ບົດຮຽນ ວິຊາ ທິດສະດີເງິນຕາ ບົດທີ 4 ຕະຫຼາດການເງິນ


 ບົດທີ 4
ຕະຫຼາດການເງິ


ຈຸດປະສົງ ເມື່ອຜູ້ຮຽນໄດ້ສຶກສາຄົ້ນຄວ້າບົດນີ້ສໍາເລັດແລ້ວຈະຮູ້ໄດ້ກ່ຽວກັບ:

4.1.ນິຍາມຂອງຕະຫຼາດການເງິນ

4.2.ບົດບາດຂອງຕະຫຼາດການເງິນ

4.3.ໂຄງສ້ງຂອງຕະຫຼາດການເງິນ ແລະ ບັນດາຮູບແບບຂອງຕະຫຼາດການເງິນ

4.4.ບັນດາເຄື່ອງມືຂອງຕະຫຼາດການເງິນ

4.5.ບັນດາຫົວໜ່ວຍທີ່ເຂົ້າຮ່ວມໃນຕະຫຼາດການເງິນ

4.1.ນິຍາມຕະຫຼາດການເງິນ

ຕະຫຼາດການເງິນ ໝາຍເຖິງຕະຫຼາດທີ່ເອື້ອຍອຳນວຍຄວາມສະດວກໃນການໂອນຫຼື ປ່ຽນມືຊັບສິນທາງການເງິນຈາກບຸກຄົນໜຶ່ງໄປຍັງອີກບຸກຄົນໜຶ່ງ, ເຊິ່ງຊັບສິນທາງການເງິນດັ່ງກ່າວ ອອກໂດຍຫົວໜ່ວຍທຸລະກິດ, ສະຖາບັນການເງິນ ແລະ ລັດຖະບານ ຫຼື ຕະຫຼາດການເງິນ (Financial Markets) ເປັນສື່ກາງທາງການເງິນທີ່ໃຫ້ຜູ້ຂາດແຄນເງິນທຶນສ້າງຊັບສິນທາງການເງິນອອກຂາຍເພື່ອລະດົມທຶນຈາກຜູ້ມີເງິນທຶນ ເຊິ່ງການລະດົມທຶນຜ່ານຕະຫຼາດການເງິນສາມາດເຮັດໄດ້ໂດຍຜ່ານຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ. 

ຕະຫຼາດການເງິນ ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.

ຈຸດພິເສດຂອງຕະຫຼາດການເງິນມີຄື:

1.ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.

2.ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.

3.ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.

4.2.ບົດບາດຂອງຕະຫຼາດການເງິນ 



ບົດບາດຂອງຕະຫຼາດການມີຄື:  

1.ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ

2.ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ

3.ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ

4.ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ

5.ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ

ບົດບາດຂອງລັດໃນຕະຫຼາດການເງິນ: ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.

ຕະຫຼາດການເງິນມີບົດບາດສໍາຄັນ: ໃນການກະຕຸກຊຸກຍູ້ເສດຖະກິດ-ສັງຄົມໃຫ້ມີການພັດທະນາ, ລັດຖບານໄດ້ນຳໃຊ້ຄວາມສາມາດຂອງຕົນ ເພື່ອສ້າງເງື່ອນໄຂການກຳເນີດ ແລະ ຂະຫຍາຍຕົວຍຂອງຕະຫຼາດການເງິນ.

4.3.ໂຄງສ້າງຂອງຕະຫຼາດການເງິນ 



ຕະຫຼາດການເງິນໄດ້ແບ່ງອອກເປັນ 2 ປະເພດຄື:

1.ຕະຫຼາດເງິນ

2.ຕະຫຼາດທຶນ

4.3.1.ຕະຫຼາດເງິນ (Money Market) 

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ,ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ,ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...

ຄວາມສໍາຄັນຂອງຕະຫຼາດເງິນ: ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.

4.3.2.ຕະຫຼາດທຶນ (Capital Market)

ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.

ຄວາມສໍາຄັນຂອງຕະຫຼາດທຶນ: ຕະຫຼາດທຶນຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ,ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.

ຕະຫຼາດທຶນໄດ້ແບ່ງອອກເປັນ 2 ປະເພດຄື:

1.ຕະຫຼາດຂັ້ນໝຶ່ງ

2.ຕະຫຼາດຂັ້ນສອງ

4.3.3.ຕະຫຼາດຂັ້ນໝຶ່ງ

ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. ຍ້ອນແນວນັ້ນເພີ່ນເອີ້ນວ່າ: ຕະຫຼາດຂັ້ນໝຶ່ງ.

4.3.4. ຕະຫຼາດຂັ້ນສອງ

ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.

ການພົວພັນລະຫວ່າງຕະຫຼາດເງິນ ແລະ ຕະຫຼາດທຶນ: ແມ່ນເປັນຕະຫຼາດທີ່ມີການພົວພັນເຊິງກັນ ແລະ ກັນ ການປັບນະໂຍບາຍເງິນຕາຈະມີຜົນກະທົບຕໍ່ດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນເຊິ່ງການປ່ຽນດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນຈະສົ່ງຜົນສະທ້ອນໂດຍກົງຕໍ່ສະພາບຄ່ອງຂອງຕະຫຼາດການເງິນ ແລະ ໃນທີ່ສຸດຈະມີຜົນກະທົບຕໍ່ດອກເບ້ຍອື່ນໆລວມທັງໄລຍະຍາວໃນຕະຫຼາດທຶນອີກດວ້ຍ.

4.3.5.ຕະຫຼາດຫຼັກຊັບ

ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.

4.3.6.ຕະຫຼາດບໍ່ລວມສູນ (OTC Market)

ແມ່ນບັນດາການເຄືອນໄຫວຊື້ຂາຍຫຼັກຊັບ ໄດ້ປະຕິບັດຢ່າງກະແຈກກະຈາຍໃນບັນດາສະຖານທີ່ ທີ່ແຕກຕ່າງກັນເຊື່ງບໍ່ໄດ້ລວມສູນການຊື້ຂາຍ ໄວ້ໃນສະຖານທີ່ໃດໝຶ່ງ ສະຖານທີ່ໝຶ່ງບໍ່ແນ່ນອນ.

ຕະຫຼາດລວມສູນ ແມ່ນຫຍັງ ? ໃຫ້ຍົກຕົວຢ່າງມາພ້ອມ ແມ່ນຕະຫຼາດທີ່ມີ ການແລກປຽ່ນຊື້ ຂາຍບັນດາຫຼັກຊັບ ທີ່ໄດ້ມີການຈັດຕັ້ງປະຕິບັດເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໝຶ່ງທີ່ແນ່ນອນ.

ຕົວຢ່າງ: ຕະຫຼາດລວມສູນຂອງລາວແມ່ນຕະຫຼາດຫຼັກຊັບ ແຫ່ງປະເທດລາວ,ຕະຫຼາດຫຼັກຊັບໂຕກຽວ,ຕະຫຼາດຫຼັກຊັບນິວຢອກ,ຕະຫຼາດຫຼັກຊັບລອນດອນ,ຕະຫຼາດຫຼັກຊັບນະຄອນຫຼວງ ໂຮ່ຈີມິງ ເປັນຕົ້ນ.

4.4.ບັນດາເຄື່ອງມືເຄື່ອງຂອງຕະຫຼາດການເງິນ

ບັນດາເຄືອງມື ທາງການເງິນໄລຍະສັ້ນ ປະກອບມີຄື:

  • ພັນທະບັດຄັງເງິນ

  • ໃບຢັ້ງຢືນການຝາກເງິນທີ່ສາມາດປ່ຽນກຳມະສິດໃນການຄອບຄອງ.

  • ໃບຢັ້ງຢືນການຄ້າ.

