ແນວທາງການຫາລາຍໄດ້ການເປັນຜູ້ປະກອບການ

 ແນວທາງການຫາລາຍໄດ້ການເປັນຜູ້ປະກອບການ

        ການ​ຫາ​ລາຍ​ໄດ້​ຈາກ​ການ​ເປັນ​ຜູ້​ປະກອບ​ການຈະ​ເຮັດໃຫ້​ຮູ້ ​ແລະ​ ເຂົ້າໃຈ​ເຖິງ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ກັບ​ການປະກອບ​ທຸລະກິດ ບໍ່​ວ່າ​ຈະ​ເປັນ​ປະ​ເພດ​ຂອງ​ກິດຈະການ ລັກສະນະ​ທີ່​ເໝາະ​ສົມ​ຂອງ​ການ​ເປັນ​ຜູ້​ປະກອບ​ການ ການ​ງານ ງານໃນ​ລັກສະນະ​ຂອງ​ຫຸ້ນ​ສ່ວນ​ກິດຈະການ ຕະຫຼອດ​ຈົນ​ຮູ້​ຈັກ​ວາງ​ແຜນ​ການ​ຈັດ​ຕັ້ງ ແລະ ​ດຳ​ເນີນ​ທຸລະກິດ​ດ້ວຍ​ຕົນເອງ ນອກ​ຈາກ​ນີ້ ຢັງ​ໄດ້ຮຽນ​ຮູ້​ເລື່ອງ​ຕົ້ນ​ທຸນ​ການ​ຜະລິດ ກຳ​ໄລ ​ແລະ ​ຈຸດ​ຄຸ້ມ​ທຶນ ທັງ​ນີ້​ເພື່ອ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ທາງ​ເສດຖະ​ສາດ​ຂອງຜູ້​ປະກອບ​ການ​ໃຫ້​ຫຼາຍ​ຂຶ້ນ​ອີກ​ດ້ວຍ ຜູ້​ປະກອບ​ການ​ຈຶ່ງ​ຄວນ​ຈະ​ຕຽມ​ຄວາມ​ພ້ອມ​ໃນ​ການ​ປະກອບ​ການ​ໂດຍ​ສຶກ​ສາຂໍ້​ມູນ​ກ່ຽວກັບ​ການ​ປະກອບ​ທຸລະກິດ ເພື່ອຈະ​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ກ່ຽວກັບ​ການ​ດຳ​ເນີນ​ງານ​ໃນ​ລັກສະນະ​ຕ່າງ​ໆ ດັ່ງ​ນີ້:

1.1.ປະ​ເພດ​ຂອງ​ກິດຈະການ.

1.ກິດຈະການ​ເຈົ້າ​ຂອງ​ຄົນ​ດຽວ.

        ເປັນ​ກິດຈະການ​ທີ່​ມີ​ຂະໜາດ​ນ້ອຍ ເນື່ອງ​ຈາກ​ເງີນ​ທຸນ​ຈະ​ມີ​ບໍ່​ເທົ່າໃດຊຶ່ງ​ກິດຈະການ​ນີ້​ມີ​ຂໍ້​ດີ ຄື ມີ​ອິດສະຫລະ​ໃນ​ການ​ຕັດ​ສິນ​ໃຈ​ໄດ້​ຢ່າງ​ເຕັມ​ທີ່.

- ລັກສະນະ​ການ​ດຳ​ເນີນ​ງານ ໂດຍ​ບຸກ​ຄົນ​ຄົນ​ດຽວ​ເປັນ​ຜູ້​ຮັບ​ຜິດຊອບ​ໃນ​ໝ້າທີ່​ການ​ງານ​ຕ່າງ​ໆ ຂອງ​ທຸລະກິດ​ພຽງ​ຜູ້ດຽວ ແລະ ​ໄດ້ຮັບ​ຜົນ​ຕອບ​ແທນ​ແຕ່​ພຽງ​ຜູ້​ດຽວ​ບໍ່​ວ່າ​ຈະ​ກຳ​ໄລ ​ຫຼື ​ຂາດ​ທຶນ.

- ຄວາມ​ຮັບ​ຜິດຊອບ​ໃນ​ໜີ້​ສິນ ບໍ່​ຈຳ​ກັດ​ຈຳນວນ.

2.ຫ້າງ​ຫຸ້ນ​ສ່ວນ

        ຂະໜາດ​ກິດຈະການ​ມັກ​ຈະ​ໃຫຍ່​ກວ່າ​ປະ​ເພດ​ແຮກ ເນື່ອງ​ຈາກ​ລະ​ດົມ​ທຶນ​ໄດ້​ຫຼາຍກວ່າ ເຖິງ​ແມ່ນ​ຈະ​ມີຈຳນວນ​ຫຸ້ນ​ສ່ວນ​ບໍ່​ຫຼາຍ​ກໍ​ຕາມ.

- ລັກສະນະ​ການ​ດຳ​ເນີນ​ງານ ເປັນ​ກິດຈະການ​ທີ່​ມີ​ຫຸ້ນ​ສ່ວນ​ຢ່າງ​ນ້ອຍ 2 ຄົນ ໂດຍ​ຫຸ້ນ​ສ່ວນ​ທັງ​ໝົດ ຈະ​ຕ້ອງ​ມີສັນ​ຊາດ​ລາວ ຫຼີ ຕ່າງປະເທດ ​ຊຶ່ງ​ມັກ​ຈະ​ເປັນ​ຄົນ​ຮູ້​ຈັກ​ກັນ​ເອງ ບໍ່​ເປີດ​ຂາຍ​ຕໍ່​ສາທາລະນະ.

