ການເປັນຜູ້ປະກອບການກັບການບໍລິຫານງານໃນອົງກອນ

 ການເປັນຜູ້ປະກອບການກັບການບໍລິຫານງານໃນອົງກອນ

ການ​ຈັດການ​ທີ່​ດີ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ດຳ​ເນີນ​ງານ​ຂອງ​ອ​ົງກອນ ການ​ເຕີບໂຕ​ ແລະ ​ການ​ດຳ​ລົງ​ຢູ່​ຕໍ່ໄປ​ຂອງ​ອົງກອນ ໂດຍ​ສະເພາະ​ແມ່ນ​ອົງກອນ​ໃນ​ຍຸກ​ສັດ​ວັດ​ທີ່ 21 ຊຶ່ງ​ຕ້ອງ​ຜະເຊີນ​ກັບ​ປັດ​ໄຈ​ແວດ​ລ້ອມ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງໄວ ບໍ່​ວ່າ​ຈະ​ເປັນ​ດ້ານ​ສັງຄົມ ເສດຖະກິດ ໂລ​ກາ​ພິ​ວັດ ແລະ ​ເທກ​ໂນ​ໂລ​ຢີ ເຮັດໃຫ້​ອົງກອນ​ຕ້ອງ​ມີ​ແນວ​ທາງ​ໃນ​ການ​ຈັດການ​ທີ່​ທັນ​ສະໄໝ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ທີ່​ວ່ອງໄວ​ນີ້ ເພື່ອ​ໃຫ້​ເຂົ້າໃຈ​ແນວ​ຄິດ​ກ່ຽວກັບ​ການ​ຈັດການ​ສະໄໝ​ໃໝ່ ໃນ​ບົດ​ນີ້​ຈະ​ໄດ້​ນຳ​ສະເໜີ​ຫົວຂໍ້​ກ່ຽວກັບ​ເລື່ອງ​ ການເປັນຜູ້ປະກອບການ ກັບ ການບໍລິຫານອົງກອນ ຄວາມໝາຍ​ຂອງ​ອົງກອນ, ຂະ​ບວນ​ການ​ຈັດອົງກອນ, ຄວາມໝາຍຂອງການຈັດການ, ຂະບວນຂອງການຈັດການ ບົດ​ບາດ​ຂອງ​ການ​ຈັດການ ແລະ​ ຄຸນສົມບັດ​ຂອງ​ນັກ​ບໍລິຫານ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ. 

1.1.ຄວາມໝາຍຂອງການຈັດອົງກອນ.

ອົງກອນ ແມ່ນຫົວໜ່ວຍ ສັງຄົມສ້າງຕັ້ງຂື້ນໂດຍກຸ່ມຄົນໂດຍມີເປົ້າໝາຍ ຫຼື ຈຸດປະສົງດຽວກັນ ມີການຄຸ້ມຄອງຢ່າງເປັນລະບົບເຮັດວຽກຮ່ວມກັນໃນກິດຈະກຳຕ່າງໆ ເພື່ອບັນລຸເປົ້າໝາຍ ຫຼື ຈຸດປະສົງ.

1.2.ຄຸນລັກສະນະຂອງອົງກອນ.

1.ອ​ົງກອນ​ແມ່ນ​ກຸ່ມ​ຂອງ​ບຸກ​ຄົນ (Organization as a Group of People) ເປັນກຸ່ມ​ຂອງ​ບຸກ​ຄົນ​ທີ່​ມີ​ເປົ້າ​ໝາຍ​ຮ່ວມ​ກັນ ຕ້ອງ​ອາໄສ​ຄວາມ​ຮ່ວມ​ມື​ຮ່ວມ​ໃຈ.

2.ອ​ົງກອນ​ແມ່ນ​ໂຄງ​ສ້າງ​ຂອງ​ຄວາມ​ສຳພັນ (Organization as a Structureof Relationship) ເປັນ​ຄວາມ​ຮັບ​ຜິດຊອບ​ລະຫວ່າງ​ໝ່ວຍ​ງານຕ່າງ​ໆ.

3.ອ​ົງກອນ​ເປັນ​ໝ້າທີ່​ສ່ວນໝຶ່ງ​ຂອງ​ການ​ຈັດການ (Organization as aFunction of Management) ເປັນ​ຮູບ​ຂອງ​ການ​ຈັດ​ກິດຈະກຳ ຫຼື ​ງານ​ຕ່າງ​ໆທີ່​ມີ​ລັກສະນະ​ຄ້າຍ​ຄືກັນ​ເຂົ້າ​ໄວ້​ນຳກັນ ໂດຍ​ກຳນົດ​ໝ້າທີ່ (authority) ຄວາມ​ຮັບ​ຜິດຊອບ (Responsibility) 

