ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 2 ຄວາມແຕກຕ່າງ, ຄວາມຕ້ອງການ ແລະ ການສື່ສານມະນຸດສຳພັນ


ບົດທີ 2
ຄວາມແຕກຕ່າງ ຄວາມຕ້ອງການ ແລະ ການສື່ສານມະນຸດສຳພັນ
ຈຸດປະສົງຄາດໝາຍ.   
  • ໃນນີ້ຄາດວ່ານັກສຶກສາຈະໄດ້ຮັບຜົນແມ່ນເກີດຄວາມເຂົ້າໃຈໃນລະດັບຂັ້ນຄວາມຕ້ອງການຂອງຕົນເອງ ແລະ ສາມາດເຫັນເຖິງຄວາມແຕກຕ່າງໃນສິ່ງທີ່ຕົນບໍ່ຕ້ອງການສິ່ງເປັນສິ່ງກົງກັນຂ້າມທີ່ໃຫ້ຜົນທັງໃນດ້ານບວກ ແລະ ດ້ານລົບ ແຕກຕ່າງກັນ.
  • ຄາດວ່ານັກສຶກສາຈະເກີດມີທັກສະໃນການຕິດຕໍ່ສື່ສານໃນຮູບແບບທີ່ງ່າຍໆ ແລະ ອັນຊັບຊ້ອນຈະເປັນທາງດ່ຽວ ຫລື ແບບມີສ່ວນຮ່ວມ.
ຄົນເຮົານັ້ນຈະດີຄືກັນໝົດທຸກຄົນແມ່ນເປັນໄປບ່ໍໄດ້ ໃນຂະນະດຽວກັນນັ້ນບ່ໍແມ່ນວ່າຈະເປັນຄົນຊົ່ວໝົດທຸກຄົນ ຍ້ອມມີຄວາມແຕກຕ່າງກັນເຊັ່ນ ດີຫຼາຍທີ່ສຸດ ດີຫຼາຍ ດີປານກາງ ດີພໍໃຊ້ ໃຊ້ບໍ່ໄດ້ ຊົ່ວໜ້ອຍ ຊົ່ວຫຼາຍເຫຼລົ່ານີ້ປົນເປກັນໄປ ໂດຍສະເລ່ຍແລ້ວປານກາງແມ່ນຫຼາຍ  ເຊີ່ງພວກເຮົາຈະໄດ້ພົບ ແລະ ປະເຊີນໜ້າກັບບຸກຄົນເຫຼົ່ານີ້ຢ່າງລີ້ກລ້ຽງບໍ່ໄດ້ ໃນເມື່ອເຮົາ ຮູ້ດັ່ງນັ້ນກໍຈະເຮັດໃຫ້ເຮົາ ສະບາຍໃຈໄດ້  ມີຄວາມອົດທົນໃນຄວາມສຳພັນໄດ້ເວົ້າເຖິງຄວາມແຕກຕ່າງກັນັ້ນ ແມ່ນແຕ່ຝາແຝດເຊີ່ງເກີດຈາກໄຂ່ດຽວກັນ ກໍ່ຍັງມີຄວາມແຕກຕ່າງກັນ.

