ພາກທີ 1
ບັນດາບັນຫາພື້ນຖານກ່ຽວກັບການເງິນ
1. ຈົ່ງໃຫ້ນິຍາມ ການເງິນ ແມ່ນຫຍັງ ?
ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂື້ນກັບມາດຕະເກນແບ່ງປັນ, ການປາກົດຕົວ, ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໃຈພາວະວິໃສ.
2. ຄວາມຮູ້ທາງການເງິນ ແລະ ການເງິນ ແມ່ນຫຍັງ ?
ຄວາມຮູ້ທາງການເງິນ:
- ການຫາລາຍໄດ້
- ການໃຊ້ຈ່າຍ
- ການເກັບອອມ
- ການລົງທຶນ
ການເງິນແມ່ນ:
ແມ່ນມາດຕະເກນເສດຖະກິດພາວະວິໃສ, ຂື້ນກັບມາດຕະເກນແບ່ງປັນ, ການປາກົດຕົວ, ຄົງຕົວ ແລະ ພັດທະນາຂອງການເງິນແມ່ນພາຍໃຕ້ການຕັດສິນຊີ້ຂາດຂອງບັນດາປະຖົມປັດໃຈພາວະວິໃສ.
3. ການຕັດສິນຊີ້ຂາດການປະກົດຕົວ, ການຄົງຕົວ, ຂອງບັນດາປະຖົມປັດໄຈພາວະວິໃສມີຫຍັງແດ່ ?
- ການປະກົດຕົວ, ການຄົງຕົວ ແລະ ການພັດທະນາເສດຖະກິດສິນຄ້າ-ເງິນຕາ.
- ການປະກົດຕົວ, ຄົງຕົວ ແລະ ດຳເນີນພາລະບົດບາດຂອງລັດ.
- ບັນດາປະຖົມປັດໄຈທີ່ກ່ຽວມາມີບົດບາດຕ່າງກັນ
- ເສດຖະກິດສິນຄ້າການເງິນ ແມ່ນປັດໃຈພາວະວິໃສ, ມີຄວາມຕົກລົງການປະກົດຕົວ, ຄົງຕົວ, ການພັດທະນາຂອງການເງິນ.
- ລັດແມ່ນປັດໃຈ ທີ່ມີຄວາມໝາຍກຳນົດທິດທາງ, ສ້າງໃຫ້ມີສະພາບແວດລ້ອມ ດັດສົມການພັດທະນາຂອງການເງິນ.
- ການຄົ້ນຄວ້າປະຖົມປັດໃຈດັ່ງກ່າວມີຄວາມໝາຍພຶດຕິກຳທີ່ສຳຄັນ.
- ເພື່ອພັດທະນາການເງິນຕ້ອງມີການຈັດຕັ້ງພັດທະນາເສດຖະກິດ ການຄ້າເງິນຕາສ້າງສະພາບແວດລ້ອມເສດຖະກິດໃຫ້ມີການພັດທະນາ.
- ເພື່ອນຳໃຊ້ການເງິນໃຫ້ມີປະສິດທິຜົນ, ລັດຕ້ອງມີບັນດານະໂຍບາຍ ແລະ ກົນໄກທີ່ສອດຄອງກັບຈຸດພິເສດຂອງແຕ່ລະໄລຍະການພັດທະນາ.
4.ການເງິນມີຈັກພາລະບົດບາດ ? ຄືບົດບາດໃດແດ່ ?
ຕອບ: ມີ 2 ບົດບາດຄື:
- ພາລະບົດບາດແບ່ງປັນຊັບສິນຂອງສັງຄົມພາຍໃຕ້ຮູບການຄຸນຄ່າ.
- ພາລະບົບບາດຕິດຕາມກວດກາດວ້ຍເງິນາທີ່ມີຕໍ່ຂະບວນການເເບ່ງປັນ.
5.ເຈົ້າກຳແບ່ງປັນອາດປະກົດໝຶ່ງໃນບັນດາສະຖານະມີຫຍັງແນ່ ?
- ເຈົ້າກຳມີກຳມະສິດກ່ຽວກັບແຫ່ງການເງິນ
- ເຈົ້າກຳມີກຳມະສິດນຳໃຊ້ແຫ່ງການເງິນ
- ເຈົ້າກຳມີອຳນາດທາງການເມືອງ
- ເຈົ້າກຳຈັດຕັ້ງການພົວພັນຂອງບັນດາຈຸສະມາຊິກສັງຄົມ
6. ເນື້ອແທ້ຂອງການເງິນມີຫຍັງແດ່ ?
- ແມ່ນບັນດາພົວພັນເສດຖະກິດທີ່ເກີດຂຶ້ນໃນຂະບວນວິວັດແບ່ງປັນຊັບສິນສັງຄົມພາຍໃຕ້ຮູບການມູນຄ່າ
- ການແບ່ງປັນບັນດາແຫ່ງການເງິນ
- ສ້າງຕັ້ງ ແລະ ນຳໃຊ້ບັນດາຄັ້ງເງິນຕາໃນການແບ່ງປັນແມ່ນຈຸດພິເສດຂອງການແບ່ງປັນການເງິນ
- ຈຳແນກການເງິນບັນດາມາດຕະເກນອື່ນໆ.
7. ລະບົບການເງິນລວມມີບັນດາຂອດການເງິນຫຍັງແດ່ ?
- ງົບປະມານແຫ່ງລັດ
- ການເງິນວິສາຫະກິດ
- ປະກັນໄພ
- ສິນເຊື່ອ
- ການເງິນຂອງບັນດາອົງການຈັດຕັ້ງສັງຄົມ ແລະ ການເງິນຄອບຄົວ
8. ເນື້ອໃນຂອງນະໂຍບາຍການເງິນແຫ່ງຊາດມີນະໂຍບາຍຫຍັງແດ່ ?
- ນະໂຍບາຍພັດທະນາແຫ່ງກຳລັງການເງິນ
- ນະໂຍບາຍຂຸດຄົ້ນ, ລະດົມແຫ່ງກຳລັງການເງິນ
- ນະໂຍບາຍແບ່ງປັນ ແລະ ນຳໃຊ້ແຫ່ງກຳລັງການເງິນ
9.ນະໂຍບາຍການເງິນ ແມ່ນຫຍັງ ?
ແມ່ນລັດຖະບານ ປ່ຽນແປງລະດັບການໃຊ້ຈ່າຍຂອງຕົນ ເພື່ອກະຕຸ້ນ ຫຼື ຜ່ອນລະດັບການຂະຫຍາຍໂຕຂອງເສດຖະກິດ.
10.ນະໂຍບາຍການເງິນ ປະກອບມີຈັກແບບ ? ຄືແບບໃດແດ່ ?
ຕອບ: ມີ 2 ແບບຄື:
- ແບບຂະຫຍາຍ
- ແບບຮັດກຸມ
11.ນະໂຍບາຍການເງິນແບບຂະຫຍາຍ ແມ່ນແນວໃດ ?
ແມ່ນຈະສົ່ງເສີ່ມການຜະລິດ ແລະ ເຮັດໃຫ້ອັດຕາດອກເບ້ຍສູງຂຶ້ນ.
12.ນະໂຍບາຍການເງິນແບບຮັດກຸມ ແມ່ນແນວໃດ ?
ແມ່ນຈະຜ່ອນລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ຫຼຸດອັດຕາດອກເບ້ຍ.
13.ນະໂຍບາຍເງິນຕາ ແມ່ນຫຍັງ ?
ແມ່ນເພື່ອເຮັດໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດ ພາຍໃຕ້ພາວະລາຄາ ທີ່ມີສະຖຽນນະພາບ ນະໂຍບາຍສາມາດ ປະກອບມີທັງການດັດປັບ ອັດຕາດອກເບ້ຍ ໃດໝຶ່ງໂດຍທາງກົງ ແລະ ທາງອ້ອມ, ກຳນົດອັດຕາບັນດາ ການສະສົມບັງຄັບ, ເປັນຜູ້ໃຫ້ກູ້ລວມທັງການຊື້ຂາຍເງິນຕາຕ່າງປະເທດໃນ ຕະຫຼາດເງິນຕາຕ່າງປະເທດອີກ.
14.ນະໂຍບາຍເງິນຕາ ໂດຍທົ່ວໄປຈະມີຢູ່ຈັກແບບ ? ຄືແບບໃດແດ່ ?
ຕອບ: ມີ 2 ແບບຄື:
- ນະໂຍບາຍເງິນຕາແບບຂະຫຍາຍ
- ນະໂຍບາຍເງິນຕາແບບຮັດກຸມ
15.ນະໂຍບາຍເງິນຕາແບບຂະຫຍາຍ ແມ່ນແນວໃດ ?
ແມ່ນ ການເພີ່ມປະລິມານ ໃນຕະຫຼາດ.
16.ນະໂຍບາຍເງິນຕາແບບຮັດກຸມ ແມ່ນແນວໃດ ?
ແມ່ນ ການຫຼຸດປະລິມານເງິນ ໃນຕະຫຼາດ.
ພາກທີ 2
ງົບປະມານລັດ
1.ຈົ່ງໃຫ້ນິຍາມ ງົບປະມານລັດແມ່ນຫຍັງ ?
ແມ່ນການຄາດຄະເນແຜນລາຍຮັບ - ລາຍຈ່າຍຂອງລັດ ເຊິ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ.
2.ຈຸດພິເສດຂອງງົບປະມານລັດມີຫຍັງແດ່ ?
- ການສ້າງຕັ້ງ ແລະ ນຳໃຊ້ຄັງງົບປະມານລັດຍາມໃດກໍ່ຕິດພັນກັບສິດອຳນາດ ແລະ ການດຳເນີນບັນດາພາລະຂອງລັດຢູ່ສະເໝີ ແລະ ລັດດຳເນີນບົນພື້ນຖານຂອງກົດໝາຍທີ່ແນ່ນອນ.
- ງົບປະມານລັດແມ່ນກວມຜົນປະໂຫຍດລວມ
- ງົບປະມານລັດແມ່ນກວມມີລັກສະນະແບ່ງປັນຄືນເປັນຕົ້ນຕໍ.
- ໃນຖານະແມ່ນຄັງເງິນຕາລວມສູນຂອງລັດ
- ການເຄື່ອນໄຫວຮັບ ແລະ ຈ່າຍງົບປະມານລັດໄດ້ຮັບການດຳເນີນຕາມຫຼັກການບໍ່ສົ່ງຄືນໂດຍກົງເປັນຕົ້ນ.
3.ງົບປະມານລັດມີບົດບາດຫຍັງແດ່ ?
- ຕອບສະໝອງກັບຄວາມຕ້ອງການໃຊ້ຈ່າຍຂອງລັດ ດວ້ຍການລະດົມແຫ່ງການເງິນ ໃນຂອບເຂດກ້ວາງຂວາງທັງພາຍໃນປະເທດ ແລະ ຕ່າງປະເທດ.
- ງົບປະມານລັດແມ່ນເຄື່ອງມືຕົ້ນຕໍ່ໃນການແບ່ງປັນໂດຍກົງ ຫຼື ທາງອ້ອມບັນດາແຫ່ງການເງິນແຫ່ງຊາດ
- ແມ່ນເຄື່ອງມືເພື່ອດັດສົມຕະຫຼາດ, ເຮັດໃຫ້ລາຄາເປັນປົກກະຕິ ແລະ ຈຳກັດເງິນເຟີ້.
- ງົບປະມານລັດແມ່ນເຄື່ອງມືປະສິດທິພາບຂອງລັດເພື່ອດັດແກ້ໃນຂົງເຂດລາຍຮັບ, ປະກອບສ່ວນແກ້ໄຂບັນຫາສັງຄົມ.
- ງົບປະມານລັດມີບົດບາດສຳຄັນໃນການປັບປຸງ, ເພີມທະວີກຳລັງແຮງງານຂອງກົງຈັກລັດ, ປົກປັກຮັກສາປະເທດຊາດ ແລະ ຮັກສາຄວາມສະຫງົບປອດໄພ.
- ງົບປະມານລັດກວດກາການເຄືອນໄຫວການເງິນອື່ນໆ, ຜ່ານການຕິດຕາມກວດກາການປະຕິບັດພັນທະເສຍສ່ວຍສາອາກອນ ແລະ ອື່ນໆໃຫ້ລັດ.
4.ລາຍຮັບງົບປະມານລັດປະກອບມີພາກສວ່ນຕ່າງໆຫຍັງແດ່ ?