4.ອ​ົງກອນ​ແມ່ນຂະ​ບວນ​ການ (Organization as a Process) ລຳ​ດັບ ຂັ້ນ​ຕອນຄວາມ​ຕໍ່​ເນື່ອງ ການ​ດຳ​ເນີນ​ງານ ກໍ່​ໃຫ້​ເກີດ​ຄວາມ​ວ່ອງໄວ ຖືກ​ຕ້ອງ ແລະ​ ປະ​ຢັດມີ​ຂັ້ນ​ຕອນ​ດັ່ງ​ນີ້:

- ການ​ກຳນົດ​ເປົ້າ​ໝາຍ (Determination of objectives)

- ການ​ແບ່ງ​ງານ (Division of activities)

- ການ​ຈັດ​ບຸກ​ຄົນ​ເຂົ້າ​ເຮັດວຽກ (Fitting individuals into activities)

- ການສ້າງ​ຄວາມ​ສຳພັນ (Developing relationships) 

5.ອ​ົງກອນການ​ເປັນ​ລະບົບ​ຢ່າງ​ໜຶ່ງ (Organization as a System) ສ່ວນ​ທັງໝົດ​ຂອງ​ສິ່ງ​ໃດ​ໆ ທີ່​ປະກອບ​ດ້ວຍ​ສ່ວນ​ຍ່ອຍ​ໆ ທີ່​ຈັດ​ລຽງ​ລຳ​ດັບ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ. 

1.3.ປະເພດຂອງອົງກອນ.

ອົງກອນແບ່ງ​ອອກ​ໄດ້​ເປັນ 3 ປະ​ເພດດັ່ງ​ນີ້:

1.ອ​ົງກອນ​ແບບ​ຫວັງ​ຜົນ​ກຳ​ໄລ (For-profit)

ແມ່ນອົງກອນ ທຸລະກິດ ຖືກ​ສ້າງ​ຂຶ້ນ​ມາເພື່ອ​ສ້າງ​ລາຍ​ໄດ້ ​ແລະ​ ຜົນ​ກຳ​ໄລ​ຈາກ​ການ​ຂາຍ​ສິນ​ຄ້າ​ ແລະ​ບໍລິການ ເມື່ອ​ຄົນ​ສ່ວນ​ໃຫຍ່ນຶກ​ເຖິງ​ການ​ຈັດການ​ກໍ​ມັກ​ຈະ​ນຶກ​ເຖິງ​ອົງກອນ ທຸລະກິດ ຕົວ​ຢ່າງ​ເຊັ່ນ: ຮ້ານ​ຄ້າ​ຂາຍຍ່ອຍ, ຮ້ານ​ຄ້າຂົນສົ່ງ, ຮ້ານ​ເສີມ​ງາມ, ຮ້ານ​ຕັດ​ຫຍິບ​ເສື້ອ​ຜ້າ, ການເຮັດ​ໄຮ່.

2.ອົງກອນ​ແບບ​ບໍ່​ຫວັງ​ຜົນ​ກຳ​ໄລ (Non-profit)

ແມ່ນຜູ້ບໍລິຫານ ແລະ ອົງການຈັດຕັ້ງຕ່າງໆເຊັ່ນ: ອາດຈະແມ່ນອົງກອນໃນພາກລັດ ຫຼື ເອກະຊົນ ເປົ້າ   ໝາຍຫຼັກຂອງອົງກອນແມ່ນ ການໃຫ້ບໍລິການແກ່ລູກຄ້າ ບໍ່ແມ່ນເພື່ອສະແຫວງຫາກຳໄລ, ຍົກຕົວຢ່າງ: ໂຮງໝໍ, ວິທະຍາໄລ ແລະ ອົງກອນເຮັດວຽກສັງຄົມ ແລະ ອື່ນໆ.

3. ອົງກອນ​ແບບ​ຜົນ​ປະໂຫຍດ​ຕອບ​ແທນ (Mutual-benefit) 

ແມ່ນອົງກອນ ໜຶ່ງທີ່ເອີ້ນວ່າເກັບຄ່າ ທຳນຽມສະມາຊິກ ຫຼື ການບໍລິຈາກຕ່າງໆ ໂດຍມີເປົ້າໝາຍ ໃນການຊ່ວຍເຫລືອ ແລະ ຮັກສາຜົນປະໂຫຍດຂອງສະມາຊິກເຊັ່ນ: ພັກການເມືອງ, ສະຫະກອນກະສິກຳ, ສະຫະພັນແຮງງານສະມາຄົມການຄ້າ ແລະ ອື່ນໆ.

1.3.1.ອົງປະກອບພື້ນຖານທີສຳຄັນຂອງອົງກອນ.

1.ປະກອບມີ 2 ຄົນຂຶ້ນໄປ

2.ພວກເຂົາຕ້ອງພົວພັນ ຫຼື ປະຕິບັດຕໍ່ກັນ ແລະ ກັນ.

3.ລັກສະນະຂອງການໂຕ້ຕອບ ແມ່ນການຮ່ວມມືຂອງຄົນໃນອົງກອນດັ່ງທີ່ໄດ້ ກຳນົດໄວ້ໃນໂຄງສ້າງ.

