ການວາງຕຳແໜ່ງຜະລິດຕະພັນ ແລະ ການວິເຄາະພັນລິດຕະພັນ

 ການວາງຕຳແໜ່ງຜະລິດຕະພັນ ແລະ ການວິເຄາະພັນລິດຕະພັນ

1.1.ຄວາມໝາຍຂອງຕຳແໜ່ງຜະລິດຕະພັນ.

ການວາງຕໍາແໜ່ງຜະລິດຕະພັນເປັນການສ້າງ ຫຼື ການກໍານົດພາບລັກຂອງຜະລິດຕະພັນໃນໃຈຂອງຜູ້ບໍລິໂພກໃນດ້ານການປຽບທຽບຜະລິດຕະພັນອືນໆ ຫຼື ໃນດ້ານການປຽບທຽບກັບທັດສະນະຄະຕິແນວຄວາມຄິດຕ່າງໆ ຂອງຜູ້ບໍລິໂພກເຊັ່ນ: ກາເຟທີີ່ບໍມີສານ ຄາເຟອີນເປັນການກໍານົດພາບລັກໃນໃຈຂອງຜູ້ບໍລິໂພກວ່າຜະລິດຕະພັນເປັນກາເຟທີີ່ບໍມາຄາເຟອີນ ເຊິີ່ງເປັນການກໍານົດໃນດ້ານການປຽບທຽບກັບຜະລິດຕະພັນກາເຟອືນໆ ທີີ່ມີສານຄາເຟອິນ ຫຼື ເປັນການກໍານົດດ້ານປຽບທຽບກັບຄວາມຄິດຂອງຜູ້ບໍລິໂພກກາເຟເປັນເຄື່ອງດື່ມທີີ່ມີສານຄາເຟອີນ, ກາເຟທີີ່ບໍມີສານຄາເຟອີນຈຶ່ງເປັນພາບລັກທີີ່ແຕກຕ່າງອອກໄປຈາກຜະລິດຕະພັນອືນ, ຜູ້ບໍລິໂພກຈະເຫັນຜະລິດຕະພັນໃນດ້ານຂອງຄຸນລັກສະນະທີີກໍານົດໄວ້ໄດ້ຢ່າງຊັດເຈນ ແລະ ເນັນຄວາມເດັນ ແລະ ຄວາມແຕກຕ່າງຂອງຜະລິດຕະພັນຈາກຜະລິດຕະພັນອື່ນໆ ຜູ້ບໍລິໂພກຈະສ້າງພາບ ແລະ ຄວາມຄາດຫວັງໃນຜະລິດຕະພັນຕາມຕໍ່າແໜ່ງຜະລິດຕະພັນທີີ່ຖກກໍານົດໄວ້ເຊັນ: ຜູ້ບໍລິໂພກ ຈະສ້າງພາບ “ລົດສໍາລັບຜູ້ບໍລິຫານ” ວ່າເປັນລົດທີີ່ມີຂະໜາດໃຫຍ່, ນັງສະບາຍ, ຮູບຊົງມີຄວາມຫຼາກຫຼາຍ, ລາຄາແພງເປັນຕົ້ນ ດັ່ງນັ້ນ, ຕໍາແໜ່ງຜະລິດຕະພັນຈຶ່ງຕ້ອງມີຄວາມສອດຄ່ອງກັບຮູບແບບ, ຄຸນລັກສະນະ ແລະ ຄຸນນະພາບຂອງຜະລິດຕະພັນ ແລະ ຈະຕ້ອງມີຄວາມສອດຄ່ອງກັບແນວຄິດ, ທັດສະນະຄະຕິ ແລະ ຄວາມເຊື່ອຂອງກຸ່ມເປົ້າໝາຍ ການວາງຕໍາແໜ່ງຜະລິດຕະພັນຈຶ່ງຈະເປັນປະໂຫຍດຕໍການບໍລິຫານຜະລິດຕະພັນ.

