ການຕັດສິນໃຈດ້ານສ່ວນປະສົມຜະລິດຕະພັນ

 ການຕັດສິນໃຈດ້ານສ່ວນປະສົມຜະລິດຕະພັນ

1.1.ການຕັດສິນໃຈກ່ຽວກັບສາຍຜະລິດຕະພັນ.

ການ​ຕັດ​ສິນ​ໃຈ​ກ່ຽວກັບ​ສາຍ​ຜະລິດຕະພັນ (product line decision) ເພື່ອ​ຈັດ​ສ່ວນ​ປະ​ສົມຜະລິດຕະພັນ​ໃຫ້​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ເປົ້າ​ໝາຍ ແລະ​ ຂະຫຍາຍ​ໂອ​ກາດ​ທາງ​ກາ​ນຕະຫຼາດ​ໃຫ້ໄດ້​ຫຼາຍ​ທີ່ສຸດ​ນັ້ນ ສາມາດ​ດຳ​ເນີນ​ການ​ໄດ້ 5 ແນວ​ທາງ ດັ່ງ​ນີ້:

1.ເພີ່ມ​ສາຍ​ຜະລິດຕະພັນ​ໃໝ່ ໂດຍ​ຂະຫຍາຍ​ຄວາມ​ກວ້າງ​ຂອງ​ສ່ວນ​ປະ​ສົມ​ຜະລິດຕະພັນ ຕົວ​ຢ່າງຂອງ​ບໍລິສັດ ກິນ​ໂປ​ດັກ​ ຈຳ​ກັດ ອາດ​ເພີ່ມ​ສາຍ​ຜະລິດຕະພັນ​ໃໝ່​ອີກ 1 ສາຍ ຄື: ສາຍ​ຜະລິດຕະພັນເຄື່ອງ​ດື່ມ​ສ​ະໝຸນ​ໄພສະ​ໝຸນໄພ​ຊະນິດ​ອື່ນໆ.

2.ເພີ່ມຄວາມຍາວແຕ່ລະສາຍຜະລິດຕະພັນ ໂດຍເພີ່ມສູດໃໝ່ຂອງຜະລິິດຕະພັນຈາກສະໝຸນໄພຊະນິດອື່ນໆ.

3.ເພີ່ມ​ຄວາມ​ເລິກ​ຂອງ​ສ່ວນ​ປະ​ສົມ​ຜະລິດຕະພັນ ເຊັ່ນ ມີບັນນ​ຈຸ​ຫຸ້ມ​ຫໍ່​ຫຼາຍ​ຂະໜາດ​ຫຼາຍ​ຂຶ້ນເພີ່ມ​ກິນ ເພີ່ມ​ລົດ ເປັນ​ຕົ້ນ.

4.ປັບ​ປຸງ​ສາຍ​ຜະລິດຕະພັນ ການ​ພິຈາລະນາ​ປັບ​ປຸງ​ສາຍ​ຜະລິດຕະພັນ​ໂດຍ​ການ​ປັບ​ປຸງແບບ​ຂອງ​ຜະລິດຕະພັນ ການ​ເຮັດ​ວຽກງານ​ຂອງ​ຜະລິດຕະພັນ ເພື່ອ​ໃຫ້​ທັນ​ສະໄໝ​ຕາມ​ສະພາບ​ແວດ​ລ້ອມ​ທີ່​ປ່ຽນ​ແປງໄປ ໃນ​ພາ​ວະ​ປະຈຸບັນ​ແນວ​ໂນ້ມ​ຂອງ​ຜູ້​ບໍ​ລິ​ໂພກ​ຕ້ອງ​ການ​ຜະລິດຕະພັນ​ທີ່​ຕອບສະໝອງ​ຄວາມ​ຕ້ອງ​ການ​ໄດ້ຫຼາຍ​ຢ່າງ​ຫຼາຍ​ຂຶ້ນ ເຊັ່ນ: ໂທ​ສັບ​ເຄື່ອນ​ທີ່​ສາມາດ​ໃຊ້​ເປັນ​ກ້ອງ​ຖ່າຍ​ຮູບ​ໄດ້ ແຊມ​ພູສະ​ຜົມ​ປະສົມຄີມ​ນວດ ເພື່ອ​ຄວາມສະດວກ​ວ່ອງໄວ​ໃນ​ການ​ໃຊ້ ເປັນ​ຕົ້ນ.

5.ເພີ່ມ​ຄວາມ​ສອດ​ຄ່ອງ​ຂອງ​ສາຍ​ຜະລິດຕະພັນ​ຫຼາຍ​ຂຶ້ນ ເຊັ່ນ: ຈັດ​ລະບົບ​ການ​ຜະລິດ ຈັດ​ລະບົບຊ່ອງ​ທາງ​ຈຳ​ໜ່າຍ​ໃຫ້​ສອດ​ຄ່ອງ​ກັນ ເປັນ​ຕົ້ນ.

6.ການຫຼຸກປະສົມຜະລິດຕະພັນ ເປັນການຫຼຸດຜະລິດຕະພັນດ້ານຄວາມກວ້າງ ຄວາມຍາວ ຫຼື ຄວາມ​ເລິກ ຫາກ​ລາຍ​ການ​ໃກ​ລ້າ​ສະໄໝຍອດ​ຂາຍ​ຕົກ​ຕ່ຳ​ຫຼາຍ​ເຮັດໃຫ້​ລາຍ​ຮັບ​ຈາກ​ການ​ຂາຍ​ຕ່ຳ​ກວ່າ​ຄ່າ​ໃຊ້​ຈ່າຍຈຶ່ງ​ຄວນ​ຕັດ​ລາຍ​ການ​ຜະລິດຕະພັນ ​ນັ້ນ​ອອກຈາກ​ຕ​ະຫຼາດ ຍົກ​ເວັ້ນ​ກໍລະນີ​ຜະລິດຕະພັນ​ນັ້ນ​ຍັງມີ​ຜົນ​ຕໍ່​ການ​ຂາຍ​ຂອງຜະລິດຕະພັນ​ຊະນິດ​ອື່ນ ການ​ຕັດ​ອອກ​ອາດ​ກະທົບ​ຍອດ​ຂາຍ​ຂອງ​ຜະລິດຕະພັນ​ອື່ນ​ດ້ວຍ​ຈຶ່ງ​ບໍ່​ຄວນ​ຕັດ​ອອກ .

1.1.1.ສ່ວນປະສົມຂອງຜະລິດຕະພັນ (Product Mix)

ໝາຍ​ເຖິງ​ກຸ່ມ​ຂອງ​ສິນ​ຄ້າ​ ຫຼື ​ຜະລິດຕະພັນ​ທີ່​ມີ​ລັກສະນະ​ຄ້າຍ​ກັນ ທີ່​ກິດຈະການ​ກໍ່ການ​ສະເໜີ​ຂາຍ​ໃຫ້​ແກ່​ລູກ​ຄ້າ​ ຫຼື ​ຜູ້​ບໍ​ລິ​ໂພກ ໂດຍ​ມີກ​ຸ່ມ​ເປົ້າ​ໝາຍ ຊ່ອງ​ທາງ​ການ​ຈັດ​ຈຳ​ໜ່າຍ ຕ​ະຫຼາດ​ດຽວ​ກັນ​ແຕ່​ສາມາດ​ຕອບສະໝອງ​ຄວາມ​ຕ້ອງ​ການ​ສະເພາະ​ຂອງ​ແຕ່​ລະ​ກຸ່ມ​ຍ່ອຍ​ໄດ້.