4.ທຸກໆຄົນມີຈຸດປະສົງສ່ວນຕົວເຊິ່ງເປັນແຮງຈູງໃຈໃນການເຮັດວຽກ ແລະ ຫວັງວ່າການຮ່ວມມືຈະສຳ ເລັດບັນລຸຈຸດປະສົງສ່ວນຕົວ.

5.ການພົວພັນເຊິ່ງກັນ ແລະ ກັນຈະນຳໄປສູ່ການບັນລຸຈຸດປະສົງ ຫຼື ຈຸດປະສົງຂອງການສ້າງຕັ້ງໃນທີ່ສຸດອົງກອນຈະນຳໄປສູ່ຜົນຜະລິດຂອງອົງກອນ.

1.4.ຄວາມສຳຄັນຂອງການຈັດອົງກອນ.

ການ​ຈັດ​ອົງກອນ​ມີ​ຄວາມ​ສຳຄັນດັ່ງ​ນີ້:

1.ມີ​ຄວາມ​ສຳຄັນ​ຕໍ່​ອ​ົງກອນ ແມ່ນການ​ຈັດ​ໂຄງ​ສ້າງ​ອ​ົງກອນ​ທີ່​ດີ ​ແລະ ​ເໝາະ​ສົມ​ຈະ​ເຮັດໃຫ້ອົງກອນ​ບັນ​ລຸ​ເປົ້າ​ໝາຍ ​ແລະ ​ວັດ​ຖຸ​ປະສົງ ສິງນີ້ເຮັດ​ໃຫ້​ການ​ເຮັດ​ວຽກງານ​ຂອງ​ບຸ​ຄລາກ​ອນ​ງານ​ບໍ່​ຊ້ຳ​ຊ້ອນ​ກັນ ບໍ່​ມີແຜນ​ກ​ງານ​ ຫຼື ​ຝາຍ​ງານ​ຫຼາຍ​ເກີນ​ໄປ ເປັນ​ການ​ປະ​ຢັດ​ຕົ້ນ​ທຶນ​ໄປ​ດ້ວຍ ຊ່ວຍ​ໃຫ້​ອ​ົງກອນ​ສາມາດ​ປັບ​ຕົວເຂົ້າ​ກັບ​ສະພາບ​ແວດ​ລ້ອມ​ທີ່​ປ່ຽນ​ໄປ​ໄດ້.

2.ມີ​ຄວາມ​ສຳຄັນ​ຕໍ່​ຜູ້​ບໍລິຫານ​ຄື​ການ​ບໍລິຫານ​ງານ​ງ່າຍ ສະ​ດວກ ຮູ້​ວ່າ​ໃຜ​ຮັບ​ຜິດຊອບ​ຫຍັງ ມີ​ໝ້າທີ່
ເຮັດ​ຫຍັງ ແກ້​ບັນຫາ​ການ​ເຮັດ​ວຽກງານ​ຊ້ຳ​ຊ້ອນ​ໄດ້​ງ່າຍ ເຮັດໃຫ້​ງານ​ບໍ່​ຄົງ​ຄ້າງ ນະຈຸດ​ໃດ ສາມາດ​ຕິດ​ຕາມ​ແກ້​ໄຂ​ໄດ້​ງ່າຍການ​ມອບ​ງານ​ ແລະ​ ອຳນາດ​ໝ້າທີ່​ຕ່າງໆ ເຮັດ​ໄດ້​ງ່າຍ ກຳຈັດ​ບັນຫາ​ການ​ກ່ຽງ​ກັນ​ເຮັດວຽກ​ ຫຼື ​ປັດ​ຄວາມ​ຮັບ​ຜິດຊອບ.

3.ຄວາມ​ສຳຄັນ​ທີ່​ເປັນ​ປະໂຫຍດ​ຕໍ່​ຜູ້​ປະຕິບັດ​ງານ ແມ່ນ​ເຮັດໃຫ້​ຮູ້​ອຳນາດ​ໝ້າທີ່​ ແລະ​ ຂອບ​ເຂດການເຮັດວຽກ​ຂອງ​ຕ​ົນວ່າ​ພຽງ​ໃດ​ການ​ແບ່ງ​ງານ​ໃຫ້​ບຸ​ກຄະລາກ​ອນ ​ຜູ້​ປະຕິບັດ​ໄດ້​ຢ່າງ​ເໝາະ​ສົມ​ຊ່ວຍ​ໃຫ້​ຜູ້​ປະຕິບັດ​ມີ​ຄວາມພໍ​ໃຈ​ບໍ່​ເກີດ​ຄວາມ​ຮູ້ສຶກ​ວ່າ​ງານ​ຫຼາຍ​ຫຼືນ້ອຍ​ເກີນ​ໄປ ເມື່ອ​ຜູ້​ປະຕິບັດ​ຮູ້​ອຳນາດ​ໝ້າທີ່ ແລະ​ ຂອບ​ເຂດ​ງານ​ຂອງຕົນ​ຄວນ​ກໍ່​ໃຫ້​ເກີດ​ຄວາມ​ຄິດ​ລິ​ເລີ່ມ​ໃນ​ການ​ເຮັດ​ວຽກງານ ຜູ້​ປະຕິບັດ​ເຂົ້າໃຈ​ຄວາມ​ສຳພັນ​ຂອງ​ຕົນ​ຕໍ່​ຝ່າຍ​ອື່ນໆ ເຮັດໃຫ້​ສາມາດ​ຕິດ​ຕໍ່​ປະ​ສານ​ງານ​ກັນ​ໄດ້​ດີ​ຢິ່ງ​ຂຶ້ນ.

