ບົດຮຽນ ວິຊາ ວຽກງານກວດກາການເງິນ ບົດທີ 2 ການກວດກາການບໍລິຫານຄຸ້ມຄອງການເງິນ

ບົດທີ 2

ການກວດກາການບໍລິຫານຄຸ້ມຄອງການເງິນ

2.1. ຄວາມໝາຍ ແລະ ຄວາມສຳຄັນຂອງການກວດກາບໍລິຫານຄຸ້ມຄອງການເງິນ

2.1.1. ຄວາມໝາຍຂອງການກວດກາການບໍລິຫານຄຸ້ມຄອງການເງິນ

ການກວດກາການບໍລິຫານຄຸ້ມຄອງການເງິນ ໝາຍເຖິງການສັງເກດຕີລາຄາ, ການຈັດຕັ້ງປະຕິບັດລະບຽບ, ກົດໝາຍ, ມະຕິຄຳສັ່ງ, ຂໍ້ກຳນົດຕ່າງໆກ່ຽວກັບວຽກງານການເງິນ ທີ່ໄດ້ປະກາດໃຊ້ໄປແລ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຄວາມ ໂປ່ງໃສ, ຖືກຕ້ອງ-ຊັດເຈນ ແລະ ມີສອດຄ່ອງ, ການກວດກາກາການບໍລິຫານຄຸ້ມຄອງການເງິນ ແມ່ນກວດກາການຄຸ້ມຄອງລາຍຮັບ-ລາຍຈ່າຍນັ້ນເອງ.

2.1.2. ຄວາມສຳຄັນ ຂອງການກວດກາການບໍລິຫານຄຸ້ມຄອງການເງິນ

1. ການກວດກາການບໍລິຫານຄຸ້ມຄອງການເງິນ ແມ່ນສາມາດຕີລາຄາໄດ້ຈຸດດີ, ຈຸດບົກຜ່ອງ ແລະ ຂໍ້ຄົງ ຄ້າງຂອງຜູ້ບໍລິຫານໃນແຕ່ລະຂັ້ນໃນການບໍລິຫານ-ຄຸ້ມຄອງດ້ານການເງິນ.

2.ເຮັດໃຫ້ຄະນະພັກຜູ້ບໍລິຫານທົ່ວຂະແໜງການແຕ່ລະຂັ້ນເຫັນໄດ້ສະພາບການບໍລິຫານ - ຄຸ້ມຄອງທາງດ້ານການເງິນຂອງຕົນ, ເພື່ອມີວິທີການແກ້ໄຂຢ່າງທັນການ, ມີການສັ່ງການທີ່ຖືກຕ້ອງ, ຖືກຕາມພາກ, ພາກສ່ວນ, ຖືກຕາມຮ່ວງ ແລະ ລູກຮວງ.

3. ເຮັດໃຫ້ການນຳໃຊ້ເງິນ ຖືກຕ້ອງຕາມລະບຽບຫຼັກການ ຂອງກະຊວງການເງິນວາງອອກ.

4. ສາມາດນຳເອົາເງິນທີ່ໄປໃຊ້ບໍ່ຖືກຕ້ອງກັບຄືນມາ (ມີການຊົດໃຊ້ແທນຄືນເມື່ອກວດພົບ).

5. ເປັນການປູກຈິດສໍານຶກໃຫ້ພະນັກງານການເງິນ ມີສະຕິ, ມີຫຼັກໝັ້ນ, ມີຄວາມຊື່ສັດສຸຈະຫຼິດ, ມີຄວາມໂປ່ງໃສ ແລະ ສາມາດກວດກາໄດ້ທຸກເວລາ.

6. ເພື່ອປ້ອງກັນຖັນແຖວພະນັກງານການນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດວິຊາການ ທີ່ຮັບຜິດຊອບດ້ານການເງິນ ໄດ້ມີການປະຕິບັດໜ້າທີ່ ໃຫ້ຖືກຕ້ອງ, ປະຕິບັດວຽກງານດ້ວຍຄວາມກະຕີລືລົ້ນ, ບໍ່ມີຄວາມລະແວງສົງໃສ ແລະ ເຮັດໃຫ້ການຈັດຕັ້ງມີຄວາມສາມັກຄີພາຍໃນໜັກແໜ້ນ, ມີຄວາມສະຫງົບ, ປອດໄພ, ບໍ່ມີການຕົກເຮ່ຍເສຍຫາຍ ແລະ ບໍ່ມີຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ.

7. ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ທຸກການກະທຳທີ່ເປັນການລະເມີດຕໍ່ລະບຽບ, ກົດໝາຍກ່ຽວກັບການບໍລິຫານ-ຄຸ້ມຄອງການເງິນ ທີ່ເປັນຊັບສົມບັດ ແລະ ທຶນຮອນຂອງ ບໍ່ໃຫ້ຕົກເຮ່ຍເສຍຫາຍ.

2.2. ຈຸດປະສົງເປົ້າໝາຍ ແລະຄວາມຈຳເປັນຂອງການກວດກາການບໍລິຫານການເງິນ

2.2.1. ຈຸດປະສົງຂອງການກວດກາການບໍລິຫານຄຸ້ມຄອງການເງິນ

1.ເພື່ອຊອກຮູ້, ເກັບກຳສະພາບການຈັດຕັ້ງປະຕິບັດ ການບໍລິຫານຄຸ້ມຄອງລາຍຮັບ-ລາຍຈ່າຍ, ການຈັດຊື້-ຈັດຈ້າງ, ການກໍ່ສ້າງ-ສ້ອມແປງ, ການຄຸ້ມຄອງ ແລະ ການນໍາໃຊ້ຊັບສິນຂອງລັດ ວ່າຖືກຕ້ອງຕາມລະບຽບ, ຫຼັກການຂອງກະຊວງການເງິນວາງອອກ ແລະຖືກຕ້ອງຕາມຂໍ້ກຳນົດພາຍໃນກົມກອງຂອງຕົນ ຫຼື ບໍ່?

