ບົດທີ່ 9
ຄຳສຸພາສິດມະນຸດສົມບັດ
ຈຸດປະສົງຄາດໝາຍ
1. ຄາດວ່ານັກສຶກສາຈະເຂົ້າໃຈເຖິງຄຸນນະທຳ ຄຳເວົ້າຂອງຄົນຍົກບູຮານທີ່ນຳໃຊ້ ຄຳເວົ້າສັ້ນໆແຕ່ ມັນມີເນື້ອໃນເລິກເຊິ່ງ ມີຄະຕິເຕືອນໃຈ ແລະ ໃຫ້ ຄວາມຮູ້ກວ້າງຂວາງ.
2. ຄາດວ່ານັກສຶກສາ ຈະເຂົ້າໃຈ ນຳເອົາປະໂຫຍກຄຳສຸພາສິດໄປໝຸນໃຊ້ໃນຊີວິດປະຈຳວັນໃຫ້ ເກິດ ປະໂຫຍດແກ່ຕົນເອງຫລາຍຂື້ນ.
9.1.ຄວາມໝາຍຂອງຄຳສຸພາສິດ.
ຄຳວ່າ “ ສຸພາສິດ ” ເປັນຄຳເວົ້າທີ່ສັ້ນ ແຕ່ຫາກມີຄວາມໝາຍເລິກເຊິ່ງທີ່ຄົນບູຮານປະດິດຄິດແຕ່ງຂື້ນມາແຕ່ບູຮານນະການ, ເປັນວັນນະຄະດີພື້ນເມືອງປະເພດໜຶ່ງ ຊຶ່ງຜູ້ແຕ່ງມັກໃຊ້ຄຳເວົ້າສັ້ນ ໂດຍໃຫ້ສຳພັດ ເກາະກ່າຍກັນ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ແລະ ຈື່ຈຳໄດ້ດົນນານ.
ເນື້ອໃນຂອງສຸພາສິດ ເປັນຄຳສັ່ງສອນເພື່ອຕັກເຕືອນໃຫ້ແກ່ຊາວຜູ້ອອກແຮງງານປະພຶດຕົນໄປໃນທາງທີ່ຖືກຕ້ອງ ແລະ ເໝາະສົມ ຫຼື ອາດຈະເວົ້າໄດ້ອີກຢ່າງໜຶ່ງ ຄຳສຸພາສິດ ແມ່ນບົດຮຽນອັນມີຄ່າຕໍ່ການດຳລົງຊີວິດ ແລະ ການທຳມາຫາກິນຂອງຊາວຜູ້ອອກແຮງງານອີກດ້ວຍ.
9.2.ເນື້ອໃນຂອງຄຳສຸພາສິດ
1.ຄຳສຸພາສິດ ທີ່ເວົ້າເຖິງຄຸນສົມບັດ
ການພົວພັນລະຫວ່າງຄົນກັບຄົນ ມັນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ຈັກຮູ້ເຄົາລົບນັບຖືຢຳເກງພໍ່ແມ່, ຄູບາອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼື ພຶດຕິກຳ.
ກ່ຽວກັບຄຸນສົມບັດທີ່ໄດ້ກ່າວມານັ້ນ ມັນກໍແມ່ນມູນເຊື້ອອັນດີງາມອັນໜຶ່ງຂອງຄົນລາວທີ່ເຊື່ອຖື ແລະ ປະຕິບັດກັນມາຈົນມີຄຳສຸພາສິດຄະຕິເຕືອນໃຈເຊັ່ນຕົວຢ່າງ:
· ອັນວ່າເປັນຄົນນີ້ ໃຈໃຫ້ໃສສະເໝີນຳອະໂນມາວັງໃຫຍ່.
ຢ່າໄດ້ເປັນດັ່ງໝໍ້ ໝອງເສົ້າທົ່ວຄິງ.
· ໃນເມື່ອວາຈາຕ້ານ ໃຫ້ພໍຫວນຫອມມ່ວນ.
ຢ່າໄດ້ໄຂປາກຕ້ານ ແຮງພົ້ນເພິ່ນຫຼາຍ.
· ໃຫ້ຄ່ອຍພິຈານແຈ້ງ ທຳນຽມນັກປຣາດ.
ຫາກຊ່າງຢູ່ ຊ່າງເວົ້າ ອໍລະອ້ວນອຸ່ນເຮືອນ.
· ໃຫ້ຊ່າງບ້ອນ ສະເໝີດັ່ງປາຫຼົດ
ຢ່າໄດ້ແປນຄຸຍລອຍ ດັ່ງປາກະໂທງໃບ້.
· ບຸນຄຸນພໍ່ແມ່ນີ້ ໜັກເກິ່ງທໍລະນີ.
ໃຜຜູ້ຢຳເກງນົບ ຫາກຈະດີເມືອໜ້າ.
· ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່.
· ຕິແຕ່ພາຍເຂົາຮ້າຍ ພາຍໂຕພັດແຮ່ງຕີ້ວ.
ຕິແຕ່ຄໍອື່ງເພົ້າ ຄໍເຈົ້າພັດແຮ່ງຈົນ.
· ໃຫ້ຄ່ອຍພຽນທຳສ້າງ ສະເໝີແຕນແປງຊໍ່.
ໃຫ້ຊ່າງກໍ່ສືບສ້າງ ສະເໝີເຜິ້ງສືບຮັງ.
· ຕາບໃດແຜ່ນດິນຍັງໜາ ແຜ່ນຟ້າຍັງກ້ວາງ.
ນຳມະຫາສະໝຸດຍັງເລິກ ຂຸນເຂົາຍັງສູງ.
ຕາບນັ້ນຄວາມເຫຼື່ອມລຳ ຕຳສູງຂອງມວນມະນຸດກໍ່ມີຢູ່.
· ຊ້າງສານ; ງູເຫົ່າ; ຂ້າເກົ່າ ແລະ ເມຍຮັກ ໃນທັງ 4 ຢ່າງນີ້ ຢ່າໄດ້ໄວ້ໃນໃຈເກີນໄປ.
· ເດັກນ້ອຍ, ຄົນຜີບ້າ, ຄົນຂີ້ເຫຼົ້າ, ແມ່ຍິງ 4 ຢ່າງນີ້ ກໍ່ບໍ່ຄວນໄວ້ໃຈເກີນໄປ.
· ຜູ້ຮັກທໍ່ແຜນຫຼັງ ຜູ້ຊັງທໍ່ແຜນສາດ.
· ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ.
· ເງິນຄຳຂອງຫາໄດ້ ນຳໃຈຂອງຫາຍາກ.
· ຄັບທີ່ຢູ່ໄດ້ ຄັບໃຈຢູ່ຍາກ.
· ຢ່າໄດ້ເຊື່ອໃຈທາງ ຢ່າໄດ້ວາງໃຈຄົນ ມັນຊິຈົນໃຈໂຕ.
· ທຸກເພິ່ນວ່າບໍ່ດີ ມີເພິ່ນຈິ່ງວ່າດີ ລຸງປ້າຈິ່ງວ່າຫຼານ.
· ເຫັນເພິ່ນຫາມໝູຢ່າເອົາຄານໄປສອດ ຢ່າເອົາດາກເພິ່ນມາຍັດກົນໂຕ.
· ຢ່າຕີໝູຊາ ຢ່າດ່າໝາສຽດ ຄວາມດ່ານີ້ ດ່າພີ່ເຈັບທ້ອງ ດ່ານ້ອງເຈັບໃຈ ດ່າອັນໃດກໍ່ບໍ່ດີແລ.
· ຜົມບໍ່ຫຼາຍໃຫ້ຕື່ມຊ່ອງ ພີ່ນ້ອງບໍ່ຫຼາຍໃຫ້ຕື່ມມິດ ໃຫ້ຕ່ືມສະຫາຍ.
· ເບິ່ງວັດໃຫ້ເບິ່ງທີ່ເບິ່ງຖານ ເບິ່ງອາຈານໃຫ້ເບິ່ງລູກສິດ.
· ເຮືອນຮົ່ວມາແຕ່ຫຼົບ ລູກບໍ່ຈົບ ບໍ່ດີ ບໍ່ງາມເປັນນຳພໍ່ແມ່.
· ຂອງກິນບໍ່ອຸ່ນມັນເນົ່າ ເລື່ອງເກົ່າບໍ່ເລົ່າມັນລືມ
ຂອງເກົ່ານີ້ ຈາງຈືດບໍ່ມີເປັນ ບາດວ່າຂອງກິນ ອຸ່ນຄືນກໍຍັງໄດ້.
· ໝູເຮັດນາ ໝາກິນເຂົ້າ.
· ເຂາະເປັນຜູ້ດັງ ຄວາຍເປັນຜູ້ອິ່ມ.
· ນາຫຼາຍເໝືອງ ເມືອງຫຼາຍເຈົ້າ (ຄະລຳທີ່ສຸດ ).
· ໄກ່ຂັ້ນເຄືອ ເຮືອພາຍຝືດ ( ຄຳຄູນ ).
· ອັດສະຈັນໃຈໂອ ເຂົ້າສານໃນໂອຍໍຄໍຕອດໄກ່
ໄມ້ໄລ່ຢູ່ກໍ ຍໍຄໍຄາບຊ້າງ ປາຢ້າງຢູ່ຫີ້ງ ສະຍານເຕັ້ນຄາບແມວ.
· ເສືອສາງຫາວອນໄຫວ້ ເອົາໝູກວາງເປັນໝູ່
ອຸບາດເປັນສິ່ງນີ້ ເມືອງບ້ານຊິຫຼົ່ມຫຼວງ.
· ໝູກວາງຫາວອນໄຫວ້ ເອົາເສືອສາງເປັນໝູ່
ຢ້ານແຕ່ເຂົ້າຢູ່ທ້ອງ ເປັນໝ້ຽງເຫຍື່ອມັນບໍ່ຮູ້ !
· ລະຮິດມັນໝອງ ລະຄອງມັນເສົ້າ.
· ປາໜີຈາກນຳ້ ຍ້ອນນຳ້ມັນບໍ່ມີຕົມ
ຊ້າງໜີຈາກດົງ ຍ້ອນດົງບໍ່ມີໄມ້ໄລ ,ໄມ້ບົງ
ຫົງໜີຈາກສະ ຍ້ອນສະບໍ່ມີບົວງາມຕະການ
ລູກສິດໜີຈາກອາຈານ ຍ້ອນອາຈານບໍ່ເຄີຍສັ່ງສອນ.
· ຝົນຕົກໂຫ້ງ ໄຫຼລົງແຕ່ບ່ອນຊຸ່ມ
ບ່ອນໂພນມີບໍ່ແພ້ ພັດຝົນເທັ້ງແລ່ນກາຍ.
· ຄວາຍແມບບ່ອນບວກ ປວກອົ້ນບ່ອນໂພນ.
· ຕຳ່ທໍ່ໃດແຮ່ງຊຳ້ໃຫ້ຕຳ່ ສູງທໍ່ໃດແຮ່ງຄູນຕື່ມ.
· ໄຫໃຫຍ່ລົ້ນ ໄຫນ້ອຍບໍ່ເຕັມ.
· ຄຳເວົ້ານີ້ ຫວານອ່ອນແມ່ນດີ
ຄັນຫາກວາຈາຂົມ ເລົ່າກາຍເປັນຮ້າຍ.
· ສ່ວນວ່າຈິດໃຈນີ້ ຫາກຄືກັນເທົ່າທົ່ວ
ບໍ່ມີໃຜຢາກພໍ້ ຄຳສົ້ມຂື່ນຂົມ ແທ້ໃດ !
· ອັນວ່າບຸນບາບນີ້ ຂອງເກົ່າບໍ່ຫຼີງເຫັນ
ບາງເຫຼົ່າທຸກກັບເປັນມີ ຊົ່ວກໍ່ເປັນດີໄດ້.
· ເຫັນເຂົາບໍ່ປາກ ຢ່າໄດ້ເວົ້າວ່າເຂົາໂງ່
ເຂົາຊັງໂຕ ຢ່າເຂົ້າໃຈວ່າເຂົາຢ້ານ.
· ຄັນເຈົ້າກິນໝາກໄມ້ ໃຫ້ບິແບງປັນກັນ ແດ່ເນີ !
ຄັນເຈົ້າກິນຄົນດຽວ ໝາກຫວານຊິເປັນສົ້ມ.
· ອ່ານແລ້ວໃຫ້ຮີ່ນຕອງ ນອນກອງ ພິຈາລະນາ ໃຫ້ເຂົ້າໃຈ ຈະດີແລ !
· ຄົນໆ ນີ້ ຄົນມີຫລາຍຢ່າງ
ຄົນໃຫ້ຮອດຂ້າງໝໍ້ ເຖິງກົນ ຈິ່ງແມ່ນຄົນ.
