ບົດຮຽນ ວິຊາ ວຽກງານກວດກາການເງິນ ບົດທີ 1 ຄວາມຮູ້ພື້ນຖານກ່ຽວກັບການກວດກາການເງິນ

ພາກທີ I

ການກວດກາການເງິນ

ບົດທີ 1

ຄວາມຮູ້ພື້ນຖານກ່ຽວກັບການກວດກາການເງິນ

1.1. ຄວາມໝາຍຄວາມສຳຄັນ ແລະ ຈຸດປະສົງຂອງການກວດກາການເງິນ

1.1.1. ຄວາມໝາຍການກວດກາການເງິນ

1.ການກວດກາການເງິນ ແມ່ນການຕິດຕາມ, ເກັບກໍາຂໍ້ມູນ, ຫຼັກຖານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ລະບຽບກົດໝາຍດ້ານການເງິນ-ການບັນຊີ ແລະ ງົບປະມານໜ້າທີ່ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງ ຫຼື ບຸກຄົນໃນອົງການຈັດຕັ້ງໃດໜຶ່ງກ່ຽວກັບວຽກງານການເງິນ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງສະເໜີວິທີການ ແລະ ມາດຕະການແກ້ໄຂຜົນຂອງການກວດກາຕາມລະບຽບກົດໝາຍ.

2.ການກວດກາການເງິນ ແມ່ນການເຄື່ອນໄຫວຂອງອົງການກວດກາການເງິນຂັ້ນສູນກາງ ແລະທ້ອງຖິ່ນ ເພື່ອກວດກາການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ ທີ່ສະພາແຫ່ງຊາດຮັບຮອງເອົາ ເພື່ອສົມທຽບໃສລະບຽບກົດໝາຍ ໃນຂົງເຂດເສດຖະກິດ ແລະ ການເງິນ ທີ່ລັດປະກາດໃຊ້ໃນແຕ່ລະໄລຍະ.

3.ການກວດກາການເງິນ ແມ່ນການກວດກາຄືນບົດລາຍງານ ແລະ ຂໍ້ມູນທາງດ້ານການເງິນ ທຽບໃສ່ງົບປະມານທີ່ ໄດ້ຮັບການອະນຸມັດ ພາຍໃນກະຊວງການເງິນ ແລະບັນດາກະຊວງ ຫຼື ອົງການທຽບເທົ່າກະຊວງອື່ນໆ ເຊິ່ງໄດ້ຮັບງົບປະມານລັດຜ່ານກະຊວງການເງິນ ລວມເຖິງການກວດກາ ການນຳໃຊ້ຊັບສິນ, ເງິນກອງທຶນ, ເງິນຊ່ວຍເຫຼືອກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກຕ່າງປະເທດ.

1.1.2. ຄວາມສຳຄັນຂອງການກວດການເງິນ

ການກວດກາການເງິນ ມີຄວາມສຳຄັນໃນການກະຕຸກຊຸກຍູ້ ໃຫ້ແກ່ການພັດທະນາໂຄງລ່າງເສດ ຖະກິດແລະ ແມ່ນພາຫະນະອັນສຳຄັນ ຂອງທຸກໆລະບົບການເມືອງການປົກຄອງທີ່ມີໃນໂລກ ບັນດາຜູ້ກຳອຳນາດຖືເອົາວຽກງານກວດກາເປັນເຄື່ອງມື ເພື່ອພິສູດຄວາມຊື່ສັດບໍລິສຸດ,ຄວາມຈົງຮັກພັກດີ ແລະ ຄວາມ ຮັບຜິດຊອບຕໍ່ໜ້າທີ່ ຂອງຜູ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ.

ວຽກງານການກວດກາການເງິນ ມີຄວາມສຳຄັນ ຍ້ອນວ່າ:

1. ຮັບປະກັນເຮັດໃຫ້ແນວທາງນະໂຍບາຍ ດ້ານການເງິນຂອງພັກ ໄດ້ຮັບການຜັນຂະຫຍາຍນຳໃຊ້ຢາງຖືກຕ້ອງ ແລະ ມີປະສິດທິຜົນ.

2. ລະບຽບກົດໝາຍດ້ານການເງິນ, ງົບປະມານໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງ ແລະ ເປັນເອກະພາບໃນທົ່ວປະເທດ.

3.ສະກັດກັ້ນການລະເມີດກົດໝາຍ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນຂະແໜງການເງິນ ຮັບປະກັນການປະຕິບັດລາຍຮັບ - ລາຍຈ່າຍງົບປະມານຢ່າງມີປະສິດທິພາບ, ກຳຈັດການຮົ່ວຊຶມຂອງງົບປະມານ.

4.ສ້າງໃຫ້ພະນັກງານຂະແໜງການເງິນ ມີສະຕິເປັນເຈົ້າການ ແລະມີຄວາມຊື່ສັດໃນໜ້າທີ່, ຮັກສາຈັນຍາບັນ ແລະ ຈັນຍາທຳຂອງຕົນເອງ.

1.1.3. ຈຸດປະສົງຂອງກວດກາການເງິນ

ກວດກາການເງິນມີຈຸດປະສົງ ດັ່ງນີ້:

1.ເພື່ອກວດກາຄືນກ່ຽວກັບການຈັດຕັ້ງບັນດາລະບຽບກົດໝາຍ, ຂໍ້ກໍານົດ ແລະ ລະບຽບການຕ່າງໆໃນຂົງເຂດເສດຖະກິດ, ການເງິນ-ການບັນຊີ ທີ່ລັດປະກາດໃຊ້ໃນໄລຍະຜ່ານມາ ຂອງຫົວໜ່ວຍງົບປະມານ ແລະ ບັນດາຫົວໜ່ວຍວິສາຫະກິດແຕ່ສູນກາງຮອດທ້ອງຖິ່ນ.

2.ກວດກາຄືນບົດລາຍງານ ແລະຂໍ້ມູນທາງດ້ານການເງິນທຽບກັບງົບປະມານ ທີ່ໄດ້ຮັບການອະນຸ ມັດພາຍໃນກະຊວງການເງິນ ແລະບັນດາກະຊວງ ຫຼືອົງການທຽບເທົ່າກະຊວງອື່ນໆ ເຊິ່ງໄດ້ຮັບງົບປະມານຜ່ານກະຊວງການເງິນລວມເຖິງການກວດກາການນຳໃຊ້ຊັບສິນ, ເງິນກອງທຶນ, ເງິນກູ້ຢືມຈາກຕ່າງປະເທດ ແລະເງິນຊ່ວຍເຫຼືອລ້າຈາກຕ່າງປະເທດ.