ຄວາມໝາຍຂອງຕໍາແໜ່ງຜະລິດຕະພັນ ຈຶ່ງຫຼາຍເຖິງ ຈິດຕະພາບ ຫຼື ຄວາມຄິດເຫັນຂອງຜູ້ບໍລິໂພກ ໂດຍຜູ້ບໍລິໂພກເຂົ້າໃຈວ່າຈຸດຢືນຂອງຜະລິດຕະພັນນັ້ນຢູ່ໄດ້ ແລະ ຄື ຫຼື ແຕກຕ່າງຈາກຄູ່ແຂ່ງຂັນແບບໃດ ການພິຈາລະນາຈຸດຢືນ ຫຼື ຕໍາແໜ່ງຜະລິດຕະພັນເຮັດໄດ້ 2 ແບບຄື:

1.ຄຸນສົມບັດຜະລິດຕະພັນຕາມຄວາມຈິງ (Objective Space)

ຄຸນສົມບັດຜະລິດຕະພັນຕາມຄວາມຈິງ (Objective Space) ເປັນການເບິ່ງຈຸດຢືນ ຫຼື ຕໍາແໜ່ງຂອງຜະລິດຕະພັນໃນດ້ານສານເຄມີ ຫຼື ສິີ່ງປະກອບຂຶ້ນເປັນຜະລິດຕະພັນເຊັນ: ກຸ່ມຂອງໂຄງການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກໄດ້ມີການກວດສອບຜະລິດຕະພັນຕາມຄວາມຈິງຂອງສະບ່ຝຸ່ນກາຕ່າງໆ ເນື່ອງຈາກວ່າສະບູ່ຝຸ່ນປະກອບດ້ວຍສານ PH ເຊິີ່ງເປັນສານເຄມີຊະນິດໜຶີ່ງ ສານ PH ນີ້ຈະເຮັດໃຫ້ເຄືອງນຸ່ງສະອາດ ຈຶ່ງໄດ້ຈັດຕໍາແໜ່ງຜະລິດ ຕະພັນຕາມສານເຄມີທີີ່ປະກອບເປັນຜະລິດຕະພັນ ແລະ ຕາມຄວາມຂາວ.

2.ຄຸນສົມບັດຜະລິດຕະພັນຕາມການຮັບຮູ້ (Perceived Space)

ຄຸນສົມບັດຜະລິດຕະພັນຕາມການຮັບຮູ້ (Perceived Space) ເປັນສິີງທີີ່ໄດ້ມາຈາກການຮັບຮູ້ຜູ້ບໍລິໂພກ ອາດຈະເປັນຄວາມຄິດເຫັນຂອງຜູ້ບໍລິໂພກທີີ່ໄດ້ຈາກການສໍາຫຼວດ,  ວິໄຈ ເຊິີ່ງຈຸດຢືນ ຫຼື ຕໍາແໜ່ງຜະລິດຕະພັນນັ້ນອາດຈະແຕກຕ່າງໄປກັບຄຸນສົມບັດຜະລິດຕະພັນຕາມຄວາມຈິງກໍໄດ້ (Objective Space).

ເຖິງຢ່າງໃດກໍຕາມຈຸດຢືນ ຫຼື ຕໍາແໜ່ງຜະລິດຕະພັນອາດຈະມີການປ່ຽນແປງໄດ້ເນື່ອງມາຈາກຄຸນສົມບັດຜະລິດຈະພັນເຊິີ່ງຈະປ່ຽນແປງ ຫຼື ຜັນແປຕາມປັດໄຈຕໍໄປນີ້ຄື:

- ເວລາ ເມືອເວລາຜ່ານໄປດົນ ຄຸນສົມບັດຜະລິດຕະພັນອາດປ່ຽນແປງໄດ້.

- ບຸກຄົນ ຈິນຕະນາການຄຸນສົມບັດຜະລິດຕະພັນຂອງຜູ້ບໍລິໂພກແຕ່ລະຄົນບໍຄືກັນ.

- ເຫດການກິດຈະການອາດຫາກໍຄົນພົບວ່າຜະລິດຕະພັນທີີ່ຂາຍຢູ່ແຕ່ເດີມເຄີຍໃຊ້ປະໂຫຍດໄດ້ພຽງ 2 ຢ່າງ ປັດຈຸບັນສາມາດໃຊ້ໄດ້ຫຼາຍກວ່າ 3 ຢ່າງຂຶ້ນໄປ ເຊິີ່ງເປັນການເພີີ່ມການໃຊ້ ດັ່ງນັ້ນ, ຈຶ່ງສ້າງໃຫ້ຈິດຕະພາບຂອງຕໍາ ແໜ່ງຜະລິດຕະພັນແຕກຕ່າງໄປຈາກເດີມ.