· ຍິງໃດຮ້າງສາມຜົວ ຢ່າໝາຍເສບ
ຊາຍໃດສິກບວດສາມຄາບແລ້ວ ຢ່າໝາຍເກື້ອກ່ຽວສະຫາຍ.
· ຢ່າໄດ້ຕິດຕາມກົ້ນ ນຳຄົນທ້ອງຍຶ່ງ
ມັນຊິຕົດໃສ່ເຈົ້າ ໃຫ້ດັງເວີ້ປຶ່ງເໝັນ ແທ້ໃດ.
· ຢ່າໄດ້ຄິດໂລບລ້ຽວ ເປັນກ່ຽວຫຼາຍຄົມ
ຈົ່ງຄິດເປັນດຽວ ຕໍ່ສັນກັບດ້າມ.
· ຢ່າໄດ້ເມົາມົວຫຼິ້ນ ການພະນັນເບ້ຍໂບກ
ລາງເທື່ອໂຊກບໍ່ໃຫ້ ຖົງເປັ້ງຊິຂາດກາງ.
· ຢ່າອາດເອື້ອມເອົາສິ່ງມີສູງ ມີທັນຂໍ ຢ່າຢືນຢັນຢື້.
· ຢ່າໄດ້ວ່າຈາສຽງ ເຂົາຮໍຂົມຂື່ນ
ຄຳປາກຢ່າໃຫ້ຕື້ນ ສະເໝີໝໍ້ປາກແບນ.
· ໃຫ້ຄິດລົງເຖິງຟື້ນ ສະເໝີບົວຈົມຢັ່ງ
ໃຈໃຫ້ອ່ອນສິ່ງຝ້າຍ ຫລາຍລໍ້ຍືດຍາວ ນັ້ນເນີ.
· ຜົວເມຍຮ້າຍ ຫລາຍທີເປັນຄົນອື່ນ
ພີ່ນ້ອງຮ້າຍ ແສນຊັ້ນ ບໍ່ຂາດກັນ.
· ຢ່າໄດ້ແສນແພນໜ້າ ວາຈາອວດອົ່ງ
ຝຸງພີ່ນ້ອງ ພົງເຊື້ອຊິບໍ່ມີ.
· ຢ່າໄດ້ຄິດຕໍ່ເຂົ້າ ໃນນາຂອງຄົນອື່ນ
ຄິດຕໍ່ນາໝູ່ເຈົ້າ ຍັງຊິໄດ້ອິ່ມໂຕ ດອກນາ.
· ລ້ຽງຊ້າງເຖົ້າ ຂາຍງາໄດ້ກິນຄ່າ
ລ້ຽງຊ້າງນ້ອຍ ພຽນຫຍ້າໄດ້ຂີ່ດົນ.
· ໄປທ່ຽວບ້ານ ໃຫ້ເບິ່ງຫົນທາງ
ຄົນຕາຟາງ ໃຫ້ຫລີກມັນກ່ອນ.
· ຢ່າບັງໜ້າ ຢ່າເວົ້າຄວາມລັບ.
· ຍິງມັກດາຍ ຊາຍມັກໄດ້.
· ຜູ້ກິນກິນພໍຮາກ ຜູ້ຢາກຢາກພໍຕາຍ.
· ບ່ອນຜູ້ໃຫຍ່ຢ່າໄດ້ໄປແທນ ຂອງຫວງແຫນຢ່າໄດ້ໄປຕ້ອງ.
· ໃຜຜູ້ມີບຸນໄດ້ເປັນພະຍາທົງແທ່ນ ຈົ່ງໃຫ້ຮັກໄພ່ນ້ອຍສະເໝີດ້າມລູກຕົນ ນັ້ນເນີ !
· ຢາກຮູ້ໃຫ້ຖາມ ຢາກງາມໃຫ້ໝັ່ນແຕ່ງ.
· ຈົ່ງເປັນຄົນເຊື່ອມີເຫດຜົນ ຢ່າເຊື່ອງ່າຍງົມງວາຍ.
· ໄມ້ແກ່ກາຍເບັດ ເຫັດແກ່ກາຍແກງ.
· ຕັກແຕນບໍ່ສົມພໍດີດຢ່າດີດ ນົກປີດບໍ່ສົມພໍບິນຢ່າບິນ.
· ໄມ້ແກ່ກວ່າຫຼົວ ຈົວແກ່ກວ່າພຣະ ເດັກນ້ອຍ ແກ່ກວ່າຜູ້ໃຫຍ່.
· ໄຟໄໝ້ປ່າຈິ່ງເຫັນໜ້າໜູ ນຳ້ຖ້ວມຮູ້ຈິ່ງເຫັນໂຕອົ້ນ.
· ປາກເປັນອາວຸດກ້າ ແຂງຍິ່ງຄົນຢຳ
ປາກພາໃຫ້ເປັນຄົນດີ ຊົ່ວຊາມກໍ່ພອຍໄດ້
ປາກໃຫ້ຍໍຍ້ອງ ພອງໂຕກ້າເກັ່ງ
ປາກດີມີຜູ້ຍ້ອງ ຍໍໃຫ້ຮຸ່ງເຮືອງ ແທ້ໃດ.
· ເຫັນວ່ານຳ້ຫ້ວຍນ້ອຍ ຢ່າຟ້າວເກື່ອນຊາຍຖົມ ແດ່ເນີ
ເຖິງລະດູເດືອນຝົນ ອາດເກື່ອນເປັນຫວັງກ້ວາງ.
· ຫົງຫາກບິນເທິງຟ້າ ພະໂຍມສູງຢ່າຟ້າວອວດ ຫລາຍທ້ອນ
ບາງເທື່ອໄປຖືກແຮ້ວ ເຂົາຫ້າງຢູ່ແຄມໜອງ ແທ້ເນີ !
· ເຫັນວ່າປາກນົກນ້ອຍ ຊ້າງຢ່າຢຽມລົງໜັກຫຼາຍເນີ
ບາດວ່ານົກໂຮມແຮງກັນ ຊິຕອດຕາຍໂຕຊ້າງ ຫັ້ນແລ້ວ.
· ເຫັນວ່າຜັກຫອມຫ້ຽນ ແຄມສວນຢ່າຟ້າວຢຳ່ ແດ່ເນີ.
ບາດວ່າພໍຝຸ່ນນຳ້ ມັນຊິປິ້ນປົ່ງໃບ.
· ການຮ້ອງໄຫ້ ເປັນກຳລັງເດັກນ້ອຍ ອາກາດ ເປັນກຳລັງຂອງນົກ
ນຳ້ ເປັນກຳລັງຂອງປາ ປວງປະຊາ ເປັນກຳລັງຂອງປະເທດຊາດ.
· ຍິງເກີດມາເພື່ອສືບສາຍ ຊາຍເກີດມາເພື່ອສືບຊາດ ຢ່າເວວາດໄປທາງບໍ່ດີ.
· ດອກບົວເປັນເຄື່ອງວັດນຳ້ ການງານເປັນເຄື່ອງວັດຕະກຸນ.
· ຄວາມລະຫັດ ຢ່າໃຫ້ຮູ້ເຖິງສອງ ນົກມີຫູ ໜູມີປີກ ໃຫ້ລະວັງຄັກໆ.
· ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫົວ ໃຫ້ຄິດຄັກໆ.
· ສັນຫຍັງ ສັນໄດ້ ສັນບໍ່ໄດ້ແຕ່ສັນພ້າ ເທົ່ານັ້ນ.
· ເຊື່ອອັນໃດ ເຊື່ອໄດ້ ເຊື່ອບໍ່ໄດ້ ແຕ່ຫົວໃຈຄົນ.
· ກິນມຳໆ ບໍ່ຄະລຳຫາທ້ອງ.
· ຢູ່ໃຫ້ເພິ່ນຮັກແພງ ໜີໃຫ້ເພິ່ນຄິດຮອດ.
· ຄວາຍຊົນຄວາຍ ແພ້ຫຍ້າແພດ ແດດອອກແພ້ພູເຂົາ.
· ຄົນເຄີຍລຳ ສະຫຼາດເວົ້າ ຄວາຍເຖົ້າ ສະຫຼາດຂົນ.
· ຄົນເຄີຍຫຼິ້ນ ບໍ່ຫຼິ້ນມັນວອນ ຄົນເຄີຍກິນ ບໍ່ກິນ ມັນແງ້ນ.
· ຄົນມັກທ່ຽວເລາະບ້ານ ຂີ້ຄານ ມັກຈ່ອງນອນເວັນ.
· ອາຫານແຊບໃນເມ່ືອຢາກ ຂອງຖືກປາກຢູ່ກັບຜູ້ມັກ.
· ຊູ້ໃຜ ແມ່ນຢູ່ຕາ ຫຼາໃຜແມ່ນຢູ່ມື.
· ອີ້ວບໍ່ດັງຕັດໄນ ໄຟໂດ້ນເກົ່າບໍ່ເປົ່າກໍ່ລຸກ.
· ສຳນຽງພາສາບອກຊາດ ມາລະຍາດບອກຕະກຸນ.
· ປາກເປັນເອກ ເລກເປັນໂທ ໜັງສືເປັນຕຣີ.
· ອາດີດຄືຄວາມຝັນ ປັດຈຸບັນຄືຄວາມຄິດ ອະນາຄົດ ເປັນຂອງບໍ່ແນ່ນອນ.
· ສັ້ນໃຫ້ສິນ ( ຕັດອອກ ) ຍາວໃຫ້ຕໍ່. ( ສືບຕໍ່ )
· ຢ່າເຮັດສາຍສັ້ນ ຄັນແຂງ ໃຫ້ເຮັດສາຍຍາວ ຄັນອ່ອນຈິ່ງດີ.
· ຜູ້ມີ ເຮັດຊັກໄຊ້ ຜູ້ໄຮ້ ເຮັດຊຸຍຊາຍ.
· ໄປບໍ່ດີແພ້ຮ່າງ ຍ່າງບໍ່ດີແພ້ຄີງ.
· ຢ່າຕີປາໃຫ້ສະເນືອນຫົວນາກ ຮາກໄມ້ຢ່າໃຫ້ສອນຕີນກວຽນ.
· ຮີດທໍ່ສາຍມອງ ຄອງທໍ່ສາຍຫຼາ ຢ່າໄດ້ຂ້າມ.
· ແອບລູກໃຫ້ແອບເມື່ອຍັງນ້ອຍ ແອບຂ້ອຍ ໃຫ້ແອບມື້ເອົາມາໃໝ່.
· ຂໍເລືອດນຳກະປູ ຕີງູໃຫ້ກາກິນ.
· ຟັງຄວາມສັບ ເສຍນຳ້ທ່າບໍ ຟັງຄວາມສັບສໍ່ເສຍມິ່ງຄິງຂວັນ.
· ໂທດໝູ່ທໍ່ຫົວເຫົາ ແນມເຫັນ ໂທດໂຕທໍ່ພູເຂົາ ແນບບໍ່ເຫັນ.
· ຄິດຕໍ່ພີ່ເປັນຮິບຮີ່ ຄິດຕໍ່ນ້ອງເປັນລ່ອງຄ້ອງ ຄິດຕໍ່ໂຕຈິ່ງໂປໂລພື້ນເພິ່ນ.
· ໄຮ້ຊັບອັບປັນຍາ ຊັບມາປັນຍາມີ.
· ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ (ທ້ອງ ).
· ຄົນໂງ່ອວດສະຫຼາດ ຄົນສະຫຼາດອວດດີ ເສດຖີອວດຈົນ.
· ເສືອເພິ່ງດົງ ດົງເພິ່ງເສື່ອ ຫຍ້າເພິ່ງດິນ ດິນເພິ່ງຫຍ້າ ເສືອມີເພາະປ່າຮົກ ຫຍ້າປົກເພາະດິນ
ດີ ດິນດີເພາະຫຍ້າປົກ ປ່າຮົກເພາະ ມີເສື່ອ.
· ຄົນດີນີ້ ພາຍຫລັງມັນຫາກຊົ່ວກໍມີ.
· ຊີ້ນບໍ່ຂາດ ບໍ່ໃຫ້ຄຸງຂຽງ.
· ຊ້າງບໍ່ທັນຕາຍ ຢ່າຟ້າວຊ່າລື.
· ຫີນຫັກ ຫີນຕໍ່ ພໍ່ຕາຍ ລູກຍັງ.
· ນຳ້ເຕົ້າແຕກຍັງສາຍ ກະຖັງແຕກຍັງຄຸ.
· ເຮືອໄຫຼ ຍັງທ່າ ຄວາຍຕາຍຮ່າ ມີໂຕຍັງ.
· ໄມ້ບໍ່ທັນແທກດ້ານ ສັງມາສັ່ງກອນສີນ.
