ຄວາມຮູ້ເບື້ອງຕົ້ນຂອງປັດຊະຍາ
1.1. ປັດຊະຍາແມ່ນຫຍັງ
?
ປັດຊະຍາກຳເນີດຂື້ນກ່ອນນີ້ ສາມພັນປີໃນປະເທດເອຢີບ, ຈີນ ແລະ
ເກຼັກບູຮານ. ຄຳວ່າປັດຊະຍາໄດ້ບັນຍັດມາຈາກພາສາ ເກຼັກ Pilosophy ( ຟີໂລໂຊຟີ ) ຊື່ງແປວ່າ “
ຄວາມຮັກ ແລະ ຄວາມສະຫຼາດ” ຫຼື “ ຄວາມຮັກປັນຍາ” ແນ່ນອນວ່າ
ວິທະຍາສາດແຕ່ລະປະເພດລ້ວນແຕ່ໃຫ້ຄວາມຮູ້ກ່ຽວກັບໂລກ.
ແຕ່ວ່າວິທະຍາສາດຈະແມ່ນຟິຊິກສາດ, ຊີວະສາດ ຫຼື ປະຫວັດສາດ,
ກໍ່ຈະຄົ້ນຄວ້າດ້ານໃດດ້ານໜື່ງຂອງປະກົດການທຳມະຊາດ ແລະ
ຊີວິດສັງຄົມເທົ່ານັ້ນ.
ປັດຊະຍາແມ່ນວິທະຍາສາດກ່ຽວກັບ ກົດເກນລວມທີ່ສຸດຂອງທຳມະຊາດ,
ສັງຄົມ ແລະ ການຄົ້ນຄິດ(ຈິນຕະນາການ ).
ເຊີ່ງສາມາດຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບຄວາມເປັນຈີິງທີ່ຢູ່ອ້ອມຂ້າງພວກເຮົາ.
ປັດຊະຍາສາມາດອະທິບາຍໄດ້ວ່າ:
ຈິດໃຈຂອງມະນຸດມີການພົວພັນກັນແນວໃດຕໍ່ກັບໂລກອ້ອມຂ້າງ ?
ມະນຸດມີຖານະບົດບາດແນວໃດຢູ່ໃນໂລກ ? ມະນຸດຮັບຮູ້ໂລກໄດ້ຢ່າງໃດ ?
ບັນຫາເຫຼົ່ານັ້ນປະກອບເປັນພື້ນຖານຂອງໂລກະທັດຊຶ່ງໝາຍເຖີງທັດສະນະຄວາມສຳນືກອັນຄົບຖ້ວນກ່ຽວກັບໂລກ,
ປັດຊະຍາເປັນຄວາມຮູ້ທີ່ສັງລວມເອົາບັນດາຜົນສຳເລັດຂອງວິທະຍາສາດທຳມະຊາດ
ແລະວິທະຍາສາດສັງຄົມ.
ສະຫຼຸບລວມ: ປັດຊະຍາແມ່ນລະບົບທັດສະນະລວມກ່ຽວກັບໂລກ
( ທຳມະຊາດ, ສັງຄົມ ) ແລະ ບົດບາດຂອງຄົນຕໍ່ກັບໂລກ.
1.2.ປັດຊະຍາມາກ
- ເລນິນແມ່ນຫຍັງ ?
ປັດຊະຍາມາກ - ເລນິນແມ່ນທິສະດີວີທະຍາສາດ
ແລະ ກໍ່ແມ່ນໂລກກະທັດຂອງຊົນຊັ້ນກຳມະກອນ ແລະ
ຊາວຜູ້ອອກແຮງງານກ່ຽວກັບທຳມະຊາດ, ສັງຄົມ ແລະ ຈີນຕະນາການ, ປັດຊະຍາມາກ
- ເລນິນ ປະກອບດ້ວຍ 2 ພາກຄື: ວັດຖຸນິຍົມສັດຈະວິພາກ ແລະ
ວັດຖຸນິຍົມປະຫວັດວິພາກ.
ວັດຖຸນິຍົມສະແດງວ່າໂລກແມ່ນສິ່ງວັດຖຸ
ມະນຸດສາມາດຮັບຮູ້ໂລກ ແລະ ດັດສ້າງໂລກໄດ້. ວັດຖຸເກືດກ່ອນຈີວໃຈ.
ສັດຈະວິພາກໝາຍເຖີງໂລກວັດຖຸມີການເຄື່ອນເໜັງ, ພັດທະນາ ແລະ
ປ່ຽນແປງໄປຢ່າງເປັນປະຈຳ.
ວັດຖຸນິຍົມປະຫວັດວິພາກ ໝາຍເຖີງທິດສະດີວິທະຍາສາດກ່ຽວກັບ ບັນດາກົດເກນລວມຂອງການພັດທະນາສັງຄົມ ແລະ ດັດສ້າງສັງຄົມແບບປະຕິວັດ.
1.3. ບັນຫາພື້ນຖານ
ຂອງ ປັດຊະຍາ.
ຖ້າຫາກສັງເກດເບີ່ງໂລກອ້ອມຂ້າງນີ້ຈະເປັນສີ່ງຂອງ
ແລະປະກົດການຕ່າງໆ ຈະມີລັກສະນະເປັນວັດຖຸ ຫຼື ບໍ່ກໍ່ເປັນຈີງໃຈ.