  • ໃບຢັ້ງຢືນການຊຳລະ.

  • ສັນຍາຊື້ຄືນ.

  • ຮູບແບບກູ້ຢືມຂ້າມຄືນ ຂອງທະນາຄານກາງ.

  • ພັນທະບັດທະນາຄານກາງ.

ບັນດາເຄືອງມື ທາງການເງິນໄລຍະຍາວ ປະກອບມີຄື:

  • ພັດທະບັດ ຫຼື ຮຸ້ນກູ້.

  • ພັນທະບັດລັດຖະບານ.

  • ຮຸ້ນກູ້ຂອງບໍລິສັດ ຫຼື ພັນທະບັດບໍລິສັດ.

  • ຮຸ້ນທຶນ.

  • ອະສັງຫາລິມາຊັບ.

  • ສິນເຊື່ອການຄ້າ ແລະ ສິນເຊື່ອເພື່ອການໃຊ້ສອຍ.

ພັນທະບັດລັດຖະບານປະກອບມີ 4 ປະເພດຄື:

  • ພັນທະບັດຄັງເງິນ

  • ພັນທະບັດດຸ່ນດຽງງົບປະມານ

  • ພັນທະບັດລະດົມທຶນເພືອການພັນທະນາ

  • ພັນທະບັດປະກອບທຶນ

4.4.1. ພັນ​ທະ​ບັດ (Bonds) ຫຼື ຫຼັກ​ຊັບ​ໜີ້

ພັນ​ທະ​ບັດ​ແມ່ນ​ໃບ​ຢັ້ງ​ຢືນ​ໜີ້ ເຊິ່ງ​ແມ່ນ​ລັດ​ຖະ​ບານ ຫຼື ວິ​ສາ​ຫະ​ກິດ​ພີມ​ຈຳ​ໜ່າຍ​ໂດຍ​ສັນ​ຍາ​ກັບ​ຜູ້​ໃຫ້​ກູ້ (ຜູ້ຊື້​ພັນ​ທະ​ບັດ) ວ່າ​ຈະ​ຈ່າຍ​ຜົນ​ຕອບ​ແທນ​ເປັນ​ງວດ ແລະ ສົ່ງ​ຕົ້ນ​ທຶນ​ຄືນ​ໃຫ້​ຜູ້​ຖື​ເມື່ອ​ຄົບ​ກຳ​ນົດ​ການ​ໄຖ່​ຖອນ, ໃນ​ໃບ​ຢັ້ງ​ຢືນ​ໜີ້​ດັ່ງ​ກ່າວ​ໄດ້​ລະ​ບຸ​ມູນ​ຄ່າ​ໜ້າ​ໃບ, ອັດ​ຕາ​ດອກ​ເບ້ຍ​ທີ່​ຈະ​ໄດ້​ຮັບ ແລະ ວັນ​ຄົບ​ອາ​ຍຸ​ການ​ໄຖ່​ຖອນ​ຢ່າງ​ລະ​ອຽດ.

4.4.2.ຄຸນ​ລັກ​ສະ​ນະ​ຂອງ​ພັນ​ທະ​ບັດ

ມູນ​ຄ່າ​ກຳ​ນົດ (Par value): ແມ່ນ​ມູນ​ຄ່າ​ໃນ​ນາມ​ຂອງ​ພັນ​ທະ​ບັດ​ທີ່​ໄດ້​ລະ​ບຸ​ໄວ້​ໃນ​ໃບ​ພັນ​ທະ​ບັດ ເພື່ອ​ເປັນຫຼັກ​ຖານ​ໃຫ້​ແກ່​ການ​ຊຳ​ລະ​ສະ​ສາງ​ເມື່ອ​ຄົບ​ອາ​ຍຸ​ຂອງ​ພັນ​ທະ​ບັດ, ຕົວ​ຢ່າງ​: ພັນ​ທະ​ບັດໃບ​ໜຶ່ງ​ມີ​ມູນ​ຄ່າ​ໜ້າ​ໃບ​ແມ່ນ 100.000 ກີບ, ມູນ​ຄ່າ​ໜ້າ​ໃບ​ຂອງ​ພັນ​ທະ​ບັດ​ໄດ້​ກຳ​ນົດ​ໂດຍ​ຂຶ້ນ​ກັບ​ຈຳ​ນວນ​ທີ່​ຕ້ອງ​ການ​ລະ​ດົມ​ໃນ​ງວດ​ນັ້ນ, ການ​ກຳ​ນົດ​ມູນ​ຄ່າງ​ຂອງ​ພັນ​ທະ​ບັດ​ທີ່​ມີ​ຈຳ​ໜ່າຍ​ມີ​ແບບ​ຕັ້ງ​ຄິດ​ໄລ່​ດັ່ງ​ນີ້:

ເອີ້ນ F:   ແມ່ນ​ມູນ​ຄ່າ​ໜ້າ​ໃບ

ເອີ້ນ T:   ແມ່ນ​ຈຳ​ນວນ​ວົງ​ເງິນ​ທີ່​ຕ້ອງ​ການ​ລະ​ດົມ

ເອີ້ນ N:  ແມ່ນ​ຈຳ​ນວນ​ໃບ​ພັນ​ທະ​ບັດ

ແບບ​ຕັ້ງ​ຄິດ​ໄລ່:       F=T/N

ຕົວ​ຢ່າງ:   ບໍ​ລິ​ສັດ A ຕ້ອງ​ການ​ລະ​ດົມ​ທຶນ 10 ຕື້​ກີບ, ດ້ວຍ​ວິ​ທີ​ການ​ຈຳ​ໜ່າຍ​ພັນ​ທະ​ບັດ 10.000 ໃບ, ສະ​ນັ້ນ, ແຕ່​ລະ​ໃບ​ມີ​ມູນ​ຄ່າ​ແມ່ນ

F=10.000.000.000/10.000=1.000.00 ກີບ

ອັດຕາດອກເບ້ຍ ແມ່ນ​ອັດ​ຕາ​ດອກ​ເບ້ຍ​ໃນ​ນາມ (coupon interest retes) ຂອງ​ພັນ​ທະ​ບັດ​ກຳ​ນົດ​ລະ​ດັບ​ກຳ​ໄລ​ຂອງ​ນັກ​ລົງ​ທຶນ​ທີ່​ຈະ​ໄດ້​ຮັບ​ໃນ​ແຕ່​ລະ​ປີ, ຕາມ​ປົກ​ກ​ຕິ​ແລ້ວ​ມີ​ສອງວິ​ທີ​ຈ່າຍດອກ​ເບ້ຍ, ຈ່າຍດອກ​ເບ້ຍ​ແຕ່​ລະ​ປີ ແລະ ຈ່າຍດອກ​ເບ້ຍ​ເປັນ​ງວດ 6 ເດືອນ​ຕໍ່ 1 ເທື່ອ​ເຊັ່ນ​ໃນ​ພັນ​ທະ​ບັດ​ແຕ່​ລະ​ໃບ​ໄດ້​ລະ​ບຸ​ອັດ​ຕາ​ດອກ​ເບ້ຍ ແລະ ມີ​ສັນ​ຍາ​ຊຳ​ລະ​ສະ​ສາງ​ໃຫ້​ຜູ້​ຖື​ພັນ​ທະ​ບັດ, ຕາມ​ຈຳ​ນວນດອກ​ເບ້ຍ ແລະ ຕາ​ມງວດ​ທີ່​ກຳ​ນົດ​ໄວ້​ໃນ​ວັນ​ຄົບ​ກຳ​ນົດ, ພັນ​ທະ​ບັດ​ໄດ້​ພີມ​ຈຳ​ໜ່າຍ​ດ້ວຍ​ອັດ​ຕາ​ດອກ​ເບ້ຍ​ໃນ​ນາມ​ໂດຍ​ໄດ້​ກຳ​ນົດ​ຕາມ​ເງື່ອນ​ໄຂ​ຂອງ​ຕະຫຼາດ​ໃນ​ເວ​ລາ​ສະ​ເໜີ​ຂາຍ​ພັນ​ທະ​ບັດ, ອັດ​ຕາ​ດອກ​ເບ້ຍ​ຂອງ​ພັນ​ທະ​ບັດ​ທີ່​ປະ​ກາດ​ແມ່ນ​ໄດ້​ຄິດ​ໄລ່​ເປັນ​ອັດ​ຕາ​ສ່ວນ​ຮ້ອຍ​ທຽບ​ກັບ​ມູນ​ຄ່າ​ໜ້າ​ໃບ​ຂອງ​ພັນ​ທະ​ບັດ: ຈຳ​ນວນ​ເງິນ​ທີ່​ນັກ​ລົງ​ທຶນ​ໄດ້​ຮັບ​ແຕ່​ລະ​ປີ ແມ່ນ​ໄດ້​ຮັບ​ຕາມ​ອັດ​ຕາມດອກ​ເບ້ຍ​ຄູນ​ກັບ​ມູນ​ຄ່າ​ພັນ​ທະ​ບັດ.

