ບົດທີ 6
ອັດຕາດອກເບ້ຍ
ຈຸດປະສົງ ເມື່ອຜູ້ຮຽນສຶກສາຄົ້ວຄວ້າບົດນີ້ສໍາເລັດແລ້ວຈະໄດ້ຮູ້ກ່ຽວກັບ:
6.1. ນິຍາມ ແລະ ປະເພດຂອງອັດຕາດອກເບ້ຍ
6.2.ບົດບາດຂອງດອກເບ້ຍ ຕໍ່ພື້ນຖານເສດຖະກິດ
6.3.ວິທີຄິດໄລ່ອັດຕາດອກເບ້ຍ
6.1.ນິຍາມ ແລະ ປະເພດຂອງອັດຕາດອກເບ້ຍ
6.1.1.ນິຍາມອັດຕາດອກເບ້ຍ
ແມ່ນລາຄາຂອງສິນເຊື່ອ ລາຄາຂອງສາຍພົວພັນການກູ້ຢືມ ຫຼື ໃຫ້ເຊົ້າບໍລິການກ່ຽວກັບທຶນພາຍໃຕ້ຮູບການຂອງເງິນຕາ ຫຼື ບັນດາຊັບສິນທີ່ມີມູນຄ່າແຕກຕ່າງກັນ ເມື່ອເຖິງກຳນົດເວລາຜູ້ກູ້ຢືມເປັນຈຳນວນເງິນໃດໝຶ່ງເອີ້ນວ່າ: ກຳໄລ. ດອກເບ້ຍແມ່ນ ອັດຕາສວ່ນຮ້ອຍຂອງກຳໄລ ຫານ ໃຫ້ຕົ້ນທຶນ.
6.1.2.ຈັດປະເພດອັດຕາດອກເບ້ຍ
ອັດຕາດອກເບ້ຍມີ 3 ປະເພດຄື:
ອັດຕາດອກເບ້ຍໃນການທະນາຄານ.
ອັດຕາດອກເບ້ຍໃນຕະຫຼາດລະຫວ່າງທະນາຄານ.
ອັດຕາດອກເບ້ຍອ້າງອີງ.
6.1.2.1.ອັດຕາດອກເບ້ຍໃນການທະນາຄານ
ປະກອບມີ:
ອັດຕາດອກເບ້ຍເງິນຝາກທະນາຄານ
ອັດຕາດອກເບ້ຍເງິນກູ້
ອັດຕາດອກເບ້ຍຊື້ຫຼຸດ
ອັດຕາດອກເບ້ຍຊື້ຄືນ
1.ອັດຕາດອກເບ້ຍເງິນຝາກທະນາຄານ.
ແມ່ນອັດຕາດອກເບ້ຍທີ່ທະນາຄານຕ້ອງຈ່າຍໃຫ້ບັນດາບັນຊີເງິນຝາກທີ່ຝາກໃຫ້ທະນາຄານ.
ລະດັບອັດຕາດອກເບ້ຍເງິນຝາກ ແມ່ນຂຶ້ນຢູ່ກັບ:
ສະກຸນເງິນຝາກ ເປັນເງິນຕາພາຍໃນ ຫຼື ເງິນຕ່າງປະເທດ
ຊະນິດຂອງບັນຊີເງິນຝາກ ເປັນບັນຊີເງິນຝາກເພື່ອການຊຳລະ ຫຼື ເງິນຝາກປະຢັດ.
ໄລຍະເວລາການຝາກເງິນເປັນໄລບະສັ້ນ ແລະ ໄລຍະຍາວ
ປະລິມານຂອງການຝາກເງິນ
2.ອັດຕາດອກເບ້ຍເງິນກູ້.
ແມ່ນໄດ້ຮັບຈາກຜູ້ກູ້ຢືມເງິນໃນທະນາຄານ.
3.ອັດຕາດອກເບ້ຍຊື້ຫຼຸດ.
