ຂະໝານຕອບ ວິຊາ ຕະຫຼາດການເງິນ


ວິຊາ ຕະຫຼາດການເງິນ

1.ໃນລະບົບເສດຖະກິດມີຕະຫລາດຈັກປະເພດ ຄືປະເພດໃດແດ່ ?

ຕະຫຼາດໃນລະບົບເສດຖະກິດມີ 3 ປະເພດຄື: 

  • ຕະຫຼາດປັດໄຈການຜະລິດ
  • ຕະຫຼາດຜະລິດຕະພັນ
  • ຕະຫຼາດການເງິນ

2.ຊັບສິນທາງການເງິນມີ ຈັກປະເພດ ຄືປະເພດໃດແດ່ ?

ຊັບສິນທາງການເງິນມີ 7 ປະເພດຄື:

  • ພັນທະບັດຄັງເງິນ
  • ພັນທະບັດບໍລິສັດ
  • ພັນທະບັດລັດຖະບານ
  • ຮຸ້ນສາມັນ
  • ຮຸ້ນບູລິມະສິດ
  • ເງິນຝາກປະຫຍັດ
  • ສັນຍາທາງເລືອກ

3.ໜ້າທີ່ຂອງຊັບສິນທາງການເງິນມີຈັກໜ້າທິ່ ຄື ໜ້າທີ່ຫຍັງແດ່?

ໜ້າທີ່ຂອງຊັບສິນທາງການເງິນມີ 2 ໜ້າທີ່ພື້ນຖານຄື:

1.ເຄື່ຶອນຍ້າຍເງິນທຶນສວ່ນເກີນ, ໜ້າທີ່ດັ່ງກ່າວນີ້ ຊັບສິນທາງການເງິນປະກອບສວ່ນຊວ່ຍເຄື່ອນຍ້າຍເງິນທຶນສວ່ນເກີນຈາກນັກລົງທຶນໄປຫາຜູ້ຈຳໜ່າຍໄດ້ນຳໃຊ້ທຶນ

2.ກະຈາຍຄວາມສ່ຽງໃນການລົງທຶນໃຫ້ແກ່ນັກລົງທຶນໃສ່ຊັບສິນທາງການເງິນ

4.ຄຸນລັກສະນະຂອງຊັບສິນທາງການເງິນ ມີຈັກຄຸນລັກສະນະ ຄືຄຸນລັກສະນະຫຍັງແດ່?

ຄຸນລັກສະນະຂອງຊັບສິນທາງການເງິນ ມີ 10 ຄຸນລັກສະນະຄື:

  • ລັກສະນະເປັນເງິນ
  • ລັກສະນະແບ່ງແຍກມູນຄ່າ
  • ລັກສະນະປ່ຽນເປັນເງິນໄດ້
  • ລັກສະນະມີກຳນົດເວລາ
  • ລັກສະນະຊຳລະສະສາງ
  • ລັກສະນະເປັນເງິນຕາຕ່າງປະເທດ
  • ລັກສະນະເກີດກຳໄລ
  • ລັກສະນະສັບຊອ້ນ
  • ລັກສະນະຮັບພາລະອາກອນ

5.ໃນລະບົບການເງິນມີຈັກລະບົບ ຄືລະບົບຫຍັງແດ່?

ລະບົບການເງິນມີ 3 ລະບົບຄື:

  • ຕະຫຼາດການເງິນ
  • ສະຖາບັນການເງິນ
  • ເຄື່ອງມືການເງິນ

6.ຕະຫຼາດການເງິນແມ່ນຫຍັງ?

ໝາຍເຖິງສະຖານທີ່ໝູນທຶນຈາກຜູ້ທີ່ມີທຶນສວ່ນເກີນໄປຍັງຜູ້ທີ່ຕອ້ງການທຶນ ຫຼື ໝາຍເຖິງສະຖານທີ່ເອື້ອອຳນວຍຄວາມສະດວກໃນການໂອນ ຫຼື ປ່ຽນມືຊັບສິນທາງການເງິນຈາກບຸກຄົນໜຶ່ງໄປສູ່ອີກບຸກຄົນໜຶ່ງ

7.ຕະຫຼາດການເງິນມີຈັກໜ້າທີ່ ຄືໜ້າທີ່ຫຍັງແດ່?

ໜ້າທີ່ຂອງຕະຫຼາດການເງິນມີ 3 ໜ້າທີ່ຄື:

  • ເປັນສື່ການງທາງດ້ານການເງິນ
  • ສະໜັບສະໜູນການລະດົມທຶນໃຫ້ແກ່ຫົວໜວ່ຍທູລະກິດ
  • ຊວ່ຍສະໜັບສະໜູນທາງດ້ານການອອມ ແລະ ການລົງທຶນ

8.ຕະຫຼາດການເງິນມີຈັກບົດບາດ ? ຄືບົດບາດຫຍັງແດ່?

