ຄວາມໝາຍ ແລະ ຄວາມສຳຄັນຂອງທຸລະກິດ

 ຄວາມໝາຍ ແລະ ຄວາມສຳຄັນຂອງທຸລະກິດ

1.1.ຄວາມໝາຍ​ຂອງ​ ທຸລະກິດ.

        ທຸລະກິດ ແມ່ນ ການ​ດຳ​ເນີນທຸລະກິດ​​ຂອງ​ບຸກ​ຄົນ ຫຼື ນິຕິບຸກ​ຄົນ ທີ່​ຮ່ວມ​ກັນ​ໃນ​ການ​ດຳ​ເນີນ​ການ​ຜະລິດ ການ​ຈຳ​ໜ່າຍ​ສິນ​ຄ້າ​ ແລະ ​ບໍລິການ ໂດຍ​ມີ​ຈຸດ​ມຸ້ງ​ໝາຍ​ທີ່​ຈະ​ໄດ້ຮັບ​ຜົນ​ຕອບ​ແທນ​ ຫຼື ຜົນ​ກຳ​ໄລຈາກ​ການ​ດຳ​ເນີນ​ກິດຈະການ​ນັ້ນ.

ທຸລະກິດ ໝາຍ​ເຖິງ ຂະ​ບວນ​ການ​ຂອງ​ກິດຈະການ​ທາງ​ເສດຖະກິດ​ທີ່ມີການ​ພົວພັນ​ເປັນ ລະບົບ ​ແລະ ​ຢ່າງ​ຕໍ່ເນື່ອງ​ໃນ​ດ້ານ​ການ​ຜະລິດ ການ​ຊື້ - ​ຂາຍ ​ແລກ​ປ່ຽນ​ກ່ຽວກັບ​ສິນ​ຄ້າ ​ແລະ​ ບໍລິການ ໂດຍ​ມີ​ຈຸດ​ມຸ້ງ​ໝາຍ​ທີ່​ຈະ​ໄດ້​ຜົນ​ກຳ​ໄລ​ ຫຼື ​ຜົນ​ຕອບ​ແທນ​ຈາກ​ກິດຈະການ​ນັ້ນອາດ​ກ່າວ​ໄດ້​ວ່າ ກິດຈະການ​ໃດ​ທີ່​ມີ​ຈຸດ​ມຸ້ງ​ຫຼາຍ​ເພື່ອ​ໃຫ້​ໄດ້​ກຳ​ໄລ ຖື​ວ່າ​ເປັນ​ທຸລະກິດ ເຊັ່ນ: ບໍລິສັດ, ຫ້າງ​ຮ້ານ ຕະຫຼອດ​ຈົນເຖິງ​ລັດ​ວິ​ສາ​ຫ​ກິດ​ຕ່າງ​ໆ ການ​ດຳ​ເນີນ​ຂອງ​ລັດ ເຊັ່ນ ການສ້າງ​ຖະໜົນ​ຫົນ​ທາງ, ໂຮງຮຽນ, ໂຣງ​ໝໍ ແລະ​ ອື່ນ​ໆ. ບໍ່​ຖື​ວ່າ​ເປັນ​ທຸລະກິດ​ເພາະ​ບໍ່ໄດ້​ມີ​ຈຸດ​ມຸ້ງ​ໝາຍ​ດ້ານ​ກຳ​ໄລ ແຕ່​ເປັນ​ການ​ໃຫ້​ບໍລິການ​ແກ່​ປະຊາຊົນ​ໂດຍ​ມີ​ຈຸດ​ມຸ້ງ​ໝາຍ​ໃຫ້​ປະຊາຊົນ​ມີ​ຄວາມ​ເປັນ​ຢູ່​ດີ​ຂຶ້ນ.

            ທຸລະກິດ​ປະກອບ​ດ້ວຍ​ລາຍ​ລະອຽດດັ່ງ​ນີ້:

1.ການ​ຜະລິດ (Production).

ແມ່ນ​ ການ​ດຳ​ເນີນ​ກິດຈະກຳ​ທາງ​ດ້ານ​ການ​ຜະລິດ​ສິນ​ຄ້າ ຊຶ່ງ​ຄອບ​ຄຸມເຖິງ​ການ​ຜະລິດ​ທາງ​ດ້ານ​ການ​ກະເສດ ອຸດສາຫະກຳ ແລະ​ ການເຮັດ​ຜະລິດອື່ນໆ.

2.ການ​ຈຳ​ໜ່າຍ (Distribution).

