ການເປັນຜູ້ປະກອບການ



ການເປັນຜູ້ປະກອບການ

            ຜູ້​ປະກອບ​ການ (Entrepreneur) ເປັນ​ຜູ້​ທີ່​ຄິດ​ລິ​ເລີ່ມ​ຈັດ​ຕັ້ງ​ທຸລະກິດ​ຂຶ້ນ​ມາ​ເປັນ​ຂອງ​ຕົນເອງ ມີ​ກາ​ນວາງ​ແຜນ​ການ​ດຳ​ເນີນ​ງານ ແລະ ​ດຳ​ເນີນ​ທຸລະກິດ​ທຸກ​ດ້ານ​ດ້ວຍ​ຕົນເອງ ໂດຍ​ເບິ່ງ​ເຫັນ​ໂອ​ກາດ​ທາງ​ທຸລະກິດ ແລະ ​ຍອມ​ຮັບ​ຄວາມ​ສ່ຽງ​ທີ່​ອາດ​ເກີດ​ຂຶ້ນ​ໄດ້​ຕະຫຼອດ​ເວລາເພື່ອ​ມຸ້ງ​ຫວັງ​ຜົນ​ກຳ​ໄລ​ທີ່​ເກີດ​ຈາກ​ຜົນ​ການ​ດຳ​ເນີນ​ງານ​ຂອງ​ທຸລະກິດ​ຕົນເອງ ດັ່ງ​ນັ້ນ​ຜູ້​ປະກອບ​ການ​ຈຶ່ງ​ຕ້ອງ​ສຶກ​ສາ​ຫາ​ຄວາມ​ຮູ້​ເພິ່ມເຕິມກ່ຽວກັບ​ຄວາມໝາຍ​ຂອງ​ຜູ້​ປະກອບ​ການ ເຈົ້າ​ລັກສະນະ​ພື້ນ​ຖານ​ຂອງ​ຜູ້​ປະກອບ​ການ ແນວ​ທາງ​ໃນ​ການ​ເປັນ​ຜູ້​ປະກອບ​ການວິ​ເຄາະ​ການ​ຜູ້​ປະກອບ​ການ ແນວ​ທາງ​ການ​ຫາ​ລາຍ​ໄດ້​ຈາກ​ການ​ເປັນ​ຜູ້​ປະກອບ​ການ ແລະ ​ໝ້າທີ່​ຂອງ​ຜູ້​ປະກອບ​ການ​ໃນ​ການດຳ​ເນີນ​ທຸລະກິດ.

1.1.ຄວາມໝາຍຂອງຜູ້ປະກອບການ.

           ຜູ້​ປະກອບ​ການ​ໝາຍ​ເຖິງ ບຸກ​ຄົນ​ທີ່​ຈັດ​ຕັ້ງທຸລະກິດ​ໃໝ່ ໂດຍ​ຜະເຊີນ​ກັບ​ຄວາມ​ສ່ຽງ ​ແລະ​ ຄວາມ​ບໍ່​ແນ່ນອນ​ທາງ​ທຸລະກິດ ເພື່ອ​ສະແຫວງຫາ​ຜົນ​ກຳ​ໄລ ແລະ ຄວາມ​ເຕີບໂຕ ມຸ້ງ​ຫາ​ຄວາມ​ຕ້ອງ​ການ​ຂອງ​ຕ​ະຫຼາດ​ເພື່ອສະໝ​ອງ​ຄວາມ​ຕ້ອງ​ການ​ໃນ​ທາງ​ເສດຖະກິດ ຜູ້​ປະກອບ​ການ​ຄື ຜູ້​ລວບລວມ​ປັດ​ໄຈ​ການ​ຜະລິດ ໄດ້​ແກ່ ທີ່​ດິນ ແຮງ​ງານ ແລະ ​ທຸນ ມາ​ຜະລິດ​ເປັນ​ສິນ​ຄ້າ ແລະ ​ບໍລິການ ຜູ້​ປະກອບ​ການ​ອາດຈະ​ເປັນ​ໝ່ວຍ​ງານ ບໍລິສັດ ຫ້າງ​ຮ້ານ ຫຼື ​ເອກ​ຊົນ​ພຽງ​ຄົນ​ດຽວກໍ​ໄດ້ ທັງ​ນີ້​ຜູ້​ປະກອບ​ການ​ຕ້ອງ​ຍອມ​ຮັບ​ຄວາມ​ສ່ຽງ​ທີ່​ອາດ​ເກີດ​ຂຶ້ນ​ຈາກ​ການ​ຜະລິດ ແລະ​ ບໍລິຫານ​ຈັດການໃນ​ຂະ​ບວນ​ການ​ຜະລິດ ຜົນ​ຕອບ​ແທນ​ທີ່​ໄດ້​ຄື ກຳ​ໄລ ຫຼື ຂາດ​ທຶນ.

1.2.ຄວາມມຸ້ງໝາຍຂອງການປະກອບການ.

ການ​ປະກອບ​ການ​ ຫຼື ການ​ປະກອບ​ທຸລະກິດ ມີ​ຈຸດ​ມຸ້ງ​ໝາຍ​ຫຼາຍ​ປະ​ການດັ່ງ​ສະແດງ​ໃນ​ຮູບໄດ້​ດັ່ງ​ນີ້: 

1. ສະແຫຼວງ​ຫາ​ກຳ​ໄລ.

2. ສ​ະໝອງ​ຄວາມ​ຕ້ອງ​ການ​ຂອງ​ຕົນເອງ ເຊັ່ນ: ຢາກ​ເປັນ​ອິດສະຫລະ​ບໍ່​ເປັນ​ລູກ​ຈ້າງ​ໃຜ ຢາກ​ລ້ຳລວຍເປັນ​ຕົ້ນ.

3. ສ້າງ​ປະໂຫຍດ​ໃຫ້​ແກ່​ສັງຄົມ ການ​ປະກອບ​ທຸລະກິດ​ມີ​ໂອ​ກາດ​ສ້າງ​ປະໂຫຍດ​ໃຫ້​ແກ່​ສັງຄົມໄດ້​ຫຼາຍກວ່າ.

4. ຄວາມ​ຢູ່​ຫຼອດ​ ແລະ ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ຖາວອນ​ຂອງ​ທຸລະກິດ​ເອງ.




ใหม่กว่า เก่ากว่า