ບົດຮຽນ ວິຊາ ວຽກງານກວດກາການເງິນ ບົດທີ 3 ການກວດກາການເງິນ ຢູ່ຫົວໜ່ວຍບໍລິຫານວິຊາການຂອງລັດ

ບົດທີ 3

ການກວດກາການເງິນ ຢູ່ຫົວໜ່ວຍບໍລິຫານວິຊາການຂອງລັດ

3.1. ນິຍາມຮູບແບບພື້ນຖານ ຂອງຫົວໜ່ວຍບໍລິຫານວິຊາການຂອງລັດ

3.1.1. ຫົວໜ່ວຍບໍລິຫານວິຊາການຂອງລັດ

ຫົວໜ່ວຍອົງການບໍລິຫານລັດ ແມ່ນອົງການຈັດຕັ້ງໜຶ່ງ ທີ່ນອນຢູ່ໃນໂຄງຮ່າງການຈັດຕັ້ງຂອງລັດ ມີຢູ່ທັງສູນກາງ ແລະ ທ້ອງຖິ່ນປະຕິບັດພາລະບົດບາດໜ້າທີ່ການຄຸ້ມຄອງລັດ ຕາມຂະແໜງການວິຊາສະເພາະ, ຕາມຂົງເຂດວຽກງານ ຫຼື ຕາມເຂດເທດສະບານທ້ອງຖິ່ນ.

1. ຫົວໜ່ວຍບໍລິຫານວິຊາການຢູ່ສູນກາງ

ແມ່ນບັນດາກະຊວງອົງການທຽບເທົ່າກະຊວງ ແລະ ບັນດາອົງການຈັດຕັ້ງທີ່ຂຶ້ນກັບລັດຖະບານ (ເວົ້າລວມແລ້ວແມ່ນ ບັນດາ ກະຊວງ ແລະ ບັນດາຂະແໜງການ ທີ່ຂຶ້ນກັບການຄຸ້ມຄອງຂອງລັດຖະບານ ໃນຂັ້ນສູນກາງ) ປະຕິບັດພາລະບົດບາດໜ້າທີ່ ໃນການຄຸ້ມຄອງລັດ ຕາມຂະແໜງການ ຫຼື ຕາມຂົງເຂດວຽກງານ ໃນຂອບເຂດທົ່ວປະເທດ;

ແມ່ນບັນດາກົມບັນດາພະແນກການ ທີ່ຂຶ້ນກັບກະຊວງຂະແໜງການ ຂັ້ນສູນກາງ ຊຶ່ງປະຕິບັດໜ້າທີ່ໃດໜຶ່ງກ່ຽວກັບການຄຸ້ມຄອງລັດ ຕາມຂະແໜງການວິຊາສະເພາະ ແລະ ຕາມຂົງເຂດວຽກງານ ທີ່ຂຶ້ນກັບກະຊວງຄຸມຄອງ.

2. ຫົວໜ່ວຍບໍລິຫານວິຊາການຢູທ້ອງຖິ່ນ

ແມ່ນອົງການຈັດຕັ້ງບໍລິຫານວິຊາການຂັ້ນແຂວງ ລວມມີ: ຫ້ອງວ່າການປົກຄອງແຂວງບັນດາພະແນກການ ແລະ ຂະແໜງການ ທີ່ປິ່ນອ້ອມ (ເວົ້າລວມແມ່ນບັນດາພະແນກການບັນດາພະແນກການແມ່ນອົງການຈັດຕັ້ງວິຊາສະເພາະ ທີ່ຂຶ້ນກັບຫ້ອງວ່າການປົກຄອງແຂວງປະຕິບັດບົດບາດໜ້າທີ່ ກ່ຽວກັບການຄຸ້ມຄອງລັດ ຕາມສາຍວິຊາສະເພາະ ໃນຂອບເຂດການຄຸ້ມຄອງຂອງແຂວງ ແລະ ຄຸ້ມຄອງຕາມສາຍຕັ້ງຂອງຕົນ;

ອົງການຈັດຕັ້ງບໍລິຫານວິຊາການຂັ້ນເມືອງ ລວມມີ : ຫ້ອງວ່າການປົກຄອງເມືອງ ແລະ ບັນດາຫ້ອງ ການຊຶ່ງແມ່ນອົງການຈັດຕັ້ງວິຊາສະເພາະ ປິ່ນອ້ອມຫ້ອງວ່າການເມືອງ ປະຕິບັດໜ້າທີ່ຕາມຂະແໜງການວິຊາສະເພາະຂອງຕົນ ແລະ ໃນເຂດຄຸມຄອງຂອງເມືອງ;

ອົງການຈັດຕັ້ງບໍລິຫານວິຊາການຂັ້ນກຸ່ມບ້ານ : ແມ່ນຫ້ອງວ່າການປົກຄອງຂັ້ນບ້ານມີບົດບາດໜ້າທີ່ໃນການຄຸ້ມຄອງຕາມຂົງເຂດວຽກງານທີ່ຂຶ້ນກັບບ້ານຄຸ້ມຄອງ,

3.1.2. ຫົວໜ່ວຍບໍລິຫານວິຊາຊີບຂອງລັດ

ຫົວໜ່ວຍບໍລິຫານວິຊາຊີບ ແມ່ນການຈັດຕັ້ງໜຶ່ງ ທີ່ອົງການຈັດຕັ້ງລັດໄດ້ສ້າງຕັ້ງຂຶ້ນມີການເຄື່ອນໄຫວ ດຳເນີນວິຊາຊີບຕາມຂະແໜງການຕາມຂົງເຂດວຽກງານປະຕິບັດສຳເລັດໜ້າທີ່ທີ່ລັດໄດ້ມອບໝາຍໃຫ້. ບັນດາຫົວໜ່ວຍບໍລິຫານວິຊາຊີບ ແມ່ນການຈັດຕັ້ງໜຶ່ງທີ່ ມີໜ້າທີ່ ເຄື່ອນໄຫວ ດຳເນີນການບໍລິການສາ ທາລະນະ ທາງດ້ານສາທາລະນະສຸກສຶກສາວັດທະນະທຳຂໍ້ມູນຂ່າວສານການບົວລະບັດຮັກສາຫໍພິພິຕະພັນວິທະຍາສາດ - ເຕັກນິກພາລະສຶກສາກິລາບັນດາຫົວໜ່ວຍທີ່ດຳເນີນການມີລັກສະນະເສດຖະກິດ.

1. ຫົວໜ່ວຍບໍລິຫານວິຊາຊີບຢູ່ຂັ້ນສູນກາງ: 

ຫົວໜ່ວຍບໍລິຫານວິຊາຊີບທີ່ຂຶ້ນກັບບັນດາກະຊວງບັນດາຂະແໜງການບັນດາກົມ... ໂດຍອີງຕາມ ພາລະບົດບາດໜ້າທີ່ ແລະ ບາງຂະແໜງການກໍ່ມີການຈັດຕັ້ງຂັ້ນລຸ່ມອີກທີ່ຂຶ້ນກັບການຄຸ້ມຄອງຂອງຕົນ.

2. ຫົວໜ່ວຍບໍລິຫານວິຊາຊີບຢູ່ທ້ອງຖິ່ນ: 

ຫົວໜ່ວຍບໍລິຫານວິຊາຊີບຢູ່ທ້ອງຖິ່ນ ຂຶ້ນກັບແຂວງຂັ້ນເມືອງຄຸ້ມຄອງເວົ້າລວມເວົ້າສະເພາະແມ່ນຂຶ້ນກັບການຄຸ້ມຄອງຂອງຫ້ອງວ່າການປົກຄອງແຂວງເມືອງ.

3.2. ຂັ້ນຕອນກວດກາການເງິນ ຢູ່ຫົວໜ່ວຍບໍລິຫານວິຊາການຂອງລັດ

ຂັ້ນຕອນກວດກາ ມີ 3 ຂັ້ນຕອນ ຄື:

3.2.1. ບາດກ້າວກະກຽມກວດກາ

1. ການເກັບກຳຂໍ້ມູນກ່ຽວກັບເປົ້າໝາຍກວດກາ

- ສ້າງແບບຟອມເກັບກໍາຂໍ້ມູນອີງຕາມເນື້ອໃນບົດລາຍງານການລົງສຳຫຼວດຂໍ້ມູນ;

- ຂຸດຄົ້ນແຫຼ່ງຂໍ້ມູນເອກະສານລະບົບຂໍ້ມູນຂ່າວສານທາງຄອມພີວເຕີຖານຂໍ້ມູນຂອງຂະແໜງການກ່ຽວຂ້ອງກັບເປົ້າໝາຍກວດກາ;

- ກໍລະນີຈຳເປັນ ສາມາດລົງເກັບກຳຂໍ້ມູນໂດຍກົງກັບເປົ້າໝາຍກວດກາ... ເພື່ອລົງສຳຫຼວດເກັບຂໍ້ມູນຕ່າງໆ ເຊັ່ນ: ລະບົບການຄຸ້ມຄອງກົງຈັກການຈັດຕັ້ງພາກສ່ວນຊີ້ນຳກົນໄກນະໂຍບາຍການເງິນ; ວຽກງານການບັນຊີສະພາບການຈັດເກັບລາຍຮັບ-ລາຍຈ່າຍການເງິນສະພາບການກວດກາຢູ່ພາຍໃນການກວດກາຄຳຮ້ອງຄຳສະເໜີ ຕໍ່ເປົ້າໝາຍກວດກາ

2. ສ້າງບົດລາຍງານການສຳຫຼວດຂໍ້ມູນ

- ວາດພາບລວມກ່ຽວກັບການຈັດຕັ້ງບຸກຄະລາກອນຈຸດພິເສດ ແລະ ຮູບການຈັດຕັ້ງວຽກງານການເງິນ - ການບັນຊີຂອງເປົ້າໝາຍ;

- ສັງລວມກ່ຽວກັບນະໂຍບາຍ ລະບຽບການເງິນ ຊຶ່ງເປົ້າໝາຍກຳລັງນຳໃຊ້ ແລະ ຈັດຕັ້ງປະຕິບັດ ໃນນັ້ນ, ເອົາໃຈໃສເນື້ອໃນຂໍ້ຂ້ອງໃຈຕ່າງໆ ໃນຂະບວນການຈັດຕັ້ງປະຕິບັດ ວຽກງານຂອງເປົ້າໝາຍ ເພື່ອແນະນຳວິທີການແກ້ໄຂໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ: ກວດກາລະບອບລະບຽບການນະໂຍບາຍຕ່າງໆກົນໄກມາດຕະຖານພະນັກງານໃນຂະແໜງການກວດາຄວາມສອດຄອງຂອງລະບຽບການທີ່ເປົ້າໝາຍສ້າງຂຶ້ນຂຶ້ນ ແລະ ປະກາດໃຊ້;ລະບຽບການພາຍໃນອື່ນໆ ແລະ ກົນໄກຄຸ້ມຄອງຊັບສິນຂອງອົງການຈັດຕັ້ງທີ່ເປັນເປົ້າໝາຍສະເພາະ

ສະພາບການເຄື່ອນໄຫວ ແລະ ບັນຫາ ທີ່ພົວພັນເຖິງວຽກງານລາຍຮັບ - ລາຍຈ່າຍການເງິນ:

ກວດກາສະພາບການຈັດຕັ້ງປະຕິບັດຕົວເລກສັງລວມ ແລະ ລາຍລະອຽດທາງດ້ານການເງິນຂອງເປົ້າໝາຍບັນດາແຫຼ່ງລາຍຮັບບ້ວງລາຍຮັບ (ເຊັ່ນ: ແຫຼ່ງງົບປະມານລັດສະໜອງໃຫ້ຈາກການເກັບຄ່າທຳນຽມ ແລະ ຄ່າບໍລິການ ແລະ ລາຍຮັບອື່ນໆ) ບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກທີ່ສົ່ງຜົນສະທ້ອນເຖິງການຈັດເກັບລາຍຮັບ-ລາຍຈ່າຍຂອງເປົ້າໝາຍ;

+ ການແບ່ງຂັ້ນຄຸ້ມຄອງ ແລະ ການແບ່ງປັນໜ້າທີ່ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໃຫ້ຫົວໜ່ວຍຈັດຕັ້ງປະຕິບັດການກຳນົດບ້ວງໄດ້ ແບ່ງປັນຈາກງົບປະມານບ້ວງປະຕິບັດໄດ້ ເມື່ອທຽບໃສ່ໜ້າທີ່ຕາມການມອບໝາຍ (ກໍລະນີມີຫົວຫນ່ວຍຂັ້ນລຸ່ມ).