ຕົວ​ຢ່າງ: ບໍ​ລິ​ສັດ A  ຈາກ​ຕົວ​ຢ່າງ​ຂ້າງ​ເທິງ​ໄດ້​ປະ​ກາດ​ລະ​ດັບ​ອັດ​ຕາ​ດອກ​ເບ້ຍ​ພັນ​ທະ​ບັດ​ຈ່າຍ​ໃນ​ແຕ່​ລະ​ປີ​ແມ່ນ 9% ດັ່ງ​ນັ້ນ, ແຕ່​ລະ​ປີ​ຜູ້​ຖື​ພັນ​ທະ​ບັດ​ໄດ້​ຮັບ​ຈ​ນຳ​ນວນ​ເງິນ​ແມ່ນ: 1.000.000*90%=90.000 ກີບ.

ລາ​ຄາ​ຊື້​ພັນ​ທະ​ບັດ: ແມ່ນ​ຈຳ​ນວນ​ເງິນ​ຕົວ​ຈິງ​ທີ່​ຜູ້​ຊື້​ຕ້ອງ​ຈ່າຍ​ເພື່ອ​ໃຫ້​ໄດ້​ສິດ​ຖື​ຄອງ​ພັນ​ທະ​ບັດ. ລາ​ຄາ​ຊື້​ອາດ​ຈະ​ເທົ່າ​ກັບ​ມູນ​ຄ່າ​ໜ້າ​ໃບ (Par vaiue), ສູງກວ່າ​ມູນ​ຄ່າ​ມູນ​ຄ່າ​ໜ້າ​ໃບ (Premium) ຫຼື ຕ່ຳ​ກວ່າ​ມູນ​ຄ່າ​ໜ້າ​ໃບ (Discunt) ເຖິງ​ແມ່ນ​ວ່າ, ລາ​ຄາ​ຊື້​ຈະ​ແມ່ນ​ລາ​ຄາ​ໃດ​ກໍ່​ຕາມ​ແຕ່​ວ່າ​ເງິນດອກ​ເບ້ຍ​ລວມ​ແຕ່​ໄດ້​ຄິດ​ໄລ່​ຕາມ​ມູນ​ຄ່າ​ໜ້າ​ໃບ​ພັນ​ທະ​ບັດ ແລະ ຮອດ​ມື້​ຄົບ​ກຳ​ນົດ​ຜູ້​ຖື​ພັນ​ທະ​ບັດ​ກໍ່​ຈະ​ໄດ້​ຮັບ​ການ​ສົ່ງ​ຕົ້ນ​ທຶນ​ຄນ​ຕາມ​ມູນ​ຄ່າ​ໜ້າ​ໃບ.

ໄລ​ຍະ​ເວ​ລາ​ຂອງ​ພັນ​ທະ​ບັດ: ແມ່ນ​ຈຳ​ນວ​ນ​ປີ​ເຊິ່ງ​ໃນ​ນັ້ນ​ຜູ້​ພີມ​ຂ​ຈຳ​ໜ່າຍ​ໃຫ້​ສັນ​ຍາ​ວ່າ ​ຈະ​ຕອບໜອງ​ຕາມ​ບັນ​ດາ​ເງື່ອນ​ໄຂ​ຕ່າງໆ​ຂອງ​ພັນ​ທະ​ບັດ, ໄລ​ຍະ​ເວ​ລາ​ຂອງ​ພັນ​ທະ​ບັດ​ແມ່ນ​ວັນ​ທີ​ສິ້ນ​ສຸດ​ອາ​ຍຸ​ການ​ຂອງ​ພັນ​ທະ​ບັດ, ຜູ້​ພີມ​ຈຳ​ໜ່າຍ​ໄດ້​ຊື້​ຄືນ​ພັນ​ທະ​ບັດ​ດ້ວຍ​ວິ​ທີ​ການ​ຈ່າຍ​ຄືນ​ບ້ວງ​ເງິນ​ທີ່​ກູ້​ຢືມ.

ໄລ​ຍະ​ເວ​ລາ​ຂອງ​ພັນ​ທະ​ບັດ​ຢູ່​ແຕ່​ລະ​ປະ​ເທດ​ກຳ​ນົດ​ແຕ່ກ​ຕ່າງ​ກັນ ​ເຊັ່ນ​ຢູ່​ປະ​ເທດ​ຫວຽດ​ນາມ​ອີງ​ຕາມ​ຄະ​ນະ​ກຳ​ມະ​ກ​ານຫຼັກ​ຊັບ​ແຫ່ງ​ລັດ​ກຳ​ນົດ, ພັນ​ທະ​ບັດ​ແຕ່ 1 ເຖິງ 5 ປີ, ເອີ້ນ​ວ່າ​ພັນ​ທະ​ບັດ​ໄລ​ຍະ​ສັ້ນ, ແຕ່ 5 ເຖິງ 10 ປີ​ ເອີ້ນ​ວ່າ​ພັນ​ທະ​ບັດ​ໄລ​ຍະ​ກາງ ແລະ 10 ປີ​ຂຶ້​ນ​ເອີ້ນ​ວ່າ​ພັນ​ທະ​ບັດ​ໄລະ​ຍາວ, ກຳ​ນົດ​ເວ​ລາ​ທີ່​ກ່າວ​ມາ​ນັ້ນ​ກໍ່​ຖື​ວ່າ​ເປັນ​ອາ​ຍຸ​ການ​ຂອງ​ພັນ​ທະ​ບັດ​ວັນ​ຄົບ​ກຳ​ນົດ​ເປັນ​ວັນ​ທີ່​ອົງ​ການ​ຈັດ​ຕັ້ງ​ພີມ​ຈຳ​ໜ່າຍ​ຊຳ​ລະ​ຕົ້ນ​ທຶນ ແລະ ດອກ​ເບ້ຍ​ໃຫ້​ແກ່​ຜູ້​ຖື​ພັນ​ທະ​ບັດ, ສ່ວນ​ຢູ່ ສ​ປ​ປ​ລ​າວ ມາ​ຮອດ​ປັດ​ຈຸ​ບັນ​ນີ້​ມີ​ພຽງ​ແຕ່​ພັນ​ທະ​ບັດ​ຄັງ​ເງິນ​ໄລ​ຍະ​ສັ້ນ​ທີ່​ຈໍ​ລະ​ຈອ​ນຢູ່​ໃນ​ຕະຫຼາດ​ເຊິ່ງ​ມີ​ກຳ​ນົດ​ໄຖ່​ຖອນ 1 ປີ​ໂດຍ​ແມ່ນ​ກະ​ຊວງ​ການ​ເງິນ​ເປັນ​ຜູ້​ພີມ​ຈຳ​ໜ່າຍ.

