ການອອມ

 ການອອມ

ການ​ອອມ​ເປັນ​ການ​ເກັບ​ສະ​ສົມ​ເງິນ​ລາຍ​ໄດ້​ໃນ​ສ່ວນ​ຕ່າງໆ ໄວ້​ໃຊ້​ຈ່າຍ​ໃນ​ອະນາຄົດ​ທັງໝົດ​ເຖິງ​ການ​ສະ​ສົມ​ສິ່ງ​ທີ່​ມີ​ຄ່າ​ເປັນ​​ເງິນ ແລະ ​ມີ​ປະໂຫຍດ​ຕໍ່​ຄອບຄົວ ຊຶ່ງ​ເປັນ​ການສ້າງ​ຫຼັກ​ປະ​ກັນ​ຄວາມໝັ້ນຄົງ​ໃຫ້​ກັບ​ຕົນເອງ ແລະ​ ກໍ່​ໃຫ້​ເກີດ​ສະຖຽນລະພາບ​ທາງເສດຖະກິດ ການ​ອອມ​ຈຶ່ງ​ມີ​ຄວາມ​ສຳຄັນ​ຕໍ່​ລະບົບ​ເສດຖະກິດ ເພາະ​ມີ​ຄວາມ​ສຳຄັນ​ຕໍ່​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນ ຄອບຄົວ ແລະ​ ສັງຄົມ ຈຶ່ງ​ຖື​ວ່າ​ການ​ອອມ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ແລະ​ ສັງຄົມ​ຂອງ​ປະເທດ.

1.1.ຄວາມໝາຍຂອງ ການອອມ.

            ການ​ອອມ ໝາຍ​ເຖິງ ການ​ເກັບ​ສະ​ສົມ​ເງິນ​ລາຍ​ໄດ້​ໃນ​ສ່ວນ​ຕ່າງ​ໆ ໄວ້​ໃຊ້​ຈ່າຍ​ໃນ​ອະນາຄົດ​ທັງໝົດ​ເຖິງ​ການ​ສະ​ສົມ​ສິ່ງ​ທີ່​ມີ​ຄ່າເປັນ​ຕົວ​ເງິນ​ ແລະ​ ມີ​ປະໂຫຍດ​ຕໍ່​ຄອບຄົວ ເຊັ່ນ: ທອງ​ຄຳ, ເພັດ, ເຄື່ອງ​ປະ​ດັບ, ທີ່​ດິນ ແລະ​ ອື່ນ​ໆ ເປັນ​ຕົ້ນ ຊຶ່ງ​ການ​ເກັບລາຍ​ໄດ້​ສຸດ​ທິ​ເມື່ອ​ຫັກ​ລາຍ​ຈ່າຍ​ແລ້ວ​ ຈະ​ມີ​ສ່ວນ​ທີ່​ເຫຼືອ​ຢູ່​ເອີ້ນວ່າ ເງິນ​ອອມ.


1.2.ຄວາມສຳຄັນຂອງການອອມ.

            ຄວາມ​ສຳຄັນ​ຂອງ​ການ​ອອມ ການ​ອອມ​ເປັນ​ການສ້າງ​ຫຼັກ​ປະ​ກັນ​ຄວາມໝັ້ນຄົງ​ໃຫ້​ກັບ​ຕົນ​ເອງ ແລະ ​ກໍ່​ໃຫ້​ເກີດສະຖຽນລະພາບ​ທາງ​ເສດຖະກິດ ຈຶ່ງ​ມີ​ຄວາມ​ສຳຄັນ​ຕໍ່​ລະບົບ​ເສດຖະກິດ ເພາະ​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ຢູ່​ຂອງ​ປະຊາຊົນຄອບຄົວ ​ແລະ ​ຊຸມ​ຊົນ.

1.3.ປະໂຫຍດຂອງການອອມ.

