ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ

 ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ

ຕະຫຼາດທຶນທີ່ສົມບູນ ແມ່ນປະກອບດ້ວຍ 2 ຕະຫຼາດ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ.

1.ຕະຫຼາດຂັ້ນໜຶ່ງ 

            ແມ່ນຕະຫຼາດເພື່ອການລະດົມທຶນໄລຍະຍາວຂອງບັນດາບໍລິສັດ ໂດຍການອອກຈຳໜ່າຍຫຼັກຊັບຂອງຕົນໃຫ້ແກ່ຜູ່ລົງທຶນ, ຊຶ່ງການອອກຈຳໜ່າຍຫຼັກຊັບ ຕ້ອງໄດ້ຮັບອະນຸຍາດຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສານັກງານ ຄຄຊ) ຕາມລະບຽບການທີ່ກຳນົດໄວ້.ການຊື້-ຂາຍຫຼັກຊັບໃນຕະຫຼາດຂັ້ນໜຶ່ງ ແມ່ນການຊື້-ຂາຍລະຫວ່າງບໍລິສັດຜູ່ອອກຈຳໜ່າຍຫຼັກຊັບ (ຜູ່ຕ້ອງການທຶນ) ແລະ ຜູ່ລົງທຶນ (ຜູ່ມີເງິນທຶນ), ຊຶ່ງບໍລິສັດຈະໄດ້ເງິນທຶນໄປດຳເນີນທຸລະກິດຕາມຈຸດປະສົງທີ່ກຳນົດໄວ້ໃນໜັງສືຊວນຊື້. ສຳລັບຜູ່ລົງທຶນກໍ່ຈະໄດ້ຮັບຫຼັກຊັບຂອງບໍລິສັດດັ່ງກ່າວ ຕາມວິທີການແບ່ງປັນຫຼັກຊັບ ທີ່ໄດ້ກໍານົດໄວ້ໃນໜັງສືຊວນຊື້, ຊຶ່ງໄດ້ຮັບການເຫັນດີຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ.

2.ຕະຫຼາດຂັ້ນສອງ 

            ແມ່ນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ-ຊຳລະ ແລະ ຮັບຝາກຫຼັກຊັບ ຫຼື ເວົ້າອີກຢ່າງໜຶ່ງ ຕະຫຼາດຂັ້ນສອງ ແມ່ນຕະຫຼາດຫຼັກຊັບ ທີ່ເຮັດໜ້າທີ່ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈໍລະຈອນຂອງຫຼັກຊັບທີ່ຜ່ານການອອກຈຳໜ່າຍໃນຕະຫຼາດຂັ້ນໜຶ່ງ. ຕະຫຼາດຂັ້ນສອງຢູ່ ສປປ ລາວ ແມ່ນ ຕະຫຼາດຫຼັກຊັບລາວ (ຕລຊລ).ການຊື້-ຂາຍຫຼັກຊັບໃນຕະຫຼາດຂັ້ນສອງ ແມ່ນການຊື້-ຂາຍລະຫວ່າງຜູ່ມີຮຸ້ນ ແລະ ຜູ່ມີເງິນທຶນ, ຊຶ່ງເງິນທີ່ເກີດຂຶ້ນຈາກການຊື້-ຂາຍຈະໝູນວຽນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ. 
ใหม่กว่า เก่ากว่า