ແມ່ນ​ ການ​ດຳ​ເນີນ​ກິດຈະກຳ​ຕໍ່​ຈາກ​ການ​ຜະລິດ ໂດຍ​ນຳສິນ​ຄ້າ​ໄປ​ສູ່​ຜູ້​ບ​ໍລິ​ໂພກ ຊຶ່ງ​ລວມໄປເຖິງການ​ຄ້າ​ສົ່ງອອກ ແລະ​ ການຂາຍສິນ​ຄ້າ​.

3.ການ​ບໍລິການ (Service).

ແມ່ນການ​ດຳ​ເນີນ​ກິດຈະກຳ​ທາງ​ທຸລະກິດ​ໃນ​ຮູບ​ແບບ​ການ​ ໃຫ້​ບໍລິການ ​ຫຼື ອຳ​ນວຍ​ຄວາມສະດວກ​ໃນ​ດ້ານ​ຕ່າງ​ໆ ເຊັ່ນ: ກາ​ນ​ນາ​ຄານ, ການ​ເສີມ​ງາມ ຫຼື ​ການ​ທ່ອງ​ທ່ຽວ ເປັນ​ຕົ້ນ.

1.2. ຄວາມສຳຄັນຂອງທຸລະກິດ.

        ທຸລະກິດ​ເປັນ​ຫົວ​ໃຈ​ສຳຄັນ​ຂອງ​ສັງຄົມ ສັງຄົມ​ຈະ​ຈະເລີນ​ກ້າວ​ໜ້າ ມີ​ຄວາມ​ເປັນ​ຢູ່​ທີ່​ດີ ເປັນ​ທີ່ຍ​ອມ​ຮັບ​ຂອງ​ຊາວ​ຕ່າງ​ປະເທດ ກໍ​ຕ້ອງ​ອາໄສ​ຄວາມ​ຈະເລີນ​ຂອງ​ທຸລະກິດ ຊຶ່ງ​ອາດ​ສະຫຼຸບ ​ຄວາມ​ສຳຄັນ​ຂອງ​ທຸລະກິດມີ​ດັ່ງ​ນີ້:

1.ຊ່ວຍ​ໃຫ້​ເສດຖະກິດ​ຂອງ​ປະເທດ​ມີ​ຄວາມ​ກ້າວ​ໜ້າ ​ແລະ ​ໝັ້ນຄົງ ເນື່ອງ​ຈາກ​ມີ​ການ​ລົງ​ທຶນ​ປະກອບ​ທຸລະກິດ ເຮັດໃຫ້​ມີ​ການ​ໝູນ​ວຽນ ມີ​ການ​ກະ​ຈາຍ​ລາຍ​ໄດ້ ປະຊາຊົນ​ມີ​ຖານະ​ຄວາມ​ເປັນ​ຢູ່​ດີ​ຂຶ້ນ.

2.ຊ່ວຍ​ໃຫ້​ລັດ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ ຈາກ​ການ​ທີ່​ປະຊາຊົນ​ມີ​ລາຍ​ໄດ້ ຈຳ​ເປັນ​ຕ້ອງ​ເສຍ​ພາ​ສີ​ອາກ​ອນ ​ແລະ​ ຄ່າ​ທຳນຽມ​ຕ່າງ​ໆ ໃຫ້​ລັດ​ເພື່ອ​ທີ່​ຈະ​ນຳ​ລາຍ​ໄດ້​ເຫຼົ່າ​ນີ້​ໄປ​ພັດທະນາ​ປະເທດ​ໃນ​ດ້ານ​ຕ່າງ​ໆ.

3.ຊ່ວຍ​ໃຫ້​ເກີດ​ຄວາມ​ກ້າວ​ໜ້າ​ທາງ​ເທກ​ໂນ​ໂລ​ຢີ ການເຮັດ​ທຸລະກິດ​ຄວນ​ຕ້ອງ​ມີ​ການສຶກສາ​ຄົ້ນ​ຄວ້າ​ວິ​ໄຈ​​ຢູ່​ສະເໝີ ເພື່ອ​ເປັນ​ການ​ພັດທະນາ​ຜະລິດຕະພັນ​ຂອງ​ຕົນ​ໃຫ້ເປັນ​ທີ່ຍ​ອມ​ຮັບ​ຂອງ​ຜູ້​ບໍ​ລິ​ໂພກ ແລະ​ ທັນ​ຄູ່​ແຂ່ງ​ຂັນ.

4.ຊ່ວຍ​ໃຫ້​ປະຊາຊົນ​ມີ​ມາດຕະຖານ​ການ​ຄອງ​ຊີບ​ດີ​ຂຶ້ນ ທັງ​ນີ້​ເພາະ​ທຸລະກິດ​ເຮັດ ໃຫ້​ມີ​ການ​ຈ້າງ​ງານ ປະຊາຊົນ​ມີ​ລາຍ​ໄດ້.