4.4.3.ປະ​ເພດ​ຮຸ້ນ​ກູ້ ຫຼື ພັນ​ທະ​ບັດ

ຖ້າ​ອີງ​ໃສ່​ພ​າກ​ສ່ວນ​ທີ່​ພີມ​ຈຳ​ໜ່າຍ​ອາດ​ຈະ​ແບ່ງ​ຮຸ້ນ​ກູ້ ຫຼື ພັນ​ທະ​ບັດ​ອອກ​ເປັນ​ສອງ​ປະ​ເພດ​ຄື: ຮຸ້​​ນກູ້ ລັດ​ຖະ​ບານ ແລະ ຮຸ້ນ​ກູ້ ບໍ​ລິ​ສັດ

ຮຸ້ນ​ກູ້​ລັດ​ຖະ​ບານ (Government Bonds): ເປັນ​ຮຸ້​ນ​ກູ້​ທີ່​ອອກ​ໂດຍ​ສູນ​ກາງ ຫຼື ທ້ອງ​ຖິ່ນ​ເພື່ອ​ຈຸດ​ປະ​ສົງ​ທົດ​ແທນ​ບັນ​ດາ​ບ້ວງ​ໃຊ້​ຈ່າຍ​ເຂົ້າ​ໃນ​ກາ​ນ​ລົງ​ທຶນ​ຂອງ​ງົບ​ປະ​ມານ​ແຫ່ງ​ລັດ, ຄຸ້ມ​ຄອງ​ອັດ​ຕາ​ເງິນ​ເພີ້, ຫຼື ສະ​ໜັບ​ສະ​ໜູນ​ບັນ​ໂຄງ​ການ​ຂອ​ງ​ລັດ, ຮຸ້ນ​ກູ້​ລັດ​ຖະ​ບານ​ເປັນ​ເຄື່ອງ​ມື​ພິ​ເສດ, ສຳ​ຄັນ ແລະ ມີ​ປະ​ສິດ​ທິ​ຜົນ​ເພື່ອ​ລະ​ດົມ​ທຶນ​ໃຫ້​ແກ່​ງົບ​ປະ​ມານ​ແຫ່ງ​ລັດ: ປະ​ກອບ​ສ່ວນ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ຄຸ້ມ​ຄອງ ແລະ ຄວບ​ຄຸມ​ງົບ​ປະ​ມານ​ແຫ່ງ​ລັດ, ສະ​ກັດ​ກັ້ນ ແລະ ນຳ​ໄປ​ເຖິງ​ການ​ຢຸດ​ເຊົາ​ວຽກ​ພີມ​ຈຳ​ໜ່າຍເງິນ ເພື່ອ​ທົດ​ແທນ​ການ​ຂາດ​ດຸນ​ງົບ​ປະ​ມານ​ແຫ່ງ​ລັດ, ນອກ​ຈາກ​ທົດ​ແທນ​ການ​ຂາດ​ດຸນ​ງົບປະ​ມານ​ແຫ່ງ​ລັດ​ແລ້ວ​ພັນ​ທະ​ບັດ​ລັດ​ຖະ​ບານ​ຍັງ​ໄດ້​ນຳ​ໃຊ້​ເພື່ອ​ລະ​ດົມ​ທຶນ​ໃຫ້​ແກ່​ບັນ​ດາ​ໂຄງ​ກາ​ນ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ລັດ.

ຮຸ້ນ​ກູ້​ວິ​ສາ​ຫະ​ກິດ (Corporate Bounds): ເປັນ​ຮຸ້ນ​ທີ່​ບັນ​ດາ​ວິ​ສາ​ຫະ​ກິດ​ເປັນ​ຜູ້​ຈຳ​ໜ່າຍ​ຈຸດ​ປະ​ສົງ​ລະ​ດົມ​ທຶນ​ເພື່ອ​ລົງ​ທຶນ ເພື່ອ​ລົງ​ທຶນ​ໄລ​ຍະ​ຍາວ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ເປີດກວ້າງ​ຂະ​ໜາດ​ພັດ​ທະ​ນາ​ການ​ຜະ​ລິດ​ທຸ​ລະ​ກິດ.

ຮຸ້ນ​ກູ້​ທີ່​ໄດ້​ຮັບ​ຜົນ​ຕອບ​ແທນ (Income Bonds): ເປັນ​ຮຸ້ນ​​ກູ້​ປະ​ເພດ​ໜຶ່ງ​ທີ່​ບໍ່​ມີຫຼັກ​ຊັບ​ຄ້ຳ​ປະ​ກັນ​ແຕ່​ຈະ​ຕ້ອງ​ຈ່າຍ​ຜົນ​ຕອບ​ແທນຫຼື​ດອກ​ເບ້ຍ​ຕາມ​ຄວາມ​ສາ​ມາດ​ໃນ​ການ​ຫາ​ກຳ​ໄລ​ຕົວ​ຈິງ​ຈາກ​ການ​ດຳ​ເນີນ​ທຸ​ລະ​ກິດ​ເຊັ່ນ​ບໍ​ລິ​ສັດ​ມີ​ພາ​ລະ​ຕ້ອງ​ຈ່າຍດອກ​ເບ້ຍ 100 ກີບ ແຕ່​ບໍ​ລິ​ສັດ​ມີ​ກຳ​ໄລ 50 ກີບ, ບໍ​ລິ​ສັດ​ກໍ່​ຈະ​ຈາຍ​ພຽງ 50 ກີບ ແຕ່​ຖ້າ​ບໍ່​ມີ​ກຳ​ໄລ​ກໍ່​ຈະ​ບໍ່​ຈາຍ: ແຕ່​ອາດ​ຈະ​ສະ​ສົມ​ດອກ​ເບ້ຍ​ຄ້າງ​ຈ່​າຍ​ໄວ້ (ຂຶ້ນ​ກັບ​ວິ​ທີ​ຕົກ​ລົງ​ກັນ​ໃນ​ເວ​ລາ​ພີມ​ຈຳ​ໜ່າຍ​ເບຶ້ອງ​ຕົ້ນ) ຖ້າ​ຈະ​ສະ​ສົມ​ດອກ​ເບ້ຍ​ຄ້າງ​ຈ່າຍ​ໄວ້ (ຂຶ້ນ​ກັບ​ວິ​ທີ​ຕົກ​ລົງ​ກັນ​ໃນ​ເວ​ລາ​ພີມ​ຈຳ​ໜ່າຍ​ເບື້ອງ​ຕົ້ນ) ຖ້າ​ສະ​ສົມ​ໄດ້​ຈະ​ເອີ້ນ​ວ່າ​ຮຸ້ນ​ກູ້​ແບບ​ສະ​ສົມ (ຮຸ້ນ​ກູ້​ແບບ​ສະ​ສົມ) (Cumulative income bond ) ແລະ ດອກ​ເບ້ຍ​ທີ່​ຈ່າຍ​ໄປ​ສາ​ມາດ​ຖືກວ່າ​ເປັນ​ລາຍ​ຈ່າຍ​ທີ່​ສາ​ມາດຫຼຸດ​ຜ່ອນ​ຄ່າ​ໃຊ້​ໃນ​ເວ​ລາ​ເສຍ​ອາ​ກອນໄດ້.

