ບົດທີ 5
ທະນາຄານທຸລະກິດ ແລະ ບັນດາສື່ກາງທາງດ້ານການເງິນ
5.1.ນິຍາມ ແລະ ພາລະບົດບາດຂອງບັນດາສື່ກາງການເງິນ
5.2.ບັນດາຮູບແບບທະນາຄານທຸລະກິດ ແລະ ສະຖາບັນການເງິນນອກລະບົບ
5.3.ໝ້າທີ່ ແລະ ບົບບາດຂອງທະນາຄານທຸລະກິດ
5.4.ໝ້າທີ່ ແລະ ບົດບາດຂອງສະຖາບັນການເງິນນອກ
5.1.ນິຍາມ ແລະ ບົດບາດຂອງສື່ກາງທາງດ້ານການເງິນ
5.1.1.ນິຍາມຂອງສື່ກາງການເງິນ
ແມ່ນບັນດາຫົວໝວ່ຍທີ່ເປັນສື່ກາງ ທາງດ້ານການເງິນ ຫຼື ເອີ້ນວ່າ: ສື່ກາງການເງິນນັ້ນ ແມ່ນອົງກອນທີ່ເຄືອນໄຫວທຸລະກິດໃນຂົງເຂດທາງດ້ານການເງິນ-ເງິນຕາໂດຍສະເພາະ.
5.1.2.ບົດບາດຂອງສື່ກາງທາງດ້ານການເງິນ
ມີ 2 ບົດບາດຄື:
1.ຫຼຸດຄ່າຊິ້ນເປືອງໃນການເຄືອນຍ້າຍເງິນທຶນ
2.ຫຼຸດຄ່າໃຊ້ຈ່າຍທາງດ້ານການເກັບກຳຂໍ້ມູນຂ່າວສານ
5.2.ທະນາຄານທຸລະກິດ ແລະ ບົດບາດຂອງທະນາຄານທຸລະກິດ ສຳລັບການຂະຫຍາຍຕົວຂອງເສດຖະກິດ.
5.2.1.ນິຍາມຂອງທະນາຄານທຸລະກິດ
ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທດ, ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ, ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.
ທະນາຄານ ແມ່ນ: ແມ່ນ ໝາຍເຖິງບັນດາທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດທີ່ສ້າງຕັ້ງຂຶ້ນ ແລະ ດຳເນີນທຸລະກິດພາຍໃຕ້ ກົດໝາຍວ່າດວ້ຍ ທະນາຄານທຸລະກິດ ແລະ ກົດໝາຍ ທີ່ກ່ຽວຂ້ອງຂອງ ສປປ ລາວ.
ທຸລະກິດທະນາຄານ ໝາຍເຖິງ: ໝາຍເຖິງ ທຸຸລະກິດເງິນຕາ ໂດຍຖືເອົາການລະດົມທຶນເງິນຝາກ ແລະ ການນໍາໃຊ້ແຫຼ່ງທືນທີ່ລະດົມໄດ້ເພືອສະໝອງສິນເຊື່ອ, ຊື້ຂາຍເງິນຕາຕ່າງປະເທດໃຫ້ບໍລິການຊຳລະ ແລະ ລົງທຶນ.
ທຸລະກິດທະນາຄານ ປະກອບດວ້ຍທຸລະກິດ:
ຮັບຝາກເງິນປະເພດຕ່າງໆເຊັ່ນ: ເງິນຝາກກະແສລາຍວັນ, ເງິນຝາກປະຢັດ, ເງິນຝາກມີກຳນົດສາມເດືອນ, ຫົກເດືອນ,ໝຶ່ງປີ ແລະ ເກີນໝຶ່ງປີ ໂດຍດອກເບ້ຍ ຫຼື ບໍ່ມີດອກເບ້ຍ
ສະໝອງສິນເຊືອດວ້ຍຮູບການໃຫ້ກູ້ຢືມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ການຊື້ຫຼຸດ ແລະ ຮັບຊື້ຫຼຸດເອກະສານມີຄ່າ, ການຄ້ຳປະກັນ.