ປະໂຫຍດ​ຂອງ​ການ​ອອມ ການ​ອອມ​ໃຫ້​ປະໂຫຍດ​ຕໍ່​ການ​ດຳ​ລົງ​ຊີວິດ ​ແລະ​ ພັດທະນາ​ຊີວິດ​ຂອງ​ທຸກ​ຄົນ ບໍ່​ວ່າ​ຈະ​ເປັນການ​ອອມ​ເງິນ​ ແລະ​ ອອມ​ ​ທັງໝົດທັງ​ການ​ອອມ​ຊີວິດ ຊຶ່ງ​ສະຫຼຸບ​ໄດ້​ດັ່ງ​ນີ້:

1.      ດ້ານ​ເສດຖະກິດ.

ເປັນ​ສິ່ງ​ທີ່​ຊ່ວຍ​ໃຫ້​ຊີວິດ​ດຳ​ລົງ​ຢູ່​ ແລະ ​ເປີດ​ໂອ​ກາດ​ໃຫ້​ຄົນ​ພັດທະນາ​ຊີວິດ​ໃຫ້​ຈະເລີນ​ຂຶ້ນ ຫຼື ​ເປັນການ​ປະກອບ​ອາ​ຊີບ​ເພື່ອ​ນຳ​ໄປ​ແລກ​ກັບ​ປັດ​ໄຈ​ອື່ນ ເຊັ່ນ: ຢາ​ປິ່ນປົວພະຍາດ, ທີ່​ຢູ່​ອາໄສ, ເຄື່ອງ​ນຸ່ງ​ຫົ່ມ ,ຍານ​ພາຫະນະ ເປັນ​ຕົ້ນ.

2.      ດ້ານ​ສັງຄົມ.

ເປັນ​ກິດຈະກຳ​ສົ່ງ​ເສີມ​ຄວາມ​ສຳພັນ​ທີ່​ດີ​ລະຫວ່າງ​ກັນ ເອື້ອ​ອາ​ທົນ​ຕໍ່​ກັນ ເຊັ່ນ: ການ​ອອມ​ມື້​ລະ 10,000 ກີບ ຂອງ​ບຸກຄົນໃດ​ໜຶ່ງ ຊຶ່ງ​ເປັນ​ເຄື່ອງ​ມື​ໃຫ້​ຄົົນທີ່​ເປັນ​ສະມາຊິກ​ຄິດ​ເອື້ອ​ອາ​ທົນ​ຕໍ່​ເພື່ອນ​ສະມາຊິກ ຕໍ່​ຜູ້​ດ້ອຍ​ໂອ​ກາດຖ້າ​ໄດ້​ປະຕິບັດ​ກັນ​ຈິງ​ຈັງ​ກໍ່​ຈະ​ຊ່ວຍ​ເສີມ​ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ຄອບຄົວ ແລະ​ ຊຸມ​ຊົນ​ໄດ້.

3.      ດ້ານ​ວັດທະນະທຳ.

ເປັນ​ກິດຈະກຳ​ທີ່​ຄົນ​ສ່ວນ​ໃຫຍ່ ​ຖື​ປະຕິບັດ​ກັນ​ຢ່າງ​ແພ່​ຫຼາຍ​ມີ​ສາ​ລະ​ທີ່​ເປັນ​ຄວາມ​ຮູ້ຄວາມ​ຄິດ ການ​ປະຕິບັດ​ທີ່​ມີ​ແບບ​ແຜນແນ່ນອນ ແລະ​ ເຮັດ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ຜົນ​ດີີ​ແກ່​ຜູ້​ປະຕິບັດ ດັ່ງ​ນັ້ນ ພຶດຕິກຳ​ການອອມ ກິດຈະກຳ​ການ​ອອມ ຜົນ​ການ​ອອມ​ທີ່​ມີ​ລັກສະນະ​ເຊັ່ນ​ນີ້ ຈຶ່ງ​ຖື​ວ່າ​ເປັນ​ວັດທະນະທຳ​ສຳຄັນ​ໄດ້.

4.      ດ້ານ​ການສຶກສາ.