1.2.ແນວຄວາມຄິດ ແລະ ແນວທາງການວາງຕຳແໜ່ງຜະລິດຕະພັນ.

ແນວຄວາມຄິດການວາງຕໍາແໜ່ງຜະລິດຕະພັນເລີີ່ມຕົ້ນຈາກການກໍານົດກຸ່ມເປົ້າໝາຍ ເຊິີ່ງສາມາດກະທໍາໄດ້ໂດຍການແບ່ງຜູ້ບໍລິໂພກທັງໝົດອອກເປັນກຸ່ມ ໂດຍໃຫ້ຜູ້ບໍລິໂພກໃນແຕ່ລະກຸ່ມມີຄວາມຄ້າຍຄືກັນພາຍໃນກຸ່ມ ແຕ່ມຄວາມແຕກຕ່າງກັນໃນລະຫວ່າງກຸ່ມ ການແບ່ງຜູ້ບໍລິໂພກນີ້ ເອີນວ່າການແບ່ງສ່ວນຜູ້ບໍລິໂພກ ການແບ່ງສ່ວນຜູ້ບໍລິໂພກນີ້ບໍມີຫຼັກເກນຕາຍຕົວ ຜູ້ບໍລິຫານທີີ່ມີຄວາມຄິດສ້າງສັນ ແລະ ສາມາດຫາກຸ່ມຜູ້ບໍລິໂພກຈາກການແບ່ງສ່ວນດ້ວຍແນວທາງໃໝ່ໆ ຈະເປັນຜູ້ປະສົບຄວາມສໍາເລັດໃນການພັດທະນາຜະລິດຕະພັນສໍາລັບກຸ່ມຜູ້ບໍລິໂພກນັ້ນ ຫຼື ດ້ວຍການວາງຕໍາແໜ່ງຜະລິດຕະພັນໃຫ້ເຂົ້າກຸ່ມຜູ້ບໍລິໂພກນັ້ນໆ ຕົວຢ່າງຫຼັກເກນ ຫຼື ຕົວປຽນທີີ່ນໍາມາໃຊ້ໃນການແບ່ງສ່ວນຜູ້ບໍລິໂພກໄດູ້ແກ່:

1.ສະພາບທາງພູມສາດ:

ໂດຍແບ່ງຜູ້ບໍລິໂພກຕາມຖິີ່ນທີີ່ຢູ່ອາໄສ, ເຂດຕົວເມືອງ, ເຂດຊົນນະບົດ, ສະພາບທົ່ງພຽງ, ພໍພຽງ, ເຂດນໍ້າເຂດທະເລ ຫຼື ອາດແບ່ງໂດຍສະພາບພູມອາກາດໃນຖິີ່ນທີີ່ຢູ່ອາໄສເຊັນ: ເຂດຮ້ອນ, ເຂດໜາວ ເປັນຕົ້ນ.

2.ສະພາບປະຊາກອນສາດ:

ແມ່ນໄດ້ແກ່ ການແບ່ງຜູ້ບໍລິໂພກຕາມອາຍຸ, ເພດ, ຂະໜາດຄອບຄົວ, ລາຍໄດ້, ອາຊີບ, ການສຶກສາ ເປັນຕົ້ນ.

3.ສະພາບຈິດຕະວິດທະຍາ:

ແມ່ນໄດ້ແກ່ ການແບ່ງຜູ້ບໍລິໂພກ ໂດຍໃຊ້ສະຖານະທາງສັງຄົມ ຮູບແບບການດໍາເນີນຊີວິດ, ບຸກຄະລິກ, ອຸປະນິໄສ ເປັນຕົ້ນ.

4.ສະພາບພຶດຕິກໍາສາດ:

ແມ່ນໄດ້ແກ່ການແບ່ງຜູ້ບໍລິໂພກຕາມພຶດຕິກໍາການຊື້ ແລະ ການໃຊ້ສິນຄ້າ ເປັນຕົ້ນ.

