ການວິເຄາະການເປັນຜູ້ປະກອບການ

 ການວິເຄາະການເປັນຜູ້ປະກອບການ

1.ສຶກ​ສາ​ຕົນເອງ (Self Study)

        ເພື່ອ​ໃຫ້​ຮູ້​ຈັກ​ຕົນເອງ​ວ່າ​ມີ​ຄວາມ​ພ້ອມ​ທີ່​ຈະ​ກ້າວ​ໄປ​ສູ່​ທຸລະກິດ​ໂດຍ​ມຸ້ງ​ຫວັງ ການ​ມີກຳ​ໄລ ແລະ​ ສາມາດ​ທີ່​ຈະ​ດຳ​ເນີນ​ການ​ໄປ​ໄດ້​ຕະຫຼອດ​ໄປ​ ຫຼື ​ບໍ່ ຈຶ່ງ​ຄວນ​ຈະ​ເຮັດ​ການສຶກສາ​ໂດຍ​ຂຽນ​ຮ່າງ​ເພື່ອ​ເປັນ ແນວ​ທາງໃນ​ການ​ປັບ​ປຸງ​ແກ້​ໄຂ​ໄດ້​ຕໍ່ໄປ​ມີ​ດັ່ງ​ນີ້:

- ຄວາມ​ຮູ້​ຄວາມ​ສາມາດ​ ແລະ ​ປະສົບການ

- ເງິນ​ລົງ​ທຶນ

- ຜູ້​ຮ່ວມ​ງານ​ ຫຼື ​ຜູ້​ຮ່ວມ​ລົງ​ທຶນ

- ຈຸດ​ແຂງ​ ແລະ​ ຈຸດ​ອ່ອນ​ຂອງ​ຕົນເອງ

- ນິ​ໃສ​ຮັກ​ການ​ເຮັດ​ວຽກງານ

- ທັດ​ສະ​ນະ​ຄະ​ຕິ​ໃນ​ການ​ປະກອບ​ທຸລະກິດ

- ອື່ນ​ໆ. ເຊັ່ນ ຄວາມ​ຮອບ​ຮູ້​ໃນ​ເທກ​ໂນ​ໂລ​ຢີ​ທີ່​ໃຊ້ ແບບ​ແຜນ​​ຂະ​ບວນ​ການ​ຂອງ​ການ​ປະກອບ​ທຸລະກິດ

2.ສຶກ​ສາ​ທຸລະກິດທີ່​ຈະ​ດຳ​ເນີນ​ການ.

        ​ເພື່ອ​ພິຈາລະນາ​ຫາ​ຄວາມ​ເປັນ​ໄປ ​ໄດ້​ວ່າ​ຈະ​ດຳ​ເນີນ​ທຸລະກິດ​ນັ້ນ​ໄດ້​ຕະຫຼອດ​ໄປ​ສະແຫຼວງ​ຫາ​ໂອ​ກາດ​ຂອງ​ທຸລະກິດເປັນ​ຕົ້ນ ສິ່ງ​ທີ່​ຕ້ອງ​ສຶກ​ສາ​​ລາຍ​ລະອຽດ​ຂອງ​ທຸລະກິດ ມີ​ດັ່ງ​ນີ້:

- ສະພາບ​ແວດ​ລ້ອມ ໂອ​ກາດ ​ແລະ​ ສະຖານນະການ​ຂອງ​ທຸລະກິດ​ທີ່​ຈະ​ດຳ​ເນີນ​ກາ​ນວ່າ​ມີ​ປັດ​ໄຈ​ໃດ​ທີ່​ເອື້ອ​ອຳ​ນວຍ (Situation Analysis) ເພື່ອລະ​ດົມ​ຫາ​ໂອ​ກາດ ​ແລະ​ ຄວາມ​ເປັນ​ໄປ​ໄດ້.

- ປະ​ເພດ​ຂອງ​ທຸລະກິດ​ນັ້ນ​ເປັນ​ແບບ​ອົດ​ສາ​ຫ​ກຳມະການ​ຜະລິດ ການ​ບໍລິການ ຫຼື ​ການ​ຄ້າ​ສົ່ງ​ຄ້າ​ຕ່າງໆ​.

- ສິນ​ຄ້າຜະລິດຕະພັນ ມີ​ຄວາມ​ແຕກ​ຕ່າງ ​ແລະ​ ມີ​ຈຸດ​ເດັ່ນ​ຢ່າງໃດ ທີ່​ເຮັດໃຫ້​ເໜືອ​ຄູ່​ແຂ່ງ​ຂັນ​ໄດ້.

