ບົດທີ 1
ຄວາມຮູ້ກ່ຽວກັບເງິນຕາໂດຍສັງເຂບ
1.ວິຊາ ທິດສະດີເງິນຕາ ປະກອບມີທັງໝົດຈັກບົດ ? ແຕ່ລະບົດມີຫົວຂໍ້ວ່າແນວໃດ ?
ມີ 8 ບົດຄື:
ບົດທີ 1 : ຄວາມຮູ້ກ່ຽວກັບເງິນຕາໂດຍສັງເຂບ
ບົດທີ 2: ປະຫວັດຄວາມເປັນມາຂອງເງິນກີບລາວ
ບົດທີ 3: ເງິນເຟີ້
ບົດທີ 4: ຕະຫຼາດການເງິນ
ບົດທີ 5: ທະນາຄານທຸລະກິດ ແລະ ບັນດາສື່ກາງທາງດ້ານການເງິນ
ບົດທີ 6: ອັດຕາດອກເບ້ຍ
ບົດທີ 7: ນະໂຍບາຍເງິນຕາແຫ່ງຊາດ
ບົດທີ 8: ການເງິນລະຫວ່າງປະເທດ
2.ຈົ່ງໃຫ້ນິຍາມຂອງ ເງິນແມ່ນຫຍັງ?
ເງິນແມ່ນໝົດທຸກສິ່ງທຸກຢ່າງທີ່ສັງຄົມຍອມຮັບທົ່ວໄປໃຊ້ເປັນຊື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການໂດຍໄດ້ມີການຕັ້ງຫົວໝວ່ຍເງິນຕາຂຶ້ນ ແລະ ສາມາດຮັກສາມູນຄ່າໃຫ້ຄົງຢູ່ສະເໝີ.
3.ທາດແທ້ຂອງເງິນ ແມ່ນຫຍັງ ?
ແມ່ນເປັນສິ່ງໝຶ່ງທີ່ໃຊ້ເປັນສື່ກາງໃນການແລກປຽ່ນສິນຄ້າ ແລະ ບໍລິການ ເປັນພາຫະນະທີ່ຊວ່ຍໃນຂະບວນການແລກປຽ່ນໃຫ້ເປັນໄປຢ່າງງ່າຍດ່າຍຍິ່ງຂຶ້ນ.
4.ທາດແທ້ຂອງເງິນຕາມີຫຍັງແດ່? (ໃຫ້ອະທິບາຍ)
1.ຄຸນຄ່າໃຊ້ສອຍຂອງເງິນ: ແມ່ນຄວາມສາມາດໃນດ້ານການສະໝອງ ຄວາມຕ້ອງການໃນການແລກປຽ່ນໃນສັງຄົມ, ຄວາມຕ້ອງການໃນການນຳໃຊ້ເປັນສື່ກາງ ຂອງການແລກປຽ່ນ.
2.ຄຸນຄ່າທາງດ້ານເງິນຕາ: ມັນໄດ້ສະແດງອອກໃນນິຍາມຂອງເງິນ ‘’ອຳນາດຊື້ຂອງເງິນ ‘’ ໝາຍເຖິງຄວາມສາມາດໃນການແລກປ່ຽນ ສິນຄ້າ ແລະ ການບໍລິການ ທີ່ໄດ້ຫຼາຍ ຫຼື ໝ້ອຍ.
5.ອຳນາດຊື້ຂອງເງິນເພີ່ນໄດ້ແບ່ງອອກເປັນຈັກຄ່າ? ຄືຄ່າໃດເເດ່ (ໃຫ້ອະທິບາຍ) ?
ແບ່ງອອກເປັນ 2 ຄ່າຄື:
1.ຄ່າພາຍໃນ: ໝາຍເຖິງ ອຳນາດຊື້ຂອງເງິນໝຶ່ງຫົວໝວ່ຍ ເມື່ອທຽບໃສ່ສິ້ນຄ້າ ແລະ ບໍລິການ.
2.ຄ່າພາຍນອກ: ໝາຍເຖິງ ຄວາມສາມາດຊື້ສິນຄ້າ ແລະ ບໍລິການ ຢູ່ຕ່າງປະເທດ ເຊິ່ງວັດແທກໄດ້ດວ້ຍອັດຕາແລກປ່ຽນ ຕໍ່ໝຶ່ງຫົວໝວ່ຍ ເງິນຕາພາຍໃນປະເທດ.
6.ການຂະຫຍາຍຕົວຂອງຮູບຖານເງິນຕາມີຈັກຮູບຖານ ? ຄືຮູບຖານໃດແດ່ ?
ມີ 4 ຮູບຄື:
1.ຮູບຖານສິນຄ້າ-ເງິນຕາ
2.ເງິນເຈ້ຍ
3.ເງິນເຊື່ອ
4.ເງິນຕາອີເລັກໂຕຼນິກ
7.ເງິນເຈ້ຍມີຄຸນປະໂຫຍດຫຍັງເເດ່?
1.ການນຳໃຊ້ເງິນເຈ້ຍ ເຮັດໃຫ້ທຸກຄົນມີຄວາມສະດວກງ່າຍດາຍ ໃນການເກັບຮັກສາ ແລະ ພົບພາແນ່ນອນວ່າທຸກຄົນຕ້ອງການທີ່ຈຳຖືເງິນເຈ້ຍຫຼາຍກວ່າທີ່ ຈະນຳເອົາໂລຫະທີ່ຫຼອມເປັນເງິນ ທີ່ມີນ້ຳໝັກໃສໃວ້ໃນກະເປົ່າຂອງຕົນ.
2.ເງິນເຈ້ຍມີທຸກຫົວໝວ່ຍ ແຕ່ນ້ອຍຫາໃຫ່ຍແທດເໝາະກັບຂະໝາດຂອງການແລກປ່ຽນຂອງທ່ານ.
3.ລັດຖະບານສາມາດພິມເງິນເຈ້ຍໄດ້ ໂດຍມີການຊິ້ນເປືອງໝອ້ຍກວ່າ ການເອົາໂລຫະມາຫຼອມເປັນເງິນຕາ ແລະ ກໍ່ສາມາດພິມຈຳໝ່າຍໄດ້ ໂດຍບໍ່ຂຶ້ນກັບປະລິມານຂອງຄຳ ຄືດັ່ງເມື່ອກອ່ນ.
8.ເງິນເຈ້ຍມີຈຸດອອ່ນຂອງມັນຄືແນວໃດ ?
- ຂາດງ່າຍ
- ມີຄ່າຊິ້ນເປືອງໃນຂອດຈໍລະຈອນສູງ
- ມີຄວາມຫຍຸ່ງຍາກໃນການຊຳລະສະສາງລະຫວ່າງປະເທດ
- ປ່ອມແປງໄດ້ງ່າຍ
- ງ່າຍຕໍ່ການເກີດໄພເງິນເຟີ້
9.ເງິນເຊື່ອ ແມ່ນຫຍັງ ?
ແມ່ນເງິນຢູ່ໃນບັນຊີທີ່ເປີດຢູ່ໃນທະນາຄານ ແລະ ໄດ້ກຳນົດມາຈາກບັນດາຮູບການ ການຮັບເງິນໃນທະນາຄານ,ໃນເວລາທີ່ລູກຄ້າຝາກເງິນເຂົ້າທະນາຄານ ທະນາຄານຈະເປີດບັນຊີ ແລະ ຈົດບັນຊີດັ່ງກ່າວ.
10.ແຊັກ ແມ່ນຫຍັງ?
ແຊັກ (Cheque / Check) ແມ່ນໃບຄຳສັງຈ່າຍຂອງເຈົ້າຂອງບັນຊີ ເປັນຜູ້ໂອນຜົນປະໂຫຍດໃຫ້ແກ້ຜູ້ອື່ນ ຕາມຈຳນວນທີ່ໄດ້ຂຽນໄວ້ໃນໃບແຊັກດັ່ງກ່າວ ເພືອຮຽກຮອ້ງໃຫ້ທະນາຄານຊຳລະຈາກບັນຊີຂອງ ໃຫ້ແກ່ຜູ້ຮັບຜົນປະໂຫຍດຕາມການກຳນົດທີ່ຢູ່ໃນໃບແຊັກດັ່ງກ່າວ.
11.ການນຳໃຊ້ແຊັກໃນການຊຳລະ ມັນມີຄວາມສະດວກຫຍັງແດ່?
- ປະຫຍັດຄ່າໃຊ້ຈ່າຍໃນການຊຳລະເພາະສາມາດຫຼຸດຜ່ອນການດຳເນີນການ ໃນການໂອນເງິນ ໃນບັນຊີລະຫວ່າງທະນາຄານເພາະຈະນຳເອົາໃບແຊັກທີ່ໄດ້ຮັບມາລົບໃບແຊັກທີ່ໄດ້ຈ່າຍນຳກັນ.
- ມີຄວາມວອງໄວ , ມີຄວາມປອດໄພ ແລະ ງ່າຍດາຍ.
- ມີຄວາມສະດວກໃນການຊຳລະ ເພາະສາມາດຂຽນຈຳນວນເງິນໄດ້ຕາມຄວາມຕ້ອງການໃດໝຶ່ງຂອງຕົນ ຫຼື ສາມາດນຳໃຊ້ໄດ້ຈົດໝົດຈຳນວນເງິນທີ່ມີຢູ່ໃນບັນຊີ ດັ່ງນັ້ນການເຮັດໃຫ້ການຊຳລະ ທີ່ມີປະລິມານເງິນຫຼາຍ ສາມາດປະຕິບັດໄດ້ຢ່າງສະດວກຍິ່ງຂຶ້ນ.
12.ບັດຊຳລະເງິນ ແມ່ນຫຍັງ ?
ແມ່ນບັດຊຳລະຄ່າສິນຄ້າ ແລະ ບໍລິການ ທີ່ທະນາຄານ ຫຼື ບໍລິສັດເງິນທຶນເປັນຜູ້ສ້າງຂຶ້ນໂດຍອີງໃສ່ບັດດັ່ງກ່າວ ເງິນຕາອີເລັກໂຕຼນິກສາມາດຈໍລະຈອນໄດ້.
13.ເງິນມີຈັກໝ້າທີ່? ຄືໝ້າທີ່ໃດແດ່ ? (ໃຫ້ອະທິບາຍ)
ມີ 3 ໝ້າທີ່ຄື:
1.ເປັນຫົວໝວ່ຍວັດແທກມູນຄ່າ: ເງິນຕາ ແມ່ນຫົວໝວ່ຍວັດແທກມູນຄ່າ , ໝາຍຄວາມວ່າມັນໄດ້ຖືນຳໃຊ້ເພືອວັດແທກມູນຄ່າສິນຄ້າ,ບໍລິການກອ່ນຈະດຳເນີນການແລກປຽ່ນນຳກັນ
2.ເປັນພາຫະໃນການແລກປຽ່ນ: ໃນພື້ນຖານເສດຖະກິດ, ເງິນຕາເປັນພາຫະນະໃນການແລກປຽ່ນ, ມັນໄດ້ນຳໃຊ້ເຂົ້າໃນການຊື້-ຂາຍສິນຄ້າ,ການບໍລິການ ຫຼື ຊຳລະສະສາງບັນດາໝີ້ສິນຢູ່ພາຍໃນ ແລະ ຕ່າງປະເທດ.
3.ເປັນພາຫະນະສະສົມມູນຄ່າ : ໝາຍຄວາມວ່າ ເປັນບ່ອນບັນຈຸກຳລັງສິນຄ້າ ຢູ່ໃນໄລຍະເວລາໃດໝຶ່ງ.
14.ຄຸນລັກສະນະຂອງວັດຖຸທີ່ເປັນເງິນໄດ້ດີປະກອບມີຈັກຄຸນລັກສະນະ ? ຄຸນລັກສະນະໃດແດ່ ?
ມີ 6 ຄຸນລັກສະນະຄື:
1.ເປັນທີ່ຍອມຮັບທົ່ວໄປ
2.ລັກສະນະສັງເກດໄດ້ງ່າຍ
3.ແບ່ງເປັນຫົວໝວ່ຍຍ່ອຍໄດ້ງ່າຍ
4.ມີຄວາມທົົນທານ
5.ສາມາດພົກພາໄດ້ສະດວກ
6.ເປັນທີ່ຕ້ອງການຂອງສັງຄົມທົ່ວໄປ
ບົດທີ 2
ປະຫວັດຄວາມເປັນມາຂອງເງິນກີບລາວ
1.ເງິນສະໄໝອານາຈັກລາວລ້ານຊ້າງແຕ່ປີຄສ 1373 ຫາ 1478 ປະກອບມີຈັກປະເພດ ? ມີປະເພດໃດແດ່?
ປະກອບມີ 7 ປະເພດຄື:
- ເງິນຫອຍ
- ເງິນລາດ
- ເງິນຮ້ອຍ (ເງິນສ້ຽນ)
- ເງິນໝາກຄໍ້
- ເງິນກ້ອນ
- ເງິນຕູ້
- ເງິນຮາງ (ເງິນຂັນ)
2.ເງິນຕາສະໄໝອິນດູຈີນ - ຝັ່ງເສດແຕ່ປີ 1875 – 1954 ມີເງິນຫຍັງແດ່ ?