ບົດບາດບົດບາດຂອງຕະຫຼາດການເງິນມີ 5 ບົດບາດຄື:

  • ເຮັດໃຫ້ຜູ້ອອມໄດ້ຮັບຜົນປະໂຫຍດຕອບແທນໃນຮູບແບບຂອງອັດຕາດອກເບ້ຍແລະ ອຶ່ນໆ
  • ເຮັດໃຫ້ຜູ້ລົງທຶນມີເງິນທຶນໄປໃຊ້ໃນໂຄງການຕ່າງໆ
  • ເຮັດໃຫ້ຜູ້ບໍລິໂພກມີຊີວິດການເປັນຢູ່ທີ່ດີຂຶ້ນ
  • ເຮັດໃຫ້ລະບົບເສດຖະກິດມີການສະສົມທຶນຂອງປະເທດເພີ່ມຂື້ນ
  • ເຮັດໃຫ້ເກີດມີຄວາມຈະເລີນທາງດ້ານເສດຖະກິດ

9.ຕະຫຼາດການເງິນມີຈັກປະເພດ ? ຄືປະເພດຫຍັງແດ່?

ຕະຫຼາດການເງິນມີ 2 ປະເພດຄື:

  • ຕະຫຼາດເງິນ
  • ຕະຫຼາດທຶນ

10.ຕະຫຼາດທຶນລວມມີຈັກປະເພດ ຄືປະເພດຫຍັງແດ່?

ຕະຫຼາດທຶນລວມມີ 2 ປະເພດ :

  • ຕະຫຼາດຂັ້ນໜຶ່ງ
  • ຕະຫຼາດຂັ້ນສອງ

11.ຕະຫຼາດຂັ້ນສອງມີຈັກປະເພດ ຄືປະເພດຫຍັງແດ່?

ຕະຫຼາດຂັ້ນສອງມີ 2 ປະເພດຄື:

  • ຕະຫຼັກຫຼັກຊັບ
  • ຕະຫຼາດບໍ່ລວມສູນ

12.ຕະຫຼາດຂັ້ນໜຶ່ງ ແມ່ນຫຍັງ?

ຕະຫຼາດຂັ້ນໜຶ່ງ ແມ່ນພິມ ແລະ ຈຳໜ່າຍຫຼັກຊັບຄັ້ງທຳອິດ

13.ຕະຫຼາດບໍ່ລວມສູນ OTC  ແມ່ນຫຍັງ?

ແມ່ນຕະຫຼາດທິ່ບໍ່ມີສະຖານທີ່ຊື້ ຂາຍທີ່ແນ່ນອນ, ຢູ່ກະແຈກກະຈາຍ ສາມາດຊື້ໄດ້ທຸກບອ່ນ

14.ຕະຫຼາດເງິນແມ່ນຫຍັງ?

ແມ່ນ ຕະຫຼາດທີ່ມີການຊື້ ຂາຍ ເອກະສານທາງການເງິນໄລຍະສັ້ນບໍ່ເກີນ 1 ປີ ທີ່ສະແດງເຖິງຄວາມເປັນເຈົ້າໜີ້ຂອງຜູ້ຖືເອກະສານ ເມື່ອຄົບກຳນົດ ຜູ້ຖື ມີສິດທວງໃຫ້ ຜູ້ອອກ ຕອ້ງໄຖ່ຖອນຄືນ ເຊັ່ນພັນທະບັດຄັງເງິນ,ໃບຮັບຝາກເງິນທີ່ປ່ຽນມືໄດ້

15.ຕະຫຼາດທຶນແມ່ນຫຍັງ ?

ເປັນຕະຫຼາດທີ່ມີການຊື້ ຂາຍເອກະສານທາງດ້ານການເງິນມີອາຍຸການຫຼາຍກວ່າ 1 ປີຂຶ້ນໄປເຊັ່ນ: ຮຸ້ນທຶນ, ຮຸນກູ້ ແລະ ພັນທະບັດປະເພດຕ່າງໆເພື່ອນຳມາໃຊ້ໃນໂຄງການໄລຍະຍາວ

16.ຜະລິດຕະພັນໃນຕະຫຼາດການເງິນ ມີຈັກຜະລິດຕະພັນ ມີຫຍັງແດ່?

ຜະລິດຕະພັນໃນຕະຫຼາດການເງິນ ມີ 2 ຜະລິດຕະພັນຄື: 

  • ຫຼັກຊັບໜີ້
  • ຫຼັກຊັບທຶນ

17.ພັນທະບັດແມ່ນຫຍັງ?

ແມ່ນໃບຢັ້ງຢືນໜີ້ເຊິ່ງລັດຖະບານ ຫຼື ວິສາຫະກິດພິມຈຳໜ່າຍ ໂດຍສັນຍາກັບຜູ້ໃຫ້ກູ້ວ່າຈະຈ່າຍຜົນຕອບແທນເປັນງວດ ແລະ ສົ່ງຕົ້ນທຶນຄືນເມື່ອຄົບກຳນົດການໄຖ່ຖອນ

18.ພັນທະບັດມີຈັກຄຸນລັກສະນະ ? ຄືຄຸນລັກສະນະຫຍັງແດ່ ?

ພັນທະບັດມີ 4 ຄຸນລັກສະນະ ຄື:

  • ມູນຄ່າກຳນົດ (Par Value)
  • ອັດຕາດອກເບ້ຍ
  • ລາຄາຊື້ພັນທະບັດ
  • ໄລຍະເວລາຂອງພັນທະບັດ

19.ຮຸ້ນກູ້ມີຈັກປະເພດ ? ຄືປະເພດໃດແດ່?