- ເນື້ອໃນເສດຖະກິດຂອງລາຍຮັບງົບປະມານລັດ
- ປັດໃຈທີ່ເປັນຜົນສະທ້ອນລາຍຮັບງົບປະມານລັດ
- ຄວາມສຳຄັນຂອງຫງົບປະມານລັດ
- ສວ່ຍສາອາກອນ ແລະ ບັນດາຫຼັກການສ້າງຕັ້ງລະບົບອາກອນ
5.ລາຍຮັບງົບປະມານແບ່ງອອກເປັນຈັກພາກສວ່ນ ? ຄືພາກສ່ວນໃດແດ່ ?
ຕອບ: ມີ 2 ພາກສ່ວນຄື:
- ຈຸລາຍຮັບປົກກະຕິ
- ຈຸລາຍຮັບບໍ່ປົກກະຕິ
6.ລາຍຮັບປົກກະຕິຂອງງົບປະມານລັດມີຫຍັງແດ່ ?
- ສ່ວຍສາອາກອນ
- ຄ່າທຳນຽມ
7.ລາຍຮັບບໍ່ປົກກະຕິຂອງງົບປະມານລັດມີຫຍັງແດ່ ?
- ລວມມີບັນດາລາຍຮັບຈາກການເຄື່ອນໄຫວເສດຖະກິດຂອງລັດ.
- ລາຍຮັບຈາກການເຄື່ອໄຫວວິຊາການ
- ລາຍຮັບຈາກການຂາຍ ຫຼື ໃຫ້ເຊົ້າຊັບສົມບັດທີ່ຂຶ້ນກັບກຳມະສິດລັດ.
- ເງິນລາຍຮັບກ່ຽວກັບການຮວ່ມມືແຮງງານກັບຕ່າງປະເທດ.
8.ງົບປະມານລັດມີຄວາມສຳຄັນຄືແນວໃດ ?
- ຮັບປະກັນການຈ່າຍໃຫ້ການເຄື່ອນໄຫວຂອງກົງຈັກບໍລິຫານລັດ ແລະ ການເຄື່ອນໄຫວຂອງລັດ.
- ລາຍຮັບງົບປະມານລັດສ້າງເປັນແຫ່ງການເງິນ ເພື່ອລົງທຶນພັດທະນາເສດຖະກິດລົງທຶນກໍ່ສ້າງພື້ນຖານໂຄ່ງລ່າງ ແລະ ກິດຈະກຳສາທາລະນະຕ່າງໆ.
- ລາຍຮັບງົບປະມານລັດ ແມ່ນໝຶ່ງໃນຈຳນວນເຄື່ອງມືດັດສົມມະຫາພາກພື້ນຖານເສດຖະກິດຂອງລັດ, ດັດແກ້ອົງປະກອບເສດຖະກິດໃຫ້ສົມເຫດສົມຜົນໃນແຕ່ລະໄລຍະ.
9.ງົບປະມານຂາດດຸນ ແລະ ງົບປະມານເກີນດຸນ ແມ່ນແນວໃດ ?
ງົບປະມານຂາດດຸນແມ່ນ:
ຕົວເລກລວມຍອດລາຍຮັບໝ້ອຍກວ່າຕົວເລກລວມຍອດລາຍຈ່າຍ.
ງົບປະມານເກີນດຸນແມ່ນ:
ຕົວເລກລວມຍອດລາຍຮັບຫຼາຍກວ່າຕົວເລກລວມຍອດລາຍຈ່າຍ.
10.ໂຄງປະກອບຂອງງົບປະມານແຫ່ງລັດປະກອບດວ້ຍຫຍັງແດ່ ?
- ລາຍຮັບງົບປະມານແຫ່ງລັດ
- ລາຍຈ່າຍງົບປະມານແຫ່ງລັດ
- ການດຸນດຽງງົບປະມານແຫ່ງລັດ
11.ຫຼັກການພື້ນຖານຂອງງົບປະມານແຫງລັດມີຈັກຫຼັກ ? ຄືຫຼັກການໃດແດ່ ?
ຕອບ: ມີ 11 ຫຼັກການພື້ນຖານດັ່ງນີ້:
- ການລວມສູນ ແລະ ຄວາມຄົບຖວນ.
- ຄວາມໝັ້ນຄົງຂອງງບປະມານ.
- ຄວາມເປັນເອກະພາບ.
- ການຂາດດຸນງບປະມານແຫງລັດ.
- ການດຸນດຽງງບປະມານແຫງລັດ.
- ປະສິດທິຜົນ ແລະ ຄວາມສາມາດກວດສອບໄດ້.
- ການແບງຄວາມຮັບຜິດຊອບ ກຽວກັບລາຍຮັບ ແລະ ລາຍຈາຍງບປະມານແຫງລັດ ລະຫວາງສູນກາງ ແລະ ທອງຖິ່ນ.
- ການຄຸມຄອງລວມສູນຕາມສາຍຕັ້ງ.
- ການຈັດສັນງບປະມານແຫງລັດ.
- ຄວາມຮັບຜິດຊອບ.
- ຄວາມສະເໝີພາບບົດບາດຍິງ - ຊາຍ.
12.ລາຍຮັບຈາກພາສີ ແລະ ສ່ວຍອາກອນ ທາງກົງ ມີຫຍັງແດ່ ?
- ອາກອນກຳໄລ
- ອາກອນລາຍໄດ້
- ອາກອນມອບເໝົາ
- ອາກອນສິ່ງແວດລ້ອມ
- ຄ່າທຳນຽມ, ຄ່າບໍລິການວິຊາການ
- ລາຍຮັບອື່ນໆ
13.ລາຍຮັບຈາກພາສີ ແລະ ສ່ວຍສາອາກອນ ທາງອ້ອມ ມີຫຍັງແດ່ ?
- ອາກອນມູນຄ່າເພີ່ມ
- ອາກອນຊົມໃຊ້
- ຄ່າພາກຫຼວງ
- ພາສີຂາອອກ - ຂາເຂົ້າ
- ລາຍຮັບອື່ນໆ
14.ລາຍຮັບງົບປະມານແຫ່ງລັດມີຈັກແຫ່ງ ? ຄືແຫ່ງໃດແດ່ ?
ຕອບ: ມີ 4 ແຫ່ງຄື:
- ລາຍຮັບຈາກພາສີ ແລະ ສວ່ຍສາອາກອນ
- ລາຍຮັບບໍ່ແມ່ນ ພາສີ ແລະ ສ່ວຍສາອາກອນ
- ລາຍຮັບຈາກການຊວ່ຍເຫຼື່ອຫຼ້າ
- ລາຍຮັບຈາກການປະກອບສ່ວນຂອງສັງຄົມ
15.ລາຍຮັບບໍ່ແມ່ນ ພາສີ ແລະ ສວ່ຍສາອາກອນ ມີຫຍັງແດ່ ?
- ຄ່າເຊົ່າ
- ຄ່າສຳປະທານ
- ຄ່າບິນຜ່ານ
- ເງິນປັນຜົນ
- ຄ່າສຳຫຼວດ
- ດອກເບ້ຍເງິນກູ້
- ການປັບໃໝ, ການຂາຍ ເຄື່ອງຍຶດ ແລະ ເຄື່ອງຮິບ
- ລາຍຮັບອື່ນໆ
16.ລາຍຮັບຈາກການຊ່ວຍເຫຼື່ອຫຼ້າມີຫຍັງແດ່ ?
- ລາຍຮັບຊ່ວຍເຫຼືອຫຼ້າ ຈາກລັດຖະບານຕ່າງປະເທດ
- ລາຍຮັບຊ່ວຍເຫຼືອຫຼ້າ ຈາກອົງການຈັດຕັ້ງສາກົນ
17.ລະບົບການດຸນດ່ຽງງົບປະມານແຫ່ງລັດມີຈັກກໍລະນີ ? ກໍລະນີໃດແດ່ ?
ຕອບ: ມີ 3 ກໍລະນີຄື:
- ງົບປະມານແຫ່ງລັດ ສົມດຸນ
- ງົບປະມານແຫ່ງລັດ ເກີນດຸນ
- ງົບປະມານແຫ່ງລັດ ຂາດດຸນ
18.ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ໃຫ້ປະຕິບັດມີຫຍັງແດ່ ?
- ຕ້ອງຢູ່ໃນແຜນງົບປະມານປະຈຳປີ
- ຕ້ອງໄດ້ຮັບການອະນຸມັດ
- ຕ້ອງໃຫ້ຖືກຕາມເປົ້າໝາຍລາຍຈ່າຍ
- ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກຳນົດໝາຍການໃຊ້ຈ່າຍ
- ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງການ ຫຼື ໄດ້ມອບສິດ.
19.ການແບ່ງຂັ້ນຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດມີຫຍັງແດ່ ?
- ລາຍຈ່າຍງົບປະມານແຫ່ງລັດຂັ້ນສູນກາງ
- ລາຍຈ່າຍງົບປະມານແຫ່ງລັດຂັ້ນທ້ອງຖິ່ນ
20.ອົງການຄຸ້ມຄອງງົບປະມານແຫ່ງລັດ ປະກອບດວ້ຍ ?
- ກະຊວງການເງິນ
- ພະແນກການເງິນແຂວງ, ນະຄອນຫຼວງ
- ຫ້ອງການການເງິນເມືອງ, ເທດສະບານ, ນະຄອນ
21.ການກວດກາວຽກງານງົບປະມານແຫ່ງລັດ ປະກອບດວ້ຍຈັກຮູບການ ? ຄືຮູບການໃດແດ່ ?
ຕອບ: ມີ 3 ຮູບການຄື:
- ການກວດກາຕາມລະບົບປົກກະຕິ
- ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໝ້າ
- ກວດກາແບບກະທັນຫັນ
22.ລະບົບງົບປະມານລັດ ແມ່ນຫຍັງ ?
ແມ່ນອົງຄະນະພາບຂອງຂັ້ນງົບປະມານຕ່າງໆ, ມັນຜູກພັນຢ່າງສະໝິດແໝ້ນ ໃນຂະບວນວິວັດແຫ່ງການປະຕິບັດໝ້າທີ່ເກັບ ແລະ ຈ່າຍຂອງແຕ່ລະຂັ້ນງົບປະມານ.
23.ຈົ່ງໃຫ້ນິຍາມ ອາກອນ ແມ່ນຫຍັງ ?
ແມ່ນຮູບການປະກອບພັນທະຕາມກົດໝາຍກຳນົດໄວ້ຂອງບັນດານິຕິບຸກຄົນໃຫ້ແກ່ລັດ, ແນ່ໃສ່ຕອບສະໝອງຄວາມຕ້ອງການໃນການໃຊ້ຈ່າຍຂອງລັດ.
24.ສວ່ຍສາອາກອນ ແມ່ນຫຍັງ ?
ແມ່ນພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ, ການດຳເນີນການຜະລິດທຸລະກິດ, ການຊົມໃຊ້ສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ແລະ ຕ່າງປະເທດຊຶ່ງຕ້ອງເສຍອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ.
25.ອາກອນຊົມໃຊ້ ແມ່ນຫຍັງ ?
ແມນ ອາກອນທາງອອມ ທີ່ເກັບຕ່ຳກັບການຈຳໜາຍສິນຄ້ານຳເຂົ້າຈາກຕ່າງປະເທດ ຫຼື ອອກຈາກໂຮງງານພາຍໃນບາງ ປະເພດ. ສ່ວນຫຼາຍຈະແມ່ນສິນຄ້າລາຄາແພງ ຫຼື ທີ່ ມີການຄວບຄຸມ ເຊັ່ນ : ນ້າມັນເຊື້ອໄຟ, ເຫຼົ້າ, ຢາສູບ, ນ້ຳຫອມ, ເຄື່ອງເສີມສວຍ ເປັນຕົ້ນ.
26.ອາກອນມູນຄ່າເພີ່ມ ແມ່ນຫຍັງ ?
ແມ່ນອາກອນທີ່ເກັບຈາກການຊົມໃຊ້ສິນຄ້າ ແລະ ການບໍລິການຢູ່ພາຍໃນປະເທດ ຊຶ່ງມີການເກັບ ແລະ ມອບຢູ່ຫຼາຍຂອດແບບຕ່ອງໂສ້ ໂດຍແມ່ນຜູ້ຊົມໃຊ້ສຸດທ້າຍເປັນຜູ້ຈ່າຍ.
27.ອາກອນມອບເໝົາ ແມ່ນຫຍັງ ?
ແມ່ນອາກອນທາງກົງທີ່ເກັບຈາກບຸກຄົນ, ນິຕິບຸກຄົນ ທີ່ດຳເນີນການຜະລິດທຸລະກິດຂະໝາດນ້ອຍ ທີ່ບໍ່ໄດ້ຢູ່ລະບົບມູນຄ່າເພີ່ມ ຊຶ່ງການມອບເໝົາ ໃຫ້ເສຍອາກອນຕາມສັັນຍາ ລະຫວ່າງຂະແໝງການສວ່ຍສາອາກອນ ແລະ ຜູ້ເສຍອາກອນ ໂດຍບໍກວມເອົາລາຍໄດ້.
