ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 1ຄວາມເຂົ້າໃຈກ່ຽວກັບມະນຸດສຳພັນ


ບົດທີ
ຄວາມເຂົ້າໃຈກ່ຽວກັບມະນຸດສຳພັນ
ຈຸດປະສົງຄາດໝາຍ
  • ຄາດໝາຍວ່ານັກສຶກສາແຕ່ລະຄົນຈະໄດ້ຮັບຄື ການສ້າງຄວາມຮູ້ຈັກ ແລະຄວາມລຶ້ງເຄີຍກັນຫລາຍຂື້ນທັງມີຄວາມເຂົ້າໃຈໃນຄວາມແຕກຕ່າງຂອງແຕ່ລະບຸກຄົນໃນເລື່ອງພື້ນຖານຄອບຄົວ ອຸປະນິໃສ.
  • ຄາດວ່ານັກສຶກສາຈະໄດ້ຮັບຮູ້ ເຖິງຄວາມຈຳເປັນພື້ນຖານໃນພາລະກິດນຳໃຊ້ມະນຸດສຳພັນແລະໃນຄຸນຜົນປະໂຫຍດ ແລະ ຈຸດໝາຍຂອງມະນຸດສຳພັນ.
ການມີມະນຸດສຳພັນ ແມ່ນເປັນສິ່ງຈຳເປັນຂອງມະນຸດ ເພາະວ່າເປັນເລື່ອງທ່ີກ່ຽວພັນກັນກັບສັງຄົມມະນຸດ ຖ້າມະນຸດເຮົາມີຄວາມສຳພັນທີ່ດີຕໍ່ກັນຍ່ອມເຮັດໃຫ້ຢູ່ຮ່ວມກັນໄດ້ຢ່າງສະຫງົບສຸກບໍໍ່ບຽດບຽນກັນສົ່ງຜົນໃຫ້ສັງຄົມມະນຸດເປັນຕາຢູ່ຂື້ນ ແຕ່ຖ້າມະນຸດເຮົາຂາດມະນຸດສຳພັນທີ່ດີຕໍ່ກັນ ແລ້ວກໍ່ຈະເຮັດໃຫ້ເປັນອຸປະສັກຕໍ່ການດຳເນີນຊິວິດ ແລະ ເກີດບັນຫາຕ່າງໆຕາມມາຢ່າງຫລວງຫລາຍ ກ່ອນອື່ນເຮົາຄວນສຶກສາຄວາມຮູ້ພື້ນຖານກ່ຽວກັບມະນຸດສຳພັນໃຫ້ເຂົ້າໃຈໃນເນື້ອໃນຄວາມຫມາຍ,ຈຸດປະສົງ, ຜົນປະໂຫຍດ ແລະ ປັດໃຈອື່ນໆ ທີ່ກ່ຽວຂ້ອງໃນດ້ານຄວາມສຳພັນ ແລະ ພືດຕິກຳຄົນໃນສັງຄົມແຫ່ງການພົວພັນຂອງມະນຸດ.

1.1.ເຂົ້າໃຈກັບມະນຸດສຳພັນ
1.ຄວາມເປັນມາຂອງມະນຸດສຳພັນ.
ມະນຸດສຳພັນໄດ້ກຳເນີດເກີດຂື້ນພ້ອມກັບມະນຸດໄດ້ລິເລີ່ມສ້າງສັງຄົມ ແລະ ວິທີການຮຽນຮູ້ໃນການຢູ່ຮ່ວມກັນ,ເພິ່ງພາອາໃສກັນ ແລະ ການສື່ສານສຳພັນກັນຈາກການສັນນິຖານວ່າ ການສຶກສາມະນຸດ ສຳພັນເລີ່ມເອົາຈິງເອົາຈັງນັັ້ນ ເມື່ອມະນຸດເຮົາຮູ້ຈັກເຮັດວຽກຮ່ວມກັນ ເປັນຕົ້ນ ແມ່ນຜູ້ໃຊ້ແຮງງານກັບ ນາຍທືນ ຫລື ນາຍຈ້າງ ເມື່ອປະຕິວັດທາງດ້ານອຸດສາຫະກຳເກີດຂື້ນທາງເບື້ອງຢູໂຣບ ສະພາບໃນການເຮັດວຽກຂອງຄົນງານຕົກຢູ່ໃນການກົດຂີ່ຂົ່ມເຫັງຢ່າງໜັກໜ່ວງຄົນງານເຮັດວຽກຫລາຍຂື້ນ;ສຸຂະພາບຊຸດໂຊມອ່ອນແອ;ຍາກຈົນລົງ ພາຍຫລັງຕໍ່ມາເປັນເວລາດົນສົມຄວນເຕີມຈິີງໄດ້ມີເຈົ້າຂອງກິດຈະການຈຳນວນໜຶ່ງໄດ້ເກີດຄວາມສົນໃນດ້ານການປັບປຸງການເຮັດວຽກ ແລະດ້ານສະຫວັດດີການຂອງລູກຈ້າງໃຫ້ຫລາຍຂື້ນ.

ຕໍ່ມາກໍ່ມີຫລາຍໆ ນັກຄົ້ນຄວ້າໄດ້ຂຽນ ແລະ ຕິພິມເຜີຍແຜ່ອອກມາໃຫ້ເຫັນເຖິງການພົວພັນຂອງຄົນໃນສັງຄົມມະນຸດ ໂດຍໃຫ້ຄວາມສຳຄັນກັບປັດໃຈອັນມີຜົນຕໍ່ກັບການຜຼິດອຸດສາຫະກຳເປັນຕົ້ນແມ່ນ 3 ປັດໃຈທີພວກເຂົ້າໃຫ້ຄວາມສຳຄັນຄື: ດ້ານເຄື່ອງຈັກກົນ; ດ້ານການຄ້າ ແລະ ປັດໃຈທາງດ້ານມະນຸດ ພວກເຂົ້າຖື ວ່າປັດໃຈທາງດ້ານມະນຸດນັ້ນແມ່ນມີຄວາມສຳຄັນຫລາຍທີສຸດ ພວກເຂົ້າໄດ້ສະເໜີໃຫ້ມີການປັບປຸງສະພາບຂອງການເຮັດວຽກ, ການຢຸດພັກໃນລະຫວ່າງເຮັດວຽກ;ການໃຫ້ຮັກສາພະຍາບານເມື່ອມີກຳມະກອນເຈັບປ່ວຍ,ສະຫວັດດີການແລະໃຫ້ຄວາເປັນກັນເອງຫລາຍຂື້ນ.

ລະຍະຕໍ່ມາປະມານປີ ຄ. . 1900 ບຸກຄົນຕຳອິດໃຫ້ຄວາມຈົນກ່ຽວກັບສະພາບການເຮັດຂອງກຳມະກອນ ແລະໄດ້ປັບໃນການເຮັດວຽກຂອງກຳມະກອນໃຫ້ດີຂື້ນຈົນໄດ້ຮັບສັນຍານາມວ່າ  “ ບິດາແຫ່ງການຈັດການເຊິ່ງວິທະຍາສາດ ຄືຶ  ເຟຣດເດີຣິກ ວິນສະໂລວ໌ ເທເລີຣ໌  ( Frederick Winslow Taylor ) ”
ແນວຄິດຂອງເທເລີຣ໌ຖືຫລັກສຳຄັນ ໃນການດຳເນີນວຽກງານ 3 ຢ່າງຄື:
  • ພະຍາຍາມຄັດເລື້ອກເອົາບຸກຄົນດີທີສຸດເຂົ້າມາເຮັດວຽກຝືກໃຫ້ກຳມະກອນເຮັດວຽກຢ່າງຖືກວິທີ ມີປະສິດທິພາບສູງ ແລະ ມີການເຄື່ອນໄຫວຢ່າງປະຫຍັດ.
  • ຫາວິທີຈຸງໃຈ ໂດຍການໃຫ້ເງິນເດືອນ ຫລຶ ຄ່າຈ້າງສູງແກ່ຜູ້ເຮັດວຽກສູງທີສຸດ.
1.2.ເນື້ອໃນຄວາມໝາຍມະນຸດສໍາພັນ
ຄຳວ່າ  ມະນຸດສໍາພັນ ເປັນຄຳປະສົມຮາກສັບມາຈາກພາສາບາລີ - ສັນສະກຼິດສອງຄຳຄື:ມະນຸດ ແລະ ສຳພັນ ມະນຸດ ແປວ່າຄົນຜູ້ທີ່ມີຈິດໃຈປະເສີດສູງ  ໝາຍເຖິງບຸກຄົນຜູ້ມີຈິດໃຈງາມ ແລະ ຂາວສະອາດ   ສ່ວນວ່າ  ສຳພັນ ແປວ່າຄວາມກ່ຽວຂ້ອງ ຫຼື ຢູ່ຮ່ວມກັນ ແລະ ຕິດຕໍ່ກັນເປັນປະຈຳ.