- ເງິນຫຼຽນໂລຫະ ສະໄໝອິນດູຈີນ - ຝຣັ່ງເສດ ຄ.ສ 1875 – 1946.
- ເງິນເຈ້ຍ ສະໄໝອິນດູຈີນ - ຝຣັ່ງເສດ ຈໍລະຈອນ ຢູ່ລາວ, ຫວຽດນາມ ແລະ ກຳປູເຈຍປີ 1939 – 1942.
- ເງິນກີບອິນດູຈີນ - ຝຣັ່ງເສດ 1 ກີບ (UNE PIASTRE) ປີ 1939 – 1942.
3.ເງິນຕາສະໄໝຣາຊະອານາຈັກລາວ (ເງິນກີບວຽງຈັນ) ແຕ່ປີ 1952 – 1975 ມີເງິນຫຍັງແດ່ ?
- ຫຼຽນອັດ ສະໄໝຣາຊະອານາຈັກລາວ ປີ 1952
- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 1 ປີ 1957.
- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 2 ປີ 1962.
- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 3 ປີ 1963
- ເງິນກີບຣາຊະອານາຈັກລາວ (ເງິນກີບວຽງຈັນ) ລຸ້ນທີ 4 ປີ 1974 – 1975.
4.ການກຳເນີດຂຶ້ນ ແລະ ຄວາມເປັນມາຂອງເງິນກີບປົດປ່ອຍແຕ່ປີ 1968 – 1979 ມີເງິນປະເພດໃດແດ່ ?
- ປະເພດໃບ 1 ກີບ ປີ 1968 – 1979.
- ປະເພດໃບ 10 ກີບ ປີ 1968 – 1979.
- ປະເພດໃບ 20 ກີບ ປີ 1968 – 1979.
- ປະເພດໃບ 50 ກີບ ປີ 1968 – 1979.
- ປະເພດໃບ 100 ກີບ ປີ 1968 – 1979.
- ປະເພດໃບ 200 ກີບ ປີ 1968 – 1979.
- ປະເພດໃບ 500 ກີບ ປີ 1968 – 1979.
5.ປະເທດລາວໄດ້ມີການຈັດພິມເງິນກີບອອກມາຈຳໝ່າຍທັງໝົດຈັກຄັ້ງ ? ແລະ ນຳໃຊ້ເງິນຄັ້ງທຳອິດປີໃດ?ມີທັງໝົດ 10 ຄັ້ງ
ນຳໃຊ້ເງິນຄັ້ງທຳອິດປີ 1979
ບົດທີ 3
ເງິນເຟີ້
1.ພາວະເງິນເຟີ້ ແລະ ພາວະເງິນຝືດ ແມ່ນແນວໃດ ?
ພາວະເງິນເຟີ້ແມ່ນ:
- ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ
- ອຳນາດຊື້ຂອງເງິນຫຼຸດລົງ
ພາວະເງິນຝືດແມ່ນ:
- ເຮັດໃຫ້ລາຄາຫຼຸດລົງ
- ອຳນາດຊື້ຂອງເງິນເພີ່ມຂຶ້ນ
2.ການວັດແທກເງິນເຟີ້ ແມ່ນຫຍັງ ?
ແມ່ນເພື່ອວັດແທກການປ່ຽນແປງລະດັບລາຄາຂອງສິນຄ້າຈິ່ງໄດ້ມີການຄິດໄລ່ຫາລາຄາສິນຄ້າສະເຫຼ່ຍໂດຍທົ່ວໄປໂດຍການຄິດໄລ່ຫາດັດສະນີລາຄາຜູ້ບໍລິໂພກ.
3.ດັດສະນີລາຄາຜູ້ບໍລິໂພກ ໝາຍເຖິງຫຍັງ ?
ໝາຍເຖິງລາຄາສິນຄ້າສະເລ່ຍໂດຍທົ່ວໄປ, ອັດຕາດອກເບ້ຍເພີ່ມຂື້ນຈະເຮັດໃຫ້ຄວາມຕ້ອງການເງິນເພີ່ມຂື້ນ ພາໃຫ້ດັດສະນີລາຄາສິນຄ້າຫຼຸດລົງ, ໃນສະພາບເສດຖະກິດທີ່ມີການຜະລິດສິນຄ້າ ແລະ ບໍລິການຢ່າງເຕັມສ່ວນສາມາດທົດແທນສິນຄ້ານໍາເຂົ້າ ແລະ ຕອບສະໜອງຄວາມຕ້ອງການພາຍໃນປະເທດໄດ້ລະດັບດັດຊະນີຄາລາຜູ້ບໍລິໂພກຈະຢູ່ໃນຂັ້ນຕໍ່າ.
4.ເງິນເຟີ້ແບງອອກເປັນຈັກປະເພດ ? ປະເພດໃດແດ່ ?
ມີ 4 ປະເພດຄື:
- ເງິນເຟີ້ຂັ້ນຕົ້ນ
- ເງິນເຟີ້ໃນລະດັບປົກກະຕິ
- ເງິນເຟີ້ໃນລະດັບສູງ
- ເງິນເຟີ້ຂັ້ນຮຸນແຮງ
5.ເງິນເຟີ້ຂັ້ນຕົ້ນ ໝາຍເຖິງຫຍັງ ?
ໝາຍເຖິງ ເປັນປະກົດການທີ່ລາຄາສິນຄ້າ ແລະ ການບໍລິການເພີ່ມຂຶ້ນສູງໃນໄລຍະຍາວເຊິ່ງມັນເປັນເຄືອງມືວັດແທກເງິນເຟີ້, ສາມາດຢັ້ງຢືນໄດ້ເພີ່ມຂຶ້ນຂອງລາຄາ ແລະ ບໍ່ລວມເອົາລັກສະນະຂອງລາຄາທີ່ສູງຂຶ້ນ ຈາກລະດູການສິນຄ້າ ແລະ ປະກົດການຂອງການສະໝອງເງິນຕາ ເພື່ອຊົດເຊີຍໃນໄລຍະເວລາຕ່າງໆ.
6.ເງິນເຟີ້ໃນລະດັບປົກກະຕິ ແມ່ນແນວໃດ ?
ແມ່ນເກີດຂຶ້ນໃນໄລຍະເວລາສິນຄ້າເພີ່ມຂຶ້ນສູງຢ່າງຕໍ່ເນື່ອງແຕ່ເພີ່ມຂຶ້ນແບບຄ່ອຍໆ ຫຼື ຫຼ້າຊ້າໃນລະດັບໝຶ່ງຕົວແລກ, ເຊິ່ງປະຈຸບັນບັນດາປະເທດທີ່ພັດທະນາ ແມ່ນກຳລັງປັບລະດັບອັດຕາເງິນເຟີ້ຂອງຕົນໃຫ້ຢູ່ໃນລະດັບປົກກະຕິ, ສ່ວນອັດຕາສ່ວນຮ້ອຍຕົວຈິງຂອງແຕ່ລະປະເທດນັ້ນ ແມ່ນຂຶ້ນກັນສະພາບການຂະຫຍາຍຕົວຂອງເສດຖະກິດ ແລະ ນະໂຍບາຍເງິນຕາ ໃນແຕ່ລະໄລຍະຂອງປະເທດນັ້ນໆ.
7.ເງິນເຟີ້ໃນລະດັບສູງ ແມ່ນແນວໃດ ?
ແມ່ນໃນເວລາທີ່ລາຄາສິນຄ້າມີການປ່ຽນແປງຢ່າງຮຸ້ນແຮງນັ້ນມັນ”ເຮັດໃຫ້ອຳນາດຊື້ຂອງເງິນຫຼຸດລົງໃນແຕ່ລະໄລຍະ ແລະ ເຮັດໃຫ້ບໍ່ຍອມຮັບເງິນເຈ້ຍໃນການສຳລະສະສາງ, ປະຊາຊົນບໍ່ກ້າເກັບຮັກສາເງິນໃນທຸກໆ ຮູບແບບປະສົບການຕົວຈິງເຮັດໃຫ້ເຫັນວ່າ ສາເຫດສຸດທ້າຍຂອງເງິນເຟີ້ສູງ ແລະ ແກ່ຍາວ ໃນລັກສະນະນີ້ແມ່ນມີສາຍເຫດມາຈາກການເພີ່ມຂຶ້ນຂອງປະລິມານເງິນໃນຂອດຈໍລະຈອນ.
8.ເງິນເຟີ້ຂັ້ນຮຸນແຮງ ແມ່ນຫຍັງ ?
ແມ່ນມັນຈະເກີດຂຶ້ນ ໃນເວລາທີ່ລະດັບລາຄາສິນຄ້າເພີ່ມສູງຂຶ້ນ ເກີນລະດັບເງິນເຟີ້ຂັ້ນສູງ ເຊິ່ງມັນອາດຈະເພີ່ມສູງຂຶ້ນເຖິງຫຼາຍຕື້ສ່ວນຮ້ອຍກໍ່ເປັນໄປໄດ້.
9.ສາເຫດຂອງເງິນເຟີ້ມີຈັກສາເຫດ ? ຄືສາເຫດໃດແດ່ ?
ມີ 2 ສາເຫດຄື:
1.ສາເຫດຂອງເງິນເຟີ້ທີ່ເກີດຈາກອຸປະສົງດຶງ
2.ສາເຫດຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານດັນ
10.ສາເຫດຂອງເງິນເຟີ້ທີ່ເກີດຈາກອຸປະສົງມີຫຍັງແດ່ ?
- ລັດທະບານໃຊ້ນະບາຍເພີ່ມຄ່າໃຊ້ຈ່າຍ.
- ການຊົມໃຊ້ພາກຄົວເຮືອນເພີ່ມຂຶ້ນ
- ຄວາມຕ້ອງການລົງທຶນຂອງວິສາຫະກິດເພີ່ມຂຶ້ນ
- ບັນດາປັດໄຈທີ່ກ່ຽວພັນເຖິງຄວາມຕ້ອງການຂອງຕ່າງປະເທດ
11.ສາເຫດຂອງອັດຕາເງິນເຟີ້ທີ່ເກີດຈາກອຸປະທານມີຫຍັງແດ່ ?
- ລະດັບອັດຕາເງິນເດືອນເພີ່ມຂຶ້ນຫຼາຍກວ່າກຳລັງການຜະລິດ
- ການເພີມຂຶ້ນຂອງລາຍໄດ້ຕົວຈິງຂອງການຜະລິດ ຈະພັກດັນໃຫ້ລາຄາສິນຄ້າສູງຂຶ້ນ
- ຍ້ອນລາຄາສິນຄ້ານຳເຂົ້າ ເພີມສູງຂຶ້ນຈາກການເກີດບັນຫາເງິນເຟີ້
- ຍ້ອນການເພີມຂຶ້ນຂອງພາສີອາກ່ອນ ແລະ ພາລະຜູກພັນຕໍ່ກັບງົບປະມານຂອງລັດ.
12.ຜົນກະທົບຈາກຂອງເງິນເຟີ້ນັ້ນແບ່ງອອກເປັນຈັກປະເພດ ? ຄືປະເພດໃດແດ່ ?
ມີ 2 ປະເພດຄື:
1. ເງິນເຟີ້ທີຄາດຄະເນໄດ້.
2. ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະເນໄດ້.
13.ເງິນເຟີ້ທີ່ສາມາດຄາດຄະແນໄດ້ ແມ່ນແນວໃດ ?
ແມ່ນອັດຕາເງິນເຟີ້ທີເຮົາຄິດວ່າຈະເກີດຂຶ້ນເທົ່ານັ້ນເທົ່ານີ້ເປີເຊັນ ແລະ ຕຽມການຮັບມື, ແກ້ໄຂກັບມັນ ໂດຍມີຜູ້ຄວບຄຸມແມ່ນ ທະນາຄານກາງ ເປັນຜູ້ຄວບຄຸມໂດຍເພິ່ນຈະມີການປ່ຽນແປງໃນສ່ວນຂອງດອກເບ້ຍ ແລະ ບາງຄັ້ງອາດຈະມີການຂຶ້ນເງິນເດືອນ ເພື່ອໃຫ້ປະຊາຊົນມີກຳລັງຊື້ເທົ່າເກົ່າ.
14.ອັດຕາເງິນເຟີ້ທີ່ບໍ່ສາມາດຄາດຄະເນໄດ້ມີຫຍັງແດ່ ?
- ເງິນເຟີ້ສົ່ງຜົນກະທົບຕໍ່ຄວາມສະຫງົບຂອງສະພາບເສດຖະກິດ-ສັງຄົມ
- ສົ່ງຜົນຕໍ່ການກະຈາຍລາຍໄດ້ແຫ່ງຊາດ ແລະ ຊັບພະຍາກອ່ນໃນສັງຄົມ
- ສົ່ງຜົນຕໍ່ອັດຕາເພີມຂື້ນ
- ສົ່ງຜົນຕໍ່ດຸນການຊຳລະລະຫວ່າງປະເທດຊາດ
- ສົ່ງຜົນກະທົບຕໍ່ກັບການຫວ່າງງານ
15.ວິທີຄວບຄຸມໄພເງິນເຟີ້ມີຈັກວິທີ ? ວິທີໃດແດ່ ?