ຮຸ້ນ​ກູ້​ບໍ່​ມີ​ລັກ​ຊັບ​ຄ້ຳ​ປະ​ກັນ (Mortgage Bonds): ບັນ​ດາວິ​ສາ​ຫະ​ກິດ​ຕ້ອງ​ການ​ພີມ​ຈຳ​ໜ່າຍ​ຮຸ້ນ​ກູ້​ຕ້ອງ​ມີ​ການ​ຄ້ຳ​ປະ​ກັນ​ດ້ວຍ​ຊັບ​ສິນ ຫຼື ຫຼັກ​ຊັບ, ຜູ້​ຖື​ຮຸ້ນ​ກູ້​ດັ່ງ​ກ່າວ​ໄດ້​ຮັບ​ການ​ຄ້ຳ​ປະ​ກັນ​ໃນ​ລະ​ດັບ​ສູງ​ດ້ວຍ​ຊັບ​ສິນ​ຄ້ຳ​ປະ​ກັນ​ນັ້ນ​ເອງ​ໃນ​ກໍ​ລະ​ນິ​ວິ​ສາ​ຫະ​ກິດ​ລົ້ມ​ລະ​ລາຍ.

ຮຸ້ນ​ກູ້​ບໍ​ລິ​ການ​ຄ້ຳ​ປະ​ກັນ (Debenture): ບັນ​ດາ​ບໍ​ລິ​ສັດ​ທີ່​ມີ​ຊຶ່​ສຽງ ແລະ ຄວາມ​ເຊື່ອ​ຖື​ໃນ​ຕະຫຼາດ​ພາຍ​ໃນ ແລະ ຕະຫຼາດ​ຕ່າງ​ປະ​ເທດ​ສາ​ມາດ​ພີມ​ຈຳ​ໜ່າຍ​ພັນ​ທະ​ບັດ​ໂດຍ​ບໍ່​ມີ​ການ​ຄ້ຳ​ປະ​ກັນ, ຍ້ອນ​ວ່າ, ບໍ​ລິ​ສັດ​ດັ່ງ​ກ່າວ​ນັ້ນ​ມີ​ຄວາມ​ເຊື່ອ​ຖື​ພຽງ​ພໍ​ອາ​ໃສ​ຊື່​ສຽງ​ນັ້ນ​ເອງ​ເປັນ​ກາ​ນ​ຄ້ຳ​ປະ​ກັນ ຖ້າ​ຫາກວ່າ​ບໍ​ລິ​ສັດ​ລົມ​ລະ​ລາຍ​ຜູ້​ຖື​ຮຸ້ນ​ກູ້​ນີ້​ຈະ​ໄດ້​ຮັບ​ການ​ຊຳ​ລະ​ໜີ້ຫຼັງ​ຜູ້​ຖື​ຮຸ້ນ​ກູ້​ທີ່​ມີ​ການ​ຄ້ຳ​ປະ​ກັນ​ດ້ວຍ​ຊັບ​ສິນ, ແຕ່​ວ່າ​ຈະ​ໄດ້​ຮັບ​ກ່ອນ​ບັນ​ດາ​ຜູ້​ຖື​ຮຸ້ນ.

ຮຸ້ນ​ກູ້​ແປງ​ສະ​ພາບ​ໄດ້  ( Convertible Bonds): ເປັນ​ປະ​ເພ​ດ​ຮຸ້ນ​ກູ້​ທີ່​ສາ​ມາດ​ປ່ຽນ​ສະ​ພາບ​ເປັນ​ຮຸ້ນ​ສາ​ມັນ​ໄດ້, ສຳ​ລັບ​ລາ​ຄາ​ຂອງ​ໃບ​ຮຸ້ນ​ແມ່ນ​ໄດ້​ກຳ​ນົດ​ໄວ້​ກ່ອນ​ເອີ້ນ​ວ່າ​ລາ​ຄາ​ແປງ​ສະ​ພາບ, ຮຸ້ນ​ກູ້​ປະ​ເພດ​ນີ້​ໄດ້​ຮັບ​ການ​ນິ​ຍົມ​ກັນ​ຫຼາຍ​ທີ່​ສຸດ​ຍ້ອນ​ວ່າ​ເມື່ອ​ລາ​ຄາ​ຮຸ້ນ​ໃນ​ຕະຫຼາດ​ເພີ່ມ​ຂຶ້ນ​ຜູ້​ຖື​ຮຸ້ນ​ກູ້​ຈະ​ປະ​ຕິ​ບັດ​ການ​ແປ​ສະ​ພາບ ແລະ ຈ​ະ​ໄດ້​ຮັບ​ກຳ​ໄລ​ຈາກ​ສ່ວນ​ຕ່າງ​ລາ​ຄາ.

ລາ​ຄາ​ແປງ​ສະ​ພາບ ( Convertible Price): ແມ່ນ​ລາ​ຄາ​ຮຸ້ນ​ສາ​ມັນ​ເຊິ່​ງ​ຮຸ້ນ​ກູ້ ເອົາ​ເປັນ​ບ່ອງ​ອີງ​ໃນ​ການ​ແປງ​ສະ​ພາບ, ລາ​ຄາ​ແປງ​ສະ​ພາ​ບ​ໄດ້​ກຳ​ນົດ​ດ້ວຍ​ມູນ​ຄ່າ​ໜ້າ​ໃບ​ຂອງ​ຮຸ້ນ​ກູ້​ແປງ​ສະ​ພາບ​ຫານ​ໃຫ້​ອັດ​ຕາ​ສ່ວນ​ແປງ​ສະ​ພາບ.

ຕົວ​ຢ່າງ: ຮຸ້ນ​ກູ້​ແປງ​ສະ​ພາບ​ໃບ​ໜຶ່ງ​ມີ​ມູນ​ຄ່າ 1 ລ້ານ​ກີບ, ໄດ້​ກຳ​ນົດ​ໄວ້​ຈະ​ແປງ​ສະ​ພາບ​ເປັນ 50 ຮຸ້ນ​ສາ​ມັນ: ສະ​ນັ້ນ​ລາ​ຄາ​ແປງ​ສະ​ພາບ ເທົ່າ​ກັບ: 1.000.000: 50 = 200.000 ກີບ. ອັດ​ຕາ​ສ່ວນ​ແປງ​ສະ​ພາບ (Conversion Rate):   ແມ່ນ​ຈຳ​ນວນ​ຮຸ້ນ​ສາ​ມັນ​ທີ່​ໄດ້​ປ່ຽນ​ຮູບ​ມາ​ຈາກ​ຮຸ້ນ​ກູ້, ອັດ​ຕາ​ສ່ວ​ນ​ປ່ຽນ​ຮູບ​ໄດ້​ກຳ​ນົດ​ດ້ວຍ​ມູນ​ຄ່າ​ຂອງ​ຮຸ້ນ​ກູ້​ປ່ຽນ​ຮູບ​ຫານ​ໃຫ້​ລາ​ຄາ​ປ່ຽນ​ຮູບ. ອັດຕາສ່ວນແປງສະພາບ=(ມູນຄ່າທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບ

ຕົວ​ຢ່າງ 1:  ຮຸ້ນ​ກູ້​ແປງ​ສະ​ພາບ​ບໍ​ລິ​ສັດ A ມີ​ມູນ​ຄ່າ 100.000 ກີບ, ກຳ​ນົດ​ໃຫ້​ປ່ຽນ​ເປັນ​ຮຸ້ນ​ສາ​ມັນ​ຂອງ​ບໍ​ລິ​ສັດ​ດ້ວຍ​ມູນ​ຄ່າ: 10.000 ກີບ, ຈົ່ງ​ຄິດ​ໄລ່​ອັດ​ຕາ​ສ່ວນ​ປ່ຽນ​ຮູບ​ແມ່ນ​ເທົ່າ? ອີງ​ຕາມ​ແບ​ບຕັ້ງ:   ອັດຕາສ່ວນແປງສະພາບ=(ມູນຄາທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບ ດັ່ງ​ນັ້ນ, ອັດ​ຕາ​ສ່ວນ​ແປງ​ສະ​ພາບ = 100.000/10.000 = 10. ມີ​ຄວ​າມ​ໝາຍ​ວ່າ​ຮຸ້ນ​ກູ້ 1 ຮຸ້ນ ​ແປງ​ສະ​ພາບ​ເປັນ 10 ຮຸ້ນ​ສາ​ມັນ. 