ສາດສະດາຈານເດລຄາເນກີ (Dale Carneqie) ໄດ້ຂຽນຫນັງສືເລື່ອງ  “ How to win friend ” ມີຄວາມຫມາຍວ່າ ວິທີຊະນະເພື່ອນ ສາດສະດາຈານເຄັດເດວິສ໌ (Keith Davis) ຂຽນໄວ້ໃນຄຳນຳຫນັງສື  Human Behavior at work ຂອງລາວວ່າເນື້ອຫາວິຊາມະນຸດສຳພັນຄືບຸກຄົນເຮັດວຽກໃນສຳນັກງານອົງການຕ່າງໆ ທຸກປະເທດ ແລະ ວິທີເຮັດວຽກທີ່ເຮັດໃຫ້ບຸກຄົນເຮັດວຽກຮ່ວມກັນດ້ວຍດີ  ອີກຄວາມຫມາຍໜຶ່ງ Human relations” ສະຫລຸບລວມແລ້ວມະນຸດສໍາພັນຄື: ສີລະປະແຫ່ງການຈຸງໃຈໃນການສ້າງຄວາມສຳພັນຢ່າງມີປະສິດທິພາບ ແລະ ປະຍຸກໃຊ້ດ້ວຍວິທີການຕ່າງໆ ຈົນເກີດຄວາມຮັກ ນັບຖື ຄວາມພໍໃຈ ແລະ ເຂົ້າໃຈອັນດີ ທັງໃນດ້ານການດຳເນີນວຽກງານ ດ້ານເສດຖະກິດ ດ້ານຈິດໃຈ  ສັງຄົມ ແລະ ການຢູ່ຮ່ວມກັນຢ່າງມີຄວາມສຸກ.

1.3.ຄວາມສໍາຄັນຂອງມະນຸດສໍາພັນ.
ມະນຸດສຳພັນແມ່ນເລີ່ມຕົ້ນຂື້ນໃນຄອບຄົວ ບອນເຮັດວຽກ ແລະໃນສົງຄົມທີມະນຸດອາໃສຢູ່ ໃນການສ້າງສາຍສຳພັນ, ສ້າງສັນຕິສຸກໃຫ້ແກ່ສັງຄົມເພື່ອໃຫ້ມະນຸດດຳລົງຊີວິດປະຈຳວັນ ແລະ ດຳເນີນທຸລະກິດການງານຮ່ວມກັບຄົນອື່ນໄດ້ຢ່າງເພິ່ງພໍໃຈ, ນອກນີ້ຍັງຊ່ວຍໃຫ້ຜູ້ຮຽນຮູ້ເຂົ້າໃຈໄດ້ເຖິງຄວາມສຳຄັນ; ປະໂຫຍດຂອງມະນຸດສຳພັນ ແລະ ວິທີເຂົ້າສັງຄົມໃນລະດັບຕ່າງໆ ຕໍ່ກັບການດຳເນີນລົງຊີວິດປະຈຳວັນຢ່າງຖືກຕ້ອງຂອງສັງຄົມ  ມະນຸດສຳພັນມີຄວາມສຳຄັນຫລາຍທັງຕໍ່ຕົວບຸກຄົນ ແລະ ສຳນັກງານອົງການ ລວມທັງການຢູ່ຮ່ວມກັນໃນສັງຄົມ ຊຶ່ງສາມາດສະ ຫລູບເນື້ອໃນດັ່ງນີ້.

1.ຕໍ່ກັບການດຳເນີນຊິວິດປະຈຳວັນ
ຊ່ວຍເຮັດໃຫ້ຄົນເຮົາບໍ່ໂດນດ່ຽວຕາມລຳພັງການຊ່ອຍເຫລືອ ແລະ ຄຸມຄອງກັນ ແລະກັນ ເຮັດໃຫ້ມະນຸດຖືກຍອມຮັບກັນຫລາຍຂື້ນໃນສັງຄົມ ຕອບສະໜອງຄວາມຕ້ອງການໂດຍພືນຖານໃນການດຳລົງຊິວິດເປັນຢ່າງດີ ຕໍ່ກັບການບໍລິຫານວຽກ  ຄວາມສຳເລັດ ຫລື ຄວາມລົ້ມຈົມທີເກີດຂື້ນນັ້ນແມ່ນຂື້ນກັບພະນັກງານໃນອົງກອນເປັນສ່ວນໃຫຍ່ ປັດໃຈສຳຄັນຄືຄົນ ເຊິ່ງເປັນຫົວໃຈສຳຄັນໃນການເຮັດວຽກຜູ້ບໍລິຫານຄວນໃຊ້ຫລັກການຈູງໃຈ ແລະ ຫລັກການມະນຸດສຳພັນເຂົ້າໃນການບໍລິຫານງານ ສິ່ງທີ່ເຮັດຂື້ນນັ້ນຍ່ອມເກີດຜົນດີຕໍ່ກັບອົງກອນ.
  
2.ຕໍ່ກັບດ້ານເສດຖະກິດ
ມະນຸດສາພັນມີສ່ວນໃນການສ້າງຜົນຜະລິດ ເນື່ອງຈາກວ່າການເຮັດພະນັກງານເປັນຜົນມາຈາກການຈຸງໃຈ

3.ຕໍ່ກັບທາງດ້ານການເມືອງ
ສຳມາຊິກພັກການເມືອງແມ່ນຕົວແທນຂອງປະຊາຊົນຍ່ອມຕ້ອງສ້າງຄວາມ ສຳພັນກັບປະຊາຊົນ ລວມທັງໃນບອນເຮັດງານຂອງສຳມາຊິກໃນກຸ່ມ ແລະ ລັດຖະບານເອງກໍ່ຕ້ອງສ້າງຄວາມເຂົ້າໃຈ ແລະ ສ້າງຄວາມຮູ້ສືກອັນດີໃຫ້ເກີດຂື້ນໃນໝູ່ປະຊາຊົນ ເພື່ອທີ່ຈະໄດ້ຮັບການສະໜັບສະໜູນ ແລະ ຄວາມສັດທາ ຈາກປະຊາຊົນ ລວມໄປເຖິງທັງໃນດ້ານການປົກຄອງ ທັງພະນັກງານຂອງລັດ ຫລື ຂ້າລາດຊະການກໍ່ຕ້ອງໃຊ້ຫລັກມະນຸດສຳພັນ ໃນການປະຕິບັດຕໍ່ປະຊາຊົນ ເພື່ອໃຫ້ເກີດຄວາມປະທັບໃຈ ແລະ ການຮ່ວມມື.

