ຮູບແບບແຜນທຸລະກິດ

ຮູບແບບແຜນທຸລະກິດ

ແຜນ​ທຸລະກິດ​ເປັນ​ເຄື່ອງ​ມື​ຂອງ​ທຸລະກິດ​ທີ່​ຜູ້​ປະກອບ​ການ​ສາມາດ​ໃຊ້​ໃນ​ການ​ກຳນົດ​ຂັ້ນ​ຕອນ ແລະ ​ວາງ​ແຜນ​ການ​ດຳ​ເນີນ​ທຸລະກິດ​ຢ່າງມີ​ລະບົບ ແລະ​ ມີ​ປະ​ສິດ​ທິ​ພາບ ເພື່ອ​ໃຫ້​ບັນ​ລຸ​ວິ​ໃສທັດພາລະ​ກິດ ​ແລະ​ ເປົ້າ​ໝາຍ​ຕາມ​ທີ່​ກຳນົດ​ໄວ້ ໂດຍ​ແຜນ​ທຸລະກິດ​ທີ່​ດີ​ນັ້ນ​ຄວນ​ຈະ​ມີຄວາມ​ຖືກ​ຕ້ອງ ຊັດເຈນ​ ແລະ​ ກະ​ຊັບ ຄວບ​ຄຸມ​ຊີ້ນຳ​ຫາ​ທີ່​ສຳຄັນ ງ່າຍ​ຕໍ່​ການ​ເຂົ້າໃຈ ແລະ​ ຕ້ອງ​ມີ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ໄປ​ໃຊ້​ໃນ​ການດຳ​ເນີນ​ທຸລະກິດ.

1.1.ຄວາມໝາຍຂອງແຜນທຸລະກິດ.

ມີ​ນັກ​ວິ​ຊາ​ການ​ທັງ​ຊາວ​ໄທ ​ແລະ ​ຊາວ​ຕ່າງ​ປະເທດ ອະທິບາຍ​ຄວາມໝາຍ​ຂອງ​ແຜນ​ທຸລະກິດ​ໄວ້ຫລວງ​ຫຼາຍ ຫຼາຍ​ຄວາມ​ຄິດ ສ່ວນ​ໃຫຍ່​ມີ​ລັກສະນະ​ຄ້າຍ​ຄືກັນ​ທັງ​ໝົດ ແຕ່​ມີ​ທີ່​ໜ້າ​ສົນ​ໃຈ​ດັ່ງ​ນີ້:

ທ່ານ ວິ​ຊິດ ອູ່​ອົ້ນ (2558) ໄດ້​ອະທິບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ​ວ່າ ແຜນ​ທຸລະກິດ​ໝາຍ​ເຖິງ ເອກະສານ​ທີ່​ຈັດ​ເຮັດຂຶ້ນ​ເປັນ​ລາຍ​ລັກ​​ອັກສອນ (Written Document) ຊຶ່ງ​ບອກ​ລາຍ​ລະອຽດ​ຕ່າງ​ໆ ກ່ຽວກັບ​ທຸລະກິດ​ໃໝ່ທີ່​ຕັ້ງ​ເປົ້າ​ໝາຍ​ໄວ້ ແຜນ​ທຸລະກິດ​ຈະ​ບັນລະຍາຍ​ໃຫ້​ຮູ້​ເຖິງ​ສະຖານ​ພາບ​ຂອງ​ທຸລະກິດ​ໃນ​ປະຈຸບັນ (CurrentStatus) ຄວາມ​ຕ້ອງ​ການ​ທີ່​ຄາດ​ຫວັງ​ທັງໝົດ​ທັງ​ຜົນ​ລັບ​​ທີ່​ຕ້ອງ​ການ​ຈະໃຫ້​ເກີດ​ຂຶ້ນ​ຈາກ​ການ​ປະກອບ ທຸລະກິດ​ນັ້ນ ໃນ​ແຜນ​ທຸລະກິດ​ທຸກ​ຊະນິດ​ຈຶ່ງ​ຕ້ອງ​ປະກອບ​ດ້ວຍ​ໂຄງ​ການ ການ​ດຳ​ເນີນ​ງານ​ກາ​ນຕະຫຼາດ ການວິ​ໄຈ ​ແລະ ​ພັດທະນາ (R & D) ການ​ຈັດການ​ດ້ານ​ການ​ຜະລິດ ພາ​ວະ​ຄວາມ​ສ່ຽງ​ທີ່​ອັນຕະລາຍ ສະຖານ​ພາບດ້ານ​ການ​ເງິນ ຕາ​ລາງ​ກິດຈະກຳ​ສຳຄັນ ສິ່ງ​ຕ່າງ​ໆ ເຫຼົ່າ​ນີ້​ຈະ​ຕ້ອງ​ສະແດງ​ໃຫ້​ເຫັນ​ພາບ​ຢ່າງ​ຊັດເຈນ ວ່າ​ທຸລະກິດ​ນັ້ນ​ມີ​ສະພາບ​ຢ່າງໃດ​ໃນ​ປະຈຸບັນ ທຸລະກິດ​ມີ​ແຜນ​ຈະ​ມຸ້ງ​ໜ້າ​ໄປ​ທາງ​ໃດ ແລະ ​ຜູ້​ປະກອບ​ການ ຈະ​ມີ​ວິທີ​ການ​ນຳ​ໄປ​ສູ່​ເປົ້າ​ໝາຍ​ນັ້ນ​ໄດ້​ຢ່າງໃດ ດັ່ງ​ນັ້ນ​ແຜນ​ງານ​ທຸລະກິດ​ຈຶ່ງ​ປຽບ​ເໝືອນ​ແຜນ​ທີ່​ຖະໜົນ (Roadmap) ຂອງ​ຜູ້​ປະກອບ​ການ ທີ່​ຈະ​ນຳ​ທາງ​ການ​ປະກອບ​ທຸລະກິດ​ໄປ​ສູ່​ຄວາມ​ສຳ​ເລັດ​ໃນ​ອະນາຄົດ.