+ ການຈັດຕັ້ງວຽກງານບັນຊີກ່ຽວກັບບັນດາລະບຽບການພາຍໃນ (ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ) ການຕິດຕາມກວດກາຈັດເກັບລາຍຮັບ - ຄຸ້ມຄອງລາຍຈ່າຍງົບປະມານການອອກລະບຽບການຄຸ້ມຄອງລາຍຮັບ - ຄຸ້ມຄອງລາຍຈ່າຍງົບປະມານການອອກລະບຽບການຄຸ້ມຄອງລາຍຮັບ-ຄຸ້ມຄອງລາຍຈ່າຍວິຊາການ ແລະ ການຕີລາຄາການຈັດຕັ້ງປະຕິບັດຕາມລະບຽບການດັ່ງກ່າວ ເຊັ່ນ: ການສ້າງແຜນ, ການປະຕິບັດແຜນການປິດບັນຊີລາຍຮັບ-ລາຍຈ່າຍຂອງເປົ້າໝາຍ.

+ ຕິດຕາມສະພາບ ການກວດກາ - ກວດການພາຍໃນຂອງເປົ້າໝາຍ ທີ່ພົວພັນເຖິງສະຖານະການເງິນ ໃນສະໄໝກວດກາບັນດາບັນຫາຮ້ອງຟ້ອງ ທີ່ພົວພັນເຖິງວຽກງານກວດກາ.

+ ຍົກໃຫ້ເຫັນເນື້ອໃນ ທີ່ຈຳເປັນຕ້ອງໄດ້ກວດກາໃນນັ້ນ ຍົກໃຫ້ເຫັນເນື້ອໃນຈຸດສຸມຈຸດໃຈກາງ ແລະ ເປົ້າໝາຍທີ່ຈຳເປັນຕ້ອງໄດ້ກວດກາ-ກຳນົດ ຈຳນວນພົນໃນຄະນະກວດກາເວລາໃນການກວດກາ.

3. ການສາງແຜນການກວດກາ.

ການສ້າງແຜນການກວດກາ ປະຕິບັດດັ່ງນີ້:

- ສະເໜີຈຸດປະສົງ ແລະ ຄວາມຕ້ອງການໃນການກວດກາ: ແຜນການກວດກາຈະຕ້ອງກຳນົດເນື້ອໃນຈະແຈ້ງກ່ຽວກັບຈຸດປະສົງ ແລະ ຄວາມຕ້ອງການ ເພື່ອບັນລຸຜົນສຳເລັດໃນການກວດກາ;

- ເນື້ອໃນກວດກາ: ກຳນົດເນື້ອໃນທີ່ຈຳເປັນໃນການກວດກາໃນນັ້ນຕ້ອງກຳນົດເນື້ອໃນຈຸດສຸມທີ່ຕ້ອງກວດກາແຕ່ລະເນື້ອໃນຕ້ອງກຳນົດເປັນລະອຽດ ໃນເວລາສ້າງແຜນການກວດກາຕ້ອງສ້າງເນື້ອໃນລະອຽດໃນແຕ່ລະເນື້ອໃນຂອງແຜນການກວດກາກຳນົດວິທີການມາດຕະການໃນການດຳເນີນກວດກາ; ເປົ້າໝາຍທີ່ຈະໄດ້ກວດກາລົງເລິກ ແລະ ກຳນົດເວລາໃນການຈັດຕັ້ງປະ ຕິບັດ;

- ໄລຍະການກວດກາເວລາກວດກາເປົ້າໝາຍກວດກາ: ກຳນົດໄລຍະກວດກາຕາມແຕ່ລະເນື້ອໃນ ຫຼື ແຕ່ລະເນື້ອໃນຕົວຈິງກຳນົດລະອຽດໄລຍະເວລາໃນການຈັດຕັ້ງປະຕິບັດຕາມຫົວໜ່ວຍກວດກາ ແລະ ກຳນົດຈະແຈ້ງເປົ້າ ໝາຍທີ່ຈະຕ້ອງລົງກວດກາກວດການ;

- ຈັດຕັ້ງການເຄື່ອນໄຫວຂອງຄະນະກວດກາ: ໂດຍແບ່ງປັນໜ້າທີ່ ໃຫ້ ແຕ່ລະຄົນໃນຄະນະກວດກາ, ປະຕິບັດຕາມແຕ່ລະເນື້ອໃນຕາມທີ່ກ່າວມາຂ້າງເທິງ (ຂໍ້ 2)ໜ້າທີ່ ແລະ ຄວາມຮັບຜິດຊອບໃນແຕ່ລະຫົວໜ້າຄະນະຫົວໜ້າຈຸ (ຖ້າມີ)ມີວິທີການຜັນຂະຫຍາຍກວດກາການປະສານສົມທົບຄວາມຮັບປະກັນທາງດ້ານລະບຽບຫຼັກການ ແລະ ບັນດາເງື່ອນໄຂທາງດ້ານວັດຖຸ ສະໜອງໃຫ້ແຕ່ລະບັ້ນກວດກາເປັນຕົ້ນ: ຄ່າໃຊ້ຈ່າຍຄ່າກິນຄ່າທີ່ຢູ່ພັກເຊົາ ແລະ ການເຄື່ອນໄຫວອື່ນໆທີ່ສຳຄັນຕ້ອງມີຜູ້ຕິດຕາມ ແລະ ຊີ້ນຳວຽກງານກວດກາ.

4. ການອອກຂໍ້ຕົກລົງ ແລະ ການອະນຸມັດແຜນການກວດກາ

- ຜູ້ໄດ້ຮັບມອບໝາຍໜ້າທີ່ມີໜ້າທີ່ ນຳສະເໜີຜູ້ມີຂອບເຂດສະດ (ຫົວໜ້າກວດກາລັດ ຫຼື ຫົວໜ້າອົງການຄຸ້ມຄອງລັດ) ຮ່າງຂໍ້ຕົກລົງກວດກາຄັດຕິດໄປພ້ອມກັບແຜນການກວດກາ ແລະ ບົດລາຍງານການເດີນສໍາຫຼວດ.

- ຜູ້ມີຂອບເຂດສິດ ຈະພິຈາລະນາ ແລະ ເຊັນຂໍ້ຕົກລົງກວດກາ ແລະ ອະນຸມັດຜ່ານແຜນການກວດກາເນື້ອໃນຂໍ້ຕົກລົງຕ້ອງຂຽນຈະແຈ້ງຊື່ເປົ້າໝາຍເນື້ອນໄລຍະເວລາການສ້າງຄະນະ ແລະ ຄວາມສົ່ງຂໍ້ຕົກລົງຫາອົງຮັບຜິດຊອບຂອງການຈັດຕັ້ງສ່ວນບຸກຄົນ ທີ່ກ່ຽວຂ້ອງກັບວຽກງານກວດາ ແລະ ການຈັດຕັ້ງຕ່າງໆ ທີ່ກ່ຽວຂ້ອງລະບຽບການ;

5. ການກະກຽມຜັນຂະຫຍາຍເນື້ອໃນກວດກາ

ພາຍຫຼັງມີຂໍ້ຕົກລົງກວດກາຫົວໜ້າຄະນະກວດກາໄດ້ຈັດຕັ້ງປະຕິບັດດັ່ງນີ້:

- ແຈ້ງແຜນການກວດກາ ແລະ ຄວາມຕ້ອງການເອກະສານ ເພື່ອໃຫ້ເປົ້າໝາຍກະກຽມ ແລະ ວຽກຕ່າງໆທີ່ຈະໄດ້ລາຍງານໃນເວລາເປີດກອງປະຊຸມແຈ້ງຂໍ້ຕົກລົງ ເຊັ່ນ: ເວລາສະຖານທີ່ ແລະ ພາກສ່ວນ ທີ່ເຂົ້າຮ່ວມໃນກອງປະຊຸມແຈ້ງຂໍ້ຕົກລົງສະເໜີໃຫ້ເປົ້າໝາຍກະກຽມບົດລາຍງານຕໍ່ຄະນະກວດກາ;

- ລວມຄະນະກວດກາເພື່ອກະກຽມ ແລະ ຜັນຂະຫຍາຍເນື້ອໃນແຜນລະອຽດ ເປັນຕົ້ນ:

+ ຈັດກອງປະຊຸມກວດກາ ເພື່ອຜັນຂະຫຍາຍແຜນເປັນອັນລະອຽດສ້າງແບບຟອມແຜນການກວດກາ ທີ່ໄດ້ອະນຸມັດວິທີການແກ້ໄຂລະອຽດ ແລະ ມາດຕະການໃນການຈັດຕັ້ງປະຕິບັດ;

+ ສຳລັບບັ້ນກວດກາມີຫຼາຍເນື້ອໃນ ແລະ ຫຍຸ້ງຍາກ ແລະ ມີຫຼາຍພາກສ່ວນເຂົ້າຮ່ວມເປັນຄະນະກວດກາຈະຕ້ອງໄດ້ຈັດຕັ້ງບັ້ນຝຶກອົບຮົມສຳລັບເນື້ອໃນທີ່ຈໍາເປັນ ເພື່ອຄວາມເປັນເອກະພາບທາງດ້ານວິທີການເຮັດວຽກ;

+ ອີງໃສໜ້າທີ່ ທີ່ໄດ້ຮັບການມອບໝາຍສະມາຊິກແຕ່ລະຄົນຕ້ອງສ້າງແຜນວຽກຂອງຕົນເອງ ໃນຈັດຕັ້ງປະຕິບັດ ເພື່ອລາຍງານຫົວໜ້າຄະນະ ພິຈາລະນາກວດກາຜ່ານກ່ອນ ຈະນຳໄປຈັດຕັ້ງປະຕິບັດ ແຜນການ ຈະຕ້ອງຂຽນຈະແຈ້ງທາງດ້ານເນື້ອໃນ ໃຫ້ເປັນອັນລະອຽດທາງດ້ານວິທີການເວລາໃນການຈັດຕັ້ງປະຕິບັດ;

+ ກະກຽມລະບຽບຫຼັກການໃຫ້ຄົບຖ້ວນ ແລະ ນິຕິກຳຕ່າງໆ ທີ່ພົວພັນເຖິງການກວດກາ ພ້ອມທັງກະກຽມພາຫະນະອຸປະກອນງົບປະມານຮັບໃຊ້ໃນການໃຊ້ຈ່າຍ(ລາຍຈາຍ) ແລະ ເງື່ອນໄຂທາງດ້ານວັດຖຸໃຫ້ຄົບຖ້ວນ.

