ລະດັບຂອງການວາງແຜນເປົ້າໝາຍຊີວິດຂອງບຸກຄົນ

 ລະດັບຂອງການວາງແຜນເປົ້າໝາຍຊີວິດຂອງບຸກຄົນ

1.1.ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ຂັ້ນ​ຕົ້ນ.

        ແມ່ນ ເປັນ​ກາ​ນວາງ​ແຜນ​ຕັ້ງ​ເປົ້າ​ໝາຍ​ຂອງ​ຊີວິດ​ໂດຍ​ມຸ້ງ​ມັ່ນ​ຝຶກ​ຝົນ​ຕົນເອງ ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ຊີວິດ​ໂດຍມຸ້ງ​ມັ່ນ​ຝຶກ​ຝົນ​ຕົນເອງ ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ຊີວິດ​ວ່າ​ຈະ​ຕ້ອງ​ຮຽນ​ໃຫ້​ຈົບ ມີ​ອາ​ຊີບ ມີ​ຖານະ​ທີ່​ດີ​ໃຫ້​ໄດ້ ດ້ວຍ​ອົງ​ປະກອບະ​ກອບຕ່າງໆ ເຊັ່ນ ການ​ປະພຶດ​ຕົນ​ເປັນ​ຄົນ​ດີ ບໍ່​ເຮັດໃຫ້​ຕົນເປັນ​ບັນຫາ ບໍ່​ເຮັດ​ຜິດ​ກົດໝາຍ ແລະ​ ຕັ້ງ​ເປົ້າ​ໝາຍ​ວ່າ​ຈະ​ປະກອບອາ​ຊີບ​ຫຍັງ ເຊັ່ນ: ຄູ, ພະຍາບານ, ຕຳ​ຫຼວດ, ທະຫານ, ຊາວ​ນາ ຫຼື ​ອື່ນໆ ທີ່​ເປັນ​ອາ​ຊີບ​ທີ່​ສຸດ​ຈະລິດ.

1.2.ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ຂັ້ນ​ກາງ.

        ເປັນ​ການຕັ້ງ​ເປົ້າ​ໝາຍ​ຂອງ​ຊີວິດ​ວ່າ ຕ້ອງ​ພະຍາຍາມ​ຕັ້ງ​ຕົວ ​ແລະ ​ສ້າງ​ຖານະ​ຂອງ​ຕົນເອງ​ມີ​ຊີວິດ​ຄູ່ ມີ​ຊີວິດ

ຄອບຄົວ​ມີ​ລູກ​ທີ່​ດີ​ໃນ​ຊີວິດ​ນີ້ ຈະ​ບໍ່​ຫຍໍ້​ທໍ້ ຮູ້​ຈັກ​ການສ້າງ​ຄຸນຄ່າ​ໃຫ້​ຊີວິດ​ດ້ວຍ​ຄວາມ​ຂະຫຍັນ​ຕັ້ງ​ໃຈ​ເຮັດ​ຄວາມ​ດີ ເອື້ອ​ອາ​ທົນມີ​ເມດຕາ​ຕໍ່​ຜູ້​ອື່ນ ຊຶ່ງ​ເປັນ​ເປົ້າ​ໝາຍ​ຊີວິດ​ສູງ​ສຸດ.

1.3.ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ຂັ້ນ​ສູງ​ສຸດ.

        ເປັນ​ການຕັ້ງ​ເປົ້າ​ໝາຍ​ຂອງ​ຊີວິດ​ທີ່​ເປັນ​ປະໂຫຍດ​ຢ່າງ​ຢິ່ງ​ທັງ​ຕໍ່​ຕົນເອງ ແລະ ​ບຸກ​ຄົນ​ອື່ນ ຄື ການຕັ້ງ​ໃຈດຳ​ເນີນ​ຊີວິດ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການສຶກສາ​ຮ່ຳ​ຮຽນ ໝ້າທີ່​ການ​ງານ ຊີວິດ​ຄອບຄົວ ແລະ​ ຕັ້ງ​ໃຈ​ປະຕິບັດ​ທຳທຸກ​ຮູບ​ແບບ ໂດຍ​ການຕັ້ງ​ໃຈ​ເຮັດ​ຄວາມ​ດີ ໝັ່ນ​ໃຫ້​ທານ ຖືຮັກສາ​ສິນ ຝຶກ​ສ​ະມາ​ທິ​ເພື່ອ​ໃຫ້​ຈິດ​ໃຈ​ຜ່ອງ​ໃສ ເກີດ​ປັນຍາ ເພື່ອຖືຮັກສາ​ເປົ້າ​ໝາຍ​ຂອງ​ຊີວິດ​ໃຫ້​ຫມັ້ນຄົງ​ໃນ​ທຸກໆ ດ້ານ.ຖ້າ​ທຸກ​ຄົນ​ໄດ້​ມີ​ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ແລ້ວ ກໍ​ຍາກ​ທີ່​ຈະ​ເຮັດໃຫ້​ຕົນເອງ​ປຣະ​ສົບ​ຄວາມ​ສຳ​ເຣັດ​ໄດ້​ເປົ້າ​ໝາຍເປັນ​ເຄື່ອງ​ມື​ຊີ້​ທິດ​ທາງ​ເຫດການ​ທີ່ເກິດຂື້ນ​ໃນ​ຊ່ວງ​ຊີວິດ​ຂອງ​ແຕ່​ລະ​ບຸກ​ຄົນ ຊຶ່ງ​ແຕ່​ລະ​ບຸກ​ຄົນ​ອາດ​ມີ​ເປົ້າ​ໝາຍກັນ​ຂຶ້ນ​ຢູ່​ກັບ​ອາ​ຊີບ ຣາຍ​ໄດ້ ຄວາມ​ຮັບ​ຜິດຊອບ​ໃນ​ຄອບຄົວ​ແຕ່​ລະ​ບຸກ​ຄົນ ເປົ້າ​ໝາຍ​ຂອງ​ບຸກ​ຄົນ​ມີ​ດັ່ງ​ນີ້:

1.ເປົ້າ​ໝາຍ​ທີ່​ບໍ່​ເປັນ​​ເງິນ ໄດ້​ແກ່ ວັດທະນະທຳ​ປະເພນີ ສັງຄົມ ການ​ເມືອງ ກົດໝາຍ ຄວາມຮູ້ສຶກ​.