28.ອາກອນລາຍໄດ້ ແມ່ນຫຍັງ ?
ແມ່ນ ອາກອນທາງກົງ ຊິ່ງເກັບຈາກກຳໄລຂອງວິສາຫະກິດ ລວມທັງຜູ້ປະກອບອາຊີບອິດສະລະທີ່ດຳເນີນການຜະລິດທຸລະກິດ.
29.ອີງໃສ່ລັກສະນະມອບໂອນຂອງອາກອນແບ່ງອອກມີຈັກປະເພດ ? ຄືປະເພດໃດແດ່ ?
ຕອບ: ມີ 2 ປະເພດຄື:
- ອາກອນຖືກເກັບທາງກົງ
- ອາກອນຖືກເກັບທາງອອ້ມ
30.ຈຸດພິເສດອັນເປັນພື້ນຖານຂອງອາກອນມີຫຍັງແດ່ ?
- ຮູບການລະດົມທີ່ມີລັກສະນະບັງຄັບບົນຫຼັກການທີ່ມີກົດໝາຍກໍານົດ.
- ການປະກອບສວ່ນໂດຍກົງໂດຍບໍ່ຕ້ອງສົ່ງຄືນໃຫ້ຜູ້ເສຍໂດຍກົງ,
- ອາກອນແມ່ນຮູບການປະສວ່ນທີ່ໄດ້ຮັບການກຳນົດໄວ້ກ່ອນ.
- ອາກອນແມ່ນຮູບການແບ່ງປັນຄືນ ແລະ ໄດ້ຮັບມາຈາກທຸກພາກສ່ວນເສດຖະກິດ ແລະ ປະຊາຊົນຊັ້ນຄົນ.
31.ບັນດາປັດໃຈທີ່ສ້າງເປັນປະເພດອາກອນມີຫຍັງແດ່ ?
- ຜູ້ເສຍອາກອນ
- ຜູ້ຖືກເສຍອາກອນ
- ເປົ້າໝາຍທີ່ຖືກເກັບອາກອນ
- ພື້ນຖານເພື່ອຄິດໄລອາກອນ
- ອັດຕາອາກອນ
- ຫົວໝ່ວຍຄິດໄລ່ອາກອນ
- ລາຄາຄິດໄລອາກອນ
- ຈຸດເລີ່ມຕົ້ນເກັບອາກອນ
- ຍົກເວັ້ນ ຫຼື ຫຼຸດຜ່ອນອາກອນ
32.ຫຼັກການສ້າງຕັ້ງລະບົບອາກອນ (ຫຼັກການກຳນົດທິດ) ມີບັນດາຫຼັກການໃດແດ່ ?
- ຫຼັກການເກັບອາກອນຕາມຜົນປະໂຫຍດ
- ຫຼັກການເກັບອາກອນຕາມຄວາມສາມາດ
- ຫຼັກການລະອຽດ
- ຫຼັກການເປັນປົກກະຕິ ແລະ ຍາວນານ
- ຫຼັກການຮັບປະກັນຄວາມຍຸດຕິທຳ
- ຫຼັກການຈະແຈ້ງ, ແນ່ນອນ
- ຫຼັກການງ່າຍດາຍ
33.ເນື້ອໃນຈ່າຍງົບປະມານລັດໃຊ້ຈ່າຍຫຍັງແດ່ ?
- ຈ່າຍໃຫ້ການລົງທຶນພັດທະນາລວມ
- ຈ່າຍໃຫ້ການກໍ່ສ້າງພື້ນຖານໂຄງລ່າງ
- ຈ່າຍໃຫ້ບັນດາໂຄງການ, ຈຸດໝາຍຊາດ, ໂຄງການລັດ
- ຈ່າຍຊວ່ຍໝູນບັນດາວິສາຫະກິດ, ປະກອບສ່ວນຮວ່ມທຸລະກິດ, ຮ່ວມກຸມ
- ຈ່າຍເພີ່ມເຕີມໃຫ້ການສະສົມຂອງລັດ
- ຈ່າຍໃຫ້ວິຊາການເສດຖະກິດ
- ຈ່າຍໃຫ້ສາທາລະນະສຸກ
- ຈ່າຍໃຫ້ການສຶກສາບຳລຸງສ້າງ ແລະ ຄົ້ນຄວ້າວິທະຍາສາດ
- ຈ່າຍໃຫ້ວັດທະນາທຳ, ກິລາກາຍະບໍລິຫານ
- ຈ່າຍກ່ຽວກັບສັງຄົມ
- ຈ່າຍໃຫ້ການຄຸ້ມຄອງລັດ, ພັກ, ອົງການຈັດຕັ້ງມະຫາຊົນ
- ຈ່າຍໃຫ້ການປ້ອງກັນຊາດປ້ອງກັນຄວາມສະຫງົບ
- ຈ່າຍໃຫ້ການຊ່ວຍເຫຼືອ, ຈ່າຍໃຫ້ການກູ້ຢືມ, ຈ່າຍໃຫ້ສົ່ງໝີ້ ແລະ ດອກເບ້ຍ
34.ຫຼັກການຈັດຕັ້ງລະບົບງົບປະມານລັດມີຫຼັກການໃດແດ່ ?
- ຫຼັກການເອກະລາດ, ລວມສູນ, ປະຊາທິປະໄຕ.
- ຫຼັກການຮັບປະກັນລັກສະນະສອດຄ່ອງລະຫວ່າງຂັ້ນງົບປະມານ ແລະ ຂັ້ນອຳນາດປົກຄອງລັດ.
35.ແບ່ງຂັ້ນຄຸ້ມຄອງງົບປະມານລັດແມ່ນຫຍັງ ?
ແມ່ນການແບ່ງຂອບເຂດສິດອຳນາດ, ຄວາມຮັບຜິດຊອບລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການຄຸ້ມຄອງ ແລະ ຊີນຳງົບປະມານລັດ.
36.ເນື້ອໃນແບ່ງຂັ້ນຄຸ້ມຄອງງົບປະມານລັດມີຫຍັງແດ່ ?
- ແກ້ໄຂສາຍພົວພັນສິດອຳນາດລະຫວ່າງອຳນາດການປົກຄອງຂັ້ນຕ່າງໆໃນການປະກາດໃຊ້ບັນນະໂຍບາຍ, ລະບອບລາຍຮັບ, ລາຍຈ່າຍ ແລະ ລະບອບຄຸ້ມຄອງງົບປະມານລັດ.
- ແກ້ໄຂສາຍພົວພັນໃນຂະບວນວິວັດແຫ່ງການປະຕິບັດງົບປະມານ.
37.ການປະຕິບັດງົບປະມານລັດ ແມ່ນປະຕິບັດແນວໃດ ? ເນື້ອໃນລວມມີຫຍັງແດ່ ?
ການປະຕິບັດງົບປະມານລັດແມ່ນ: ການດຳເນີນແຜນງົບປະມານລັດທີ່ໄດ້ຮັບການອະນຸມັດແລ້ວ.
ເນື້ອໃນລວມມີ: ຈັດຕັ້ງການເກັບງົບປະມານລັດ ແລະ ຈັດວາງສະໝອງງົບປະມານລັດໃຫ້ແກ່ຄວາມຕ້ອງການຕ່າງໆ ທີ່ໄດ້ຮັບການອະນຸມັດແລ້ວ.
38.ບັນດາປັດໄຈເປັນຜົນສະທ້ອນເຖິງການຈ່າຍງົບປະມານລັດມີຫຍັງແດ່ ?
- ການພັດທະນາຂອງກຳລັງການຜະລິດ.
- ຄວາມສາມາດສະສົມໃນພື້ນຖານເສດຖະກິດ ປັດໄຈດັ່ງກ່າວສະແດງໃຫ້ເຫັນຄວາມສາມາດ ໃນການຈ່າຍໃຫ້ການລົງທຶນ ພັດທະນາເສດຖະກິດ.
- ຮູບການຈັດຕັ້ງກົງຈັກ ແລະ ໝ້າທີ່ເສດຖະກິດສັງຄົມຊຶ່ງລັດຮັບຜິດຊອບແຕ່ລະໄລຍະ.
39.ຫຼັກການຈ່າຍງົບປະມານລັດມີຫຍັງແດ່ ?
- ຫຼັກການຜູກພັນຢ່າງແໝ້ນເຂົ້າກັບງົບປະມານລັດ.
- ຫຼັກການຮັບປະກັນຄວາມຮຽກຮ້ອງ ໃຫ້ປະຫຍັດ ແລະ ປະສິດທິຜົນ ໃນການຈັດວາງການຈ່າຍງົບປະມານລັດ.
- ຫຼັກການຈ່າຍງົບປະມານລັດເຕົ້າໂຮມມີຈຸດໝັກ.
- ຫຼັກການແບ່ງຂັ້ນຈ່າຍງົບປະມານລັດຕິດພັນກັບໝ້າທີ່ ພັດທະນາເສດຖະກິດສັງຄົມ ຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.
- ຫຼັກການຈັດຕັ້ງການຈ່າຍງົບປະມານໃນການປະສານສົມທົບຢ່າງແໝ້ນແຟ້ນກັບຈຳນວນເງິນຕາ, ດອກເບ້ຍ, ອັດຕາແລກປ່ຽນ ເພື່ອສ້າງເປັນເຄື່ອງມືສັງລວມ.
40.ການຂຶ້ນແຜນງົບປະມານແມ່ນຫຍັງ ?
ແມ່ນ ຂຶ້ນແຜນງົບປະມານລາຍຮັບ ລາຍຈ່າຍ ຂອງງົບປະມານໃນໝຶ່ງປີ. ການຂຶ້ນແຜນງົບປະມານແມ່ນວຽກງານເລີ່ມຕົ້ນໃນຂະບວນວິວັດງົບປະມານເປັນຮູບປະທຳ.
41.ບ່ອນອີງເພື່ອຂຶ້ນແຜນງົບປະມານລັດແມ່ນອີງໃສ່ຫຍັງແດ່ ?
- ອີງໃສ່ທິດທາງ, ແຜນນະໂຍບາຍ, ໝ້າທີ່ພັດທະນາເສດຖະກິດ, ວັດທະນາທຳ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໃນໄລຍະປານກາງ ແລະ ໄລຍະຍາວນານ.
- ອີງໃສ່ບັນດາການໃຊ້ຈ່າຍຂອງແຜນການພັດທະນາເສດຖະກິດ - ສັງຄົມຂອງລັດໃນປີ.
- ອີງໃສ່ລະບົບບັນດານະໂຍບາຍ, ລະບອບ, ອັດຕາກຳນົດລະດັບລາຍຮັບ, ລາຍຈ່າຍຂອງງົບປະມານລັດ.
- ອີງໃສ່ໝາກຜົນຂອງການໄຈ້ແຍກການປະຕິບັດແຜນງົບປະມານໃນໄລຍະກ່ອນເພື່ອເພີ່ມເຕີ່ມບັນດາບົດຮຽນທີ່ຈຳເປັນໃຫ້ການຂຶ້ນແຜນຂອງໄລຍະແຜນການ.
42.ລາຍຈ່າຍງົບປະມານລັດມີຫຍັງແດ່ ?
- ລາຍຈ່າຍບໍລິຫານປົກກະຕິ.
- ລາຍຈ່າຍການລົງທຶນຂອງລັດ.
43.ລາຍຈ່າຍບໍລິຫານປົກກະຕິມີຫຍັງແດ່ ?
- ລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນຕ່າງໆ.
- ເງິນນະໂຍບາຍ ແລະ ເງິນຊ່ວຍໜູນ.
- ລາຍຈ່າຍບໍລິຫານ ແລະ ຊື້ໃໝ່ ຮັບໃຊ້ກົງຈັກລັດ.
- ລາຍຈ່າຍດັດສົມ ແລະ ສົ່ງເສີມ.
44.ລາຍຈ່າຍການລົງທຶນຂອງລັດແມ່ນແນວໃດ ?
ແມ່ນການນຳໃຊ້ທຶນຈາກງົບປະມານແຫ່ງລັດ ລວມມີ ແຫຼ່ງທຶນພາຍໃນ. ການກູ້ຢືມ ແລະ ການຊ່ວຍເຫຼືອລ້າ, ເຂົ້າໃນການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຊື້, ລົງທຶນ ຫຼື ເຂົ້າຮຸ້ນນຳວິສາຫະກິດ, ລາຍຈ່າຍຊື້ຊັບສົມບັດຄົງທີ່ທີ່ມີອາຍຸນໍາໃຊ້ ເກີນໜຶ່ງປີຂຶ້ນໄປ.