1.4.ບົດບາດມະນຸດສຳພັນ
1.ຕໍ່ກັບການດຳລົງຊິວິດ
ມະນຸດສຳພັນແມ່ນສິ່ງທີ່ກ່ຽວຂ້ອງກັບຄົນທີ່ດຳລົງຊິວິດຢູ່ຮ່ວມກັນ ມີການກະທຳຕໍ່ກັນ ມີການສະໜອງປະໂຫຍດເຊີ່ງກັນ ແລະ ກັນ ບໍ່ວ່າຈະເປັນຜູ້ໃຫ້ກຳເນີດ ຫລື ຜູ້ໃຫ້ເກີດ ຊິວິດຄົນເຮົາ ແຕ່ລະຄົນລອດມາໄດ້ ແມ່ນອາໃສອາຫານ ແລະ ການລ້ຽງດູຈາກພໍ່ແມ່ ຈາກຄົນໃນຄອບຄົວ ສິ່ງເຫລົ່ານີ້ ເປັນມູນເຫັດເກີດມີມະນຸດສຳພັນໃນລັກສະນະເລີ່ມຈາກຄອບຄົວ ກຸ່ມຄົມນ້ອຍໆ ຈົນກາຍເປັນສັງຄົມໃຫຍ່ໆ ເປັນຕົ້ນ ບ້ານ ເມືອງປະເທດ.
  
2.ຕໍ່ກັບທຸລະກິດ
ການດຳເນີການຄ້າຂາຍຕ້ອງອາໃສມະນຸດສຳພັນໃນການຂະຫຍາຍຕົວຂອງເສດຖະ ກິດ ທຸກໆ ວຽກງານ ສາຂາອາຊິບລ້ວນແຕ່ມີການກ່ຽວຂ້ອງ ແລະສຳພັນກັບຄົນ ຈາກຄົນແປກໜ້າທີ່ບໍ່ເຄີຍຮູ້ຈັກກັນມາກອນ ແຕ່ເມື່ອມີຜົນປະໂຫຍດຮ່ວມກັນກໍ່ເກີດເປັນມະນຸດສຳພັນກັນ.

3.ຕໍ່ກັບການບໍລິຫານ
ມະນຸດສຳພັນມີບົດບາດຫລາຍຕໍ່ກັບການບໍລິຫານອົງການ ອົງກອນເມ່ືອໜ່ວຍງານດັ່ງກ່າວມີການຂະຫຍາຍໂຕໄປເບື່ອງໜ້າ ນັ້ນກໍ່ໝາຍເຖິງມີຄົນເຮັດວຽກຫລາຍຂື້ນ ການຈັດການ ຫຼື ການບໍລິຫານກໍ່ຕ້ອງການໃຫ້ເປັນລະບົບ ເປັນລະບຽບ ເພື່ອຈະຂັບເຄື້ອນບັນດາເສດຖະກິດ - ສັງຄົມໃຫ້ໄປຂ້າງໜ້າ.
   
ມະນຸດສຳພັນ ສາມາດເຮັດໃຫ້ຄວາມຂັດແຍ້ງລະຫວ່າງຄົນງານດ້ວຍກັນ ລະຫວ່າງອົງກອນກັບຄົນງານ ຜູ້ປົກຄອງ ແລະ ຜູ້ທີ່ຖືກການປົກຄອງ ສະຫລຸບວ່າ  ມະນຸດສຳພັນສາມາດຊ່ວຍຫລຸດຜ່ອນຂໍ້ຂັດແຍ່ງລະຫວ່າງຄົນກັບຄົນເຮົາລົງໄດ້ ເຮັດໃຫ້ຄົນເຮົາເຂົ້າໃຈເຊີ່ງກັນ ແລະ ກັນຫລາຍຂື້ນ ເກີດມີຄວາມສາມັກຄີ  ມີການຮ່ວມແຮງຮ່ວມໃຈກັນ ກໍ່ໃຫ້ເກີດປະໂຫຍດສ່ວນລວມ ເຮັດໃຫ້ການບໍລິຫານສະດວກຂື້ນ.

4.ຕໍ່ກັບສັງຄົມ
ໃນມື້ໜຶ່ງໆ ສັງຄົມມະນຸດເຮົາມີການຕິດຕໍ່ສື່ສານ ຄົບຫາສາມະຄົມຈະເປັນທາງໃດທາງໜຶ່ງລ້ວນແຕ່ມີເປົ້າໝາຍຊ່ວຍໃຫ້ມະນຸດເຮົາມີຄວາມໝັ້ນຄົງສູງ ທາງດ້ານຊິວິດ ຊັບສິນ ຄວາມເປັນຢູ່ທີ່ດີຂື້ນ ສ້າງໃຫ້ສັງຄົມເກີດຄວາມຮັກນັບຖື ໄວ້ວາງໃຈ ເລື່ອມໃສສັດທາ ແລະຊ່ວຍເຫລື່ອກັນ ເກີດຄວາມສຸກຮ່ວມກັນ.

