ຄວາມສຳຄັນຂອງການວາງແຜນເປົ້າໝາຍຊີວິດ

 ຄວາມສຳຄັນຂອງການວາງແຜນເປົ້າໝາຍຊີວິດ

      ຄວາມ​ຕ້ອງ​ການ​ຂອງ​ມະນຸດ​ເປັນ​ແຮງ​ພັກດັນ ​ໃຫ້​ຄົນ​ເຮັດວຽກ​ ຫຼື ​ເຮັດໃຫ້​ມີ​ກຳ​ລັງ​ໃຈ​ໃນ​ການ​ເຮັດ​ວຽກງານ ຄວາມ​ຕ້ອງ​ການຂອງ​ມະນຸດ​ນັ້ນ​ປ່ຽນ​ແປງ​ໄດ້​ຕາມ​ຖານະ​ຂອງ​ແຕ່​ລະ​ບຸກ​ຄົນ ສິ່ງ​ແວດ​ລ້ອມ ມະນຸດ​ມີ​ຄວາມ​ຕ້ອງ​ການ​ບໍ່​ມີ​ທີ່​ສີ້ນສຸດດັ່ງ​ນັ້ນ​ການຕັ້ງ​ເປົ້າ​ໝາຍ​ຈະ​ຊ່ວຍ​ໃຫ້​ບຸກ​ຄົນ​ຮູ້​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ຕົນ ຊຶ່ງ​ຈະ​ກະຕຸ້ນ​ໃຫ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ ແລະ​ ການ​ບັນ​ລຸ​ເປົ້າ​ໝາຍ​ຈະ​ເປັນ​ສິ່ງ​ຈູງ​ໃຈ​ໃຫ້​ມີ​ການ​ກະທຳ​ຕໍ່ໆໄປ.

       ມະນຸດ​ທຸກ​ຄົນ​ຈຳ​ເປັນ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ ໃນ​ການ​ກຳນົດ​ເປົ້າ​ໝາຍ​ຂອງ​ຊີວິດ​ຕົນເອງ​ຢ່າງ​ມີ​ຂັ້ນ​ຕອນ ​ແລະ ວິທີ​ການ​ດຳ​ເນີນ​ຊີວິດ​ທີ່​ເໝາະ​ສົມ ສອດ​ຄ່ອງ​ກັບ​ສະ​ຖາ​ນະ​ຂອງ​ຕົນ ແລ້ວ​ມຸ້ງ​ມັ່ນ​ພະຍາຍາມ​ປະຕິບັດ​ທຸກ​ວິທີ​ທີ່​ຈະ​ເຮັດໃຫ້ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຊີວິດ​ຕາມ​ທີ່​ຕົນ​ໄດ້​ວາງ​ແຜນ​ໄວ້ ແຕ່​ຫາກ​ເມື່ອ​ດຳ​ເນີນ​ຊີວິດ​ຕາມ​ກອບ​ທີ່​ມີ​ວາງ​ແຜນ​ແລ້ວ​ເກີດບັນຫາ ​ແລະ ​ອຸປະສັກ ບຸກ​ຄົນ​ນັ້ນ​ສາມາດ​ຫາ​ຈຸດ​ບົກຜ່ອງ​ທີ່ເກິດຂື້ນ​ມາ​ພິຈາລະນາ​ ແລະ ​ທົບ​ທວນ​ຂັ້ນ​ຕອນ ເພື່ອ​ແກ້​ໄຂພັດທະນາ ປັບ​ປຸງ​ໃຫ້​ຊີວິດ​ຂອງ​ບຸກ​ຄົນ​ມີ​ຄຸນນະພາບ ແລະ ​ເກີດ​ປະ​ສິດ​ທິ​ພາບ​ໃນ​ການ​ດຳ​ເນີນ​ຊີວິດ​ໃຫ້​ມີ​ຄວາມ​ສຸກ​ທັງ​ດ້ານຮ່າງກາຍ ຈິດ​ໃຈ ແລະ​ ດ້ານ​ສັງຄົມ​ໂດຍ​ທັງໝົດ ຫາກ​ທຸກ​ຊີວິດ​ມີ​ກາ​ນວາງ​ແຜນ​ເພື່ອ​ເປົ້າ​ໝາຍ​ຂອງ​ຊີວິດ ຄວນ​ຈະ​ສົ່ງ​ຜົນ​ໃຫ້ປະ​ສົບ​ກັບ​ຜົນ​ສຳ​ເລັດ​ໃນ​ຊີວິດ​ໄດ້​ຢ່າງ​ແນ່ນອນ ໃນ​ທາງ​ກົງກັນຂ້າມ ຫາກ​ບຸກ​ຄົນ​ໃດ​ບໍ່​ມີ​ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ໃນເລື່ອງ​ໃດໆ ເຊັ່ນ: ການສຶກສາ​ຮ່ຳ​ຮຽນ, ການ​ໃຊ້​ຈ່າຍ​ເງິນ​ທອງ​ໃນ​ຊີວິດ​ປະຈຳ​ວັນ ການ​ເລືອກ​ປະກອບ​ອາ​ຊີບ ເປັນ​ຕົ້ນຄວນ​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ເຮັດໃຫ້​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການສຶກສາ​ ແລະ​ ບັນຫາ​ທາງ​ດ້ານ​ເສດຖະກິດ.