5.ຊ່ວຍ​ຫຼຸດບັນຫາ​ທາງ​ດ້ານ​ສັງຄົມ ຄື​ບັນຫາ​ເລື່ອງ ກາ​ນວ່າງ​ງານ ຖ້າ​ປະຊາຊົນ​ມີ​ກາ​ນວ່າງ​ງານ​ຈຳນວນ​ຫຼາຍ ຈະ​ບໍ່​ມີ​ລາຍ​ໄດ້ ບັນຫາ​ເກີດ​ຂຶ້ນ​ຕາມ​ມາ ເຊັ່ນ: ການ​ເກີດ​ມີການລັກຊັບ, ຊອກໂກງ ແລະ ອື່ນໆ.

1.3. ໝ້າທີ່​ຂອງ​ການ​ປະກອບ​ທຸລະກິດ.

        ການ​ປະກອບ​ທຸລະກິດ ບໍ່​ວ່າ​ຈະ​ເປ້ນ​ຮູບ​ແບບ​ໃດ​ໆ​ກໍ່​ຕາມ ຈະ​ຕ້ອງ​ມີ​ໝ້າທີ່​ ຫຼື ກິດຈະການທີ່​ຄ້າຍ​ຄືກັນ​ມີ​ຂັ້ນ​ຕອນ ​ແລະ​ ມີ​ຄວາມ​ສຳພັນ​ຊຶ່ງ​ກັນ ​ແລະ ​ກັນ ​ຢູ່​ຕະຫຼອດ ກິດຈະການ​ເຫຼົ່າ​ນີ້​ໄດ້​ແກ່:

1.ການ​ຜະລິດ ເປັນ​ການສ້າງ​ຜະລິດຕະພັນ​ໂດຍ​ການ​ແປຮູບ​ວັດ​ຖຸ​ດິບ ​ຫຼື ​ປະທັບກາ ເ​ພື່​ອ​ໃຫ້ເປັນ​ສິນ​ຄ້າ ແລະ ບໍລິການ​ເພື່ອ​ໃຫ້​ເກີດ​ຄວາມ​ພຶງ​ພໍ​ໃຈ​ໃນ​ກາ​ນບໍລິ​ໂພກ.

2.ການ​ຈັດ​ຫາ​ເງິນ​ໃນ​ການ​ປະກອບ​ທຸລະກິດ ເງິນ​ທຶນ ເປັນ​ປັດ​ໄຈ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ຢ່າງ​ໜຶ່ງ ໃນ​ການ​ປະກອບ​ທຸລະກິດ ການ​ຈັດ​ຫາ​ເງິນ​ທຶນ​ເພື່ອ​ໃຊ້​ໃນ​ການ​ປະກອບ​ທຸລະກິດ ສາມາດ​ຫາ​ໄດ້​ຈາກ 2 ແຫຼ່ງຄື:

·      ແຫຼ່ງ​ເງິນ​ທຶນ​ພາຍ​ໃນ ເປັນ​ເງິນ​ທີ່​ໄດ້​ມາ​ຈາກພາກ​ສ່ວນ​ຂອງ​ເຈົ້າ​ຂອງ​ກິດຈະການ.

·      ແຫຼ່ງ​ເງີນ​ທຶນ​ພາຍນອກ ເປັນ​ເງິນ​ທີ່​ໄດ້​ມາ​ຈາກ​ພາຍນອກ​ກິດຈະການ ເຊັ່ນ: ບໍລິສັດ​ເງິນ​ທຶນ​ຫຼັກ​ຊັບ, ທະ​ນາ​ຄານ.