ສ່ວນ​ປະ​ສົມ​ຜະລິດຕະພັນ​ຂອງ​ກິດຈະການ​ມີ​ມິ​ຕິ​ທີ່​ສຳຄັນ 6 ມິ​ຕິ ປະກອບ​ດ້ວຍ:

1.Product line : ສາຍ​ຜະລິດຕະພັນ ໝາຍ​ເຖິງ​ການ​ຈັດ​ກຸ່ມ​ຜະລິດຕະພັນ​ທີ່​ມີ​ຄວາມ​ສຳພັນ​ກັນ​ຢ່າງ​ໃກ້​ຊິດ​ທາງ​ດ້ານ​ລັກສະນະ ໝ້າທີ່ (ຜົນ​ປະໂຫຍດ) ແລະ​ ຊ່ອງ​ທາງ​ການ​ຈັດ​ຈຳ​ໜ່າຍ​ທີ່​ຄ້າຍ​ຄືກັນ ​ແລະ​ ມີກ​ຸ່ມ​ລູກ​ຄ້າ​ເປົ້າ​   ໝາຍ​ດຽວ​ກັນເຊັ່ນ:

            2.Product item: ລາຍ​ການ​ຜະລິດຕະພັນ ໝາຍ​ເຖິງ​ລັກສະນະ​ຂອງ​ໝ່ວຍ​ຜະລິດຕະພັນ​ທີ່​ແຕກ​ຕ່າງ​ກັນ​ພາຍ​ໃນ​ກາ​ສິນ​ຄ້າ ຫຼື ​ພາຍ​ໃນ​ສາຍ​ຜະລິດຕະພັນ​ໃນ​ແງ່​ຂອງ​ຂະໜາດ ລາ​ຄາ ຮູບ​ແບບ ຫຼື ​ຄຸນສົມບັດ​ອື່ນ​ໆ ຢ່າງ​ໃດ ຢ່າງ​ໜຶ່ງ ເຊັ່ນ:
            3.Product width: ຄວາມ​ກວ້າງ​ຂອງ​ຜະລິດຕະພັນ ໝາຍ​ເຖິງ​ຈຳນວນ​ສາຍ​ຜະລິດຕະພັນ​ຂອງ​ກິດຈະການ​ໜຶ່ງ​ທີ່​ສະເໜີ​ຂາຍ​ທັງ​ໝົດ ເຊັ່ນ:
            4.Product depth: ຄວາມ​ເລິກ​ຂອງ​ຜະລິດຕະພັນ ໝາຍ​ເຖິງ​ຈຳນວນ​ລາຍ​ການ​ໃນ​ແຕ່​ລະ​ສາຍ​ຜະລິດຕະພັນ​ທີ່​ກິດຈະການ​ສະເໜີ​ຂາຍ ເຊັ່ນ
            5.Product length: ຄວາມ​ຢາວ​ຂອງ​ຜະລິດຕະພັນ ໝາຍ​ເຖິງ​ຈຳນວນ​ລາຍ​ການ​ຜະລິດຕະພັນ​ທັງ​ໝົດ​ທີ່​ກິດຈະການ​ສະເໜີ​ຂາຍ​ໃຫ້​ແກ່​ລູກ​ຄ້າ​ ຫຼື ຜູ້​ບໍ​ລິ​ໂພກ​ນັ້ນ​ເອງ ເຊັ່ນ
            6.Product line consistency: ຄວາມ​ສອດ​ຄ່ອງ​ຂອງ​ສາຍ​ຜະລິດຕະພັນ ໝາຍ​ເຖິງ​ຄວາມ​ສຳພັນ​ຂອງ​ກມ​ຸ​່​່​ຜະລິດຕະພັນ​ໃນ​ດ້ານ​ການ​ຜະລິດ ການ​ຈັດ​ຈຳ​ໜ່າຍ ຫຼື ​ລັກສະນະ​ຂອງ​ຜະລິດຕະພັນ​ດ້ານ​ອື່ນ​ໆ ທີ່​ມີ​ຄວາສຳພັນ​ກັນ ອາດຈະ​ສອດ​ຄ່ອງ​ກັນ​ໃນ​ເລື່ອງ​ຂອງ​ກຳ​ວິທີ​ການ​ຜະລິດ​ທີ່​ໃກ້​ຄຽງ​ກັບ​ກຸ່ມ​ເປົ້າ​ໝາຍ ​ແລະ​ ໃຊ້​ຊ່ອງ​ທາງ​ການ​ຈັດຈຳ​ໜ່າຍ​ທີ່​ຄ້າຍ​ກັນ ເຊັ່ນ ບໍລິສັດ P&G ມີ​ຄວາມ​ສອດ​ຄ່ອງ​ກັນ​ໃນ​ແ​ງ​່​່​ຂອງ​ການ​ເປັນ​ຜະລິດຕະພັນ​ອຸບປະ​ໂພກ​ບໍລິໂພກ ຊຶ່ງ​ສາມາດ​ເລືອກ​ຊື້​ໄດ້​ໂດຍ​ໃຊ້​ຊ່ອງ​ທາງ​ດຽວ​ກັນ ແຕ່​ບໍ່​ສອດ​ຄ່ອງ​ກັນ​ໃນ​ແງ່​ຂອງ​ລັກສະນະ​ຜູ້​ຊື້​ທີ່​ມີ​ຄວາມ​ຫຼາກ​ຫຼາຍ.

1.1.2.ອົງ​ປະ​ກອບ​ຂອງ​ສ່ວນ​ປະ​ສົມ​ຜະລິດຕະພັນ.

ແມ່ນອາດ​ພິຈາລະນາ​ສ່ວນ​ປະ​ສົມ​ຜະລິດຕະພັນ​ຂອງ​ກິດຈະການ​ໃດ​ກິດຈະການ​ໜຶ່ງ​ອອກ​ໄດ້​ເປັນ 3 ລະ​ດັບ  ຄື:

          1.ຄວາມ​ກວ້າງ​ຂອງ​ຜະລິດຕະພັນ  (Product Width)  

ໝາຍ​ເຖິງ ຈຳນວນ​ສາຍ​ຂອງ​ຜະລິດຕະພັນ (Product Line) ທີ່​ກິດຈະການ​ຈຳ​ແນກ​ໄວ້ທຸລະກິດ​ສ່ວນ​ໃຫຍ່​ມັກ​ຂາຍ​ຜະລິດຕະພັນ​ຫລາຍກວ່າ 1 ສາຍ ເຊັ່ນ: ບໍລິສັດ​ໄລອ້ອນ (ປະເທດ​ໄທ) ຈຳ​ກັດ ມີ​ຜະລິດຕະພັນ​ທັງ​ສິ້ນ 8 ສາຍ​ຜະລິດຕະພັນໄດ້​ແກ່: ຜະລິດຕະພັນ​ຜົງ​ຊັກ​ຟອກ, ຜະລິດຕະພັນ​ຊັກ​ຜ້າ, ຜະລິດຕະພັນ​ຖະໝອມ​ເສື້ອ​ຜ້າ ຜະລິດຕະພັນ​ເພີ​ຊັນ​ນອນແຄຣ໌, ຜະລິດຕະພັນ​ສຳລັບ​ເດັກ, ຜະລິດຕະພັນ​ສານ​ເຄ​ມີ.