ເມືອແບ່ງສ່ວນຜູ້ບໍລິໂພກແລ້ວ ຈະຕ້ອງມີການກໍານົດກຸ່ມເປົ້າໝາຍໂດຍເລືອກຈາກສ່ວນຜູ້ບໍລິໂພກທີີ່ມີຄວາມໜ້າສົນໃຈ ແລະ ເໝາະສົມກັບຜະລິດຕະພັນຂອງກິດຈະການຫຼາຍທີີ່ສຸດເຊັນ: ບໍລິສັດຜະລິດກະແລັມ ອາດເລືອກກຸ່ມເປົ້າໝາຍທີີ່ເປັນເດັກນ້ອຍອາຍຸ 6-12 ປີ ທີີ່ຢູ່ໃນຄອບຄົວທີີ່ມີຖານະປານກາງ, ເຂດຕົວເມືອງ ມີຮູບແບບການໃຊ້ຊີວິດໃນຄອບຄົວທີີ່ອົບອຸ່ນ ເປັນຕົ້ນ ໃນການກໍານົດກຸ່ມເປົ້າໝາຍນີ້ອາດເລືອກກຸ່ມເປົ້າໝາຍທີີ່ຫຼາຍກວ່າ  ໜຶີ່ງກຸ່ມກໍໄດ້ ໃນການເລອກກຸ່ມເປົ່າໝາຍທີີ່ໃຫຍ່ຂຶ້ນນີ້ ຈະເຮັດໃຫ້ບໍສາມາດເຫັນພາບກຸ່ມເປົ້າໝາຍໄດ້ຊັດເຈນຄືກັບກໍລະນີທໍາອິດ ແຕ່ຈະມີຂະໜາດກຸ່ມເປົ້າໝາຍທີີ່ໃຫຍ່ຂຶ້ນເຊັນ: ບໍລິສັດຜະລິດກະແລັມ ເລອກເປົ້າໝາຍທີີ່ເປັນເດັກນ້ອຍອາຍຸ 6-12 ປີ ແລະ ເປັນໄວໜຸ່ມອາຍຸ 13-19 ປີ ທີີ່ຢູ່ໃນຄອບຄົວທີີ່ມີຖານະປານກາງເຖິງຖານະສູງ ບໍຈໍາກັດຮູບແບບການດໍາເນີນຊີວິດ ເປັນຕົ້ນ.

ເມື່ອກໍານົດກຸ່ມເປົ້າໝາຍໄດ້ແລ້ວ ຈະຕ້ອງມີການສຶກສາ, ວິເຄາະ, ທັດສະນະຄະຕິ, ແນວຄິດ, ຄວາມເຊື່ອ ແລະ ພຶດຕິກໍາຂອງກຸ່ມເປົ້າໝາຍ ເພື່ອຫາແນວຄວາມຄິດໃນການກໍານົດຕໍາແໜ່ງຜະລິດຕະພັນສໍາລັບກຸ່ມເປົ້າໝາຍ.

ໃນການຫາແນວຄວາມຄິດການກໍານົດຕໍາແໜ່ງຜະລິດຕະພັນນີ້ ຈະຕ້ອງລວບລວມຕໍາແໜ່ງຜະລິດຕະພັນ ຂອງຄູ່ແຂ່ງຂັນທີີ່ມີຢູ່ໃນຕະຫຼາດມາພິຈາລະນາດ້ວຍ ເພາະການວາງຕໍາແໜ່ງຜະລິດຕະພັນທີີ່ດີຈະຕ້ອງບໍຊໍ້າຊ້ອນກັບຕໍາແໜ່ງຜະລິດຕະພັນຂອງຄູ່ແຂ່ງຂັນເຊັ່ນດຽວກັບການແບ່ງສ່ວນຜູ້ບໍລິໂພກການຫາແນວຄວາມຄິດໃນການກໍານົດຕໍາແໜ່ງຜະລິດຕະພັນ ບໍມີຫຼັກເກນແນ່ນອນ, ຕາຍຕົວ ແຕ່ຈະຂຶ້ນຢ່ກັບຄວາມຄິດສ້າງສັນຂອງຜູ້ບໍລິຫານການຕະຫຼາດ ເຖິງຢ່າງໃດກໍຕາມອາດນໍາແນວທາງທີີ່ສະເໜີຕໍໄປນື້ ມາເປັນແນວທາງໄດ້.

1.3.ແນວທາງໃນການວາງຕຳແໜ່ງຜະລິດຕະພັນ.

ການວາງຕໍາແໜ່ງຜະລິດຕະພັນນັ້ນສາມາດໃຊ້ແບບໃດແບບໜຶີ່ງໃນ 8 ແບບຕໍໄປນີ້:

1. ຮູບແບບ ແລະ ຄຸນສົມບັດຂອງຜະລິດຕະພັນ ເຊັນ: ສະບູ່ຝຸ່ນສົດເຂັມຂຸ້ນ, ນົມໄຂມັນຕຳ່, ເຄື່ອງດື່ມລົດໂຄລ້າ ເປັນຕົ້ນ.