ວັດຖຸແມ່ນສິ່ງຄົງຕົວຢູ່ຢ່າງພາວະວິໃສ,
ໝາຍຄວາມວ່າຢູ່ນອກຈິດໃຈຂອງຄົນເຮົາ, ບໍ່ຂື້ນກັບຈິດໃຈຂອງຄົນອື່ນ
ຕົວຢ່າງ: ວັດຖຸສິ່ງຂອງ ຂະບວນວິວັດຕ່າງໆຢູ່ໃນໂລກ ແລະ ລະບົບຈັກກະວານ
ສ່ວນຈິດໃຈຂອງຄົນເຮົາ ສະແດງອອກທາງຈິດຕະສາດຄື: ຄວາມຄິດ, ຄວາມຮູ້ສຶກ,
ຄວາມຕົກໃຈ, ຄວາມເປັນຫ່ວງ...ລ້ວນແຕ່ແມ່ນແນວຄິດຈິໃຈທັງໝົດ.
ບັນຫາພື້ນຖານຂອງປັດຊະຍາແມ່ນສາຍພົວພັນລະຫວ່າງວັດຖຸ
ກັບສະຕິ ( ຈິດໃຈ ) ຊື່ງເນື້ອໃນຂອງບັນຫາລວມມີສອງດ້ານຄື:
1.
ລະຫວ່າງວັດຖຸກັບຈິດໃຈອັນໃດມີກ່ອນ,
ອັນໃດມີຕາມຫຼັງ, ອັນໃດຕັດສີນອັນໃດ ?
2.
ຄົນເຮົາສາມາດຮັບຮູ້ໂລກໄດ້ບໍ່
?
1.4.ຝ່າຍຕ່າງໆ
ຂອງປັດຊະຍາ.
1.4.1.ຝ່າຍຈິດຕະນິຍົມ.
ຝ່າຍຈິດຕະນິຍົມ ມີສອງນັກປັດຊະຍາຄື:
ນັກປັດຊະຍາຈິດຕະນິຍົມ ອັດຕະວິໄສ ແລະ ນັກປັດຊະຍາຈິດຕະນິຍົມພາວະວິໄສ.
ນັກປັດຊະຍາຈິດຕະນິຍົມ ອັດຕະວິໄສ
ຢືນຢັນວ່າ: ຈິດໃຈມີກ່ອນ, ວັດຖຸມີຕາມຫຼັງ, ຈິໃຈພາໃຫ້ເກືດມີວັດຖຸ
ເຮັດໃຫ້ວັດຖຸມີຊີວິດ, ຈິດໃຈແມ່ນພື້ນຖານຂອງສີ່ງທີ່ມີຊິວິດທັງປວງ
ມະນຸດບໍ່ສາມາດຮັບຮູ້ໂລກໄດ້.
ນັກປັດຊະຍາຈິດຕະນິຍົມ ພາວະວິໄສ
ຊ້ຳພັດ ຢືນຢັນວ່າ: ມະນຸດບໍ່ສາມາດຮັບຮູ້ໂລກພະວະວີໄສ ( ທຳມະຊາດ )
ແຕ່ຮັບຮູ້ຄວາມຄິດຂອງຕົນເອງ, ຄວາມວິຕົກກາງວົນຂອງຕົນ ຫຼື
ຮັບຮູ້ຈິດໃຈໂລກ ( ພະຜູ້ເປັນເຈົ້າ ).
1.4.2.ຝ່າຍວັດຖຸນິຍົມ.
ປັດຊະຍາວັດຖຸນິຍົມຢືນຢັນວ່າ:
ວັດຖຸກັບຈິດໃຈ ແມ່ນວັດຖຸມີກ່ອນ, ຈິດໃຈມີຕາມຫຼັງ ວັດຖຸມີລັກສະ
ນະຖາວອນ
( ຄົງຕົວຢູ່ຕະຫຼອດໄປ ), ບໍ່ມີຜູ້ໃດສ້າງຂື້ນມາຈັກເທື່ອ,
ບໍ່ມີອິດທີກຳລັງໃດໆເໜືອທຳມະຊາດຄົງຕົວຢູ່ໃນໂລກ
ສ່ວນຈິດໃຈນັ້ນແມ່ນໝາກຜົນແຫ່ງການສ່ອງແສງຂອງວັດຖຸ, ຈິດໃຈແມ່ນຜະລິດຕະພັນຂອງວັດຖຸ ທີ່ມີການຈັດຕັ້ງສູງໄດ້ແກ່ມັນສະໝອງຄົນເຮົາ.
1.5.ເປົ້າໝາຍການຮໍ່າຮຽນປັດຊະຍາ.
- ເຮັດໃຫ້ທຸກຄົນຮູ້ໄດ້ກົດເກນແຫ່ງການກຳເນືດ,
ການພັດທະນາຂອງໂລກທຳມະຊາດ ສັງຄົມຢ່າງຖືກຕ້ອງ ແລະ
ຊອງຫາຊ່ອງທາງເພື່ອດຳເນີນການສ້າງໂລກບົນພື້ນຖານວີທີວິທະຍາສາດ.
- ຄົ້ນຫາຂໍ້ຂັດແຍ້ງຂອງບັນຫາຕ່າງໆໃນຊິວິດປະຈຳວັນ
ແລະ ໃຊ້ວິທີການອັນສອດຄ່ອງເພື່ອແກ້ໄຂບັນຫາຂໍ້ຂັດແຍ້ງດັ່ງກ່າວ
ໃຫ້ຖືກຕ້ອງຕາມກົດເກນ.
- ຍົກລະດັບທິດສະດີໂດຍ
ໃຫ້ຕິດພັນກັບພືດຕິກຳ ແລະ ສ້າງທັດສະນະອັນຖືກຕ້ອງໃນການດຳລົງຊີວິດ.