ມີ 2 ວິທີຄື:
1. ຜົນກະທົບຂອງນະໂຍບາຍຕ້ານໄພເງິນເຟີ້
2. ບັນດາວິທີການແກ້ໄຂເງິນເຟີ້
16.ວິທີການແກ້ໄຂເງິນເຟີ້ມີຈັກວິທີ ? ວິທີໃດແດ່ ?
ມີ 3 ວິທີຄື:
1. ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ.
2. ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ.
3. ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ.
17.ວິທີແກ້ໄຂໄພເງິນເຟີ້ ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ຄວາມຕ້ອງການ ແມ່ນແນວໃດ ?
ແມ່ນແນ່ໃສ່ການຈຳກັດການເພີ່ມຂຶ້ນຂອງປະລິມານຄວາມຕ້ອງການຢ່າງເກີນຂອບເຂດ ໂດຍການນຳໃຊ້ນະໂຍບາຍຮັດກຸມ.
18.ວິທີແກ້ໄຂໄພເງິນ ດວ້ຍການນຳໃຊ້ນະໂຍບາຍທີ່ສົ່ງຜົນຕໍ່ການສະໝອງ ແມ່ນແນວໃດ ?
ແມ່ນວິທີທີສຳຄັນທີ່ສຸດທີ່ສົ່ງຜົນຕໍ່ສາຍພົວພັນລະຫວ່າງອັດຕາການເພີ່ມຂຶ້ນຂອງເງິນເດືອນ ແລະ ລະດັບການຄຂະຫຍາຍຕົວຂອງກຳລັງຜະລິດໃນສັງຄົມ.
19.ວິທີແກ້ໄຂໄພເງິນເຟີ້ ສົ່ງຜົນຕໍ່ການເກີດກ້ວາງຄວາມສາມາດສະໝອງສິນຄ້າ ແມ່ນແນວໃດ ?
ແມ່ນຈະແກ້ໄຂສະຖານະການ ແລະ ມີຜົນຢ່າງທັນທີຕໍ່ກັບການສ້າງຄວາມສົງດຸນຂອງສິນຄ້າດວ້ຍການນຳເຂົ້າ,ໂດຍສະເພາະແມ່ນບັນດາສິນຄ້າທີ່ກຳລັງຂາເແຄນເຊິ່ງເປັນການຫຼຸດຄວາມກົດດັນໃຫ້ລາຄາສິນຄ້າ.
ບົດທີ 4
ຕະຫຼາດການເງິນ
1.ຕະຫຼາດການເງິນ ແມ່ນເປັນຕະຫຼາດແນວໃດ ?
ແມ່ນບ່ອນທີ່ມີການເຄືອນໄຫວ ຂອງບັນດາແຫ່ງເງິນທຶນຈາກບັນດາຜູ້ທີ່ມີເງິນເຫຼືອໃຊ້ໄປສູ່ ຜູ້ທີ່ມີຄວາມຕ້ອງການ ນຳໃຊ້ເງິນທຶນ ໂດຍຜ່ານບັດດາເຄືອງມື ທາງດ້ານການເງິນ ແລະ ລະບົບກົນໄກ ຂອງຕະຫຼາດການເງິນ.
2.ຕະຫຼາດການເງິນມີຈຸດພິເສດຄືແນວໃດ ?
1. ຕະຫຼາດການເງິນມັນມີລັກຊະນະທີ່ແຕກຕ່າງຈາກຕະຫຼາດສິນຄ້າ ໂດຍທົ່ວໄປ.
2. ຕະຫຼາດການເງິນໃນປະຈຸບັນນີ້ມັນມີເຄືອງ ແລະ ກົນໄກການເຄືອນໄຫວທີ່ແຕກຕ່າງກັນ.
3. ຂະບວນການເຄືອນຍ້າຍເງິນທຶນໃນພື້ນຖານເສດຖະກິດມີຫຼາຍຮູບແບບ.
3.ບົດບາດຂອງຕະຫຼາດການເງິນມີຫຍັງແດ່ ?
- ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍ ແລະ ອື່ນໆ
- ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ
- ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ສູງຂຶ້ນ
- ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະທດເພີມຂຶ້ນ
- ເຮັດໃຫ້ເກີດຄວາມຈະເລີນທາງດ້ານເສດຖະກິດ
4.ບົດບາດຂອງລັດໃນຕະຫຼາດການເງິນ ແມ່ນແນວໃດ ?
ລັດຖະບານມີໝ້າທີ່ຄຸ້ມຄອງ ແລະ ຄວບຄຸມທຸກການເຄືອນໄຫວຂອງພື້ນຖານເສດຖະກິດ,ໃນນັ້ນຕະຫຼາດການເງິນແມ່ນພາກສ່ວນໝຶ່ງທີ່ສຳຄັນ,ພອ້ມກັນນັ້ນຂວນບວນການເຄື່ອນໄຫວຂອງຕະຫຼາດການເງິນໄດ້ຮຽກຮ້ອງໃຫ້ມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງລັດ.
5.ຕະຫຼາດການເງິນໄດ້ແບ່ງອອກເປັນຈັກປະເພດ ? ປະເພດໃດແດ່ ? (ໃຫ້ອະທິບາຍລະອຽດ)
ມີ 2 ປະເພດຄື:
1. ຕະຫຼາດເງິນ
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນໄລຍະສັ້ນ ເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ, ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...
2. ຕະຫຼາດທຶນ
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.
6.ໂຄງສ້າງຂອງຕະຫຼາດການປະກອບມີຫຍັງແດ່ ?
- ຕະຫຼາດເງິນ ແລະ ຕະຫຼາດທຶນ
- ຕະຫຼາດຂັ້ນໝຶ່ງ ແລະ ຕະຫຼາດຂັ້ນສອງ
- ຕະຫຼາດບໍ່ລວມສູນ ແລະ ຕະຫຼາດຫຼັກຊັບ
7.ຕະຫຼາດເງິນ ແມ່ນເປັນຕະຫຼາດແນວໃດ ?
ແມ່ນເປັນຕະຫຼາດທີ່ມີ ການຊື້-ຂາຍເອກະສານທາງການເງິນໄລຍະສັ້ນ ເຊິ່ງສະແດງຄວາມເປັນເຈົ້າໝີ້ຂອງຜູ້ຖືເອກະສານນັ້ນໆ, ເມື່ອຄົບກຳນົດແລ້ວຜູ້ຖືມີສິດທວງໃຫ້ຜູ້ອອກຕ້ອງໄຖ່ຖອນຄືນ,ອາຍຸບໍ່ເກີນ 1 ປີເຊັ່ນ: ພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມື້ໄດ້...
8.ຕະຫຼາດເງິນມີຄວາມສຳຄັນຄືແນວໃດ ?
ແມ່ນມີຄວາມສຳຄັນໃນການທ້ອນໂຮມ ແລະ ຈັດຫາເງຶນໄລຍະສັ້ນໃຫ້ແກ່ຫົວໝວ່ຍທຸລະກິດຕ່າງໆທີ່ມີຄວາມຕ້ອງການ, ດັ່ງນັ້ນ ຈິ່ງເໝາະສົມສຳລັບຜູ້ທີ່ມີເງິນສ່ວນເກີນ ເພື່ອນຳໄປລົງທຶນໃຫ້ເກີດດອກອອກຜົນດວ້ຍທີ່ການໃຫ້ກູ້ຢືມໂດຍກົງ ຫຼື ອາດຈະເອົາໄປຊື້ຫຼັກຊັບໄລຍະສັ້ນຕາມຄວາມຕ້ອງການຂອງຕົນ.
9.ຕະຫຼາດທຶນ ແມ່ນເປັນຕະຫຼາດແນວໃດ ?
ແມ່ນເປັນຕະຫຼາດທີ່ມີການຊື້-ຂາຍເອກະສານທາງການເງິນທີ່ມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ່ນທຶນ,ຮຸ້ນກູ້ ແລະ ພັດທະບັດປະເພດຕ່າງໆເພື່ອນຳໃຊ້ໃນໂຄງການໄລຍະຍາວ.
10.ຕະຫຼາດທຶນມີຄວາມສຳຄັນຄືແນວໃດ ?
ຕະຫຼາດທຶນຂະຫຍາຍຕົວເຮັດໃຫ້ເກີດປະໂຫຍດຕໍ່ກັບການຈະເລີນເຕີບໂຕທາງດ້ານເສດຖະກິດຢ່າງຫຼວງຫຼາຍ ຕະຫຼາດທຶນຊວ່ຍໃຫ້ທຸລະກິດອຸດສາຫະກຳຕ່າງໆສາມາດລະດົມທຶນໄດ້ສະດວກ, ວອງໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈະຂະຫຍາຍການຜະລິດເຊິ່ງເປັນພື້ນຖານການສ້າງລາຍໄດ້ ແລະ ມາດຖານການຄອງຊີບຂອງປະຊາຊົນ.
11.ຕະຫຼາດທຶນໄດ້ແບ່ງອອກເປັນຈັກປະເພດ ? ປະເພດໃດແດ່ ? (ໃຫ້ອະທິບາຍລະອຽດ)
ມີ 2 ປະເພດຄື:
1.ຕະຫຼາດຂັ້ນໝຶ່ງ
ແມ່ນຕະຫຼາດການເງິນພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະສັ້ນບໍ່ເກີນ 1 ປີ ສະເໝີຂາຍຫຼັກຊັບ ຫຼື ຮຸ້ນ ບໍລິສັດຂອງຕົນໃຫ້ແກ່ນັກລົງທຶນເປັນຄັ້ງທຳອິດ. ຍ້ອນແນວນັ້ນເພີ່ນເອີ້ນວ່າ: ຕະຫຼາດຂັ້ນໝຶ່ງ.
2.ຕະຫຼາດຂັ້ນສອງ
ແມ່ນຕະຫຼາດການເງິນ ພິມຈໍາໝ່າຍ ບັນດາຫຼັກຊັບໃໝ່ ໄລຍະຍາວເກີນ 1 ປີ ຂຶ້ນໄປ ເຊິ່ງນັກລົງທຶນໄດ້ມີການແລກປ່ຽນຊື້-ຂາຍຮຸ້ນ ລະຫວ່າງນັກລົງທຶນດ້ວຍກັນເອງ ເຊິ່ງເປັນທີ່ຮູ້ກັນດີວ່າແມ່ນ: ຕະຫຼາດຫຼັກຊັບ.
12.ການພົວພັນລະຫວ່າງຕະຫຼາດເງິນ ແລະ ຕະຫຼາດທຶນແມ່ນແນວໃດ ?
ແມ່ນເປັນຕະຫຼາດທີ່ມີການພົວພັນເຊິງກັນ ແລະ ກັນ ການປັບນະໂຍບາຍເງິນຕາຈະມີຜົນກະທົບຕໍ່ດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນເຊິ່ງການປ່ຽນດອກເບ້ຍໄລຍະສັ້ນໃນຕະຫຼາດການເງິນຈະສົ່ງຜົນສະທ້ອນໂດຍກົງຕໍ່ສະພາບຄ່ອງຂອງຕະຫຼາດການເງິນ ແລະ ໃນທີ່ສຸດຈະມີຜົນກະທົບຕໍ່ດອກເບ້ຍອື່ນໆລວມທັງໄລຍະຍາວໃນຕະຫຼາດທຶນອີກດວ້ຍ.
13.ຕະຫຼາດຫຼັກຊັບ ແມ່ນຫຍັງ?
ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ - ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.
14.ຕະຫຼາດບໍ່ລວມສູນ ແມ່ນແນວໃດ ?
ແມ່ນບັນດາການເຄືອນໄຫວຊື້ຂາຍຫຼັກຊັບ ໄດ້ປະຕິບັດຢ່າງກະແຈກກະຈາຍໃນບັນດາສະຖານທີ່ ທີ່ແຕກຕ່າງກັນເຊື່ງບໍ່ໄດ້ລວມສູນການຊື້ຂາຍ ໄວ້ໃນສະຖານທີ່ໃດໝຶ່ງ ສະຖານທີ່ໝຶ່ງບໍ່ແນ່ນອນ.
15.ຕະຫຼາດລວມສູນ ແມ່ນຫຍັງ ? (ໃຫ້ຍົກຕົວຢ່າງມາພ້ອມ)
ແມ່ນຕະຫຼາດທີ່ມີ ການແລກປຽ່ນຊື້ ຂາຍບັນດາຫຼັກຊັບ ທີ່ໄດ້ມີການຈັດຕັ້ງປະຕິບັດເປັນລະບົບ ແລະ ລວມສູນໃນສະຖານທີ່ໃດໝຶ່ງທີ່ແນ່ນອນ.