ຮຸ້ນກູ້ມີ 2 ປະເພດຄື: 

  • ຮຸ້ນກູ້ລັດຖະບານ
  • ຮຸ້ນກູ້ວິສາຫະກິດ

20.ຮຸ້ນກູ້ຂອງລັດຖະບານແມ່ນຫຍັງ?

ເປັນຮຸ້ນກູ້ທີ່ອອກໂດຍສູນກາງ ຫຼືທອ້ງຖິ່ນຈຸດປະສົງເພື່ອທົດແທນບັນດາບວ້ງໃຊ້ຈ່າຍເຂົ້າໃນການລົງທຶນຂອງງົບປະະມານລັດຄຸ້ມຄອງອັດຕາເງິນເຟີ້, ສະໜັບສະໜູນບັນດາໂຄງການຂອງລັດ,ຮຸ້ນກູ້ລັດຖະບານເປັນເຄື່ອງພິເສດສຳຄັນ ແລະ ມີປະສິດທິຜົນໃນການລະດົມທຶນໃຫ້ງົບປະມານລັດ ເປັນຮຸ້ນທີ່ບໍ່ສາມາດປ່ຽນສະພາບໄດ້

21.ຮຸ້ນກູ້ວິສາຫະກິດແມ່ນຫຍັງ?

ເປັນຮຸ້ນກູ້ທີ່ບັນດາວິສາຫະກິດເປັນຜູ້ຈຳໜ່າຍເພື່ອລະດົມທຶນເຂົ້າໃນໂຄງການໄລຍະຍາວໃຫ້ແກ່ວິສາຫະກິດ

22.ຮຸ້ນກູ້ສາມາດໄຖ່ຖອນຄືນກອ່ນຄົບກຳນົດແມ່ນຫຍັງ?

ແມ່ນຮຸ້ນທີ່ສາມາດຮຽກຊື້ຄືນໄດ້ກອ່ນຮອດກຳນົດ, ຜູ້ຈຳໜ່າຍມີຄວາມໄດ້ປຽບ, ເປັນຮຸ້ນທີ່່ມີດອກເບ້ຍສູງກວ່າຮຸ້ນປະເພດອື່ນ ບໍ່ມີໄລຍະເວລາທີ່ແນ່ນອນ. ບໍລິສັດຮຽກເກັບຄືນຄືນກອ່ນກຳນົດຍອ້ນວ່າທຶນພຽງພໍແລ້ວ

23.ຮຸ້ນກູ້ອອກໂດຍໃບຢັ້້ງຢືນສິດແມ່ນຫຍັງ?

ເປັນຮຸ້ນທີ່ອອກຈຳໜ່າຍໂດຍມີໃບຢັ້ງຢືນສິດແກ່ຜູ້ຖື ມີສິດຊື້ຮຸ້ນສາມັນນໄດ້ຕາມຈຳນວນ ແລະ ລາຄາທີ່ກຳນົດໄວ້ໃນໃບຢັ້ງຢືນ, ມີສິດໃນການສັ່ງຊື້

24.ຮຸ້ນກູ້ມີສະຖຽນລະພາບດ້ານດອກເບ້ຍແມ່ນຫຍັງ?

ແມ່ນຮຸ້ນທີ່ຊຳລະຕາມອັດຕາດອກເບ້ຍໃນນາມ ມີການຈ່າຍດອກເບ້ຍເປັນປະຈຳ ແລະ ເປັນງວດຕາມປົກກະຕິແມ່ນ 6 ເດືອນ ຫຼື 1 ປີຕໍ່ຄັ້ງ, ບັງຄັບໃຫ້ວິສາຫະກິດຕອ້ງມີພັນທະຈ່າຍດອກເບ້ຍຕະຫຼອດໄລຍະທີ່ມີການເກັບຮັກສາ

25.ຮຸ້ນກູ້ທີ່ມີດອກເບ້ຍລອຍຕົວແມ່ນຫຍັງ?

ແມ່ນປະເພດຮຸ້ນກູ້ເຊິ່ງດອກເບ້ຍຂອງມັນໄດ້ປັບໄປຕາມການປ່ຽນຂອງດອກເບ້ຍຕະຫຼາດ ຫຼື ຊຳລະສະສາງອີງຕາມດອກເບ້ຍຕະຫຼາດ

26.ຮຸ້ນກູ້ອັດຕາດດອກເບ້ຍຕ່ຳ ຫຼື ບໍ່ມີດອກເບ້ຍແມ່ນຫຍັງ?

ເປັນຮຸ້ນກູ້ທີ່ລະບຸດອກເບ້ຍຕໍ່າ ຫຼື ບໍ່ມີດອກເບ້ຍ ສວ່ນຫຼາຍຈຳໜ່າຍຕໍ່າກວ່າລາຄາໜ້າໃບ ເມື່ອຄົບກຳນົດການໄຖ່ຖອນແມ່ນຈະໄດ້ຮັບຄົບຕາມມູນຄ່າໜ້າໃບ

27.ຮຸ້ນກູ້ຕ່າງປະເທດແມ່ນຫຍັງ?