1.1.ການວາງແຜນເປົ້າໝາຍຊີວິດ.

        ກາ​ນວາງ​ແຜນ ໝາຍ​ເຖິງ ການ​ກຳນົດ​ສະພາບ​ ຫຼື ​ສະຖານ​ພາບ​ ທີ່​ຄາດ​ຫວັງ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໂດຍ​ກຳນົດແນວ​ທາງ​ປະຕິບັດ​ເພື່ອ​ໃຫ້​ບັນ​ລຸ​ວັດ​ຖຸ​ປະສົງ​ທີ່​ວາງ​ໄວ້.

1.ເປົ້າ​ໝາຍ​ໃນ​ຊີວິດ (Life Goals) ໝາຍ​ເຖິງ ສິ່ງ​ທີ່​ຕົນເອງ​ໃຫ້​ຄວາມ​ສຳຄັນ ແລະ​ ປາດຖະໝາ​ຈະໃຫ້​ເກີດ​ຂຶ້ນ​ໃນອະນາຄົດ ແລະ ​ເປັນ​ແຮງ​ຈູງ​ໃຈ​ໃຫ້​ຕົນເອງ​ມີ​ພະລັງ​ມຸ້ງ​ໄປ​ສູ່​ອະນາຄົດ ການ​ມີ​ເປົ້າ​ໝາຍ​ໃນ​ຊີວິດ​ຈະ​ຊ່ວຍ​ໃຫ້​ມະນຸດ​ໃຊ້​ຊີວິດ​ຢ່າງ​ມີຄວາມໝາຍ ມີ​ຄວາມ​ຫວັງ ​ແລະ ​ມີ​ທິດ​ທາງ​ທີ່​ຈະ​ມຸ້ງ​ໄປ​ສູ່​ອະນາຄົດ ເພາະ​ການ​ມີ​ເປົ້າ​ໝາຍ​ຈະ​ເປັນ​ຕົວ​ບົ່ງ​ຊີ້​ວ່າ​ບຸກ​ຄົນ​ນັ້ນຕ້ອງ​ການ​ຫຍັງ​ ແລະ ຈະ​ມີ​ຊີວິດ​ຢູ່​ເພື່ອ​ຫຍັງ ເພື່ອ​ໃຜ ແລະ​ ເພື່ອ​ທີ່​ຈະ​ເຮັດ​ຫຍັງ.

2.ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ ໝາຍ​ເຖິງ ການຕັ້ງ​ເປົ້າ​ໝາຍ​ຊີວິດ​ຂອງ​ບຸກ​ຄົນ​ທີ່​ໄດ້​ວາງ​ແຜນ​ໄວ້​ດ້ວຍ​ວິທີ​ການ​ທີ່ເໝາະ​ສົມ​ເພື່ອ​ນຳ​ຕົນເອງ​ໄປ​ສູ່​ເປົ້າ​ໝາຍ​ຂອງ​ຊີວິດ​ໃນ​ອະນາຄົດ ເປັນ​ກາ​ນວາງ​ເປົ້າ​ໝາຍ​ໄວ້​ວ່າ​ຈະ​ຕ້ອງ​ຕັ້ງ​ຕົວ​ສ້າງ​ຖານະ​ໃຫ້ໄດ້ ໂດຍ​ຮຽນ​ໃຫ້​ຈົບ​ ແລະ ​ປະກອບ​ອາ​ຊີບ​ທີ່​ສຸ​ຈະລິດ ຊຶ່ງ​ກາ​ນວາງ​ເປົ້າ​ໝາຍ​ໃນ​ຊີວິດ​ຂອງ​ແຕ່​ລະ​ບຸກ​ຄົນ​ຈະ​ແຕກ​ຕ່າງ​ກັນ​ໄປເພື່ອ​ໃຫ້​ການ​ດຳ​ເນີນ​ຊີວິດ​ມີ​ຄຸນນະພາບ ໄດ້​ແກ່ ກາ​ນວາງ​ແຜນ​ກ່ຽວກັບ​ສຸກຂະພາບ​ອະນາໄມ​ກາ​ນວາງ​ແຜນ​ກ່ຽວກັບ​ການສຶກສາ ການວາງ​ແຜນ​ກ່ຽວກັບ​ອາ​ຊີບ ເຊັ່ນ: ແພດ, ວິສະວະກອນ, ທະຫານ, ຕຳ​ຫຼວດ, ຄູອາຈານ, ນັກ​ທຸລະກິດ, ກະເສດຕະກຳ, ຊາວ​ນາ, ຊາວ​ໄຮ່ ເປັນ​ຕົ້ນ ການວາງ​ແຜນ​ກ່ຽວກັບ​ການ​ໃຊ້​ຈ່າຍ​ໃນ​ແຕ່​ລະ​ເດືອນ ກາ​ນວາງ​ແຜນ​ທີ່​ຈະ​ປະຕິບັດ​ຄວາມ​ດີ ການ​ດຳ​ເນີນ​ຊີວິດ​ໃຫ້​ຢູ່ໃນ​ກອບສິນລະທຳ ກາ​ນວາງ​ແຜນ​ກ່ຽວກັບ​ການສ້າງ​ຄອບຄົວ​ໃນ​ອະນາຄົດ ເປັນ​ຕົ້ນ.

