ຂະໝານຕອບ ວິຊາ ທິດສະດີການເງິນ

ພາກທີ 1 
ບັນດາບັນຫາພື້ນຖານກ່ຽວກັບການເງິນ

1.ຈົ່ງໃຫ້ນິຍາມ ການເງິນ ແມ່ນຫຍັງ ?

ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂື້ນກັບມາດຕະເກນແບ່ງປັນ, ການປາກົດຕົວ, ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໃຈພາວະວິໃສ.

2.ຄວາມຮູ້ທາງການເງິນ ແລະ ການເງິນ ແມ່ນຫຍັງ ?
ຄວາມຮູ້ທາງການເງິນ:
  • ການຫາລາຍໄດ້
  • ການໃຊ້ຈ່າຍ
  • ການເກັບອອມ
  • ການລົງທຶນ

ການເງິນແມ່ນ:

ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂື້ນກັບມາດຕະເກນແບ່ງປັນ, ການປາກົດຕົວ, ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໃຈພາວະວິໃສ.

3.ການຕັດສິນຊີ້ຂາດການປະກົດຕົວ, ການຄົງຕົວ, ຂອງບັນດາປະຖົມປັດໄຈພາວະວິໃສມີຫຍັງແດ່ ?
  • ການປະກົດຕົວ, ການຄົງຕົວ ແລະ ການພັດທະນາເສດຖະກິດສິນຄ້າ-ເງິນຕາ.
  • ການປະກົດຕົວ, ຄົງຕົວ ແລະ ດຳເນີນພາລະບົດບາດຂອງລັດ.
  • ບັນດາປະຖົມປັດໄຈທີ່ກ່ຽວມາມີບົດບາດຕ່າງກັນ
  • ເສດຖະກິດສິນຄ້າການເງິນ ແມ່ນປັດໃຈພາວະວິໃສ, ມີຄວາມຕົກລົງການປະກົດຕົວ, ຄົງຕົວ, ການພັດທະນາຂອງການເງິນ.
  • ລັດແມ່ນປັດໃຈ ທີ່ມີຄວາມໝາຍກຳນົດທິດທາງ, ສ້າງໃຫ້ມີສະພາບແວດລ້ອມ ດັດສົມການພັດທະນາຂອງການເງິນ.
  • ການຄົ້ນຄວ້າປະຖົມປັດໃຈດັ່ງກ່າວມີຄວາມໝາຍພຶດຕິກຳທີ່ສຳຄັນ.
  • ເພື່ອພັດທະນາການເງິນຕ້ອງມີການຈັດຕັ້ງພັດທະນາເສດຖະກິດການຄ້າເງິນຕາສ້າງສະພາບແວດລ້ອມເສດຖະກິດໃຫ້ມີການພັດທະນາ.
  • ເພື່ອນຳໃຊ້ການເງິນໃຫ້ມີປະສິດທິຜົນ, ລັດຕ້ອງມີບັນດານະໂຍບາຍ ແລະ ກົນໄກທີ່ສອດຄອງກັບຈຸດພິເສດຂອງແຕ່ລະໄລຍະການພັດທະນາ.
4.ການເງິນມີຈັກພາລະບົດບາດ ? ຄືບົດບາດໃດແດ່ ?
ມີ 2 ບົດບາດຄື:

  • ພາລະບົດບາດແບ່ງປັນຊັບສິນຂອງສັງຄົມພາຍໃຕ້ຮູບການຄຸນຄ່າ.
  • ພາລະບົບບາດຕິດຕາມກວດກາດວ້ຍເງິນາທີ່ມີຕໍ່ຂະບວນການເເບ່ງປັນ.

5.ເຈົ້າກຳແບ່ງປັນອາດປະກົດໝຶ່ງໃນບັນດາສະຖານະມີຫຍັງແນ່ ?

  • ເຈົ້າກຳມີກຳມະສິດກ່ຽວກັບແຫ່ງການເງິນ
  • ເຈົ້າກຳມີກຳມະສິດນຳໃຊ້ແຫ່ງການເງິນ
  • ເຈົ້າກຳມີອຳນາດທາງການເມືອງ
  • ເຈົ້າກຳຈັດຕັ້ງການພົວພັນຂອງບັນດາຈຸສະມາຊິກສັງຄົມ

6.ເນື້ອແທ້ຂອງການເງິນມີຫຍັງແດ່ ?

  • ແມ່ນບັນດາພົວພັນເສດຖະກິດທີ່ເກີດຂຶ້ນໃນຂະບວນວິວັດແບ່ງປັນຊັບສິນສັງຄົມພາຍໃຕ້ຮູບການມູນຄ່າ
  • ການແບ່ງປັນບັນດາແຫ່ງການເງິນ
  • ສ້າງຕັ້ງ ແລະ ນຳໃຊ້ບັນດາຄັ້ງເງິນຕາໃນການແບ່ງປັນແມ່ນຈຸດພິເສດຂອງການແບ່ງປັນການເງິນ
  • ຈຳແນກການເງິນບັນດາມາດຕະເກນອື່ນໆ.

7.ລະບົບການເງິນລວມມີບັນດາຂອດການເງິນຫຍັງແດ່ ?

  • ງົບປະມານແຫ່ງລັດ
  • ການເງິນວິສາຫະກິດ
  • ປະກັນໄພ
  • ສິນເຊື່ອ
  • ການເງິນຂອງບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ

8.ເນື້ອໃນຂອງນະໂຍບາຍການເງິນແຫ່ງຊາດມີນະໂຍບາຍຫຍັງແດ່ ?

  • ນະໂຍບາຍພັດທະນາແຫ່ງກຳລັງການເງິນ
  • ນະໂຍບາຍຂຸດຄົ້ນ, ລະດົມແຫ່ງກຳລັງການເງິນ
  • ນະໂຍບາຍແບ່ງປັນ ແລະ ນຳໃຊ້ແຫ່ງກຳລັງການເງິນ

9.ນະໂຍບາຍການເງິນ ແມ່ນຫຍັງ ?

ແມ່ນລັດຖະບານ ປ່ຽນແປງລະດັບການໃຊ້ຈ່າຍຂອງຕົນ ເພື່ອກະຕຸ້ນ ຫຼື ຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ.

10.ນະໂຍບາຍການເງິນ ປະກອບມີຈັກແບບ ? ຄືແບບໃດແດ່ ?
ມີ 2 ແບບຄື:

  • ແບບຂະຫຍາຍ
  • ແບບຮັດກຸມ

11.ນະໂຍບາຍການເງິນແບບຂະຫຍາຍ ແມ່ນແນວໃດ ?

ແມ່ນຈະສົ່ງເສີ່ມການຜະລິດ ແລະ ເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນ.

12.ນະໂຍບາຍການເງິນແບບຮັດກຸມ ແມ່ນແນວໃດ ?

ແມ່ນຈະຜ່ອນລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ຫຼຸດອັດຕາດອກເບ້ຍ.

13.ນະໂຍບາຍເງິນຕາ ແມ່ນຫຍັງ ?

ແມ່ນເພື່ອເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດພາຍໃຕ້ພາວະລາຄາທີ່ມີສະຖຽນນະພາບນະໂຍບາຍສາມາດ ປະກອບມີທັງການດັດປັບອັດຕາດອກເບ້ຍໃດໝຶ່ງໂດຍທາງກົງ ແລະ ທາງອ້ອມ, ກຳນົດອັດຕາບັນດາການສະສົມບັງຄັບ, ເປັນຜູ້ໃຫ້ກູ້ລວມທັງການຊື້ຂາຍເງິນຕາຕ່າງປະເທດໃນ ຕະຫຼາດເງິນຕາຕ່າງປະເທດອີກ.

14.ນະໂຍບາຍເງິນຕາ ໂດຍທົ່ວໄປຈະມີຢູ່ຈັກແບບ ? ຄືແບບໃດແດ່ ?
ມີ  2  ແບບຄື:

  • ນະໂຍບາຍເງິນຕາແບບຂະຫຍາຍ
  • ນະໂຍບາຍເງິນຕາແບບຮັດກຸມ

15.ນະໂຍບາຍເງິນຕາແບບຂະຫຍາຍ ແມ່ນແນວໃດ ?

ແມ່ນ ການເພີ່ມປະລິມານ ໃນຕະຫຼາດ.

16.ນະໂຍບາຍເງິນຕາແບບຮັດກຸມ ແມ່ນແນວໃດ ?

ແມ່ນ ການຫຼຸດປະລິມານເງິນ ໃນຕະຫຼາດ.

ພາກທີ 2
 ງົບປະມານລັດ

1.ຈົ່ງໃຫ້ນິຍາມ ງົບປະມານລັດແມ່ນຫຍັງ ?

ແມ່ນການຄາດຄະເນແຜນລາຍຮັບ - ລາຍຈ່າຍຂອງລັດ ເຊິ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ.

2.ຈຸດພິເສດຂອງງົບປະມານລັດມີຫຍັງແດ່ ?

  • ການສ້າງຕັ້ງ ແລະ ນຳໃຊ້ຄັງງົບປະມານລັດຍາມໃດກໍ່ຕິດພັນກັບສິດອຳນາດ ແລະ ການດຳເນີນບັນດາພາລະຂອງລັດຢູ່ສະເໝີ ແລະ ລັດດຳເນີນບົນພື້ນຖານຂອງກົດໝາຍທີ່ແນ່ນອນ.
  • ງົບປະມານລັດແມ່ນກວມຜົນປະໂຫຍດລວມ
  • ງົບປະມານລັດແມ່ນກວມມີລັກສະນະແບ່ງປັນຄືນເປັນຕົ້ນຕໍ.
  • ໃນຖານະແມ່ນຄັງເງິນຕາລວມສູນຂອງລັດ
  • ການເຄື່ອນໄຫວຮັບ ແລະ ຈ່າຍງົບປະມານລັດໄດ້ຮັບການດຳເນີນຕາມຫຼັກການບໍ່ສົ່ງຄືນໂດຍກົງເປັນຕົ້ນ.

3.ງົບປະມານລັດມີບົດບາດຫຍັງແດ່ ?

  • ຕອບສະໝອງກັບຄວາມຕ້ອງການໃຊ້ຈ່າຍຂອງລັດດວ້ຍການລະດົມແຫ່ງການເງິນໃນຂອບເຂດກ້ວາງຂວາງທັງພາຍໃນປະເທດ ແລະ ຕ່າງປະເທດ.
  • ງົບປະມານລັດແມ່ນເຄື່ອງມືຕົ້ນຕໍ່ໃນການແບ່ງປັນໂດຍກົງ ຫຼື ທາງອ້ອມບັນດາແຫ່ງການເງິນແຫ່ງຊາດ
  • ແມ່ນເຄື່ອງມືເພື່ອດັດສົມຕະຫຼາດ, ເຮັດໃຫ້ລາຄາເປັນປົກກະຕິ ແລະ ຈຳກັດເງິນເຟີ້.
  • ງົບປະມານລັດແມ່ນເຄື່ອງມືປະສິດທິພາບຂອງລັດເພື່ອດັດແກ້ໃນຂົງເຂດລາຍຮັບ,ປະກອບສ່ວນແກ້ໄຂບັນຫາສັງຄົມ.
  • ງົບປະມານລັດມີບົດບາດສຳຄັນໃນການປັບປຸງ, ເພີມທະວີກຳລັງແຮງງານຂອງກົງຈັກລັດ, ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບປອດໄພ.
  • ງົບປະມານລັດກວດກາການເຄືອນໄຫວການເງິນອື່ນໆ, ຜ່ານການຕິດຕາມກວດກາການປະຕິບັດພັນທະເສຍສ່ວຍສາອາກອນ ແລະ ອື່ນໆໃຫ້ລັດ.

4.ລາຍຮັບງົບປະມານລັດປະກອບມີພາກສວ່ນຕ່າງໆຫຍັງແດ່ ?

