ບົດທີ 7
ນະໂຍບາຍເງິນຕາແຫ່ງຊາດ
ຈຸດປະສົງ ເມື່ອຜູ້ຮຽນໄດ້ສຶກສາຄົ້ນຄວ້າບົດນີ້ສໍາເລັດແລ້ວຈະຮູ້ໄດ້ກ່ຽວກັບ
7.1. ທີ່ຕັ້ງ ແລະ ໝ້າທີຂອງນະໂຍບາຍເງິນຕາແຫ່ງຊາດ
7.2.ເປົ້າໝາຍຂອງນະໂຍບາຍເງິນຕາແຫ່ງຊາດ
7.3.ເຄື່ອງມືຂອງນະໂຍບາຍເງິນຕາແຫ່ງຊາດ
7.4.ນະໂຍບາຍເງິນຕາແຫ່ງຊາດ
7.1.ທີ່ຕັ້ງ ແລະ ໝ້າທີ່ຂອງນະໂຍບາຍເງິນຕາ
7.1.1.ທີ່ຕັ້ງ
ເວົ້າເຖິງເສດຖະກິດຕະຫຼາດ, ເນື້ອແທ້ຂອງມັນກໍ່ແມ່ນພື້ນຖານເສດຖະກິດເງິນຕາ, ເຊິ່ງຢູ່ໃນນັ້ນ, ນະໂຍບາຍເງິນຕາ ຍາມໃດກໍ່ແມ່ນໝຶ່ງໃນບັນດາເຄື່ອງມືຄຸ້ມຄອງເສດຖະກິດມະຫາພາກ ຂອງລັດທີ່ສຳຄັນກວ່າໝູ່ໝົດ, ຄຽງຄູ່ກັບນະໂຍບາຍງົບປະມານ, ນະໂຍບາຍແຈກຢາຍລາຍຮັບ, ນະໂຍບາຍພົວພັນເສດຖະກິດກັບຕ່າງປະເທດ. ໃນຊວ່ງໄລຍະເວລາທີ່ແນ່ນອນໃດໝຶ່ງ, ນະໂຍບາຍເງິນຕາຂອງຊາດໝຶ່ງອາດຈະຂຶ້ນແຜ່ນຕາມໝຶ່ງໃນສອງທິດດັ່ງຕໍ່ໄປນີ້:
ນະໂຍບາຍເງິນຕາຜ່ອນຄາຍ:
ແມ່ນແນ່ໃສເພີ່ມປະລິມານເງິນສະໝອງ
ສົ່ງເສີ່ມການລົງທຶນ
ເປີດກ້ວາງການຜະລິດທຸລະກິດ
ສ້າງວຽງເຮັດງານທຳ
ນະໂຍບາຍເງິນຕາແນ່ໃສດ້ານການທົດຖອຍຂອງ ເສດຖະກິດ
ຕ້ານໄພຫວາງງານ
ນະໂຍບາຍເງິນຕາຮັດກຸມ:
ແນ່ໃສຫຼຸດຜ່ອນປະລິມານເງິນສະໝອງ
ຈຳກັດການລົງທຶນ
ຖວ່ງດຶງການຂະຫຍາຍຕົວເກີນຂີດຂອງພື້ນຖານເສດຖະກິດ
ນະໂຍບາຍເງິນຕາແນ່ໃສ່ຕ້ານເງິນເຟີ້
7.1.2.ໝ້າທີ່.
ແມ່ນສະໝອງພາຫະນະຊຳລະສະສາງຢ່າງຄົບຖວ້ນ ໃຫ້ແກ່ພື້ນຖານເສດຖະກິດ (ປະລິມານເງິນສະໝອງ) ໃນດ້ານອືນ, ຕ້ອງຮັກສາສະກຸນເງິນຕາພາຍໃນມີຄວາມໝັ້ນທຽງ.
7.2.ເປົ້າໝາຍຂອງນະໂຍບາຍເງິນຕາແຫ່ງຊາດ
ມີ 4 ເປົ້າໝາຍຄື:
ຄຸ້ມຄອງໄພເງິນເຟີ້, ສ້າງສະຖຽນລະພາບຂອງຄ່າເງິນຕາພາຍໃນປະເທດ.
ສ້າງວຽກເຮັດງານທຳ
ສ້າງຄວາມເຕີບໂຕທາງດ້ານເສດຖິດ
ສ້າງສາຍພົວພັນລະຫວ່າງເປົ້າໝາຍດວ້ຍກັນ
7.2.1.ຄຸ້ມຄອງໄພເງິນເຟີ້, ສ້າງສະຖຽນລະພາບຂອງຄ່າເງິນຕາພາຍໃນປະເທດ.
ໃນເງື່ອນໄຂຈໍລະຈອນດ້ວຍຄຳ ຫຼືດ້ວຍເງິນເຈັ້ຍ ທີ່ສາມາດປ່ຽນເອົາຄຳໄດ້ຢ່າງເສລີນັ້ນ, ຄຸນຄ່າເງິນຕາຍາມໃດກໍ່ມີຄວາມໝັ້ນທ່ຽງຢູ່ສະເໝີ, ຍ້ອນກົນໄກໃນຕົວຂອງຄຳນັ້ນເອງ.
ໃນເງື່ອນໄຂທີ່ຈໍລະຈອນເງິນເຈັ້ຍທີ່ບໍ່ໃຫ້ແລກປ່ຽນເອົາຄຳໄດ້ຢ່າງເສລີນັ້ນ, ບັນຫາໄພເງິນເຟີ້ສາມາດເກີດຂື້ນໄດ້ທຸກເມື່ອ, ເຖິງຂັ້ນຢູ່ໃນບັນດາປະເທດ ເປັນການຍາກທີ່ທີ່ຈະຫລີກລ້ຽງໄດ້. ໃນເວລານີ້ ດ້ວຍພາລະບົດບາດຂອງຕົນ, ທະນາຄານກາງ ຍາມໃດກໍ່ຖືວ່າ ການຄວບຄຸມເງິນເຟີ້. ເຮັດໃຫ້ຄຸນຄ່າຂອງເງິນມີຄວາມໝັ້ນທ່ຽງນັ້ນ ໃຜໆກໍ່ປາດຖະໜາຢາກໄດ້. ເພາະວ່າ, ເມື່ອລາຄາເພີ່ມຂື້ນ ຈະສ້າງໃຫ້ເກີດມີສະພາວະຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ຂອງຜູ້ອອກແຮງງານ, ເຮັດໃຫ້ພື້ນຖານເສດຖະກິດ-ສັງຄົມຂາດສະຖຽນລະພາບ. ສະພາວະການດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃນການຂື້ນແຜນວາງຄາດໝາຍ ການພັດທະນາເສດຖະກິດ-ສັງຄົມ, ສ້າງໃຫ້ເກີດມີຄວາມປະທະກັນດ້ານສິດຜົນປະໂຫຍດ ລະຫວ່າງກຸ່ມຊັ້ນຄົນຈຳນວນໜຶ່ງ. ຍ້ອນແນວນັ້ນ, ການຄວບຄຸມເງິນເຟີ້ແນໃສ່ເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການ ມີຄວາມສະຫງົບໝັ້ນທ່ຽງນັ້ນ ເປັນປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດທີ່ໝັ້ນທ່ຽງຍືນຍົງ, ຮັບປະກັນໃຫ້ຊີວິດຂອງຜູ້ອອກແຮງງານ ມີຄວາມສະຫງົບ.
ໂດຍຜ່ານນະໂຍບາຍເງິນຕາ, ທະນາຄານກາງສາມາດປະກອບສ່ວນທີ່ສຳຄັນເຂົ້າໃນການຄວບຄຸມເງິນເຟີ້. ຖ້າວ່ານະໂຍບາຍຂອງທະນາຄານກາງ ຫາກແນໃສ່ເປີດກວ້າງການສະໜອງເງິນຕານັ້ນ, ລາຄາສິນຄ້າ ແລະການບໍລິການ ຈະເພີ່ມຂຶ້ນ. ແນ່ນອນວ່າ ສິ່ງທີ່ຕ້ອງເປັນກໍ່ແມ່ນສະພາວະເກີດມີເງິນເຟີ້. ກົງກັນຂ້າມ, ນະໂຍບາຍເງິນຕາຂອງທະນາຄານ ກາງແນໃສ່ຮັດແຄບສະໜອງເງິນຕານັ້ນ, ຈະເຮັດໃຫ້ລາຄາສິນຄ້າ ແລະຄ່າການບໍລິການຫລຸດລົງ ແນ່ນອນວ່າ ອັດຕາເງິນເຟີ້ກໍ່ຈະຫລຸດລົງ. ການຄວບຄຸມເງິນເຟີ້ ກ່ອນອື່ນໝົດມັນສະແດງອອກຢູ່ບ່ອນວ່າ ຄຸນຄ່າຂອງສະກຸນເງິນຕາພາຍໃນມີຄວາມສະຫງົບ, ໝາຍວ່າ ຄວາມສາມາດຊື້ຂອງມັນ ຕໍ່ສິນຄ້າ ແລະການບໍລິການຢູ່ໃນຕະຫລາດພາຍໃນປະເທດນັ້ນເອງ ໃນດ້ານອື່ນ ມັນຍັງສະແດງອອກຄຸນຄ່າຂອງສະກຸນເງິນຕາພາຍໃນຕໍ່ສະກຸນເງິນຕາຕ່າງປະເທດນຳອີກດ້ວຍ, ເຊິ່ງໄດ້ຮັບການວັດແທກດ້ວຍອັດຕາແລກປ່ຽນເງິນຕາຕ່າງປະເທດແບບລອຍຕົວ. ຢູ່ໃນພື້ນຖານເສດຖະກິດເປີດ, ໄປພ້ອມໆກັບການຂະຫຍາຍຕົວຂອງການຄ້າສາກົນນັ້ນ, ອັດຕາແລກປ່ຽນຂອງສະກຸນເງິນ ໄດ້ກາຍເປັນສິ່ງທີ່ຕ້ອງເອົາໃຈໃສ່ຂອງປະເທດຕ່າງໆ. ເພາະວ່າ, ເມື່ອຄຸນຄ່າຂອງສະກຸນເງິນພາຍໃນປະເທດເພີ່ມຂຶ້ນທຽບໃສ່ເງິນຕາຕ່າງປະເທດນັ້ນ ຈະເປັນການຈຳກັດການແກ້ງແຍ້ງແຂ່ງຂັນຢູ່ໃນຕະຫລາດສາກົນ, ຈຳກັດການສົ່ງອອກ. ກົງກັນຂ້າມ, ເມື່ອຄຸນຄ່າຂອງສະກຸນເງິນຕາພາຍໃນປະເທດຫລຸດລົງ ທຽບໃສ່ເງິນຕາຕ່າງປະເທດນັ້ນມັນຈະສົ່ງເສີມການສົ່ງອອກ. ຈຳກັດການນຳເຂົ້າ, ...
ຄຸນຄ່າຕໍ່ພາຍໃນ ແລະຕໍ່ພາຍນອກຂອງສະເງິນຕາພາຍໃນປະເທດ ແມ່ນມີການພົວພັນສະໜິດແໜ້ນນຳກັນ. ຢາກເຮັດໃຫ້ເງິນຕາ ແລະການພັດທະນາເສດຖະກິດມີຄວາມໝັ້ນທ່ຽງນັ້ນ, ລັດຕ້ອງມີວິທີການເຮັດໃຫ້ລາຄາສິນຄ້າ ແລະຄ່າການບໍລິການພາຍໃນປະເທດ ແລະອັດຕາແລກປ່ຽນເງິນຕາຕ່າງປະເທດ ມີຄວາມສະຫງົບໝັ້ນທ່ຽງ.
ແຕ່ວ່າ, ການທີ່ຈະແລ່ນໄປນຳຈຸດໝາຍ ເຮັດໃຫ້ຄຸນຄ່າຂອງເງິນມີຄວາມໝັ້ນທ່ຽງນັ້ນ ບໍ່ມີຄວາມໝາຍ ວ່າ ອັດຕາເງິນເຟີ້ ເທົ່າກັບສູນ. ເພາະວ່າ ໃນຕົວຈິງແລ້ວ. ເພື່ອໃຫ້ອັດຕາສ່ວນເງິນເຟີ້ຫລຸດລົງນັ້ນ. ຕາມປົກກະຕິແລ້ວຈະຕ້ອງຍອມຮັບໃຫ້ມີອັດຕາສ່ວນໄພຫວ່າງງານເພີ່ມຂື້ນໃນລະດັບໃດໜຶ່ງ ຢູ່ໃນບັນດານະໂຍບາຍເສດຖະກິດມະຫາພາກຂອງລັດນັ້ນ. ບໍ່ອາດມີຄຸນຄ່າເງິນທີ່ໝັ້ນທ່ຽງໄດ້ ເມື່ອຢູ່ໃນພື້ນຖານເສດຖະກິດ ພວມມີອັດຕາສ່ວນໄພຫວ່າງງານເພີ່ມຂຶ້ນເກີນລະດັບຕາມບົດຮຽນຂອງຫລາຍປະເທດທີ່ພັດທະນາແລ້ວນັ້ນ ໃຫ້ເຫັນວ່າ, ອັດຕາເງິນເຟີ້ທີ່ພໍດ້າມພໍດີ (ຕາມທຳມະດາແມ່ນໂຕເລກດຽວຕໍ່ປີ) ນັ້ນ ແມ່ນມີຄວາມຈຳເປັນໃຫ້ແກ່ການຂະຫຍາຍຕົວຂອງພື້ນຖານເສດຖະກິດ-ສັງຄົມ ແຕ່ກໍ່ຕ້ອງໄດ້ຕ້ານກັບເງິນເຟີ້ແບບກະໂດດຂັ້ນ (ສອງໂຕເລກຕໍ່ປີ) ແລະເງິນເຟີ້ສຸດຍອດ (ເກີນສອງຕົວເລກຕໍ່ປີ).
7.2.2.ສ້າງວຽກເຮັດງານທຳ.
ວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ແມ່ນບັນຫາໜຶ່ງທີ່ສຳຄັນສັບລັບທຸກປະເທດຢູ່ໃນໂລກ ຍ້ອນວ່າ:
ອັນທີ່ໜຶ່ງ: ຖ້າວ່າໄພຫວ່າງງານສູງ ຈະເຮັດໃຫ້ຄອບຄົວຂອງເຂົາເຈົ້າ ຖືກຫຍຸ້ງຍາກດ້ານການເງິນ, ເຮັດໃຫ້ເສຍກຽດສັກສີຂອງສ່ວນບຸກຄົນ ແລະເປັນໜຶ່ງໃນບັນດາສາເຫດທີ່ເຮັດໃຫ້ການສ້າງໂທດກຳເພີ່ມຂື້ນ.
ອັນທີສອງ: ໄພຫວ່າງງານເພີ່ມຂື້ນ, ພື້ນຖານເສດຖະກິດບໍ່ພຽງແຕ່ເຮັດໃຫ້ຜູ້ອອກແຮງງານທີ່ນັ່ງຢູ່ລ້າເພື່ອຂື້ນເທົ່ານັ້ນ, ຫາກຍັງເຮັດໃຫ້ບັນດາແຫລ່ງຊັບສິນບໍ່ໄດ້ໃຊ້ງານປະຖິ້ມລ້າ, ຄື: ໂຮງງານ, ອຸປະກອນ, ... ປະຖິ້ມລ້າໆເພື່ອຂື້ນນຳອີກດ້ວຍ ແລະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຫລຸດລົງ.
ເປັນອັນຈະແຈ້ງແລ້ວວ່າການມີວຽກເຮັດງານທຳສູງນັ້ນ ແມ່ນສິ່ງທີ່ໃຜໆກໍ່ຕ້ອງການຢາກໄດ້. ຜ່ານນະໂຍບາຍເງິນຕາ ສາມາດກະທົບໃສ່ວຽກເຮັດງານທຳ, ໝາຍວ່າ ກະທົບໃສ່ອັດຕາສ່ວນໄພຫວ່າງງານຢູ່ໃນພື້ນຖານ ເສດຖະກິດ ຖ້າວ່າ ນະໂຍບາຍເງິນຕາຂອງທະນາຄານກາງ ຫາກແນໃສ່ເປີດກ້ວາງການສະໜອງເງິນຕານັ້ນ, ຈະເປັນການສ້າງເງື່ອນໄຂໃຫ້ແກ່ການເປີດກວ້າງການລົງທຶນໃສ່ການຜະລິດ, ບັນດາວິສາຫະກິດ ແລະພື້ນຖານເສດຖະກິດ ມີຄວາມຕ້ອງການແຮງງານຫລາຍກວ່າ, ວຽກເຮັດງານທຳຈະສູງ, ອັດສ່ວນໄພຫວ່າງງານຕ່ຳ, ກົງກັນຂ້າມ, ຖ້າວ່າ ການສະໜອງເງິນຕາຫາກ ຫລຸດລົງ ຈະເຮັດໃຫ້ການເຄື່ອນໄຫວຜະລິດ ທຸລະກິດ ຮັດແຄບເຂົ້າ, ບັນດາວິສາຫະກິດ ແລະ ລັດ ມີຄວາມຕ້ອງການແຮງງານໜ້ອຍກວ່າ, ວຽກເຮັດງານທຳຫລຸດລົງ, ອັດຕາສ່ວນໄພຫວ່າງງານເພີ່ມຂື້ນ.