ແມ່ນນຳໃຊ້ໃນເວລາທີ່ທະນາຄານ ໃຫ້ລູກຄ້າກູ້ຢືມເງິນໃນຮູບແບບຊື້ຫຼຸດໃບຢັ້ງຢືນການຄ້າ ຫຼື ເອກກະສານມີຄ່າປະເພດຕ່າງໆ ທີ່ຍັງບໍ່ທັນຮອດເວລາໃນການສຳລະສະສາງ.
4.ອັດຕາດອກເບ້ຍຊື້ຄືນ.
ແມ່ນນຳໃຊ້ໃນເວລາທີ່ທະນາຄານກາງ ໃຫ້ກູ້ຢືມແກ່ທະນາຄານທຸລະກິດດວ້ຍຮູບການຊື້ຫຼຸດຄືນໃໝ່ບັນດາການຄ້າ ຫຼື ບັນດາເອກກະສານໄລຍະສັ້ນ ທີ່ຍັງບໍ່ທັນຮອດກຳນົດຊຳລະສະສາງ.
6.1.2.2.ອັດຕາດອກເບ້ຍໃນຕະຫຼາດລະຫວ່າງທະນາຄານ
ແມ່ນໄດ້ກໍາເນີດມາຈາກສາຍພົວພັນການສະໝອງ ແລະ ຄວາມຕ້ອງການທາງດ້ານການເງິນທຶນໃນຕະຫຼາດ ແລະ ພາຍໃຕ້ການຊີ້ນຳຂອງທະນາຄານກາງໂດຍອີງໃສອັດຕາດອກເບ້ຍເງິນກູ້ທີ່ທະນາຄານກາງໃຫ້ທະນາຄານທຸລະກິດກູ້ຢືມ,ອັດຕາດອກເບ້ຍນີ້ກໍ່ຍັງຂື້ນກັບການຂະຫຍາຍຕົວຂອງການເຄື່ອນໄຫວໃນຕະຫຼາດເປີດ ແລະ ອັດຕາສວ່ນຂອງການນຳໃຊ້ເງິນທຶນກູ້ຢືມຈາກທະນາຄານກາງຂອງບັນດາທຸລະກິດ.
6.1.2.3.ອັດຕາດອກເບ້ຍອ້າງອີງ
ອັດຕາດອກເບ້ຍອ້າງອີງ ແມ່ນຖືກນຳໃຊ້ໃນເວລາໃດ ?
ໃຊ້ເປັນພື້ນຖານໃນການກຳນົດອັດຕາດອກເບ້ຍເພື່ອດຳເນີນທຸລະກິດຂອງຕົນ.
ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການປ່ອຍສິນເຊື່ອ.
ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການລະດົມທຶນ.
6.1.3.ອີງໃສ່ລັກສະນະຜົນຕອບແທນຂອງອັດຕາດອກເບ້ຍ
ປະກອບມີ 3 ອັດຕາດອກເບ້ຍຄື:
ອັດຕາດອກເບ້ຍໃນນາມ (Nominal Interest Rate)
ອັດຕາດອກເບ້ຍຕົວຈິງ (Real Inteset Rate)
ອັດຕາດອກເບ້ຍຈ່າຍຕົວຈິງ (Effectlve Interest Rate).
1.ອັດຕາດອກເບ້ຍໃນນາມ (Nominal Interest Rate)
ອັດຕາດອກເບ້ຍທີ່ຄິດໄລ່ຕາມມູນຄ່າໃນນາມຂອງເງິນຕາ.
ດອກເບ້ຍທີ່ຍັງບໍ່ທັນໄດ້ຫຼັກອັດຕາເງິນເຟີ້ອອກ.
ອັດຕາດອກເບ້ຍທີ່ແຈ້ງໄວ້ຢ່າງເປັນທາງການໃນບັນດາສິນເຊື່ອຕ່າງໆ ແລະ ໄດ້ກຳນົດໄວ້ຢ່າງຊັດເຈນໃນສັນຍາກູ້ຢືມຊະນິດຕ່າງໆ.