ຂະ​ບວນ​ການ​ອອມ​ເປັນ​ເລື່ອງ​ຂອງ​ການ​ຮຽນ​ຮູ້ ການ​ຝຶກ​ຕົນເອງ ຜູ້​ກໍ່ການ​ອອມ​ຕ້ອງ​ຮູ້​ຫຼັກຄິດ ຫຼັກ​ການ​ ແລະ ​ຫຼັກ​ປະຕິບັດ​ຕະຫຼອດ​ເຖິງ​ຜົນ​ລັບ​ທີ່​ຈະ​ໄດ້ ການ​ທີ່​ທຸກ​ຄົນ​ໄດ້​ເຂົ້າ​ສູ່​ຂະ​ບວນ​ການ​ອອມ​ກໍ່​ຖື​ໄດ້​ວ່າ​ເປັນ​ການ​ເຂົ້າສູ່ຂະ​ບວນ ​ການ​ທາງ​ການສຶກສາ​ເພື່ອ​ພັດທະນາ​ຕົນເອງ ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ອອມ​ນີ້​ຈະ​ຮຽນ​ຮູ້ ແລະ ​ໄດ້ຮັບ​ປະ​ໂຫຍດ ໂດຍ​ຈະພົ​ບວ່າ​ຕົນເອງ​ໄດ້​ປ່ຽນ​ແປງ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ.

5.      ດ້ານ​ຊັບພະຍາກອນ​ທຳມະຊາດ​ແວດ​ລ້ອມ.

ຊັບພະຍາກອນ​ທີ່​ຢູ່​ຮອບ​ຕົວ ເຊັ່ນ: ດິນ, ນ້ຳ, ປ່າ, ສັດ, ພືດ ເປັນ​ຕົ້ນ ຄືຊີວິດ​ທຸກ​ຄົນ ເພາະ​ມະນຸດ​ຕ້ອງ​ອາໄສ​ສິ່ງເຫລົ້ານີ້ ຈຶ່ງ​ຈະ​ມີ​ຊີວິດ​ຢູ່​ໄດ້ ຖ້າ​ຊັບພະຍາກອນ​ເຫຼົ່າ​ນີ້​ຖືກ​ທຳລາຍ​ກໍ​ຖື​ເປັນ​ສັນ​ຍານເຕືອນ​ໄພ ທີ່ເກິດຂື້ນ​ແກ່​ມະນຸດ​ແລ້ວ ເພາະ​ທຸກ​ຄົນ​ຢູ່​ໄດ້​ກໍ່​ຕ້ອງ​ອາໄສ​ສິ່ງເຫລົ້ານີ້.

6.      ດ້ານ​ການ​ພັດທະນາ​ຊີວິດ.

ການ​ອອມ​ເປັນ​ເລື່ອງ​ການ​ຮູ້ ການ​ຄິດ ຊຶ່ງ​ເປັນ​ການ​ຮຽນ​ຮູ້​ເພື່ອ​ຮູ້​ຈັກ​ຕົນເອງ ຮູ້​ຈັກຄວາມ​ສຳພັນ​ລະ​ຫວ່າງ​ຄົນ​ກັບ​ຜູ້​ຄົນ​ໃນ​ຄອບຄົວ ໃນ​ຊຸມ​ຊົນ ເປັນ​ຕົ້ນ.

1.4.ເປົ້າໝາຍໃນການອອມ.


ການ​ອອມ​ເປັນ​ປັດ​ໄຈ​ເຮັດໃຫ້​ເປົ້າ​ໝາຍ​ ທີ່​ບຸກ​ຄົນ​ກຳນົດ​ໄວ້​ໃນ​ອະນາຄົດ​ບັນ​ລຸ​ຈຸດປະສົງ​ໄດ້​ເຊັ່ນ: ກຳນົດເປົ້າ​ໝາຍ​ໄວ້​ວ່າ​ຕ້ອງ​ມີ​ເຮືອນເປັນ​ຂອງ​ຕົນເອງ ​ແລະ​ ເງິນ​ອອມ​ ຍັງໃຊ້​ແກ້​ໄຂ​ບັນຫາ​ຄວາມ​ເດືອດ​ຮ້ອນ​ທາງ​ການ​ເງິນ ທີ່​ອາດ​ເກີດ​ຂຶ້ນຢ່າງ​ບໍ່​ຄາດ​ກາ​ນໄດ້ ດັ່ງ​ນັ້ນ​ບຸກ​ຄົນ​ຈຶ່ງ​ຄວນ​ມີ​ການ​ອອມ​ຢ່າງ​ສ​ະໝ່ຳສະເໝີ​ໃນ​ຊີວິດ.