1.5.ແຜນຜັງອົງກອນ (Organization Chart)

ແຜນ​ຜັງ​ຂອງ​ອົງກອນນອກ​ຈາກ​ຈະ​ສະແດງ​ໃຫ້​ເຫັນ​ເຖິງ​ຂະໜາດ ​ແລະ ​ຮູບ​ແບບ​ຂອງ​ອົງກອນແລ້ວ ຍັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳພັນ​ຂອງ​ກ່ອງ ​ແລະ ​ເສັ້ນ​ກົງ (Box-and-lineslustration) ທີ່​ບອກ​ເຖິງ​ລຳ​ດັບ​ຂັ້ນ​ການ​ບັງຄັບ​ບັນຊາ ​ແລະ ​ຕຳແໜ່ງ​ຕ່າງ​ໆ ຫຼື ການແບ່ງ​ງານ​ກັນ​ເຮັດ​ໃນ​ອົງກອນ ແຜນ​ຜັງ​ອ​ົງກອນ​ມີ​ລັກສະນະ​ເໝືອນ​ຕົ້ນ​ໄມ້ (Family-tree-like Pattern) ຊຶ່ງ​ແຕ່​ລະ​ເສັ້ນ​ກົງ​ສະແດງ​ລຳ​ດັບ​ ແລະ ​ຄວາມ​ສຳພັນ​ຂອງ​ແຕ່​ລະຕຳແໜ່ງ ປະກອບ​ດ້ວຍ 2 ລັກສະນະດັ່ງ​ນີ້:

1.ອຳນາດ​ໝ້າທີ່​ຕາມ​ລຳ​ດັບ​ຂັ້ນ​ການ​ບັງຄັບ​ບັນຊາ​ໃນ​ແນວ​ຕັ້ງ (Vertical Hierarchyof Authority) ສະແດງ​ເຖິງ​ສາຍ​ການ​ບັງຄັບ​ບັນ​ຊາ ຕາມ​ລຳ​ດັບ​ຂັ້ນ​ການ​ບັງຄັບ​ບັນ​ຊາ​ໃນແນວ​ຕັ້ງ ແລະ​ ເຄື່ອ​ຂ່າຍ​ການ​ສື່​ສານ ຕົວ​ຢ່າງ​ເຊັ່ນ: ໃນ​ອົງກອນແບບ​ງ່າຍ​ເຈົ້າ​ຂອງ​ຈະສັ່ງ​ການ​ກັບ​ເລ​ຂາ​ນຸ​ການ​ ຫຼື ​ຜູ້​ຊ່ວຍ​ໂດຍ​ກົງ ແຕ່​ໃນ​ກໍລະນີ​ທີ່​ອ​ົງກອນ​ມີ​ຄວາມ​ຊັບ​ຊ້ອນປະ​ທານ​ບໍລິສັດ​ຈະ​ສັ່ງ​ການ​ມາຍັງ​ຮອງ​ປະ​ທານ​ ແລ້ວ​ໃຫ້​ຮອງ​ປະ​ທານ​ ສັ່ງ​ການຕໍ່ໄປ​ຢັງ​ຜູ້​ຊ່ວຍ​ຂອງ​ທ່ານ ຕາມ​ລຳ​ດັບ ເປັນ​ຕົ້ນ.  ແຜນຜັງອົງກອນລັກສະນະແນວຕັ້ງ (Vertical Hierarchyof Authority)