ຕົວ​ຢ່າງ​ 2 : ບໍ​ລິ​ສັດ​ແຫ່ງ​ໜຶ່ງ​ອອກ​ຮຸ້ນ​ກູ້​ແປ​ງ​ສະ​ພາບ​ໃນ​ລາ​ຄາ​ກຳ​ນົດ​ໄວ້​ຮຸ້ນ​ລະ 10.00 ກີບ. ແລະ ຂາຍ​ຕາມ​ລາ​ຄາ​ທີ່​ກຳ​ນົດ​ໄວ້​ໂດຍ​ກຳ​ນົດ​ລາ​ຄາ​ແປງ​ສະ​ພາບ​ເປັນ​ຮຸ້ນ​ສາ​ມັນ​ລະ 100 ກີບ, ຈົ່ງ​ຄິດ​ໄລ່​ອັດ​ຕາ​ແປງ​ສະ​ພາບ​ຂອງ​ຮຸ້ນ​ກູ້​ດັ່ງ​ກ່າວ​ແມ່ນ​ເທົ່າ​ໃດ. ອີງ​ຕາມ​ແບບ​ຕັ້ງ: ອັດຕາສ່ວນແປງສະພາບ=(ມູນຄ່າທີ່ກຳນົດຂອງຮຸ້ນກູ້ແປ່ງສະພາບ)/ລາຄາແປງສະພາບດັ່ງ​ນັ້ນ, ອັດ​ຕາ​ສ່ວນ​ແປງ​ສະ​ພາບ = 100.000/10.000 = 100 ມີ​ຄວ​າມ​ໝາຍ​ວ່າ​ຮຸ້ນ​ກູ້ 1 ຮຸ້ນ​ແປງ​ສະ​ພາບ​ເປັນ 100 ຮຸ້ນ​ສາ​ມັນ. 

ຮຸ້ນ​ສາ​ມາດ​ໄຖ່​ຖອນ​ຄືນ​ກ່ອນ​ຄົບ​ກຳ​ນົດ (Callable Bonds) ຮຸ້ນ​ກູ້​ດັ່ງ​ກ່າວ​ນີ້​ໄດ້​ລະ​ບຸ​ເງື່ອນ​ໄຂວ່າ​ຜູ້​ອອກ​ສາ​ມາດ​ຮຽກ​ໄຖ​ຖ່ອນ​ຄືນ​ກ່ອ​ນ​ຄ​ບົກຳ​ນົດ​ໄວ​.

ຮຸ້ນ​ກູ້​ທີ່​ອອກ​ພ້ອມ​ກັນ ໃບ​ຢັ້ງ​ຢືນ​ສິດ (Bond with warrant): ເປັນຮູ້ນ​ກູ້​ ທີ່​ອອກ​ຈຳໜ່າຍ​ໂດຍ​ມີ​ໃບ​ຢັ້ງ​ຢືນ​ສິດ​ແກ່​ຜູ້​ຖື​ສິດ​ຊື້​ຮຸ້ນ​ສາ​ມັນ​ຕາມ​ຈຳ​ນວນ ແລ​ະ ລາ​ຄາ​ທີ່​ກຳ​ນົດ​ໄວ້​ໃນ​ໃບ​ຢັ້ງ​ຢືນ​ສິດ.

ຮຸ້​ນ​ກູ້​ທີ່​ມີ​ສ​ະ​ຖ​ຽງ​ລະ​ພາບ​ທາງ​ດ້ານດອກ​ເບັ້ຍ(Straight Bonds): ເປັນ​ປະ​ເພດ​ຮຸ້ນ​ກູ້​ພື້ນ​ຖານ​ທີ່​ໄດ້​ຈຳ​ໜ່າຍ​ແຜ່ຫຼາຍ​ໃນ​ບັນ​ດາ​ຕ​ະຫຼາດຫຼັກ​ຊັບ​ໂລກ, ຈ່າຍດອກ​ເບັ້​ຍ​ເປັນ​ປະ​ຈຳ ແລະ ເປັນ​ງວດ​ຕາມ​ປົກ​ກະ​ຕິ ແມ່ນ 6 ເດືອນ ຫຼື 1 ປີຕໍ່​ຄັ້ງ, ບັງ​ຄັບ​ໃຫ້​ວິ​ສາ​ຫະ​ກິດ​ຕ້ອງ​ມີ​ພັນ​ທະ​ຈ່າ​ດອກ​ເບ້ຍ​ຕະຫຼອດ​ໄລ​ຍະ​ທີ່​ມີ​ການ​ເກັບ​ຮັກ​ສາ.

ຮຸ້ນ​ກູ້​ທີ່​ມີ​ດອກ​ເບ້ຍ​ລອຍ​ຕົວ (Floating Rate Bonds):  ແມ່ນ​ປ​ະ​ເພດ​ຮຸ້ນ​ກູ້​ເຊິ່ງດອກ​ເບ້ຍ​ຂອງ​ມັນ​ໄດ້​ປັບ​ໄປ​ຕາມ​ກາ​ນ​ປ່ຽນ​ຂອງດອກ​ເບ້ຍ​ຕະ​ຫຼາດ.

ຮຸ້ນ​ກູ້​ອັດ​ຕາ​ດອກ​ເບ້ຍ​ຕ່ຳ ຫຼື ບໍ່​ມີ​ດອກ​ເບ້ຍ (Low and Zero Coupori Bonds): ເປັນ​ປະ​ເພດດ​ຮຸ້ນ​ທີ່​ກູ້​ທີ​ລະ​ບຸ​ອັດ​ຕາ​ດອກ​ເບ້ຍ​ຕ່ຳ ຫຼື ບໍ່​ມີ​ອັດ​ຕາ​ດອກ​ເບ້ຍ, ສ່ວນຫຼາຍ​ຈະ​ຈຳ​ໜ່າຍ​ຕ່ຳ​ກວ່າ​ລາ​ຄ​າ​ໜ້າ​ໃບ​ເມື່ອ​ຄົບ​ກຳ​ນົດ​ໄຖ​ຖ່ອນ​ກໍ່​ຈະ​ໄດ້​ຮັບ​ຄົບ​ຕາມ​ມູນ​ຄ່າ​ໜ້າ​ໃບ.

ຮຸນ​ທຸກ​ປ​ະ​ເພດ (Foreign Bonds): ແມ່ນ​ໃບ​ຢັ້ງ​ຢືນ​ໜີ້​ຂອງ​ລັດ​ຖະ​ບານ ຫຼື ວິ​ສາ​ຫະ​ກິດ​ພີມ​ຈຳ​ໜ່າຍ​ຂາຍ​ໃນ​ຕະຫຼາດ​ທຶນ​ສາ​ກົນ ເພື່ອ​ລະ​ດົມ​ທຶນ​ເປັນ​ສະ​ກຸນ​ເງິນ​ຕ່າງ​ປ​ະ​ເທດ.