- ຄວາມ​ຮັບ​ຜິດຊອບ​ໃນ​ໜີ້​ສິນ ຫ້າງ​ຫຸ້ນ​ສ່ວນ ຈະ​ມີ​ຫຸ້ນ​ສ່ວນ​ຢູ່ 2 ຈຳ​ພວກ ຄື (1) ຫຸ້ນ​ສ່ວນ​ຈຳ​ກັດ ຄວາມ

ຮັບ​ຜິດຊອບ ຈະ​ຮັບ​ຜິດຊອບ​ບໍ່​ເກີນ​ຈຳນວນ​ເງີນ​ທີ່ຕົ​ນ​ຕົກລົງ ແລະ (2) ຫຸ້ນ​ສ່ວນ​ບໍ່​ຈຳ​ກັດ​ຄວາມ​ຮັບ​ຜິດຊອບ ຈະ ຮັບ​ຜິດຊອບໃນ​ໜີ້​ສິນ​ຂອງ​ຫ້າງ​ໂດຍ​ບໍ່​ຈຳ​ກັດ​ຈຳນວນ.

3.ບໍລິສັດ​ຈຳ​ກັດ.

        ປະ​ເພດ​ກົດໝາຍ​ແພ່ງ ​ແລະ ​ກົດໝາຍວິສາຫະກິດ ​ວ່າ​ບໍລິສັດ​ຈຳ​ກັດ​ນັ້ນ​ຄື​ບໍລິສັດ ປະ​ເພດ​ຊຶ່ງຈັດ​ຕັ້ງ​ດ້ວຍ​ການ​ແບ່ງ​ທຶນ​ເປັນ​ຫຸ້ນ ມີ​ມູນ​ຄ່າ​ເທົ່າ​ໆ ກັນ.

- ລັກສະນະ​ການ​ດຳ​ເນີນ​ງານ ບໍລິສັດ​ຈຳ​ກັດ ຄື ທຸລະກິດ​ປຣະ​ເພດ​ທີ່​ຕັ້ງ​ຂຶ້ນ​ໂດຍ​ແບ່ງ​ທຸນ​ເປັນ​ຫຸ້ນ​ມີ ມູນ​ຄ່າ​ເທົ່າ​ໆກັນ​ຂອງ​ກລຸ່ມ​ບຸກ​ຄົນ​ບໍ່​ຕ່າ​ກວ່າ 3 ຄົນ​ເພື່ອ​ເຮັດ​ກິດຈະການ​ຮ່ວມ​ກັນ ຊຶ່ງ​ມີ​ວັດ​ຖຸ​ປະສົງ​ຈະ​ຫາ​ກຳ​ໄຣ​ເພື່ອ​ມາ​ແບ່ງ​ກັນ

- ຄວາມ​ຮັບ​ຜິດຊອບ​ໃນ​ໜີ້​ສິນ ຜູ້​ຖື​ຫຸ້ນ​ຕ່າງ​ຮັບ​ຜິດ​ຈຳ​ກັດ​ພຽງ​ບໍ່​ເກີນ​ຈຳນວນ​ເງີນ​ທີ່​ຕົນ​ຢັງ​ສົ່ງ ໃຊ້​ບໍ່​ຄົບ​ມູນ​ຄ່າຂອງ​ຫຸ້ນ​ທີ່​ຕົນ​ຖື.

1.2.ແຫຼ່ງ​ການ​ເງິນ​ຂອງ​ຜູ້​ປະກອບ​ການ.

            ເມື່ອ​ທຸລະກິດ​ເຣີ່ມ​ເຕີບໂຕ ຜູ້​ປະກອບ​ການ​ກໍ​ຈະ​ມອງ​ຫາ​ແຫຼ່ງ​ເງີນ​ກູ້ ຕ່າງ​ໆເພື່ອ​ມາ​ຂະຫຍາຍ​ກິດຈະການ ຊຶ່ງ​ແຫຼ່ງ​ເງີນ​ທຸນ ໄດ້​ແກ່.

- ທ​ນາ​ຄານ​ກາງ.

- ທ​ະນາ​ຄານ​ທຸລະກິດລັດ ແລະ ທະນາຄານເອກະຊົນ ຫຼື ທະນາຄານສາຂາຕ່າງປະເທດ​ ເປັນ​ທ​ະນາ​ຄານ​ທີ່​ຈັດ​ຕັ້ງ​ຂຶ້ນ ເພື່ອສົ່ງ​ເສີມ ​ແລະ ​ສະໜັບ​ສະໜູນ​ກິດຈະການ​ຂະໜາດ​ກາງ ​ແລະ ​ຂະໜາດ​ໃຫ່ຍ.

- ການ​ຮ່ວມ​ລົງ​ທຶນ (Venture Capital) ເປັນ​ອົງ​ກອນ​ທາງ​ການ​ເງິນ​ທີ່​ພ້ອມ​ຈະ​ນຳ​ເງິນ​ມາ​ຮ່ວມ​ລົງ​ທຶນ​ໄລຍະຍາວ​ໃນ​ທຸລະກິດ​ເລີ່ມ​ໃໝ່​ທີ່​ມີ​ສັກ​ຍາ​ພາບ​ໃນ​ການ​ເຕີບໂຕ​ສູງ ທັງ​ນີ້ ເມື່ອ​ກິດຈະການ​ເຕີບໂຕ​ໄດ້​ໂດຍ​ບໍ່​ຕ້ອງ​ພຶ່ງ​ພາ​ເງິນ​ທຶນ ຈາກ​ການຮ່ວມ​ລົງ​ທຶນ​ແລ້ວ ກໍ​ຈະ​ຂາຍ​ຫຸ້ນ​ເພື່ອ​ຫວັງ​ຜົນ​ກຳ​ໄລຈາກ​ສ່ວນ​ເພີ່ມ​ຂອງ​ມູນ​ຄ່າ​ຫຸ້ນ.