2.1.ສິ່ງແຕກຕ່າງກັນ
2.1.1.ຄວາມແຕກຕ່າງ
  • ຮູບຮ່າງໜ້າຕາທາທາງ (Appearance)
  • ອາລົມ  (Emotion)
  • ນິໃສ  (Habit) 
  • ທັດສະນະຄະຕິ (Attitude)
  • ພຶດຕິກຳ (Behavior )
  • ຄວາມຖະນັດ (Aptitude)
  • ຄວມສະມາດ (Ability)
  • ສຸຂະພາບ (Health)
  • ລົດນີຍົມ (Taste)
  • ສັງຄົມ (Social)
  • ສາດສະໜາ (Religion)
ສາເຫດທີ່ເຮັດໃຫ້ມະນຸດເຮົາແຕກຕ່າງກັນ ສ່ວນໃຫຍ່ມາຈາກອິດທິພົນຂອງພັນທຸກຳ ​​ແລະ ສິ່ງແວດລ້ອມ ການທີ່ຈະສຶກສາໃຫ້ເຂົ້າໃຈເຖິງຄວາມແຕກຕ່າງຂອງມະນຸດເຮົາ​ ຄວນທຳຄວາມເຂົ້າໃຈອົງປະກອບຂອງມະນຸດ​ ວ່າປະກອບຂື້ນມີຫຍັງແດ່ທີ່ສຳຄັນ ເພື່ອໃຫ້ເຫັນເຖິງຄວາມແຕກຕ່າງໄດ້ຢ່າງຈະແຈ້ງແນວຄວາມຄິດກ່ຽວກັບອົງປະກອບແບ່ງໃຫ້ເຫັນດັ່ງນີ້:
ແນວຄິດປຣັດຊະຍາຕະເວັັນຕົກ  ແບ່ງກາຍມະນຸດອອກເປັນ 3 ສ່ວນຄື:
  • ກາຍ  ຕັ້ງແຕ່ທະວານໜັກ ທະວານເບົາ ຈົນເຖິງລີ້ນປີ່ ປະກອບດ້ວຍອະໄວຍະວະຂັບຖ່າຍ ອະໄວຍະວະສືບພັນແລະ ລະບົບຍ່ອຍອາຫານເຊິ່ງຖືວ່າເປັນສ່ວນທີ່ມີຄວາມເປັນສັດ.
  • ໃຈ  ຕັ້ງແຕ່ລີ້ນປີ່ຈົນເຖິງຄໍ ປະກອບດ້ວຍຫົວໃຈແລະ ນົມເຊິ່ງສະແດງເຖິງຄຸນນະທຳອັນສູງສຸດຄື: ຄວາມກ້າຫານ
  • ຈິດໄດ້ແກ່ ສ່ວນຫົວ  ເຊິ່ງສະແດງຄຸນນະທຳສູງສຸດຄືເຫດຜົນແລະ ຄວາມຄິດ.
ແນວຄິດປຣັດຊະຍາຕະເວັນອອກໂດຍສະເພາະພຸດທະປຣັດຊະຍາແບ່ງມະນຸດອອກເປັນ 5 ສ່ວນ ເອີ້ນວ່າ ຂັນ 5ໄດ້ແກ່:
  • ຄວາມຮູ້ຕົວຕົນ ຫຼື ຄວາມຮູ້ເມື່ອຄິງຮູບ (Body) ຄື ຮ່າງກາຍ ຫຼື ສ່ວນຈັບບາຍໄດ້ເຫັນໄດ້ເອີ້ນວ່າເນື້ອໜັງ.
  • ເວດທະນາ (Feeling or Sensation) ຄື ຄວາມຮູ້ສືກໜາວຮ້ອນທຸກສຸກເອີ້ນວ່າ ອາລົມ
  • ສັນຍາ (Remembering) ຄື ຄວາມຈື່ຈຳ ຫຼື ຄວາມບໍ່ຫຼົງລືມ.
  • ສັງຂານ (Thought or Idea) ຄື ຄວາມຄິດ.
  • ວິນຍານ  (Sensory Consciousnerss) ຄວາມຮູ້ຕົວ.
ຈາກການສຶກສາໃນດ້ານ 2 ຄວາມຄິດທີ່ກ່າວມາໃນເບື້ອງເທິງນັ້ນ​​ໂດຍອາໃສທາງດ້ານວິທະຍາສາດທຳມະຊາດແລະ ຄວາມຮູ້ໃນດ້ານອື່ນໆເຊັ່ນວ່າ  ສັງຄົມສາດ ມະນຸດສາດ ສະຫລູບໄດ້ວ່າ ມະນຸດປະກອບມີ 2 ສ່ວນຄື:
  • ອົງປະກອບທາງຮ່າງກາຍຄື ອະໄວຍະວະຕ່າງໆ ທາງພາຍນອກແລະ ພາຍໃນເຊິ່ງເຮັດໜ້າທີ່ຕ່າງ ເພື່ອເຮັດໃຫ້ຮ່າງກາຍເກີດຄວາມສົມດຸນແລະ ດຳລົງຢູ່ຕາມທຳມະຊາດທີ່ເຮົາເອີ້ນວ່າອາການຄົບ 32 ຢ່າງ
  • ອົງປະກອບທາງຈິດຄື ອາໄວຍະວະສ່ວນທີສ້າງໃຫ້ເກີດການຮັບຮູ້ ຄວາມຄິດ ຄວາມຮູ້ສືແລະ ຜັກດັນໃຫ້ເກີດການກະທຳ.
ພຶດຕິກຳຕ່າງໆແບ່ງອອກເປັນ 2 ສ່ວນຄື:
  • ຄວາມຄິດ ໝາຍເຖິງ ການແປຄວາມໝາຍສິ່ງຕ່າງໆ ວາສິ່ງໃດຜິດ ສິ່ງໃດຖືກເໝາະສົມ ບໍ່ເໝາະສົມ ຄືສະຕິປັນຍາຂອງມະນຸດນັ້ນເອງ.
  • ຈິດໃຈ ຫລື ຄຸນນະທຳ ໝາຍເຖິງການສະແດງອອກຂອງຈິດໃຈໃນເລື່ອງຂອງຄຸນນະທຳ ຄວາມດີ.
  • ຄວາມຊົ່ວບາບບຸນຄຸນໂທດຄວາມເຊື່ອໃນສິ່ງຕ່າງໆເຊັ່ນໃນຫລັກສາດສາໜາສິນລະທຳສັດຈະທຳກົດແຫ່ງກຳເປັນຕົ້ນ.
ເມື່ອເຮົາເຂົ້າໃຈອົງປະກອບຫລັກຂອງມະນຸດແລ້ວ ເຮົາຄວນສຶກສາເຖິງສາເຫດຂອງຄວາມແຕກຕ່າງລະຫວ່າງບຸກຄົນ ເພື່ອໃຫ້ເຂົ້າໃຈໃນທຳມະຊາດຂອງມະນຸດ ແລະ ຄວາມສາມາດໃນການປັບຕົວເຂົ້າຫາກັນຕະຫລອດເຖິງການຍອມຮັບໃນຄວາມແຕກຕ່າງລະຫວ່າງກັນ.