5.ປະໂຫຍດຂອງມະນຸດສຳພັນ
ໃນເມື່ອມະນຸດເຮົາມີມະນຸດສຳພັນທີດີຕໍ່ກັນຍ່ອມກໍ່ໃຫ້ເກີດມີຄວາມສຸກ ຄວາມຮັກ ຄວາມເຂົ້າໃຈຄວາມອົບອຸ່ນຜຸກພັນຄວາມສາມັກຄີກົມກ່ຽວກັນ ອັນກໍ່ໃຫ້ເກີດພະລັງໃນການສ້າງສັນສິ່ງຕ່າງໆ ທັງໃນດ້ານການງານຊິວິດ ຄວາມເປັນຢູ່ ແລະຄວາມຈະເລີນກ້າໜ້າຂອງສັງຄົມໂດຍລວມແລ້ວສະຫລູບໄດ້ດັ່ງນີ້:
  • ເຂົ້າໃຈເຖິງທຳມະຊາດດ້ານຕ່າງໆ ຂອງມະນຸດ.
  • ເຮັດໃຫ້ເກີດມີການຮ່ວມມື.
  • ເຮັດໃຫ້ເກີດຄວາມຮັກ ສັດທາ ແລະ ນັບຖືເຊິ່ງກັນ ແລະ ກັນ.
  • ເຮັດໃຫ້ເກີດຄວາມລາບລື້ນໃນການຄົບກັນ.
  • ແກ້ບັນຫາຂໍ້ຄັດແຍ້ງລົງ.
  • ພັັດທະນາບຸກຄະລາກອນ ແລະ ອົງການ ແລະ ສ່ວນບຸກຄົນຢ່າງມີປະສິດທິພາບ.
  • ຮູ້ຈັກປັບປຸງຕົນເອງເຂົ້າກັບສິ່ງແວດລ້ອມ.
6.ປັດຊະຍາຂອງມະນຸດສຳພັນ
ໂດຍພື້ນຖານແລ້ວ ປັດຊະຍາເປັນເລື່ອງຂອງຄວາມຄິດ ຄວາມເຊື່ອ ຊຶ່ງບຸກຄົນຢຶດຖືເປັນແນວທາງປະຕິບັດໃນການດຳລົງຊິວິດ ລວມທັງເປັນການສະແຫວງຫາຄວາມຈິງ ການທີຈະດຳເນີນຊິດໃນຮູບແບບໃດໜຶ່ງໃຫ້ປະສົບຄວາມສຳເລັດ.
ດັ່ງນັ້ນ; ຈະຕ້ອງຮູ້ຈັກຫລັກປັດຊະຍາພື້ນຖານຂອງມະນຸດສຳພັນ ເພື່ອເປັນແນວທາງປະຕິບັດ ເປັນຫຼັກການຍຶດໝັ້ນໃນການດຳລົງຊີວິດປະຈຳວັນ ແລະການປະຕິບັດວຽກປຽບເໝືອນເຂັມທິດເຍືອງທາງໄປສູ່ຈຸດໝາຍຕາມຈຸດສົງເຊິ່ງໝາຍເຖິງທຸກຄົນພໍໃຈ ສ່ວນໃຫຍ່ຈະເນັ້ນໃນດ້ານວິທີການກ່ຽວກັບຄົນ,ເນັ້ນຫຼັກການສະແດງອອກທາງດ້ານຈິດໃຈ, ເນັ້ນທາງດ້ານຢູ່ຮ່ວມກັນ ແລະ ການເພິ່ງພາອາໃສເຊິ່ງກັນແລະກັນ ໃນການສືກສາມະນຸດສຳພັນນີ້ ໂດຍມີການສົມມຸດຕິຖານທີ່ກ່ຽວຂອງກັບທຳມະຊາດຂອງມະນຸດເຊີ່ງພໍສະຫຼຸບໄດ້ດັ່ງນີ້:
  • ມະນຸດຍ່ອມມີຄວາມແຕກຕ່າງກັນ ຄົນເຮົາຍ່ອມມີາຄວາມແຕກຕ່າງກັນທັງໃນດ້ານຮູບຮ່າງໜ້າຕາສະຕິປັນຍາ ອາລົມ ຄວາມຮູ້ສືກ ວັດທະນາທຳ ຄວາມເຊືອຖື ແລະອື່ນໆ... ເພາະແຕ່ລະຄົນຍ່ອມໄດ້ຮັບອິດທິພົນມາບໍຄືກັນເປັນຕົ້ນແມ່ນ ຈາກພັນທຸກຳ ແລະ ສິ່ງແວດລ້ອມທີ່ແຕ່ລະຄົນໄດ້ຮັບຮູ້ ຫລື ຮຽນຮູ້ມາ.ສະນັ້ນ; ຈຳເປັນຕ້ອງທຳຄວາມເຂົ້າໃຈ ແລະ ຍອມຮັບໃນຄວາມແຕກຕ່າງຂອງມະນຸດເຮົາ ເພື່ອຈະປະຕິບັດຕໍ່ກັນໃຫ້ແທດເໝາະ ແລະ ຖືກຕ້ອງ.
  • ເບິງຄົນໃນລັກສະນະລວມ ໝາຍເຖິງການເບິງ ທາງດ້ານກາຍ; ໃຈ, ອາລົມ; ສະຕິປັນຍາ ຫລື ສິງອື່ນໆທີ່ຜະສົມຜະສານເປັນຕົວຕົນທັງໝົດ.
  • ພືດຕິກຳຂອງຄົນເຮົາຍ່ອມມີສາເຫດເຊື່ອກັນວ່າການກະທຳຂອງຄົນຍ່ອມມີສາເຫດມາຈາກຄວາມຕ້ອງການເຊິ່ງ ເປັນແຮງຈຸງໃຈຊະນິດໜຶ່ງທີຢູ່ພາຍໃນຕົວຂອງຄົນຖ້າເຮົາ ຫາກນຳໃຊ້ແຮງຈຸງໃຈພາຍນອກເປັນຫົນທາງສ້າງຄວາມຕ້ອງການໃຫ້ເກີດແຮງຈຸງໃຈພາຍໃນແລະ ເຮັດໃຫ້ເກີດພຶດຕິກຳຕໍ່ກັບການປະຕິບັດວຽກງານໃນອົງກອນ ແລະ ຄວາມຮ່ວມມືຮ່ວມໃຈໃນການປະຕິບັດວຽກງານ.
  • ມະນຸດທຸກຄົນຍ່ອມມີຄວາມເທົ່າທຽມກັນ ໝາຍເຖິງການໃຫ້ກຽດ ແລະເຄົາລົບໃນການປະຕິບັດຕໍ່ກັນຊຶ່ງນຳໄປສູ່ຄວາມສຳພັນທີດີຕໍ່ກັນ ຍົກຍ້ອງໃຫ້ກຽດ ແລະ ຄຳນຶງເຖິງສັກສີເຊິ່ງກັນ ແລະ ກັນເປັນຕົ້ນ.ສະຫລຸບໄດ້ວ່າ ແນວຄວາມຄິດພື້ນຖານ ຫລື ປັດຊະຍາພື້ນຖານຂອງມະນຸດສຳພັນ ແມ່ນເນັ້ນໄປໃນເລື່ອງກ່ຽວກັບ.
ພື້ນຖານຂອງແນວຄິດ 02 ດ້ານເປັນຫລັກຄື:
  • ສັກສີຂອງຄວາມເປັນມະນຸດ.
  • ຫລັກການຈູງໃຈ ເພື່ອໃຫ້ເກີດການຕອບສະໜອງຕໍ່ຄວາມຕ້ອງການ.
ປັດຊະຍາພື້ນຖານທັງສອງຢ່າງນີ້ ສາມາດນຳໄປໃຊ້ເປັນແນວຄວາມຄິດທາງດ້ານການສຶກສາ ການສ້າງມະນຸດສຳພັນເພື່ອໃຫ້ເກີດຜົນດີທາງດ້ານການຢູ່ຮ່ວມກັນ ແລະ ການປະຕິບັດວຽກງານ.

ປັດຊະຍາພື້ນຖານຂອງມະນຸດສຳພັນ ແມ່ນກ່ຽວຂ້ອງກັບຄວາມສຳພັນ ຂອງມະນຸດທາງດ້ານກະໂຕບຸກ ຄົນ ແລະ ສັງຄົມ  ເມື່ອພິຈາລະນາແລ້ວຈະເຫັນວ່າ ການສ້າງມະນຸດສຳພັນນັ້ນຈະມີຈຸດມຸ້ງໝາຍໃຫ້ຄົນປະຕິບັດຕົນຕໍ່ກັນ ເພື່ອສ້າງຄວາມສາມັກຄີ ຮັກແພງ ສະນິດສະໜົມກັນ ຍອມຮັບນັບຖືເຊີ່ງກັນ ແລະ ກັນ ເຄົາລົບໃນສັກສີຂອງຄວາມເປັນມະນຸດຕໍ່ກັນ. 
 