2. ເພື່ອເປັນການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຕ້ານສະພາບປະກົດການຫຍໍ້ທໍ້ ກໍຄືສະກັດກັ້ນທຸກການກະທຳ ທີ່ເປັນການລະເມີດຕໍ່ຂໍ້ກຳນົດ, ລະບຽບ, ກົດໝາຍຕ່າງໆ ກ່ຽວກັບການບໍລິຫານຄຸ້ມຄອງວຽກງານການເງິນ.

3. ເພື່ອຊ່ວຍປັບປຸງ ແລະ ແນະນຳວິທີການ, ການບໍລິຫານຄຸ້ມຄອງວຽກງານການເງິນ ໃຫ້ຜູ້ບໍລິຫານຄຸ້ມຄອງວຽກງານການເງິນ ທົ່ວຂະແໜງການຂອງລັດ ມີຄວາມເຂົ້າໃຈເປັນເອກະພາບ ແລະ ມີຄວາມຖືກຕ້ອງ - ສອດຄອງ.

4. ເພື່ອຊ່ວຍປັງປຸງ ແລະ ແນະນຳວິທີການ, ການບໍລິຫານຄຸ້ມຄອງວຽກງານການເງິນ ໃຫ້ຜູ້ບໍລິຫານຄຸ້ມຄອງວຽກງານການເງິນ ທົ່ວຂະແໜງການຂອງລັດ ມີຄວາມເຂົ້າໃຈເປັນເອກະພາບ ແລະ ມີຄວາມຖືກຕ້ອງ - ສອດຄອງ.

2.2.2. ເປົ້າໝາຍຂອງການກວດກາການບໍລິຫານຄຸ້ມຄອງການເງິນ

ການກວດກາການບໍລິຫານຄຸ້ມຄອງການເງິນຢູ່ກະຊວງການເງິນ, ພະແນກການເງິນປະຈຳແຂວງ/ນະຄອນຫຼວງ, ຫ້ອງການ-ການເງິນປະຈຳເມືອງ, ລັດວິສາຫະກິດ, ໂຄງການ, ຫົວໜ່ວຍຮາກຖານຕ່າງໆ ທີ່ຂຶ້ນກັບການຄຸ້ມຄອງຂອງລັດ.

2.2.3. ຄວາມຈຳເປັນພາວະວິໄສ ໃນການກວດກາການບໍລິຫານຄຸ້ມຄອງການເງິນ

ການກວດກາການບໍລິຫານຄຸ້ມຄອງການເງິນ ແມ່ນມີຄວາມຈຳເປັນພາວະວິໄສ ທີ່ຈະຕ້ອງໄດ້ປະຕິບັດຢ່າງເປັນປົກກະຕິ-ຕໍ່ເນື່ອງ, ເຮັດເປັນປະຈຳ ແລະ ຕ້ອງໄດ້ກວດກາຢງລະອຽດຕາມຂັ້ນຕອນ ໂດຍສະເພາະແມ່ນການປະຕິບັດລາຍຮັບ-ລາຍຈ່າຍທຸກໆແຫຼ່ງເງິນ ເຊັ່ນ: ເງິນງົບປະມານ, ລາຍຮັບ-ລາຍຈ່າຍວິຊາການ, ເງິນໂຄງການ, ເງິນກູ້ຢືມ, ເງິນຊ່ວຍເຫຼືອລ້າ ແລະ ເງິນຊ່ວຍເຫຼືອອື່ນໆຈາກສັງຄົມ ເພື່ອບໍ່ໃຫ້ມີຊ່ອງຫວ່າງໃນການສວຍໃຊ້ໜ້າທີ່, ຕໍາແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ຊຶ່ງຈະກໍ່ໃຫ້ເກີດຄວາມຂັດແຍ່ງພາຍໃນ, ຂາດຄວາມເຊື່ອໝັ້ນໃນການຊີ້ນຳ-ນຳພາ ແລະ ຈະນຳໄປສູ່ຄວາມ ແຕກແຍກສາມັກຄີພາຍໃນ, ເຮັດໃຫ້ເສຍບົດບາດຂອງພະນັກງານນຳພາ ແລະ ເສຍຜົນປະໂຫຍດສ່ວນລວມຂອງລັດ.

ສັງລວມແລ້ວ: ຖ້າບໍ່ມີການຕິດຕາມກວດກາການບໍລິຫານຄຸ້ມຄອງວຽກງານການເງິນຢ່າງເປັນປົກກະຕິ ຕໍ່ເນື່ອງ, ເຮັດເປັນປະຈຳ ແລະ ກວດກາຢ່າງລະອຽດທຸກຂັ້ນຕອນແລ້ວ ກໍ່ຈະບຳເຫັນໄດ້ອັນຖືກ-ອັນຜິດ ແລະ ສາມາດເວົ້າໄດ້ວ່າ: ມີແຕ່ການກວດກາການບໍລິຫານຄຸ້ມຄອງວຽກງານການເງິນເທົ່ານັ້ນ, ຈຶ່ງຈະຮູ້ວິທີການປັບປຸງ, ຮູ້ວິທີການແກ້ໄຂ ເພື່ອເຮັດໃຫ້ສະພາບບັນຫາທາງດ້ານການເງິນ ເກີດມີສະພາບຄ່ອງ ມີຄວາມຖືກຕ້ອງໂປ່ງໃສ ແລະ ເຮັດໃຫ້ການນຳໃຊ້ເງິນຢາງມີຄຸນຄ່າ ແລະ ໄດ້ຮັບຜົນປະໂຫຍດສູງສຸດ.