3.ການ​ຈັດ​ຫາ​​ທາງ​ດ້ານ​ກຳ​ລັງ​ຄົນ ຖື​ເປັນ​ປັດ​ໄຈ​ພື້ນ​ຖານ​ທີ່​ມີ​ຄວາມ​ສຳຄັນຫຼາຍ​ທີ່ສຸດ ໃນ​ການ​ປະກອບ​ທຸລະກິດ ຜູ້​ປະກອບ​ທຸລະກິດ​ຈະ​ຕ້ອງ​ຈັດ​ຫາ​ບຸກ​ຄົນ​ທີ່​ມີ​ຄຸນນະພາບ ແລະ​ ເໝາະ​ສົມ​ກັບ​ຕຳແໜ່ງ​ງານ ໂດຍ​ໃຊ້​ຫຼັກ​ການ (ຈັດ​ຄົນ​ໃຫ້​ເໝາະ​ກັບ​ງານ) Put the right man in the right job ທັງໝົດ​​ເມື່ອ​ໄດ້​ບຸກ​ຄະລາກ​ອນ​ທີ່​ມີ​ຄຸນນະພາບ ​ແລະ​ ເໝາະ​ສົມ​ກັບ​ງານ​ແລ້ວ ຜູ້​ປະກອບ​ທຸລະກິດ​ຍັງ​ຕ້ອງ​ຖືກຮັກສາ​ບຸ​ກຄະລາກ​ອນ​ດັ່ງ​ກ່າວ​ ໃຫ້​ປະຕິບັດ​ງານ​ຢູ່​ກັບ​ອົງ​ກອນ​ຕະຫຼອດ​ໄປ​ຢ່າງ​ມີ​ຄວາມ​ສຸກ ໃນ​ການ​ຈັດ​ຫາ​​ດ້ານ​ກຳ​ລັງ​ຄົນ ຜູ້​ປະກອບ​ທຸລະກິດ​ຄວນ​ພິຈາລະນາ​ດັ່ງ​ນີ້:

1.ກາ​ນວາງ​ແຜນ​ກຳ​ລັງ​ຄົນ ດ້ານ​ຈຳນວນ ຄຸນນະພາບ ​ແລະ​ ໝ້າທີ່​ຄວາມ​ຮັບ​ຜິດຊອບ.

2.ການ​ຈັດ​ຫາ​ກຳ​ລັງ​ຄົນ.

3.ການ​ຄັດ​ເລືອກ ​ແລະ​ ການ​ບັນ​ຈຸ.

4.ການ​ຝຶກ​ອົບຮົມ.

5.ການ​ປະ​ເມີນ​ຜົນ​ການ​ປະຕິບັດ​ງານ.

4.ການ​ບໍລິຫານ​ທາງ​ການຕະຫຼາດ ກໍ່ຄື​ການ​ດຳ​ເນີນ​ງານ​ຕ່າງ​ໆ ​ທີ່​ຈະ​ເຮັດໃຫ້​ສິນ​ຄ້າ​ ແລະ​ ບໍລິການ​ເຖິງ​ມື​ຜູ້​ບໍ​ລິ​ໂພກໂດຍ​ທີ່​ຜູ້​ບໍລິ​​ໂພກ ຈະ​ໄດ້ຮັບ​ຄວາມ​ພຶງ​ພໍ​ໃຈ​ຫຼາຍ​ທີ່ສຸດ​ແກ່​ຜູ້​ບໍ​ລິໂພກ ຊຶ່ງ​ການ​ບໍລິຫານ​ກາ​ນ​ຕະຫຼາດ ຜູ້​ປະກອບ​ທຸລະກິດ​ຕ້ອງ​ອາໄສ​ສ່ວນ​ປະສົມ​ທາງ​ກາ​ນຕະຫຼາດ (Marketing mix) ຫຼື ຮຽກວ່າ 4 P’s ເປັນ​ເຄື່ອງ​ມື​ທີ່​ເຮັດໃຫ້​ຜູ້​ບ​ໍລິ​ໂພກ​ເກີດ​ຄວາມ​ພຶງ​ພໍ​ໃຈໄດ້​ແກ່:

1. ຜະລິດຕະພັນ (Product)

ແມ່ນ ສິ່ງ​ທີ່​ທຸລະກິດ​ສະເໜີ​ຂາຍ​ເພື່ອ ສະໝອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ໃຫ້​ພຶງ​ພໍ​ໃຈ ຜະລິດຕະພັນ​ອາດຈະ​ມີ​ຕົວ​ຕົນ ​ຫຼື ບໍ່​ມີ​ຕົວ​ຕົນ​ກໍ່​ໄດ້ ຜະລິດຕະພັນ​ຈຶ່ງ​ປະກອບ​ດ້ວຍ​ສິນ​ຄ້າ ບໍລິການ ຄວາມ​ຄິດ ສະຖານ​ທີ່ ອົງ​ກອນ ​ຫຼື ບຸກ​ຄົນ ຊຶ່ງ​ຕ້ອງ​ມີ​ຜົນ​ປະໂຫຍດ (Utility) ມີ​ມູນ​ຄ່າ (Value) ໃນ​ສາຍ​ຕາ​ຂອງ​ຜູ້​ບ​ໍລິ​ໂພກ​ຈຶ່ງ​ຈະ​ຂາຍ​ໄດ້.