- ການ​ຫາ​ທີ່​ຕັ້ງ​ຂອງ​ທຸລະກິດ ແລະ ​ເລືອກ​ສະຖານ​ທີ່​ເໝາະ.

- ກາ​ນວາງ​ແຜນ​ການ​ເງິນ ແລະ ​ການ​ຫາ​ແຫຼ່ງ​ເງິນ​ທຶນ​ເພິ່ມເຕິມ.

- ການ​ດຳ​ເນີນ​ການ​ດ້ານ​ທຸລະກິດ.

- ແຜນ​ກາ​ນ​ຕະຫຼາດ ຕ້ອງ​ພິຈາລະນາ​ວ່າຕະຫຼາດຢູ່​ທີ່​ໃດ ພຶດຕິກຳ​ຂອງ​ຜູ້​​ບໍ​ລິ​ໂພກ​ເປັນ​ຢ່າງໃດ ໃຜ​ຄື​ລູກ​ຄ້າ.

- ແຜນ​ການ​ຜະລິດ ມີ​ເທກ​ໂນ​ໂລ​ຢີ​ການ​ຜະລິດ​ຢ່າງໃດ ຂະ​ບວນ​ການ​ຈະ​ອອກ​ແບບ​ໄດ້​ຢ່າງໃດ.

- ແຜນ​ການ​ຈັດການ​ດ້ານ​ງານ​ບຸກ​ຄົນ ຂີດ​ຄວາມ​ສາມາດ ​ແລະ​ ຂໍ້​ຈຳ​ກັດ​ຂອງ​ບຸກ​ຄະລາກ​ອນ​ທີ່​ຕ້ອງ​ການ.

- ໂອ​ກາດ ການ​ສົ່ງ​ເສີມ​ຈາກ​ພາ​ກລັດ ຕະຫຼອດ​ຈົນ​ຂໍ້​ຈຳ​ກັດ​ຕ່າງ​ໆ ທີ່​ເປັນ​ຮູບ​ທຳ.

- ການ​ຈົດ​ທະ​ບຽນ​ທຸລະກິດ

- ການ​ຫາ​ວິທີ​ບໍລິຫານ​ຈັດການ

- ອື່ນ​ໆ ເຊັ່ນ ທົບ​ທວນ​ແຜນ​ຕ່າງ​ໆ ໄລ​ຍະ​ເວລາ​ທີ່​ໃຊ້​ດຳ​ເນີນ​ການ.

3.ການ​ຈັດ​ເຮັດ​ແຜນ​ທຸລະກິດ.

        ການ​ຈັດ​ເຮັດ​ແຜນ​ທຸລະກິດ​ສຳລັບ​ການ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່ ປຽບ​ເໝືອນການ​ຈຳ​ລໍຂອງ​ຜູ້​ປະກອບ​ການ ເພື່ອ​ເປັນ​ການ​ທົບ​ທວນ​ແຜນ​ ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ຕາມ​ໄລ​ຍະ​ເວລາ​ທີ່​ວາງ​ແຜນ​ໄວ້ ​ ຫຼື ​ບໍ່ ງົດ​ຖາປ່ຽນ​ແປງ​ຕາມ​ກຳນົດ​ເວລາ ຕະຫຼອດ​ຈົນ​ການ​ນຳ​ໄປ​ສູ່​ການ​ກຳນົດ​ນະໂຍບາຍ​ ແລະ ​ແຜນ​ກົນ​ຢຸດ​ທັກ​ສະ​ອົງ​ກອນ ແລະ ​ສາມາດປ່ຽນ​ແປງ​ຕາມ​ກຳນົດ​ເວລາ ຕະຫຼອດ​ຈົນ​ການ​ນຳ​ໄປ ອົງ​ກອນໄດ້​ ຫຼື ບໍ່.

1.1.ການວິເຄາະຕົນເອງໃນການເປັນຜູ້ປະກອບການ.