· ພ້າເຄີຍບ່ານມັນບ່ານ ຂວານເຄີຍເປ້ມັນເປ້.
· ນຳ້ຍ້ອຍຫອຍໄຕ່ ນຳ້ໄຫຼປາລອຍ ນຳ້ໄດ້ຮູ ປູໄດ້ຮອຍ.
· ໃຜຈະຫຼິງເຫັນໄດ້ ຕັບໄຕນົກຂີ້ຖີ່
ປາກມັນຮອງພືດພື່ງ ໃຈລຽວໃສ່ກະປູ.
· ແນວຫລັງກຸ້ງ ມັນຫາກງໍຕັ້ງແຕ່ເກີດ
ສາກກະເບືອ ບໍ່ຢຽດໃຫ້ ຫລັງກຸ້ງຢຽດບໍ່ເປັນ ດອກນາ !
· ແນວວ່າ ຄວາຍບໍ່ຢາກກິນຫຍ້າ ແສນຊິຂົ່ມກໍ່ເຂົາຫັກ
ໝູບໍ່ກິນຍັງຮຳ ແສນຊິຕີກໍ່ດັງເວີ້.
· ເຊື້ອເຂົ້າໄຮ່ ບໍ່ໃຫ້ເປັນເຂົ້ານາ
ແນວປາຝາ ບໍ່ໃຫ້ເປັນປານ້ອຍ.
· ເຫັນວ່າງູເຫຼືອມໃບ້ ຢ່າບາຍຫາຈົກປາກ ມັນທ້ອນ!
ໃຫ້ຄິດແຕ່ງບ້ວງຄ້ອງ ເຫຼືອມຫາກຮູ້ ຮ່ອມເອງ.
· ອັດສະຈັນໃຈແຂ້ ຫາງຍາວໆ ສັງບໍ່ໄດ້ຮອງນັ່ງ
ບາດວ່າກະຕາຍຫາງກ້ອມໆ ສັງມາມ້ວນນັ່ງເອງ.
· ອັດສະຈັນໃຈໂອ້ ປາຂະແຍງບໍ່ມີງ່ຽງ
ບາດປາຊີວສັງມາປັກປວດດີ້ນ ເປັນຜຳ ປວຍປີ.
· ບໍ່ຊ່າງປາກ ເສຍສິນ
ບໍ່ຊ່າງປີນ ຕົກຕົ້ນໄມ້
ບໍ່ຊ່າງໄຫ້ ເພິ່ນຫົວຂວັນ ແທ້ດາຍ.
· ກິນບໍ່ຊ່າງກິນເປັນໜີ້ ຂີ້ບໍ່ຊ່າງຂີ້ ຄົນດ່າ.
· ຄັນວ່າຫວານນຳ້ອ້ອຍ ໜ້ອຍນຶ່ງກໍ່ຫາຍໄປ
ຄັນວ່າຫວານວາຈາ ບໍ່ເຫືອເຫີຍຫາຍໄດ້.
· ຊາດທີ່ເປັນຍິງນີ້ ໃຫ້ທຳນຽມດັງນົກເຈົ່າ
ຍາມເມື່ອບິນເຜັ່ນຜ້າຍ ຂ່າວແຈ້ງເພິ່ນຈິ່ງເຫັນ.
· ຢ່າໄດ້ເຫັນຂອງຮ້າຍ ເປັນດີມີຄ່າ
ຢ່າໄດ້ເຫັນປ່າດ້າວ ດົງກ້ວາງ ວ່າແປນ ແທ້ເນີ !
· ຢ່າໄດ້ໂສດາດ້ວຍ ນຳງາຊ້າງເພິ່ນ
ຄິດຕໍ່ເຂົາໂລ້ງໂຄ້ງ ຄວາຍເຖົ້າແຫ່ງເຮົາ ຫັນທ້ອນ.
· ຄົນຕາບອດ ຢ່າໃຫ້ຮ່ວມເຮືອນ
ຄົນຕາເບືອນ ຢ່າໃຫ້ຮ່ວມບ້ານ
ຄົນຂີ້ຄານ ຢ່າເອົາເປັນໝູ່ ເປັນຝຸງ
· ຢາກຮູ້ສາວງາມ ໃຫ້ໄປຖາມຍາຄູ ຢູ່ວັດ
ຢາກຮູ້ພຣະເຄັ່ງຄັດ ໃຫ້ໄປຖາມຍາດໂຍມ.
· ຢ່າກິນຢາ ຕ່າງຜູ້ໄຂ້ ຢ່າເປັນສະໃພ້ຄົນມີ.
· ເຮັກດີ ຜີປັນນາໃຫ້ກິນ ເຮັດບໍ່ດີ ຜີຫັກຄໍ
· ເນຊັງໂຕ ຢ່າໂງຊັງຕອບ.
· ເຫັນຊ້າງຂີ້ ຢ່າຂີ້ນຳ ເຫັນເພິ່ນງາມ ຢ່າຟ້າວແຕ່ງ.
· ຢ່າຫາເຫົາ ເອົາມາໃສ່ຫົວ.
· ກ້າຫຼາຍ ມັກບ່ານ ຫ່ານຫຼາຍ ມັກແຕກ.
· ແດດອອກ ໝອກຫາຍ.
· ໄດ້ຢ່າຫຍ້າມ ບໍ່ໄດ້ຢ່າຫຼາຍ.
· ຕາດີໄດ້ ຕາໃບ້ເສຍ.
· ຄວາຍຕູ້ ມັກຜ່ານ ຄົນພານ ມັກຫາຄວາມ.
· ຄວາຍຕູ້ ມັກຊົນ ຄົນຈົນ ມັກເວົ້າ
· ນົກເຄົ້າ ທ້ວງຕາແມ່
· ໂງ່ຄົນ ຢູ່ໃຕ້ ໂງ່ໄມ້ຢູ່ເທິງ.
· ຄົນຕ່າງບ້ານ ຫວ້ານຕ່າງສວນ.
· ຜີທຽວທາງບົນ ຄົນທຽວທາງລຸ່ມ.
· ໄມ້ລຳດຽວ ຍັງຕ່າງປ້ອງ ພີ່ນ້ອງ ຍັງຕ່າງຈິດໃຈ.
· ໄກ່ງາມ ຍ້ອນຂົນ ຄົນງາມຍ້ອນແຕ່ງ.
· ຢາກຮອດໄວ ໃຫ້ຄານ ຢາກຮອດນານໃຫ້ແລ່ນ.
· ກາງຄືນເປັນເຫງັນ ກາງເວັນເປັນນົກເຄົາ ມືເຊົ້າເປັນແມວໂພງ.
· ເຫັນເຂົາທຸກຢ່າທານ ເຫັນເຂົາມານ ຢ່າທ້ວງ.
· ຍາມດີບໍ່ເຫັນ ຍາມເໝັນຈິ່ງໃຫ້ພໍ້.
· ລູກບໍ່ຟັງຄວາມພໍ່ - ແມ່ ຜີແກ່ເຂົ້ານາຣົກ.
· ພໍ່ແມ່ ບໍ່ສອນລູກເຕົ້າ ຜີເປົ້າ ຈົກກິນຕັບ ກິນໃຕ.
· ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ.
· ມີຜົວໃຫ້ຊ່າງຍ້ອງ ມີນ້ອງໃຫ້ ຊ່າງອອຍ.
· ຢ່າຖືຄວາມເບົາ ຢ່າເອົາຄວາມງາຍ.
ອາຍຄູບໍ່ໄດ້ຄວາມຮູ້ ອາຍຊູ້ບໍ່ໄດ້ນອນນຳ.
Ø ໃຈຮ້າຍເປັນຜີ ໃຈດີເປັນພຣະ.
2.ຄຳສຸພາສິດເວົ້າເຖິງຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.
ຄຳສຸພາສິດແມ່ນໄດ້ເ ວົ້າເຖິງໃນດ້ານຄຸນສົມບັດ ດ້ານຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ; ມັນຍັງມີຄຸນສົມບັດທີ່ໄດ້ກ່າວຕັກ ເຕືອນໃຈ ບອກສອນຢ່າງມີຄຸນຄ່າຕໍ່ຮຸ່ນສືບທອດ ເຊັ່ນ:
· ຮັກກັນແລ້ວ ແມ່ນຢູ່ຂອບຈັກກະວານກໍ່ດີ
ເໝືອນດັ່ງຢູ່ເຮືອນດຽວ ກ່ອມກັນຮຽງຊ້ອນ
· ຊັງກັນແລ້ວ ແມ່ນຮຽງໝອນຊ້ອນບ່ອນ ກໍ່ຕາມທ້ອນ
ເໝືອນພູຜາແຜ່ນຟ້າ ກາງກັ້ງມືດມົນ ຍິ່ງແລ້ວ.
· ລູກຕາຍຍ້ອນຄວາມໂງ່ ໂຕຕາຍຍ້ອນຄວາມຊື່
· ເປັນຄົນໃຫ້ ທຳນຽມນາມເຕົ່າ
ມັນຫາກມ້ຽນໄຂ່ໄວ້ ດີແລ້ວຈິ່ງຄ່ອຍໜີ.
· ຍາມໃດເຈົ້າ ລີລາເຂົ້າບ່ອນ ກໍ່ດີ
ໃຫ້ເຈົ້າຄິດແຈ່ມແຈ້ງ ດີແລ້ວຈິ່ງຄ່ອຍນອນ.
· ຄົບຄົນດີ ມີສີແກ່ຕົວ
ຄົບຄົນຊົ່ວ ພາຕົວໝົ່ນໝອງ.
· ຍາມໃດເຈົ້າຫາກມີເງິນລົ້ນ ເຕັມຖົງຢ່າຟ້າວອົ່ງ
ຍາມເມື່ອທຸກຂະມອດໄຮ້ ເງິນນັ້ນຈິ່ງຄ່ອຍບາຍ.
· ການທີ່ເປັນຄົນນີ້ ລັກຂະນະນາມປວກ
ຫາກຊ່າງຢູ່ຊ່າງອົ້ນ ຄູນຂື້ນໃຫ້ໃຫຍ່ສູງ
· ຮົ້ວຫລາຍຫຼັກຈິ່ງໝັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ
· ໃຫ້ຄ່ອຍນະມັດສະະການໄຫວ້ ຫາຄົນຜູ້ສະຫຼາດດີດາຍ
ຢ່າໄດ້ເຮັດອວດອ້າງ ສະຫາຊິພົ້ນຕັ້ງແຕ່ໂຕ.
· ມີເຮືອນຄັນບໍ່ມີພໍ່ຢ້າວ ໂຈນຊິເຂົ້າລ່ວງຂອງ
· ເຮືອນໃດຍາມກິນເຂົ້າ ພາດຽວ ເປັນໝູ່ກັນນັ້ນ
ຄຳຮັກຍັງຊ່າງຕູ້ມ ກັນໄວ້ໝື່ນອະສົງ.
· ເຮືອນບໍ່ມີສີໜ້າ ກາບິນມາມັນຊິລ່ວງ
· ຕົກໝູ່ແຮ້ງເປັນແຮ້ງ ຕົກໝູ່ກາເປັນກາ
· ກົບຕາຍຍ້ອນຍ້ອນປາກ ຄັນຄາກຕາຍຍ້ອນສຽງ.
· ຄວາມຮັກຢ່າໄດ້ເປັນດັ່ງລົມພັດໄມ້ ຍາມໜ້ອຍນຶ່ງກໍ່ເຫີຍ
· ຄວ່າງຄອນ ກາຍໝາກມ່ວງ
· ສິບສະຫຼຶງຢູ່ຟາກນຳ້ ຢ່າຟ້າວອ່າວຄະນິງຫາ
ສອງສະຫຼຶງມາມື ໃຫ້ຮີບກຳເອົາໄວ້
· ເຫຼືອແຮງແຮ້ງ ບິແຮງລົມບໍ່ຊ່ວຍ
ລົມບໍ່ມາຊ່ວຍແຮ້ງ ບິນໄດ້ກໍ່ບໍ່ແຮງ
· ຊິເອົາເມຍໃຫ້ຖາມ 4 ແຈບ້ານ ຊິຕ້ານຊູ້ໃຫ້ຖາມ 4 ແຈເຮືອນ.
· ເຂົ້າໜີນາ ປາໜີນຳ
· ຄວາຍເຂົ້າສວນ ເອົາໂຕເຮື້ອ.
· ຄວາຍເຖົ້າ ມັກກິນຫຍ້າອ່ອນ.
· ຕາບອດ ຂີ້ຖືກປ່ອງ.
· ຕົ້ນໄມ້ໃບດົກ ນົແກວ່ນ
· ຕາຍໃຫ້ຝັງ ຍັງໃຫ້ລ້ຽງ.