3.ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ ເປັນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ບຸກ​ຄົນ​ທຸກ​ຄົນ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ໃນ​ການ​ຮູ້​ຈັກ​ວາງ​ແຜນ​ຊີວິດຂອງ​ຕົນເອງ​ຢ່າງ​ມີ​ຂັ້ນ​ຕອນ ມີ​ວິທີ​ການ​ທີ່​ເໝາະ​ສົມ​ກັບ​ສ​ະຖາ​ນະ​ຂອງ​ບຸກ​ຄົນ ແລະ ​ພະຍາຍາມ​ດຳ​ເນີນ​ການ​ໂດຍ​ປະຕິບັດ​ທຸກວິທີ​ທີ່​ຈະ​ນຳ​ພາ​ຊີວິດ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ ແຕ່​ເມື່ອ​ດຳ​ເນີນ​ຊີວິດ​ທີ່​ມີ​ກາ​ນວາງ​ແຜນ​ແລ້ວ​ເກີດ​ບັນຫາ ​ແລະ​ ອຸປະສັກບຸກ​ຄົນ​ນັ້ນ​ກໍ​ສາມາດ​ຫາ​ຈຸດ​ບົກຜ່ອງ​ທີ່ເກິດຂື້ນ ແລ້ວ​ນຳ​ມາ​ພິ​ຈາລະນາທົ​ບ​ທວນ​ຂັ້ນ​ຕອນ ເພື່ອ​ແກ້​ໄຂ ພັດທະນາ ປັບ​ປຸງ​ໃຫ້ຊີວິດ​ຂອງ​ບຸກ​ຄົນ​ມີ​ຄຸນນະພາບ ແລະ​ ເກີດ​ປະ​ສິດ​ທິ​ພາບ​ໃນ​ການ​ດຳ​ເນີນ​ຊີວິດ​ໃຫ້​ມີ​ຄວາມ​ສຸກ ຫາກ​ທຸກ​ຊີວິດ​ມີ​ກາ​ນວາງ​ແຜນ​ເພື່ອເປົ້າ​ໝາຍ​ຂອງ​ຊີວິດ ກໍ​ຈະ​ສົ່ງ​ຜົນ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຊີວິດ.

1.2.ການວາງແຜນເປົ້າໝາຍຊີວິດດວ້ຍວົງຈອນຄຸນນະພາບ.

         ວົງ​ຈອນ​ການ​ຄວບ​ຄຸມ​ຄຸນນະພາບ ຫຼື ​ວົງ​ຈອນເດ​ມິ່ງ ໂດຍ​ວົງ​ຈອນການ​ຄວບ​ຄຸມ​ຄຸນນະພາບ​ນີ້​ສາມາດ​ນຳ​ມາ​ໃຊ້​ໃນ​ການດຳ​ເນີນ​ຊີວິດ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ ໂດຍ​ເມື່ອ​ນຳ​ມາ​ໃຊ້​ໃນ​ການ​ດຳ​ເນີນ​ຊີວິດ​ແລ້ວ ຈະ​ແບ່ງ​ອອກ​ໄດ້​ດັ່ງ​ນີ້:

1.ກາ​ນວາງ​ແຜນ (P = Plan)

        ແມ່ນ ກາ​ນວາງ​ແຜນ​ຊີວິດ ຊຶ່ງ​ຈະ​ຕ້ອງ​ມີ​ວັດ​ຖຸ​ປະສົງ ເປົ້າ​ໝາຍ​ ແລະ​ ໄລຍະ​ເວລາດຳ​ເນີນ​ການ ໂດຍ​ຈະ​ຕ້ອງ​ຮູ້ວ່າ​ຕົນເອງ​ນັ້ນ​ຢາກ​ເຮັດ​ຫຍັງ ຕ້ອງ​ການ​ຫຍັງ ແລ້ວ​ຈຶ່ງ​ຕັ້ງ​ເປົ້າ​ໝາຍ ແລະ​ ວິທີ​ການ​ດຳ​ເນີນຊີວິດ​ໃຫ້​ຊັດເຈນ ຊຶ່ງ​ເປົ້າ​ໝາຍ​ແຕ່​ລະ​ຄົນ​ຈະ​ແຕກ​ຕ່າງ​ກັນ.

