ອົງປະກອບຂອງແຜນທຸລະກິດ

 ອົງປະກອບຂອງແຜນທຸລະກິດ (Elements of a Business Plan)

ອົງປະກອບຂອງແຜນທຸລະກິດທີ່ເປັນແບບມາດຕະຖານໂດຍທົ່ວໄປ ປະກອບດ້ວຍ 9 ຕອນ ແລະ ມີຄວາມຍາວຢູ່ລະຫວ່າງ 40 - 50 ໜ້າ ແຕ່ຖ້າເປັນທຸລະກິດລາຍຍ່ອຍ ຫຼື ທຸລະກິດຂະໜາດນ້ອຍ ກໍບໍ່ຈຳເປັນຕ້ອງມີຈຳນວນໜ້າຫຼາຍເຖິງຂະໜາດນັ້ນ ເພາະຈະກາຍເປັນ “ພາລະ” ຕໍ່ຜູ້ອ່ານ ຜູ້ພິຈາລະນາແຜນ ສຳລັບໂຄງຮ່າງຂອງແຜນທຸລະກິດທີ່ເປັນແບບມາດຕະຖານທີ່ສົມບູນມີ 9 ຕອນດັ່ງນີ້:

ຕອນທີ່ 1 : ບົດສະຫລຸບສຳລັບຜູ້ບໍລິຫານ (Executive Summary)

ຕອນທີ່ 2 : ການບັນລະຍາຍກ່ຽວກັບທຸລະກິດ (Business Description)

-     ພາບລວມຂອງກິດຈະການ.

-     ພູມິຫຼັງຂອງອຸດສາຫະກຳ.

-     ເປົ້າໝາຍ ແລະ ສັກຍາພາບຂອງທຸລະກິດ.

-     ຄວາມເປັນເອກະລັກຂອງຜະລິດຕະພັນ ຫຼື ບໍລິການ.

ຕອນທີ່ 3 : ການຕະຫຼາດ (Marketing)

1.ຕະຫຼາດເປົ້າໝາຍ.

-      ຂະໜາດຕະຫຼາດ ແລະ ແນວໂນ້ມຂອງຕະຫຼາດ.

-      ການແຂ່ງຂັນ.

-      ສ່ວນແບ່ງຕະຫຼາດທີ່ຄາດຄະເນ.

2.ແຜນການຕະຫຼາດ.

-      ກົນລະຍຸດການຫຼາດ - ການຂາຍ ແລະ ການຈັດຈຳໜ່າຍ.

-      ການກຳນົດລາຄາ.

-      ການໂຄດນາ ແລະ ການສົ່ງເສີມການຕະຫຼາດ.

ຕອນທີ່ 4 : ການດຳເນີນງານ (Operations)

1.ລະບຸແຫຼ່ງທີ່ຕັ້ງ.

-      ຂໍ້ໄດ້ປຽບ

-      ການກຳນົດເຂດ

-      ພາສີ

2.ຄວາມໃກ້ກັບຜູ້ຈັດຈຳໜ່າຍວັດຖຸດິບ.

3.ການເຂົ້າເຖິງແຫຼ່ງການຂົນສົ່ງ.

ຕອນທີ່ 5 : ການຈັດການ (Management)

-      ທີມງານບໍລິຫານ

-      ໂຄງສ້າງທາງກົດໝາຍ - ດ້ານຜູ້ຖືຫຸ້ນ ແຮງງານ ແລະ ຄວາມເປັນເຈົ້າຂອງ.

-      ຄະນະກຳມະການອຳນວຍການ ຜູ້ໃຫ້ຂໍ້ສະເໜີແນະ ທີ່ປຶກສາ.

ຕອນທີ່ 6 : ການເງິນ (Financial)

1.ການຄາດການດ້ານການເງິນ

-      ກຳໄລ ແລະ ຂາດທຶນ

-      ກະແສເງິນສົດ

-      ການວິເຄາະຈຸດຄຸ້ມທຶນ

-      ການຄວບຄຸມຕົ້ນທຶນ

-      ແຜນງານງົບປະມານ

ຕອນທີ່ 7 : ຄວາມສ່ຽງ (Critical Risks)

-      ບັນຫາທີ່ອາດເກີດຂຶ້ນ

-      ອຸປະສັກ ແລະ ຄວາມສ່ຽງ

-      ທາງເລືອກການດຳເນີນງານ

ຕອນທີ່ 8 : ແຜນເກັບກ່ຽວຜົນການດຳເນີນງານ (Harvest Strategy)

-      ການຖ່າຍໂອນຊັບສິນ

-      ຄວາມຕໍ່ເນື່ອງຂອງການໃຊ້ກົນລະຍຸດ.

-      ລະບຸຜູ້ຮັບຊ່ວງຕໍ່.

ຕອນທີ່ 9 : ຕາຕະລາງກຳນົດການກິດຈະກຳສຳຄັນ (Milestone Schedule)

-      ຊ່ວງເວລາ ແລະ ວັດຖຸປະສົງ

-      ການກຳນົດເວລາ ແລະ ເຫດການສຳຄັນ

-      ຄວາມສຳພັນຂອງເຫດການ

1.1.ແນວທາງການຂຽນແຜນທຸລະກິດ.

ຈາກໂຄງຮ່າງຂອງແຜນທຸລະກິດທີ່ເປັນມາດຕະຖານທີ່ສົມບູນ 10 ຕອນ ດັ່ງກ່າວມາແລ້ວ ເພື່ອໃຫ້ເຂົ້າໃຈແນວການຂຽນແຜນທຸລະກິດຫຼາຍຍິ່ງຂຶ້ນ ຕອນນີ້ຈຶ່ງຂໍນຳມາຂຽນອະທິບາຍແຕ່ລະຕອນ ເພື່ອໃຫ້ເຂົ້າໃຈແນວການຂຽນເພິ່ມເຕິມດັ່ງນີ້:

ຕອນທີ່ 1: ບົດສະຫລຸບສຳລັບຜູ້ບໍລິຫານ (Executive Summary)

ບົດສະຫລຸບສຳລັບຜູ້ບໍລິຫານ ເປັນສ່ວນທີ່ສຳຄັນຫຼາຍຂອງແຜນທຸລະກິດ ຊຶ່ງຄວນຂຽນພາຍຫຼັງທີ່ການຈັດເຮັດແຜນທຸລະກິດສົມບູນແລ້ວ ເນື່ອງຈາກຜູ້ຜ່ານແຜນທຸລະກິດສ່ວນໃຫຍ່ ເຊັ່ນ: ນາຍທະນາຄານນາຍທຶນ ແລະ ຜູ້ຮ່ວມລົງທຶນໃນທຸລະກິດໃໝ່ ມັກຈະມັກອ່ານບົດສະຫລຸບຂອງແຜນທຸລະກິດຊຶ່ງສະຫລຸບເລື່ອງສຳຄັນທັງໝົດເອົາໄວ້ ໂດຍບຸກຄົນເຫຼົ່ານີ້ບໍ່ມີເວລາອ່ານເທົ່າໃດ ດັ່ງນັ້ນຜູ້ຂຽນຈຶ່ງຄວນຂຽນໃຫ້ກະຊັບຊັດເຈນ ດຶງດູດໃຈຜູ້ອ່ານໃຫ້ເບິ່ງເຫັນພາບລວວມທັງໝົດຂອງທຸລະກິດໃໝ່ຫຼາຍທີ່ສຸດ ຊຶ່ງນັກລົງທຶນທີ່ມີປະສົບການ (Experienced Investors) ແນະນຳວ່າ ສ່ວນນີ້ຄວນຂຽນປະມານ 2-3 ໜ້າຢ່າງຫຼາຍທີ່ສຸດ.

ສຳລັບຊີ້ນຳຫາໃນສ່ວນນີ້ ຄວນຈະໃຫ້ສາມາດຕອບຄຳຖາມສັ້ນໆ ເຫຼົ່ານີ້ໄດ້ຄື:

-     ຄວາມຄິດເຊີງທຸລະກິດ ຫຼື ໂອກາດຂອງການຜະລິດສິນຄ້າ ຫຼື ບໍລິການໃໝ່ຄືຫຍັງ.

-     ເປັນຫຍັງຄວາມຄິດທີ່ຈະຜະລິດເປັນສິນຄ້າ ຫຼື ບໍລິການໃໝ່ນີ້ ຈະເປັນສິ່ງດຶງດູດຄວາມສົນໃຈ ແລະ ຕໍ່ໃຜ.

-     ກຸ່ມຜູ້ປະກອບການຄືໃຜ.

-     ຈຳເປັນຕ້ອງໃຊ້ເງິນລົງທຶນຫຼາຍເທົ່າໃດ ແລະ ຈະໃຊ້ວິທີການຫາເງິນທຶນໃນຮູບແບບໃດ.