ແຕ່ແນ່ນອນ, ການຢຶດຖືຈຸດໝາຍເຮັດໃຫ້ວຽກເຮັດງານທຳສູງຂຶ້ນນັ້ນ ມັນບໍ່ໝາຍຄວາມວ່າອັດຕາສ່ວນຫ່ວາງງານຈະເທົ່າກັບສູນ, ເພາະວ່າ ໃນຕົວຈິງແລ້ວເພືຶື່ອໃຫ້ມີອັດຕາສ່ວນການຫວ່າງງານ. ເພາະວ່າ, ໃນຕົວຈິງ ຫາກມີຄົນຫວ່າງງານຈຳນວນໜື່ງ ພັດມີຜົນດີໃຫ້ແກ່ພື້ນຖານເສດຖະກິດ,ນັ້ນແມ່ນເວລາຜູ້ອອກແຮງງານ ຕັດສີນໃຈໄປປະຕິບັດວຽກອື່ນທີ່ດີກວ່າ, ສອດຄ່ອງກວ່າ, ຄົນງານຜູ້ນັ້ນຖີກຫວ່າງງານໃນໄລຍະເວລາທີ່ກຳລັງຊອກວຽກເຮັດຢູ່ນັ້ນ, ຫຼືຄົນງານຈຳນວນໜຶ່ງສະໝັກໃຈອອກຈາກວຽກງານຂອງຕົນ ເພື່ອສະແຫວງຫາເຮັດວຽກງານອື່ນຄື ຮ່ຳຮຽນ, ທ່ອງທ່ຽງ, .. ແລະເມື່ອເຂົາເຈົ້າຕັດສິນໃຈກັບຄືນມາເຂົ້າຮ່ວມຕະຫລາດແຮງງານ, ເຂົາເຈົ້າຕ້ອງເສຍເວລາໄປໄລຍະໜຶ່ງ ຈຶ່ງຈະຊອກ ວຽກງານທີ່ເຂົາເຈົ້າຢາກເຮັດໄດ້. ໃນດ້ານອື່ນ, ຕາມທຳມະດາແລ້ວ, ເພື່ອເຮັດໃຫ້ມີວຽກເຮັດງານທຳທີ່ສູງນັ້ນ ຕ້ອງຍອມ ຮັບເອົາອັດຕາສ່ວນເງິນເຟີ້ທີ່ເພີ່ມຂື້ນໃນລະດັບທີ່ແນ່ນອນໃດໜຶ່ງ ໃນຂະບວນວິວັດແຫ່ງ ການປະຕິບັດນະໂຍບາຍເງິນຕາສອງຈຸດໝາຍດັ່ງກ່າວນີ້ ຍາມໃດກໍ່ຂັດມ້າງຊຶ່ງກັນ ແລະກັນຢູ່ເລື້ອຍໆ.
7.2.3.ສ້າງຄວາມເຕີບໂຕ ທາງດ້ານເສດຖະກິດ.
ຈຸດໝາຍການເຕີບໂຕດ້ານເສດຖະກິດ ຍາມໃດກໍ່ຕິດພັນຢາງສະໜິດແໜ້ນກັບຈຸດໝາຍມີວຽກເຮັດງານທຳທີ່ສູງ ຢູ່ສະເໝີ. ນະໂຍບາຍເງິນຕາ ອາດຈະກະທົບໃສ່ສອງຈຸດໝາຍດັ່ງກ່າວນີ້ພ້ອມໆກັນ. ເມື່ອການສະໜອງເງິນຕາເພີ່ມຂື້ນ, ໃນໄລຍະສັ້ນ ດອກເບັ້ຍສິນເຊື່ອຈຸຫລຸດລົງ ຈະສົ່ງເສີມການລົງທຶນ, ເປີດກວ້າງການຜະລິດ ທຸລະກິດ, ລັດ ແລະ ວິສາຫະກິດ ມີຄວາມຕ້ອງການນຳໃຊ້ແຮງງານຫລາຍກວ່າ, ເຮັດໃຫ້ຜົນຜະລິດ ແລະການເຕີມໂຕດ້ານເສດຖະກິດເພີ່ມຂື້ນ ກົງກັນຂ້າມ, ເມື່ອການສະໜອງເງິນຕາຫລຸດລົງ. ໃນໄລຍະສັ້ນ ດອກເບັ້ຍຈະເພີ່ມຂື້ນ ຈຳກັດການລົງທຶນ, ຮັດແຄບການເຄື່ອນໄຫວເຮັດການຜະລິດ ທຸລະກິດ, ລັດ ແລະ ວິສາຫະກິດ ມີຄວາມຕ້ອງການແຮງງານໜ້ອຍກວ່າ, ເຮັດໃຫ້ລະດັບຜົນຜະລິດຫລຸດລົງ, ການເຕີມໂຕດ້ານເສດຖະກິດຊ້າລົງ.
7.2.4.ສ້າງສາຍພົວພັນ ລະຫວ່າງບັນດາເປົ້າໝາຍດວ້ຍກັນ.
ເບິ່ງໂດຍສັງເຂບ ແລະມີຍຸດທະສາດແລ້ວ ນະໂຍບາຍເງິນຕາ ມີການພົວພັນສະໜິດແໜ້ນນຳກັນ, ຊ່ວຍໜູນ ແລະມີກະຕຸກຊຸກຍູ້ຊຶ່ງກັນ ແລະກັນ. ສິ່ງດັ່ງກ່າວ ໃຫ້ເຫັນວ່າ, ໃນຂະບວນວິວັດແຫ່ງການປະຕິບັດນະໂຍບາຍເງິນຕານັ້ນ ບໍ່ອາດສາມາດສຸມໃສ່ປະຕິບັດແຕ່ຈຸດໝາຍໃດໜຶ່ງແບບເດັດຖານໄດ້, ບໍ່ອາດຈະແກ້ໄຂບັນດາຈຸດໝາຍມະຫາພາກໃດໜຶ່ງຢ່າງເປັນເອກະລາດໄດ້. ແຕ່ແນ່ນອນວ່າ, ມີບາງບ່ອນໃນບາງໄລຍະ, ໃນໄລຍະເວລາສັ້ນນັ້ນ ອາດຈະເກີດມີການປະທະກັນ, ບາງທີລະຫວ່າງບັນດາຈຸດໝາຍຕ່າງໆ ກໍ່ທຳລາຍຊຶ່ງກັນ ແລະກັນ. ສິ່ງທີ່ເຄີຍພົບພໍ້ ແລະເຫັນໄດ້ງ່າຍກວ່າໝູ່ ແມ່ນການຂັດແຍ້ງກັນລະຫວ່າງອັດຕາສ່ວນເງິນເຟີ້ ກັບອັດຕາສ່ວນໄພຫວ່າງງານ. ເຖິງວ່າຈະຍັງມີຄວາມເຂົ້າໃຈຫລາຍຢ່າງທີ່ແຕກຕ່າງກັນຢູ່ນັ້ນ, ແຕ່ເບິ່ງລວມແລ້ວ, ຈຸດໝາຍພື້ນຖານຂອງນະໂຍບາຍເງິນຕານັ້ນແມ່ນເຮັດໃຫ້ຄ່າຂອງສະກຸນເງິນຕາພາຍໃນປະເທດມີຄວາມໝັ້ນທ່ຽງ, ບົນພື້ນຖານສິ່ງດັ່ງກ່າວນັ້ນແມ່ນເພື່ອເຮັດໃຫ້ມີສະຖຽນລະພາບ ແລະພັດທະນາເສດຖະກິດ-ສັງຄົມ.
ພຶດຕິກຳຂອງບັນດາປະເທດທີ່ພັດທະນາກົນໄກຕະຫລາດນັ້ນ ໃຫ້ເຫັນວ່າ, ການປະຕິບັດນະໂຍບາຍເງິນຕາ, ເພື່ອບັນລຸໄດ້ບັນດາຈຸດໝາຍຂອງມັນນັ້ນ ຕ້ອງມີການປະສານສົມທົບກັບບັນດານະໂຍບາຍເສດຖະກິດມະຫາພາກອື່ນໆນຳອີກດ້ວຍ.
ກ່ອນອື່ນໝົດ, ໃນຂະບວນວິວັດແຫ່ງການປະຕິບັດນະໂຍບາຍເງິນຕາຕ້ອງປະສານສົມທົບກັບນະໂຍບາຍງົບປະມານ. ຍ້ອນວ່າ, ຈຸດໝາຍຂອງນະໂຍບາຍງົບປະມານ ແມ່ນແນໃສ່ດັດແປງລາຍຮັບ ແລະລາຍຈ່າຍຂອງລັດຖະບານ, ຫັນພື້ນຖານເສດຖະກິດເຂົ້າສູ່ລະດັບຜົນຜະລິດ ແລະນຳໃຊ້ຊັບພະຍາກອນມະນຸດຢູ່ໃນລະດັບ ບົ່ມຊ້ອນ. ແຕ່ວ່າ, ສິ່ງດັ່ງກ່າວຍັງຂຶ້ນກັບສະພາບການດ້ານລາຍຮັບ-ລາຍຈ່າຍຂອງງົບປະມານແຫ່ງລັດ ງົບປະມານແຫ່ງລັດມີຄວາມໜັກແໜ້ນໝັ້ນຄົງນັ້ນ ແມ່ນພື້ນຖານສຳຄັນອັນໜຶ່ງ ໃຫ້ແກ່ຄວາມໝັ້ນທ່ຽງຂອງຄ່າສະກຸນເງິນພາຍໃນປະເທດ ກົງກັນຂ້າມ, ການຂາດດຸນງົບປະມນແຫ່ງລັດ ເຖິງວ່າ ມັນຈະໄດ້ຮັບການຖົມຂຸມດ້ວຍເສັ້ນທາງໃດ (ກູ້ຢຶມນຳທະນາຄານກາງ, ນຳອົງການຈັດຕັ້ງສິນເຊື່ອ, ບຸກຄົນພາຍໃນປະເທດ, ນຳຕ່າງປະເທດ) ກໍ່ລ້ວນແຕ່ເຮັດໃຫ້ຄ່າຂອງສະກຸນເງິນບໍ່ມີຄວາມໝັ້ນທ່ຽງໂດຍທາງກົງ ຫລືທາງອ້ອມ.
ຕາມທຳມະດາແລ້ວ, ນະໂຍບາຍງົບປະມານ ແລະນະໂຍບາຍເງິນຕາ ລ້ວນແລ້ວແຕ່ເສີມຂະຫຍາຍຄຸນປະໂຫຍດ ລ້ວນແຕ່ຜ່ານຜົນສະທ້ອນຂອງມັນຕໍ່ລວມຍອດຄວາມຕ້ອງການ. ໃນຂະນະດຽວກັນນັ້ນ, ຕາມກົນໄກຕະຫລາດແລ້ວ ເງິນເດືອນ ແລະລາຄາ ພັດຖືກຕັດສິນດ້ວຍປັດໄຈຂອງຕະຫລາດ.. ໃນຕົວຈິງ, ນະໂຍບາຍງົບປະມານ ແລະນະໂຍບາຍເງິນຕາ ອາດຈະເຮັດໃຫ້ຄວາມຕ້ອງການເພີ່ມຂຶ້ນ, ໄພຫວ່າງງານຫລຸດລົງ, ແຕ່ຈະເຮັດໃຫ້ເງິນເຟີ້ເພີ່ມຂຶ້ນ. ແກ້ໄຂຂໍ້ຂັດແຍ່ງດັ່ງກ່າວນີ້, ຕ້ອງໄດ້ປະສານສົມທົບແໜ້ນກັບນະໂຍບາຍແຈກຢາຍລາຍໄດ້ ໃນຂະບວນວິວັດແຫ່ງການປະຕິບັດນະໂຍບາຍເງິນຕານັ້ນເອງ. ໃນກໍລະນີດັ່ງກ່າວນີ້, ນະໂຍບາຍແຈກຢາຍລາຍໄດ້ຂອງລັດ ຕ້ອງສະແດງອອກຢູ່ໃນການຄວບຄຸມເງິນເດືອນ, ເງິຍຍ້ອງຍໍ ແລະລາຄາ ໃຫ້ແໜ້ນໜາ.
ສຳລັບບັນດາປະເທດດ້ວຍພັດທະນາ ແລະກຳລັງພັດທະນາ, ປົກກະຕິການຂາດດຸນງົບປະມານແຫ່ງລັດແມ່ນເກີດມີຫລາຍ ແລະແກ່ຍາວ, ຂາດດຸນໃນການຊຳລະສະສາງ, ການເຕີບໂຕທາງເສດຖະກິດບໍ່ສູງ, ... ເວລານັ້ນ ມັກຮຽກຮ້ອງຕ້ອງໄດ້ມີການສົມທົບແໜ້ນກັບນະໂຍບາຍເສດຖະກິດກັບຕ່າງປະເທດ ໃນຂະບວນວິວັດແຫ່ງການປະຕິບັດນະໂຍບາຍເງິນຕາ. ເຊິ່ງຕ້ອງແມ່ນນະໂຍບາຍເສດຖະກິດເປີດ, ຫັນໄປສູ່ການສົ່ງອອກ, ດ້ານອື່ນ, ກໍ່ຕ້ອງໄດ້ຍາດແຍ່ງເອົາລະດັບເຕັກໂນໂລຢີ, ວິທະຍາສາດ ເຕັກນິກ ແລະທຸກແຫລ່ງທຶນຈາກພາຍນອກ ໃຫ້ໄດ້ຫລາຍສຸດ. ໃນນັ້ນ, ພິເສດແມ່ນການພົວພັນກັບບັນດາອົງການຈັດຕັ້ງເສດຖະກິດ, ການເງິນສາກົນ, ຄື: ທະນາຄານໂລກ, ກອງທຶນສາກົນ, ທະນາຄານພັດທະນາອາຊີ, ...
7.3.ເຄື່ອງມືຂອງນະໂຍບາຍເງິນຕາ
ປະກອບມີ 5 ບັນດາເຄື່ອງມືຄື:
ຕະຫຼາດເປີດ
ນະໂຍບາຍຮັບຊື້ຫຼຸດ
ຄັງແຮຝາກບັງຄັບ
ການຄວບເພດານສິນເຊື່ອ
ການຄຸ້ມຄອງດອກເບ້ຍຂອງທະນາຄານທຸລະກິດ.
7.3.1.ຕະຫຼາດເປີດ.
ວິຊາສະເພາະດ້ານຕະຫລາດເປີດ ແມ່ນການທີ່ທະນາຄານກາງຊື້ ແລະຂາຍເອກະສານມີຄ່າ, ເຊິ່ງຕົ້ນຕໍແມ່ນພັນທະບັນໄລຍະສັ້ນຂອງຄັງເງິນແຫ່ງຊາດ, ແນໃສ່ເຮັດໃຫ້ປະລິມານເງິນສະໜອງມີການປ່ຽນແປງ. ການທີ່ທະນາຄານກາງດຳເນີນການເຄື່ອນໄຫວດ້ານຕະຫລາດເສລີຂອງຕົນ ດ້ວຍພັນທະບັດໄລຍະສັ້ນຂອງຄັງເງິນແຫ່ງຊາດນັ້ນ ແມ່ນຍ້ອນວ່າ, ຕະຫລາດພັນທະບັດໄລຍະສັ້ນຂອງຄັງເງິນ ແມ່ນມີບໍລິມາດຫລາຍ, ລັກສະນະອ່ອນຕົວສູງ, ຄວາມສ່ຽງໄພຕ່ຳ.
ທະນາຄານກາງຊື້ ຂາຍຮຸ້ນຢູ່ໃນຕະຫລາດ ຈະເຮັດໃຫ້ຖານເງິນຕາ ເງິນທີ່ພວກຈໍລະຈອນຢູ່ນອກລະບົບທະນາຄານ ແລະເງິນແຮສຳຮອງຢູ່ໃນລະບົບທະນາຄານ ມີການປ່ຽນແປງ, ນັ້ນແມ່ນແຫລ່ງທີ່ມາຕົ້ນຕໍ ທີ່ພາໃຫ້ເກີດມີການເໜັງຕີງຢູ່ໃນການສະໜອງເງິນຕາກ
1.ເມື່ອທະນາຄານກາງຊື້ຮຸ້ນເຂົ້າ, ຈະເຮັດໃຫ້ຖານເງິນຕາເພີ່ມຂຶ້ນ, ຈາກນັ້ນ ເຮັດໃຫ້ປະລິມານເງິນສະໜອງເພີ່ມຂຶ້ນ.