          2.ຄວາມ​ບາງ​ຂອງ​ຜະລິດຕະພັນ (Procuct Length)

ໝາຍ​ເຖິງ ຈຳນວນ​ຜະລິດຕະພັນ​ໃນ​ແຕ່​ລະ​ສາຍ​ຜະລິດຕະພັນ​ທຸລະກິດສາມາດ​ຫາ​ຄວາມ​ບາງ​ເສ​ລີ່​ຂອງ​ຜະລິດຕະພັນ​ໃນ​ແຕ່​ລະ​ສາຍ​ໄດ້​ໂດຍ​ໃຊ້​ຈຳນວນ​ຜະລິດຕະພັນ​ທັງ​ໝົດ​ທີ່​ມີ​ໄວ້​ຂາຍ  ຫານ​ດ້ວຍຈຳນວນ​ສາຍ​ຜະລິດຕະພັນ​ທີ່​ມີ   ໃນ​ກໍລະນີ​ຂອງ​ບໍລິສັດ ໄລ​ອອນ (ປະເທດ​ໄທ) ຈຳ​ກັດ ມີ​ຈຳນວນ​ຜະລິດຕະພັນ​ໃນ​ແຕ່​ລະ​ສາຍ​ບໍ່​ເທົ່າ​ກັນ   ຄວາມ​ບາງ​ເສ​ລີ່​ຂອງ​ຜະລິດຕະພັນຄື  40/8 = 5

          3.ຄວາມ​ເລິກ​ຂອງ​ຜະລິດຕະພັນ (Product Depth)

ໝາຍ​ເຖິງຂະໜາດສີ​ຕ່າງໆ ຫຼື ​ຄວາມ​ສູງ​ຕ່າງໆ ກັນ​ຂອງ​ແຕ່​ລະ​ຜະລິດຕະພັນ​ໃນ​ສາຍ​ຄວາມ​ເລິກ​ເສ​ລີ​ຂອງ​ແຕ່​ລະ​ຜະລິດຕະພັນ​ຫາ​ໄດ້​ໂດຍ​ບວກ​ຄວາມ​ເລິກ​ຂອງ​ທຸກ​ຜະລິດຕະພັນ​ຫານ​ດ້ວຍ​ຈຳນວນ​ຜະລິດຕະພັນ.

1.1.3.ກົນລະຍຸດສ່ວນປະສົມຜະລິດຕະພັນ.

          ໃນການຈັດການສ່ວນປະສົມຂອງຜະລິດຕະພັນ ເພື່ອໃຫ້ຜະລິດຕະພັນທີ່ມີໄວ້ຂາຍທັນສະໄໝຢູ່ສະເໝີ ແລະ ເຮັດກຳໄລໃຫ້ກິດຈະການ ກົນລະຍຸດການຕະຫຼາດທີ່ຜູ້ຈັດການຜະລິດຕະພັນສາມາດໃຊ້ໄດ້ມີດັ່ງນີ້:

1.Expansion of Product Mix ເປັນການຂະຫຍາຍສ່ວນປະສົມຂອງຜະລິດຕະພັນເຮັດໄດ້ທັງການເພີ່ມຈຳນວນສາຍຜະລິດຕະພັນການເພີ່ມຈຳນວນຜະລິດຕະພັນໃນແຕ່ລະສາຍ ແລະ ການເພີ່ມຄວາມເລິກເພື່ອຂາຍຜະລິດຕະພັນທີ່ມີຢູ ແລ້ວເປັນການເພີ່ມຂະໜາດຂອງຜະລິດຕະພັນໃດໆ.

2.Product Repositioning ເປັນການປັບຕຳແໜ່ງຜະລິດຕະພັນໃນຕະຫຼາດ ເພື່ອໃຫ້ຜະລິດຕະພັນມີພາບລັກສະນະທີ່ດີໃນສາຍຕາຂອງຜູ້ບໍລິໂພກ.

3.Trading up Trading down   ເປັນການຂະຫຍາຍຜະລິດຕະພັນໃນສາຍຜະລິດຕະພັນທີ່ມີຢູ່ແລ້ວ     ຂະນະດຽວກັນກໍປັບຕຳແໜ່ງຜະລິດຕະພັນດ້ວຍ.

4.Alteration of Existing Product  ເປັນການປັບປຸງຜະລິດຕະພັນທີ່ມີຢູ່ແລ້ວໃຫ້ທັນສະໄໝສະເໝີໃນສາຍຕາຂອງຜູ້ບໍລິໂພກ ອາດປັບສູດສ່ວນປະສົມ ຫຼື ການອອກແບບຜະລິດຕະພັນອອກແບບ ແລະ ປ່ຽນວັດດຸຂອງບັນຈຸພັນເປັນຕົ້ນ.

5.Contraction of Producer Mix ເປັນການຕັດທັງຜະລິດຕະພັນບາງຕົວໃນສາຍຜະລິດຕະພັນ ຫຼື ອາດຕັດຖິ້ມສາຍຜະລິດຕະພັນຖິ້ມໄປ  ເມື່ອພົບວ່າຜະລິດຕະພັນນັ້ນໆ ລ້າສະໄໝ  ບໍ່ສາມາດເຮັດກຳໄລໄດ້ອີກຕໍ່ໄປ ຫຼື ເຮັດກຳໄລໄດ້ແຕ່ນ້ອຍກວ່າຜະລິດຕະພັນຕົວອື່ນໆ.