ເປົ້າ​ໝາຍ ແມ່ນ​ສິ່ງ​ຈູງ​ໃຈ​ໃນ​ການ​ອອມ ຊຶ່ງ​ແຕ່​ລະ​ບຸກ​ຄົນ​ອາດຈະ​ແຕກ​ຕ່າງ​ກັນ​ຂຶ້ນ​ຢູ່​ກັບ​ຄວາມ​ຫວັງ ​ແລະ​ຄວາມຕ້ອງ​ການ​ໃນ​ຊີວິດ ເຊັ່ນ ຢາກ​ມີ​ເຮືອນ ​ແລະ ​ທີ່​ດິນ ​ເປັນ​ຂອງ​ຕົນເອງ ຢາກ​ມີ​ຊີວິດ​ທີ່​ສຸກ​ສະບາຍ​ໃນ​ໄວກະສຽນບຳນານ​ ເປົ້າ​ໝາຍ​ນັ້ນ​ຈະເປັນ​ສິ່ງ​ທີ່​ກຳນົດ​ໃຫ້​ຈຳນວນ​ເງິນ​ອອມ​ ແລະ ​ໄລຍະເວລາ​ໃນ​ການ​ອອມ​ແຕກ​ຕ່າງ​ກັນໄດ້​ແກ່:

1. ເພື່ອ​ສ້າງ​ຫຼັກ​ປະ​ກັນ​ຊີວິດ​ ແລະ ​ຄວາມໝັ້ນຄົງ​ດ້ານ​ການ​ເງິນ.

2. ເພື່ອ​ໃຫ້​ມີ​ເງິນ​ໄວ້​ໃຊ້​ໃນ​ໄວກະສຽນ.

3. ເພື່ອ​ໄວ້​ໃຊ້​ໃນ​ດ້ານ​ການສຶກສາ ​ແລະ​ ຄວາມ​ກ້າວ​ໜ້າ​ໃນ​ການ​ງານ.

4. ເພື່ອ​ໄວ້​ເປັນ​ມໍລະດົກ​ໃຫ້​ລູກ​ຫຼານ ​ແລະ ​ສັງຄົມ.

5. ເພື່ອ​ໃຊ້​ເປັນ​ເງິນ​ທຶນ​ໃນ​ການ​ປະກອບ​ອາ​ຊີບ.

6. ເພື່ອ​ໄວ້​ໃຊ້​ຈ່າຍ​ນອກ​ເໜືອ​ຈາກ​ລາຍ​ຈ່າຍ​ປະຈຳ.

1.5.ປັດໄຈໃນການອອມເງິນ.

ໂດຍ​ທົ່ວ​ໄປ​ການ​ອອມ​ຈະ​ເກີດ​ຂຶ້ນ​ກໍ​ຕໍ່​ເມື່ອ​ບຸກ​ຄົນ​ນັ້ນ​ມີ​ລາຍ​ໄດ້​ຫຼາຍກວ່າ​ການ​ຈ່າຍ ແລະ ​ຕ້ອງ​ອາໄສ​ປັດ​ໄຈໃນ​ການ​ອອມເງິນດັ່ງ​ນີ້:

1.ລາຍໄດ້ສຸດທິສ່ວນບຸກຄົນ.

          ຜູ້ທີ່ມີລາຍໄດ້ສຸດທິສ່ວນບຸກຄົນສູງ ກໍ່ຍອມມີໂອກາດໃນການອອມເງິນສູງກວ່າ ຜູ້ທີມີລາຍໄດ້ສຸດທິຕ່ຳ.

2.ຜົນ​ຕອບ​ແທນ​ທີ່​ຜູ້​ອອມ​ໄດ້ຮັບ​ຈາກ​ການ​ອອມ.

ຖ້າ​ໄດ້ຮັບດອກ​ເບ້ຍ ເງິນ​ປັນ​ຜົນ ແລະ​ ກຳ​ໄລ​ ຫຼາຍກໍ​ຈະ​ມີ​ແຮງ​ຈູງ​ໃຈ​ໃນ​ການ​ອອມ​ເງິນເພີ່ມ​ຂຶ້ນ (ອັດຕາ​ດອກ​ເບ້ຍ​ເງິນ​ຝາກ​ສູງ ).