2.ເມື່ອທະນາຄານກາງຂາຍຮູ້ນອອກ, ຈະເປັນການຮັດແຄບຖານເງິນຕາເຂົ້າ, ຈາກນັ້ນ ເຮັດໃຫ້ປະລິມານການສະໜອງເງິນຕາຫລຸດລົງ.
3.ຕະຫລາດເປີດ ແມ່ນເຄື່ອງມືທີ່ສຳຄັນກວ່າໝູ່ ຂອງທະນາຄານກາງໃນວຽກງານການດັດສົມປະລິມານເງິນສະ ໜອງ, ຍ້ອນວ່າ ທ່າໄດ້ປຽບຂອງມັນແມ່ນ:
4.ທະນາຄານກາງ ສາມາດຄວບຄຸມວິຊາດ້ານການຕະຫລາດເສລີໄດ້ທັງໝົດ.
5.ມັນໄຫວພິບ ແລະຊັດເຈນ, ສາມາດນຳໃຊ້ຢູ່ໃນລະດັບໃດກໍ່ໄດ້, ສາມາດດັດປັບປະລິມານການສະໜອງເງິນໃຫ້ຫລາຍ ຫລືໜ້ອຍໄດ້.
6.ທະນາຄານກາງສາມາດປັບປ່ຽນສະຖານະຂອງຕົນໄດ້ຢ່າງງ່າຍດາຍ.
7.ປະຕິບັດໄດ້ຢ່າງວ່ອງໄວ, ສິ້ນເປືອງດ້ານຄ່າໃຊ້ຈ່າຍ ແລະເວລາໜ້ອຍ, ...
7.3.2.ນະໂຍບາຍຮັບຊ່ວງຊື້ຫຼຸດ.
ນະໂຍບາຍຮັບຊ່ວງຊື້ຫລຸດ ແມ່ນເຄື່ອມືຂອງທະນາຄານກາງ ໃນການປະຕິບັດນະໂຍບາຍເງິນຕາ, ດ້ວຍວິທີການໃຫ້ກູ້ຢືມແບບສະໜອງທຶນຄືນໃໝ່ໃຫ້ບັນດາທະນາຄານທຸລະກິດ. ເມື່ອທະນາຄານກາງ ໃຫ້ບັນດາ ທະນາຄານທຸລະກິດກູ້ຢືມ ເຮັດໃຫ້ປະລິມານເງິນແຮສຳຮອງໃນລະບົບທະນາຄານເພີ່ມຂຶ້ນ, ຈາກນັ້ນເຮັດໃຫ້ປະລິມານເງິນສະໜອງເພີ່ມ ຂຶ້ນ.
ທະນາຄານກາງຄວບຄຸມເຄື່ອງມືດັ່ງກ່າວນີ້ ຕົ້ນຕໍແມ່ນດ້ວຍວິທີການກະທົບເຂົ້າໃສ່ລາຄາຮ່ວງໃຫ້ກູ້ຢືມນັ້ນເພີ່ມ ຂຶ້ນ, ຈຳກັດການກູ້ຢືມຂອງທະນາຄານທຸລະກິດ, ເຮັດໃຫ້ຄວາມສາມາດໃຫ້ກູ້ຢືມແກ່ພື້ນຖານເສດຖະກິດຂອງບັນດາທະນາຄານທຸລະກິດຫລຸດລົງ, ປະລິມານເງິນສະໜອງຫລຸດລົງ.
ກົງກັນຂ້າມ, ເມື່ອທະນາຄານກາງຫລຸດຜ່ອນດອກເບັ້ຍໃຫ້ກູ້ຢືມແບບຮັບຊ່ວງຊື້ຫລຸດສຳນັ້ນລົງ, ລາຄາຂອງຮ່ວງໃຫ້ກູ້ຢືມກໍ່ຈະຖືກກວ່າ, ສົ່ງເສີມໃຫ້ບັນດາທະນາຄານທຸລະກິດກູ້ຢືມ, ເຮັດໃຫ້ຄວາມສາມາດໃຫ້ກູ້ຢືມແກ່ ພື້ນຖານເສດຖະກິດຂອງບັນດາທະນາຄານທຸລະກິດເພີ່ມຂຶ້ນ, ປະລິມານເງິນສະໜອງກໍ່ເພີ່ມຂຶ້ນ.
ບັນດາຮ່ວງໃຫ້ກູ້ຢືມແບບຮັບຊ່ວງຊື້ຫລຸດສຳຂອງທະນາຄານທຸລະກິດນັ້ນ ເອີ້ນວ່າ ປ່ອງຢ້ຽມຮັບຊ່ວງຊື້ຫລຸດສຳ. ທະນາຄານກາງຄຸ້ມຄອງປ່ອງຢ້ຽມຮັບຊ່ວງຊື້ຫລຸດສຳດ້ວຍຫລາຍວິທີ ເພື່ອບໍ່ໃຫ້ຮ່ວງເງິນກູ້ຢືມຂອງຕົນນັ້ນ ຖືກນຳໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ ແລະຈຳກັດການໃຫ້ກູ້ຢືມໃນຮູບດັ່ງກ່າວ. ບັນດາທະນາຄານທີ່ມາກູ້ຢືມແບບຮັບຊ່ວງຊື້ຫລຸດນຳທະນາຄານກາງນັ້ນ ຕາມປົກກະຕິແລ້ວ. ແມ່ນຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍສາມດ້ານ ຄື: ກຳໄລດອກເບັ້ຍຮັບຊ່ວງຊື້ຫລຸດ. ຄ່າໃຊ້ຈ່າຍທີ່ຕ້ອງເຮັດໃຫ້ຖືກຕາມການສຳຫລວດຂອງທະນາຄານກາງກ່ຽວກັບຄວາມສາມາດ ໃນການຊຳລະສະສາງຂອງທະນາຄານເມື່ອມາກູ້ຢືມຢູ່ທີ່ປ່ອງຢ້ຽມ ຮັບຊ່ວງຊື້ຫລຸດ, ຄ່າໃຊ້ຈ່າຍທີ່ອາດເກີດຂຶ້ນຈາກການປະຕິເສດໃຫ້ຮັບຊ່ວງຊື້ຫລຸດຂອງທະນາຄານກາງ ເພາະວ່າ ທະນາຄານກາງ ກຳລັງປະຕິບັດນະໂຍບາຍເງິນຕາແບບຮັດກຸມແນໃສ່ຕ້ານໄພເງິນເຟີ້.
ນອກຈາກການນຳໃຊ້ເປັນເຄື່ອງມືເພື່ອສະທ້ອນເຖິງຖານເງິນຕາ ແລະການສະໜອງເງິນຕາ, ນະໂຍບາຍ ຮັບຊ່ວງຊື້ຫລຸດ ຍັງມີຄວາມສຳຄັນຢູ່ບ່ອນວ່າ ແນໃສ່ຫລີກລ້ຽງຈາກສະພາວະຄວາມວຸ້ນວຍທາງການເງິນໃຫ້ແກ່ບັນດາທະນາຄານທຸລະກິດ. ຍ້ອນວ່າ, ເງິນແຮຝາກບັງຄັບ ຈະຖືກຮຽກລະດົມທັນທີໄປຍັງທະນາຄນໃດທີ່ມີຄວາມຕ້ອງການແຮສຳຮອງຫລາຍຫວ່າຫລາຍກວ່າໝູ່. ທະນາຄານກາງນຳໃຊ້ເຄື່ອງມືຮັບຊ່ວງຊື້ຫລຸດ ເພື່ອຫລີກລຽງຈາກສະພາວະການລົ້ມລະລາຍດ້ານການເງິນ ດ້ວຍວິທີການ ປະຕິບັດບົດບາດເປັນຜູ້ໃຫ້ກູ້ຢືມສຸດທ້າວນັ້ນ, ແມ່ນຄວາມຮຽກຮ້ອງໜຶ່ງທີ່ສຳຄັນທີ່ສຸດ ເພື່ອປະຕິບັດນະໂຍບາຍເງິນຕາໄດ້ປະສົບຜົນສຳເລັດ. ຕົວຢ່າງ, ຄືທະນາຄານແຮສຳຮອງສະຫະລັດອາເມລິກາ ໃຫ້ກູ້ຢືມຮັບຊ່ວງຊື້ຫລຸດ ສຳລັບທະນາຄານ Franklin National ໃນເດືອນ 5 ປີ 1974 ໃນຈຳນວນເງິນ 1,75 ຕື້ໂດລາ (ປະມານ 5% ຂອງລວມຍອດແຮສຳຮອງຢູ່ໃນລະບົບທະນາຄານ), ໄດ້ຊ່ວຍໃຫ້ທະນາຄານດັ່ງກ່າວພົ້ນຈາກການລົ້ມລະລາຍ. ຫລືວ່າ, ທະນາຄານແຮສຳຮອງສະຫະລັດໃຫ້ກູ້ຢືມຮັບຊ່ວງຊື້ຫລຸດສຳລັບທະນາຄານ Continental IIIInois ໃນປີ 1984 ໃນຈຳນວນເງິນຫລາຍກວ່າ 5 ຕື້ໂດລາ ໄດ້ສະກັດກັ້ນ ຈາກການລົ້ມລະລາຍຂອງທະນາຄານດັ່ງກ່າວນີ້ໄດ້.
ນະໂຍບາຍຮັບຊ່ວງຊື້ຫລຸດ ແມ່ນເຄື່ອງມືສຳຄັນທີ່ສຸດ ໃນການປະຕິບັດນະໂຍບາຍເງິນຕາຂອງທະນາຄານກາງ. ມັນບໍ່ພຽງແຕ່ດັດສົມປະລິມານເງິນສະໜອງເທົ່ານັ້ນ, ຫາກຍັງສະແດງອອກເຖິງບົດບາດຂອງຜູ້ໃຫ້ກູ້ຢືມສຸດທ້າຍ ສຳລັບບັນດາອົງການຈັດຕັ້ງສິນເຊື່ອ ແລະກະທົບເຖິງການດັດແປງໂຄງປະກອບການລົງທຶນສຳລັບ ພື້ນຖານເສດຖະກິດ.
ຢ່າງໃດກໍ່ຕາມ, ດ້ວຍເຄື່ອງມືດັ່ງກ່າວນີ້, ທະນາຄານກາງມັກຈະຖືກທ່າຮັບໃນການດັດສົມປະລິມານເງິນສະໜອງຢູ່ສະເໝີ. ຍ້ອນວ່າ, ທະນາຄານກາງ ສາມາດປ່ຽນແປງໄດ້ພຽງແຕ່ດອກເບັ້ຍຮັບຊ່ວງຊື້ຫລຸດເທົ່ານັ້ນ ແຕ່ບໍ່ສາມາດບັງຄັບໃຫ້ບັນດາທະນາຄານທຸລະກິດ ຕ້ອງກູ້ຢືມຮັບຊ່ວງຊື້ຫລຸດນຳທະນາຄານກາງໄດ້.
7.3.3.ຄັງແຮຝາກບັງຄັບ.
ເງິນແຮຝາກບັງຄັບ ແມ່ນຈຳນວນເງິນທີ່ບັນດາທະນາຄານທຸລະກິດຕ້ອງຮັກສາໄວ້, ຊຶ່ງບໍ່ໄດ້ໃຊ້ເພື່ອໃຫ້ກູ້ຢືມ ຫລື ນຳເອົາໄປລົງທຶນ, ລະດັບແຮສຳຮອງດັ່ງກ່າວນີ້ແມ່ນ ທະນາຄານກາງເປັນຜູ້ກຳນົດ ແລະໃນອັດຕາສ່ວນທີ່ແນ່ນອນໃດໜຶ່ງທຽບໃສ່ລວມຍອດເງິນຝາກຂອງລູກຄ້າຢູ່ໃນບັນດາທະນາຄານທຸລະກິດ. ລະບອບເງິນແຮຝາກບັງຄັບຢູ່ໃນແຕ່ລະປະເທດມີຄວາມແຕກຕ່າງກັນ. ຢູ່ໃນໄລຍະຕ່າງກັນ ອາດຈະແຕກຕ່າງກັນ. ແຕ່ເບິ່ງລວມແລ້ວ, ເງິນແຮຝາກບັງຄັບລ້ວນແຕ່ມີລັກສະນະກົດໝາຍ, ໄດ້ຮັບການຝາກໄວ້ຢູ່ທະນາຄານກາງ ແລະບໍ່ໄດ້ຮັບດອກເບັ້ຍ.
ສະນັ້ນ, ຖ້າວ່າ ທະນາຄານກາງຕົກລົງເພີ່ມ ຫລື ຫລຸດອັດຕາສ່ວນເງິນແຮຝາກບັງຄັບ ຈະເຮັດໃຫ້ສຳປະສິດຕົວສ້າງເງິນນັ້ນແຄບເຂົ້າ ຫລື ເພີ່ມຂຶ້ນ. ຕົວຢ່າງ, ຖ້າວ່າ ອັດຕາສ່ວນເງິນແຮຝາກບັງຄັບແມ່ນ 10%, ດ້ວຍປະລິມານເງິນແຮ ສຳຮອງເບື້ອງຕົ້ນ ທະນາຄານທຸລະກິດສາມາດສ້າງປະລິມານເງິນຝາກໄດ້ຫລາຍເຖິງ 10 ເທື່ອ. ເຮັດຄືກັນນັ້ນ, ຖ້າອັດ ຕາສ່ວນເງິນແຮຝາກບັງຄັບເພີ່ມຂຶ້ນເປັນ 20% ປະລິມານເງິນຝາກໃໝ່ ທີ່ທະນາຄານທຸລະກິດສ້າງຂຶ້ນຈະເພີ່ມຂຶ້ນ 5 ເທື່ອ, ຖ້າວ່າເງິນແຮຝາກບັງຄັບຫລຸດລົງ 5% ປະລິມານເງິນຝາກໃໝ່ທີ່ທະນາຄານທຸລະກິດສ້າງຂຶ້ນນັ້ນຈະເພີ່ມຂຶ້ນ 20 ເທື່ອ.
ສອງ, ອັດຕາສ່ວນ ເງິນແຮຝາກບັງຄັບກະທົບເຖິງເບັ້ຍໃຫ້ກູຢືມຂອງ ທະນາຄານທູລະ. ຄືດັ່ງທີ່ໄດ້ກ້າວມາຂ້າງເທິງນັ້ນແລ້ວ, ເງິນແຮຝາກບັງຄັບລ້ວນແຕ່ຕ້ອງບັນຊີ ແລະຝາກໄວ້ຢູ່ນຳທະນາຄານກາງ ແລະ ບໍ່ໄດ້ຮັບດອກເບັ້ຍ, ເຖິງວ່າບັນດາມະນາຄານທຸລະກິດຍັງຕ້ອງໄດ້ຈ່າຍດອກເບັ້ຍສຳລັບຮ່ວງເງິນຝາກທະນາຄານຂອງຕົນກໍຕາມ, ເປັອັນວ່າ, ເມື່ອລະດັບແຮສຳຮອງເພີ່ມຂຶ້ນ,ມັນຮຽກຮ່ອງໃຫ້ທະນາຄານທຸລະກິດຕ້ອງໄດ້ເພີ່ມອັດຕາດອກເບັ້ຍເງິນກູ້ສຳລັບພື້ນຖານເສດຖະກິດ, ລາຄາບັນດາຮ່ວງເງິນກູ້ຈະແພງກວ່າ, ຄວາມສາມາດກູ້ຢືມຂອງບັນດາທະນາຄານທຸລະກິດຫລຸດລົງແລະຕາມນັ້ນມາປະລິມານເງິນສະໜອງກໍ່ຫລຸດລົງເຊັ່ນກັນ. ກົງກັນຂ້າມ, ເມື່ອອັດຕາສ່ວນເງິນແຮຝາກບັງຄັບຫລຸດລົງ,ບັນດາທະນາຄານທຸລະກິດມີໂອກາດຫລຸດດອກເບັ້ຍເງິນກູ້ສຳລັບພື້ນຖານເສດຖະກິດ,ລາຄາຮ່ວງເງິນກູ້ຈະຖືກກວ່າ, ເພີ່ມຄວາມສາມາດໃຫ້ກູ້ຢືຂອງບັນດາທະນາ ຄານທຸລະກິດ ແລະຈາກນັ້ນມາປະລິມານເງິນສະໜອງກໍ່ຈະເພີ່ມຂຶ້ນ.
ປະຈຸບັນນີ້, ເຄື່ອງມື ເງິນແຮຝາກບັງຄັບດຳລົງບົດບາດບໍ່ສຳຄັນພໍປານໃດ ໃນຂະບວນວິວັດແຫ່ງການປະ ຕິບັດນະໂຍບາຍເງິນຕາຂອງທະນາຄານກາງ, ເພາະວ່າມັນສັບສົນ, ຂາດຄວາມໄຫວຕົວ, ມີຜົນສະທ້ອນເຖິງກຳໄລຂອງທະ ນາຄານທຸລະກິດ.