2.3. ຂັ້ນຕອນການດຳເນີນການກວດກາການຄຸ້ມຄອງການເງິນ

2.3.1. ຂັ້ນຕອນກະກຽມ

1. ເກັບກຳຂໍ້ມູນກ່ຽວກັບສະພາບການບໍລິຫານ, ການຄຸ້ມຄອງທາງດ້ານການເງິນ ຂອງເປົ້າໝາຍທີ່ຈະຖືກກວດກາການເງິນ.

2. ສ້າງແຜນການ, ແຜນງົບປະມານ, ຂໍ້ຕົກລົງ, ແຜນຄົນ ແລະຕາຕະລາງດຳເນີນການກວດກາການເງິນ

3. ແຈ້ງການໃຫ້ ເປົ້າໝາຍ ທີ່ຈະຖືກກວດກາການເງິນໄດ້ຮັບຊາບລ່ວງໜ້າ ຢ່າງໜ້ອຍ 1-2 ອາທິດ (ຍົກເວັ້ນກໍລະນີມີການກວດກາສະພາະກິດ).

2.3.2. ຂັ້ນຕອນດຳເນີນການກວດກາ

1. ເຂົ້າພົບຄະນະພັກ, ຫົວໜ້າຂອງເປົ້າໝາຍທີ່ຖືກກວດກາ ເພື່ອສະເໜີຈຸດປະສົງ, ແຜນ ແລະ ຕາຕະລາງດຳເນີນການກວດກາ.

2. ຮັບຟັງການລາຍງານ ກ່ຽວກັບການບໍລິຫານ ຄຸ້ມຄອງທາງດ້ານການເງິນ ຈາກຄະນະພັກ, ຫົວໜ້າ ຫຼື ຜູ້ອຳນວຍການຂອງເປົ້າໝາຍທີ່ຖືກກວດກາ.

3. ດຳເນີນການກວດກາຕົວຈິງ ຮ່ວມກັບ ຜູ້ບໍລິຫານຄຸ້ມຄອງວຽກງານການເງິນ, ພະນັກງານການເງິນຕາມ ແຜນການ ເຊັ່ນ: ກວດກາກ່ອນຈ່າຍ-ຫຼັງຈາຍ, ການຂຶ້ນແຜນງົບປະມານ, ກວດກາເອກະສານຢັ້ງຢືນລາຍຮັບ-ລາຍຈ່າຍ (ໃບບິນຕ່າງໆ) ຂອງແຕ່ລະແຫຼ່ງລາຍຮັບ.

4. ກວດກາຄັງເງິນສົດ, ເງິນທະນາຄານ.

5. ກວດກາໜີ້ຕ້ອງຮັບ-ໜີ້ຕ້ອງສົ່ງ ແລະ ກວດກວດກາເຄື່ອງໃນສາງ ແລະ ຊັບສິນ-ທີ່ດິນ ສ່ວນລວມຕ່າງໆ.

ໝາຍເຫດ: ການກວດກາ ແຕ່ລະມື້, ແຕ່ລະລາຍການ, ຕ້ອງໄດ້ຮັບບົດບັນທຶກ ແລະ ເຊັນຢັ້ງຢືນເອກະສານທັງສອງຝ່າຍ, ເຊັນກຳກໍທຸກໜ້າເຈັ້ຍຂອງເອກະສານ, ຖ້າມີການອັດສຳເນົາກໍຕ້ອງໄດ້ສົ່ງສະບັບຕົ້ນຄືນໃນແຕ່ລະວັນ, ທັງນີ້ກໍ່ເພື່ອຫຼີກເວັ້ນການຕົກເຮ່ຍເສຍຫາຍ ແລະ ການດັດແປງເອກະສານຕ່າງໆ.

2.3.3. ຂັ້ນຕອນສະຫຼຸບການກວດກາການເງິນ

1. ຄະນະກວດກາ ສັງລວມ ຜົນຂອງການກວດກາ

2. ປະຊຸມຮ່ວມກັບຄະນະພັກ, ຫົວໜ້ ຫຼື ຜູ້ອຳນວຍການ ບ່ອນທີ່ຖືກກວດກາ ເພື່ອຜ່ານຮ່າງບົດສະຫຼຸບຜົນການກວດກາຮວມກັນ.

3. ຈັດຕັ້ງພະທີສະຫຼຸບຜົນການກວດກາຢ່າງເປັນທາງການ.

4. ລາຍງານຜົນການກວດກາ ໃຫ້ຂັ້ນເທິງໄດ້ຮັບຊາບ ເພື່ອມີຄຳເຫັນຊີ້ນຳ ແລະຕົກລົງແກ້ໄຂບັນຫາ

5. ພາຍຫຼັງຂັ້ນເທິງມີທິດຊີ້ນຳ ແລະ ຕົກລົງແກ້ໄຂບັນຫາແລ້ວ ຄະນະກວດກາຈຶ່ງນຳເອົາທິດຊີ້ນຳ ແລະ ການແກ້ໄຂດັ່ງກ່າວ ສົ່ງໃຫ້ເປົ້າໝາຍທີ່ຖືກກວດກາ ເພື່ອຈັດຕັ້ງປະຕິບັດ ແລະ ຈັດຕັ້ງເຜີຍແຜ່ຜົນຂອງການກວດກາຢ່າງເປັນທາງການ, ສ່ວນຄະນະກວດກາ ມີໜ້າທີ່ຕິດຕາມຊຸກຍູ້ ສຳເນົາເອກະສານ ແລະ ຄະນະກວດກາເພື່ອຖອດຖອນບົດຮຽນ.

