ຈັນຍາບັນຂອງຜູ້ປະກອບທຸລະກິດ

 ຈັນຍາບັນຂອງຜູ້ປະກອບທຸລະກິດ

1.1.ຈັນຍາບັນຂອງຜູ້ປະກອບທຸລະກິດຕໍ່ລູກຄ້າ.

        ລູກ​ຄ້າ​ຖື​ເປັນ​ກລຸ່ມ​ບຸກ​ຄົນ​ທີ່​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່ສຸດ​ຕໍ່​ການ​ປະກອບ​ທຸລະກິດ ເນື່ອງ​ຈາກ​ລູກ​ຄ້າເປັນ​ຜູ້​ຊື້​ສິນ​ຄ້າ ​ແລະ​ ໃຊ້​ບໍລິການ​ເຮັດໃຫ້​ທຸລະກິດ​ມີ​ລາຍ​ໄດ້ ​ແລະ ​ຜົນ​ກຳ​ໄລ ດັ່ງ​ນັ້ນ​ນັກ​ທຸລະກິດ​ຄວນ​ປະຕິບັດ​ຕໍ່​ລູກ​ຄ້າຢ່າງ​ຊື່ສັດ ​ແລະ​ ເປັນ​ທຳ ໂດຍ​ມີ​ຫຼັກ​ການປະຕິບັດ​ຕໍ່​ລູກ​ຄ້າມີ​ດັ່ງ​ນີ້​ຄື:

1.ຂາຍ​ສິນ​ຄ້າ​ ແລະ​ ບໍລິການ​ໃນ​ລາ​ຄາ​ທີ່​ຍຸດຕິທຳ.

2.ສິນ​ຄ້າ ​ແລະ​ ບໍລິການ​ນັ້ນ​ຕ້ອງ​ມີ​ຄຸນນະພາບ ຖືກ​ຕ້ອງ​ຕາມ​ຈຳນວນ​ ແລະ​ ລາ​ຄາ​ທີ່​ຕົກລົງ​ກັນ.

3.ເບິ່ງ​ແຍງ ​ແລະ ​ໃຫ້​ບໍລິການ​ແກ່​ລູກ​ຄ້າ​ທຸກ​ຄົນ​ໂດຍ​ເທົ່າ​ທຽມ​ກັນ ບໍ່​ເລືອກ​ທີ່​ຮັກ​ມັກ​ທີ່​ຊັງ.

4.ລະ​ເວັ້ນ​ການ​ກະທຳ​ໃດ​ໆ ເພື່ອ​ເຮັດໃຫ້​ລາ​ຄາ​ສິນ​ຄ້າ​ສູງ​ຂຶ້ນ​ໂດຍ​ບໍ່​ມີ​ເຫດຜົນ ເຊັ່ນ ການ​ກັກ​ຕຸນ​ສິນ​ຄ້າ ຫຼື ​ການ​ປ່ອຍ​ຂ່າວ​ອັນ​ເປັນ​ເທັດ​ເພື່ອ​ໃຫ້​ລູກ​ຄ້າ​ຫຼົງ​ເຊື່ອເປັນ​ຕົ້ນ.

5.ປະຕິບັດ​ຕໍ່​ລູກ​ຄ້າ​ ແລະ ​ໃຫ້​ບໍລິການ​ຢ່າງ​ມີ​ນ້ຳ​ໃຈ ມີ​ອັນ​ຍາບຄາຍ​ທີ່​ດີ​ຕໍ່​ກັນ.

1.2.ຈັນຍາບັນຂອງ​ນັກ​ທຸລະກິດ​ຕໍ່​ຄູ່​ແຂ່ງ​ຂັນ.

    ການ​ທີ່​ທຸລະກິດ​ມີ​ຄູ່​ແຂ່ງ​ຂັນ​ເຮັດໃຫ້​ເກີດ​ການ​ກະຕຸ້ນ​ໃຫ້​ມີ​ການ​ຕື່ນ​ຕົວ ປັບ​ປ່ຽນ​ການ​ຜະລິດ​ ຫຼື ​ບໍລິການແລະ​ ປັບ​ປຸງ​ຄຸນນະພາບ​ຂອງ​ສິນ​ຄ້າ​ ແລະ​ ບໍລິການ​ໃຫ້​ດີ​ຢິ່ງ​ຂຶ້ນ​ເໜືອກ​ວ່າ​ຂອງ​ຄູ່​ແຂ່ງ​ຂັນ ​ທາງ​ທຸລະກິດ​ແຕ່​ຕ້ອງເປັນໄປ​ໃນ​ທາງສ້າງສັນ ບໍ່​ແມ່ນ​ເພື່ອ​ທຳລາຍ​ຄູ່​ແຂ່ງ​ຂັນນັກ​ທຸລະກິດ​ຄວນ​ປະຕິບັດ​ຕໍ່​ຄູ່​ແຂ່ງ​ຂັນ​ດັ່ງ​ນີ້:

1.ລະ​ເວັ້ນ​ຈາກ​ການ​ກັ້ນ​ແກ້ງ ໃຊ້ຮ້າຍ​ປ້າຍສີ ຂົ່ມ​ຂູ່​ ຫຼື ​ກີດ​ກັນ ບໍ່​ວ່າ​ຈະ​ໂດຍ​ທາງ​ກົງ​ ຫຼື ທາງອ້ອມ ອັນ​ຈະ​ເຮັດໃຫ້​ຄູ່​ແຂ່ງ​ຂັນ​ເສຍ​ໂອ​ກາດ​ຢ່າງ​ບໍ່​ເປັນ​ທຳ ເຊັ່ນ: ການ​ຕັດ​ລາ​ຄາ​ຂາຍ​ສິນ​ຄ້າ ການ​ເອົາຂໍ້​ມູນ​ຂອງ​ຄູ່​ແຂ່ງ​ຂັນ​ມາ​ໂດຍ​ບໍ່​ຖືກ​ຕ້ອງ​ເປັນ​ທຳເປັນ​ຕົ້ນ.

2.ຄວນ​ໃຫ້​ຄວາມ​ຮ່ວມ​ມື​ໃນ​ການ​ແຂ່ງ​ຂັນ ເຊັ່ນ: ການ​ໃຫ້​ຂໍ້​ມູນ​ຄວາມ​ຮູ້​ໃນ​ດ້ານ​ຕ່າງ​ໆ ບໍ່​ວ່າ​ຈະ​ເປັນຄວາມ​ຮູ້​ດ້ານ​ການ​ບໍລິຫານ​ຈັດການ​ທີ່​ດີ ຂໍ້​ມູນ​ກ່ຽວກັບ​ຕົວ​ສິນ​ຄ້າ​ ຫຼື ​ບໍລິການ​ໃໝ່​ໆ ເປັນ​ຕົ້ນ.

ใหม่กว่า เก่ากว่า