  • ເນື້ອໃນເສດຖະກິດຂອງລາຍຮັບງົບປະມານລັດ
  • ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ
  • ຄວາມສຳຄັນຂອງຫງົບປະມານລັດ
  • ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ

5.ລາຍຮັບງົບປະມານແບ່ງອອກເປັນຈັກພາກສວ່ນ ? ຄືພາກສ່ວນໃດແດ່ ?
ມີ 2 ພາກສ່ວນຄື:

  • ຈຸລາຍຮັບປົກກະຕິ
  • ຈຸລາຍຮັບບໍ່ປົກກະຕິ

6.ລາຍຮັບປົກກະຕິຂອງງົບປະມານລັດມີຫຍັງແດ່ ?

  • ສ່ວຍສາອາກອນ
  • ຄ່າທຳນຽມ

7.ລາຍຮັບບໍ່ປົກກະຕິຂອງງົບປະມານລັດມີຫຍັງແດ່ ?

  • ລວມມີບັນດາລາຍຮັບຈາກການເຄື່ອນໄຫວເສດຖະກິດຂອງລັດ.
  • ລາຍຮັບຈາກການເຄື່ອໄຫວວິຊາການ
  • ລາຍຮັບຈາກການຂາຍ ຫຼື ໃຫ້ເຊົ້າຊັບສົມບັດທີ່ຂຶ້ນກັບກຳມະສິດລັດ.
  • ເງິນລາຍຮັບກ່ຽວກັບການຮວ່ມມືແຮງງານກັບຕ່າງປະເທດ.

8.ງົບປະມານລັດມີຄວາມສຳຄັນຄືແນວໃດ ?

  • ຮັບປະກັນການຈ່າຍໃຫ້ການເຄື່ອນໄຫວຂອງກົງຈັກບໍລິຫານລັດ ແລະ ການເຄື່ອນໄຫວຂອງລັດ.
  • ລາຍຮັບງົບປະມານລັດສ້າງເປັນແຫ່ງການເງິນ ເພື່ອລົງທຶນພັດທະນາເສດຖະກິດ ລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ກິດຈະກຳສາທາລະນະຕ່າງໆ.
  • ລາຍຮັບງົບປະມານລັດແມ່ນໝຶ່ງໃນຈຳນວນເຄື່ອງມືດັດສົມມະຫາພາກພື້ນຖານເສດຖະກິດຂອງລັດ, ດັດແກ້ອົງປະກອບເສດຖະກິດໃຫ້ສົມເຫດສົມຜົນໃນແຕ່ລະໄລຍະ.

9.ງົບປະມານຂາດດຸນ ແລະ ງົບປະມານເກີນດຸນ ແມ່ນແນວໃດ ?
ງົບປະມານຂາດດຸນແມ່ນ:

ຕົວເລກລວມຍອດລາຍຮັບໝ້ອຍກວ່າຕົວເລກລວມຍອດລາຍຈ່າຍ.

ງົບປະມານເກີນດຸນແມ່ນ:

ຕົວເລກລວມຍອດລາຍຮັບຫຼາຍກວ່າຕົວເລກລວມຍອດລາຍຈ່າຍ.

10.ໂຄງປະກອບຂອງງົບປະມານແຫ່ງລັດປະກອບດວ້ຍຫຍັງແດ່ ?

  • ລາຍຮັບງົບປະມານແຫ່ງລັດ
  • ລາຍຈ່າຍງົບປະມານແຫ່ງລັດ
  • ການດຸນດຽງງົບປະມານແຫ່ງລັດ

11.ຫຼັກການພື້ນຖານຂອງງົບປະມານແຫງລັດມີຈັກຫຼັກ ? ຄືຫຼັກການໃດແດ່ ?
ມີ 11 ຫຼັກການພື້ນຖານດັ່ງນີ້:

  • ການລວມສູນ ແລະ ຄວາມຄົບຖວນ.
  • ຄວາມໝັ້ນຄົງຂອງງບປະມານ.
  • ຄວາມເປັນເອກະພາບ.
  • ການຂາດດຸນງບປະມານແຫງລັດ.
  • ການດຸນດຽງງບປະມານແຫງລັດ.
  • ປະສິດທິຜົນ ແລະ ຄວາມສາມາດກວດສອບໄດ້.
  • ການແບງຄວາມຮັບຜິດຊອບ ກຽວກັບລາຍຮັບ ແລະ ລາຍຈາຍງບປະມານແຫງລັດ ລະຫວາງສູນກາງ ແລະ ທອງຖິ່ນ.
  • ການຄຸມຄອງລວມສູນຕາມສາຍຕັ້ງ.
  • ການຈັດສັນງບປະມານແຫງລັດ.
  • ຄວາມຮັບຜິດຊອບ.
  • ຄວາມສະເໝີພາບບົດບາດຍິງ - ຊາຍ.

12.ລາຍຮັບຈາກພາສີ ແລະ ສ່ວຍອາກອນ ທາງກົງ ມີຫຍັງແດ່ ?

  • ອາກອນກຳໄລ
  • ອາກອນລາຍໄດ້
  • ອາກອນມອບເໝົາ
  • ອາກອນສິ່ງແວດລ້ອມ
  • ຄ່າທຳນຽມ, ຄ່າບໍລິການວິຊາການ
  • ລາຍຮັບອື່ນໆ

13.ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ ທາງອ້ອມ ມີຫຍັງແດ່ ?

  • ອາກອນມູນຄ່າເພີ່ມ
  • ອາກອນຊົມໃຊ້
  • ພາສີຂາອອກ - ຂາເຂົ້າ
  • ລາຍຮັບອື່ນໆ

14.ລາຍຮັບງົບປະມານແຫ່ງລັດມີຈັກແຫ່ງ ? ຄືແຫ່ງໃດແດ່ ?
ມີ  4  ແຫ່ງຄື:

  • ລາຍຮັບຈາກພາສີ ແລະ ສວ່ຍສາອາກອນ
  • ລາຍຮັບບໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ
  • ລາຍຮັບຈາກການຊວ່ຍເຫຼື່ອຫຼ້າ
  • ລາຍຮັບຈາກການປະກອບສ່ວນຂອງສັງຄົມ

15.ລາຍຮັບບໍ່ແມ່ນ ພາສີ ແລະ ສວ່ຍສາອາກອນ ມີຫຍັງແດ່ ?

  • ຄ່າເຊົ່າ
  • ຄ່າສຳປະທານ
  • ຄ່າບິນຜ່ານ
  • ເງິນປັນຜົນ
  • ຄ່າສຳຫຼວດ
  • ດອກເບ້ຍເງິນກູ້
  • ການປັບໃໝ, ການຂາຍ ເຄື່ອງຍຶດ ແລະ ເຄື່ອງຮິບ
  • ລາຍຮັບອື່ນໆ

16.ລາຍຮັບຈາກການຊ່ວຍເຫຼື່ອຫຼ້າມີຫຍັງແດ່ ?

  • ລາຍຮັບຊ່ວຍເຫຼືອຫຼ້າ ຈາກລັດຖະບານຕ່າງປະເທດ
  • ລາຍຮັບຊ່ວຍເຫຼືອຫຼ້າ ຈາກອົງການຈັດຕັ້ງສາກົນ

17.ລະບົບການດຸນດ່ຽງງົບປະມານແຫ່ງລັດມີຈັກກໍລະນີ ? ກໍລະນີໃດແດ່ ?
ມີ 3 ກໍລະນີຄື:

  • ງົບປະມານແຫ່ງລັດ ສົມດຸນ
  • ງົບປະມານແຫ່ງລັດ ເກີນດຸນ
  • ງົບປະມານແຫ່ງລັດ ຂາດດຸນ

18.ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະຕິບັດມີຫຍັງແດ່ ?

  • ຕ້ອງຢູ່ໃນແຜນງົບປະມານປະຈຳປີ
  • ຕ້ອງໄດ້ຮັບການອະນຸມັດ
  • ຕ້ອງໃຫ້ຖືກຕາມເປົ້າໝາຍລາຍຈ່າຍ
  • ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກຳນົດໝາຍການໃຊ້ຈ່າຍ
  • ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງການ ຫຼື ໄດ້ມອບສິດ.

19.ການແບ່ງຂັ້ນຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດມີຫຍັງແດ່ ?

  • ລາຍຈ່າຍງົບປະມານແຫ່ງລັດຂັ້ນສູນກາງ
  • ລາຍຈ່າຍງົບປະມານແຫ່ງລັດຂັ້ນທ້ອງຖິ່ນ

20.ອົງການຄຸ້ມຄອງງົບປະມານແຫ່ງລັດ ປະກອບດວ້ຍ ?

  • ກະຊວງການເງິນ
  • ພະແນກການເງິນແຂວງ, ນະຄອນຫຼວງ
  • ຫ້ອງການການເງິນເມືອງ, ເທດສະບານ, ນະຄອນ

21.ການກວດກາວຽກງານງົບປະມານແຫ່ງລັດ ປະກອບດວ້ຍຈັກຮູບການ ? ຄືຮູບການໃດແດ່ ?
ມີ  3   ຮູບການຄື:

  • ການກວດກາຕາມລະບົບປົກກະຕິ
  • ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໝ້າ
  • ກວດກາແບບກະທັນຫັນ

22.ລະບົບງົບປະມານລັດ ແມ່ນຫຍັງ ?

ແມ່ນອົງຄະນະພາບຂອງຂັ້ນງົບປະມານຕ່າງໆ, ມັນຜູກພັນຢ່າງສະໝິດແໝ້ນ ໃນຂະບວນວິວັດແຫ່ງການປະຕິບັດໝ້າທີ່ເກັບ ແລະ ຈ່າຍຂອງແຕ່ລະຂັ້ນງົບປະມານ.

23.ຈົ່ງໃຫ້ນິຍາມ ອາກອນ ແມ່ນຫຍັງ ?

ແມ່ນຮູບການປະກອບພັນທະຕາມກົດໝາຍກຳນົດໄວ້ຂອງບັນດານິຕິບຸກຄົນໃຫ້ແກ່ລັດ, ແນ່ໃສ່ຕອບສະໝອງຄວາມຕ້ອງການໃນການໃຊ້ຈ່າຍຂອງລັດ.

24.ສວ່ຍສາອາກອນ ແມ່ນຫຍັງ ?

ແມ່ນ ພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ, ການດຳເນີນການຜະລິດທຸລະກິດ, ການຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ສປປ ລາວ ແລະ ຕ່າງປະເທດຊຶ່ງຕ້ອງເສຍອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ.

25.ອາກອນຊົມໃຊ້ ແມ່ນຫຍັງ ?

ແມນ ອາກອນທາງ ອອມ ທີ່ເກັບຕ່ຳກັບການຈຳໜາຍສິນຄ້ານຳເຂົ້າຈາກ ຕ່າງປະເທດ ຫຼື ອອກຈາກໂຮງງານພາຍໃນບາງ ປະເພດ. ສ່ວນຫຼາຍຈະແມ່ນສິນຄ້າລາຄາແພງ ຫຼື ທີ່ ມີການຄວບຄຸມ ເຊັ່ນ : ນ້າມັນເຊື້ອໄຟ, ເຫຼົ້າ, ຢາສູບ, ນ້ຳຫອມ, ເຄື່ອງເສີມສວຍ ເປັນຕົ້ນ.

26.ອາກອນມູນຄ່າເພີ່ມ ແມ່ນຫຍັງ ?

ແມ່ນອາກອນທີ່ເກັບຈາກການຊົມໃຊ້ສິນຄ້າ ແລະ ການບໍລິການຢູ່ພາຍໃນປະເທດຊຶ່ງມີການເກັບ ແລະ ມອບຢູ່ຫຼາຍຂອດແບບຕ່ອງໂສ້ ໂດຍແມ່ນຜູ້ຊົມໃຊ້ສຸດທ້າຍເປັນຜູ້ຈ່າຍ.

27.ອາກອນມອບເໝົາ ແມ່ນຫຍັງ ?

ແມ່ນອາກອນທາງກົງທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ທີ່ດຳເນີນການຜະລິດທຸລະກິດຂະໝາດນ້ອຍ ທີ່ບໍ່ໄດ້ຢູ່ລະບົບມູນຄ່າເພີ່ມ ຊຶ່ງການມອບເໝົາ ໃຫ້ເສຍອາກອນຕາມສັັນຍາ ລະຫວ່າງຂະແໝງການສວ່ຍສາອາກອນ ແລະ ຜູ້ເສຍອາກອນ ໂດຍບໍກວມເອົາລາຍໄດ້.