2.ເປົ້າ​ໝາຍ​ທີ່​ເປັນ​​ເງິນ ເປັນ​ເປົ້າ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ເງິນ​ໂດຍ​ກົງ ຊຶ່ງ​ເຮັດໃຫ້​ແຕ່​ລະ​ບຸກ​ຄົນ ນັ້ນ​ມີ​ຄວາມເປັນ​ຢູ່​ທີ່​ດີ​ຂຶ້ນ.

ເປົ້າ​ໝາຍ​ທີ່​ບໍ່​ເປັນ​​ເງິນ:

1.ຄວາມຮູ້ສຶກ, ຄວາມຮັກ, ຄວາມຜູ້ພັນ

2.ຄວາມສຸກທີໄດ້ຮັບຈາກຄອບຄົວ

3.ການຊ່ວຍເຫຼືອສັງຄົມ

4.ການເມືອງ

5.ເຄົານົບທຳນຽມຮີບຄອງປະເພດນີ

ເປົ້າ​ໝາຍ​ທີ່​ເປັນ​​ເງິນ:

1.ການອອມ

2.ການລົງທຶນ

3.ການເກີດລາຍໄດ້

4.ການຄອບຄຸມຄ່າໃຊ້ຈ່າຍໃນຊີວິດປະຈຳວັນຂອງບົດຄົນ

1.3.1.ສິ່ງ​ທີ່​ຕ້ອງ​ພິຈາລະນາ​ໃນ​ການ​ກຳນົດ​ເປົ້າ​ໝາຍ​ຊີວິດ:

1. ຕັ້ງ​ເປົ້າ​ໝາຍ​ທີ່​ແນ່ນອນ ​ແລະ ​ຊັດເຈນ ຄວນ​ຄຳ​ນຶງ​ເຖິງ​ຜົນ​ທີ່​ຈະ​ໄດ້ຮັບ​ວ່າ​ເປັນ​ໄປ​ຕາມ​ເປົ້າ​ໝາຍ​ ຫຼື ວັດ​ຖຸ​ປະສົງ​ທີ່​ກຳນົດ​ໄວ້ ​ຫຼື ບໍ່ ເຊັ່ນ​ການ​ອອມ​ເງິນ​ຈາກ​ລາຍ​ໄດ້​ສຸດ​ທິ​ເດືອນ​ລະ 10,000,000 ກີບ ເພື່ອ​ສຳລັບ​ຊື້​ເຮືອນ​ອີກ 2 ປີ​ຂ້າງ​ໜ້າ.

2. ເປົ້າ​ໝາຍ​ຕ້ອງ​ມີ​ຄວາມ​ເປັນ​ໄປ​ໄດ້ ຄວນ​ມີ​ການສຶກສາ​ຄວາມ​ເປັນ​ໄປ​ໄດ້​ກ່ອນ ຫາກ​ຄິດວ່າ​ເໝາະ​ສົມ​ແລະ ສາມາດ​ເຮັດ​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ຈຶ່ງ​ລົງ​ມື​ປະຕິບັດ ເຊັ່ນ ຕ້ອງ​ການ​ອອມ​ເງິນ​ເດືອນ​ລະ 800,000 ກີບ ໃນ​ຂະນະ​ທີ່ເງິນ​ເດືອນ​ທັງ​ສິ້ນ​ໄດ້ຮັບ​ເດືອນ​ລະ 2,000,000 ກີບ ແລະ​ ຍັງ​ບໍ່​ຫັກ​ຄ່າ​ໃຊ້​ຈ່າຍ​ພາຍ​ໃນ​ຄອບຄົວ​ອີກ​ເດືອນ​ລະ 1,000,000 ກີບ ການ​ກຳນົດ​ເປົ້າ​ໝາຍ​ໃນ​ລັກສະນະ​ນີ້​ຈຶ່ງ​ບໍ່​ມີ​ຄວາມ​ເປັນ​ໄປ​ໄດ້ ຄື​ບໍ່​ສອດ​ຄ່ອງ​ກັບ​ຄວາມ​ເປັນ​ຈິງ​ໄດ້.

3. ເປົ້າ​ໝາຍ​ນັ້ນ​ຄວນ​ຈັດ​ລຳ​ດັບ​ກ່ອນ​ຫຼັງ​ໃຫ້​ແນ່ນອນ ເຊັ່ນ ຕ້ອງ​ການ​ອອມ​ເງິນ​ໄວ້​ສຳລັບ​ທ່ອງ​ທ່ຽວ​ໃນ​ປີ​ນີ້​ແລະ ອອມ​ເງິນ​ເພື່ອ​ຊື້​ເຮືອນ​ໃນ​ອີກ 3 ປີ​ຂ້າງ​ໜ້າ​ໃນ​ອະນາຄົດ.

1.3.2.ຂະ​ບວນ​ກາ​ນວາງ​ແຜນ​ຊີວິດ.

ຂະ​ບວນ​ກາ​ນວາງ​ແຜນ​ຊີວິດ ມີ 4 ຂັ້ນ​ຕອນດັ່ງ​ນີ້:

1.   ການຕັ້ງ​ເປົ້າ​ໝາຍ​ຊີວິດ.