3. ກວດກາຄືນການປະຕິບັດ ພັນທະຕໍ່ງົບປະມານຂອງລັດ ໃນໄລຍະຜ່ານມາຂອງບັນດາຫົວໜ່ວຍວິສາຫະກິດແຕ່ສູນກາງຮອດທ້ອງຖິ່ນເຊັ່ນ: ອາກອນຕົວເລກທຸລະກິດ, ອາກອນກຳໄລ, ອາກອນເງິນເດືອນ, ອາກອນແຮງງານ, ອາກອນເງິນປັນຜົນກຳໄລ ແລະອາກອນອື່ນໆ ແລະ ກວດກາຄືນພື້ນຖານການຄິດໄລ່ພາສີ - ອາກອນ ເພື່ອສົມທຽບໃສ່ການມອບພັນທະ ຂອງຫົວໜ່ວຍວິສາຫະກິດແຕ່ສູນກາງຮອດທ້ອງຖິ່ນໃນໄລຍະຜ່ານມາ.

1.2. ຈຸດພິເສດ ແລະ ເນື້ອໃນການເຄື່ອນໄຫວ ຂອງການກວດກາການເງິນ

1.2.1. ຈຸດພິເສດຂອງການກວດກາການເງິນ

ການກວດກາການເງິນມີຈຸດພິເສດດັ່ງນີ້:

1.​ ເຄື່ອນໄຫວກວດກາການເງິນ ແມ່ນການເຄື່ອນໄຫວສັງລວມ ແລະ ຫຼາຍຮູບຫຼາຍແບບ, ລັກສະນະສັງລວມຂອງກວດກາການເງິນ ສະແດງອອກທີ່ ເຫດການ ຫຼື ເນື້ອໃນກວດກາເປົ້າໝາຍກວດກາ, ປະເພດຮູບການແບບວິທີກວດກາ ແມ່ນແຕກຕ່າງກັນຕາມແຕ່ລະການກວດກາ;

2. ການກວດກາການເງິນ ແບບປະເພດຮູບການເຄື່ອນໄຫວ, ມີລັກສະນະຕໍ່ສູ້ກັບອັນທີ່ຜິດພາດ, ຄວາມຫຍໍ້ທໍ້ ແລະ ການລະເມີດຕໍ່ການປະຕິບັດບັນດາຂໍ້ຕົກລົງຄຸ້ມຄອງ, ປະຕິບັດກົດໝາຍ, ນະໂຍບາຍ, ລະບອບການເງິນຂອງບັນດາອົງການ, ກົມກອງ ແລະ ພົນລະເມືອງ ກໍຄືອົງການການເງິນ ແລະ ລັດຖະກອນການເງິນ;

3. ບຸກຄົນທີ່ ຖືກກວດກາການເງິນ ແມ່ນເປົ້າໝາຍກວດກາ, ທັງແມ່ນເຈົ້າກຳຄຸ້ມຄອງການຈັດຕັ້ງບຸກຄົນທີ່ຖືກກວດກາການເງິນ ລ້ວນແຕ່ແມ່ນສະມາຊິກໃນໂຄງຮ່າງຂອງກົງຈັກຄຸ້ມຄອງ, ມີຂອບເຂດສິດອຳນາດ ແລະ ໜ້າທີ່ທີ່ແນ່ນອນຕໍ່ໜ້າກົດໝາຍ.

1.2.2. ເນື້ອໃນການເຄື່ອນໄຫວຂອງການກວດກາການເງິນ

ການກວດກາການເງິນ ແນໃສ່ການກວດກາການເງິນ ຢູ່ຫົວໜ່ວຍບໍລິຫານວິຊາການຂອງລັດ;ກວດກາພາຍໃນ ຂຶ້ນກັບສິດຄຸ້ມຄອງຂອງກະຊວງການເງິນລາວ; ການກວດກາການເງິນ ຢູ່ພາຍໃນວິສາຫະກິດ.

ເນື້ອໃນຂອງການເຄື່ອນໄຫວກວດກາການເງິນ ປະກອບມີ:

1. ກວດກາການປະຕິບັດນະໂຍບາຍ ແລະ ກົດໝາຍຂົງເຂດການເງິນ, ຮັກສາການປະຕິບັດກົດໝາຍຢ່າງເຄັ່ງຄັດ, ປະກອບສ່ວນເຂົ້າໃນການປົກປັກຮັກສາທຶນ, ຊັບສົມບັດຂອງລັດ, ຮັກສາຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍບ້ານເມືອງ;

2. ກວດກາການປະຕິບັດລະບອບຄຸ້ມຄອງການເງິນ ແລະ ຊ່ວຍດັດແກ້ອັນທີ່ຜິດພາດຈາກການລະເມີດ ແລະ ເພີ່ມທະວີບັນດາມາດຕະການຄຸ້ມຄອງການເງິນ, ຄຸ້ມຄອງເງິນຕາຕ່າງປະເທດ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນຊ່ວຍເຫຼືອ, ກູ້ຢືມຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ.

3. ກວດກາບັນດາ ແຫຼ່ງລາຍຮັບ-ລາຍຈ່າຍຕ່າງໆ ຂອງບັນດາວິສາຫະກິດຕາມບົດສະຫຼຸບບັນຊີປະຈໍາປີເພື່ອສົມທຽບໃສ່ບັນດາເອກະສານລາຍງານການເງິນ ທີ່ພົວພັນເຖິງລະບຽບກົດໝາຍການເງິນ-ການບັນຊີ ທີ່ລັດໄດ້ປະກາດໃຊ້ໃນແຕ່ລະໄລຍະ.

4. ກວດກາຄືນການເຄື່ອນໄຫວທຸລະກິດ, ພື້ນຖານການຄິດໄລ່ຄ່າພາສີ ອາກອນ ແລະ ການມອບພັນທະຕໍ່ງົບປະມານ ຂອງບັນດາຫົວໜ່ວຍວິສາຫະກິດ ໂດຍສົມທຽບໃສ່ລະບຽບກົດໝາຍ, ແລະ ນິຕິກຳໃນຂົງເຂດເສດຖະກິດ-ການເງິນ ທີ່ລັດປະກາດໃຊ້.