2.ອັດຕາດອກເບ້ຍຕົວຈິງ (Real Inteset Rate)
ແມ່ນອັດຕາດອກເບ້ຍ ທີ່ໄດ້ປັບປຸງໃຫ້ແທດເໝາະກັບການປຽ່ນແປງຂອງອັດຕາເງິນເຟີ້.
3.ອັດຕາດອກເບ້ຍຈ່າຍຕົວຈິງ (Effectlve Interest Rate).
ແມ່ນອັດຕາດອກເບ້ຍທີ່ຂຽນໄວ້ໃນສັນຍາ ຫຼື ອາດຈະຈ່າຍດອກເບ້ຍເປັນງວດ, ເປັນເດືອນ, ເປັນໄຕມາດ.
6.1.4.ອີງໃສ່ຄວາມອ່ອນໄຫວຂອງອັດຕາດອກເບ້ຍ
ປະກອບມີ 2 ອັດຕາດອກເບ້ຍຄື:
ອັດຕາດອກເບ້ຍຄົງທີ
ອັດຕາດອດເບ້ຍລອຍຕົວ
1.ອັດຕາດອກເບ້ຍຄົງທີ
ແມ່ນອັດຕາດອກເບ້ຍ ທີ່ກຳນົດຕາຍຕົວໃນຕະຫຼາດໄລຍະເວລາຂອງສັນຍາກູ້ຢືມ.
2.ອັດຕາດອກເບ້ຍລອຍຕົວ
ແມ່ນອັດຕາດອກເບ້ຍທີ່ສາມາດເພີ່ມຂຶ້ນ ຫຼື ຫຼຸດລົງໄດ້ຕາມອັດຕາດອກເບ້ຍໃນຕະຫຼາດຕະຫຼອດຂອງສັນຍາເງິນກູ້.
6.1.5.ອັດຕາດອກເບ້ຍ ໂດຍອີງໃສສະກຸນເງິນ
ປະກອບມີ 2 ອັດຕາດອກເບ້ຍຄື:
ອັດຕາດອກເບ້ຍຂອງເງິນພາຍໃນປະເທດ
ອັດຕາດອກເບ້ຍຂອງເງິນຕາຕ່າງປະເທດ
1.ອັດຕາດອກເບ້ຍຂອງເງິນພາຍໃນປະເທດ
ແມ່ນອັດຕາດອກເບ້ຍທີ່ນຳໃຊ້ ໃນການກູ້ຢືມ ແລະ ໃຫ້ກູ້ຢືມເປັນເງິນຕາພາຍໃນປະເທດ.
2.ອັດຕາດອກເບ້ຍຂອງເງິນຕາຕ່າງປະເທດ
ແມ່ນອັດຕາດອກເບ້ຍທີນຳໃຊ້ໃນການກູ້ຢືມ ແລະ ໃຫ້ກູ້ຢືມເປັນເງິນຕາຕ່າງປະເທດ.
6.1.6.ອີງໃສ່ແຫ່ງທຶນສິນເຊື່ອພາຍໃນປະເທດ ຫຼື ຕ່າງປະເທດ
ປະກອບມີ:
ອັດຕາດອກເບ້ຍພາຍໃນປະເທດ
ອັດຕາດອກເບ້ຍສາກົນ
1.ອັດຕາດອກເບ້ຍພາຍໃນປະເທດ
ແມ່ນອັດດາດອກເບ້ຍທີນຳໃຊ້ໃຫ້ແກ່ບັນດາສັນຍາສິນເຊື່ອ ພາາຍໃນປະເທດໃດໝຶ່ງ.
2.ອັດຕາດອກເບ້ຍສາກົນ
ແມ່ນອັດຕາດອກເບ້ຍທີ່ນຳໃຊ້ໃຫ້ແກ່ບັນດາສິນເຊື່ອຂອງຕ່າງປະເທດ.
6.2.ບົດບາດອັດຕາດອກເບ້ຍໃນພື້ນຖານເສດຖະກິດ.