2.1.2.ສາເຫດຄວາມແຕກຕ່າງ
  • ກຳມະພັນ        
  • ສິ່ງແວດລ້ອມ
  • ການກະທຳ        
  • ໄວອາຍຸ
  • ຄວາມແຂງແຮງ       
  • ການອົບຮົມສັ່ງສອນ
  • ການສຶກສາ 
  • ຖານະທາງເສດຖະກິດ
  • ຖິ່ນກຳເນິດ
  • ເຊື້ອຊາດ
  • ສາດສະໜາ          
  • ພາສາ
  • ກົດໝາຍ   
  • ອິດທິພົນຂອງກຸ່ມ   
ເມື່ອເຮົາໄດ້ຮູ້ວ່າ  ມະນຸດເຮົານັ້ນຕ່າງກັນ  ໃນແງ່ຂອງມະນຸດສຳພັນ ເຮົາຈະບໍ່ປ່ອຍໃຫ້ຄວາມແຕກຕ່າງເລົ່ານີ້ເປັນເຄື່ອງຂິດຂວ່າງໃນການສຳພັນຂອງເຮົາໃຫ້ເກີດມີອະຄະຕິ ມີຄວາມຂັດແຍ້ງ  ແຕ່ຕ້ອງພະຍາຍາມເຂົ້າໃຈກັນ ໃຫ້ອາໄພກັນ ປັບຕົວເຮົາໃຫ້ເຂົ້າກັັນ ຕ້ອງຕາມໃຈເຂົາບາງກໍລະນີບາງສະຖານະການເພື່ອໃຫ້ເກີດຄວາມສຳພັນກັນໄປໃນທາງທີ່ດີຂື່ນ.                                                                       
2.1.3.ຄວາມຕ້ອງການຂອງມະນຸດ
ຄວາມຕ້ອງການ (Needs) ໝາຍເຖິງຄວາມປາດຖະໜາ (Wish) ຄວາມຢາກໄດ້ (Want) ເຊີ່ງເກີດຂື້ນເມື່ອອິດທິພົນຂາດຄວາມສົມດູນ ເຊີ່ງເປັນການເກີດແຮງຜັກດັນໃຫ້ຄົນເຮົາກະທຳໃນສິ່ງໃດສິ່ງໜຶ່ງ ເພື່ອກັບສູ່ຄວາມສົມດູນ ຫລື ສະພາວະປົກກະຕິ  ມະນຸດເຮົາທຸກຄົນເກີດມາ ແລະ ດຳລົງຊີວິດຈົນເຖີງອາວະສານຊີວິດຂອງຕົນນັ້ນ ບັນຫາຂອງມະນຸດທີ່ຈະຕ້ອງໄດ້ແກ້ໄຂໃຫ້ລ່ວງໄປນັ້ນ ກໍ່ຄືການຢູ່ລອດ ແລະ ເມື່ອຢູ່ລອດແລ້ວກໍ່ຈະມີເປົ້າໝາຍ ພະຍາຍາມໃຫ້ມີຄວາມເປັນຢູ່ດີຂື້ນ ໃນການແກ້ໄຂ່ປັນຫາເບື້ອງຕົ້ນທີ່ດີທີ່່ສູດນັ້ນມະນຸດຍ່ອມຫາທາງຕອບສະໜອງຄວາມຕ້ອງການທາງຮ່າງກາຍຂອງຕົນເອງໃຫ້ຄົບຖ້ວນທຸກປະການ ເມື່ອຢາກກໍ່ຕ້ອງຈັດຫາອາຫານ ແລະ ນ້ຳມາຮັບປະທານ ແລະ ດື່ມ ຕ້ອງການມີອາກາດຫາຍໃຈ ເມື່ອມີໄພທຳມະຊາດກໍ່ຕ້ອງປ້ອງກັນ ແລະ ເອົາຊະນະໂລດ ການຈັດຫາເຄື່ອງນຸ່ງຮົ່ມທີ່ຢູ່ອາໃສມາເປັນບ່ອນກຳບັງ ແລະ ເມື່ອຮ່າງກາຍເຈັບປວດກໍ່ຕ້ອງຫາຢາມາຮັກສາໃຫ້ຫາຍ ເປັນປົກກະຕິ  ເມື່ອແກ້ໄຂບັນຫາເບື່ອງຕົ້ນໄດ້ແລົ້ວ  ກໍ່ຍ່ອມຕ້ອງການມີຄວາມເປັນທີ່ດີໃຫ້ດີຂື້ນເລື້ອຍໆ ແລະ ກໍ່ບໍ່ມີທີ່ສີ້ນສຸດ.

ດັ່ງນັ້ນ;  ຄວາມຕ້ອງການທີ່ຈະເອົາມາກ່າວໃນທີ່ນີ້  ແມ່ນຄວາມຕ້ອງການທີເປັນພື້ນຖານຂອງມະນຸດເຊີ່ງແຍກອອກໄດ້ 2 ປະເພດຄື  ຄວາມຕ້ອງການ ທາງດ້ານຮ່າງກາຍ ແລະ ທາງດ້ານຈິດໃຈ

