ການອອກແບບອົງກອນ

 ການອອກແບບອົງກອນ

1.1.ຄວາມໝາຍຂອງການອອກແບບອົງກອນ.

ການ​ອອກ​ແບບ​ອ​ົງກອນ ແມ່ນຂະ​ບວນ​ການ​ຂອງ​ການ​ເລືອກ ແລະ​ ໃຊ້​ໂຄງ​ສ້າງ​ອ​ົງກອນທີ່​ເໝາະ​ສົມ​ເພື່ອຕອບສະໝອງ​ຕໍ່​ພາລະກິດ (Mission) ແລະ ​ເປົ້າ​ໝາຍ (Goals) ຂອງ​ອ​ົງກອນ ເປັນ​ການສ້າງຄວາມ​ກົມ​ກືນ​ໃຫ້​ເກີດ​ຂຶ້ນ​ລະຫວ່າງ​ອົງ​ປະ​ກອບ​ຫຼັກ​ຂອງ​ອ​ົງກອນຊຶ່ງ​ໄດ້​ແກ່ ໂຄງ​ສ້າງ​ອ​ົງກອນງານຄົນ ລະບົບ​ການ​ໃຫ້​ລາງ​ວັນ ແລະ​ການ​ຕັດ​ສິນ​ໃຈ ວັດທະນະທຳ​ອ​ົງກອນ​ທີ່​ບໍ່​ເປັນ​ທາງ​ການ ໃນ​ເລື່ອງ​ຂອງການ​ຈັດ​ ຫຼື ​ອອກ​ແບບ​ໂຄງ​ສ້າງ​ອ​ົງກອນ​ນີ້​ຈະ​ມີ​ຄວາມ​ສຳຄັນ​ຕໍ່​ນັກ​ບໍລິຫານ​ຄ່ອນ​ຂ້າງ​ຫຼາຍ ທັງ​ນີ້​ເພາະການ​ອອກ​ແບບ​ອ​ົງກອນ​ເປັນ​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ຊັບພະຍາກອນ​ ທັງໝົດ​ບຸກ​ຄົນ​ທີ່​ຢູ່​​ພາຍ​ໃນໂຄງ​ສ້າງ​ທີ່​ມີ​ວິທີ​ຄິດ​ ຫຼື ​ປັບ​ປ່ຽນ​ໄດ້​ຫຼາຍ​ແບບ​ແຕກ​ຕ່າງ​ກັນ.

1.2.ຄວາມສຳຄັນຂອງການອອກແບບອົງກອນ.

          ການອອກແບບຂອງອົງກອນນັ້ນ ແມ່ນເປັນສ່ວນປະກອບທີສຳຄັນປະການໝຶ່ງ ຂອງການຈັດການທີມີປະສິດທິພາບ ການອອກແບບອົງກອນມີເຫດຜົນທີສຳຄັນ 4 ປະການດັ່ງຕໍ່ໄປນີ້:

          1.ເມີືອອົງກອນມີຂະໝາດໃຫ່ຍຂຶ້ນ.

          2.ຮູບແບບຂອງອົງກອນຈະແຕກຕ່າງໄປຕ່າງປະເພດຂອງງານທີເຮັດ.

          3.ຮູບແບບອົງກອນຕ້ອງສອດຂ້ອງກັບລັກສະນະກົນລະຍຸດທີ່ເລືອກໃຊ້.

          4.ເມື່ອອົງກອນມີການພັດທະນາທາງດ້ານເທັກໂນໂລຢີ.

1.2.1.ອົງປະກອບພື້ນຖານຂອງການອອກແບບອົງກອນ.