1.1.4.ການຂະຫຍາຍສາຍຜະລິດຕະພັນ Line extension

ໝາຍເຖິງ ແບນທີ່ມຸ້ງພັດທະນາໃນ ແບນເດີມ ແລະ ຜະລິດຕະພັນເດີມ ເປັນ Single Brand ເປັນການຂະຫຍາຍແບນດ້ານເລິກ (Brand Depth) ມີລັກສະນະດັ່ງນີ້:

ເປັນການເພີ່ມລາຍການສິນຄ້າໃໝ່ (SKU) ໃນຜະລິດຕະພັນເດີມ ພາຍໃຕ້ແບນເດີມ ຈຸດຂາຍຫຼັກເດີມ ເຊັ່ນ: ການເພີ່ມລົດໃໝ່ ກິ່ນໃໝ່ (New Flavor) ສ່ວນປະສົມໃໝ່ (New Formula) ຂະໜາດໃໝ່ (New Size) ບັນຈຸພັນໃໝ່ (New Packaging) ລັກສະນະຂອງຜະລິດຕະພັນໃໝ່ (New Form) ຫຼື ຊ່ອງທາງການຈັດຈຳໜ່າຍໃໝ່ (New Channel) ເປັນຕົ້ນ ເຊັ່ນ: ບະໝີ່ເຄິ່ງສຳເລັດຮູບ MAMA ເພີ່ມລົດໝູພິກໄທດຳ  Vaseline Lotion ເພີ່ມສ່ວນປະສົມຂອງໂຢເກີດ Lipton ເພີ່ມຊາພ້ອມດື່ມໃສ່ຂວດ ແລະ ກະປ໋ອງ Listerine ເພີ່ມຜະລິດຕະພັນແບບແຜ່ນ ເປັນຕົ້ນ.

ການຂະຫຍາຍສາຍຜະລິດຕະພັນມີຂໍ້ດີຄື:

1.ເຮັດໃຫ້ຕົ້ນທຶນຕ່ຳລົງ  ຊ່ວຍຫຼຸດຄ່າໃຊ້ຈ່າຍທັງໝົດໃນການໂຄດນາ (ໂຄສະນາດຽວ ຄອບຄຸມຫຼາຍສິນຄ້າ) ເໝາະສຳລັບແບນທີ່ມີຊື່ສຽງຢູ່ແລ້ວ ເຮັດໃຫ້ສາມາດແນະນຳຜະລິດຕະພັນໃໝ່ໃຫ້ເປັນທີ່ຮູ້ຈັກໄດ້ໄວຂຶ້ນ.

2.ຫຼຸດຄວາມສ່ຽງຈາກການແນະນຳສິນຄ້າໃໝ່.

3.ໃຊ້ກຳລັງການຜະລິດສ່ວນເກີນທີ່ມີຢູ່ໃຫ້ເປັນປະໂຫຍດ.

4.ການເພີ່ມພື້ນທີ່ວາງສິນຄ້າໃນຮ້ານຄ້າຍ່ອຍ.

ແຕ່ຄວາມສ່ຽງຂອງການໃຊ້ກົນລະຍຸດນີ້ ແມ່ນພາບລັກສະນະຂອງແບນອາດຂາດລັກສະນະຄວາມເປັນສະເພາະຕົວທີ່ມີຢູ່ເດີມ ຖ້າມີການຂະຫຍາຍສາຍຜະລິດຕະພັນຫຼາຍເກີນໄປ ອີກປະການໜຶ່ງຄື ລາຍການຜະລິດຕະພັນໃໝ່ທີ່ບໍລິສັດເພິ່ມເຕິມໃນສາຍຜະລິດຕະພັນອາດແຢ່ງຍອດຂາຍຈາກສິນຄ້າເດີມຂອງບໍລິສັດແທນທີ່ຈະເປັນຂອງຄູ່ແຂ່ງຂັນ (Cannibalization).

1.1.5.ແນວ​ທາງ​ໃນ​ການ​ຂະຫຍາຍ​ສາຍ​ຜະລິດຕະພັນ.

 ແນວ​ທາງ​ໃນ​ການ​ຂະຫຍາຍ​ສາຍ​ຜະລິດຕະພັນມີ 4 ວິທີດັ່ງ​ນີ້:

1.ການ​ຂະຫຍາຍ​ຂຶ້ນ​ໄປ​ດ້ານ​ເທິງ (Move Upward Extension)

ໝາຍ​ເຖິງ ການ​ຂະຫຍາຍ​ສາຍ​ຜະລິດຕະພັນ ໂດຍ​ການ​ເພີ່ມ​ສິ່ງ​ທີ່​ດີກວ່າ ເຊັ່ນ: ສິນ​ຄ້າ​ປະ​ເພດ​ແຊມ​ພູສະ​ຜົມ ເພີ່ມ​ສູດ​ໃໝ່​ທີ່​ມີ​ຄຸນຄ່າ​ເພີ່ມ ເຊັ່ນ ສ​ະໝຸນໄພ ວິ​ຕາ​ມິນ ເກືອ​ແຮ່ ແລະ ອື່ນໆ ເປັນ​ຕົ້ນ ເພື່ອ​ຊ່ວຍ​ຍົກ​ລະດັບ​ພາ​ບລັກ​ສ​ະນະ ແລະ ​ເພີ່ມ​ລາ​ຄາ.

2.ການ​ຂະຫຍາຍ​ລົງ​ໄປ​ດ້ານ​ລຸມ (Move Downward Extension)

ໝາຍ​ເຖິງ ການ​ຂະຫຍາຍ​ສາຍ​ຜະລິດຕະພັນ ໂດຍ​ການ​ລຸດ​ສ່ວນ​ປະກອບ​ທີ່​ບໍ່​ຈຳ​ເປັນ​ລົງ ເຊັ່ນ VDO ແບບ​ຫລິ້ນ​ພຽງ​ຢ່າງ​ດຽວ, ກ້ອງ​ຖ່າຍ​ຮູບ​ໃຊ້​ເທື່ອ​ດຽວ, ຈານ​ກະ​ດາດ, ກາງ​ເກງ​ໃນ​ກະ​ດາດ, ຕະ​ກຽບ​ໃຊ້​ເທື່ອ​ດຽວ ແລະ ອື່ນໆ ເປັນ​ຕົ້ນ ເພື່ອ​ລຸດ​ລາ​ຄາ​ແຂ່ງ​ກັບ​ຄູ່​ແຂ່ງ ຫຼື ​ເພື່ອ​ຂະຫຍາຍ​ຕ​ະຫຼາດ​ລົງ​ສູ່ດຕະຫຼາດ​ລະ​ດັບ ກາງ ຫຼື ລຸມ ເປັນ​ການ​ກະ​ຈາຍ​ສິນ​ຄ້າ​ໄດ້​ກວ້າງ​ຂາງ​ຫຼາຍ​ຂຶ້ນ ແລະ ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ຄູ່​ແຂ່ງ​ຂະຫຍາຍ​ຕົວ​ຂຶ້ນ​ສູ່​ລະ​ດັບ​ເທິງ.