- ນອກ​ຈາກ​ນີ້ ຍັງມີ​ອົງ​ກອນ​ອີກ​ຫຼາຍ​ທີ່​ຈະໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ ແລະ ​ດ້ານ​ວິ​ຊາ​ການ ແກ່ຜູ້​ປະກອບ​ການ ເຊັ່ນ ສູນ​ໃຫ້​ຄຳ​ປຶກ​ສາ​ທາງ​ການ​ເງິນ​ສຳລັບ​ວິ​ສາ​ຫ​ກິດ​ຂະໜາດ​ກາງ ແລະ​ ຂະໜາດ​ນ້ອຍ.

1.3.ຄຸນສົມບັດຂອງຜູ້ປະກອບການ.

        ແມ່ນເປັນ​ສ່ວນ​ສຳຄັນ​ເພາະ​ສາມາດ​ນຳ​ໄປ​ປັບ​ໃຊ້​ຕໍ່ຍອດກັບທຸລະກິດ​ໄດ້ ອີກ​ທັງຍັງ​ເປັນ​ເກນ​ຊີ້​ວັດ​ຄວາມ​ສຳ​ເລັດ​ໃນ​ການເຮັດ​ກິດຈະການ​ຂອງ​ບຸກ​ຄົນ​ນັ້ນ​ໄດ້​ດີ ຊຶ່ງ​ການ​ທີ່​ຈະ​ເປັນ​ຜູ້​ປະກອບ​ການ​ທີ່ ປະ​ສົບຄວາມ​ສຳ​ເລັດ​ໄດ້​ນັ້ນຕ້ອງ​ພິຈາລະນາ​ຄຸນສົມບັດ​ດັ່ງ​ນີ້:

1.ມີ​ຄວາມ​ມຸ້ງ​ມັ່ນ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ (Wilingness to Succeed)

            ການ​ເປັນ​ຜູ້​ປະກອບ​ການ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ນັ້ນ ຈະ​ຕ້ອງລົງ​ທິນ ​ແລະ​ ລົງ​ແຮງ ຕ້ອງ​ເຮັດວຽກ​ໜັກ​ເພາະ​ຕ້ອງ​ຕັດ​ສິນ​ໃຈ​ດຳ​ເນີນ​ການ ແກ້​ໄຂ​ບັນຫາ​ຕະຫຼອດ​ເວລາ ຈຶ່ງ​ຈຳ​ເປັນ ທີ່​ຈະ​ໄດ້ຮັບການ​ສະໜັບ​ສະໜູນ​ຈາກສະມາຊິກ ໂດຍ​ສະເພາະ​ຄອບຄົວ.

2.ມີ​ຄວາມຫມັ້ນ​ໃຈ​ໃນ​ຕົນເອງ (Self-Confidence)

            ຄົົນທີ່​ເຊື່ອ​ມັ່ນ​ໃນ​ຕົນເອງ​ຈະ​ເປັນ​ຄົົນທີ່​ມີ​ກຳ​ລັງ​ໃຈ​ໃຫ້​ຕົນເອງ​ສູງ ບໍ່​ຍ້ານ​ທີ່ ຈະ​ຕໍ່ສູ້ກັບ​ບັນຫາ​ ແລະ​ ອຸປະສັກ ຈຶ່ງ​ມີ​ໂອ​ກາດ​ສູງ​ທີ່​ຈະ​ບັນ​ລຸ​ກັບ​ຄວາມ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ຈະ​ເຮັດໃຫ້​ຄົນ ທີ່​ເຮັດວຽກ​ດ້ວຍ ຫຼື ​ຄົນ​ອື່ນ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ເຊື່ອ​ມັ່ນ​ຕາມ​ໄປ​ດ້ວຍ.

3.ມີ​ແນວ​ຄິດ​ກ່ຽວກັບ​ທຸລະກິດ​ຂອງ​ຕົນເອງ​ຢ່າງ​ຊັດເຈນ (A Clear Business Idea)

            ຜູ້​ປະກອບ​ການ​ຈະ​ຕ້ອງ​ຮູ້​ວ່າ​ຕົນເອງ​ກຳ​ລັງ​ຢູ່ໃນ​ທຸລະກິດ ຫຍັງຜະລິດຕະພັນ​ ຫຼື ​ບໍລິການ​ຂອງ​ຕົນ​ຄື​ຫຍັງ

ທຸລະກິດ​ຂອງ​ຕົນ​ເມື່ອ​ທຽບ​ກັບ​ຄູ່​ແຂ່ງ​ມີ​ຈຸດ​ອ່ອນ​ຈຸດ​ແຂງ​ຢ່າງໃດ​ດ້ວຍ ນອກ​ຈາກ​ນີ້ຢັງ​ຕ້ອງ​ຮູ້​ກົນລະຍຸດ​ວ່າ​ເຮັດ​ຢ່າງໃດ ທຸລະກິດ​ຂອງ​ຕົນ​ຈຶ່ງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ ເຊັ່ນ ຮູ້​ວ່າ​ເຮັດ​ຢ່າງໃດ​ຈຶ່ງ ຈະ​ເຮັດໃຫ້ຜະລິດຕະພັນ​ ຫຼື​ບໍລິການ​ຂອງ​ຕົນ​ຖືກ​ໃຈ​ຜູ້​ບໍ​ລິ​ໂພກ​ໄດ້​ຫຼາຍກວ່າ ມີ​ຄຸນນະພາບ​ຫຼາຍກວ່າເປັນ​ຕົ້ນ.

4.ມີ​ແຜນ​ງານ​ທີ່​ເປັນ​ລະບົບ (The Business Plan)

            ຜູ້​ປະກອບ​ການ​ຈະ​ຕ້ອງ​ມີ​ຄວາມ​ສາມາດ​ສ້າງ ແຜນທຸລະກິດ ເພື່ອ​ຊີ້​ໃຫ້​ເຫັນ​ວ່າ​ຈະ​ເຮັດ​ຫຍັງ ທີ່​ໃດ ຢ່າງໃດ ໂດຍ​ໃຜ ເມື່ອ​ໃດ ໃຊ້​ເງິນ​ທຶນ​ເທົ່າ​ໃດ ຈະ​ໄດ້​ຜົນ​ຢ່າງໃດ ມີ​ແຜນ​ທຸລະກິດ​ທີ່ຊັດເຈນ​ຈະ​ຊ່ວຍ​ວິ​ເຄາະ​ສະຖານນະການ​ທີ່​ເປັນ​ຢູ່​ ແລະ​ ຄາດ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ.

