ຄຸນສົມບັດຂອງຜູ້ປະກອບທຸລະກິດ

 ຄຸນສົມບັດຂອງຜູ້ປະກອບທຸລະກິດ

            ຜູ້​ປະກອບ​ທຸລະກິດ​ ຫຼື ນັກ​ທຸລະກິດ (Businessman) ແມ່ນບຸກ​ຄົນ​ຜູ້​ຈັດ​ຕັ້ງ​ທຸລະກິດ​ ແລະ ​ບໍລິຫານ​ຈັດການ​ທຸລະກິດ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້ ຊຶ່ງ​ຜູ້​ປະກອບ​ທຸລະກິດ​ຈະ​ຕ້ອງ​ຕິດ​ຕໍ່​ກັບ​ບຸກ​ຄົນ​ອື່ນ​ຕະຫຼອດ​ເວລາ​ບໍ່​ວ່າ​ຈະ​ເປັນ​ລູກ​ຄ້າ ພະ​ນັກ​ງານ​ໃນ​ອ​ງ​ກອນ ຫຼື ​ໝ່ວຍ​ງານ​ຕ່າງໆ ທັງ​ພາ​ກລັດ ​ແລະ​ ເອກ​ຊົນ ເພື່ອ​ຜົນ​ປະໂຫຍດ​ຕໍ່​ທຸລະກິດ​ຕົນ ດັ່ງ​ນັ້ນ ຜູ້​ປະກອບ​ທຸລະກິດ​ຈຶ່ງ​ຕ້ອງ​ມີ​ຄຸນສົມບັດ​ດັ່ງ​ນີ້:

1.ມີ​ຄວາມ​ເຊື່ອ​ໝັ້ນໃນ​ຕົນເອງ ຄືມີ​ຄວາມ​ຮູ້ສຶກ​ວ່າ​ສາມາດ​ເຮັດ​ທຸກ​ຢ່າງ​ທີ່​ຕ້ອງ​ການ​ ຫຼື ​ທີ່​ຢາກ​ເຮັດ​ໄດ້ ຫຼາຍ​ຢິ່ງ​ປະ​ສົບ​ຄວາມ​ສຳ​ເລັດ​ກໍ​່ຈະ​ຮູ້ສຶກ​ມີ​ ຄວາມ​ເຊື່ອ​ໝັ້ນ​ໃນ​ຕົນເອງ​ຫຼາຍ​ຂຶ້ນ ຊຶ່ງ​ການ​ມີ​ຄວາມ​ເຊື່ອ​ໝັ້ນໃນ​ຕົນເອງ​ນີ້​ເຮັດໃຫ້​ນັກ​ທຸລະກິດ​ສາມາດ​ເຮັດວຽກ​ທຸກ​ຢ່າງ​ດ້ວຍ​ຄວາມໝັ້ນ​ໃຈ ມີ​ຄວາມ​ຢາກ​ເຮັດ​ ແລະ ​ມີ​ຄວາມ​ຕັ້ງ​ໃຈ​ໃນ​ການເຮັດ ອັນ​ເຮັດໃຫ້​ເກີດ​ຜົນ​ງານ​ອອກ​ມາ​ດີ​ຕາມ​ທີ່​ຕ້ອງ​ການ​ໄດ້.

2.ມີ​ຄວາມ​ຊື່ສັດ​ຕໍ່​ລູກ​ຄ້າ​ທັງ​ດ້ານ​ຄຳ​ເວົ້າ ​ແລະ​ ການ​ກະທຳ ສ້າງສັນ​ຜົນ​ງານ​ທີ່​ດີ​ມີ​ຄຸນນະພາບ​ໃຫ້​ລູກ​ຄ້າ​ໄດ້​ບ​ໍລິ​ໂພກ​ແຕ່​ສິ່ງ​ທີ່​ດີ​ ແລະ ​ມີ​ຄວາມ​ປອດ​ໄພ​ຕໍ່​ຊີວິດ.

3.ມີ​ຄວາມ​ກະຕັນຍູ​ຕໍ່​ລູກ​ຄ້າ ​ແລະ ​ຜູ້​ມີ​ບຸນຄຸນ​ອື່ນໆ ໂດຍ​ການ​ມອບ​ແຕ່​ສິ່ງ​ດີໆ ໃຫ້​ແກ່​ລູກ​ຄ້າ​ ແລະ​ພັດທະນາ​ຄຸນນະພາບ​ຂອງ​ຜະລິດຕະພັນ​ໃຫ້​ດີ​ຢ່າງ​ຕໍ່​ເນື່ອງ.

4.ມີ​ຄວາມຍຸດຕິທຳ​ໃນ​ການ​ບໍລິຫານ​ງານ ​ແລະ​ ຕັດ​ສິນ​ບັນຫາ​ຕ່າງໆ ດ້ວຍ​ຄວາມຍຸດຕິທຳ​ໃນ​ການ​ໃຫ້​ໂອ​ກາດ​ແກ່​ທຸກໆ ຝ່າຍ​ເທົ່າ​ທຽມ​ກັນ.

5.ມີ​ປະສົບການ​ດ້ານ​ທຸລະກິດ ການ​ມີ​ປະສົບການ​ຈະ​ເຮັດໃຫ້​ມີ​ຂໍ້​ມູນ​ໃນ​ການ​ນຳ​ມາ​ວາງ​ແຜນ ​ແລະ ​ບໍລິຫານ​ງານ​ໃຫ້​ມີ​ປະ​ສິດ​ທິ​ພາບ​ໄດ້​ເປັນ​ຢ່າງ​ດີ ເພາະ​ຮູ້​ວ່າ​ສິ່ງ​ໃດ​ຄວນ​ປະຕິບັດ​ ແລະ ​ສິ່ງ​ໃດ​ຄວນ​ລະ​ເວັ້ນ​ຈຶ່ງ​ຈະ​ເຮັດໃຫ້​ການ​ດຳ​ເນີນ​ທຸລະກິດ​ບັນ​ລຸ​ຕາມ​ວັດ​ຖຸ​ປະສົງ​ທີ່​ຕັ້ງ​ໄວ້.