ໃຫ້ການບໍລິການຊຳລະ ແລະ ຮຽບເກັບ
ອອກ ແລະ ຄຸ້ມຄອງເຄືອງມືຊຳລະເຊັ່ນ: ບັດຊຳລະປະເພດຕ່າງໆ
ຊື້-ຂາຍເງິນຕາຕ່າງປະເທດ
ໃຫ້ບໍລິການຮັກສາຄວາມປອດໄພເອກະສານ ແລະ ວັດຖຸມີຄ່າ
5.2.2.ລັກສະນະພິເສດໃນການເຄື່ອນໄຫວທຸລະກິດ ຂອງທະນາຄານທຸລະກິດ.
ການເຄື່ອນໄຫວທຸລະກິດໃນຕະຫຼາດການເງິນ ປະກອບມີຫຼາຍປະເພດ ການຈັດຕັ້ງ ທີ່ດຳເນີນທຸລະກິດດ້ານເງິນຕາ, ພວກເຂົາເຫຼົ່ານັ້ນ ແມ່ນການຈັດຕັ້ງທີ່ເຮັດໜ້າທີ່ໃຈກາງ ແລະ ເປັນຂົວຕໍ່ທາງດ້ານການເງິນ, ການເຄື່ອນໄຫວຂອງເຂົາຄ້າຍຄືກັບຂົວອັນໜຶ່ງ ທີ່ລຳລຽງເຄື່ອນຍ້າຍເງິນຝາກປະຢັດທີ່ສະສົມໄດ້ໃນສັງຄົມ ໄປສູ່ຜູ້ທີ່ມີຄວາມຕ້ອງການ ໃຊ້ຈ່າຍເຂົ້າໃນການລົງທຶນ. ແຕ່ລະຫ່ວາງເຂົາພັດມີອັນແຕກຕ່າງການທາງດ້ານລັກສະນະ ກໍ່ຄືເປົ້າໝາຍ ແລະ ວີທີການດຳເນີນທຸລະກິດ.
5.2.3.ພາລະບົດບາດຂອງທະນາຄານທຸລະກິດຕິດພັນກັບການຂະຫຍາຍຕົວຂອງພືນຖານເສດຖະກິດ.
ປະກອບມີ 4 ພາລະບົດບາດຄື:
ເປັນບ່ອນສະໝອງທຶນໃຫ້ແກ່ພື້ນຖານເສດຖະກິດ.
ເປັນຂົວຕໍ່ລະຫວ່າງເສດຖະກິດກັບຕະຫຼາດ
ເປັນເຄື່ອງມືສຳລັບໃຫ້ລັດດັບປັບຄຸ້ມຄອງມະຫາພາກ ຕໍ່ພື້ນຖານເສດຖະກິດ.
ເປັນຂົວຕໍ່ລະຫວ່າງການເງິນແຫ່ງລັດກັບການເງິນສາກົນ
5.3.ບັນດາຮູບແບບທະນາຄານທຸລະກິດໃນເສດຖະກິດຕະຫຼາດ.
5.3.1.ຢູ່ໃນເວທີໂລກ
ໃນພື້ນຖານເສດຖະກິດຕະຫຼາດ ການສ້າງຕັ້ງຮູບແບບທະນາຄານທຸລະກິດພາຍໃຕ້ຮູບການມີດັ່ງນີ້:
ທະນາຄານທຸລະກິດຫຼາຍຂະແໝງ
ທະນາຄານທຸລະກິດສະເພາະ
ທະນາຄານທີ່ເຮັດໝ້າທີ່ຂາຍຍົກ
ທະນາຄານເຮັດໝ້າທີ່ບໍລິການຂາຍຍ່ອຍ
5.3.2.ຢູ່ປະເທດລາວ
ທະນາຄານທຸລະກິດໃນ ສປປ ລາວ ປະກອບດວ້ຍບັນດາທະນາຄານທຸລະກິດດັ່ງນີ້:
ທະນາຄານທຸລະກິດລັດ
ທະນາຄານຫຸ້ນສ່ວນ (ລວມທັງຮວ່ມທຶນ)
ທະນາຄານເອກກະຊົນ
ທະນາຄານສາຂາຕ່າງປະເທດ
ບັນດາຮູບການທະນາຄານອືນໆ
5.4.ໝ້າທີ່ຂອງທະນາຄານທຸລະກິດ.
