ແຫ່ງທີ່ມາຂອງເງິນທຶນ
1.1.ແຫ່ງເງິນທຶນພາຍໃນ.
ແມ່ນເປັນເງິນທຶນທີ່
ຜູ້ປະກອບການເກັບສະສົມມາຈາກການເຮັດວຽກງານ ຫຼື
ປະກອບການອາຊີບອື່ນກ່ອນການລົງທຶນ ເງິນທຶນຊະນິດນີ້ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃນການຈັດຫາ
ບໍ່ຕ້ອງເສຍດອກເບ້ຍ.
1.2.ແຫ່ງເງິນທຶນພາຍນອກ.
ແມ່ນເງິນທຶນທີ່ໄດ້ມາຈາກການຢືມບຸກຄົນພາຍນອກ
ເຊັ່ນ: ສະຖາບັນການເງິນ ຊຶ່ງຜູ້ປະກອບການຈະຕ້ອງຂຽນໂຄງການຈັດເຮັດແຜນທຸລະກິດເພື່ອໃຊ້ເປັນເອກະສານປະກອບການຂໍກູ້ເງິນ
(ມີຄ່າໃຊ້ຈ່າຍດອກເບ້ຍ).
1.3.ການຈັດຫາເງິນທຶນ.
ການຈັດຫາເງິນທຶນຂອງກິດຈະການນັ້ນຜູ້ທີ່ມີໝ້າທີ່ໃນການຈັດຫາເງິນທຶນຈະຕ້ອງພິຈາລະນາວ່າຄວນຈະຈັດຫາເງິນທຶນຮາກແຫຼ່ງເງິນທຶນພາຍໃນ
ຫຼື ແຫຼ່ງເງິນທຶນພາຍນອກກິດຈະການໃນກໍລະນີຈັດຫາຈາກແຫຼ່ງເງິນທຶນພາຍໃນກິດຈະການເປັນຕົ້ນທຶນຂອງເງິນທຶນ
ຄືເງິນປັນຜົນທີ່ຕ້ອງຈ່າຍຄືນໃຫ້ກັບຜູ້ຮ່ວມລົງທຶນ ຫາກຈັດຫາເງິນທຶນຈາກແຫຼ່ງພາຍນອກກິດຈະການຕົ້ນທຶນ
ທີ່ຈະຕ້ອງຈ່າຍຄືດອກເບ້ຍທີ່ເກິດຂື້ນຈາກການກູ້ຢືມສຳລັບການສຶກສາໃນເລື່ອງການຈັດຫາເງິນທຶນ
ຈະສຶກສາສະເພາະເລື່ອງການຈັດຫາເງິນທຶນທີ່ເກີດຈາກການກໍ່ໜີ້.