2. ຮູບລັກສະນະຂອງກຸມເປົ້າໝາຍ ເຊັ່ນ: ລົດສໍາລັບຜູ້ບໍລິຫານ, ຄີມຖະໜອມຜິວເດັກນ້ອຍ, ເຄື່ອງສໍາອາງສໍາລັບຜູ້ທີີ່ເຮັດວຽກໜັກ ເປັນຕົ້ນ.

3. ຄ່ານິຍົມຂອງກຸ່ມເປົ້າໝາຍ ເຊັນ: ເຮືອນລາຄາປະຢັດ, ອາຫານເພື່ອສຸຂະພາບ, ເກີບທີີ່ໄດ້ຮັບຄວາມນິຍົມ ເປັນຕົ້ນ.

4. ຄວາມແຕກຕ່າງຈາກຜະລິດຕະພັນທົ່ວໄປ ເຊັນ: ນໍ້າມັນບໍມີສານຕະກົ່ວ, ໂທລະສັບບໍມີສາຍ ເປັນຕົ້ນ.

5. ການເປັນໜຶ່ງ, ເປັນສິງທໍາອິດ, ຄວາມເປັນຜູ້ນໍາ ເຊັນ: ຜູ້ນໍາດ້ານສຸຂະພັນ, ກິີ່ນຫອມຕົນສະບັບ.

6. ການປຽບທຽບກັບຜະລິດຕະພັນຂອງຄູ່ແຂ່ງຂັນ ເຊັນ: ລົດຊາດເຂັມຂຸ້ນ.

7. ຄວາມໃໝ່, ຄວາມລໍາໜ້າ ເຊັນ: ລົດສໍາລັບທົດສະວັດໜ້າ ກ້າວລໍາໄປອີກຂັ້ນ.

8. ການອີງຜະລິດຕະພັນອື່ນ ເຊັນ: ລົດທີີ່ໃຊ້ເຕັກໂນໂລຊີຂອງຍານພາຫະນະທາງອາກາດ.

1.4.ກົນ​ລະຍຸດການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ.

ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ສາມາດ​ເລືອກ​ໃຊ້​ກົນ​ລະຍຸດ​ໃນ​ການ​ກຳນົດ​ຕຳແໜ່ງ​ໄດ້​ຫຼາຍ​ວິທີມີດັ່ງນີ້:

1.ການ​ກຳນົດ​ຕຳແໜ່ງ​ຕາມ​ລາ​ຄາ​ ແລະ​ ຄຸນນະພາບ. ເຊັ່ນ: ປາກ​ະ​ປ໋ອງ​ອາ​ຢົມ ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ວ່າ ຄຸນນະພາບ​ດີ ລາ​ຄາ​ສູງ.

2.ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ຕາມ​ລັກສະນະ​ຜູ້ ​ໃຊ້​ຜະລິດ​ພັນ​ຖືເປັນ​ການ​ກຳນົດ​ຕຳແໜ່ງ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຜະລິດຕະພັນ​ດັ່ງ​ກ່າວ​ເໝາະ​ກັບ​ຜູ້​ໃຊ້​ກຸ່ມ​ໃດ. ເຊັ່ນ: ຢາງ​ລົດ​ຢົນ​ອາ​ຕາ​ນິ ຢາງ​ສຳລັບ​ລົດ​ໃຫຍ່ ບ້ານ​ເອື້ອ​ອາ​ທົນ ບ້ານ​ສຳລັບ​ຜູ້​ມີ​ລາຍ​ໄດ້​ນ້ອຍ.

3.ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ຕາມ​ຄຸນສົມບັດ ຫຼື ​ປະໂຫຍດ​ຂອງ ຜະລິດຕະພັນ ເປັນ​ການ​ກຳນົດ​ຕຳ ແໜ່ງ​ໂດຍ​ນຳ​ເອົາ​ຄຸນສົມບັດ ຫຼື ​ປະໂຫຍດ​ຂອງ​ຜະລິດຕະພັນ ມາ​ເປັນ​ຕົວ​ກຳນົດ ຢາມອງໂປຍ​ຊຽນ ໃຊ້​ດົມ​ໃຊ້​ທາ​ໃນ​ຫຼອດ​ດຽວ​ກັນ.