           ເປັນ​ແນວ​ທາງ​ໃນ​ກາ​ນວາງ​ແຜນ​ການ​ດຳ​ເນີນ​ຊີວິດ ​ຂອງ​ຕົນເອງ​ເພື່ອ​ໃຫ້​ບັນ​ລຸ​ໄດ້ຕາມ​ເປົ້າ​ໝາຍ​ທີ່​ຕ້ອງ​ການ ເຊັ່ນ ການ​ຮຽນ​ໃຫ້​ຈົບ​ການສຶກສາ​ສູງ​ສຸດ​ໃນ​ຊີວິດ ຕ້ອງ​ກຳນົດ​ວ່າ​ຈະ​ຈົບ​ການສຶກສາ​ເມື່ອ​ໃດ ຈະປະກອບ​ອາ​ຊີບ​ຫຍັງ ຈະ​ຫາ​ລາຍ​ໄດ້​ເທົ່າ​ໄດ້ ແລະ​ ຫາ​ມາ​ໄດ້​ຢ່າງໃດ ເປັນ​ຕົ້ນ.

1.   ກາ​ນວາງ​ແຜນ​ເພື່ອ​ເປັນ​ແນວ​ທາງ​ໃນ​ການ​ປະຕິບັດ.

        ເມື່ອ​ໄດ້​ຕັ້ງ​ເປົ້າ​ໝາຍ​ແລ້ວ ກໍ​ຕ້ອງ​ມີ​ການ​ກຳນົດແຜນ​ງານ​ເພື່ອ​ລະ​ບຸ​ວິທີ​ທີ່​ຕ້ອງ​ປະຕິບັດ​ຕາມ​ແຜນ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ ເຊັ່ນ ເມື່ອ​ຈົບ​ການສຶກສາ​ແລ້ວ​ກໍ​ຕ້ອງ​ເລືອກ​ອາ​ຊີບ​ໃດອາ​ຊີບ​ໜຶ່ງ ທີ່​ຈະ​ສາມາດ​ສ້າງ​ລາຍ​ໄດ້.

2.   ປະ​ເມີນ​ທາງ​ເລືອກ.

        ຄວນ​ມີ​ການ​ປະ​ເມີນ​ວ່າ​ຄວນ​ຈະ​ຕັດ​ສິນ​ໃຈ​ເລືອກ​ອາ​ຊີບ ​ໃດ​ທີ່​ເໝາະ​ສົມ​ກັບ​ຕົນເອງຫຼາຍ​ທີ່ສຸດ​ໂດຍ​ເນັ້ນ​ທີ່​ຄວາມ​ສົນ​ໃຈ ​ແລະ ​ມັກ​ໃນ​ອາ​ຊີບ​ນັ້ນ.

3.   ການ​ຕັດ​ສິນ​ໃຈ.

         ຫາກ​ກາ​ນວາງ​ແຜນ​ຕາມ​ຂັ້ນ​ທີ່ 1 ເຖິງ 3 ເປັນ​ໄປ​ຕາມ​ເປົ້າ​ໝາຍກໍ່​ສາມາດຕັດ​ສິນ​ໃຈ​ເລືອກ​ປະກອບ​ອາ​ຊີບ​ໄດ້ ແຕ່​ຫາກ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ກໍ່​ຕ້ອງ​ຍົກ​ເລີກ​ ຫຼື ​ຖ້າ​ຕ້ອງ​ການ​ທີ່​ຈະ​ປະກອບ​ອາ​ຊີບອື່ນ​ໆ ກໍ​ຕ້ອງ​ປັບ​ປ່ຽນ​  ກາ​ນວາງ​ແນວ​ທາງ​ການ​ປະກອບ​ອາ​ຊີບ​ໃໝ່.

1.3.3.ຊ່ວງ​ຊີວິດ​ໃນ​ກາ​ນວາງ​ແຜນ​ເປົ້າ​ໝາຍ.

        ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ​ຈະ​ມີ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼອດ​ເວລາ ດັ່ງ​ນັ້ນ​ວົງ​ຈອນຊີວິດ​ຂອງ​ແຕ່​ລະ​ບຸກ​ຄົນ​ຕັ້ງ​ແຕ່​ເດັກ​ຈົນ​ໄວຊະລາ​ກໍ​ຈະ​ມີ​ອາ​ຍຸ​ແຕກ​ຕ່າງ​ກັນ​ໄປ ຄວາມ​ຕ້ອງ​ການ ​ແລະ​ ເປົ້າ​ໝາຍ​ຈັງ​ປ່ຽນ​ແປງ​ຕາມ​ໄປ​ດ້ວຍ ບຸກ​ຄົນ​ສ່ວນ​ໃຫຍ່​ຈຶ່ງ​ຕ້ອງວາງ​ເປົ້າ​ໝາຍ ​ແລະ ​ວາງ​ແຜນ​ໃນ​ແຕ່​ລະ​ຊ່ວງ​ຊີວິດ​ໃຫ້​ສອດ​ຄ່ອງ​ກັບ​ລາຍ​ໄດ້ ​ແລະ ​ຄວາມ​ຮັບ​ຜິດຊອບ​ໃນ​ຊ່ວງ​ນັ້ນ ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ບັນຫາ​ໃນ​ອະນາຄົດ ຊຶ່ງ​ໄດ້​ແກ່ ການ​ຕົກ​ງານ ການ​ເສັຍຊີວິດ​ຂອງ​ບຸກ​ຄົນ​ໃນ​ຄອບຄົວ​ການ​ເຈັບ​ປ່ວຍ ຊຶ່ງ​ເປັນເຫດການ​ທີ່​ບໍ່​ອາດ​ຮູ້​ລ່ວງ​ໜ້າ​ໄດ້ ຖ້າ​ມີ​ການ​ຕຽມ​ແຜນ​ເປົ້າ​ໝາຍ​ຊີວິດ​ໄວ້​ກ່ອນ​ກໍ່​ຈະ​ຊ່ວຍ​ແກ້​ບັນຫາ​ໄວ້​ໄດ້.