            ການ​ວິ​ເຄາະ​ຕົນເອງ​ເພື່ອ​ເປັນ​ຜູ້​ປະກອບ​ການ ຊຶ່ງ​ມັກ​ຈະ​ຂາດ​ແນວ​ຄິດ ​ແລະ​ ກົນ​ລະຍຸດໃນ​ການ​ວິ​ເຄາະ ກໍ​ຈະ​ບໍ່​ສາມາດວິ​ເຄາະ​ຕົນເອງ​ໃຫ້​ຢູ່ໃນ​ກອບ​ໄດ້ ເນື່ອງ​ຈາກ​ຂາດ​ຄວາມ​ຄິດ​ໃນ​ການ​ວິ​ເຄາະ​ຕົນເອງ​ໃນ​ດ້ານ​ລົບ ເຮັດໃຫ້​ເບິ່ງ​ບໍ່​ເຫັນ​ເຖິງຂໍ້​ເສຍ​ທີ່​ຄວນ​ປັບ​ປຸງ ແລະ ​ບໍ່​ສາມາດ​ພັດທະນາ​ຕົນເອງ​ໄດ້ ດັ່ງ​ນັ້ນ ຈຶ່ງ​ຄວນ​ທຳການ​ວິ​ເຄາະ​ເພື່ອ​ກຳນົດ​ແນວ​ຄິດ​ ແລະ ວາງ​ແຜນ ໂດຍ​ໃຊ້​ກົນ​ລະຍຸດ​ໃນ​ການ​ວິ​ເຄາະ​ທີ່​ຮຽກວ່າ SWOT Analysis  ຫຼື ​ກົນ​ລະຍຸດການ​ປະ​ເມີນ​ສະຖານນະການແວດ​ລ້ອມດັ່ງ​ນີ້:

1.Strengths ຄື ຈຸດ​ແຂງ.

         ໝາຍ​ເຖິງ ຕົນເອງ​ມີ​ຈຸດ​ແຂງ​ ຫຼື ​ສ່ວນ​ດີ​ດ້ານ​ໃດ​ດ້ານໝຶ່ງ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານໃດ ຄວນ​ຫາ​ວິທີ​ຝຶກ​ຝົນ​ດ້ານ​ດີ​ນີ້​ຕະຫຼອດ​ເວລາ ເພື່ອ​ເພີ່ມ​ສັກ​ກະຍະ​ພາບ​ໃຫ້​ດີ​ຂຶ້ນ​ຢູ່​ສະເໝີ ໂດຍ​ອາດຈະ​ພິຈາລະນາ​ດັ່ງ​ນີ້:

ແມ່ນຫຍັງ​ຄື​ຄວາມ​ໄດ້​ປຽບ​ທີ່​ຕົນເອງ​ມີ​ຢູ່.

-      ເຮັດ​ສິ່ງ​ຕ່າງ​ໆ ໄດ້​ດີ​ພຽງ​ໃດ ເມື່ອ​ທຽບ​ກັບ​ຄູ່​ແຂ່ງ.

-      ມີ​ຊັບພະຍາກອນ​ຫຍັງ​ທີ່​ສາມາດ​ເຂົ້າ​ເຖິງ​ໄດ້​ ຫຼື ຫາ​ມາ​ໄດ້ ໃນ​ຂະນະ​ທີ່​ຄູ່​ແຂ່ງ​ບໍ່​ສາມາດ​ຫາ​ໄດ້.

ເລື່ອງ​ອື່ນ​ໆ ທີ່​ເຫັນ​ວ່າ​ເປັນ​ຈຸດ​ແຂງ​ຂອງ​ຕົນເອງ.

2.Weaknesses ຄື ຈຸດ​ອ່ອນ.

            ຕົນເອງ​ມີ​ຈຸດ​ອ່ອນດ້ານ​ໃດ ສິ່ງ​ໃດ​ທີ່​ບໍ່​ຖະນັດ ບໍ່​ມັກ ​ຫຼື ​ເຮັດ​ບໍ່​ໄດ້ ຄວນ​ພະຍາຍາມຫາ​ທາງ​ແກ້​ໄຂ ປັບ​ປຸງ​ແລະ ​ພັດທະນາ​ຈຸດ​ອ່ອນ​ນັ້ນ​ໃຫ້​ນ້ອຍ​ລົງ​ ຫຼື ໝົດ​ໄປ​ໃນ​ທີ່ສຸດ ໂດຍ​ຈະ​ພິຈາລະນາ​ດັ່ງ​ນີ້:

ແມ່ນຫຍັງ ຄື​ສິ່ງ​ທີ່​ຕົນເອງ ຫຼື ​ບຸກ​ຄົນ​ໃກ້​ຄຽງ​ເຫັນ​ວ່າ​ຕ້ອງ​ປັບ​ປຸງ.