3.2.2. ບາດກ້າວດຳເນີນການກວດກາການເງິນ

1. ແຈ້ງຂໍ້ຕົກລົງກວດກາ

- ຫົວໜ້າຄະນະກວດກາຈັດຕັ້ງແຈ້ງການລົງກວດກາຕໍ່ ເປົ້າໝາຍກວດກາ: ຈະຕ້ອງອອນໃຫ້ຄົບຖ້ວນທາດ້ານເນື້ອໃນຕາມຂໍ້ຕົກລົງກວດກາຍົກໃຫ້ເຫັນຈຸດປະສົງຄວາມຕ້ອງການວິທີການເຮັດວຽກ ແລະ ແຜນດໍາເນີນກວດກາ;

- ສະເໜີໃຫ້ເປົ້າໝາຍກວດກາລາຍງານສະພາບ ບັນດາເນື້ອໃນ ທີ່ທາງຄະນະກວດກາໄດ້ຕັ້ງຄຳຖາມເຈາະຈີ້ມ ແລະ ກະກຽມເນື້ອໃນອື່ນໆ ທີ່ກ່ຽວຂ້ອງໄວ້ໃຫ້ຄະນະກວດກາ ໃນເວລາດຳເນີນການກວດກາ;

- ການແຈ້ງຂໍ້ຕົກລົງໃຫ້ເຮັດບົດບັນທຶກ ແລະ ເຊັນຮ່ວມກັນລະຫວ່າງ ຫົວໜ້າຄນະກວດກາ ແລະ ໜ້າເປົ້າ   ໝາຍຕາມການມອບສິດ.

2. ຈັດຕັ້ງປະຕິບັດກວດກາ

1. ກວດກາການກຸ້ມຕົນເອງທາງດ້ານງົບປະມານຂອງເປົ້າໝາຍ

- ສະເໜີ ໃຫ້ ເປົ້າໝາຍກວດກາ ສັງລວມ ແຫຼ່ງລາຍຮັບຈາກການເຄື່ອນໄຫວພາລະກິດຂອງຕົນ ແລະບອກລວມດັດສະນີເດັດຖານ ການເຄື່ອນໄຫວປົກກະຕິຂອງປີຕົ້ນສະໄໝ ແລະ ປີຕໍ່ມາ;

- ກຳນົດລະດັບລາຍຈ່າຍທີ່ສາມາດຮັບປະກັນກຸ້ມຕົນເອງ ໃນການເຄື່ອນໄຫວປົກກະຕິ (ຕາມມາດຕາສ່ວນ % ລະຫວ່າງຍອດລາຍຮັບ ແລະ ລາຍຈ່າຍ ໃນການເຄື່ອນໄຫວປົກກະຕິ) ເພື່ອກຳນົດປະເພດກຸ້ມຕົນເອງ;

- ສົມທຽບກັບຄວາມເປັນເຈົ້າການກຸ້ມຕົນຂອງເປົ້າໝາຍ ເພື່ອກຳນົດຄວາມຖືກຕ້ອງໃນການສະໜອງງົບປະມານຂອງລັດໃຫ້ເປົ້າໝາຍວ່າຖືກຕ້ອງ ຕາມປະເພດຄວາມເປັນເຈົ້າກຸ້ມຕົນເອງ ຫຼື ບໍ່ທາງດ້ານລາຍຮັບ - ລາຍຈ່າຍປະເພດ 2ກຸ້ມຕົນເອງ 50% ລັດສະໜອງງົບປະມານໃຫ້ 50% ປະເພດ 3 ລັດເກື້ອກູນ 100%.

2. ກວດກາການສ້າງລະບຽບການພາຍໃນຂອງເປົ້າໝາຍ ກ່ຽວກັບລາຍຮັບ-ລາຍຈ່າຍ:

- ສະເໜີເປົ້າໝາຍກວດກາສະໜອງຂໍ້ກຳນົດກົດລະບຽບການພາຍໃນ ແລະ ບັນດາເອກະສານທີ່ພົວພັນ ແລະ ເປັນບ່ອນອີງໃນການສ້າງລະບຽບການພາຍໃນບັນດາເອກະສານວ່າດ້ວຍຂໍ້ຫ້າມການລ່ວງລະເມີດກົດໝາຍ ທີ່ໄດ້ນຳໃຊ້ ແລະ ນິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການສ້າງລະບຽບການ; ເອກະສານໃນການເປີດເຜີຍລະບຽບການໃຊ້ຈ່າຍໃນອົງການຈັດຕັ້ງ.

- ກວດກາການປະຕິບັດເວລາຂັ້ນຕອນປະກາດໃຊ້ຂອບເຂດສິດໃນການປະກາດໃຊ້ລະບຽບພາຍໃນແລະ ການຈັດຕັ້ງປະຕິບັດ;

- ກວດດກາຄືນຄວາມຖືກຕ້ອງຂອງເນື້ອໃນລະບຽບການພາຍໃນ: ເນື້ອໃນເອກະສານທີ່ໄດ້ປະກາດໃຊ້;ໄດ້ຈັດຕັ້ງປະຕິບັດແລ້ວ ແລະ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເນື້ອໃນທີ່ປະກາດໃຊ້ທີ່ຖືກຕ້ອງເນື້ອໃນທີ່ຜິດ ຫຼື ຜົນເສຍຫາຍຂອງມັນ.

- ກວດກາການກຳນົດເນື້ອໃນ ທີ່ປະກາດໃຊ້ແລ້ວບໍ່ເໝາະສົມກັບການເຄື່ອນໄຫວຕົວຈິງໃນຕົວຈິງບໍ່ໄດ້ນໍາໃຊ້.

3. ກວດກາການສາງແຜນງົບປະມານ ແລະ ການມອບ-ຮັບຕົວເລກແຜນງົບປະມານ

1. ກວດກາການສ້າງແຜນ ແລະ ການມອບຮັບແຜນງົບປະມານລາຍຈ່າຍ

- ສັງລວມຕົວເລກຂໍ້ມູນ ແລະ ແຜນງົບປະມານໄດ້ມອບຮັບໃນໄລຍະກວດກາ ແລະ ແຜນງົບປະມານໃນປີຕໍ່ໆມາ;

- ສົມທຽບແຜນງົບປະມານ ໄດ້ມອບຮັບກັບແຜນງົບປະມານ ແລະ ຕົວເລກຕົວຈິງໃນການຈັດຕັ້ງປະຕິບັດໃນປີຕໍ່ໆມາ ແລະ ສົມທຽບກັບແຜນງົບປະມານໃນໄລຍະກວດກາ ຈະພົບເຫັນບັນຫາທີ່ບໍ່ທັນເໝາະສົມ ກ່ຽວກັບການມອບ-ຮັບ ການຈັດຕັ້ງປະຕິບັດແຜນງົບປະມານ;

- ກຳນົດປັດໃຈປ່ຽນແປງຂອງງົບປະມານໃນສະໄໝກວດກາ ສົມທຽບກັບສົກງົບປະມານກ່ອນໜ້ານັ້ນ.ຫຼັງຈາກນັ້ນເບິ່ງວ່າແຜນງົບປະມານເພີ່ມຂຶ້ນ ຫຼື ຫຼຸດລົງ ລວມມີ: ໜ້າທີ່ຂະໜາດການເຄື່ອນ ໄຫວທ່າອ່ຽງໃນການປ່ຽນແປງທາງດ້ານລາຄາທ່າອຽງໃນການເກັບລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການຂອງລັດທ່າອຽງທີ່ຈະໄດ້ປັບປຸງລາຍຈ່າຍການບໍລິການ.

- ສົມທຽບການຈັດຕັ້ງປະຕິບັດປັດໃຈປ່ຽນແປງ ແລະ ແຜນງົບປະມານທີ່ໄດ້ຮັບ ເພື່ອກວດກາເຫັນຄວາມບໍ່ຖືກຕ້ອງໃນການກຳນົດແຜນງົບປະມານໃຫ້ວິໄຈຈະແຈ້ງເຖິງສາຍເຫດ ທີ່ພາໃຫ້ຜິດຜົນກະທົບທັງໃນໂຕ ຫຼື ນອກໂຕ.

2. ກວດກາການສ້າງແຜນຈັດເກັບລາຍຮັບ

- ກຳນົດ ແຫຼ່ງລາຍຮັບແຫຼ່ງລາຍຮັບຈາກງົບປະມານແຫຼ່ງລາຍຮັບໄດ້ມາຈາກຄ່າທຳນຽມ ແລະ ຄ່າບໍລິການແຫຼ່ງອື່ນໆ.

- ກຳນົດສາຍເຫດທີ່ຜິດດ່ຽງກ່ຽວກັບປະເພດລາຍຮັບ ແລະ ຕົວເລກລາຍຮັບ;

- ກວດກາປະເພດລາຍຮັບຕົວຈິງຕົວເລກລາຍຮັບຕົວຈິງຂອງເປົ້າໝາຍທີ່ໄດ້ປະຕິບັດ ແລະ ກຳລັງປະຕິບັດ ຕີລາຄາຄວາມຖືກຕ້ອງໃນການສ້າງແຜນ ແລະ ມອບຮັບແຜນການງົບປະມານ.

- ວິທີການກວດກາ ການສ້າງແຜນການລາຍຮັບ ຈະຕ້ອງສ້າງເປັນຕາຕະລາງສັງລວມ.

3. ການກວດກາການມອບຕົວເລກແຜນການງົບປະມານໃຫ້ຂັ້ນລຸ່ມ:

- ກຳນົດຄວາມຖືກຕ້ອງແຜນການທີ່ໄດ້ຮັບຂອງຫົວໜ່ວຍງົບປະມານຂັ້ນລຸ່ມ;

- ກຳນົດຕົວເລກ ຊຶ່ງຫົວໜ່ວຍດັ່ງກ່າວໄດ້ແບ່ງປັນໃຫ້ຂັ້ນລຸ່ມ;

- ກຳນົດຕົວເລກງົບປະມານ ທີ່ຍັງບໍ່ທັນໄດ້ແບ່ງປັນຕາມແຜນອະນຸມັດສາຍເຫດຜູ້ຮັບຜິດຊອບມາດຕະການ.