           1.ຊ່ວງ​ໄວ​ເດັກ ອາ​ຍຸໃນ​ໄວ​ເດັກ​ຈົນ​ເຖິງ​ປະ​ມານ 20 ປີ ເປັນ​ໄວ​ທີ່​ຢູ່ໃນ​ຄວາມ​ເບິ່ງ​ແຍງ​ຮັບ​ຜິດຊອບ​ຂອງ​ພໍ່ແມ່​ທີ່​ຕ້ອງ​ລ້ຽງ​ດູ ແລະ ​ເປັນ​ຊ່ວງ​ການສຶກສາ​ຫາ​ຄວາມ​ຮູ້ ຈຶ່ງ​ຍັງ​ບໍ່​ມີ​ລາຍ​ໄດ້​ທີ່​ຈະ​ນຳ​ມາ​ຈຸນ​ເຈືອ​ຄອບຄົວ.


            2.ຊ່ວງ​ໄວ​ຫຼັງ​ຈົບ​ການສຶກສາ ອາ​ຍຸ​ປະ​ມານ 21-30 ປີ ເປັນ​ໄວ​ທີ່​ຢູ່​ລະຫວ່າງ​ການ​ເລີ່ມ​ສ້າງ​ຄອບຄົວ​ເລີ່ມ

ເຮັດວຽກ ບາງ​ຄົນ​ກໍ​ແຕ່ງ​ງານ​ ແລະ ​ສ້າງ​ຖານະລາຍ​ໄດ້​ໃນ​ຊ່ວງ​ນີ້​ຈະ​ຄ່ອຍ​ເປັນ​ຄ່ອຍ​ໄປ ແລະ ​ເພີ່ມ​ຂຶ້ນ​ເລື່ອຍ​ໆ ບາງ​ຄອບຄົວ​ກໍເລີ່ມ​ມີ​ລູກ ​ແລະ​ ເກັບ​ເງິນ​ບາງ​ສ່ວນ​ໄວ້​ໃຊ້​ຈ່າຍ​ພາຍ​ໃນ​ຄອບຄົວ ເຊັ່ນ: ຊື້​ເຮືອນ, ຊື້​ລົດ ເປັນ​ຕົ້ນ.


        3.ຊ່ວງ​ໄວ​ເຮັດວຽກ​ເຕັມ​ທີ່ ອາ​ຍຸ​ປະ​ມານ 31- 45 ປີ ເປັນ​ຊ່ວງ​ໄລຍະ​ເວລາ​ ທີ່​ກຳ​ລັງ​ຂະຫຍາຍ​ຄອບຄົວ ​ແລະ ​ມີໝ້າທີ່​ການ​ງານ​ໝັ້ນຄົງ ມີ​ລາຍ​ໄດ້​ແນ່ນອນ ແຕ່​ເປັນ​ຊ່ວງ​ທີ່​ມີ​ຄວາມ​ຮັບ​ຜິດຊອບ​ ແລະ ​ຄ່າ​ໃຊ້​ຈ່າຍ​ຄ່ອນ​ຂ້າງ​ສູງ ເນື່ອງ​ຈາກ​ຕ້ອງຈ່າຍ​ຄ່າ​ຮ່ຳຮຽນ​ລູກ, ຄ່າ​ອາຫານ ຄ່າ​ຮັກ​ສາ​ພະຍາບານ ເຄື່ອງ​ນຸ່ງ​ຫົ່ມ.


4.ຊ່ວງ​ກ່ອນ​ໄວ​ກະສຽນ​ອາຍຸ ອາ​ຍຸ​ປະ​ມານ 46 - 50 ປີ ເປັນ​ຊ່ວງ​ທີ່​ມີ​ລາຍ​ໄດ້​ ແລະ ​ມີ​ໝ້າທີ່​ການ​ງານ​ສູງ​ສຸດໃນ​ຊ່ວງ​ໄລຍະເວລາ​ໜຶ່ງ ໃນ​ໄລຍະນີ້​ສຳລັບ​ຜູ້​ມີ​ລູກ​ກໍ​ຈະ​ຈົບ​ການສຶກສາ​ ແລະ ​ເຮັດວຽກ​ ຫຼື ​ສ້າງ​ຄອບຄົວ​ຂອງ​ຕົນເອງ​ໄດ້ແລ້ວ ຄ່າ​ໃຊ້​ຈ່າຍ​ກໍ​ຈະ​ຫຼຸດລົງ ເງິນ​ອອມ​ກໍ​ຈະ​ມີ​ເພີ່ມ​ຂຶ້ນ.


5. ໄວກະສຽນອາຍຸ ອາ​ຍຸ​ຕັ້ງ​ແຕ່ 60 ປີ​ຂຶ້ນ​ໄປ ເປັນ​ຊ່ວງ​ທີ່​ລາຍ​ໄດ້​ຈະ​ຫຼຸດລົງ​ເລື່ອຍ​ໆ ເນື່ອງ​ຈາກ​ລາຍ​ໄດ້​ປະຈຳ​ບໍ່​ມີເພາະ​ອອກຈາກ​ງານ​ແລ້ວ ແຫຼ່ງ​ລາຍ​ໄດ້​ມາ​ຈາກ​ເງິນ​ບຳ​ເນັດ ບຳ​ນານ ເງິນ​ປະ​ກັນ​ສັງຄົມ ດອກ​ເບ້ຍ ເປັນ​ຕົ້ນ.


1.3.4.ຫຼັກ​ກາ​ນວາງ​ແຜນ​ເປົ້າ​ໝາຍ​ຊີວິດ.