-      ແມ່ນຫຍັງ ທີ່​ຕົນເອງ​ຢັງ​ເຮັດ​ໄດ້​ບໍ່​ດີ​ເທົ່າ​ທີ່​ຄວນ.

ຄູ່​ແຂ່ງ​ຂັນ​ຂອງ​ຕົນເອງ ມີ​ຈຸດ​ແຂງ​ດ້ານ​ໃດ​ແດ່.

3.Opportunities ຄື ໂອ​ກາດ.

            ຊຶ່ງ​ເປັນ​ປັດ​ໄຈຂອງ​ສະພາບ​ແວດ​ລ້ອມ​ພາຍນອກ ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ການ ເຮັດວຽກ​ນັ້ນເປັນ​ໄປ​ຕາມ​ຈຸດ​ມຸ້ງ​ໝາຍ​ທີ່​ວາງ​ໄວ້ ແລະ ​ຊ່ວຍ​ສົ່ງ​ເສີມ​ການ​ພັດທະນາ​ຕົນເອງ​ໃຫ້​ມີ​ປະ​ສິດ​ທິ​ພາບ​ທີ່​ດີ​ຢິ່ງ​ຂຶ້ນ ດັ່ງ​ນັ້ນ​ເມື່ອ​ມີໂອ​ກາດ​ທີ່​ດີ​ເຂົ້າ​ມາ​ເປັນ​ຜູ້​ປະກອບ​ການ​ແລ້ວ​ຈຶ່ງ​ບໍ່​ຄວນ​ປ່ອຍ​ໃຫ້​ໂອ​ກາດ​ນັ້ນ​ໃຫ້​ຜ່ານ​ໄປ ໂດຍ​ຈະ​ພິຈາລະນາ​ດັ່ງ​ນີ້:

ການ​ປ່ຽນ​ແປງ​ພາຍນອກ ທີ່​ມີ​ຜົນ​ດີີ​ຕໍ່​ກິດຈະການ​ຂອງ​ຕົນເອງ​ມີ​ຫຍັງ​ແດ່.

ແນວ​ໂນ້ມ​ທີ່​ໜ້າ​ສົນ​ໃຈ​ທີ່​ຕົນເອງ​ຈະ​ຕ້ອງ​ຄອຍ​ຖ້າ​ຕິດ​ຕາມ​ມີ​ຫຍັງ​ແດ່.

4.Threats ຄື ອຸປະສັກ

         ເປັນ​ປັດ​ໄຈ​ພາຍນອກ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ເປົ້າ​ໝາຍ ຊຶ່ງ​ອາດ​ເຮັດໃຫ້​ຕົນເອງ ບໍ່​ສາມາດບັນ​ລຸ​ວັດ​ຖຸ​ປະສົງ​ທີ່​ວາງ​ໄວ້​ໄດ້ ໂດຍ​ຈະ​ພິຈາລະນາ​ດັ່ງ​ນີ້:

ການ​ປ່ຽນ​ແປງ​ພາຍນອກ​ແມ່ນຫຍັງ​ແດ່ ທີ່​ຈະ​ເປັນ​ອຸປະສັກ​ກັບ​ທຸລະກິດ​ຂອງ​ຕົນເອງ.

ຄູ່​ແຂ່ງ​ຂັນ​ຂອງ​ຕົນເອງ ກຳ​ລັງ​ພະຍາຍາມ​ຈະ​ເຮັດ​ແມ່ນຫຍັງ​ແດ່ ທີ່​ອາດ​ສົ່ງ​ຜົນ​ກະທົບ​ກັບ​ທຸລະກິດ​ຂອງ​ຕົນເອງ​ໃນອະນາຄົດ.

ເຖິງວ່າ​ການ​ວິ​ເຄາະ SWOT ຈະ​ເປັນ​ກົນ​ລະຍຸດທີ່​ໃຊ້​ໃນ​ການ​ວິ​ເຄາະ​ຈຸດ​ແຂງ ຈຸດ​ອ່ອນ ໂອ​ກາດ ແລະ​ອຸປະສັກຂອງ​ແຕ່​ລະ​ບຸກ​ຄົນ ເພື່ອ​ປັບ​ປຸງ​ຂໍ້​ບົກຜ່ອງ​ຂອງ​ຕົນເອງ​ທີ່​ມີ​ຢູ່​ໃຫ້​ດີ​ຂຶ້ນ ແຕ່​ສິ່ງ​ທີ່​ສຳຄັນ​ທີ່ສຸດ ກໍ​ຄື​ຄວາມ​ຕັ້ງ​ໃຈ ແລະ ຄວາມ​ພະຍາຍາມ​ທີ່​ຈະ​ປະຕິບັດ​ຕາມ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້​ໃຫ້​ສຳ​ເລັດ.