ທ່ານ ທົງ​ໄຊ ສຸດ​ທິ​ສົມ (2560) ໄດ້​ອະທິບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ​ວ່າ ແຜນ​ທຸລະກິດ​ໝາຍ​ເຖິງ ເອກະສານ​ທີ່

ສະແດງ​ເຖິງ​ຂໍ້​ມູນ ​ແລະ ​ລາຍ​ລະອຽດ​ຂອງ​ທຸລະກິດ ທັງໝົດ​ເຖິງ​ວິທີ​ການ​ ແລະ ​ຂະ​ບວນ​ການ​ໃນ​ການ​ດຳ​ເນີນ​ການຂອງ​ທຸລະກິດ​ໃນ​ທຸກ​ດ້ານ ຊຶ່ງ​ໄດ້​ຜ່ານ​ກາ​ນວາງ​ແຜນ​ຂຶ້ນ​ຕາມ​ເປົ້າ​ໝາຍ ​ແລະ ​ວັດ​ຖຸ​ປະສົງ​ຂອງ​ທຸລະກິດ​ນັ້ນທັງໝົດ​ທັງ​ສະແດງ​ໃຫ້​ເຫັນ​ເຖິງ​ຜົນ​ລັບ​ທີ່ເກິດຂື້ນ​ຂອງ​ທຸລະກິດ ຈາກ​ວິທີ​ການ​ ແລະ ​ຂະ​ບວນ​ການ​ໃນ​ການ​ດຳ​ເນີນການ​ຂອງ​ທຸລະກິດ​ທີ່​ໄດ້​ກຳນົດ​ຂຶ້ນ.

ທ່ານ ພົນ​ທີ ບຸຍ​ຊົງ (2556) ໄດ້​ອະທິບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ​ວ່າ ແຜນ​ທຸລະກິດ​ໝາຍ​ເຖິງ ຄູ່​ມື​ໃນການ​ດຳ​ເນີນ​ທຸລະກິດ​ໂດຍ​ນຳ​ສະເໜີ​ການ​ວິ​ເຄາະ​ລາຍ​ລະອຽດ​ທຸລະກິດ​ໃນ​ຕົວ​ແປ​ທີ່​ສຳຄັນ​ໆ ຄືສິນ​ຄ້າ ຫຼື ​ບໍລິການ​ທີ່​ຂາຍ ກຸ່ມ​ລູກ​ຄ້າ​ເປົ້າ​ໝາຍ ຈຸດ​ອ່ອນ ຈຸດ​ແຂງ ໂອ​ກາດ ​ແລະ ​ອຸປະສັກ​ຕ່າງ​ໆ ຂອງ​ທຸລະກິດເພື່ອ​ໃຊ້​ໃນ​ການ​ກວດ​ສອບ ​ແລະ​ວາງ​ແຜນ​ທຸລະກິດ (To improve Business Planning and Control).

ທ່ານ ປິນ​ສຸ​ດາ ບັນ​ລັດ ແລະ ​ຄະນະ (2556) ໄດ້​ອະທິບາຍ​ໄວ້​ຢ່າງ​ໜ້າ​ສົນ​ໃຈ​ວ່າ ແຜນ​ທຸລະກິດ​ໝາຍ​ເຖິງແຜນ​ການ​ດຳ​ເນີນ​ທຸລະກິດ ໂດຍ​ເປັນ​ການ​ວິ​ເຄາະ​ລາຍ​ລະອຽດ​ຕ່າງ​ໆ ທີ່​ກ່ຽວ​ຂ້ອງ​ກັບ​ທຸລະກິດ​ໃນ​ທຸກ​ໆ ຂັ້ນ​ຕອນ ບໍ່​ວ່າ​ຈະ​ເປັນ​ສິນ​ຄ້າ​ ຫຼື ບໍລິການ ລູກ​ຄ້າ ຈຸດ​ອ່ອນ ຈຸດ​ແຂງ ໂອ​ກາດ ທັງໝົດ​ເຖິງ​ອຸປະສັກ​ຕໍ່ທຸລະກິດ ເພື່ອ​ໃຫ້​ການ​ດຳ​ເນີນ​ທຸລະກິດ​ເປັນ​ແບບ​ແຜນ​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ ແລະ​ ການ​ຈັດການ​ທີ່​ດີ ຈົນ​ເຮັດໃຫ້ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້.