        ກ່ອນ​ຈະ​ເລີ່ມ​ຕົ້ນ​ເຮັດ​ສິ່ງ​ໃດ​ກໍ​ຄວນ​ຈະ​ກຳນົດ​ເປົ້າ​ໝາຍ​ທີ່​ຕ້ອງ​ການ​ໄວ້​ລ່ວງ​ໜ້າ​ສະເໝີ ເພາະ​ເປົ້າ​ໝາຍ​ເປັນ​ເຄື່ອງ​ມື​ທີ່ກຳນົດ​ທິດ​ທາງ​ໃຫ້​ຮູ້ວ່າ​ສິ່ງ​ທີ່​ຄາດ​ຫວັງ​ ແລະ​ ຕ້ອງ​ການເຮັດໃຫ້​ສຳ​ເລັດ​ໄດ້​ນັ້ນ​ມີ​ພຽງ​ໃດ ກາ​ນວາງ​ແຜນ​ເປົ້າ​ໝາຍ​ໃນ​ຊີວິດ​ຈຶ່ງຄວນ​ຈະ​ຕ້ອງ​ກຳນົດ​ເປົ້າ​ໝາຍ ​ທີ່​ຕ້ອງ​ການ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ ​ອາດຈະ​ເປັນ​ໝາຍໄລຍະສັ້ນ ຫຼື ​ເປົ້າ​ໝາຍ​ໄລຍະຍາວກໍໄດ້ ແຕ່​ເປົ້າ​ໝາຍ​ທີ່​ດີ​ນັ້ນ​ຄວນ​ຈະ​ກຳນົດ​ຕາມ​ຫຼັກ SMART ດັ່ງ​ນີ້:

S = Specific ຄື ຈະ​ຕ້ອງ​ມີ​ຄວາມ​ຊັດເຈນ ແລະ ​ສະເພາະ​ເຈາະ​ຈົ່ງ ເຊັ່ນ ກຳນົດ​ເປົ້າ​ໝາຍ​ວ່າ​ອີກ 3 ປີ ຖ້າ​ຫາກ​ຮຽນ​ຈົບ​ລະ​ດັບຊັ້ນສູງ ຫຼື ປະລິຍາຕີ ​ແລ້ວ​ຈະ​ເຮັດວຽກ​ເພື່ອ​ຫາ​ລາຍ​ໄດ້​ລ້ຽງ​ຕົນເອງ ​ແລະ ​ຄອບຄົວ.

M = Measurable ຄື ສາມາດ​ວັດ​ຜົນ ​ແລະ ​ປະ​ເມີນ​ຜົນ​ໄດ້ ເຊັ່ນ ກຳນົດ​ເປົ້າ​ໝາຍ​ໄວ້​ວ່າ​ຈະ​ເຂົ້າ​ອົບຮົມ​ຫຼັກ​ສູດ​ໄລຍະສັ້ນ ການ​ເປັນ​ຜູ້​ປະກອບ​ການ ພາຍ​ໃນ 3 ເດືອນ.

A = Acceptable ຄື ສາມາດ​ຍອມ​ຮັບ​ໄດ້ ເຊັ່ນ ຕ້ອງ​ການ​ຈະ​ສ້າງ​ທຸລະກິດ​ຮ້ານ​ຂາຍ​ກາ​ເຟ​ພາຍ​ໃນ 1 ປີ ໂດຍ​ສຶກ​ສາ​ຄວາມເປັນ​ໄປ​ໄດ້​ຂອງ​ຕົນເອງ ແລະ​ ສະພາບ​ແວດ​ລ້ອມ​ຕ່າງ​ໆ ທີ່​ກ່ຽວ​ຂ້ອງ.

R = Realistic ຄື ເປົ້າ​ໝາຍ​ນັ້ນ​ຕ້ອງ​ຢູ່​ເທິງ​ພື້ນ​ຖານ​ຂອງ​ຄວາມ​ເປັນ​ຈິງ ເຊັ່ນ ຕ້ອງ​ການ​ຈະ​ອອກ​ກຳ​ລັງ​ກາຍ​ທຸກ​ເຊົ້າ​ ແລະ ເຢັນ ຫຼື ​ຕ້ອງ​ການ​ຈະ​ໄປ​ພັກ​ຜ່ອນ​ໃນ​ມື້​ຢຸດ.

T = Timely ຄື ເປົ້າ​ໝາຍ​ນັ້ນ​ຕ້ອງ​ມີ​ການ​ກຳນົດ​ເວລາ​ແນ່ນອນ ຖ້າ​ບໍ່​ມີກ​ອບ​ເວລາ​ກໍ່​ຈະ​ເຮັດໃຫ້​ຄວາມ​ມຸ້ງ​ມັ່ນ​ລຸດລົງ ແລະ ອາດຈະ​ເຮັດໃຫ້​ເປົ້າ​ໝາຍ​ນັ້ນ​ລຸດລົງ.

E-Extending ຄື ເປົ້າ​ໝາຍ​ນັ້ນ​ຄວນ​ຈະ​ເປັນ​ສິ່ງ​ທີ່​ທ້າ​ທາຍ​ຄວາມ​ສາມາດ ແລະ​ ເພີ່ມ​ສັກ​ຍາ​ພາບ​ຂອງ​ຜູ້​ປະຕິບັດ.

R-Rewarding ຄື ເປົ້າ​ໝາຍ​ທີ່​ກຳນົດ​ນັ້ນ ຄວນ​ຈະ​ຄຸ້ມ​ຄ່າ​ກັບ​ການ​ປະຕິບັດ​ຊຶ່ງ​ເປັນ​ເປົ້າ​ໝາຍ​ທີ່​ເຮັດ​ແລ້ວ​ຈະ​ເກີດປະໂຫຍດ ຄຸ້ມ​ຄ່າ​ກັບ​ແຮງ​ງານ ​ແລະ ​ເວລາ. 

1.4.ການເລືອກຄູ່ຄອງ.