5.4.1.ສັງເກດໂດຍລວມທາງດ້ານໃບສະຫຼຸບຊັບສົມບັດຂອງທະນາຄານທຸລະກິດ.
5.4.1.1.ນິຍາມໃບສະຫຼຸດຊັບສົມບັດຂອງທະນາຄານທຸລະກິດ.
ແມ່ນລາຍງານທາງດ້ານທັດສະນະການເງິນໂດຍສັງລວມ ຫຼື ລວມຍອດປະເພດໝຶ່ງໄດ້ວາດພາບການດຸ່ນດ່ຽງ, ສອງແສງໂດຍສັງເຂບການເຄື່ອນໄຫວ, ນຳໃຊ້ແຫ່ງທຶນ ແລະ ແຫ່ງທຶນການເຄືອນໄຫວຂອງທະນາຄານທຸລະກິດໃນເວລາແນ່ນອນ.
ໂຄງສ້າງຂອງໃບສະຫຼຸດຊັບສົມບັດ ໄດ້ປະກອບມີ ສອງ ພາກສ່ວນຄື:
ຊັບສິນ
ໝີ້ນສິນ
ໃບສະຫຼຸດຊັບສົມບັດມີຈຸດພິເສດດັ່ງນີ້:
ໃບສະຫຼຸບຊັບສົມບັດແມ່ນລາຍງານຊະນິດໝຶ່ງໃນໄລຍະເວລາອັນແນ່ນອນ.
ກຳນົດເວລາແມ່ນຈຸດບົກຜ່ອງທີ່ໃຫ່ຍຂອງໃບສະຫຼຸບຊັບສົມບັດ.
5.4.1.2.ໂຄງສ້າງຂອງໃບສະຫຼຸບຊັບສົມບັດ.
1.ໝີ້ນສິນ ແມ່ນສະແດງໃຫ້ເຫັນບັນດາຮວ່ງ ທີ່ທະນາຄານທຸລະກິດຕິດໝີ້ນລູກຄ້າ ຫຼື ແຫ່ງທຶນເຄືອນໄຫວຂອງທະນາຄານທຸລະກິດ, ໝາຍຄວາມວ່າ ບັນດາຮ່ວງທີ່ມ່ວນຊົນມາຝາກໄວ້ທະນາຄານທຸລະກິດ ຫຼື ໄປກູ້ຢືມມາຈາກເປົ້າໝາຍຕ່າງໆເຊັ່ນ: ທະນາຄານກາງ, ທະນາຄານທີ່ຢູ່ຄອດກາງ ຫຼື ອົງການຈັດຕັ້ງເສດຖະກິດຕ່າງໆ.
2.ຊັບສິນ ຊັບສິນສອງແສງເຖິງບັນດາບວ້ງທີ່ລູກຄ້າຕິດໝີ້ທະນາຄານທຸລະກິດ ຫຼື ເວົ້າຢ່າງໝຶ່ງແມ່ນການນຳໃຊ້ທຶນຂອງທະນາຄານທຸລະກິດ.