ປະກອບມີ 7 ບົດບາດຄື:
ບົດບາດຂອງດອກເບ້ຍ ໃນການເພີ່ມທະວີເສດຖະກິດ
ບົດບາດຂອງອັດຕາດອກເບ້ຍຕໍ່ກັບການລົງທຶນ
ບົດບາດຂອງອັດຕາດອກເບ້ຍຕໍ່ກັບການປະຢັດ ແລະ ການບໍລິໂພກ
ບົດບາດຂອງອັດຕາດອກເບ້ຍຕໍ່ກັບດັດສະນີລາຄາຜູ້ບໍ່ລິໂພກ
ບົດບາດຂອງດອກເບ້ຍກັບອັດຕາແລກປ່ຽນ
ບົດບາດອັດຕາດອກເບ້ຍໃນຂະບວນການແຈກຢາຍແຫຼ່ງຊັບພະຍາກອນ
ບົດບາດຂອງດອກເບ້ຍຕໍ່ກັບການເຄື່ອນໄຫວຂອງທະນາຄານທຸລະກິດ
6.3.ວິທີຄິດໄລ່ອັດຕາດອກເບ້ຍ
ປະກອບມີຫຼາຍວິທີຄິດໄລ່ດັ່ງນີ້:
ອັດຕາດອກເບ້ຍດ່ຽວ
ອັດຕາດອກເບ້ຍເພີ່ມຜົນ
ອັດຕາດອກເບ້ຍຈ່າຍຕົວຈິງ
ລະດັບຜົນຕອບແທນ ໃນອັດຕາດອກເບ້ຍທະວີຄູນສະເຫຼ່ຍ
ອັດຕາດອກເບ້ຍໃນນາມ ແລະ ອັດຕາດອກເບ້ຍຕົວຈິງ
ອັດຕາດອກເບ້ຍຊື້ຫຼຸດ ແລະ ຄາດຄະເນອັດຕາດອກເບ້ຍ
6.3.1.ອັດຕາດອກເບ້ຍດ່ຽວ
ແມ່ນອັດຕາດອກເບ້ຍຂອງສັນຍາທາງດ້ານການເງິນເຊິ່ງຈະມີການຊຳລະເງິນທາງຕົ້ນທຶນ ແລະ ດອກເບ້ຍຄືນໃນເວລາທີ່ມີການນຳໃຊ້ທຶນໃນໝຶ່ງຮອບວຽນເມື່ອກຳນົດເວລາໃນສັນຍາ ເລະ ໃນນັ້ນຈະບໍ່ໄດ້ຄິດໄລຜົນຕອບແທນຈາກອັດຕາດອກເບ້ຍອີກເທື່ອໝຶ່ງ.
6.3.1.1.ແບບຕັ້ງຂອງອັດຕາດອກເບ້ຍດຽ່ວ
Po ແມ່ນຈຳນວນຕົ້ນທຶນ
I ແມ່ນອັດຕາດອກເບ້ຍທີ່ໄດ້ກຳນົດເປັນ % /ປີ
T ເເມ່ນໄລ່ຍະເວລາສັນຍາຄິດໄລ່ເປັນປີ
Pt ແມ່ນຈຳນວນຕົ້ນທຶນ ແລະ ອັດຕາດອກເບ້ຍທີ່ໄດ້ຄິດໄລ່ຄັ້ງດຽວເມື່ອຮອດກຳນົດເວລາ.
ສູດແບບຕັ້ງທີ 1:
Pt = P0(1 + I x T )
ຕົວຢ່າງ: 1.ຈົ່ງຊອກຫາມູນຄ່າທັງໝົດ ຂອງເງິນທີ່ໃຫ້ກູ້ຢືມໄປຈຳນວນ 70.000.000 ລ້ານກີບ ໃນໄລຍະເວລາ 3 ເດືອນໂດຍຄິດໄລ່ອັດຕາດອກເບ້ຍເງິນກູ້ໄລຍະສັ້ນ 6% ຕໍ່ປີ ຕາມສູດອັດຕາດອກເບ້ຍດ່ຽວ?