45.ການສ້າງແຜນງົບປະມານແຫ່ງລັດປະຈຳປີ ໃຫ້ປະຕິບັດມີຫຍັງແດ່ ?
- ສ້າງບົນພື້ນຖານແຜນການເງິນໄລຍະກາງ, ໄລຍະຍາວ.
- ໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດຖະກິດ ແລະ ແຜນພັດທະນາເສດຖະກິດ- ສັງ ຄົມແຫ່ງຊາດ ໃນແຕ່ລະໄລຍະ ເພື່ອຮັບປະກັນສະຖຽນລະພາບທງດ້ານການເງິນ.
- ປະຕິບັດຫຼັກການລວມສູນປະຊາທິປະໄຕ ດ້ວຍການເຂົ້າຮ່ວມ ຂອງຂະແໜງການທີ່ກ່ຽວຂ້ອງ.
- ເລີ່ມຈາກຫົວນ່ວຍງົບປະມານແຕ່ລະຂັ້ນຂຶ້ນມາຕາມຄຳສັ່ງ, ຕົວເລກຊີ້ນໍາຂອງລັດຖະບານ ແລະ ຄໍາແນະນໍາຂອງກະຊວງການເງິນ.
46.ຫຼັກການແບ່ງຂັ້ນງົບປະມານລັດມີຫຍັງແດ່ ?
- ຫຼັກການແບ່ງຂັ້ນຄຸ້ມຄອງງົບປະມານລັດຕ້ອງໄດ້ການດຳເນີນຄົບຊຸດກັບການແບ່ງຂັ້ນຄຸ້ມຄອງເສດຖະກິດ ແລະ ການຈັດຕັ້ງກົງຈັກບໍລິຫານ.
- ຫຼັກການຮັບປະກັນບົດບາດເປັນຜູ້ຊີ້ນຳຂອງງົບປະມານສູນກາງ ແລະ ຈຸດທີ່ຕັ້ງເປັນເອກກະລາດຂອງງົບປະມານທ້ອງຖິ່ນໃນລະບົບງົບປະມານລັດທີ່ເປັນເອກກະພາບ.
- ຫຼັກການຮັບປະກັນຫຼັກການຍຸດຕິທຳໃນການແບ່ງຂັ້ນຄຸ້ມຄອງງົບປະມານ.
ພາກທີ 3
ການເງິນວິສາຫະກິດ
1.ຈົ່ງໃຫ້ນິຍາມ ການເງິນວິສາຫະກິດແມ່ນຫຍັງ ?
ແມ່ນລະບົບສາຍພົວພັນເສດຖະກິດໃນການແບ່ງປັນບັນດາແຫ່ງການເງິນທີ່ຕິພັນກັບຂະບວນວິວັດສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ ໃນການເຄືອນໄຫວທຸລະກິດຂອງວິສາຫະກິດ, ແນ່ໃສ່ບັນລຸຈຸດໝາຍທີ່ແນ່ນອນ.
2.ການພົວພັນການເງິນຂອງວິສາຫະກິດມີການພົວພັນຫຍັງແດ່ ?
- ການພົວພັນການເງິນລະຫວ່າງວິສາຫະກິດກັບລັດ
- ການພົວພັນການເງິນລະຫວ່າງວິສາຫະກິດກັບນິຕິບຸກຄົນອື່ນໆ
- ການພົວພັນການເງິນພາຍໃນວິສາຫະກິດ.
3.ວິສາຫະກິດ ໝາຍເຖິງຫຍັງ ?
ໝາຍເຖິງ ການຈັດຕັ້ງດຳເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ຊິ່ງປະກອບດວ້ຍຊື່, ທຶນ, ການບໍລິຫານຈັດຕັ້ງ,ສຳນັກງານ ແລະ ໄດ້ຂື້ນທະບຽນວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.
4.ວິສາຫະກິດຢູ່ ສປປ ລາວ ມີຈັກປະເພດ ? ຄືປະເພດໃດແດ່ ?
ຕອບ: ມີ 4 ປະເພດຄື:
- ວິສາຫະກິດເອກະຊົນ
- ວິສາຫະກິດຂອງລັດ
- ວິສາຫະກິດປະສົມ
- ວິສາຫະກິດລວມໝູ່
5.ວິສາຫະກິດເອກກະຊົນ ໝາຍເຖິງຫຍັງ ?
ໝາຍເຖິງ ວິສາຫະກິດທີຖືກສ້າງຕັ້ງໂດຍບຸກຄົນ ຫຼື ນິຕິບຸກຄົນ ເທົ່ານັ້ນ ແລະ ສາມາດເຄື່ອນໄຫວທຸລະກິດຂອງຕົນ ພາຍໃຕ້ຮູບການວິສາຫະກິດທີ່ຖືກຕ້ອງຕາມກົດໝາຍ.
6.ວິສາຫະກິດຂອງລັດ ແມ່ນຫຍັງ ?
ແມ່ນວິສາຫະກິດ ທີ່ລັດໄດ້ສ້າງຕັ້ງຂື້ນ ແລະ ມີທຶນຫຼາຍກວ່າຫ້າສິບສ່ວນຮ້ອຍຂື້ນໄປ ຫຼື ການຫັນວິສາຫະກິດອືນມາເປັນຂອງລັດຕາມການຕົກລົງເປັນເອກະພາບກັນ.
7.ວິສາຫະກິດປະສົມ ໝາຍເຖິງຫຍັງ ?
ໝາຍເຖິງ ວິສາຫະກິດທີ່ສ້າງຕັ້ງ ຂຶ້ນທະບຽນຕາມລະບຽນກົດໝາຍຂອງ ສປປ ລາວ ຊິ່ງມີການດຳເນີນທຸລະກິດ ແລະ ເປັນກຳມະສິດຮວ່ມລະຫວ່າງຜູ້ລົງທຶນຕ່າງປະເທດ ແລະ ຜູ້ລົງທຶນພາຍໃນ.
8.ວິສາຫະກິດສ່ວນບຸນຄົນ ໝາຍເຖິງຫຍັງ ?
ໝາຍເຖິງ ຮູບການວິສາຫະກິດໝຶ່ງ ຊິ່ງບຸກຄົນຜູ້ດຽວເປັນເຈົ້າກຳມະສິດ ວິສາຫະກິດສ່ວນບຸກຄົນ ດຳເນີນທຸລະກິດໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດ ແລະ ຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດທັ້ງໝົດໂດຍບໍ່ຈຳກັດ.
9.ວິສາຫະກິດຮຸ້ນສ່ວນ ໝາຍເຖິງຫຍັງ ?
ໝາຍເຖິງ ຮູບການວິສາຫະກິດໝຶ່ງ ຊິ່ງສ້າງຕັ້ງຂຶ້ນບົນພື້ນຖານສັນຍາຂອງຜູ້ປະກອບທຶນແຕ່ສອງຄົນຂຶ້ນໄປ ເພື່ອນຳເອົາທຶນມາດຳເນີນທຸລະກິດຮ່ວມກັນ ແນ່ໃສ່ແບ່ງປັນຜົນກຳໄລ.
10.ວິສາຫະກິດຮຸ້ນສ່ວນສາມັນ ໝາຍເຖິງຫຍັງ ?
ໝາຍເຖິງ ຮູບແບບວິສາຫະກິດຮຸ້ນສ່ວນໝຶ່ງ ຊິ່ງຂາຮຸ້ນຮວ່ມກັນດຳເນີນທຸລະກິດ ໂດຍອີງໃສ່ຄວາມເຊື່ອໃຈເຊິງກັນ ແລະ ກັນເປັນຕົ້ນຕໍ ແລະ ຂາຮຸ້ນທຸກຄົນຮ່ວມກັນຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດ ໂດຍບໍ່ຈຳກັດ.
11.ວິສາຫະກິດຮຸ້ນສວ່ນຈຳກັດ ໝາຍເຖິງຫຍັງ ?
ໝາຍເຖິງ ຮູບແບບວິສາຫະກິດຮຸ້ນສ່ວນໝຶ່ງ ຊິ່ງຂາຮຸ້ນຈຳນວນໝຶ່ງ ຮັບຜິດຊອບຕໍ່ໝີ້ສິນຂອງວິສາຫະກິດໂດຍບໍ່ຈຳກັດ ເອີ້ນວ່າ: ຂາຮຸ້ນທົ່ວໄປ ແລະ ອີກຈຳນວນໝຶ່ງຮັບຜິດຊອບແບບຈຳກັດ ເອີ້ນວ່າ: ຂາຮຸ້ນຈຳກັດໝີ້ນສິນ.
12.ວິສາຫະກິດປະສົມ ໝາຍເຖິງຫຍັງ ?
ໝາຍເຖິງ ວິສາຫະກິດທີ່ສ້າງຕັ້ງ ຂຶ້ນທະບຽນຕາມລະບຽນກົດໝາຍຂອງ ສປປ ລາວ ຊິ່ງມີການດຳເນີນທຸລະກິດ ແລະ ເປັນກຳມະສິດຮວ່ມລະຫວ່າງຜູ້ລົງທຶນຕ່າງປະເທດ ແລະ ຜູ້ລົງທຶນພາຍໃນ.
13.ວິສາຫະກິດປະກັນໄພ ໝາຍເຖິງຫຍັງ ?
ໝາຍເຖິງ ນິຕິບຸກຄົນທີ່ດໍາເນີນທຸລະກິດປະກັນໄພ ຫຼື ລະດົມການສະສົມທຶນ.
14.ການເງິນວິສາຫະກິດມີບົດບາດຫຍັງແດ່ ?
- ລະດົມທຶນຢ່າງຄົບຖ້ວນ ແລະ ທັນການໃຫ້ແກ້ການເຄື່ອນໄຫວທຸລະກິດຂອງວິສາຫະກິດ.
- ຈັດຕັ້ງການນຳໃຊ້ທຶນຢ່າງປະຍັດ ແລະ ມີປະສິດທິດຜົນ.
- ຊຸກຍູ້ ແລະ ດັດສົມທຸລະກິດ.
- ຕິດຕາມ, ກວດກາການເຄື່ອນໄຫວທຸລະກິດຂອງວິສາຫະກິດຢ່າງແໝ້ນແຟ້ນ.
15.ການເງິນວິສາຫະກິດມີຈຸພິເສດຫຍັງແດ່ ?
- ໃນຂະບວນວິວັດເຄື່ອນໄຫວຂອງການເງິນວິສາຫະກິດ, ການເຄ່ອນໄຫວຂອງທຶນວິສາຫະກິດເຊິງແມ່ນປະເພດຄັງເງິນຕາພິເສດມັນຕິພັນກັບບັນດາປັດໃຈວັດສະດຸ ແລະ ແຮງງານສະເໝີ.
- ທຸກການເຄື່ອນໄຫວຂອງບັນດາແຫຼ່ງການເງິນໃນວິສາຫະກິດຕ່າງແນ່ໃສ່ບັນລຸຈຸດໝາຍທຸລະກິດຂອງວິສາຫະກິດ.
16.ບັນດາເນື້ອໃນຕົ້ນຕໍຂອງການເຄື່ອນໄຫວການເງິນວິສາຫະກິດມີຫຍັງແດ່ ?
- ຄຸ້ມຄອງນຳໃຊ້ທຶນທຸລະກິດຂອງວິສາຫະກິດ.
- ຈ່າຍໃຫ້ການຜະລິດທຸລະກິດ ແລະ ຕີລາຄາຜະລິດຕະພັນຂອງວິສາຫະກິດ.
- ລາຍຮັບທຸລະກິດ ແລະ ກຳໄລຂອງວິສາຫະກິດ.
17.ການຈັດຕັ້ງການເງິນວິສາຫະກິດ ແມ່ນແນວໃດ ?
ແມ່ນການວາງແຜນກຳນົດຍຸດທະສາດກ່ຽວກັບການນຳໃຊ້ການເງິນ ແລະ ລະບົບມາດຕະການ ເພື່ອດຳເນີນຍຸດທະສາດດັ່ງກ່າວ ແນ່ໃສ່ບັດລຸໃຫ້ໄດ້ຈຸດໝາຍທຸລະກິດຂອງວິສາຫະກິດໃນໄລຍະໄດ້ໝຶ່ງທີ່ແນ່ນອນ.
18.ບັນດາປັດໄຈທີ່ເປັນຜົນສະທ້ອນເຖິງການຈັດຕັ້ງການເງິນວິສາຫະກິດປະກອບມີຫຍັງແດ່ ?
- ຮູບການທາງດ້ານກົດໝາຍກ່ຽວກັບການຈັດຕັ້ງການເງິນວິສາຫະກິດ.