ຕົວຢ່າງ: ຕະຫຼາດລວມສູນຂອງລາວແມ່ນຕະຫຼາດຫຼັກຊັບ ແຫ່ງປະເທດລາວ, ຕະຫຼາດຫຼັກຊັບໂຕກຽວ, ຕະຫຼາດຫຼັກຊັບນິວຢອກ, ຕະຫຼາດຫຼັກຊັບລອນດອນ, ຕະຫຼາດຫຼັກຊັບນະຄອນຫຼວງ ໂຮ່ຈີມິງ ເປັນຕົ້ນ.
16.ບັນດາເຄື່ອງມື ທາງການເງິນໄລຍະສັ້ນມີຫຍັງແດ່ ?
- ພັນທະບັດຄັງເງິນ
- ໃບຢັ້ງຢືນການຝາກເງິນທີ່ສາມາດປ່ຽນກຳມະສິດໃນການຄອບຄອງ.
- ໃບຢັ້ງຢືນການຄ້າ.
- ໃບຢັ້ງຢືນການຊຳລະ.
- ສັນຍາຊື້ຄືນ.
- ຮູບແບບກູ້ຢືມຂ້າມຄືນ ຂອງທະນາຄານກາງ.
- ພັນທະບັດທະນາຄານກາງ.
17.ບັນດາເຄື່ອງມື ທາງການເງິນໄລຍະຍາວມີຫຍັງແດ່ ?
- ພັດທະບັດ ຫຼື ຮຸ້ນກູ້.
- ພັນທະບັດລັດຖະບານ.
- ຮຸ້ນກູ້ຂອງບໍລິສັດ ຫຼື ພັນທະບັດບໍລິສັດ.
- ຮຸ້ນທຶນ.
- ອະສັງຫາລິມາຊັບ.
- ສິນເຊື່ອການຄ້າ ແລະ ສິນເຊື່ອເພື່ອການໃຊ້ສອຍ.
18.ບັນດາຫົວໝ່ວຍທີ່ເຂົ້າຮ່ວມໃນຕະຫຼາດການເງິນມີຫຍັງແດ່ ?
1. ບັນດາຜູ້ຈຳໝ່າຍຮຸ້ນ
2. ບັນດານັກລົງທຶນ (ຜູ້ໃຫ້ກູ້ຢືມ)
3. ບັນດາຜູ້ໃຫ້ບໍລິການໃນຕະຫຼາດການເງິນ
4. ຜູ້ຄຸ້ມຄອງຕະຫຼາດ
19.ພັນທະບັດ ແມ່ນຫຍັງ ?
ພັນທະບັດແມ່ນໃບຢັ້ງຢືນໜີ້ເຊິ່ງລັດຖະບານ ຫຼື ວິສາຫະກິດພິມຈຳໜ່າຍ ໂດຍສັນຍາກັບຜູ້ໃຫ້ກູ້ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນເມື່ອຄົບກຳນົດການໄຖ່ຖອນ.
20.ບັນດາປັດໃຈທີ່ສົງຜົນກະທົບຕໍ່ລາຄາຮຸ້ນກູ້ມີຫຍັງແດ່?
- ຄວາມອາດສາມາດທາງດ້ານການເງິນຂອງຜູ້ອອກກູ້
- ໄລຍະເວລາຄົບກຳນົດ
- ຄາດຄະເນກ່ຽວກັບເງິນເຟີ້
- ການເໜັງຕີງຂອງດອກເບ້ຍຕະຫຼາດ
- ການປ່ຽນແປງຂອງອັດຕາແລກປ່ຽນ
21.ຮຸ້ນສາມັນມີຈຸດພິເສດຫຍັງແດ່?
- ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນເຊິ່ງໃນນັ້ນບໍ່ມີກຳນົດໃນການໄຖ່ຖອນທຶນ
- ຜົົນຕອບແທນຂອງໃບຮຸ້ນແມ່ນຂຶ້ນກັບຜົນການດຳເນີນທູລະກິດຂອງວິສາຫະກິດ(ບໍ່ຄົງທີ່)
- ຜູ້ຖືຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປອ່ນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ລື ຮຸ້ນ)
- ເມື່ອບໍລິສັດຫາກລົ້ມລະລາຍ ຜູ້ຖືຮຸ້ນສາມັນໄດ້ຮັບສວ່ນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອສຸດທິ
- ລາຄາຮຸ້ນມີການເໜັງຕີງຢ່າງວອ່ງໄວໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍອ້ນມີຫຼາຍປັດໄຈສົ່ງຜົນກະທົບ ແຕ່ວ່າປັດໄຈພື້ນຖານທີ່ພາໃຫ້ລາຄາຮຸ້ນມີການ ເໜັງຕີງແມ່ນປະສິດທິຜົນຂອງທຸລະກິດ ແລະ ມູນຄ່າຕະຫຼາດຂອງໃບຮຸ້ນ
22.ເງິນປັນຜົນ ແມ່ນຫຍັງ ?
ເງິນປັນຜົນແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ, ອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼັງເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ບຸລິມະສິດ ແຕ່ລະປີປະທານສະພາບໍລິຫານປະກາດຈ່າຍເງິນປັນຜົນຫຼືວ່າບໍ່ຈ່າຍ ແລະ ມີນະໂຍບາຍການຈ່າຍເງິນປັນຜົນຄືແນວໃດ.
23.ພັນທະບັດແມ່ນຫຍັງ?
ພັນທະບັດແມ່ນໃບຢັ້ງຢືນໜີ້ເຊິ່ງລັດຖະບານ ຫຼື ວິສາຫະກິດພິມຈຳໜ່າຍ ໂດຍສັນຍາກັບຜູ້ໃຫ້ກູ້ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນເມື່ອຄົບກຳນົດການໄຖ່ຖອນ
24.ພັນທະບັດມີຈັກຄຸນລັກສະນະ ຄືຄຸນລັກສະນະຫຍັງແດ່ ?
ພັນທະບັດມີ 4 ຄຸນລັກສະນະ ຄື:
1.ມູນຄ່າກຳນົດ (Par Value)
2.ອັດຕາດອກເບ້ຍ
3.ລາຄາຊື້ພັນທະບັດ
4.ໄລຍະເວລາຂອງພັນທະບັດ
25.ຕົວຢ່າງບໍລິສັດ A ຕອ້ງການລະດົມທຶນ 10 ຕື້ກີບ, ດວ້ຍວິທີການຈຳໜ່າຍພັນທະບັດ 10 ພັນໃບ ຈົ່ງຊອກຫາມູນຄ່າຂອງແຕ່ລະໃບ?
ຕອບ: ມູນຄ່າຂອງແຕ່ລະໃບແມ່ນ: F=10ຕື້ກີບ/10ພັນໃບ=1ລ້ານກີບ
26.ຮຸ້ນກູ້ມີຈັກປະເພດໃຫຍ່ ຄືປະເພດຫຍັງແດ່?
ຕອບ: ຮຸ້ນກູ້ມີ 2 ປະເພດໃຫຍ່ ຄື: ຮຸ້ນກູ້ລັດຖະບານ ແລະ ຮຸ້ນກູ້ວິສາຫະກິດ
27.ຮຸ້ນກູ້ຂອງລັດຖະບານແມ່ນຫຍັງ?
ເປັນຮຸ້ນກູ້ທີ່ອອກໂດຍສູນກາງ ຫຼືທອ້ງຖິ່ນຈຸດປະສົງເພື່ອທົດແທນບັນດາບວ້ງໃຊ້ຈ່າຍເຂົ້າໃນການລົງທຶນຂອງງົບປະະມານລັດຄຸ້ມຄອງອັດຕາເງິນເຟີ້, ສະໜັບສະໜູນບັນດາໂຄງການຂອງລັດ,ຮຸ້ນກູ້ລັດຖະບານເປັນເຄື່ອງພິເສດສຳຄັນ ແລະ ມີປະສິດທິຜົນໃນການລະດົມທຶນໃຫ້ງົບປະມານລັດ ເປັນຮຸ້ນທີ່ບໍ່ສາມາດປ່ຽນສະພາບໄດ້
28.ຮຸ້ນກູ້ວິສາຫະກິດແມ່ນຫຍັງ?
ເປັນຮຸ້ນກູ້ທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍເພື່ອລະດົມທຶນເຂົ້າໃນໂຄງການໄລຍະຍາວໃຫ້ແກ່ວິສາຫະກິດ
29.ຮຸ້ນກູ້ສາມາດໄຖ່ຖອນຄືນກອ່ນຄົບກຳນົດແມ່ນຫຍັງ?
ຕອບ: ແມ່ນຮຸ້ນທີ່ສາມາດຮຽກຊື້ຄືນໄດ້ກອ່ນຮອດກຳນົດ, ຜູ້ຈຳໜ່າຍມີຄວາມໄດ້ປຽບ, ເປັນຮຸ້ນທີ່່ມີດອກເບ້ຍສູງກວ່າຮຸ້ນປະເພດອື່ນ ບໍ່ມີໄລຍະເວລາທີ່ແນ່ນອນ. ບໍລິສັດຮຽກເກັບຄືນຄືນກອ່ນກຳນົດຍອ້ນວ່າທຶນພຽງພໍແລ້ວ
30.ຮຸ້ນກູ້ອອກໂດຍໃບຢັ້້ງຢືນສິດແມ່ນຫຍັງ?
ເປັນຮຸ້ນທີ່ອອກຈຳໜ່າຍໂດຍມີໃບຢັ້ງຢືນສິດແກ່ຜູ້ຖື ມີສິດຊື້ຮຸ້ນສາມັນນໄດ້ຕາມຈຳນວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນ, ມີສິດໃນການສັ່ງຊື້
31.ຮຸ້ນກູ້ມີສະຖຽນລະພາບດ້ານດອກເບ້ຍແມ່ນຫຍັງ?
ແມ່ນຮຸ້ນທີ່ຊຳລະຕາມອັດຕາດອກເບ້ຍໃນນາມ ມີການຈ່າຍດອກເບ້ຍເປັນປະຈຳ ແລະ ເປັນງວດຕາມປົກກະຕິແມ່ນ 6 ເດືອນ ຫຼື 1 ປີຕໍ່ຄັ້ງ, ບັງຄັບໃຫ້ວິສາຫະກິດຕອ້ງມີພັນທະຈ່າຍດອກເບ້ຍຕະຫຼອດໄລຍະທີ່ມີການເກັບຮັກສາ
32.ຮຸ້ນກູ້ທີ່ມີດອກເບ້ຍລອຍຕົວແມ່ນຫຍັງ?
ແມ່ນປະເພດຮຸ້ນກູ້ເຊິ່ງດອກເບ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບ້ຍຕະຫຼາດ ຫຼື ຊຳລະສະສາງອີງຕາມດອກເບ້ຍຕະຫຼາດ
33.ຮຸ້ນກູ້ອັດຕາດດອກເບ້ຍຕ່ຳ ຫຼື ບໍ່ມີດອກເບ້ຍແມ່ນຫຍັງ?
ເປັນຮຸ້ນກູ້ທີ່ລະບຸດອກເບ້ຍຕໍ່າ ຫຼື ບໍ່ມີດອກເບ້ຍ ສວ່ນຫຼາຍຈຳໜ່າຍຕໍ່າກວ່າລາຄາໜ້າໃບ ເມື່ອຄົບກຳນົດການໄຖ່ຖອນແມ່ນຈະໄດ້ຮັບຄົບຕາມມູນຄ່າໜ້າໃບ
34.ຮຸ້ນກູ້ຕ່າງປະເທດແມ່ນຫຍັງ?
ເປັນຮຸ້ນທີ່ພິມຈຳໜ່າຍພາຍໃນປະເທດແຕ່ສະກຸນເງິນທີ່ຊື້ຂາຍ ແມ່ນສະກຸນເງິນຕາຕ່າງປະເທດ ເປົ້າໝາຍແມ່ນເພື່ອຢາກໄດ້ເງິນຕາຕ່າງປະເທດ ຫຼື ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ແລະ ວິສາຫະກິດທີ່ພິມຈຳໜ່າຍຂາຍໃນຕະຫຼາດທຶນສາກົນ
35.ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນແມ່ນຫຍັງ?
ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫຼັກຊັບຄ້ຳປະກັນແຕ່ຕອ້ງຈ່າຍຜົນຕອບແທນ ຫຼື ດອກເບ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງຈາກການດຳເນີນງານ
36.ຮຸ້ນກູ້ທີ່ມີຫຼັກຊັບຄ້ຳປະກັນແມ່ນຫຍັງ?
ແມ່ນບັນດາວິສາຫະກິດທີ່່ຈະພິມຈຳໜ່າຍຮຸ້ນກູ້ຕອ້ງມີການຄ້ຳປະກັນດວ້ຍຊັບສິນ ຫຼື ຫຼັກຊັບ ໃນລະດັບສູງ
37.ຮຸ້ນກູ້ທີ່ບໍ່ມີຫຼັກຊັບຄ້ຳປະກັນແມ່ນຫຍັງ?