          ໃນການອອກແບບອົງກອນນັ້ນ ຜູ້ອອກແບບຈະຕ້ອງຄຳນຶງເຖິງອົງປະກອບທີ່ສຳຄັນ 5 ປະການ ແລະ ຕ້ອງໃຫ້ອົງປະກອບເຫຼົ່ານີ້ ມີຄວາມສອດຄ່ອງ ແລະ ກົມກືນກັນໃນປະລິມານທີພຽງພໍທີ່ຈະເຮັດໃຫ້ ການປະຕິບັດງານໄດ້ຕາມແຜນກົນລະຍຸດ ທີ່ວາງໄວ້ເປັນທີໝ້າພຶງພໍໃຈ ໂດຍມີລາຍລະອຽດຂອງອົງປະກອບທັ່ງ 5 ດັ່ງຕໍ່ໄປນີ້:

-      ໂຄງສ້າງອົງກອນ (Structure)

-      ງານ (Tasks)

-      ຄົນ (People)

-      ລະບົບການໃຫ້ລາງວັນ ແລະ ການຕັດສິນໃຈ (Decision and Reward Systems)

-      ວັດທະນາທຳ ແລະ ອົງກອນທີ່ບໍ່ເປັນທາງການ (Informal Org, and Culture)

1.ໂຄງສ້າງອົງກອນ (Structure)

ໂຄງ​ສ້າງ​ທີ່​ມີ​ປະ​ສິດ​ທິ​ພາບ​ຈະ​ຕ້ອງ​ ມີການ​ຈັດ​ແບ່ງ​ງານ​ອອກ​ເປັນ​ກຸ່ມ​ຕາມ​ຄວາມຊຳ​ນານ​ສະເພາະ​ຢ່າງ(Specialization) ແລະ ​ການ​ປະ​ສານ​ງານ (Coordination).

2.ງານ (Tasks)

- ກິດຈະກຳ​ຍ່ອຍ​ຕ່າງ​ໆ​ຂອງ​ກົນ​ລະຍຸດ.

- ຕ້ອງມີຄວາມຈະແຈ້ງວ່າໜ້າວຽກແມ່ນ ໜ້າທີ່ສຳຄັນ.

- ວຽກທີ່ສຳຄັນແມ່ນຈຸດໃຈກາງຂອງການສ້າງແບບແຜນການອົງກອນ.

3.ຄົນ (People)

                   - ຄົນທີເຮັດວຽກຢູ່ໃນອົງກອນ ກັບ ຄົນງານໃນອານາຄົດ.

                   - ເປັນການຕັດສິນໃຈກ່ຽວກັບການຈ້າງງານ.

4.ລະບົບການໃຫ້ລາງວັນ ແລະ ການຕັດສິນໃຈ (Decision and Reward Systems)

5.ວັດທະນາທຳ ແລະ ອົງກອນທີ່ບໍ່ເປັນທາງການ (Informal Org, and Culture)

1.3.ຮູບແບບໂຄງສ້າງຂອງອົງກອນ.

ແມ່ນການ​ຕັດ​ສິນ​ໃຈ​ອອກ​ແບບ​ອົງກອນວ່າ​ຈະ​ໃຊ້​ແບບໃດ ທັງ​ນີ້​ຈະ​ນຳ​ຫຼັກ​ການ​ຈັດ​ອ​ົງກອນ​ຕາມ​ແນວ​ຄິດເດີມ​ມາ​ເປັນ​ຫຼັກ​ໃນ​ການ​ຈັດ​ ແມ່ນຫຼັກ​ການ​ແບ່ງງານ​ກັນ​ເຮັດ​ຕາມ​ຄວາມ​ຊຳ​ນານ ຫຼັກ​ການ​ຈັດແຜນ​ກ​ງານ​ຂະໜາດ​ຂອງ​ການ​ຄວບ​ຄຸມ ແລະ ​ຫຼັກ​ການມີ​ຜູ້​ບັງຄັບ​ບັນ​ຊາ​ຄົນ​ດຽວ ການ​ອອກ​ແບບອ​ົງກອນ ​ຫຼື ​ອອກ​ແບບໂຄງສ້າງອົງກອນທີເໝາະສົມກັບປະເທດທຸລະກິດ ແລະ ສະພາບແວດລ້ອມ ຕະຫຼອດຈົນຂະໝາດຂອງອົງກອນຍອມຈະເຮັດໃຫ້ການບໍລິຫານງານເປັນໄປໂດຍລາບລື່ນ ແລະ ບັນລຸເປົ້າໝາຍຂອງອົງກອນ.