· ຢ່າເຊື່ອໃຈທາງ ຢ່າວາງໃຈຄົນ.
· ຜີເຜດພໍ້ເຂົ້າສາກ ກຳພ້າຊາກຈວບນົມ.
· ຜົວເປັນເພຍ ເມຍເປັນຮູ້.
· ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ.
· ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ.
· ບໍ່ກິນຜັກ ບໍ່ມີເຫຍື້ອທ້ອງ
ບໍ່ເອົາພີ່ນ້ອງ ເສຍໜໍ່ເສຍແນວ.
· ໜູກັດຫູກ ຈິ່ງເຫັນຄຸນແມວ
ລູກແຂວນແອວ ຈິ່ງເຫັນຄຸນພໍ່ແມ່
· ໃຫ້ຮັກຜູ້ແຮງ ໃຫ້ແພງຜູ້ໃຊ້.
· ສິບຊີ້ນ ບໍ່ປານປາ
ສິບພີ່ນ້ອງລຸງຕາ ບໍ່ທໍ່ພໍ່ແມ່
ສິບພໍ່ ແລະ ແມ່ ບໍ່ທໍ່ຄູບາອາຈານ.
· ຜູກຄວາຍໃສ່ຫີນລາດ ຄ່າວບໍ່ຂາດຄວາຍຕາຍ.
· ພຣະເຫັນກັນອ້າງພັນສາ ໝາເຫັນກັນອ້າງແຂ້ວ.
· ເຈົ້ານາຍບໍ່ດີເຫັນແກ່ເງິນແສນໄທ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ.
· ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ.
· ປູກໄມ້ໃຫ້ເປັນດົງ ປູກບົງໃຫ້ເປັນເຫຼົ່າ.
· ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ.
· ຮັກລູກສິບນານ ຮັກຫຼານໝື່ນນຶ່ງ.
· ປຸກເຮືອນຢ່າໃຫ້ໃກ້ກວ້ານ ປຸກຮ້ານຢ່າໃກ້ທາງຫລວງ
ບ່ອນເຂັດຂວາງ ຢ່າໄດ້ໄປຕ້ອງ.
3.ຄຳສຸພາສິດສັ່ງສອນສ້າງຄຸນງາມຄວາມດີໃຫ້ຕົນເອງ.
ເປັນການເວົ້າເຖິງດ້ານການສັ່ງສອນ ສ້າງຄວາມດີງາມໃຫ້ກັບຕົນເອງ ເປັນຄຳສຸພາສິດທີ່ມີຄຸນຄ່າສູງຕໍ່ກັບວິຖີໃນການດຳລົງຊິວີດຂອງສັງຄົມມະນຸດ ເພາະວ່າເປັນຄຳເວົ້າທີ່ເນັ້ນເລີກສ້າງໃຫ້ຄົນເຮົາອ່ອນນ້ອມຖ່ອມຕົວ ໂດຍໄດ້ຄວາມຮັກແພງຈາກພໍ່ແມ່; ຄູອາຈານ ແລະ ໝູ່ຄູ່ທົ່ວໄປ.
ສະນັ້ນ, ເຖົ້າແກ່ບູຮານ ໄດ້ສັ່ງສອນເອົາໄວ້ເປັນຕົວຢ່າງມີດັ່ງນີ້:
· ຢູ່ຄົນດຽວໃຫ້ລະວັງແນວຄິດ ຢູ່ຮ່ວມມິດໃຫ້ລະວັງວາຈາ.
· ພ້າເຂົ້າຢ່າຟັນແຮງ ຂອງແພງຢ່າເຂົ້າໃກ້
· ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມກ
· ຊິຢູ່ໃຫ້ເບິ່ງທີ່ ໜີໃຫ້ເບິ່ງບ່ອນ.
· ຢູ່ໃຫ້ດີມີທຳປະຈຳຈິດ ໄປໃຫ້ດີມີທຳຄຳ້ຊູ
ດີກວ່າຢູ່ແບ່ງພວກ ເມື່ອໄດ້ຈາກໄປ.
· ຊາດທີ່ເປັນຄົນຂີ້ເຫຼົ້າ ເງິນຄຳບໍ່ແກວ່ນຖົງ.
· ເຫັນວ່າເຄີຍລ່ວງລື້ງ ຢ່າໄດ້ດ່ວນກໍ່ໃຈຫລາຍ
ຊາດທີ່ທຽວທາງເຮືອ ກໍ່ຢ່າເຝືອນຫາແກ້ງ.
· ຄົນເຮົານີ້ ໂຕຕາຍໄວ້ຊື່ດີດາຍ
ຕາງໃຫ້ເຂົາຊ່າເລື້ອງ ລືເທົ່າທົ່ວແດນ ທ່ານເອີຍ !
· ຊາດທີ່ໂລຄາຮ້າຍ ໃນຄີງປົວຍາກ ພຸດໂທແລ້ວ.
· ຊາດທີ່ດວງຫອມນີ້ ຊິບານດາຍແລ້ງເປົ່າລື
ຄວາມຄິດແມງພູ່ຍັງທໍ່ຟ້າ ຊິໝາຍມ້ຽນກະດູກດອມ.
· ເຫັນວ່າໄດ້ໜ່ວຍແກ້ວ ຢ່າໄດ້ຟ້າວເປີບດີໃຈຫຼາຍ
ລາງເທື່ອຮົງໆ ໃສ ໜ່ວຍຂວງໃຜຊິຮູ້.
· ການກະທຳຊົ່ວຊ້າ ບໍ່ຫ່ອມເຄີຍມີ
ມີແຕ່ຄົນເລວຊາມ ໂງ່ເຂົາເມົາບ້າ.
· ຊາດໃດໄຮ້ ການຊ່າງຊຳນານສິນ
ເໝືອນດັ່ງນາລີນາງ ໄຮ້ໂສມສູນເສົ້າ
ຊາວໂລກທ້ວງ ນິນທາດູໝິ່ນ
ສີລະປະບໍ່ເອ້ ເມືອງບ້ານບໍ່ເຮືອງ
· ຢ່າໄດ້ຂົນຂອງຕ້ອນ ໄປທອມມົດງ່າມ
ເກງແຕ່ປວກຢູ່ຮົ້ວ ຈະຫົວແຍ້ມອະເຫີ່ຍຂວັນ.
· ຂື້ນຊື່ວ່າສິລະປະຊັ້ນແນວດຽວ ຫຼື ເລັກນ້ອຍ ລ້ວນແຕ່ມີຄ່າລົ້ນ ຖ້າເຮົາຮູ້ຫ່ອມກະທຳ ທ່ານເອີຍ
· ສອງຮັກຈິ່ງເປັນດອງ ສອງປອງຈິ່ງເປັນຊູ້
ສອງຮູ້ ຈິ່ງເປັນຜົວເປັນເມຍ.
· ຊາດເສືອຕ້ອງໄວ້ລາຍ ຊາດຊາຍຕ້ອງໄວ້ວາດ ຮັກສາຊາດບໍ່ໃຫ້ເສື່ອເສຍ.
· ຊື່ທໍ່ຊ້າງ ຮ່າງທໍ່ແມວ.
· ໄປໃຫ້ລາ ມາໃຫ້ຄອບ.
· ປາໂຕດຽວ ເນົ່າໝົດຄ້ອງ.
· ມີຊື່ບໍ່ຜາກົດ ມີຍົດບໍ່ລືຊາ.
· ກິນເຂົ້າໂຕ ຢ່າໂສຄວາມເພິ່ນ.
· ກິນສົມຢາກ ປາກສົມຄຽດ.
· ກິນເຂົ້າຜີ ຟັງຄວາມຜີ.
· ເອີ້ນກິນແລ່ນໃສ່ ເອີ້ນໃຊ້ແລ່ນໜີ.
· ຄາດທຸກບໍ່ຫ່ອມມີ ຄາດມີບໍ່ຫ່ອມໄຮ້.
ຄາດໄດ້ບໍ່ຫ່ອມເສຍ ຄາດເປັນຜົວເປັນເມຍບໍ່ຫ່ອມຮ້າງ.
· ມີເງິນໃຫ້ຄົນກູ້ບໍ່ດີນຶ່ງ ມີຊູໃຫ້ເພິ່ນຊົມ ບໍ່ດີນຶ່ງ.
· ຢາກຍາກ ໃຫ້ເປັນນາຍຄົນ
ຢາກສົນລະວົນ ໃຫ້ເອົາເມຍນ້ອຍ
ຢາກໃຫ້ຄົນປ້ອຍ ໃຫ້ຂີ້ໃສ່ຫົນທາງ.
· ໂຕບໍ່ຊ່າງ ວາໄມ້ບໍ່ໜຽວ ໂຕມັນຄຽວ ວ່າເພິ່ນເວົ້າໃສ່.
· ຮັກເມຍໂຕ ໃຫ້ຮັກລຸງຕາ
ຮັກນາໂຕ ໃຫ້ຮັກຫຼານກວານບ້ານ
ໃກ້ຫົວລ້ານ ຢ່າດ່ານົກກະຊຸມ.
· ຊ່າງເຫຼັກໃຊ້ພ້າຂໍ ຊ່າງໝໍ້ໃຊ້ໝໍ້ແຕກ
· ຊ່າງມືມັນຍາກ ຊ່າງປາກມັນງ່າຍ.
· ເດືອນຫົກຢ່າໄດ້ຂີ່ມ້າ ເດືອນຫ້າຢ່າໄຕ່ຂົວ.
· ຕາຊິບອດມັນແດງ ບໍ່ແປງບໍ່ໃໝ່.
· ເບິ່ງວັດໃຫເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ.
· ໄປເສີກໄປຂ້າ ໄປຄ້າໄປຕົວະ.
· ເພິ່ນຂີ້ໂຕຈິ່ງຫາຂອນ ເພິ່ນນອນໂຕຈິ່ງຫາບ່ອນນັ່ງ.
· ຊິຟັນຂວານໃຫ້ຫຼຽວເບິ່ງຟ້າ ຊິຟັນພ້າໃຫ້ຫຼຽວເບິ່ງດິນ.
· ຫາບດີກວ່າຄອນ ນອນດີກວ່ານັ່ງ.
· ຢ່າເອົາເສີກມາໃສບ້ານ ຢ່າເອົາຫວ້ານມາໃສ່ສວນ.
· ສັດສີ່ຕີນຍັງຮູ້ພະລາດ ນັກປຣາດຍັງຮູ້ຫຼົງ
ຫົງຄຳຍັງຖືກບ້ວງ ຄວາຍເຖົ້າຕື່ນໄຖ.
· ທີ່ສະນຸກຢ່ານອນ ເມຍວອນຢ່າຍິນ
ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ
ເຫັນຜີຕາຍ ຢ່າຂີ້ດຽດ.
· ເຂົ້າໄປປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ.
· ຄາດຊິໄດ້ບິນມາຄືນົກເຈົ່າ ຄາດຊິບໍ່ໄດ້ບິນເຈີ້ຍເຈີດໜີ.
· ຕຶກແຫໄດ້ປາໄຂ່ ເອົາເມຍໃໝ່ໄດ້ລູກພ້ອມ ບຸນສ້າງແຕ່ຫຼັງ.
· ເຂົ້າເພິ່ນຂາວ ລູກສາວເພິ່ນແຮງ
ແກງເພິ່ນແຊບ ປາແດກເພິ່ນນົວ
ຜົວເພິ່ນດີ ຄອບເມຍເພິ່ນຊ່າງ.
· ບຸນບໍ່ໃຫ້ ຍອຍໄຮບໍ່ໃຫ້ຢ່ອນ ບຸນບໍ່ໃຫ້ແສນຊິໃກ້ ກໍ່ເລົ່າໄກ.
· ໄປຫາພຣະເອົາຂອງໄປຖວາຍ ໄປຫານາຍເອົາຂອງໄປຕ້ອນ.
· ທັນຄວາຍທັນເມື່ອມັນຂີ້ ທັນໜີທັນເມ່ືອມີເງິນ.
· ຢ່າຄົ້ນຜີລຸກ ຢ່າປຸກຜີຕື່ນ.
· ເຮືອຫຼົ້ມບາດຈອດ ຕາບອດບາດເຖົ້າ
· ໝົດດົງຍັງເຫຼົ່າ ໝົດເຖົ້າເກົ່າຍັງລູກຍັງຫຼານ.
· ຊື້ຄວາຍຍາມນາ ຊື້ຜ້າຍາມບຸນ.
· ໃຫ້ຮັກສາສາມປາຍ ຈິ່ງຫາຍສາມໂທດ.