ໝາຍເຫດ: ຖ້າແມ່ນການກວດກາປົກກະຕິ (ບໍ່ມີບັນຫາສະເໜີໃຫ້ຂັ້ນເທິງແກ້ໄຂ) ຫຼັງຈາກສະຫຼຸບຜົນຂອງການກວດກາແລ້ວ ແມ່ນໃຫ້ບ່ອນທີ່ຖືກກວດກາ ຈັດຕັ້ງເຜີຍແຜ່ຜົນຂອງການກວດກາເລີຍ ແລະ ຄະນະກວດກາ ກໍ່ລາຍງານໃຫ້ຂັ້ນເທິງໄດ້ຮັບຊາບ ແລະ ສຳເນົາເອກະສານ ແລະ ປະຊຸມຄະນະກວດກາ ເພື່ອຖອດຖອນບົດຮຽນ.

2.4. ໂຄງປະກອບ ແລະ ການກວດກາ ການບໍລິຫານຄຸ້ມຄອງດ້ານການເງິນ

2.4.1. ໂຄງປະກອບ ແລະ ການກວດກາບໍລິຫານຄຸ້ມຄອງດ້ານການເງິນ

ການບໍລິຫານຄຸ້ມຄອງດ້ານການເງິນມີໂຄງປະກອບດັ່ງນີ້:

1. ຜູ້ສັ່ງຈ່າຍເງິນ (ຫົວໜ້າຜູ້ທີ່ມີສິດສັ່ງຈ່າຍເງິນ, ຜູ້ສັ່ງການເອກ ຫຼື ຜູ້ໄດ້ຮັບການມອບໝາຍວ່າການແທນ).

2. ພະນັກງານການເງິນ (ມີໜ້າທີ່ຂຶ້ນແຜນ, ຖອນເງິນ ແລະ ສະຫຼຸບເງິນ)

3. ພະນັກງານບັນຊີ (ມີໜ້າທີ່ຈົດຮັບເງິນ-ຈົດຈ່າຍອອກ, ຂຽນໃບສັ່ງຈ່າຍເກັບຮັກສາບິນ)

4. ນາຍຄັງ (ຮັບເງິນສົດ, ຈ່າຍເງິນສົດ ບັນທຶກໃສປຶ້ມຕິດຕາມປະຈຳວັນ)

5. ນາຍສາງ (ມີໜ້າທີ່ຮັບເຄື່ອງເຂົ້າສາງ, ຈ່າຍອອກສາງ ແລະ ຮັກສາວັດຖຸສິ່ງຂອງໃນສາງ).

2.4.2. ການກວດກາການເງິນໃນແຕ່ລະດ້ານ

2 4.2.1. ການກວດກາເງິນສົດ ແລະ ກວດກາບັນຊີ ປະກອບມີຄື:

1. ກວດກາຄັງເງິນສົດ

ກວດກາຍອດຍົກມາປຶ້ມຕິດຕາມເງິນສົດ ປະຈຳວັນ, ເດືອນ, ປີ.

- ກວດກາການຈົດຮັບຈົດຈ່າຍ ໃນແຕ່ລະລາຍການ (ກວດກາໃບສັ່ງຈາຍ, ບິນຕ່າງໆ, ຜູ້ເຊັນຮັບ-ເຊັນມອບເງິນສົດ ແລະ ການລົງວັນທີ, ເດືອນ, ປີໃນປຶ້ມຕິດຕາມປະຈຳວັນ).

- ກວດກາປຶ້ມຕິດຕາມເງິນໃນທະນາຄານ ເປັນແຕ່ລະສະກຸນເງິນ ໂດຍທຽບໃສປື້ມທະນາຄານ ແລະ ບັນຊີສຳຮອງຂອງທະນາຄານ (BANK STATEMENT OF ACCOUNTS).

- ກວດນັບເງິນສົດໃນຄັງເງິນສົດ ໂດຍແຍກເປັນແຕ່ລະປະເພດເງິນ ແລະ ສະກຸນເງິນ ເຂົ້າໃສແຕ່ລະຕາລະລາງເງິນ ພ້ອມທັງເຊັນຢັ້ງຢືນຈາກທຸກທ່ານທີ່ເຂົ້າຮ່ວມ.

ຕົວຢ່າງຕາຕະລາງ

ລ/ດ

ປະເພດເງິນກີບ/ໃບ

ຈຳນວນໃບ

ຈຳນວນເງິນ

ໝາຍເຫດ

1

100.000

2

200.000

 

2

50.000

 

 

 

3

20.000

 

 

 

4

10.000

 

 

 

5

5.000

 

 

 

6

2.000

 

 

 

7

1.000

 

 

 

8

500

 

 

 

9

100

 

 

 

10

50

 

 

 

11

20

 

 

 

12

10

 

 

 

13

5

 

 

 

14

1

 

 

 

 

ລວມທັງໝົດ

 

200.00

 

ການບໍລິຫານຄັງເງິນສົດ:

ເງິນສົດເປັນຊັບສິນ ທີ່ມີຄວາມສ່ຽງ ເນື່ອງຈາກວ່າ: ເງິນສົດ ສາມາດປ່ຽນມືໄດ້ ແລະ ສ່ຽງຕໍ່ການສູນຫາຍ ໂດຍສະເພາະແມ່ນກິດຈະການ ທີ່ມີກະແສເງິນສົດໝູນວຽນ ຢູ່ ເປັນຈໍານວນຫຼາຍເຊັ່ນ: ກິດຈະການທະນາຄານ, ສະຖາບັນການເງິນຕ່າງໆ.