5.4.2.ໝ້າທີ່ຊັບສິນ
ໝ້າທີ່ເບື້ອງຊັບສິນປະກອບມີຄື:
ໝ້າຂອງຄັງຍ່ອຍ
ໝ້າທີ່ໃຫ້ກູ້ຢືມ
ໝ້າທີ່ລົງທຶນດ້ານການເງິນ
ໝ້າທີ່ອື່ນໆ
ໝ້າທີເບື້ອງໝີ້ນສິນ ແລະ ທຶນມີເອງຂອງທະນາຄານປະກອບມີຄື:
ໝ້າທີ່ຮັບຝາກ
ໝ້າທີ່ການພີມຈຳໝ່າຍເອກະສານແບບພີມທີ່ມີຄ່າ
ໝ້າທີ່ການໄປກູ້ຢືມ
ໝ້າທີ່ລະດົມທຶນອື່ນໆ
5.5.ບັນດາສະຖາບັນການເງິນ ນອກລະບົບທະນາຄານ
ປະກອບມີຄື:
1.ບັນດາບໍລິສັດການເງິນ
2.ບັນດາຫົວໝວ່ຍການປະຫຍັດຕາມສັນຍາ (Contractual Saving Instutions).
3.ບັນດາສື່ກາງທາງດ້ານການລົງທຶນ (Investmant Intermediaries).
5.5.1.ບັນດາບໍລິສັດການເງິນ
ປະກອບມີ 3 ບັນດາບໍລິສັດການເງິນຄື:
ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ
ບໍລິສັດການເງິນເພື່ອການບໍລິໂພກ
ບໍລິສັດການເງິນເພື່ອການດຳເນີນທຸລະກິດ
1.ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ:
ແມ່ນການໃຫ້ກູ້ຢືມທາງອອ້ມແກ່ຜູ້ຊົມໃຊ້ເພື່ອຊື້ສິນຄ້າ ແລະ ບໍລິການຈາກຜູ້ຂາຍລາຍຍ່ອຍ ຫຼື ຈາກຜູ້ຜະລິດໃດໝຶ່ງ.
2.ບໍລິສັດການເງິນເພື່ອການບໍລິໂພກ:
ແມ່ນການທີ່ວິສາຫະກິດສະໝອງເງິນທຶນຂອງຕົນໃຫ້ແກ່ບັນດາຄອບຄົວ ແລະ ບຸກຄົນກູ້ຢືມເພື່ອນຳໃຊ້ເຂົ້າໃນຄວາມຕ້ອງການຊື້ສິນຄ້າໃນການໃຊ້ສອຍ.
3.ບໍລິສັດການເງິນເພື່ອການດຳເນີນທຸລະກິດ:
ແມ່ນການໃຫ້ສິນເຊື່ອໃນຮູບແບບຂອງການໃຫ້ຄ້ຳປະກັນການຊຳລະສະສາງບໍລິສັດສະໝອງສິນເຊື່ອດວ້ຍການຊື້ຄືນ (ຊື້ຫຼຸດ) ບັນດາບວ້ງເງິນທິີ່ຕ້ອງຮັບຂອງບັນດາຫົວໝວ່ຍທຸລະກິດ.
5.5.2. ບັນດາຫົວໝວ່ຍການປະຫຍັດຕາມສັນຍາ (Contractual Saving Instutions).
ປະກອບມີ 2 ຄື:
1.ບໍລິສັດປະກັນໄພ
2.ບັນດາກອງທຶນບຳເນັດບຳນານ
ກອງທຶນບຳເນັດບຳນານ ແມ່ນມີ 2 ຊະນິດຄື:
1.ຊະນິດທີ່ອີງໃສ່ການປະກອບເຂົ້າກອງທຶນ
2.ຊະນິດທີ່ອີງໃສ່ລະດັບຄວາມຊວ່ຍໝູນ
5.5.3.ບັນດາສື່ກາງທາງດ້ານການລົງທຶນ (Investmant Intermediaries).
ປະກອບມີຄື:
1.ບັນດາບໍລິສັດຮວ່ມທຶນ
2.ກອງທຶນລວມ
3.ກອງທຶນລວມເຄື່ອນໄຫວໃນຕະຫຼາດການເງິນ
4.ບໍລິສັດບໍລິຫານຊັບສິນ