3.ການ​ຂະຫຍາຍ​ອອກ​ໄປ​ດ້ານ​ນອກ (Move Out Extension)

ໝາຍ​ເຖິງ ການ​ຂະຫຍາຍ​ສາຍ​ຜະລິດຕະພັນ​ໂດຍ​ການ​ເພີ່ມ​ຮູບ​ແບບ​ຂອງ​ຜະລິດຕະພັນ​ໃໝ່​ໆ ເພື່ອ​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ​ກຸ່ມ​ໃໝ່ ຕາມ​ສະຖານ​ທີ່ ເວລາ ແລະ ​ຊ່ອງ​ທາງ​ການ​ຈັດ​ຈຳ​ໜ່າຍ ເຊັ່ນ: ບັນ​ຈຸ​ພັນ​ໃໝ່​ທີ່​ໃຊ້​ໄດ້​ສະ​ດວກ​ກວ່າ ເຊັ່ນ ຂວດ​ພະລາດ​ສະຕິກ​ໃສ່​ແຢມ​ແທນ​ຂວດ​ແກ້ວ ຊ່ວຍ​ຕອບສະໝອງ​ຄວາມ​ຕ້ອງ​ການ​ຂອງ​ເດັກ​ໄດ້​ຄວາມ​ສະ​ນຸກ ​ແລະ​ ອ​ະລອຍ  Listerine ແບບ​ແຜ່ນ​ແທນ​ແບບ​ນ້ຳ ເຮັດໃຫ້​ພົກ​ໄດ້​ສະ​ດວກ ແລະ​ໃຊ້​ໄດ້​ທຸກ​ທີ່​ທີ່​ຕ້ອງ​ການຊາ Lipton ຊະນິດ​ພ້ອມ​ດື່ມ (ຂວດ ຫຼື ກະ​ປ໋ອງ) ແທນ​ແບບ​ຊອງ​ທີ່​ຕ້ອງ​ໃຊ້​ໃນ​ຮ້ອນ ເຮັດໃຫ້​ດື່ມ​ໄດ້​ທັນ​ທີ ທຸກ​ສະຖານ​ທີ່​ທີ່​ຕ້ອງ​ການ ເປັນ​ຕົ້ນ.

4.ການ​ຂະຫຍາຍ​ໄປ​ທຸກ​ດ້ານ (Move All Direction Extension)

ໝາຍ​ເຖິງ ການ​ຂະຫຍາຍ​ສາຍ​ຜະລິດຕະພັນ​ໄປ​ທຸກ​ດ້ານ ເຊັ່ນ:ນ້ຳ​ຕານຊາຍ ມີ​ການ​ເພີ່ມ​ລົດ​ຊາດ ນ້ຳ​ຕານ​ຊາຍ​ຄໍ​ຟີ່​ຊູ​ກາ​ (ຄາ​ລາ​ເມນ) ນ້ຳ​ຕານ​ຊາຍ​ໂກ​ລົດ ນ້ຳ​ຕານ​ຊາຍ​ກວດ​ສີ​ໝາກໄມ້ ນ້ຳ​ຕານ​ຊາຍ​ຊາ​ຂຽວ​ໃບ​ໝ່ອນ ນ້ຳ​ຕານ​ຊາຍ​ປະ​ເພດ​ຫວານ​ນ້ອຍ (Light Sugar) ມີ​ການ​ເພີ່ມ​ຮູບ​ແບບ​ຂອງ​ຜະລິດຕະພັນ​ໃໝ່​ໆ ເຊັ່ນ ນ້ຳ​ຕານ​ຊາຍ​ກ້ອນ ນ້ຳ​ຕານ​ຊາຍ​ຊອງ​ທຳມະດາ ນ້ຳ​ຕານ​ຊາຍ​ຊອງ​ຜອມ ເປັນ​ຕົ້ນ.

1.1.6.ກາສິນຄ້າ.

ກາສິນຄ້າ (brands) ຕາມຄວາມໝາຍຂອງສະມາຄົມການຕະຫຼາດແຫ່ງອາເມຣິກາ ໝາຍເຖິງ ຊື່ວະລີ ເຄື່ອງໝາຍ ສັນຍະລັກ ຫຼື ການອອກແບບ ຫຼື ສິ່ງເຫົ່ານີ້ລວມກັນ ໃຊ້ລະບຸວ່າສິນຄ້າ ຫຼື ບໍລິການເປັນຂອງຜູ້ຂາຍ ຫຼື ກຸ່ມຜູ້ຂາຍລາຍໄດ້ ເພື່ອສະແດງຄວາມແຕກຕ່າງຈາກຄູ່ແຂ່ງຂັນ.

ຕາມ​ກົດໝາຍ​ເຄື່ອງ​ໝາຍ​ການ​ຄ້າ ເຈົ້າ​ຂອງ​ກາ​ໄດ້ຮັບ​ສິດ​ທິ​ຜູກ​ຂາດ​ໃຫ້ເປັນ​ຜູ້​ໃຊ້​ຊື່ກາ​ສິນ​ຄ້າ​ແຕ່​ຜູ້​ດຽວ​ຕະຫຼອດ​ການ ກາ​ສິນ​ຄ້າ​ຈຶ່ງ​ແຕກ​ຕ່າງ​ຈາກ​ສິດ​ທິ​ບັດ​ (patent) ແລະ ​ລິກະ​ສິດ ທີ່​ມີ​ກຳນົດວັນໝົດອາຍຸ ຄວາມສຳຄັນຂອງກາ ແລະ ຄຸນລັກສະນະຂອງກາທີດີມີດັ່ງນີ້.

1.1.6.1.ຄວາມສຳຄັນຂອງກາ.

ກາສິນຄ້າມີຄວາມສຳຄັນທັງຕໍ່ຜູ້ຊື້ ຜູ້ຂາຍ ແລະ ຜູ້ຜະລິດດັ່ງນີ້:

1.ຄວາມສຳຄັນຂອງກາຕໍ່ຜູ້ຊື້.

- ເຮັດໃຫ້ຜູ້ຊື້ສາມາດລະບຸຊື່ກາສິນຄ້າໄດ້ຖືກຕ້ອງ.

- ເຮັດໃຫ້ຜູ້ຊື້ຮັບຮູ້ເຖິງຄວາມແຕກຕ່າງຂອງສິນຄ້າທັງດ້ານຄຸນນະພາບ ຮູບແບບ ແລະ ລາຄາ.

- ເຮັດໃຫ້ຜູ້ຊື້ຮັບຮູ້ການເກີດຂຶ້ນຂອງຜະລິດຕະພັນໃໝ່.

- ເຮັດໃຫ້ຜູ້ຊື້ສາມາດເລືອກຊື້ສິນຄ້າກາໃດກາໜຶ່ງໄດ້ຢ່າງອິດສະຫລະ.

2.ຄວາມ​ສຳຄັນ​ຂອງ​ກາ​ຕໍ່​ຜູ້​ຂາຍ ​ແລະ ​ຜູ້​ຜະລິດ.

- ຜູ້​ຂາຍ​ ແລະ ​ຜູ້​ຜະລິດ​ສາມາດ​ສົ່ງ​ເສີມ​ກາ​ານຕະຫຼາດ​ຂອງ​ກາ​ສິນ​ຄ້າ​ໄດ້.

- ກາ​ສິນ​ຄ້າ​ສາມາດ​ສ້າງ​ຍອດ​ຂາຍ ​ແລະ​ ສ່ວນ​ແບ່ງ​ຕ​ະຫຼາດ​ໄດ້.