ບັນດາບໍລິສັດທີ່ມີຊື່ສຽງ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດສາມາດພິມຈຳໜ່າຍພັນທະບັດໂດຍບໍ່ມີການຄ້ຳປະກັນຍອ້ນວ່າບໍລິສັດດັ່ງກ່າວມີຄວາມໜ້າເຊື່ອຖືພຽງພໍ ເຊິ່ງອາໃສຊື່ສຽງນັ້ນເອງເປັນການຄ້ຳປະກັນ ຖ້າຫາກບໍລິສັດລົ້ມລະລາຍຜູ້ຖືຮູ້ນກູ້ປະເພດນີ້ຈະໄດ້ຮັບການຊຳລະຫຼັງຜູ້ຖືຮຸ້ນທີ່ມີຫຼັກຊັບຄ້ຳປະກັນດວ້ຍຊັບສິນ
38.ຮຸ້ນກູ້ແປງສະພາບໄດ້ແມ່ນຫຍັງ?
ແມ່ນຮຸ້ນກູ້ທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້
39.ຜົນຕອບແທນຂອງຮຸ້ນກູ້ປະກອບມີຫຍັງແດ່?
ຜົນຕອບແທນຂອງຮຸ້ນກູ້ປະກອບມີ:
- ໄດ້ຮັບດອກເບ້ຍເປັນງວດ
- ຜົນຕອບແທນຈາກທຶນ(ສວ່ນຕ່າງລາຄາ)
- ຜົນຕອບແທນຈາກການລົງທຶນກຳໄລ
40.ຄວາມສ່ຽງຂອງຮູ້ນກູ້ມີຄວາມສ່ຽງຫຍັງແດ່ ອະທິບາຍພອ້ມ?
ຄວາມສ່ຽງຂອງຮູ້ນກູ້ມີ:
- ຄວາມສ່ຽງອັດຕາດອກເບ້ຍຄື: ເມື່ອດອກເບ້ຍເພີ່ມຂຶ້ນເຮັດໃຫ້ລາຄາຮຸ້ນກູ້ຫຼຸດລົງ ເມື່ອດອກເບ້ຍຫຼຸຸດລົງຈະເຮັດໃຫ້ລາຄຮຸ້ນເພີ່ມຂື້ນ
- ຄວາມສ່ຽງຊຳລະສະສາງ: ຄວາມສ່ຽງໃນການສຳລະສະສາງເອີ້ນວ່າຄວາມສ່ຽງສິນເຊື່ຶອ ຫຼື ຄວາມສ່ຽງຊຳລະໜີ້ ເປັນຄວາມສ່ຽງທີ່ຜູ້ຈຳໜ່າຍສູນເສຍໜີ້ໝາຍຄວາມວ່າບໍ່ສາມາດຊຳລະສະສາງຖືກຕາມກຳນົດເວລາ ແຕ່ຖ້າເປັນຮຸ້ນກູ້ຂອງລັດຖະບານຖືວ່າບໍ່ມີຄວາມສ່ຽງໃນການສຳລະສະສາງ
- ຄວາມສ່ຽງອັດຕາເງິນດຟີ້: ເອີ້ນວ່າຄວາມສ່ຽງທາງດ້ານຄວາມສາມາດຊື້ ເກີດຂຶ້ນຍອ້ນການປ່ຽນແປງຂອງກະແສເງິນ ຫຼື ຄ່າຂອງເງີນ
- ຄວາມສ່ຽງອັດຕາແລກປ່ຽນ: ສຳລັບຮຸ້ນກູ້ທີ່ໄດ້ພິມຈຳໜ່າຍເປັນສະກຸນເງິນຕາຕ່າງປະເທດ ເມື່ອຄົບກຳນົດການຊຳລະສະສາງແຕ່ຕອ້ງຊຳລະເປັນສະກຸນພາຍໃນ ເຊິ່ງເວລານັ້ນເງິນພາຍໃນພັດອອ່ນຄ່າທຽບກັບສະກຸນເງິນທີ່ຈຳໜ່າຍຮຸ້ນກູ້ເຮັດໃຫ້ຜູ້ພິມຈຳໜ່າຍໄດ້ຮັບສະກຸນເງິນຕາຕ່າງປະເທດໜອ້ຍລົງ ເອີ້ນວ່າຄວາມສ່ຽງອັດຕາແລກປ່ຽນ
41.ປັດໄຈທີ່ສົ່ງຜົນກະທົບຕໍ່ກັບລາຄາຮຸ້ນກູ້ ມີຈັກປັດໄຈ ຄື ປັດໄຈຫຍັງແດ່?
ປັດໄຈທີ່ສົ່ງຜົນກະທົບຕໍ່ກັບລາຄາຮຸ້ນກູ້ ມີ 5 ປັດໄຈ ຄື:
- ຄວາມອາດສາມາດທາງດ້ານການເງິນຂອງຜູ້ອອກກູ້
- ໄລຍະເວລາຄົບກຳນົດ
- ຄາດຄະເນກ່ຽວກັບເງິນເຟີ້
- ການເໜັງຕີງຂອງດອກເບ້ຍຕະຫຼາດ
- ການປ່ຽນແປງຂອງອັດຕາແລກປ່ຽນ
42.ຜົນດີໃນການຈຳໜ່າຍຮຸ້ນກູ້ມີຫຍັງແດ່?
ຜູ້ພິມຈຳໜ່າຍສາມາດກຳນົດລາຍຈ່າຍລວ່ງໜ້າດອກເບ້ຍ ແລະ ເງິນຕົ້ນທຶນຄືນໃນຈຳນວນ ແລະ ເວລາທີ່ແນ່ນອນ, ດອກເບ້ຍທີ່ຈ່າຍເປັນຄ່າໃຊ້ຈ່າຍທີ່ສາມາດຫຼຸດຜອ່ນພາລະການຈ່າຍພາສີອາກອນ ລວມທັງວິທີການຈ່າຍ
43.ຜົນເສຍໃນການຈຳໜ່າຍຮຸ້ນກູ້ມີຫຍັງແດ່?
ເຮັດໃຫ້ຄວາມສ່ຽງຂອງກິດຈະການສູງຂຶ້ນມີຜົນກະທົບຕໍ່ກັບຕົ້ນທຶນສະເລ່ຍຂອງກິດຈະການ, ເວລາຊຳລະສະສາງແມ່ນຊຳລະເທື່ອດຽວໃນຈຳນວນເງິນກອ້ນໃຫຍ່ (ຄວາມສ່ຽງພາຍໃນ) ມີພາລະໃນການຈ່າຍດອກເບ້ຍເປັນປະຈຳ, ຕອ້ງມີແຜນກະກຽມເງິນເພື່ອໄຖ່ຖອນຮຸ້ນກູ້ເມື່ອຄົບກຳນົດ
44.ຫຼັກຊັບທຶນ ຫຼື ຮຸ້ນທຶນມີຈັກປະເພດ ຄືປະເພດຫຍັງແດ່?
ຫຼັກຊັບທຶນ ຫຼື ຮຸ້ນທຶນມີ 2 ປະເພດ ຄື: ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ
45.ຮຸ້ນທຶນແມ່ນຫຍັງ?
ແມ່ນຫຼັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດວ້ຍຮູບແບບໃບຢັ້ງຢືນ ຫຼື ການບັນທຶກບັນຊີເຊິ່ງໄດ້ກນໄດຄວາມເປັນເຈົ້າຂອງ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນສວ່ນໜື່ງໆເຊິ່ງຖືກຕອ້ງຕາມກົດໝາຍ
46.ຮຸ້ນສາມັນແມ່ນຫຍັງ ?
ຮຸ້ນສາມັນເປັນໃບຢັ້ງຢືນກຳມະສິດເປັນເຈົ້າຂອງ ໄດ້ກຳນົດກຳມະສິດຂອງຜູ້ຖືຮຸ້ນຕໍ່ກັບບໍລິສັດຮຸ້ນສວ່ນໜຶ່ງໆ
47.ຮຸ້ນສາມັນມີຈັກຈຸດພິເສດ ? ຄືຈຸດພິເສດຫຍັງແດ່ ?
ມີ 5 ຈຸດພິເສດຄື:
- ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນເຊິ່ງໃນນັ້ນບໍ່ມີກຳນົດໃນການໄຖ່ຖອນທຶນ
- ຜົົນຕອບແທນຂອງໃບຮຸ້ນແມ່ນຂຶ້ນກັບຜົນການດຳເນີນທູລະກິດຂອງວິສາຫະກິດ (ບໍ່ຄົງທີ່)
- ຜູ້ຖືຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປອ່ນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ລື ຮຸ້ນ)
- ເມື່ອບໍລິສັດຫາກລົ້ມລະລາຍ ຜູ້ຖືຮຸ້ນສາມັນໄດ້ຮັບສວ່ນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອສຸດທິ
- ລາຄາຮຸ້ນມີການເໜັງຕີງຢ່າງວອ່ງໄວໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍອ້ນມີຫຼາຍປັດໄຈສົ່ງຜົນກະທົບ ແຕ່ວ່າປັດໄຈພື້ນຖານທີ່ພາໃຫ້ລາຄາຮຸ້ນມີການ ເໜັງຕີງແມ່ນປະສິດທິຜົນຂອງທຸລະກິດ ແລະ ມູນຄ່າຕະຫຼາດຂອງໃບຮຸ້ນ
48.ເງິນປັນຜົນຂອງຮຸ້ນສາມັນແມ່ນຫຍັງ?
ແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼງັເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ຜູ້ຖືຮຸ້ນບູລິມະສິດ
49.ຈົ່ງຂຽນສູດຄິດໄລ່ເງິນປັນຜົນຮຸ້ນສາມັນ?
ເງິນປັນຜົນ = (ກຳໄລສຸດທິ-ຜົນຕອບແທນຮຸ້ນບູລິມະສິດ-ຄັງສະສົມ)/ຈຳນວນຮຸ້ນສາມັນທັງໝົດ
50.ຜົນຕອບແທນ ແລະ ຄວາມສ່ຽງ ຂອງຮຸ້ນສາມັນມີຫຍັງແດ່ ພອ້ມອະທິບາຍ?
ຜົນຕອບແທນຂອງຮຸ້ນສາມັນມີ:
- ເງິນປັນຜົນ: ແມ່ນສວ່ນແບ່ງປັນໃຫ້ແຕ່ລະຮຸ້ນໄດ້ມາຈາກກຳໄລສຸດທິຫຼັງຈາກການຫັກຈ່າຍຄ່າອາກອນ, ຫຼັງຈາກຈ່າຍຜົນຕອບແທນໃຫ້ຮຸ້ນບູລິມະສິດ ແລະ ຫຼັງຫັກລາຍໄດ້ສະສົມເຂົ້າຄັງ
- ຜົນຕອບແທນຈາກທຶນ: ສວ່ນໃຫຍ່ນັກລົງທຶນຈະມີຍຸດທິສາດທຸລະກິດໄລຍະສັ້ນ ຈະຂາຍໃບຮຸ້ນທັນທີເມື່ອລາຄາຂອງຮຸ້ນເພີ່ມຂຶ້ນ ເພື່ຶອຈະໄດ້ຮັບສວ່ນຕ່າງຈາກລາຄາ
ຄວາມສ່ຽງຂອງຮຸ້ນສາມັນ:
ໃນການລົງທຶນ, ຄວາມສ່ຽງເກີດຂຶ້ນຍອ້ນບັນດາປັດໄຈທີ່ຢູ່ນອກບໍລິສັດບໍ່ສາມາດຄວບຄຸມໄດ້ ແລະ ມີຜົນກະທົບຢ່າງໃຫຍ່ຫລວງເຖິງຕະຫຼາດ ແລະ ທຸກໆຫຼັກຊັບເອີ້ນວ່າຄວາມສ່ຽງເປັນລະບົບ (ຄວາມສ່ຽງນອກ) ເຊັ່ນ: ຄວາາມສ່ຽງຕະຫຼາດ, ຄວາມສ່ຽງອັດຕາດອກເບ້ຍ, ຄວາມສ່ຽງດ້ານຄວາມສາມາດຊື້.ກົງກັນຂ້າມ ຄວາມສ່ຽງທີ່ເກີດຂຶ້ນຍອ້ນບັນດາປັດໄຈພາຍນອກບໍ່ສາມາດຄວບຄຸມໄດ້ ແລະ ກະທົບຕໍ່ຂະແໜງການໃດໜຶ່ງ ຫຼື ທັງໝົດບໍລິສັດ ເອີ້ນວ່າຄວາມສ່ຽງບໍ່ເປັນລະບົບ (ຄວາມສ່ຽງພາຍໃນ) ເກີດຈາກການບໍລິຫານກະດຈະການບໍ່ໄດ້ປະສິດທິພາບ
51.ຮຸ້ນບູລິມະສິດແມ່ນຫຍັງ?