4.ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ຕາມ​ການ​ໃຊ້​ ຫຼື ການ​ນຳ​ໄປ​ໃຊ້ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ຜະລິດຕະພັນ​ນັ້ນ​ນຳ​ໄປ​ໃຊ້​ຢ່າງໃດ ເຊັ່ນ: ຊອດ​ບາງ​ຢີ່​ຫໍ້​ລະ​ບຸ​ວ່າ​ສາມາດ​ໃຊ້​ໄດ້​ທັງ​ແກງ, ໜຶ້ງ, ທອດ.

5.ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ຕາມ​ລະ​ດັບ​ຊັ້ນ​ຜະລິດຕະພັນ ເປັນ​ການ​ສະແດງ​ໃຫ້​ເຫັນ​ວ່າ​ຜະລິດຕະພັນ​ຢີ່​ຫໍ້​ນັ້ນ​ເປັນ​ຜະລິດຕະພັນ​ທີ່​ຢູ່ໃນ​ລະ​ດັບ​ໃດ ເຊັ່ນ: ການ​ກຳນົດ​ຕຳແໜ່ງ​ວ່າ​ຜະລິດຕະພັນ​ຂອງ​ຕົນ​ເປັນ​ຜະລິດຕະພັນ​ສຳລັບ​ຜູ້​ນຳ ຊຶ່ງ​ສະແດງ​ວ່າ​ເປັນ​ຜະລິດຕະພັນ​ຊັ້ນ​ດີ.

6.ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ເພື່ອ​ສະແດງ​ການ​ແຂ່ງ​ຂັນ ເປັນ​ຄວາມ​ພະຍາຍາມ​ບອກ​ກັບ​ຕ​ະຫຼາດ​ວ່າ​ຜະລິດຕະພັນ​ຂອງ​ຕົນ​ດີກວ່າ​ຄູ່​ແຂ່ງ​ຂັນ ເຊັ່ນ: ຜົງ​ຊັກ​ຟອກ​ບາງ​ຢີ່​ຫໍ້​ລະ​ບຸ​ວ່າ ຈ່າຍ​ແພງ​ກວ່າ​ເປັນຫຍັງ.

7.ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ແບບ​ປະສົມ​ປະສານ​ ເປັນ​ການ​ກຳນົດ​ຕຳແໜ່ງ​ຜະລິດຕະພັນ​ໂດຍ​ຢຶດ​ຫຼັກ​ເກນ​ຫຼາຍໆ ຢ່າງ​ຮ່ວມ​ກັນ ເຊັ່ນ: ການ​ນຳ​ທັງ​ຄຸນສົມບັດ​ຂອງ​ສິນ​ຄ້າ ​ແລະ​ ການ​ແຂ່ງ​ຂັນ​ມາ​ຮ່ວມ​ກຳນົດ​ເປັນ​ຕຳ ແໜ່ງ​ຜະລິດຕະພັນ.

1.5.ການ​ວິ​ເຄາະ​ຜະລິດຕະພັນ.

ການ​ວິ​ເຄາະ​ຜະລິດຕະພັນ ເປັນ​ການ​ພິຈາລະນາ​ຫາ​ຂໍ້​ດີ ຂໍ້​ດ້ອຍ​ຂອງ​ຜະລິດຕະພັນ ເພື່ອ​ນຳ​ມາ​ພັດທະນາ​ປັບ​ປຸງ​ຄຸນນະພາບ​ ຫຼື ​ຂະ​ບວນ​ການ​ຜະລິດ​ໃຫ້​ດີ​ຂຶ້ນ ເພື່ອ​ຄວາມ​ພຶງ​ພໍ​ໃຈ​ສູງ​ສຸດ​ຂອງ​ຜູ້​ບໍ​ລິ​ໂພກ ຊຶ່ງ​ມີ​ແນວ​ທາງ​ດັ່ງ​ນີ້:

1.ວິ​ເຄາະ​ຄຸນຄ່າ​ຂອງ​ຜະລິດຕະພັນ.