- ກາ​ສິນ​ຄ້າ​ຊ່ວຍ​ໃຫ້​ຜູ້​ຜະລິດ​ໃຊ້​ກົນ​ລະຍຸດລາ​ຄາ​ທີ່​ແຕກ​ຕ່າງ​ກັນ​ໄດ້ ລະຫວ່າງ​ກາຕ່າງໆ ແລະ​ ໃຊ້​ກົນລະຍຸດ​ລາ​ຄາ​ທີ່​ແຕກ​ຕ່າງ​ຈາກ​ຄູ່​ແຂ່ງ​ຂັນ​ໄດ້.

- ກາ​ສິນ​ຄ້າ​ຊ່ວຍ​ໃຫ້​ເກີດ​ການ​ແນະ​ນຳ​ສິນ​ຄ້າ​ໃໝ່.

- ກາ​ສິນ​ຄ້າ​ຊ່ວຍ​ໃຫ້​ສາມາດ​ວາງ​ຕຳແໜ່ງ​ຜະລິດຕະພັນ​ໃຫ້​ແຕກ​ຕ່າງ​ກັນລະຫວ່າງ​ກາ​ຕ່າງໆ ຂອງ​ບໍລິສັດ​ເອງ​ແລະ ​ກາ​ຂອງ​ຄູ່​ແຂ່ງ​ຂັນ.

1.1.6.2.ຄຸນລັກສະນະຂອງກາທີດີ.

ກາ​ທີ່​ດີ ແມ່ນກາ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທາງ​ກາ​ນຕະຫຼາດ​ເປັນ​ທີ່​ຈົດ​ຈຳ​ຂອງ​ຜູ້​ບ​ໍລິ​ໂພກ ສ້າງລາຍ​ໄດ້​ໃຫ້​ແກ່​ບໍລິສັດ​ ແລະ ​ມີ​ສ່ວນ​ແບ່ງ​ກາ​ນຕະຫຼາດ​ສູງ ລັກສະນະ​ກາ​ທີ່​ດີ​ປະກອບ​ດ້ວຍ​ລັກສະນະ​ດັ່ງ​ນີ້:

1. ຊື່​ສັ້ນ​ກະ​ທັດ​ຮັດ ເຊັ່ນ: ແປັ​ບຊີ, ສ​ະໄປ​.

2. ອ່ານ​ອອກ​ສຽງ​ງ່າຍ ຈຳ​ງ່າຍ ເຊັ່ນ: ໂຄ້​ກ, ໄມ​ໂລ, ມາ​ລີ.

3. ສາມາດ​ຂຽນ​ໃນ​ພາສາ​ຕ່າງໆ ໄດ້​ໂດຍ​ບໍ່​ມີ​ຄວາມໝາຍ​ໃນ​ທາງ​ລົບ​ຕໍ່​ສິນ​ຄ້າ.

4. ບອກ​ບຸກຄະລິກ​ລັກສະນະ​ຂອງ​ສິນ​ຄ້າ ເຊັ່ນ: ໂຄ​ໂດ​ໂມະ ແບ​​ນ​.

6. ກໍ່ການ​ໂຄສະ​ນາ​ ແລະ ​ສົ່ງ​ເສີມ​ຕ​ະຫຼາດ​ໄດ້​ງ່າຍ.

7. ທັນ​ສະໄໝ​ບໍ່​ປ່ຽນ​ໄປ​ຕາມ​ການ​ເວລາ.

8. ສ້າງ​ການ​ຮັບ​ຮູ້​ໃຫ້​ກັບ​ຜູ້​ບໍ​ລິ​ໂພກ​ໃນ​ທິດ​ທາງ​ດຽວ​ກັນ.

1.1.7.ການຕັດສິນໃຈກ່ຽວກັບກາ.

          ການຕັ້ນສິນໃຈກ່ຽວກັບກາ (brand decision) ເປັນໝ້າທີ່ສຳຄັນຂອງນັກການຕະຫຼາດຊຶ່ງສາມາດແບ່ງໄດ້ 5 ຂັນຕອນ ດັ່ງນີ້:

1.1.7.1.ການຕັດສິນໃຈກຳນົດກາສິນຄ້າ.

ການ​ຕັດ​ສິນ​ໃຈ​ໃຊ້​ກາ​ ຫຼື ​ບໍ່​ໃຊ້​ກາ​ສິນ​ຄ້າ (to brand or not to brand decision) ເປັນການ​ຕັດ​ສິນ​ໃຈ​ຂັ້ນ​ທຳອິດຜະລິດ​ຂອງ​ບໍລິສັດ​ຄວນ​ມີກາ ​ຫຼື ​ບໍ່​ມີກາ.

ປະຈຸບັນ​ກາ​ສິນ​ຄ້າ​ມີ​ອິດທິພົນ​ຫຼາຍ​ຕໍ່​ຜູ້​ບໍ​ລິ​ໂພກ​ ແລະ​ ຜູ້​ຜະລິດ ຫາກ​ບໍ່​ມີກາ​ເຮັດໃຫ້ຜູ້​ບໍ​ລິໂພກ​ຂາດ​ຄວາມ​ເຊື່ອ​ໝັ້ນໃນ​ສິນ​ຄ້າ ສິນ​ຄ້າ​ທີ່​ບໍ່​ມີກາ​ເໝາະ​ສົມ​ສຳລັບ​ການ​ຂາຍ​ໃນ​ຕ​ະຫຼາດ​ນ້ອຍໆ ໃນ​ລະ​ດັບ​ທ້ອງ​ຖິ່ນ ບໍ່​ສາມາດ​ຂະຫຍາຍ​ຕ​ະຫຼາດ​ໃຫ້​ກວ້າງ​ໄດ້ ​ແລະ ​ບໍ່​ສາມາດ​ກໍ່ການ​ສົ່ງ​ເສີມ​ຕ​ະຫຼາດລະ​ດັບ​ປະເທດ​ ຫຼື ​ທົ່ວ​ໂລກ​ໄດ້ ແມ່ນແຕ່​ຜະລິດຕະຜົນ​ທາງ​ການ​ກະເສດ​ໃນ​ປະຈຸບັນ​ຍັງ​ມີກາ ເຊັ່ນ: ສົ້ມ​ຕິດສະ​ຕິກ​ເກີ​​ກາ​ສວນ​ທີ່​ປຸກ ໄຂ່​ຍັງ​ມີກາ​ຕິດ​ຊື່​ຟາ​ມ​ຜູ້​ຜະລິດ ເປັນ​ຕົ້ນ ສິນ​ຄ້າ​ທີ່​ມີກາ​ເໝືອນ​ເປັນ​ຄຳ​ໝັ້ນສັນຍາ​ຕໍ່​ຜູ້​ບໍ​ລິ​ໂພກ ຜູ້​ບໍ​ລິ​ໂພກ​ສາມາດ​ຮ້ອງ​ຮຽນ​ຕໍ່​ສະມາຄົມ​ຄຸ້ມ​ຄອງ​ຜູ້​ບໍ​ລິ​ໂພກ​ໄດ້​ຕາມ​ກົດໝາຍຫາກ​ກາ​ນບໍ​ລິ​ໂພກ​ສິນ​ຄ້າ​ມີ​ບັນຫາ.