1.3. ຂັ້ນຕອນ ແລະ ແບບວິທີ ດໍາເນີນກວດກາການເງິນ

ໃນເວລາດຳເນີນການກວດກາພາຍໃນ ກຽ່ວກັບການປະຕິບັດນະໂຍບາຍ, ລະບຽບກົດໝາຍ, ການປະຕິບັດໜ້າທີ່ຂອງຂະແໜງການຈັດຕັ້ງ, ສ່ວນບຸກຄົນທີ່ຂື້ນກັບສິດຄຸ້ມຄອງ ຂອງກະຊວງການເງິນໂດຍກົງຕ້ອງປະຕິບັດຕາມມາດຕາທີ່ 03 ບາດກ້າວພື້ນຖານໃນການດຳ ເນີນການກວດກາດັ່ງນີ້:

ບາດກ້າວທີ 1: ກະກຽມການກວດກາ.

ບາດກ້າວທີ່ 2: ປະຕິບັດດຳເນີນການກວດກາ.

ບາດກ້າວທີ 3: ສຳເລັດການກວດກາ.

ບັນດາບາດກ້າວ ໃນຂັ້ນຕອນກວດກາມີການພົວພັນນຳກັນ, ບາດກ້າວທຳອິດເປັນບາດກ້າວຕັ້ງຫົວຂໍ້ເພື່ອໃຫ້ບາດກ້າວທີ່ສອງປະຕິບັດ ແລະ ບາດກ້າວທີ່ສາມສືບຕໍ່ ແລະ ເຮັດໃຫ້ເປັນຜົນສໍາເລັດຕາມຫົວຂໍ້ທໍາອິດຕັ້ງຂື້ນ, ເພື່ອຮັບປະກັນໃຫ້ການກວດກາບັນລຸຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້.

1.3.1. ບາດກ້າວກະກຽມ ແລະ ຕົກລົງການກວດກາການເງິນ.

ໝາກຜົນຂອງການກະກຽມ ແມ່ນແຜນການກວດກາໄດ້ຮັບການຮັບຮອງ ແລະ ການຕົກລົງກວດກາການເງິນ ໄດ້ຮັບການປະກາດໃຊ້, ມີຄົບແຫຼ່ງກຳລັງ ແລະ ໄດ້ປະກອບຄວາມຮູ້ ແລະ ພາຫະນະທີ່ຈຳເປັນໃຫ້ແກ່ກການກວດກາ, ຄາດໝາຍຂອງຂັ້ນຕອນນີ້ແມ່ນຕ້ອງກະກຽມໃຫ້ຄອບຄອບໃນທຸກດ້ານ, ແນໃສ່ຮັບປະກັນໃຫ້ຄະນະກວດກາ ຫຼື ຜູ້ກວດກາເຂົ້າໃຈຢ່າງທ່ອງແທ້ໜ້າທີ່.

ບາດກ້າວກະກຽມໃນການກວດກາ ປະກອບດ້ວຍ:

1. ເກັບກຳຂໍ້ມູນກ່ຽວກັບເປົ້າໝາຍ

ການເກັບກຳຂໍ້ມູນ ແມ່ນການສຳຫຼວດເກັບກຳສະພາບການ ກ່ຽວກັບເປົ້າໝາຍກວດກາ, ຢືນຢັນຈຸດ ໝາຍ ແລະ ບໍລິມາດວຽກງານ, ເວລາເລີ່ມຕົ້ນ ແລະ ເວລາຕ້ອງສຳເລັດການກວດກາ ແລະ ພາຫະນະຈຳເປັນໃຫ້ແກ່ການກວດກາ.

2. ສ້າງບົດລາຍງານການສໍາຫຼວດຂໍ້ມູນ

ສ້າງບົດລາຍງານການສຳຫຼວດຂໍ້ມູນ, ຄົ້ນຄວ້າວິໄຈບັນດາຂໍ້ມູນ ທີ່ເກັບກຳໄດ້ແລ້ວສ້າງບົດລາຍງານຕາມເນື້ອໃນ ແລະ ຂັ້ນຕອນດັ່ງລຸ່ມນີ້:

1. ເກັບກັບສະພາບຈຸດພິເສດ, ສະພາບການກຽວກັບບົດບາດໜ້າທີ່, ໂຄງຮ່າງການຈັດຕັ້ງຂອງເປົ້າໝາຍທີ່ຖືກກວດກາ.

2. ເກັບກຳຕົວເລກຂໍ້ມູນ, ເອກະສານກຽວກັບສະພາບ ການປະຕິບັດໜ້າທີ່ວຽກງານຕ່າງໆ ຕາມການມອບໝາຍຂອງເປົ້າໝາຍທີ່ຖືກກວດກາ ໃນນັ້ນ, ຕ້ອງມີເອກະສານ, ຕົວເລກລະອຽດ ເປັນຕົ້ນ: ບັນດາເນື້ອໃນລາຍການ, ຂໍ້ມູນຕົວເລກສັງລວມແຕ່ລະເນື້ອໃນ ກຽ່ວກັບການປະຕິບັດໜ້າທີ່ວຽກງານ ຕາມການມອບໝາຍຂອງເປົ້າໝາຍທີ່ຖືກກວດກາ.

3. ເກັບກຳເນື້ອໃນລາຍການຕົວເລກກຽວກັບລາຍຮັບ - ລາຍຈ່າຍ ແລະ ບັນດາແຫຼ່ງລາຍຈ່າຍສີ້ນເປືອງໃນການເຄື່ອນໄຫວຂອງເປົ້າໝາຍ.

4. ສະຫຼຸບສັງລວມບັນດາບົດລາຍງານຂອງເປົ້າໝາຍຕາມ ຂໍ້ກຳນົດກົດລະບຽບທີ່ພົວພັນເຖິງການຈັດຕັ້ງປະຕິບັດ ແຕ່ລະໜ້າທີ່ຕາມການມອບໝາຍ ແລະ ການປະຕິບັດນະໂຍບາຍ, ລະບອບ, ລະບຽບການເງິນໄດ້ຕາມລະດັບຄາດໝາຍທີ່ກຳນົດ ຫຼື ບໍ່ໄດ້ເອົາໃຈໃສ່ ຫຼືບໍ່ເຖິງນະໂຍບາຍ, ລະບົບການສະເພາະຕ່າງໆຂອງລັດ ແລະ ຂອງທ້ອງຖິ່ນທີ່ພົວພັນເຖິງການເຄື່ອນໄຫວຂອງເປົ້າໝາຍຖືກກວດກາ, ເລັ່ງໃສ່ບັນດາຂົງເຂດ, ເປົ້າໝາຍທີ່ສຳຄັນ ຫຼື ບ່ອນທີ່ຄວນຕ້ອງໄດ້ເອົາໃຈໃສ່.