4. ກວດກາການປະຕິບັດແຜນລາຍຮັບ

1. ກວດກາຕົວເລກລາຍຮັບຈາກການແບ່ງປັນງົບປະມານລັດ

ສັງລວມຕົກເລກຖອນຈາກງົບປະມານຂອງລັດ ຕາມແຜນງົບປະມານເອກະສານຖອນເງິນຕາຕະລາງສົມທຽບກັບຄັງເງິນ ແລະ ໃບມອບຮັບລາຍຈ່າຍ.

- ສັງລວມຕົວເລກທຽບກັບຄັງເງິນອອກຈາກຄັງເງິນຂອງແຕ່ລະລາຍການ (ເປັນເງິນສົດ ຫຼື ເປັນເງິນໂອນ) ກວດກາກຳນົດຄວາມຖືກຕ້ອງກ່ຽວກັບຂັ້ນຕອນຈຸດປະສົງເນື້ອໃນລາຍຈ່າຍສົມທຽບກັບແຜນງົບປະມານທີ່ໄດ້ຮັບ;

- ກຳນົດຍອດເຫຼືອຂອງປີກ່ອນທີ່ ໂອນມາ ແລະ ຈຳນວນຍອດເຫຼືອຢູ່ຈຸດເວລາກວດກາ (ວັນທີ31 ເດືອນ 12); ແຜນງົບປະມານທີ່ຍັງບໍ່ທັນໄດ້ຖອນຈາກຄັງເງິນໄດ້ໂອນໄປປີຕໍ່ໄປຍອດເຫຼືອເປັນເງິນສົດ (ເງິນຝາກເງິນສົດ)ວັດຖຸຄ້າງສາງໜີ້ຕ້ອງຮັບຕ້ອງຈ່າຍ.

- ຊອກຫາສາຍເຫດເງິນທີ່ຍັງບໍ່ທັນຈ່າຍວັດຖຸຄ້າງສາງໜີ້ຍັງບໍ່ທັນແກ້ໄຂ ເພື່ອສົມທຽບກັບໜ້າທີ່ ທີ່ໄດ້ຮັບການມອບໝາຍ ແລະ ຜົນສຳເລັດການປະຕິບັດໜ້າທີ່ຕາມແຜນທີ່ໄດ້ຮັບອະນຸມັດ.

2. ກວດກາແຫຼ່ງລາຍຮັບອື່ນໆຕາມຂໍ້ກຳນົດ

- ສັງລວມບັນດາເອກະສານຕົວເລກຂໍ້ມູນລາຍຮັບຕົວຈິງໃນໄລຍະກວດກາ ເພື່ອສົມທຽບກັບບັນດາແຫຼງລາຍຮັບ ຄື: ເງິນຊ່ວຍເຫຼືອຂອງຝາກຂອງຂວັນເງິນບຳເນັດຄາທຳນຽມຄ່າບໍລິການໄດ້ຈາກການເຄືອນໄຫວບໍລິການອື່ນໆ.

- ກຳນົດ ແລະ ຕີລາຄາຄວາມຖືກຕ້ອງການນຳໃຊ້ ຂໍ້ກຳນົດຕ່າງໆຂອງລັດ ສົມທຽບກັບບັນດາແຫຼ່ງລາຍຮັບຕ່າງໆ ຄື: ເງິນຊ່ວຍເຫຼືອຂອງຂ້ວນຈາກຄ່າທຳນຽມ ແລະ ບໍລິການ.

- ກຳນົດຕົວເລກຜິດດ່ຽງລະຫວ່າງ ຕົວເລກລາຍຮັບຕົວຈິງກັບແຜນງົບປະມານຊອກຫາສາຍເຫດຫົວໜ່ວຍໄດ້ຈົດເຂົ້າບັນຊີໃດຖືກ ຫຼື ຜິດເມື່ອສົມທຽບກັບລະບອບບັນຊີແຫ່ງລັດກຳນົດ. ໃນກໍລະນີຫົວໜ່ວຍໄດ້ລົງບັນຊີນອກລະບົບບັນຊີ ກໍຕ້ອງໄດ້ຊອກຫາສາຍເຫດ ແລະ ສະເໜີວິທີແກ້ໄຂ;

- ສຳລັບບັນດາບ້ວງລາຍຮັບຈາກຄ່າທໍານຽມ ແລະ ຄ່າບໍລິການໃຫ້ກວດກາແບບເລືອກເຟັ້ນ (ສຸມເປັນຕົວຢ່າງ) ຄັດເລືອກເອົາເອກະສານກ່ຽວກັບການເກັບຄ່າທໍານຽມ ແລະ ບໍລິການມາກວດກາ ແລະ ຄັດເລືອກກວດກາບາງເປົ້າໝາຍ ເພື່ອກຳນົດຄວາມເຖືກຕ້ອງ ໃນການຈັດເກັບລາຍຮັບ.

- ເມື່ອສຳເລັດການກວດກາ ການປະຕິບັດແຜນງົບປະມານ ໃຫ້ສ້າງເປັນຕາຕະລາງສັງລວມຜົນໄດ້ຮັບຈາກການກວດກາ.

5. ກວດກາການປະຕິບັດແຜນລາຍຈ່າຍງົບປະມານ

1. ກວດກາເນື້ອໃນລາຍຈ່າຍບໍລິຫານປົກກະຕິ

ກ. ບັນດາບ້ວງລາຍຈ່າຍຊຳລະໃຫ້ບຸກຄົນ:

- ຕ້ອງສັງລວມຕົວເລກລາຍຈ່າຍຕົວຈິງຂອງພະນັກງານແຕ່ລະຄົນ ລວມມີ: ເງິນເດືອນເງິນແຮງງານ, ເງິນອຸດໜູນບັນດາບ້ວງປະກອບສ່ວນຕາມອັດຕາເງິນເດືອນລາຍໄດ້ເພີ່ມຂຶ້ນ;

- ກຳນົດຈຳນວນພະນັກງານລັດຖະກອນທີ່ມີໜ້າຕົວຈິງໃນຫົວໜ່ວຍປະຈຸບັນ;

- ກຳນົດການສ້າງຄັງເງິນເດືອນລາຍຮັບເພີ່ມຂຶ້ນຂອງເປົ້າໝາຍ ຊຶ່ງມາຈາກບັນດາແຫ່ງລາຍຮັບຄື: ຈາກງົບປະມານມອບໃຫ້ຈາກຄ່າທຳນຽມ ແລະ ຄ່າບໍລິການຈາກການເຄື່ອນໄຫວການຜະລິດທຸລະກິດ ແລະ ການບໍລິການ.

- ສົມທຽບກັບລວມຍອດຄັງເງິນເດືອນລາຍຮັບເພີ່ມຂຶ້ນກັບຈຳນວນທີ່ ເປົ້າໝາຍໄດ້ຫຼັກໄວເພື່ອກວດກາເບິ່ງການຫຼັກເງິນເຂົ້າຄັງເງິນເດືອນບໍ່ຖືກຕ້ອງ,

- ກວດກາປະເມີນລາຍຈ່າຍ ໃນການຊໍາລະສະສາງໃຫ້ພະນັກງານບາງຈໍານວນ ໃນເປົ້າໝາຍ ຊຶ່ງມີວິທີຄື: ກວດກາການຈ່າຍເງິນເດືອນ: ເງິນແຮງງານກວດກາຕາຕະລາງເງິນເດືອນໃນແຕ່ລະເດືອນຂອງເປົ້າໝາຍ ເພື່ອກຳນົດບ້ວງລາຍຈ່າຍເງິນເດືອນບໍ່ ຖືກຕ້ອງຕາມຂໍ້ກຳນົດຄື: ຈ່າຍເງິນເດືອນໃຫ້ພະນັກງານໄປເຮັດວຽກຢູ່ຕ່າງປະເທດຫຼາຍກວ່າ ເດືອນພະນັກງານລາພັກປິ່ນປົວຍາວນານ:ພະນັກງານພັກໄດ້ເງິນອຸດໜູນປະກັນສັງຄົມແລ້ວກໍ່ຍັງຈ່າຍໃຫ້ຢູ.

- ສ້າງຕາຕະລາງສັງລວມຄວາມຜິດພາດ.

ຂ. ບັນດາບ້ວງເງິນຈ່າຍເຂົ້າໃນການເຄື່ອນໄຫວວິຊາສະເພາະ

- ບັນດາບ້ວງເງິນຈ່າຍ ເຂົ້າໃນການເຄື່ອນໄຫວວິຊາສະເພາະ ຊຶ່ງໄດ້ກຳນົດລະອຽດໃນລະບຽບການຈ່າຍພາຍໃນຂອງເປົ້າໝາຍສັງລວມຈໍານວນລາຍຈ່າຍຕົວຈິງໃນໄລຍະກວດກາບັນດາບ້ວງລາຍຈ່າຍຊື້ເຄື່ອງໃຊ້ຫ້ອງການນຳໃຊ້ພາຫະນະເຂົ້າໃນວຽກງານໂທລະສັບຢູ່ສຳນັກງານຢູເຮືອນສ່ວນຕົວນຳໃຊ້ບໍລິການສາທາລະນະຢູ່ສຳນັກງານ ( ນ້ຳປະປະໄຟຟ້າອິນເຕີເນັດ...) ເງິນລົງວຽກເງິນຈັດກອງປະຊຸມ;.. ຫຼັກຈາກນັ້ນເລືອກເຟັ້ນກວດກາ ບາງຈຳນວນບ້ວງລາຍຈ່າຍບາງລາຍການ.

- ສຳລັບບ້ວງລາຍຈ່າຍທີ່ໄດ້ກຳນົດເພດານຈ່າຍ ໃນລະບຽບການຈ່າຍພາຍໃນ (ເຄື່ອງໃຊ້ຫ້ອງການໂທລະສັບເງິນລົງວຽກນ້ຳມັນ...) ຈະຕ້ອງໄດ້ກຳນົດບ້ວງຈ່າຍບໍ່ຖືກຕ້ອງຕາມເປົ້າໝາຍຈ່າຍຈ່າຍເກີນ...ກວດກາການປະຕິບັດກົນໄກຈ່າຍທີ່ຖືກຕ້ອງເໝາະສົມກັບຄວາມຕ້ອງການໃນການ ເຄື່ອນໄຫວວຽກງານຂອງເປົ້າໝາຍ ແລະ ຊອກຫາສາຍເຫດ. ກວດກາບ້ວງຈ່າຍຕົວຈິງ ເຊັ່ນ: (ປະຊຸມຄ່າໂທລະສັບໄປຕ່າງປະເທດຮັບແຂກ..) ຈະຕ້ອງໄດ້ກວດກາຄວາມເໝາະສົມ.

- ກວດກາຄວາມຊັດເຈນທາງດ້ານຈຳນວນ ຕາມເນື້ອໃນລາຍຈ່າຍ ກວດກາຈຳນວນຈາກເອກະສານອ້າງອີງ ໃນການຈ່າຍກັບການເຄື່ອນໄຫວໜ້າທີ່ ( ຕາຕະລາງປະຊຸມ,ແຜນວຽກ...) ຫຼື ມີການພິສູດຄືນ (ຖ້າຈຳເປັນ) ເພື່ອກວດກາເບິ່ງເອກະສານອ້າງອີງບໍ່ຖືກກັບຕົວຈິງ.