5. ມີ​ຄວາມ​ສາມາດ​ບໍລິຫານ​ການ​ເງິນ (Exact Control of Finances)

              ຜູ້​ປະກອບ​ການ​ຈຳນວນ​ຫຼາຍ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຈາກ​ການ ໃຊ້​ທັກ​ສະດ້ານ​ກາ​ນຕະຫຼາດ ​ຫຼື ​ການ​ຜະລິດ ແຕ່​ຈະ​ບໍ່​ພັດທະນາ​ທັກ​ສະ​ໃນ​ເລື່ອງ​ບັນ​ຊີ ​ແລະ​ ການ​ເງິນ ໂດຍ​ສະ​ເພາະແມ່ນ ໝ້າທີ່​ຂອງພະ​ນັກ​ງານ​ບັນຊີ ຊຶ່ງ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ການ​ທຸດຈະລິດ​ຂອງ​ເງິນ​ທຶນ​ໃນ​ກິດຈະການ ເມື່ອ​ກິດຈະການ​ເຕີບໂຕ ຄວາມ​ຊັບ​ຊ້ອນ​ແລະ ປະລິມານ​ຂອງ​ກິດຈະກຳ ການ​ຄ້າ​ຢິ່ງ​ມີ​ຫຼາຍ​ຂຶ້ນ ຜູ້​ປະກອບ​ການ​ຄວນ​ຮູ້ວ່າ​ຂະໜາດ​ທີ່​ແທ້​ຈິງ​ຂອງ ກິດຈະການ​ເປັນ​ຢ່າງໃດເຊັ່ນ ມີ​​ຊັບສິນ ລາຍ​ໄດ້ ຕົ້ນ​ທິນ ຄ່າ​ໃຊ້​ຈ່າຍ ກຳ​ໄລ​ເປັນ​ແນວໃດ ຄວນ​ຮູ້​ວິທີ​ການ​ກວດ​ສອບ​ຖາ​ນະ ທາງ​ການ​ເງິນ​ ແລະ​ ຜົນການ​ດຳ​ເນີນ​ງານ​ຂອງ​ກິດຈະການ.

6. ມີ​ຄວາມ​ສາມາດ​ທາງ​ກາ​ນຕະຫຼາດ (Targeted Marketing)

            ໃນ​ສະພາ​ບ​ການ​ແຂ່ງ​ຂັນ​ແບບ​ນີ້ ຄວາມ​ສາມາດ​ທາງ​ກາ​ນຕະຫຼາດ ​ເປັນທັກ​ສະ​ສຳຄັນ​ທີ່​ຈະ​ເຮັດໃຫ້​ກິດຈະການ​ຢູ່​ຫຼອດ​ໄດ້ ຜູ້​ປະກອບ​ການ​ຈະ​ຕ້ອງ​ສະແດງ​ຝີ​ມື​ດ້ານ​ນີ້​ໃຫ້​ເຫັນ​ຊັດເຈນ​ວ່າ​ຕົນ​ເອງ ການ​ທີ່​ຈະນຳ​ສິນ​ຄ້າ​ ຫຼື​ບໍລິການ​ເຂົ້າ​ສູ່ຕະຫຼາດ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ໄດ້.

7. ມີ​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນ​ (A Step Ahead of The Competition)

        ໃນ​ການ​ດຳ​ເນີນ​ງານ​ຈິງ​ມັກ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ຜູ້​ປະກອບ ທີ່​ດີຈະ​ຕ້ອງ​ຄາດ​ການ​ໄດ້​ແມ່ນ​ຢຳ​ວ່າ​ສະພາບ​ຕະຫຼາດ ແລະ ​ການ​ແຂ່ງ​ຂັນ​ຈະ​ປ່ຽນ​ແປງ​ຢ່າງໃດ ແລະ​ ວາງ​ແຜນ ແລະ​ ພັດທະນາຜະລິດຕະພັນ​ໄວ້​ລ່ວງ​ໜ້າ.

8. ມີ​ແຫຼ່ງ​ສະໜັບ​ສະໜູນ​ທີ່​ດີ (Management Support)

            ຜູ້​ປະກອບ​ການ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ນັ້ນ​ມັກ​ຈະ​ເປັນ​ບຸກ​ຄົນ​ທີ່​ຮູ້​ຈັກເຄື່ອ​ຂ່າຍ ແຫຼ່ງ​ສະໜັບ​ສະໜູນ​ຕ່າງ​ໆ ທີ່​ມີ​ຜົນ​ຕໍ່​ທຸລະກິດ​ຂອງ​ຕົນ ເຊັ່ນ ຜູ້​ປະກອບ​ການ​ອາ​ວຸ​ໂສ​ທີ່​ຢູ່ໃນ​ທຸລະກິດ​ດຽວ​ກັນ​ທີ່ສາມາດ​ສະໜັບ​ສະໜູນ​ແນວ​ຄິດ​ ແລະ ​ວິທີ​ການ​ແກ້​ໄຂ​ບັນຫາ​ທີ່​ຄ້າຍ​ກັນ ສະ​ຖາ​ບັນ​ການ​ເງິນ​ທີ່​ສາມາດ​ໃຫ້​ຄຳ​ປຶກ​ສາ​ກ່ຽວກັບເງິນ​ທຶນ​ ແລະ​ການຂະຫຍາຍ​ກິດຈະການ ເປັນ​ຕົ້ນ ການ​ພັດທະນາ​ຕົນເອງ​ໃຫ້​ມີ​ເຄື່ອ​ຂ່າຍ​ກວ້າງ​ຂວາງ​ຈະ​ຊ່ວຍ​ເຮັດໃຫ້​ມີ​ທີ່​ປຶກ​ສາ​ຫຼາາຍ ໃນການ​ຂໍ​ຄວາມ​ສະໜັບ​ສະໜູນ​ດ້ານ​ຕ່າງ​ໆ ໃນ​ອະນາຄົດ.