3.ຄ່າ​ຂອງ​ເງິນ.

ອຳນາດ​ຊື້​ຂອງ​ເງິນ​ທີ່​ມີ​ຢູ່ໃນ​ປະຈຸບັນ​ມີ​ຄວາມແຕກ​ຕ່າງ​ກັນ​ ຈາກ​ມູນ​ຄ່າ​ຂອງ​ເງິນ​ໃນ​ອະນາຄົດ​ມີ​ຜົນ​ຕໍ່​ການ​ອອມ ຖ້າຄາດ​ກາ​ນ​ວ່າ​ຄ່າ​ເງິນ​ລຸດລົງ​ຫຼາຍ​ໃນ​ອະນາຄົດ ກໍ​ຈະ​ເຮັດໃຫ້​ເງິນ​ທີ່​ຈະ​ອອມນ້ອຍ​ລົງ.

4.ການ​ໃຊ້​ຈ່າຍ​ໃນ​ສິ່ງ​ທີ່​ຈຳ​ເປັນ​ຕາມ​ລັກສະນະ​ນິ​ໃສສ່ວນ​ບຸກ​ຄົນ.

ແຕ່​ລະ​ຄົນ​ຈະ​ມີ​ນິ​ໃສ​ການ​ໃຊ້​ເງິນ​ແຕກ​ຕ່າງ​ກັນ ບາງ​ຄົນ​ມີ​ລາຍ​ໄດ້​ຫຼາຍ​ໃຊ້ຫຼາຍ ແຕ່​ບາງ​ຄົນ​ມີ​ນິ​ໃສ​ປະ​ຢັດ​ເກັບ​ອອມ ກໍ​ຈະ​ເລືອກ​ທີ່​ຈະ​ອອມຫຼາຍກວ່າ​ໃຊ້​ຈ່າຍ​ເງິນ ເກັບ​ໄວ້​ເພື່ອ​ອະນາຄົດ.

5.ການ​ຄາດ​ຄະ​ເນ​ກ່ຽວກັບ​ເຫດການ​ຕ່າງໆ ໃນ​ອະນາຄົດ.

ຖ້າປະຊາຊົນ​ຄາດ​ວ່າ​ລັດຖະບານ​ຈະ​ເພີ່ມ​ອັດຕາ​ພາ​ສີ​ຕ່າງໆ ປະຊາຊົນບາງ​ສ່ວນ​ອາດຈະ​ຮີບ​ຊື້​ສິນ​ຄ້າ​ຕ່າງໆ ເພາະ​ຢ້ານ​ວ່າ​ລາ​ຄາ​ສິນ​ຄ້າ​ໃນອະນາຄົດ​ສູງ​ຂຶ້ນ ກໍ​ຈະ​ເຮັດໃຫ້​ເງິນ​ທີ່​ຈະ​ອອມ​ນ້ອຍ​ລົງ.

6.ເທກ​ໂນ​ໂລ​ຢີ​ຂອງ​ການ​ໃຫ້​ບໍລິການ​ທາງ​ການ​ເງີນ.

ປະຊາຊົນ​ມີການ​ໃຊ້​ຈ່າຍ​ເງິນ​ໄດ້​ສະ​ດວກ​ຂຶ້ນ​ເຮັດໃຫ້​ການ​ອອມ​ລຸດລົງ ເຊັ່ນ: ມີ​ບໍລິການ​ເບີກຖອນ​ເງິນ​ອັດ​ໂນ​ມ​ັ​ດ (ATM).

7.ລະບົບ​ການ​ໃຫ້​ສະ​ວັດ​ດິີການ​ຫຼັງ​ການ​ກະສຽນອາຍຸ.