ເປັນຮຸ້ນທີ່ພິມຈຳໜ່າຍພາຍໃນປະເທດແຕ່ສະກຸນເງິນທີ່ຊື້ຂາຍ ແມ່ນສະກຸນເງິນຕາຕ່າງປະເທດ ເປົ້າໝາຍແມ່ນເພື່ອຢາກໄດ້ເງິນຕາຕ່າງປະເທດ ຫຼື ແມ່ນໃບຢັ້ງຢືນໜີ້ຂອງລັດຖະບານ ແລະ ວິສາຫະກິດທີ່ພິມຈຳໜ່າຍຂາຍໃນຕະຫຼາດທຶນສາກົນ

28.ຮຸ້ນກູ້ທີ່ໄດ້ຮັບຜົນຕອບແທນແມ່ນຫຍັງ?

ເປັນຮຸ້ນກູ້ປະເພດໜຶ່ງທີ່ບໍ່ມີຫຼັກຊັບຄ້ຳປະກັນແຕ່ຕອ້ງຈ່າຍຜົນຕອບແທນ ຫຼື ດອກເບ້ຍຕາມຄວາມສາມາດໃນການຫາກຳໄລຕົວຈິງຈາກການດຳເນີນງານ

29.ຮຸ້ນກູ້ທີ່ມີຫຼັກຊັບຄ້ຳປະກັນແມ່ນຫຍັງ?

ແມ່ນບັນດາວິສາຫະກິດທີ່່ຈະພິມຈຳໜ່າຍຮຸ້ນກູ້ຕອ້ງມີການຄ້ຳປະກັນດວ້ຍຊັບສິນ ຫຼື ຫຼັກຊັບ ໃນລະດັບສູງ

30.ຮຸ້ນກູ້ທີ່ບໍ່ມີຫຼັກຊັບຄ້ຳປະກັນແມ່ນຫຍັງ?

ບັນດາບໍລິສັດທີ່ມີຊື່ສຽງ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດສາມາດພິມຈຳໜ່າຍພັນທະບັດໂດຍບໍ່ມີການຄ້ຳປະກັນຍອ້ນວ່າບໍລິສັດດັ່ງກ່າວມີຄວາມໜ້າເຊື່ອຖືພຽງພໍ ເຊິ່ງອາໃສຊື່ສຽງນັ້ນເອງເປັນການຄ້ຳປະກັນ ຖ້າຫາກບໍລິສັດລົ້ມລະລາຍຜູ້ຖືຮູ້ນກູ້ປະເພດນີ້ຈະໄດ້ຮັບການຊຳລະຫຼັງຜູ້ຖືຮຸ້ນທີ່ມີຫຼັກຊັບຄ້ຳປະກັນດວ້ຍຊັບສິນ

31.ຮຸ້ນກູ້ແປງສະພາບໄດ້ແມ່ນຫຍັງ?

ແມ່ນຮຸ້ນກູ້ທີ່ສາມາດປ່ຽນສະພາບເປັນຮຸ້ນສາມັນໄດ້

32.ຜົນຕອບແທນຂອງຮຸ້ນກູ້ປະກອບມີຫຍັງແດ່?

ຜົນຕອບແທນຂອງຮຸ້ນກູ້ປະກອບມີ:

  • ໄດ້ຮັບດອກເບ້ຍເປັນງວດ
  • ຜົນຕອບແທນຈາກທຶນ(ສວ່ນຕ່າງລາຄາ)
  • ຜົນຕອບແທນຈາກການລົງທຶນກຳໄລ

33.ຄວາມສ່ຽງຂອງຮູ້ນກູ້ມີຄວາມສ່ຽງຫຍັງແດ່ ອະທິບາຍພອ້ມ?

ຄວາມສ່ຽງຂອງຮູ້ນກູ້ມີ:

  • ຄວາມສ່ຽງອັດຕາດອກເບ້ຍຄື: ເມື່ອດອກເບ້ຍເພີ່ມຂຶ້ນເຮັດໃຫ້ລາຄາຮຸ້ນກູ້ຫຼຸດລົງ ເມື່ອດອກເບ້ຍຫຼຸຸດລົງຈະເຮັດໃຫ້ລາຄຮຸ້ນເພີ່ມຂື້ນ
  • ຄວາມສ່ຽງຊຳລະສະສາງ: ຄວາມສ່ຽງໃນການສຳລະສະສາງເອີ້ນວ່າຄວາມສ່ຽງສິນເຊື່ຶອ ຫຼື ຄວາມສ່ຽງຊຳລະໜີ້ ເປັນຄວາມສ່ຽງທີ່ຜູ້ຈຳໜ່າຍສູນເສຍໜີ້ໝາຍຄວາມວ່າບໍ່ສາມາດຊຳລະສະສາງຖືກຕາມກຳນົດເວລາ ແຕ່ຖ້າເປັນຮຸ້ນກູ້ຂອງລັດຖະບານຖືວ່າບໍ່ມີຄວາມສ່ຽງໃນການສຳລະສະສາງ
  • ຄວາມສ່ຽງອັດຕາເງິນດຟີ້: ເອີ້ນວ່າຄວາມສ່ຽງທາງດ້ານຄວາມສາມາດຊື້ ເກີດຂຶ້ນຍອ້ນການປ່ຽນແປງຂອງກະແສເງິນ ຫຼື ຄ່າຂອງເງີນ
  • ຄວາມສ່ຽງອັດຕາແລກປ່ຽນ: ສຳລັບຮຸ້ນກູ້ທີ່ໄດ້ພິມຈຳໜ່າຍເປັນສະກຸນເງິນຕາຕ່າງປະເທດ ເມື່ອຄົບກຳນົດການຊຳລະສະສາງແຕ່ຕອ້ງຊຳລະເປັນສະກຸນພາຍໃນ ເຊິ່ງເວລານັ້ນເງິນພາຍໃນພັດອອ່ນຄ່າທຽບກັບສະກຸນເງິນທີ່ຈຳໜ່າຍຮຸ້ນກູ້ເຮັດໃຫ້ຜູ້ພິມຈຳໜ່າຍໄດ້ຮັບສະກຸນເງິນຕາຕ່າງປະເທດໜອ້ຍລົງ ເອີ້ນວ່າຄວາມສ່ຽງອັດຕາແລກປ່ຽນ