9. ມີ​ທັກ​ສະ​ປະ​ສານ​ງານ (Cooperation)

        ຜູ້​ປະກອບ​ການ​ຄວນ​ຮູ້ວ່າ​ຕົນເອງ​ບໍ່​ສາມາດ​ຮູ້​ທຸກ​ເລື່ອງ ແລະ ​ເຮັດ​ທຸກ​ເລື່ອງ​ດ້ວຍຕົວ​ຄົນ​ດຽວ​ໄດ້ ໂດຍ​ສະເພາະ​ເມື່ອ​ກິດຈະການ​ເລີ່ມ​ຂະຫຍາຍ​ຕົວ ການ​ມີ​ທັກ​ສະ​ການ​ປະ​ສານ​ງານ​ທັງ ພາຍ​ໃນ​ກິດຈະການ ແລະ ​ກັບພາຍນອກ​ກິດຈະການ​ຈະ ຊ່ວຍ​ໃຫ້​ການ​ດຳ​ເນີນ​ງານ​ເປັນ​ໄປ​ໄດ້​ຢ່າງ​ລາບ​ລື່ນ.

10. ມີ​ການ​ຈັດ​ອົງ​ກອນ​ທີ່​ເໝາະ​ສົມ (Clear Company Structure)

          ການ​ຈັດ​ອົງ​ກອນທີ່​ເໝາະ​ສົມ ​ເປັນ​ການ​ມີ​ສາຍ​ການ​ບັງຄັບ​ບັນຊາຊັດເຈນບໍ່​ຊັບ​ຊ້ອນ ເໝາະ​ກັບ​ຂະໜາດ​ຂອງ​ກິດຈະການ ​ແລະ ​ປັບ​ປ່ຽນ​ໄດ້​ຕາມ​ຂະໜາດ​ຂອງ​ອົງ​ກອນ​ທີ່​ຈະເລີນ​ເຕີບໂຕ​ຂຶ້ນ.

1.4.ການ​ເລີ່ມ​ຕົ້ນ​ທຸລະກິດ.

        ຫຼັງ​ຈາກ​ກວດ​ສອບ​ຄຸນສົມບັດ​ຕ່າງ​ໆ ທີ່​ຜູ້​ປະກອບ​ການ​ເລີ່ມ​ຕົ້ນ​ເຮັດທຸລະກິດ ໂດຍ​ການ​ເລີ່ມ​ຕົ້ນ​ທຸລະກິດ​ເປັນ​ເລື່ອງ​ທີ່​ຕ້ອງ​ມີ​ການ​ຕຽມ​ການ​ຢ່າງ​ລະອຽດ ​ແລະ ​ຮອບ​ຄອບ​ເພື່ອ​ໃຫ້​ເກີດ​ຄວາມ​ພ້ອມຫຼາຍ​ທີ່ສຸດ ຊຶ່ງ​ຂັ້ນ​ຕອນ​ທີ່​ຈະ​ຊ່ວຍ​ໃຫ້​ການ​ເລີ່ມ​ຕົ້ນ​ທຸລະກິດ​ເປັນ​ໄປ​ໄດ້​ງ່າຍ​ຂຶ້ນມີ​ດັ່ງ​ນີ້:

1.ເລືອກ​ທຸລະກິດ​ເລືອກ​ດຳ​ເນີນ​ທຸລະກິດ​ທີ່​ເໝາະ​ສົມ​ແລະ​ ມີ​ຄວາມ​ພ້ອມ​ພຽງ​ພໍ ທັງໝົດ​ເຖິງ​ການ​ພິຈາລະນາ ຄວາມເປັນ​ໄປ​ໄດ້​ໃນ​ການ​ດຳ​ເນີນ​ການ ທັງ​ດ້ານ​ບຸ​ກຄະລາກອນ ດ້ານ​ຄວາມ​ຖະນັດ ໂອ​ກາດ​ໃນ​ຕ​ະຫຼາດ ແລະ ອື່ນໆ ໂດຍ​ທີ່​ທຸລະກິດ​ນັ້ນ ອາດຈະ​ບໍ່ຈຳ​ເປັນ​ຈະ​ຕ້ອງ​ເປັນ​ທຸນ​ກິດຈະການ​ຄ້າ ອາດຈະ​ເປັນ​ທຸລະກິດ​ບໍລິການ​ກໍ​ໄດ້.

2.ຈັດ​ສັນ​ບົດບາດ ແບ່ງ​ໝ້າທີ່​ ແລະ​ ຄວາມ​ຮັບ​ຜິດຊອບ​ຂອງ​ແຕ່​ລະ​ບຸກ​ຄົນ​ໃຫ້​ຊັດເຈນ ເພື່ອ​ໃຫ້​ດຳ​ເນີນ​ງານ

ສະ​ດວກ.

3.ວາງ​ແຜນ​ການ​ດຳ​ເນີນ​ການ ກ່ອນທີ່ຈະ​ສາມາດ​ວາງ​ແຜນ​ການ​ດຳ​ເນີນ​ງານ​ໄດ້​ນັ້ນ ຄວນ​ຈະ​ຕ້ອງ​ຮູ້

ຂໍ້​ມູນ​ເຫຼົ່າ​ນີ້​ກ່ອນໄດ້​ແກ່:

- ຜົນ​ສຳ​ຫຼວດ​ວ່າ​ໃຜ​ເປັນ​ຜູ້​ຊື້ ຊື້​ແນວໃດ, ຊື້​ທີ່​ໄດ້​ລາ​ຄາ​ເທົ່າໃດ, ມີ​ຜູ້​ຊື້​ຫຼາຍ​ນ້ອຍ​ສຳໃດ, ຊື້​ຫຼາຍເທົ່າ​ໃດ.