ເຊັ່ນນະໂຍບາຍ​ການ​ໃຫ້​ບຳ​ນານ ບຳ​ເໜັດ ເງິນ​ທຶນ​ສຳ​ຮອງ​ລ້ຽງ​ຊີບ ເງິນຊົດ​ເຊີຍ ຈະ​ເຮັດໃຫ້​ບຸກ​ຄົນ​ຄົນ​ນັ້ນ ມີ​ການ​ອອມ​ເງິນ​ໄວ້​ໃຊ້​ໃນ​ໄວ​ຊະລາບໍ່​ສູງ​ນັກ ເພາະ​ລັດ​ໃຫ້​ການ​ສະໜັບ​ສະໜູນ.

1.6.ບັນຫາ​ໃນ​ການ​ອອມ.

ບັນຫາ​ໃນ​ການ​ອອມ​ເປັນ​ບັນຫາ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ຂອງ​ປະເທດ ເນື່ອງ​ຈາກ​ຄົນລາວ​ຈຳນວນ​ຫຼາຍ​ຈະ​ມີ​ອາ​ຍຸ​ຢືນ​ປະ​ມານ 70 - 80 ປີ ແຕ່​ສ່ວນ​ຫຼາຍ​ກໍ​ຍັງ​ບໍ່​ມີ​ການ​ອອມ​ຢ່າງ​ພຽງ​ພໍ​ເພາະ​ແຕ່​ລະ​ຄົນ​ກໍ​ຈະ​ມີ​ບັນຫາ​ເລື່ອງ​ການ​ອອມ ແລະ ​ທໍ້​ແທ້​ທີ່​ຈະ​ພະຍາຍາມ​ອອມ​ຕໍ່ໄປ ບັນຫາ​ໃນ​ການ​ອອມ​ເງິນ​ທີ່​ເຫັນ​ໄດ້​ຊັດເຈນ​ກໍ​ຄື​ການ​ບໍ່​ຕັ້ງ​ໃຈ ຫຼື ​ບໍ່​ມີ​ຄວາມ​ອົດ​ທົນ​ພຽງ​ພໍ​ຂອງ​ແຕ່​ລະ​ບຸກ​ຄົນ ຈຶ່ງ​ເຮັດໃຫ້​ບໍ່​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້ ຊຶ່ງ​ສາມາດ​ສະຫລຸບ​ໄດ້​ດັ່ງ​ນີ້:

1.ຄວາມ​ໂລບ (Greedy) 

ແມ່ນ​ຄວາມ​ຕ້ອງ​ການ​ຢາກ​ໄດ້​ທຸກ​ຢ່າງ​ທີ່​ພົບ​ເຫັນ ຈຶ່ງ​ໃຊ້​ຈ່າຍ​ຢ່າງ​ສຸ​ລຸ່ຍ​ສຸ​ລາຍບໍ່​ຄຳ​ນຶງ​ເຖິງ​ອະນາຄົດ​ວ່າ​ຈະ​ມີ​ເງິນ​ເກັບ​ເໝືອນ​ທີ່​ຕັ້ງ​ໃຈ​ໄວ້​ ຫຼື ​ບໍ່ ເຮັດໃຫ້​ກາ​ນວາງ​ແຜນ​ອອມ​ເງິນ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທີ່ສຸດດັ່ງ​ນັ້ນ ຄວາມ​ໂລບ ຈຶ່ງ​ເປັນ​ອຸປະສັກ​ທີ່​ຕ້ອງ​ແກ້​ໄຂ​ໃຫ້​ໄດ້ ຕ້ອງ​ຝຶກ​ຝົນ​ຕົນເອງ​ໃຫ້​ຮູ້​ຈັກ​ຄຳ​ວ່າ “ພໍ​ພຽງ” ຕາມ​ແນວ​ທາງ​ຫຼັກ​ຂອງ​ເສດຖະກິດ​ພໍ​ພຽງ.