28.ອາກອນລາຍໄດ້ ແມ່ນຫຍັງ ?

ແມ່ນ ອາກອນທາງກົງ ຊິ່ງເກັບຈາກກຳໄລຂອງວິສາຫະກິດ ລວມທັງຜູ້ປະກອບອາຊີບອິດສະລະທີ່ດຳເນີນການຜະລິດທຸລະກິດ.

29.ອີງໃສ່ລັກສະນະມອບໂອນຂອງອາກອນແບ່ງອອກມີຈັກປະເພດ ? ຄືປະເພດໃດແດ່ ?
ມີ 2 ປະເພດຄື:

  • ອາກອນຖືກເກັບທາງກົງ
  • ອາກອນຖືກເກັບທາງອອ້ມ

30.ຈຸດພິເສດອັນເປັນພື້ນຖານຂອງອາກອນມີຫຍັງແດ່ ?

  • ຮູບການລະດົມທີ່ມີລັກສະນະບັງຄັບບົນຫຼັກການທີ່ມີກົດໝາຍກໍານົດ.
  • ການປະກອບສວ່ນໂດຍກົງໂດຍບໍ່ຕ້ອງສົ່ງຄືນໃຫ້ຜູ້ເສຍໂດຍກົງ,
  • ອາກອນແມ່ນຮູບການປະສວ່ນທີ່ໄດ້ຮັບການກຳນົດໄວ້ກ່ອນ.
  • ອາກອນແມ່ນຮູບການແບ່ງປັນຄືນ ແລະ ໄດ້ຮັບມາຈາກທຸກພາກສ່ວນເສດຖະກິດ ແລະ ປະຊາຊົນຊັ້ນຄົນ.

31.ບັນດາປັດໃຈທີ່ສ້າງເປັນປະເພດອາກອນມີຫຍັງແດ່ ?

  • ຜູ້ເສຍອາກອນ
  • ຜູ້ຖືກເສຍອາກອນ
  • ເປົ້າໝາຍທີ່ຖືກເກັບອາກອນ
  • ພື້ນຖານເພື່ອຄິດໄລອາກອນ
  • ອັດຕາອາກອນ
  • ຫົວໝ່ວຍຄິດໄລ່ອາກອນ
  • ລາຄາຄິດໄລອາກອນ
  • ຈຸດເລີ່ມຕົ້ນເກັບອາກອນ
  • ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນ

32.ຫຼັກການສ້າງຕັ້ງລະບົບອາກອນ (ຫຼັກການກຳນົດທິດ) ມີບັນດາຫຼັກການໃດແດ່ ?

  • ຫຼັກການເກັບອາກອນຕາມຜົນປະໂຫຍດ
  • ຫຼັກການເກັບອາກອນຕາມຄວາມສາມາດ
  • ຫຼັກການລະອຽດ
  • ຫຼັກການເປັນປົກກະຕິ ແລະ ຍາວນານ
  • ຫຼັກການຮັບປະກັນຄວາມຍຸດຕິທຳ
  • ຫຼັກການຈະແຈ້ງ, ແນ່ນອນ
  • ຫຼັກການງ່າຍດາຍ

33.ເນື້ອໃນຈ່າຍງົບປະມານລັດໃຊ້ຈ່າຍຫຍັງແດ່ ?

  • ຈ່າຍໃຫ້ການລົງທຶນພັດທະນາລວມ
  • ຈ່າຍໃຫ້ການກໍ່ສ້າງພື້ນຖານໂຄງລ່າງ
  • ຈ່າຍໃຫ້ບັນດາໂຄງການ, ຈຸດໝາຍຊາດ, ໂຄງການລັດ
  • ຈ່າຍຊວ່ຍໝູນບັນດາວິສາຫະກິດ, ປະກອບສ່ວນຮວ່ມທຸລະກິດ, ຮ່ວມກຸມ
  • ຈ່າຍເພີ່ມເຕີມໃຫ້ການສະສົມຂອງລັດ
  • ຈ່າຍໃຫ້ວິຊາການເສດຖະກິດ
  • ຈ່າຍໃຫ້ສາທາລະນະສຸກ
  • ຈ່າຍໃຫ້ການສຶກສາບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ
  • ຈ່າຍໃຫ້ວັດທະນາທຳ, ກິລາກາຍະບໍລິຫານ
  • ຈ່າຍກ່ຽວກັບສັງຄົມ
  • ຈ່າຍໃຫ້ການຄຸ້ມຄອງລັດ, ພັກ, ອົງການຈັດຕັ້ງມະຫາຊົນ
  • ຈ່າຍໃຫ້ການປ້ອງກັນຊາດປ້ອງກັນຄວາມສະຫງົບ
  • ຈ່າຍໃຫ້ການຊ່ວຍເຫຼືອ, ຈ່າຍໃຫ້ການກູ້ຢືມ, ຈ່າຍໃຫ້ສົ່ງໝີ້ ແລະ ດອກເບ້ຍ

34.ຫຼັກການຈັດຕັ້ງລະບົບງົບປະມານລັດມີຫຼັກການໃດແດ່ ?

  • ຫຼັກການເອກະລາດ, ລວມສູນ, ປະຊາທິປະໄຕ.
  • ຫຼັກການຮັບປະກັນລັກສະນະສອດຄ່ອງລະຫວ່າງຂັ້ນງົບປະມານ ແລະ ຂັ້ນອຳນາດປົກຄອງລັດ.

35.ແບ່ງຂັ້ນຄຸ້ມຄອງງົບປະມານລັດແມ່ນຫຍັງ ?

ແມ່ນການແບ່ງຂອບເຂດສິດອຳນາດ, ຄວາມຮັບຜິດຊອບລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການຄຸ້ມຄອງ ແລະ ຊີນຳງົບປະມານລັດ.

36.ເນື້ອໃນແບ່ງຂັ້ນຄຸ້ມຄອງງົບປະມານລັດມີຫຍັງແດ່ ?

  • ແກ້ໄຂສາຍພົວພັນສິດອຳນາດລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການປະກາດໃຊ້ບັນນະໂຍບາຍ, ລະບອບລາຍຮັບ, ລາຍຈ່າຍ ແລະ ລະບອບຄຸ້ມຄອງງົບປະມານລັດ.
  • ແກ້ໄຂສາຍພົວພັນໃນຂະບວນວິວັດແຫ່ງການປະຕິບັດງົບປະມານ.

37.ການປະຕິບັດງົບປະມານລັດ ແມ່ນປະຕິບັດແນວໃດ ? ເນື້ອໃນລວມມີຫຍັງແດ່ ?
ການປະຕິບັດງົບປະມານລັດແມ່ນ: ການດຳເນີນແຜນງົບປະມານລັດທີ່ໄດ້ຮັບການອະນຸມັດແລ້ວ.
ເນື້ອໃນລວມມີ: ຈັດຕັ້ງການເກັບງົບປະມານລັດ ແລະ ຈັດວາງສະໝອງງົບປະມານລັດໃຫ້ແກ່ຄວາມຕ້ອງການຕ່າງໆ ທີ່ໄດ້ຮັບການອະນຸມັດແລ້ວ.
38.ບັນດາປັດໄຈເປັນຜົນສະທ້ອນເຖິງການຈ່າຍງົບປະມານລັດມີຫຍັງແດ່ ?

  • ການພັດທະນາຂອງກຳລັງການຜະລິດ.
  • ຄວາມສາມາດສະສົມໃນພື້ນຖານເສດຖະກິດປັດໄຈດັ່ງກ່າວສະແດງໃຫ້ເຫັນຄວາມສາມາດໃນການຈ່າຍໃຫ້ການລົງທຶນ ພັດທະນາເສດຖະກິດ.
  • ຮູບການຈັດຕັ້ງກົງຈັກ ແລະ ໝ້າທີ່ເສດຖະກິດສັງຄົມຊຶ່ງລັດຮັບຜິດຊອບແຕ່ລະໄລຍະ.

39.ຫຼັກການຈ່າຍງົບປະມານລັດມີຫຍັງແດ່ ?

  • ຫຼັກການຜູກພັນຢ່າງແໝ້ນເຂົ້າກັບງົບປະມານລັດ.
  • ຫຼັກການຮັບປະກັນຄວາມຮຽກຮ້ອງ ໃຫ້ປະຫຍັດ ແລະ ປະສິດທິຜົນ ໃນການຈັດວາງການຈ່າຍງົບປະມານລັດ.
  • ຫຼັກການຈ່າຍງົບປະມານລັດເຕົ້າໂຮມມີຈຸດໝັກ.
  • ຫຼັກການແບ່ງຂັ້ນຈ່າຍງົບປະມານລັດຕິດພັນກັບໝ້າທີ່ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.
  • ຫຼັກການຈັດຕັ້ງການຈ່າຍງົບປະມານໃນການປະສານສົມທົບຢ່າງແໝ້ນແຟ້ນກັບຈຳນວນເງິນຕາ, ດອກເບ້ຍ, ອັດຕາແລກປ່ຽນ ເພື່ອສ້າງເປັນເຄື່ອງມືສັງລວມ.

40.ການຂຶ້ນແຜນງົບປະມານແມ່ນຫຍັງ ?

ແມ່ນ ຂຶ້ນແຜນງົບປະມານລາຍຮັບ ລາຍຈ່າຍ ຂອງງົບປະມານໃນໝຶ່ງປີ. ການຂຶ້ນແຜນງົບປະມານແມ່ນວຽກງານເລີ່ມຕົ້ນໃນຂະບວນວິວັດງົບປະມານເປັນຮູບປະທຳ.

41.ບ່ອນອີງເພື່ອຂຶ້ນແຜນງົບປະມານລັດແມ່ນອີງໃສ່ຫຍັງແດ່ ?

  • ອີງໃສ່ທິດທາງ, ແຜນນະໂຍບາຍ, ໝ້າທີ່ພັດທະນາເສດຖະກິດ, ວັດທະນາທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະປານກາງ ແລະ ໄລຍະຍາວນານ.
  • ອີງໃສ່ບັນດາການໃຊ້ຈ່າຍຂອງແຜນການພັດທະນາເສດຖະກິດ - ສັງຄົມຂອງລັດໃນປີ.
  • ອີງໃສ່ລະບົບບັນດານະໂຍບາຍ, ລະບອບ, ອັດຕາກຳນົດລະດັບລາຍຮັບ, ລາຍຈ່າຍຂອງງົບປະມານລັດ.
  • ອີງໃສ່ໝາກຜົນຂອງການໄຈ້ແຍກການປະຕິບັດແຜນງົບປະມານໃນໄລຍະກ່ອນເພື່ອເພີ່ມເຕີ່ມບັນດາບົດຮຽນທີ່ຈຳເປັນໃຫ້ການຂຶ້ນແຜນຂອງໄລຍະແຜນການ.

42.ລາຍຈ່າຍງົບປະມານລັດມີຫຍັງແດ່ ?

  • ລາຍຈ່າຍບໍລິຫານປົກກະຕິ.
  • ລາຍຈ່າຍການລົງທຶນຂອງລັດ.

43.ລາຍຈ່າຍບໍລິຫານປົກກະຕິມີຫຍັງແດ່ ?

  • ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ.
  • ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ.
  • ລາຍຈ່າຍບໍລິຫານ ແລະ ຊື້ໃໝ່ ຮັບໃຊ້ກົງຈັກລັດ.
  • ລາຍຈ່າຍດັດສົມ ແລະ ສົ່ງເສີມ.

44.ລາຍຈ່າຍການລົງທຶນຂອງລັດແມ່ນແນວໃດ ?

ແມ່ນການນຳໃຊ້ທຶນຈາກງົບປະມານແຫ່ງລັດ ລວມມີ ແຫຼ່ງທຶນພາຍໃນ. ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ເຂົ້າໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊື້, ລົງທຶນ ຫຼື ເຂົ້າຮຸ້ນນຳວິສາຫະກິດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ທີ່ມີອາຍຸນໍາໃຊ້ ເກີນໜຶ່ງປີຂຶ້ນໄປ.