· ເຂົ້າເຕັມເລົ້ານັ່ງເວົ້າກໍ່ຄື ເງິນເຕັມຖົງເວົ້າໂກງກໍ່ໄດ້
· ຊ້າງດີຢູ່ງາ ປາດີຢູເນື້ອ ເສືອດີຢູ່ຊື່
· ໄດ້ບໍ່ເສຍບໍ່ມີບ່ອນໄວ້ ກິນບໍ່ໃຊ້ ເປັນໜີເທົ່າຕາຍ
· ນອນບໍ່ຫຼັບໃຫ້ໄປທ່ຽວ ມີສ່ຽວໃຫ້ໄປຢາມ.
· ນຳ້ເຢັນປ່າຂ້ອນ ນຳ້ຮ້ອນປາພ່າຍ.
· ບ່ອນເຂັດໃຫ້ຢຳ ບ່ອນຄະລຳໃຫ້ຢ້ານ.
· ບໍ່ມີຝອຍໝາບໍ່ຫ່ອມຂີ້ ບໍ່ເປັນໜີ້ເຂົາບໍ່ຫ່ອມຖາມ.
· ເຖິງຍາມຄຳ່ຢ່ານັ່ງແຈທາງ ຍາມກາງຄືນຢ່າທ່ຽວກາງບ້ານ.
· ປາອອກແຫໂຕໃຫຍ່ ໄມ້ຢູ່ໄຮ່ດູງາມ.
· ປາກກ່ອນກວານ ຂານກ່ອນເຈົ້າ.
· ເປັນຄົນໃຫ້ເພິ່ນໃຊ້ ເປັນໄມ້ໃຫ້ເຂົາຟັນ.
· ຜູ້ເຖົ້າກ່າວຄຳຫານ ແມ່ມານບອກຢາປ້າງ
ແມ່ຮ່າງບອກສະເໜ ຄົນໂລເລສັ່ງສອນຊາວບ້ານ ( ບໍ່ດີແລ )
4.ສຸພາສິດເວົ້າເຖິງການອອກແຮງງານ.
ຄົນບູຮານໄດ້ເວົ້າເຖິງການອອກແຮງງານດ້ວຍຕີນມື ເພື່ອຫາລ້ຽງຊິບຂອງຕົນເຊັ່ນ: ເພື່ອປູກເຂົ້າ;ປູກເຜືອກ; ປູກມັນ ແລະ ອື່ນໆ...ການອອກແຮງງານດັ່ງກ່າວຕ້ອງໄດ້ອີງໃສ່ດິນ, ນຳ້ ແລະ ອາກາດເປັນເງື່ອນໄຂທີ່ສຳຄັນ.
ສະນັ້ນ; ຄົນບູຮານຈິ່ງມີບົດບາດຕໍ່ການສັງເກດການປ່ຽນແປງຂອງດິນຟ້າອາກາດເຊັ່ນວ່າ: ຝົນຕົກເວລາໃດ ຟ້າຈະແລ້ງເມື່ອໃດຄຳສຸພາສິດກໍ່ໄດ້ບົງບອກໄວ້ເຊັ່ນວ່າ:
· ເກົ້າອົດເກົ້າເຍື້ອນ ຫາກຈະໄດ້ຕ່ອນຄຳ
· ເດືອນຫົກໃຫ້ຫວ່ານກ້າ ເດືອນຫາໃຫ້ແປງໄຖ.
· ຝົນຊິຕົກມົດແລ່ນ ຟ້າຊິແລ້ງມົດນອນ.
· ຝົນຊິຕົກໃຫ້ເບິ່ງດາວດິນ ຝົນຊິລິນໃຫ້ເບິ່ງດາວຊ້າງ.
· ຄວາມ ພະຍາຍາມຢູ່ທີ່ໃດ ຄວາມສຳເລັດຢູ່ທີ່ນັ້ນ.
· ຢ່າໄດ້ດຳນາຫຼ້າ ປາຍປີບໍ່ທັນເພິ່ນ
ກົກຈະນ້ອຍ ຝົນນັ້ນແຫ່ງຍໍ່ມີ.
· ຢາກກິນຫຼາຍໄດ້ກິນທໍ່ກ້ອຍ ຢາກກິນໜ້ອຍໄດ້ກິນທໍ່ໂປ້ມື.
· ມັກຢາກຮູ້ໃຫ້ຫາຮຳ່ຮຽນຄອງ ມັກມີສອງ ໃຫ້ຄ່ອຍວ່າຈາຕ້ານ.
· ລາງເລົ່າທຸກກັບເປັນມີ ຊ່ົວກໍ່ເປັນດີໄດ້.
· ຖາກໄມ້ບໍ່ຕາມລ່ຽມເຄົ້າ ແສນຊິກ້ຽງກໍ່ບໍ່ງາມ
· ໝົກປາແດກກໍ່ຍັງມີຄູ ຈີ່ກະປູກໍ່ຍັງມີວາດ
· ອະດິດຄືຄວາມຝັນ ສິ່ງສຳຄັນຄືເງິນຕາ
ຍອດປຣາດຖະໜາ ຄືຄວາມສຸກ.
· ທຸກບໍ່ມີຜືນຜ້າ ຝາເຮືອນດີກໍ່ພໍລີ້ຢູ່
ທຸກບໍ່ມີເຂົ້າໃສ່ທ້ອງ ນອນລີ້ຢູ່ບໍ່ເປັນ.
· ສິບຊ່າງບໍ່ທໍ່ເຄີຍ ສິບເຂີຍບໍ່ທໍ່ພໍ່ເຖົ້າ
· ໝັ່ນເທື່ອດຽວຫລັງຫ້ານ ຄ້ານເທື່ອດຽວຫລັງຫັກ.
· ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ.
· ແລນໄວໄດ້ສາມເຫຼົ່າ ເຕົ່າຄານໄດ້ສາມໜອງ.
· ເຮັດນາໃກ້ຫ້ວຍ ປີໃດລວຍເອົາອອງກະປູແກ່
ປີໃດບໍ່ໄດ້ ເຫຼືອເລົ້າຖອກໃສ່ເຍຍ.
· ເຮັດນາໝົດປີ ໄຟໄໝ້ເລົ້າເຂົ້າ.
· ມີເຂົ້າມີເມຍພ້ອມ ຈອມດອຍກໍ່ພໍຢູ່
ເຂົ້າບໍ່ມີ ເມຍບໍ່ພ້ອມ ຈອມແກ້ວຢູ່ບໍ່ເປັນ.
· ມັກງ່າຍໄດ້ຍາກ ລຳບາກໄດ້ດີ.
· ບຸນຫຼົ່ນທັບ ຊັບຫຼົ່ນເຕັງ.
· ບຸນໄດ້ຫາບ ບາບໄດ້ຄອນ.
· ຄົນທຸກໄດ້ລ້ຽງມ້າ ກຳພາໄດ້ລ້ຽງໝູ.
· ຢາກມີຫຼາຍມັນໄຮ ຢາກໄດ້ຫຼາຍມັນຕາຍ.
· ຄົນຫຼັກຄ້າໃກ້ ຄົນໃບ້ຄ້າໄກ.
· ໜັກຢ່າເຊົາ ເບົາຢ່າແລ່ນ.
· ບ່ອນສູງໃຫ້ຮໍ່າ ບ່ອນຕໍ່າໃຫ້ຄູນ ບ່ອນນູນໃຫ້ຖາກ.
· ໃຫ້ຕ່ືນເດິກຄືກາ ໃຫ້ຫາກິນຄືໄກ່.
· ຢູ່ເຮືອນເພິ່ນ ຢ່າດູດາຍ
ໃຫ້ປັນຮູບງົວຮູບຄວາຍ ໃຫ້ລູກເພິ່ນຫຼີ້ນ.
· ເຮັດນາວ່າປີໜ້າ ໄປຄ້າວ່າປີຮື.
· ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ.
· ໝາຍໄຮ່ໃຫ້ສຸດສາຍຕາ ໝາຍນາໃຫ້ສຸດສຽງຮ້ອງ.
· ຄຳທໍ່ຫົວໝາ ບໍ່ທໍ່ນາຕີນບ້ານ.
· ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່.
ປັດຊະຍາການອອກແຮງງານຂອງຄົນລາວ ແມ່ນໄດ້ກຳເນິດເກິດຂື້ນຕັ້ງແຕ່ໃດໆ ມາແລ້ວ ຊາວຜູ້ອອກແຮງງານໄດ້ມີມູນເຊື້ອດຸໝັ່ນຂະຫຍັນພຽນຕໍ່ການເຮັດໄຮ່ ເຮັດນາ, ຮົ້ວສວນ, ປູກຝັງ, ລ້ຽງສັດ ເພື່ອລ້ຽງຊີບຈົນສະສົມເປັນບົດຮຽນສືບທອດຕໍ່ໆ ກັນມາຈົນເຖິງປັດຈຸບັນ ໂດຍມີຄຳສຸພາສິດບົງບອອກໄວ້ເຊັ່ນວ່າ:
· ໄປຢຽມໝາ ມາຢຽມຂຽດ.
· ຫຼັງສູ້ຟ້າ ໜ້າສູ້ດິນ.
· ຢາກກິນເຂົ້າ ຕ້ອງເຮັດນາໜາ.
ຢາກກິນປາ ຕ້ອງແບກແຫ ລົງນໍ້າ
· ຕ່ືນເດີກໄດ້ວຽກຫຼາຍ ຕ່ືນສວາຍໄດ້ວຽກໜ້ອຍ.
· ໃຜຜູ້ທຳໂທດໃຫ້ ເຮົາເວດທະນາໝອງ
ຖ້າບໍ່ກົວກຳເວນ ຊິຕອນມັນໃຫ້ສົມໜ້າ.
· ລ້ຽງຊ້າງເຖົ້າ ຂາຍງາໄດ້ໄດ້ກິນຄ່າ
ລ້ຽງຊ້າງນ້ອຍ ຕາຍຖິ້ມຄ່າບໍ່ມີ.
· ຊາດທີ່ງູເຫົ່າຫ້ອມ ຕົວຊື່ສອນລະພິດ
ໃຜຈັກທຳພຽນສອນ ສັງມັນບໍ່ໍ່ມີໄດ້.
· ມີວິຊາຄວາມຮູ້ ຖ້າບໍ່ມີຄຸນສົມບັດຜູ້ດີ ກໍ່ຈະໃຊ້ບໍ່ໄດ້.
· ແສງສະຫວ່າງຮຸ່ງແຈ້ງ ພົ້ນພຸ່ງໃນນະພາ
ຍັງບໍ່ທໍ່ປັນຍາ ຂອງຄົນຜູ້ສະຫຼາດ.
· ເຮັດນຳຜູ້ຕໍ່າເຂົາຈ່ອງລົງ ເຮັດນຳຜູ້ສູງເຂົາຈູງຂື້ນ.
· ຢ່າຫົວລ້ານລື່ນຄູ ຈີ່ໂຕປູໃຫ້ມີວາດ.
· ຊາດທີ່ພາລາຊັ້ນ ຄົນພານຫິນະໂຫດ
ໃຈຖ່ອຍຖ້ານ ຍັງຮ້າຍຍິ່ງກວ່າມານ.
· ຈົ່ງເວັ້ນຈາກຄົນພານ ຫາຄົບແຕ່ນັກປຣາດປັນດິດ ຄົນດີມີສິນທຳ.
· ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວອັບປະລາໄຊ.
· ເຄື່ອເພດຍິງສູງຂາ ນາສູງຫ້ວຍຄໍ້າຄູນ.
· ອົດຖ້າລູກກົກ ນ້ອງຮູ້ຈັກສ້ອນໃສ່ປາໄນ ກ່ອນເນີ!
ອົດຖ້າລູກຫຼ້າ ນ້ອງຮູ້ຈັກສານຫິ້ງເຫື້ອງອົ້ວ
ອັດປ່ອງຕາເວັນ ອ້າຍຈິງຄ່ອຍລືມເນີ.
9.3.ນາຍກັບໄພ່ ແລະ ເມືອງກັບບ້ານ
ການເພິ່ງພາອາໃສເຊິ່ງກັນ ແລະ ກັນນັ້ນເປັນເລື່ອງປົກກະຕິຂອງໂລກມະນຸດໄຊຍະຊາດ ເພາະວ່າມະນຸດເຮົາບໍ່ສາມາດຢູ່ໂດດດ່ຽວໄດ້ຕາມລຳພັງ ເຖິງແມ່ນວ່າມະ ນຸດເຮົາຈະມີການເຮັດໜ້າທີ່ ເຊິ່ງແຕ່ລະຄົນແຕກຕ່າງກັນໂດຍໄດ້ມີການແບ່ງໜ້າທີ່ຕາມຄວາມຖະໜັດ.