2. ລາ​ຄາ (Price)

ແມ່ນ ມູນ​ຄ່າ​ຜະລິດຕະພັນ​ໃນ​ຮູບ​ຕົວ​ເງິນ ຜູ້​ປະກອບ​ທຸລະກິດ​ຕ້ອງ​ກຳນົດ​ລາ​ຄາ​ໃຫ້​ເໝາະ​ສົມ ເປັນ​ທີ່ຍ​ອມ​ຮັບ​ຂອງ​ຜູ້​ບ​ໍລິໂພກ ຈຶ່ງ​ຈະ​ສາມາດ​ຈຳ​ໜ່າຍ​ຜະລິດຕະພັນ​ດັ່ງ​ກ່າວ​ໃຫ້​ແກ່​ຜູ້​ບ​ໍລິໂພກ​ໄດ້ ຊຶ່ງ​ການ​ກຳນົດ​ລາ​ຄາ​ຂຶ້ນ​ຢູ່​ກັບ​ຕົວ​ຜະລິດຕະພັນ ກຸ່ມ​ຕະຫຼາດ​ເປົ້າ​ໝາຍ ການ​ແຂ່ງ​ຂັນ ບົດ​​ບັນຍັດ​ຕິ​ດຕາມ​ກົດໝາຍເປັນ​ຕົ້ນ.

3. ການ​ຈັດ​ຈຳ​ໜ່າຍ (Place)

ແມ່ນກິດຈະກຳ​ການ​ເຄື່ອນ​ຢ້າຍ​ຜະລິດຕະພັນ ​ຈາກ​ທຸລະກິດ​ໄປ​ຍັງ​ຕະຫຼາດ​ເປົ້າ​ໝາຍ ຜູ້​ປະກອບ​ທຸລະກິດຕ້ອງ​ເລືອກ​ຊ່ອງ​ທາງ​ການ​ຈັດ​ຈຳ​ໜ່າຍ​ໃຫ້​ເໝາະ​ສົມ​ກັບ​ປະ​ເພດ​ຂອງ​ຜະລິດຕະພັນ ແລະ​ ຈະ​ຕ້ອງ​ຈັດ​ຈຳ​ໜ່າຍ​ໃຫ້​ທັນ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ ຈຶ່ງ​ຈະ​ເຮັດໃຫ້​ຜະລິດຕະພັນ​ຈຳ​ໜ່າຍ​ໄດ້.

4. ການ​ສົ່ງ​ເສີມ​ກາ​ນຕະຫຼາດ (Promoting)

ແມ່ນ ການ​ຕິດ​ຕໍ່​ສື່​ສານ​ກ່ຽວກັບ​ຂໍ້​ມູນ​ລະຫວ່າງ​ຜູ້​ຂາຍ​ກັບ​ຜູ້​ຊື້ ເພື່ອ​ສ້າງ​ເທັກນິກ​ ​ແລະ​ ພຶດຕິກຳ​ການ​ຊື້ ໂດຍ​ມີ​ວັດ​ຖຸ​ປະສົງ​ທີ່​ຈະ​ເກືອບ​ຈູງ​ໃຫ້​ເກີດ​ການ​ຊື້ ຜູ້​ປະກອບ​ທຸລະກິດ​ຈຳ​ເປັນ​ຕ້ອງ​ເລືອກ​ການ​ສົ່ງ​ເສີມ​ກາ​ນຕະຫຼາດ​ໃຫ້​ເໝາະ​ສົມ​ກັບ​ຜະລິດຕະພັນ ​ແລະ ​ກຸ່ມ​ຕ​ະຫຼາດ​ເປົ້າ​ໝາຍ ຊຶ່ງ​ເຄື່ອງ​ມື​ໃນ​ການ​ສົ່ງ​ເສີມ​ກາ​ານຕະຫຼາດມີ​ຫຼາຍ​ປະ​ເພດ​ເຊັ່ນ: ການ​ໂຄສະ​ນາ​ການ​ໃຫ້​ສ່ວນ​ລຸດ, ການ​ໃຫ້​ຂອງ​ແຖມ ເປັນ​ຕົ້ນ.

1.4.ປະໂຫຍດ​ຂອງ​ທຸລະກິດ.

ທຸລະກິດ​ມີ​ປະໂຫຍດ​ຕໍ່​ປະຊາຊົນ ສັງຄົມ ແລະ​ ປະເທດ​ຊາດ ດັ່ງ​ນີ້:

1. ເຮັດໃຫ້​ເກີດ​ຂະ​ບວນ​ການ​ຜະລິດ​ສິນ​ຄ້າ​ ແລະ ​ບໍລິການ.