2.ຄວາມ​ຊຳ​ນານ​ສະເພາະ​ດ້ານ​ໃນ​ແນວ​ນອນ (Horizontal Specialization) ເສັ້ນ​ກົງ​ທີ່​ລາກ​ໄປ​ທາງ​ດ້ານ​ຊ້າຍ ​ແລະ​ ຂວາ​ໃນ​ແຜນ​ຜັງ​ອ​ົງກອນ​ສະແດງ​ເຖິງ ​ຄວາມຊຳ​ນານ​ສະເພາະ​ດ້ານ​ໃນ​ແນວ​ນອນ ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ​ຕາມ​ແຕ່​ລະ​ປະ​ເພດ​ຂອງ​ງານເຊັ່ນ ກໍລະນີ​ບໍລິສັດ​ສິ່ງ​ພິມ​ທີ່​ດຳ​ເນີນ​ການ​ບໍລິຫານ​ໂດຍ​ຄູ່​ຜົວເມຍ ອາດ​ຈ້າງ​ຄົນ​ພາຍນອກເຮັດ​ໝ້າທີ່​ຂາຍ​ເບິ່ງ​ແຍງ​ລູກ​ຄ້າ ​ແລະ ​ການ​ເງິນ ສ່ວນ​ທັງ​ຄູ່​ເຮັດ​ໝ້າທີ່​ຜະລິດ ​ແລະ​ ວິ​ໄຈ ແຕ່​ໃນ​ກໍລະນີບໍລິສັດ​ໃຫຍ່​ຈະ​ມີ​ຮອງ​ປະ​ທານ​ບໍລິສັດ 1 ຄົນ​ຕໍ່​ການເຮັດ​ໝ້າທີ່​ເບິ່ງ​ແຍງ​ງານ​ໃນ​ແຕ່​ລະ​ງານ.


ແຜນຜັງອົງກອນລັກສະນະແນວນອນ (Horizontal Specialization)

1.6.ອົງປະກອບຫຼັກຂອງອົງກອນ.

1.ມີ​ເປົ້າ​ໝາຍ​ຮ່ວມ​ກັນ (Common Purpose) ຈະ​ສ້າງ​ເອກະ​ພາບ​ໃນ​ກຸ່ມ​ພະ​ນັກ​ງານ ແລະ ​ສະມາຊິກ​ຂອງ​ອ​ົງກອນ ​ແລະ ​ເຮັດໃຫ້​ພວກ​ທ່ານ​ເຂົ້າໃຈ​ເຖິງ​ເຫດຜົນ​ຂອງ​ການ​ດຳ​ລົງ​ຢູ່​ຂອງອ​ົງກອນ.

2.ຄວາມ​ສາມາດ​ໃນ​ການ​ປະ​ສານ​ງານ (Coordination Eforts) ສະແດງ​ເຖິງ​ລັກສະນະຂອງ​ການ​ມີ​ເປົ້າ  ໝາຍ​ຮ່ວມ​ກັນ​ຂອງ​ສະມາຊິກ​ອ​ົງກອນ ການ​ປະ​ສານ​ງານ​ມີ​ທັງ​ໃນ​ລະ​ດັບລະຫວ່າງ​ສະມາຊິກ​ແຕ່​ລະ​ຄົນ​ໃນ​ກຸ່ມ ແລະ​ໃນ​ລະ​ດັບ​ອ​ົງກອນ ດັ່ງ​ນັ້ນ​ການ​ປະ​ສານ​ງານ​ເປັນ​ສິ່ງທີ່​ຂາດ​ບໍ່​ໄດ້​ເນື່ອງ​ຈາກ​ສະມາຊິກ​ແຕ່​ລະ​ຄົນ​ບໍ່​ສາມາດ​ເຮັດວຽກ​ໃຫ້​ສຳ​ເລັດ​ດ້ວຍ​ຕົວ​ຄົນ​ໆ ດຽວ​ໄດ້. 

3.ການ​ແບ່ງ​ງານ​ກັນ​ເຮັດ (Division of Labor) ຫຼື ຄວາມ​ຊຳ​ນານ​ໃນ​ງານ (WorkSpecialization) ຄື​ການ​ຈັດການ​ແຍກ​ງານ​ອອກ​ເປັນ​ສ່ວນ​ຕ່າງ​ໆ ແລະ​ ມອບ​ໝາຍ​ໃຫ້ສະມາຊິກ​ແຕ່​ລະ​ຄົນ​ປະຕິບັດ​ເນື່ອງ​ຈາກ​ເປັນ​ງານ​ບາງຢ່າງ​ທີ່​ມີ​ຄວາມ​ຊັບ​ຊ້ອນ​ແລະ​ຕ້ອງ​ໃຊ້​ຄວາມຊຳ​ນາຍ​ສະເພາະ​ຢ່າງ ດັ່ງ​ນັ້ນ ຄວນ​ມອບ​ໝາຍ​ໃຫ້​ແກ່​ຜູ້​ທີ່​ມີ​ຄວາມ​ຊ່ຽວ​ຊານ​ໃນ​ງານ​ນັ້ນ​ໆ ນຳ​ໄປ​ປະຕິບັດ ຊຶ່ງ​ຈະ​ນຳ​ໄປ​ສູ່​ປະ​ສິດ​ທິ​ພາບ​ໃນ​ການ​ເຮັດ​ວຽກງານ.