2.ການ​ປະຕິບັດ​ງານ​ຕາມ​ແຜນ.

        ແມ່ນ ການ​ດຳ​ເນີນ​ງານ​ຕາມ​ຂັ້ນ​ຕອນ​ໃນ​ແຜນ​ງານ​ຢ່າງ​ເປັນ​ລະບົບ ​ແລະ ​ຕໍ່​ເນື່ອງ​ເປັນການເຮັດ​ຕາມ​ແຜນ​ທີ່​ໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້​ດ້ວຍ​ຄວາມ​ຕັ້ງ​ໃຈ​ ແລະ ​ມຸ້ງ​ມັ່ນ​ພະຍາຍາມ.

3.ການ​ກວດ​ສອບ​ການ​ປະຕິບັດ​ຕາມ​ແຜນ (C = Check)

        ແມ່ນການ​ກວດ​ສອບ ​ແລະ ​ລາຍ​ງານ​ຜົນ​ການ​ດຳ​ເນີນ​ງານ​ຕາມແຜນ ວ່າ​ເມື່ອ​ດຳ​ເນີນ​ງານ​ຕາມ​ແຜນ​ແລ້ວ​ມີ​ບັນຫາ​ຫຍັງ​ເກີດ​ຂຶ້ນ ຈຳ​ເປັນ​ຕ້ອງ​ປັບ​ປຸງ​ແກ້​ໄຂ​ແຜນ​ງານ​ໃນ​ຂັ້ນ​ຕອນ​ໃດ​ເປັນການ​ປະ​ເມີນ​ເປົ້າ​ໝາຍ​ຊີວິດ​ທີ່​ວາງ​ແຜນ​ໄວ້ ໂດຍ​ສອບ​ຖາມ​ຕົນ​ເອງ​ວ່າ​ເປົ້າ​ໝາຍ​ຊີວິດ​ທີ່​ຕັ້ງ​ເປົ້າ​ໝາຍ​ໄວ້​ ນັ້ນ​ມີ​ຂໍ້​ໃດ​ທີ່​ເຮັດສຳ​ເລັດ​ລຸ​ລ່ວງ​ແລ້ວ ຫຼື ​ຕ້ອງ​ແກ້​ໄຂ​ປັບ​ປຸງ​ວິທີ​ການ​ທີ່​ຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໃຫ້​ວ່ອງໄວ​ຢິ່ງ​ຂຶ້ນ.

4.ການ​ປັບ​ປຸງ​ແກ້​ໄຂ (A = Action)

        ແມ່ນ ການ​ນຳ​ບັນຫາ​ມາ​ປັບ​ປຸງ​ແກ້​ໄຂ​ການ​ດຳ​ເນີນ​ງານ​ໂດຍ​ນຳ​ຜົນການປະ​ເມີນ​ມາ​ປັບ​ປຸງ ຫຼື ​ພັດທະນາ​ວິທີ​ການເຮັດໃຫ້​ຊີວິດ​ປະ​ສົບ​ຄວາມ​ສຳ​ເລັດ​ຫຼາຍ​ຢິ່ງ​ຂຶ້ນ.



1.3.ການນຳ PDCA ໄປໃຊ້.