2.ພາ​ວະ​ເງີນ​ເຟີ້ (Inflation)

ໝາຍ​ເຖິງ ຊ່ວງ​ເສດຖະກິດ​ທີ່​ຢູ່ໃນ​ລະ​ດັບ​ລາ​ຄາ​ຂອງ​ສິນ​ຄ້າ​ ຫຼື ​ບໍລິການ​ມີ​ມູນ​ຄ່າເພີ່ມ​ຂຶ້ນ ເຮັດໃຫ້​ອຳນາດ​ຊື້​ແລະ ​ມູນ​ຄ່າ​ຂອງ​ເງິນ​ອອມ​ລຸດລົງ ຈຶ່ງ​ເປັນ​ອຸປະສັກ​ທີ່​ບໍ່​ສາມາດ​ຄວບ​ຄຸມ​ໄດ້ ດັ່ງ​ນັ້ນ​ແນວ​ທາງ​ໃນ​ການ​ແກ້​ບັນຫາ ຄື​ຄວນ​ຫາ​ແຫຼ່ງ​ເງິນ​ອອມ​ທີ່​ໃຫ້​ຜົນ​ຕອບ​ແທນ​ສູງ​ກວ່າ.

3.ເຫດການ​ສຸກ​ເສີນ (Emergency Event)

ເປັນ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໂດຍ​ບໍ່​ຄາດ​ຝັນ ແຕ່​ເປັນເຫດການ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ  ເຊັ່ນ ອຸບັດເຫດ ການ​ຕົກ​ງານ ເຈັບ​ປ່ວຍ​ເປັນ​ຕົ້ນ  ຈະ​ສົ່ງ​ຜົນ​ຕໍ່​ການ​ນຳ​ເງີນທີ່​ອອມ​ຢູ່​ມາ​ໃຊ້ດັ່ງ​ນັ້ນ ຄວນວາງ​ແຜນ​ປ້ອງ​ກັນ

ໄວ້ກ່ອນ​ລ່ວງ​ໜ້າເຊັ່ນ ການເຮັດ​ປະ​ກັນ​ຊີວິດ ການ​ປະ​ກັນ​ໄພ.

1.7.ການວາງແຜນການອອມ.

ກາ​ນວາງ​ແຜນ​ການ​ອອມ (Saving Plan) ເປັນ​ກົນ​ລະຍຸດ​ທີ່​ຊ່ວຍ​ໃຫ້​ບຸກ​ຄົນ​ປະ​ສົບ​ຄວາມ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ໃນຊີວິດ ຊຶ່ງ​ແຕ່​ລະ​ບຸກ​ຄົນ​ຄວນ​ຈັດ​ສັນ​ລາຍ​ໄດ້​ຂອງ​ຕົນເອງ​ເພື່ອ​ເປັນ​ຄ່າ​ໃຊ້​ຈ່າຍ​ປະຈຸບັນ ແລະ​ ເປັນ​ເງິນ​ອອມ​ໃນ​ອະນາຄົດ​ເປັນຈຳນວນ​ເທົ່າ​ໃດ ສິ່ງ​ທີ່​ສຳຄັນ​ໃນ​ກາ​ນວາງ​ແຜນ​ການ​ອອມ​ຄື​ການ​ປະ​ມານ​ລາຍ​ໄດ້​ ແລະ​ ລາຍ​ຈ່າຍ ເຊັ່ນ ບຸກ​ຄົນ​ຕ້ອງ​ການ​ຊື້ເຮືອນ​ຈະ​ຕ້ອງ​ວາງ​ແຜນ​ການ​ອອມ​ ໂດຍ​ກຳນົດ​ຈຳນວນ​ເງິນ​ ແລະ ​ໄລຍະ​ເວລາ​ທີ່​ສະ​ສົມ​ເງິນ​ອອມ​ເພື່ອ​ໃຫ້​ໄດ້​ຕາມ​ຈຳນວນ​ທີ່ຕ້ອງ​ການ ເງິນ​ອອມ​ຍັງ​ຊ່ວຍ​ບັນ​ເທົາ​ຄວາມ​ເດືອດ​ຮ້ອນ​ທາງ​ການ​ເງິນ​ຍາມ​ສຸກ​ເສີນ ສະແດງ​ໃຫ້​ເຫັນ​ວ່າ​ການ​ອອມ​ເປັນ​ຮູບ​ແບບຂອງ​ການ​ລົງ​ທຶນ​ຢ່າງ​ໜຶ່ງ ທຸກ​ຄົນ​ຈຶ່ງ​ຄວນ​ບໍລິຫານ​ເງິນ​ອອມ​ຢ່າງ​ຮອບ​ຄອບ.

ใหม่กว่า เก่ากว่า