1.
ຄວາມຕ້ອງການທາງດ້ານຮ່າງກາຍ
  • ອາຫານ ( ບັນເທົາຄວມຢາກ )
  • ເຄື່ອງນຸ່ງຮົ່ມ (ອົບອຸ່ນຮ່າງກາຍ )
  • ທີ່ຢຸ່ອາໃສ ( ບ່ອນພັກພາ ເປັນບ່ອນກັ້ງບັງ )
  • ຢາປົວພະຍາດ ( ເພື່ອປ້ອງກັນໂຣກພະຍາດ )
2.ຄວາມຕ້ອງການດ້ານຈິດໃຈ   ຄວາມຕ້ອງການດ້ານສັງຄົມ )
ຄຽງຄູ້ກັບຄວາມຕ້ອງການທາງດ້ານຮ່າງກາຍ ເນື່ອງຈາກມະມະນຸດທຸກຄົນເປັນສັດສັງຄົມທີ່ມີຈິດໃຈ ແລະມີຄວາມນຶກຄິດ ຄວາມພໍໃຈທາງດ້ານຈິດ ກໍໍ່ຍ່ອມຈະມີຄວາມສຸກອີກຢ່າງໜຶ່ງເຊີ່ງ  ການມີໂອກາດພັກຜ່ອນເບີກບານຄົບຄ້າສະມາຄົມລະຫວ່າງກັນ ແລະ ກັນມີຍາດພີ່ນ້ອງ ຄົນຮູ້ຈັກໃນສັງຄົມຫຼາຍເທົ່າໃດຍິ່ງເປັນການດີ  ທັງໜົດເລົ່ານີ້ລ້ວນແຕ່ແມ່ນຄວາມຕ້ອງການທາງດ້ານຈິດໃຈ ແລະ ຕ່ໍໄປນີ້ຈະເວົ້າແຕ່ຄວາມຕ້ອງການທາງດ້ານຈິດໃຈ ແລະ ຈະກ່າວເຖິງບາງຊະນິດຂອງຄວາມຕ້ອງການທາງດ້ານຈິດໃຈ.

ຄວາມຕ້ອງການດ້ານຄວາມຮັກ:
ມະນຸດເຮົາທູກຄົນໃຜໆ ກໍ່ມີຈິດໃຈມັກ ມີຄວາມຕ້ອງການໄມ້ຕີຈິດຄວາມຮັກ ຄວາມອົບອຸ່ນບໍ່ວ່າເພດກົງກັນຂ້າມ ຫຼື ຄວາມຮັກຈາກຄົນທີ່່ມີໄວຕ່າງກັນເຊັ່ນ ເພດກົງກັນຂ້າມຍ່ອມຢາກໃຫ້ຝ່າຍກົງກັນຂ້າມຍ້ອງຍໍການກະທຳຂອງຕົນ ເຊີ່ງສັງເກດເຫັນໄດ້ຈາກການພິຖີພິຖັນໃນການແຕ່ງກາຍຂອງມະນຸດ ການເລືອກຊື້ຂອງຂວັນໃຫ້ບຸກຄົນທີ່ຕົນເຫັນວ່າຢ່າກຄົບນຳ ຫຼື ການສະແດງຄວາມຮັກຂອງພໍ່ແມ່ເປັນຕົ້ນ.

ຄວາມເປັນໜຶ່ງໃນກຸ່ມ:
ທຳມະຊາດຂອງຄົນກໍ່ເຊັ່ນດຽວກັນກັບທີ່ວ່າ ທຸກຄົນຕ້ອງການຄວາມອົບອຸ່ນຈາກກຸ່ມ ສິ່ງທີ່ຄົນເຮົາຢ້ານ ແລະ ບໍ່ເພິ່ງປາດຖະໜາທີ່ສຸດຄື ຄວາມໂດດດ່ຽວປ່ຽວພອຍຕ້ອງການຄົບມິດສະຫາຍ ມີພັກພວກຫຼາຍເປັນສິ່ງຈຳເປັນ ແລະ ສຳຄັນຕໍ່ທຸກຄົນ ທີ່ຍາກໃຫ້ຕົນເປັນທີຍອມຮັບຂອງກຸ່ມຫຼາຍທີ່ສຸດເຊັ່ນ ຄົນເຮົາຈະມັກເລືອກສິນຄ້າໃຊ້ເໝືອນໆ ກັບກຸ່ມ ບາງຄັ້ງກໍ່ສະແດງຈຸດເດັ່ນບາງຢາງໃຫ້ເປັນທີ່ສົນໃຈ ຫຼື ພໍໃຈແກ້ຄົນອື່ນໆ ອິດທິພົນຄວາມຕ້ອງການທາງດ້ານຈິດໃຈທີ່ຈະໃຫ້ເປັນທີ່ຍອມຮັບເລົ່ານີ້ກໍ່ຄືຄວາມຕ້ອງການທາງດ້ານສັງຄົມ ຫຼື ຄວາມເປັນໜຶ່ງໃນສອງຂອງກຸ່ມ.

2.2.ການດືງດູດ ແລະ ການສື່ສານ
ໃນການສ້າງ ສິ່ງທີ່ກໍ່ໃຫ້ເກິດຄວາມສຳພັນດືງດູດ ຈິດໃຈ ໃຫ້ເລີມສົນໃຈ ແລະ ຮຽກຮ້ອງຄວາມສົນໃຈເຮັດໃຫ້ມີຄວາມພໍໃຈ ແລະ ຄວາມສຳພັນກັນໃນຕົວມະນຸດເຮົາ ມີຫລາຍພາກສ່ວນທີ່ນຳໃຊ້ໄດ້ອາດເເບ່ງເປັນສ່ວນໃຫຍ່ໆ ດັ່ງນີ້ຄື:

2.2.1.ການດືງດູດ   
ຮູບຮ່າງ ໜ້າຕາ ແລະ ຜິວພັນ ເຄື່ອງແຕ່ງກາຍ ອາພອນ ເຄື່ອງປະດັບທ່າທາງກິລິຍາມາລະຍາດ ຄວາມປະພຶດຄວາມສຸພາບ( ບຸກຄະລິຄະພາບພາຍນອກ );ຈິດໃຈ ຄວາມຮູ້ສືກນຶກຄິດ ຄວາມສຸຂຸມ ( ບຸກຄະລິກພາຍໃນ ) ໜ້າທີການງານ ຖານະກຽດຕິຍົດ ແລະ ຊື່ສຽງໃນທາງດ້ານສັງຄົມ.