- ຂໍ້​ມູນ​ຄູ່​ແຂ່ງ​ຂັນ ຄູ່​ແຂ່ງ​ສຳຄັນ​ແມ່ນ​ໃຜ, ຈຸດ​ອ່ອນ, ​ຈຸດ​ແຂງ​ແມ່ນ​ຫຍັງ ໃຊ້​ວິທີ​ການ​ຂາຍ​ແນວໃດ.

- ວິທີ​ຈັດການ​ກັບຕົ້ນ​ທຶນ.

- ການ​ດຳ​ເນີນ​ການ​ດ້ານ​ທຸລະກິດການ​ເງິນ.

4.ກາ​ນວາງ​ແຜນ​ທຸລະກິດ ທຸລະກິດ​ຂະໜາດ​ນ້ອຍ​ ຫຼື ​ທຸລະກິດ​ເກີດ​ໃໝ່​ມັກ​ຈະ​ຕັ້ງ​ຄວາມ​ຫວັງ​ໄວ້​ຢ່າງ​ສວຍ​ງາມ ແຕ່ມັກ​ຈະ​ບໍ່​ມີ​ທາງ​ເຮັດ​ໄດ້​ສຳ​ເລັດ ໃນ​ຂະ​ບວນ​ກາ​ນວາງ​ແຜນ​ທຸລະກິດ​ຄວນຄຳ​ນຶງ​ເຖິງ​ສິ່ງ​ສຳຄັນ​ຕໍ່ໄປ​ນີ້:

1.ເລືອກ​ທຸລະກິດ​ທີ່​ມີ​ເອກ​ະລັກສະເພາະ ມຸ້ງ​ເນັ້ນ​ຄວາມ​ສົນ​ໃຈ​ໄປ​ທີ່​ທຸລະກິດ​ທີ່​ຕົນເອງ​ມີ​ຄວາມ​ຮູ້ ຄວາມ​ຊຳ​ນານ​ເປັນຢ່າງ​ດີ ບໍ່​ມີ​ທຸລະກິດ​ໃດ​ທີ່​ຈະ​ສາມາດ​ແຂ່ງ​ຂັນ​ກັບ​ຕົນເອງ​ໄດ້.

2.ເຮັດ​ໃນ​ສິ່ງ​ທີ່​ເຮັດ​ໄດ້​ດີ​ທີ່ສຸດ ຄວນ​ພິຈາລະນາ​ໄຕຕອງໃຫ້​ຮອບ​ຄອບ​ກ່ອນ ແລະ​ ໃຫ້​ຄວາມ​ສຳຄັນ ກັບ​ສິ່ງ​ທີ່​ຕົນເອງເຮັດ​ໄດ້​ດີ​ທີ່ສຸດ.

3.ຮູ້​ຈັກ​ຄວາມ​ພໍ​ດີ ກຳນົດ​ວັດ​ຖຸ​ປະສົງ​ທາງ​ທຸລະກິດ​ຢ່າງ​ກວ້າງ​ຂວາງ ພຽງ 2-3 ຂໍ້ ເພື່ອ ກຳນົດ​ທິດ​ທາງ​ການດຳ​ເນີນ​ງານ​ຂອງ​ກິດຈະການ​ຢ່າງໃດ​ກໍ​ຕາມ ຄວນ​ຈະ​ວາງ​ເປົ້າ​ໝາຍ​ຢ່າງ​ຊັດເຈນ​ໃນ​ການ​ດຳ​ເນີນ​ງານ ໃນ​ໄລຍະ 1 ປີ ແລະ ປະ​ເມີນ​ຜົນ​ເປັນ​ປະຈຳ​ທຸກ​ເດືອນ​ເພື່ອ​ສຳ​ຫຼວດ​ສະພາບ​ ແລະ​ ຖານະ​ທາງ​ທຸລະກິດ.

1.5.ຕົ້ນ​ທຶນ​ການ​ຜະລິດ (Cost of Production)

        ແມ່ນປັດ​ໄຈ​ພື້ນ​ຖານ​ສຳຄັນ​ໃນ​ການ​ຜະລິດ​ສິນ​ຄ້າ​ ຫຼື ບໍລິການ ​ປ້ອນສູ່ຕະຫຼາດ ຊຶ່ງ​ປັດ​ໄຈ​ພື້ນ​ຖານ​ໃນ​ການ​ຜະລິດ​ສິນ​ຄ້າ​ ຫຼື ​ບໍລິການ​ປະກອບ​ດ້ວຍ:

- ທີ່​ດິນ (Land)

- ແຮງ​ງານ (Labor)

- ເງີນ​ທຶນ (Capital)

- ຄວາມ​ຮູ້​ຄວາມ​ຊຳ​ນານຂອງ​ຜູ້​ປະກອບ​ທຸລະກິດ (Entrepreneurial Ability)

            ຕົ້ນ​ທຶນ​ການ​ຜະລິດ​ທາງ​ເສດຖະກິດ ແມ່ນ ຕົ້ນ​ທຶນ​ຄ່າ​ໃຊ້​ຈ່າຍ​ທີ່​ຈ່າຍ​ໃຫ້​ແກ່​ຜູ້​ຜະລິດ​ ຫຼື ​ຜູ້​ປ້ອນ​ຊັບພະຍາກອນ ທີ່​ຈຳ​ເປັນຕໍ່​ການ​ຜະລິດ​ເພື່ອ​ມີ​ໃຫ້​ມີ​ການ​ນຳ​ຊັບພະຊາກອນ​ນັ້ນ​ໄປ​ໃຊ້​ເພື່ອ​ການ​ອື່ນ ອາດ​ມີ​ທັງ​ຕົ້ນ​ທຶນ​ທີ່​ເບິ່ງ​ເຫັນ​ວ່າ​ຈ່າຍ​ຈິງ ແລະ​ ຕົ້ນ​ທຶນ​ທີ່ເບິ່ງ​ບໍ່​ເຫັນ​ວ່າ​ຈ່າຍ​ຈິງ ເພື່ອ​ໃຫ້​ທຸລະກິດ​ຄົງ​ການ​ຜະລິດ​ສິນ​ຄ້າ​ ຫຼື ບໍລິການ​ໄດ້ ໂດຍ:

- ຕົ້ນ​ທຶນ​ທີ່​ເບິ່ງ​ເຫັນ​ວ່າ​ຈ່າຍ​ຈິງ ຄື ຄ່າ​ໃຊ້​ຈ່າຍ​ຊຶ່ງ​ຕ້ອງ​ຈ່າຍ​ເປັນ​ເງິນ​ໃຫ້​ແກ່​ບຸກ​ຄົນ​ ຫຼື ​ໝ່ວຍ​ງານພາຍນອກ​ທຸລະກິດ ເຊັ່ນ: ຄ່າ​ຈ້າງ, ຄ່າ​ຂົນ​ສົ່ງ, ຄ່າ​ວັດ​ຖຸ​ດິບ ເປັນ​ຕົ້ນ.

- ຕົ້ນ​ທຶນ​ທີ່​ເບິ່ງ​ບໍ່​ເຫັນ​ວ່າ​ຈ່າຍ​ຈິງ ຄື ຕົ້ນ​ທຶນ​ຂອງ​ຊັບພະຍາກອນ​ທີ່​ທຸລະກິດ​ ຫຼື ​ເຈົ້າ​ຂອງ​ທຸລະກິດ​ນັ້ນ​ໆ ເປັນເຈົ້າ​ຂອງ​ເອງ ຊຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ຈ່າຍ​ເງິນ​ອອກ​ໄປ​ເພື່ອ​ໃຫ້​ໄດ້​ມາ ເຊັ່ນ ຄ່າ​ເຊົ່າ​ສຳ​ນັກ​ງານ ແລະ ອື່ນໆ.

1.6.ສ່ວນ​ປະ​ສົມ​ທາງ​ກາ​ນຕະຫຼາດ (Marketing Mix = 4P's)

        ເມື່ອ​ລະ​ບຸ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ໄດ້ ແລະ ​ເລີ່ມຜະລິດ​ສິນ​ຄ້າ​ເພື່ອສະໝອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ຈຶ່ງ​ຕ້ອງ​ພິຈາລະນາ​ເຖິງ​ສ່ວນ​ປະ​ສົມ​ທາງ​ກາ​ນຕະຫຼາດໄດ້​ແກ່:

            1.ສິນ​ຄ້າ (Product) ໝາຍ​ເຖິງ ສິ່ງ​ຂອງ​ທີ່​ສະເໜີ​ຂາຍ​ໃຫ້​ແກ່​ບຸກ​ຄົນ​ ຫຼື ອົງ​ກອນຕ່າງ​ໆ ຕະຫຼອດ​ຈົນ​ບັນ​ຈຸ​ພັນ​ສະລາກ ຮູບລັກສະນະ ນະໂຍບາຍ ແລະ​ ການ​ໃຫ້​ບໍລິການ​ແກ່​ລູກ​ຄ້າ.

           2.ລາ​ຄາ (Price) ແມ່ນຜົນ​ລັບ​ທຸກອົງ​ຄວາມ​ສຳພັນ​ລະຫວ່າງ​ສິນ​ຄ້າ ​ແລະ ​ຄວາມ​ຕ້ອງ​ການ​ໃນ​ຕະຫຼາດ ຊຶ່ງ​ໝາຍ​ເຖິງລາ​ຄາ​ສິນ​ຄ້າ​ ​ແລະ​ ສ່ວນ​ຫຼຸດ, ເບ້ຍ​ເພີ່ມ ແລະ ​ເຄຣ​ດິດ​ທີ່​ເຮົາ​ໃຫ້​ແກ່​ລູກ​ຄ້າ.

        3.ສະຖານ​ທີ່​ຈຳ​ໜ່າຍ (Place) ໝາຍ​ເຖິງ ຂະ​ບວນ​ການ​ກະ​ຈາຍ​ສິນ​ຄ້າ​ຊຶ່ງ​ສິນ​ຄ້າ​ຈະ​ຖືກ​ສົ່ງ​ຈາກ​ຜູ້​ຜະລິດ ໄປ​ຍັງຜູ້​ບ​ໍລິໂພກ​ໂດຍ​ຜ່ານ​ຊ່ອງ​ທາງ​ກາ​ນຕະຫຼດ.

          4.ການ​ສົ່ງ​ເສີມ​ກາ​ນການຕະຫຼາດ (Promotion) ໝາຍ​ເຖິງ ການ​ຕິດ​ຕໍ່​ສື່​ສານ​ກັບ​ຜູ້​ທີ່​ເປັນ​ລູກ​ຄ້າ​ກຸ່ມ ເປົ້າ​ໝາຍໂດຍ​ການ​ໂຄສະ​ນາ ການ​ປະ​ຊາ​ສຳພັນ ການ​ສົ່ງ​ເສີມ​ການ​ຂາຍ ແລະ​ ການ​ຂາຍ​ໂດຍ​ພ​ະນັກ​ງານ​ຂາຍ.

1.7.ກຳ​ໄລ ​ແລະ ​ການ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ການ​ຜະລິດ.