4.ອຳນາດ​ໝ້າທີ່​ຕາມ​ລຳ​ດັບ​ຂັ້ນ​ສາຍ​ການ​ບັງຄັບ​ບັນຊາ (Hierarchy of Authority) ຄື​ກົນ​ໄກ​ການ​ຄວບ​ຄຸມ ການ​ເລືອກ​ບຸກ​ຄະລາກ​ອນ​ທີ່​ເໝາະ​ສົມ​ໃຫ້​ເຮັດວຽກ​ຢ່າງ​ຖືກ​ຕ້ອງ ຜູ້​ຈັດການຈະ​ມີ​ອຳນາດ​ຫຼາຍ​ຂຶ້ນ​ທີ່​ຈະ​ສັ່ງ​ການ​ບຸກ​ຄົນ​ອື່ນ​ໆ ແມ່ນ​ໃນ​ອ​ົງກອນ​ທີ່​ມີ​ສະມາຊິກ​ເປັນ​ເຈົ້າ ​ຂອງນອກ​ຈາກ​ນີ້​ການ​ໃຊ້​ອຳນາດ​ໝ້າທີ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຈຳ​ເປັນ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ລຳ​ດັບ​ຂັ້ນການ​ບັງຄັບ​ບັນ​ຊາ.

5.ຂອບ​ເຂດ​ແຫ່ງ​ການ​ຄວບ​ຄຸມ (Span of control) ສະແດງ​ຈຳນວນ​ບຸ​ກຄະລາກ​ອນ ​ທີ່​ຕ້ອງລາຍ​ງານ​ໂດຍ​ກົງ​ຕໍ່​ຜູ້​ຈັດການ​ຄົນ​ໜຶ່ງ ໂດຍ​ຂອບ​ເຂດ​ແຫ່ງ​ການ​ຄວບ​ຄຸມ​ມີ​ຢູ່ 2 ປະ​ເພດ​ຄື:

·  ຂອບ​ເຂດ​ແຫ່ງ​ການ​ຄວບ​ຄຸມ​ແບບ​ແຄບ ໝາຍ​ຄວາມ​ວ່າ​ຜູ້​ຈັດການ​ມີ​ຈຳນວນ​ຄົົນທີ່​ຕ້ອງລາຍ​ງານ​ຕົງຢ່າງ​ຈຳ​ກັດ ເຊັ່ນ: ປະ​ທານ​ເຈົ້າ​ໝ້າທີ່​ບໍລິຫານ ມີ​ຜູ້​ບໍລິຫານ​ລະ​ດັບ​ສູງ 3 ຄົົນທີ່ຕ້ອງ​ລາຍ​ງານ​ໂດຍ​ຕົງ ແທນ​ຜູ້​ບໍລິຫານ​ລະ​ດັບ​ກາງ 4 ຄົນ ດັ່ງ​ນັ້ນ​ອ​ົງກອນ​ແບບ​ນີ້​ອາດເອີ້ນວ່າ: ອົງກອນ​ແບບ​ສູງ (Tal). ຊຶ່ງ​ມີ​ລະ​ດັບ​ການ​ບັງຄັບ​ບັນ​ຊາ​ຫຼາຍ​ລະ​ດັບ​ໃນຂອບ​ເຂດ​ການ​ຄວບ​ຄຸມ​ທີ່​ແຄບ.

ລັກສະນະແຄບ ຫຼື (ແບບສູງ)

·  ຂອບ​ເຂດ​ແຫ່ງ​ການ​ຄວບ​ຄຸມ​ແບບ​ກວ້າງ (Wide Span of Control) ຜູ້​ຈັດການ​ມີ​ຈຳນວນຄົົນທີ່​ຕ້ອງ​ລາຍ​ງານ​ຫຼາຍ​ຂຶ້ນ ເຊັ່ນ​: ປະ​ທານ​ເຈົ້າ​ໝ້າທີ່​ບໍລິຫານ​ລະ​ດັບ​ກາງ 4 ຄົົນທີ່​ຈະ​ຕ້ອງລາຍ​ງານ​ຕົງ​ຕໍ່​ທ່ານ ດັ່ງ​ນັ້ນ​ອ​ົງກອນ​ແບບ​ນີ້​ໂດຍ​ສະເພາະ​ອົງກອນ​ສາຍ​ການ​ຜະລິດ ອາດເອີ້ນວ່າ: ອົງກອນ​ແບບ​ແບນ​ລາບ (Flat) ຊຶ່ງ​ມີ​ລະ​ດັບ​ການ​ບັງຄັບ​ບັນ​ຊາ​ນ້ອຍ​ລະ​ດັບ​ໃນເຂດ​ຂອງ​ການ​ຄວບ​ຄຸມ​ທີ່​ກວ້າງ​ຂຶ້ນ​ກວ່າ​ແບບ​ແລກ.

