ຄວາມຮູ້ທົ່ວໄປກ່ຽວກັບທຸລະກິດ

 ຄວາມຮູ້ທົ່ວໄປກ່ຽວກັບທຸລະກິດ

            ທຸລະກິດ​ແມ່ນ​ເປັນ​ກິດຈະກຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຜະລິດ ການ​ຈຳ​ໜ່າຍ ແລະ​ ການ​ບໍລິຫານ ຫຼື ​ກິດຈະກຳ​ ໃດ​ໆ ກໍ​ຕາມ​ທີ່​ເຮັດ​ໄປ​ແລ້ວ​ກໍ່​ໃຫ້​ເກີດ​ລາຍ​ໄດ້ ມີ​ກຳ​ໄລ​ເປັນ​ເງິນ ຫຼື ​ມີ​ຜົນ​ຕອບ​ແທນ​ໃນ​ຮູບ​ແບບ​ອື່ນ​ໆ ແຕ່​ໃນຂະນະ​ດຽວ​ກັນ​ກໍ​ສ່ຽງ​ກັບ​ການ​ຂາດ​ທຶນ​ ຊຶ່ງ​ທຸລະກິດ​ຈະ​ປະກອບ​ດ້ວຍ ການ​ຜະລິດ​ຊຶ່ງ​ເປັນ​ການ​ດຳ​ເນີນກິດຈະກຳ​ທາງ​ດ້ານ​ການ​ຜະລິດ​ສິນ​ຄ້າ ການ​ຈຳ​ໜ່າຍ​ຊຶ່ງ​ເປັນ​ການ​ດຳ​ເນີນ​ກິດຈະກຳ​ຕໍ່​ຈາກ​ການ​ຜະລິດ ໂດຍ​ນຳສິນ​ຄ້າ​ໄປ​ສູ່​ຜູ້​ບ​ໍລິໂພກ ຊຶ່ງ​ໝາຍ​ທັງໝົດ ​ເຖິງ​​ການ​ຄ້າ​ສົ່ງ ການ​ຄ້າຍ່ອຍ ແລະ ​ການ​ບໍລິການ ຊຶ່ງ​ຖື​ເປັນ​ການດຳ​ເນີນ​ກິດຈະກຳ​ທາງ​ທຸລະກິດ​ໃນ​ຮູບ​ແບບ​ການ​ໃຫ້​ບໍລິການ​ ຫຼື ​ອຳ​ນວຍ​ຄວາມສະດວກ​ໃນ​ດ້ານ​ຕ່າງ​ໆ ຂອງ​ສະຖານປະກອບ​ການ​ແຕ່​ລະ​ທຸລະກິດ.
ใหม่กว่า เก่ากว่า