45.ການສ້າງແຜນງົບປະມານແຫ່ງລັດປະຈຳປີ ໃຫ້ປະຕິບັດມີຫຍັງແດ່ ?

  • ສ້າງບົນພື້ນຖານແຜນການເງິນໄລຍະກາງ, ໄລຍະຍາວ.
  • ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ແຜນພັດທະນາເສດຖະກິດ- ສັງ ຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອຮັບປະກັນສະຖຽນລະພາບທງດ້ານການເງິນ.
  • ປະຕິບັດຫຼັກການລວມສູນປະຊາທິປະໄຕ ດ້ວຍການເຂົ້າຮ່ວມ ຂອງຂະແໜງການທີ່ກ່ຽວຂ້ອງ.
  • ເລີ່ມຈາກຫົວນ່ວຍງົບປະມານແຕ່ລະຂັ້ນຂຶ້ນມາຕາມຄຳສັ່ງ, ຕົວເລກຊີ້ນໍາຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງການເງິນ.

46.ຫຼັກການແບ່ງຂັ້ນງົບປະມານລັດມີຫຍັງແດ່ ?

  • ຫຼັກການແບ່ງຂັ້ນຄຸ້ມຄອງງົບປະມານລັດຕ້ອງໄດ້ການດຳເນີນຄົບຊຸດກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ແລະ ການຈັດຕັ້ງກົງຈັກບໍລິຫານ.
  • ຫຼັກການຮັບປະກັນບົດບາດເປັນຜູ້ຊີ້ນຳຂອງງົບປະມານສູນກາງ ແລະ ຈຸດທີ່ຕັ້ງເປັນເອກກະລາດຂອງງົບປະມານທ້ອງຖິ່ນໃນລະບົບງົບປະມານລັດທີ່ເປັນເອກກະພາບ.
  • ຫຼັກການຮັບປະກັນຫຼັກການຍຸດຕິທຳໃນການແບ່ງຂັ້ນຄຸ້ມຄອງງົບປະມານ.

ພາກທີ 3
ການເງິນວິສາຫະກິດ

1.ຈົ່ງໃຫ້ນິຍາມ ການເງິນວິສາຫະກິດແມ່ນຫຍັງ ?

ແມ່ນລະບົບສາຍພົວພັນເສດຖະກິດໃນການແບ່ງປັນບັນດາແຫ່ງການເງິນທີ່ຕິພັນກັບຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ ໃນການເຄືອນໄຫວທຸລະກິດຂອງວິສາຫະກິດ, ແນ່ໃສ່ບັນລຸຈຸດໝາຍທີ່ແນ່ນອນ.

2.ການພົວພັນການເງິນຂອງວິສາຫະກິດມີການພົວພັນຫຍັງແດ່ ?

  • ການພົວພັນການເງິນລະຫວ່າງວິສາຫະກິດກັບລັດ
  • ການພົວພັນການເງິນລະຫວ່າງວິສາຫະກິດກັບນິຕິບຸກຄົນອື່ນໆ
  • ການພົວພັນການເງິນພາຍໃນວິສາຫະກິດ.

3.ວິສາຫະກິດ ໝາຍເຖິງຫຍັງ ?

ໝາຍເຖິງ ການຈັດຕັ້ງດຳເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ຊິ່ງປະກອບດວ້ຍຊື່, ທຶນ, ການບໍລິຫານຈັດຕັ້ງ,ສຳນັກງານ ແລະ ໄດ້ຂື້ນທະບຽນວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.

4.ວິສາຫະກິດຢູ່ ສປປ ລາວ ມີຈັກປະເພດ ? ຄືປະເພດໃດແດ່ ?
ມີ  4 ປະເພດຄື:

  • ວິສາຫະກິດເອກະຊົນ
  • ວິສາຫະກິດຂອງລັດ
  • ວິສາຫະກິດປະສົມ
  • ວິສາຫະກິດລວມໝູ່

5.ວິສາຫະກິດເອກກະຊົນ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີຖືກສ້າງຕັ້ງໂດຍບຸກຄົນ ຫຼື ນິຕິບຸກຄົນ ເທົ່ານັ້ນ ແລະ ສາມາດເຄື່ອນໄຫວທຸລະກິດຂອງຕົນ ພາຍໃຕ້ຮູບການວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.

6.ວິສາຫະກິດຂອງລັດ ແມ່ນຫຍັງ ?

ແມ່ນວິສາຫະກິດ ທີ່ລັດໄດ້ສ້າງຕັ້ງຂື້ນ ແລະ ມີທຶນຫຼາຍກວ່າຫ້າສິບສ່ວນຮ້ອຍຂື້ນໄປ ຫຼື ການຫັນວິສາຫະກິດອືນມາເປັນຂອງລັດຕາມການຕົກລົງເປັນເອກະພາບກັນ.

7.ວິສາຫະກິດປະສົມ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີ່ສ້າງຕັ້ງ ຂຶ້ນທະບຽນຕາມລະບຽນກົດໝາຍຂອງ ສປປ ລາວ ຊິ່ງມີການດຳເນີນທຸລະກິດ ແລະ ເປັນກຳມະສິດຮວ່ມລະຫວ່າງຜູ້ລົງທຶນຕ່າງປະເທດ ແລະ ຜູ້ລົງທຶນພາຍໃນ.

8.ວິສາຫະກິດສ່ວນບຸນຄົນ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບການວິສາຫະກິດໝຶ່ງ ຊິ່ງບຸກຄົນຜູ້ດຽວເປັນເຈົ້າກຳມະສິດ ວິສາຫະກິດສ່ວນບຸກຄົນ ດຳເນີນທຸລະກິດໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດ ແລະ ຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດທັ້ງໝົດໂດຍບໍ່ຈຳກັດ.

9.ວິສາຫະກິດຮຸ້ນສ່ວນ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບການວິສາຫະກິດໝຶ່ງ ຊິ່ງສ້າງຕັ້ງຂຶ້ນບົນພື້ນຖານສັນຍາຂອງຜູ້ປະກອບທຶນແຕ່ສອງຄົນຂຶ້ນໄປ ເພື່ອນຳເອົາທຶນມາດຳເນີນທຸລະກິດຮ່ວມກັນ ແນ່ໃສ່ແບ່ງປັນຜົນກຳໄລ.

10.ວິສາຫະກິດຮຸ້ນສ່ວນສາມັນ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບແບບວິສາຫະກິດຮຸ້ນສ່ວນໝຶ່ງ ຊິ່ງຂາຮຸ້ນຮວ່ມກັນດຳເນີນທຸລະກິດ ໂດຍອີງໃສ່ຄວາມເຊື່ອໃຈເຊິງກັນ ແລະ ກັນເປັນຕົ້ນຕໍ ແລະ ຂາຮຸ້ນທຸກຄົນຮ່ວມກັນຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດ ໂດຍບໍ່ຈຳກັດ.

11.ວິສາຫະກິດຮຸ້ນສວ່ນຈຳກັດ ໝາຍເຖິງຫຍັງ ?

ໝາຍເຖິງ ຮູບແບບວິສາຫະກິດຮຸ້ນສ່ວນໝຶ່ງ ຊິ່ງຂາຮຸ້ນຈຳນວນໝຶ່ງ ຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດໂດຍບໍ່ຈຳກັດ ເອີ້ນວ່າ: ຂາຮຸ້ນທົ່ວໄປ ແລະ ອີກຈຳນວນໝຶ່ງຮັບຜິດຊອບແບບຈຳກັດ ເອີ້ນວ່າ: ຂາຮຸ້ນຈຳກັດໝີ້ນສິນ.

12.ວິສາຫະກິດປະສົມ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີ່ສ້າງຕັ້ງ ຂຶ້ນທະບຽນຕາມລະບຽນກົດໝາຍຂອງ ສປປ ລາວ ຊິ່ງມີການດຳເນີນທຸລະກິດ ແລະ ເປັນກຳມະສິດຮວ່ມລະຫວ່າງຜູ້ລົງທຶນຕ່າງປະເທດ ແລະ ຜູ້ລົງທຶນພາຍໃນ.

13.ວິສາຫະກິດປະກັນໄພ ໝາຍເຖິງຫຍັງ ?

ໝາຍເຖິງ ນິຕິບຸກຄົນທີ່ດໍາເນີນທຸລະກິດປະກັນໄພ ຫຼື ລະດົມການສະສົມທຶນ.

14.ການເງິນວິສາຫະກິດມີບົດບາດຫຍັງແດ່ ?

  • ລະດົມທຶນຢ່າງຄົບຖ້ວນ ແລະ ທັນການໃຫ້ແກ້ການເຄື່ອນໄຫວທຸລະກິດຂອງວິສາຫະກິດ.
  • ຈັດຕັ້ງການນຳໃຊ້ທຶນຢ່າງປະຍັດ ແລະ ມີປະສິດທິດຜົນ.
  • ຊຸກຍູ້ ແລະ ດັດສົມທຸລະກິດ.
  • ຕິດຕາມ, ກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດຢ່າງແໝ້ນແຟ້ນ.

15.ການເງິນວິສາຫະກິດມີຈຸພິເສດຫຍັງແດ່ ?

  • ໃນຂະບວນວິວັດເຄື່ອນໄຫວຂອງການເງິນວິສາຫະກິດ, ການເຄ່ອນໄຫວຂອງທຶນວິສາຫະກິດເຊິງແມ່ນປະເພດຄັງເງິນຕາພິເສດມັນຕິພັນກັບບັນດາປັດໃຈວັດສະດຸ ແລະ ແຮງງານສະເໝີ.
  • ທຸກການເຄື່ອນໄຫວຂອງບັນດາແຫຼ່ງການເງິນໃນວິສາຫະກິດຕ່າງແນ່ໃສ່ບັນລຸຈຸດໝາຍທຸລະກິດຂອງວິສາຫະກິດ.

16.ບັນດາເນື້ອໃນຕົ້ນຕໍຂອງການເຄື່ອນໄຫວການເງິນວິສາຫະກິດມີຫຍັງແດ່ ?

  • ຄຸ້ມຄອງນຳໃຊ້ທຶນທຸລະກິດຂອງວິສາຫະກິດ.
  • ຈ່າຍໃຫ້ການຜະລິດທຸລະກິດ ແລະ ຕີລາຄາຜະລິດຕະພັນຂອງວິສາຫະກິດ.
  • ລາຍຮັບທຸລະກິດ ແລະ ກຳໄລຂອງວິສາຫະກິດ.

17.ການຈັດຕັ້ງການເງິນວິສາຫະກິດ ແມ່ນແນວໃດ ?

ແມ່ນການວາງແຜນກຳນົດຍຸດທະສາດກ່ຽວກັບການນຳໃຊ້ການເງິນ ແລະ ລະບົບມາດຕະການ ເພື່ອດຳເນີນຍຸດທະສາດດັ່ງກ່າວ ແນ່ໃສ່ບັດລຸໃຫ້ໄດ້ຈຸດໝາຍທຸລະກິດຂອງວິສາຫະກິດໃນໄລຍະໄດ້ໝຶ່ງທີ່ແນ່ນອນ.

18.ບັນດາປັດໄຈທີ່ເປັນຜົນສະທ້ອນເຖິງການຈັດຕັ້ງການເງິນວິສາຫະກິດປະກອບມີຫຍັງແດ່ ?

  • ຮູບການທາງດ້ານກົດໝາຍກ່ຽວກັບການຈັດຕັ້ງການເງິນວິສາຫະກິດ.
  • ຈຸດພິເສດເສດຖະກິດ - ເຕັກນິກຂອງຂະແໝງທຸລະກິດ
  • ສະພາບແວດລ້ອມທຸລະກິດ.

19.ຫຼັກການຈັດຕັ້ງການເງິນວິສາຫະກິດມີບັນດາຫຼັກການໃດແດ່ ? 

  • ຫຼັກການເຄົາລົບກົດໝາຍ
  • ຫຼັກການໄລລຽງທຸລະກິດ
  • ຫຼັກການຮັກສາຄວາມໄວວາງໃຈ
  • ຫຼັກການປອດໄພ, ປ້ອງກັນຊາດ, ສະກັດກັ້ນຄວາມສ່ຽງ.