1. ການຄວບຄຸມພາຍໃນ ກ່ຽວກັບເງິນສົດ

ເງິນສົດປະກອບດ້ວຍພັນທະບັດ, ເງິນຕາຕ່າງປະເທດ, ເງິນສົດຍ່ອຍ, ເຊັກ ໝາຍເຖິງກຳນົດຊຳລະ ແລະ ເງິນສົດຮັບທີ່ບໍ່ທັນຝາກທະນາຄານ.

ຈຸດປະສົງຂອງການຄວບເງິນສົດ ແມ່ນ: ເພື່ອ ໃຫ້ຮູ້ຂໍ້ມູນເງິນສົດຢ່າງຖືກຕ້ອງ ແລະ ກົງກັບຄວາມເປັນຈິງ ແລະ ເພື່ອໃຫ້ແນ່ໃຈວ່າ ກິດຈະການ / ກິດຈະ ຈະມີເງິນສົດພຽງພໍທີ່ຈະຈ່າຍ ແລະຊຳລະໜີ້ເມື່ອເຖິງກຳນົດເວລາ.

2. ການຄວບຄຸມກ່ຽວກັບການເກັບຮັກສາ ແລະ ການບໍລິຫານເງິນສົດ.

ຄວາມສ່ຽງ:

- ຄວາມບົກຜ່ອງ ຫຼື ຂໍ້ຜິດພາດ ຫຼື ມີເຈດຕະນາທຸຈະລິດ ກ່ຽວກັບເງິນສົດຂອງພະນັກງານ

- ການຖືກໂຈລະກຳ ຫຼື ອັກຄີໄພ

- ຄວາມປອດໄພ ຈາກການຖືກຍັກຍອກ (ດັດແປງຕົວເລກຕ່າງໆ)

- ບໍ່ສາມາດລະບຸຕົວບຸກຄົນ ຫຼື ຄວາມຮັບຜິດຊອບ ໄດ້ຢ່າງຊັດເຈນ.

- ເງິນສົດມີໜ້ອຍ ຫຼື ຫລາຍເກີນໄປ.

- ຄວາມເສຍຫາຍ ທີ່ຫາຄົນຮັບຜິດຊອບບໍ່ໄດ້.

- ຄວາມບໍ່ຖືກຕ້ອງ.

ຫຼັກການຄວບຄຸມ:

- ຜູ້ມີໜ້າທີ່ຮັກສາເງິນ ບໍ່ຄວນມີໜ້າທີ່ຮັບເງິນສົດ ໂດຍບໍ່ຜ່ານນາຍບັນຊີ (ໝາຍຄວາມວ່າ: ບໍ່ແມ່ນຜູ້ດຽວກັນລະຫວ່າງບັນຊີ ກັບຄັງເງິນສົດ).

- ມີສະຖານທີ່ຮັກສາເງິນ ທີ່ໝັ້ນຄົງ ແລະ ປອດໄພ

- ບໍ່ຄວນກຳນົດວົງເງິນທີ່ສູງ ໄວ້ກັບຄວາມຮັບຜິດຊອບຜູ້ຮັກສາ.

- ຫ້າມນຳເງິນສົດ ຫຼື ຊັບສິນອື່ນ ທີ່ບໍ່ແມ່ນຂອງກິດຈະການ ມາລວມເກັບໄວ້ໃນບ່ອນເກັບຮັກສາເງິນ.

- ມີການປະກັນໄພ ຄຸ້ມຄອງຢ່າງພຽງພໍ ກັບຈຳນວນເງິນທີ່ສູງ.

- ມີການກວດການັບເງິນສົດເປັນຄັ້ງຄາວ ໂດຍບໍ່ແຈ້ງໃຫ້ຜູ້ຮັກສາເງິນສົດຮູ້ລ່ວງໜ້າ.

2. ກວດກາບັນຊີ (ກວດກາປື້ມບັນຊີລວມ ແລະ ປື້ມບັນຊີຍອຍ)

ການກວດນັບລາຍຮັບ:

- ກວດກາຍອດຍົກມາເດືອນ/ປີ ທີ່ຜ່ານມາ

- ກວດກາລາຍຮັບໃນ ເດືອນ/ປີ

- ກວດກາລາຍຮັບຈາກງົບປະມານລັດ

- ກວດກາລາຍຮັບວິຊາການ

- ກວດກາລາຍຮັບຂອງໂຄງການ (ເງິນກູ້ຢືມ ແລະ ເງິນຊ່ວຍເຫຼືອລ້າຕ່າງໆ)

- ກວດກາລາຍຮັບຈາກໜີ້ຕ້ອງຮັບ

- ກວດກາລາຍຮັບຈາກການຊຸກຍູຂອງສະມາຄົມ ຫຼື ຊຸມຊົນຕ່າງໆ

- ກວດກາແຫຼ່ງລາຍຮັບທີ່ມີ ແລະ ອື່ນໆ.

