ຕະຫຼາດເງິນ ແລະ ຕະຫຼາດທຶນ

ຕະຫຼາດເງິນ (Money market) ແລະ ຕະຫຼາດທຶນ (Capital market).

1.ຕະຫຼາດເງິນ (Money market) 

            ແມ່ນຕະຫຼາດທີ່ດຳເນີນທຸລະກິດທາງດ້ານການເງິນ ດ້ວຍການນຳໃຊ້ເຄື່ອງມືທາງດ້ານການເງິນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີວັນຄົບກຳນົດສັ້ນໆໃນການລະດົມທຶນ ເຊັ່ນ: ໃບເງິນຝາກປ່ຽນມືໄດ້(Certificate of Deposits), ໃບເງິນການຄ້າ (Commercial Paper), ໃບສັນຍາຊື້ຄືນ (Repurchase Agreements), ໃບສັນຍາໃຊ້ໜີ້ (Promissory Note) ແລະ ທຸລະກາທາງດ້ານການເງິນ ອື່ນໆທີ່ກ່ຽວຂ້ອງ, ຫຼື ເວົ້າອີກຢ່າງໜຶ່ງວ່າ ຕະຫຼາດເງິນ ແມ່ນຂະບວນການຈັດສັນແຫຼ່ງທຶນໄລຍະສັ້ນ ແບບທາງອ້ອມ ລະຫວ່າງ ຜູ່ທີ່ຕ້ອງການທຶນ (ຜູ່ກູ້) ກັບຜູ່ສະສົມທຶນ (ຜູ່ຝາກເງິນ) ໂດຍມີທະນາຄານທຸລະກິດເປັນໃຈກາງໃນການລະດົມເງິນຝາກ ແລະ ປ່ອຍສິນເຊື່ອ, ທຶນທີ່ກູ້ຈາກທະນາຄານທຸລະກິດສ່ວນໃຫຍ່ແມ່ນນຳໃຊ້ເປັນທຶນໝູນວຽນເພື່ອເຄື່ອນໄຫວທຸລະກິດ ຫຼື ດັດສົມສະພາບຄ່ອງທາງດ້ານການເງິນໄລຍະສັ້ນ.

2.ຕະຫຼາດທຶນ (Capital market)

            ແມ່ນຕະຫຼາດລະດົມທຶນໄລຍະຍາວ ຫຼືເວົ້າອີກຢ່າງໜຶ່ງວ່າ ຕະຫຼາດທຶນ ແມ່ນຂະບວນ ການຈັດສັນທຶນໄລຍະຍາວແບບທາງກົງ ລະຫວ່າງ ພາກສ່ວນທີ່ຕ້ອງການນຳໃຊ້ທຶນ ເຊັ່ນ: ລັດຖະບານ ຫຼື ບັນດາຫົວໜ່ວຍວິສາຫະກິດ ແລະ ພາກສ່ວນທີ່ມີທຶນສະສົມ ເຊັ່ນ: ຜູ່ລົງທຶນປະເພດບຸກຄົນ ຫຼື ປະເພດສະຖາບັນ, ການລະດົມຜ່ານຕະຫຼາດທຶນ ແມ່ນຈັດຕັ້ງປະຕິບັດດ້ວຍການອອກຈຳໜ່າຍຫຼັກຊັບ ເຊັ່ນ: ຮຸ້ນ, ພັນທະບັດ, ຮຸ້ນກູ້ ແລະ ຫຼັກຊັບອື່ນ ເພື່ອຈຸດປະສົງນຳໃຊ້ທຶນທີ່ລະດົມມານັ້ນ ເຂົ້າໃນການລົງທຶນໄລຍະຍາວ ເຊັ່ນ: ການລົງ ທຶນໃສ່ການກໍ່ສ້າງໂຮງງານ, ຂະຫຍາຍຖານການຜະລິດ ແລະ ບໍລິການ ຫຼື ການກໍ່ສ້າງພື້ນຖານໂຄງລ່າງ. 
ใหม่กว่า เก่ากว่า