 ລັກສະນະກ້ວາງ ຫຼື (ແບບລາບ)


6.ລັກສະນະ​ສະເພາະ​ຂອງ​ອຳນາດ​ໝ້າທີ່ ອຳນາດ​ໝ້າທີ່​ຂອງ​ບຸກ​ຄົນ​ໃນ​ອົງກອນ​ມາ​ຈາກການ​ຕໍ່ສູ້ ແຕ່​ມາ​ຈາກ​ອຳນາດ​ໝ້າທີ່​ການ​ຈັດການ​ຂອງ​ອ​ົງກອນ ອຳນາດ​ໝ້າທີ່ມີ​ລັກສະນະ​ດັ່ງ​ນີ້:

- ກວດ​ສອບ​ໄດ້ (Accountability) ເນື່ອງ​ຈາກ​ອຳນາດ​ໝ້າທີ່​ໝາຍ​ເຖິງ​ສິດ​ທິ​ທີ່​ໄດ້ຮັບ​ຈາກຕຳແໜ່ງ​ໝ້າທີ່​ໃນ​ການ​ຕັດ​ສິນ​ໃຈ ສັ່ງ​ການ ​ແລະ ​ການ​ໃຊ້​ຊັບພະຍາກອນ​ທີ່​ທຸກ​ຄົນ​ຕ້ອງ​ປະຕິບັດ​ຕາມຄຳ​ສັ່ງ ຫາກ​ຂັດ​ຂືນ​ກໍ​ຈະ​ມີ​ການ​ລົງໂທດ​ໃນ​ຮູບ​ແບບ​ຕ່າງ​ໆ ເຊັ່ນ: ການ​ບໍ່​ໄດ້​ເລື່ອນ​ຕຳແໜ່ງ​ ຫຼື ຖືກ​ໄລ່​ອອກ​ຈາກ​ງານ ເປັນ​ຕົ້ນ.

- ຄວາມ​ຮັບ​ຜິດຊອບ (Responsibility) ໝາຍ​ເຖິງ​ການ​ຍອມ​ຮັບ (Obligation) ຜົນ​ຂອງ​ງານທີ່​ໄດ້​ປະຕິບັດ​ແລ້ວ ການ​ອອກ​ແບບ​ງານ​ບໍ່​ຖືກ​ຕ້ອງ ຜູ້​ຈັດການ​ມີ​ອຳນາດ​ຫຼາຍ​ແຕ່​ມີ​ຄວາມຮັບ​ຜິດຊອບ​ນ້ອຍ​ຈຶ່ງ​ເກີດ​ການ​ໃຊ້​ອຳນາດ​ໃນ​ທາງ​ທີ່​ຜິດ ໃນ​ທາງ​ກົງ​ກັນ​ຂ້າມ​ຫາກ​ຜູ້​ຈັດການ​ມີອຳນາດ​ນ້ອຍ​ກວ່າ​ຄວາມ​ຮັບ​ຜິດຊອບ ຈະ​ສົ່ງ​ຜົນ​ໃຫ້​ບໍ່​ສາມາດ​ປະຕິບັດ​ງານ​ໃຫ້​ລຸ​ລ່ວງ​ໄດ້.

- ການ​ມອບ​ໝາຍ​ງານ (Delegation) ແມ່ນຂະະ​ບວນ​ການ​ມອບ​ໝາຍ​ອຳນາດ​ໝ້າທີ່ ​ແລະ ຄວາມ​ຮັບ​ຜິດຊອບ​ໃຫ້​ແກ່​ບຸ​ກຄະລາກ​ອນ ​ສາຍ​ການ​ບັງຄັບ​ບັນ​ຊາ ຜູ້​ຈັດການ​ຈະ​ມອບ​ໝາຍ​ງານ​ໃຫ້ຜູ້​ໃຕ້​ບັງຄັບ​ບັນ​ຊາ​ໃຫ້​ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກງານ ແຕ່ຜູ້​ປະກອບ​ການ​ມັກ​ຕິດ​ກັບ​ດັກ​ຂອງ​ຄວາມ​ເຊື່ອ​ວ່າ​ຕົວ​ເອງ​ເທົ່າ​ນັ້ນ​ທີ່​ຈັດການ​ໄດ້​ທຸກ​ສະຖານນະການດັ່ງ​ນັ້ນ ອຳນາດ​ໝ້າທີ່​ ແລະ ​ຄວາມ​ຮັບ​ຜິດຊອບ​ຈະ​ສະແດງ​ຢູ່ໃນ​ແຜນ​ຜັງ​  ອ​ົງກອນເຮັດໃຫ້​ເກີດສາຍ​ງານ 2 ປະ​ເພດດັ່ງ​ນີ້:

1.ສາຍ​ງານ​ຫຼັກ (Line) ຜູ້​ຈັດການ​ສາຍ​ງານ​ຫຼັກ (Line Managers) ມີ​ອຳນາດ​ໝ້າທີ່​ໃນ​ການຕັດ​ສິນ​ໃຈ​ແລະ​ ມີພະ​ນັກ​ງານ​ລາຍ​ງານ ເຊັ່ນ: ປະ​ທານ​ບໍລິສັດ ຮອງ​ປະ​ທານ​ ຜູ້​ອຳ​ນວຍ​ ຫານ​ງານບຸກ​ຄົນ​ ຫຼື ຫົວ​ໜ້າ​ງານ​ບັນ​ຊີ ເປັນ​ຕົ້ນ ຊຶ່ງ​ຈາກ​ແຜນ​ຜັງ​ອົງກອນ​ເສັ້ນ​ທຶບ​ໃນ​ແນວ​ດິ່ງ​ຈະ​ສະແດງສາຍ​ງານ​ຫຼັກ.