5. ສັງເກດຕີລາຄາກຽ່ວກັບບັນຫາພົ້ນເດັ່ນ, ຄວາມສາມາດ ແລະ ປະກົດການກະທຳຜິດຕໍ່ລະບຽບກົດໝາຍກຽ່ວກັບການຄຸ້ມຄອງການເງິນ, ງົບປະມານ, ການປະຕິບັດລະບຽບການເຄື່ອນໄຫວຕ່າງໆ, ຂັ້ນຕອນການເຮັດວຽກ.

6. ເກັບກຳສະພາບການກວດກາ,ກວດການ, ກວດສອບບັນຊີຂອງອົງການຈັດຕັ້ງຕໍ່ກັບເປົ້າໝາຍທີ່ ຖືກກວດກາ, ຍົກໃຫ້ເຫັນບັນດາເນື້ອໃນທີ່ຕ້ອງການກວດກາ, ໃນນັ້ນ, ຊີ້ໃຫ້ເຫັນແຈ້ງເນື້ອໃນຈຸດສຸມ, ຈຸດໃຈກາງບັນດາການຈັດຕັ້ງສ່ວນບຸກຄົນ ທີ່ຕ້ອງການດຳເນີນການກວດກາ.

3. ສ້າງແຜນການກວດກາ.

1. ກຳນົດຈຸດປະສົງ, ຄວາມຮຽກຮ້ອງຕ້ອງການໃນການກວດກາ ອີງໃສ່ແຕ່ລະບັ້ນກວດກາ ແລະ ຄວາມຕ້ອງການຂອງຂະແໜງການໃນແຕ່ລະໄລຍະ ເຊິ່ງຈຸດປະສົງຂອງບັ້ນກວດກາບໍລິຫານ ທີ່ໄດ້ຍົກຂື້ນມາໃຫ້ເຫັນກໍ່ມີຄວາມແຕກຕ່າງໆກັນ. ສະນັ້ນ, ກຽ່ວກັບຈຸດປະສົງພື້ນຖານລວມຂອງການກວດກາບໍລິຫານແມ່ນ:

- ຕີລາຄາໄດ້ເຖິງຈຸດດີ ຈຸດອ່ອນຂອງເປົ້າໝາຍທີ່ຖືກກວດກາ ໃນການປະຕິບັດລະບຽບກົດໝາຍ, ການກຳນົດໜ້າທີ່ວຽກງານ, ລະບຽບການເຄື່ອນໄຫວໃນການຜັນຂະຫຍາຍ ການປະຕິບັດໜ້າທີ ຂອງວິຊາສະເພາະຕາມການມອບໝາຍ.

- ຕີລາຄາຈຸດດີ, ຈຸດອ່ອນ ໃນການປະຕິບັດວຽກງານຄຸ້ມຄອງຂອງພະນັກງານ, ວິຊາການໃນການຄຸ້ມຄອງລາຍຈ່າຍພາຍໃນ ເພື່ອຮັບໃຊ້ວິຊາສະເພາະ ຕາມການມອບໝາຍຂອງເປົ້າໝາຍກວດກາ.

- ຕີລາຄາເຖິງການປະຕິບັດບັນດາຂໍ້ກຳນົດ ທີ່ກຽ່ວຂ້ອງເຖິງການແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ, ກວດກາການປະຕິບັດນະໂຍບາຍປະຢັດ, ຕ້ານການຟູມເຟືອຍ, ຕ້ານການສໍ້ລາດບັງຫຼວງຂອງເປົ້າໝາຍທີ່ຖືກກວດກາ.

- ເມື່ອກວດກາເຫັນປະກົດການ ຕ້ອງສະເໜີວິທີການປັບປຸງ ແລະ ປຽນແປງກົນໄກ, ນະໂຍບາຍ, ລະບອບລະບຽບ, ບັນດາຂັ້ນຕອນເຮັດວຽກທີ່ພົວພັນເຖິງການຄຸ້ມຄອງ ຂອງລັດຕໍ່ກັບບັນດາເປົ້າໝາຍທີ່ບໍ່ທັນເຂັ້ມບໍ່ເໝາະສົມກັບຕົວຈິງ.

2. ກຳນົດເນື້ອໃນການກວດກາ: ກວດກາການຈັດຕັ້ງຜັນຂະຫຍາຍ ແລະ ກວດກາຜົນຂອງການປະຕິບັດໜ້າທີ່ ວິຊາສະເພາະຕາມການມອບໝາຍ, ກວດກາການຄຸ້ມຄອງລາຍຈາຍພາຍໃນ, ກວດກາວຽກງານຄຸ້ມຄອງພະນັກງານ, ວິຊາການ, ການປະຕິບັດຂໍ້ກໍານົດກຽ່ວກັບການຮ້ອງຟ້ອງ, ຮ້ອງທຸກ, ກວດກາການປະຕິບັດນະໂຍບາຍປະຍັດ, ຕ້ານການຟຸມເຟືອຍ, ຕ້ານການສໍ້ລາດບັງຫຼວງຂອງເປົ້າໝາຍທີ່ຖືກກວດກາ.

3. ໄລຍະການກວດກາ, ກຳນົດເວລາໃນການກວດກາ: ໄລຍະກວດກາກຳນົດຈະແຈ້ງໄລຍະການກວດກາຕາມຈຸດປະສົງຂອງບັ້ນກວດກາ, ປົກກະຕິແມ່ນອີງຕາມແຜນປີງົບປະມານ, ກຳນົດເວລາໃນການກວດກາປະຕິບັດຕາມຂໍ້ກຳນົດຂອງກົດໝາຍກວດກາ.

4. ອອກຂໍ້ຕົກລົງ ແລະ ການອະນຸມັດແຜນການກວດກາ: ຜູ້ໄດ້ຮັບມອບໝາຍໜ້າທີ່ມີໜ້າທີ່ ນຳສະເໜີຜູ້ມີຂອບເຂດສະດ (ຫົວໜ້າກວດກາລັດ ຫຼື ຫົວໜ້າອົງ ການຄຸ້ມຄອງລັດ) ຮ່າງຂໍ້ຕົກລົງກວດກາຄັດຕິດໄປພ້ອມກັບແຜນການກວດກາ ແລະ ບົດລາຍງານການເດີນສຳຫຼວດ, ຊຶ່ງຜູ້ມີຂອບເຂດສິດຈະພິຈາລະນາ ແລະ ເຊັນຂໍ້ຕົກລົງກວດກາ ແລະ ອະນຸມັດຜ່ານແຜນການກວດກາ ເນື້ອໃນຂໍ້ຕົກລົງຕ້ອງຂຽນຈະແຈ້ງຊື່ເປົ້າໝາຍ, ເນື້ອໃນໄລຍະເວລາ, ການສ້າງຄະນະ ແລະ ຄວາມຮັບຜິດຊອບຂອງການຈັດຕັ້ງ; ສ່ວນບຸກຄົນທີ່ກ່ຽວຂ້ອງກັບວຽກງານກວດາ ແລະ ສົ່ງຂໍ້ຕົກລົງຫາອົງການຈັດ ຕັ້ງຕ່າງໆ ທີ່ກ່ຽວຂ້ອງລະບຽບການ;