        ໃນ​ລະບົບ​ກາ​ນຕະຫຼາດນັ້ນ ທຸລະກິດ​ຈະ​ສະແຫຼວງຫາ​ໂອ​ກາດ ໃນ​ການເຮັດ​ກຳ​ໄລ​ສູງ​ສຸດ ສິ່ງ​ສຳຄັນ​ທີ່​ຕ້ອງ​ຕັດ​ສິນ​ໃຈ​ຄື​ປະລິມານ​ການ​ຜະລິດ ເພື່ອ​ໃຫ້​ເຂົ້າໃຈ​ເຖິງ​ເຫດຜົນ​ຂອງ​ການ​ຕັດ​ສິນ​ໃຈ ຂອງ​ກິດຈະການໂດຍ​ການ​ວິ​ເຄາະ​ຫາ​ກຳ​ໄລ ແລະ​ ຜົນ​ກຳ​ໄລ ​ທີ່​ເພີ່ມ​ຂຶ້ນກຳ​ໄລ ຄື ຜົນ​ຕ່າງ​ລະຫວ່າງ​ລາຍ​ໄດ້​ທັງ​ໝົດ​ທີ່​ໄດ້​ຈາກ​ການ​ຂາຍ​ສິນ​ຄ້າ​ກັບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ທີ່​ໃຊ້​ໃນ​ການ​ຜະລິດ​ສິນ​ຄ້າ (ລາຍ​ໄດ້​ - ​ຄ່າ​ໃຊ້​ຈ່າຍ = ກຳ​ໄລ).

          ການ​ເພີ່ມ​ປະ​ສິດ​ທິ​ພາບ​ຂອງ​ເຄື່ອງ​ຈັກ​​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ຜະລິດ ເປັນ​ວິທີ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ຜະລິດ ໂດຍອາດຈະ​ນຳ​ນ​ວັດ​ກຳ​ ແລະ ​ເທກ​ໂນ​ໂລ​ຢີ​ໃໝ່​ໆ ມາ​ຊ່ວຍ​ຈະ​ເຮັດໃຫ້​ເພີ່ມ​ປະ​ສິດ​ທິ​ພາບ​ການ​ຜະລິດ​ໄດ້​ເປັນ​ຢ່າງ​ຫຼາຍຢ່າງໃດ​ກໍຕາມ​ເຄື່ອງ​ຈັກ​ເຄື່ອງ​ມື​ຢ່າງ​ດຽວ ​ນັ້ນ​ບໍ່​ສາມາດ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ຜະລິດ​ໄດ້ ພ​ະນັກ​ງານ​ຈະ​ຕ້ອງ ໄດ້ຮັບ​ການຝຶກ​ອົບຮົມ​ໃຫ້​ມີ​ທັກ​ສະ​ໃນ​ການ​ໃຊ້​ເຄື່ອງ​ຈັກ​​ເຄື່ອງ​ມື​ເຫຼົ່າ​ນັ້ນ​ດ້ວຍ ແລະ ​ຜູ້​ບໍລິຫານ​ ຫຼື ​ເຈົ້າ​ຂອງ​ກິດຈະການ ຕ້ອງ​ສາມາດບໍລິຫານ​ໃຫ້​ຂະ​ບວນ​ການ​ຜະລິດ​ດຳ​ເນີນ​ໄປ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ດ້ວຍ.

            ປັດ​ໄຈ​ການ​ຜະລິດ​ສາມາດ​ນຳ​ມາ​ປະສົມ​ປະ​ສານ​ກັນ​ໄດ້​ຫຼາຍ​ວິທີ ຫາກ​ປະສົມ​ກັນ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ທຸລະກິດ​ນັ້ນ​ກໍຈະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຜະລິດ​ສູງ ແຕ່​ຫາກ​ເລືອກ​ໃຊ້​ວິທີ​ທີ່​ບໍ່​ເໝາະ​ສົມ​ປະ​ສິດ​ທິ​ພາບ​ການ​ຜະລິດ​ຈະ​ຕ່າ​ລົງ ວິທີ​ທີ່​ຈະ​ເພີ່ມປະ​ສິດ​ທິ​ພາບ​ການ​ຜະລິດ​ໄດ້​ຄື:

1.ການ​ຈັດ​ແບ່ງ​ແຮງ​ງານ​ທີ່​ໃຊ້​ໃນ​ການ​ຜະລິດ​ຢ່າງ​ເໝາະ​ສົມ ໄດ້​ແກ່ ການ​ແຢກ​ງານ​ຊິ້ນ​ໃຫຍ່ຊັບ​ຊ້ອນ​ອອກ​ເປັນ​ງານ​ຊິ້ນ​ຍ່ອຍ​ຫຼາຍ​ງານ ເພື່ອ​ໃຫ້​ແຕ່​ລະ​ຄົນ​ສາມາດ​ເຮັດວຽກ​ແຕ່​ລະ​ຊິ້ນ​ໄດ້ ຢ່າງ​ຊຳ​ນານ​ເປັນຜູ້​ຊ່ຽວ​ຊານ​ແຕ່​ລະ​ດ້ານ.

2.ການ​ຈັດ​ສາຍ​ງານ​ຜະລິດ​ແບບ​ຊຽວ​ຊານ​ສະເພາະ​ດ້ານ ໂດຍ​ທີ່​ມີ​ຄວາມ ຊຳ​ນາຍນໃນ​ການ​ຜະລິດງານ​ ຫຼື​ສິນ​ຄ້າ​ພຽງ​ບໍ່​ຈັກ​ຊະນິດ ຊຶ່ງ​ກິດຈະການ​ທີ່​ມີ​ເປົ້າ​ໝາຍ​ທຸລະກິດ​ສະເພາະ​ດ້ານ​ຈະ​ມີ​ຄວາມ​ຮູ້​ຄວາມ ຊຳ​ນານ​ກ່ຽວກັບ​ງານ​ທີ່ເຮັດ ​ແລະ ​ສາມາດ​ຫຼຸດ​ຕົ້ນ​ທຶນ​ການ​ຜະລິດ​ລົງ​ໄດ້.


ใหม่กว่า เก่ากว่า