ການກວດກາ ລາຍຈາຍ:

- ກວດກາລາຍຈາຍ ໝົດເດືອນ/ປີ

- ກວດກາລາຍຈາຍ ງົບປະມານລັດ

- ກວດກາລາຍຈ່າຍ ຮ່ວງວິຊາການ

- ກວດກາລາຍຈ່າຍ ເງິນໂຄງການ (ເງິນກູ້ຢືມ ແລະ ເງິນຊ່ວຍເຫຼືອລ້າຕ່າງໆ)

- ກວດກາລາຍຈ່າຍ ໜີ້ຕ້ອງສົ່ງ

- ກວດກາລາຍຈ່າຍ ເງິນຈາກການຊຸກຍູ້ຂອງສະມາຄົມ, ຊຸມຊົນ ແລະ ການຈັດຕັ້ງສັງຄົມອື່ນໆ

- ກວດກາລາຍຈາຍ ທຸກແຫຼງລາຍຈ່າຍທີ່ມີ.

ຕົວຢ່າງ: ການກວດກາຕົວຈິງ ເຊັ່ນ: ລາຍຮັບ-ລາຍຈ່າຍເງິນງົບປະມານລັດ

1. ພາກບັນຊີ (ກວດສອບບັນຊີ)

ພາກທີ 10: ເງິນເດືອນ ແລະ ເງິນອຸດໜູນຂອງພະນັກງານ-ລັດຖະກອນ (ແຕ່ເດືອນ/ປີ ຫາ ເດືອນ/ປີ)

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (1)

00

00

00

00

ພາກທີ 11: ເງິນນະໂຍບາຍ ແລະ ເງິນຊ່ວຍໝູນຕ່າງໆ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (2)

00

00

00

00

ພາກທີ 12ລາຍຈ່າຍບໍລິຫານປົກກະຕິ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (3)

00

00

00

00

ພາກທີ 13: ລາຍຈ່າຍດັດສົມ, ສົ່ງເສີມ ແລະ ບຳລຸງ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (4)

00

00

00

00

ພາກທີ 16: ລາຍຈ່າຍຊື້ຊັບສົມບັດຄົງທີ ຮັບໃຊ້ກົງຈັກບໍລິຫານ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (5)

00

00

00

00

ພາກທີ 17: ລາຍຈ່າຍລົງທຶນຂອງລັດ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (6)

00

00

00

00

ລາຍຮັບ - ລາຍຈ່າຍ ວິຊາການ (ລາຍຮັບຕ່າງໆນອກງົບປະມານ)

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (7)

00

00

00

00

ລາຍຮັບ - ລາຍຈ່າຍ ເງິນໂຄງການ (ຖ້າມີ)

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (8)

00

00

00

00

3. ກວດກາຄັງເງິນສົດ

- ກວດກາເງິນສົດໃນຄັງ (ກວດນັບແຍກໃບເງິນ)

- ກວດກາບັນຊີເງິນຝາກທະນາຄານ (ປຶ້ມທະນາຄານ ແລະ ບັນຊີສຳຮອງ)

ກວດກາຄັງເງິນສົດ (ແຕ່ເດືອນ/ປີ ຫາ ເດືອນ/ປີ):

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (1)

00

00

00

00

ກວດກາເງິນຝາກທະນາຄານ (ແຕ່ເດືອນ/ປີ ຫາ ເດືອນ/ປີ):

ບັນຊີເລກທີ.............................ທະນາຄານ...................................

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ (2)

00

00

00

00

4. ກວດກາການດຸ່ນດຽງການເງິນ

ພາກບັນຊີ

ພາກເງິນສົດ

ດຸ່ນດຽງ

ແຕ່ (1 ຫາ 8) ບວກບວກ

1 + 2

ພາກບັນຊີ - ພາກເງິນສົດ

ໝາຍເຫດ: ໃຫ້ອະທິບາຍເຫດຜົນຂອງການຜິດດ່ຽງ ພ້ອມມີເອກະສານຢັ້ງຢືນເພື່ອເປັນຫຼັກຖານ

ວິເຄາະຜົນຂອງການດຸນດຽງ:

1. ຖ້າລາຍຮັບ-ລາຍຈ່າຍ ຫຼື (ຕົວເລກລວມພາກບັນຊີ - ຕົວເລກລວມພາກເງິນສົດ) = ຖ້າຕົວເລກເງິນໃນບັນຊີມີໜ້ອຍກວ່າ ສະແດງວ່າ ເງິນໃນບັນຊີບໍ່ພໍ ການດຸ່ນດ່ຽງຕິດລົບ (-).

ຕົວຢ່າງ : 4-5 (1)

ໝາຍຄວາມວ່າ : ຮັບເງິນສົດເຂົ້າໂດຍບໍ່ໄດ້ມີການບັນທຶກ ຫຼື ມີການສັ່ງຈ່າຍອອກຈົດຈ່າຍອອກຈາກບັນຊີແລ້ວ ແຕ່ບໍ່ມີການຈ່າຍອອກເທື່ອ ຫຼື ອາດມີເງິນພາກສ່ວນອື່ນໆປົນຢູ່ນຳຖ້າລາຍຮັບ-ລາຍຈ່າຍ ຫຼື (ຕົວເລກລວມພາກບັນຊີ - ຕົວເລກລວມພາກເງິນສົດ) ຕົວເລກເງິນທີ່ມີເທົ່າກັນດຸນດ່ຽງ = 0 ສະແດງວ່າ ເງິນຖືກຕ້ອງ ດຸ່ນດ່ຽວບໍ່ມີການຜິດດ່ຽງ.

ຕົວຢ່າງ: 5 - 5 = (0)

ໝາຍວາມວ່າ: ເງິນທີ່ໄດ້ຮັບເຂົ້າມາ ມີການຈ່າຍໄປກົງກັນ ແລະ ມີບ່ອນຢູ່ຈະແຈ້ງຕາມທີ່ໄດ້ກວດກາຂໍ້ມູນຢູ່ໃນບັນຊີນັ້ນ.