ທ່ານ ເອນເລນ ລູຕັດມຶກຈີນອົດເຊນ ແລະ ທ່ານ ອາເຈນແວນ ວິດເທລູຕູຈົນ (Ellen Loots, Boukie Cnossen & Arien van Witteloostuin, 2018) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດ ໝາຍເຖິງ ການແປງຝັນໃຫ້ກາຍເປັນຮູບທຳນັ້ນເອງ ເພື່ອໃຊ້ສຳລັບແຊໃຫ້ຜູ້ຖືຜົນປະໂຫຍດຮ່ວມ ຫຼື Stakeholder ໄດ້ເຂົ້າໃຈໃນທຸລະກິດ ຫຼື ໂຄງການທີ່ເຮົາຕ້ອງການຈະເຮັດ.

ທ່ານ ກໍສະວາມິ ໄຄເຊັນ (Goswami, Kishor, 2017) ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈວ່າ ແຜນທຸລະກິດໝາຍເຖິງ ເຄື່ອງມືທີ່ມີຄວາມສຳຄັນຢິ່ງສຳລັບຜູ້ປະກອບການທີ່​ລິເ​ລີ່ມຈະກໍ່ຕັ້ງກິດຈະການ ແຜນນີ້ເປັນຜົນສະຫຼຸບ ຫຼື ຜົນທັງໝົດແຫ່ງກະບວນການຄິດພິຈາລະນາ ແລະ ການຕັດສິນໃຈທີ່ຈະປ່ຽນຄວາມຄິດຂອງຜູ້ປະກອບການອອກມາເປັນໂອກາດທາງທຸລະກິດ ມີຜູ້ປຽບທຽບວ່າແຜນທຸລະກິດປຽບເໝືອນ ແຜນທີ່ໃນການເດິນທາງ ທີ່ຈະຊີ້ແນະຂັ້ນຕອນຕ່າງໆ ເທື່ອລະຂັ້ນຕອນໃນຂະບວນການກໍ່ຕັ້ງກິດຈະການ ແຜນຈະໃຫ້ລາຍລະອຽດຕ່າງໆ ທັງເລື່ອງຂອງການ​ຕະຫຼາດ ການແຂ່ງຂັນກົນ​ລະ​ຍຸດໃນການດຳເນີນທຸລະກິດ ການຄາດຄະເນທາງການເ​ງິນ ທີ່ຈະຊີ້ນຳຜູ້ປະກອບການໄປສູ່ຄວາມສຳເລັດ ຫຼື ຊີ້ໃຫ້ເຫັນເຖິງຈຸດອ່ອນ ແລະ ຂໍ້ຄວນລະວັງດ້ວຍເຊັ່ນກັນ.

ດັ່ງນັ້ນຈາກທີ່ກ່າວມາທັງໝົດສາມາດສະຫຼຸບໄດ້ວ່າ: ແຜນທຸລະກິດ ແມ່ນເປັນເອກະສານທີ່ຈັດເຮັດຂຶ້ນເປັນລາຍລັກສະອັກສອນ ເພື່ອໃຊ້ອະທິບາຍຕົວແບບພື້ນຖານທາງທຸລະກິດຂອງຜູ້ປະກອບການທີ່ກຳນົດຂຶ້ນ(Basic Business Model) ເພື່ອສະແດງໃຫ້ເຫັນວ່າ ຄວາມຄິດເຊີງທຸລະກິດທີ່ຄົ້ນຄິດຂຶ້ນສາມາດປ່ຽນເຮັດໃຫ້ເກີດຜົນກຳໄລໄດ້ຢ່າງໃດ ແລະ ບໍລິສັດມີວິທີການຢ່າງໃດເພື່ອໃຫ້ເກີດຜົນຕາມທີ່ມຸ້ງຫວັງນັ້ນ.

1.2.ປະ​ໂຫຍດ​ຂອງ​ແຜນທຸ​ລະ​ກິດ Benefits of a Business Plan

          ແຜນທຸລະກິດມີຜົນປະໂຫຍດຕໍ່ຜູ້ປະກອບການຫຼາຍປະການດັ່ງນີ້:

1.ແຜນ​ທຸລະກິດ​ເປັນ​ການ​ຂຽນ​ສິ່ງ​ທີ່​ຢູ່ໃນ​ສະໝອງ (ຄວາມ​ຄິດ).

ແມ່ນສະແດງ​ອອກ​ມາ​ເປັນ​ລາຍລັກ​ອັກສອນ ຊ່ວຍ​ໃຫ້​ຜູ້​ປະກອບ​ການ​ສາມາດ​ຕິດ​ຕາມ​ກວດ​ສອບ ແລະ​ຄວບ​ຄຸມ​ການ​ດຳ​ເນີນ​ການ​ໃຫ້ເປັນ​ໄປຕາມ​ແຜນ​ທີ່​ວາງ​ໄວ້ ເພື່ອ​ໃຫ້​ເກີດ​ຜົນ​ລັບ​ຕາມ​ເປົ້າ​ໝາຍ.