20.ກຳໄລວິສາຫະກິດ ແມ່ນຫຍັງ ?

ແມ່ນຈຳນວນຜິດດ່ຽງລະຫວ່າງລາຍຮັບທຸລະກິດ ແລະ ລາຍຈ່າຍເຊິ່ງວິສາຫະກິດເປັນຜູ້ອອກເພື່ອບັນລຸໃຫ້ໄດ້ລາຍຮັບທຸລະກິດດັ່ງກ່າວຈາກການເຄື່ອນໄຫວຕ່າງໆ ຂອງວິສາຫະກິດ.

21.ກຳໄລຂອງບັນດາວິສາຫະກິດໄດ້ຮັບການແບ່ງປັນຕາມຂັ້ນຕອນມີຫຍັງແດ່ ?

  • ເສຍອາກອນລາຍຮັບວິສາຫະກິດໃຫ້ລັດ.
  • ທົດແທນການສະຫຼຸດທຶນປີກ່ອນບໍ່ໄດ້ຫັກຈາກກຳໄລກ່ອນອາກອນ.
  • ສົ່ງກຳໄລຫຼຸ້ນສ່ວນ, ແບ່ງກຳໄລໃຫ້ບັນດາຜູ້ຮ່ວມມືທີ່ປະກອບທຶນຮ່ວມທຸລະກິດ.
  • ສ້າງຄັງໃຊ້ສະເພາະຂອງວິສາຫະກິດເຊັ່ນ: ຄັງສຳຮອງການເງິນ, ຄັງລົງທຶນພັດທະນາ, ຄັງຢ້ອງຍໍ, ລາງວັນ ແລະ ສະວັດດີການ.

ພາກທີ 4 
ປະກັນໄພ 

1.ຈົ່ງໃຫ້ນິຍາມ ປະກັນໄພ ແມ່ນຫຍັງ ?

ແມ່ນ  ການພົວພັນເສດຖະກິດຕິດພັນກັບຂະບວນວິວັດສ້າງຕັ້ງ, ແບ່ງປັນ ແລະ ນໍາໃຊ້ຄັງປະກັນໄພ, ແນ່ໃສ່ແກ້ໄຂຄວາມສ່ຽງຕ່າງໆ.

2.ປະກັນໄພມີຈັກປະເພດ ? ຄືປະເພດໃດແດ່ ?
ມີ 2 ປະເພດຄື:

  • ປະກັນທຸລະກິດ.
  • ປະກັນສັງຄົມ.

3.ປະກັນໄພ ໝາຍເຖິງຫຍັງ ?

ໝາຍເຖິງ ສັນຍາທີ່ຈະຈ່າຍເງິນເພື່ອທົດແທນສຳລັບການສູນເສຍບາງຢ່າງທີອາດຈະເກີດຂຶ້ນໃນອານາຄົດ ແລກກັບການຈ່າຍເງິນເປັນເດືອນເປັນງວດ ປະກັນໄພອອກແບບມາເພື່ອປົກປ້ອງຄວາມໝັ້ນຄົງທາງການເງິນຂອງບຸກຄົນ ບໍລິສັດ ຫຼື ອົງການຈັດຕັ້ງໃດໝຶ່ງ ກໍ່ຕາມໃນການເກີດເຫດການທີບໍ່ຄາດຄິດ.

4.ຜູ້ປະກັນໄພ ໝາຍເຖິງຫຍັງ ?

ໝາຍເຖິງ ວິສາຫະກິດທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ດຳເນີນທຸລະກິດປະກັນໄພຊຶ່ງ ຕົກລົງຈະທົດແທນຄ່າເສຍຫາຍຕາມສັນຍາປະກັນໄພ.

5.ຄວາມສຳຄັນຂອງປະກັນໄພ ມີຫຍັງແດ່ ?

  • ຄວາມສຳຄັນຕໍ່ຜູ້ເອົາປະກັນໄພກໍ່ຄືການໃຫ້ຄວາມຄຸ້ມຄອງ ແລະ ເປັນຫຼັກປະກັນຄວາມໝັ້ນຄົງໃນຊີວິດ ແລະ ຊັບສິນໃຫ້ແກ່ຊີວິດຂອງຕົນເອງ ແລະ ຄອບຄົວ.
  • ຄວາມສຳຄັນຕໍ່ສັງຄົມຄືເປັນຫຼັກປະກັນຄວາມໝັ້ນຄົງໃຫ້ແກ່ຜູ້ເອົາປະກັນໄພ ແລະ ຊ່ວຍແບ່ງເບົາພາລະຂອງສັງຄົມເຮັດໃຫ້ເກີດຄວາມໝັ້ນໃຈ ຫາກເກີດອຸບັດຕິເຫດ ແລະ ຄວາມເສຍຫາຍເກີດຂຶ້ນ ຜູ້ປະສົບໄພກໍ່ຈະໄດ້ຮັບເງິນຊົດເຊີຍທົດແທນຄວາມເສຍຫາຍ.
  • ຄວາມສຳຄັນຕໍ່ກັບເສດຖະກິດ ເງິນໄດ້ມາຈາກການເກັບເບັ້ຍປະກັນໄພ ເປັນແຫ່ງເງິນທຶນທີ່ສຳຄັນແຫ່ງໝຶ່ງຂອງປະເທດໃນການກູ້ຢືມມາລົງທຶນເຮັດທຸລະກິດ ຫຼື ຂາຍທຸລະກິດໃຫ້ມີຄວາມຈະເລີນກ້າວໝ້າສຳລັບທຸລະກິດທີເຮັດປະກັນໄພຈະໄດ້ຄວາມຄຸ້ມຄອງໃນຊັບສິນທີ່ໄດ້ເຮັດປະກັນໄພໄວ້ເຮັດໃຫ້ເກີດຄວາມໝັ້ນຄົງໃນກິດຈະການ.

6.ໝ້າທີຂອງຜູ້ເອົາປະກັນໄພ ແມ່ນແນວໃດ ?

  • ໝ້າທີ່ເປີດເຜີຍຂໍມູນຄວາມຈິງ
  • ໝ້າທີ່ບອກກ່າວເລື່ອງລາວການເກີດອຸບັດຕິເຫດຕ່າງໆ
  • ໝ້າທີ່ປ້ອງກັນຮັກສາຊັບສິນທີ່ເຮົາເອົາປະກັນໄພ
  • ໝ້າທີ່ໃນການຊຳລະຄ່າເບັ້ຍປະກັນໄພ

7.ຜູ້ກ່ຽວຂ້ອງໃນສັນຍາປະກັນໄພ ມີໃຜແດ່ ?

  • ຜູ້ເອົາປະກັນ
  • ຜູ້ຮັບປະກັນ
  • ຜູ້ຮັບຜົນປະໂຫດປະກັນໄພ

8.ຜົນປະໂຫຍດຂອງປະກັນໄພມີຫຍັງແດ່ ?

  • ຜົນປະໂຫຍດຕໍ່ຜູ້ເອົາປະກັນໄພ
  • ຜົນປະໂຫຍດຕໍ່ທຸລະກິດ
  • ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ

9.ປະກັນໄພມີບົດບາດທີ່ສຳຄັນຫຍັງແດ່ ?

  • ປະກັນໄພປະກອບສ່ວນເຂົ້າໃນການຮັກສາທຶນຜະລິດທຸລະກິດບໍ່ໃຫ້ຕົກເຫຍເສດຫາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ເຂົ້າຮວ່ມການປະກັນໄພເປັນປົກກະຕິ.
  • ປະກັນໄພປະກອບສວ່ນເຂົ້າໃນການປ້ອງກັນ, ຫຼີກລຽ້ງ, ຈຳກັດຄວາມເສຍຫາຍ, ຮັບປະກັນຄວາມປອດໄພໃຫ້ການຜະລິດ ແລະ ຊີວິດການເປັນຢູ່.
  • ປະກັນໄພປະກອບສ່ວນເຂົ້າໃນການສະໝອງທຶນໃຫ້ການພັດທະນາເສດຖະກິດສັງຄົມ.

10.ບັນດາຫຼັກການຄຸ້ມຄອງປະກັນໄພມີບັນດາຫຼັກການໃດແດ່ ?

  • ຫຼັກການເລືອກເຟັ້ນຄວາມສ່ຽງຖີຖ້ວນຂອງບັນດາອົງການຈັດຕັ້ງ.
  • ຫຼັກການກຳນົມຄ່າທຳນຽມປະກັນໄພປະກັນໄພຕ້ອງອີງໃສບົນພື້ນຖານ ລາຄາ ຂອງຄວາມສ່ຽງຕ່າງໆ.
  • ຫຼັກການລະມັດລະວັງອົງການປະກັນໄພແມ່ນລູກໝີ້ຂອງຜູ້ປະກັນໄພ ແລະ ບັນຫາຄວາມປອດໄພການເງິນຂອງອົງການປະກັນໄພເວລາໄດ້ກໍ່ຖືກຈັດວາງອັນດັບຕົ້ນ.
  • ຫຼັກການເອົາຈຳນວນຫຼາຍທົດແທນຈຳນວນໝອ້ຍ.

11.ເງິນມັດຈຳ ແມ່ນຫຍັງ ?

ແມ່ນບັນດາວິສາຫະກິດປະກັນໄພຕ້ອງມີເງິນມັດຈໍາຢູ່ນຳທະນາຄານ ແລະ ໄດ້ຊົມໃຊ້ດອກເບ້ຍຂອງຈຳນວນເງິນມັດຈຳ. ໃນກໍລະນີມີຄວາມຍຸ້ງຢາກ ກ່ຽວກັບຄວາມສາມາດໃນການຊຳລະ, ວິສາຫະກິດປະກັນໄພໄດ້ຮັບການນຳໃຊ້ຈຳນວນເງິນ ມັດຈຳຊົ່ວຄາວ ແລະ ຕ້ອງສົ່ງຄືນໃນໄລຍະເວລາ 90 ວັນຄືນັບແຕ່ມື້ນຳໃຊ້ມັນ.

12.ປະກັນສັງຄົມ ແມ່ນຫຍັງ ?

ແມ່ນການພົວພັນເສດຖະກິດ ຕິພັນກັບຂະບວນວິວັດສ້າງຕັ້ງຄັງປະສົມໂດຍ ມີການປະກອບຂອງຜູ້ນຳໃຊ້ແຮງງານ ແລະ ແຮງງານຕາມການກຳນົດຂອງກົດໝາຍ ນຳໃຊ້ຄັງດັ່ງກ່າວເພື່ອຈ່າຍ, ແນ່ໃສ່ຕອບສະໝອງສິດຜົນປະໂຫຍດທາງດ້ານວັດຖຸໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວຂອງເຂົາເຈົ້າເມື່ອພໍ້ກັບເຫດການທີ່ເຮັດໃຫ້ຫຼຸດຜ່ອນ ຫຼື ບໍ່ມີຄວາມມາດຊຳລະຈາກລາຍຮັບທີ່ມາຈາກການອອກແຮງງານ.

13.ປະກັນທຸລະກິດແມ່ນຫຍັງ ?

ແມ່ນແບບວິທີ່ເຄືອນໄຫວທຸລະກິດ ຂອງບັນດາອົງການປະກັນໄພ ແນ່ໃສ່ຈຸດປະສົງຊອກຫາກຳໄລບົນພື້ນຖານລະດົມແຫຼ່ງກຳລັງຄວາມສາມາດ, ຜ່ານການປະກອບຂອງຜູ້ເຂົ້າຮ່ວມປະກັນໄພເພື່ອສ້າງຄັງປະກັນໄພ, ແບ່ງປັນ ແລະ ນຳໃຊ້ມັນເພື່ອສົ່ງເງິນ ແລະ ທົດແທນຄວາມເສຍຫາຍໃຫ້ບັນດາເປົ້າໝາຍ ທີ່ໄດ້ຮັບການປະກັນໄພເມື່ອເຫດການປະກັນໄພເກີດຂື້ນ.

ພາກທີ 5
ສິນເຊື່ອ

1.ຈົ່ງໃຫ້ນິຍາມ ສິນເຊືອ ແມ່ນຫຍັງ ?