ຄ. ບ້ວງລາຍຈ່າຍສຳລັບ ການເຄື່ອນໄຫວວຽກງານວິຊາສະເພາະ ທີ່ຍັງບໍ່ທັນໄດ້ກຳນົດລະອຽດໃນລະບຽບການຈ່າຍພາຍໃນຂອງເປົ້າໝາຍ.

ສັງລວມລາຍຈ່າຍບ້ວງທີ່ຍັງບໍ່ທັນມີຂໍ້ກຳນົດລະອຽດ ເຊັ່ນ: ຈ່າຍແປງລົດສ້ອມແປງເຄື່ອງໃຊ້ຫ້ອງການ ແລະ ການຈັດຊື້ເລັກໆນ້ອຍໆ... ຈະຕ້ອງກວດກາຄືດັ່ງນີ້:

- ກຳນົດຄວາມຖືກຕ້ອງຊັດເຈນຄົບຖ້ວນເໝາະສົມຂອງໃບສະເໜີ (ຂອງແຕ່ລະພະແນກພາກສ່ວນ ຫຼື ບຸກຄົນ ແລະ ຄຳເຫັນຂອງຜູ້ເປັນຫົວໜ້າ);

- ກວດກາການຈັດຕັ້ງປະຕິບັດ: ສັນຍາຕ່າງໆໃບກວດກາວຽກໃບມອບຮັບ (ຕ້ອງມີປະເພດຈໍານວນ, ຄຸນນະພາບມາດຕະຖານເຕັກນິກ... ) ເອກະສານຫຼັກຖານຊຳລະ (ຕ້ອງມີສັນຍາຊຳລະຫຼັກຖານໂອນເງິນໃບບິນ....).

- ກວດກາເອກະສານກັບຕົວຈິງ ຫຼື ພິສູດຫຼັກຖານ (ຖ້າຈໍາເປັນ) ເພື່ອກວດກາເຫັນເອກະສານປອມ, ເອກະສານເຜົ່າໃນການສ້າງແຜນງົບປະມານການຊໍາລະການປິດບັນຊີບໍ່ຖືກຕ້ອງຕາມລະບຽບຂັ້ນຕອນຊຳລະຂີ້ຕົວະ.

- ສັງລວມຕົວເລກລາຍຈ່າຍທີ່ປະຢັດໄດ້ຈາກແຫຼ່ງຕ່າງໆ ດັ່ງນີ້ : ຈາກງົບປະມານຈາກການເກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ຮັກສາໄວ້ຮັບຈາກການຜະລິດການບໍລິການ ແລະ ອື່ນໆ. ສະເໜີໃຫ້ເປົ້າໝາຍອະທິບາຍວິໄຈແຕ່ລະເນື້ອໃນທີ່ປະຢັດໄດ້.

ກວດກາຄືນຄວາມຊັດເຈນການອະທິບາຍຂອງເປົ້າໝາຍວິໄຈສາຍເຫດທີ່ສາມາດປະຢັດໄດ້ ເປັນ ຕົ້ນ: ຍ້ອນລາຍຮັບເພີ່ມຂຶ້ນປະຢັດລາຍຈ່າຍຍ້ອນແຜນງົບປະມານມອບໃຫ້ສູງຍ້ອນປະຕິບັດບໍ່ໝົດໜ້າທີ່ ແລະ ວຽກງານທີ່ໄດ້ຮັບການມອບໝາຍຍ້ອນການຊຳລະສະສາງຕົວຈິງຕໍ່າກວ່າຍອດເພດານມອບໃຫ້, ຍ້ອນຈາຍຜິດຮວງ.

2. ກວດກາລາຍຈາຍບໍ່ປົກກະຕິ

1. ກວດກາເນື້ອໃນການຈ່າຍເພື່ອປະຕິບັດໜ້າທີ່ພາກລັດເປັນຜູ້ສັ່ງສິນຄ້າ

ສັງລວມຈຳນວນໜ້າທີ່ວຽກງານທີ່ລັດໄດ້ສັງສິນຄ້າໂດຍອີງຕາມແຕ່ລະບັ້ນການກວດກາ ຊຶ່ງອາດຈະກວດກາທັງໝົດທຸກເນື້ອໃນ ຫຼື ກວດກາບາງເນື້ອໃນຕາມບາດກ້າວດັ່ງລຸ່ມນີ້:

- ກວດກາການສ້າງແຜນການລາຍຈ່າຍ ເຂົ້າໜ້າທີ່ວຽກງານໂດຍແມ່ນລັດເປັນຜູ້ຟັງ: ໂດຍການສະເໜີ ໃຫ້ເປົ້າໝາຍສະໜອງຕົວເລກຂໍ້ມູນ ( ຂໍ້ຕົກລົງເອກະສານການສຳຫຼວດເອກະສານທີ່ພົວພັນເຖິງການສ້າງແຜນງົບປະມານທັງໝົດ ແລະ ເອກະສານໃນການກວດກາວຽກໃນການຊຳລະສະສາງ.);

- ກວດກາບ່ອນອີງ ໃນການສ້າງແຜນງົບປະມານລາຍຈ່າຍໃນການປະຕິບັດໜ້າທີ່ ຕາມທີ່ລັດໄດ້ກຳນົດໃຫ້ ແລະ ສົມທຽບກັບແຜນງົບປະມານທີ່ທາງເປົ້າໝາຍໄດ້ສ້າງຂຶ້ນ ເພື່ອກວດກາເບິ່ງບໍລິມາດວຽກຫົວໜ່ວຍລາຄາທີ່ສ້າງຂຶ້ນບໍ່ຖືກກັບລະບຽບການກຳນົດກຳນົດຮ່ວງລາຍຈ່າຍທີ່ສ້າງຂຶ້ນບໍ່ຖືກຕ້ອງ ເພື່ອສະເໜີບ້ວງລາຍຈ່າຍນີ້ອອກຈາກແຜນງົບປະມານ.

- ກວດກາການໃຊ້ຈ່າຍເຂົ້າໃນໜ້າທີ່ຕາມລັດໄດ້ກຳນົດ: ກວດກາບາງລາຍຈ່າຍ (ວັດຖຸເງິນເດືອນລາຍຈ່າຍໃນການເຄື່ອນໄຫວປົກກະຕິຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ລາຍຈ່າຍຫັກໄວ້ລ່ວງໜ້າ ເພື່ອສ້ອມແປງຊັບສິນ...) ເພື່ອກຳນົດເບິ່ງລາຍຈ່າຍທີ່ບໍ່ຖືກຕ້ອງຕາມຂໍ້ກຳນົດຂອງລັດ ແລະ ລະບຽບການໃຊ້ຈາຍພາຍໃນ.

- ກວດກາບ່ອນອີງໃນການຊໍາລະ: ບໍລິມານໜ້າວຽກໃນແຜນງົບປະມານ ແລະ ບໍລິມາດວຽກທີ່ສຳເລັດ (ບົດບັນທຶກກວດກາວຽກ...) ມູນຄ່າທີ່ຊະລະ ແລ້ວຈາກນັ້ນກໍ່ກຳນົດບັນດາບັນຫາທີ່ ເໝາະສົມລະຫວ່າງລາຍຈ່າຍ ຕາມແຜນກັບລາຍຈ່າຍຕົວຈິງໃນການຈັດຕັ້ງປະຕິບັດ.

2. ກວດກາເນື້ອໃນການຈ່າຍໃຫ້ການສ້ອມແປງຂະໜາດໃຫຍ່ຈັດຊື້ວັດຖຸ:

- ສ້າງຕາຕະລາງລາຍການຈ່າຍ ເຂົ້າໃນການສ້ອມແປງໃຫຍ່ຈັດຊື້ວັດຖຸ...ຄັດເລືອກເອກະສານບາງຈຳນວນໃນການສ້ອມແປງໃຫຍຈັດຊື້ ເພື່ອກວດກາຄືນຂັ້ນຕອນກວດກາແມ່ນອີງຕາມການກວດ ກາບ້ວງລາຍຈ່າຍສຳລັບ ການເຄື່ອນໄຫວວຽກງານວິຊາສະເພາະ ທີ່ຍັງບໍ່ທັນໄດ້ກຳນົດລະອຽດໃນລະ ບຽບການຈ່າຍພາຍໃນຂອງເປົ້າໝາຍ.

- ກຳນົດຮູບການຈັດຊື້ສ້ອມແປງວ່າມີການປະມູນບໍ່ການແຂ່ງຂັນທາງດ້ານລາຄາບົ້ງໂຕປະມູນຊອກຫາສາຍເຫດກວດກາກຳນົດບັນດາຄວາມຜິດໃນການຈັດຊື້ສ້ອມແປງ ເຊັ່ນ: ການຕັ້ງລາຄາຂີ້ຕົວະ, ວັດຖຸອຸປະກອນທີ່ຈັດຊື້ບໍ່ຖືກລະບຽບໄດ້ກຳນົດບໍ່ຖືກປະເພດຊະນິດ.

- ກຳນົດການຊຳລະຂອງງົບປະມານມີການມອບຮັບກັນຄື ແນວ ໃດຕີລາຄາຜົນໄດ້ຮັບໃນການຈັດຊື້, ສ້ອມແປງຊັບສິນຄົງທີ່.

3. ກວດກາໂຄງການທີ່ເປັນເປົ້າໝາຍເລັ່ງລັດຂອງຊາດ

- ສັງລວມເນື້ອໃນລາຍຈ່າຍ (ແຜນງົບປະມານ ແລະ ຈຳນວນຈັດຕັ້ງປະຕິບັດ) ຂອງໂຄງການດັ່ງກ່າວ;

- ກວດກາການເບີກຈ່າຍຊຳລະ ໂຄງການ ຕາມຄວາມຄືບໜ້າຂອງໂຄງການຕາມເປົ້າໝາຍຂອງໂຄງການ ແລະ ຕາມກິດຈະກຳທີ່ໄດ້ຕັ້ງໄວ້;

- ກວດກາການປິດບັນຊີລາຍຈ່າຍຂອງໂຄງການໃນແຕ່ລະດ້ານ ເປັນຕົ້ນ: ກວດກາຄວາມຊັດເຈນຂອງຕົວເລກຍອດລວມຂອງແຜນງົບປະມານ ແລະ ຕົວເລກແຜນວຽກຕົວຈິງກຳນົດຄ່າຜິດດຽງຖືກ ຫຼື ຜິດ?

- ສົມທຽບລາຍຈ່າຍຕົວຈິງກັບແຜນງົບປະມານລະດັບຄາດໝາຈ່າຍມູນຄ່າຈ່າຍເກີນແຜນຈ່າຍນອກແຜນຈ່າຍຜິດລະບຽບ.

- ຊອກຫາສາຍເຫດຄວາມຮັບຜິດຊອບ ແລະ ບຸກຄົນທີ່ເຮັດຜິດ.

4. ກວດກາເນື້ອໃນການຈ່າຍເຂົ້າໃນໂຄງການກໍ່ສ້າງພື້ນຖານ

- ສະເໜີເປົ້າໝາຍສະໜອງຂໍ້ມູນເອກະສານຕ່າງໆບົດລາຍງານການຈັດຕັ້ງປະຕິບັດວຽກງານເອກະຖະສານປະມູນ, ສານແຜນງົບປະມານຍອດຕົວເລກໃນແຜນ ແລະ ບ່ອນອີງໃນການສ້າງແຜນເອກະສານມາດຖານເຕັກນິກບົດບັນທຶກກວດກາວຽກບົດບັນທຶກມອບຮັບການປະມູນ.