ອາດ​ເຮັດ​ໄດ້​ໂດຍ​ການ​ສັງເກດ ສອບ​ຖາມ ຂໍ້​ມູນ​ຈາກ​ຜູ້​ບ​ໍລິ​ໂພກ ເຊັ່ນ ຫາກ​ເຮົາ​ຜະລິດ​ອຸປະກອນ​ຂຶ້ນ​ມາ​ສັກ​ຊິ້ນ ຕ້ອງ​ວິ​ເຄາະ​ວ່າ​ສິ່ງ​ທີ່​ເຮົາ​ຜະລິດ​ນັ້ນ​ມີ​ຜົນປະໂຫຍດ​ການ​ໃຊ້​ງານ​ແບບ​ໃດ ໃຊ້​ສະ​ດວກ​ ຫຼື ​ບໍ່ ຜະລິດຕະພັນ​ມີ​ຄວາມ​ປອດ​ໄພ ​ຫຼື ​ບໍ່ ລາ​ຄາ​ເໝາະ​ສົມ​ກັບ​ຄຸນນະພາບ​ພຽງ​ໃດ ເປັນ​ຕົ້ນ.

2.ວິ​ເຄາະ​ຈາກ​ກາ​ນຕະຫຼາດ.

ໂດຍ​ເບິ່ງ​ຈາກ​ຍອດ​ຂາຍ ຈຳນວນ​ຜູ້​ບໍ​ລິ​ໂພກ ເພາະ​ຜະລິດຕະພັນ​ທີ່​ດີ​ຄວນ​ມີ​ປະລິມານ​ການ​ໃຊ້​ຫຼາຍ​ຂຶ້ນ ຫາກ​ພົ​ບວ່າ​ກາ​ນຕະຫຼາດ​ລຸດລົງ​ຄວນ​ຫາ​ສາ​ເຫດ​ວ່າ​ເປັນຫຍັງ​ຈຶ່ງ​ເປັນ​ເຊັ່ນ​ນັ້ນ​ແລ້ວ​ຫາ​ທາງ​ປັບ​ປຸງ​ຜະລິດຕະພັນ.

3.ວິ​ເຄາະ​ອົງປະ​ກອບ​ອື່ນ​ໆ.

ແມ່ນ​ການ​ຈະ​ເຮັດ​ຜະລິດຕະພັນ​ໃດ​ໆ ອອກ​ມາປັດ​ໄຈ​ແວດ​ລ້ອມ​ ຫຼື ບ​ໍລິມາດ​ມີ​ຄວາມ​ສຳຄັນ​ຫຼາຍ ເຊັ່ນ:

- ພູມສາດ ແຕ່​ລະ​ພື້ນ​ທີ່​ຄວນ​ຕ້ອງ​ການ​ສິນ​ຄ້າ​ທີ່​ແຕກ​ຕ່າງ​ກັນ ເຊັ່ນ ພາກ​ເໜືອ​ນິຍົມ​ໃຊ້​ເຄື່ອງ​ເຮັດ​ນ້ຳ​ອຸ່ນ​ເພາະ​ອາ​ກາດ​ໜາວ ເປັນ​ຕົ້ນ.

- ປະຊາກອນ​ສາດ ການ​ຜະລິດ​ສິນ​ຄ້າ​ຕ້ອງ​ວິ​ເຄາະ​ກລຸ່ມ​ປະຊາກອນ ເຊັ່ນ: ລາຍ​ໄດ້, ເພດ, ອາ​ຍຸ, ການສຶກສາ ເປັນ​ຕົ້ນ ເພື່ອ​ອອກ​ແບບ​ຜະລິດຕະພັນ​ໃຫ້​ເໝາະ​ສົມ.

- ພຶດຕິກຳ​ຄ່າ​ນິຍົມ​ຜູ້​ບໍ​ລິໂພກ ຄວນ​ສຶກ​ສາ​ວ່າ​ຜະລິດຕະພັນ​ທີ່​ເຮົາ​ສ້າງສັນ​ນັ້ນ​ສ​ະໝອງ​ຕໍ່​ພຶດຕິກຳ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິໂພກ​ໄດ້​ດີ​ພຽງ​ໃດ ເຊັ່ນ: ໄວໝຸ່ມ​ນິຍົມ​ເສື້ອ​ຜ້າ​ທີ່​ມີ​ຮູບ​ແບບ​ແຕກ​ຕ່າງ​ກັນ​ໃນ​ແຕ່​ລະ​ຊ່ວງ​ເວລາ ຈຶ່ງ​ຕ້ອງ​ວິ​ເຄາະ ​ແລະ ​ປັບ​ປຸງ​ຜະລິດຕະພັນ​ເສື້ອ​ຜ້າ​ໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ ເປັນ​ຕົ້ນ.