5. ກະກຽມຜັນຂະຫຍາຍເນື້ອໃນກວດກາ: ພາຍຫຼັງມີຂໍ້ຕົກລົງກວດກາ ຫົວໜ້າຄະນະກວດກາ ຕ້ອງແຈ້ງແຜນການກວດກາ ແລະ ຄວາມຕ້ອງ ການເອກະສານ ເພື່ອໃຫ້ເປົ້າໝາຍກະກຽມ ແລະວຽກຕ່າງໆທີ່ຈະໄດ້ລາຍງານໃນເວລາເປີດກອງປະຊຸມແຈ້ງຂໍ້ຕົກລົງ ເຊັ່ນ: ເວລາ, ສະຖານທີ່ ແລະ ພາກສ່ວນ ທີ່ເຂົ້າຮ່ວມໃນກອງປະຊຸມແຈ້ງຂໍ້ຕົກລົງ, ສະເໜີໃຫ້ເປົ້າໝາຍກະກຽມບົດລາຍງານຕໍ່ຄະນະກວດກາ;

1.3.2. ບາດກ້າວດຳເນີນການກວດກາການເງິນ

ບາດກ້າວດຳເນີນການກວດກາແມ່ນຂັ້ນຕອນ ທີ່ຄະນະກວດກາການເງິນ ພົບປະກັບຫົວໜ່ວຍຖືກກວດກາ, ປະຕິບັດແຜນການກວດກາທີ່ໄດ້ຮຽບຮຽງ, ກະກຽມໄວ້ແລ້ວ ຊຶ່ງຂັ້ນຕອນກວດກາຕ້ອງກຳແໜ້ນບັນດາຫຼັກການກວດກາ ເພື່ອທຳການພິສູດຄວາມຈິງກ່ຽວກັບຕົວເລກ, ເອກະສານຢ່າງຮອບຄອບ, ຮັບປະ ກັນຄວາມຊັດເຈນ, ພາວະວິໄສ ເພື່ອໃຊ້ເປັນຫຼັກຖານໃຫ້ການສະຫຼຸບ ແລະວິທີແກ້ໄຂ.

ການກວດກາການເງິນ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ແຈ້ງຂໍ້ຕົກລົງການກວດກາ.

ຄະນະກວດກາຈັດຕັ້ງປະກາດແຈ້ງການຂໍ້ຕົກລົງກວດກາ ຢູ່ສະຖານທີ່ເປົ້າໝາຍກວດກາ, ເຂົ້າຮ່ວມການປະກາດມີ: ຝ່າຍເປົ້າໝາຍກວດກາລວມມີບັນດາຫົວໜ່ວຍ, ພາກສ່ວນຕ່າງທທີ່ພົວພັນເຖິງເນື້ອໃນການກວດກາ, ໄລຍະເວລາໃນການກວດກາແມ່ນ ນັບແຕ່ມື້ແຈ້ງຂໍ້ຕົກລົງກວດກາ.

2. ຈັດຕັ້ງປະຕິບັດການກວດກາ.

ແມ່ນຂະບວນການນຳໃຊ້ວິທີການກວດກາ,ກວດກາພົບເຫັນບັນຫາ,ເຮັດໃຫ້ບັນຫາຕ່າງໆຈະແຈ້ງຂື້ນ, ການສະຫຼຸບລະອຽດ, ຫັດກຸມ,ພາວະວິໄສ.ການກວດກາພາຍໃນຕໍ່ກັບບັນດາເປົ້າໝາຍທີ່ຂື້ນກັບກະຊວງການເງິນເປັນຕົ້ນແມ່ນກວດກາຈັດຕັ້ງຜັນຂະຫຍາຍ ແລະຜົນສຳເລັດການປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມການມອບໝາຍ, ມີການມອບ.

ວິທີການລວມເພື່ອກວດກາການປະຕິບັດໜ້າທີ່ຕາມການມອບໝາຍມີດັ່ງນີ້:

ກຳນົດບັນດາໜ້າທີ່ ວິຊາສະເພາະຕາມການມອບໝາຍ : ອີງໃສ່ພາລະບົດບາດໜ້າທີ່ຕາມກາໝາຍ ຫຼື ຍົກໃຫ້ເຫັນກຽວກັບຫົວໜ່ວຍບໍລິຫານ ແລະ ບັນດາເອກະສານມອບວຽກຂອງຂັ້ນເທິງເພື່ອກຳນົດຈຳນວນວຽກວິຊາສະເພາະ ຂອງເປົ້າໝາຍທີ່ຖືກກວດກາ ລວມມີບັນດາປັດໄຈກຽວກັບບໍລິມາດວຽກທີ່ຖືກມອບໝາຍ, ຄຸນນະພາບວຽກງານທີ່ຕ້ອງຮັບປະກັນ ສຳເລັດຕາມກຳນົດເວລາ ໃນນັ້ນ: ການປະຕິບັດໜ້າທີ່ວິຊາສະເພາະຈຸດສຸມ ແລະ ການປະຕິບັດໜ້າທີ່ແບບຮີບດ່ວນ.

3. ລົງວິໄນການກະທຳຜິດທາງບໍລິຫານ

ໃນຂະບວນການກວດກາ ເມື່ອພົບເຫັນານກະທຳຜິດ ຈະຕ້ອງໄດ້ລົງວິໄນທາງບໍລິຫານຕາມຂໍ້ກຳນົດກົດໝາຍ, ຊຶ່ງສະມາຊິກ ຫຼື ຫົວໜ້າຄະນະກວດກາ ໄດ້ມີບົດບັນທຶກຂອງການກະທຳຜິດແລ້ວ ຈະອອກຂໍ້ຕົກ ລົງແກ້ໄຂທາງບໍລິຫານຕາມຂອບເຂດສິດ (ຂໍ້ຕົກລົງແກ້ໄຂທາງບໍລິຫານຈະຕ້ອງຍົກໃຫ້ເຫັນເນື້ອໃນຈະແຈ້ງ, ຄົບຖ້ວນເຊັ່ນ: ເນື້ອໃນການແກ້ໄຂ, ໄລຍະເວລາ ແລະ ບ່ອນຮັບ) ຫຼື ສົ່ງຫາຂັ້ນເທິງທີ່ມີຂອບເຂດສິດໃນການແກ້ໄຂໃຫ້ທັນເວລາຕາມຂໍ້ກຳນົດຂອງກົດໝາຍ ວ່າດ້ວຍການແກ້ໄຂການລ່ວງລະເມີດ ທາງບໍລິ ຫານ.