ດັ່ງນັ້ນການຂຽນບົດສະຫລຸບສຳລັບຜູ້ບໍລິຫານ ຈຶ່ງມີຄວາມສຳຄັນຢ່າງຫຼາຍ ແລະ ຄວນແກ່ການໃຊ້ຄວາມພະຍາຍາມໃນການຂຽນເປັນພິເສດ ເພາະເປັນໂອກາດແຮກ ແລະ ເປັນໂອກາດທີ່ດີທີ່ສຸດ ແລະ ຫຼາຍເທື່ອເປັນພຽງໂອກາດດຽວ ທີ່ຈະເຮັດໃຫ້ນັກລົງທຶນເກີດຄວາມສົນໃຈໃນທຸລະກິດໃໝ່ນັ້ນ ວ່າຈະໃຫ້ການສະໜັບສະໜູນ ຫຼື ບໍ່.

ຕອນທີ່ 2: ການບັນລະຍາຍກ່ຽວກັບທຸລະກິດ (Business Description)

ສ່ວນທີ່ 2 ນີ້ຄວນຂຽນກ່ຽວກັບພາບລວມທົ່ວໄປກ່ຽວກັບທຸລະກິດ ໄດ້ແກ່:

1.ພາບລວມຂອງກິດຈະການ (General Description of the Business)

ແມ່ນໄດ້ແກ່ ປະຫວັດຂອງກິດຈະການ ຊື່ ສະຖານທີ່ຕັ້ງ ປະເພດ ແລະ ລັກສະນະຂອງທຸລະກິດ ທັງໝົດທັງການດຳເນີນງານ ເຊັ່ນ: ພາກອຸດສາຫະກຳ, ພາກພານິດຕະກຳ, ພາກກະເສດຕະກຳ ຫຼື ພາກການບໍລິການ ວິໄສທັດ(Vision) ພະລະກິດ (Mission) ເປົ້າໝາຍ ແລະ ວັດຖຸປະສົງຂອງກິດຈະການ ເປັນຕົ້ນ.

2.ພູມີຫຼັງຂອງອຸດສາຫະກຳ (Industry Background)

ແມ່ນໄດ້ແກ່ ສະຖານພາບໃນປະຈຸບັນ (Current Status) ແລະ ແນວໂນ້ມໃນອະນາຄົດຂອງອຸດສາຫະກຳ (Future Trends) ແລະ ຫາກມີການພັດທະນາອຸດສາຫະກຳໃດໆ ເປັນພິເສດ ທີ່ອາດກະທົບຕໍ່ແຜນທຸລະກິດ ກໍໃຫ້ລະບຸເອົາໄວ້ດ້ວຍ.

3.ເປົ້າໝາຍ ແລະ ສັກຍະພາບຂອງທຸລະກິດ (Goals and Potential of the Business)

ທຸລະກິດໃໝ່ຄວນຈະບັນລະຍາຍເປົ້າໝາຍ ຄອບຄູ່ໄປກັບສັກຍະພາບທີ່ຄາດຫວັງ ຄຳທີ່ສຳຄັນທັງໝົດ (AllKey Terms) ຄວນຈະມີນິຍາມເພື່ອຄວາມເຂົ້າໃຈ ຫາກມີພາບ ຫຼື ການສະແດງປະກອບກໍຍິ່ງດີ.

4.ຄວາມເປັນເອກະລັກຂອງຜະລິດຕະພັນ ຫຼື ບໍລິການ (Uniqueness of Product orService)

ແມ່ນຂໍ້ໄດ້ປຽບໃດໆ ໃນຜະລິດຕະພັນ ຫຼື ບໍລິການ ທີ່ທຸລະກິດໃໝ່ມີເໜືອຄູ່ແຂ່ງ ຄວນຈະນຳມາກ່າວໃນລາຍລະອຽດຫຼາຍເປັນພິເສດ ເຊັ່ນ: ສິດທິບັດ (Patents) ລິກສິດ (Copyrights) ແລະ ເຄື່ອງໝາຍການຄ້າ (Trademarks) ທັງໝົດທັງຂໍ້ໄດ້ປຽບທາງດ້ານເທກໂນໂລຢີ ແລະ ທາງການຕະຫຼາດເປັນຕົ້ນ.

ຕອນທີ່ 3: ການຕະຫຼາດ (Marketing)

1.ການວິໄຈ ແລະ ການວິເຄາະ (Research and Analysis)

ໃນສ່ວນຂອງຕະຫຼາດນີ້ແນວການຂຽນຂອງຜູ້ປະກອບການຈະຕ້ອງຈູງໃຈ ໃຫ້ນັກລົງທຶນເກີດຄວາມຫມັ້ນໃຈວ່າ ມີຕະຫຼາດ ຫຼື ກຸ່ມລູກຄ້າພ້ອມທີ່ຈະຊື້ຢ່າງແນ່ນອນ ແລະ ຈະສາມາດເຮັດຢອດຂາຍໄດ້ຕາມເປົ້າໝາຍ ທັງ  ໝົດທັງຈະປະສົບຜົນສຳເລັດໄດ້ຮັບໄຊຊະນະເໜືອຄູ່ແຂ່ງອີກດ້ວຍ ດັ່ງນັ້ນສ່ວນນີ້ຈຶ່ງເປັນສ່ວນທີ່ຍາກຫຼາຍທີ່ສຸດສ່ວນໝຶ່ງຂອງແຜນທຸລະກິດ ໂດຍສະເພາະການປະມານການຢອດຂາຍ ຊຶ່ງຂຶ້ນຢູ່ກັບການວິໄຈ ແລະ ການວິເຄາະຕະຫຼາດ ຂະໜາດຂອງການຜະລິດ ແຜນການຕະຫຼາດ ຈຳນວນໜີ້ ແລະ ເງິນລົງທຶນຕາມທີ່ຕ້ອງການ.

2.ແຜນການຕະຫຼາດ (Marketing Plan)

ໃນສ່ວນຂອງແຜນການຕະຫຼາດນີ້ ນັກລົງທຶນຜູ້ມີປະສົບການຕ້ອງການເບິ່ງຂໍ້ມູນລາຍລະອຽດໃນເລື່ອງນີ້ເປັນພິເສດ ເພາະຖືວ່າເປັນສ່ວນສຳຄັນເປັນຫົວໃຈຂອງແຜນທຸລະກິດ ໂດຍສະເພາະຢ່າງຢິ່ງທ່ານຕ້ອງການຂໍ້ມູນໃນສິ່ງທີ່ຜູ້ປະກອບການໄດ້ດຳເນີນການໄປແລ້ວ ໃນການກຳນົດຕະຫຼາດເປົ້າໝາຍສຳລັບຜະລິດຕະພັນຂອງທ່ານ ຄຳຖາມທີ່ທ່ານຢາກຮູ້ກໍຄືວ່າ ຜູ້ປະກອບການໄດ້ກໍ່ການສຳຣົວຈົດລາດແລ້ວ ຫຼື ບໍ່ ໄດ້ວິເຄາະຕະຫຼາດໃນລາຍລະອຽດແລ້ວ ຫຼື ຍັງ ຍິ່ງໄປກວ່ານັ້ນທ່ານຕ້ອງການຮູ້ວ່າຂະໜາດຂອງຕະຫຼາດໃຫຍ່ນ້ອຍແຄ່ໃດ ຕະຫຼາດກຳລັງຈະເລີນເຕີບໂຕ ຫຼື ຫົດຕົວ ແລະ ຜະລິດຕະພັນ ຫຼື ບໍລິການໃໝ່ຈະກໍ່ການໂຄດນາ ສົ່ງເສີມການຕະຫຼາດໃນຕະຫຼາດນີ້ໃຫ້ປະສົບຜົນສຳເລັດໄດແນວໃດ.

ນອກ​ຈາກ​ນີ້​ໃນ​ສ່ວນ​ຂອງ​ແຜນ​ກາ​ນຕະຫຼາດ​ນີ້ ນັກ​ລົງ​ທຶນ​ມັກ​ຈະ​ຕ້ອງ​ການ​ຮູ້​ລາຍ​ລະອຽດກ່ຽວກັບ​ຜະລິດຕະພັນ​ທີ່​ເປັນ​ຄູ່​ແຂ່ງ​ອີກ​ດ້ວຍ ທ່ານ​ຕ້ອງ​ການ​ຮູ້ວ່າ​ມີ​ຜະລິດຕະພັນ​ທີ່​ເປັນ​ຄູ່​ແຂ່ງ​ ຫຼື ​ບໍ່ຖ້າ​ມີ ຜະລິດຕະພັນ​ໃໝ່​ສາມາດ​ສະແດງ​ໃຫ້​ເຫັນ​ວ່າ​ມີ​ຄວາມ​ດີ​ເດັ່ນ​ເໜືອ​ຄູ່​ແຂ່ງ​ຢ່າງໃດ ໃຜ​ຄື​ບໍລິສັດ ຄູ່ແຂ່ງ ແລະ ທ່ານມີວິທີຕອບໂຕ້ຕໍ່ຜະລິດຕະພັນຂອງຜູ້ປະກອບການຢ່າງໃດ ເປັນຫຍັງເຊື່ອວ່າກົນລະຍຸດການຕັ້ງລາຄາແບບນີ້ຈະປະສົບຜົນສຳເລັດ.