34.ປັດໄຈທີ່ສົ່ງຜົນກະທົບຕໍ່ກັບລາຄາຮຸ້ນກູ້ ມີຈັກປັດໄຈ ຄື ປັດໄຈຫຍັງແດ່?

ປັດໄຈທີ່ສົ່ງຜົນກະທົບຕໍ່ກັບລາຄາຮຸ້ນກູ້ ມີ 5 ປັດໄຈ ຄື:

  • ຄວາມອາດສາມາດທາງດ້ານການເງິນຂອງຜູ້ອອກກູ້
  • ໄລຍະເວລາຄົບກຳນົດ
  • ຄາດຄະເນກ່ຽວກັບເງິນເຟີ້
  • ການເໜັງຕີງຂອງດອກເບ້ຍຕະຫຼາດ
  • ການປ່ຽນແປງຂອງອັດຕາແລກປ່ຽນ

35.ຜົນດີໃນການຈຳໜ່າຍຮຸ້ນກູ້ມີຫຍັງແດ່?

ຜູ້ພິມຈຳໜ່າຍສາມາດກຳນົດລາຍຈ່າຍລວ່ງໜ້າດອກເບ້ຍ ແລະ ເງິນຕົ້ນທຶນຄືນໃນຈຳນວນ ແລະ ເວລາທີ່ແນ່ນອນ, ດອເບ້ຍທີ່ຈ່າຍເປັນຄ່າໃຊ້ຈ່າຍທີ່ສາມາດຫຼຸດຜອ່ນພາລະການຈ່າຍພາສີອາກອນ ລວມທັງວິທີການຈ່າຍ

36.ຜົນເສຍໃນການຈຳໜ່າຍຮຸ້ນກູ້ມີຫຍັງແດ່?

ເຮັດໃຫ້ຄວາມສ່ຽງຂອງກິດຈະການສູງຂຶ້ນມີຜົນກະທົບຕໍ່ກັບຕົ້ນທຶນສະເລ່ຍຂອງກິດຈະການ, ເວລາຊຳລະສະສາງແມ່ນຊຳລະເທື່ອດຽວໃນຈຳນວນເງິນກອ້ນໃຫຍ່(ຄວາມສ່ຽງພາຍໃນ) ມີພາລະໃນການຈ່າຍດອກເບ້ຍເປັນປະຈຳ, ຕອ້ງມີແຜນກະກຽມເງິນເພື່ອໄຖ່ຖອນຮຸ້ນກູ້ເມື່ອຄົບກຳນົດ

37.ຫຼັກຊັບທຶນ ຫຼື ຮຸ້ນທຶນມີຈັກປະເພດ ຄືປະເພດຫຍັງແດ່?

ຫຼັກຊັບທຶນ ຫຼື ຮຸ້ນທຶນມີ 2 ປະເພດ ຄື: 

  • ຮຸ້ນສາມັນ 
  • ຮຸ້ນບູລິມະສິດ

38.ຮຸ້ນທຶນແມ່ນຫຍັງ?

ແມ່ນຫຼັກຊັບປະເພດໜຶ່ງທີ່ໄດ້ຈຳໜ່າຍດວ້ຍຮູບແບບໃບຢັ້ງຢືນ ຫຼື ການບັນທຶກບັນຊີເຊິ່ງໄດ້ກນໄດຄວາມເປັນເຈົ້າຂອງ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນສວ່ນໜື່ງໆເຊິ່ງຖືກຕອ້ງຕາມກົດໝາຍ

39.ຮຸ້ນສາມັນແມ່ນຫຍັງ ?

ຮຸ້ນສາມັນເປັນໃບຢັ້ງຢືນກຳມະສິດເປັນເຈົ້າຂອງ ໄດ້ກຳນົດກຳມະສິດຂອງຜູ້ຖືຮຸ້ນຕໍ່ກັບບໍລິສັດຮຸ້ນສວ່ນໜຶ່ງໆ

40.ຮຸ້ນສາມັນມີຈັກຈຸດພິເສດ ? ຄືຈຸດພິເສດຫຍັງແດ່ ?