ດັ່ງນັ້ນ, ຄວາມຄິດເລື່ອງເອກະພາບ ຄວາມກົມກືນ ຄວາມຍຸຕິທຳ ຄວາມຖະໜັດສະເພາະ ແລະ ໜ້າທີ່ເປັນເລື່ອງທີ່ມີຄວາມສຳພັນກັນຢ່າງແໜ້ນແຟ້ນ ແລະ ຂັ້ນພື້ນຖານເຊັ່ນ: ການກິນການຢູ່ ຕ້ອງອາໃສຜູ້ສ້ຽວຊານສະເພາະດ້ານ ເລື່ອງສຳຄັນທີ່ສຸດຄືການປົກຄອງບ້ານເມືອງກໍ່ຍິ່ງຕ້ອງອາໃສຜູ້ຊຳນານການຢ່າງແນ່ນອນ ຈະໃຫ້ຜູ້ທີ່ບໍ່ມີຄວາມຮູ້ ຄວາມສາມາດມາປົກຄອງບ້ານເມືອງເປັນໄປບໍ່ໄດ້ເຊັ່ນຕົວຢ່າງ:
· ບ້ານຂ້ອນ ເມືອງຮອມ
· ບ້ານທຸກ ເມືອງກໍ່ຍາກ
· ບ້ານຍາກ ເມືອງເຂັນ
· ບ້ານຮ້າງ ເມືອງເພ
· ບ້ານກວ້າງ ເມືອງຂວາງ
· ບ້ານຮັ່ງ ເມືອງມີ
· ບ້ານດີ ເມືອງກວ້າງ
· ບ້ານອຸດົມ ເມືອງສົມບູນ
· ບ້ານຮຸ່ງເຮືອງ ເມືອງຈະເລີນ ດັ່ງນີ້ເປັນຕົ້ນ.
· ຊາຕາບໍ່ຄາດແຫ້ງ ຝົນຕົກແຮງຫາກຊິຊຸ່ມ
ຊາຕາບໍ່ຄາດລົ້ມ ຫຍຸມຫຍ້າຫາກຊິທັນ.
· ເຮືອນບໍ່ມີສີໜ້າ ກາບິນມາມັນຊິຫລ່ວງ
ເຮືອນບໍ່ມີພໍ່ຢ້າວ ຄົນໃບກໍ່ບໍ່ກົວ.
· ເວົ້າງ່າຍຟັງຍາກ ເວົ້າຍາກຟັງງ່າຍ.
· ຢ່າຊັກເມືອຮູ ຢ່າຖູເມືອຖໍ້າ
· ຖົ່ມນໍ້າລາຍ ໃຫ້ຫລຽວເບິ່ງປ່ອງ
ນັ່ງຍ່ອງຍ້ໍ ໃຫ້ຫຼຽວເບິ່ງຫວ່າງຂາ
· ນໍ້າກວ້າງຕື້ນ ຢ່າໄດ້ຫືນໃຈສະ
ນໍ້າເລິກຮອມ ໃຫ້ເຈົ້າທອມໃຈໃສ່.
· ຂີ້ທຸກຊາກໄດ້ ຂີ້ໄຮ້ຊາກມີ ກຳພາຈວບນໍ້ານົມ.
· ຢ່ານຸ່ງຜ້າລາຍ ໃຫ້ໝາຫອນເຫົ່າ
ຢ່າເວົ້າຄວາມເກົ້າ ມັນເລົ່າຜິດກັນ
· ຢ່ານອນຫງາຍຫຼິ້ນດາບ ຢ່າຄາບນົມເມຍ.
ຢ່າເລຍໃບຕອງ ຢ່າແບ່ງກອງໄມ້ມ່ວງ
ຢ່າແປງບ້ວງລວງຂວາງ ຢ່າກອດນາງໃນນໍ້າ
ຢ່າຫຼັບຕາເຂົ້າຖໍ້າ ຢ່າອາບນໍ້າວັງໃສ
· ມຸດນໍ້າຢ່າເຮັດກົນຟູ ຈົກຮູຢ່າເຮັດແຂນສັນ
· ຢ່າປໍ້າຕົ້ນຫວານ ຢ່າຮານຕົ້ມສົມ
· ຢ່າຊັງເຈົ້າໜີ້ ຢ່າຂີ້ໃສທາງຫລວງ
ຢ່າເອົາເຟືອງມາເຊັດ ຢ່າແກ່ໄມ້ທັບທາງ.
· ຢ່າແທງຄໍ ໝໍ້ໜຶ້ງ
· ນອນສູງໃຫ້ນອນຂວໍ້າ ນອນຕໍ່າໃຫ້ນອນຫງາຍ.
ຮັກ 3 ປະການ
· ເປັນນາຍໃຫ້ຮັກໝູ່ ເປັນປູ່ໃຫ້ຮັກຫຼານ
· ເປັນຂຸນກວານໃຫ້ຮັກລູກບ້ານ ຄັນຊິຕ້ານໃຫ້ຄ່ອຍພຽນຈາ
· ຢ່າກິນນານ ໃຫ້ພຽນຂອງຝາກ.
ຕັນຫາ 3 ປະການ
· ຕັນຫາອັນຮັກລູກນີ້ ຄືດັ່ງເຊືອກຜູກຄໍ
ຕັນຫາຮັກເມຍ ຄືດັ່ງປໍຜູກສອກ
ຕັນຫາອັນຮັກເຂົ້າຂອງ ຄືດັ່ງປອກສຸບຕີນ
ນາດີຍ້ອນເຫດ 3 ປະການ
· ນາດີ ຍ້ອນຝຸ່ນ ອຸ່ນບ້ານ ຍ້ອນສາວຫຼາຍ
· ນາດີ ຍ້ອນກ້າ ພ້າເຂົ້າ ຍ້ອນຫິນຊາ
· ນາດີ ຍ້ອນຄັນ ໝູ່ມັນ ຍ້ອນຜູ້ເຈົ້າເກືອໝັ່ນ
ຍາກ 13 ປະການ
· ທຽວທາງໄກຍາກນໍ້າ ນີ້ກໍ່ຍາກ
· ປວດມ້າມໄກໝໍຢາ ນີ້ກໍ່ຍາກ
· ເຮັດນາທາມນໍ້າຖ້ວມເຂົ້າ ນີ້ກໍ່ຍາກ
· ຢາກເຫຼົ້າບໍ່ມີດື່ມ ນີ້ກໍ່ຍາກ
· ຝົນຕົກລິນປວດທອງຂີ້ ນີ້ກໍ່ຍາກ
· ຖາກໄມ້ສົນ ຂວານບໍ່ເຂົ້າ ນີ້ກໍ່ຍາກ
· ລູກຫຼານຫຼາຍບໍ່ມີເຂົ້າກິນ ນີ້ກໍ່ຍາກ
· ຕາຍບໍ່ມີຜູ້ຫາມໄປຖີ້ມ ນີ້ກໍ່ຍາກ
· ຕອກຫຼີ້ມໃສລາຍຂັດ ນີ້ກໍ່ຍາກ
· ໄປວັດນິມົນເຈົ້າຫົວບໍ່ຢູ່ ນີ້ກໍ່ຍາກ
· ໄຕ່ຂົວໄມ້ລຳດຽວ ນີ້ກໍ່ຍາກ
· ທຽວທາງໄກບໍ່ມີເພື່ອນ ນີ້ກໍ່ຍາກ
· ປ້ອງໄກ່ເຖື່ອນໃນດົງ ນີ້ກໍ່ຍາກ
ທຸກ 12 ປະການ
· ທຸກໜຶ້ງ ລູກຕາຍເສຍ
· ທຸກສອງ ເມຍຕາຍຈາກ
· ທຸກສາມ ພາກພີ່ນ້ອງ
· ທຸກສີ່ ລົງໄປໄທຄ້າງົວຕ່າງ
· ທຸກຫ້າ ຜົວເມຍຮ່າງປະກັນ
· ທຸກຫົກ ໄປນອນວັນພາກພີ່ນ້ອງ
· ທຸກເຈັດ ປ້ອງໝູນ້ອຍໄປຂາຍ
· ທຸກແປດ ພໍ່ແມ່ຕາຍແສນຄິດຮອດ
· ທຸກເກົ້າ ທຸກບໍ່ມີເມຍກອດນອນດຽວ
· ທຸກສິບ ທຽວທາງໄກຫຼົງທາງຍາມຄໍ່າ
· ທຸກສິບເອັດ ຝົນຕົກຮຳທັງຟ້າຮອງ
· ທຸກສິບສອງ ເຈັບປວດທ້ອງບໍ່ມີຢາ.
ຂອງບໍ່ດີ 10 ຢ່າງ
· ມີເຮືອນບໍ່ມີຝາ ມີນາບໍ່ມີຮ່ອງ
· ມີປ່ອງບໍ່ມີຝາອັດ ມີວັດບໍ່ມີພະສົງ
· ມີຖົງບໍ່ມີບ່ອນຫ້ອຍ ແຄນດວງດຽວໝໍລຳພໍຮ້ອຍ
· ຂ້ອຍຜູ້ດຽວເຈົ້າສິບຄົນ ເຮືອລຳດຽວໄປໃສ່ໝົດບ້ານ
· ຢ້ານຫອກພົ້ນມາແລນຕຳຕໍ ເພິ່ນບໍ່ຂໍໂຕຊໍ້າພັດໃຫ້
ຄອງຖ່ອຍ 10 ຢ່າງ
· ເພິ່ນບໍ່ເອີ້ນໂຕຢ່າຂານ ເພິ່ນບໍ່ວານໂຕຊ່ວຍ
· ເພິ່ນບໍ່ໃຫ້ໂຕຊໍ້າພັດລັກເອົາ ບ່ອນຄົນເຊົາພາໂລຂີໃສ່
· ຕື່ນແຕ່ເຊົ້າຂີ້ໃສ່ທາງຫຼວງ ເວົ້າຕຶກຕວງວ່າເພິ່ນເປັນຮ້າຍ
· ຍ້ານຄຳເວົ້າຍໍຍ້ອງແຕ່ໂຕ ເວົ້າໂວໆ ຍົກໂຕແຫນຂື້ນ
· ເວົ້າທື້ລື້ນເຮັດໜ້າບໍ່ອາຍ ໂຕຜູ້ຕໍ່າ ເວົ້າຈູງຜູ້ສູງ
9.4.ຄຳຜະຫຍາ
1.ຄວາມໝາຍຄວາມສຳຄັນຂອງຄຳຜະຫຍາ
ຄຳຜະຫຍາ ແມ່ນກາບກອນພື້ນເມືອງລາວປະເພດໜຶ່ງ ເຊິ່ງມັນໄດ້ສະແດງອອກເຖິງດ້ານຄວາມສະຫຼາດຫຼັກແຫຼມ ຫົວຄິດປະດິດສ້າງຂອງຊາວຜູອອກແຮງງານ ແລະ ການພົວພັນຂອງຊັ້ນຄົນຕ່າງໆ ໃນສັງຄົມ.ຄຳເວົ້າທີ່ເພິ່ນນຳມາແຕ່ງເປັນຄຳຜະຫຍານັ້ນ ລ້ວນແຕ່ເຮັດໃຫ້ຜູ້ອ່ານຜູ້ຟັງໄດ້ຄົ້ນຄິດຊອກຫາຄວາມໝາຍຂອງມັນ ຈິ່ງຈະເກີດຄວາມເຂົ້າໃຈໄດ້ . ຄຳຜະຫຍາ ແມ່ນມີຄວາມໝາຍ ມີຄຸນຄ່າທາງດ້ານເນື້ອໃນ ແລະ ເປັນກາບກອນທີ່ເວົ້າຄ່ອງຈ່ອງກັນໃຫ້ມ່ວນເຊັ່ນ:
· ຄັນວ່າຫວານນໍ້າອ້ອຍ ໜ້ອຍໜຶ່ງກໍ່ຫາຍໄປ
ຄັນວ່າຫວານວາຈາ ບໍ່ເຫືອດເຫີຍຫາຍໄດ້.
· ເຈົ້າຜູ້ມີຜົວແລ້ວ ບໍ່ເອົາໃຜຢ່າຟ້າວວ່າ
ບາດວ່າເປັນຮ້າງໝ້າຍ ໃຜຊິປ້າຍຂື້ນນັ່ງຊານ ເຈົ້າເດ !
· ອ້າຍນີ້ຫ້າງແຮ້ວເອົານົກຂຸ້ມ ແຫລວມຸມພັດມາຜ່າ
ຫ້າງແຮ້ວເອົານົກນ້ອຍ ແຫລວເຖົ້າພັດເວີ່ນລົງ
· ແມວມັກຄຳມັນຫາກເປີດຊີ້ນໂຄ້ນ ເໝັນສາບຄວັນໄຟ
ມັກແຕ່ຂອງຄາວໆ ບ່ອນຊິມືດຕາໄດ້.
· ອ້າຍນີ້ແນມເຫັນນໍ້າ ວັງໃສໃຈຢາກອາບ ເດນໍ !