ຫຼັກສຳຄັນຂອງການຂຽນແຜນທຸລະກິດໃນຕອນນີ້ຄື ເພື່ອຈູງໃຈໃຫ້ນັກລົງທຶນໄດ້ເບິ່ງເຫັນວ່າຜູ້ປະກອບການໄດ້ກໍ່ການບ້ານ ຜູ້ປະກອບການໄດ້ກໍ່ການສຳຣົວຈົດລາດ ເປົ້າໝາຍສຳລັບຜະລິດຕະພັນ ແລະ ບໍລິການໃໝ່ຂອງທ່ານຢ່າງຮອບຄອບແລ້ວ ພ້ອມມີຫຼັກຖານສະແດງໃຫ້ເຫັນວ່າຜູ້ບໍລິໂພກ ຫຼື ທຸລະກິດອື່ນໆ (ຂຶ້ນຢູ່ກັບຜະລິດຕະພັນຫຼື ບໍລິການ) ມີຄວາມຕ້ອງການຢ່າງແທ້ຈິງທີ່ຈະຊື້ເມື່ອຜະລິດຕະພັນວາງຈຳໜ່າຍ.

ນອກຈາກນັ້ນນັກລົງທຶນຕ້ອງການທີ່ຈະຮູ້ວ່າ ຜະລິດຕະພັນ ແລະ ບໍລິການຈະກໍ່ການສົ່ງເສີມການຕະຫຼາດຢ່າງໃດ ຕ້ອງໃຊ້ເງິນທຶນເທົ່າໃດ ແນ່ນອນທີ່ສຸດການຄາດຄະເນຕະຫຼາດ ບໍ່ມີຄວາມແນ່ນອນ ບໍ່ວ່າຜູ້ປະກອບການຈະໃຊ້ວິທີການທົດສອບຕະຫຼາດຢ່າງດີແລ້ວພຽງໃດ ແຕ່ຢ່າງນ້ອຍທີ່ສຸດເພື່ອສະແດງໃຫ້ເຫັນວ່າ ຜູ້ປະກອບການໄດ້ໃຊ້ຄວາມພະຍາຍາມຢ່າງເໝາະສົມແລ້ວ ທີ່ຈະຄົ້ນຫາວ່າເປັນຫຍັງຜູ້ບໍລິໂພກຕ້ອງການຊື້ ຫຼື ໃຊ້ຜະລິດຕະພັນຂອງທ່ານ ແລະ ຍັງໄດ້ໃຊ້ຄວາມພະຍາຍາມກຳນົດກົນລະຍຸດການຕະຫຼາດ (Marketing Strategy) ສຳລັບຜະລິດຕະພັນ ຫຼືບໍລິການຂອງທ່ານຢ່າງດີທີ່ສຸດແລ້ວ.

ຕອນທີ່ 4: ການດຳເນີນງານ (Operations)

ໃນສ່ວນນີ້ຄວນຂຽນລາຍລະອຽດກ່ຽວກັບເຮັດທີ່ຕັ້ງຂອງທຸລະກິດໃໝ່ ຊຶ່ງແຫຼ່ງທີ່ຕັ້ງທີ່ເລືອກຄວນຈະ      ເໝາະສົມ ໃນແງ່ຂອງການຈັດຫາແຮງງານ (Labor Availability) ອັດຕາຄ່າຈ້າງ (Wage Rate) ຄວາມໃກ້ກັບຜູ້ຈັດຈຳໜ່າຍວັດຖຸດິບ (Proximity to Suppliers) ແລະ ການສະໜັບສະໜູນຂອງລູກຄ້າ ແລະ ຊຸມຊົນ ນອກຈາກນັ້ນຍັງຕ້ອງຄຳນຶງເຖິງການເກັບພາສີໃນທ້ອງຖິ່ນ ການຈັດແບ່ງເຂດ (Zoning) ທັງໝົດທັງການສະໜັບສະໜູນຂອງທະນາຄານໃນທ້ອງຖິ່ນຕໍ່ທຸລະກິດໃໝ່ອີກດ້ວຍ.

ນອກຈາກນີ້ຄວນຈະກ່າວເຖິງສິ່ງອຳນວຍຄວາມສະດວກຕ່າງໆ ທີ່ຈຳເປັນ ໂດຍສະເພາະຕໍ່ການດຳເນີນງານທຸລະກິດໃໝ່ ເຊັ່ນ: ໂຮງງານ ຄັງສິນຄ້າ ໂກດັ່ງເກັບວັດຖຸດິບ ແລະ ສຳນັກງານ ເປັນຕົ້ນ ທັງໝົດທັງອຸປະກອນທີ່ຈຳເປັນ ເຊັ່ນ ເຄື່ອງມື ເຄື່ອງຈັກ ເຄື່ອງຄອມພິວເຕີ ແລະ ຍານພາຫະນະ ເປັນຕົ້ນ.

ປັດໄຈອື່ນໆ ທີ່ອາດຕ້ອງນຳມາພິຈາລະນາດ້ວຍ ໄດ້ແກ່ ຜູ້ຈັດຈຳໜ່າຍວັດຖຸດິບ (ຈຳນວນຈັກລາຍ ແລະຄວາມໃກ້) ຄ່າຂົນສົ່ງ (Transportation Costs) ວັດດຸຕ່າງໆ ທັງໝົດທັງແຫຼ່ງແຮງງານ (TaborSupply) ອັດຕາຄ່າຈ້າງ (Wage Rates) ແລະ ຕຳແໜ່ງງານ ຕະຫຼອດຈົນທັກສະທີ່ຕ້ອງການກໍຄວນຈະກ່າວເຖິງດ້ວຍ.

ແລະໃນຕອນສຸດທ້າຍ ຂໍ້ມູນດ້ານຄ່າໃຊ້ຈ່າຍຕ່າງໆ ທີ່ກ່ຽວຂ້ອງກັບການດຳເນີນງານ ກໍຄວນນຳສະເໜີເອົາໄວ້ໃນແຜນດ້ວຍ.

ຕອນ​ທີ່ 5: ການ​ຈັດການ (Management)

ໃນ​ສ່ວນ​ດ້ານ​ການ​ຈັດການ​ຄວນ​ຈະ​ລະ​ບຸ​ບຸ​ກຄະລາກ​ອນ​ທີ່​ສຳຄັນ (Key Personnel) ພ້ອມ​ລະ​ບຸຕຳແໜ່ງ ແລະ​ ຄວາມ​ຮັບ​ຜິດຊອບ ທັງໝົດ​ທັງ​ປະສົບການ​ດ້ານ​ອາ​ຊີບ (Career Experiences) ທີ່ມີ​ຄຸນສົມບັດ​ເໝາະ​ສົມ​ກັບ​ຕຳແໜ່ງ ທີມ​ງານ​ຜູ້​ບໍລິຫານ (Management Team) ທຸກ​ຄົນ ຄວນ​ມີປະຫວັດ​ຫຍໍ້ (Resume) ທີ່​ສົມບູນ​ດ້ວຍ ນອກ​ຈາກ​ນີ້​ບົດ​ບາດ​ຂອງ​ຜູ້​ປະກອບ​ການ​ໃນ​ທຸລະກິດ​ນີ້​ກໍ​ຄວນຂຽນ​ບອກ​ໄວ້​ໃຫ້​ຊັດເຈນ​ດ້ວຍ ໃນ​ຕອນ​ສຸດ​ທ້າຍ​ຄະນະ​ທີ່​ປຶກ​ສາ​ ຫຼື ​ສະມາຊິກ​ຂອງ​ຄະນະ​ກຳມະການບໍລິຫານ​ທຸກ​ຄົນ ກໍ​ຄວນ​ຈະ​ລະ​ບຸ ​ແລະ​ ກ່າວເຖິງ​ດ້ວຍ​ວ່າ​ໃຜ​ມີບົດ​​ບາດ ​ແລະ ​ຕຳແໜ່ງ​ແນວໃດ.