4.ວິ​ເຄາະ​ຜະລິດຕະພັນ​ຂອງ​ຄູ່​ແຂ່ງ.

ສິນ​ຄ້າ​ອຸປະ​ໂພ​ກບໍລິ​ໂພກ​ແຕ່​ລະ​ປະ​ເພດ​ມີ​ຜູ້​ຜະລິດ​ຈຳນວນ​ຫຼາຍ ດັ່ງ​ນັ້ນ ຫາກ​ສິນ​ຄ້າ​ທີ່​ຜະລິດ​ອອກ​ມາ​ມີ​ຄູ່​ແຂ່ງ​ໃນ​ຕ​ະຫຼາດ ຈະ​ຕ້ອງ​ວິ​ເຄາະ ແລະ ​ປຽບທຽບ​ລະຫວ່າງ​ຜະລິດຕະພັນ​ຂອງ​ເຮົາ​ກັບ​ຄູ່​ແຂ່ງ ແລະ ​ກໍ່ການ​ປັບ​ປຸງ​ພັດທະນາ​ຢູ່​ສະເໝີ ເພາະ​ໃນ​ປະຈຸບັນ​ຜູ້​ບໍ​ລິ​ໂພກ​ມີ​ສິດ​ທິ​ໃນ​ການ​ເລືອກ​ຜະລິດຕະພັນ​ທີ່​ດີ​ທີ່ສຸດ ດັ່ງ​ນັ້ນ​ຫາກ​ສິນ​ຄ້າ​ໃດ​ສ​ະໝອງ​ຄວາມ​ຕ້ອງ​ການ​ໄດ້​ຫຼາຍ ແນວ​ໂນ້ມ​ທີ່​ຈະ​ເອົາ​ຊະນະ​ຄູ່​ແຂ່ງ​ກໍ​ສູງ​ຕາມ​ໄປ​ດ້ວຍ ເຊັ່ນ: ຜະລິດຕະພັນ​ເຄື່ອງ​ດື່ມ​ໃນ​ປະຈຸບັນ​ມີ​ການ​ແຂ່ງ​ຂັນ​ກັນ​ສູງ​ຫຼາຍ ຈຶ່ງ​ມີ​ການ​ຄິດ​ຄົ້ນ​ສູດ​ໃໝ່​ໆ ລົດ​ຊາດ​ໃໝ່​ໆ ຢູ່​ສະເໝີ ເພື່ອ​ນຳ​ມາ​ທົດລອງ​ຕະ​ຫຼາດ ຕົວ​ຢ່າງ​ເຊັ່ນ: ເຄື່ອງ​ດື່ມ​ລົດ​ແຄ​ລອດ, ລົດ​ເສົາ​ວ​ະລົດ, ລົດ​ເຜືອກ, ລົດ​ເຂົ້າ​ໂພດ ເປັນ​ຕົ້ນ. ຈະ​ເຫັນ​ໄດ້​ວ່າ​ການ​ວິ​ເຄາະ​ຜະລິດຕະພັນ​ນັ້ນ​ມີ​ປະໂຫຍດ​ຕໍ່​ຜູ້​ຜະລິດ​ໃນ​ແງ່​ຂອງ​ການ​ຊ່ວຍ​ປັບ​ປຸງ​ຄຸນນະພາບ ເພີ່ມ​ຍອດ​ຂາຍ ສ້າງ​ລາຍ​ໄດ້​ແລະ​ ຜົນ​ກຳ​ໄລ ຫາກ​ມີ​ການ​ວິ​ເຄາະ​ສະໝ່ຳສະເໝີ​ ແລະ​ ນຳ​ຜົນ​ການ​ວິ​ເຄາະ​ມາ​ແກ້​ໄຂ ປັບ​ປຸງ ຄວນ​ເຮັດໃຫ້​ເກີດ​ຜົນ​ດີີ​ແກ່​ຜູ້​ຜະລິດ​ເອງ ຊຶ່ງ​ຖື​ເປັນ​ການ​ພັດທະນາ​ທີ່​ຢັ່ງ​ຢືນ ໝັ້ນຄົງ​ແກ່​ຕົນເອງ ແລະ ​ຄອບຄົວ​ນັ້ນ​ເອງ.

 

ใหม่กว่า เก่ากว่า