2.ສາຍ​ງານ​ສະໜັບ​ສະໜູນ (Staf) ພະ​ນັກ​ງານ​ສາຍ​ງານ​ສະໜັບ​ສະໜູນ (Staff Personnel) ມີ​ໝ້າທີ່​ໃນການ​ຈັດການ​ເຄື່ອງ​ມື ຄຳ​ແນະ​ນຳ ​ແລະ​ ງານ​ວິ​ໄຈ​ໃຫ້​ກັບ​ສາຍ​ງານ​ຫຼັກ ເຊັ່ນ: ຜູ້​ຊ່ຽວ​ຊານ​ດ້ານກົດໝາຍ ດ້ານ​ການ​ຄວບຄຸມ​ທັງໝົດ​ກິດຈະການ​ ຫຼື ກາ​ນວາງ​ແຜນ​ກົນ​ລະຍຸດເປັນ​ຕົ້ນ ໂດຍ​ເສັ້ນ​ປະ​ໃນແນວ​ນອນ​ສະແດງ​ສາຍ​ງານ​ສະ ໜັບ​ສະໜູນ.

ແຜນຜັງສາຍງານການບັງຄັບບັນຊາ

7.ປະ​ເພດ​ຂອງ​ອຳນາດ​ໝ້າທີ່ ປະກອບ​ດ້ວຍ:

- ແບບ​ທັງໝົດອຳນາດ (Centralized Authority) ເປັນ​ການ​ລວບລວມ​ອຳນາດ​ການ​ຕັດ​ສິນ​ໃຈ​ໄວ້​ທີ່​ຜູ້​ບໍລິຫານລະ​ດັບ​ສູງ​ຂອງ​ອ​ົງກອນ​ເທົ່າ​ນັ້ນ ຈຶ່ງ​ເໝາະ​ກັບ​ການ​ຕັດ​ສິນ​ໃຈ​ເລື່ອງ​ສຳຄັນ​ຂອງ​ຜູ້​ບໍລິຫານ​ລະ​ດັບ​ສູງ​ໃນ​ອ​ງົງກອນສ່ວນ​ໃຫຍ່ ເຊັ່ນ: Kmart ແລະ McDonald's ເພື່ອ​ລົດ​ຄວາມ​ຊ້ຳ​ຊ້ອນ​ຂອງ​ການ​ເຮັດ​ວຽກງານ ເນື່ອງ​ຈາກ​ມີ​ຄົນ​ຮ່ວມໃນ​ການ​ຕັດ​ສິນ​ຈຳນວນ​ນ້ອຍ ຈຶ່ງ​ຄວບ​ຄຸມ​ງານ​ ຫຼື ​ສຳລັບ​ບໍລິສັດ​ຂະໜາດ​ນ້ອຍ​ທີ່​ເຈົ້າ​ຂອງ​ເປັນ​ຜູ້​ຕັດ​ສິນ​ໃຈ
ທັງ​ໝົດ ເຮັດໃຫ້​ພ​ະນັກ​ງານ​ລະ​ດັບ​ລຸມ​ມີ​ໝ້າທີ່​ບໍ່​ມີ​ສ່ວນ​ໃນ​ການ​ຕັດ​ສິນ​ໃຈ​ຕ່າງ​ໆ.

- ແບບ​ກະ​ຈາຍ​ອຳນາດ (Decentralized Authority) ເປັນ​ການ​ກະ​ຈາຍ​ອຳນາດ​ການ​ຕັດ​ສິນ​ໃຈ​ໄປ​ຍັງຜູ້​ບໍລິຫານ​ລະ​ດັບ​ກາງ​ ແລະ​ ລະ​ດັບ​ຕົ້ນ ໃນ​ສ່ວນ​ໃຫຍ່​ຈະ​ເປັນ​ເລື່ອງ​ການ​ຕັດ​ສິນ​ໃຈ​ທີ່​ບໍ່​ສຳຄັນ ເປັນ​ອຳນາດໝ້າທີ່​ທີ່​ຖືກ​ມອບ​ໝາຍ​ໃນ​ອ​ົງກອນ​ທີ່​ຕ້ອງ​ພ້ອມ​ຜະເຊີນ​ກັບ​ສະພາບ​ແວດ​ລ້ອມ ຕົວ​ຢ່າງ​ເຊັ່ນ: ບໍລິສັດ General Motors ແລະ Sears Rochuck.

ใหม่กว่า เก่ากว่า