ຮຸ້ນບູລິມະສິດເປັນຮຸ້ນທຶນປະເພດໜຶ່ງທີ່ຜູ້ຖືຮຸ້ນ ຈະມີສວ່ນຮວ່ມໃນການເປັນເຈົ້າຂອງກິດຈະການຄ້າຍ ຄືກັບຮຸ້ນສາມັນແຕ່ຄວາມແຕກຕ່າງຢູ່ບອ່ນວ່າຜູ້ຖືຮຸ້ນບູລິມະສິດມີສິດອອກສຽງ ໃນກອງປະຊຸມໜອ້ຍກວ່າຜູ້ຖືຮຸ້ນສາມັນແຕ່ມີສິດພິເສດໃນການໄດ້ຮັບເງິນປັນຜົນເໜືອກວ່າຮຸ້ນສາມັນຄືໄດ້ຮັບເງິນປັນຜົນໃນອັດຕາທີ່ແນ່ນອນ , ເມື່ອບໍລິສັດລົ້ມລະລາຍແມ່ນຈະໄດ້ຮັບສິດໃນການຊຳລະຄືນເງິນທຶນກອ່ນຜູ້ຖືຮຸ້ນສາມັນ, ເປັນປະເພດຮຸ້ນທີ່ມີຄວາມສ່ຽງຕ່ຳ ແລະ ມີໜອ້ຍທີ່່ສຸດໃນຕະຫຼາດຫຼັກຊັບ
52.ຮຸ້ນບູລິມະສິດມີຈັກຈຸດພິເສດ ? ຄືຈຸດພິເສດຫຍັງແດ່ ?
ມີ 2 ຈຸດພິເສດ ຄື: ຈຸດພິເສດຄືກັບຮຸ້ນສາມັນ ແລະ ຈຸດພິເສດຄືກັບພັນທະບັດ
53.ຈົ່ງອະທິບາຍຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບຮຸ້ນສາມັນ ?
ຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບຮຸ້ນສາມັນຢູ່ບອ່ນວ່າຊື້ແລ້ວຊື້ເລີຍບໍ່ມີກຳນົດເວລາ ບໍ່ສາມາດໄຖ່ຖອນຄືນ ຜູ້ຖືຮຸ້ນບູລິມະສິດກໍ່ເປັນຂາຮຸ້ນຜູ້ໜຶ່ງພອ້ມທັງເປັນເຈົ້າຂອງບໍລິສັດ ຍອ້ນແນວນັ້ນສວ່ນທຶນທີ່ປະກອບໂດຍຜ່ານການຊື້ຮຸ້ນແມ່ນຈະຄົງຕົວໄປຕະຫຼອດບໍ່ສາມາດຖອນຄືນໄດ້ແຕ່ວ່າເມື່ອເຂົາເຈົ້າມີຄວາມຕອ້ງການເງິນສາມາດນຳໄປຂາຍໃນຕະຫຼາດຫຼັກຊັບ
54.ຈົ່ງອະທິບາຍຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບພັນທະບັດ ?
ຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບພັນທະບັດຄືຈະໄດ້ຮັບຜົນຕອບແທນຄົງທີ່ໃນອັດຕາທີ່ແນ່ນອນທີ່ກຳນົດໄວ້ໃນໜ້າໃບ
55.ຮຸ້ນບູລິມະສິດມີຈັກປະເພດ ? ຄືປະເພດໃດແດ່ ?
ຮຸ້ນບູລິມະສິດມີ 5 ປະເພດຄື:
- ຮຸ້ນບູລິມະສິດແບບສະສົມ
- ຮຸ້ນບູລິມະສິດແບບບໍ່ສະສົມ
- ຮຸ້ນບູລິມະສິດແບບຮວ່ມຮັບ
- ຮຸ້ນບູລິມະສິດແບບສາມາດແປງສະພາບເປັນຮຸ້ນສາມັນ
- ຮຸ້ນບູລິມະສິດແບບສາມາດໄຖ່ຖອນຄືນໄດ້
56.ຮຸ້ນບູລິມະສິດແບບສະສົມແມ່ນຮຸ້ນແນວໃດ ?
ແມ່ນປະເພດຮຸ້ນບູລິມະສິດທີ່ຮັບດອກເບ້ຍແບບຄົງທີ່ແຕ່ໃນກໍລະນີບໍລິສັດດຳເນີນທຸລະກິດບໍ່ມີກຳໄລ ຫຼື ຈ່າຍບໍ່ຄົບຕາມຈຳນວນຕາມດອກເບ້ຍທີ່ໄດ້ກຳນົດໄວ້ແມ່ນສວ່ນທີ່ເຫຼືອຈະໄດ້ສະສົມໄວ້ໃນປີຕໍ່ໄປ ຫຼື ສອງສາມປີຖັດໄປ
57.ຮຸ້ນບູລິມະສິດແບບບໍ່ສະສົມແມ່ນຮຸ້ນແນວໃດ?
ຮຸ້ນບູລິມະສິດແບບບໍ່ສະສົມເປັນຮຸ້ນທີ່ຈ່າຍຜົນຕອບແທນໃຫ້ເມື່ອບໍລິສັດມີກຳໄລ ເຊິ່ງຸຖ້າຫາກວ່າບໍລິສັດບໍ່ມີເງິນຈ່າຍ ຫຼື ຈ່າຍບໍ່ເຕັມຕາມທີ່ກຳນົດໄວ້ ແມ່ນຈະບໍ່ໄດ້ສະສົມເກັບໄວ້ໃນຕໍ່ໄປອີກຈ່າຍບໍ່ເຕັມຕາມທີ່ກຳນົດໄວ້, ເປັນປະເພດຮຸ້ນທີ່ມີຄວາມສ່ຽງຫຼາຍກວ່າຮຸ້ນບູລິມະສິດ ແລະ ຜົນຕອບແທນກໍ່ຮຽກຮອ້ງສູງກວ່າ
58.ຮຸ້ນບູລິມະສິດແບບຮວ່ມຮັບແມ່ນຮຸ້ນແນວໃດ?
ແມ່ນປະເພດຮຸ້ນທີ່ຜູ້ຖືຮຸ້ນບູລິມະສິດປະເພດນີ້ນອກຈາກຈະໄດ້ຮັບຜົນຕອບແທນຄົງທີ່ແລ້ວ ເມື່ອບໍລິສັດຫາກດຳເນີນທຸລະກິດເກີດມີກຳໄລຫຼາຍ ພາຍຫຼັງບໍລິສັດຊຳລະໜີ້ແລ້ວແມ່ນຈະໄດ້ຮັບສວ່ນແບ່ງຮວ່ມກັບຮຸ້ນສາມັນແຕ່ດອກເບ້ຍຕໍ່າ
59.ຮຸ້ນບູລິມະສິດແບບສາມາດແປງສະພາບເປັນຮຸ້ນສາມັນແມ່ນຮຸ້ນແນວໃດ?
ຮຸ້ນປະເພດນີ້ສາມາດປ່ຽນເປັນຮຸ້ນສາມັນ(ຕາມລະບຽບທີ່ກຳນົດໄວ້) ຕາມອັດຕາສວ່ນໃດໜຶ່ງທີ່ໄດ້ກຳນົດໄວ້ກອ່ນ ຜູ້ຖືຮຸ້ນບູລິມະສິດດັ່ງກ່າວຈະປະະຕິບັດການປ່ຽນຮຸ້ນເມື່ອລາຄາຂອງຮຸ້ນສາມັນເພີ່ມຂຶ້ນ
60.ຮຸ້ນບູລິມະສິດແບບສາມາດໄຖ່ຖອນຄືນໄດ້ແມ່ນຮຸ້ນແນວໃດ?
ບໍລິສັດຈຳນວນໜຶ່ງຕົກຢູ່ໃນສະພາບທີ່ຕອ້ງການແຫຼ່ງທຶນຈຳນວນໃດໜຶ່ງ. ດັ່ງນັ້ນຈຶ່ງພິມຈຳໜ່າຍຮຸ້ນອອກໃນອັດຕາດອກເບ້ຍທີ່ສູງເພື່ອເປັນການຈູງໃຈແກ່ນັກລົງທຶນ ແຕ່ວ່າຮຸ້ນບູລິມະສິດປະເພດນີ້ບໍລິສັດຈະໄຖ່ຖອນຄືນຫຼັງໄລຍະເວລາໃດໜຶ່ງທີ່ແນ່ນອນ ເມື່ອບໍລິສັດມີສະພາບການເງິນທີ່ຂອ້ນຂ້າງດີ
61.ປະສິດທິພາບຂອງຕະຫຼາດການເງິນມີ ຈັກລະດັບ ? ຄືລະດັບຫຍັງແດ່?
ມີ 3 ລະດັບຄື:
- ປະສິດທິພາບລະດັບອອ່ນ: ໃນການສະໜອງຂໍ້ມູນຂ່າວສານອາດມີຜູ້ທີ່ຮູ້ ແລະບໍ່ຮູ້
- ປະສິດທິພາບລະດັບກາງ: ອາດຈະສະໜອງຂໍ້ມູນຂ່າວສານໄດ້ດີ, ຮູ້ຈັກລາຄາທີ່ຊັດເຈນ, ມີຂະໜາດໃຫຍ່ ແລະ ມີຜູ້ເຂົ້າຮວ່ມຫຼາຍ
- ປະສິດທິພາບລະດັບແຂງ: ເປັນຕະຫຼາດທີ່ທັນສະໄໝ ຮູ້ລາຄາເບື້ອງຕົ້ນໃນຕະຫຼາດຂັ້ນ 1 ແລະ 2 , ສາມາດຮູ້ລາຄາປະຈຸບັນ, ແລະ ສະພາບການຕ່າງໆ
ບົດທີ 5
ທະນາຄານທຸລະກິດ ແລະ ສື່ກາງທາງດ້ານການເງິນ
1.ທະນາຄານທຸລະກິດ ໝາຍເຖິງຫຍັງ ?
ແມ່ນສະຖາບັນການເງິນທີ່ຖືກສ້າງຕັ້ງຂຶ້ນເປັນນິຕິບຸກຄົນ ເຊິ່ງດໍາເນີນທຸລະກິດກ່ຽວກັບ ການຮັບຝາກເງິນ,ໃຫ້ກູ້ຢືມເງິນ, ການຊື້ຂາຍເງິນຕາຕ່າງປະເທດ ,ການລົງທຶນກ່ຽວກັບການຢັ້ງຢືນການຄ້າ ແລະ ເອກະສານທີ່ມີຄ່າຄືເງິນ , ການບໍລິການດ້ານການເງິນທັງພາຍໃນ ແລະ ຕ່າງປະເທດ.
2.ທຸລະກິດທະນາຄານ ປະກອບດວ້ຍທຸລະກິດຫຍັງແດ່ ?
- ຮັບຝາກເງິນປະເພດຕ່າງໆເຊັ່ນ: ເງິນຝາກກະແສລາຍວັນ, ເງິນຝາກປະຢັດ, ເງິນຝາກມີກຳນົດສາມເດືອນ, ຫົກເດືອນ,ໝຶ່ງປີ ແລະ ເກີນໝຶ່ງປີ ໂດຍດອກເບ້ຍ ຫຼື ບໍ່ມີດອກເບ້ຍ
- ສະໝອງສິນເຊືອດວ້ຍຮູບການໃຫ້ກູ້ຢືມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ,ການຊື້ຫຼຸດ ແລະ ຮັບຊື້ຫຼຸດເອກະສານມີຄ່າ, ການຄ້ຳປະກັນ.
- ໃຫ້ການບໍລິການຊຳລະ ແລະ ຮຽບເກັບ
- ອອກ ແລະ ຄຸ້ມຄອງເຄືອງມືຊຳລະເຊັ່ນ: ບັດຊຳລະປະເພດຕ່າງໆ
- ຊື້-ຂາຍເງິນຕາຕ່າງປະເທດ
- ໃຫ້ບໍລິການຮັກສາຄວາມປອດໄພເອກະສານ ແລະ ວັດຖຸມີຄ່າ
3.ພາລະບົດບາດ ຂອງທະນາຄານທຸລະກິດຕິດພັນກັບ ການຂະຫຍາຍຕົວຂອງພື້ນຖານເສດຖະກິດມີພາລະບົດບາດໃດແດ່ ຂອງທະນາຄານທຸລະກິດ ?
- ເປັນບ່ອນສະໝອງທຶນໃຫ້ແກ່ພື້ນຖານເສດຖະກິດ.
- ເປັນຂົວຕໍ່ລະຫວ່າງເສດຖະກິດກັບຕະຫຼາດ
- ເປັນເຄື່ອງມືສຳລັບໃຫ້ລັດດັບປັບຄຸ້ມຄອງມະຫາພາກ ຕໍ່ພື້ນຖານເສດຖະກິດ.
- ເປັນຂົວຕໍ່ລະຫວ່າງການເງິນແຫ່ງລັດກັບການເງິນສາກົນ
4.ທະນາຄານທຸລະກິດໃນ ສປປ ລາວ ປະກອບມີບັນດາທະນາຄານໃດແດ່?
1. ທະນາຄານທຸລະກິດລັດ
2. ທະນາຄານຫຸ້ນສ່ວນ (ລວມທັງຮວ່ມທຶນ)
3. ທະນາຄານເອກກະຊົນ
4. ທະນາຄານສາຂາຕ່າງປະເທດ
5. ບັນດາຮູບການທະນາຄານອືນໆ
5.ໃນພື້ນຖານເສດຖະກິດຕະຫຼາດ ການສ້າງຕັ້ງຮູບແບບທະນາຄານທຸລະກິດພາຍໃຕ້ຮູບການມີທະນາຄານໃດແດ່ ?