2. ຖ້າລາຍຮັບ - ລາຍຈ່າຍ ຫຼື (ຕົວເລກລວມພາກບັນຊີ - ຕົວເລກລວມພາກເງິນສົດ) ຕົວເລກເງິນໃນບັນຊີມີຫຼາຍກວ່າ ສະແດງວ່າ ເງິນສົດບໍ່ພໍ ການດຸ່ນດ່ຽງ (+) ເງິນໃນບັນຊີຫຼາຍກວ່າ.

ຕົວຢ່າງ : 5 - 4 = 1

ໝາຍຄວາມວ່າ: ອາດມີການສັ່ງຈ່າຍ ໂດຍບໍ່ໄດ້ມີການບັນທຶກ ຫຼື ຈ່າຍໄປໂດຍບໍ່ມີການສັ່ງຈ່າຍ ຫຼື ເງິນອາດເສຍໄປກໍ່ເປັນໄດ້.

2.4.2.2. ການກວດກາກ່ອນຈ່າຍ-ຫຼັງຈ່າຍ ແລະ ຂັ້ນຕອນການຂຶ້ນແຜນງົບປະມານ (ສະເພາະພາະຜູເຮັດວຽກກວດກາພາຍໃນ)

1. ການກວດກາກອນຈ່າຍ

- ພະແນກບໍລິຫານ-ການເງິນ ຕ້ອງມີສະ ໂນດນຳສົ່ງເອກະສານເຖິງຜູ້ສັ່ງການເອກ ໃນການຈ່າຍເງິນແຕ່ລະຄັ້ງ ແຕ່ຕ້ອງໄດ້ຜ່ານການກວດກາຄວາມຖືກຕ້ອງຈາກໜ່ວຍງານກວດກາກ່ອນ.

- ໜ່ວຍງານກວດກາຂອງຂະແໜງການ ຕ້ອງໄດ້ກວດກາເອກະສານຕ່າງໆ ເຊັ່ນ: ໃບຂໍອະນຸມັດຖອນຈ່າຍເງິນໃບຄິດໄລ່ເງິນໃບສົມທຽບລາຄາ ແລະ ເອກະສານຕ່າງໆເມື່ອກວດກາເຫັນວ່າຖືກຕ້ອງຄົບຖ້ວນແລ້ວ ຈຶ່ງລົງລາຍເຊັນຢັ້ງຢືນກຳກັບ ພ້ອມລົງວັນທີເດືອນປີ ໄວ້ດ້ານຂ້າງຂອງເອກະສານນັ້ນ.

- ໜ່ວຍງານກວດຂອງຂະແໜງການ ສົ່ງເອກະສານ ເຖິງຜູ້ສັ່ງການເອກ ເພື່ອເຊັນ ແລະ ດຳເນີນການຕາມຂັ້ນຕອນ.

2. ການກວດກາຫຼັງຈາຍ

- ແຕ່ລະພາກສ່ວນໂດຍສະເພາະແມ່ນໜ່ວຍງານບໍລິຫານ-ການເງິນ ພາຍຫຼັງຈັດຊື້ເຄື່ອງ ຫຼື ຈັດກອງປະຊຸມຕ່າງໆສຳເລັດແລ້ວ ຕ້ອງໄດ້ມີການສະຫຼຸບວຽກງານການເງິນມີການເຊັນຢັ້ງຢືນການຮັບ-ຈ່າຍເງິນມີໃບບິນຢັ້ງຢືນຄັດຕິດຄົບຖ້ວນແລ້ວ ຕ້ອງໄດ້ເຮັດສະ ໂນດນໍາສົ່ງເອກະສານ ເຖິງຜູ້ສັ່ງການເອກ ເພື່ອເຊັນຢັ້ງຢືນ ໃບບິນຕ່າງໆ ແລະ ເຊັນຢັ້ງຢືນບົດສະຫຼຸບນັ້ນໆ ແຕ່ຕ້ອງໄດ້ຜ່ານໜ່ວຍງານກວດກາ-ກວດກາຄວາມຖືກຕ້ອງຂອງເອກະສານກອນ.

- ຂຶ້ນແຜນແນວໃດ ກໍ່ຕ້ອງຈ່າຍໄປແນວນັ້ນຖ້າກໍລະນີເງິນເຫຼືອ ກໍ່ຕ້ອງໄດ້ຖອກເຂົ້າຄັງຄືນ ແລະກົງກັນຂ້າມກຖ້າກໍລະນີບໍ່ພໍ ກໍ່ຕ້ອງໄດ້ມີການຂໍຄຳເຫັນ ຈາກຜູ້ສັ່ງການເອກກ່ອນ ເພື່ອຂໍອະນຸມັດດັດແກ້.

- ໜ່ວຍງານກວດກາ ເມື່ອກວດກາເອກະສານຕ່າງໆ ຖືກຕ້ອງຄົບຖ້ວນແລ້ວ ຈຶ່ງລົງລາຍເຊັນຢັ້ງຢືນກຳກັບເອກະສານໄວ້ດ້ານຂ້າງ ພ້ອມທັງກັບລົງວັນທີເດືອນປີ ເພື່ອເປັນຫຼັກຖານໃນການກວດກາ ໃຫ້ກັບຜູ້ສັ່ງການ.

- ໜ່ວຍງານກວດກາຂອງເປົ້າໝາຍ ສົ່ງເອກະສານເຖິງຜູ້ສັ່ງການເອກ ເພື່ອເຊັນຮັບຮູ້ເກັບສຳເນົາໄວ້ ແລະ ດຳເນີນການຕາມຂັ້ນຕອນ.