ໂຄງສ້າງການຈ່າຍຄ່າຈ້າງ ແລະ ຄວາມເປັນເຈົ້າຂອງ (ຫຸ້ນສ່ວນຕາມຂໍ້ຕົກລົງ ຄ່າຈ້າງທີ່ປຶກສາ ແລະ ອື່ນໆ) ຄວນຈະລະບຸໄວ້ຢ່າງຊັດເຈນໃນສ່ວນນີ້:

-      ໂຄງສ້າງຂອງອົງກອນ

-      ທີມງານບໍລິຫານ ແລະ ບຸກຄະລາກອນທີ່ສຳຄັນ

-      ປະສົບການ ແລະ ຄວາມສາມາດທາງດ້ານເທກນິກຂອງບຸກຄະລາກອນ

-      ໂຄງສ້າງຄວາມເປັນເຈົ້າຂອງ ແລະ ການຈ່າຍຄ່າຕອບແທນ

-      ຄະນະກຳມະການບໍລິຫານ ທີ່ປຶກສາ ຫຼື ຜູ້ໃຫ້ຄຳແນະນຳຈາກພາຍນອກ

ຕອນທີ່ 6: ການເງິນ (Financial)

ເນື່ອງຈາກສະຖານພາບທາງການເງິນເປັນເຄື່ອງບົ່ງຊີ້ຄຸນນະພາບການດຳເນີນງານ ແລະ ເປັນຕົວແປສຳຄັນໃນການພິຈາລະນາເພື່ອສະໜັບສະໜູນທີ່ດຖາບັນການເງິນໃຊ້ເປັນເກນຫຼັກໃນການອະນຸມັດສິນເຊື່ອ ດັ່ງນັ້ນຈຶ່ງຄວນຂຽນໃຫ້ເຫັນຄວາມສາມາດດ້ານການເງິນເທົ່າທີ່ເປັນໄປໄດ້ ງ່າຍຕໍ່ການເຂົ້າໃຈ ແລະ​ ສ້າງ​ຄວາມໝັ້ນ​ໃຈ​ວ່າ ທຸລະກິດ​ສາມາດ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ສິນ​ເຊື່ອ ແລະ​ ມີ​ຄວາມ​ສາມາດ​ຈ່າຍດອກ​ເບ້ຍ​ ແລະ ​ເງິນ​ຕົ້ນ​ຄືນ​ໄດ້​ແນ່ນອນ.

ໃນ​ສ່ວນ​ຂອງ​ແຜນ​ການ​ເງິນ ຄວນ​ຈະ​ຂຽນ​ກ່ຽວກັບ​ງົບ​ການ​ເງິນ (Financial Statements) ເບື້ອງ​ຕົ້ນ 3 ເລື່ອງ​ຄື ປະ​ມານການ​ງົບ​ດຸນ ງົບ​ກຳ​ໄລ​ຂາດ​ທຸນ ແລະ​ ງົບ​ກະ​ແສ​ເງິນ​ສົດ.

1.ການ​ປະ​ມານການ​ງົບ​ດຸນ (Pro Forma Balance Sheet)

ການ​ປະ​ມານ​ການ​ໝາຍເຖິງ ການ​ຄາດ​ການ​ລ່ວງ​ໜ້າ​ເຖິງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຈິງ ການ​ປະ​ມານ​ການ​ງົບ​ດຸນ ເປັນ​ການ​ຄາດ​ກາ​ນສະພາ​ວະ​ທາງ​ການ​ເງິນ​ຂອງ​ທຸລະກິດ ນະຊ່ວງ​ເວລາ​ຕ່າງ​ໆ ໂດຍ​ສະເພາະ ຄື​ຊ່ວງ​ເລີ່ມ​ຕົ້ນ​ກິດຈະການ​ຊ່ວງ​ໄລ​ຍະ 6 ເດືອນ​ສຳລັບ​ປີ​ແລກ ແລະ​ ຊ່ວງ​ສິ້ນ​ປີ​ຂອງ 3 ປີ​ແລກ ໃນ​ງົບ​ດຸນ​ຈະ​ສະແດງ​ລາຍ​ລະອຽດ​ກ່ຽວກັບ​ຊັບສິນ​​ທີ່​ໄດ້​ມາ​ເພື່ອ​ໃຊ້​ໃນ​ການ​ດຳ​ເນີນ​ການ ຊຶ່ງ​ອາດ​ເປັນ​ໜີ້​ສິນ​ ຫຼື ​ສ່ວນ​ທີ່​ເຈົ້າ​ຂອງ​ນຳ​ມາ​ລົງ​ທຶນ ຫຼື ທັງ 2 ຢ່າງ​ທັງ  ໝົດ​ກັນ ນັກ​ລົງ​ທຶນ​ຕ້ອງ​ການ​ເບິ່ງງ​ງົບ​ດຸນ​ທີ່​ຈັດ​ເຮັດ​ຂຶ້ນ​ ເພື່ອ​ພິຈາລະນາ​ອັດຕາ​ສ່ວນ​ໜີ້​ສິນຕໍ່​ສ່ວນ​ຂອງ​ເຈົ້າ​ຂອງ (Debt/Equity Ratio) ເງິນ​ທຶນ​ໝູນ​ວຽນ (Working Capital) ອັດຕາ​ເງິນທຶນ​ໝູນ​ວຽນ (Current Ratio) ອັດຕາ​ໝູນ​ວຽນ​ຂອງ​ສິນ​ຄ້າຄົງ​ຄັງ (Inventory TurnoverRatio) ແລະ​ ອື່ນ​ໆ ວ່າ​ຢູ່ໃນ​ລະ​ດັບ​ທີ່​ຮັບ​ໄດ້​ຢູ່ໃນ​ເກນ​ຫຼ​ື​ບໍ່ ຊຶ່ງ​ເປັນ​ການ​ກວດ​ສອບ​ຖານະ​ຄວາມຫມັ້ນຄົງ​ຂອງ​ທຸລະກິດ​ໃໝ່.

2.ງົບ​ກຳ​ໄລ ​-​ ຂາດ​ທຶນ (Profit and Loss Statement)

ແມ່ນເປັນ​ການ​ສະແດງ​ຜົນ​ຈາກ​ການ​ດຳ​ເນີນງານ​ທີ່ເກິດຂື້ນ​ໃນ​ຮອບ​ໄລຍະເວລາ​ໜຶ່ງ ຊຶ່ງ​ສະແດງ​ຜົນ​ອອກ​ມາ​ໃນ​ຮູບ​ກຳ​ໄລ ຂາດ​ທຸນ ການ​ປະ​ມານ​ການຢອດ​ຂາຍ​ທີ່​ໄດ້​ຈາກ​ການ​ຈັດ​ຈຳ​ໜ່າຍ​ຈະ​ເປັນ​ລາຍ​ຮັບ ແລະ​ ຫັກ​ດ້ວຍ​ລາຍ​ຈ່າຍ​ທີ່ເກິດຂື້ນ​ທຸກ​ຂັ້ນ​ຕອນ​ຂອງການ​ຜະລິດ​ໃນ​ທຸກ​ກິດຈະກຳ ຊຶ່ງ​ໄດ້​ແກ່ ວັດ​ຖຸ​ດິບ ແຮງ​ງານ ຄ່າ​ບໍລິການ ແລະ​ ຄ່າ​ໂ​ຫຸ້ຍຫຼຽນ​ຕ່າງ​ໆ (ທັງ​ຄົງ​ທີ່ ແລະ​ ແປ​ຜັນ) ທັງໝົດ ​ທັງ​ຄ່າ​ໃຊ້​ຈ່າຍ​ອື່ນ​ໆ ເຊັ່ນ ຄ່າ​ໃຊ້​ຈ່າຍ​ກ່ຽວກັບ​ການ​ຈັດ​ຈຳ​ໜ່າຍ ຄັງສິນ​ຄ້າ ການໂຄດ​ນາ ຄ່າ​ສ່ວນ​ລຸດ ແລະ ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ບໍລິຫານ​ທົ່ວ​ໄປ ໄດ້​ແກ່ ເງິນ​ເດືອນ ຄ່າ​ເຊົ່າ ຄ່າ​ໄຟ​ຟ້າປະ​ປາ ແລະ​ ໂທ​ສັບ ເປັນ​ຕົ້ນ.