ຮູບແບບຂອງອົງກອນອອກແບບ ອົງກອນທີ່ນິຍົມໃຊ້ກັນຢູ່ທົ່ວໄປມີຢູ່ 5 ແບບ ຕໍ່ໄປນີ້:

1.ໂຄງ​ສ້າງ​ອ​ົງກອນ​ແບບ​ງ່າຍ (SIMPLE STRUCTURE)

2.ໂຄງ​ສ້າງ​ອ​ົງກອບ​ແບບ​ແບ່ງ​ງານຕາມ​ໝ້າທີ່ (FUNCTIONAL STRUCTURE)

3.ໂຄງ​ສ້າງ​ຂອງ​ອ​ົງກອນ​ແບບ​ແບ່ງງານ​ເປັນ​ຝ່າຍ (DIVISIONAL STRUCTURE) 

4.ໂຄງ​ສ້າງ​ອ​ົງກອນ​ແບບ SBU (STRATEGIC BUSINESS UNITS)

5.ໂຄງ​ສ້າງ​ອ​ົງກອນ​ແບບ MATRIX (MATRIX ORGANIZATION)  

1.3.1.ໂຄງ​ສ້າງ​ອ​ົງກອນ​ແບບ​ງ່າຍ (SIMPLE STRUCTURE)


1.ຂໍ້ດີ:

                   - ຄວບຄຸມດູແລງ່າຍ.

                   - ຕັດສິນໃຈໄດ້ໄວ.

                   - ບໍ່ມີບັນຫາການປະສານງານ.

                   - ຄວບຄຸມ ແລະ ຈຸງໃຈງ່າຍ.

2.ຂ້ເສຍ:

          - ເຈົ້າຂອງຕ້ອງແບກພາລະໝັກ.

          - ບໍ່ມີການສົ່ງເສີ່ມພະນັກງານ.

1.3.2.ໂຄງ​ສ້າງ​ອ​ົງກອບ​ແບບ​ແບ່ງ​ງານຕາມ​ໝ້າທີ່ (FUNCTIONAL STRUCTURE)


1.ຂໍ້ດີ:

                   - ເກີດຄວາມຊຳນານສະເພາະຢ່າງ.

                   - ຄວບຄຸມອຳນາດໄວ້ທີສ່ວນກາງ.

                   - ສາມາດສົ່ງເສີ່ມ ແລະ ສະໝັບສະໝູນໝ່ວຍງານຫຼັກໄດ້ເຕັມທີ່.

2.ຂໍ້ເສຍ:

                   - ຄວາມຊະນານສະເພາະຢ່າງກໍ່ໃຫ້ເກີດຄວາມເບື່ອໝ່າຍໃນງານທີ່ເຮັດ.

                   - ເກີດບັນຫາຄວາມຂັດແຍ້ງລະຫ່ວາງໝ່ວຍງານ.

                   - ປະສານງານຍາກ.

                   - Line ກັບ Staff  ອາດຂັດແຍ້ງລະຫວ່າງໝ່ວຍງານ.

 

1.3.3.ໂຄງ​ສ້າງ​ຂອງ​ອ​ົງກອນ​ແບບ​ແບ່ງງານ​ເປັນ​ຝ່າຍ (DIVISIONAL STRUCTURE) 

1.ຂໍ້ດີ:

          - ຊີ້ນຳ ແລະ ຕັດສິນໃຈໄວ.

- ຝຶກອົບຮົມຜູ້ບໍລິຫານພະແນກໃຫ້ເປັນນັກວາງແຜນ.

- ຜູ້ບໍລິຫານຂັ້ນສູງມີເວລາໃນການວາງແຜນຍຸດທະສາດສຳລັບສ່ວນລວມ.