- ຈຸດພິເສດເສດຖະກິດ - ເຕັກນິກຂອງຂະແໝງທຸລະກິດ
- ສະພາບແວດລ້ອມທຸລະກິດ.
19.ຫຼັກການຈັດຕັ້ງການເງິນວິສາຫະກິດມີບັນດາຫຼັກການໃດແດ່ ?
- ຫຼັກການເຄົາລົບກົດໝາຍ
- ຫຼັກການໄລລຽງທຸລະກິດ
- ຫຼັກການຮັກສາຄວາມໄວວາງໃຈ
- ຫຼັກການປອດໄພ, ປ້ອງກັນຊາດ, ສະກັດກັ້ນຄວາມສ່ຽງ.
20.ກຳໄລວິສາຫະກິດ ແມ່ນຫຍັງ ?
ແມ່ນຈຳນວນຜິດດ່ຽງລະຫວ່າງລາຍຮັບທຸລະກິດ ແລະ ລາຍຈ່າຍເຊິ່ງວິສາຫະກິດເປັນຜູ້ອອກເພື່ອບັນລຸໃຫ້ໄດ້ລາຍຮັບທຸລະກິດດັ່ງກ່າວຈາກການເຄື່ອນໄຫວຕ່າງໆ ຂອງວິສາຫະກິດ.
21.ກຳໄລຂອງບັນດາວິສາຫະກິດໄດ້ຮັບການແບ່ງປັນຕາມຂັ້ນຕອນມີຫຍັງແດ່ ?
- ເສຍອາກອນລາຍຮັບວິສາຫະກິດໃຫ້ລັດ.
- ທົດແທນການສະຫຼຸດທຶນປີກ່ອນບໍ່ໄດ້ຫັກຈາກກຳໄລກ່ອນອາກອນ.
- ສົ່ງກຳໄລຫຼຸ້ນສ່ວນ, ແບ່ງກຳໄລໃຫ້ບັນດາຜູ້ຮ່ວມມືທີ່ປະກອບທຶນຮ່ວມທຸລະກິດ.
- ສ້າງຄັງໃຊ້ສະເພາະຂອງວິສາຫະກິດເຊັ່ນ: ຄັງສຳຮອງການເງິນ, ຄັງລົງທຶນພັດທະນາ, ຄັງຢ້ອງຍໍ, ລາງວັນ ແລະ ສະວັດດີການ.
ພາກທີ 4
ປະກັນໄພ
1.ຈົ່ງໃຫ້ນິຍາມ ປະກັນໄພ ແມ່ນຫຍັງ ?
ແມ່ນການພົວພັນເສດຖະກິດຕິດພັນກັບຂະບວນວິວັດສ້າງຕັ້ງ, ແບ່ງປັນ ແລະ ນໍາໃຊ້ຄັງປະກັນໄພ, ແນ່ໃສ່ແກ້ໄຂຄວາມສ່ຽງຕ່າງໆ.
2.ປະກັນໄພມີຈັກປະເພດ ? ຄືປະເພດໃດແດ່ ?
ມີ 2 ປະເພດຄື:
- ປະກັນທຸລະກິດ.
- ປະກັນສັງຄົມ.
3.ປະກັນໄພ ໝາຍເຖິງຫຍັງ ?
ໝາຍເຖິງ ສັນຍາທີ່ຈະຈ່າຍເງິນເພື່ອທົດແທນສຳລັບການສູນເສຍບາງຢ່າງທີອາດຈະເກີດຂຶ້ນໃນອານາຄົດ ແລກກັບການຈ່າຍເງິນເປັນເດືອນເປັນງວດ ປະກັນໄພອອກແບບມາເພື່ອປົກປ້ອງຄວາມໝັ້ນຄົງທາງການເງິນຂອງບຸກຄົນ ບໍລິສັດ ຫຼື ອົງການຈັດຕັ້ງໃດໝຶ່ງ ກໍ່ຕາມໃນການເກີດເຫດການທີບໍ່ຄາດຄິດ.
4.ຜູ້ປະກັນໄພ ໝາຍເຖິງຫຍັງ ?
ໝາຍເຖິງ ວິສາຫະກິດທີ່ໄດ້ຮັບອະນຸຍາດຈາກລັດ ໃຫ້ດຳເນີນທຸລະກິດປະກັນໄພຊຶ່ງ ຕົກລົງຈະທົດແທນຄ່າເສຍຫາຍຕາມສັນຍາປະກັນໄພ.
5.ຄວາມສຳຄັນຂອງປະກັນໄພ ມີຫຍັງແດ່ ?
- ຄວາມສຳຄັນຕໍ່ຜູ້ເອົາປະກັນໄພກໍ່ຄືການໃຫ້ຄວາມຄຸ້ມຄອງ ແລະ ເປັນຫຼັກປະກັນຄວາມໝັ້ນຄົງໃນຊີວິດ ແລະ ຊັບສິນໃຫ້ແກ່ຊີວິດຂອງຕົນເອງ ແລະ ຄອບຄົວ.
- ຄວາມສຳຄັນຕໍ່ສັງຄົມຄືເປັນຫຼັກປະກັນຄວາມໝັ້ນຄົງໃຫ້ແກ່ຜູ້ເອົາປະກັນໄພ ແລະ ຊ່ວຍແບ່ງເບົາພາລະຂອງສັງຄົມເຮັດໃຫ້ເກີດຄວາມໝັ້ນໃຈ ຫາກເກີດອຸບັດຕິເຫດ ແລະ ຄວາມເສຍຫາຍເກີດຂຶ້ນ ຜູ້ປະສົບໄພກໍ່ຈະໄດ້ຮັບເງິນຊົດເຊີຍທົດແທນຄວາມເສຍຫາຍ.
- ຄວາມສຳຄັນຕໍ່ກັບເສດຖະກິດ ເງິນໄດ້ມາຈາກການເກັບເບັ້ຍປະກັນໄພ ເປັນແຫ່ງເງິນທຶນທີ່ສຳຄັນແຫ່ງໝຶ່ງຂອງປະເທດໃນການກູ້ຢືມມາລົງທຶນເຮັດທຸລະກິດ ຫຼື ຂາຍທຸລະກິດໃຫ້ມີຄວາມຈະເລີນກ້າວໝ້າສຳລັບທຸລະກິດທີເຮັດປະກັນໄພຈະໄດ້ຄວາມຄຸ້ມຄອງໃນຊັບສິນທີ່ໄດ້ເຮັດປະກັນໄພໄວ້ເຮັດໃຫ້ເກີດຄວາມໝັ້ນຄົງໃນກິດຈະການ.
6.ໝ້າທີຂອງຜູ້ເອົາປະກັນໄພ ແມ່ນແນວໃດ ?
- ໝ້າທີ່ເປີດເຜີຍຂໍມູນຄວາມຈິງ
- ໝ້າທີ່ບອກກ່າວເລື່ອງລາວການເກີດອຸບັດຕິເຫດຕ່າງໆ
- ໝ້າທີ່ປ້ອງກັນຮັກສາຊັບສິນທີ່ເຮົາເອົາປະກັນໄພ
- ໝ້າທີ່ໃນການຊຳລະຄ່າເບັ້ຍປະກັນໄພ
7.ຜູ້ກ່ຽວຂ້ອງໃນສັນຍາປະກັນໄພ ມີໃຜແດ່ ?
- ຜູ້ເອົາປະກັນ
- ຜູ້ຮັບປະກັນ
- ຜູ້ຮັບຜົນປະໂຫດປະກັນໄພ
8.ຜົນປະໂຫຍດຂອງປະກັນໄພມີຫຍັງແດ່ ?
- ຜົນປະໂຫຍດຕໍ່ຜູ້ເອົາປະກັນໄພ
- ຜົນປະໂຫຍດຕໍ່ທຸລະກິດ
- ຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ
9.ປະກັນໄພມີບົດບາດທີ່ສຳຄັນຫຍັງແດ່ ?
- ປະກັນໄພປະກອບສ່ວນເຂົ້າໃນການຮັກສາທຶນຜະລິດທຸລະກິດບໍ່ໃຫ້ຕົກເຫຍເສດຫາຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ເຂົ້າຮວ່ມການປະກັນໄພເປັນປົກກະຕິ.
- ປະກັນໄພປະກອບສວ່ນເຂົ້າໃນການປ້ອງກັນ, ຫຼີກລຽ້ງ, ຈຳກັດຄວາມເສຍຫາຍ, ຮັບປະກັນຄວາມປອດໄພໃຫ້ການຜະລິດ ແລະ ຊີວິດການເປັນຢູ່.
- ປະກັນໄພປະກອບສ່ວນເຂົ້າໃນການສະໝອງທຶນໃຫ້ການພັດທະນາເສດຖະກິດສັງຄົມ.
10. ບັນດາຫຼັກການຄຸ້ມຄອງປະກັນໄພມີບັນດາຫຼັກການໃດແດ່ ?
- ຫຼັກການເລືອກເຟັ້ນຄວາມສ່ຽງຖີຖ້ວນຂອງບັນດາອົງການຈັດຕັ້ງ.
- ຫຼັກການກຳນົມຄ່າທຳນຽມປະກັນໄພປະກັນໄພຕ້ອງອີງໃສບົນພື້ນຖານ ລາຄາ ຂອງຄວາມສ່ຽງຕ່າງໆ.
- ຫຼັກການລະມັດລະວັງອົງການປະກັນໄພແມ່ນລູກໝີ້ຂອງຜູ້ປະກັນໄພ ແລະ ບັນຫາຄວາມປອດໄພການເງິນຂອງອົງການປະກັນໄພເວລາໄດ້ກໍ່ຖືກຈັດວາງອັນດັບຕົ້ນ.
- ຫຼັກການເອົາຈຳນວນຫຼາຍທົດແທນຈຳນວນໝອ້ຍ.
11. ເງິນມັດຈຳ ແມ່ນຫຍັງ ?
ແມ່ນບັນດາວິສາຫະກິດປະກັນໄພຕ້ອງມີເງິນມັດຈໍາຢູ່ນຳທະນາຄານ ແລະ ໄດ້ຊົມໃຊ້ດອກເບ້ຍຂອງຈຳນວນເງິນມັດຈຳ. ໃນກໍລະນີມີຄວາມຍຸ້ງຢາກ ກ່ຽວກັບຄວາມສາມາດໃນການຊຳລະ, ວິສາຫະກິດປະກັນໄພໄດ້ຮັບການນຳໃຊ້ຈຳນວນເງິນ ມັດຈຳຊົ່ວຄາວ ແລະ ຕ້ອງສົ່ງຄືນໃນໄລຍະເວລາ 90 ວັນຄືນັບແຕ່ມື້ນຳໃຊ້ມັນ.
12. ປະກັນສັງຄົມ ແມ່ນຫຍັງ ?
ແມ່ນການພົວພັນເສດຖະກິດ ຕິພັນກັບຂະບວນວິວັດສ້າງຕັ້ງຄັງປະສົມໂດຍ ມີການປະກອບຂອງຜູ້ນຳໃຊ້ແຮງງານ ແລະ ແຮງງານຕາມການກຳນົດຂອງກົດໝາຍ ນຳໃຊ້ຄັງດັ່ງກ່າວເພື່ອຈ່າຍ, ແນ່ໃສ່ຕອບສະໝອງສິດຜົນປະໂຫຍດທາງດ້ານວັດຖຸໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວຂອງເຂົາເຈົ້າເມື່ອພໍ້ກັບເຫດການທີ່ເຮັດໃຫ້ຫຼຸດຜ່ອນ ຫຼື ບໍ່ມີຄວາມມາດຊຳລະຈາກລາຍຮັບທີ່ມາຈາກການອອກແຮງງານ.
13. ປະກັນທຸລະກິດແມ່ນຫຍັງ ?
ແມ່ນແບບວິທີ່ເຄືອນໄຫວທຸລະກິດ ຂອງບັນດາອົງການປະກັນໄພ ແນ່ໃສ່ຈຸດປະສົງຊອກຫາກຳໄລບົນພື້ນຖານລະດົມແຫຼ່ງກຳລັງຄວາມສາມາດ, ຜ່ານການປະກອບຂອງຜູ້ເຂົ້າຮ່ວມປະກັນໄພເພື່ອສ້າງຄັງປະກັນໄພ, ແບ່ງປັນ ແລະ ນຳໃຊ້ມັນເພື່ອສົ່ງເງິນ ແລະ ທົດແທນຄວາມເສຍຫາຍໃຫ້ບັນດາເປົ້າໝາຍ ທີ່ໄດ້ຮັບການປະກັນໄພເມື່ອເຫດການປະກັນໄພເກີດຂື້ນ.