3.ງົບ​ກະ​ແສ​ເງິນ​ສົດ (Cash-flow Statement)

ແມ່ນອາດ​ກ່າວ​ໄດ້​ວ່າ​ເປັນ​ເອກະສານ​ທີ່​ມີ​ຄວາມສຳຄັນ​ທີ່ສຸດ ເພາະ​ງົບ​ກະ​ແສ​ເງິນ​ສົດ​ຈະ​ສະແດງ​ຂໍ້​ມູນ​ການ​ໄດ້​ມາ ​ແລະ ​ການ​ໃຊ້​ໄປ​ຂອງ​ເງິນ​ສົດ​ຈາກການ​ດຳ​ເນີນ​ງານ​ໃນ​ເລື່ອງ​ຕ່າງ​ໆ ດັ່ງ​ນັ້ນ​ສ່ວນ​ນີ້​ຂອງ​ແຜນ​ທຸລະກິດ​ຈະ​ຕ້ອງ​ໃຫ້​ຄວາມ​ພະຍາຍາມ​ໃນ​ການ​ຂຽນຢ່າງ​ຮອບ​ຄອບ ການ​ປະ​ມານ​ການ ແລະ ​ຈຳນວນ​ເງິນ​ສົດ ໄຫຼ​ເຂົ້າ​ -​ ໄຫຼ​ອອກ ຈະ​ຕ້ອງ​ສອດ​ຄ່ອງກັນ ແລະ​ ມີ​ເຫດ​ມີ​ຜົນໃນ​ບາງເທື່ອ​ການ​ປະ​ມານ​ການ​ຢອດ​ຂາຍ​ສູງ​ໃນ​ຊ່ວງ​ໃດ​ຊ່ວງ​ໜຶ່ງ ກໍ​ຈະ​ເຮັດໃຫ້​ຄ່າ​ໃຊ້​ຈ່າຍ​ຂອງກິດຈະການ​ສູງ​ດ້ວຍ ຊຶ່ງ​ຄວນ​ກະທົບ​ຕໍ່​ກະ​ແສ​ເງິນ​ສົດ​ທີ່​ຕ້ອງ​ມີ​ໄວ້​ໃຊ້​ດ້ວຍ ຜູ້​ຈັດການ​ຈຶ່ງ​ຕ້ອງ​ຕັດ​ສິນ​ໃຈ ຈັດຫາເງິນສົດມາລົງທຶນ ແລະ ມີວິທີໃຊ້ຈ່າຍຢ່າງເໝາະສົມ ເງິນສົດທີ່ຈຳເປັນຕ້ອງໃຊ້ອາດຫາມາໄດ້ຈາກຫຼາຍແຫຼ່ງ ສ່ວນໝຶ່ງອາດມາຈາກສ່ວນຂອງເຈົ້າຂອງ (Equity Financing) ສ່ວນອີກສ່ວນໜຶ່ງອາດມາຈາກການກູ້ຢືມຈາກທະນາຄານ ສະຖາບັນການເງິນ ຫຼື ຈາກເງິນກູ້ໄລຍະສັ້ນຈາກທະນາຄານ ຊຶ່ງຂໍ້ມູນທັງໝົດຈະກາຍເປັນສ່ວນຂອງການຄາດຄະເນກະແສເງິນເຂົ້າ-ອອກ ສະແດງຢູ່ໃນງົບກະແສເງິນສົດ.

ລາຍລະອຽດກ່ຽວກັບກະແສເງິນສົດ ຖ້າຜູ້ປະກອບການມີຄວາມເຂົ້າໃຈຢ່າງຖືກຕ້ອງ ກໍຈະສາມາດຊ່ວຍໃຫ້ຜູ້ປະກອບການແກ້ບັນຫາໃນການດຳເນີນການໄດ້ທັນທ່ວງທີ ກ່ອນທີ່ວິກິດເງິນສົດເກີດຂຶ້ນຢ່າງຮ້າຍແຮງເອກະສານສຸດທ້າຍທີ່ຄວນຈັດເຮັດໄວ້ໃນສ່ວນຂອງແຜນການເງິນດ້ວຍຄື ແຜນພູມິສະແດງຈຸດຄຸ້ມທິນ (Break-even Chart) ຊຶ່ງໝາຍເຖິງຈຸດທີ່ລາຍໄດ້ທັງໝົດ (ຢອດຂາຍທັງໝົດ) ເທົ່າກັບຕົ້ນທຶນ ຫຼື ຄ່າໃຊ້ຈ່າຍທັງໝົດ ຫຼື ຈຸດທີ່ກຳໄລຈາກການປະມານການເທົ່າກັບ “ສູນ” ພໍດີ ຊຶ່ງຫຼັງຈາກນີ້ກໍຄືກຳໄລ.

ຕອນ​ທີ່ 7: ຄວາມ​ສ່ຽງ (Critical Risks)

ໃນ​ສ່ວນ​ຂອງ​ຄວາມ​ສ່ຽງ​ນີ້ ແຜນ​ທຸລະກິດ​ທີ່​ມີ​ປະ​ສິດ​ທິ​ພາບ ຄວນ​ສະແດງ​ໃຫ້​ເຫັນ​ຄວາມ​ສ່ຽງທີ່​ອາດ​ເກີດ​ຂຶ້ນ​ເອົາ​ໄວ້​ດ້ວຍ ຄວາມ​ສ່ຽງ​ທີ່​ອາດ​ເກີດ​ຂຶ້ນ ເຊັ່ນ: ການ​ຖືກ​ຕັດ​ລາ​ຄາ​ໂດຍ​ຄູ່​ແຂ່ງ ແນວ​ໂນ້ມອຸດສາຫະກຳ​ບໍ່​ເປັນ​ໄປ​ຕາມ​ທີ່​ຄາດ​ຫວັງ ຕົ້ນ​ທຶນ​ໃນ​ການ​ອອກ​ແບບ ແລະ ​ການ​ຜະລິດ​ສູງ​ກວ່າ​ທີ່​ປະ​ມານການ​ໄວ້ ຄູ່​ແຂ່ງ​ເຂົ້າ​ມາ​ໄວ​ຫຼາຍ​ເກີນ​ເວລາ​ທີ່​ຄາດ​ກາ​ນໄວ້ ສັກ​ກະຍາພາບ​ດ້ານ​ການ​ຜະລິດ ແລະ ​ເຄື່ອງ​ຈັກ​ມີ​ບັນຫາ.

ຄວາມ​ສ່ຽງ​ເຫຼົ່າ​ນີ້ ຜູ້​ປະກອບ​ການ​ຄວນ​ຈັດ​ເຮັດ​ແຜນ​ສຳ​ຮອງ​ຍາມ​ສຸກ​ເສີນ​ໄວ້​ດ້ວຍ ແຜນ​ສຳ​ຮອງສຸກ​ເສີນ (Contingency Plan) ຄື​ແຜນ​ງານ​ທີ່​ກຳນົດ​ຂຶ້ນ​ມາ​ເພື່ອ​ຮອງ​ຮັບ​ສະຖານນະການ​ທີ່​ບໍ່​ເປັນ​ໄປຕາມ​ທີ່​ຄາດ​ຫວັງ​ໄວ້ ໂດຍ​ມີ​ການ​ລຸດ​ລະ​ດັບ​ການ​ບັນ​ລຸ​ວັດ​ຖຸ​ປະສົງ ແຕ່​ຢັງ​ຄົງ​ເປົ້າ​ໝາຍ​ໄວ້​ເຊັ່ນ​ເດີມ ໂດຍ​ເພື່ອ​ໃຫ້​ມີ​ທາງ​ເລືອກ ຫຼີກ​ລ້ຽງ​ຄວາມ​ສ່ຽງ​ເຫຼົ່າ​ນີ້ ອັນ​ທີ່​ຈິງ​ຄວາມ​ສ່ຽງ​ດັ່ງ​ກ່າວ​ເປັນ​ເລື່ອງ​ທີ່ເກີດ​ຂຶ້ນ​ໄດ້ ແຕ່​ຜູ້​ອ່ານ​ແຜນ​ທຸລະກິດ​ຕ້ອງ​ການ​ຮູ້ວ່າ ຜູ້​ປະກອບ​ການ​ໄດ້​ຕ​ະ​ໜັກ​ ແລະ​ ມີ​ຄວາມ​ພ້ອມທີ່​ຈະ​ຜະເຊີນ​ກັບ​ເຫດການ​ເຫຼົ່າ​ນັ້ນ ​ຫຼື ​ບໍ່.

ຕອນ​ທີ່ 8: ແຜນ​ເກັບ​ກ່ຽວ​ຜົນ​ການ​ດຳ​ເນີນ​ງານ (Harvest Strategy)