ຮູບຮ່າງໜ້າຕາ ຮ່າງກາຍຜິວພັນ ເປັນສິ່ງທີ່ສ້າງຄວາມສຳພັນໄດ້ອີ່ກທາງໜຶ່ງ ຜູ້ທີມີຮູບຮ່າງໜ້າຕາດີຍ່ອມໄດ້ປຽບໝູ່ໃນການດືງດູດມະນຸດສຳພັນໃຫ້ກັບຕົນເອງ ບາງຄົນມັກໃບໜ້າທີ່ອ່ອນຫວານ ບາງຄົນມັກຮອຍຍິ້ມບາງຄົນມັກຢູ່ທີ່ຜິວດຳ ບາງຄົນມັກຜິວຂາວ ບາງຄົນມັກຄົນຜົມຍາວ ມັກຄວາມສະອາດຂອງຮ່າງກາຍຫວີຜົມຮຽບຮ້ອຍບໍ່ມີກິ່ນ ຫຼື ມີກິ່ນທີບໍ່ມັກ ແລ້ວພາໃຫ້ລັງກຽດເປັນຕົ້ນ ຮ່າງກາຍຂອງມະນຸດຕົບແຕ່ງ ແລະ ຂັດສີໄດ້ ເຄື່ອງແຕ່ງກາຍ ອາພອນ ສາມາດປ່ຽນແປງບຸກຂະລິກຂອງຄົນໄດ້ເຄື່ອງນຸງຫົ່ມ ເຄື່ອງປະດັບ ຈຶ່ງມີການອອກແບບຕັດຍິບຕາມສະໄໝນີຍົມເຊັ່ນ ເຄື່ອງນຸ່ງຫົ່ມເປັນອາພອນທີ່ສ່ວນຕົບແຕ່ງ ໃຫ້ມະນຸດເບິ່ງສວຍງາມເປັນທີ່ປະທັບໃຈ ໃຫ້ແກ່ຜູ້ພົບເຫັນ ເສີມສ້າງບຸກຄະລີກໄດ້ມີການເລືອກສີເລືອກແບບໄດ້ ເພື່ອໃຫ້ເໜາະກັບຕົນເອງ ຈະເຫັນໄດ້ຈາກເຄື່ອງນຸ່ງຫົ່ມຂອງສຸພາບສະຕີ ແຕ່ວ່າບາງຄົນຫາກແຕ່ງຕົວຫຼາຍເກີນໄປອັນບໍ່ຖືກຕ້ອງກັບວັດທະນະທຳ ແລະ ຮິດຄອງປະເພນີ້ຂອງຕົນເອງກໍ່ພາໃຫ້ມີຜົນທາງລົບໄດ້ຄື ວັດທະນະທຳຮິດຄອງປະເພນີຂອງລາວເຮົາສຸພາບສະຕຣີກໍ່ຕ້ອງນຸ່ງສິ້ນ ແລະ ໃສ່ເສື້ອຜ້າທີ່ສຸພາບລະຮຽບຮອຍ  ຄວາມສຳຄັນອີ່ກຢ່າງໜຶ່ງຂອງການແຕ່ງກາຍແມ່ນຕ້ອງໃຫ້ສະອາດປັດສະຈາກກິ່ນ.

ສະນັ້ນ ເສື້ອຜ້າຈຶ່ງເປັນສ່ວນປະກອບຢ່າງໜຶ່ງຂອງຜູ້ແຕ່ງກາຍ ຖ້າການແຕ່ງກາຍບໍ່ດີຈຶ່ງຖືກຕຳນິວ່າຂາດຄຸນສົມບັດທາງດ້ານມະນຸດສຳພັນກິລິຍາທ່າທາງມາລະຍາດການປະພຶດ ນັບເປັນສິ່ງສຳຄັນໃນບັນດາສິ່ງທີ່ສ້າງຄວາມສຳພັນ  ຖ້າຮູບຮ່າງໜ້າຕາດີ ແຕ່ງກາຍດີ ແຕ່ມີທ່າທາງກິລິຍາມາລະຍາດການເວົ້າຈາບໍ່ສຸພາບ ຮູບຮ່າງເສື້ອຜ້າອາ ພອນກໍ່ຈະໝົດຄຸນຄ່າໄປທັນທີ   ກົງກັນຂ້າມເຖິງແມ່ນວ່າໜ້າຕາບໍ່ດີແຕ່ງກາຍພໍໃຊ້ໄດ້ ແຕ່ຫາກມີຄວາມປະພຶດດີການເວົ້າຈາພາບ ຮູບຈັກເຄົາລົບນັບຖື ຮູ້ຕ່ຳຮູ້ສູງກໍ່ຈະຊ່ວຍເຊີດຊູສ້າງຄວາມສຳພັນໄດ້ດີຂື້ນເໝືອນກັນ  ຄຸນນະທຳຈິດຄວາມຮູ້ສືກນຶກຄິດ ຄວາມສະຫຼຽວສະຫຼາດຈັດເປັນບຸກຄະລີກພາຍໃນທີ່ສາມາດສ້າງຕວາມສຳພັນໄດ້ຍາວນານ ແລະ ຖາວອນ ຄວາມສຳພັນຕ່າງໆ ທີ່ກ່າວມາໃນເບື້ອງຕົ້ນ ເພາະຄຸນນະທຳສ້າງຄວາມສຳພັນດ້ານເລື້ອມໃສສັດທາເຄົາລົບນັບຖື ແມ່ນວ່າເປັນຄວາມສຳພັນທີ່ເລີກເຊີ່ງ ກວ່າຮູບຮ່າງໜ້າຕາເຄື່ອງແຕ່ງກາຍ ແລະ ທ່າທາງທີ່ມີລັກສະນະພິວເພີນ.