- ທະນາຄານທຸລະກິດຫຼາຍຂະແໝງ
- ທະນາຄານທຸລະກິດສະເພາະ
- ທະນາຄານທີ່ເຮັດໝ້າທີ່ຂາຍຍົກ
- ທະນາຄານເຮັດໝ້າທີ່ບໍລິການຂາຍຍ່ອຍ
6.ໝ້າທີ່ເບື້ອງຊັບສິນຂອງທະນາຄານທຸລະກິດມີຈັກໝ້າທີ່ ? ຄືໝ້າທີ່ໃດແດ່ ?
ມີ 4 ໝ້າທີ່ຄື:
1. ໝ້າຂອງຄັງຍ່ອຍ
2. ໝ້າທີ່ໃຫ້ກູ້ຢືມ
3. ໝ້າທີ່ລົງທຶນດ້ານການເງິນ
4. ໝ້າທີ່ອື່ນໆ
7.ໝ້າທີ່ເບື່ອງໝີ້ສິນຂອງທະນາຄານທຸລະກິດມີໝ້າທີຫຍັງແດ່ ?
1. ໝ້າທີ່ຮັບຝາກ
2. ໝ້າທີ່ການພີມຈຳໝ່າຍເອກະສານແບບພີມທີ່ມີຄ່າ
3. ໝ້າທີ່ການໄປກູ້ຢືມ
4. ໝ້າທີ່ລະດົມທຶນອື່ນໆ
8.ບັນດາສະຖາບັນການເງິນ ນອກລະບົບທະນາຄານມີຫຍັງແດ່ ?
1. ບັນດາບໍລິສັດການເງິນ
2. ບັນດາຫົວໝວ່ຍການປະຫຍັດຕາມສັນຍາ (Contractual Saving Instutions).
3. ບັນດາສື່ກາງທາງດ້ານການລົງທຶນ (Investmant Intermediaries).
9.ໃນປະຈຸບັນບັນດາບໍລິສັດການເງິນມີຢູ່ຈັກແບບ ?ແບບໃດແດ່ ?
ມີ 3 ແບບຄື:
1. ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ
2. ບໍລິສັດການເງິນເພື່ອການບໍລິໂພກ
3. ບໍລິສັດການເງິນເພື່ອການດຳເນີນທຸລະກິດ
10.ບໍລິສັດການເງິນເພື່ອການບໍລິໂພກ ແມ່ນແນວໃດ ?
ແມ່ນການທີ່ວິສາຫະກິດສະໝອງເງິນທຶນຂອງຕົນໃຫ້ແກ່ບັນດາຄອບຄົວ ແລະ ບຸກຄົນກູ້ຢືມເພື່ອນຳໃຊ້ເຂົ້າໃນຄວາມຕ້ອງການຊື້ສິນຄ້າໃນການໃຊ້ສອຍ.
11.ບໍລິສັດການເງິນເພື່ອການດຳເນີນທຸລະກິດ ແມ່ນແນວໃດ ?
ແມ່ນການໃຫ້ສິນເຊື່ອໃນຮູບແບບ ຂອງການໃຫ້ຄ້ຳປະກັນການຊຳລະສະສາງບໍລິສັດສະໝອງສິນເຊື່ອດວ້ຍການຊື້ຄືນ (ຊື້ຫຼຸດ) ບັນດາບວ້ງເງິນທິີ່ຕ້ອງຮັບຂອງບັນດາຫົວໝວ່ຍທຸລະກິດ.
12.ບໍລິສັດການເງິນເພື່ອສົ່ງເສີມການຂາຍສິນຄ້າ ແມ່ນຫຍັງ ?
ແມ່ນການໃຫ້ກູ້ຢືມທາງອອ້ມແກ່ຜູ້ຊົມໃຊ້ເພື່ອຊື້ສິນຄ້າ ແລະ ບໍລິການຈາກຜູ້ຂາຍລາຍຍ່ອຍ ຫຼື ຈາກຜູ້ຜະລິດໃດໝຶ່ງ.
ບົດທີ 6
ອັດຕາດອກເບ້ຍ
1.ອັດຕາດອກເບ້ຍ ແມ່ນຫຍັງ ?
ແມ່ນລາຄາຂອງສິນເຊື່ອ ລາຄາຂອງສາຍພົວພັນການກູ້ຢືມ ຫຼື ໃຫ້ເຊົ້າບໍລິການກ່ຽວກັບທຶນພາຍໃຕ້ຮູບການຂອງເງິນຕາ ຫຼື ບັນດາຊັບສິນທີ່ມີມູນຄ່າແຕກຕ່າງກັນ ເມື່ອເຖິງກຳນົດເວລາຜູ້ກູ້ຢືມເປັນຈຳນວນເງິນໃດໝຶ່ງເອີ້ນວ່າ: ກຳໄລ.
2.ອັດຕາດອກເບ້ຍໃນການທະນາຄານມີອັດຕາດອກເບ້ຍຫຍັງແດ່ ?
- ອັດຕາດອກເບ້ຍເງິນຝາກທະນາຄານ
- ອັດຕາດອກເບ້ຍເງິນກູ້
- ອັດຕາດອກເບ້ຍຊື້ຫຼຸດ
- ອັດຕາດອກເບ້ຍຊື້ຄືນ
3.ອັດຕາດອກເບ້ຍເງິນຝາກທະນາຄານ ແມ່ນແນວໃດ ?
ແມ່ນອັດຕາດອກເບ້ຍທີ່ທະນາຄານຕ້ອງຈ່າຍໃຫ້ບັນດາບັນຊີເງິນຝາກທີ່ຝາກໃຫ້ທະນາຄານ.
4.ລະດັບອັດຕາດອກເບ້ຍເງິນຝາກ ແມ່ນຂຶ້ນຢູ່ກັບຫຍັງ ?
1. ສະກຸນເງິນຝາກ ເປັນເງິນຕາພາຍໃນ ຫຼື ເງິນຕ່າງປະເທດ
2. ຊະນິດຂອງບັນຊີເງິນຝາກ ເປັນບັນຊີເງິນຝາກເພື່ອການຊຳລະ ຫຼື ເງິນຝາກປະຢັດ.
3. ໄລຍະເວລາການຝາກເງິນເປັນໄລບະສັ້ນ ແລະ ໄລຍະຍາວ
4. ປະລິມານຂອງການຝາກເງິນ
5.ອັດຕາດອກເບ້ຍຊື້ຫຼຸດ ແມ່ນແນວໃດ ?
ແມ່ນນຳໃຊ້ໃນເວລາທີ່ທະນາຄານ ໃຫ້ລູກຄ້າກູ້ຢືມເງິນໃນຮູບແບບຊື້ຫຼຸດໃບຢັ້ງຢືນການຄ້າ ຫຼື ເອກກະສານມີຄ່າປະເພດຕ່າງໆ ທີ່ຍັງບໍ່ທັນຮອດເວລາໃນການສຳລະສະສາງ.
6.ອັດຕາດອກເບ້ຍຊື້ຄືນ ແມ່ນແນວໃດ ?
ແມ່ນນຳໃຊ້ໃນເວລາທີ່ທະນາຄານກາງ ໃຫ້ກູ້ຢືມແກ່ທະນາຄານທຸລະກິດດວ້ຍຮູບການຊື້ຫຼຸດຄືນໃໝ່ບັນດາການຄ້າ ຫຼື ບັນດາເອກກະສານໄລຍະສັ້ນ ທີ່ຍັງບໍ່ທັນຮອດກຳນົດຊຳລະສະສາງ.
7.ອັດຕາດອກເບ້ຍໃນຕະຫຼາດລະຫວ່າງທະນາຄານ ແມ່ນຫຍັງ ?
ແມ່ນໄດ້ກໍາເນີດມາຈາກສາຍພົວພັນການສະໝອງ ແລະ ຄວາມຕ້ອງການທາງດ້ານການເງິນທຶນໃນຕະຫຼາດ ແລະ ພາຍໃຕ້ການຊີ້ນຳຂອງທະນາຄານກາງໂດຍອີງໃສອັດຕາດອກເບ້ຍເງິນກູ້ທີ່ທະນາຄານກາງໃຫ້ທະນາຄານທຸລະກິດກູ້ຢືມ, ອັດຕາດອກເບ້ຍນີ້ກໍ່ຍັງຂື້ນກັບການຂະຫຍາຍຕົວຂອງການເຄື່ອນໄຫວໃນຕະຫຼາດເປີດ ແລະ ອັດຕາສວ່ນຂອງການນຳໃຊ້ເງິນທຶນກູ້ຢືມຈາກທະນາຄານກາງຂອງບັນດາທຸລະກິດ.
8.ອັດຕາດອກເບ້ຍອ້າງອີງ ແມ່ນຖືກນຳໃຊ້ໃນເວລາໃດ ?
1. ໃຊ້ເປັນພື້ນຖານໃນການກຳນົດອັດຕາດອກເບ້ຍເພື່ອດຳເນີນທຸລະກິດຂອງຕົນ.
2. ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການປ່ອຍສິນເຊື່ອ.
3. ນຳໃຊ້ໃນເວລາທີ່ທະນາຄານທຸລະກິດດຳເນີນການລະດົມທຶນ.
9.ບົດບາດອັດຕາດອກເບ້ຍໃນພື້ນຖານເສດຖະກິດມີບົດບາດຫຍັງແດ່ ?
1. ບົດບາດຂອງດອກເບ້ຍ ໃນການເພີ່ມທະວີເສດຖະກິດ
2. ບົດບາດຂອງອັດຕາດອກເບ້ຍຕໍ່ກັບການລົງທຶນ
3. ບົດບາດຂອງອັດຕາດອກເບ້ຍຕໍ່ກັບການປະຢັດ ແລະ ການບໍລິໂພກ
4. ບົດບາດຂອງອັດຕາດອກເບ້ຍຕໍ່ກັບດັດສະນີລາຄາຜູ້ບໍ່ລິໂພກ
5. ບົດບາດຂອງດອກເບ້ຍກັບອັດຕາແລກປ່ຽນ
6. ບົດບາດອັດຕາດອກເບ້ຍໃນຂະບວນການແຈກຢາຍແຫຼ່ງຊັບພະຍາກອນ
7. ບົດບາດຂອງດອກເບ້ຍຕໍ່ກັບການເຄື່ອນໄຫວຂອງທະນາຄານທຸລະກິດ
10.ວິທີຄິດໄລ່ອັດຕາດອກເບ້ຍມີອັດຕາດອກເບ້ຍໃດແດ່ ?
1. ອັດຕາດອກເບ້ຍດ່ຽວ
2. ອັດຕາດອກເບ້ຍເພີ່ມຜົນ
3. ອັດຕາດອກເບ້ຍຈ່າຍຕົວຈິງ
4. ລະດັບຜົນຕອບແທນ ໃນອັດຕາດອກເບ້ຍທະວີຄູນສະເຫຼ່ຍ
5. ອັດຕາດອກເບ້ຍໃນນາມ ແລະ ອັດຕາດອກເບ້ຍຕົວຈິງ
6. ອັດຕາດອກເບ້ຍຊື້ຫຼຸດ ແລະ ຄາດຄະເນອັດຕາດອກເບ້ຍ
11.ທະນາຄານທຸລະກິດໃນປະເທດລາວນຳໃຊ້ອັດຕາດອກເບ້ຍອ້າງອີງໃນລັກສະນະໃດ ?
ແມ່ນໃນລັກສະນະຂອງທະນາຄານກາງເປັນຜູ້ກຳນົດຂຶ້ນ ມາຈາກລະດັບອັດຕາດອກເບ້ຍເງິນກູ້ຕ່ຳສຸດຂອງທະນາຄານກາງ.
12.ອັດຕາດອກເບ້ຍຈັດຢູ່ໃນບັນດາຄຸນລັກສະນະໃນການໃຫ້ຜົນຕອບແທນອັດຕາດອກເບ້ຍ ແມ່ນມີອັດຕາດອກເບ້ຍໃດແນ່ ?
- ອັດຕາດອກເບ້ຍໃນນາມ
- ອັດຕາດອກເບ້ຍຕົວຈິງ
- ອັດຕາດອກເບ້ຍຈ່າຍຕົວຈິງ
13.ອັດຕາດອກເບ້ຍໃນນາມ ໝາຍເຖິງອັດຕາດອກເບ້ຍຫຍັງ ?
- ອັດຕາດອກເບ້ຍທີ່ຄິດໄລ່ຕາມມູນຄ່າໃນນາມຂອງເງິນຕາ
- ດອກເບ້ຍທີ່ຍັງບໍ່ທັນໄດ້ຫຼັກອັດຕາເງິນເຟີ້ອອກ
- ອັດຕາດອກເບ້ຍທີ່ແຈ້ງໄວ້ຢ່າງເປັນທາງການໃນບັນດາສິນເຊື່ອຕ່າງໆ ແລະ ໄດ້ກຳນົດໄວ້ຢ່າງຊັດເຈນໃນສັນຍາກູ້ຢືມຊະນິດຕ່າງໆ.