3. ຂັ້ນຕອນການຂຶ້ນແຜນງົບປະມານ

ໂດຍອີງຕາມແຜນການ ຄາດຄະເນງົບປະມານ 5 ປີຂອງພາກສ່ວນຕົນ ຫຼື ຈັດລຽງບູລິມະສິດວຽກງານຂອງຕົນໃນແຕ່ລະປີແລ້ວ ແລະ ໄດ້ຜ່ານກອງປະຊຸມສະພາຂອງຕົນ ຫຼື ກອງປະຊຸມສຸດຍອດຢູ່ບ່ອນນັ້ນໆ ແລ້ວ ກໍ່ດຳເນີນການຂຶ້ນແຜນງົບປະມານ ດັ່ງນີ້:

- ຂຽນຈຸດປະສົງຂອງໂຄງການ

- ມີຕາຕະລາງແຜນວຽກ

- ຂໍ້ຕົກລົງ (ແຜນຄົນ)

- ຕາຕະລາງຄິດໄລ່ເງິນ ຕາມລະບຽບການຂອງກະຊວງການເງິນ ຫຼື ຕາມຂໍ້ກຳນົດຂອງແຕ່ລະແຫ່ງ (ຖ້າການຄິດໄລ່ເງິນເກີນ 1 ໜ້າຂຶ້ນໄ ຕ້ອງໄດ້ມີໃບສັງລວມ).

- ໜັງສືສະເໜີ ເພື່ອຂໍງົບປະມານ.

ໝາຍເຫດ: ກໍລະນີມີການແບ່ງປັບງົບປະມານ ຫົວໜ້າຫ້າມຂາດເຂົ້າຮ່ວມ ເພື່ອປ້ອງກັນງົບປະມານຕົນເອງ.

2.4.2.3. ກວດກາເຄື່ອງໃນສາງ

- ກວດກາບັນຊີຮັບ ແລະ ສົ່ງວັດຖຸເຂົ້າສາງ

- ກວດກາຄຸນນະພາບ ແລະ ປະລິມານຂອງວັດຖຸ

- ກວດກາຍີ່ຫໍ້ ຕາມ ແຜນການ ແລະ ຕາມໃບບິນ   

- ກວດກາທີ່ຕັ້ງ ແລະ ເປົ້າໝາຍນຳໃຊ້ວັດຖຸ

- ກວດໃບສັ່ງຈ່າຍ ແລະ ບັນຊີເບີກຈ່າຍວັດຖຸ

- ກວດກາບັນຊີການລົງທະບຽນຂອງວັດຖຸ

- ກວດກາບັນຊີການເກັບມຽ້ນ ແລະ ບົວລະບັດຮັກສາວັດຖຸສິ່ງຂອງ

ພິເສດ: (ຖ້າກວດພົບວັດຖຸເຊື່ອມຄຸນນະພາບ ຫຼື ໃຊ້ການບໍ່ໄດ້, ກໍ່ໃຫ້ມີບົດບັນທຶກຮ່ວມກັນຢ່າງລະອຽດ)

2.4.2.5. ກວດກາໝີ້ຕ້ອງຮັບ

ເນື້ອໃນ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ

ພະແນກບໍລິຫານຢືມ

00

00

00

00

ພະນັກງານຢືມ

00

00

00

00

ພາກສ່ວນອືນຢືມ

00

00

00

00

2.4.2.5. ກວດກາລາຍຮັບ - ລາຍຈ່າຍ ໝີ້ຕ້ອງສົ່ງ

ເນື້ອໃນ

ຍອດຍົກມາ

ຮັບເຂົ້າ

ຈ່າຍອອກ

ຍັງເຫຼືອ

ຄ່າໄຟຟ້າ

00

00

00

00

ຄ່ານ້ຳປະປາ

00

00

00

00

ຄ່າໂທລະສັບ

00

00

00

00

2.5. ການຄົ້ນຄວ້າຕັດສິນ ຂອງຄະນະກຳມະການກວດກາການເງິນ

1. ການດຸ່ນດ່ຽງລາຍຮັບ-ລາຍຈ່າຍ ແລະ ເງິນທີ່ຍັງເຫຼືອ ຕ້ອງຖືເອົາບັນຊີລາຍຮັບບັນຊີລາຍຈ່າຍ ແລະເງິນທີ່ຍັງເຫຼືອ ເພື່ອໄລລຽງຄືນ.

2. ກໍລະນີເງິນຂາດບັນຊີ ເປັນຈຳນວນຫຼາຍ ຈະໄດ້ທໍາການສືບສວນເບິ່ງວ່າຜູ້ໃດເປັນຜູ້ຮັບຜິດຊອບ ແລະ ໃຊ້ແທນຄືນ ແລ້ວຈະໄດ້ບັນທຶກໄວ້ເພື່ອເປັນຫຼັກຖານ.

3. ກໍລະນີເງິນເຫຼືອບັນຊີ ເປັນຈຳນວນຫຼາຍ ຕ້ອງຊອກໃຫ້ໄດ້ທີ່ມາຂອງເງິນ ແລ້ວບັນທຶກໄວ້ ເປັນລາຍລັກອັກສອນ.

4. ກໍລະນີຖອນເງິນອອກມາແລ້ວ ແຕ່ບໍ່ໄດ້ປະຕິບັດ (ບໍ່ໄດ້ເບີກຈ່າຍ) ກໍ່ຕ້ອງອະທິບາຍເຫດຜົນ ແລ້ວສົ່ງເງິນຄືນ.

 

ใหม่กว่า เก่ากว่า