7.ຈຸດໝາຍຂອງມະນຸດສຳພັນ
ຈຸດໝາຍອັນແທ້ຈິງຂອງການສ້າງມະນຸດສຳພັນນັ້ນກໍ່ຄື ການສ້າງຄວາມເຂົ້າໃຈອັນດີຕໍ່ກັນ ເຮັດໃຫ້ການຢູ່ຮ່ວມກັນມີຄວາມສຸກ ແລະ ສາມາດເຮັດວຽກງານສຳເລັດຕາມວັດຖຸປະສົງ  ສະນັ້ນ,ຈິ່ງສະຫລຸບຈຸດມຸ້ງໝາຍຂອງມະນຸດສຳພັນໄດ້ດັ່ງນີ້:
  • ການເຮັດໃຫ້ເຂົ້າໃຈໃນຕົວເອງ ແລະ ຄົນອື່ນ ສາມາດປັບຕົວເຂົ້າກັບບຸກຄົນ ແລະ ສະພາບແວດລ້ອມໄດ້ຢ່າງເໝາະສົມ.
  • ສ້າງໃຫ້ເກີດຄວາມເຂົ້າໃຈອັນດີຕໍ່ກັນ ແລະ ກັນເກີດຄວາມຮ່ວມມືຮ່ວມໃຈກັນໃນຄອບຄົວ ແລະ ກຸ່ມຄົນ ສ້າງໃຫ້ເກີດຄວາມຮັກນັບຖື ໄວ້ວາງໃຈ ເລື່ອມໃສສັດທາ ມີການຕິດຕໍ່ສຳພັນຊ່ອຍເຫລືອກັນແລະກັນ.
  • ສ້າງໃຫ້ເກີດຄວາມເພີ່ງພໍໃຈ ແລະ ຮ່ວມມືກັນໃນການເຮັດວຽກງານ.
  • ເສີມສ້າງຄວາມສາມັກຄີຂອງຄົນໃນສັງຄົມຄອບຄົວ ແລະ ສັງຄົມກຸ່ມ.
8.ກຸ່ມວິຊາມະນຸດສຳພັນ.
ວິຊາມະນຸດສຳພັນ ເປັນວິຊາທີ່ມີເນື່ອໃນກວ້າງຂວາງຄວບຄຸມເນື້ອໃນຫຼາຍວິຊາເຊັ່ນ: ມະນຸດສຳພັນທຸລະກິດ(Human relations in business) ມະນຸດສຳພັນໃນອຸດສາຫະກຳ (Human relations in dustry) ມະນຸດສຳພັນໃນລະບົບການທຸດ ການປົກຄອງ (Human relation in public affair) ມະນຸດສຳພັນໃນການປະຕິບັດວຽກງານ (Human relations at work) ແລະ ມະນຸດສຳພັນໃນຊີວິດປະຈຳວັນ (Human relationindaily life) ມະນຸດສຳພັນເປັນສາຫະວິຊາເຊິ່ງປະກອບດ້ວຍຄວາມຮູ້ຫຼາຍວິຊາມາປະສົມກັນເປັນຕົ້ນ:  ວິຊາມະນຸດວິທະຍາ ສັງຄົມວິທະຍາ ຈິດຕະວິທະຍາ ລັດຖະສາດ ແລະ ອື່ນໆ  ພື້ນຖານຂອງມະນຸດສຳພັນ ເນື່ອງຈາກວ່າມະນຸດສຳພັນ ເປັນເລື່ອງທີ່ກ່ຽວຂ້ອງກັບການຕິດຕໍ່ ແລະ ການເຮັດວຽກຮ່ວມກັນຂອງມະນຸດ ພື້ນຖານວິຊານີ້ ຈຶ່ງເປັນ ຄວາມຮູ້ກ່ຽວກັບທຳມະຊາດຂອງມະນຸດ ແລະ ສິ່ງແວດລ້ອມທີ່ມີອິດທິພົນຕໍ່ພຶດຕິກຳຂອງມະນຸດເຊັ່ນ:  ການສື່ສານ ການຈູງໃຈບຸກຄົນໃນອົງການ ການຈັດການ ການປັບປຸງບຸກຄະລິກ ນິໃສ ອັດຕາຍະໃສ ຄວາມແຕກຕ່າງລະຫວ່າງບຸກຄົນ ແລະ ຄວາມຕ້ອງການຂອງບຸກຄົນ.

ທີ່ກ່າວມານີ້ລ້ວນແລ້ວແຕ່ມີຄວາມຈຳເປັນໃນການເສີມສ້າງມະນຸດສຳພັນ  ທີ່ຄວນສຶກສາຫາຄວາມສຳຄັນຂອງຫັວຂໍ້ພື່ນຖານດັ່ງກ່າວ  ເພື່ອເຮັດໃຫ້ເຂົ້າໃຈໃນການເສີມສ້າງຂອງມະນຸດສຳພັນຢ່າງເລິກເຊິ່ງ  ສະນັ້ນ, ຈຶ່ງເນັ້ນໃຫ້ເຫັນວ່າ ຜູ້ທີ່ມີມະນຸດສຳພັນດີ ຈະຕ້ອງມີພອນສະຫວັນ ຫຼື ມີຄວາມຮູ້ພື້ນຖານຂອງມະນຸດສຳພັນດ້ວຍ.

ສະຫຼຸບ  ມະນຸດສຳພັນຈະເກີດຂຶ້ນເມື່ອມີບຸກຄົນຕັ້ງແຕ່ສອງຄົນຂຶ້ນໄປ, ຢູ່ຮ່ວມກັນ ເຮັດວຽກຮ່ວມກັນມີການຕິດຕໍ່ສື່ສານ ແລະ ມີການເພິ່ງພາອາໃສເຊິ່ງກັນ ແລະ ກັນ ມະນຸດຈະຢູ່ຄົນດຽວບໍ່ໄດ້ ດັ່ງນັ້ນໃນຊີວິດປະຈຳວັນທຸກໆ ຄົນຈຳຕ້ອງໃຊ້ມະນຸດສຳພັນຕັ້ງແຕ່ຕື່ນນອນ ມະນຸດສຳພັນຈຶ່ງຕ້ອງເປັນທີ່ຄວນສຶກສາ ແລະ ນຳໃຊ້ໃຫ້ເກີດປະ ໂຫຍດຕ່ໍຕົນເອງ ແລະ ສັງຄົມ.

9.ທຸກຄົນຕ້ອງສ້າງມະນຸດສຳພັນ
ມະນຸດສຳພັນທີ່ດີຕ້ອງເລີ່ມຈາກຕົວເຮົາເອງ ເມື່ອເລີ່ມເຂົ້າສູ່ມະນຸດສຳພັນຖືວ່າເປັນການເລີ່ມຕົ້ນເຂົ້າສູ່ການເບິ່ງຕົວຂອງເຮົາເອງ ຖ້າເຮົາເບິ່ງຕົວເຮົາໂດຍລວມແລ້ວ ຈະເຫັນວ່າທຸກສ່ວນໄວຍະວະຮ່າງກາຍຂອງເຮົາແມ່ນມີສ່ວນດີທັງໝົດ ( ນອກຄົນພິການ ) ສ່ວນຫຼາຍມະນຸດສຳພັນແມ່ນເປັນສິ່ງທີ່ອະທິບາຍໄດ້ຍາກ ເພາະເປັນເລື່ອງຂອງຈິດໃຈ ຫຼື ເປັນພຶດຕິກຳຂອງຈິດໃຈທີ່ສະແດງອອກ  ຢາງໃດກໍຕາມຈິດໃຈມີສ່ວນກ່ຽວຂ້ອງສຳພັນກັບຮ່າງກາຍຂອງຄົນເຮົາ ມະນຸດທຸກຄົນບໍ່ມີໃຜຈະສົມບູນແບບ, ແຕ່ກໍ່ມີແບບຢ່າງທີ່ສົມບູນໃຫ້ເຫັນຢູ່ຫຼາຍເເງ່ມຸມ ແຕ່ລະຄົນແຕ່ລະນາມມີຄວາມແຕກຕ່າງກັນທາງຮ່າງກາຍ,ຈິດໃຈ ແລະ ອື່ນໆ ການຄວບຄຸມອາລົມສິ່ງແວດລ້ອມ ແລະ ສະຖານະການຕ່າງກັນ  ລະດັບມະນຸດສຳພັນຂອງແຕ່ລະຄົນຈຶ່ງມີຫຼາຍນ້ອຍຕັ້ງແຕ່ຕ່ຳໄປຫາສູງ ແລ້ວພື້ນຖານການຝຶກອົບຮົມທີ່ໄດ້ຮັບການສະສົມມາ,  ແຕ່ກໍ່ຄວນຈື່ວ່າ ມະນຸດເຮົາພັດທະນາໄດ້ ທຸກຄົນຍ່ອມມີໂອກາດ ແລະ ມີຄວາມສາມາດທີ່ຈະພັດທະນາດ້ານມະນຸດສຳພັນໃຫ້ມີລະດັບດີຂຶ້ນສະເໝີ, ສາມາດສ້າງໄດ້ ພັດທະນາໄດ້ ລົບລ້າງປ່ອມດ້ອຍລົງໄດ້ ການພັດ ທະນາຕົນເອງດ້ານມະນຸດສຳພັນຍ່ອມມີຝົນປະໂຫຍດຕໍ່ຊີວິດຄອບຄົວສັງຄົມ ແລະ ຫນ້າທີ່ວຽກງານ ມະນຸດສຳ ພັນຕ້ອງອາໃສກັນ ແລະ ສຳພັນກັນ ເຮົາກິນເຂົ້າທີ່ຊາວນາປູກ ເຮົາໃສ່ເສື້ອຜ້າ ແລະ ເຄື່ອງໃຊ້ທີ່ຄົົນອື່ນຕ່ຳ ຫຼື ຫຍິບຂຶ້ນມາ, ໃນສັງຄົມຕ້ອງອາໃສຜູ້ອື່ນ ຕ້ອງສຳພັນກັບຄົນອື່ນ  ເພື່ອຂໍຄວາມຊ່ວຍເຫຼືອຈາກເຂົາເຈົ້າ, ເຂົາຕ້ອງ ການຄວາມຊ່ວຍເຫຼືອຈາກເຮົາ  ລອງກັບມາເບິ່ງຕົວເອງວ່າເຮົາໄດ້ເຮັດ ແລະ ໄດ້ຊ່ວຍເຫຼືອຜູ້ອື່ນ ຫຼື ສັງຄົມແນວໃດ ຫຼື ເພື່ອປະ ໂຫຍດຂອງສັງຄົມໃຫ້ຄົນຮຸ່ນຫຼັງໄດ້ເປັນປະໂຫຍດ ແລ້ວເຮົາໄດ້ສ້າງປະໂຫຍດສິ່ງໃດແດ່ ໃຫ້ຜູ້ອື່ນທີ່ເປັນແນວທາງແລ້ວ ຫຼື ບ່ໍນີ້ຄືຄວາມສຳຄັນໃນການສຳພັນຂອງມະນຸດທີ່ຈຳເປັນຕ້ອງງເພິ່ງພາອາໃສເຊິ່ງກັັນແລະກັນເຮົາຈະຢູ່ພຽງລຳ ພັງຄົນດຽວບ່ໍໄດ້ມະນຸດຕ້ອງມີການພົວພັນທາງດ້ານຊີວິດສ່ວນຕົວ ແລະ ລວມທັງການເຮັດວຽກສ້າງສັນວິຊາມະນຸດສຳພັນທີ່ເຮົາຕ້ອງສົນໃຈສຶກສາວິທີການສ້າງຄວາມສຳພັນໃນການເຮັດວຽກງານ ແລະ ຢູ່ຮ່ວມກັນກັບຜູ້ອື່ນໃນສັງ ຄົມທີ່ເຮົາຫຼີກລ້ຽງໄດ້ຍາກ ເວັ້ນແຕ່ເຮົາຈະໜີສັງຄົມໄປລີ້ຊ້ອນຢູ່ຕາມລຳພັງໃນປ່າດົງທີ່ບໍ່ມີຄົນເທົ່ານັ້ນ.