14.ອັດຕາດອກເບ້ຍຕົວຈິງ ແມ່ນອັດຕາດອກເບ້ຍຫຍັງ ?
ແມ່ນອັດຕາດອກເບ້ຍ ທີ່ໄດ້ປັບປຸງໃຫ້ແທດເໝາະກັບການປຽ່ນແປງຂອງອັດຕາເງິນເຟີ້.
15.ອັດຕາດອກເບ້ຍຈ່າຍຕົວຈິງ ໝາຍເຖິງອັດຕາດອກເບ້ຍຫຍັງ ?
ແມ່ນອັດຕາດອກເບ້ຍທີ່ຂຽນໄວ້ໃນສັນຍາ ຫຼື ອາດຈະຈ່າຍດອກເບ້ຍເປັນງວດ, ເປັນເດືອນ, ເປັນໄຕມາດ.
16.ຖ້າອີງໃສ່ລັກສະນະຄວາມອ່ອນໄຫວຂອງຂອງອັດຕາດອກເບ້ຍ ມີອັດຕາດອກເບ້ຍຫຍັງແດ່ ?
- ອັດຕາດອກເບ້ຍຄົງທີ່
- ອັດດອກເບ້ຍລອຍຕົວ
17.ອັດຕາດອກເບ້ຍຄົງທີ່ ແມ່ນອັດຕາດອກເບ້ຍຫຍັງ ?
ແມ່ນອັດຕາດອກເບ້ຍ ທີ່ກຳນົດຕາຍຕົວໃນຕະຫຼາດໄລຍະເວລາຂອງສັນຍາກູ້ຢືມ.
18.ອັດຕາດອກເບ້ຍລອຍຕົວ ແມ່ນມີລັກສະນະຄືແນວໃດ ?
ແມ່ນອັດຕາດອກເບ້ຍທີ່ສາມາດເພີ່ມຂຶ້ນ ຫຼື ຫຼຸດລົງໄດ້ຕາມອັດຕາດອກເບ້ຍໃນຕະຫຼາດຕະຫຼອດຂອງສັນຍາເງິນກູ້.
19.ອັດຕາດອກເບ້ຍ ໂດຍອີງໃສ່ສະກຸນເງິນ ແມ່ນມີອັດຕາດອກເບ້ຍຫຍັງແດ່ ?
- ອັດຕາດອກເບ້ຍຂອງເງິນພາຍໃນປະເທດ
- ອັດຕາດອກເບ້ຍຂອງເງິນຕາຕ່າງປະເທດ
20.ດອກເບ້ຍມີບົດບາດໃນການປະຢັດ ແລະ ການບໍລິໂພກຄືແນວໃດ ?
ອັດຕາດອກເບ້ຍສູງຂື້ນ, ເຮັດໃຫ້ຄົນເຮົາມີຄວາມຕ້ອງການເກງກໍາໄລທັງດ້ານອັດຕາດອກເບ້ຍຫຼາຍຂື້ນພາໃຫ້ມີການປະຢັດຫຼາຍຂື້ນ, ອັດຕາດອກເບ້ຍເພີ່ມຂື້ນສູງເຮັດໃຫ້ຄົນມີການປະຢັດຫຼາຍຂື້ນ ຈຶ່ງມີຜົນເຮັດໃຫ້ການບໍລິໂພກຫຼຸດລົງ
ບົດທີ 7
ນະໂບບາຍເງິນຕາແຫ່ງຊາດ
1.ນະໂຍບາຍເງິນຕາແຫ່ງຊາດ ແມ່ນຫຍັງ ?
ແມ່ນນະໂຍບາຍທາງດ້ານເສດຖະກິດໂດຍສະເພາະ ແມ່ນນະໂຍບາຍທີ່ຈຸດປະສົງ ໃນການຄຸ້ມຄອງປະລິມານເງິນໃນຂອບຈໍລະຈອນ ໃຫ້ພຽງພໍກັບຄວາມຕ້ອງການໃນການຊຳລະສະສາງທາງດ້ານເສດຖະກິດ ໃນແຕ່ລະຊວ່ງໃນແຕ່ລະໄລຍະເຊິງມັນເປັນນະໂຍບາຍໄລຍະສັ້ນ ຖ້າທຽບໃສ່ນະໂຍບາຍທາງດ້ານເສດຖະກິດ ຫຼື ນະໂຍບາຍການເງິນເພື່ອໃຫ້ເຂົ້າໃຈໄດ້ຢ່າງຊັດເຈນຍິ່ງຂື້ນ.
2.ນະໂຍບາຍເງິນຕາຜ່ອນຄາຍມີຫຍັງແດ່ ?
- ແມ່ນແນ່ໃສເພີ່ມປະລິມານເງິນສະໝອງ
- ສົ່ງເສີ່ມການລົງທຶນ
- ເປີດກ້າວງການຜະລິດທຸລະກິດ
- ສ້າງວຽງເຮັດງານທຳ
- ນະໂຍບາຍເງິນຕາແນ່ໃສດ້ານການທົດຖອຍຂອງເສດຖະກິດ
- ຕ້ານໄພຫວາງງານ
3.ນະໂຍບາຍເງິນຕາຮັດກຸມ ແມ່ນຫຍັງ ?
- ແນ່ໃສຫຼຸດຜ່ອນປະລິມານເງິນສະໝອງ
- ຈຳກັດການລົງທຶນ
- ຖວ່ງດຶງການຂະຫຍາຍຕົວເກີນຂີດຂອງພື້ນຖານເສດຖະກິດ
- ນະໂຍບາຍເງິນຕາແນ່ໃສ່ຕ້ານເງິນເຟີ້
4.ເປົ້າໝາຍນະໂຍບາຍເງິນຕາແຫ່ງຊາດມີຫຍັງແດ່ ?
- ຄຸ້ມຄອງໄພເງິນເຟີ້,ສ້າງສະຖຽນນະພາບຂອງຄ່າເງິນຕາພາຍໃນປະເທດ
- ສ້າງວຽກເຮັດງານທຳ
- ສ້າງຄວາມເຕີບໂຕ ທາງດ້ານເສດຖະກິດ
- ສ້າງສາຍພົວພັນລະຫວ່າງບັນດາເປົ້າໝາຍດວ້ຍກັນ
5.ເຄື່ອງມືນະໂຍບາຍເງິນຕາມີຫຍັງແດ່ ?
- ຕະຫຼາດເປີດ
- ນະໂຍບາຍຮັບຊວ່ງຊື້ຫຼຸດ
- ຄັງແຮຝາກບັງຄັບ
- ການຄວບຄຸມເພດານສິນເຊື່ອ
- ການຄຸ້ມຄອງດອກເບ້ຍຂອງທະນາຄານທຸລະກິດ
6.ເນື້ອໃນຂອງນະໂຍບາຍການເງິນມີນະໂຍບາຍຫຍັງແດ່ ?
- ນະໂຍບາຍກ່ຽວກັບທຶນ
- ນະໂຍບາຍກ່ຽວກັບບັນດາວິສາຫະກິດ
- ນະໂຍບາຍກ່ຽວກັບງົບປະມານແຫ່ງລັດ
- ນະໂຍບາຍກ່ຽວກັບການເງິນລະຫວ່າງປະເທດ
- ນະໂຍບາຍກ່ຽວກັບເງິນຕາ ແລະ ສິນເຊື່ອ
7.ຕະຫຼາດເປີດ ແມ່ນຫຍັງ ?
ແມ່ນການທີ່ທະນາຄານການຊື້ ແລະ ຂາຍເອກະສານມີຄ່າ, ເຊິ່ງຕົ້ນຕໍແມ່ນແມ່ນພັນທະບັດໄລຍະສັ້ນຂອງຄັງເງິນແຫ່ງຊາດ, ແນ່ໃສເຮັດໃຫ້ປະລິມານເງິນສະໝອງມີການປ່ຽນແປງ.
8.ຕະຫຼາດເປີດ ແມ່ນເຄື່ອງມືທີ່ສຳຄັນກວ່າໝູ່ຂອງທະນາຄານກາງ ໃນວຽກງານການດັດສົມປະລິມານເງິນສະໝອງ, ຍ້ອນວ່າ ທ່າໄດ້ປຽບຂອງມັນມີຫຍັງແນ່ ?
- ທະນາຄານກາງ ສາມາດຄວບຄຸມວິຊາດ້ານການຕະຫຼາດເສລີໄດ້ທັງໝົດ.
- ມີໄຫວພິບ ແລະ ຊັດເຈນ, ສາມາດນຳໃຊ້ຢູ່ໃນລະດັບໃດກໍ່ໄດ້, ສາມາດດັດປັບປະລິມານການສະໝອງເງິນໃຫ້ຫຼາຍ ຫຼື ໝ້ອຍໄດ້.
- ທະນາຄານກາງສາມາດປັບປ່ຽນສະຖານະຂອງຕົນໄດ້ຢ່າງງ່າຍດາຍ
- ປະຕິບັດໄດ້ຢ່າງວອ່ງໄວ, ສິ້ນເປືອງດ້ານຄ່າໃຊ້ຈ່າຍ ແລະ ເວລາໝ້ອຍ.
ບົດທີ 8
ການເງິນລະຫວ່າງປະເທດ
1.ລາຄາຊື້ ແມ່ນຫຍັງ ?
ແມ່ນອັດຕາທີ່ທະນາຄານສະເໝີລາຄາສາມາດຊື້ເງິນຕາທີ່ຖືກຕັ້ງລາຄານັ້ນ.
2.ລາຄາຂາຍ ແມ່ນຫຍັງ ?
ແມ່ນອັດຕາທີທະນາຄານສະເໝີລາຄາສາມາດຂາຍ ເງິນຕາທີ່ຖືກຕັ້ງລາຄານັ້ນ.
3.ອັດຕາແລກປ່ຽນທັດທີ ແມ່ນຫຍັງ ?
ແມ່ນອັດຕາທີ່ໄດ້ຕົກລົງກັນໄດ້ໃນມື້ນີ້ແຕ່ການດຳເນີນການຊຳລະສະສາງຈະເກີດຂື້ນໃນສອງວັນລັດຖະການ (ໂດຍຖົ່ວໄປ ຖ້າບໍ່ມີການຂັດຂ້ອງ ແມ່ນຈະດຳເນີນໃນວັນທີ່ສອງຂອງວັນລັດຖະການ).
4.ອັດຕາແລກປ່ຽນມີກຳນົດເວລາ ແມ່ນຫຍັງ ?
ແມ່ນອັດຕາການຂາຍທີ່ໄດ້ຕົກລົງກັນໃນມື້ນີ້ ແຕ່ການດຳເນີນການຊຳລະສະສາງ ແມ່ນເກີດຂຶ້ນພາຍຫຼັງສາມມື້ລັດຖະການຂຶ້ນໄປ.
5.ອັດຕາຊື້ຂາຍໃນເວລາເປີດຕະຫຼາດແມ່ນແນວໃດ ?
ແມ່ນອັດຕາຊື້ຂາຍທີນຳໃຊ້ໃນສັນຍາທີ່ເລີມຕົ້ມໃນການແລກປ່ຽນຊື້ຂາຍ.
6.ອັດຕາຊື້ຂາຍໃນເວລາປິດຕະຫຼາດ ແມ່ນແນວໃດ ?
ແມ່ນອັດຕາການຊື້ຂາຍ ທີ່ນຳໃຊ້ໃນສັນຍາການຊື້ຂາຍໃນຄັ້ງສຸດທ້າຍຂອງມື້ນັ້ນ.
7.ອັດຕາການແລກປ່ຽນໄຂ່ວ ແມ່ນຫຍັງ ?
ແມ່ນອັດຕາແລກປ່ຽນລະຫວ່າງເງິນສອງສະກຸນ ເຊິງເອົາເງິນສະກຸນທີ່ສາມອ້າງອີງ.
8.ອັດຕາແລກປ່ຽນແບບໂອນບັນຊີ ແມ່ນຫຍັງ ?
ແມ່ນການແລກປ່ຽນຊື້ຂາຍເງິນຕາຕ່າງປະເທດ ໃນບັນຊີເງິນຝາກໃນທະນາຄານ.
9.ອັດຕາເງິນສົດ ແມ່ນຫຍັງ ?
ແມ່ນອັດຕານຳໃຊ້ເຂົ້າໃນການແລກປ່ຽນ ຊື້ຂາຍເງິນຄຳເງິນຕາຈາກຕ່າງປະເທດ, ແຊັກ ທ່ອງທ່ຽວ ແລະ ບັດສິນເຊື່ອ (ບັດຖອນເງິນ ) ໂດຍປົກກະຕິແລ້ວອັດຕາເງິນສົດ ລາຄາຊື້ຈະຖືກກວ່າລາຄາຂາຍ ເມືອທຽບກັບອັດຕາແລກປ່ຽນແບບໂອນບັນຊີ.