ພາກທີ 5:
ສິນເຊື່ອ
1. ຈົ່ງໃຫ້ນິຍາມ ສິນເຊືອ ແມ່ນຫຍັງ ?
ສິນເຊື່ອ ແມ່ນການພົວພັນເສດຖະກິດ ຕິດພັນກັບການໃຫ້ກູ້ຢືມລະຫວ່າງ ບຸກຄົນທັງສອງຝ່າຍຕົກລົງກັນລະຫວ່າງຜູ້ກູ້ ແລະ ຜູ້ໃຫ້ກູ້ ສັນຍາວ່າຈະຈ່າຍຄືນທັງຕົ້ນທຶນ ແລະ ດອກເບ້ຍເມືອຮອດຄົບກຳນົດ.
2. ຈຸດພິເສດຂອງສິນເຊື່ອມີຫຍັງແດ່ ?
- ສິນເຊື່ຶອມີລັກສະນະສົ່ງຄືນ
- ຜູ້ໄປກູ້ຢືມບໍ່ມີສິດຖືກໍາມະສິດເງິນກູ້
- ມີແຕ່ສິດນໍາໃຊ້ແຫຼ່ງທຶນໃນໄລຍະທີ່ແນ່ນອນ
- ຕ້ອງສົ່ງທຶນດັ່ງກ່າວຄືນໃຫ້ຜູ້ທີ່ໃຫ້ກູ້ຢືມ
- ໄລຍະເວລາສົ່ງຄືນສິນເຊື່ອແມ່ນຂຶ້ນກັບຈຸດປະສົ່ງ ແລະ ຈຸດພິເສດໝູນວຽນຂອງເງິນກູ້.
3. ໝ້າທີຂອງສິນເຊື່ອ ມີຫຍັງແດ່ ?
- ແຈກຢາຍເງິນທຶນ
- ກຳນົດອັດຕາດອກເບ້ຍ
- ສ້າງທະນະບັດ
4. ບົດບາດຂອງສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີຫຍັງແດ່ ?
- ສິນເຊື່ອປະກອບສວ່ນຮັບປະກັນວິວັດຜະລິດທຸລະກິດເຄື່ອນໄຫວປະຈຳ ແລະ ລຽນຕິດ.
- ສິນເຊື່ອປະກອບສວ່ນເຂົ້າໃນການສຸມທຶນຊຸກຍູ້ການຜະລິດການເຄື່ອນໄຫວຂອງລະບົບສິນເຊື່ອມີຄວາມໄວ້ວາງໃຈພຽງພໍເພາະມີລັກສະນະຫັນເປັນວິຊາຊະເພາະຫຼຸດຜ່ອນຄວາມສ່ຽງບຸກຄົນຂອງບັນດາເຈົ້າກຳທີ່ມີແຫ່ງທຶນສະສົມ.
- ສິນເຊື່ອປະກອບສວ່ນດັດແກ້, ສະຖຽນລະພາບ ແລະ ຈະເລີນເຕີບໂຕເສດຖະກິດ.
- ສິນເຊື່ອປະກອບສວ່ນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະຕິບັດບັນດານະໂຍບາຍສັງຄົມຂອງລັດ
- ສິນເຊື່ອປະກອບສວ່ນເປີດກ້ວາງການຮວ່ມມືສາກົນ.
5. ບັນດາຮູບການສິນເຊື່ອໃນພື້ນຖານເສດຖະກິດຕະຫຼາດມີບັນດາສິນເຊື່ອຫຍັງແດ່ ?
- ສິນເຊື່ອທະນາຄານ
- ສິນເຊື່ອການຄ້າ
- ສິນເຊື່ອລັດ
- ສິນເຊື່ອເຊົ່າຊື້
- ສິນເຊື່ອໃຊ້ສອຍ
- ສິນເຊື່ອສາກົນ
6. ສິນເຊື່ອທະນາຄານ ແມ່ນຫຍັງ ?
ແມ່ນການພົວພັນກູ້ຢືມທຶນເງິນຕາທີ່ເກີດຂຶ້ນລະຫວ່າງ ບັນດາທະນາຄານ ກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.
7. ຈຸດພິເສດຂອງສິນເຊື່ອທະນາຄານມີຫຍັງແດ່ ?
- ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮບການເງິນຕາ.
- ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.
8. ສິນເຊື່ອທະນາຄານແມ່ນຫຍັງ ? ມີຈຸດພິເສດຫຍັງແດ່ ?
- ສິນເຊື່ອທະນາຄານແມ່ນ:
ແມ່ນການພົວພັນກູ້ຢືມທຶນເງິນຕາທີ່ເກີດຂຶ້ນລະຫວ່າງ ບັນດາທະນາຄານ ກັບບັນດາເຈົ້າກຳເສດຖະກິດໃນພື້ນຖານເສດຖະກິດຕາມຫຼັກການຂອງສິນເຊື່ອ.
- ຈຸດພິເສດ:
- ສິນເຊື່ອທະນາຄານລະດົມທຶນ ແລະ ໃຫ້ກູ້ຢືມລວ້ນແຕ່ປະຕິບັດພາຍໃນຮບການເງິນຕາ.
- ໃນສິນເຊື່ອທະນາຄານ, ບັນດາທະນາຄານສວມບົດບາດສຳຄັນ, ແມ່ນອົງການລະຫວ່າງກາງໃນຂະບວນວິວັດລະດົມທຶນ ແລະ ໃຫ້ກູ້ຢືມ.
9. ຈຸດດີ ແລະ ຄວາມຈຳກັດຂອງສິນເຊື່ອທະນາຄານມີຫຍັງແດ່ ?
- ກ່ຽວກັບຈຳນວນສິນເຊື່ອ
- ກ່ຽວກັບກຳນົດເວລາສິນເຊື່ອ
- ກ່ຽວກັບກັບຂອບເສດສິນເຊື່ອ
- ການຈຳກັດຂອງສິນເຊື່ອທະນາຄານ
10. ທະນາຄານ ທຸລະກິດ ແມ່ນຫຍັງ ?
ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທ, ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ, ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.
11. ທຸລະກິດທະນາຄານ ແມ່ນຫຍັງ ?
ໝາຍເຖິງ ທຸຸລະກິດເງິນຕາ ໂດຍຖືເອົາການລະດົມທຶນເງິນຝາກ ແລະ ການນໍາໃຊ້ແຫຼ່ງທືນທີ່ລະດົມໄດ້ເພືອສະໝອງສິນເຊື່ອ, ຊື້ຂາຍເງິນຕາຕ່າງປະເທດໃຫ້ບໍລິການຊຳລະ ແລະ ລົງທຶນ.
12. ສິນເຊື່ອການຄ້າ ແມ່ນຫຍັງ ?
ແມ່ນ ພົວພັນນຳໃຊ້ທຶນເຊິງກັນ ແລະ ກັນລະຫວ່າງຜູ້ຜະລິດທຸລະກິດທີ່ໄດ້ຮັບການປະຕິບັດພາຍໃຕ້ຮູບການຊື້ ແລະ ຂາຍໝີ້ສິນຄ້າ.
13. ສິນເຊື່ອການຄ້າ ມີຈຸດພິເສດຫຍັງແດ່ ?
- ເປົ້າໝາຍຂອງສິນເຊື່ອການຄ້າ
- ເຈົ້າກຳທີ່ເຂົ້າຮວ່ມສິນເຊື່ອການຄ້າ
- ເຄືອງມືຂອງສິນເຊື່ອການຄ້າ
14. ສິນເຊື່ອລັດ ແມ່ນຫຍັງ ?
ແມ່ນການພົວພັນສິນເຊື່ອລະຫວ່າງລັດກັບປະຊາຊົນ ແລະ ບັນດາເຈົ້າກໍາເສດຖະກິດອື່ນ ເພື່ອຮັບປະກັນການປະຕິບັດພາລະ, ໝ້າທີ່ຂອງລັດໃນການຄຸ້ມຄອງເສດຖະກິດສັງຄົມ.
15. ສິນເຊື່ອລັດ ມີຈຸດພິເສດຫຍັງແດ່ ?
- ເປົ້າໝາຍສິນເຊື່ອລັດ ແມ່ນເງິນຕາຢູ່ຫຼ້າຊົ່ວຄາວໃນສັງຄົມ.
- ລັດທັງແມ່ນຜູ້ໄປກູ້ຢືມ ແລະ ໃຫ້ກູ້ຢືມໃນນັ້ນຕົ້ນຕໍແມ່ນລັດເປັນຜູ້ກູ້ຢືມ, ໃນສະພາບທີ່ການຈ່າຍເກີນງົບປະມານ ຫຼື ຕ້ອງການທຶນໄປລົງທຶນ.
16. ສິນເຊື່ອເຊົ່າຊື້ ແມ່ນຫຍັງ ?
ແມ່ນ ການພົວພັນສິນເຊື່ອທີ່ເກີດຂຶ້ນລະຫວ່າງບໍລິສັດການເງິນ (ບໍລິສັດໃຫ້ເຊົ່າການເງິນ) ກັນຜູ້ຜະລິດທຸລະກິດພາຍໃຕ້ໃຫ້ເຊົ່າການເງິນ.
17. ບໍລິສັດການເງິນ ແມ່ນຫຍັງ ?
ບັນດາສື່ກາງທາງດ້ານການເງິນເຫຼົ່ານີ້ ລະດົມທຶນດ້ວຍການຈໍາໜ່າຍຮຸ້ນ, ພັນທະບັດຫຼືໃບຢັ້ງຢືນທາງການຄ້າ. ບັນດາບໍລິສັດການເງິນສະໜອງບັນດາສິນເຊື່ອໃນຮູບແບບຕ່າງໆໃນໄລຍະກາງ ແລະ ໄລຍະຍາວເປັນຕົ້ນຕໍ. ຕົວຢ່າງ: ໃຫ້ກູ້ຢືມແກ່ການໃຊ້ສອຍ ຊື້ສິ່ງຂອງທີ່ຕົນຕ້ອງການ: ລົດ, ສ້ອມແປງທີ່ຢູ່ອາໄສ ຫຼື ໃຫ້ກູ້ແກ່ຫົວໜ່ວຍທຸລະກິດຂະໜາດນ້ອຍ, ນອກນີ້ບັນດາບໍລິສັດການເງິນຍັງໄດ້ດໍາເນີນການບໍລິການທາງດ້ານການຈໍານໍາ, ເກັບຮັກສາ ແລະ ຄຸ້ມຄອງບັນດາຫຼັກຊັບ ແລະ ວັດຖຸມີຄ່າຊະນິດຕ່າງໆ.
18. ການເຊົ່າຊື້ ແມ່ນຫຍັງ ?
ການດໍາເນີນທຸລະກິດທາງດ້ານການໃຫ້ ສິນເຊື່ອໄລຍະຍາວບົນພື້ນຖານສັນຍາການເຊົ່າຊື້ ຊັບສິນລະຫວ່າງຜູ້ໃຫ້ເຊົ່າ ແມ່ນ ບໍລິສັດການເງິນ ແລະ ລູກຄ້າເຊິ່ງເປັນຜູ້ເຊົ່າຊື້ໃນເມື່ອໝົດໄລຍະເວລາໃນການເຊົ່າ ລູກຄ້າຈະຊື້ ຫຼື ມີການເຊົ່າຕໍ່ຕາມເງື່ອນໄຂທີ່ໄດ້ຕົກລົງກັນໄວ້ໃນສັນຍາເຊົ່າຊື້ໃນເບື້ອງຕົ້ນ, ໃນຊວ່ງໄລຍະການໃຫ້ເຊົ່າຝ່າຍໃດຝ່າຍໜຶ່ງບໍ່ສາມາດລົບລ້າງສັນຍາໄດ້ດ້ວຍຕົນເອງ.
19. ສິນເຊື່ອໃຊ້ສ່ອຍ ແມ່ນຫຍັງ ?
ແມ່ນການພົວພັນລະຫວ່າງບໍລິສັດການເງິນກັບຜູ້ໃຊ້ສອຍເພື່ອຕອບສະໝອງກັບຄວາມຕ້ອງການໃຊ້ສອຍ.
20. ສິນເຊື່ອສາກົນ ແມ່ນຫຍັງ ?
ແມ່ນການພົວພັນເສດຖະກິດທີ່ເກີດຂື້ນລະຫວ່າງບັນດາເຈົ້າກຳຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເມດອື່ນ ແລະ ກັບບັນດາອົງການສາກົນເມື່ອໃຫ້ກູ້ຢືມ ຫຼື ສົ່ງໝີ້ເງິນກູ້ຕາມຫຼັກການຂອງສິນເຊື່ອ.