2.ແຜນ​ທຸລະກິດ​ເປັນ​ບັນ​ທຶກ​ຂອງ​ທຸລະກິດ (Business Diary).

ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ຊ່ວຍ​ຈຳ​ໃຫ້ກັບ​ຜູ້​ປະກອບ​ການ​ໃນ​ການ​ດຳ​ເນີນ​ງານ​ແຕ່​ລະ​ຂັ້ນ​ຕອນ ເຮັດໃຫ້​ເບິ່ງ​ເຫັນ​ເຖິງ​ການ​ປ່ຽນ​ແປງ ການ​ເຕີບໂຕບັນຫາ​ ແລະ ​ອຸປະສັກ​ຕ່າງ​ໆ ຕັ້ງ​ແຕ່​ເລີ່ມ​ຕົ້ນ​ຈົນ​ເຖິງ​ປະຈຸບັນ ທັງໝົດ​ເຖິງ​ແນວ​ທາງ​ພັດທະນາ​ຕໍ່ໄປ​ໃນ​ອະນາຄົດ.

3.ແຜນທຸລະກິດເປັນເຄື່ອງມືທີ່ຜູ້ປະກອບການສາມາດສະເໜີໃຫ້ຜູ້ຊ່ຽວຊານໄດ້ກວດສອບ.

ແມ່ນ ປັບປຸງ ແລະ ສະເໜີຄວາມຄິດເຫັນ ເພື່ອລຸດບັນຫາ ແລະ ອຸປະສັກຕ່າງໆ ທີ່ອາດເກີດຂຶ້ນໃນການປະຕິບັດງານຈິງ.

4.ແຜນທຸລະກິດເປັນເຄື່ອງມືທີ່ຜູ້ປະກອບການນຳສະເໜີ.

ແມ່ນເພື່ອຂໍຮັບການສະໜັບສະໜູນທາງການເງິນ ຈາກທະນາຄານ ຫຼື ສະຖາບັນການເງິນເພື່ອຂໍກູ້ເງິນມາລົງທຶນໃນທຸລະກິດ.

5.ຂະບວນການວາງແຜນທຸລະກິດທຸກຂັ້ນຕອນຈະເປັນຕົວບີບບັງຄັບ.

 ແມ່ນໃຫ້ຜູ້ປະກອບການຈຳເປັນຕ້ອງວິເຄາະລັກສະນະຕ່າງໆ ຂອງທຸລະກິດທັງໝົດ ແລະ ວາງແຜນກົນຍຸດທໍ້ປິ້ງມີປະສິດທິພາບ ເພື່ອຜະເຊີນກັບສິ່ງທີ່ບໍ່ແນ່ນອນທີ່ຈະເກີດຂຶ້ນ ດັ່ງນັ້ນແຜນທຸລະກິດຈຶ່ງມີສ່ວນຊ່ວຍທີ່ສຳຄັນທີ່ຈະປ້ອງກັນບໍ່ໃຫ້ທຸລະກິດໃໝ່ປະສົບຄວາມລົ້ມເຫລວ.

1.3.ຂໍ້ຄວນລະວັງກ່ຽວກັບການຈັດເຮັດແຜນທຸລະກິດ.

ໃນການຈັດເຮັດແຜນທຸລະກິດ ມີຂໍ້ຄວນລະວັງທີ່ຕ້ອງຫຼີກລ້ຽງຢູ່ 7 ປະການ ຫາກມີໜຶ່ງຂໍ້ ຫຼື ຫຼາຍກວ່າ ປາກົດຢູ່ໃນແຜນທຸລະກິດແລ້ວ ກໍມີຄວາມເປັນໄປໄດ້ສູງທີ່ຜູ້ຈະເຂົ້າມາຮ່ວມລົງທຶນໃນທຸລະກິດນັ້ນ (Potential Investors) ຈະປະຕິເສດການເຂົ້າຮ່ວມ ບໍ່ວ່າລັກສະນະອື່ນໆ ຂອງແຜນທຸລະກິດນັ້ນຈະດີພຽງໃດກໍຕາມ ຂໍ້ຄວນລະວັງທີ່ຕ້ອງຫຼີກລ້ຽງ 7 ປະການດັ່ງກ່າວມີດັ່ງນີ້ (Baron & Shane, 2008)

1.ແຜນນັ້ນຈັດເຮັດຂຶ້ນບໍ່ດີ ເບິ່ງລັກສະນະບໍ່ມີຄວາມເປັນມືອາຊີບ (The Plan isPoorly Prepared; Looks Unprofessional).

ເຊັ່ນ ບໍ່ມີໜ້າປົກ ຫຼື ມີໜ້າປົກແຕ່ບໍ່ມີຂໍ້ມູນເພື່ອການຕິດຕໍ່ ຫຼື ຕົວພິມມີແສງສະທ້ອນບາດຕາ ເປັນຕົ້ນ ຄວາມສະເພົ່າ ບໍ່ຮອບຄອບດັ່ງກ່າວນີ້ ຈະເປັນຕົວຈຸດປະກາຍໃຫ້ເກີດປະຕິກິລາຕໍ່ນັກລົງທິນວ່າ ຕົນເອງກຳລັງຈະເຂົ້າມາກ່ຽວຂ້ອງຮ່ວມລົງທຶນກັບກຸ່ມມືສະໝັກຫລິ້ນ ຫຼື ເປົ່າ.