        ກາ​ນວາງ​ແຜນ (Plan) ແມ່ນກາ​ນວາງ​ແຜນ​ຊີວິດ ໂດຍ​ຈະ​ຕ້ອງ​ຮູ້ວ່າ​ຕົນເອງ​ນັ້ນ​ຢາກ​ເຮັດ​ຫຍັງ ຕ້ອງ​ການ​ຫຍັງແລ້ວ​ຈຶ່ງ​ຕັ້ງ​ເປົ້າ​ໝາຍ ແລະ​ ວີ​ການ​ໃນ​ການ​ດຳ​ເນີນ​ຊີວິດ​ໃຫ້​ຊັດເຈນ​ຊຶ່ງ​ເປົ້າ​ໝາຍ​ຂອງ​ຊີວິດ​ແຕ່​ລະ​ຄົນ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນອອກ​ໄປ ທັງ​ນີ້ ກາ​ນວາງ​ແຜນ​ຄອບ​ຄຸ່ມ​ເຖິງ​ການ​ກຳນົດ​ເລື່ອງ​ທີ່​ຕ້ອງ​ການ​ປັບ​ປຸງ​ປ່ຽນ​ແປງ​ຊຶ່ງ​ທັງໝົດ​ເຖິງ​ການ​ພັດທະນາ​ສິ່ງໃໝ່​ໆ ການ​ແກ້​ບັນຫາ​ທີ່ເກິດຂື້ນ​ຈາກ​ການ​ປະຕິບັດ​ງານ ແລະ ອື່ນໆ ພ້ອມ​ກັບ​ພິຈາລະນາ​ວ່າ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໃຊ້​ຂໍ້​ມູນ​ໃດ​ດ້ວຍເພື່ອ​ການ​ປັບ​ປຸງ​ປ່ຽນ​ແປງ​ນັ້ນ ໂດຍ​ລະ​ບຸ​ວິທີ​ການ​ເກັບ​ຂໍ້​ມູນ​ໃຫ້​ຊັດເຈນ ຈະ​ຕ້ອງ​ວິ​ເຄາະ​ຂໍ້​ມູນ​ທີ່​ລວບລວມ​ໄດ້ ແລ້ວກຳນົດ​ທາງ​ເລືອກ​ໃນ​ການ​ປັບ​ປຸງ​ປ່ຽນ​ແປງ ກາ​ນວາງ​ແຜນ​ຊ່ວຍ​ໃຫ້​ຄາດ​ກາ​ຣ​ນ​໌​ສິ່ງ​ທີ່ເກິດຂື້ນ​ໄດ້​ໃນ​ອະນາຄົດ ແລະ​ຊ່ວຍລຸດ​ຄວາມ​ສູຍ​ເສຍ​ຕ່າງ​ໆ ທີ່​ອາດ​ເກີດ​ຂຶ້ນ​ໄດ້ ຊຶ່ງ​ຊ່ວຍ​ໃຫ້​ຮັບ​ຮູ້​ສະພາບ​ປະຈຸບັນ​ພອ້ມ​ກັບ​ກຳນົດ​ສະພາບ​ທີ່​ຕ້ອງ​ການ​ໃຫ້​ເກີດ​ຂຶ້ນໃນ​ອະນາຄົດ ດ້ວຍ​ການ​ປະສົມປະ​​ສານ​ປະສົບການ ຄວາມ​ຮູ້ ​ແລະ ​ທັກ​ສະ​ໂດຍ​ກາ​ນວາງ​ແຜນ​ມີ​ດັ່ງ​ນີ້:

1.ກາ​ນວາງ​ແຜນ​ເພື່ອ​ອະນາຄົດ ເປັນ​ກາ​ນວາງ​ແຜນ​ສຳລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ ຫຼື ​ກຳ​ລັງ​ເກີດ​ຂຶ້ນ ບາງ​ສິ່ງບາງຢ່າງ​ກໍ​ບໍ່​ສາມາດ​ຄວບ​ຄຸມ​ໄດ້ ແຕ່​ເພື່ອ​ເປັນ​ການ​ຕຽມ​ຄວາມ​ພ້ອມ​ໄວ້​ລ່ວງ​ໜ້າ.

2.ກາ​ນວາງ​ແຜນ​ເພື່ອ​ການ​ປັບ​ປຸງ​ປ່ຽນ​ແປງ ເປັນ​ກາ​ນວາງ​ແຜນ​ເພື່ອ​ປ່ຽນ​ແປງ​ສະພາບ​ທີ່ເກິດຂື້ນ​ໃນປະຈຸບັນ​ເພື່ອ​ສະພາບ​ທີ່​ດີ​ຂຶ້ນ ຊຶ່ງ​ສາມາດ​ຄວບ​ຄຸມ​ຜົນ​ທີ່ເກິດຂື້ນ​ໄດ້​ດ້ວຍ​ການ​ເລຮ່ມ​ຕົ້ນ​ປ່ຽນ​ແປງ​ຕັ້ງ​ແຕ່​ປະຈຸບັນ.



1.1.1.ລຳ​ດັບ​ຂັ້ນ​ຕອນ​ໃນ​ຂະ​ບວນ​ກາ​ນວາງ​ແຜນ​.

ລຳ​ດັບ​ຂັ້ນ​ຕອນ​ໃນ​ຂະ​ບວນ​ກາ​ນວາງ​ແຜນ​ປະກອບດວ້ຍດັ່ງນີ້:

1. ການ​ກຳນົດ​ວັດ​ຖຸ​ປະສົງ.

2. ການ​ພັດທະນາ​ຂໍ້​ຕົກລົງ​ທີ່​ເປັນ​ຕົວ​ກຳນົດ​ຂອບ​ເຂດ​ໃນ​ກາ​ນວາງ​ແຜນ.

3. ພິຈາລະນາ​ຂໍ້​ຈຳ​ກັດ​ຕ່າງ​ໆ ທີ່​ອາດ​ເກີດ​ຂຶ້ນ​ໃນ​ກາ​ນວາງ​ແຜນ.

4. ພັດທະນາ​ທາງ​ເລືອກ.

5. ປະ​ເມີນ​ທາງ​ເລືອກ ເພື່ອ​ເລືອກ​ສິ່ງ​ທີ່​ເປັນ​ໄປ​ໄດ້​ສູງ​ສຸດ.

6. ປ່ຽນ​ແປງ​ແຜນ​ສູ່​ການ​ປະຕິບັດ.