        ເພື່ອ ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ມະນຸດ ຊຶ່ງ​ມີ​ຄວາມ​ຕ້ອງ​ການ​ບໍ່​ມີ​ທີ່​ສີ້ນສຸດ ເຊັ່ນ: ເມື່ອ​ມີ​ບ້ານ​ຄວນ​ຕ້ອງ​ການ​ເຟີນິເຈີ, ເຄື່ອງ​ປັບ​ອາ​ກາດ, ເຄື່ອງ​ອຳ​ນວຍ​ຄວາມສະດວກ​ຕ່າງໆ ພາຍ​ໃນ​ບ້ານເປັນ​ຕົ້ນ.

2. ຊ່ວຍ​ກະ​ຈາຍ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ໄປ​ສູ່​ຜູ້​ບ​ໍລິ​ໂພກ.

        ອົງ​ກອນ ທຸລະກິດ​ເມື່ອ​ຜະລິດ​ສິນ​ຄ້າ​ແລ້ວ​ຄວນ ຕ້ອງ​ການ​ຂາຍ​ ຫຼື ​ຈຳ​ໜ່າຍ​ສິນ​ຄ້າ​ອອກ​ສູ່​ຜູ້​ບໍ​ລິໂພກ ຈຶ່ງ​ຕ້ອງ​ມີ​ທຸລະກິດ​ອື່ນ​ມາ​ເຮັດ​ໝ້າທີ່​ກະ​ຈາຍ​ສິນ​ຄ້າ​ເຫຼົ່າ​ນັ້ນ ເຊັ່ນ: ມີ​ລະບົບ​ຄົນ​ກາງ ໄດ້​ແກ່ ພໍ່​ຄ້າ​ສົ່ງ ພໍ່​ຄ້າ​ຂາຍ ຕົວ​ແທນ​ຈຳ​ໜ່າຍ​ ແລະ ​ນາຍ​ໜ້າ  ມີ​ລະບົບ​ການ​ຂົນ​ສົ່ງ ການ​ຄັງ​ສິນ​ຄ້າ​ເຂົ້າ​ມາ​ກ່ຽວ​ຂ້ອງ ແລະ ອື່ນໆ.

3. ເກີດ​ການ​ຈ້າງ​ງານ.

        ທຸລະກິດ​ຕ້ອງ​ຈ້າງ​ບຸກ​ຄົນ​ເຂົ້າ​ມາ​ເຮັດວຽກ ເຮັດໃຫ້​ຊ່ວຍ​ລຸດ​ບັນຫາ​ກາ​ນວ່າງ​ງານ ​ແລະ​ ບັນຫາ​ທາງ​ສັງຄົມ.

4. ຊ່ວຍ​ໃຫ້​ປະຊາຊົນ​ມີ​ມາດຕະຖານ​ການ​ຄອງ​ຊີບ​ທີ່​ດີ​ຂຶ້ນ.

    ປະຊາຊົນມີ​ວຽກເຮັດ ​ແລະ ​ມີ​ລາຍ​ໄດ້​ຈາກ​ອົງ​ກອນ ທຸລະກິດ  ເຮັດໃຫ້​ມີ​ໂອ​ກາດ​ໄດ້​ເລືອກ​ຊື້​ສິນ​ຄ້າ ​ແລະ​ບໍລິການ​ທີ່​ມີ​ຄຸນນະພາບ​ດີ​ຂຶ້ນ ເກີດ​ມາດຕະຖານ​ການ​ຄອງ​ຊີບ​ທີ່​ສູງ​ຂຶ້ນ​ດ້ວຍ.

5. ສ້າງ​ລາຍ​ໄດ້​ໃຫ້​ກັບ​ລັດ

        ການ​ເສຍ​ພາ​ສີ ​ແລະ ​ຄ່າ​ທຳນຽມ​ຕ່າງໆ ຂອງ​ທຸລະກິດ​ໃຫ້​ກັບ​ລັດຖະບານ ເຮັດໃຫ້​ລັດຖະບານ​ມີ​ເງິນ​ໄປ​ພັດທະນາ​ປະເທດ​ໃນ​ທຸກໆ ດ້ານ.

6. ເກີດ​ຄວາມ​ກ້າວ​ໜ້າ​ທາງ​ເທກ​ໂນ​ໂລ​ຢີ.

        ມີເຄື່ອງ​ຈັກ​​ທີ່​ທັນ​ສະໄໝ​ໃນ​ການ​ຜະລິດສິນ​ຄ້າ  ມີ​ເຄື່ອງ​ມື​ສື່​ສານ​ທີ່​ມີ​ຄວາມ​ກ້າວ​ໜ້າ​ທາງ​ເທກ​ໂນ​ໂລ​ຢີ ເຊັ່ນ: ໂທ​ສັບ​ມື​ຖື, ອິນ​ເຕ​ີເນັດ ເປັນ​ຕົ້ນ.