ດັ່ງນັ້ນ; ຈຶ່ງມີຜູ້ເວົ້າວ່າຄວາມງົດງາມພາຍນອກກາຍ ກຽດຕິຍົດ ຊື່ສຽງວົງຕະກຸນ  ຖານະກໍ່ຖືວ່າເປັນຄ່ານິຍົມທີ່ດືງດູດ ເຮັດໃຫ້ຄົນເກິດຄວາມສຳພັນກັນໄດ້ ເພາະຄົນທົ່ວໄປໃຫ້ຄວາມຍົກຍ້ອງເລື່ອມໃສແກ່ວົງຕະກູນທີ່ມີຊື່່ສຽງ.

2.2.2.ການສື່ສານ
ການຕິດຕໍ່ສື່ສານ ເປັນການແລກປ່ຽນຂໍ້ມູນຂ່າວສານ ຈາກບຸກຄົນໜຶ່ງໄປຍັງອິກບຸກຄົນໜຶ່ງ ຈາກລູກນ້ອງ ຈົນເຖິງຜູ້ບັງຄັບບັນຊາຈາກອົງກອນໜຶ່ງໄປຍັງອິກອົງກອນໜຶ່ງ ເພື່ອໃຫ້ເກີດການເຊື່ອມໂຍງປະສານງານກັນ ລວມທັງການແກ້ໄຂບັນຫາ ດັ່ງນັ້ນ;ການຕິດຕໍ່ສື່ສານແມ່ນມີປະໂຫຍດກັບທຸກຝ່າຍ ຖ້າຫາກວ່າຂະບວນການສື່ສານນັ້ນຂາດປະສິດທິພາບ ກໍ່ອາດເຮັດໃຫ້ເກີດບັນຫາ ແລະ ອຸບປະສັກຕ່າງໆ ນາໆ.

1.ບົດບາດສຳຄັນໃນການສື່ສານ.

  • ສະແດງໃຫ້ເຫັນເຖິງຄວາມສຳພັນລະຫວ່າງບຸກຄົນ ແລະ ການຕິດຕໍ່ລະຫວ່າງຄົນ.
  • ສະແດງໃຫ້ເຫັນເຖິງການແລກປ່ຽນຂ່າວສານຂໍ້ມູນ ເປັນການສື່ສານຄວາມໝາຍເຊິ່ງກັນ ແລະ ກັນໃນ ໜ່ວຍງານຕ່າງໆ ພາຍໃນອົງກອນ.
  • ສະແດງໃຫ້ເຫັນເຖິງການຕັດສິນໃຈການບໍລິຫານສັ່ງການໃນເລື່ອງຕ່າງໆ ຈາກຝ່າຍບໍລິຫານ ແລະໄປຍັງຝ່າຍປະຕິບັດງານ.
2.ອົງປະກອບຂອງການສື່ສານ. 
  • ຜູ້ສົງ (Sender)
  • ຜູູ້ຮັບ (Receiver)
  • ຂ່າວສານຂໍ້ມູນ (Message)
  • ສື່ ຫລື ຊ່ອງທາງ (Channel)
3.ສື່ທີ່ໃຊ້ໃນການສື່ສານ
  • ພາສາເວົ້າ ຫລື ວາຈາ ເປັນສື່ທີ່ໃຊ້ງ່າຍ ແລະ ປະຢັດ.
  • ພາສາຂຽນ ສາມາດສື່ໄດ້ດີ ແລະ ເປັນຫລັກຖານໄດ້ ແຕ່ຕ້ອງໃຊ້ເວລາ ແລະ ຖ້ອຍຄຳທີ່ເໝາະສົມ.
  • ພາສາກາຍ ( ການສະແດງທ່າທາງ ) ໄດ້ແກ່ການສະແດງສີໜ້າ ແວວຕາ ກິລິຍາທ່າທາງຕ່າງໆ ເຊັ່ນ: ການຍິ້ມ ການຈັບມື ຕີຄິວ ສັນຍາລັກທາງມື ເປັນຕົ້ນ.
  • ຮູບພາບ ແມ່ນອິກຊ່ອງທາງໜຶ່ງທີ່ເຮັດໃຫ້ເກີດຄວາມເຂົ້າໃຈໄດ້ກວ້າງຂວາງ ແລະ ວ່ອງໄວ.
  • ສັນຍາລັກ ມີປະໂຫຍດໃນດ້ານຂອງການປະຢັດຄຳເວົ້າ ແລະ ສາມາດເຂົ້າໃຈໄດ້ທົ່ວໄປ. ເຊິ່ງອາດຈະກຳໜົດໄວ້ສຳຫລັບຜູ້ທີ່ກ່ຽວຂ້ອງເທົ່ານັ້ນ(ກາສັນຍາລັກຊາວໜຸມ ກຳມະບານ ພັກ ແລະສະຖາບັນອື່ນໆ)
  • ສື່ສານມວນຊົນຕ່າງໆ ເຊັ່ນ ວິທະຍຸ ໂທລະພາບ ໂທລະສັບ ໂທລະສານ ສິງພິມຕ່າງໆ ປະຈຸບັນນີ້.ສື່ທີ່ ນິຍົມໃຊ້ກັນຫລາຍທີ່ສຸດ ໂດຍສະເພາະໂທລະສັບ ຫລືວິທະຍຸມືຖື ເພາະຕິດຕໍ່ໄດ້ສະດວກ ປະຢັດເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງໄດ້ງາຍ.
ສະຫລຸບວ່າ ຈາກທີ່ໄດ້ກ່າວມາທັງໝົດທັງລວມນີ້ແລ້ວ ມະນຸດເຮົາແມ່ນສື່ສານກັນໂດຍໃຊ້ລະບົບປະສາດທັງ 5 ນັ້ນເອງ ຄື:
  • ຜ່ານດ້ວຍລະບົບການເຫັນ ການເບິ່ງ.
  • ຜ່ານດ້ວຍລະບົບການໄດ້ຍິນ ໄດ້ຟັງ.
  • ຜ່ານດ້ວຍລະບົບການດົມກິ່ນ.
  • ຜ່ານດ້ວຍລະບົບການຊິມຣົດຊາດ.
  • ຜ່ານດ້ວຍລະບົບການສຳພັດ.
ເມື່ອລະບົບປະສາດທັງ 5 ສຳພັດກັບສິ່ງທີ່ມາກະທົບໃສຈະເກີດມີຄວາມຮູ້ສືກນຶກຄິດ ທັດສະນະຄະຕິຕ່າງໆ ຕໍ່ສິ່ງນັ້ນໆ ທີ່ເປັນໃປທາງບວກ ຫລື ທາງລົບ ແລະ ບໍ່ມີຫຍັງ ເມື່ອເຮົາຕ້ອງການໃຊ້ໃຫ້ເກີດຜົນຢ່າງໃດໜຶ່ງ ກໍ່ນຳໃຊ້ລະບົບປະສາດນັ້ນສຳພັດຕາມຄວາມຕ້ອງການ