1.1.2.ກາ​ນວາງ​ແຜນ​ທີ່​ດີ​ນັ້ນ ຕ້ອງ​ວິ​ເຄາະ​ສະຖານນະການ 5 W 1H.

ກາ​ນວາງ​ແຜນ​ທີ່​ດີ​ນັ້ນ ຕ້ອງ​ວິ​ເຄາະ​ສະຖານນະການ 5 W 1H ດັ່ງນີ້:

- ໃຜ​ເຮັດ (who)

- ມີ​ຫຍັງ​ແນ່​ທີ່​ຕ້ອງ​ເຮັດ (What)

- ເປົ້າ​ໝາຍ​ໃນ​ການ​ເຮັດ​ເທື່ອ​ນີ້​ຢູ່​ໃສ (Where)

- ໄລຍະ​ເວລາ​ໃນ​ການ​ເຮັດ​ວຽກງານ​ແຕ່​ລະ​ຂັ້ນ​ຕອນ​ເປັນ​ແນວ​ໃດ (When)

- ເຫດ​ໃດ​ຈຶ່ງ​ຕ້ອງ​ເຮັດ​ເປົ້າ​ໝາຍ​ນີ້ (Why)

- ການ​ເຮັດ​ວຽກງານ​ເປັນ​ແນວໃດ ຄວນ​ເຮັດ​ອັນໃດກ່ອນ ອັນໃດຫຼັງ (How)



1.4.ປະໂຫຍດຂອງການວາງແຜນ.

            ກາ​ນວາງ​ແຜນ​ງານ ຈະ​ຊ່ວຍ​ເຮັດໃຫ້​ມີ​ການ​ຕຽມ​ຄວາມ​ພ້ອມ​ເມື່ອ​ໄດ້​ປະຕິບັດ​ງານ​ຈິງ ດັ່ງ​ນີ້:

1. ການສຶກສາ ເປັນ​ກາ​ນວາງ​ແຜນ​ສຶກ​ສາ​ຂໍ້​ມູນ ວິທີ​ການ​ໃນ​ການ​ປະກອບ​ອາ​ຊີບ​ທຸລະກິດ ເຊັ່ນ ຄວາມ​ຕ້ອງ​ການຂອງ​ຕ​ະຫຼາດ ຂໍ້​ມູນ​ວັດ​ຖຸ​ດິບ ຂໍ້​ມູນ​ຊັບພະຍາກອນ​ທີ່​ມີ​ຢູ່​ ຫຼື ​ເງິນ​ທຶນ.

2. ການ​ຕຽມ​ງານ​ດ້ານ​ສະຖານ​ທີ່ ການ​ອອກ​ແບບ​ຜະລິດຕະພັນ ຄວາມ​ພ້ອມ​ຂອງ​ບຸກ​ຄະລາກ​ອນ ອຸປະກອນ ເຄື່ອງ​ຈັກ​ວັດ​ຖຸ​ດິບ.

3. ການ​ດຳ​ເນີນ​ງານ ເປັນ​ກາ​ນວາງ​ແນວ​ທາງ​ການ​ປະຕິບັດ​ງານ​ຂອງ​ແຕ່​ລະ​ຝ່າຍ ເຊັ່ນ ຝ່າຍ​ກາ​ນຕະຫຼາດ ຝ່າຍ​ຜະລິດ ຝ່າຍ​ການ​ເງິນ ​ແລະ ​ບັນ​ຊີ.

4. ການ​ປະ​ເມີນ​ຜົນ ເປັນ​ກາ​ນວາງ​ແຜນ​ ຫຼື ຕຽມ​ການ​ປະ​ເມີນ​ຜົນ​ງານ​ຢ່າງ​ເປັນ​ລະບົບ ເຊັ່ນ ປະ​ເມີນ​ຈາກຍອດ​ຈຳ​ໜ່າຍ ປະ​ເມີນ​ຈາກ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ລູກ​ຄ້າ.

1.4.1.ການ​ປະຕິບັດ​ຕາມ​ແຜນ (DO)