ຄວາມເຂົ້າໃຈກ່ຽວກັບຮຸ້ນ:

ຮຸ້ນແມ່ນຫຍັງ: ແມ່ນຫຼັກຊັບປະເພດໝຶ່ງທີ່ບໍລິສັດອອກໃຫ້ແກ່ຜູ້ຖືຄອງ, ຜູ້ຖືຮຸ້ນມີສິດໃນການຮຽກຮ້ອງສິດໃນຊັບສິນ ແລະ ຜົນຕອບແທນ, ຜູ້ຖືຮຸ້ນແມ່ນເຈົ້າຂອງບໍລິສັດ, ຄວາມເປັນເຈົ້າຂອງຕາມສັດສ່ວນຖືຄອງ.

ຮຸ້ນມີ 2 ປະເພດຄື:

  • ຮຸ້ນສາມັນ

  • ຮຸ້ນບູລິມະສິດ 

ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ ມີສິດຄວາມແຕກຕ່າງກັນຄືແນວໃດ:

ສິດຄວາມແຕກຕ່າງຂອງຮຸ້ນສາມັນຄື:

  • ມີສິດການເປັນເຈົ້າຂອງ

  • ມີສິດລົງຄະແນນສຽງໃນກອງປະຊຸ່ມຜູ້ຖືຮຸ້ນ

  • ມີສິດຮັບເງິນປັນຜົນ

  • ມີສິດຮັບເງິນຊຳລະຄືນ (ຫຼັງຮຸ້ນບູລິມະສິດ)

ສິດຄວາມແຕກຕ່າງຂອງຮຸ້ນບູລິມະສິດຄື:

  • ມີສິດການເປັນເຈົ້າຂອງ

  • ມີສິດຮັບເງິນປັນຜົນ

  • ມີສິດຮັບເງິນຊຳລະຄືນ (ກ່ອນຮຸ້ນສາມັນ)

ຜົນຕອບແທນ, ຄວາມສຽງ ແລະ ລາຄາຂອງຮຸ້ນ:

  • ແມ່ນຂຶ້ນກັບຜົນການດຳເນີນງານຂອງບໍລິສັດນັ້ນ

  • ແມ່ນຂຶ້ນກັບສະພາບເສດຖະກິດໃນແຕ່ລະໄລຍະ

  • ແມ່ນລວມທັງສະຖານະການຊື້ - ຂາຍ ໃນຕະຫຼາດຫຼັກຊັບ

ເງືອນໄຂການອອກຈຳໝ່າຍຮຸ້ນ:

ສຳລັບອອກຈຳໝ່າຍຮຸ້ນຢູ່ ສປປ ລາວ ຕ້ອງມີເງືອນໄຂດັ່ງນີ້:

  • ໄດ້ຮັບອະນຸຍາດຈາກ ຄຄຊ

  • ເປັນບໍລິສັດມະຫາຊົນ (ຂາຮຸ້ນຢ່າງໝ້ອຍ 9 ທ່ານ)

  • ມີທຶນຈົດທະບຽນຢ່າງໝ້ອຍ 500.000.000 ກີບ

  • ມີໂຄງປະກອບຂອງສະພາບໍລິຫານ ຕາມການກຳນົດຂອງ ຄຄຊ

  • ມີແຜນການອອກຈຳໝ່າຍຮຸ້ນ ແລະ ການນຳໃຊ້ທຶນທີລະດົມໄດ້ ຊຶ່ງຖືກຮັບຮອງຈາກກອງປະຊຸມຜູ້ຖືກຮຸ້ນ.

  • ມີເອກະສານລາຍງານການເງິນ ທີ່ຜ່ານການກວດສອບຈາກ ບໍລິສັດ ກວດສອບພາຍນອກ ທີ່ໄດ້ຮັບຮອງຈາກ ຄຄຊ

  • ມີເງືອນໄຂອື່ນ ຕາມການກຳນົດຂອງ ຄຄຊ 

ຂັ້ນຕອນການອອກຈຳໝ່າຍຮຸ້ນມີຄື:

  • ປະກາດກ່ຽວກັບການອະນຸຍາດໃຫ້ອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ

  • ໂຄສະນາອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ຜ່ານພາຫະນະສື່ມວນຊົນ ແລະ ວິທີອື່ນໆ

  • ການຈອງຊື້ຮຸ້ນ ແລະ ວາງເງິນມັດຈຳ

  • ການຈັດສັນຮຸ້ນ.

  • ການຊຳລະ ແລະ ສົ່ງເງິນມັດຈຳຄືນ

  • ອອກໃບຢັ້ງຢືນການຈັດສັນຮຸ້ນ 

4.4.3.1.ຜົນ​ຕອບ​ແທນ​ຄວາມ​ສ່ຽງ​ຂອງ​ຮຸ້ນ​ກູ້ (Retum and risk)

ຜົນຕອບແທນຮຸ້ນກູ້ແມ່ນລາຍໄດ້ຂອງນັກລົງທຶນທີ່ໄດ້ຮັບຈາກຮຸ້ນກູ້, ນັກລົງທຶນຊື້ຮຸ້ນກູ້ໄດ້ຮັບຜົນຕອບແທນ ແລະ ຄວາມສ່ຽງຈາກ:

ຜົນຕອບແທນ:

  • ໄດ້ຮັບດອກເບ້ຍເປັນງວດຕາມປົກກະຕິ ແມ່ນຈ່າຍແຕ່ລະປີ ຫຼື ເຄິ່ງປີຕໍ່ 1 ເທື່ອ.

  • ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ).

  • ຜົນຕອບແທນຈາກການລົງທຶນກຳໄລ.

ຄວາມສ່ຽງ:

  • ຄວາມສ່ຽງອັດຕາດອກເບ້ຍ

  • ຄວາມສ່ຽງຊຳລະສະສາງ

  • ຄວ່ມສ່ຽງອັດຕາເງິນເຟີ້

  • ຄວາມສ່ຽງອັດຕາແລກປ່ຽນ

ບັນດາປັດໃຈທີ່ສົ່ງຜົນກະທົບ ຕໍ່ລາຄາຮຸ້ນກູ້:

  • ຄວາມສາມາດທາງດ້ານການເງິນຂອງຜູ້ອອກຮຸ້ນກູ້

  • ໄລຍະເວລາຄົບກຳນົດ

  • ຄາດຄະເນກ່ຽວກັບເງິນເຟີ້

  • ກາກເໜັງຕີງຂອງອັດຕາດອກເບ້ຍຕະຫຼາດ

  • ການປ່ຽນແປງອັດຕາແລກປ່ຽນ

4.4.4.4.ຜົນດີ ແລະ ຜົນເສຍໃນການຈຳໝ່າຍຮຸ້ນກູ້.

ຜົນດີ:

ຮູ້ກຳນົດລາຍຈ່າຍລ່ວງໜ້າດອກເບ້ຍ ແລະ ເງິນຕົ້ນທຶນຄືນໃນຈຳນວນ ແລະ ເວລາທີ່ແນ່ນອນ, ດອກເບ້ຍທີ່ຈ່າຍເປັນຄ່າໃຊ້ຈ່າຍທີ່ຫຼຸດຜ່ອນພາລະການຈ່າຍພາສີອາກອນ, ສາມາດລະບຸເງື່ອນໄຂຕ່າງໆໃຫ້ເໝາະສົມກັບຄວາມຮ້ອງການ ແລະ ຖານະຂອງກິດຈະການໄດ້, ຄ່າໃຊ້ຈ່າຍໃນການອອກຮຸ້ນກູ້ຈະຕ່ຳກວ່າຄ່າໃຊ້ຈ່າຍໃນການອອກຮຸ້ນສາມມັນ.