2.ແຜນນັ້ນມີການຈັດເຮັດໃຫ້ສວຍງາມຫຼາຍຈົນເກີນໄປ (The Plan is Far too Slick).

ເຊັ່ນ ມີການເຂົ້າເລ່ມເໝືອນກັບຫນັງສື ຈັດພິມດ້ວຍກະດາດສະທ້ອນແສງ ແລະ ໃຊ້ສິນປະການພິມທີ່ມີແສງແວວວາວລູຫລາ ຊຶ່ງສິ່ງເຫລົ້ານີ້ເປັນເຫດເຮັດໃຫ້ນັກລົງທຶນຄິດວ່າ ບໍ່ຮູ້ວ່າທ່ານມີຫຍັງທີ່ຊ່ອນໄວ້ເບື້ອງຫຼັງສິ່ງແວວວາວເຫຼົ່ານັ້ນ ຫຼື ບໍ່.

3.ບົດສະຫລຸບສຳລັບຜູ້ບໍລິຫານຍາວຈົນເກີນໄປ ແລະ ບໍ່ຕົງປະເດັນ (The Executive Summary is too Long and Does Not Get to the Point)

ການຂຽນບົດສະຫລຸບສຳລັບຜູ້ບໍລິຫານທີ່ຍາວເກີນໄປ ແລະ ກວ້າງໄປມາ ຂາດຄວາມກະທັດຮັດ ຈະເປັນເຫດເຮັດໃຫ້ນັກລົງທຶນຄິດວ່າ ຜູ້ປະກອບການບໍ່ສາມາດຂຽນບັນລະຍາຍແນວຄວາມຄິດຂອງຕົນເອງ ແລະ ແນວຄິດຂອງບໍລິສັດທີ່ກະທັດຣັດຣັດກຸມໄດ້ ດັ່ງນັ້ນຈຶ່ງບໍ່ຍາກຈະເສຍເວລາ ແລະ ເສຍເງິນເສຍທອງຮ່ວມລົງທຶນໃນທຸລະກິດຂອງທ່ານ.

4.ຂາດຄວາມຊັດເຈນດ້ານການຜະລິດຜະລິດຕະພັນວ່າຢູ່ໃນຂັ້ນໃດ (It is Not ClearWhere the Product is with Respect to Production)

ນັ້ນຄື ໃນແຜນທຸລະກິດບໍ່ໄດ້ບອກຢ່າງຊັດເຈນວ່າການພັດທະນາຜະລິດຕະພັນຢູ່ໃນຂັ້ນໃດ ຜະລິດອອກມາແລ້ວ ຫຼື ຍັງບໍ່ໄດ້ຜະລິດ ຫຼື ມີຄວາມສາມາດພ້ອມແລ້ວທີ່ຈະຜະລິດ ຊຶ່ງຖ້ານັກລົງທຶນຕ້ອງຖາມຄຳຖາມເຫຼົ່ານີ້ຢູ່ ທ່ານກໍອາດສະຫລຸບວ່າ “ນິ້ເປັນຄວາມຈິງ ຫຼື ເປັນພຽງແຄ່ຄວາມຝັນທີ່ຍັງເລື່ອນຟູ ສະນັ້ນໜ້າຈະຕັດສິນໃຈ ບໍ່ຂໍຮ່ວມລົງທຶນດ້ວຍຈະດີກວ່າ.

5.ຂາດຄວາມຊັດເຈນວ່າເປັນຫຍັງໃຜໆ ກໍຢາກຈະຊື້ຜະລິດຕະພັນຫລືບໍລິການນັ້ນ (Itis Not Clear Why Anyone would want to Buy the Product or Service).

ນັ້ນຄື ຜູ້ປະກອບການຈຳນວນບໍ່ນ້ອຍເບິ່ງເໝືອນຈະນຶກຄິດເອົາເອງວ່າ ຜະລິດຕະພັນຫລືບໍລິການໃໝ່ຂອງທ່ານເປັນຜະລິດຕະພັນຫລືບໍລິການທີ່ຍອົດຢ້ຽມຫລາຍ ຈົນສາມາດຂາຍຕັວມັນເອງໄດ້ໃນທີ່ສຸດ ຄວາມເຊື່ອຖືທີ່ຂາດເຫດຜົນ (Blind Faith) ເຊັ່ນນີ້ ອາດຈະເປັນສ່ວນຫນຶ່ງທີ່ຈະກລາຍເປັນເຫດຈູງໃຈໃຫ້ນັກລົງທຸນຄິດວ່າ “ຜູ້ປະກອບການໄດ້ຂອງດີວິເສດມາຈາກໃດນະ ແມ່ນແຕ່ເຄື່ອງປຸກຜົມເທິງຫົວຂອງຄົນຫັວລ້ານ ຢັງຈຳເປັນຕ້ອງມີແຜນກາຣົດລາດ ຜູ້ປະກອບການຄົງເປັນພວກມືສະໝັກຫລິ້ນຫລາຍກວ່າ.