ເຄື່ອງມືທັງສາມຢ່າງຂອງນະໂຍບາຍເງິນຕາເທິງນັ້ນ ມັກຈະນຳໃຊ້ປະເທດທີ່ມີການຂະຫຍາຍຕົວຕາມກົນໄກຕະຫຼາດ ນຳໃຊ້ຢ່າງມີປະສິດທິຜົນ. ສ່ວນຢູ່ບັນດາປະເທດທີ່ບໍ່ທັນຂະຫຍາຂຕົວ, ໃນເມື່ອບັນດາເຄື່ອງມືເງິນຕາຂ້າງເທິງໄດ້ຮັບການນຳໃຊ້ແຕ່ຍັງມີອັນຈຳກັດຫຼາຍຢ່າງຢູ່ນັ້ນ, ໃນຂະບວນວິວັດແຫ່ງການປະຕິບັດນະໂຍບາຍເງິນຕາ, ບັນດາປະເທດເຫຼົານັ້ນ ອາດຈະນຳໃຊ້ເຄື່ອງມືຊ່ວຍໜູນອື່ນໆຈຳນວນໜຶ່ງອີກ, ຄື: ຄວບຄຸມຂອບເຂດສິນເຊື່ອ, ຄວບຄຸມດອກເບັ້ຍຂອງບັນດາທະນາຄານທຸລະກິດ.
7.3.4.ການຄວບຄຸມເພດານສິນເຊື່ອ.
ຂອບເຂດສິນເຊື່ອ ໄດ້ຮັບການກຳນົດ ບົນພື້ນຖານຄາດໝາຍການເຕີບໂຕເສດຖະກິດ ແລະ ຄາດໝາຍເງິນເຟີ້ ທີ່ຄາດຄະເນໃນແຕ່ລະປີ, ນອກຈາກນັ້ນແລ້ວ ຍັງອີງໃສ່ສັນຍານອື່ນໆ ຈຳນວນໜຶ່ງຂອງຕະຫຼາດ, ຄືເ ອັດຕາສ່ວນໄພຫວ່າງງານ, ອັດຕາແລກປ່ຽນ, ຂາດດຸ່ນງົບປະມານແຫ່ງລັດ, ຄວາມໄວຂອງການຈໍລະຈອນເງິນຕາ, ບົນພື້ນຖານດັ່ງກ່າວນັ້ນ, ຂອບເຂດສິນເຊື່ອຈຶ່ງແບ່ງໃຫ້ບັນດາທະນາຄານທຸລະກິດ, ໃນແຕ່ລະໄລຍະໃຫ້ສອດຄ່ອງກັບຈຸດໝາຍຂອງນະໂຍບາຍເງິນຕາ.
ເພື່ອຈຳກັດການສ້າງເງິນທີ່ເກີນລະດັບຂອງບັນດາທະນາຄານທຸລະກິດ ອັນເຮັດໃຫ້ປະລິມານການສະໜອງເງິນ ຢູ່ໃນພື້ນຖານເສດຖະກິດ ເພີ່ມຂຶ້ນນັ້ນ, ທະນາຄານກາງ ກຳນົດຂອບເຂດສິນເຊື່ອສູງສຸດໃຫ້ແກ່ແຕ່ລະທະນາຄານທຸລະກິດ. ສ່ວນຫຼາຍໃນຂອບເຂດສະເພາະເຫຼົ່ານີ້ ໄດ້ຮັບການກຳນົດ ໂດຍອີກໃສ່ອັດຕາສ່ວນໃຫ້ກູ້ຢືມຂອງມັນໃນອະດີດ ທຽບໃສ່ລວມຍອດການໃຫ້ກູ້ຢືມຂອງລະບົບທະນາຄານ. ທະນາຄານທຸລະກິດສາມາດສະໜອງສິນເຊື່ອໃຫ້ແກ່ພື້ນຖານເສດຖະກິດໄດ້ສູງສຸດເທົ່າກັບຂອບເຂດລະດັບສິນເຊື່ອທີ່ໄດ້ກຳນົດໃຫ້ເທົ່ານັ້ນ.
ຂອບເຂດສິນເຊື່ອທະນາຄານກາງນຳໃຊ້ຄືກັນກັບເຄື່ອມືໜຶ່ງທີ່ສຳຄັນຂອງນະໂຍບາຍເງິນຕາ, ໃນເມື່ອເຄື່ອງມືແບບມູນເຊື້ອນັ້ນຂາດປະສິດທິຜົນ, ແຕ່ແນ່ນອນວ່າ, ການຄວບຄຸມຂອບເຂດສິນເຊື່ອນັ້ນ ອາດຈະເຮັດໃຫ້ດອກເບັ້ຍທ້ອງທະຫຼາດເພີ່ມຂຶ້ນ, ເຮັດໃຫ້ການແກ້ງແຍ້ງແຂ່ງຂັນລະຫວ່າງທະນາຄານທຸລະກິດຫຼຸດລົງ, ເຮັດໃຫ້ໂຄງປະກອບການລົງທຶນຂອງບັນດາທະນາຄານທຸລະກິດຜິດເຂວໄປ, ເກີດມືຕະຫຼາດການເງິນ “ມືດ” ຢູ່ນອກການຄວບຄຸມຂອງທະນາຄານກາງ, ອັນສ້າງຄວາມຫຍຸ້ງຍາກດ້ານທຶນຮອນໃຫ້ແກ່ວິສາຫະກິດນ້ອຍ.
7.3.5.ການຄຸ້ມຄອງດອກເບ້ຍຂອງທະນາຄານທຸລະກິດ.
ເມື່ອນຳໃຊ້ບັນດາເຄື່ອງມືນະໂຍບາຍເງິນຕາຂອງທະນາຄານກາງ (ຕະຫລາດເປີດ, ຮັບຊ່ວງຊື້ຫລຸດ, ອັດຕາສ່ວນ ເງິນແຮຝາກບັງຄັບ, ຂອບເຂດສິນເຊື່ອ) ນັ້ນ ລ້ວນແຕ່ມີການກະທົບເຖິງດອກເບັ້ຍໃຫ້ກູ້ຢືມຂອງບັນດາ ທະນາຄານທຸລະກິດ ສຳລັບພື້ນຖານເສດຖະກິດ. ໃນນັ້ນ, ພິເສດແມ່ນດອກເບັ້ຍຮັບຊ່ວງຊື້ຫລຸດຂອງທະນາຄານກາງ ຈະກະທົບແຮງໃສ່ດອກເບັ້ຍໃຫ້ກູ້ຢືມຂອງບັນດາທະນາຄານທຸລະກິດ. ແຕ່ວ່າ, ເມື່ອບັນດາເຄື່ອງມືຂ້າງເທິງເຄື່ອນໄຫວບໍ່ທັນມີປະສິດທິຜົນນັ້ນ, ທະນາຄານກາງສາມາດກຳນົດກອບດອກເບັ້ຍ ຫລືເພດານດອກເບັ້ຍໃຫ້ກູ້ຢືມຂອງທະນາຄານທຸລະກິດ ໄດ້ໂດຍກົງ. ເພື່ອຫລີກເວັ້ນຄວາມສ່ຽງ, ປົກປ້ອງສິດຜົນປະໂຫຍດຂອງບັນດາທະນາຄານ. ທະນາຄານກາງມັກຈະກຳນົດລະດັບດອກເບັ້ຍ ສູງສຸດໃຫ້ແກ່ເງິນຝາກ ແລະເພດານດອກເບັ້ຍຕ່ຳສຸດໃຫ້ແກ່ເງິນກູ້. ຖ້າວ່າເພື່ອຮັບປະກັນສິດຜົນປະໂຫຍດໃຫ້ແກ່ລູກຄ້າຂອງທະນາຄານທຸລະກິດນັ້ນ, ທະນາຄານກາງມັກຈະກຳນົດໃນທາງທີ່ກົງກັນຂ້າມດັ່ງນີ້: ລະດັບດອກເບັ້ຍຕ່ຳສຸດໃຫ້ແກເງິນຝາກ ແລະລະດັບສູງສຸດໃຫ້ແກ່ເງິນກູ້. ທະນາຄານກາງຢາກຄວບຄຸມດອກເບັ້ຍໃຫ້ໄດ້ ເພາະວ່າ ດອກເບັ້ຍມີຜົນກະທົບແຮງຕໍ່ການປະຢັດ ແລະການລົງທຶນ, ຈາກນັ້ນ ກະທົບເຂົ້າໃສ່ການເຕີບໂຕທາງດ້ານເສດຖະກິດ ແລະລາຄາ.
ແຕ່ແນ່ນອນວ່າ, ການຄວບຄຸມດອກເບັ້ຍຂອງບັນດາທະນາຄານທຸລະກິດນັ້ນ ຈະເປັນການທຳລາຍມ້າງການ ແກ້ງແຍ້ງແຂ່ງຂັນການເຄື່ອນໄຫວຂອງທະນຄານທຸລະກິດໄປໃນຕົວ. ປະຈຸບັນນີ້, ບັນດາປະເທດທີ່ພັດທະນາ ແລະກຳລັງພັດທະນາໄດ້ຫັນ ແລະພວມຫັນໄປສູ່ຂະບວນວິວັດແຫ່ງການຫັນເອົາດອກເບ້ຍທະນາຄານເປັນເສລີ.
7.4.ນະໂຍບາຍເງິນຕາແຫ່ງຊາດ
ມີນະໂຍບາຍດັ່ງນີ້:
ຈຸດໝາຍຂອງນະໂຍບາຍເງິນຕາແຫ່ງຊາດ
ບັນດາທັດສະນະພື້ນຖານ
ເນື້ອໃນຂອງນະໂຍບາຍການເງິນ
7.4.1.ຈຸດໝາຍນະໂຍບາຍເງິນຕາແຫ່ງຊາດ.
ການປະຕິບັດນະໂຍບາຍເງິນຕາແຫ່ງຊາດຢູ່ປະເທດເຮົາ ແມ່ນແນໃສ່ບັນລຸໄດ້ບັນດາຈຸດໝາຍພື້ນຖານຄືດັ່ງລຸ່ມນີ້:
ຈຸດໝາຍພື້ນຖານອັນທີໜຶ່ງ: ກໍ່ສ້າງນະໂຍບາຍການເງິນແຫ່ງຊາດ ແນໃສ່ເພີ່ມທະວີກຳລັງແຮງບົ່ມຊ້ອນດ້ານການເງິນຂອງປະເທດ, ພິເສດແມ່ນເພີ່ມທະວີກຳລັງແຮງບົ່ມຊ້ອນດ້ານການເງິນຂອງລັດ ແລະ ການເງິນວິສາຫະກິດ. ຮັບປະກັນຄວາມຕ້ອງການທາງດ້ານທືນຮອນ ໄປຄຽງຄູ່ກັບການຍົກສູງປະສິດທິຜົນຂອງການນຳໃຊ້ທຶນພາຍໃນປະເທດສູ້ຊົນໃຫ້ບັນລຸຈັງຫວະການເຕີບໂຕຂອງເສດຖະກິດທີ່ສູງ (ແຕ່ 7-10 % /ປີ) ດ້ວຍໂຄງປະກອບເສດຖະກິດທີ່ສົມເຫດສົມຜົນ, ຊຸກຍູ້ຄວາມກ້າວໜ້າທາງວິທະຍາສາດເຕັກນິກຢ່າງແຂງແຮງ, ເພື່ອການສະສົມຈາກພາຍໃນພື້ນຖານເສດຖະກິດແຫ່ງຊາດ, ປັບປຸງການດຸນຊຳລະສາສາງກັບສາກົນ.
ຈຸດໝາຍພື້ນຖານອັນທີສອງ: ຄວບຄຸມເງິນເຟີ້: ການປະຕິຮູບນະໂຍບາຍການເງິນ, ພິເສດແມ່ນນະໂຍບາຍພາສີອາກອນ ແລະ ໂຄງປະກອບລາຍຮັບ - ລາຍຈ່າຍງົບປະມານ, ຈຳກັດໄພພິບັດທີ່ຈະພາໃຫ້ເກີດໄພເງິນເຟີ້ກັບຄືນມາອີກ ແລະ ກ້າວໄປເຖິງການຄວບຄຸມເງິນເຟີ້ໄດ້,ເຮັດໃຫ້ລາຄາ ແລະ ຄວາມສາມາດຊື້ ຂອງສະກຸນເງິນມີສະຖຽນນະພາບ, ສ້າງເງື່ອນໄຂ, ອຳນວຍສະພາບແວດລ້ອມໃຫ້ແກ່ການຜະລິດຂະຫຍາຍຕົວ, ເຮັດໃຫ້ສະພາບເສດຖະກິດສັງຄົມມີຄວາມສະຫງົບ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ.
ຈຸດໝາຍພື້ນຖານອັນທີສາມ: ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ເປີດກ້ວາງຂະແໜງວິຊາຊີບ, ແກ້ໄຂໄພຫວ່າງງານຢ່າງເໝາະສົມດ ຍົກສູງຊີວິດການເປັນຢູ່ດ້ານວັດຖຸ,ວັດທະນະທຳຂອງປະຊາຊົນ,ປະຕິບັດຄວາມຍຸດຕິທຳໃນສັງຄົມ, ຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນຢ່າງດີ.
ປະຈຸບັນນີ້, ວິວັດແຫ່ງການປ່ຽນແປງກົນໄກເສດຖະກິດຕະຫຼາດຢູ່ປະເທດເຮົາ ດຳເນີນໄປໄວພໍສົມຄວນ, ໃນສະພາບແວດລ້ອມທີ່ພື້ນຖານເສດຖະກິດຍັງພົບຄວາມຫຍຸ້ງຍາກ, ແຫຼ່ງການເງິນຍັງຈຳກັດຮັດແຄບ ແຕ່ຊໍ້າຜັດໄດ້ຮັບມືກັບການທ້າທາຍອັນໃຫ່ຍຫຼວງ ແລະ ສິ່ງທີ່ຕ້ອງເປັນໄປຂອງບັນດາປັດໃຈໃນສະໃໝໃໝ່. ສະນັ້ນ, ນະໂຍບາຍການເງິນແຫ່ງຊາດຕ້ອງໄດ້ຮັບການສ້າງຂຶ້ນບົນປະຖົມປັດໃຈຂອງຄວາມຮັບຮູ້ໃໝ່ກ່ຽວກັບເສດຖະກິດ, ສັງຄົມສາດ ແລະ ບັນດາສະຕິປັນຍາໃໝ່ກ່ຽວກັບການຄວບຄຸມເງິນຕາຂອງມວນມະນຸດ. ຄວາມລະມັດລະວັງໃນບັນດາຮູບແບບການເງິນທີ່ເໝາະສົມ, ບັນດາບາດກ້າວເດີນທີ່ໜັກແໜ້ນນັ້ນແມ່ນຈຳເປັນທີ່ສຸດ,ແຕ່ຕ້ອງໄດ້ເດັດດ່ຽວຕ້ານກັບນະໂຍບາຍອັນເກົ່າ, ສະງັກຊັກຊ້າ ຫຼື ເສລີຊະຊາຍ, ປ່ອຍປະລະເລີຍໃນການຄຸ້ມຄອງການເງິນ. ບົນພື້ນຖານສິ່ງດັ່ງກ່າວນັ້ນ, ການສ້າງ ແລະ ປະຕິບັດນະໂຍບາຍການເງິນແຫ່ງຊາດຕ້ອງເຊື່ອມຊືມບັນດາທັດສະນະພື້ນຖານດັ່ງລຸ່ມນີ້:
7.4.2.ບັນດາທັດສະນະພື້ນຖານ.
ທັດສະນະທີ 1: ສຸມທຸກກຳລັງແຮງເຂົ້າໃນການຫັນກົນໄກຄຸ້ມຄອງນະໂຍບາຍການເງິນ - ເງິນຕາ ແບບ “ ປຸກລະດົມລວມສູນ” ໄປສູ່ນະໂຍບາຍການເງິນ ແບບແບ່ງສິດເປັນເຈົ້າຕົນເອງ, ມອບໃຫ້ວິສາຫະກິດທີ່ຂຶ້ນກັບທຸກພາກສ່ວນເສດຖະກິດຮັບຜິດຊອບເອົງການເງິນຕົນເອງ, ຕາມກົນໄກຕະຫຼາດ ແລະ ຕາມທິດສັງຄົມນິຍົມ, ຮັບປະກັນຄວາມສະເໝີພາບດ້ານຜົນປະບັນບັນດາພາກສ່ວນເສດຖະກິດດ້ວຍກັນ ຕາມຫຼັກການເພື່ອປະສິດທິຜົນທາງດ້ານເສດຖະກິດ.