            ແມ່ນ ການເຮັດ​ຕາມ​ແຜນ​ທີ່​ໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້​ດ້ວຍ​ຄວາມ​ຕັ້ງ​ໃຈ ມຸ້ງ​ມັ່ນ​ພະຍາຍາມທັງ​ນີ້ ການ​ປະຕິບັດ​ເປັນ​ການ​ລົງ​ມື​ປັບ​ປຸງ​ປ່ຽນ​ແປງ​ຕາມ​ທາງ​ເລືອກ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຂັ້ນ​ຕອນ​ກາ​ນວາງແຜນ ຊຶ່ງ​ຕ້ອງ​ກວດ​ສອບ​ລະຫວ່າງ​ການ​ປະຕິບັດ​ນັ້ນ​ວ່າ​ໄດ້​ດຳ​ເນີນ​ໄປ​ໃນ​ທິດ​ທາງ​ທີ່​ຕັ້ງ​ໃຈ​ ຫຼື ​ບໍ່ ພ້ອມ​ກັບ​ສື່​ສານ​ໃຫ້​ຜູ້​ທີ່ກ່ຽວ​ຂ້ອງ​ຮູ້ ແລະ​ ຕິດ​ຕາມ​ການ​ປະຕິບັດ​ນັ້ນ​ຢ່າງ​ສ​ະໝ່ຳສະເໝີ ເພື່ອ​ສຶກ​ສາ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ ແລະ ​ຫາ​ແນວ​ທາງ​ແກ້​ໄຂບັນຫາ​ທີ່​ອາດຈະ​ເກີດ​ຂຶ້ນ​ໄດ້​ໃນ​ລະຫວ່າງ​ການ​ປະຕິບັດ ເພື່ອຈະ​ໝັ່ນໃຈ​ໄດ້​ວ່າ​ການ​ປະຕິບັດ​ຕາມ​ແຜນ​ທີ່​ວາງ​ໄວ້​ນັ້ນ​ເກີດ​ຄວາມຜິດ​ພາດ​ນ້ອຍ​ທີ່ສຸດປະໂຫຍດ​ຂອງ​ການ​ປະຕິບັດ​ຕາມ​ແຜນ ຊ່ວຍ​ໃຫ້​ຮູ້​ຂັ້ນ​ຕອນ ວິທີ​ການ ​ແລະ ​ສາມາດ​ຕຽມ​ງານ​ໄດ້​ລ່ວງ​ໜ້າດັ່ງ​ນັ້ນ ການ​ປະຕິບັດ​ງານ​ກໍ​ຈະ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ທີ່​ກຳນົດ​ໄວ້ ໂດຍ​ບໍ່​ມີ​ບັນຫາ ​ຫຼື ​ອຸປະສັກ​ເກີດ​ຂຶ້ນ.

1.4.2.ການ​ກວດ​ສອບ (Check)

            ການ​ປະ​ເມີນ​ເປົ້າ​ໝາຍ​ຊີວິດ​ທີ່​ວາງ​ແຜນ​ໄວ້​ວ່າ​ສາມາດ​ປະຕິບັດ​ໄດ້​ສຳ​ເລັດ​ ຫຼື ບໍ່ ແລະ​ ຕ້ອງ​ປັບ​ປຸງ ​ຫຼື ​ແກ້​ໄຂ​ຢ່າງໃດ​ດ້ວຍ​ຈຶ່ງ​ຈະ​ເຮັດໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຊີວິດ ທັງ​ນີ້ ການ​ກວດ​ສອບ​ເປັນ​ການປະ​ເມີນ​ຜົນ​ທີ່​ໄດ້ຮັບ​ຈາກ​ການ​ປະຕິບັດ (DO) ໂດຍ​ການ​ກວດ​ສອບ​ເຮັດໃຫ້​ຮູ້ວ່າ​ໃນ​ການ​ປະຕິບັດ​ນັ້ນ​ສາມາດ​ບັນ​ລຸເປົ້າ​ໝາຍ ​ຫຼື ​ວັດ​ຖຸ​ປະສົງ​ທີ່​ໄດ້​ກຳນົດ​ໄວ້ ​ຫຼື ​ບໍ່ ສິ່ງ​ສຳຄັນ​ກໍ​ຄື ຕ້ອງ​ຮູ້​ວ່າ​ຈະ​ກວດ​ສອບ​ຫຍັງ​ ​ແລະ​ ມີ​ຄວາມສ​ະໝ່ຳ​ສະເໝີ​ຫຼາຍ​ນ້ອງ​ພຽງ​ໃດ ຂໍ້​ມູນ​ທີ່​ໄດ້​ຈາກ​ການ​ກວດ​ສອບ​ຈະ​ເປັນ​ປະໂຫຍດ​ໃນ​ຂັ້ນ​ຕອນ​ຕໍ່ໄປປະໂຫຍດ​ຂອງ​ການ​ກວດ​ສອບ ໃນ​ການ​ກວດ​ສອບ​ຜົນ​ການ​ດຳ​ເນີນ​ງານ ຄວນ​ມີ​ຫຼັກ​ດັ່ງ​ນີ້:

1. ກວດ​ສອບ​ຈາກ​ເປົ້າ​ໝາຍ​ທີ່​ກຳນົດ.

2. ມີ​ເຄື່ອງ​ມື​ທີ່​ເຊື່ອ​ຖື​ໄດ້.

3. ມີ​ເກນ​ການ​ກວດ​ສອບ​ທີ່​ຊັດເຈນ.

4. ມີ​ກຳນົດ​ເວລາ​ການ​ກວດ​ສອບ​ທີ່​ແນ່ນອນ ​ແລະ​ ຊັດເຈນ.