ມີ 5 ຈຸດພິເສດຄື:

  • ໃບຮຸ້ນແມ່ນໃບຢັ້ງຢືນການປະກອບທຶນເຊິ່ງໃນນັ້ນບໍ່ມີກຳນົດໃນການໄຖ່ຖອນທຶນ
  • ຜົົນຕອບແທນຂອງໃບຮຸ້ນແມ່ນຂຶ້ນກັບຜົນການດຳເນີນທູລະກິດຂອງວິສາຫະກິດ(ບໍ່ຄົງທີ່)
  • ຜູ້ຖືຮຸ້ນສາມັນມີສິດຊື້ຮຸ້ນໃໝ່ຂອງບໍລິສັດ, ມີສິດປອ່ນບັດ, ມີສິດຮັບຜົນຕອບແທນ (ເປັນເງິນ ລື ຮຸ້ນ)
  • ເມື່ອບໍລິສັດຫາກລົ້ມລະລາຍ ຜູ້ຖືຮຸ້ນສາມັນໄດ້ຮັບສວ່ນແບ່ງສຸດທ້າຍຂອງຊັບສິນທີ່ຍັງເຫຼືອສຸດທິ
  • ລາຄາຮຸ້ນມີການເໜັງຕີງຢ່າງວອ່ງໄວໂດຍສະເພາະແມ່ນຢູ່ໃນຕະຫຼາດຂັ້ນສອງ ຍອ້ນມີຫຼາຍປັດໄຈສົ່ງຜົນກະທົບ ແຕ່ວ່າປັດໄຈພື້ນຖານທີ່ພາໃຫ້ລາຄາຮຸ້ນມີການ  ເໜັງຕີງແມ່ນປະສິດທິຜົນຂອງທຸລະກິດ ແລະ ມູນຄ່າຕະຫຼາດຂອງໃບຮຸ້ນ

41.ເງິນປັນຜົນຂອງຮຸ້ນສາມັນແມ່ນຫຍັງ?

ແມ່ນເງິນທີ່ໄດ້ແບ່ງປັນໃຫ້ແກ່ຜູ້ຖືຮຸ້ນສາມັນແຕ່ລະຄົນ ອີງໃສ່ຜົນໄດ້ຮັບຈາກການດຳເນີນການຜະລິດທຸລະກິດຂອງບໍລິສັດ, ເງິນປັນຜົນຂອງຮຸ້ນສາມັນໄດ້ຈ່າຍຫຼງັເມື່ອຈ່າຍຜົນຕອບແທນຄົງທີ່ໃຫ້ແກ່ຜູ້ຖືຮຸ້ນບູລິມະສິດ

42.ຜົນຕອບແທນ ແລະ ຄວາມສ່ຽງ ຂອງຮຸ້ນສາມັນມີຫຍັງແດ່ ພອ້ມອະທິບາຍ?

ຜົນຕອບແທນຂອງຮຸ້ນສາມັນມີ:

  • ເງິນປັນຜົນ:ແມ່ນສວ່ນແບ່ງປັນໃຫ້ແຕ່ລະຮຸ້ນໄດ້ມາຈາກກຳໄລສຸດທິຫຼັງຈາກການຫັກຈ່າຍຄ່າອາກອນ, ຫຼັງຈາກຈ່າຍຜົນຕອບແທນໃຫ້ຮຸ້ນບູລິມະສິດ ແລະ  ຫຼັງຫັກລາຍໄດ້ສະສົມເຂົ້າຄັງ
  • ຜົນຕອບແທນຈາກທຶນ: ສວ່ນໃຫຍ່ນັກລົງທຶນຈະມີຍຸດທິສາດທຸລະກິດໄລຍະສັ້ນ ຈະຂາຍໃບຮຸ້ນທັນທີເມື່ອລາຄາຂອງຮຸ້ນເພີ່ມຂຶ້ນ ເພື່ຶອຈະໄດ້ຮັບສວ່ນຕ່າງຈາກລາຄາ

ຄວາມສ່ຽງຂອງຮຸ້ນສາມັນ:

ໃນການລົງທຶນ, ຄວາມສ່ຽງເກີດຂຶ້ນຍອ້ນບັນດາປັດໄຈທີ່ຢູ່ນອກບໍລິສັດບໍ່ສາມາດຄວບຄຸມໄດ້ ແລະ ມີຜົນກະທົບຢ່າງໃຫຍ່ຫລວງເຖິງຕະຫຼາດ ແລະ ທຸກໆຫຼັກຊັບເອີ້ນວ່າຄວາມສ່ຽງເປັນລະບົບ (ຄວາມສ່ຽງນອກ) ເຊັ່ນ: ຄວາາມສ່ຽງຕະຫຼາດ, ຄວາມສ່ຽງອັດຕາດອກເບ້ຍ, ຄວາມສ່ຽງດ້ານຄວາມສາມາດຊື້.ກົງກັນຂ້າມ ຄວາມສ່ຽງທີ່ເກີດຂຶ້ນຍອ້ນບັນດາປັດໄຈພາຍນອກບໍ່ສາມາດຄວບຄຸມໄດ້ ແລະ ກະທົບຕໍ່ຂະແໜງການໃດໜຶ່ງ ຫຼື ທັງໝົດບໍລິສັດ ເອີ້ນວ່າຄວາມສ່ຽງບໍ່ເປັນລະບົບ(ຄວາມສ່ຽງພາຍໃນ) ເກີດຈາກການບໍລິຫານກະດຈະການບໍ່ໄດ້ປະສິດທິພາບ

43.ຮຸ້ນບູລິມະສິດແມ່ນຫຍັງ?