ທັດສະນະທີ 2: ຈຳແນກໃຫ້ແຈ້ງລະຫວ່າງພາລະບົດບາດ, ໜ້າທີ່ການເງິນຂອງລັດ ແລະ ການເງິນຂອງວິສາຫະກິດ, ໃນນັ້ນ ການເງິນຂອງລັດປະຕິບັດບົດບາດການເງິນຂອງທາງສັງຄົມ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນຕົ້ນຕໍ ແລະ ຜ່ານບັນດາການເຄື່ອນໄຫວລາຍຮັບ - ລາຍຈ່າຍຂອງຕົນເພື່ອດັດສົມຜົນປະໂຫຍດ, ກຳນົດທິດ ແລະ ຊຸກຍູ້ການພັດທະນາເສດຖະກິດ. ການເງິນວິສາຫະກິດຕ້ອງຮັບຜິດຊອບທັງໝົດ ກ່ຽວກັບການຮັກສາ, ເປີດກວ້າງ ແລະ ຂະຫຍາຍການຜະລິກຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ການກຳນົດທິດຂອງລັດ ບົນຫຼັກການເຮັດໃຫ້ການຜະລິດ,ຜົນຜະລິດຂອງຕົນມີຜົນກຳໄລສູງສຸດ.
ທັດສະນະທີ 3: ຈຳແນກໃຫ້ແຈ້ງ ລະຫວ່າງພາລະບົດບາດ, ໜ້າທີ່ການເງິນຂອງລັດ ແລະ ທະນາຄານ ໃນນັ້ນ ການເງິນຂອງລັດ (ຄັງເງິນແຫ່ງຊາດ) ແມ່ນລູກຄ້າຂອງທະນາຄານ; ພ້ອມກັນນັ້ນ ທະນະຄານເປັນຜູ້ຄຸ້ມຄອງການເງິນຂອງລັດໃນກອບລະບຽບກົດໝາຍໄດ້ກຳນົດ.
ທັດສະນະທີ 4: ປະຕິບັດກົນໄກການເງິນເປີດທີ່ຖືກຕ້ອງ, ບໍ່ໃຫ້ຖືເອົາແຕ່ການດຸ່ນດ່ຽງງົບປະມານພຽງຢ່າງດຽວ ເປັນຈຸດໝາຍຂອງນະໂຍບາຍການເງິນ, ແຜນງົບປະມານຂາດດຸນ ຫຼື ເກີນດຸນ ບໍ່ໝາຍວ່າມີຄວາມສຳຄັນໜ້ອຍ ທຽບໃສ່ແຜນງົບປະມານດຸ່ນດ່ຽງ, ມັນລ້ວນແຕ່ເປັນເຄື່ອງມືທາງດ້ານການເງິນທີ່ມີຄວາມເໝາະສົມກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ລັດສາມາດນຳໃຊ້ເພື່ອກະທົບເຂົ້າໃສ່ຂະໜາດ ແລະ ວິທີການພັດທະນາເສດຖະກິດ-ສັງຄົມ (ກະຕຸກຊຸກຍູ້ ຫຼື ຈຳກັດການເຕີບໂຕ...) ເຊັ່ນວ່າ ການຮັກສາງົບປະມານໃຫ້ “ພໍດ້າມພໍດີ” ອາດເປັນໄພພິບັດພາໃຫ້ເກີດໄພເງິນເຟີ້ ກໍ່ເປັນໄດ້, ແຕ່ການເຮັດຄືແນວນັ້ນມັນເປັນການສ້າງເງື່ອນໄຂໃຫ້ແກ່ການສ້າງສາສົມທືນໃຫ້ແກ່ພື້ນຖານເສດຖະກິດ, ເພີ່ມຄວາມຕ້ອງການໃຫ້ແກ່ຜູ້ຊົມໃຊ້, ຈາກນັ້ນ, ມັນຈະກະຕຸກຊຸກຍູ້ການລົງທືນຂະຫຍາຍການຜະລິດ, ເພີ່ມວຽກເຮັດງານທຳ, ເປີດກ້ວາງຈະຫຼາດການຈຳໜ່າຍ ແລະ ຊຸກຍູ້ການເຕີບໂຕທາງດ້ານສເດຖະກິດ.
ທັດສະນະທີ 5: ນະໂຍບາຍການເງິນຕ້ອງປົດປ່ອຍແຫຼ່ງເງິນທືນພາຍໃນປະເທດ ຂອງບັນດາພາກສ່ວນເສດຖະກິດ ແລະ ຂອງທົ່ວປະເທດ ໃຫ້ໄດ້ຢ່າງຂາດຕົວເພື່ອຮັບປະກັນລະດົມແຫຼ່ງທືນໄດ້ໄວ, ນຳໃຊ້ບັນດາແຫຼ່ງທືນຢ່າງມີປະສິດທິຜົນ, ພ້ອມກັນນັ້ນ, ເປີດກວ້າງການເຄື່ອນໄຫວເສດຖະກິດ ແລະ ການພົວພັນການເງິນກັບຕ່າງປະເທດ ເພື່ຶດືງດູດບັນດາແຫຼ່ງທືນຈາກຕ່າງປະເທດຢ່າງແຂງແຮງ, ທັງເປັນການຍາດແຍ່ງເອົາເຕັກນີກທີ່ກ້າວໜ້າ ຕິດພັນລະຫວ່າງຕະຫຼາດທືນພາຍໃນປະເທດ ກັບຕະຫຼາດທືນສາກົນ, ຈາກນັ້ນເຂົ້າຮ່ວມການແບ່ງງານໃນສາກົນ ໃຫ້ນັບມື້ລົງສູ່ລວງເລີກ.
ທັດສະນະທີ 6: ເພື່ອແຈກຢາຍ ແລະ ນຳໃຊ້ບັນດາແຫຼ່ງການເງິນ ແນ່ໃສ່ຮັບປະກັນໃຫ້ແກ່ການສ້າງໂຄງປະກອບເສດຖະກິດທີ່ສົມເຫດ, ສົມຜົນ ແລະ ມີປະສິດທິຜົນນັ້ນ, ນະໂຍບາຍການແຫ່ງລັດຕ້ອງກຳນົດແຈ້ງບັນດາຈູດໝາຍບໍລິມາດສິດໃນການພັດທະນາ, ແນ່ໃສຂົງເຂດທີ່ໄດ້ອະນຸຍາດໃຫ້ສ້າງລາຍຮັບເປັນເງິນຕາຕ່າງປະເທດ, ຮັບປະກັນຄວາມສາມາດໃຊ້ໜີ້, ດືງດູດເອົາກຳລັງຄົນໄດ້ຫຼາຍ ( ທືນແມ່ນທ່າແຮງໜື່ງຂອງປະເທດເຮົາ) ແລະ ຊຸກຍູ້ການພັດທະນາເທັກໂນໂລຊີໃຫມ່ ແລະ ເຕັກນິກທີ່ກ້າວໜ້າ.
ທັດສະນະທີ 7: ການສ້າງ ແລະ ປະຕິບັດນະໂຍບາຍການເງິນ ຕ້ອງຢືນຢູ່ໃນທັດສະນະເຮັດຢ່າງເປັນລະບົບ, ວາງຢູ່ກັບສາຍພົວພັນກັບການປ່ຽນແປງໃຫມ່ ທາງດ້ານນະໂຍບາຍ, ເຄື່ອງມືອື່ນໆຄື:ນະໂຍບາຍເງິນຕາ - ສິນເຊື່ອ, ນະໂຍບາຍລາຄາ ແລະ ລາຍໄດ້, ນະໂຍບາຍແລກປ່ຽນເງິນຕາຕ່າງປະເທດ,... ແນ່ໃສສ້າງກຳລັງແຮງສັງລວມ ແລະຫັນປ່ຽນການເຄື່ອງໄຫວເສດຖະກິດຢ່າງຄົບຊຸດ, ຫລີກເວັ້ນສະພາວະໄຄວ່ຂີນ, ຈຳກັດຊຶ່ງກັນ ແລະກັນ.
ທັດສະນະທີ 8: ການສ້າງ ແລະປະຕິບັດນະໂຍບາຍການເງິນແຫ່ງຊາດປະເທດເຮົາ ໃນເງື່ອນໄຂທີ່ມີຄວາມຮູ້ຍັງບໍ່ທັນພຽງພໍ ແລະຂາດປະສົບການ ກ່ຽວກັບການຄຸ້ມຄອງການເງິນນັ້ນ, ບັນຫາທຶນແມ່ນຂົງເຂດສຸດທີ່ສັບສົນ ຢູ່ໃນກົນໄກເສດຖະກິດຕະຫລາດ, ຍ້ອນແນວນັ້ນ, ຕ້ອງໄດ້ເອົາໃນໃສ່ເປັນສຳຄັນຕໍ່ການຄົ້ນຄວ້າ ສຳຫລວດ, ສະສົມ ທ້ອນໂຮມປະສົບການ, ຈັດຕັ້ງການກໍ່ສ້າງ ແລະ ເຮັດທົດລອງບັນດາຮູບຖານທີ່ເໝາະສົມ; ຫລີກລຽງສະພາວະຮັກສາເດີມ, ລັ່ງໆເລໆ ຫລືອັດຕະວິໄສຟ້າວຟັ່ງ, ສ້າງສິ່ງກີດຂວາງຕໍ່ພື້ນຖານການເງິນແຫ່ງຊາດ.
ທັດສະນະທີ 9: ຖືເປັນສຳຄັນຕໍ່ການປັບປຸງ ແລະຍົງສູງລັກສະນະກົດບັນຍັດຂອງການເຄື່ອນໄຫວການເງິນ, ປັບປຸງບູລະນະລະບົບເອກະສານ ກົດໝາຍການເງິນ, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ເຂົ້າຮ່ວມໃນການເຄື່ອນໄຫວເສດຖະກິດຢູ່ໃນຂອບເຂດຂອງກົດໝາຍອະນຸຍາດ, ເພີ່ມທະວີບົດບາດຄວບຄຸມ ແລະກວດກາ ການເງິນ, ການບໍລິຫານ ດ້ານລາຍຮັບ ລາຍຈ່າຍ ແມ່ນເນື້ອໃນສຳຄັນຂອງນະໂຍບາຍການເງິນແຫ່ງຊາດ.
7.4.3.ເນື້ອໃນຂອງນະໂຍບາຍການເງິນ.
7.4.3.1.ນະໂຍບາຍກ່ຽວກັບທຶນ.
ກ່ອນອື່ນຫມົດ, ທຶນແມ່ນເງື່ອນໄຂຕັດສິນອັນດັບໜຶ່ງ ເພື່ອຮັກສາ ແລະຂະຫຍາຍການຜະລິດ, ພ້ອມກັນນັ້ນ ມັນກໍ່ແມ່ນພື້ນຖານເພື່ອແຈກຢາຍກຳໄລ ແລະຕີລາຄາປະສິດທິຜົນຂອງການເຄື່ອນໄຫວເສດຖະກິດ, ມັນລວມມີແຫລ່ງວັດຖຸ ແລະຊັບສີນຂອງບັນດາວິສາຫະກິດ, ແຫລ່ງເງິນສົດ ຫລື ບັນດາຊັບສີນອື່ນໆ ທີ່ເກັບໄວ້ຢູ່ນຳປະຊາຊົນ, ເປັນອັນວ່າ, ນະໂຍບາຍກ່ຽວກັບການສ້າງທຶນ ບັນຫາພື້ນຖານ ຕ້ອງປະຕິບັດຫລັກການຜົນປະໂຫຍດ ຂອງຜູ້ທີ່ມີທຶນ, ຍ້ອນແນວນັ້ນ ການນຳໃຊ້ທຶນ ຈຳເປັນຕ້ອງປະຕິບັດຫລັກການປະສິດທິຜົນທາງດ້ານເສດຖະກິດ. ເວົ້າຢ່າງອື່ນ, ນະໂຍບາຍການສ້າງທຶນ ແລະນຳໃຊ້ທຶນ ຕ້ອງໄດ້ຮັບການສ້າງຂຶ້ນ ແລະປະຕິບັດຕາມກົດເກນທີ່ຕ້ອງເປັນໄປຂອງພື້ນຖານ ເສດຖະກິດຕະຫລາດ ແລະປະກອບສ່ວນທີ່ຕັ້ງໜ້າ ເຂົ້າໃນການສ້າງຕະຫລາດທຶນ, ຕະຫລາດເງິນຕາ.
ຈຸດໝາຍຂອງນະໂຍບາຍການສ້າງທຶນ, ກ່ອນອື່ນຫມົດ ແລະຕົ້ົນຕໍແມ່ສ້າງສິ່ງແວດລ້ອມທາງດ້ານເສດຖະກິດ ແລະ ປະຖົມປັດໄຈດ້ານກົດຫມາຍ ເພື່ອຫັນປ່ຽນທຸກແຫລ່ງເງິນຕາໃຫ້ກາຍເປັນທຶນ, ມີກຳໄລ ແລະເຕີບໂຕຢູ່ໃນຂະບວນວິວັດແຫ່ງການຜະລິດສຳສັງຄົມ. ບັນດາແຫລ່ງຕົ້ນຕໍລວມມີ: ທຶນລົງທຶນທາງດ້ານເສດຖະກິດຂອງລັດ, ທຶນມີເອງຂອງບັນດາວິສາຫະກິດ, ທຶນເປັນເງິນ ແລະທຶນບໍ່ໄດ້ນຳໃຊ້ທີ່ຢູ່ນຳປະຊາຊົນ, ທຶນຂອງບັນດາວິສາຫະກິດ ແລະອົງການຈັດຕັ້ງ ການເງິນສາກົນ.
ເພື່ອລະດົມໄດ້ທຸກແຫລ່ງທຶນຂອງສັງຄົມ ເພື່ອມາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ ມັນຮຽນຮ້ອງຕ້ອງປະຕິບັດບັນດາແຜນນະໂຍບາຍ ແລະວິທີການຄືດັ່ງລຸ່ມນີ້:
ຄວາມຮັບຜິດຊອບໃນການສ້າງທຶນ ເພື່ອຂະຫຍາຍການຜະລິດທຸລະກິດ ກ່ອນອື່ນຫມົດແມ່ນຂຶ້ນກັບບັນດາວິສາຫະກິດ. ເປັນອັນວ່າ, ຕ້ອງເດັດດ່ຽວແກ້ໄຂສະພາວະການເບີກຈ່າຍທຶນແບບຢົງຢາຍ; ບັງຄັບໃຫ້ບັນດາວິສາຫະກິດຕ້ອງເຕົ້າໂຮມທຶນ ຫລືຊອກຫາບັນດາແຫລ່ງທຶນ, ບັນດາຮູບການລະດົມທຶນທີ່ເຫມາະສົມ ເພື່ອສ້າງເປັນກຳລັງແຮງດ້ານການເງິນອັນຈຳເປັນ (ເຊິ່ງຕາມທຳມະດາແລ້ວ ວິສາຫະກິດໃດໜຶ່ງບໍ່ອາດມີເອງໄດ້) ໃຫ້ແກ່ການພັດທະນາ, ເປີດກວ້າງການຜະລິດທຸລະກິດ ແລະຮັບຜິດຊອບດ້ວຍຕົນເອງ ຕາມກົດຫມາຍຕໍ່ຜູ້ເປັນເຈົ້າຂອງທຶນທີ່ລະດົມໄດ້ ລວມທັງຜົນປະໂຫຍດ ຂອງເຂົາເຈົ້ານຳອີກ, ພ້ອມກັນນ້ນ, ບັນດາວິສາຫະກິດ ກໍ່ມີສິດນຳເອົາທຶນຂອງຕົນໄປລົງທຶນ ເຂົ້າໃສ່ບັນດາວິສາຫະກິດອື່ນ ເພື່ອຈຸດປະສົງຫາຜົນກຳໄລ, ກະຈາຍຄວາມສ່ຽງ ແລະການດຳເນີນທຸລະກິດ.
ພັດທະນາເສດຖະກິດຫລາຍພາກສ່ວນໃຫ້ເດັດຂາດ ແລະຫັນເປັນລະບອບລະບຽບການ (ກົດຫມາຍລົງທຶນພາຍໃນ ປະເທດ, ກົດຫມາຍສືບມູນ, ກົດຫມາຍລົ້ມລະລາຍ, ...) ແນໃສ່ປົດປ່ອຍທຸກຄວາມສາມາດທາງດ້ານທຶນຮອນຂອງ ທຸກພາກສ່ວນເສດຖະກິດ ແລະປະຊາຊົນ, ປະຢັດການຊົມໃຊ້ທີ່ຟູມເຟືອຍ, ສຸ່ມໃສ່ການລົງທຶນ ຂະຫຍາຍການຜະລິດ, ທຸລະກິດ, ການບໍລິການ.