        ການ​ມີ​ຊີວິດ​ຄູ່ ຊີວິດ​ຄອບຄົວ​ທີ່​ມີ​ຄວາມ​ສຸກ ເປັນ​ສິ່ງ​ຄູ່​ຮັກ​ທຸກ​ຄົນ​ພຶງ​ປາ​ດຖະໝາ​ຢາກ​ໃຫ້​ເກີດ​ຂຶ້ນ ແລະ ​ມີ​ຄູ່​ຮັກຈຳນວນ​ບໍ່​ນ້ອຍ​ເຊື່ອ​ວ່າ “ຄວາມ​ຮັກ” ຈະ​ສາມາດ​ແກ້​ໄຂ​ບັນຫາ​ ແລະ ​ອຸປະສັກ​ໃນ​ຊີວິດ​ໄດ້​ທຸກ​ຢ່າງ ແຕ່​ໃນ​ຄວາມ​ເປັນ​ຈິງບໍ່​ໄດ້​ເປັນ​ເຊັ່ນ​ນັ້ນ​ສະເໝີ​ໄປ ດັ່ງ​ນັ້ນ​ການ​ເລືອກ​ຄູ່​ຄອງ​ຄວນ​ພິຈາລະນາ ດັ່ງ​ນີ້:


1.ບໍ່​ຄວນ​ເລືອກ​ຄູ່​ຄອງ​ທີ່​ແຕກ​ຕ່າງ​ກັນ​ຫຼາຍ.

        ການ​ເລືອກ​ຄູ່​ຄອງ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ ​ມັກ​ຈະ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ໄດ້​ຫຼາຍ ເພາະ​ຊ່ອງ​ວ່າງ​ທີ່ເກີດ​ຂຶ້ນ​ອາດ​ເຮັດໃຫ້​ບໍ່​ເຂົ້າໃຈ​ກັນ ແລະ ​ກາຍ​ເປັນ​ຈຸດ​ຂັດ​ແຍ້ງ​ຕໍ່ໄປ.

2.ບໍ່​ຄວນ​ເລືອກ​ພຽງ​ເພາະ​ໜ້າ​ຕາ​ ຫຼື ​ຮູບຮ່າງ​ທີ່​ປະ​ທັບ​ໃຈ.

        ໜ້າ​ຕາ​ ແລະ ​ຮູບຮ່າງ​ເປັນພຽງ​ພາ​ບລັກ​​ພາຍນອກ ໃນ​ການ​ເລືອກ​ຄູ່​ຄອງ​ຄວນ​ມອງ​ເລິກ​ເຂົ້າໄປ​ໃນບຸກຄະລິກກະພາບ ​ແລະ ​ຈິດ​ໃຈ​ວ່າ ເໝາະ​ສົມ​ກັນ​ດີ​ພຽງ​ໃດ​ ຫຼື ​ບໍ່ ແນວໃດ.

3.ບໍ່​ຄວນ​ເລືອກ​ຄູ່​ຄອງ​ເພາະ​ຫວັງ​ສົມບັດ.

        ການ​ເລືອກ​ຄູ່​ຄອງ​ພຽງ​ເພາະ​ຫວັງ​ ການ​ຄອບຄອງ​ສົມບັດ​ຂອງ​ຄູ່​ຄອງ​ໂດຍ​ບໍ່​ຄຳ​ນຶກ​ເຖິງ​ຄຸນສົມບັດ​ດ້ານ

ອື່ນໆ ອາດ​ເຮັດໃຫ້​ຜິດ​ຫວັງ​ໄດ້​ພາຍ​ຫຼັງ​ຖ້າ​ແຕ່ງ​ງານ​ມີ​ລູກ​ຕໍ່ໄປ ລູກ​ບໍ່​ໄດ້​ເກີດ​ຈາກ​ຄວາມ​ຮັກ​ຂອງ​ພໍ່​ແມ່​ເຮັດໃຫ້​ເດັກ​ຕ້ອງ​ເຕີບໂຕຂຶ້ນ​ມາ​ໃນ​ສິ່ງ​ແວດ​ລ້ອມ​ຂອງ​ຄອບຄົວ​ທີ່​ບໍ່​ໄດ້​ມີ​ຄວາມ​ຮັກ​ຕໍ່​ກັນ ເດັກ​ຈະ​ເຕີບໂຕ​ເປັນ​ຄົົນທີ່​ບໍ່​ມີ​ຄວາມ​ສຸກ​ ແລະ​ ອາດ​ເປັນ​ບັນຫາສັງຄົມ​ຕໍ່ໄປ​ໄດ້.

4.ບໍ່​ຄວນ​ເລືອກ​ຄົົນທີ່​ຕິດ​ກາ​ນພະ​ນັນ.

        ການ​ເລືອກ​ຄູ່​ຄອງ​ທີ່​ຕິດ​ກາ​ນພະນັນ ​ອາດ​ເຮັດໃຫ້​ຄອບຄົວ​ບໍ່​ໝັ້ນຄົງ​ທາງ​ການ​ເງິນ ແລະ​ ມີ​ບັນຫາ​ໜີ້​ສິນ.

5.ບໍ່​ຄວນ​ເລືອກ​ຄົົນທີ່​ມີ​ບັນຫາ​ບຸກຄະລິກກະພາບ​ປັ່ນປ່ວນ.

    ການ​ເລືອກ​ຄູ່​ຄອງ​ທີ່​ມີ​ບັນຫາບຸກຄະລິກກະພາບ​ປັ່ນປ່ວນ​ ຈະ​ເຮັດໃຫ້​ການ​ດຳ​ເນີນ​ຊີວິດຄອບຄົວ​ເປັນ​ໄປ​ດ້ວຍ​ຄວາມ​ຍາກ​ເຢັນ​ ແລະ ຈົບ​ລົງ​ດ້ວຍ​ບັນຫາ​ການ​ຢ່າຮ້າງ ບໍ່​ຄວນ​ເລືອກບຸກ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ພຶດຕິກຳ​ຮຸນແຮງເຊັ່ນ ດື່ມ​ສຸ​ລາ ​ແລ້ວ​ມັກ​ທຳ​ຮ້າຍ​ຮ່າງກາຍ.