4.ບັນຫາ ຫຼື ອຸບປະສັການສື່ສານ
  • ການຕີຄວາມຂໍ້ມູນຫລາຍຢ່າງ  ອາດເກີດຈາກຄວາມເຂົ້າໃຈຫລາຍແງ່ມຸມ ເຮັດໃຫ້ຂໍ້ມູນຜິດພ້ຽນໄປຈາກຄວາມເປັນຈິງ ( ຕ້ອງສື່ໂດຍກົງກັບເປົ້າໝາຍ ).
  • ການເລືອກຮັບຮູ້ຂ່າວສານ ຄືການຕີຂໍ້ມູນຂ່າວສານທີ່ໄດ້ຮັບ ແບບມີອະຄະຕິຕາມແບບຂອງຕົນເອງຫລື ປະບົບການຂອງຕົນເອງທີ່ມີ ແລະ ຕາມທັດສະນະຄະຕິຂອງຕົນເອງ.
  • ອາລົມຄວາມຮູ້ສືກ  ອາລົມຂອງຜູ້ໄດ້ຮັບຂໍ້ມູນຂ່າວສານໃນເວລາທີ່ໄດ້ຮັບນັ້ັນ ແມ່ນມີຜົນຕໍ່ການຕີຄວາມໄປອິກໃນທາງໜຶ່ງ ເຊັ່ນໃນຂະນະຜູ້ຮັບມີອາຮົມດີໃຈ ຫລື ເສຍໃຈ ຈະມີຄວາມຮູ້ສືກແຕກຕ່າງກັນ.
  • ການໄດ້ຮັບຂໍ້ມູນຂ່າວສານຫລາຍເກີນໄປ  ບໍ່ສາມາດຮັບໄດ້ໝົດເຮັດໃຫ້ຮັບຮູ້ສະເພາະໃນບາງຂໍ້ມູນທີ່ມີຄວາມສຳຄັນ ບາງເທື່ອອາດຖືກ ຫລື ພ້ຽນໄປ.
  • ການຕໍ່ຕ້ານ ເມື່ອຜູ້ຮັບຂ່າວສານນັ້ນໄດ້ຮັບຂ່າວສານແລ້ວເກີດຄວາມຮູ້ສືກຈະກະທົບຕໍ່ຕົນໃນທາງລົບ ຈະເກີດປະຕິກິລິຍາຕໍ່ຕານ ບໍ່ພະຍາຍາມສ້າງຄວາມເຂົ້າໃຈ ຫລື ຮັບຂ່າວສານນັ້ນໆ.
  • ດ້ານພາສາ ເຖິງແມ່ນຜູ້ຮັບຂ່າວສານຈະເປັນຊາດດຽວກັນ ແຕ່ຖ້າມີຄວາມແຕກຕ່າງທາງດ້ານອາຍຸການສຶກສາ ວັດທະນະທຳ ຄວາມເຊື່ອ ຄວາມຄິດເປັນຕົ້ນ.
5.ຫຼັກສໍາຄັນໃນການສື່ສານ  
ເຫດທີ່ວ່າໃນການຕິດຕໍ່ສື່ສານນັ້ນມີບັນຫາ ແລະ ອຸປະສັກຫລາຍຢ່າງ ຈິ່ງຄວນຢືດເອົາໃນຫລັກການຕິດຕໍ່ສື່ສານທີ່ສຳຄັນດັ່ງນີ້:
  • ຜູ້ສົ່ງຂ່າວສານຕ້ອງເຂົ້າໃຈຕົນເອງ ກອນສົ່ງຂ່າວອອກ.
  • ພິຈາລະນາສື່ສານທີ່ຈະສື່ອອກໄປ ວ່າຈະສື່ທາງໃດທ່ີຈະໄດ້ຮັບຜົນຫລາຍ.
  • ສືກສາບຸກຄົນທີ່ເຮົາຈະສື່ນຳວ່າເປັນແນວໃດ.
  • ຈະສື່ສານໃນທາງດຽວ ຫລື ສອງທາງ.
  • ຮູ້ຈັກກົນລະຍຸດວິທີໃນການສື່ສານອື່ນໆ ເຊັ່ນ ການໃຊ້ຄຳເວົ້າ ສີໜ້າທ່າທາງ  ຫລື ນ້ຳສຽງປະກອບ.
  • ເລືອກນຳໃຊ້ສື່ທີ່ເໝາະສົມ ເຂົ້າກັບສະຖານະການ ແລະ ບຸກຄົນ.
  • ນຳໃຊ້ການສື່ສານທີ່ມີລັກສະນະຈຸງໃຈເຊັ່ນ ການນຳໃຊ້ນ້ຳສຽງທີ່ນິມນວນ ການເວົ້າໃນສິ່ງທີ່ເປັນປະໂຫຍດ.
  • ສື່ສານໂດຍກົງກັບຜູ້ຮັບ.
  • ນ້ຳໃຊ້ພາສາໃຫ້ຖືກຕ້ອງ ສຸພາບ ຈະແຈ້ງ ເໝາະສົມກັບກາລະເທສະ ແລະ ບຸກຄົນ.
6.ປະໂຫຍດໃນການສື່ສານ
ມະນຸດສຳພັນຕ້ອງມີການສື່ອອກໄປ ບໍ່ຄວນຈະຢູ່ເສີຍເມີຍ ບໍ່ວ່າຈະເວົ້າລົມກັນແມ່ນຕ້ອງໄດ້ອາໃສວິທີການ ແລະ ເຄື່ອງມືເປັນເຄື່ອງຊ່ວຍທີ່ຈະເຊືອມຍົງມອອກໄປ  ສື່ໃນດ້ານມະນຸດສຳພັນແມ່ນມີປະໂຫຍດມີດັ່ງນີ້:
  • ສ້າງສັນຄວາມສຳພັນໃຫ້ຄົນອື່ນຮູ້ຈັກກ່ຽວກັບຕົວເຮົາເຂົ້າໃຈເຮົາ ສຳພັນກັບເຮົາ ຮູ້ຈັກເຮົາດີຂືື້ນ.
  • ເຊີນຊວນໃຫ້ເກີດຄວາມຈົນໃຈປາດຖະໜາທີ່ຈະມີຄວາມສຳພັນກັບເຮົາ ແລະ ຈື່ຈຳບໍ່ລືມເຮົາ.
  • ເປັນການສຶກສາປະຕິກິລິຍາ ການຕອບສະໝອງຂອງຜູ້ທີ່ເຮົາສື່ສານນຳນັ້ນ ວ່າຈະມີຄວາມສຳພັນກັນໄປໃນທິດທາງໃດເປັນຕົ້ນ ດ້ານບວກ ຫລື ດ້ານລົບ ແລະ ເສີຍເມີຍ. 
ເພື່ອປະໂຫຍດໃນທາງໃດທາງໜຶ່ງ ຈະຕ້ອງມີການປັບປຸງແກ້ໄຂ ແລະ ດຳເນີນພືດຕິກຳ ຫຼື ບາງຄັ້ງຕ້ອງເຮັດໃຫ້ເກີດການກະທຳ ກິດຈະການຕ່າງໆ ທີ່ເຮົາປາດຖາໜາ.

