ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ

 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ມີບົດບາດແນວໃດ ?

            ສຄຄຊ ມີພາລະບົດບາດເປັນກົງຈັກຊ່ວຍວຽກໃຫ້ແກ່ ຄຄຊ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ.
            ສຄຄຊ ມີສິດ ແລະ ໜ້າທີ່ຕົ້ນຕໍ ຄື: ຄົ້ນຄວ້າ, ຮ່າງ ແລະ ປັບປຸງ ແຜນຍຸດທະສາດ, ນະໂຍບາຍ, ກົດໝາຍແລະ ລະບຽບກ່ຽວກັບວຽກງານຫຼັກຊັບ ເພື່ອສະເໜີຕໍ່ ຄຄຊ ພິຈາລະນາ, ພ້ອມທັງ ດຳເນີນການແກ້ໄຂຂໍ້ຂັດແຍ່ງແລະ ດຳເນີນການສືບສວນ-ສອບສວນຄະດີກ່ຽວກັບວຽກງານຫຼັກຊັບ; ຄົ້ນຄວ້າ ພິຈາລະນາການຮ້ອງຂໍອອກຈຳໜ່າຍຫຼັກຊັບ ພ້ອມທັງຕິດຕາມກວດກາການເຄື່ອນໄຫວຂອງບໍລິສັດອອກຈໍາໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ; ຕິດຕາມກວດກາການເຄື່ອນໄຫວຂອງຕະຫຼາດຫຼັກຊັບ; ຄົ້ນຄວ້າຄຳຮ້ອງຂໍສ້າງຕັ້ງສະຖາບັນສື່ກາງດ້ານຫຼັກຊັບ ເພື່ອນຳສະເໜີຕໍ່ ຄຄຊ ພິຈາລະນາຮັບຮອງ ພ້ອມທັງຕິດຕາມກວດກາການເຄື່ອນໄຫວຂອງສະຖາບັນດັ່ງກ່າວ ແລະ ຄຸ້ມຄອງນັກວິຊາຊີບທຸລະກິດຫຼັກຊັບ; ຈັດຕັ້ງຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ກ່ຽວກັບວຽກງານຫຼັກຊັບໃຫ້ແກ່ມວນຊົນ ຕາມທິດຊີ້ນຳຂອງ ຄຄຊ; ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາວຽກງານຫຼັກຊັບ ຕາມການມອບໝາຍຂອງ ຄຄຊ. 
ใหม่กว่า เก่ากว่า