1.1.7.2.ການຕັດສິນໃຈປ່ຽນເຈົ້າຂອງກາສິນຄ້າ.

ການ​ຕັດ​ສິນ​ໃຈ​ເປັນ​ຜູ້​ສົ່ງ​ເສີມ​ກາ (brand sponsor decision) ໝາຍ​ເຖິງ ຫາກ​ຕັດ​ສິນ​ໃຈໃຊ້​ກາ​ສິນ​ຄ້າ​ແລ້ວ ຜູ້​ຂາຍ​ຈະ​ຕັດ​ສິນ​ໃຈ​ໃຊ້​ກາ​ຂອງ​ໃຜ ຊຶ່ງ​ສາມາດ​ຕັດ​ສິນ​ໃຈ​ໄດ້ 3 ແນວ​ທາງ​ດັ່ງ​ນີ້:

1.ໃຊ້​ກາ​ສິນ​ຄ້າ​ຂອງ​ຜູ້​ຜະລິດ (manufacturer's brand)

ແມ່ນ​ກາ​ລະ​ດັບ​ຊາດ (national brand) ໝາຍ​ເຖິງ ກາ​ທີ່​ຜູ້​ຜະລິດ​ເປັນ​ເຈົ້າ​ຂອງ​ກາ​ ແລະ ​ສະໜັບ​ສະໜູນ​ກາ​ເຊັ່ນ: ໂຕໂຢຕ້າ ເປັນ​ຕົ້ນ ກາ​ຂອງ​ຜູ້​ຜະລິດ​ມັກ​ເປັນ​ທີ່​ຮູ້​ຈັກ​ກັນ​ແພ່ຫຼາຍ​ ແລະ ​ເປັນ​ທີ່ຍ​ອມ​ຮັບ​ຈາກ​ຜູ້​ບ​ໍລິ​ໂພກເນື່ອງ​ຈາກ​ຜູ້​ຜະລິດ​ສະໜັບ​ສະໜູນ​ດ້ວຍ​ງົບ​ປະ​ມານ​ຫຼາຍ ເຊັ່ນ: ການ​ໂຄສະ​ນາ ການ​ສົ່ງ​ເສີມ​ຕ​ະຫຼາດ​ດ້ວຍ​ວິທີ​ອື່ນໆ.

2.ກາ​ຂອງ​ຜູ້​ຈັດ​ຈຳ​ໜ່າຍ (distributor brand, house brand or private brand)

ເປັນ​ກາ​ທີ່​ຜູ້​ຈັດ​ຈຳ​ໜ່າຍ​ເປັນ​ເຈົ້າ​ຂອງ​ກາ​ເອງ ໂດຍ​ຜູ້​ຈັດ​ຈຳ​ໜ່າຍ​ເຫັນ​ໂອ​ກາດ​ໃນ​ການ​ແທກ​ຕະ​ຫຼາດ ຈຶ່ງສັ່ງ​ສິນ​ຄ້າ​ຈາກ​ຜູ້​ຜະລິດ​ໃຫ້​ຜະລິດ​ໂດຍ​ຕິດ​ກາ​ຂອງ​ຜູ້​ຈັດ​ຈຳ​ໜ່າຍ ເຊັ່ນ: ນ້ຳ​ມັນ​ພືດ​ຂອງ​ຫ້າງ Mckro ຜົງຊັກ​ຟອກ​ລີດ​ກະ​ດາດ​ທິດ​ຊູ​ເຊັນ​ທັນ ເປັນ​ຕົ້ນ ປະຈຸບັນ​ກາ​ຂອງ​ຜູ້​ຈັດຈຳ​ໜ່າຍ​ສາມາດ​ເຮັດ​ຢອດ​ຂາຍ​ໄດ້​ຫຼາຍ​ຂຶ້ນ ໃນ​ຂະນະ​ທີ່​ໃຊ້​ງົບ​ປະ​ມານ​ໃນ​ການ​ໂຄສະ​ນາ​ ແລະ ​ສົ່ງ​ເສີມການ​ຂາຍ​ນ້ອຍ​ກວ່າກາ​ຂອງ​ຜູ້​ຜະລິດ ໂດຍ​ສ່ວນ​ໃຫຍ່​ມັກ​ໃຊ້​ກົນ​ລະຍຸດລາ​ຄາ​ຕ່ຳ​ກວ່າກາ​ຂອງ​ຜູ້​ຜະລິດ ເພື່ອ​ເຈາະກລຸ່ມ​ຜູ້​ທີ່​ບໍ່​ຈົ່ງ​ຮັກ​ພັກ​ດີ​ຕໍ່ກາ.

3.ກາ​ສິນ​ຄ້າ​ພາຍໃຕ້​ລິກ​ະສິດ​ທີ່​ໄດ້ຮັບ​ອະນຸຍາດ (licensed brand name)

ເປັນ​ການ​ໃຊ້ກາ​ຂອງ​ເຈົ້າ​ຂອງ​ລິກ​ະສິດ ໂດຍ​ການເຮັດ​ສັນຍາ​ຕົກລົງ​ຊື້​ລິກະ​ສິດ​ ແລະ ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຂອງເຈົ້າ​ຂອງ​ກາ ເຊັ່ນ Swensen, KFC, Starbuck ເປັນ​ຕົ້ນ.

1.1.7.3.ການຕັດສິນໃຈກ່ຽວກັບຊື່ກາສິນຄ້າ.

ການຕັດສິນໃຈກ່ຽວກັບຊື່ກາສິນຄ້າ (brand name decision) ເປັນສິ່ງສຳຄັນຊຶ່ງນຳໄປສູ່ຄວາມສຳເລັດຂອງກາ ມີແນວທາງໃນການຕັດສິນໃຈໃຊ້ຊື່ກາໂດຍໃຊ້ວິທີການດັ່ງນີ້:

1.ວິທີການຕັ້ງຊື້ກາ.

-      ຊື່​ກາ​ເອກ​ເທດ (individual brand)

-      ກາ​ຄອບຄົວ (family brand)

-      ກາ​ຄອບຄົວ​ແຍກ​ເປັນ​ກຸ່ມ​ຜະລິດຕະພັນ (separate family brand)

-      ຊື່ບໍລິສັດລວມກັບຊື່ກາເອກເທດຂອງຜະລິດຕະພັນ (corporate namecombined with individual product name)

2.ຂັ້ນຕອນໃນການຕັ້ງຊື່ກາ.

ໃນທາງປະຕິບັດມີ 6 ຂັ້ນຕອນ ດັ່ງນີ້:

- ກຳນົດຈຸດມຸ້ງໝາຍ ແລະ ກອບແນວຄິດຂອງຊື່ກາ ເປັນການກຳນົດຈຸດມຸ້ງໝາຍ ແລະ ກອບແນວຄິດຂອງການຕັ້ງຊື່ຜະລິດຕະພັນ ເພື່ອໃຫ້ສອດຄ່ອງກັບຕຳແໜ່ງຜະລິດຕະພັນທີ່ວາງໄວ້.