- ສົມທຽບໃສ່ເວລາປະຕິບັດຂອບເຂດສິດຄວາມຮັບຜິດຊອບການອະນຸມັດແຜນຖືກຕ້ອງບໍຕົວເລກໃນແຜນຖືກບໍ?... ຊອກຫາສາຍເຫດ.

- ສົມທຽບລະດັບຄາດໝາຍຫົວໜ່ວຍລາຄາໃນແຜນງົບປະມານມູນຄ່າລວມໃນແຜນກັບຕົວເລກທີ່ອະນຸມັດຕົວເລກຫົວໜ່ວຍລາຄາທີ່ອະນຸມັດໃນແຕ່ລະໄລຍະ ເພື່ອກວດກາມູນຄ່າເພີ່ມຂຶ້ນ (ຫຼຸດ) ບໍ່ຖືກຕ້ອງ.

ສົມທຽບບໍລິມາດກວດວຽກຕົວຈິງ (ກໍລະນີຈຳເປັນ) ກັບບໍລິມາດວຽກທີ່ປະກອບເອກະສານສະເໜີ ຊຳລະສົມທຽບມູນຄ່າຊຳລະກັບເອກະສານນຳເຂົ້າວັດຖຸກໍ່ສ້າງເພື່ອກຳນົດຈຳນວນ ແລະ ຫົວໜ່ວຍລາຄາບໍ່ຖືກຕ້ອງ (ມູນຄ່າຊຳລະສະສາງເກີນກຳນົດ).

- ສົມທຽບມູນຄ່າຊຳລະ (ໃນຕະຕະລາງຊຳລະປິດບັນຊີບໍລິມາດວຽກກໍ່ສ້າງສ້ອມແປງກັບຫົວໜ່ວຍລາຄາໃນເວລາປະມູນ ເພື່ອກວດກາມູນຄ່າຜິດດ່ຽງສູງກວ່າລາຄາປະມູນໄດ້.

- ສົມທຽບກັບລາຄາທີ່ໄດ້ຮັບການອະນຸມັດໃນແຜນງົບປະມານ ໃບແຈ້ງລາຄາຂອງທ້ອງຖິ່ນ ໃນແຕ່ລະໄລຍະກໍ່ສ້າງ ເພື່ອກວດກາເບິ່ງລາຄາຂອງທ້ອງຖິ່ນເພີ່ມຂຶ້ນຖືກຕ້ອງ.

5. ກວດກາລາຍຈາຍຄົ້ນຄວ້າວິທະຍາສາດ.

- ສ້າງຕາຕະລາງສັງລວມຫົວຂໍ້ຄົ້ນຄວ້າຕາມລະດັບຄາດໝາຍ: ຂັ້ນອະນຸ ມັດຫົວຂໍ້ຄົ້ນຄວ້າຂັ້ນຕົກລົງອະນຸມັດແຜນງົບປະມານໃຊ້ຈ່າຍເວລາແຕ່ເລີ່ມຕົ້ນຫາມື້ສໍາເລັດ) ລາຍຈ່າຍທີ່ໄດ້ຮັບແລ້ວ ແລະ ກຳລັງສະເໜີຊຳລະຈຳນວນຍັງບໍ່ທັນປິດຈໍານວນຫົວຂໍ້ທີ່ຍັງບໍ່ທັນສຳເລັດ ແລະ ຈຳນວນທີ່ສຳເລັດແລ້ວ. (ສາຍເຫດ).

- ກວດກາລະອຽດສະພາບການຊໍາລະ ແລະ ປິດບັນຊີໃນແຕ່ລະຫົວຂໍ້ ເພື່ອກຳນົດລາຍຈ່າຍຕົວຈິງທີ່ໄດ້ເບີກຈ່າຍຊໍາລະ ແລະ ປິດບັນຊີກຳນົດຈໍານວນທີ່ຍັງຄ້າງຈ່າຍ. (ສາຍເຫດ).

- ສັງລວມຫົວຂໍ້ທີ່ສຳເລັດ ແລະ ໄດ້ນຳໃຊ້ຕົວຈິງ ແລະ ຍັງບໍ່ທັນໄດ້ນຳໃຊ້ເຂົ້າໃນຕົວຈິງ (ສາຍເຫດ).

- ຄັດເລືອກເອກະສານບາງຫົວຂໍ້ ໃນການກວດກາ ຫຼັກຖານການຈ່າຍບ້ວງມອບເໝົາ ແລະ ບໍ່ແມ່ນມອບເໝົາມີເອກະສານຄົບຖ້ວນ ຫຼື ບໍ່ຄວາມເໝາະສົມໃນການຈາຍ ຕາມລະດັບຄາດໝາຍຂອງລັດວາງອອກຊອກຫາສາຍເຫດຄວາມຮັບຜິດຊອບ.

- ກວດກາການສົ່ງຄືນບ້ວງລາຍຈ່າຍທີສົ່ງຄືນໃຫ້ລັດ.

6. ກວດກາລາຍຈ່າຍບ້ວງກໍ່ສ້າງບຳລຸງພະນັກງານລັດຖະກອນ

- ສັງລວມຈຳນວນພະນັກງານທັງໝົດ ທີ່ຖືກແຕ່ງຕັ້ງໄປຝຶກອົບຮົມໄປຮຽນຍົກລະດັບ-ສັງລວມລາຍຈ່າຍທັງໝົດ ທີ່ນຳໃຊ້ເຂົ້າໃນວຽກງານບຳລຸງສ້າງພະນັກງານໃນປີ.

- ກຳນົດຕົວເລກຜິດດ່ຽງ ລະຫວ່າງລາຍຈ່າຍທີ່ໄດ້ຮັບຈາກລັດຖະບານ ແລະ ລາຍຈ່າຍຕົວຈິງໃນປີໄດ້ນຳໃຊ້ຫຍັງແດ່ (ສາຍເຫດ).

- ອີງໃສ່ຫຼັກຖານຢັ້ງຢືນໃນການຊຳລະປິດບັນຊີ ເພື່ອສົມທຽບກັບລະດັບຄາດໝາຍສົມທຽບລະອຽດກັບແຜນງົບປະມານທີ່ເປົ້າໝາຍໄດ້ສ້າງຂຶ້ນ ເພື່ອກຳນົດບ້ວງລາຍຈ່າຍບໍ່ຖືກຕ້ອງຕາມຂໍ້ກຳນົດ ລາຍຈ່າຍບໍ່ຖືກເປົ້າໝາຍຈ່າຍນອກແຜນງົບປະມານ.

- ກວດກາກຳນົດຍອດເຫຼືອຈ່າຍສົ່ງຄືນງົບປະມານ.

7. ກວດກາລາຍຈ່າຍອື່ນໆ

ສັງລວມຈຳນວນຕົວຈິງ ໃນການຮັບພະນັກງານໃໝ່ ເຂົ້າໃນການຈັດຕັ້ງຕາມລະບອບລະບຽບການກຳນົດທຶນຈັດຕັ້ງປະຕິບັດໂຄງການ ຕາມສົນທິສັນຍາສາກົນ. ຈ່າຍເຂົ້າໃນວຽກງານຕາມຄໍາສັ່ງຮີບດ່ວນຕາມທິດນຳ.

- ຄັດເລືອກເນື້ອໃນເພື່ອກວດກາ ເປັນຕົ້ນ: ກຳນົດຕົວເລກຜິດດ່ຽງລະຫວ່າງວຽກງານຈັດຕັ້ງປະຕິບັດຕົວຈິງກັບແຜນລາຍຈ່າຍງົບປະມານສົມທຽບລະຫວ່າງຂໍ້ກຳນົດຂອງລັດ ກັບຫຼັກຖານການຊຳລະ ແລະ ການປິດບັນຊີ ເພື່ອກຳນົດຄວາມຜິດຄວາມຖືກຕາມຕົວຈິງ.

- ກວດກາການກຳນົດຍອດເຫຼືອຈ່າຍ ມອບຄືນເຂົ້າງົບປະມານໃນເວລາສໍາເລັດການກວດກາປະຕິບັດແຜນງົບປະມານລາຍຈ່າຍຕ້ອງສ້າງເປັນຕາຕະລາງສັງລວມຜົນຂອງການກວດກາ.

6. ກວດກາການເຄື່ອນໄຫວການຜະລິດທຸລະກິດ ແລະ ບໍລິການ

- ສ້າງຕາຕະລາງສັງລວມ ການເກັບລາຍຮັບ-ລາຍຈ່າຍ ຄຸ້ມຄອງລາຍຈ່າຍໃນການເຄື່ອນໄຫວບໍລິການ (ຕາມແຕ່ລະສັນຍາບໍລິການ).

- ອີງຕາມຄວາມຕ້ອງການໃນບັ້ນກວດກາ ສາມາດກວດກາທັງໝົດ ຫຼື ບາງສ່ວນຂອງສັນຍາໃນການກວດກາ ດັ່ງນີ້:

+ ກຳນົດລາຍຈ່າຍຂອງແຕ່ລະສັນຍາສົມທຽບກັບລາຍຮັບ ຊຶ່ງເປົ້າໝາຍລາຍງານໃນບັນຊີບົດລາຍງານການເງິນ ເພື່ອກວດກາຄວາມຖືກຕ້ອງ ແລະ ຊັດເຈນໃນການແຈ້ງລາຍຮັບ.

ກວດກາບ້ວງລາຍຈ່າຍ ຊຶ່ງເປົ້າໝາຍໄດ້ປິດບັນຊີຖືກຕ້ອງ ແລະ ປິດບັນຊີນແຕ່ລະສັນຍາບໍລິການ ແລ້ວສົມທຽບໃສ່ນະ ໂຍບາຍ ລະບອບການຈັດຕັ້ງປະຕິບັດ ເພື່ອກວດກາຄວາມຖືກຕ້ອງໃນການປິດບັນຊີວ່າມີຄວາມຖືກຕ້ອງຊັດເຈນ ແລະ ເໝາະສົມກັບລະບຽບການ ຫຼື ບໍ່.

ກຳນົດຕົເລກຜິດດ່ຽງລາຍຮັບ-ລາຍຈ່າຍ ຂອງການເຄື່ອນໄຫວບໍລິການສາຍເຫດເພີ່ມຂຶ້ນ ແລະ ຫຼຸດລົງເມື່ອທຽບໃສ່ຕົວເລກແຜນການຕົວເລກໃນບົດລາຍງານການເງິນຂອງເປົ້າໝາຍ.

- ໂດຍອີງໃສ່ສະຫຼຸບຜົນການເຄື່ອນໄຫວ ການຜະລິດທຸລະກິດຂອງເປົ້າໝາຍ ສົມທຽບກັບຜົນຂອງການກວດກາ ເພື່ອກຳນົດອາກອນມູນຄ່າເພີ່ມ ແລະ ອາກອນກຳໄລ ທີ່ຕ້ອງມອບຕື່ມ.