1.5.ການແຕ່ງງານ.

        ການ​ແຕ່ງ​ງານ ແມ່ນການ​ທີ່​ຊາຍ, ​ຍິງ ​ສະໝັກ​ໃຈ​ມາ​ຢູ່​ກິນ ​ແລະ​ ໃຊ້​ຊີວິດ​ຮ່ວມ​ກັນ​ຂ້ອຍ​ຜົວເມຍ ໂດຍ​ບໍ່​ກ່ຽວ​ຂ້ອງ​ທາງ​ຊູ້​ສາວ​ກັບ​ບຸກ​ຄົນ​ອື່ນ​ໃດ ມີ​ຄວາມ​ຜູກ​ພັນ​ຊຶ່ງ​ກັນ​ ແລະ​ ກັນ​ທັງ​ທາງ​ກົດໝາຍ ​ແລະ​ ວັດທະນະທຳ ຊ່ວຍ​ກັນ​ເສີມ​ສ້າງ​ຮາກ​ຖານ​ຂອງ​ຄອບຄົວ​ໃຫ້​ຫມັ້ນຄົງ ມີ​ບຸດ​ທິ​ດາ​ສືບ​ວົງ​ຕະກູນ​ຕໍ່ໄປ ການ​ທີ່​ຊາຍ​ ແລະ ຍິງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ຊີວິດ​ການ​ແຕ່ງ​ງານ​ບໍ່​ແມ່ນ​ເລື່ອງ​ງ່າຍ​ເຖິງວ່າ​ຈະ​ມີ​ຄວາມ​ຮັກ​ເປັນ​ພື້ນ​ຖານ​ທີ່​ສຳຄັນ​ກໍ​ຊ່ວຍ​ໄດ້​ບໍ່​ເທົ່າໃດ ຄູ່ສົມລົດ​ຕ້ອງ​ເຮັດ​ຄວາມ​ເຂົ້າໃຈ ສຶກ​ສາ​ຊຶ່ງ​ກັນ ​ແລະ ​ກັນ​ຮັບ​ຮູ້​ທັງ​ຂໍ້​ດີ ​ແລະ​ ຂໍ້​ເສຍ​ຊຶ່ງ​ກັນ​ ແລະ​ ກັນ ຮູ້​ຈັກ​ສະພາ​ວະ​ອາລົມ​ຄວາມ​ຕ້ອງ​ການ​ຄວາມ​ສົນ​ໃຈ ອຸປະນິໃສ​ໃຈ​ຄໍ ເຈ​ຕົກ​ຕິ​ຕ່າງໆ ຂອງ​ຄູ່​ຄອງ ຕະຫຼອດ​ຈົນ​ຮູ້​ຈັກ​ການ​ຜ່ອນ​ຜັນ​ ແລະ​ ໃຫ້​ອ​ະໄພ​ຊຶ່ງ​ກັນ ​ແລະ​ ກັນ ​ນອກ​ຈາກ​ຄວາມ​ເຂົ້າໃຈ​ຊຶ່ງ​ກັນ ​ແລະ​ ກັນ​ແລ້ວ​ຄູ່ສົມລົດ​ຈະ​ຕ້ອງ​ວາງ​ແຜນ​ໃນ​ການ​ດຳ​ເນີນ​ຊີວິດ​ຮ່ວມ​ກັນ​ທັງ​ດ້ານ​ການ​ປັບ​ຕົວນິໃສ​ໃຈ​ຄໍ ການ​ໃຊ້​ເງິນ ການ​ງານ ການ​ພັກ​ຜ່ອນ ແລະ​ ການ​ສັງຄົມ ຕະຫຼອດ​ຈົນ​ການ​ມີ​ບຸດ​ຊຶ່ງ​ຈະ​ຕ້ອງ​ຄຳ​ນຶງ​ເຖິງ​ອະນາຄົດ​ເປັນ​ສິ່ງ​ສຳຄັນ.



1.6.ການວາງແຜນສຸຂະພາບກອ່ນມີລູກ.

1.ການ​ກວດ​ສຸກຂະພາບ​ເບື້ອງ​ຕົ້ນ​ ແລະ​ ກວດ​ທາງ​ຫ້ອງ​ປະຕິບັດການ ເຊັ່ນ: ການ​ວັດ​ຄວາມ​ດັນ​ເລືອດ, ຊັ່ງ​ນ້ຳ​ໜັກວັດ​ສ່ວນ​ສູງ, ກວດ​ຮ່າງກາຍ​ທັ່ວ​ໄປ​ທຸກ​ລະບົບ ເພື່ອ​ໃຫ້​ຮູ້​ເຖິງ​ຄວາມ​ສົມບູນ ​ແລະ ​ຄວາມ​ພ້ອມ​ຂອງ​ຮ່າງກາຍ​ທັງ​ຊາຍ ແລະ​ ຍິງ ​ທີ່​ຈະ​ເປັນ​ຜູ້​ກຳ​ເນີດ​ເດັກນ້ອຍ​ ນ້ອຍ​ຊຶ່ງ​ຈະ​ຕ້ອງ​ມີ​ສຸກຂະພາບ​ສົມບູນ​ແຂງ​ແຮງ ​ແລະ​ ສາມາດ​ພິຈາລະນາ​ພະຍາດ​ບາງຢ່າງ​ທີ່ບໍ່​ສະແດງ​ອາການ​ໄດ້.

2.ກວດ​ຍ່ຽວ ເພື່ອ​ຄົ້ນ​ຫາ​ພະຍາດ​ເບົາ​ຫວານ ພະຍາດ​ໝາກໄຂ່ຫຼັງ ແລະ ​ພະຍາດ​ອື່ນໆ ຊຶ່ງ​ເປັນ​ພະຍາດ​ທີ່​ມີ​ຜົນ​ຕໍ່​ການຕັ້ງ​ມົດລູກໄດ້.