ຜົນເສຍ:

ເຮັດໃຫ້ຄວາມສ່ຽງຂອງກິດຈະການສູງຂຶ້ນມີຜົນກະທົບຕໍ່ຕົ້ນທຶນເງິນທຶນສະເລ່ຍຂອງກິດຈະການ, ມີພາລະໃນນການຈ່າຍດອກເບ້ຍເປັນປະຈຳ, ຕ້ອງມີແຜນກະກ່ຽມເງິນເພື່ອໄຖ່ຖອນຮຸ້ນກູ້ ເມື່ອຄົບກຳນົດ.

ເງືອນໄຂຂອງການອອກຈຳໝ່າຍຮຸ້ນກູ້ມີຄື:

  • ໄດ້ຮັບອະນຸຍາດຈາກ ຄຄຊ

  • ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍ

  • ມີທຶນຈົດທະບຽນຢ່າງນ້ອຍ 1 ຕື້ກີບ

  • ມີແຜນອອກຈຳໝ່າຍເງິນກູ້, ການນຳໃຊ້ທຶນ ແລະ ການຊະລຳຕົ້ນທຶນ ແລະ ດອກເບ້ຍ ທີ່ຖືກຮັບຮອງຈາກກອງປະຊຸມ ຜູ້ຖືຮຸ້ນ ແລະ ສະພາບໍລິຫານ.

  • ມີການກຳນົດຄຸນລັກສະນະຂອງຮຸ້ນກູ້, ສິດ ແລະ ໝ້າທີ ຂອງຜູ້ອອກຈຳໝ່າຍຮຸ້ນກູ້ ແລະ ຜູ້ຖືຮຸ້ນ ຫຼື ຕົວແທນຜູ້ຖືຮຸ້ນກູ້.

  • ມີເອກະສານລາຍງານການເງິນ ທີ່ຜ່ານການກວດສອບຂອງບໍລິສັດ ກວດສອບທີໄດ້ຮັບການ ຮັບຮອງຈາກ ຄຄຊ.

4.4.5.ຫຼັກຊັບທຶນ ຫຼື ຮຸ້ນທຶນ (Epuite stock)

4.4.5.1.ຮຸ້ນທຶນ  (Stock)

ແມ່ນຫຼັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດ້ວຍຮູບແບບໃບຢັ້ງຢືນ ຫຼື ການບັນທຶກບັນຊີ ໂດຍກຳນົດສິດເປັນເຈົ້າ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນທຶນຕໍ່ກັບຊັບສິນ ຫຼື ທຶນຂອງບໍລິສັດຮຸ້ນ ສ່ວນໜຶ່ງໆ ເຊິ່ງຖືກຕ້ອງຕາມກົດໝາຍ.

4.4.5.2.ຮຸ້ນສາມັນ (Conmon Stock)

ຮຸ້ນສາມັນເປັນໃບຢັ້ງຢືນກຳມະສິດເປັນເຈົ້າຂອງ, ໄດ້ກຳນົດກຳມະສິດຂອງຜູ້ຖືຮຸ້ນຕໍ່ກັບບໍລິສັດຮຸ້ນສ່ວນ ໜຶ່ງໆ.

ຈຸດພິເສດຂອງຮຸ້ນສາມັນ:

  • ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນ ເຊິ່ງໃນນັ້ນບໍ່ກຳນົດໃນການໄຖ່ຖອນທຶນ.

  • ຜົນຕອບແທນຂອງໃບຮຸ້ນ ແມ່ນຂຶ້ນກັບຜົນການດຳເນີນທຸລະກິດຂອງວິສາຫະກິດ,ບໍ່ຄົງທີ່.

  • ຜູ້ຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປ່ອນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ຫຼື ໃບຮຸ້ນ).

  • ເມື່ອບໍລິສັດຖືກລົມລະລາຍຜູ້ຖືຮຸນສາມັນໄດ້ຮັບສ່ວນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອ.

  • ລາຄາຮຸ້ນມີການເໜັ່ງຕີງຢ່າງວ່ອງໄວ ໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍ້ອນມີຫຼາຍປັດໃຈສົ່ງຜົນກະທົບ, ແຕ່ລະປັດໃຈພື້ນຖານທີ່ພາໃຫ້ລາຄາຂອງຮຸ້ນມີການເໜັ່ງຕີງ ແມ່ນປະສິດທິຜົນຂອງທຸລະກິດ ແລະມຸນຄ່າຕະຫຼາດຂອງໃບຮຸ້ນ.

ເງິນປັນຜົນ (Dividend):

ແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼັງເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ບຸລິມະສິດ ແຕ່ລະປີປະທານສະພາບໍລິຫານປະກາດຈ່າຍເງິນປັນຜົນ ຫຼື ວ່າບໍ່ຈ່າຍ ແລະ ມີນະໂຍບາຍການຈ່າຍເງິນປັນຜົນຄືແນວໃດ.

ຜົນຕອບແທນ ແລະ ຄວາມສ່ຽງ (Return and Risk):

  ຜົນຕອບແທນຂອງໃບຮຸ້ນ: ແມ່ນທັງໝົດຜົນຕອບແທນທີ່ໄດ້ຈາກໃບຮຸ້ນ, ນັກລົງທຶນທີ່ຊື້ຮຸ້ນໄດ້ຮັບຜົນຕອບແທນຈາກສອງແຫຼ່ງຄື:

1.ເງິນປັນຜົນ: ແມ່ນສ່ວນແບ່ງປັນໃຫ້ແຕ່ລະຮຸ້ນ (Capital gain yield)

2.ຜົນຕອບແທນຈາກທຶນ (ສ່ວນຕ່າງລາຄາ) (Capital gain yield)

4.4.5.3.ຮຸ້ນບູລິມາສິດ (Preferred Stock)

ແມ່ນເປັນຮຸ້ນທຶນປະເພດໜຶ່ງທີ່ຜູ້ຊື້ຮຸ້ນຈະມີສ່ວນຮ່ວມ ໃນການເປັນເຈົ້າຂອງກິດຈະການຄ້າຍຄືກັບຮຸ້ນສາມັນ ແຕ່ຈະມີຄວາມແຕກຕ່າງຈາກຮຸ້ນສາມັນຢູ່ບ່ອນວ່າ ຜູ້ຖືຮຸ້ນບູລິມະສິດມີສິດອອກສຽງໃນກອງປະຊຸມໜ້ອຍກວ່າຜູ້ຖືຮຸ້ນສາມັນ ແຕ່ມີສິດພິເສດໃນການໄດ້ຮັບເງິນປັນຜົນເໜື່ອກວ່າຮຸ້ນສາມັນເຊັ່ນ ໄດ້ຮັບເງິນປັນຜົນໃນອັດຕາແນ່ນອນ, ນອກຈາກນີ້ໃນກໍລະນີບໍລິສັດລົມລະລາຍຜູ້ຖືຮຸ້ນບູລິມະສິດຈະໄດ້ຮັບສິດໃນການຊຳລະຄືນເງິນທຶນກ່ອນຮຸ້ນສາມັນ, ຮຸ້ນປະເພດນີ້ມີໜ້ອຍທີ່ສຸດໃນຕະຫຼາດຫຼັກຊັບ ແລະ ມີຄວາມສ່ຽງຕ່ຳ.

4.5.ບັນດາຫົວໜ່ວຍທີ່ເຂົ້າຮ່ວມໃນຕະຫຼາດການເງິນ

ປະກອບມີຄື:

1.ບັນດາຜູ້ຈຳໝ່າຍຮຸ້ນ

2.ບັນດານັກລົງທຶນ (ຜູ້ໃຫ້ກູ້ຢືມ)

3.ບັນດາຜູ້ໃຫ້ບໍລິການໃນຕະຫຼາດການເງິນ

4.ຜູ້ຄຸ້ມຄອງຕະຫຼາດ


ใหม่กว่า เก่ากว่า