ຄຳຖາມ
1.ຈາກສອງແນວຄວາມຄິດທາງດ້ານຕາເວັນຕົກ ແລະ ຕາເວັນອອກໃນການເບິ່ງເຫັນສາເຫດຄວາມແຕກຕ່າງຂອງມະນຸດສະຫລູບແລ້ວມີຫຍັງແດ່ ? ໃຫ້ອະທິບາຍໂດຍສັງເຂບ ?
2.ຄວາມຕ້ອງການຂອງມະນຸດພື້ນຖານແລ້ວມີຈັກຢ່າງ ?
3.ອົງປະກອບຫລັກໃນການຕິດຕໍ່ສື່ສານມີຫຍັງແດ່ ? ໃຫ້ຂະຫຍາຍຄວາມໂດຍສັງເຂບ ?
3.ລ້ວມຄວາມແລ້ວມະນຸດເຮົາທີ່ສື່ສານກັນແມ່ນຜ່ານດ້ານໃດແດ່ ?
4.ອຸປະສັກໃນການສື່ສານເກີດມີຫຍັງແດ່ ?
5.ແນວທາງຫລັກການໃນການຕິດຕໍ່ສື່ສານທີ່ດີມີຫຍັງແດ່ ? ໃຫ້ອະທິບາຍ ?
6.ປະໂຫຍດຂອງການສື່ສານມີຫຍັງແດ່ ?
 
 
 
 
ใหม่กว่า เก่ากว่า