3.ການ​ກວດ​ເອກ​ສະເລ ເພື່ອ​ກວດ​ເບິ່ງ​ຄວາມ​ແຂງ​ແຮງ​ຂອງ​ປອດ ຫາກ​ພ​ົບວ່າ ຝ່າຍ​ໜຶ່ງ​ຝ່າຍ​ໃດ​ເປັນ

ວັນ​ພະຍາດ​ກໍ​ຈະ​ໄດ້​ຖືຮັກສາ​ໃຫ້​ຫາຍ​ກ່ອນ​ແຕ່ງ​ງານ ເພາະ​ເຊື້ອ​ຈະ​ແພ່ໄປ​ສູ່​ອີກ​ຝ່າຍ​ໄດ້​ທາງ​ການ​ຫາຍ​ໃຈ.

4.ການ​ກວດ​ເລືອດ ເພື່ອ​ໃຫ້​ຮູ້​ເຖິງ​ກຸ່ມ​ເລືອດ (ໝູ່​ເລືອດ) ຄວາມ​ເຂ້ມ​ຂົ້ນ​ຂອງ​ເມັດ​ເລືອດ.

5.ກວດ​ຫາ​ພູ​ມິ​ຄຸ້ມ​ກັນ​ໄວ​ລັດ​ຕັບ​ອັກ​ເສບ​ບີ ເພາະ​ໄວ​ລັດດຕັບ​ອັກ​ເສບ​ບີ​ມັກ​ເປັນ​ສາ​ເຫດ​ພະຍາດ​ຕັບ​ແຂງ​ແລະ ​ມະ​ເຮັງ​ຕັບການ​ກວດ​ຫາ​ເຊື້ອ​ຈຶ່ງ​ເປັນ​ວິທີ​ການ​ເພື່ອ​ປ້ອງ​ກັນ​ກ່ອນທີ່ຈະ​ຖ່າຍ​ທອດ​ໄປ​ສູ່​ອີກ​ຝ່າຍ ຫາກ​ກວດ​ແລ້ວ​ພົ​ບວ່າ ບໍ່​ມີ​ພູ​ມິ​ຄຸ້ມ​ກັນຄວນ​ສີດ​ວັກ​ຊີນ​ປ້ອງ​ກັນ​ທັງ​ຊາຍ ​ແລະ​ ຍິງ.

6.ກວດ​ສອບ​ພູ​ມິ​ຄຸ້ມ​ກັນ​ບົກຜ່ອງ HIV ຫຼື ​ເອດ​ສ​໌ ຫາກ​ພົ​ບວ່າ​ຝ່າຍ​ໜຶ່ງ​ຝ່າຍ​ໃດ​ມີ​ການ​ຕິດ​ເຊື້ອ HIV ກໍ​ຈະໄດ້​ຫາ​ວິທີ​ການ​ປ້ອງ​ກັນ​ບໍ່​ໃຫ້​ອີກ​ຝ່າຍ​ໜຶ່ງ​ໄດ້ຮັບ​ເຊື້ອ​ໄປ​ດ້ວຍ ແຕ່​ຖ້າ​ທັງ​ສອງ​ຝ່າຍ​ມີ​ເຊື້ອ HIV ແລະ ​ບໍ່​ຕ້ອງ​ການ​ມີ​ລູກ ຄວນປ້ອງ​ກັນ​ດ້ວຍ​ການ​ໃສ່​ຖົງ​ຢາງ​ທຸກ​ເທື່ອ​ທີ່​ມີ​ເພດ​ສຳພັນ.

7.ກວດ​ຫາ​ເຊື້ອ​ຊິ​ຟິ​ລິດ ເພາະ​ຫາກ​ມີ​ເຊື້ອ​ຂອງ​ອີກ​ຝ່າຍ​ຄວນ​ຮີບ​ຖືຮັກສາ​ເສຍ​ກ່ອນ ເພາະ​ພະຍາດ​ນີ້​ສາມາດຖືຮັກສາ​ໃຫ້​ຫາຍ​ຂາດ​ໄດ້.

8.ກວດ​ຫາ​ພະຍາດ​ທາ​ລັດ​ຊີ​ເມຍ ພະຍາດ​ທາ​ລັດ​ຊີ​ເມຍເປັນ​ພະຍາດ​ເລືອດ​ຈາງ​ທີ່​ມີ​ການ​ຖ່າຍ​ທອດ​ທາງ​ກຳມະພັນ ສະ​ນັ້ນການ​ກວດ​ເລືອດ​ເພື່ອ​ຄົ້ນ​ຫາ​ພະຍາດ​ທາ​ລັດ​ຊີ​ເມຍ​ ຈຶ່ງ​ເປັນ​ເລື່ອງສຳຄັນ​ທີ່​ຄູ່​ແຕ່ງ​ງານ​ບໍ່​ຄວນ​ມອງ​ຂ້າມ ການ​ສີດ​ວັກ​ຊີນ​ປ້ອງ​ກັນພະຍາດ​ຫັດ​ເຢ​ອົນ​ມັນ ຝ່າຍ​ຍິງ ​ຄວນ​ຮັບ​ການ​ສີດ​ວັກ​ຊີນ​ປ້ອງ​ກັນພະຍາດ​ຫັດ​ເຢ​ອົນ​ມັນ​ກ່ອນ​ຕັ້ງທ້ອງ​ຢ່າງ​ນ້ອຍ 3 ເດືອນ ເພື່ອປ້ອງ​ກັນ​ການ​ຕິດ​ເຊື້ອ​ໃນ​ເດັກນ້ອຍ ການ​ຕິດ​ເຊື້ອ​ອາດ​ເຮັດໃຫ້​ເດັກນ້ອຍພິ​ການ ​ແລະ ​ເສັຍຊີວິດ.




ใหม่กว่า เก่ากว่า