7. ຊ່ວຍ​ພັດທະນາ​ເສດຖະກິດ​ຂອງ​ປະເທດ.

        ການ​ຜະລິດ​ສິນ​ຄ້າ ​ແລະ ​ບໍລິການ​ທີ່​ມີ​ຄຸນນະພາບ ​ແລະ​ ມາດຕະຖານ​ທີ່​ດີ  ເປັນ​ທີ່ຍ​ອມ​ຮັບ​ຂອງ​ຜູ້​ບໍ​ລິ​ໂພກ ສາມາດ​ນຳ​ອອກ​ໄປ​ຈຳ​ໜ່າຍ​ຕ່າງ​ປະເທດ   ເຮັດໃຫ້​ມີ​ລາຍ​ໄດ້​ເຂົ້າ​ປະເທດ​ຫຼາຍ​ຂຶ້ນ   ເສດຖະກິດ​ຂອງ​ປະເທດ​ກໍ​ຈະ​ດີ​ຂຶ້ນ.

1.5.ປະ​ເພດ​ຂອງ​ທຸລະກິດ.

ທຸລະກິດ​ໄດ້ແບ່ງ​ອອກຕາມ​ລັກສະນະ​ຂອງ​ກິດຈະການ​ທີ່​ເຮັດໄດ້ມີ 8 ປະ​ເພດຄື:

1.ທຸລະ​ກິດການ​ກະເສດ (Agriculture).   

ເປັນ​ທຸລະກິດ​ພື້ນ​ຖານ​ຂອງ​ຄົນ​ລາວ ຫຼື ຊາວຕ່າງປະເທດ ​ທີ່​ຢຶດ​ຖື​ເປັນ​ອາ​ຊີບ​ມາ​ດົນ ໄດ້​ແກ່ການເຮັດ​ນາ, ເຮັດ​ສວນ, ເຮັດ​ໄຮ່, ການ​ປະ​ມົງ, ການ​ລ້ຽງ​ສັດ ແລະ ​ການເຮັດ​ປ່າ​ໄມ້.

2.ທຸລະກິດ​ບໍ​ແຮ່ (Mineral). 

ເປັນ​ທຸລະກິດ​ທີ່​ກ່ຽວກັບ​ການ​ຂູດ​ເຈາະ​ນຳ​ເອົາ​ວັດຖຸ​ແຮ່ທາດ ຈາກ​ທຳມະຊາດ​ຕ່າງໆ  ມາ​ໃຊ້ ເຊັ່ນ: ຖ່ານ​ຫີນ ດີ​ບຸກ, ນ້ຳ​ມັນ, ປູນ​ຊີ​ເມ​ັນ ເປັນ​ຕົ້ນ.

3.ທຸລະກິດ​ອຸດສາຫະກຳ  (Manufacturing).

ເປັນ​ທຸລະ​ກິດການ​ຜະລິດ ​ແລະ ​ບໍລິການ​ທັ່ວ​ໄປ​ທັງ​ອຸດສາຫະກຳ​ຂະໜາດ​ນ້ອຍ ​ແລະ​ ຂະໜາດ​ໃຫຍ່ ຊຶ່ງ​ແບ່ງ​ໄດ້​ດັ່ງ​ນີ້:

·  ອຸດສາຫະກຳ​ໃນ​ຄົວ​ເຮືອນ ຫຼື ​ອຸດສາຫະກຳ​ຂະໜາດ​ກາງ  ເປັນ​ອຸດສາຫະກຳຂະໜາດ​ນ້ອຍ ໃຊ້​ແຮງ​ງານ​ຈາກ​ສະມາຊິກ​ໃນ​ຄອບຄົວ ວັດ​ສະດຸ​ຕ່າງໆ ຫາ​ໄດ້​ໃນ​ທ້ອງ​ຖິ່ນ ຜະລິດຕະພັນ​ເປັນ​ພູ​ມມີ​ປັນຍາ​ໃນ​ທ້ອງ​ຖິ່ນ.

·  ອຸດສາຫະກຳ​ໂຮງ​ງານ  ເປັນ​ອຸດສາຫະກຳ​ຂະໜາດ​ໃຫຍ່​ ທີ່​ມີ​ການ​ຜະລິດ​ສິນ​ຄ້າ​ຈາກໂຮງ​ງານ​ຖາວອນ ມີ​ເຄື່ອງ​ຈັກ​​ທັນ​ສະໄໝ ຈ້າງ​ແຮງ​ງານ​ຈາກ​ບຸກ​ຄົນ​ພາຍນອກ​ ແລະ ​ໃຊ້​ເງິນ​ລົງ​ທຶນ​ຈຳນວນ​ຫຼາຍ.