ແຜນ​ທຸລະກິດ​ທຸກ​ແຜນ ຄວນ​ຈັດ​ເຮັດ​ແຜນ​ເພື່ອ​ເກັບ​ກ່ຽວ​ຜົນ​ການ​ດຳ​ເນີນ​ງານ​ໃນ​ອະນາຄົດ​ເອົາ​ໄວ້ໂດຍ ຜູ້​ປະກອບ​ການ​ທີ່ມີ​ກົນໄກ ຈະ​ຕ້ອງ​ຕຽມ​ແຜນ​ສຳລັບ​ການ​ປັບ​ປ່ຽນ​ຢ່າງ​ມີ​ລະບົບເມື່ອ​ທຸລະກິດ​ຈະເລີນ​ເຕີບໂຕ​ ແລະ​ພັດທະນາ​ຫຼາຍ​ຂຶ້ນ ເຊັ່ນ: ການ​ປັບ​ຂະ​ບວນ​ການ​ເຮັດ​ວຽກງານ ການ​ປັບ​ລະບົບ ການ​ບໍລິຫານ​ຈັດການ ການ​ຖ່າຍ​ໂອນ​​ຊັບສິນ​ຂອງ​ບໍລິສັດ ຫາກ​ເຈົ້າ​ຂອງ​ກິດຈະການ​ປ່ຽນ​ແປງຖືຮັກສາ​ການ​ໃຊ້​ແຜນ​ກົນ​ລະຍຸດ​ທາງ​ທຸລະກິດ​ຕໍ່ໄປ ເພື່ອ​ໃຫ້​ເກີດ​ຄວາມ​ຕໍ່​ເນື່ອງ​ໃນ​ຊ່ວງ​ທີ່​ມີ​ການ​ປ່ຽນ ​ຜ່ານການ​ກຳນົດ​ແຕ່ງ​ຕັ້ງ​ບຸກ​ຄົນ​ສຳຄັນ​ເພື່ອ​ດຳ​ເນີນ​ກິດຈະການ​ຂອງ​ບໍລິສັດ ຖ້າ​ຫາກ​ຜູ້​ບໍລິຫານ​ຊຸດ​ປະຈຸບັນຕ້ອງ​ປ່ຽນ ເປັນ​ຕົ້ນ ດ້ວຍ​ການ​ມອງ​ກົນ​ໄກລໄປ​ຂ້າງ​ໜ້າ ຜູ້​ປະກອບ​ການ​ກໍ​ຈະ​ຍັງ​ຄົງ​ຖືຮັກສາ​ຄວາມໃຝ່​ຝັນ​ຂອງ​ທ່ານ​ໃຫ້​ຄົງ​ຢູ່​ຕໍ່ໄປ ສ້າງ​ຄວາມຫມັ້ນຄົງ​ປອດ​ໄພໃຫ້​ເກີດ​ຄວາມຫມັ້ນ​ໃຈ​ໃຫ້​ກັບ​ນັກ​ລົງ​ທຶນ ແລະ​ ຂະນະ​ດຽວ​ກັນ​ເປັນ​ການສ້າງ​ຄວາມ​ແຂງ​ແກ່ງໃນ ​ຂະ​ບວນ​ການ​ເຮັດ​ວຽກງານ​ໃຫ້​ກັບ​ທຸລະກິດ​ຂອງ​ທ່ານອີກ​ດ້ວຍ ດັ່ງ​ນັ້ນ​ການ​ຂຽນ​ແຜນ​ຮັບ​ຊ່ວງ​ເພື່ອ​ໃຫ້​ເກີດ​ຄວາມ​ຕໍ່​ເນື່ອງ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ສຳລັບ​ແຜນທຸລະກິດ​ທີ່​ມີ​ປະ​ສິດ​ທິ​ພາບ.

ຕອນ​ທີ່ 9: ຕາ​ຕະລາງ​ກຳນົດ​ການ​ກິດຈະກຳ​ສຳຄັນ (Milestone Schedule)

ໃນ​ສ່ວນ​ນີ້​ຂອງ​ແຜນ​ທຸລະກິດ ຂຽນ​ຂຶ້ນ​ເພື່ອ​ໃຫ້​ນັກ​ລົງ​ທຶນ​ໄດ້​ຮູ້​ເຖິງ​ຕາ​ຕະລາງ​ກຳນົດ​ການ​ກິດຈະກຳຕ່າງ​ໆ ທີ່​ກຳນົດ​ໄວ້​ວ່າ​ຈະ​ບັນ​ລຸ​ຜົນ​ສຳ​ເລັດ ການ​ກຳນົດ​ກອບ​ເວລາ​ການ​ເຮັດ​ວຽກງານ​ຂອງ​ເຫດການ ຈະຊ່ວຍ​ໃຫ້​ຄວາມ​ສຳພັນ​ຂອງ​ເຫດການ​ຢູ່ໃນ​ຊ່ວງ​ເວລາ​ທີ່​ເໝາະ​ສົມ ຕາ​ຕະລາງ​ກຳນົດ​ກິດຈະກຳ​ຈະ​ບອກແຕ່​ລະ​ມື້​ວ່າ ເມື່ອໃດ​ກິດຈະກຳ​ໃດ​ສຳ​ເລັດ​ຕາມ​ກອບ​ເວລາ​ທີ່​ກຳນົດ​ໄວ້ ເຊັ່ນ: ທຸກ​ອາທິດ, ທຸກ​ເດືອນ ຫຼື ​ທຸກ​ໄຕມາດ ຊຶ່ງ​ຈະ​ສຳພັນ​ກັບ​ກິດຈະກຳ​ອື່ນ ເຊັ່ນ ການ​ອອກ​ແບບ ​ແລະ ​ພັດທະນາ​ຜະລິດ​ພັນ​ ການຄາດ​ຄະ​ເນຍ​ອດ​ຂາຍ ການສ້າງ​ທີມ​ງານ​ບໍລິຫານ ກາ​ນວາງ​ແຜນ​ດຳ​ເນີນ​ງານ ແລະ​ ກາ​ນຕະຫຼາດ ຕາ​ຕະລາງກິດຈະກຳ​ທີ່​ສຳຄັນໄດ້​ແກ່:

-      ການ​ຈັດ​ຕັ້ງ​ທຸລະກິດ​ໃໝ່.

-      ການ​ອອກ​ແບບ​ຜະລິດຕະພັນ​ ຫຼື ​ບໍລິການ​ສຳເລັດ​ສົມບູນ.

-      ຜະລິດຕະພັນ​ຕົ້ນ​ແບບ (Prototypes) ແລ້ວ​ສຳເລັດ.

-      ການ​ຈ້າງ​ຕົວ​ແທນ​ຂາຍ

-      ການ​ຈັດ​ສະແດງ​ສິນ​ຄ້າ​ໃນ​ງານ​ເທດ​ໂຊ​ (Trade Shows)

-      ຜູ້​ຈັດ​ຈຳ​ໜ່າຍ​ເຊັນ​ສັນຍາ​ເຂົ້າ​ຮ່ວມ​ງານ

-      ເລີ່ມ​ລົງ​ມື​ຜະລິດ

-      ຈັດ​ໃບ​ສັ່ງ​ຊື້​ເທື່ອ​ແລກ

-      ການ​ຂາຍ​ ແລະ​ ການ​ສົ່ງ​ມອບ​ສິນ​ຄ້າ​ຄັ້ງ​ທຳອິດ

-      ການ​ໄດ້ຮັບ​ເຊັກ​ການ​ຈ່າຍ​ເງິນ​ເທື່ອ​ທຳອິດ

-      ຄວາມ​ສາມາດ​ໃນ​ການສ້າງກຳ​ໄລ (Profitability)

ການມີຕາຕະລາງກຳນົດກິດຈະກຳສຳຄັນ ດັ່ງກ່າວຂ້າງເທິງນີ້ ຍິ່ງມີລາຍລະອຽດຫຼາຍເທົ່າໃດ ກໍຈະຍິ່ງຈູງໃຈເຊີນຊວນໃຫ້ນັກລົງທຶນ ຕັດສິນໃຈເຂົ້າຮ່ວມລົງທຶນດ້ວຍຫຼາຍຂຶ້ນເທົ່ານັ້ນ.

1.2.ການນຳສະເໝີແຜນທຸລະກິດ (Presentation of the Business Plan)

ເມື່ອ​ຜູ້​ປະກອບ​ການ​ໄດ້​ຈັດ​ເຮັດ​ແຜນ​ທຸລະກິດ​ຮຽບຮ້ອຍ​ແລ້ວ ຂັ້ນ​ຕໍ່ໄປ​ກໍ​ຄື ການ​ນຳ​ສະເໜີ​ແຜນທຸລະກິດ​ນັ້ນ​ຕໍ່​ເຈົ້າ​ໝ້າທີ່​ການ​ເງິນ​ພຽງ​ຄົນ​ດຽວ ຫຼື ​ຕໍ່​ທີ່​ປະ​ຊຸມ​ຂອງ​ນັກ​ລົງ​ທຶນ​ທາງ​ການ​ເງິນ​ທີ່​ມາທັງໝົດ​ຕົວ​ກັນ​ກໍ​ໄດ້ ບໍ່​ວ່າ​ເປັນ​ການ​ນຳ​ສະເໜີ​ແຜນ​ທຸລະກິດ​ຕໍ່​ໃຜ ໃນ​ລັກສະນະ​ໃດ ແຕ່​ຜູ້​ປະກອບ​ການ​ຈະນຳ​ສະເໜີ​ດ້ວຍ​ປາກ​ເປົ່າ (Oral Presentation) ເປັນ​ຫຼັກ ເພື່ອ​ໃຫ້​ນັກ​ລົງ​ທຶນ​ຍອມ​ຮັບ​ແຜນ​ ແລະ ຕັດ​ສິນ​ໃຈ​ຮ່ວມ​ລົງ​ທຶນ​ດ້ວຍໃນ​ການ​ນຳ​ສະເໜີ ຜູ້​ປະກອບ​ການ​ຄວນ​ກຽມ​ຄວາມ​ພ້ອມ​ດັ່ງ​ນີ້:

1.ສຶກ​ສາ​ເຮັດ​ຄວາມ​ເຂົ້າໃຈ​ກ່ຽວກັບ​ແຜນ​ທຸລະກິດ​ທີ່​ນຳ​ສະເໜີ​ຢ່າງ​ຖືກ​ຕ້ອງ ​ແລະ ​ຊັດເຈນ.