7. ການກວດກາກູ້ຢືມການລະດົມທຶນ ເພື່ອຂະຫຍາຍການຜະລິດທຸລະກິດ ແລະ ການຮ່ວມມື

- ກຳນົດທິດທາງແຜນການຮ່ວມທຸລະກິດການລົງທຶນຂະຫຍາຍກິດຈະການ ຂອງເປົ້າໝາຍວ່າຖືກຕ້ອງ ແລະ ຮັບປະກັນໄດ້ຕາມກົດໝາຍ ແລະ ຄວາມເປັນຈິງ ຫຼື ບໍ່?

- ກວດກາຍອດເຫຼືອໜີ້ສິນ ຈາກການກູ້ຢືມຂອງເປົ້າໝາຍ: ອີງໃສ່ບົດລາຍງານການປິດບັນຊີປະຈຳປີກໍນົດຍອດເຫຼືອທຶນກູ້ຢືມໄລຍະສັ້ນໄລຍະຍາວອີງໃສ່ສັນຍາ ແລະ ທີ່ດິນຄ້ຳປະກັນເງິນກູ້ສັນ ຍາກູ້ຢືມ (ສິນເຊື່ອ) ເພື່ອຕີລາຄາສັງລວມສະພາບການກູ້ຢືມ ແລະ ການຊຳລະໜີ້ບັນດາບ້ວງເງິນທີ່ລະດົມມາ.

- ອີງໃສ່ບົດວິພາກເສດຖະກິດຂໍຢືມເງິນ ເພື່ອຕີລາຄາຜົນໄດ້ຮັບຂອງໂຄງການລົງທຶນ ຫຼື ທິດທາງການຜະລິດທຸລະກິດ ເຊັ່ນ: ໄລຍະສັນຍາຊຳລະໜີ້ກູ້ຢືມຄວາມອາດສາມາດສ້າງຜົນໄດ້ຮັບຂອງໂຄງ ການ;ຜົນຜະລິດຕະພັນທີ່ໄດ້ຈາກໂຄງການ ມີຄວາມເໝາະສົມຕໍ່ຂົງເຂດການເຄື່ອນໄຫວຂອງເປົ້າໝາຍຄືແນວໃດມີການລ່ວງລະເມີດກົດໝາຍ ຫຼື ບໍ່?.

- ກວດກາການນຳໃຊ້ທຶນ ແລະ ການລະດົມທຶນ ຖືກຕາມເປົ້າໝາຍມີລະບຽບການລົງບັນຊີ ແລະ ການສ້າງບົດລາຍງານ ການປີດບັນຊີຕາມລະບຽບການບັນຊີ ຫຼື ບໍ່ເພື່ອຫຼີກລ້ຽງການທີ່ ເປົ້າໝາຍຈະນຳໃຊ້ລາຍຈ່າຍງົບປະມານຂອງລັດ ເພື່ອໄປຄໍ້າປະກັນເງິນກູ້ຢືມ ແລະ ຊຳລະເງິນກູ້ບ່ວງຕ່າງໆທີ່ລະດົມມາ.

- ກວດກາແຫຼ່ງທີ່ມາຂອງທຶນຮ່ວມມືຮ່ວມທຸລະກິດ ຫຼື ຊັບສິນທີ່ເອົາມາຮ່ວມທຶນຮ່ວມທຸລະກິດ ເຊັ່ນ: ປະກອບທຶນດ້ວຍສິດນຳໃຊ້ທີ່ດິນພາຫະນະວັດຖຸອຸປະກອນກົນຈັກ ແລະ ເງິນສົດ.

- ກວດກາການລົງບັນຊີການສ້າງບົດລາຍງານສະຫຼຸບບັນຊີ ໃນການເຄື່ອນໄຫວຮ່ວມທຸລະກິດ ແລະ ການປະຕິບັດພັນທະອາກອນ.

- ຊອກຫາສາຍເຫດຄວາມຮັບຜິດຊອບຂອງບຸກຄົນນິຕິບຸກຄົນກ່ຽວກັບການປົກປັກຮັກສາຊັບສິນທຶນໃນເວລາເຂົ້າຮ່ວມທຸລະກິດ.

8. ກວດກາການຫຼັກໄວ້ຄັ້ງ ແລະ ການນຳໃຊ້ຄັງ

- ກວດກາກຳນົດຈຳນວນເງິນທີ່ຫັກໄວ້ຄັງຕ່າງໆ (ຄັງບຳເນັດອຸດໜູນຄັງຂະຫຍາຍການຜະລິດທຸລະກິດ, ກິດຈະການຄໍ້າປະກັນລາຍຮັບ)ເພື່ອກຳນົດຄວາມຖືກຕ້ອງ ເມື່ອສົມທຽບໃສ່ລະບຽບການໃນການຫັກໄວ້ຄັງ.

- ສ້າງຕາຕະລາງ ການກະທຳຜິດໃນການຄຸ້ມຄອງ ແລະ ນໍາໃຊ້ເງິນໃນຄັງ.

9. ກວດກາການເສຍອາກອນລາຍໄດ້ສ່ວນບຸກຄົນ

- ສຳລັບອາກອນລາຍໄດ້ສ່ວນບຸກຄົນ ຂອງພະນັກງານໃນເປົ້າໝາຍ: ກຳນົດຈຳນວນອາກອນທີ່ຈະຕ້ອງເສຍຂອງພະນັກງານຂອງເປົ້າໝາຍເລືອກກວດກາລາຍຮັບບາງບຸກຄົນເພື່ອກຳນົດຈໍານວນລາຍຮັບທີ່ຈະຕ້ອງເສຍອາກອນ ຊຶ່ງຍັງບໍ່ທັນໄດ້ຄິດໄລ່ຄົບຖ້ວນຊອກຫາສາຍເຫດ ແລະ ຄິດໄລ່ຄົນຈໍານວນອາກອນ ທີ່ຍັງຄ້າງມອບດັ່ງກ່າວ ເພື່ອມອບເຂົ້າງົບປະມານ,

- ສຳລັບລາຍຮັບ ທີ່ຈະຕ້ອງເສຍອາກອນລາຍໄດ້ສ່ວນບຸກຄົນພາຍນອກ: ສັງລວມລາຍຮັບທັງໝົດ ແລະຈຳນວນລາຍຮັບທີ່ຈະຕ້ອງໄດ້ເສຍອາກອນ ຊຶ່ງເປົ້າໝາຍໄດ້ຈ່າຍຄ່າແຮງງານໃຫ້ບຸກຄົນດັ່ງ ກ່າວຕາມເອກະສານຢັ້ງຢືນການເບີກຈ່າຍຄ່າຈ້າງ ເລືອກກວດກາລາຍຮັບບາງບຸກຄົນ ເພື່ອກຳນົດ ລາຍຮັບທີ່ຈະຕ້ອງໄດ້ເສຍອາກອນ ຕາມເປົ້າໝາຍທີ່ຖືກກວດກາ ເພື່ອກຳນົດຈຳນວນອາກອນ ທີ່ຍັງມອບບໍ່ໝົດ ແລະ ການຫັກສ່ວນຫຼຸດທີ່ບໍ່ຖືກຕ້ອງຕາມລະບຽບ ຊອກຫາສາຍເຫດ.

10. ສ້າງຕາຕະລາງສັງລວມ ສະພາບການມອບອາກອນການແຈ້ງເສຍອາກອນລາຍໄດ້ສ່ວນບຸກຄົນກວດກາການປະຕິບັດກົດໝາຍບັນຊີ

- ການປະຕິບັດຕາມຂໍ້ກຳນົດກ່ຽວກັບຫຼັກການການບັນຊີປື້ມບັນຊີ;

- ການປະຕິບັດຕາມຂໍ້ກຳນົດກ່ຽວກັບການສ້າງການລາຍງານການເງິນ;

ການເກັບຮັກສາ ແລະ ສຳເນົາເກັບມ້ຽນເອກະສານທາງບັນຊີ;

ການຈັດຕັ້ງວ່າດ້ວຍການບັນຊີ ແລະ ການຈັດວາງພະນັກງານເຂົ້າເຮັດວຽກ;

- ການນຳໃຊ້ລະບົບການບັນຊີລະຫັດບັນຊີ ແລະ ຂໍ້ກຳນົດອື່ນໆ.

- ຕີລາຄາການປະຕິບັດກົດໝາຍການບັນຊີຈາກນັ້ນກໍກຳນົດຄືນຂອບເຂດ ຂອງເປົ້າໝາຍທີ່ ຖືກກວດກາ ໃນຂົງເຂດການບັນຊີນຳສະເໜີວິທີແກ້ໄຂຕາມຂໍ້ກຳນົດຂອງກົດໝາຍ.

11. ກວດກາການເປີດເຜີຍຖານະການເງິນ

- ສະເໜີໃຫ້ເປົ້າໝາຍສະໜອງເອກະສານຕ່າງໆ ກ່ຽວກັບການຊີ້ນຳຜັນຂະຫຍາຍເຜີຍແຜ່ວຍກງານຂອງເປົ້າໝາຍ ແລະ ເອກະສານດັ່ງກ່າວນັ້ນ ແມ່ນຂັ້ນໃດເປັນຜູ້ມີສິດອະນຸມັດ.

- ກວດກາເອກະສານຕ່າງໆ ທີ່ ໄດ້ມາຕາມຂີດໜ້າທີ່ ໜຶ່ງເຊັ່ນ: ກວດກາບົດລາຍງານການເງິນແບບເປີດເຜີຍການມອບຮັບແຜນງົບປະມານການຈັດຕັ້ງປະຕິບັດແຜນການສະຫຼຸບບັນຊີລາຍຮັບ-ລາຍຈ່າຍ... ສົມທຽບກັບຂໍ້ກຳນົດກົດລະບຽບຕ່າງທ ຂອງການຈັດຕັ້ງທີ ມີຂອບເຂດສິດປະກາດໃຊ້ກ່ຽວກັບການເປີດເຜີຍຖານະການເງິນ.

- ຕີລາຄາທາງດ້ານເນື້ອໃນວິທີການກຳນົດເວລາສະຖານທີ່ ໃນການເປີດເຜີຍຖານະການເງິນຂອງພາກສ່ວນຫົວໜ່ວຍງົບປະມານທີ່ຂຶ້ນກັບ ແລະ ການປິດບັນຊີງົບປະມານເຊັ່ນ: ເນື້ອໃນທີ່ຕ້ອງ ໄດ້ເປີດເຜີຍຕາມຂໍ້ກຳນົດເນື້ອໃນທີ່ເປີດເຜີຍແລ້ວເນື້ອໃນຍັງບໍ່ທັນເປີດເຜີຍ. ສາຍເຫດຄວາມຮັບຜິດຊອບຂອງຫົວໜ້າ ແລະ ບຸກຄົນທີ່ກ່ຽວຂ້ອງ.