ສິນເຊື່ອ ແມ່ນການພົວພັນເສດຖະກິດ ຕິດພັນກັບການໃຫ້ກູ້ຢືມລະຫວ່າງ ບຸກຄົນທັງສອງຝ່າຍຕົກລົງກັນລະຫວ່າງຜູ້ກູ້ ແລະ ຜູ້ໃຫ້ກູ້ ສັນຍາວ່າຈະຈ່າຍຄືນທັງຕົ້ນທຶນ ແລະ ດອກເບ້ຍເມືອຮອດຄົບກຳນົດ.

2.ຈຸດພິເສດຂອງສິນເຊື່ອມີຫຍັງແດ່ ?

  • ສິນເຊື່ຶອມີລັກສະນະສົ່ງຄືນ
  • ຜູ້ໄປກູ້ຢືມບໍ່ມີສິດຖືກໍາມະສິດເງິນກູ້
  • ມີແຕ່ສິດນໍາໃຊ້ແຫຼ່ງທຶນໃນໄລຍະທີ່ແນ່ນອນ
  • ຕ້ອງສົ່ງທຶນດັ່ງກ່າວຄືນໃຫ້ຜູ້ທີ່ໃຫ້ກູ້ຢືມ
  • ໄລຍະເວລາສົ່ງຄືນສິນເຊື່ອແມ່ນຂຶ້ນກັບຈຸດປະສົ່ງ ແລະ ຈຸດພິເສດໝູນວຽນຂອງເງິນກູ້.  

3.ໝ້າທີຂອງສິນເຊື່ອ ມີຫຍັງແດ່ ?

  • ແຈກຢາຍເງິນທຶນ
  • ກຳນົດອັດຕາດອກເບ້ຍ
  • ສ້າງທະນະບັດ

4.ບົດບາດຂອງສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີຫຍັງແດ່ ?

  • ສິນເຊື່ອປະກອບສວ່ນຮັບປະກັນວິວັດຜະລິດທຸລະກິດເຄື່ອນໄຫວປະຈຳ ແລະ ລຽນຕິດ.
  • ສິນເຊື່ອປະກອບສວ່ນເຂົ້າໃນການສຸມທຶນຊຸກຍູ້ການຜະລິດການເຄື່ອນໄຫວຂອງລະບົບສິນເຊື່ອມີຄວາມໄວ້ວາງໃຈພຽງພໍເພາະມີລັກສະນະຫັນເປັນວິຊາຊະເພາະຫຼຸດຜ່ອນຄວາມສ່ຽງບຸກຄົນຂອງບັນດາເຈົ້າກຳທີ່ມີແຫ່ງທຶນສະສົມ.
  • ສິນເຊື່ອປະກອບສວ່ນດັດແກ້, ສະຖຽນລະພາບ ແລະ ຈະເລີນເຕີບໂຕເສດຖະກິດ.
  • ສິນເຊື່ອປະກອບສວ່ນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຕິບັດບັນດານະໂຍບາຍສັງຄົມຂອງລັດ
  • ສິນເຊື່ອປະກອບສວ່ນເປີດກ້ວາງການຮວ່ມມືສາກົນ.

5.ບັນດາຮູບການສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີບັນດາສິນເຊື່ອຫຍັງແດ່ ?

  • ສິນເຊື່ອທະນາຄານ
  • ສິນເຊື່ອການຄ້າ
  • ສິນເຊື່ອລັດ
  • ສິນເຊື່ອເຊົ່າຊື້
  • ສິນເຊື່ອໃຊ້ສອຍ
  • ສິນເຊື່ອສາກົນ

6.ສິນເຊື່ອທະນາຄານ ແມ່ນຫຍັງ ?

ແມ່ນການພົວພັນກູ້ຢືມທຶນເງິນຕາທີ່ເກີດຂຶ້ນລະຫວ່າງ ບັນດາທະນາຄານ ກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.

7.ຈຸດພິເສດຂອງສິນເຊື່ອທະນາຄານມີຫຍັງແດ່ ?

  • ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮບການເງິນຕາ.
  • ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.

8.ສິນເຊື່ອທະນາຄານແມ່ນຫຍັງ ? ມີຈຸດພິເສດຫຍັງແດ່ ?
ສິນເຊື່ອທະນາຄານແມ່ນ:
ແມ່ນການພົວພັນກູ້ຢືມທຶນເງິນຕາທີ່ເກີດຂຶ້ນລະຫວ່າງ ບັນດາທະນາຄານ ກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.
ຈຸດພິເສດ:

  • ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮບການເງິນຕາ.
  • ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.

9.ຈຸດດີ ແລະ ຄວາມຈຳກັດຂອງສິນເຊື່ອທະນາຄານມີຫຍັງແດ່ ?

  • ກ່ຽວກັບຈຳນວນສິນເຊື່ອ
  • ກ່ຽວກັບກຳນົດເວລາສິນເຊື່ອ
  • ກ່ຽວກັບກັບຂອບເສດສິນເຊື່ອ
  • ການຈຳກັດຂອງສິນເຊື່ອທະນາຄານ

 10.ທະນາຄານ ທຸລະກິດ ແມ່ນຫຍັງ ?

ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທ, ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ, ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.

11.ທຸລະກິດທະນາຄານ ແມ່ນຫຍັງ ?

ໝາຍເຖິງ ທຸລະກິດເງິນຕາ ໂດຍຖືເອົາການລະດົມທຶນເງິນຝາກ ແລະ ການນໍາໃຊ້ແຫຼ່ງທືນທີ່ລະດົມໄດ້ເພືອສະໝອງສິນເຊື່ອ, ຊື້ຂາຍເງິນຕາຕ່າງປະເທດໃຫ້ບໍລິການຊຳລະ ແລະ ລົງທຶນ.

12.ສິນເຊື່ອການຄ້າ ແມ່ນຫຍັງ ?

ແມ່ນ ພົວພັນນຳໃຊ້ທຶນເຊິງກັນ ແລະ ກັນລະຫວ່າງຜູ້ຜະລິດທຸລະກິດທີ່ໄດ້ຮັບການປະຕິບັດພາຍໃຕ້ຮູບການຊື້ ແລະ ຂາຍໝີ້ສິນຄ້າ.

13.ສິນເຊື່ອການຄ້າ ມີຈຸດພິເສດຫຍັງແດ່ ?

  • ເປົ້າໝາຍຂອງສິນເຊື່ອການຄ້າ
  • ເຈົ້າກຳທີ່ເຂົ້າຮວ່ມສິນເຊື່ອການຄ້າ
  • ເຄືອງມືຂອງສິນເຊື່ອການຄ້າ

14.ສິນເຊື່ອລັດ ແມ່ນຫຍັງ ?

ແມ່ນການພົວພັນສິນເຊື່ອລະຫວ່າງລັດກັບປະຊາຊົນ ແລະ ບັນດາເຈົ້າກໍາເສດຖະກິດອື່ນ ເພື່ອຮັບປະກັນການປະຕິບັດພາລະ, ໝ້າທີ່ຂອງລັດໃນການຄຸ້ມຄອງເສດຖະກິດສັງຄົມ.

15.ສິນເຊື່ອລັດ ມີຈຸດພິເສດຫຍັງແດ່ ?

  • ເປົ້າໝາຍສິນເຊື່ອລັດ ແມ່ນເງິນຕາຢູ່ຫຼ້າຊົ່ວຄາວໃນສັງຄົມ.
  • ລັດທັງແມ່ນຜູ້ໄປກູ້ຢືມ ແລະ ໃຫ້ກູ້ຢືມໃນນັ້ນຕົ້ນຕໍແມ່ນລັດເປັນຜູ້ກູ້ຢືມ, ໃນສະພາບທີ່ການຈ່າຍເກີນງົບປະມານ ຫຼື ຕ້ອງການທຶນໄປລົງທຶນ.

16.ສິນເຊື່ອເຊົ່າຊື້ ແມ່ນຫຍັງ ?

ແມ່ນ ການພົວພັນສິນເຊື່ອທີ່ເກີດຂຶ້ນລະຫວ່າງບໍລິສັດການເງິນ (ບໍລິສັດໃຫ້ເຊົ່າການເງິນ) ກັນຜູ້ຜະລິດທຸລະກິດພາຍໃຕ້ໃຫ້ເຊົ່າການເງິນ.

17.ບໍລິສັດການເງິນ ແມ່ນຫຍັງ ?

ບັນດາສື່ກາງທາງດ້ານການເງິນເຫຼົ່ານີ້ ລະດົມທຶນດ້ວຍການຈໍາໜ່າຍຮຸ້ນ, ພັນທະບັດຫຼືໃບຢັ້ງຢືນທາງການຄ້າ. ບັນດາບໍລິສັດການເງິນສະໜອງບັນດາສິນເຊື່ອໃນຮູບແບບຕ່າງໆໃນໄລຍະກາງ ແລະ ໄລຍະຍາວເປັນຕົ້ນຕໍ. ຕົວຢ່າງ: ໃຫ້ກູ້ຢືມແກ່ການໃຊ້ສອຍ ຊື້ສິ່ງຂອງທີ່ຕົນຕ້ອງການ: ລົດ, ສ້ອມແປງທີ່ຢູ່ອາໄສ ຫຼື ໃຫ້ກູ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ, ນອກນີ້ບັນດາບໍລິສັດການເງິນຍັງໄດ້ດໍາເນີນການບໍລິການທາງດ້ານການຈໍານໍາ, ເກັບຮັກສາ ແລະ ຄຸ້ມຄອງບັນດາຫຼັກຊັບ ແລະ ວັດຖຸມີຄ່າຊະນິດຕ່າງໆ.

18.ການເຊົ່າຊື້ ແມ່ນຫຍັງ ?

ການດໍາເນີນທຸລະກິດທາງດ້ານການໃຫ້ ສິນເຊື່ອໄລຍະຍາວບົນພື້ນຖານສັນຍາການເຊົ່າຊື້ ຊັບສິນລະຫວ່າງຜູ້ໃຫ້ເຊົ່າ ແມ່ນ ບໍລິສັດການເງິນ ແລະ ລູກຄ້າເຊິ່ງເປັນຜູ້ເຊົ່າຊື້ໃນເມື່ອໝົດໄລຍະເວລາໃນການເຊົ່າ ລູກຄ້າຈະຊື້ ຫຼື ມີການເຊົ່າຕໍ່ຕາມເງື່ອນໄຂທີ່ໄດ້ຕົກລົງກັນໄວ້ໃນສັນຍາເຊົ່າຊື້ໃນເບື້ອງຕົ້ນ, ໃນຊວ່ງໄລຍະການໃຫ້ເຊົ່າຝ່າຍໃດຝ່າຍໜຶ່ງບໍ່ສາມາດລົບລ້າງສັນຍາໄດ້ດ້ວຍຕົນເອງ.

 19.ສິນເຊື່ອໃຊ້ສ່ອຍ ແມ່ນຫຍັງ ?

ແມ່ນການພົວພັນລະຫວ່າງບໍລິສັດການເງິນກັບຜູ້ໃຊ້ສອຍເພື່ອຕອບສະໝອງກັບຄວາມຕ້ອງການໃຊ້ສອຍ.

20.ສິນເຊື່ອສາກົນ ແມ່ນຫຍັງ ?

ແມ່ນການພົວພັນເສດຖະກິດທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເມດອື່ນ ແລະ ກັບບັນດາອົງການສາກົນເມື່ອໃຫ້ກູ້ຢືມ ຫຼື ສົ່ງໝີ້ເງິນກູ້ຕາມຫຼັກການຂອງສິນເຊື່ອ.

21.ກຳໄລສິນເຊື່ອ ແລະ ດອກເບ້ຍຂອງສິນເຊື່ອແມ່ນແນວໃດ ?
  • ກຳໄລສິນເຊື່ອ:ແມ່ນລາຍຮັບຊຶ່ງ ຜູ້ໃຫ້ຢືມ ໄດ້ຮັບຈາກ ຜູ້ໄປຢືມສົ່ງຄືນ ໃຫ້ແກ່ການນຳໃຊ້ເງິນໄປກູ້ຢືມ.
  • ດອກເບ້ຍສິນເຊື່ອ:ແມ່ນ ລາຄາ ຂອງສິນເຊື່ອ.