2.ສາມາດ​ຕອບ​ຂໍ້​ຊັກ​ຖາມ​ລາຍ​ລະອຽດ​ກ່ຽວກັບ​ທີ່​ມາ​ຂອງ​ຕົວ​ເລກ​ປະ​ມານ​ການ​ຕ່າງ​ໆ ໄດ້ຖືກ​ຕ້ອງ​ ແລະ​ຊັດເຈນ.

3.ມີ​ຫຼັກ​ຖານ​ສະໜັບ​ສະໜູນ​ຂໍ້​ມູນ​ໃນ​ແຜນ​ທຸລະກິດ​ຢ່າງ​ຄົບ​ຖ້ວນ.

4.ມີ​ບຸກຄະລິກກະພາບ​ເໝາະ​ສົມ ທາງ​ດ້ານ​ການ​ເວົ້າ ການ​ແຕ່ງ​ກາຍ ແລະ ​ມີ​ວັດທະນະທຳ.

5.ມີ​ການ​ປະ​ເມີນ​ຜົນ​ແຜນ​ທຸລະກິດ​ທຸກ​ຂັ້ນ​ຕອນ ປັບ​ປຸງ​ ແລະ​ ກວດ​ຄວາມ​ຖືກ​ຕ້ອງ​ຢ່າງ​ດີ.

6.ບໍ່​ໃຊ້​ວິທີ​ການ​ນຳ​ສະເໜີ​ແບບ​ທ່ອງ​ຈຳ ເພາະ​ຈະ​ເຮັດໃຫ້​ການ​ນຳ​ສະເໜີ​ຂາດ​ຄວາມ​ຕື່ນ​ເຕັ້ນ​ ແລະ ບໍ່​ໜ້າ​ສົນ​ໃຈ.

​          ການ​ນຳ​ສະເໜີ​ແຜນ​ທຸລະກິດ​ມີ​ວັດ​ຖຸ​ປະສົງ​ເພື່ອ​ການ​ຂໍ​ຮັບ​ການ​ສະໜັບ​ສະໜູນ ໃນ​ກໍລະນີ​ທີ່​ເປັນ​ໂຄງ​ການ​ທຸລະກິດຂະໜາດ​ໃຫຍ່​ ຫຼື ມີ​ການ​ແຂ່ງ​ຂັນ​ການ​ລົງ​ທຶນ​ສູງ ຊຶ່ງ​ຜູ້​ປະກອບ​ການ​ຄວນ​ມີ​ຄວາມ​ຮູ້​ເພື່ອ​ນຳ​ໄປ​ປະ​ຍຸກໃຊ້ ດັ່ງ​ນີ້:

1.2.1.ລັກສະນະ​ຂອງ​ການ​ນຳ​ສະເໜີ​ແຜນ​ທຸລະກິດ.

ການ​ນຳ​ສະເໜີ​ແຜນ​ທຸລະກິດ ສາມາດ​ແບ່ງ​ໄດ້​ເປັນ 2 ລັກສະນະຄື:

1.ການ​ນຳ​ສະເໜີ​ແບບ​ເປັນ​ທາງ​ການ (Formal Presentation)

ແມ່ນເປັນ​ການ​ນຳ​ສະເໜີ​ແຜນ​ທຸລະກິດ​ຕໍ່​ໜ້າຄະນະ​ກຳມະການ​ ຫຼື ​ຜູ້​ຊົງ​ລັກຊະນະ​ພາຍ​ໃນ​ສະຖານ​ທີ່​ສະເພາະ ເຊັ່ນ: ຫ້ອງ​ປະ​ຊຸມ ຫ້ອງ​ສຳ​ມະນາ ມີ​ວາ​ລະ​ການ​ນຳ​ສະເໜີມີ​ຂໍ້​ກຳນົດ ​ແລະ ​ວັດ​ຖຸ​ປະສົງ​ທີ່​ຊັດເຈນ.

2.ການ​ນຳ​ສະເໜີ​ແບບ​ບໍ່​ເປັນ​ທາງ​ການ (Informal Presentation)

ແມ່ນເປັນ​ການ​ນຳ​ສະເໜີ​ແຜນ​ທຸລະກິດ​ໃນຮູບ​ແບບ​ການ​ເວົ້າ​ຄຸຍ ການ​ສຳພາດ ການ​ຊັກ​ຖາມ​ ຫຼື ​ຕອບ​ຂໍ້​ສົງ​ໃສ ລະຫວ່າງ​ຜູ້​ນຳ​ສະເໜີ​ແຜນ​ກັບ​ຜູ້​ພິຈາລະນາ​ແຜນຊຶ່ງ​ໂດຍ​ປົກກະຕິ​ແລ້ວ​ເປັນ​ການ​ນຳ​ສະເໜີ​ແຜນ​ທຸລະກິດ​ສຳລັບ​ຜູ້​ປະກອບ​ການ​ຂະໜາດ​ນ້ອຍ.

1.2.2.ສ່ວນປະກອບການນຳສະເໜີແຜນທຸລະກິດ.

ແຜນທຸລະກິດ ຫຼື ບໍລິການທີ່ຜູ້ປະກອບການຈະຕ້ອງກຽມ​ຕົວນຳສະເໜີ ຄວນມີສ່ວນປະກອບທີ່ສຳຄັນ 4 ປະການດັ່ງນີ້:

1.ເອກະສານແຜນທຸລະກິດ (Business Plan Document)

ແມ່ນເປັນສ່ວນປະກອບທີ່ສຳຄັນທີ່ສຸດ ເພາະເປັນຫຼັກຖານຂໍ້ມູນທີ່ປາກົດເປັນລາຍລັກອັກສອນ ແລະ ມີຜົນທາງກົດໝາຍ ດັ່ງນັ້ນຜູ້ປະກອບການຄວນຈັດເຮັດແຜນທຸລະກິດໃຫ້ຮຽບຮ້ອຍ ມີລາຍລະອຽດສຳຄັນ ຫຼື ຈຳເປັນໃຫ້ແລ້ວສຳເລັດກ່ອນທີ່ຈະໄປກໍ່ການນຳສະເໜີ.

2.ການນຳສະເໜີສື່ພາບ (Visual Presentation)

ປະຈຸບັນມີການໃຊ້ໂປແກມຄອມພິວເຕີສຳລັບປະກອບການນຳສະເໜີສື່ພາບໃນຮູບແບບຂອງພາບນິ່ງ (Side) ດ້ວຍໂປແກມ Power Point ກັນຢ່າງແພ່ຫຼາຍ ຊຶ່ງມີແນວທາງໃນການຈັດເຮັດດັ່ງນີ້ຄື:

- ບໍ່ຄັດລອກຂໍ້ມູນທັງໝົດຂອງແຜນທຸລະກິດມາຈັດເຮັດພາບນິ່ງໃນສື່ພາບ ເພາະຈະເຮັດໃຫ້ມີຈຳນວນ

ຫຼາຍ ແລະ ໃຊ້ເວລາດົນໃນການນຳສະເໜີ ເນື່ອງຈາກສາມາດອ່ານໄດ້ຈາກເອກະສານແຜນທຸລະກິດຢູ່ແລ້ວ.

- ຄວນໃຊ້ການສະຫລຸບສະເພາະປະເດັນ​ເນື້ອຫາສຳຄັນ ໂດຍບໍ່ໃຊ້ວິທີການອ່ານຕາມພາບນິ່ງທີ່ຈັດເຮັດມາ.

- ໃນພາບນິ່ງ 1 ແຜ່ນຄວນມີເນື້ອຫາປະມານ 5-7 ບັນທັດໂດຍສະຫລຸບສະເພາະປະເດັນ (Topic) ສຳຄັນ ໆ.

- ໃຊ້ເວລານຳສະເໜີປະມານ 10-15 ນາທີ ແລະ ບໍ່ຄວນເກີນ 20 ນາທີ ເພຣາະຜູ້ພິຈາລະນາຈະມີຄວາມສົນໃຈໃນຊ່ວງເວລາດັ່ງກລ່າວເທົ່ານັ້ນ.

- ມີ​ຈຳນວນ​ພາບ​ນິ່ງ​ຫຼັກ​ໃນ​ການ​ນຳ​ສະເໜີ​ປະ​ມານ 10-15 ພາບ ແຕ່​ອາດ​ຈັດ​ເຮັດ​ເສີມ​ໃນ​ສ່ວນ​ຂອງຂໍ້​ມູນ​ປະກອບ​ ຫຼື ​ຂໍ້​ມູນ​ສະໜັບ​ສະໜູນ​ກຽມ​ໄວ້​ໃນ​ກໍລະນີ​ຕອບ​ຂໍ້​ຊັກຖາມ.