1.3.3. ບາດກ້າວສຳເລັດການກວດກາການເງິນ

ບາດກ້າວນີ້ແມ່ນສັງລວມຂໍ້ມູນຕ່າງໆທີ່ເກັບກຳໄດ້ ເພື່ອທໍາການວິເຄາະ, ວິໃຈ ແລະ ສົມທຽບກັບບົດລາຍງານດ້ານການເງິນຂອງເປົ້າໝາຍທີ່ຖືກກວດກາ, ຊອກຫາເຫດຜົນໃຫ້ພຽງພໍ ເພື່ອສ້າງເປັນບົດບັນທຶກຜົນຂອງການກວດກາ.

ບາດກ້າວສຳເລັດຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:

1. ບົດລາຍງານຜົນການກວດກາ ແລະ ປຶກສາຫາລືສະຫຼຸບຜົນການກວດກາ

ບົດລາຍງານການກວດກາ ຢູ່ແຕ່ລະຫົວໜ່ວຍທີ່ຖືກກວດກາຕາມຂໍ້ຕົກລົງກວດກາ, ຫົວໜ້າຄະນະກວດກາມີໜ້າທີ່ສ້າງບົດບັນທຶກ ແລະ ເຊັນບົດບັນທຶກກວດກາກັບເປົ້າໝາຍກວດກາ ຕາມທິດຊີ້ນຳຄະນະກວດກາ,ຊຶ່ງເນື້ອໃນບົດບັນທຶກກວດກາຈະຕ້ອງຂຽນໃຫ້ຈະແຈ້ງກ່ຽວກັບຄວາມຜິດ, ຄວາມຖືກຕ້ອງໂດຍສົມທຽບໃສ່ກັບລະບຽບກົດໝາຍ.

ໃນໄລຍະການກວດກາຕາມຂໍ້ກຳນົດ, ຫົວໜ້າຄະນະກວດກາຕ້ອງເກັບບົດລາຍງານ ຜົນການກວດກາລົງລາຍເຊັນ ແລ້ວສົ່ງຫາຜູ້ອອກຂໍ້ຕົກລົງກວດກາ ພ້ອມດ້ວຍຮ່າງບົດສະຫຼຸບຜົນການກວດກາ, ຮ່າງບົດສະຫຼຸບຜົນການກວດກາ ຈະຕ້ອງສະແດງໃຫ້ເຫັນສະພາບລວມ, ເນື້ອໃນການສະຫຼຸບ ແລະການສະເໜີແນະນຳວິທີການແກ້ໄຂ ແຕ່ລະເນື້ອໃນສະຫຼຸບຈະຕ້ອງຈະແຈ້ງ, ກຳນົດຖືກ, ຜິດ ແລະ ສາຍເຫດຂອງມັນຄວາມຮັບຜິດຊອບ, ຮູບການແກ້ໄຂ, ເວລາໃນການຈັດຕັ້ງປະຕິບັດ.

ຫົວໜ້າຄະນະກວດກາ ຈະຕ້ອງຈັດຕັ້ງເອົາຄຳຄິດຄຳເຫັນ ຈາກສະມາຊິກໃນຄະນະກວດກາ ຊຶ່ງປະ ກອບຄຳເຫັນນັ້ນຈະຕ້ອງເຮັດເປັນເອກະສານ, ເປັນລາຍລັກອັກສອນ, ເພື່ອປະກອບເຂົ້າບົດສະຫຼຸບຜົນການກວດກາ ແລະ ຮ່າງບົດສະຫຼຸບກວດກາ.

2. ສະຫຼຸບການກວດກາ ແລະ ການສຳເນົາເອກະສານກວດກາ

ໃນໄລຍະເວລາທີ່ກຳນົດ ຂອງກົດໝາຍວ່າດ້ວຍການກວດກາ, ຜູ້ອອກຂໍ້ຕົກລົງກວດກາຈະຕ້ອງພິ ຈາລະນາ ແລະອອກເອກະສານສະຫຼຸບຜົນການກວດກາ, ໃນໄລຍະພິຈາລະນານັ້ນ ຜູ້ອອກຂໍ້ຕົກລົງກວດກາສະເໜີໃຫ້ຫົວໜ້າຄະນະກວດກາ ແລະເປົ້າໝາຍກວດກາໃຫ້ຄຳອະທິບາຍ, ປະກອບເອກະສານເພີ່ມເຕີມ ແລະ ຫຼັກຖານກ່ຽວກັບບັນຫາທີ່ຍັງບໍ່ທັນຈະແຈ້ງ.

ກ່ອນທີ່ຈະອອກເອກະສານສະຫຼຸບຜົນການກວດກາ, ຜູ້ອອກຂໍ້ຕົກລົງກວດກາ ຫຼື ຜູ້ໄດ້ຮັບສິດໃຫ້ເຮັດວຽກກັບເປົ້າໝາຍກວດກາ ກ່ຽວກັບຮ່າງບົດສະຫຼຸບຜົນການກວດກາ, ໃນກອງປະຊຸມປຶກສາຫາລືຮ່າງບົດສະຮູບການກວດການີ້ຈະຕ້ອງໄດ້ເຮັດບົດບັນທຶກ ແລະ ເຊັນຮ່ວມກັນກັບແຕ່ລະພາກສ່ວນເຂົ້າຮ່ວມ.

ບົດສະຫຼຸບການກວດກາ ໄດ້ສົ່ງໃຫ້ເປົ້າໝາຍກວດກາ ແລະ ໄດ້ຈັດຕັ້ງປະຕິບັດຕາມຂໍ້ກຳນົດຂອງກົດໝາຍກວດກາ ແລະ ຂໍ້ກຳນົດຂອງກະຊວງການເງິນ.

3. ການມອບຮັບ ແລະ ສຳເນົາເອກະສານ

ພາຍຫຼັງໄດ້ຜ່ານບົດສະຫຼຸບກວດກາແລ້ວ ໃນໄລຍະເວລາທີ່ກຳນົດຫົວໜ້າຄະນະກວດກາ ມີໜ້າທີ່ມອບຮັບເອກະສານກວດກາໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ.ການມອບຮັບເອກະສານນີ້ຈະຕ້ອງເຮັດເປັນບົດບັນທຶກມອບຮັບ ແລະ ເກັບຮັກສາໄວ້ໃນຊຸດເອກະສານສະຫຼຸບການກວດກາ.

