ປະເພດຂອງເງິນທຶນ
ເງິນທຶນທີ່ໃຊ້ໃນການດຳເນີນທຸລະກິດແບ່ງໄດ້ເປັນ
2 ປະເພດຄື:
1.1.ເງິນທຶນຄົງທີ່.
ເງິນທຶນຄົງທີ່ ໝາຍເຖິງ ເງິນທຶນທີ່ອົງກອນທຸລະກິດຈັດຫາເພື່ອນຳມາໃຊ້ໃນການຈັດຫາຊັບສິນຖາວອນ
ຊັບສິນຖາວອນ ໝາຍເຖິງ ສິນຊັບທີ່ອາຍຸການໃຊ້ງານດົນເກີນກວ່າ 1 ປີ ດັ່ງນັ້ນ ເງິນທຶນຄົງທີ່ ອງົງກອນທຸລະກິດຈຶ່ງນຳມາໃຊ້ໃນການລົງທຶນຊື້
ທີ່ດິນ, ສ້າງອາຄານ, ຊື້ເຄື່ອງຈັກ, ຊື້ເຄື່ອງໃຊ້ສຳນັກງານ ເປັນຕົ້ນ.
1.2.ເງິນທຶນໝຸນວຽນ.
ເງິນທຶນໝູນວຽນ ໝາຍເຖິງ ເງິນທຶນທີ່ອົງກອນທຸລະກິດຈັດຫາ
ເພື່ອນຳມາໃຊ້ໃນການຈັດຫາຊັບສິນໝູນວຽນ ຫຼື ໃຊ້ໃນການດຳເນີນກິດຈະການ ຊັບສິນໝູນວວຽນ
ໝາຍເຖິງ ສິນຊັບທີ່ອາຍຸການໃຊ້ງານບໍ່ເກີນໜຶ່ງປີ ດັ່ງນັ້ນເງິນທຶນໝູນວຽນ
ອົງກອນທຸລະກິດຈຶ່ງນຳມາໃຊ້ໃນການຊື້ວັດຖຸດິບ, ຊື້ສິນຄ້າ, ຈ່າຍຄ່າແຮງງານ,
ຈ່າຍຄ່າເບ້ຍປະກັນໄພຈ່າຍຄ່າຂົນສົ່ງ ຈ່າຍຄ່າໂຄດສະນາ, ຈ່າຍຄ່າສາທານະນຸປະໂພກ
ເປັນຕົ້ນ.