- ພື້ນ​ຫຼັງ (Background) ຂອງ​ພາບ​ນິ່ງ (Slide) ຖ້າ​ເປັນ​ສີ​ເຂ້ມ ເຊັ່ນ: ນ້ຳ​ເງີນ, ດຳ, ນ້ຳ​ຕານ ໃຫ້ເລືອກ​ໃຊ້​ຕົວ​ອັກສອນ (Text) ສີ​ອ່ອນ ເຊັ່ນ: ຂາວ, ເຫຼືອງ, ຄີມ ແຕ່​ຖ້າ​ພື້ນ​ຫຼັງ​ພາບ​ນິ່ງ​ເປັນ​ສີ​ອ່ອນ​ໃຫ້​ໃຊ້​ຕົວ​ອັກສອນ​ສີ​ເຂ້ມ.

- ຂະໜາດ​ຂອງ​ຕົວ​ອັກສອນ (Font) ຕ້ອງ​ເຫັນ​ໄດ້​ຊັດເຈນ​ໃນ​ໄລ​ຍະ​ໄກ​ພໍ​ສົມຄວນ ຖ້າ​ເປັນ​ພາສາ​ລາວອາດ​ໃຊ້​​ຕົວ​ອັກສອນ​ຕະກຸນ Phetsarath OT ແລະ​ ແບ່ງ​ຂະໜາດ​ຕົວ​ອັກສອນ​ທີ່​ເປັນ​ຫົວ​ເລື່ອງ​ກັບ​ເນື້ອ​ຫາດັ່ງ​ນີ້: ອັກສອນ​ຫົວ​ເລື່ອງ (Headline) ຄວນ​ມີ​ຂະໜາດ​ຕົວ​ອັກສອນ (Size) ຕັ້ງ​ແຕ່ 40-48 pt. ອັກສອນ​ເນື້ອຫາ (Context) ຄວນ​ມີ​ຂະໜາດ​ຕົວ​ອັກສອນ (Size) ຕັ້ງ​ແຕ່ 28-36 pt.

- ໃຊ້​ພາບ​ຖ່າຍ ກາບ​ຟິກ ແຜນ​ທີ່ ຕາຕະ​ລາງ ທີ່​ກ່ຽວ​ຂ້ອງ​ຢ່າງ​ເໝາະ​ສົມ ປະກອບ​ພາບ​ນິ່ງ (Side) ໃນ​ການ​ນຳ​ສະເໜີ ເພື່ອ​ເພີ່ມ​ຄວາມ​ໜ້າ​ສົນ​ໃຈ ​ແລະ​ ຈະ​ເປັນ​ການ​ຊ່ວຍ​ອະທິບາຍ​ໃຫ້​ຜູ້​ພິຈາລະນາ​ເຂົ້າໃຈ​ໃນ​ລາຍ​ລະອຽດ ​ຕ່າງໆ ຂອງ​ທຸລະກິດ​ໄດ້​ດີ​ຍິ່ງ​ຂຶ້ນ ແຕ່​ຕ້ອງ​ບໍ່​ມີ​​ລາຍ​ລະອຽດ​ຫຼາຍ​ຈົນ​ເກີນ​ໄປ​ໃນ​ການ​ແປ​ຄວາມໝາຍ.

- ຫຼີກ​ລ້ຽງ​ການ​ໃຊ້​ພາບ​ຈາກ​ຄອມພິວເຕີ (Clip Art) ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ທຸລະກິດ ໂດຍ​ສະເພາະປະ​ເພດ​ກາ​ຕູນ​ເຄື່ອນ​ໄຫວ (Animation) ເນື່ອງ​ຈາກ​ຈະ​ດຶງ​ຄວາມ​ສົນ​ໃຈ​ຂອງ​ຜູ້​ພິຈາລະນຳ​ແຜນ​ອອກ​ໄປ.

3.ການ​ບັນລະຍາຍ​ປະກອບ (Verbal Presentation)

ແມ່ນເປັນ​ການ​ອະທິບາຍ​ ຫຼື ຊີ້​ແຈງ​ຂໍ້​ມູນ​ລາຍ​ລະອຽດຕ່າງໆ ຂອງ​ທຸລະກິດ​ຈາກ​ຂໍ້​ມູນ​ໃນ​ເອກະສານ​ ຫຼື ​ພາບ​ຈາກ​ຄອມພິວເຕີ (Clip art) ທີ່​ໃຊ້​ໃນ​ການ​ນຳ​ສະເໜີ​ແຜນ​ທຸລະກິດຄວນ​ມີ​ແນວ​ທາງ​ໃນ​ການ​ດຳ​ເນີນ​ການ​ດັ່ງ​ນີ້:

-     ກຽມ​ເນື້ອ​ຫາ​ ຫຼື ​ໂຄງ​ເລື່ອງ​ໃນ​ການ​ນຳ​ສະເໜີ​ກ່ອນ​ລ່ວງ​ໜ້າ ໂດຍ​ອາດ​ຈັດ​ເຮັດ​ເປັນ​ບົດ (Script)ຄວນມີການຊ້ອມການນຳສະເໜີກ່ອນລ່ວງໜ້າ ທັງລາຍລະອຽດໃນເອກະສານ ການເວົ້າ ການສະແດງ​ພາບຈາກຄອມພິວເຕີ ແລະ ​ການອະທິບາຍຂໍ້ມູນສຳຄັນຕ່າງໆ ທີ່ສະໜັບສະໜູນ.

-     ຢ່າ​ໃຊ້​ວິທີ​ການ​ອ່ານ​ຈາກ​ພາບ​ນິ່ງ (Side) ເທິງ​ຈໍ​ຄອມພິວເຕີ​ເປັນ​ຕົວ​ຫຼັກ ແຕ່​ໃຫ້​ໃຊ້​ເປັນ​ຕົວ​ຊ່ວຍໃນ​ການ​ອະທິບາຍ ເພື່ອ​ໃຫ້​ຜູ້​ພິຈາລະນາ​ແຜນ​ສາມາດ​ຕິດ​ຕາມ​ເລື່ອງ​ທີ່​ເວົ້າ​ອະທິບາຍ​ໄດ້​ເປັນ​ລຳ​ດັບ.

-     ອະທິບາຍ​ດ້ວຍ​ນ້ຳ​ສຽງ​ທີ່​ຊັດເຈນ​ໃຫ້​ເໝືອນ​ເລົ່າເລື່ອງ​ກ່ຽວກັບ​ທຸລະກິດ​ຂອງ​ຕົນເອງ.

-     ຄວບ​ຄຸມ​ເວລາ​ໃນ​ການ​ນຳ​ສະເໜີ.

4.ການ​ຕອບ​ຂໍ້​ຊັກ​ຖາມ (Answering from Questions)

ແມ່ນເປັນ​ການ​ອະທິບາຍ​ຂໍ້​ສົງ​ໃສໃນ​ສິ່ງ​ທີ່​ນຳສະເໜີ​ໃຫ້​ເຂົ້າໃຈ​ຫຼາຍ​ຂຶ້ນ ໂດຍ​ຄຳ​ຖາມ​ທີ່​ມີ​ການ​ໃຊ້​ເລື້ອຍໆ ມີ​ດັ່ງ​ນີ້:

-      ທຸລະກິດ​ ຫຼື ​ບໍລິການ​ປະ​ເພດ​ນີ້​ມີ​ຂໍ້​ດີ​ ແລະ ​ຂໍ້​ເສຍ​ແນວໃດ

-      ແນ່​ໃຈ​ໄດ້​ແນວໃດ​ວ່າ​ສິນ​ຄ້າ​ ຫຼື ບໍລິການ​ຈາກ​ທຸລະກິດ​ເປັນ​ທີ່​ຕ້ອງ​ການ​ຂອງ​ຕ​ະຫຼາດ

-      ສາມາດ​ຈັດ​ຕັ້ງ​ໄດ້​ໃນ​ວົງ​ເ​ງິນ​ລົງ​ທຶນ​ທີ່​ກຳນົດ ​ຫຼື ​ບໍ່

-      ສະພາ​ວະ​ຕ​ະຫຼາດ​ ຫຼື ​ອຸດສາຫະກຳ​ຂອງ​ທຸລະກິດ​ເປັນ​ແນວໃດ ແລະ ​ມີ​ຜົນ​ກະທົບ​ຕໍ່​ທຸລະກິດ​ແນວໃດ

-      ​ລາຍ​ລະອຽດ​ຂອງ​ທຸລະກິດ ຫຼື ​ບໍລິການ​ຂອງ​ຄູ່​ແຂ່ງ​ຂັນ​ເປັນ​ແນວໃດ 

ใหม่กว่า เก่ากว่า