- ລະດົມການຕັ້ງຊື່ໃຫ້ຈຳນວນຫຼາຍເພື່ອຈະເລືອກຊື່ທີ່ສົນໃຈທີ່ສຸດ ຂັ້ນຕອນນີ້ເປັນການຄິດຊື່ກາໄວ້ຫຼາຍໆ ຊື່ ເພື່ອຈະເລືອກຊື່ທີ່ເຫັນວ່າເໝາະສົມທີ່ສຸດ.

- ຄັດກຸ່ມຊື່ທີ່ສົນໃຈ ເປັນການຄັດເລືອກຊື່ທີ່ສົນໃຈ ແລະ ຕັດຊື່ທີ່ບໍ່ສົນໃຈ.

- ວິໄຈກັບກຸ່ມເປົ້າໝາຍ ນຳກຸ່ມຊື່ທີ່ໄດ້ຮັບການຄັດເລືອກ ວິໄຈກັບກຸ່ມເປົ້າໝາຍເພື່ອຫາຂໍ້ມູນວ່າກຸ່ມເປົ້າໝາຍມັກຊື່ໃດ.

- ກວດສອບການຈົດທະບຽນ ເພື່ອກວດເຊັກວ່າຊື່ທີ່ກຸ່ມເປົ້າໝາຍມັກນັ້ນ​ໄດ້​ມີ​ຜູ້​ອື່ນ​ຈົດ​ທະ​ບຽນ​ໄວ້​ແລ້ວ​ ຫຼື ​ບໍ່ ເພາະ​ຫາກ​ມີ​ຜູ້​ຈົດ​ທະ​ບຽນ​ໄວ້​ແລ້ວ ບໍ່​ສາມາດ​ຈົດ​ທະ​ບຽນຊ້ຳ​ຊ້ອນ​ໄດ້​ອີກ.

- ເລືອກ​ຊື່​ທີ່​ເໝາະ​ສົມ​ທີ່ສຸດ ຫາກ​ການ​ກວດ​ສອບ​ພ​ບວ່າ​ປະຈຸບັນ​ຍັງ​ບໍ່​ມີໃຜ​ຈົດ​ທະ​ບຽນ​ໄວ້ ບໍລິສັດ​ສາມາດ​ຈົດ​ທະ​ບຽນ​ຊື່​ນັ້ນ​ໄດ້ ໂດຍ​ບໍລິສັດ​ນຳ​ຊື່​ທີ່​ຈະ​ຈົດ​ທະ​ບຽນ​ໄປສ້າງ​ເປັນ​ໂລ​ໂກ້ (logo) ແລ້ວ​ນຳ​ໄປ​ຈົດ​ທະ​ບຽນ​ທັງ​ໃນ​ປະເທດ ​ແລະ​ ຕ່າງ​ປະເທດ ເພື່ອ​ສາມາດປົກ​ປ້ອງ​ສິດ​ທິ​ໃນ​ກາ​ທີ່​ຈົດ​ທະ​ບຽນ​ໄວ້​ໄດ້.

3.ແນວ​ທາງ​ໃນ​ການຕັ້ງ​ຊື່​ກາ.

ໃນ​ການຕັ້ງ​ຊື່​ກາ​ມີ​ແນວ​ທາງ​ດັ່ງ​ນີ້:

- ໃຊ້​ຊື່​ບຸກ​ຄົນ

- ໃຊ້​ຊື່​ສະຖານ​ທີ່

- ໃຊ້​ຊື່​ສະແດງ​ຮູບ​ແບບ​ການ​ດຳ​ເນີນ​ຊີວິດ

- ໃຊ້​ຊື່​ຕັ້ງ​ຂຶ້ນ​ເອງ

- ຊື່​ອື່ນໆ

1.1.7.4.ການຕັດສິນໃຈກ່ຽວກັບກົນລະຍຸດກາສິນຄ້າ.

ການຕັດສິນໃຈກ່ຽວກັບກົນລະຍຸດກາສິນຄ້າ (brand strategy decision) ຂອງບໍລິສັດຈະໃຊ້ກົນລະຍຸດໃດໂດຍຈຳແນກໄດ້ດັ່ງນີ້:

-      ກົນລະຍຸດການຂະຫຍາຍສາຍຜະລິດຕະພັນ.

-      ກົນລະຍຸດການຂະຫຍາຍກາ.

-      ການຕັ້ງຊື່ກາສູ່ສິນຄ້າທີ່ຫຼາກຫຼາຍ.

-      ກົນລະຍຸດມຸ້ງເນັ້ນກາ

-      ກົນລະຍຸດຫຼາຍກາ

-      ກົນລະຍຸດກາໃໝ່ສຳລັບຜະລິດຕະພັນໃໝ່

-      ກົນລະຍຸດການໃຊ້ກາສິນຄ້າຮ່ວມ

1.1.7.5.ການຕັດສິນໃຈປ່ຽນຕຳແໝ່ງກາສິນຄ້າ.

        ແມ່ນບໍລິສັດຕ້ອງ​ຕິດ​ຕາມ​ກວດ​ສອບ​ຕຳແໜ່ງ​ສິນ​ຄ້າ​ຂອງ​ບໍລິສັດ​ໃນ​ຕ​ະຫຼາດ ຫາກ​ພົ​ບວ່າ​ກາ​ນວາງ​ຕຳແໜ່ງ​ສິນ​ຄ້າ​ເພີ່ມບໍ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິໂພກ​ທີ່​ປ່ຽນ​ແປງ​ໄປ ບໍລິສັດ​ອາດ​ຕ້ອງ​ປ່ຽນ​ຕຳແໜ່ງຂອງ​ສິນ​ຄ້າ​ໃໝ່ ເຊັ່ນ: ບໍລິສັດ ທິບ ອິນ​ເຕ​ີເທດ ຈຳ​ກັດ ເຈົ້າ​ຂອງ​ນ້ຳ​ມັນ​ພືດ​ທົບ ໄດ້​ປ່ຽນ​ຕຳແໜ່ງຂອງ​ກາ​ນ້ຳ​ມັນ​ພືດ​ທິບ​ໃໝ່​ໃຫ້ເປັນ​ນ້ຳ​ມັນ​ປຸງ​ອາຫານ​ສຳລັບ​ແມ່​ບ້ານ​ທັນ​ສະໄໝ ແທນ​ການ​ເປັນ​ນ້ຳ​ມັນພືດ​ສຳລັບ​ແມ່​ບ້ານ​ອາ​ຍຸ 40 ຂຶ້ນ​ໄປ​      ເໝືອນ​ໃນ​ອະ​ດີດ ໂດຍ​ການ​ປ່ຽນ​ຮູບ​ແບບ​ການ​ໂຄສະ​ນາ​ຜູ້​ນຳ​ສະເໜີ ແລະ ​ການເຮັດ​ກິດຈະກຳ​ທາງ​ກາ​ນການຕະຫຼາດ ເຊັ່ນ: ຝຶກອົບຮົມ​ການເຮັດ​ອາຫານ ເປັນ​ຕົ້ນ.
ใหม่กว่า เก่ากว่า