2.ຂໍ້ເສຍ:

          - ການແຂ່ງຂັນດ້ານຊັບພະຍາກອນ

- ບັນຫາກ່ຽວກັບຂອບເຂດສິດອຳນາດ

- ນະໂຍບາຍຂອງແຕ່ລະຝ່າຍອາດຈະຂັດແຍ້ງກັນ.

1.3.4.ໂຄງ​ສ້າງ​ອ​ົງກອນ​ແບບ SBU (STRATEGIC BUSINESS UNITS)

 



        1.ຂໍ້ດີ:

                   - ສ້າງການປະສານງານທີ່ດີສຳລັບຜະລິດຕະພັນທີ່ຄ້າຍຄືກັນ.

- ການບໍລິຫານ ແລະ ຄວບຄຸມໄດ້ເຂັ້ມງວດ.

- ຊ່ວຍເຮັດໃຫ້ການວາງແຜນມີຄວາມລະອຽດຂື້ນ.

            2.ຂໍ້ເສຍ:

                   - ຍືດລະບົບຕ່ອງໂສ້ ຄຳສັ່ງ.

- ມີການແຂ່ງຂັນດ້ານຊັບພະຍາກອນຫຼາຍຂື້ນ.

- ສ້າງຄວາມຫຍຸ້ງຍາກໃຫ້ກັບສິດເສລີພາບໃນການເຮັດວຽກຂອງຜູ້ບໍລິຫານກຸ່ມ SBU ກັບຜູ້ບໍລິຫານພະແນກ.

1.3.5.ໂຄງ​ສ້າງ​ອ​ົງກອນ​ແບບ MATRIX (MATRIX ORGANIZATION) 

            1.ຂໍ້ດີ:

                   - ນຳ ໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ຄົບຖ້ວນ.

- ປະກອບສ່ວນສ້າງສັນໃນອົງກອນ.

- ອະນຸຍາດໃຫ້ການຄຸ້ມຄອງຂັ້ນກາງພັດທະນາເຮັດໃຫ້ຕົວທ່ານເອງເປັນນັກວາງແຜນທີ່ດີ.

        2.ຂໍ້ເສຍ:

                   - ກຳມະກອນອາດຈະສັບສົນ ແລະ ເຮັດວຽກຍ້ອນຕ້ອງມີຄວາມຮັບຜິດຊອບຕໍ່ສອງດ້ານຂອງວຽກ.

- ຕ້ອງມີລະບົບການປະສານງານທີ່ດີ.



ປັດໄຈທີມີຜົນກະທົບຕໍ່ການອອກແບບອົງກອນ:

                    1.ສະພາບ​ແວດ​ລ້ອມ (Environment)ນະໂຍບາຍ​ລັດຖະບານ ຄຸນຄ່າ​ຂອງ​ສັງຄົມ​ເສດຖະກິດ ການ​ປ່ຽນ​ແປງ​ດ້ານ​ເທັກ​ໂນ​ໂລ​ຢີ etc.

2.ເທັກ​ໂນ​ໂລ​ຢີ (Technology)

3.ຂະໜາດ​ຂອງ​ອ​ົງກອນ (Size)

          ການອອກແບບອົງກອນໃນອານາຄົດ:

-      ລະ​ດັບ​ຊັ້ນ​ຂອງ​ຜູ້​ບໍລິຫານ​ມີ​ນ້ອຍ​ລົງ

-      ອົງ​ກອນແບບ​ແບນ​ລາບ (Flat Organization)

-      ແຜນ​ກ​ງານ​ມີ​ອິດສະຫລະ​ຫຼາຍ​ຂຶ້ນ

-      ການ​ກະ​ຈາຍ​ອຳນາດ (Decentralized)

-      ແຍກ​ລະບົບ​ງານ​ໃຫ້​ເຮັດວຽກ​ເປັນ​ອິດສະຫລະ

-      ໃຊ້​ຊັບພະຍາກອນ​ຕ່າງ​ໆ​ໂດຍ​ບໍ່​ຈຳ​ກັດ

ใหม่กว่า เก่ากว่า