4. ລວມຄະນະກວດກາ ເພື່ອຖອດຖອນບົດຮຽນ

ອີງຕາມເວລາທີ່ກໍານົດ, ຫົວໜ້າຄະນະກວດກາມີໜ້າທີ່ລວມຄະນະກວດກາ ເພື່ອປຶກສາຫາລືກ່ຽວກັບຜົນກວດກາ ແລະ ຖອດຖອນບົດຮຽນໃນການກວດກາ ຊຶ່ງເລີ່ມຈາກມື້ເລີ່ມຕົ້ນສ້າງແຜນການກວດກາ ຈົນເຖິງມື້ສຳເລັດການກວດກາກອງປະຊຸມນີ້ ຈະຕ້ອງເຮັດບົດບັນທຶກ ແລະເກັບຮັກສາໄວ້ໃນຊຸດເອກະສານກວດກາດັ່ງກາວ.

1.4. ແບບວິທີ ດຳເນີນກວດກາການເງິນ

ການກວດກາການເງິນແມ່ນວຽກງານທີ່ຫຍຸ້ງຍາກ ສັບສົນຕ້ອງໄດ້ນຳໃຊ້ຫຼາຍວິຊາສະເພາະປະກອບເຂົ້າກັນ ເພື່ອໃຫ້ໄດ້ມາເຊິ່ງຂໍ້ມູນທີ່ຮັບປະກັນ ແລະ ຖືກຕ້ອງຕາມເຕັກນິກ ແລະ ມາດຕະຖານຂອງວຽກງານທີ່ຖືກກວດກາ, ດັ່ງນັ້ນ, ທຸກສາຂາວິຊາຊີບສາມາດປະກອບເຂົ້າເປັນຄະນະກຳມະການກວດກາໄດ້ ເພື່ອຈະເຮັດໜ້າທີ່ເກັບກຳຂໍ້ມູນ ຕາມວິຊາສະເພາະຂອງຕົນ ເຊັ່ນ: ນັກບັນຊີ, ນັກກົດໝາຍ, ນັກວິສາວະ, ອະຊີວະ, ສະຖາປານິກ, ເອເລັກໂຕຼນິກ ແລະ ອື່ນໆ.

ໂດຍທົ່ວໄປແລ້ວການກວດກາເປົ້າໝາຍໃດໜຶ່ງຕ້ອງໄດ້ນຳໃຊ້ບັນດາແບບວິທີການກວດກາລຸ່ມນີ້:

1. ແບບວິທີໂດຍກົງ:

ແມ່ນເຈົ້າໜ້າທີ່ກວດກາໄປພົບໂດຍກົງ ແລະ ແລກປ່ຽນ, ສອບຖາມກັບບັນດາຜູ້ຄຸ້ມຄອງ, ບຸກຄະລາກອນ ຂອງເປົ້າໝາຍທີ່ຖືກກວດກາ ຫຼື ບຸກຄົນ, ນິຕິບຸກຄົນ ແລະ ກົມກອງທີ່ມີສ່ວນພົວພັນກັບເປົ້າໝາຍຖືກກວດກາ ເພື່ອເກັບກຳຂໍ້ມູນ ແລະ ເຮັດໃຫ້ບັນຫາທີ່ບໍ່ທັນຈະແຈ້ງໃດໜຶ່ງ ໄດ້ຮັບຄວາມກະຈ່າງແຈ້ງ.

2. ແບບວິທີຂຸດຄົ້ນເອກະສານ:

ແມ່ນເຈົ້າໜ້າທີ່ກວດກາດຳເນີນການຄົ້ນຄວ້າບັນດາເອກະສານ ຂອງກົມກອງທີ່ຖືກກວດກາ ແລະ ຂອງພາກສ່ວນອື່ນທີ່ມີສ່ວນພົວພັນກ່ຽວກັບການເຄື່ອນໄຫວ ຂອງເປົ້າໝາຍທີ່ຖືກກວດກາໃນບັນຫາໃດໜຶ່ງທີ່ກ່ຽວຂ້ອງກັນ ເຊັ່ນ: ສັນຍາ, ໃບຮັບເງິນ.

3. ແບບວິທີກວດກາຄືນ:

ແມ່ນວິທີການກວດກາຊັບສົມບັດຄົງທີ່, ສັບສິນໝູນວຽນແນໃສ່ເກັບໂຮມຂໍ້ມູນດ້ານຈຳນວນ ແລະ ມູນຄ່າຂອງຊັບສົມບັດດັ່ງກ່າວ. ຕ້ອງມີການເລືອກເຟັ້ນ ແລະ ນຳໃຊ້ຮູບການທີ່ຮັບປະກັນ ແລະ ເໝາະສົມໃນການກວດນັບຕົວຈິງ.

4. ແບບວິທີສືບສວນ:

ການສືບສວນແມ່ນການຊອກຫາຂໍ້ມູນ ໂດຍຜ່ານບຸກຄົນ ຫຼື ເປົ້າໝາຍທີ່ມີສ່ວນພົວພັນ ເພື່ອແນໃສ່ໃຫ້ໄດ້ຂໍ້ມູນ ແລະ ຫຼັກຖານຢັ້ງຢືນໃດໜຶ່ງທີ່ຕ້ອງການ ເພື່ອມາເພີ່ມເຕີມຫຼັກຖານ ທີ່ມີຢູ່ແລ້ວໃຫ້ສົມບູນຂື້ນຕື່ມ, ສາມາດນຳໃຊ້ຕາມຫຼັກຂອງກົດໝາຍວ່າດ້ວຍ ການດຳເນີນຄະດີທາງແພ່ງ ຫຼື ທາງອາຍາຕາມແຕ່ລະກໍລະນີ.

5. ແບບວິທີທົດລອງ:

ແມ່ນແບບວິທີສະແດງຄືນ ບັນດາການເຄື່ອນໄຫວ ຫຼື ວິຊາສະເພາະ ເພື່ອຢືນຢັນໝາກຜົນຂອງຂະບວນວິວັດໃດໜຶ່ງ ແລະ ເຫດການໃດໜຶ່ງຜ່ານມາ ຫຼື ນຳໃຊ້ເຕັກນິກວິຊາການ ເພື່ອທົດສອບຄວາມເປັນໄປໄດ້ ແນໃສຢືນຢັນຄຸນນະພາບຂອງວຽກງານກັບລາຍຈ່າຍທີ່ເກີດຂື້ນ.