6.ບໍ່ມີຂໍ້ຄວາມຊັດເຈນກ່ຽວກັບຄຸນສົມບັດຂອງທີມງານບໍລິຫານ (No Clear Statement of the Qualifications of the Management Team).

ແມ່ນຄວາມຜິດພາດເນື່ອງຈາກຄວາມເລີນເລັນເຊັ່ນ: ອາດເຮັດໃຫ້ນັກລົງທຶນສະຫຼຸບໄດ້ງ່າຍໆ ວ່າພວກທ່ານບໍ່ມີປະສົບການກ່ຽວຂ້ອງກັບທຸລະກິດນັ້ນໂດຍກົງ ຫຼື ອາດຈະບໍ່ຮູ້ດ້ວຍຊ້ຳວ່າປະສົບການທີ່ກ່ຽວຂ້ອງກັບທຸລະກິດນັ້ນເປັນແນວໃດ.

7.ການຄາດການດ້ານການເງິນ ເປັນການມອງໂລກໃນແງ່ດີທີ່ຟຸ້ງຊ່ານ ແລະ ບໍ່ສົມເຫດສົມຜົນ (Financial Projects are wildly and Unreasonably Optimistic).

ການມອງໂລກໃນແງ່ດີຈົນເກີນໄປ ອາດເຮັດໃຫ້ຜູ້ທີ່ຈະເຂົ້າມາຮ່ວມລົງທຶນດ້ວຍ ຄິດງ່າຍໆ ໄດ້ວ່າ ຜູ້ປະກອບການບໍ່ເຂົ້າໃຈວ່າການດຳເນີນທຸລະກິດໃນບໍລິສັດເປັນຢ່າງໃດ ຫຼື ອາດຄິດບໍ່ດີຍິ່ງກວ່ານັ້ນວ່າ ຜູ້ປະກອບການຄິດວ່າ ທ່ານເປັນຄົນໂງ່ ບໍ່ມີປະສົບການ ຫຼື ຢ່າງໃດ ດັ່ງນັ້ນຈຶ່ງຕັດສິນໃຈບໍ່ຂໍຮ່ວມລົງທຶນດ້ວຍ.

1.4.ຄວາມສຳຄັນຂອງຂອງແຜນທຸລະກິດ.

ແຜນ​ທຸລະກິດ (Business Plan) ແມ່ນແຜນ​ການ​ດຳ​ເນີນ​ງານ​ທາງ​ທຸລະກິດ​ທີ່​ສະແດງ​ກິດຈະກຳ​ ຫຼື ​ໂຄງ​ການ​ທີ່ຈັດ​ເຮັດ​ຂຶ້ນ​ເພື່ອ​ເປັນ​ແນວ​ທາງ​ໃນ​ການ​ດຳ​ເນີນ​ທຸລະກິດ​ຕາມ​ໄລຍະ​ເວລາ​ທີ່​ກຳນົດ ມີ​ການ​ວິ​ເຄາະ​ຜົນ​ກະທົບ​ຕໍ່​ທຸລະກິດ​ໃນດ້ານ​ຕ່າງໆ ເຊັ່ນ: ການ​ຜະລິດ​ສິນ​ຄ້າ, ກາ​ນຕະຫຼາດ, ການ​ບໍລິຫານ​ງານ, ການ​ໃຊ້​ກຳ​ລັງ​ຄົນ​ ຫຼື ​ແຮງ​ງານ ແລະ ​ງົບ​ປະ​ມານທາງ​ການ​ເງິນ ສະຫລຸບ​ຄວາມ​ສຳຄັນ​ຂອງ​ແຜນ​ທຸລະກິດ​ໄດ້​ດັ່ງ​ນີ້:

1.ໃຫ້​ລາຍ​ລະອຽດ​ຂອງ​ການ​ເລີ່ມ​ຕົ້ນ​ທຸລະກິດ​ທີ່​ມີ​ເປົ້າ​ໝາຍ​ຊັດເຈນ ມີກ​ອບ ຫຼື ​ແນວ​ທາງ​ຂອງ​ຄວາມ​ຄິດ​ທີ່ຊ່ວຍ​ໃນ​ການ​ໃຊ້​ຊັບພະຍາກອນ ແລະ ​ການ​ບົ່ງ​ບອກ​ເຖິງ​ຄວາມ​ພະຍາຍາມ​ທີ່​ໄປ​ສູ່​ເປົ້າ​ໝາຍ​ຂອງ​ຄວາມ​ສຳ​ເລັດ​ຕໍ່​ການ​ປະກອບ​ທຸລະກິດ.