ພາກທີ 6
ຕະຫຼາດການເງິນ

1.ຕະຫຼາດການເງິນ ແມ່ນຫຍັງ ?

ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.

2.ຕະຫຼາດການເງິນມີຈັກປະເພດ ? ຄືປະເພດໃດແດ່ ? ( ໃຫ້ອະທິບາຍແຕ່ລະປະເພດ)
ມີ  2  ປະເພດຄື:
  •  ຕະຫຼາດເງິນແມ່ນ:ແມ່ນ ເປັນຕະຫຼາດຂອງການກູ້ຢືມ ຫຼື ຈັດຫາເງິນທຶນໄລຍະສັ້ນທີ່ມີອານຸການບໍ່ເກີນ 1 ປີ.
  •  ຕະຫຼາດທຶນແມ່ນ:ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.
3.ຕະຫຼາດການເງິນມີຈຸດພິເສດຫຍັງແດ່ ?

  • ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
  • ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
  • ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.

4.ໝ້າທີຂອງຕະຫຼາດການເງິນມີຫຍັງແດ່ ?

  • ເປັນສື່ກາງທາງດ້ານການເງິນ
  • ສະໝັບສະໝູນການລະດົມທຶນໃຫ້ແກ່ຫົວໝ່ວຍທຸລະກິດ.
  • ຊວ່ຍສະໝັບສະໝູນທາງດ້ານການອອມ ແລະ ການລົງທຶນ.

5.ບົດບາດຂອງຕະຫຼາດການເງິນມີຫຍັງແດ່ ?

  • ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ
  • ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ
  • ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ
  • ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ
  • ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ

6.ບົດບາດຂອງລັດໃນຕະຫຼາດການເງິນ ແມ່ນຫຍັງ ?

ແມ່ນ ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.

7.ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດການເງິນມີຫຍັງແດ່ ?
ເປົ້າໝາຍຂອງຕະຫຼາດການເງິນ: ເປົ້າໝາຍຊື້ຂາຍໃນຕະຫຼາດການເງິນ ແມ່ນສິດນໍາໃຊ້ບັນດາແຫ່ງການເງິນ.

ເຄື່ອງມືຂອງຕະຫຼາດການເງິນ:

  • ຫຼັກຊັບ
  • ພັນທະບັດ
  • ຮຸ້ນ

8.ຫຼັກຊັບ ແມ່ນຫຍັງ ? ຫຼັກຊັບແບ່ງອອກເປັນຈັກປະເພດ ? ຄືປະເພດໃດແດ່ ?
ຫຼັກຊັບແມ່ນ: ແມ່ນ ໝັງສືໃຊ້ເປັນຫຼັກຖານເພື່ອຍືນຍັນສິດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກໍາມະສິດໝັງສືດັ່ງກ່າວກັບຜູ້ຈຳໝ່າຍຫຼັກຊັບ.
ຫຼັກຊັບມີ 3 ປະເພດຄື:

  • ຫຼັກຊັບໄລຍະສັ້ນ.
  • ຫຼັກຊັບໄລຍະກາງ 
  • ຫຼັກຊັບໄລຍະຍາວ.

9.ຜູ້ຈຳໝ່າຍຫຼັກຊັບມີຜົນປະໂຫຍດຫຍັງແດ່ ?

  • ຫຼັກຊັບ ແມ່ນພາຫະນະລະດົມ ແລະ ເຕົ້າໂຮມແຫ່ງການເງິນທີ່ມີຕໍ່ບັນດາເຈົ້າກຳມີແຫ່ງການເງິນ.
  • ຫຼັກຊັບ ແມ່ນພາຫະນະລົງທຶນເພື່ອເກັບກຳລາຍຮັບເຈົ້າກຳມີແຫ່ງການເງິນເຫຼືອ.
  • ຫຼັກຊັບ ແມ່ນພາຫະນະເພື່ອແບ່ງປັນແຫ່ງການເງິນລະຫວ່າງຂົງເຂດຕ່າງໆ ແລະ ບັນດາຂະແໝງໃນພື້ນຖານເສດຖະກິດ.

10.ຫຼັກຊັບນິລະນາມ ແລະ ຫຼັກຊັບຂຽນຊື່ ແມ່ນແນວໃດ ?
ຫຼັກຊັບນິລະນາມແມ່ນ: ແມ່ນ ປະເພດຫຼັກຊັບບໍ່ຂຽນຊື່ນາມສະກຸນຂອງເຈົ້າກໍາມະສິດຫຼັກຊັບ.
ຫຼັກຊັບຂຽນຊື່ແມ່ນ: ແມ່ນ ປະເພດຫຼັກຊັບມີການຈົດຊື່ນາມສະກຸນເຈົ້າຂອງກຳມະສິດຫຼັກຊັບ.

11.ແບ່ງປະເພດຕະຫຼາດການເງິນປະກອບດວ້ຍມີຄື ?

  • ອີງໃສ່ການໝູນວຽນບັນດາແຫ່ງການເງິນ
  • ອີງໃສລັກສະນະກົດໝາຍ, ຕະຫຼາດການເງິນແບ່ງອອກເປັນສອງພາກສວ່ນ.
  • ອີງໃສ່ໄລຍະເວລານຳໃຊ້ແຫ່ງການເງິນທີ່ລະດົມໄດ້

12.ພາລະ ແລະ ບົດບາດຂອງຕະຫຼາດການເງິນ ມີຫຍັງແດ່ ?
ພາລະ:

  • ພາລະສະໝອງຄວາມສາມາດຊຳລະບ້ວງເງິນໃຫ້ບັນດາຫຼັກຊັບ. 
  • ພາລະສະໝອງຂໍ້ມູນເສດຖະກິດ ແລະ ຕີລາຄາຄຸນຄ່າວິສາຫະກິດ.

ບົດບາດ:

  • ດຶງດູດ, ລະດົມທຶນແຫ່ງທຶນຢູ່ພາຍໃນປະເທດ, ປະກອບສວ່ນສຳຄັນຊວ່ຍເຫຼື່ອການເງິນໃຫ້ຄວາມຕ້ອງການພັດທະນາເສດຖະກິດສັງຄົມ, ສົ່ງເສີມປະຫຍັດ ແລະ ລົງທຶນ.
  • ຊຸກຍູ້ ແລະ ຍົກສູງປະສິດທິຜົນໃນການນຳໃຊ້ແຫ່ງການເງິນ.
  • ປະຕິບັດນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຂອງລັດ.

13.ຕະຫຼາດເງິນຕາ ແມ່ນຫຍັງ ?

ແມ່ນ ເປັນຕະຫຼາດຂອງການກູ້ຢືມ ຫຼື ຈັດຫາເງິນທຶນໄລຍະສັ້ນທີ່ມີອານຸການບໍ່ເກີນ 1 ປີ.

14.ຕະຫຼາດເງິນຕາ ມີຄວາມສຳຄັນແນວໃດ ?

ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.

15.ໝ້າທີ່ຂອງຕະຫຼາດເງິນຕາມີຫຍັງແດ່ ?

  • ເຄື່ອນຍ້າຍເງິນທຶນຈາກຜູ້ທີ່ມີທຶນສ່ວນເກີນໄປຫາຜູ້ຂາດແຄນເງິນທຶນມີ 2 ວີທີ: ທາງກົງ ແລະ ທາງອ້ອມ
  • ດັດສົມແຫ່ງທຶນລະຫວ່າງທະນາຄານທຸລະກິດດວ້ຍກັນ.

16.ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດເງິນຕາ ມີຫຍັງແດ່ ?
ເປົ້າໝາຍ: ແມ່ນນໍາໃຊ້ໄລຍະສັ້ນ
ເຄື່ອງມືຂອງຕະຫຼາດເງິນ:

  • ພັນທະບັດຄັງເງິນ
  • ບັດການຄ້າ (ແຊັກ) ໝັງສືຮັບຮູ້ເງິນຝາກທະນາຄານ.
  • ໝັງສືຊຳລະຂອງທະນາຄານ
  • ບັນດາສັນຍາຊື້ດິນ
  • ທຶນສະສົມບັງຄັບ
  • ພັນທະບັດໄລຍະສັ້ນຂອງບັນດາບໍລິສັດ
  • ພັດທະບັດທະນາຄານ

17.ພັນທະບັດຄັງເງິນ ແມ່ນຫຍັງ ?

ແມ່ນເຄຶອງມືກູ້ຢືມໄລຍະສັ້ນ ຂອງລັດຖະບານ ເຊິງແມ່ນ ຄັງເງິນແຫ່ງຊາດ ເປັນຜູ້ຕ່າງໝ້າໃນການຈຳໝ່າຍ ເພື່ອຖົມຂົມງົບປະມານທີ່ຂາດດຸນ ຂອງລັດຖະບານ.  

18.ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຕະຫຼາດເງິນຕາມີໃຜແດ່ ?

  • ຜູ້ຈຳໝ່າຍ
  • ຜູ້ລົງທຶນ
  • ຜູ້ກວດກາການເຄືອນໄຫວຂອງຕະຫຼາດເງິນ

19.ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດເງິນຕາມີຫຍັງແດ່ ?

  • ຕະຫຼາດໃຫ້ກູ້ຢືມໂດຍກົງໄລຍະສັ້ນ
  • ຕະຫຼາດແລກປ່ຽນຊື່ຂາຍເງິນຕາຕ່າງປະເທດ.
  • ຕະຫຼາດລະຫວ່າງທະນາຄານ
  • ຕະຫຼາດຫຼັກຊັບໄລຍະສັ້ນ

20.ຕະຫຼາດທຶນ ແມ່ນຫຍັງ ?

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.

21.ຕະຫຼາດທຶນ ມີຄວາມສຳຄັນແນວໃດ ?

ແມ່ນ ຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດ ຕໍ່ກັບການຈະເລີນເຕີບໂຕ ທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ, ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດ ເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.

22.ເປົ້າໝາຍ ແລະ ເຄືອງມືຂອງຕະຫຼາດທຶນມີຫຍັງແດ່ ?
ເປົ້າໝາຍ: ແມ່ນ ນຳໃຊ້ໄລຍະຍາວ
ເຄື່ອງມືຂອງຕະຫຼາດທຶນ:

  • ຫຼັກຊັບໄລຍະກາງ
  • ຫຼັກໄລຍະຍາວ.

23.ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດທຶນມີຫຍັງແດ່ ?

  • ຕະຫຼາດໃຫ້ກູ້ຢືມໄລຍະຍາວ
  • ຕະຫຼາດສິນເຊື່ອເຊົ່າຊື່ ຫຼື ໃຫ້ເຊົ້າການເງິນ
  • ຕະຫຼາດຫຼັກຊັບໄລຍະກາງ ແລະ ໄລຍະຍາວ 

24.ຕະຫຼາດຫຼັກຊັບ ແມ່ນຫຍັງ ?

ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.

25.ຕະຫຼາດຫຼັກຊັບຂັ້ນຕົ້ນ ແລະ ຕະຫຼາດຫຼັກຊັບຂັ້ນຮອງ ແມ່ນແນວໃດ ?
  • ຕະຫຼາດຫຼັກຊັບຂັ້ນຕົ້ນແມ່ນ: ແມ່ນຕະຫຼາດຈໍາໝາຍຫຼັກຊັບປະເພດຕ່າງໆ.
  • ຕະຫຼາດຫຼັກຊັບຂັ້ນຮອງແມ່ນ: ແມ່ນຕະຫຼາດຈໍລະຈອນ, ຕະຫຼາດຊື້ ແລະ ຂາຍຫຼັກຊັບທີ່ຈຳໝາຍຕະຫຼາດຫຼັກຊັບຂັ້ນຕົ້ນເຮັດໃຫ້ມີການປ່ຽນແປງສິດກຳມະສິດຫຼັກຊັບ.
26.ຕະຫຼາດຂັ້ນຕົນ ແລະ ຕະຫຼາດຂັ້ນຮອງ ແຕກຕ່າງກັນຄືແນວໃດ ?
ຕະຫຼາດຂັ້ນຕົນແມ່ນ: ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. 

ຕະຫຼາດຂັ້ນຮອງແມ່ນ: ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.