ຮຸ້ນບູລິມະສິດເປັນຮຸ້ນທຶນປະເພດໜຶ່ງທີ່ຜູ້ຖືຮຸ້ນຈະມີສວ່ນຮວ່ມໃນການເປັນເຈົ້າຂອງກິດຈະການຄ້າຍຄືກັບຮຸ້ນສາມັນແຕ່ຄວາມແຕກຕ່າງຢູ່ບອ່ນວ່າຜູ້ຖືຮຸ້ນບູລິມະສິດມີສິດອອກສຽງໃນກອງປະຊຸມໜອ້ຍກວ່າຜູ້ຖືຮຸ້ນສາມັນແຕ່ມີສິດພິເສດໃນການໄດ້ຮັບເງິນປັນຜົນເໜືອກວ່າຮຸ້ນສາມັນຄືໄດ້ຮັບເງິນປັນຜົນໃນອັດຕາທີ່ແນ່ນອນ , ເມື່ອບໍລິສັດລົ້ມລະລາຍແມ່ນຈະໄດ້ຮັບສິດໃນການຊຳລະຄືນເງິນທຶນກອ່ນຜູ້ຖືຮຸ້ນສາມັນ, ເປັນປະເພດຮຸ້ນທີ່ມີຄວາມສ່ຽງຕ່ຳ ແລະ ມີໜອ້ຍທີ່່ສຸດໃນຕະຫຼາດຫຼັກຊັບ

44.ຮຸ້ນບູລິມະສິດມີຈັກຈຸດພິເສດ ຄື ຈຸດພິເສດຫຍັງແດ່ ?

ມີ 2 ຈຸດພິເສດ ຄື: 

  • ຈຸດພິເສດຄືກັບຮຸ້ນສາມັນ
  • ຈຸດພິເສດຄືກັບພັນທະບັດ

45.ຈົ່ງອະທິບາຍຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບຮຸ້ນສາມັນ?

ຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບຮຸ້ນສາມັນຢູ່ບອ່ນວ່າຊື້ແລ້ວຊື້ເລີຍບໍ່ມີກຳນົດເວລາ ບໍ່ສາມາດໄຖ່ຖອນຄືນ ຜູ້ຖືຮຸ້ນບູລິມະສິດກໍ່ເປັນຂາຮຸ້ນຜູ້ໜຶ່ງພອ້ມທັງເປັນເຈົ້າຂອງບໍລິສັດ ຍອ້ນແນວນັ້ນສວ່ນທຶນທີ່ປະກອບໂດຍຜ່ານການຊື້ຮຸ້ນແມ່ນຈະຄົງຕົວໄປຕະຫຼອດບໍ່ສາມາດຖອນຄືນໄດ້ແຕ່ວ່າເມື່ອເຂົາເຈົ້າມີຄວາມຕອ້ງການເງິນສາມາດນຳໄປຂາຍໃນຕະຫຼາດຫຼັກຊັບ

46.ຈົ່ງອະທິບາຍຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບພັນທະບັດ?

ຈຸດພິເສດຂອງຮຸ້ນບູລິມະສິດທີ່ຄືກັບພັນທະບັດຄືຈະໄດ້ຮັບຜົນຕອບແທນຄົງທີ່ໃນອັດຕາທີ່ແນ່ນອນທີ່ກຳນົດໄວ້ໃນໜ້າໃບ

47.ຮຸ້ນບູລິມະສິດມີຈັກປະເພດ ? ຄືປະເພດໃດແດ່?

ຮຸ້ນບູລິມະສິດມີ 5 ປະເພດຄື:

  • ຮຸ້ນບູລິມະສິດແບບສະສົມ
  • ຮຸ້ນບູລິມະສິດແບບບໍ່ສະສົມ
  • ຮຸ້ນບູລິມະສິດແບບຮວ່ມຮັບ
  • ຮຸ້ນບູລິມະສິດແບບສາມາດແປງສະພາບເປັນຮຸ້ນສາມັນ
  • ຮຸ້ນບູລິມະສິດແບບສາມາດໄຖ່ຖອນຄືນໄດ້

48.ຮຸ້ນບູລິມະສິດແບບສະສົມແມ່ນຮຸ້ນແນວໃດ?

ແມ່ນປະເພດຮຸ້ນບູລິມະສິດທີ່ຮັບດອກເບ້ຍແບບຄົງທີ່ແຕ່ໃນກໍລະນີບໍລິສັດດຳເນີນທຸລະກິດບໍ່ມີກຳໄລ ຫຼື ຈ່າຍບໍ່ຄົບຕາມຈຳນວນຕາມດອກເບ້ຍທີ່ໄດ້ກຳນົດໄວ້ແມ່ນສວ່ນທີ່ເຫຼືອຈະໄດ້ສະສົມໄວ້ໃນປີຕໍ່ໄປ ຫຼື ສອງສາມປີຖັດໄປ

49.ຮຸ້ນບູລິມະສິດແບບບໍ່ສະສົມແມ່ນຮຸ້ນແນວໃດ?

