ຄຸນສົມບັດຂອງຜູ້ປະກອບການທີດີ.

ຄຸນສົມບັດຂອງຜູ້ປະກອບການທີດີ

1. ມີ​ຄວາມ​ເຊື່ອ​ມັ່ນ​ໃນ​ຕົນເອງ ມີ​ຄວາມ​ເປັນ​ຜູ້​ນຳ ຮັກ​ຄວາມ​ອິດສະຫລະ ບໍ່​ຢາກ​ເປັນ​ລູກ​ຈ້າງ​ໃຜ ແມ່ນ​ຈະ​ລົ້ມ​    ເຫລວ​ກໍ​ບໍ່​ຫຍໍ້​ທໍ້​ແກ້​ໄຂ​ແລ້ວ​ສູ້​ຕໍ່ໄປ​ບໍ່​ລະ​ຖິ້ມ.

2. ກ້າ​ຕັດ​ສິນ​ໃຈ ກ້າ​ສ່ຽງ ການ​ປະກອບ​ການ​ອາດ​ສຳ​ເລັດ​ ຫຼື ລົ້ມ​ເຫລວ​ໄດ້​ຕ້ອງ​ຕັດ​ສິນ​ໃຈເທິງ​ຂໍ້​ມູນ​ທີ່​ຖືກ​ຕ້ອງ.

3. ພ້ອມ​ທີ່​ຈະ​ເຮັດວຽກ​ໜັກ ອົດ​ທົນ​ຂະຫຍັນ​ໝັ່ນ​ພຽນ ເພາະ​ການ​ປະກອບ​ທຸລະກິດ​ຕ້ອງ​ສົນ​ໃຈ ແລະ ​ເອົາ​ໃຈ​ໃສ່​ຕະຫຼອດ​ເວລາ.

4. ມີມ​ະນຸດ​ສຳພັນ​ດີ ອັດ​ຢາ​ໃສ​ດີ ຢິ້ມ​ແຢ້ມ​ແຈ່ມ​ໃສ ເວົ້າ​ຈາ​ມ່ວນ​ສົນ​ໃຈ​ບຸກ​ຄົນ​ທັ່ວ​ໄປ​ໂດຍສະເພາະ​ລູກ​ຄ້າ.

5. ມີ​ຄວາມ​ຮູ້​ກ່ຽວກັບ​ກິດຈະການ​ທີ່ຕົນ​ປະກອບ​ການ​ ແລະ ​ຫາ​ຄວາມ​ຮູ້​ເພິ່ມເຕິມ​ຢູ່​ສະເໝີ​ເພື່ອປັບ​ປຸງ​ກິດຈະການ​ຂອງ​ຕົນ.

6. ຕ້ອງ​ມີ​ທຶນ ​ຢູ່​ຈຳນວນ​ໜຶ່ງ​ໃນ​ການ​ປະກອບ​ການ​ບໍ່​ແມ່ນ​ກູ້​ຈາກ​ສ​ະຖາ​ບັນ​ການ​ເງິນ​ທັງ​ໝົດ.

7. ມີ​ຄວາມ​ຮັບ​ຜິດຊອບ ​ແລະ ​ຊື່ສັດ​ຕໍ່​ລູກ​ຄ້າ ຜູ້​ກ່ຽວ​ຂ້ອງ ​ແລະ​ ສັງຄົມ ຈຶ່ງ​ຈະ​ເຮັດໃຫ້​ສະຖານປະກອບ​ການ​ຈະເລີນ​ຮຸ່ງ​ເຮືອງ ​ແລະ ​ຢັ່ງ​ຢືນທັງ​ນີ້​ຄຸນສົມບັດ​ເຫຼົ່າ​ນີ້ ບໍ່​ແມ່ນ​ມີ​ມາ​ແຕ່​ກຳ​ເນີດ ທຸກ​ຄົນ​ສາມາດ​ພັດທະນາ​ຂຶ້ນ​ມາ​ໄດ້​ເມື່ອ​ສົນ​ໃຈ ແລະ ​ຕັ້ງ​ໃຈ​ຈິງ ໂດຍ​ການ​ສັງເກດ ເວົ້າ​ຄຸຍ​ກັບ​ຜູ້​ປະກອບ​ການ ສຶກ​ສາ​ຫາ​ຄວາມ​ຮູ້​ຈາກ​ສະ​ຖາ​ບັນ​ການສຶກສາຕ່າງ​ໆ ຫຼື ​ສະໝັກ​ເຂົ້າ​ເຮັດວຽກ​ໃນ​ສະຖານ​ປະກອບ​ການ​ຕ່າງ​ໆ ເພື່ອ​ຫາ​ປະສົບການ.

ใหม่กว่า เก่ากว่า