ພາກທີ 7
ການເງິນສາກົນ

1.ການເງິນສາກົນ ແມ່ນຫຍັງ ?

ແມ່ນ ລະບົບການພົວພັນການເງິນ ທີ່ເກີດຂຶ້ນລະຫວ່າງບັນດາເຈົ້າກຳ ຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ, ຕິດພັນກັບກະແສເຄືອນຍ້າຍຂອງສິນຄ້າ ແລະ ທຶນຢູ່ໃນໂລກຕາມຫຼັກການເຄື່ອນທີ່ແນ່ນອນ.

2.ພື້ນຖານຂອງການພົວພັນການເງິນສາກົນມີຫຍັງແດ່ ?

  • ການຮ່ວມມືສາກົນ, ໂດຍສະເພາະ ແມ່ນການຮວ່ມມືສາກົນກັບເສດຖະກິດ.
  • ບັນດາການພົວພັນການເມືອງລະຫວ່າງປະເທດຕ່າງໆ ໃນວົງຄະນະຍາດສາກົນ.

3.ຫຼັກການພື້ນຖານຕ່າງໆ ຂອງເສດຖະກິດສາກົນ ແລະ ການເງິນສາກົນມີຄືແນວໃດ ?

  • ເຄົາລົບເອກະລາດ, ອະທິບາຍ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແຕ່ລະປະເທດໃນຖານະເປັນປະເທດເອກກະລາດ, ມີອະທິປະໄຕທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ພູມສາດ.
  • ຄວາມສະເໝີພາບ.
  • ຕ່າງຝ່າຍຕ່າງມີຜົນປະໂຫຍດ.

4.ບົດບາດຂອງການເງິນສາກົນມີຫຍັງແດ່ ?

  • ສ້າງເງືອນໄຂສະດວກໃຫ້ປະເທດຕ່າງໆ ເຊື່ອມໂຍງເຂົ້າກັນກັບພື້ນຖານເສດຖະກິດໂລກ.
  • ເປີດໂອກາດໃຫ້ປະເທດຕ່າງໆ ພັດທະນາເສດຖະກິດສັງຄົມ.
  • ຍົກສູງປະສິດທິຜົນນຳໃຊ້ແຫ່ງກຳລັງການເງິນ.

5.ການລົງທຶນສາກົນຂອງຕ່າງປະເທດ FDI  ແມ່ນຫຍັງ ?

ແມ່ນ ການລົງທຶນລະຫວ່າງຕ່າງປະເທດປະກອບດວ້ຍທຶນຫຼາຍພໍສົມຄວນເຂົ້າໃນຂົງເຂດການຜະລິດ ແລະ ການບໍລິການ, ອະອຸຍາດໃຫ້ນັກລົງທຶນເຂົ້າມາລົງທຶນເພືອພັດທະນາຊີ້ນຳໃຫ້ແກ່ກຸມເປົ້າໝາຍຂອງການລົງທຶນ.

6.ຈົ່ງໃຫ້ຄວາມໝາຍຂອງ FDI ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?

  • FDI ແມ່ນ: ການລົງທຶນໂດຍຕົງຈາກຕ່າງປະເທດ.
  • FDI ຫຍໍ້ມາຈາກ: (Foreign Direct Investment).

7.ຈົ່ງໃຫ້ຄວາມໝາຍຂອງ GDP ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?

  • GDP ແມ່ນ: ມວນຜົນຜະລິດລວມພາຍໃນປະເທດເຊິ່ງໝາຍເຖິງຜົນລວມທັງໝົດຂອງສິນຄ້າ ແລະ ບໍລິການທີ່ຜະລິດພາຍໃນປະເທດໃນລະປີ.
  • GDP ຫຍໍ້ມາຈາກ: ( Gross Domestic Product ).

8.ການຊ່ວຍເຫຼືອລ້າຂອງສາກົນແມ່ນແນວໃດ ?

ແມ່ນບ້ວງເງິນຊ່ວຍເຫຼື່ອຂອງລັດຖະບານ ຫຼື ອົງການທີ່ຂື້ນກັບລັດຖະບານຢູ່ບັນດາປະເທດພັດຖະນາທີ່ມີຕໍ່ປະເທດທຸກຈົນ ຫຼື ພວມພັດທະນາຈຳນວນໝຶ່ງ ຫຼື ຍ້ອນເຫດຜົນມະນຸດສະທຳ, ພົວພັນລະຫວ່າງປະເທດ, ການເມືອງ, ຍຸດທະສາດພັດທະນາ ແລະ ເຫດຜົນຈຳນວນໝຶ່ງຂອງຝ່າຍທີ່ໃຫ້ການຊ່ວຍເຫຼື່ອ.

9.ດຸນຊຳລະ ແມ່ນຫຍັງ ?

ແມ່ນ ຕາຕະລາງລາຍສະຖິຕິທີ່ໄດ້ບັນທຶກຕາມຫຼັກການບັນຊີກ່ຽວກັບບັນດາບ້ວງລາຍຮັບ ແລະ ຈ່າຍກ່ຽວຂ້ອງເຖິງການຕິດຕໍພົວພັນສາກົນຂອງປະເທດໝຶ່ງຢູ່ໃນຈຸດປະສົ່ງເວລາໃດໝຶ່ງ  ຫຼື ໄລຍະທີ່ແນ່ນອນໃດໝຶ່ງ.

10.ບົດບາດຂອງດຸນຊຳລະມີຫຍັງແດ່ ?

  • ແມ່ນຂໍ້ມູນລະອຽດພົວພັນເຖິງການສະໝອງ ແລະ ຄວາມຕ້ອງການເງິນຕາຂອງປະເທດໝຶ່ງກັບສາກົນ.
  • ແມ່ນຂໍ້ມູນຂ່າວສານໃນດຸນຊຳລະອາດຈະຖືກນຳໃຊ້ເພື່ອຕີລາຄາຄວາມສາມາດແກ່ງແຍ່ງໃນຕະຫຼາດສາກົນຂອງແຕ່ລະປະເທດ.

11.ເນື້ອໃນດຸນຊຳລະມີຄືແນວໃດ?
ລວມມີ  3 ບ້ວງຕົ້ນຕໍຄື:

  • ບັນຊີເງິນຝາກບໍຄົງທີ່
  • ບັນຊີເງິນຝາກທຶນ
  • ບັນຊີເງິນຝາກສະສົມທາງການ

12.ກຳນົດທິດຮັບປະກັນໃຫ້ຄວາມປອດໄພການເງິນໃນການພົວພັນການເງິນສາກົນມີຫຍັງແດ່ ?

  • ກ່ຽວກັບການພົວພັນສິນເຊື່ອສາກົນ
  • ກ່ຽວກັບຮູບການລົງທຶນໂດຍກົງຂອງຕ່າງປະເທດ
  • ກ່ຽວກັບການເປີດປະຕູຕະຫຼາດການເງິນ.

13.ຈົ່ງໃຫ້ຄວາມໝາຍຂອງ ODA ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?

  • ODA ແມ່ນ: ແມ່ນ ການຊ່ວຍເຫຼືອລ້າເພື່ອການພັດທະນາຢ່າງເປັນທາງການ.
  • ODA ຫຍໍ້ມາຈາກ: ( Official Development Assistance).

ພາກທີ 8
ວຽກງານກວດກາການເງິນ

1.ກວດກາການເງິນ ແມ່ນຫຍັງ ?

ແມ່ນປະເພດກວດກາທີ່ໄດ້ຮັບການສະແດງອອກດວ້ຍຂະບວນວິວັດແບ່ງປັນບັນດາແຫ່ງກຳລັງການເງິນເພື່ອຮັບປະກັນລັກສະນະຖືກຕ້ອງ ລັກສະນະສົມເຫດສົມຜົນຂອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ, ແນ່ໃສ່ປະຕິບັດຈຸດໝາຍທີ່ໄດ້ກຳນົດໄວ້ເປັນຢ່າງດີ.

2.ຈຸດພິເສດຂອງການກວດກາການເງິນມີຄືແນວໃດ ?

  • ແມ່ນຈຸດພິເສດອັນເປັນພື້ນຖານຂອງກວດກາການເງິນແມ່ນ ກວດກາເງິນໄດ້ຮັບການປະຕິບັດຜ່ານການໄຈ້ແຍກຈ່າຍເຖິງ (ຄາດໝາຍລາຄາ) ທີ່ມີຕໍ່ຂະບວບວິວັດແຫ່ງການສ້າງຕັ້ງ, ແບ່ງປັນ ແລະ ນຳໃຊ້ບັນດາແຫ່ງທຶນການເງິນ.
  • ກວດກາການເງິນມີລັກສະນະສັງລວມ, ຮອບດ້ານ, ເປັນປະຈຳກ້ວາງຂວາງ ແລະ ສະແດງໃຫ້ເຫັນລັກສະນະທັນການ.

3.ຜົນດີຂອງການກວດກາການເງິນມີຄືແນວໃດ ?

  • ພິຈາລະນາທາງລັດ
  • ກ່ຽວກັບບັນດາວິສາຫະກິດ
  • ໃນຈົງເຂດປອດການຜະລິດວັດຖຸ

4.ຫຼັກການກວດກາການເງິນຕ້ອງປະຕິບັດຕາມຫຼັກການໃດແດ່ ? 

  • ຫຼັກການກວດກາການເງິນ
  • ຫຼັກການແມ່ນຍຳ, ພາວະວິໄສ, ເປີດເຜີຍ, ເປັນປະຈຳ ແລະ ກ້ວາງຂວາງ.
  • ຫຼັກການປົກປັກຄວາມຫຼັບ
  • ຫຼັກການມະຫາຊົນ
  • ຫຼັກການກວດກາ ແມ່ນຫ້າມຂັດຂວາງການເຄືອນໄຫວທົ່ວໄປຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນເປົ້າໝາຍກວດກາ.

5.ເນື້ອໃນກວດກາການເງິນມີການຈຳແນກອອກເປັນຈັດປະເພດ ? ປະເພດໃດແດ່ ?
ມີ 3 ປະເພດຄື:

  • ກວດກາກ່ອນປະຕິບັດແຜນການການເງິນ
  • ກວດກາການເງິນໃນຂະບວນວິວັດປະຕິບັດແຜນການການເງິນ
  • ກວດກາຫຼັງປະຕິບັດແຜນການການເງິນ.

6.ວິທີການກວດກາການເງິນ ແມ່ນແນວໃດ ?

ແມ່ນ ແບບວິທີດຳເນີນການກວດກາການເງິນ, ແນ່ໃສບັນລຸໃຫ້ໄດ້ຈຸໝາຍທີ່ວາງອອກ.

7.ວິທີການກວດກາຮັບຮູ້ຕາມການແບ່ງປະເພດຕ່າງກັນມີຫຍັງແດ່ ?

  • ອີງໃສ່ຂອບເຂດກວດກາການເງິນ
  • ອີງໃສ່ຫຼັກຖານກວດກາການເງິນ

8.ອີງໃສ່ຂອບເຂດກວດກາການເງິນມີຄື:

  • ກວດກາຮອບດ້ານ
  • ກວດກາແບບຈຸດໝັກ ຫຼື ກວດກາຫົວເລືອງ
  • ກວດກາແບບສັງລວມ
  • ກວດກາເປົ້າໝາຍເດັ່ນ (ກວດກາເລືອກແບບ)

9.ອີງໃສ່ຫຼັກຖານກວດກາການເງິນມີຄື:

  • ກວດກາຜ່ານໃບບິນ
  • ກວດກາຕົວຈິງ

10.ບັນດາເຈົ້າກຳດຳເນີນການກວດກາການເງິນມີຄື:

  • ເຈົ້າກຳກວດກາທີ່ມີຕໍ່ງົບປະມານ
  • ບັນດາເຈົ້າກຳກວດກາການເງິນທີ່ຂຶ້ນກັບກົມກອງຮາຖານ.

11.ເຈົ້າກຳກວດກາທີ່ມີຕໍ່ງົບປະມານ ມີຫຍັງແດ່ ?

  • ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ
  • ລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ
  • ກະຊວງການເງິນ ອົງການການເງິນທຸກຂັ້ນ 


ใหม่กว่า เก่ากว่า