ຮຸ້ນບູລິມະສິດແບບບໍ່ສະສົມເປັນຮຸ້ນທີ່ຈ່າຍຜົນຕອບແທນໃຫ້ເມື່ອບໍລິສັດມີກຳໄລ ເຊິ່ງຸຖ້າຫາກວ່າບໍລິສັດບໍ່ມີເງິນຈ່າຍ ຫຼື ຈ່າຍບໍ່ເຕັມຕາມທີ່ກຳນົດໄວ້ ແມ່ນຈະບໍ່ໄດ້ສະສົມເກັບໄວ້ໃນຕໍ່ໄປອີກຈ່າຍບໍ່ເຕັມຕາມທີ່ກຳນົດໄວ້, ເປັນປະເພດຮຸ້ນທີ່ມີຄວາມສ່ຽງຫຼາຍກວ່າຮຸ້ນບູລິມະສິດ ແລະ ຜົນຕອບແທນກໍ່ຮຽກຮອ້ງສູງກວ່າ

50.ຮຸ້ນບູລິມະສິດແບບຮວ່ມຮັບແມ່ນຮຸ້ນແນວໃດ?

ແມ່ນປະເພດຮຸ້ນທີ່ຜູ້ຖືຮຸ້ນບູລິມະສິດປະເພດນີ້ນອກຈາກຈະໄດ້ຮັບຜົນຕອບແທນຄົງທີ່ແລ້ວ ເມື່ອບໍລິສັດຫາກດຳເນີນທຸລະກິດເກີດມີກຳໄລຫຼາຍ ພາຍຫຼັງບໍລິສັດຊຳລະໜີ້ແລ້ວແມ່ນຈະໄດ້ຮັບສວ່ນແບ່ງຮວ່ມກັບຮຸ້ນສາມັນແຕ່ດອກເບ້ຍຕໍ່າ

51.ຮຸ້ນບູລິມະສິດແບບສາມາດແປງສະພາບເປັນຮຸ້ນສາມັນແມ່ນຮຸ້ນແນວໃດ?

ຮຸ້ນປະເພດນີ້ສາມາດປ່ຽນເປັນຮຸ້ນສາມັນ (ຕາມລະບຽບທີ່ກຳນົດໄວ້) ຕາມອັດຕາສວ່ນໃດໜຶ່ງທີ່ໄດ້ກຳນົດໄວ້ກອ່ນ ຜູ້ຖືຮຸ້ນບູລິມະສິດດັ່ງກ່າວຈະປະະຕິບັດການປ່ຽນຮຸ້ນເມື່ອລາຄາຂອງຮຸ້ນສາມັນເພີ່ມຂຶ້ນ

52.ຮຸ້ນບູລິມະສິດແບບສາມາດໄຖ່ຖອນຄືນໄດ້ແມ່ນຮຸ້ນແນວໃດ?

ບໍລິສັດຈຳນວນໜຶ່ງຕົກຢູ່ໃນສະພາບທີ່ຕອ້ງການແຫຼ່ງທຶນຈຳນວນໃດໜຶ່ງ. ດັ່ງນັ້ນຈຶ່ງພິມຈຳໜ່າຍຮຸ້ນອອກໃນອັດຕາດອກເບ້ຍທີ່ສູງເພື່ອເປັນການຈູງໃຈແກ່ນັກລົງທຶນ ແຕ່ວ່າຮຸ້ນບູລິມະສິດປະເພດນີ້ບໍລິສັດຈະໄຖ່ຖອນຄືນຫຼັງໄລຍະເວລາໃດໜຶ່ງທີ່ແນ່ນອນ ເມື່ອບໍລິສັດມີສະພາບການເງິນທີ່ຂອ້ນຂ້າງດີ

53.ປະສິດທິພາບຂອງຕະຫຼາດການເງິນມີ ຈັກລະດັບ? ຄືລະດັບຫຍັງແດ່?

ມີ 3 ລະດັບຄື:

  • ປະສິດທິພາບລະດັບອອ່ນ: ໃນການສະໜອງຂໍ້ມູນຂ່າວສານອາດມີຜູ້ທີ່ຮູ້ ແລະບໍ່ຮູ້
  • ປະສິດທິພາບລະດັບກາງ: ອາດຈະສະໜອງຂໍ້ມູນຂ່າວສານໄດ້ດີ, ຮູ້ຈັກລາຄາທີ່ຊັດເຈນ, ມີຂະໜາດໃຫຍ່ ແລະ ມີຜູ້ເຂົ້າຮວ່ມຫຼາຍ
  • ປະສິດທິພາບລະດັບແຂງ: ເປັນຕະຫຼາດທີ່ທັນສະໄໝ ຮູ້ລາຄາເບື້ອງຕົ້ນໃນຕະຫຼາດຂັ້ນ 1 ແລະ 2, ສາມາດຮູ້ລາຄາປະຈຸບັນ, ແລະ ສະພາບການຕ່າງໆ

 

 

ใหม่กว่า เก่ากว่า