2.ເປັນ​ເຄື່ອງ​ມື​ທີ່​ຈະ​ສະແຫວງ​ຫາ​ເງິນ​ລົງ​ທຶນ​ຈາກ​ຜູ້​ຮ່ວມ​ລົງ​ທຶນ ຈາກ​ກອງ​ທຶນ​ຮ່ວມ​ລົງ​ທຶນ ແລະ ​ຈາກ​ແຫຼ່ງ​ທຶນ ຫຼື ​ສ​ະຖາ​ບັນ​ການ​ເງິນ​ຕ່າງໆ.

3.ເປັນ​ເໝືອນ​ພິມ​ຂຽວ​ທີ່​ໃຫ້​ລາຍ​ລະອຽດ​ຂອງ​ກິດຈະກຳ​ຕ່າງໆ ທັງ​ກິດຈະກຳ​ໃນ​ການ​ຈັດ​ຫາ​ເງິນ​ທຶນກິດຈະກຳ​ໃນ​ການ​ພັດທະນາ​ຜະລິດຕະພັນ ກິດຈະກຳ​ກາ​ນຕະຫຼາດ ແລະ ​ອື່ນໆ ໃນ​ການ​ບໍລິຫານ​ກິດຈະການ​ໃໝ່ ແລະ​ ໃຊ້​ເພື່ອກຳນົດ​ການ​ປະຕິບັດ​ງານ​ທີ່​ຕໍ່​ເນື່ອງ​ໃນ​ອະນາຄົດ​ຂອງ​ກິດຈະການ​ທຸລະກິດ​ອີກ​ດ້ວຍ.

1.5.ວັດ​ຖຸ​ປະສົງ​ໃນ​ການ​ຈັດ​ເຮັດ​ແຜນ​ທຸລະກິດ.

ວັດ​ຖຸ​ປະສົງ​ທົ່ວ​ໄປ​ໃນ​ການ​ຈັດ​ເຮັດ​ແຜນ​ທຸລະກິດ​ທີ່​ຜູ້​ປະກອບ​ການ​ຄວນ​ຮູ້ ມີ​ດັ່ງ​ນີ້:

1.ເພື່ອ​ໃຫ້​ຜູ້​ປະກອບ​ການ​ຕຽມ​ຄວາມ​ພ້ອມ​ດ້ານ​ຕ່າງໆ ໃນ​ການ​ດຳ​ເນີນ​ທຸລະກິດ​ ຫຼື ​ບໍລິການ.

2.ເພື່ອ​ໃຊ້​ເປັນ​ແນວ​ທາງ​ການ​ດຳ​ເນີນ​ທຸລະກິດ​ສຳລັບ​ໃຫ້​ຜູ້​ປະກອບ​ການ​ສາມາດ​ຂໍ​ຮັບ​ການ​ສະໜັບ​ສະໜູນ​ເງິນທຶນ​ຈາກ​ແຫຼ່ງ​ທຶນ ຫຼື ​ການ​ລະ​ດົມ​ທຶນ​ຈາກ​ຫຸ້ນ​ສ່ວນ​ທຸລະກິດ​ໄດ້​ຕາມ​ຄວາມ​ຕ້ອງ​ການ.

3.ເພື່ອລົດຄວາມ​ສ່ຽງ​ໃນ​ການ​ດຳ​ເນີນ​ທຸລະກິດ​ ຫຼື ​ບໍລິການ​ທີ່​ໄດ້​ວາງ​ແຜນ​ໄວ້​ລ່ວງ​ໜ້າ ທັງໝົດ​ທັງ​ມີ​ແຜນ​ສຳ​ຮອງເພື່ອນ​ດ​ຄວາມ​ສ່ຽງ​ທາງ​ທຸລະກິດ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ຈາກ​ປັດ​ໄຈ​ພາຍນອກ.

4.ເພື່ອ​ຈັດ​ລຳ​ດັບ​ຄວາມ​ສຳຄັນ​ດ້ານ​ຄວາມ​ຄິດ​ ແລະ ​ຂັ້ນ​ຕອນ​ການ​ປະຕິບັດ​ຂອງ​ການ​ດຳ​ເນີນ​ທຸລະກິດ​ ຫຼື​ບໍລິການ.

1.6.ລັກສະນະແຜນທຸລະກິດທີ່ດີ.

ໃນ​ການ​ຂຽນ​ແຜນ​ທຸລະກິດ​ທີ່​ດີ​ນັ້ນ ຜູ້​ປະກອບ​ການ​ ຫຼື ​ຜູ້​ທີ່​ມີ​ໝ້າທີ່​ຮັບ​ຜິດຊອບ​ໃນ​ການ​ຂຽນ​ແຜນ​ທຸລະກິດຈະ​ຕ້ອງ​ພະຍາຍາມ​ຂຽນ​ແຜນ​ທີ່​ສາມາດ​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ເລັດ ​ແລະ​ ຄວາມ​ເປັນ​ໄປ​ໄດ້​ຂອງ​ທຸລະກິດ ເພື່ອ​ໂນ້ມ​ນ້າວ​ໃຫ້ຜູ້​ສົນ​ໃຈ​ເຂົ້າ​ຮ່ວມ​ລົງ​ທຶນ​ດ້ວຍ ຫຼື ​ໃຫ້​ການ​ສະໜັບ​ສະໜູນ​ເງິນ​ທຶນ​ເພື່ອ​ດຳ​ເນີນ​ທຸລະກິດ​ຕໍ່ໄປ ໂດຍ​ນຳ​ສະເໜີ​ແຜນ​ທຸລະກິດ​ທີ່​ມີສາ​ລະ​ສຳຄັນ​ດັ່ງ​ນີ້:

1.ລັກສະນະ​ຂອງ​ການ​ກໍ່​ຕັ້ງ​ທຸລະກິດ ວ່າ​ມີ​ຮູບຮ່າງ​ຊັດເຈນ​ຂະໜາດ​ໃດ ​ແລະ​ ສຳເລັດ​ສົມບູນ​ພ້ອມ​ທີ່​ຈະ​ດຳ​ເນີນທຸລະກິດ​ໄດ້​ທັນ​ທີ່​ແລ້ວ​ ຫຼື ​ຍັງ.

2.ທຸລະກິດ​ທີ່​ນຳ​ສະເໜີ​ນີ້​ມີ​ຄວາມ​ໜ້າ​ສົນ​ໃຈ​ໜ້າ​ລົງ​ທຶນ​ຫຼາຍ​ນ້ອຍ​ພຽງ​ໃດ ເພື່ອ​ໃຫ້​ຜູ້​ຮ່ວມ​ລົງ​ທຶນ​ ຫຼື ແຫຼ່ງ​ທຶນມີ​ຄວາມ​ເຊື່ອ​ໝັ່ນ​ໃນ​ກິດຈະການ​ ແລະ ​ຜົນ​ສຳ​ເລັດ​ຂອງ​ການ​ດຳ​ເນີນ​ທຸລະກິດ.

3.ມີ​ແນວ​ໂນ້ມ​ໃນ​ການ​ດຳ​ເນີນ​ທຸລະກິດ​ ຫຼື ​ມີ​ໂອ​ກາດ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຕັ້ງ​ແຕ່​ເລີ່ມ​ກໍ່​ຕັ້ງ​ ແລະ​ສາມາດດຳ​ເນີນ​ການ​ໄປ​ໄດ້​ຢ່າງ​ຕໍ່​ເນື່ອງ​ໝັ່ນຄົງ.

4.ມີ​ຄວາມ​ໄດ້​ປຽບ​ທາງ​ທຸລະກິດ ໂດຍ​ສະແດງ​ໃຫ້​ເຫັນ​ວ່າ​ການ​ດຳ​ເນີນ​ທຸລະກິດ​ນີ້​ມີ​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນທາງ​ກາ​ນຕະຫຼາດ​ໃນ​ໄລຍະຍາວ​ໄດ້​ສູງ.

5.ມີ​ວິທີ​ການ​ຜະລິດ​ສິນ​ຄ້າ​ຢ່າງ​ມີ​ປະ​ສິດ​ທິ​ພາບ ສາມາດ​ຜະລິດ​ສິນ​ຄ້າ​ໄດ້​ມາດຕະຖານ​ຕາມ​ທີ່​ກຳນົດ ​ແລະ​ ມີ

ຕົ້ນ​ທຶນ​ການ​ຜະລິດ​ທີ່​ເໝາະ​ສົມ​ສາມາດ​ແຂ່ງ​ຂັນ​ໃນ​ຕະຫຼາດ​ໄດ້.

6.ມີ​ຄວາມ​ປະ​ຢັດ​ ຫຼື ​ສາມາດ​ລຸດ​ຕົ້ນ​ທຶນ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ຕັ້ງ​ແຕ່​ວິທີ​ການ​ຜະລິດ​ສິນ​ຄ້າ ການ​ນຳ​ສິນ​ຄ້າມາ​ວາງ​ຈຳ​ໜ່າຍ​ໃນ​ຕ​ະຫຼາດ.

7.ສະແດງ​ຂອບ​ເຂດ ​ຫຼື ​ພາລະ​ໝ້າທີ່​ຕ່າງໆ ທີ່​ດີ ​ແລະ​ ເໝາະ​ສົມ ເຊັ່ນ: ຂະ​ບວນ​ການ​ຜະລິດ​ສິນ​ຄ້າ ການ​ຈັດຈຳ​ໜ່າຍ ການ​ຈັດ​ລະບົບ​ງານ​ບັນ​ຊີ​ການ​ເງິນ ການ​ບໍລິຫານ​ງານ​ບຸກ​ຄົນ​ທີ່​ເໝາະ​ສົມ ​ແລະ ​ພຽງ​ພໍ.

8.ສະແດງ​ໃຫ້​ເຫັນ​ເຖິງ​ປະ​ສິດ​ທິ​ພາບ​ ຫຼື ​ຄວາມ​ສາມາດ​ໃນ​ການ​ນຳ​ສິນ​ຄ້າ​ໄປ​ແຂ່ງ​ຂັນ​ ຫຼື ​ມີ​ສ່ວນ​ແບ່ງ​ທາງ​ການຕະຫຼາດ​ໄດ້.


ใหม่กว่า เก่ากว่า