6.ມີ​ຄວາມໝັ້ນ​ໃຈ​ໃນ​ຕົນເອງ ສາມາດ​ຕັດ​ສິນ​ໃຈ​ໄດ້​ທັນ​ເວລາ ທັນ​ກັບ​ເຫດການ​ຕ່າງໆ ແລະ​ ສາມາດ​ແກ້​ບັນຫາ​ຕ່າງໆ ໄດ້​ດີ ຄວນ​ເຮັດໃຫ້​ບໍ່​ເສຍ​ໂອ​ກາດ​ທອງ​ໃນ​ການ​ດຳ​ເນີນ​ທຸລະກິດ.

7.ມີ​ຄວາມ​ຄິດ​ລິ​ເລີ່ມ​ສ້າງສັນ ທັງ​ດ້ານ​ການ​ບໍລິຫານ​ ແລະ​ ການ​ຈັດ​ການເຮັດໃຫ້​ທຸລະກິດ​ມີ​ວິທີ​ການ​ໃໝ່ໆ ຫຼື ​ຜົນ​ງານ​ໃໝ່ໆ ທີ່​ມີ​ຄຸນນະພາບ​ດີ​ຂຶ້ນ​ ຫຼື ມີ​ປະ​ສິດ​ທິ​ຜົນ​ຫຼາຍ​ຂຶ້ນ.

8.ມີ​ຄວາມ​ຮອບຮູ້​ກ່ຽວກັບ​ສະພາບ​ຂອງ​ຕະຫຼາດ ເພາະ​ເປັນ​ແຫຼ່ງ​ຂໍ້​ມູນ​ສຳຄັນ​ໃນ​ການ​ນຳ​ມາ​ຕັດ​ສິນ​ໃຈ​ໃນ ຂະ​ບວນ​ການ​ຜະລິດ ​ແລະ ​ການ​ຈັດ​ຈຳ​ໜ່າຍ ເພື່ອ​ທຸລະກິດ​ຈະ​ໄດ້​ປະຕິບັດ​ ຫຼື ​ດຳ​ເນີນ​ທຸລະກິດ​ໃຫ້​ສອດ​ຄ່ອງ​ກັບ​ສະພາ​ບ​ຕະຫຼ​າດ ​ແລະ​ ສັງຄົມ.

9.ມີ​ຈັນ​ຍາ​ບັນ​ໃນ​ວິ​ຊາ​ຊີບ ມີ​ຈ​ະລິຍະ​ທຳ ແລະ​ ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ອ​ົງກອນ ​ແລະ​ ສັງຄົມ ທັງໝົດ​ເຖິງ​ປະຕິບັດ​ຕໍ່​ບຸກ​ຄົນ​ ແລະ​ ໝ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ດ້ວຍ​ການ​ມີ​ຈັນ​ຍາ​ບັນ​ທີ່​ດີ.

            ນອກ​ຈາກ​ຄຸນສົມບັດ​ດັ່ງ​ກ່າວ​ແລ້ວ ຜູ້​ປະກອບ​ທຸລະກິດ​ຍັງ​ຕ້ອງ​ພັດທະນາ​ຄຸນສົມບັດ​ດັ່ງ​ຕໍ່ໄປ​ນີ້​ຈຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເຮັດ​ວຽກງານ​ໄດ້​ເປັນ​ຢ່າງ​ດີໄດ້​ແກ່:

-      ມີ​ຄວາມ​ອົດ​ທົນ ​ແລະ​ ຂະຫຍັນ​ໝັ່ນ​ພຽນ​ໃນ​ການ​ເຮັດ​ວຽກງານ.

ມີ​ຄວາມ​ລະອຽດ ຮອບຄອບ​ໃນ​ການ​ເຮັດ​ວຽກງານ.

ມີ​ຫຼັກ​ການ​ ແລະ ​ເຫດຜົນ​ທີ່​ດີ​ໃນ​ການ​ຕັດ​ສິນ​ໃຈ.

ມີ​ຄວາມ​ຕື່ນ​ຕົວ ​ແລະ ​ຕິດ​ຕາມ​ຄວາມ​ເຄື່ອນ​ໄຫວ​ໃນ​ທຸກໆ ດ້ານ​ຂອງ​ສັງຄົມ.

ມີ​ຈິດ​ສຳ​ນຶກ​ດີ ມີ​ສິນທຳ.

ມີ​ສຸກຂະພາບ​ດີ ຮ່າງກາຍ​ແຂງ​ແຮງ ສົດ​ຊື່ນ​ແຈ່ມ​ໃສ​ໃນ​ການ​ປະຕິບັດ​ງານ.

-      ມີ​ຄວາມ​ສະຫລາດ ​ແລະ​ ຮອບ​ຮູ້​ໃນ​ທຸກໆ ດ້ານໂດຍ​ການສຶກສາ​ເພິ່ມເຕິມ​ຢູ່​ຕະຫຼອດ​ເວລາ​ເພື່ອ​ພັດທະນາ​ຄວາມ​ຮູ້​ຂອງ​ຕົນເອງ.

ใหม่กว่า เก่ากว่า