ມະນຸດສຳພັນຕ້ອງເຮັດໃນສິ່ງທີ່ດີກວ່າ ແລະ ເໝາະສົມກວ່າ  ການກະທຳຂອງຄົນເຮົາບໍ່ວ່າຈະເວົ້າ ຈະເຮັດກິລິຍາມາລະຍາດ  ພຶດຕິກຳ  ຄຸນນະທຳຈະຕ້ອງພະຍາຍາມສະແດງອອກທີ່ດີກວ່າ   ບ່ໍແມ່ນພຽງແຕ່ເຮັດດີ  ແຕ່ຕ້ອງເຮັດໃຫ້ດີກວ່າ  ການທີ່ເຮົາເວົ້າຄຳວ່າຂອບໃຈຈະດີກວ່າ ເຮົາວາງເສີຍບ່ໍສະແດງອອກ ໃນຂະນະທີ່ຜູ້ອື່ນເຮັດອັັນໃດອັນ ຫນຶ່ງ ຫຼື ເວົ້າວ່າ ກະລຸນາລໍຖ້າຈັກໜ່ອຍ ຈະດີກວ່າການເວົ້າວ່າລໍຖ້າຈັກໜ້ອຍ ການເວົ້າວ່າຂໍໂທດຂໍທາງແນ່ ຈະດີກວ່າການເວົ້າວ່າຫຼີກທາງແນ່  ການສະແດງອອກທີ່ດີກວ່າໃຫ້ຜູ້ອື່ນຮູ້ສຶກວ່າເຂົາໄດ້ໃຫ້ຄວາມນັບຖື ຍົກຍ້ອງຈະດີກວ່າສະແດງອາການໃຫ້ຜູ້ອື່ນຮູ້ສຶກຖືກຢຽບຫຍາມ ສຸພາບຮຽບຮ້ອຍດີກວ່າຫຍາບຄາຍ ການສະແດງເຊິ່ງຄວາມກະ ຕືລືລົ້ນມີີຊີວິດຊີວາ ຈະດີກວ່າການເຊື່ອງຊຶມຫງອຍເຫງົາ ການສະແດງເຊິ່ງຄວາມຍິນດີ  ດີໃຈ ຕື່ນເຕັ້ນຕ່ໍຄວາມສຳ ເລັດ ຫຼື ໂຊກດີຂອງຜູ້ອື່ນ ຈະສົ່ງຜົນດີກວ່າການເສີຍເມີຍ  ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ຜູ້ອື່ນສົດຊື່ນ ແລະ ພໍໃຈໃນກາຄົບຫາປະທັບໃຈໃນຄວາມເວົ້າກິລິຍາທ່າທາງນັ້ນຄືເຮົາຕ້ອງສະແດງ ຕ້ອງເວົ້າສິ່ງທີ່ດີກວ່າໃນບາງສິ່ງທີ່ເຮົາເຮັດ ເຮົາເວົ້າທີ່ຄິດວ່າດີແລ້ວ ຜູ້ອື່ນອາດເຫັນວ່າເຮົາຍາບຄາຍຢູ່ກໍ່ໄດ້ຕ້ອງພະຍາຍາມຝຶກແອບ ຕ້ອງຝຶກຝົນພະຍາຍາມຕົນເອງສະເໝີມະນຸດສຳພັນຕ້ອງເກັ່ງ  ຕ້ອງເກັ່ງໃນດ້ານວິຊາການ ແລະ ດ້ານເຕັກໂນໂລຢີ  ເຊິ່ງໃນປັດຈຸບັນມີການປ່ຽນ ແປງຍ່າງວ່ອງໄວ ຄວາມສະຫຼັບສັບຊ້ອນເຮັດໃຫ້ບໍລິຫານຄົນເຕມໄປດ້ວຍຄວາມຍາກລຳບາກໃນປະຕິບັດວຽກງານທົ່ວໄປ  ຍັງຕ້ອງໄດ້ຄຳນຶງເຖິງຄວາມສາມາດຂອງຄົນ 02 ລັກສະນະຄື:

ເກັ່ງຄົນກັບເກັ່ງວຽກງານ ຄວາມກ້າວໜ້າຂອງສັງຄົມໃນດ້ານວິຊາການ ແລະ ເຕັກໂນໂດຍີໃນປະຈຸບັນມີການປຽນແປງຢ່າງວ່ອງໄວເພີ່ມຄວາມສະຫຼັບຊັບຊອນເຮັດໃຫ້ບໍລິຫານໄປດ້ວຍຄວາມຍາກລຳບາກເຂົ້າ ໃນການປະຕິບັດວຽກງານທົ່ວໄປຈະຕ້ອງໄດ້ຄຳນືງເຖີງຄວາມ ສາມາດຂອງຄົນ ລັກສະນະຄື  ເກັ່ງຄົນກັບເກັງວຽກງານ ຫົວໜ້າຜູ້ນຳວຽກງານຕ້ອງມີຄຸນລັກສະນະທັງສອງນີ້ຄວບຄູ່ໄປຄື:
  • ເກັ່ງວຽກງານ: ໝາຍເຖີງມີຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ມີຄວາມຮັບຜິດ ຊອບໃນວຽກທີີເຮັດຄືຖືກຕ້ອງວ່ອງໄວ ແລະ ສົ່ງຜົນອັນດີໃນອານາອົດ.
  • ເກັ່ງຄົນ: ໝາຍເຖີງ ມີຄວາມຮູ້ຄວາມສາມາດໃນເລື້ອງມະນູດສຳພັນ ໄດ້ໃນຈິດຕະວິດທະຍາຂອງຄົນ ສືກສາຈົນມີຄວາມຮູ້ເລື້ອງຄົນ ເຂົ້າໃຈຄົນ ແລະ ເບິ່ງຄົນໃນແງມຸມຕ່າງໆ ເຫັນຄວາມດີຂອງຄົນກັບ ເຫັນຄວາມໜ້າສົງຂອງຄົນເພື່ອໃຫ້ເກິດຄວາມເມຕາ ແລະ ຊ່ວຍເຫຼືອເຂົາເຈົ້າ  ຕ້ອງໜັ້ກແໜ້ນ ເຖີງການໃຫ້ຄື: ໃຫ້.....  ແກ່ສະມາຊີກທີ່່ຕົນຮັບຜິດຊອບບໍ່ແມ່ນແຕ່ຈະເອົາ.....  ຢ່າງດຽວ.
ໃນເລື້ອງຄົນເກົ່ງໃຊ້ມະນຸດສຳພັນກັບຜູ້ຮ່ວມວຽກງານທຸກຊັ້ນທຸກລະດັບ ເຫັນອົກເຫັນໃຈ ຄົນດ້ອຍກວ່າ ອ່ອນແອກວ່າ ສ້າງມະນຸນສຳພັນ ເພື່ອສ້າງການເຮັດວຽກງານທີ່ມີປະສິດທິພາບນັກບໍລິຫານ ຍິ່ງມີຕ່ຳແໜ່ງສູງເທົ່າໃດ ຍິ່ງບໍ່ມີເວ ລາ ແລະ ໂອກາດພົບຜູ້ຄົນ  ຈຶ່ງອາດເປັນໂລກເຫງົາວ້າເວ່  ວິທີແກ້ໂລກເຫງົາຂອງນັກບໍລິຫານກໍ່ຄືຕ້ອງຫາໂອ ກາດຜ່ອນຕົວລົງມາໃກ້ຊິດກັບສະມາຊີກໃຫ້ຫຼາຍຂື້ນ ປ່ຽນລະບົບການເຮັດວຽກໃຫ້ເປັນກຸ່ມ ມີການປະຊູມ ເພື່ອຈະໃຫ້ມີໂອກາດ ແລະ ໃກ້ຊິດກັບລູກນ້ອງ ແຕ່ບໍ່ເຮັດໃຫ້ລູກນ້ອງລາມປາມໄດ້ ບໍ່ດັ່ງນັ້ນ ຈະເປັນຜົນເສຍໃນຮູບການບໍລິຫານວຽກງານຂອງເຮົາເອງ.

10.ຫຼັກການເຮັດວຽກຮ່ວມກັນ
ການຢູ່ຮ່ວມກັນຂອງມະນຸດຈຳເປັນຕ້ອງມີຄວາມສຳພັນກັນ ມີການເພິ່ງພາກັນໃນລະດັບສ່ວນບຸກຄົນ ໃນລະດັບຊຸມຊົນ ເພາະມະນຸດເຮົາບໍ່ສາມາດຢູ່ໂດດດ່ຽວໄດ້  ດັ່ງນັ້ນ, ກິດຈະກຳຕ່າງໆ ທີ່ກ່ຽວກັບການດຳລົງຊິວິດ ການເຮັດວຽກ ຕ້ອງມີຄວາມສຳພັນກັນສະເໝີ ເມື່ອຢູ່ຮ່ວມກັນ ແນ່ນອນວ່າ ຕ້ອງເກີດບັນຫາເຮັດໃຫ້ເປັນ ອຸປະສັກຕໍ່ກັບການດຳລົງຊິວິດ ດັ່ງນັ້ນ; ຈິ່ງມີການກຳໜົດກົດລະບຽບກະຕິກາ ຂື້ນມາເພື່ອເປັນແນວທາງໃນການປະຕິບັດເຫດນີ້ ຈິ່ງເກີດກຸ່ມທີ່ເອີ້ນຕົນເອງວ່າ“  ອົງການ ”.

ໃນການເຮັດວຽກຮ່ວມກັບຜູ້ອື່ນ ຫຼື ການເຮັດວຽກເປັນກຸ່ມປຽບທຽບໄດ້ເຊັ່ນ: ລົງເຮືອລຳດຽວກັນ ພາຍໃນລຳດຽວກັນນັ້ນ ແຕ່ລະຄົນແຕກຕ່າງກັນໃນດ້ານຄວາມຮູ້ ສະຕິປັນຍາ ຄວາມສາມາດ ທັດສະນະ ສິ່ງແວດລ້ອມໄວ ແລະ ເພດ ເມື່ອເຮັດວຽກນຳກັນແລ້ວຄວນນຳຄວາມແຕກຕ່າງ ຂອງແຕ່ລະບຸກຄົນໃນສ່ວນທີ່ມີຄຸນຄ່າມາປະສານໃຫ້ເປັນປະໂຫຍດ, ກຳຈັດປັນຫາຂັດແຍ້ງ, ມານະອົດທົນເຄົາລົບໃນສິດ ແລະ ຫນ້າທີ່ຂອງຜູ້ອື່ນ, ນັບຖືຜູ້ອາວຸໂສມີນ້ຳໃຈດີຕໍ່ເພື່ອນຮ່ວມງານ ແລະ ຊ່ວຍກັນເສີມສ້າງຄວາມສາມັກຄີ ກົມກຽວປຸງແຕ່ງບັນຍາກາດໃນການເຮັດວຽກໃຫ້ທຸກຄົນພໍໃຈຜູກແໜ້ນຄວາມສາມັກຄີຮັກໜ້າທີ່ວຽກງານ; ຮັບຜິດຊອບໃນຜົນງານຮ່ວມກັນ ປະຕິບັດໜ້າທີ່ເພື່ອວຽກງານໃຫ້ມີປະສິດທິພາບມາສູ່ຄວາມສຳເລັດຕາມທີ່ຕັ້ງເປົ້າໝາຍໄວ້.

ດັ່ງນັ້ນ; ການເຮັດວຽກງານອື່ນໆ ຄວນຢືດຫຼັກການປຣັຊຍາຂອງມະນຸດສຳພັນເພື່ອເປັນແນວທາງປະຕິບັດ ເພາະວ່າມັນປຽບເໝືອນເຂັມທິດຊີ້ທາງໃຫ້ຄົນເຮົາເດີນຕາມ  ຈາກຄວາມໝາຍ ແລະ ລັກສະນະຂອງອົງການຈະເຫັນໄດ້ວ່າ 
ອົງການປະກອບດ້ວຍວັດຖຸປະສົງ ຫລື ຄວາມມຸ້ງຫວັງຢູ່ 4 ຢ່າງຄື:
  • ການຮ່ວມມື ຮ່ວມໃຈກັນ.
  • ການສ້າງໃຫ້ບັນລຸວັດຖຸປະສົງຮ່ວມກັນ.
  • ການແບ່ງໜ້າທີ່ການງານໃຫ້ກັນເຮັດ.
  • ຂັ້ນຕອນຂອງອຳນາດບັງຄັບບັນຊ.
11.ມະນຸດສຳພັນຕ້ອງເຮັດດ້ວຍຕົນເອງ
ມະນຸດສຳພັນຄົນອື່ນເຮັດເເທນບໍ່ໄດ້  ເຮົາຕ້ອງລົງມືເຮັດຝືກຫັດຮຽນດ້ວຍຕົນເອງ ແລະ ຕ້ອງເຮັດໃຫ້ໄດ້ຢ່າງດີດ້ວຍ ມະນຸດສຳພັນ ຈະຕ້ອງໃຊ້ເວລາໃນການສຶກສາຝືກຝົນໃຫ້ເກິດຄວາມຮູ້ ແລະ ປະສົບການອັນແນ່ນອນ  ເຊັ່ນດຽວກັບວິທະຍາຍຸດ ແລະ ສີລະປະອື່ນໆ  ຜູ້ສົນໃຈເລີ່ມລົງມືຝືກຫັດຖືກວິທີ ເລີ່ມຕົ້ນໄດ້ໄວ ຝືກໃຫ້ແນ່ນອນ  ຜູ້ນັ້ນຈະໄດ້ປຽບ ໂອກາດຄວາມກ້າວໜ້າໃນຊີວິດຫລາຍຂື້ນ ການສຶກສາ ແລະ ການຜືກອົບຮົມມະນຸດສຳພັນເປັນສິ່ງຄຸ່ມຄອງໃນຊີວິດຢູ່ລອດໃນສັງຄົມຕະຫຼອດໄປ.