4. ທຸລະກິດ​ກໍ່​ສ້າງ (Construction).

ເປັນ​ທຸລະກິດ​ທີ່​ນຳ​ເອົາ​ຜົນ​ຜະລິດ​ຂອງ​ອຸດສາຫະກຳ​ມາ​ໃຊ້  ເຊັ່ນ: ການສ້າງ​ອາ​ຄານ​ທີ່​ຢູ່​ອາໄສ ຖະໜົນຂົວ,ເຂື່ອນ, ທາງ​ລະບາຍ​ນ້ຳ  ເປັນ​ຕົ້ນ.

5. ທຸລະ​ກິດ ການຄ້າ​​ (Commercial).

 ເປັນ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ກາ​ນຕະຫຼາດ ມີ​ການ​ກະ​ຈາຍ​ສິນ​ຄ້າ​ໄປ​ສູ່​ຜູ້​ບໍ​ລິ​ໂພກ ໂດຍ​ອາໄສ​ຄົນ​ກາງ​ໃນ​ການ​ດຳ​ເນີນ​ທຸລະກິດໄດ້​ແກ່ ພໍ່​ຄ້າ​ສົ່ງ, ພໍ່​ຄ້າ​ຂາຍ, ນາຍ​ໜ້າ​ ແລະ ​ຕົວ​ແທນ​ຈຳ​ໜ່າຍ.

6. ທຸລະ​ກິດການ​ເງິນ (Financial).     

ເປັນ ທຸລະກິດ​ທີ່​ສົ່ງ​ເສີມ​ໃຫ້​ທຸລະກິດ​ຕ່າງໆ ມີ​ຄວາມ​ຄ່ອງ​ຕົວ​ຫຼາຍ​ຢິງ​ຂຶ້ນ ເພາະ​ເປັນ​ອົງ​ກອນ​ທີ່​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຜູ້​ປະກອບ​ການ​ດ້ານ​ການ​ເງິນ​ ແລະ​ ການ​ລົງ​ທຶນ ໄດ້​ແກ່ ທະ​ນາ​ຄານກາງ, ທະນາຄານທຸລະກິດ, ທະ​ນາ​ຄານ​ອອມ​ສິນ, ທ​ະນາ​ຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ ​ນຳ​ເຂົ້າ  ແລະ ອື່ນໆ.

7. ທຸລະກິດ​ບໍລິການ (Services).

ເປັນ​ອົງ​ກອນ​ທີ່​ເຮັດ​ໝ້າທີ່​ຜະລິດ ​ການ​ບໍລິການ ເພື່ອ​ຕອບສະໝອງ ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ໃນ​ການ​ອຳ​ນວຍ​ຄວາມສະດວກ​ສະບາຍ​ໃຫ້​ແກ່​ຜູ້​ບ​ໍລິ​ໂພກ ເຊັ່ນ: ບໍລິການຄົມມະນາຄົມ​ຂົນ​ສົ່ງ, ການ​ສື່​ສານທຸລະກິດໂຮງ​ແຮມ, ການ​ທ່ອງ​ທ່ຽວ, ໂຮງ​ໝໍ, ໂຮງຮຽນ, ຮ້ານ​ອາຫານ, ສະຖານ​ບັນ​ເທິງ​ຕ່າງໆ, ຮ້ານ​ຊັກ​ລີດ, ຮ້ານ​ຖ່າຍ​ຮູບ,ສະຖານ​ເສີມ​ຄວາມ​ງາມ, ກິດຈະການ​ຫໍ​ພັກ​ ແລະ ​ບ້ານ​ເຊົ່າ  ແລະ ອື່ນໆ.

8. ທຸລະກິດ​ອື່ນໆ.   

ເປັນ ທຸລະກິດ​ທີ່ ນອກ​ເໜືອ​ໄປ​ຈາກ​ທຸລະກິດ​ດັ່ງ​ກ່າວ​ຂ້າງ​ເທິ່ງນີ້ໄດ້​ແກ່ ຜູ້​ປະກອບ​ການ​ອາ​ຊີບ​ອິດສະຫລະ​ຕ່າງໆ ເຊັ່ນ: ແພດ, ຄູ, ພິທີ​​ກອນ, ສະຖາປະນິກ, ຈິດ​ຕະກອນ, ສິນລະປະຕົນຕີ ເປັນ​ຕົ້ນ.

ใหม่กว่า เก่ากว่า