົມທຽບອັດຕາແລກປ່ຽນໄຂ່ວແບບງ່າຍດາຍ ກັບ ແບບສັບສົນມັນຕ່າງກັນແນວໃດ ?
  • ແບບງ່າຍດາຍ:
ແມ່ນ ອັດຕາແລກປ່ຽນ ທີ່ບໍ່ມີສ່ວນຜິດດ່ຽງ ລະຫວ່າງອັດຕາຊື້ ແລະ ອັດຕາຂາຍ ເຊັ່ນ: ມີ ສອງ ອັດຕາແລກປ່ຽນ.
  • ແບບສັບສົນ:
ການເຮັດທຸລະກິດການແລກປ່ຽນ ເງິນຕາຕ່າງປະເທດ ອັດຕາແລກປ່ຽນລວມມີ ອັດຕາຊື້ ແລະ ອັດຕາຂາຍ ດັ່ງນັ້ນ, ການຄິດໄລ່ອັດຕາແລກປ່ຽນໄຂ່ວ ຊື້ເຂົ້າ ແລະ ຂາຍອອກ ອາດຈະສັບສົນກວ່າ.
4.ວິທີການຄິດໄລ່ອັດຕາແລກປ່ຽນໄຂ່ວມີຈັກວິທີ ? ຄືວິທີໃດແນ່ ?
ມີ 2 ວິທີຄື:
  • ການຄິດໄລ່ອັດຕາແລກປ່ຽນໄຂ່ວແບບງ່າຍດາຍ
  • ການຄິດໄລ່ອັດຕາແລກປ່ຽນໄຂ່ວແບບສັບສົນ
            
ใหม่กว่า เก่ากว่า