ອ້າຍກໍ່ອາບບໍ່ໄດ້ ກົວຢ້ານເງືອກງູ
· ຄັນວ່າໃຈປະສົງແລ້ວ ກາງດົງກໍ່ວ່າທົງ
ຄັນຫາກໃຈຂີ້ຄານ ກາງບ້ານກໍ່ວ່າໜາມ.
· ຄົນເຖົ້າແລ້ວ ຫາກບໍ່ຢາກແກງໜັັງ
ມັກແຕ່ຂອງຫວານໆ ບ່ອນຊິກືນກິນໄດ້.
· ປີນີ້ຕ່າງປີກາຍ ຄວາຍຕາຍຫຍິ່ງແຂ້ວ
ແມ່ງວັນຂຽວ ຫົວຕໍ່
· ບຸນມີໄດ້ ເປັນນາຍໃຊ້ເພິ່ນ
ບຸນບໍ່ໃຫ້ ເຂົາຊິໃຊ້ຕັ້ງແຕ່ເຮົາ
· ບຸນມີໄດ້ ເປັນນາຍໃຫ້ເຂົາເພິ່ງ
ຄັນວ່າບຸນບໍ່ພ້ອມ ແສນຊິດີ້ນກໍ່ເປົ່າດາຍ.
· ບຸນມີແລ້ວ ແນວດີປ້ອງໃສ່
ບຸນບໍ່ໃຫ້ ແນວຂີ້ຮາຍແລ່ນໂຮມ.
· ກັນດີກ່ອນແກ້ ແຮດີກວ່າລົ້ວ
ເອົາຜົວເອົາເມຍ ດີກວ່າຢູ່ປ່ຽວ
· ທຳທານຜົວເມຍບໍ່ພ້ອມ ຜົນບຸນບໍ່ເຕັມສ່ວນ
ຄັນບຸນບໍ່ພຽນກປໍ່ສ້າງ ຊິໝາຍໄດ້ຮ່ອມໃດ.
· ໃຈບໍ່ໃສຕໍ່ແກ້ວ ແຍງເງົາກໍ່ບໍ່ສ່ອງ
ໃຈບໍ່ໃສຕໍ່ຄ້ອງ ຕີກະເບື້ອງກໍ່ບໍ່ດັງ
· ຢ່າໄດ້ເສຍແຮງໄດ້ ເປັນຄົນນຳເພິ່ນ
ຄົນໃຫ້ຄົນຮອດກົ້ນ ໜຽວຕຸ້ຍຈັ່ງແມ່ນຄົນ.
· ລົມພານຕ້ອງ ໃບຕອງກວັດແກວ່ງ
ງ່າໄມ້ແຫ້ງ ລົມຕ້ອງແຮ່ງກວ້າຍ.
· ເຊື້ອຊາດຈ້ອງ ຄັນຈ່ອງກໍ່ຍັງຫຸບ
ບາດຮ່າຊາຕາຫຼຸດ ຫຼຸບລົງຄືຈ້ອງ
ບາດຮ່າຊາຕາຂື້ນ ຂວາງຄືຂອນກໍ່ເລີຍລ່ອງ
ຊາຕາຄາດຊິລົ້ມ ຫຍຸມຫຍ້າກໍ່ບໍ່ຟັງ.
· ທັງຫຼາຍທຽວທາງເປັນ ຫາຂົວແປງໄຕ່
ໂຕສັງມາກະເຕິະກະເຕີ່ງເຕັ້ນ ໂຕນຫ້ວຍຕະຫຼີ່ງຊັນ.
· ມີໄໝບໍ່ມີຄັ່ງຍ້ອມ ຊິເປັນປ່ານຊາວກະເລີງ
ດຳບໍ່ແດງພໍກະເທີນ ສ່ວນຊິເສຍເຊີງຜ້າ
· ຫວີຫົວແຕ່ພໍເກົ້າ ກິນເຫຼົ້າແຕ່ພໍເມົາ
· ເຫັນວ່າອີ່ໆ ຮ້ອງ ຢ່າວາງໃຈວ່າຈັກຈັ່ນ
ລາງເທື່ອສຽງເຫົ່າຫ້ອມ ຂຽວກ້ຽວກໍ່ຫາກມີ
· ນຶກວ່າຕໍ່ຄະຍູງແລ້ວ ແນວສີສັງມາໂຄ່ນ
ນຶກວ່າໄມ້ແກ່ນຫຼ້ອນ ສັງມາປີ້ນປົ່ງໃບ.
· ໜອງບໍ່ມີຂອນຂວ້າງ ຊາວແຫເຂົາຊິຄວ່າງ ລົງແລ້ວ
ວັງບໍ່ມີເງືອເຝົ້າ ຜີເປົ້າກະບໍ່ຢຳ.
· ຂອງດີນີ້ ຄົນທຳຍາກຍິ່ງ
ຂອງຂີ້ຮ້າຍ ທຳໄດ້ຊູ້ວັນ.
· ນົກເຂົາເຂົ້າ ແທນຮັງນົກກາບ
ຫຼາບເທົ່ານີ້ແລ້ວ ຄອຍຊູ້ບໍ່ຜູ້ມາ
· ບຸນບໍ່ເຄີຍຂີ່ຊ້າງ ຢ້ານແຕ່ແຢ່ງພາຕົກ
ບຸນບໍ່ເຄີຍຂີ່ຄົກ ຢ້ານສາກເຂົ້າເບືອພາເຕັ້ນ
· ມ້ອນນອນຢ່າເກືອ ເສືອນອນຢ່າປຸກ
· ເກົ້າຊິຂ້າສິບຊິຂ້າ ໃຫ້ເອົາແກ່ນຄະຍຸງຕີ
ຢ່າໄດ້ເອົາຄຳພີຕີ ຕ່ອຍຕີຕາງຄ້ອນ
ຕາຍກໍ່ບໍ່ຕາຍແທ້ ພໍຊົງວິບາກ
ຢາກກະກິນບໍ່ໄດ້ ຄາແຄ້ນຄັ່ງທວງ
ຂໍໃຫ້ຫາໝໍສ່ອງ ທຳຂວັນໃຫ້ ອ້າຍແດ່
ຈັ່ງຊິຫາຍພະຍາດໄຮ້ ຄາຍສ່ອງບໍ່ໃຫ້ເສຍ
· ຈິດບໍ່ມີ ບ່ອນແຂວນ ແນນນອນບໍ່ມີບ່ອນຫ້ອຍ
ບິນບົນສະເໝີວ່າວ ຈິດບໍ່ມີບ່ອນຢັ້ງຄືນໍ້າແມ່ຂອງ
· ນາເຂີນຫ້ວຍ ຝົນບໍ່ຮວຍກໍ່ແລ້ງເປົ່າ.
ໄດ້ແຕ່ເຂົ້າໝາກກ້າ ແກມຫຍ້າຊິຄ່ອຍເລັມ.
· ຂື້ນເມືອພູ ເກັບດອກຫວ້ານ
ຂື້ນເມືອດານ ເກັບດອກຂ່ອຍ
ລົງຈາກໂຄກຄ້ອຍ ມາພໍດອກກະຈຽວ
· ບ້ານເມືອງຂ້ອນ ຂຸນກວານຍາດໄພ
ຜູ້ໃຫຍ ແລະ ຜູ້ນ້ອຍ ຄອຍຂ້າເຂັ່ນກັນ.
2.ເວົ້າເຖິງຄຳຜະຫຍາ
ຄຳຜະຫຍາ ສ່ວນຫລາຍເປັນກາບກອນ ຫຼື ກາວີຊະນິດໜຶ່ງທີ່ມີເນືອໃນສັ່ງສອນຄົນ ຫຼື ສັງຄົມໂດຍລວມໃຫ້ມີ່ຄວາມອ່ອນນ້ອມ ບໍ່ໃຫ້ມີຄວາມອວດອົ່ງທະນົງຕົວ ບໍ່ໃຫ້ທະເຍິທະຍານ ຢ່າໄດ້ຂົ່ມເພິ່ນຍໍໂຕເກີນໄປເຊັ່ນ:
· ເຈົ້າຜູມີເຮືອແລ້ວ ຢ່າລືມແພໄມ້ໄຜ່ ແດ່ເນີ
ບາດວ່າເຮືອຄ້າງໄຄ້ ຍັງຊິໄຫ້ຕໍ່ແພ ຫັ້ນແລ້ວ
· ເຫັນວ່າດຳຂີ້ຫຼີ້ ຢ່າໄດ້ຖໍ່ເຮືອກາຍ
ເຫັນວ່າດຳຄອຍລອຍ ຢ່າຟ້າວພາຍເຮືອເວັ້ນ
ບາດວ່າເຮືອຄາແກ້ງ ດຳລອຍຄອຍຍັງຈະໄດ້ຍູ້ຊ່ວຍ
ຄັນບໍ່ໄດ້ຊ່ວຍຍູ້ ຍັງຊິໄດ້ຊ່ວຍພາຍ
· ເຈົ້າຜູ້ມີແອບແລ້ວ ຢ່າຟ້າວເປີດລືມກັນ
ຢ່າຟ້າວຫຼັບຕາຊັງ ບໍ່ຢາກຈາດອມຂ້ອຍ
· ອົດສາລຽງຄົນໄຂ້ ຍັງຊິໄຄກວ່າລ້ຽງຄົນປ່ວຍ
ອົດສາລ້ຽງຊ່ວຍໄວ້ ຍັງຊິໄດ້ຊ່ວຍແຮງ ແທ້ນາ
· ຄັນໄດ້ນັ່ງຕັ່ງອີ້ ຢ່າຟ້າງເປີບຫົວໃຈ
ຢ້ານແຕ່ມັນພາເພ ຊິສັ່ງກັນບໍ່ທັນແລ້ວ
· ຢ່າໄດ້ກົດເຂົາຍ້ອງ ຍໍໂຕຜິດຮີດ
ຢ່າໄດ້ຫວິດໆ ເວົ້າ ປະສົງຂື້ນຂົ່ມເຂົາ
· ຢ່າຊູ້ໂກງຫຼາຍທ້ອນ ຫົວຄານງົງໄມ້ຮວກ
ບໍ່ແມ່ນພວກໝູ່ນີ້ ໃຜຊິໂກ້ຍຂື້ນນັ່ງຊານ
· ຄັນເຈົ້າໄດ້ຂີ່ຊ້າງ ຢ່າໄດ້ລືມໝູ່ງົວຄວາຍ
ມັນຫາກຄູນຄົນທາງ ຕ່າງກັນຄົນກໍ້າ
ຊ້າງຫາກດີຍາມເຂົ້າ ສົງຄາມໄດ້ຂີ່
ດີເມືອເຂົ້າເຂດຫ້ອງ ນະຄອນກວ້າງອາດອົງ.
· ໃຫ້ເຈົ້າແປງວາດໄວ້ ຄືດັ່ງປາບຶກ
ຢ່າໄດ້ແປງຄຸຍລອຍ ດັ່ງປາຊີວອ້າວ
· ເຮືອຄາແກ້ງ ກວຽນເຫັນໃຫ້ກວຽນແກ່
ບາດວ່າຮອດແມ່ນໍ້າ ເຮືອຊິໄດ້ແກ່ກວຽນ
· ຍາມເມືອໄດ້ໜ່ວຍແກ້ວ ຢ່າຟ້າວເປີບຫົວໃຈ
ລາງເທືອໂຮງໆ ໃສ ໜ່ວຍຂວງໃຜຊິຮູ້
· ເຫັນວ່າຂອນລອຍນໍ້າ ຢ່າຄອງດາຍວ່າຂອນດອກ
ລາງເທ່ືອລົງແຊ່ນໍ້າ ຫຼາຍມື້ຊິປົ່ງໃບ
· ຄັນເຈົ້າມີເຮືອແລ້ວ ຢ່າລືມແພໄມ້ໄຜ່
ຄັນເຈົ້າມີໃໝ່ແລ້ວ ຢ່າລືມຂ້ອຍຜູ້ຄອຍ.
· ຄັນໄດ້ກິນກົບໜື້ງ ຢ່າລືມໜັງທ້ອງປາປຶ່ງ
ຄັນໄດ້ຕົ້ມອື່ງເພົ້າ ຢ່າລືມຊົ້ວອື່ງບັກຢາງ
· ຢ່າເກັບດອກຫວ້ານ ບ້ານເພິ່ນມາບານ
ໃຫ້ເຈົ້າຄ່ອຍຊານເກັບ ດອກກະຈຽວແຄມຮົ້ວ.