ຕົວຢ່າງ: 2.ນາງ ໄກ່ ໄດ້ໄປກູ້ຢືມເງິນຈຳນວນ 20.000.000 ລ້ານກີບ ຈາກທະນາຄານແຫ່ງຫນຶ່ງ ເຊິ່ງມີອັດຕາດອກເບ້ຍ 12%ຕໍ່ປີ, ທະນາຄານຄິດໄລ່ດອກເບ້ຍຕາມສົມຜົນອັດຕາດອກເບ້ຍດຽວເມື່ອຄົບກຳນົດ. ຖາມວ່າເມື່ອຄົບກຳນົດ ນາງ ໄກ່ ຈະໄດ້ຈ່າຍຕົ້ນທຶນ ແລະ ດອກເບ້ຍເທົ່າໃດ? ຖ້າກູ້ຢືມໃນເວລາດັ່ງລຸ່ມນີ້: 1 ປີ 6 ເດືອນ, 2 ປີ, 9 ເດືອນ, 6 ເດືອນ.
6.3.1.2.ມູນຄ່າປະຈຸດບັນຂອງເງິນ ໃນການຄິດໄລ່ອັດຕາດອກເບ້ຍດ່ຽວ
ເຮົາມີ:
P0 ມູນຄ່າປະຈຸບັນ
T ໄລຍະເວລາ
I ອັດຕາດອກເບ້ຍ
Pt ຈຳນວນຕົ້ນທຶນ ແລະ ດອກເບ້ຍ
ສູດແບບຕັ້ງທີ 2:
Pt = P0(1 + I x t ) => P0 = Pt / (1+i.t)
ຕົວຢ່າງ 1.ຖ້າອີກ 3 ປີຂ້າງໜ້າ ເຮົາຕ້ອງການເງິນຈຳນວນ 1.000.000.000 ກີບ ເຮົາຕ້ອງເອົາເງິນໄປຝາກນຳທະນາຄານເທົ່າໃດ? ຖ້າທະນາຄານຄິດໄລ່ອັດຕາດອກເບ້ຍໃນລະດັບ 12% ຕໍ່ປີ ແລະ ຄິດໄລ່ຕາມອັດຕາດອກເບ້ຍດ່ຽວ ຈົ່ງຊອກຫາມູນຄ່າປັດຈຸບັນຂອງເງິນທີ່ຕ້ອງນຳໄປຝາກໄວ້ນຳທະນາຄານເທົ່າໃດ ?
ຕົວຢ່າງ 2.ນາງ ສອນນາລີ ໄດ້ຝາກເງິນນຳ ທະນາຄານສົ່ງເສີ່ມກະສີກຳ 1 ປີ 6 ເດືອນ, ທະນາຄານຄິດໄລ່ດອກເບ້ຍ ທຸກ 6 ເດືອນ, ອັດຕາດອກເບ້ຍ 8%ຕໍ່ປີ. ເມື່ອຄົບກຳນົດ ນາງ ສອນນາລີ ລາວມີເງິນ 337.459.200 ກີບ. ຖາມວ່າ ນາງ ສອນນາລີ ຕ້ອງເອົາເງິນໄປຝາກເທົ່າໃດ ?
6.3.2.ອັດຕາດອກເບ້ຍເພີ່ມຜົນ
ບັນດາສັນຍາທາງດ້ານການເງິນ ທີ່ຄິດໄລ່ ອັດຕາດອກເບ້ຍ ຫຼາຍໆງວດໜຶ່ງໃນສັນຍາ ເຊີ່ງອັດຕາດອກເບ້ຍ ຂອງງວດກອ່ນ ໄດ້ລວມເຂົ້າກັບ ເງິນຕົ້ນທຶນ ເພື່ອຄິດໄລ່ ດອກເບ້ຍ ໃນງວດຕໍ່ໄປ, ວິທີຄິດໄລ່ດອກເບ້ຍ ດັ່ງກ່າວນີ້ ເພີ່ນເອີ້ນວ່າ ອັດຕາດອກເບ້ຍ ເພີ່ມຜົນ ຫຼື ອັດຕາດອກເບ້ຍຄວບ (ດອກອອກດອກ).