21. ກຳໄລສິນເຊື່ອ ແລະ ດອກເບ້ຍຂອງສິນເຊື່ອແມ່ນແນວໃດ ?
- ກຳໄລສິນເຊື່ອ:ແມ່ນລາຍຮັບຊຶ່ງ ຜູ້ໃຫ້ຢືມ ໄດ້ຮັບຈາກ ຜູ້ໄປຢືມສົ່ງຄືນ ໃຫ້ແກ່ການນຳໃຊ້ເງິນໄປກູ້ຢືມ.
- ດອກເບ້ຍສິນເຊື່ອ:ແມ່ນ ລາຄາ ຂອງສິນເຊື່ອ.
ພາກທີ 6
ຕະຫຼາດການເງິນ
1. ຕະຫຼາດການເງິນ ແມ່ນຫຍັງ ?
ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.
2. ຕະຫຼາດການເງິນມີຈັກປະເພດ ? ຄືປະເພດໃດແດ່ ? ( ໃຫ້ອະທິບາຍແຕ່ລະປະເພດ)
ມີ 2 ປະເພດຄື:
- ຕະຫຼາດເງິນແມ່ນ:ແມ່ນ ເປັນຕະຫຼາດຂອງການກູ້ຢືມ ຫຼື ຈັດຫາເງິນທຶນໄລຍະສັ້ນທີ່ມີອານຸການບໍ່ເກີນ 1 ປີ.
- ຕະຫຼາດທຶນແມ່ນ:ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.
3. ຕະຫຼາດການເງິນມີຈຸດພິເສດຫຍັງແດ່ ?
- ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
- ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
- ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.
4. ໝ້າທີຂອງຕະຫຼາດການເງິນມີຫຍັງແດ່ ?
- ເປັນສື່ກາງທາງດ້ານການເງິນ
- ສະໝັບສະໝູນການລະດົມທຶນໃຫ້ແກ່ຫົວໝ່ວຍທຸລະກິດ.
- ຊວ່ຍສະໝັບສະໝູນທາງດ້ານການອອມ ແລະ ການລົງທຶນ.
5. ບົດບາດຂອງຕະຫຼາດການເງິນມີຫຍັງແດ່ ?
- ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ
- ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ
- ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ
- ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ
- ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ
6. ບົດບາດຂອງລັດໃນຕະຫຼາດການເງິນ ແມ່ນຫຍັງ ?
ແມ່ນ ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.
7. ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດການເງິນມີຫຍັງແດ່ ?
- ເປົ້າໝາຍຂອງຕະຫຼາດການເງິນ: ເປົ້າໝາຍຊື້ຂາຍໃນຕະຫຼາດການເງິນ ແມ່ນສິດນໍາໃຊ້ບັນດາແຫ່ງການເງິນ.
- ເຄື່ອງມືຂອງຕະຫຼາດການເງິນ.
- ຫຼັກຊັບ
- ພັນທະບັດ
- ຮຸ້ນ
8. ຫຼັກຊັບ ແມ່ນຫຍັງ ? ຫຼັກຊັບແບ່ງອອກເປັນຈັກປະເພດ ? ຄືປະເພດໃດແດ່ ?
- ຫຼັກຊັບແມ່ນ: ແມ່ນ ໝັງສືໃຊ້ເປັນຫຼັກຖານເພື່ອຍືນຍັນສິດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກໍາມະສິດໝັງສືດັ່ງກ່າວກັບຜູ້ຈຳໝ່າຍຫຼັກຊັບ.
- ຫຼັກຊັບມີ 3 ປະເພດຄື:
- ຫຼັກຊັບໄລຍະສັ້ນ.
- ຫຼັກຊັບໄລຍະກາງ
- ຫຼັກຊັບໄລຍະຍາວ.
9. ຜູ້ຈຳໝ່າຍຫຼັກຊັບມີຜົນປະໂຫຍດຫຍັງແດ່ ?
- ຫຼັກຊັບ ແມ່ນພາຫະນະລະດົມ ແລະ ເຕົ້າໂຮມແຫ່ງການເງິນທີ່ມີຕໍ່ບັນດາເຈົ້າກຳມີແຫ່ງການເງິນ.
- ຫຼັກຊັບ ແມ່ນພາຫະນະລົງທຶນເພື່ອເກັບກຳລາຍຮັບເຈົ້າກຳມີແຫ່ງການເງິນເຫຼືອ.
- ຫຼັກຊັບ ແມ່ນພາຫະນະເພື່ອແບ່ງປັນແຫ່ງການເງິນລະຫວ່າງຂົງເຂດຕ່າງໆ ແລະ ບັນດາຂະແໝງໃນພື້ນຖານເສດຖະກິດ.
10. ຫຼັກຊັບນິລະນາມ ແລະ ຫຼັກຊັບຂຽນຊື່ ແມ່ນແນວໃດ ?
- ຫຼັກຊັບນິລະນາມແມ່ນ: ແມ່ນ ປະເພດຫຼັກຊັບບໍ່ຂຽນຊື່ນາມສະກຸນຂອງເຈົ້າກໍາມະສິດຫຼັກຊັບ.
- ຫຼັກຊັບຂຽນຊື່ແມ່ນ: ແມ່ນ ປະເພດຫຼັກຊັບມີການຈົດຊື່ນາມສະກຸນເຈົ້າຂອງກຳມະສິດຫຼັກຊັບ.
11. ແບ່ງປະເພດຕະຫຼາດການເງິນປະກອບດວ້ຍມີຄື ?
- ອີງໃສ່ການໝູນວຽນບັນດາແຫ່ງການເງິນ
- ອີງໃສລັກສະນະກົດໝາຍ, ຕະຫຼາດການເງິນແບ່ງອອກເປັນສອງພາກສວ່ນ.
- ອີງໃສ່ໄລຍະເວລານຳໃຊ້ແຫ່ງການເງິນທີ່ລະດົມໄດ້
12. ພາລະ ແລະ ບົດບາດຂອງຕະຫຼາດການເງິນ ມີຫຍັງແດ່ ?
- ພາລະ:
- ພາລະສະໝອງຄວາມສາມາດຊຳລະບ້ວງເງິນໃຫ້ບັນດາຫຼັກຊັບ.
- ພາລະສະໝອງຂໍ້ມູນເສດຖະກິດ ແລະ ຕີລາຄາຄຸນຄ່າວິສາຫະກິດ.
- ບົດບາດ:
- ດຶງດູດ, ລະດົມທຶນແຫ່ງທຶນຢູ່ພາຍໃນປະເທດ, ປະກອບສວ່ນສຳຄັນຊວ່ຍເຫຼື່ອການເງິນໃຫ້ຄວາມຕ້ອງການພັດທະນາເສດຖະກິດສັງຄົມ, ສົ່ງເສີມປະຫຍັດ ແລະ ລົງທຶນ.
- ຊຸກຍູ້ ແລະ ຍົກສູງປະສິດທິຜົນໃນການນຳໃຊ້ແຫ່ງການເງິນ.
- ປະຕິບັດນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາຂອງລັດ.
13. ຕະຫຼາດເງິນຕາ ແມ່ນຫຍັງ ?
ແມ່ນ ເປັນຕະຫຼາດຂອງການກູ້ຢືມ ຫຼື ຈັດຫາເງິນທຶນໄລຍະສັ້ນທີ່ມີອານຸການບໍ່ເກີນ 1 ປີ.
14. ຕະຫຼາດເງິນຕາ ມີຄວາມສຳຄັນແນວໃດ ?
ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ,ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມ ໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.
15. ໝ້າທີ່ຂອງຕະຫຼາດເງິນຕາມີຫຍັງແດ່ ?
- ເຄື່ອນຍ້າຍເງິນທຶນຈາກຜູ້ທີ່ມີທຶນສ່ວນເກີນໄປຫາຜູ້ຂາດແຄນເງິນທຶນມີ 2 ວີທີ: ທາງກົງ ແລະ ທາງອ້ອມ
- ດັດສົມແຫ່ງທຶນລະຫວ່າງທະນາຄານທຸລະກິດດວ້ຍກັນ.
16. ເປົ້າໝາຍ ແລະ ເຄື່ອງມືຂອງຕະຫຼາດເງິນຕາ ມີຫຍັງແດ່ ?
- ເປົ້າໝາຍ: ແມ່ນນໍາໃຊ້ໄລຍະສັ້ນ
- ເຄື່ອງມືຂອງຕະຫຼາດເງິນ:
- ພັນທະບັດຄັງເງິນ
- ບັດການຄ້າ (ແຊັກ) ໝັງສືຮັບຮູ້ເງິນຝາກທະນາຄານ.
- ໝັງສືຊຳລະຂອງທະນາຄານ
- ບັນດາສັນຍາຊື້ດິນ
- ທຶນສະສົມບັງຄັບ
- ພັນທະບັດໄລຍະສັ້ນຂອງບັນດາບໍລິສັດ
- ພັດທະບັດທະນາຄານ
17. ພັນທະບັດຄັງເງິນ ແມ່ນຫຍັງ ?
ແມ່ນເຄຶອງມືກູ້ຢືມໄລຍະສັ້ນ ຂອງລັດຖະບານ ເຊິງແມ່ນ ຄັງເງິນແຫ່ງຊາດ ເປັນຜູ້ຕ່າງໝ້າໃນການຈຳໝ່າຍ ເພື່ອຖົມຂົມງົບປະມານທີ່ຂາດດຸນ ຂອງລັດຖະບານ.
18. ບັນດາເຈົ້າກຳທີ່ເຂົ້າຮວ່ມໃນຕະຫຼາດເງິນຕາມີໃຜແດ່ ?
- ຜູ້ຈຳໝ່າຍ
- ຜູ້ລົງທຶນ
- ຜູ້ກວດກາການເຄືອນໄຫວຂອງຕະຫຼາດເງິນ
19. ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດເງິນຕາມີຫຍັງແດ່ ?
- ຕະຫຼາດໃຫ້ກູ້ຢືມໂດຍກົງໄລຍະສັ້ນ
- ຕະຫຼາດແລກປ່ຽນຊື່ຂາຍເງິນຕາຕ່າງປະເທດ.
- ຕະຫຼາດລະຫວ່າງທະນາຄານ
- ຕະຫຼາດຫຼັກຊັບໄລຍະສັ້ນ
20. ຕະຫຼາດທຶນ ແມ່ນຫຍັງ ?
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆ.
21. ຕະຫຼາດທຶນ ມີຄວາມສຳຄັນແນວໃດ ?
ແມ່ນ ຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດ ຕໍ່ກັບການຈະເລີນເຕີບໂຕ ທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ, ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດ ເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.
22. ເປົ້າໝາຍ ແລະ ເຄືອງມືຂອງຕະຫຼາດທຶນມີຫຍັງແດ່ ?
- ເປົ້າໝາຍ: ແມ່ນ ນຳໃຊ້ໄລຍະຍາວ
- ເຄື່ອງມືຂອງຕະຫຼາດທຶນ:
- ຫຼັກຊັບໄລຍະກາງ
- ຫຼັກໄລຍະຍາວ.
23. ບັນດາພາກສ່ວນຕົ້ນຕໍຂອງຕະຫຼາດທຶນມີຫຍັງແດ່ ?
- ຕະຫຼາດໃຫ້ກູ້ຢືມໄລຍະຍາວ
- ຕະຫຼາດສິນເຊື່ອເຊົ່າຊື່ ຫຼື ໃຫ້ເຊົ້າການເງິນ
- ຕະຫຼາດຫຼັກຊັບໄລຍະກາງ ແລະ ໄລຍະຍາວ
24. ຕະຫຼາດຫຼັກຊັບ ແມ່ນຫຍັງ ?
ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.
25. ຕະຫຼາດຫຼັກຊັບຂັ້ນຕົ້ນ ແລະ ຕະຫຼາດຫຼັກຊັບຂັ້ນຮອງ ແມ່ນແນວໃດ ?
- ຕະຫຼາດຫຼັກຊັບຂັ້ນຕົ້ນແມ່ນ: ແມ່ນຕະຫຼາດຈໍາໝາຍຫຼັກຊັບປະເພດຕ່າງໆ.
- ຕະຫຼາດຫຼັກຊັບຂັ້ນຮອງແມ່ນ:
ແມ່ນຕະຫຼາດຈໍລະຈອນ, ຕະຫຼາດຊື້ ແລະ ຂາຍຫຼັກຊັບທີ່ຈຳໝາຍຕະຫຼາດຫຼັກຊັບຂັ້ນຕົ້ນເຮັດໃຫ້ມີການປ່ຽນແປງສິດກຳມະສິດຫຼັກຊັບ.
26. ຕະຫຼາດຂັ້ນຕົນ ແລະ ຕະຫຼາດຂັ້ນຮອງ ແຕກຕ່າງກັນຄືແນວໃດ ?