ສະນັ້ນ; ຕ້ອງຝືກຝົນຢູ່ສະເໝິ ເຊີ່ງຈະມີຄວາມສະມາດໃຊ້ແຂ່ງຂັນໄດ້  ຖ້າບ່ໍຝືກຝົນຢູ່ສະເໝິ  ຄວາມສະມາດໃນດ້ານນີ້ຈະຫຼຸດນ້ອຍຖ່ອຍລົງ  ຄວາມສະມາດເຂົ້າກັບຄົນໄດ້ເປັນສີ່ງສຳຄັນໃນການດຳລົງຊີວິດປະຈຳວັນ  ຜູ້ທີ່ລົ້ມເຫລວໃນການດຳເນີນຊີວິດການເຂົ້າກັບຄົນບ່ໍໄດ້ເຖິງຈະມີຄວາມຮູ້ ຄວມສາມາດແຕ່ຂາດຄວາມສາມາດເຂົ້າກັບຄົນເຂົ້າກັບສັງຄົມໄດ້ ທຸກສິ່ງ ທຸກຢ່າງທີເຮົາມີຢູ່ຄວາມຮູ້ ຄວາມສະມາດລວມທັງຊີວິດຮ່າງ ກາຍ ຂອງຄົນເຮົາໄຮ້ຄຸນຄ່າສິ້ນຄວາມໝາຍ ແລະ ຄືການລົ້ມແຫຼວຂອງຊີວິດເຮົາຕ້ອງວາງຕົວ ລະພາລະກິດການງານ ຂອງເຮົາ ໃຫ້ເປັນທີ່ນີຍົມຊົມຊອບ ດ້ວຍສຶກສາສີລະປະໂຫຍດໃນວຽກງານ ແລະ ສ່ວນລວມເປັນຄວາມສຳເລັດອັນຫຍິ່ງໃຫຍ່ມາສູ່ຊີວິດ ມະມູດສຳພັນເປັນທັດສະນະຢ່າງໜຶ່ງຂອງຜູ້ເຮັດວຽກກ່ຽວຂ້ອງກັບສັງຄົມມະນຸດ.

ສະນັ້ນ; ຕ້ອງຝືກຝົນ ແລະ ພັດທະນາໃຫ້ເກິດຄວາມສຳນິສຳນານ ຈົນເຖິງໃຊ້ການໃດ້ດີ. ສະຫຼຸບ ໃນວັນໜຶ່ງມະນຸດໃນສັງຄົມມີການຕິດຕໍ່ສືສານ ພົບປະເວົ້າຈາ ຄົບຄ້າສະມາຄົມຮູ້ເລື້ອງລາວຂ່າວສານຕ່າງໆຄວາມເປັນໄປຂອງໜ້າທີ່ວຽກງານສັງຄົມປັດຈຸບັນຈຳນວນພົນລະເມືອງເພີ່ມຂື້ນ ເຕັກໂນໂລຊີຫຼາຍຂື້ນ ການຕິດຕໍ່ສື່ສານທາງໂທລະສັບ ວິທະຍຸ ໂທລະພາບ ໂທລະພີມສືສານຜ່ານດາວທຽມ ໜັງສືພິມ ຂ່າວສານວ່ອງໄວກາຍເປັນສິ່ງຈຳເປັນທຸກຢ່າງ ຮູ້ຂ່າວຄາວຄວາມຮູ້ເປັນມາຂອງໜ່ວຍງານຂ່າວສານ ຈົນຕິດນິໄສທີ່ຈະຕ້ອງມີການສອບຖາມບອກ ເລົ່າສຳສຳພັນກັນຫຼາຍ ເຮັດໃຫ້ສຶກສາຮຳຮຽນ ຮູ້ວີທີການທີ່ຈະສື່ສານສຳພັນຢ່າງມີປະສິດທີພາບ ການສຳພັນຂອງມະ ນຸດເປັນຂອງຄູ່ກັນ ແລະ ເປັນມາກັບມະນູຸດ ແລະ ສັງຄົມມາແຕ່ບູຮານນະການ  ສື່ສຳພັນ ຫຼື ມີມະນຸດສຳພັນທີ່ດີ ຕໍ່ຄຸນສົມບັດ ແລະ ລັກສະນະທີ່ສຳພັນຂອງຄົນຈະເປັນຜູ້ນຳ ການສືສຳພັນໄປຕາມທຳມະຊາດນັ້ນ ອາດມີທັງຜົນໄດ້ ແລະ ຜົນເສຍ  ເຊັ່ນການຂັດແຍ້ງບໍ່ລາບລືນ ຫຼື ມີອາການຕິດຂັດ ແຕ່ສຳລັບຜູ້ທີ່ສຶກສາເຂົ້າໃຈວີທີ່ການສຳພັນຈະໄດ້ປຽບຄືເກິດຜົນບວກຫຼາຍກ່ວາຄົນບໍ່ເຂົ້າໃຈ.

ໃນສັງຄົມມະນຸດບໍ່ວ່າໃນຍຸກໃດສະໃໝໃດເວົ້າເຖິງການດຳລົງຊິວິດແລ້ວ  ລ້ວນແຕ່ຕ້ອງອາໃສຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ການເພີ່ງພາອາໃສ ແລະ ການຊ່ວຍເຫລືອເກື້ອກູນເຊິ່ງກັນ ແລະ ກັນ ດ້ວຍເຫດຜົນທີ່ວ່າມະນຸດເຮົາເປັສັດສັງຄົມບໍ່ສາມາດຢູ່ໄດ້ໂດນດຽວຕາມລຳພັງ ຈິ່ງມີຄວາມຈຳເປັນຕ້ອງອາໃສຢູ່ຮ່ວມກັນຈາກສັງຄົມນ້ອຍໆ ເຊິ່ງມີລັກສະນະເປັນຊົນເຜົ່າ ຈົນເກີດມີການຕິດຕໍ່ສື່ສານແລກປ່ຽນປັດໃຈການດຳລົງຊິວິດກາຍເປັນສັງຄົມພູມີພາກ ແລະ ຂະຫຍາຍຕົວເປັນສັງຄົມປະເທດ ແລະ ສັງຄົມໂລກ.                                                                             
ຄຳຖາມ
1.ຫລັກການ  ເຟຣດເດີຣິກ ວິນສະໂລວ໌ ເທເລີຣ໌  ທີ່ສຳຄັນໃນການເຮັດວຽກ ມີຫຍັງແດ່ ?
2.ຈົ່ງໃຫ້ນິຍາມຄວາມໝາຍຂອງມະນຸດສຳພັນໂດຍລວມ ?
3.ມະນຸດສຳພັນມີຄວາມສຳຄັນແນວໃດ ຕໍ່ກັບການດຳເນີນຊິວິດຂອງມະນຸດ ຕໍ່ລະບົບການເມືອງ ການປົກຄອງ?
4.ມະນຸດສຳພັນກໍ່ໃຫ້ເກີດປະໂຫຍດມີຫຍັງແດ່ ?
5.ຫລັກປັດຊະຍາພື້ນຖານມະນຸດສຳພັນມີຫຍັງແດ່ ?
6.ປັດຊະຍາພື້ນຖານຂອງແນວຄວາມຄິດມີຫຍັງແດ່ ? ແລະ ທັງໝົດນັ້ນໃຫ້ອະທິບາຍໂດຍສັງເຂບ?
 

ใหม่กว่า เก่ากว่า