ລັດຫັນທຶນເອົາວິສາຫະກິດຂອງລັດຈ່ຳນວນໜຶ່ງເປັນຮຸ້ນສ່ວນ ເຊິ່ງກ່ອນອື່ນຫມົດແມ່ນໃນຂົງເຂດການຄ້າ, ການບໍລິການ ແລະວິສາຫະກິດທີ່ເຮັດການຜະລິດ, ສ້າງເປັນບໍລິສັດຮຸ້ນສ່ວນ, ບໍລິສັດປະສົມ. ນີ້ເປັນບັນຫາທີ່ມີຄວາມຫມາຍຍຸດທະສາດທີ່ສຳຄັນ ແນ່ໃສ່ຮັບປະກັນໃຫ້ລັດກຳໄດ້ບັນດາຂະແໜງການເສດຖະກິດທີ່ເປັນຫລັກ ແຫລ່ງ, ທັງມີຄວາມໝາຍໃນການສ້າງທຶນ, ຮັກສາທຶນ ແລະເພີ່ມປະສິດທິຜົນໃນການນຳໃຊ້ທຶນ ຢູ່ໃນບັນດາວິສາຫະກິດຂອງລັດ.
ການຂະຫຍາຍຕະຫລາດການເງິນ, ບັນດາຮູບການໃນການສ້າງທຶນເຖິງວ່າຫາກໍ່ເລີ່ມຕົ້ນ, ເຖິງວ່າຈະຜ່ານລະບົບທະນາຄານທຸລະກິດ ຫລືນອກທະນາຄານ (ສີນເຊື່ອການຄ້າ, ສີນເຊື່ອຮ່ວມທຶນເພື່ອລົງທຶນຮຸ້ນ, ...) ກໍ່ຕາມ ລ້ວນແລ້ວແຕ່ໄດ້ສ້າງເງື່ອນໄຂໃຫ້ມີການຂະຫຍາຍຕົວ, ພິເສດແມ່ນລະບຽບການຮັບປະກັນຄວາມປອດໄພໃຫ້ແກ່ການເຄື່ອນໄຫວລົງທຶນດ້ານການເງິນ ແລະການເຄື່ອນໄຫວສີນເຊື່ອນອກທະນາຄານ. ບົນພື້ນຖານດັ່ງກ່າວ, ອະນຸຍາດໃຫ້ບັນດາບໍລິສັດອອກຈຳໜ່າຍ ພັນທະບັນ, ຮຸ້ນ ແລະມີສິດຊື້ຂາຍ, ປ່ຽນມືໄດ້ໃນທ້ອງຕະຫລາດ. ວຽກທີ່ຕ້ອງເຮັດທຳອິດ, ເຊິ່ງມີຄວາມໝາຍຊຸກຍູ້ ການເຄື່ອນໄຫວຂອງຕະຫລາດທຶນ ແມ່ນການຈຳໜ່າຍຮຸ້ນຂອງລັດ ແລະຮັບປະກັນອິດທິພົນຂອງລັດ. ອະນຸຍາດໃຫ້ບັນດາທະນາຄານທຸລະກິດ ແລະທົ່ວປວງຊົນຊື້ຂາຍ, ປ່ຽນມືສ້າງໄດ້ຄວາມເຊື່ອຖື ໃນການເຄື່ອນໄຫວທຸລະກິດເງິນຕາ, ສ້າງຕະຫລາດຮຸ້ນຂັ້ນສອງ (ຮູບແບບເລີ່ມຕົ້ນ, ງ່າຍດາຍ) ເທື່ອລະກ້າວແນໃສ່ຕອບສະໜອງທຶນ ລົງທຶນໃຫ້ແກ່ບັນດາວິສາຫະກິດຢ່າງວອງໄວ ດ້ວຍບໍລິມາດທີ່ຫລາຍ.
ມີຍຸດທະສາດການພົວພັນເສດຖະກິດ ກັບຕ່າງປະເທດທີ່ຖືກຕ້ອງ ເພື່ອດຶງດູດເອົາທຶນຈາກຕ່າງປະເທດ ມີຄວາມສຳຄັນພິເສດສຳລັບການພັດທະນາເສດຖະກິດ ກັບບັນດາປະເທດກຳລັງພັດທະນາ ແລະທັງເປັນເງື່ອນໄຂເພື່ອສ້າງສາຍພົວພັນທາງດ້ານເສດຖະກິດກັບສາກົນໄດ້ຢ່າງວ່ອງໄວ, ຕິດພັນຕະຫລາດພາຍໃນປະເທດກັບຕະຫລາດສາກົນທັງ 4 ດ້ານ: ຕະຫລາດສິນຄ້າ, ຕະຫລາດການເງິນ, ຕະຫລາດແຮງງານ ແລະຕະຫລາດດ້ານຂໍ້ມູນຂ່າວສານ. ເປັນອັນວ່າ, ຕ້ອງສ້າງຍຸດທະສາດການພົວພັນເສດຖະກິກກັບຕ່າງປະເທດທີ່ຖືກຕ້ອງ, ສອດຄ່ອງ ກັບການຫັນປ່ຽນຢ່າງໃຫຍ່ຫລວງທາງດ້ານເສດຖະກິດ, ການເມືອງ - ສັງຄົມ ແລະວິທະຍາສາດໃນປະຈຸບັນ. ແນວຄິດໃນການຊີ້ນຳຍຸດທະສາດຂອງນະໂຍບາຍການພົວພັນເສດຖະກິດກັບຕ່າງປະເທດ ແມ່ນຄວາມເປັນຊາດ, ປະຊາທິປະໄຕ, ພັດທະນາ ແລະຕາມທິດສັງຄົມນິຍົມ ດ້ວຍທິດຊີ້ນຳຕົ້ນຕໍຄື ພົວພັນເສດຖະກິດແບບຫລາຍທິດ, ເປີດປະຕູ ແລະຕ່າງຝ່າຍຕ່າງມີຜົນ. ຕ້ອງມີນະໂຍບາຍການເງິນທີ່ເໝາະສົມເພື່ອສົ່ງເສີມການລົງທຶນຈາກຕ່າງປະເທດພາຍໃຕ້ຮູບການກູ້ຢືມ, ລົງທຶນການເງິນ, ລົງທຶນໂດຍກົງ; ເປີດ ສາຂາທຸລະກິດ, ຈ້າງຊ່ຽວຊານ, ... ປະຕິບັດລະບອບການເງິນ ແບບໃຫ້ບູລິມະສິດ ຄື: ພາສີນຳເຂົ້າວັດຖຸເຕັກນິກ ການບໍລິການດ້ານຂ່າວສານ, ພາສີສົ່ງອອກຜະລິດຕະພັນສຳເລັດຮູບ, ອາກອນລາຍໄດ້, ສິດໄດ້ຮັບປະກັນຊັບສີນ, ເງື່ອນໄຂໂອນກຳໄລ ແລະທຶນກັບຄືນປະເທດ ແລະນະໂຍບາຍອື່ນໆດ້ານການບໍລິການ, ດ້ານການລົງທຶນ. ພິເສດ ສົ່ງເສີມການລົງທຶນຕ່າງປະເທດ ສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງ, ຂ່າວສານສື່ສານ, ເຕັກໂນໂລຍີປາຍແຫລມ, ບັນດາຂະແໜງການທີ່ນຳໃຊ້ແຮງງານຫລາຍ ແລະໂຄງການຂຸດຄົ້ນຊັບພະຍາກອນທີ່ມີປະລິມານທຶນອັນມະຫາສານ. ອະນຸຍາດໃຫ້ທຸກຫົວໜ່ວຍເສດຖະກິດທີ່ຂຶ້ນກັບບັນດາພາກສ່ວນເສດຖະກິດທີ່ມີຖານະນິຕິບຸກຄົນ, ຄົບເງື່ອນໄຂກ່ຽວກັບວິຊາການດຳເນີນທຸລະກິດນັ້ນ ມີສິດຮ່ວມທຸລະກິດ, ລະດົມການລົງທຶນໂດຍກົງຈາກຕ່າງປະເທດ ແລະຮັບຜິດຊອບການໃຊ້ໜີ້ິເອົາເອງ ແລະ ຮ່ວງຊຳລະສະສາງອື່ນໆ, ເລືອກທະນາຄານຄ້ຳປະກັນດ້ວຍຕົນເອງຕາມກົດໝາຍຂອງປະເທດກ່ຽວຂ້ອງ. ເປີດກວ້າງຕະຫລາດແລກປ່ຽນເງິນຕາຕ່າງປະເທດດ້ວຍວິທີອະນຸຍາດໃຫ້ທະນາຄານທຸລະກິດຫລາຍແຫ່ງທີ່ມີເງື່ອນໄຂກ່ຽວກັບທຶນ ແລະວິຊາການ, ໄດ້ຮັບອະນຸຍາດໃຫ້ເຮັດທຸລະກິດເງິນຕາຕ່າງປະເທດ ແລະປະຕິບັດການໃຫ້ບໍລິການຊຳລະສະສາງສາກົນຮັບປະກັນທາງດ້ານກົດຫມາຍໃຫ້ແກ່ເງື່ອນໄຂການເຄື່ອນຍ້າຍທຶນ, ມີຜົນ, ກຳໄລຊຳລະສະສາງການຄ້າຕ່າງປະເທດຢ່າງວ່ອງໄວ ແລະ ສະດວກໃຫ້ແກ່ວິສາຫະກິດພາຍໃນ ແລະຕ່າງປະເທດ, ສ້າງເງື່ອນໄຂທາງດ້ານເສດຖະກິດ, ການເມືອງ ແລະ ສັງຄົມໃຫ້ຫມັ້ນທ່ຽງ, ເຂັ້ມງວດ, ລາຄາມີຄວາມສະຫງົບ, ນະໂຍບາຍເງິນເດືອນ ແລະດັດສົມລາຍໄດ້ຢ່າງສົມເຫດສົມຜົນ.
ຮັກສາ ແລະ ນຳໃຊ້ທຶນໃຫ້ມີປະສິດທິຜົນ ແມ່ນຈຸດຫມາຍສຸດທ້າວຂອງນະໂຍບາຍການລົງທຶນ ແລະແມ່ນໜ້າທີ່ຕົ້ນຕໍຂອງການບໍລິຫານທຸລະກິດ. ແຕ່ແນ່ນອນວ່າ, ນະໂຍບາຍຂອງລັດມີບົດບາດສຳຄັນຕໍ່ຂະບວນວິວັດດັ່ງກ່າວ, ຊຶ່ງສະແດງອອກຢູ່ບ່ອນວ່າ:
ແຫລ່ງທຶນທີ່ເບີກຈ່າຍຈາກງົບປະມານແຫ່ງລັດໃຫ້ແກ່ຂົງເຂດເສດຖະກິດ (ທຶນແຊກແຊງເສດຖະກິດ). ໃນໄລຍະທຳອິດຂອງຂະບວນການວິວັດແຫ່ງການຫັນເປັນອຸດສະຫະກຳ ຢູ່ຫລາຍປະເທດໃນໂລກ, ລັດມີແຫລ່ງທຶນລວມສູນຫລາຍພໍສົມຄວນ ແນໃສ່ລົງທຶນທີ່ມີລັກສະນະອຸ່ນເຄື່ອງ (ເປີດສາກ) ໃຫ້ແກ່ການພັດທະນາ ແລະກຳນົດທິດໂຄງປະກອບເສດຖະກິດສຳລັບບາງຂະແໜງການຫລັກແຫລ່ງ. ແຫລ່ງທຶນດັ່ງກ່າວນີ້ ລວມມີທຶນລະດົມຈາກບັນດາຮ່ວງລາຍຮັບງົບປະມານ, ທຶນໄດ້ຈາກການຂາຍຮຸ້ນຂອງບັນດາລັດວິສາຫະກິດ, ທຶນກູ້ຢືມພາຍໃນ ຫລືກູ້ຢືມຈາກຕ່າງປະເທດ ແລະບັບດາອົງການຈັດຕັ້ງການເງິນສາກົນ. ຢູ່ປະເທດເຮົາໃນປະຈຸບັນ, ແຫລ່ງທຶນດັ່ງກ່າວນີ້ ກວມອັດຕາສ່ວນຫລາຍພໍສົມຄວນໃນລວມຍອດທຶນສຳລັບລົງທຶນ ຂອງພື້ນຖານເສດຖະກິດທີ່ພວມໃຊ້ໃຫ້ແກ່ບັນດາໂຄງການຈຸດສຸມຂອງລັດ, ໃນນັ້ນ, ສ່ວນໃຫຍ່ແມ່ນບັນດາໂຄງການທີ່ຂຶ້ນກັບບັນດາພື້ນຖານໂຄງລ່າງ ແລະຂະແໜງອຸດສາຫະກຳໜັກຈຳນວນໜຶ່ງ, ກົນໄກການນຳໃຊ້ແຫລ່ງທຶນດັ່ງກ່າວນີ້ ຍັງມີລັກສະນະໜັກທາງດ້ານຮູບການເບີກຈ່າຍລວງດຽວ ແລະການນຳໃຊ້ຕົວຈິງ ກໍ່ສີ້ນເປືອງທີ່ສຸດ, ນັບທັງໃນຂະບວນວິວັດແຫ່ງການລົງທຶນກໍ່ຄືໃນເວລານຳເຂົ້າສູ່ການນຳໃຊ້. ເບິ່ງໃນດ້ານເສດຖະກິດ, ການລົງທຶນແບບນີ້ ມັນຄືກັນກັບຮ່ວງທຶນຊ່ວຍເຫລືອລ້າ ແລະມັນບໍ່ຖືກກັບຄວາມຫມາຍເງິນທຶນ (ເງິນທຶນທີ່ແທ້ຈິງ ມັນຕ້ອງກັບຄືນມາຫາຜູ້ປັນເຈົ້າຂອງໄດ້ຫລາຍຮອບ). ຍ້ອນແນວນັ້ນ, ເພື່ອເສີມຂະຫຍາຍປະສິດທິຜົນແຫລ່ງທຶນຂອງລັດນັ້ນ ຮູບຖານການນຳໃຊ້ທຶນຕ້ອງປະຕິບັດຕາມທິດລຸ່ມນີ້:
ຫັນເອົາທຶນກໍ່ສ້າງພື້ນຖານຂອງລັດໄປເປັນຮູບແບບສີນເຊື່ອທະນາຄານໄລຍະຍາວ. ມີການກຳນົດເວລາການເກັບກູ້ຕົ້ນທຶນ ແລະດອກເບັ້ຍຄືນໃຫ້ສອດຄ່ອງກັບກິດຈະການ ຈຸດສຸມປະເພດອື່ນໆ (ເກັບກູ້ຄືນງ່າຍ) ສາມາດນຳໃຊ້ຮູບການ ຮ່ວມທຶນກັບບັນດາບໍລິສັດຂອງລັດ ຫລືເອກະຊົນ (ພາຍໃນ ແລະຕ່າງປະເທດ) ຕາມກົນໄກບໍລິສັດຮຸ້ນສ່ວນ ເຊິ່ງເກັບກູ້ທຶນຄືນມີປະສິດທິຜົນກວ່າ, ເຊິ່ງລັດບໍ່ຈຳເປັນຕ້ອງໄປລົງທຶນເອງທັງໝົດຄືໃນປະຈຸບັນ.
ຄວນກຳນົດຈຸດສຸມການລົງທຶນຂອງລັດໃຫ້ສອດຄ່ອງກັບກົນໄກເສດຖະກິດຕະຫລາດ ແລະຍຸດທະສາດການຄ້າເປີດ ປະຕູ “ ຜະລິດເພື່ອສົ່ງອອກ, ສົ່ງອອກເພື່ອນຳເຂົ້າ” ເປັນອັນວ່າ, ພວກເຮົາຕ້ອງຈົ່ງທຶນກໍ່ສ້າງພື້ນຖານຂອງລັດໄວ້ສ່ວນໃດໜຶ່ງທີ່ເໝາະສົມ ເພື່ອລົງທຶນພັດທະນາອຸດສາຫະກຳສົ່ງອອກ, ເພີ່ມລາຍຮັບເປັນເງິນຕາຕ່າງປະເທດໃຫ້ໄວຄື່ບໍ່ແຮ່,... ພ້ອມດຽວກັນນັ້ນລະດົມທຶນຈາກບັນດາພາກສ່ວນເສດຖະກິດເຂົ້າມາລົງທຶນໃສ່ການກໍ່ສ້າງໂຄງສ້າງໂຄງລ່າງ ແລະຂ່າວ ສານ, ເກັບກູ້ທຶນຄືນດ້ວຍການເກັບຄ່າທຳນຽມການບໍລິການທີ່ເຫມາະສົມ.