- ຕະຫຼາດຂັ້ນຕົນແມ່ນ:
ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ.
- ຕະຫຼາດຂັ້ນຮອງແມ່ນ:
ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.
ພາກທີ 7
ການເງິນສາກົນ
1. ການເງິນສາກົນ ແມ່ນຫຍັງ ?
ແມ່ນ ລະບົບການພົວພັນການເງິນ ທີ່ເກີດຂຶ້ນລະຫວ່າງບັນດາເຈົ້າກຳ ຂອງປະເທດໝຶ່ງກັບບັນດາເຈົ້າກຳຂອງປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ, ຕິດພັນກັບກະແສເຄືອນຍ້າຍຂອງສິນຄ້າ ແລະ ທຶນຢູ່ໃນໂລກຕາມຫຼັກການເຄື່ອນທີ່ແນ່ນອນ.
2. ພື້ນຖານຂອງການພົວພັນການເງິນສາກົນມີຫຍັງແດ່ ?
- ການຮ່ວມມືສາກົນ, ໂດຍສະເພາະ ແມ່ນການຮວ່ມມືສາກົນກັບເສດຖະກິດ.
- ບັນດາການພົວພັນການເມືອງລະຫວ່າງປະເທດຕ່າງໆ ໃນວົງຄະນະຍາດສາກົນ.
3. ຫຼັກການພື້ນຖານຕ່າງໆ ຂອງເສດຖະກິດສາກົນ ແລະ ການເງິນສາກົນມີຄືແນວໃດ ?
- ເຄົາລົບເອກະລາດ, ອະທິບາຍ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແຕ່ລະປະເທດໃນຖານະເປັນປະເທດເອກກະລາດ, ມີອະທິປະໄຕທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ພູມສາດ.
- ຄວາມສະເໝີພາບ.
- ຕ່າງຝ່າຍຕ່າງມີຜົນປະໂຫຍດ.
4. ບົດບາດຂອງການເງິນສາກົນມີຫຍັງແດ່ ?
- ສ້າງເງືອນໄຂສະດວກໃຫ້ປະເທດຕ່າງໆ ເຊື່ອມໂຍງເຂົ້າກັນກັບພື້ນຖານເສດຖະກິດໂລກ.
- ເປີດໂອກາດໃຫ້ປະເທດຕ່າງໆ ພັດທະນາເສດຖະກິດສັງຄົມ.
- ຍົກສູງປະສິດທິຜົນນຳໃຊ້ແຫ່ງກຳລັງການເງິນ.
5. ການລົງທຶນສາກົນຂອງຕ່າງປະເທດ FDI ແມ່ນຫຍັງ ?
ແມ່ນ ການລົງທຶນລະຫວ່າງຕ່າງປະເທດປະກອບດວ້ຍທຶນຫຼາຍພໍສົມຄວນເຂົ້າໃນຂົງເຂດການຜະລິດ ແລະ ການບໍລິການ, ອະອຸຍາດໃຫ້ນັກລົງທຶນເຂົ້າມາລົງທຶນເພືອພັດທະນາຊີ້ນຳໃຫ້ແກ່ກຸມເປົ້າໝາຍຂອງການລົງທຶນ.
6. ຈົ່ງໃຫ້ຄວາມໝາຍຂອງ FDI ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?
· FDI ແມ່ນ: ການລົງທຶນໂດຍຕົງຈາກຕ່າງປະເທດ.
· FDI ຫຍໍ້ມາຈາກ: (Foreign Direct Investment).
7. ຈົ່ງໃຫ້ຄວາມໝາຍຂອງ GDP ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?
· GDP ແມ່ນ: ມວນຜົນຜະລິດລວມພາຍໃນປະເທດເຊິ່ງໝາຍເຖິງຜົນລວມທັງໝົດຂອງສິນຄ້າ ແລະ ບໍລິການທີ່ຜະລິດພາຍໃນປະເທດໃນລະປີ.
· GDP ຫຍໍ້ມາຈາກ: ( Gross Domestic Product ).
8. ການຊ່ວຍເຫຼືອລ້າຂອງສາກົນແມ່ນແນວໃດ ?
ແມ່ນບ້ວງເງິນຊ່ວຍເຫຼື່ອຂອງລັດຖະບານ ຫຼື ອົງການທີ່ຂື້ນກັບລັດຖະບານຢູ່ບັນດາປະເທດພັດຖະນາທີ່ມີຕໍ່ປະເທດທຸກຈົນ ຫຼື ພວມພັດທະນາຈຳນວນໝຶ່ງ ຫຼື ຍ້ອນເຫດຜົນມະນຸດສະທຳ, ພົວພັນລະຫວ່າງປະເທດ, ການເມືອງ, ຍຸດທະສາດພັດທະນາ ແລະ ເຫດຜົນຈຳນວນໝຶ່ງຂອງຝ່າຍທີ່ໃຫ້ການຊ່ວຍເຫຼື່ອ.
9. ດຸນຊຳລະ ແມ່ນຫຍັງ ?
ແມ່ນ ຕາຕະລາງລາຍສະຖິຕິທີ່ໄດ້ບັນທຶກຕາມຫຼັກການບັນຊີກ່ຽວກັບບັນດາບ້ວງລາຍຮັບ ແລະ ຈ່າຍກ່ຽວຂ້ອງເຖິງການຕິດຕໍພົວພັນສາກົນຂອງປະເທດໝຶ່ງຢູ່ໃນຈຸດປະສົ່ງເວລາໃດໝຶ່ງ ຫຼື ໄລຍະທີ່ແນ່ນອນໃດໝຶ່ງ.
10. ບົດບາດຂອງດຸນຊຳລະມີຫຍັງແດ່ ?
- ແມ່ນຂໍ້ມູນລະອຽດພົວພັນເຖິງການສະໝອງ ແລະ ຄວາມຕ້ອງການເງິນຕາຂອງປະເທດໝຶ່ງກັບສາກົນ.
- ແມ່ນຂໍ້ມູນຂ່າວສານໃນດຸນຊຳລະອາດຈະຖືກນຳໃຊ້ເພື່ອຕີລາຄາຄວາມສາມາດແກ່ງແຍ່ງໃນຕະຫຼາດສາກົນຂອງແຕ່ລະປະເທດ.
11. ເນື້ອໃນດຸນຊຳລະມີຄືແນວໃດ?
ຕອບ: ລວມມີ 3 ບ້ວງຕົ້ນຕໍຄື:
- ບັນຊີເງິນຝາກບໍຄົງທີ່
- ບັນຊີເງິນຝາກທຶນ
- ບັນຊີເງິນຝາກສະສົມທາງການ
12. ກຳນົດທິດຮັບປະກັນໃຫ້ຄວາມປອດໄພການເງິນໃນການພົວພັນການເງິນສາກົນມີຫຍັງແດ່ ?
- ກ່ຽວກັບການພົວພັນສິນເຊື່ອສາກົນ
- ກ່ຽວກັບຮູບການລົງທຶນໂດຍກົງຂອງຕ່າງປະເທດ
- ກ່ຽວກັບການເປີດປະຕູຕະຫຼາດການເງິນ.
13. ຈົ່ງໃຫ້ຄວາມໝາຍຂອງ ODA ແມ່ນຫຍັງ ? ແລະ ຫຍໍ້ມາຈາກໃສ ?
· ODA ແມ່ນ: ແມ່ນ ການຊ່ວຍເຫຼືອລ້າເພື່ອການພັດທະນາຢ່າງເປັນທາງການ.
· ODA ຫຍໍ້ມາຈາກ: ( Official Development Assistance).
ພາກທີ 8
ວຽກງານກວດກາການເງິນ
1. ກວດກາການເງິນ ແມ່ນຫຍັງ ?
ແມ່ນປະເພດກວດກາທີ່ໄດ້ຮັບການສະແດງອອກດວ້ຍຂະບວນວິວັດແບ່ງປັນບັນດາແຫ່ງກຳລັງການເງິນເພື່ອຮັບປະກັນລັກສະນະຖືກຕ້ອງ ລັກສະນະສົມເຫດສົມຜົນຂອງການສ້າງຕັ້ງ ແລະ ນຳໃຊ້ບັນດາຄັງເງິນຕາ, ແນ່ໃສ່ປະຕິບັດຈຸດໝາຍທີ່ໄດ້ກຳນົດໄວ້ເປັນຢ່າງດີ.
2. ຈຸດພິເສດຂອງການກວດກາການເງິນມີຄືແນວໃດ ?
- ແມ່ນຈຸດພິເສດອັນເປັນພື້ນຖານຂອງກວດກາການເງິນແມ່ນ ກວດກາເງິນໄດ້ຮັບການປະຕິບັດຜ່ານການໄຈ້ແຍກຈ່າຍເຖິງ (ຄາດໝາຍລາຄາ) ທີ່ມີຕໍ່ຂະບວບວິວັດແຫ່ງການສ້າງຕັ້ງ, ແບ່ງປັນ ແລະ ນຳໃຊ້ບັນດາແຫ່ງທຶນການເງິນ.
- ກວດກາການເງິນມີລັກສະນະສັງລວມ, ຮອບດ້ານ, ເປັນປະຈຳກ້ວາງຂວາງ ແລະ ສະແດງໃຫ້ເຫັນລັກສະນະທັນການ.
3. ຜົນດີຂອງການກວດກາການເງິນມີຄືແນວໃດ ?
- ພິຈາລະນາທາງລັດ
- ກ່ຽວກັບບັນດາວິສາຫະກິດ
- ໃນຈົງເຂດປອດການຜະລິດວັດຖຸ
4. ຫຼັກການກວດກາການເງິນຕ້ອງປະຕິບັດຕາມຫຼັກການໃດແດ່ ?
- ຫຼັກການກວດກາການເງິນ
- ຫຼັກການແມ່ນຍຳ, ພາວະວິໄສ, ເປີດເຜີຍ, ເປັນປະຈຳ ແລະ ກ້ວາງຂວາງ.
- ຫຼັກການປົກປັກຄວາມຫຼັບ
- ຫຼັກການມະຫາຊົນ
- ຫຼັກການກວດກາ ແມ່ນຫ້າມຂັດຂວາງການເຄືອນໄຫວທົ່ວໄປຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນເປົ້າໝາຍກວດກາ.
5. ເນື້ອໃນກວດກາການເງິນມີການຈຳແນກອອກເປັນຈັດປະເພດ ? ປະເພດໃດແດ່ ?
ຕອບ: ມີ 3 ປະເພດຄື:
- ກວດກາກ່ອນປະຕິບັດແຜນການການເງິນ
- ກວດກາການເງິນໃນຂະບວນວິວັດປະຕິບັດແຜນການການເງິນ
- ກວດກາຫຼັງປະຕິບັດແຜນການການເງິນ.
6. ວິທີການກວດກາການເງິນ ແມ່ນແນວໃດ ?
ແມ່ນ ແບບວິທີດຳເນີນການກວດກາການເງິນ, ແນ່ໃສບັນລຸໃຫ້ໄດ້ຈຸໝາຍທີ່ວາງອອກ.
7. ວິທີການກວດກາຮັບຮູ້ຕາມການແບ່ງປະເພດຕ່າງກັນມີຫຍັງແດ່ ?
- ອີງໃສ່ຂອບເຂດກວດກາການເງິນ
- ອີງໃສ່ຫຼັກຖານກວດກາການເງິນ
8. ອີງໃສ່ຂອບເຂດກວດກາການເງິນມີຄື:
- ກວດກາຮອບດ້ານ
- ກວດກາແບບຈຸດໝັກ ຫຼື ກວດກາຫົວເລືອງ
- ກວດກາແບບສັງລວມ
- ກວດກາເປົ້າໝາຍເດັ່ນ (ກວດກາເລືອກແບບ)
9. ອີງໃສ່ຫຼັກຖານກວດກາການເງິນມີຄື:
- ກວດກາຜ່ານໃບບິນ
- ກວດກາຕົວຈິງ
10. ບັນດາເຈົ້າກຳດຳເນີນການກວດກາການເງິນມີຄື:
- ເຈົ້າກຳກວດກາທີ່ມີຕໍ່ງົບປະມານ
- ບັນດາເຈົ້າກຳກວດກາການເງິນທີ່ຂຶ້ນກັບກົມກອງຮາຖານ.
11. ເຈົ້າກຳກວດກາທີ່ມີຕໍ່ງົບປະມານ ມີຫຍັງແດ່ ?
- ສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ
- ລັດຖະບານ ແລະ ຄະນະກຳມະການປະຊາຊົນທຸກຂັ້ນ
- ກະຊວງການເງິນ ອົງການການເງິນທຸກຂັ້ນ