5. ບຸ​ກຄະລາກ​ອນ​ທີ່​ກວດ​ສອບ​ນັ້ນ​ຕ້ອງ​ໄດ້ຮັບ​ການ​ຍອມ​ຮັບ​ຈາກ​ທຸກ​ຝ່າຍ ຈຶ່ງ​ດຳ​ເນີນ​ງານ​ຕໍ່ໄປ​ໄດ້.

1.4.3.ການ​ປັບ​ປຸງ​ແກ້​ໄຂ (Act)

         ແມ່ນ ການ​ນຳ​ເອົາ​ຜົນ​ການ​ປະ​ເມີນ​ມາ​ປັບ​ປຸງ ແລະ ພັດທະນາ​ວິທີ​ການເຮັດໃຫ້​ຊີວິດປະ​ສົບ​ຄວາມ​ສຳ​ເລັດ​ຫຼາຍ​ຂຶ້ນ ທັງ​ນີ້ ເປັນ​ການ​ດຳ​ເນີນ​ງານ​ໃຫ້​ເໝາະ​ສົມ​ຊຶ່ງ​ຈະ​ພິຈາລະນາ​ຜົນ​ທີ່​ໄດ້​ຈາກ​ການ​ກວດ​ສອບ​ຊຶ່ງ​ມີ 2 ກໍລະນີ ຄື ຜົນ​ທີ່ເກິດຂື້ນ​ເປັນ​ໄປ​ຕາມ​ແຜນ​ທີ່​ວາງ​ໄວ້ ຫຼື ​ບໍ່​ເປັນ​ໄປ​ຕາມ​ແຜນ​ທີ່​ວາງ​ໄວ້ ຖ້າ​ຜົນ​ທີ່ເກິດຂື້ນ​ເປັນ​ໄປ​ຕາມ​ແຜນທີ່​ວາງ​ໄວ້ ກໍ​ຈະ​ນຳ​ແນວ​ທາງ​ ຫຼື ຂະ​ບວນ​ການ​ປະຕິບັດ (DO) ນັ້ນ​ມາ​ຈັດ​ເຮັດ​ໃຫ້ເປັນ​ມາດຕະຖານ​ພ້ອມ​ທັງ​ຫາ​ວິທີ​ການ​ທີ່​ຈະປັບ​ປຸງ​ໃຫ້​ດີ​ຢິ່ງ​ຂຶ້ນ ຊຶ່ງ​ອາດຈະ​ສາມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້​ໄວ​ກວ່າ​ເດີມ ແລະ ​ເສຍ​ຄ່າ​ໃຊ້​ຈ່າຍ​ນ້ອຍ​ກວ່າ​ເດີມ ທັງໝົດ​ທັງ​ເຮັດໃຫ້​ຄຸນນະພາບ​ດີ​ຢິ່ງ​ຂຶ້ນ​ກໍ​ໄດ້ ຖ້າ​ຫາກ​ບໍ່​ເປັນ​ໄປ​ຕາມ​ແຜນ​ທີ່​ວາງ​ໄວ້​ກໍ​ຄວນ​ຈະ​ນຳ​ຂໍ້​ມູນ​ທີ່​ລວບລວມ​ໄວ້​ມາ​ວິ​ເຄາະ ແລະ ພິຈາລະນາ​ວ່າ​ຄວນ​ຈະ​ດຳ​ເນີນ​ການ​ຢ່າງໃດ​ຕໍ່ໄປ ເຊັ່ນ:

ມອງ​ຫາ​ທາງ​ເລືອກ​ໃໝ່​ທີ່​ໜ້າ​ຈະ​ເປັນ​ໄປ​ໄດ້.

-      ໃຊ້​ຄວາມ​ພະຍາຍາມ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເດີມ.

-      ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ຮູ້.

ປ່ຽນ​ເປົ້າ​ໝາຍ​ໃໝ່.

            ປະໂຫຍດ​ຂອງ​ການ​ປັບ​ປຸງ​ແກ້​ໄຂ ຂໍ້​ບົກຜ່ອງ​ທີ່ເກິດຂື້ນ ເມື່ອ​ມີ​ການ​ປັບ​ປຸງ​ແກ້​ໄຂ​ຄຸນນະພາບ​ກໍ​ຈະ​ເກີດ​ຂຶ້ນການ​ປັບ​ປຸງ​ແກ້​ໄຂ​ຈະ​ນຳ​ໄປ​ສູ່​ການ​ເລີ່ມ​ຕົ້ນ​ເຮັດວຽກ​ຢ່າງ​ມີ​ຄຸນນະພາບ​ໃນ​ຮອບ​ໃໝ່​ຂອງ​ວົງ​ຈອນ ແລະ ​ຊ່ວຍ​ໃຫ້​ສາມາດຄາດ​ກາ​​ນ​ບັນຫາ​ ຫຼື ​ຄວາມ​ສ່ຽງ​ທີ່​ອາດຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ໄດ້.

ใหม่กว่า เก่ากว่า