6. ແບບວິທີເລືອກແບບ Form:

ແມ່ນການເລືອກເຟັ້ນບັນດາພາກສ່ວນ ທີ່ມີຈຸດພິເສດເຊັ່ນ: ສັງ ລວມ,ຕົວແທນ ໃຫ້ສັງລວມ ເພື່ອເປັນພື້ນຖານໃຫ້ແກ່ການກວດກາ, ຕີລາຄາ ແລະ ມີຜົນສະຫຼຸບລວມ ໃຫ້ແກ່ການສັງລວມຜົນຂອງການກວດກາ.

7. ແບບວິທີວິເຄາະ:

ແມ່ນການນຳໃຊ້ຂະບວນການ, ຈິນຕະນາການ, ແລະ ແບບໂລຊິກ ເພື່ອຄົ້ນຄວ້າບັນດາສາຍພົວພັນທີ່ເຊື່ອຖືໄດ້ ລະຫວ່າງບັນດາຕົວເລກ ແລະ ຂໍ້ມູນຕ່າງໆ ແນໃສ່ລັກສະນະສົມເຫດສົມຜົນ ຫຼື ບໍ່ສົມເຫດສົມຜົນຂອງບັນດາຂໍ້ມູນ ໃນບົດສະຫຼຸບລາຍງານຂອງເປົ້າໝາຍຖືກກວດກາ.

8. ແບບວິທີປຽບທຽບ ແລະ ສົມທຽບ: ມີ 3 ແບບ

ສົມທຽບໂດຍກົງ: ແມ່ນການສົມທຽບກໍລະນີດຽວກັນ, ຄາດໝາຍດຽວກັນໃນເອກະສານທີ່ຕ່າງກັນ ເພື່ອຊອກຫາສິ່ງຜິດພາດ, ລະເມີດ ແລະ ການສໍ້ໂກງໃນເປົ້າໝາຍດັ່ງກ່າວ.

- ສົມທຽບໂລຊິກ: ແມ່ນການຄົ້ນຄວ້າບັນດາສາຍພົວພັນເນື້ອແທ້ ລະຫວ່າງບັນດາຄາດໝາຍທີ່ມີການພົວພັນນຳກັນຜ່ານການພິຈາລະນາລະດັບຜັນແປ ຄືກັນກ່ຽວກັບມູນຄ່າຕົວເລກຂອງບັນດາຄາດໝາຍ ທີ່ພົວພັນເສດຖະກິດໂດຍກົງ.

- ສົມທຽບປຽບທຽບ: ແມ່ນວິທີການຕົ້ນຕໍ ໄດ້ຮັບການນຳໃຊ້ເລື້ອຍໆ ໃນທຸກການກວດກາການເງິນ ເພື່ອຈະຊອກໃຫ້ເຫັນບັນດາຂໍ້ຂັດແຍ່ງ, ຄວາມຜິດພາດ ແລະ ການລະເມີດໃນການຄຸ້ມຄອງການເງິນ ຂອງເປົ້າໝາຍທີ່ຖືກກວດກາ ແລະ ໃຊ້ເປັນປະຖົມປັດໃຈໃຫ້ແກ່ການວາງບັນດາຂໍສະຫຼຸບ ແລະ ບັນດາວິທີດຳເນີນງານໃນການກວດກາການເງິນ.

ເວົ້າລວມແລ້ວ: ການກວດກາມັກຈະເລີ່ມຕົ້ນ ແຕ່ການສັງລວມລົງຮອດລາຍລະອຽດ ເຊິ່ງຈະຕ້ອງໄດ້ຮັບການຢືນຢັນດ້ວຍສະພາບການ ແລະເອກະສານທີ່ກ່ຽວຂ້ອງ ທີ່ສາມາດເກັບໂຮມໄດ້ມາແຕ່ຂອດກະກຽມ, ເມື່ອຮອດຂອດດຳເນີນການກວດກາ ເຈົ້າໜ້າທີ່ສາມາດເກັບໂຮມໄດ້ມາແຕ່ຂອດກະກຽມເມື່ອຮອດຂອດດຳເນີນການກວດກາ ເຈົ້າໜ້າທີ່ກວດກາມັກຈະຄົ້ນຄວ້າບັນດາເອກະສານສັງລວມກ່ອນ ເຊັ່ນ ການຊຳລະບັນຊີການຊີ້ແຈງການຊຳລະບັນຊີປື້ມບັນຊີລວມບົດສະຫຼຸບລາຍງານປະຈຳປີບົດບັນທຶກການກວດາພາຍໃນ (ສະເພາະອົງການລັດ) ບົດບັນທຶກໄລ່ລຽງປະຈຳປີຂອງສ່ວຍສາອາກອນ (ສະເພາະນິຕິບຸກຄົນ) ແຜນວາດການຈັດຕັ້ງຂອບເຂດການເຄື່ອນໄຫວ ແລະ ຈຸດພິເສດດ້ານເສດຖະກິດຂອງຂະແໜງ ການແບບວິທີກວດກາດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ເຮັດໜ້າທີ່ກວດກາຕ້ອງສຶກສາໃຫ້ເຂົ້າໃຈ ແລະ ໜູນໃຊ້ໃຫ້ຖືກຕ້ອງ ກັບສະພາບຈຸດພິເສດຂອງເປົ້າໝາຍທີ່ກວດກາ ວ່າຈະນຳໃຊ້ແນວ ໃດ ໃຫ້ມີຄວາມລະອຽດອ່ອນ ຮັບປະກັນລັກສະນະພາວະວິໄສ ແລະ ຍຸດຕິທຳ.

ຄໍາຖາມຄົ້ນຄວ້າ

1. ການກວດກາການເງິນຄວາມໝາຍແນວໃດ?

2. ການກວດການເງິນຄວາມສຳຄັນແນວໃດ?

3. ຈຸດປະສົງຂອງການກວດກາມີຄືແນວໃດ?

4. ກວດກາການເງິນມີພາລະບົດບາດກວດກາບໍລິຫານແນວໃດ?

5. ພາລະບົດບາດກວດກາສະເພາະຂະແໜງດ້ານການເງິນແນວໃດ?

6. ຈຸດພິເສດຂອງການກວດກາການເງິນມີຄືແນວໃດ?

7. ຂັ້ນຕອນກວດກາການເງິນມີຈັກຂັ້ນຕອນຄືຂັ້ນຕອນໃດແດ່?

ใหม่กว่า เก่ากว่า