12. ການລົງວິໄນການກະທຳຜິດທາງບໍລິຫານ

ໃນຂະບວນການກວດກາ ເມື່ອພົບເຫັນານກະທຳຜິດ ຈະຕ້ອງໄດ້ລົງວິໄນທາງບໍລິຫານຕາມຂໍ້ກຳນົດກົດໝາຍຊຶ່ງສະມາຊິກ ຫຼື ຫົວໜ້າຄະນະກວດກາ ໄດ້ມີບົດບັນທຶກຂອງການກະທຳຜິດແລ້ວ ຈະອອກຂໍ້ຕົກລົງແກ້ໄຂທາງບໍລິຫານຕາມຂອບເຂດສິດ (ຂໍ້ ຕົກລົງແກ້ ໄຂທາງບໍລິຫານ ຈະຕ້ອງຍົກໃຫ້ເຫັນເນື້ອໃນຈະແຈ້ງຄົບຖ້ວນ ເຊັ່ນ: ເນື້ອໃນການແກ້ໄຂໄລຍະເວລາ ແລະ ບ່ອນຮັບ...) ຫຼື ສົ່ງຫາຂັ້ນເທິງທີ່ມີຂອບເຂດສິດໃນການແກ້ໄຂໃຫ້ທັນເວລາ ຕາມຂໍ້ກຳນົດຂອງກົດໝາຍ ວ່າດ້ວຍການແກ້ໄຂການລ່ວງລະເມີດທາງບໍລິຫານ.

3.2.3. ບາດກ້າວສຳເລັດການກວດກາ

1. ບົດລາຍງານຜົນການກວດກາ ແລະ ຮ່າງບົດສະຫຼຸບຜົນການກວດກາ

- ໃນໄລຍະເວລາທີ່ກຳນົດຂອງກົດໝາຍ ຫົວໜ້າຄະນະກວດກາ ມີໜ້າທີ່ລາຍງານຕໍ່ຜູ້ອອກຂໍ້ຕົກລົງກວດກາເພື່ອລາຍງານຜົນຂອງການກວດກາ ແລະ ຮາງບົດສະຫຼຸບຜົນຂອງການກວດກາ. ບົດລາຍງານຜົນຂອງການກວດກາ ສະແດງໃຫ້ເຫັນຄົບຖ້ວນຜົນຂອງການກວດກາບັນດາເນື້ອໃນທີ່ໄດ້ກວດກາ, ເນື້ອໃນຍັງບໍ່ທັນໄດ້ກວດກາ ຫຼື ກວດການອກຂໍ້ຕົກລົງ ແລະ ແຜນການກວດກາທີ່ໄດ້ອະນຸມັດ - ສາຍເຫດບັນດາຄຳສະເໜີທີ່ບໍ່ເປັນເອກະພາບຂອງເປົ້າໝາຍຄຳສະ  ເໜີປັບປຸງນະໂຍບາຍລະບອບລະບຽບ ແລະ ເນື້ອໃນສະຫຼຸບຈະຕ້ອງເວົ້າແຈ້ງແຕ່ລະໜ້າວຽກບ່ອນອີງຖືກ ຫຼື ຜິດ ສາຍເຫດຄວາມຮັບຜິດຊອບ, ການແກ້ໄຂໄລຍະເວລາຈັດຕັ້ງປະຕິບັດ.

- ໃນຂະບວນການສ້າງບົດລາຍງານ ແລະ ການຮ່າງບົດສະຫຼຸບຜົນການກວດກາ. ຖ້າຍັງມີບັນຫາຫຍັງຊຶ່ງບໍ່ທັນຈະແຈ້ງ ແລະ ບໍ່ທັນເປັນເອກະພາບ ໃນການແກ້ໄຂ ຫົວໜ້າຄະນະຈະຕ້ອງເປັນເຈົ້າການ ເພື່ອແລກປ່ຽນສະເໜີຄໍາຄິດຄຳເຫັນກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມຊັດເຈນຖືກຕ້ອງຄົບຖ້ວນຂອງບົດສະຫຼຸບ ໃຫ້ມີລັກສະນະພາວະວິໃດໃນເວລາເຂົ້າລາຍງານຜູ້ອອກຂໍ້ຕົກລົງກວດກາກ່ຽວກັບຜົນການກວດກາ ແລະ ຮ່າງບົດສະຫຼຸບຜົນຂອງການກວດກາ ຈະຕ້ອງມີຄໍາຄິດຄຳເຫັນເອກະສານຢັ້ງຢືນຄົບຖ້ວນຂອງສະມາຊິກກວດກາ ໃນຄໍາຄິດຄຳເຫັນຂອງສະມາ ຊິກ ໃນຄະນະກວດກາຕໍ່ບົດສະຫຼຸບລາຍງານນັ້ນ ຈະມີທັງເຫັນດີ ແລະ ບໍ່ເຫັນດີກ່ຽວກັບເນື້ອໃນ ທີ່ຕົນໄດ້ຈັດຕັ້ງປະຕິບັດຕົວຈິງ ແລະ ເນື້ອໃນທີ່ຄົນອື່ນເປັນຜູ້ເຮັດ ໃນກໍລະນີຕົນເອງບໍ່ເຫັນດີຈະຕ້ອງໄດ້ຍົກເຫດຜົນ ແລະ ເອກະສານຢັ້ງຢືນຕໍ່ຫົວໜ້າຄະນະ.

2. ສະຫຼຸບ ແລະ ສໍາເນົາເກັບມ້ຽນຜົນຂອງການກວດກາ

- ໃນໄລຍະເວລາຕາມກຳນົດຂອງກົດໝາຍ ຜູ້ອອກຂໍ້ຕົກລົງກວດກາ ຈະພິຈາລະນາຕໍ່ເນື້ອໃນບົດລາຍງານຜົນຂອງການກວດກາ ແລະ ອອກຂໍ້ຕົກລົງສະຫຼຸບຜົນຂອງການກວດກາໃນຂະບວນການພິຈາລະນາຕໍ່ຮ່າງບົດສະຫຼຸບຜົນການກວດກາຜູ້ອອກຂໍ້ຕົກລົງກວດກາສາມາດສະເໜີໃຫ້ຫົວໜ້າຄະນະສະມາຊິກກວດກາ ຫຼື ເປົ້າໝາຍກວດກາຂຶ້ນອະທິບາຍ ຫຼື ປັບປຸງເນື້ອໃນປະກອບເອກະສານຫຼັກຖານເພີ່ ມເຕີມ ເພື່ອຄວາມກະຈ່າງແຈ້ງຊັດເຈນຄົບຖ້ວນຕໍ່ບັນຫາທີ່ຍັງບໍ່ທັນຈະແຈ້ງນັ້ນ.

- ກ່ອນຈະສະຫຼຸບຂອງການກວດກາ ຜູ້ສະຫຼຸບຜົນກວດກາ ຈະຕ້ອງໄດ້ເຮັດວຽກກັບເປົ້າໝາຍກວດກາ ຕໍ່ກັບຮ່າງບົດສະຫຼຸບຜົນການກວດກາ ຫຼື ສົ່ງຮ່າງບົດສະຫຼຸບກວດກາ ເຖິງເປົ້າໝາຍ ເພື່ອປະກອບຄຳເຫັນ ຫຼື ປະກອບເອກະສານຫຼັກຖານເພີ່ມເຕີມຕໍ່ບັນຫາ ທີ່ຍັງບໍ່ທັນຈະແຈ້ງບໍ່ທັນເປັນເອກະພາບບໍ່ທັນເປັນລາຍລັກອັກສອນ.

- ຜູ້ສະຫຼຸບຜົນການກວດກາສາມາມາດມອບສິດ ໃຫ້ຜູ້ອື່ນໃນຄະນະກວດກາໃນການເຮັດວຽກກັບເປົ້າຍໝາຍກວດກາຜູ້ຮັບສິດຈະຕ້ອງໄດ້ເຮັດບົດບັນທຶກການເຮັດວຽກກັບເປົ້າໝາຍ ໃນການເຮັດວຽກດັ່ງກ່າວ. ສະຫຼຸບຜົນການກວດກາເປີດເຜີຍ ແລະ ສົ່ງໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕາມກຳນົດເວລາທີ່ກຳນົດໄວ້ໃນກົດໝາຍ.

3. ການມອບ - ຮັບ ແລະ ການເກັບມ້ຽນເອກະສານກວດກາ

ພາຍຫຼັກທີ່ບົດສະຫຼຸບໄດ້ຜ່ານກັນ ເພື່ອຄວາມເປັນເອກະພາບແລ້ວ ໃນໄລຍະເວລາທີ່ກຳນົດ ຫົວໜ້າຄະນະກວດກາ ມີໜ້າທີ່ມອບ - ສົ່ງເອະສານກວດກາໃຫ້ ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ສົ່ງໃຫ້ຜູ້ເຂົ້າຮ່ວມເປັນຄະນະກວດກາ ຕາມຂໍ້ກຳນົດຂອງກົດໝາຍ. ຊຶ່ງການມອບ - ຮັບເອກະສານຈະຕ້ອງເຮັດບົດບັນທຶກ ແລະ ເກັບຮັກສາໄວ້ໃນຂຸດເອກະສານທັງໝົດໃນບັ້ນກວດກາດັ່ງກ່າວ.

4. ເປີດກອງປະຊຸມໃນຄະນະເພື່ອຖອດຖອນບົດຮຽນ

ຫົວໜ້າຄະນະມີໜ້າທີ່ຝຶກຝົນໃຫ້ສະມາຊິກໃນຄະນະກວດກາ ໃນການລວມກັນ ເພື່ອຖອດຖອນບົດຮຽນ, ຕີລາຄາຜົນໄດ້ຮັບດ້ານດີ ແລະ ດ້ານອ່ອນ ໃນຂະບວນການກວດກາມີການສະເໜີຜົນງານຕໍ່ຜູ້ທີ່ເຮັດໄດ້ດີ ແລະ ແກ້ໄຂພະນັກງານທີ່ມີຄວາມຜິດ. ກອງປະຊຸມຖອດຖອນບົດຮຽນຈະຕ້ອງໄດ້ເຮັດໃນເວລາສຳເລັດການສະຫຼຸບ ແລະ ເຮັດເປັນບົດບັນທຶກໄວ້ ໃນຊຸດເອກະສານກວດກາບັ້ນດັ່ງກ່າວ.

ຄຳຖາມຄົ້ນຄວ້າ

1. ຫົວໜ່ວຍບໍລິຫານວິຊາການຂອງລັດ ແມ່ນຫັຍມີຈັກຂັ້ນຄືຂັ້ນໃດແດ່?

2. ຫົວໜ່ວຍບໍລິຫານວິຊາການຂອງລັດ ຂັ້ນສູນກາງ ແມ່ນຫຍັງ?

3. ຫົວໜ່ວຍບໍລິຫານວິຊາຊີບ ແມ່ນຫຍັງມີຈັກຂັ້ນຄືຂັ້ນໃດແດ່?

4. ຂັ້ນຕອນກວດກາການເງິນ ຢູ່ຫົວໜ່ວຍບໍລິຫານວິຊາການ ແລະ ຫົວໜ່ວຍບໍລິຫານວິຊາຊີບມີຈັກບາດກ້າວ ຄືບາດກ້າວໃດແດ່?

5. ບາດກ້າວກະກຽມການກວດກາການເງິນ ຢູ່ຫົວໜ່ວຍວິຊາການຂອງລັດ ມີຫຍັງແນ່?

 

ใหม่กว่า เก่ากว่า