1.2.ການວິເຄາະບັນຫາຂອງຜູ້ປະກອບການໃໝ່.

        ຜູ້​ປະກອບ​ການ​ໃໝ່ (New Entrepreneur) ມີ​ຄວາມ​ສຳຄັນ​ໃນ​ການ​ເພີ່ມ​ຄວາມ​ເຂັ້ມແຂງ​ໃນ​ລະບົບ​ເສດຖະກິດຂອງ​ປະເທດ ລັດຖະບານ​ໄດ້​ສະໜັບ​ສະໜູນ​ໃຫ້​ຜູ້​ປະກອບ​ການ​ໃຊ້​ຄວາມ​ຮູ້ ເທກ​ໂນ​ໂລ​ຢີ ທັກ​ສະ​ ແລະ ​ຝີ​ມື ໃນ​ການ​ປະກອບ​ທຸລະກິດຫຼາຍ​ຂຶ້ນ ແຕ່​ກໍ​ຢັງ​ປະ​ສົບ​ກັບ​ບັນຫາ ​ແລະ​ ອຸປະສັກ​ອີກ​ຫຼາຍບັນຫາ​ ແລະ ​ອຸປະສັກ​ຂອງ​ຜູ້​ປະກອບ​ການ​ໃໝ່ ປະກອບ​ດ້ວຍ:

1. ຂາດ​ຄວາມ​ຮູ້ ຄວາມ​ສາມາດ ແລະ​ ປະສົບການ​ໃນ​ການ​ປະກອບ​ກິດຈະການ.

2. ບັນຫາ​ການ​ຂາດ​ແຄນ​ເງິນ​ທຶນ.

3. ບັນຫາ​ດ້ານ​ກາ​ນຕະຫຼາດ.

4. ບັນຫາ​ດ້ານ​ເທກ​ໂນ​ໂລ​ຢີ.

1.3.ຂະບວນການສ້າງຜູ້ປະກອບການໃໝ່.

        ການສ້າງ​ຜູ້​ປະກອບ​ການ ​ແລະ​ ທຸລະກິດ ການ​ສົ່ງ​ເສີມ​ອຸດສາຫະກຳ ກະ​ຊວງ​ອຸດສາຫະກຳ ເກີດ​ຂຶ້ນ​ຈາກ​ການປັບ​ປຸງ​ໂຄງ​ສ້າງ​ໝ່ວຍ​ງານ​ທີ່​ເຮັດ​ໝ້າທີ່​ພັດທະນາ​ຜູ້​ປະກອບ​ການ​ທຸລະກິດ​ ໂດຍ​ແຢກ​ໂຄງ​ການ​ເສີມ​ສ້າງຜູ້​ປະກອບ​ການ​ໃໝ່​ມາ​ຢູ່​ທັງໝົດ​ກັນ​ໃນ​ໝ່ວຍ​ງານ​ນີ້ ໂດຍ​ຍັງ​ຄົງ​ໃຊ້​ເກນ​ການ​ພິຈາລະນາ​ຄັດ​ເລືອກ​ຜູ້​ເຂົ້າ​ຮັບ​ການ​ອົບຮົມ​ເປັນຜູ້​ປະກອບ​ການ​ທຸລະກິດ ​ຂະໜາດ​ສົມຄວນ​ຕາມ​ໂຄງ​ການ​ເສີມ​ສ້າງ​ຜູ້​ປະກອບ​ການ​ແຫ່ງ​ຊາດ (NEC) ແລະ​ ປັບ​ແຜນງົບ​ປະ​ມານ​ຈາກ​ງົບ​ກະຕຸ້ນ​ເສດຖະກິດ​ມາ​ເປັນ​ງົບ​ປົກກະຕິ​ໂດຍ​ຮ່ວມ​ກັບ​ໝ່ວຍ​ປະຕິບັດ ສ​ະຖາ​ບັນ​ການສຶກສາ ອົງ​ກອນເອກ​ຊົນໃຫ້​ການ​ຝຶກ​ອົບຮົມ​ປຶກ​ສາ ແນະ​ນຳ​ສ້າງ​ຜູ້​ປະກອບ​ການ​ທຸລະກິດ​.

ใหม่กว่า เก่ากว่า