ສ່ວນທຶນທີ່ເກັບໄດ້ຈາກການຂາຍຮຸ້ນຂອງບັນດາວິສາຫະກິດນັ້ນ, ບໍລິສັດຂອງລັດສາມາດໃຊ້ລົງທຶນເພື່ອເປີດກວ້າງ ບາງຂະແໜງການທີ່ມີກຳໄລທຸລະກິດສູງ ແລະອຸດສາຫະກຳປາຍແຫລມ, ແຕ່ຮູບການລົງທຶນທີ່ມີປະສິດທິຜົນກວ່າຫມູ່ ຫມົດແມ່ນການສ້າງບໍລິສັດຮຸ້ນສ່ວນ ລັດເອກະຊົນຮ່ວມທຸລະກິດ. ນອກຈາກນັ້ນແລ້ວ, ລັດຈົ່ງທຶນຈາກງົບປະມານໄວ້ສ່ວນໜຶ່ງ ເພື່ອຊ່ວຍໜູນໃຫ້ການເຄື່ອນໄຫວທຸລະກິດ ແລະການຄ້າຈຳນວນໜຶ່ງເພື່ອຈຸດປະສົງກຳທິດເສດຖະກິດມະຫາພາກ, ຫລືດັດສົມຕະຫລາດ (ປົກປ້ອງການຜະລິດ, ຊ່ວຍໜູນໃຫ້ບັນດາວິສາຫະກິດທີ່ເຮັດການບໍລິການສາທາລະນະ).
ລວມຄວາມແລ້ວ ການສົມທົບລະຫວ່າງ “ ປູກຈິດສຳນຶກພາຍໃນ ” ແລະ “ ດືງດູດຈາກພາຍນອກ ”; ລະຫວ່າງທຶນລວມສູນຂອງລັດ ແລະທຶນວິສາຫະກິດ ( ທີ່ໄດ້ມາຈາກທຸແຫລ່ງ ) ເພື່ອລົງທຶນໃດໜຶ່ງທີ່ຖືກຕ້ອງໃນກົນໄກການເຄື່ອນໄຫວການເງິນທີ່ເຫມາະສົມກັບແຕ່ລະໄລຍະແຫ່ງການ ຂະຫຍາຍຕົວເສດຖະກິດສິນຄ້າຫລາຍພາກສ່ວນຢູ່ປະເທດເຮົາ ແມ່ນປັດໄຈຕັດສີນ ຕໍ່ການປັບປຸງການເງິນແຫ່ງລັດ ໃຫ້ມີຄວາມເຂັ້ມແຂງ ໂປ່ງໄສ, ພ້ອມກັນນັ້ນ ກໍ່ແມ່ນປັດໄຈປະກອບສ້າງບາດກ້າວຫັນປ່ຽນທີ່ມີຄວາມໝາຍພື້ນຖານຂອງຂະບວນການປ່ຽນແປງໃໝ່ກົນໄກເສດຖະກິດ.
7.4.3.2.ນະໂຍບາຍກ່ຽວກັບບັນດາວິສາຫະກິດ.
ການຂະຫຍາຍວິສາຫະກິດ ຈະສັງລວມເອົາບັນດາທ່າແຮງທີ່ຢູ່ກະແຈກກະຈາຍ ແຕ່ມີຈຳນວນຫລວງຫລາຍທີ່ສຸດ ເຂົ້າມາລວມສູນຢ່າງມີປະສິດທິຜົນ ແລະສອດຄ່ອງກັບແນວທາງພັດທະນາຕາມທິດສັງຄົມນິຍົມ ສະນັ້ນ, ນີ້ແມ່ນນະໂຍບາຍທີ່ສຳຄັນ ມີທີ່ຕັ້ງຍຸດທະສາດຍາວນານ. ກ່ຽວກັບນະໂຍບາຍການລົງທຶນ, ແຫລ່ງທຶນໃນການລົງທຶນຂອງລັດ ຕົ້ນຕໍສຸມເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງ, ປົວແປງຄວາມຕ້ອງການດ້ານສາທາລະນະ, ບັນດາວິສາຫະກິດຂອງລັດ ທີ່ເຮັດທຸລະກິດດ້ານດຽວນັ້ນ ຕ້ອງລະດົມແຫລ່ງທຶນຢູ່ໃນສັງຄົມ ຫລືສີນເຊື່ອທະນາຄານດ້ວຍຕົນເອງ ເພື່ອຮັບປະກັນຄວາມສະເຫມີພາບໃນການລົງທຶນກັບບັນດາພາກສ່ວນເສດຖະກິດອື່ນໆ ແຫລ່ງທຶນສີນເຊື່ອແບບປູລິມາສິດ ຈະໃຫ້ກູ້ຢືມສຳລັບໂຄງການທີ່ສາມາດຕອບສະໜອງໄດ້ຈຸດຫມາຍທີ່ລັດຕ້ອງການສົ່ງເສີມເທົ່ານັ້ນ, ໂດຍບໍ່ຈຳແນກຂະໜາດຂອງວິສາຫະກິດ ແລະພາກສ່ວນເສດຖະກິດຂອງວິສາຫະກິດ. ກ່ຽວກັບນະໂຍບາຍບູລິມະສິດດ້ານພາສີອາກອນ ແລະຄ່າສີ້ນເປືອງ, ນອກຈາກການປະຕິບັດນະໂຍບາຍກົດໝາຍສົ່ງເສີມການລົງທຶນພາຍໃນແລ້ວ, ຕ້ອງນຳໃຊ້ລະບອບບູລິມາສິດກ່ຽວກັບຄ່ານ້ຳ, ໄຟຟ້າ ແລະຄ່າເຊົ່າດິນໃຫ້ແກ່ວິສາຫະກິດນຳອີກ, ສົ່ງເສີມການເລືອກເຟັ້ນເອົາເຕັກໂນໂລຢີທີ່ກ້າວໜ້າ, ຂະໜາດກາງ ແລະຂະໜາດນ້ອຍ, ນຳໃຊ້ແຮງງານຫລາຍແຕ່ຮັບປະກັນຄຸນນະພາບຂອງຜະລິດຕະພັນໃຫ້ໄດ້ຕາມຄວາມຮຽກຮ້ອງຂອງຕະຫລາດ ດ້ວຍການສະໜອງການບໍລິການດ້ານຂ່າວສານເຕັກນິກ, ການຍົກເວັ້ນ ຫລືຫລຸດຜ່ອນພາສີອາກອນ ໃຫ້ແກ່ບັນດາວິສາຫະກິດທີ່ຜະລິດອຸປະກອນຢູ່ພາຍໃນປະເທດ ຫລືນຳເຂົ້າຈາກຕ່າງປະເທດ, ຮັບປະກັນສະພາບແວດລ້ອມການແກ້ງແຍ່ງທີ່ຖືກຕ້ອງ, ໂປ່ງໃສ, ປະຕິບັດກົນໄກກວດກາຕິດຕາມຂອງລັດກ່ຽວກັບລາຄາ, ລະດັບການຈຳໜ່າຍ ແລະການແຮໄວ້ຂອງທຸລະກິດ. ມີລະບອບລະບຽບການກ່ຽວກັບສິດຜົນປະໂຫຍດ, ພັນທະ ແລະເງື່ອນໄຂການເຄື່ອນໄຫວທຸລະກິດ ລະຫວ່າງວີສາຫະກິດ ທີ່ເຄື່ອນໄຫວເພື່ອຜົນປະໂຫຍດ ລວມ ແລະ ວິສາຫະກິດທີ່ເຮັດທຸລະກິດດ້ານດຽວ, ລະຫວ່າງວິສາຫະກິດທີ່ເຮັດທຸລະກິດແບບຜູກຂາດກັບວິສາຫະກິດທີ່ເຮັດທຸລະກິດແກ້ງແຍ່ງ ກ້າວໄປສູ່ການປະກາດໃຊ້ກົດໝາຍກວດກາການຜູກຂາດ, ຮັກສາການແກ້ງແຍ່ງທີ່ຖືກຕ້ອງໂປ່ງໃສ. ສືບຕໍ່ປະຕິຮູບ ແລະແນະນຳການປະຕິບັດບັນດາລະບອບການກ່ຽວກັບການຄຸ້ມຄອງລັດຕໍ່ວິສາຫະກິດ ທີ່ບໍ່ແມ່ນຂອງລັດ. ດຳເນີນຫັນວິສາຫະກິດຈຳນວນໜຶ່ງເປັນຮຸ້ນສ່ວນ ນອກຈາກວິສາຫະກິດໃນຂະແໜງການທີ່ເປັນຫລັກແຫລ່ງ.
7.4.3.3.ນະໂຍບາຍກ່ຽວກັບງົບປະມານແຫ່ງລັດ.
ຫລຸດຜ່ອນການໃຊ້ຈ່າຍທາງດານເສດຖະກິດ ( ໃຫ້ແກ່ການເພີ່ມຊັບສີນຄົງທີ່, ເພີ່ມທຶນໝູນວຽນ, ເພີ່ມການແຮແຫ່ງຊາດ ) ລົງເທື່ອລະກ້າວ ແລະເພີ່ມຄ່າໃຊ້ຈ່າຍໃຫ້ແກ່ເປົ້າໝາຍທີ່ບໍ່ແມ່ນເສດຖະກິດ ເພື່ອຈັດວາງແຫລ່ງລາຍຮັບ, ກວດກາບັນດາຮວງລາຍຈ່າຍຄືນໃຫມ່ ເພື່ອຄວບຄຸມເງິນເຟີ້ຢາງມີປະສິດທິຜົນ ເຮັດໃຫ້ການເງິນແຫ່ງຊາດມີຄວາມຖືກຕ້ອງໂປ່ງໄສນັ້ນ, ຕ້ອງໄດ້ຍຸດຕິການໃຫ້ກູ້ຢືມໂດຍກົງຈາກທະນາຄານກາງໃຫ້ແກ່ງົບປະມານແຫ່ງລັດ ພາຍໃຕ້ທຸກຮູບການ. ຈຳກັດການຂາດດູນງົບປະມານແຫ່ງລັດໃຫ້ຢູ່ໃນຂອບເຂດທີ່ແນ່ນອນໃດໜຶ່ງ (ປະມານ 5% GDP ) , ແລະຕ້ອງໄດ້ຫລຸດຜ່ອນເທື່ອລະກ້າວ, ກ້າວໄປເຖິງການດຸ່ນດ່ຽງລາຍຮັບ ລາຍຈ່າຍງົບປະມານ. ຮູບຖານການແກ້ໄຂແຫລ່ງຖົມຂຸມ ການຂາດດຸນງົບປະມານແມ່ນປະຕິບັດຕາມທິດ ກູ້ຢືມເອົານຳຕະຫລາດທຶນ ຫລື ຕະຫລາດເງິນຕາຜ່ານການພີມຈຳໜ່າຍພັນທະບັດລັດຖະບານ ( ການກູ້ຢືມໄລຍະກາງ ແລະໄລຍະຍາວ ) ແລະພັນທະບັດຄັງເງິນ (ກູ້ຢືມໄລຍະສັ້ນ) ທະນາຄານແຫ່ງ ສປປ ລາວ ປະສານສົມທົບກັບກະຊວງການເງິນໃນການດຳເນີນການປະມູນພັນທະບັດຄັງເງິນ ແລະຂະຫຍາຍຕະຫລາດຂັ້ນສອງກ່ຽວກັບພັນທະບັດຄັງເງິນ, ນຳໃຊ້ເຄື່ອງມືດັ່ງກ່າວ ແນໃສ່ຖົມຂຸມໃຫ້ແກ່ການຂາດດຸນຊົ່ວຄາວຂອງງົບປະມານແຫ່ງລັດ.
ນະໂຍບາຍກ່ຽວກັບງົບປະມານ ແມ່ນແນໃສ່ລະດົມທຶນໄລຍະຍາວໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕ້ອງໄດ້ປ່ຽນແປງໃໝ່ ພັດທະນາບັນດາຮູບການລະດົມຢູ່ສະເໝີ, ພິເສດແມ່ນລະບົບພາສີອາກອນ. ພາສີອາກອນບໍ່ພຽງແຕ່ເປັນແຫລ່ງລາຍຮັບງົບປະມານເທົ່ານັ້ນ ຫາກຍັງແມ່ນເຄື່ອງມືດັດສົມມະຫາພາກທີ່ສຳຄັນຂອງລັດນຳອີກດ້ວຍ. ຍ້ອນ ແນວນັ້ນ, ໄປພ້ອມໆ ກັບການປະຕິບັດບັດແນວທາງປ່ຽນແປງໃຫມ່, ຫັນຈາກພື້ນຖານເສດຖະກິດ ແຜນການລວມສູນ ໄປສູ່ເສດຖະກິດຕະຫລາດ ທີ່ມີການດັດສົມມະຫາພາກຂອງລັດນັ້ນ, ພັກ ແລະລັດຖະບານໄດ້ໃຫ້ຄວາມເອົາໃຈໃສ່ຢ່າງຫລວງຫລາຍຕໍ່ວຽກງານປ່ຽນແປງໃໝ່ລະບົບພາສີອາກອນ. ແຜນນະໂຍບາຍປະຕິຮູບລະບົບພາສີອາກອນຢູ່ປະເທດເຮົາໄດ້ເປີດສາກມາແຕ່ປີ 1989. ແຕ່ປີ 1990, ລະບົບກົດໝາຍ, ລັດຖະບັນຍັດກັບພາສີອາກອນທີ່ນຳໃຊ້ເປັນເອກະພາບທົ່ວປະເທດນັ້ນໄດ້ຖືກປະກາດໃຊ້. ບັນດາອັດຕາພາສີອາກອນໃນລະບົບດັ່ງກ່າວ ໄດ້ນຳໃຊ້ລວມໃຫ້ແກ່ບັນດາພາກສ່ວນເສດຖະກິດ, ບໍ່ມີການຈຳແນກລະຫວ່າງຂົງເຂດລັດວິສາຫະກິດ ແລະຂົງເຂດນອກວິສາຫະກິດຂອງລັດຄືແຕ່ກ່ອນ. ລະບົບພາສີອາກອນເປັນຂີດໝາຍບາດກ້າວໜຶ່ງທີ່ກ້າວໜ້າຢູ່ໃນວຽກງານຄຸ້ມຄອງມະຫາພາກຂອງລັດເຮົາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງເສດຖະກິດມະຫາພາກ ແລະເພີ່ມລາຍຮັບງົບປະມານ, ເຖິງແນວນັ້ນກໍຕຕາມ, ໃນຂະບວນວິວັດແຫ່ງການປະຕິບັດນັ້ນ, ລະບົບພາສີອາກອນທີ່ກຳລັງໃຊ້ຢູ່ໃນປະຈຸບັນ ຍັງມີຂໍ້ຈຳກັດຫລາຍຢ່າງ, ຍັງບໍ່ທັນຄົບຊຸດ ແລະມີບັນດາຈຸດທີ່ບໍ່ທັນສອດຄ່ອງກັບສະພາບການຕົວຈິງພາຍໃນປະເທດ, ຊຶ່ງຕ້ອງໄດ້ສືບຕໍ່ປັບປຸງ ເພີ່ມເຕີມ. ໃນດ້ານອື່ນ, ພຶດຕິກຳແຫ່ງການພັດທະນາເສດຖະກິດຂອງປະເທດກໍ່ຄືທ່າອ່ຽງແຫ່ງການເຊື່ອມຕົວ ແລະການຫັນເປັນທົ່ວໂລກນັ້ນ ມັກຮຽກຮ້ອງພວກເຮົາຕ້ອງມີການປະຕິຮູບໃຫມ່, ເຮັດໃຫ້ລະບົບພາສີອາກອນ ທັງຕອບສະໜອງໄດ້ຄວາມຕ້ອງການແຫ່ງການຄຸ້ມຄອງເສດຖະກິດພາຍໃນປະເທດ, ທັງສອດຄ່ອງກັບບັນດາລະບົບກົດຫມາຍຂອງສາກົນ.
ຂະບວນວິວັດແຫ່ງການຫັນເປັນສາກົນພວມຂະຫຍາຍຕົວຢ່າງແຂງແຮງຢູ່ໃນທົ່ວທຸກທະວີບ, ທຸກພາກພື້ນຂອງ ໂລກ ດຶງເອົາການເຂົ້າຮ່ວມນັບມື້ນັບກວ້າງຂວາງ ລວມທັງປະເທດທີ່ມີການພັດທະນາຊ້າກວ່າຫມູ່ຫມົດ. ການເຊື່ອຕົວເຂົ້າສາກົນດັ່ງກ່າວນີ້ ມັນຮຽກຮ້ອງໃຫ້ມີຄວາມເປັນເອກະພາບກ່ຽວກັບລະບົບກົດໝາຍສາກົນໃນຂົງເຂດການຮ່ວມມືພັດທະນາ ໃຫ້ນັບມື້ນັບກວ້າງຂວາງ. ອົງການຈັດຕັ້ງການຄ້າສາກົນ (WTO), ໄດ້ມີການຂະຫຍາຍຕົວເລີ່ມແຕ່ສົນທິສັນຍາລວມກ່ຽວກັບການຄ້າ ແລະພາສີອາກອນ (GATT) ນັ້ນ, ເຊິ່ງແມ່ນຕົວຢ່າງໜຶ່ງກ່ຽວກັບການພັດທະນາຕາມທິດດັ່ງກ່າວນີ້, ການເຊື່ອມຕົວທີ່ຕ້ອງເປັນໄປຂອງ ສປປ ລາວ ເຂົ້າໃນພາກພື້ນ ແລະ ສາກົນ ພວກຕັ້ງຂຶ້ນ ເຊິ່ງມີໜ້າທີ່ໃນການຫັນເອົາບັນດານະໂຍບາຍຄຸ້ມຄອງເສດຖະກິດໃຫ້ສົມເຫດສົມຜົນ (ເຫມາະສົມ), ໃນນັ້ນ,ພິເສດແມ່ນເນັ້ນໜັກນະໂຍບາຍພາສີອາກອນ, ສຳລັບເງື່ອນໄຂ ແລະກົດລະບຽບລວມຂອງສາກົນທີ່ເຄີຍປະຕິບັດກັນມາ.