6.3.2.1.ແບບຕັ້ງທົ່ວໄປຂອງອັດຕາດອກເບ້ຍເພີ່ມຜົນ
ເຮົາມີ:
Pt ມູນຄ່າຂອງສັນຍາເມື່ອຮອດກຳນົດສັນຍາ (ຕົ້ນທຶນ ແລະ ດອກເບ້ຍ)
P0 ຈຳນວນເງິນຕົ້ນທຶນ (ລາຄາປະຈຸບັນ)
n ຈຳນວນຄັ້ງ ທີ່ຄິດໄລ່ດອກເບ້ຍໃນໝຶ່ງປີ
I ລະດັບອັດຕາດອກເບ້ຍ %/ປີ
t ໄລຍະເວລາຂອງສັນຍາ
ສູດແບບຕັ້ງທີ່ 3:
Pt = P0(1+i/n)^(n.t)
ຕົວຢ່າງ 1.ທະນາຄານແຫ່ງໜຶ່ງໄດ້ປ່ອຍສິນເຊື່ອບ້ວງໜຶ່ງຈຳນວນ 150.000.000 ລ້ານກີບ ໃຫ້ແກ່ລູກຄ້າລາຍໜຶ່ງໃນໄລຍະເວລາ 5 ປີ ເຊິ່ງທະນາຄານໄດ້ຄິດໄລ່ອັດຕາດອກເບ້ຍ 14% ຕໍ່ປີ ໂດຍທີ່ທະນາຄານຄິດໄລ່ປີລະຄັ້ງ ຕາມອັດຕາດອກເບ້ຍເພີ່ມຜົນ ຖາມວ່າເມື່ອຄົບກຳນົດທະນາຄານຈະໄດ້ຮັບເງິນທັງໝົດຈັກກີບ ?
6.3.2.2.ມູນຄ່າປະຈຸບັນ ຂອງເງິນຕາມການຄິດໄລ່ອັດຕາດອກເບ້ຍເພີ່ມຂຶ້ນ.
ສູດແບບຕັ້ງທີ່ 4:
ຕົວຢ່າງ 1: ເພື່ອຢາກໃຫ້ມີເງິນຈຳນວນ 1000 ລ້ານກີບ ອີກ 1ປີ, 2ປີ, 3ປີ, 5ປີ, 10ປີ, 20ປີ, 30ປີ ແລະ 50ປີຂ້າງໜ້າ ເຊິ່ງໃນປະຈຸບັນ ພວກເຮົາຕ້ອງ ຊື້ພັນທະບັດ ທີ່ມີລາຄາເທົ່າໃດ? ເມື່ອຮູ້ວ່າອັດຕາດອກເບ້ຍຂອງພັນທະບັດ ແມ່ນ 11% /ປີ ອັດຕາດອກເບ້ຍທີ່ຄິດໄລ່ໃນທ້າຍຂອງທຸກໆປີແລະໄດ້ລວມເຂົ້າກັບຕົ້ນທຶນ.
ຕົວຢ່າງ 2: ທ້າວ ສົມສັກ ຕ້ອງການມີເງິນຈຳນວນ 284 ລ້ານໃນອີກ 5 ປີຂ້າງໜ້າ ຖ້າທະນາຄານຫາກຄິດໄລ່ດອກເບ້ຍເງິນຝາກ 12,5 % ຕໍ່ປີ ແລະ ຖ້າທະນາຄານຈະຄິດໄລ່ອັດຕາດອກເບ້ຍເພີ່ມຜົນປີລະຄັ້ງ ຖາມວ່າທ້າວ ສົມສັກຈະເອົາເງິນຈຳນວນເທົ່າໃດ ເພື່ອໄປຝາກທະນາຄານ?