7.4.3.4.ນະໂຍບາຍກ່ຽວກັບການເງິນລະຫວ່າງປະເທດ.
ການເຊື່ອມຊືມທັດສະນະກ່ຽວກັບການປ່ຽນແປງໃຫຍ່ກົນໄກຄຸ້ມຄອງເສດຖະກິດ, ພິເສດແມ່ນການຂະຫຍາຍການພົວພັນເສດຖະກິດກັບຕ່າງປະເທດນັ້ນ, ນະໂຍບາຍການເງິນຕ້ອງໄດ້ລະດົມແຫລ່ງທຶນໃຫ້ແກ່ການລົງທຶນພັດທະນາເສດຖະກິດໃຫ້ໄດ້ຫຼາຍທີ່ສຸດ, ພ້ອມກັນນັ້ນຕ້ອງສ້າງ ແລະເກັບບັນດາແຫລ່ງລາຍຮັບເປັນເງິນຕາຕ່າງປະເທດທັງໝົດ. ໃນສະພາບການຂອງປະເທດເຮົາ ຄືໃນປະຈຸບັນນີ້, ພື້ນຖານດ້ານວັດຖຸເຕັກນິກຍັງຫລ້າຫລັງ, ການຜະລິດຂະຫຍາຍຕົວຊ້າ, ການສະສົມຈາກພາຍໃນບໍ່ທັນຫລາຍ ຕ້ອງໄດ້ເລັ່ງໃສ່ດຶງດູດແຫລ່ງທຶນຈາກພາຍນອກ, ຖືວ່ານັ້ນແມ່ນແຫລ່ງລາຍຮັບທີ່ສຳຄັນ, ບໍ່ສາມາດຂາດໄດ້ ແລະມີຄວາມເໝາະຕັດສີນເຖິງຄວາມສາມາດ ແລະຈັງຫວະການຂະຫຍາຍຕົວຂອງພື້ນຖານເສດຖະກິດຂອງປະເທດເຮົາ; ຍົກສູງປະສິດທິຜົນການເຄື່ອນໄຫວເສດຖະກິດກັບຕ່າງປະເທດ, ຊຶ່ງສະແດງອອກຢູ່ໃນລະດັບການປະກອບສ່ວນເຂົ້າໃນການປະຕິບັດຈຸດຫມາຍພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ. ການພິຈາລະນາປະສິດທິຜົນຂອງການພົວພັນເສດຖະກິດກັບຕ່າງປະເທດນັ້ນ ຕ້ອງຕິດພັນກັບການສົ່ງອອກ ກັບການນຳເຂົ້າສີນຄ້າ ແລະການບໍລິການ: ຕ້ອງໄດ້ເພີ່ມທະວີການລົງທຶນພັດທະນາການເຄື່ອນໄຫວເຮັດຂາອອກ-ຂາເຂົ້າ ສີນຄ້າ ແລະການບໍລິການ ( ການທ່ອງທ່ຽງ, ການປະກັນໄພ, ການບໍລິການການບິນ, ...). ການນຳເຂົ້າຕົ້ນຕໍແມ່ນເພື່ອເອົາມານຳໃຊ້ໃຫ້ແກ່ການລົງທຶນຂະຫຍາຍການຜະລິດພາຍໃນປະເທດ, ໂດຍສະເພາະແມ່ນການຜະລິດສີນຄ້າສົ່ງອອກ. ຕົ້ນຕໍແມ່ນນຳເຂົ້າວັດຖຸ, ວັດຖຸດິບ ເພື່ອເສີມຂະຫຍາຍຄວາມສາມາດການຜະລິດທີ່ພວມມີຢູ່ພາຍໃນປະເທດໃຫ້ໝົດ. ຕ້ອງເພີ່ມອັດຕາສ່ວນນຳເຂົ້າບັນດາເຄື່ອງຈັກ, ອຸປະກອນ, ຕ່ອງໂສ້ເຕັກໂນໂລຍີ ທີ່ກ້າວໜ້າຈາກຕ່າງປະເທດ, ຮັບປະກັນທັງລັກສະນະທັນສະໄໝທັງສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດພາຍໃນປະເທດ ແຕ່ແນ່ນອນວ່າ ປະສິດທິຜົນຂອງບັນດາການພົວພັນເສດຖະກິດກັບຕ່າງປະເທດສາມາດຕີລາຄາໄດ້ຢ່າງຖືກຕ້ອງກໍ່ຕໍ່ເມື່ອ ມີລະບົບລາຄາ ແລະອັດຕາແລກປ່ຽນທີ່ສົມເຫດສົມຜົນຂອງກົນໄກຄຸ້ມຄອງໜຶ່ງທີ່ໄດ້ຫັນໄປສູ່ການໄລ່ລຽງທຸລະກິດສັງຄົມນິຍົມຢ່າງແທ້ຈິງ. ລັດຕ້ອງຄຸ້ມຄອງການນຳໃຊ້ເງິນຕາຕ່າງປະເທດໃຫ້ດີ, ໂດຍສະເພາະແມ່ນເງິນຕາທີ່ເປັນສະກຸນແຂງ. ລົບລ້າງການຜູກຂາດ ຢູ່ໃນການເຂົ້າຮ່ວມການເຄື່ອນໄຫວພົວພັນເສດຖະກິດກັບຕ່າງປະເທດ, ຮັບປະກັນສິດເປັນເຈົ້າຕົນເອງໃນການດຳເນີນການຜະລິດ, ທຸລະກິດ ແລະສິດເປັນເຈົ້າຕົນເອງທາງດ້ານການເງິນໃຫ້ແກ່ບັນດາຫົວໜ່ວຍເສດຖະກິດ ພື້ນຖານ. ຍົກສູງບົດບາດການຄຸ້ມຄອງການເງິນ ບົນພື້ນຖານການກຳນົດແຈ້ງກ່ຽວກັບສິດຜົນປະໂຫຍດ ແລະຄວາມຮັບຜິດຊອບຜ່ານບັນດາລະບຽບກົດໝາຍການເງິນ. ຄຽງຄູ່ກັບການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍເຫລືອນັ້ນ, ທຸກຮ່ວງຊ່ວຍເຫລືອຕ້ອງໄດ້ຮັບການຄຸ້ມຄອງຢ່າງເປັນເອກະພາບຈາກລັດ ແລະຕ້ອງໄດ້ນຳໃຊ້ຖືກກັບຈຸດປະສົງ. ດັດແປງບັນດາລະບຽບການກ່ຽວກັບການຮັບເອົາການລົງທຶນຕ່າງປະເທດ ໃຫ້ມີຄວາມງ່າຍດາຍ ເພື່ອດຶງດູດການລົງທຶນຕ່າງປະເທດ. ເພື່ອດຶງດູດແຫລ່ງທຶນດັ່ງກ່າວໄດ້ຢ່າງແຂງແຮງນັ້ນ, ຕ້ອງສ້າງສະພາບແວດລ້ອມດ້ານການເມືອງ, ນິຕິກຳ ແລະເສດຖະກິດທີ່ເອື້ອອຳນວຍໃຫ້ແກ່ນັກລົງທຶນ.
7.4.3.5.ນະໂຍບາຍກ່ຽວກັບເງິນຕາ ແລະ ສິນເຊື່ອ.
ນະໂຍບາຍເງິນຕາແຫ່ງຊາດ ແມ່ນພາກສ່ວນປະກອບສ້າງທີ່ສຳຄັນຂອງນະໂຍບາຍເສດຖະກິດມະຫາພາກ, ມີບົດບາດສຳຄັນຕົ້ນຕໍໃນການເຮັດໃຫ້ເງິນຕາແຫ່ງຊາດມີສະຖຽນລະພາບ ແລະຮັບໃຊ້ໃຫ້ແກ່ການເຕີບໂຕຂອງເສດຖະກິດ. ຈຸດຫມາຍຂອງນະໂຍບາຍເງິນຕາແມ່ນຄວບຄຸມເງິນເຟີ້ຢ່າງເຄັ່ງຄັດ, ເພີ່ມທະວີຄວາມຫມັ້ນທ່ຽງຂອງຄຸນຄ່າຂອງສະກຸນເງິນ ຕໍ່ພາຍໃນ ແລະຕໍ່ຕ່າງປະເທດ, ສ້າງເງື່ອນໄຂລະດົມທຶນ ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດໃນລະດັບສູງ ແລະຫມັ້ນທ່ຽງ. ນັ້ນກໍແມ່ນເງື່ອນໄຂທີ່ສຳຄັນ ເພື່ອປັບປຸງຄວາມເຊື່ອຖື ແລະຂະຫຍາຍການເຄື່ອນຂອງລະບົບທະນາຄານ, ເສື່ອມຕົວເຂົ້າກັບສາກົນຢ່າງວ່ອງໄວ, ຮັບໃຊ້ໃຫ້ແກ່ຂະບວນການພັດທະນາເສດຖະກິດ, ຕອບສະໜອງການໃຫ້ບໍລິການດ້ານການເງິນຂອງພື້ນຖານເສດຖະກິດນັບມື້ນັບສູງຂຶ້ນ. ເພື່ອປະຕິບັດໃຫ້ໄດ້ຈຸດຫມາຍ ທີ່ກ່າວມາຂ້າງເທິງນັ້ນ, ນະໂຍບາຍເງິນຕາຕ້ອງໄດ້ສຸມໃສ່.
1.ຕິດຕາມບໍລິມາດເງິນສະໜອງ. ຕ້ອງໄດ້ຄວບຄຸມ ແລະ ຕິດຕາມລວມຍອດພາຫະນະການຊຳລະສະສາງຢູ່ໃນພື້ນຖານເສດຖະກິດໃຫ້ມີຜົນສັກສິດ, ຕິດຕາມຢ່າງໃກ້ສິດສັນຍາຂອງຕະຫລາດ ເພື່ອຮັບປະກັນການສະໜອງພາຫະນະຊຳລະສະສາງໃຫ້ແກ່ຄວາມຕ້ອງການລົງທຶນເພື່ອການເຕີບໂຕຂອງເສດຖະກິດ, ສົມທົບທຶນກັບກະແສການລົງທຶນຈາກຕ່າງປະເທດໃຫ້ພຽງພໍ, ທັງບໍ່ສ້າງໃຫ້ເກີດມີຄວາມຕ້ອງການສີນຄ້າເກີນລະດັບ, ບໍ່ກະຕຸກຊຸກຍູ້ການເພີ່ມລະຄາຢູ່ພາຍໃນປະເທດຈົນເກີນໄປ. ເມື່ອຈຳເປັນທະນາຄານກາງ ຕ້ອງນຳໃຊ້ບັນດາວິທີການທີ່ເຫມາະສົມ ເພື່ອຖອນເອົາເງິນຢູ່ຂອດຈໍລະຈອນກັບຄືນ, ຄືການພີມຈຳໜ່າຍພັນທະບັດທະນາຄານກາງ, ຊື້ເງິນຕາຕ່າງປະເທດ.
2.ນະໂຍບາຍສີນເຊື່ອ. ເພື່ອສ້າງແຫລ່ງທຶນຮັບໃຊ້ໃຫ້ແກ່ການລົງທຶນພັດທະນາ, ການຫັນພື້ນຖານເສດຖະກິດ ເປັນອຸດສາຫະກຳ ແລະເປັນທັນສະໄຫມນັ້ນ, ລະບົບທະນາຄານຂອງ ສປປ ລາວ ຕ້ອງສືບຕໍ່ປັບປຸງບູລະນະ ແລະນຳຕະຫລາດເງິນຕາເຂົ້າສູ່ການເຄື່ອນໄຫວໃຫ້ມີຄຸນນະພາບ (ຄື: ຕະຫລາດລະຫວ່າງທະນາຄານ, ຕະຫລາດປະມູນ,ພັນທະບັດຄັງເງິນ); ພ້ອມກັນນັ້ນ ສູ້ຊົນສ້າງໃຫ້ມີຕະຫຼາດຫຼັກຊັບໃນປີ 2010 ຕາມຄາດໝາຍວາງໄວ້. ການປະຕິບັດນະໂຍບາຍລະດົມທືນ ແລະໃຫ້ຜູ້ກູ້ຢືມຢ່າງຕັ້ງໜ້າ, ແຂງແຮງ ມັນທັງເປັນການຮັບປະກັນດ້ານບໍລິມາດທັງເອົາໃຈໃສ່ເປັນສຳຄັນຕໍ່ປະສິດທິຜົນ, ຄຸນນະພາບທທາງການໃຊ້ທືນ, ຮັບປະກັນຄວາມສາມາດໃຊ້ໜີ້ຄືນ. ກ່ຽວກັບການລະດົມທືນ, ກ່ອນອື່ນໝົດ, ຕ້ອງໄດ້ຢັ້ງຢືນວ່າໃນເງື່ອນໄຂທີ່ລາຍຮັບສະເລ່ຍຕໍ່ຫົວຄົນຍັງຕ່ຳຄືປະຈຸບັນ, ຄວາມສາມາດໃນການປະຢັດຂອງປະຊາຊົນເບີ່ງລວມແມ່ນຈຳກັດຮັດແຄບ. ດ້ວຍຮູບການລະດົມການປະຢັດທີ່ອຸດົມສົມບູນດ້ວຍອັດຕາດອກເບ້ຍທີ່ສູງພໍສົມຄວນໃນປະຈຸບັນ, ລະບົບທະນາຄານລະດົມໄດ້ສ່ວນຫຼາຍເງິນທີ່ນອນຢູ່ລ້າຢູ່ນຳປະຊາຊົນ ( ເງິນຝາກຂອງລູກຄ້າຢູ່ບັນດາອົງການຈັດສັນສິນເຊື່ອໄດ້ກວມເອົາເຖີງ 65% ຂອງລວມຍອດຂອງພາຫະນະການຊຳລະສະສາງຂອງພື້ນຖານເສດຖະກິດ). ເພື່ອເຮັດໃຫ້ພື້ນຖານເສດຖະກິດມີການເຕີບໂຕສູງ, ສິນເຊື່ອທະນາຄານຕ້ອງໄດ້ເປີດກວ້າງການສະໜອງຄວາມຕ້ອງການກູ້ຢືມທືນຢ່າງມີປະສິດທິຜົນ ດ້ວຍທິດນຳທີ່ວ່າ ບໍ່ປະປ່ອຍໃຫ້ບັນຫາໂຄງການທີ່ມີປະສິດທິຜົນສູງຖືກຂາດເຂີນທືນ ໂຄງການປະກອບສິນເຊື່ຶອ ຕ້ອງໄດສຶບຕໍ່ທັນປ່ຽນຢ່າງມີຜົນ ໃຫ້ແກ່ການລົງທືນນພັດທະນາ, ເພີ່ມທະວີການໃຫ້ກູ້ຢືມໄລຍະກາງ ໄລຍະຍາວ, ຍົກສູງຄຸນະພາບສິນເຊື່ອ, ຫຼຸດຜ່ອນອັດຕາໜີ້ເກີນກຳນົດ ແລະ ໜີ້ທວງຍາກລົງໃຫ້ຢູ່ໃນລະດັບທີ່ຖືກຕ້ອງຕາມາດຕະຖານສາກົນເທື່ອລະກ້າວ, ເພີ່ມຮອບໝູນວຽນ ແລະ ຍົກສູງປສິດທິຜົນການນຳໃຊ້ທືນຂອງສັງຄົມ. ສືບຕໍ່ເປີດກ້ວາງເປົ້າໝາຍການໃຫ້ກູ້ຢືມໄປຍັງທຸກໆພາກສ່ວນເສດຖະກິດ, ເອົາໃສ່ຢ່າງເໝາະສົມຕໍ່ວຽກງານການກູ້ຢືມສຳລັຍຊາວກະສີກອນ ແລະ ບັນດາເປົ້າໝາຍທີ່ໄດ້ຮັບນະໂຍບາຍ,ເປີດກວ້າງການເຄື່ອນບໍການ ຮັບໃຊ້ຂອງລະບົບທະນາຄານທຸລະກິດ, ປະກອບເຂົ້າໃນການສົ່ງເສີ່ມການພັດທະນາເສດຖະກິດລະຫວ່າງເຂດແຄວ້ນ, ທ້ອງຖີ່ນດ້ວຍກັນຢ່າງສະໝ່ຳສະເໜີ.