· ເປັນຂຸນກະຈານີ້ ເປັນພໍ່ນາດີກວ່າ
ພໍ່ນາເອື້ອມອີ່ມເຂົ້າ ຂຸນກະຈາເອື້ອມອີ່ມລົມ
· ຢ່າໄດ້ຕິຕຽນເວົ້າ ຜັກກະເດົາຂົມຂື່ນ
ບາດວ່າພໍລາບກ້ອຍ ຊິຫຼົງຍ້ອງວ່າດີ
ຢ່າຟ້າວໄລເສຍຖິ້ມ ຜັກກະໂດນຕົ້ນເກົ່າ
ບາດວ່າໄດ້ລາບກ້ອຍ ຍັງຊິໄດ້ອ່າວເຖິງ
· ຄັນໄດ້ກະປິແລ້ວ ຢ່າຄຸນປາແດກ
ລາງເທື່ອເຮົາແຕກບ້ານ ຍັງຊິໄດ້ຊ່ວຍກິນ
· ຄັນເຈົ້າໄດ້ຂີ່ຊ້າງ ກັ້ງຮົ່ມເປັນພະຍາ
ຢ່າໄດ້ລືມຊາວນາ ຜູ້ຂີ່ຄວາຍຄອນກ້າ
· ເຈົ້າຜູ້ຫົງຄຳຜ້າຍ ກາຍເຂົາຄັນທະມາດ
ເຈົ້າຊິແຍງໃສ່ໄມ້ ໂພດົ້ວຮົ່ມຂຽວ
ບາດວ່າສາຂາໄມ້ ໃບບາງເຫຼືອງຫຼົ່ນ
ພັດຊິໄດ້ອ່າວໂອ້ ຄະນິງໄມ້ຢູ່ດົງ ແລະນາ !
· ຢ່າໄດ້ວ່າຈາພ້ຽງ ເຂົາຮໍຂົມຂື່ນ
ຄຳປາກຢ່າໄດ້ຕື່ນ ຄືໝໍ້ປາກແບນ
ຢ່າໄດ້ແສນແພນໜ້າ ວາຈາເວົ້າອົ່ງ
ຝຸງພີ່ນ້ອງ ພົງເຊື້ອຊິບໍ່ມີ
ຢ່າຊູກົງຫຼາຍທ້ອນ ຫົວຄານງົງໄມ້ໄຜ່ປ່າ
ຄັນກະຕ່າບໍ່ຫ້ອຍ ບໍ່ມີໄດ້ເອ່ນກາງ
3.ຄຳຜະຫຍາ ທີ່ເວົ້າເຖິງການຖາມຂ່າວຄາວ
ສ່ວນຫລາຍແລ້ວ ຄຳຜະຫຍາທີ່ຖາມຂ່າວຄາວກັນນັ້ນ ຈະນຳໃຊ້ ລະຫວ່າງຄູ່ບ່າວ ສາວ ດ້ວຍຄຳຜະຫຍາຕໍ່ແຍກັນຢ່າງເບີກບານມ່ວນຊື່ນ ແຕ່ມັນເນັ້ນເຖິງພົວພັນກັນເປັນສ່ວນໃຫຍ່ເຊັ່ນ:
· ຊ: ນ້ອງເອີຍ ! ທາງໄປໄຮ່ ນ້ອງຢ່າຟ້າວແຝດໜາມຄາ
ທາງໄປນາ ນ້ອງຢ່າຟ້າວແຝດໜາມໃຜ່
ທາງເຂົ້າບ້ານ ນ້ອງຢ່າຟ້າວໄຂວ່ຫີນຕັນ
· ຍ: ນ້ອງຍັັງມີສະຕິໝັ້ນ ສະເໝີມັນເຄືອເກົ່າ
ຊູ້ກໍ່ແມ່ນເຈົ້າ, ຜົວກໍ່ແມ່ນເຈົາ ບໍ່ຫວັງເຕື້ອງຕໍ່ຜູ້ໃດ ດອກນາ.
· ຊ: ນອນຫຼັບຝັນເຫັນໜ້າ ມືນຕາມາເຫັນຜູ້ອ່ືນ
ພໍຢາກຫຼັບຢູ່ເລື້ອຍ ໃຫ້ເຫັນໜ້າຢູ່ຊູ່ຍາມ
· ຍ: ກົກໝາກມີ້ ແມ່ນ້ອງແຝດໜາມຕັນ
ກົກໝາກທັນ ແມ່ນ້ອງແຝດໜາມໄວ້
ແພງໄວ້ໃຫ້ອ້າຍ ຊາຍຊູ້ຜູ້ປະສົງ
· ຊ: ໃຫ້ອ້າຍໄລເສຍນ້ອງ ບໍ່ຄອງໄລເສຍງ່າຍ
ໃບໝາກຂາມບໍ່ພໍຫໍ່ເຂົ້າ ຕອງກະເດົາບໍ່ພໍຫໍ່ແຈ່ວ
ຕອງຮຸ່ແຮ້ວບໍ່ພໍຫໍ່ຫົວຊ້າງ ບໍ່ວາງນ້ອງງ່າຍດາຍ
· ຍ: ນ້ອງກໍ່ຄືກັນນັ້ນແລ້ວ ໃຫ້ນ້ອງໄລເສຍອ້າຍບໍ່ຄອງໄລໄດ້ງ່າຍ
ຟ້າບໍ່ຫງາຍ ຂີ້ດິນຊາຍບໍ່ປີ້ນ
ຫີນຢູ່ນໍ້າ ບໍ່ຟູຂື້ນແມ່ນບໍ່ໄລ
· ຊ: ອ້າຍມາເຫັນໜ້າ ຊຸມນາງຄືວ່າຕ່າງ
ຄືບໍ່ແມ່ນຊາດເຊື້ອ ຊາວບ້ານແຫ່ງອີ່ຮຽມ
ນ້ອງແມ່ນເນົາແດນດ້າວ ນະຄອນໃດດັ້ນຮອດອີ່ຮຽມເດ
ຂໍແກ່ນົງຄາດນ້ອງ ບົນບາງບອກມາ ແດ່ທ້ອນ
· ຍ: ນ້ອງນີ້ເວົ້າບ່ອນໄຮ້ ແມ່ນຢູ່ບ່ອນນາສາ
ບອກບ່ອນນາ ແມ່ນຢູ່ນາສານ
ເວົ້າຢູ່ບ້ານ ແມ່ນຢູ່ຫ້ອງຄາຍຄຳ
ນ້ອງຂໍເຊິນອ້າຍ ເມືອຍາມນ້ອງແດ່
ຕ່າງໃຫ້ພົງພີ່ນ້ອງ ຊາວບ້ານແກວ່ນເຄີຍ
· ຊ: ປານໃດເດຊິໄດ້ຈູງແຂນເຂົ້າ ພາຂວັນປ້ອນໜ່ວຍໄຂ່
ມືຂວາປ້ອນໄຂ່ອ້າຍ ມືຊາຍປ້ອນໄຂ່ນາງ
· ຍ: ອ້າຍເອີຍ! ອັນວ່າເຊື້ອຊາດເພິ່ນ ນັ້ນແມ່ນເຊື້ອຊາດໂພ
ເຊື້ອຊາດໂຕແມ່ນເຊື້ອຊາດພ້າວ ໃຜຊິຈັບຈ່ອງນ້າວ ດຶງພ້າວເຂົາໃສໂພ
· ຊ: ຄິດຮອດນ້ອງ ກິນເຂົ້າເຊົ້າແລ້ວງາຍ
ກິນເຂົ້າສວາຍ ແລ້ວຄໍ່າ
ນອນຫຼັບຝັນເຫັນໜ້ານ້ອງ ມາຄຽງຂ້າງຢູ່ດອມ
· ຍ: ເງິນຄຳຂອງຫາໄດ້ ນໍ້າໃຈຫາຍາກ
ຄວາມຢາກບໍ່ໄດ້ຊື້ ຄວາມໃດຄືອ້າຍຫາໃສ່
· ຊ: ໂອນໍ! ເຈົ້າຜູ້ໂພສີກວ້າງ ເຮືອງຮົ່ມຢາກຊົ້ນຮົ່ມ ນຳເດ
ອ້າຍເປັນນົກປີກຫ້ຽນ ໃຫ້ຂໍຊົ້ນເພິ່ງໂພ ແດ່ແມ.
· ຍ: ໂອນໍ! ກວ້າງບໍ່ກວ້າງ ກໍ່ພໍສຳຕາເຫັນ ນີ້ແລ້ວ
ຖ້າວ່າພໍໃຈມັກ ແວ່ຊົມເຊົາຢັ້ງ
ຄັນບໍ່ຕິຕຽນນ້ອງ ແນວໃດກໍ່ເຊີນແວ່ ເນີອ້າຍ
ຢ້ານແຕຕິຖະແຫຼງເວົ້າ ເອົາເລົາມາປູກ
ບໍ່ແມ່ນເຊື້ອລູກອ້ອຍ ກິນໄດ້ກໍ່ບໍ່ຫວານ ດອກນາ.
· ຊ: ໂອນໍ! ອ້າຍນີ້ບໍ່ເຄີຍຕິຖະແຫຼງສົ້ມ ກິນໝາກຍົມໝົດມື້ ເກົ້າກະຕ່າ ດອກນາ
ນ້ອງຢ້ານຜີຮ່າເຂົ້າ ຊິລົງທ້ອງຢັ່ງຄືນ ນ້ອງເອີຍ !
· ຍ: ອ້າຍນີ້ມີເມຍແລ້ວ ລົມເລີຍລີ້ນອ່ອນ ຈິງນໍ !
ປານນີ້ລູກແລ່ນຕ້ອນ ຄອຍຖ້າພໍ່ຊິມາ ຢູ່ແລ້ວ.
· ຊ: ໂອນໍ ! ອ້າຍນີ້ພັດແຕ່ເປັນຄົນຂື້ນ ບໍ່ມີຍິງຊິຖາມຂ່າວ
ຜັດແຕ່ເປັນຟຸ່ມໄມ້ ເຄືອກ້ຽວກໍ່ບໍ່ມີ
ຈັ່ງວ່າປອດລ້ອຍຊ້ອຍ ສະເໝີອ້ອຍກາງກໍ
ກາບກໍ່ບໍ່ຫໍ່ ໝໍ່ອຍກໍ່ບໍ່ຊອນ
ຊູ້ກໍ່ບໍ່ຊ້ອນ ເມຍອ້າຍກໍ່ບໍ່ມີ ນ້ອງເອີຍ !
· ຍ: ໂອນໍ ! ໃຜຊິຫຼິງເຫັນພື້ນ ກອງຟືນທັງໃຕ້ລ່າງ ເດນໍ !
ແມງມອດເຂົ້າລັກຊີ ແມງໝາລີລັກດັ້ນ
ແມງງອດເຂົ້າຢູ່ຫັ້ນ ພັນຊັ້ນສ່ອງບໍ່ເຫັນ
· ຊ: ໂອນໍ ! ເວົ້າຄຳໃດນ້ອງກໍ່ບໍ່ເຊື່ອໄດ້ ແນວບໍ່ສ່ອງເຫັນໃນ
ພໍຢາກຈົກຫົວໃຈ ອອກມາໃຫ້ນາງນ້ອງ ເບິງເດ !
ອ້າຍນີ້ເປັນຄົນ ນ້ອງກໍ່ບໍ່ຢາກເອີ້ນ
ເປັນເກີນ ນ້ອງກໍ່ບໍ່ຢາກກ່າຍ
ຂໍເປັນສາຍກ່ອງເຂົ້າ ນຳກົ້ນກໍ່ບໍ່ພາຍ ແຫຼະນໍ !
· ຍ: ໂອນໍ! ນ້ອງຊິເຊື່ອບໍ່ໄດ້ ທາງນອກວາຈາ
ຕາບໍ່ເຫັນທາງໃນ ຈັ່ງໃດຊິເຊື່ອໄດ້
ອັນວາວາຈານີ້ ຕະຫຼົບແປປີ້ນງ່າຍ
ຖ້າວ່າປັກຫຼັກໝາຍ ຫຼືມີຂອງຜູກໝັ້ນ ແນວນັ້ນຈິ່ງເຊື່ອເປັນ ອ້າຍເອີຍ!
· ອີກອັນໜຶ່ງ ນ້ອງນີ້ບໍ່ເຄຍລັງກຽດແກ້ ການຮ່ວມຮຽງຮັກ
ເອົາແຕ່ບູຮານຮຽງ ຊິຈ່ອງຈູງຈຳໃຫ້
ຊິໃຫ້ນ້ອງນີ້ງົມງວາເອີ້ນ ເອົາຊາຍມາຮ່ວມ
ຜິດຮີດຄອງຜູ້ເຖົ້າ ແນວນີ້ບໍ່ຫ່ອນຄວນ ອ້າຍເອີຍ !
· ຊ: ໂອນໍ! ນ້ອງນີ້ເວົ້າບ່ອນເບື້ອງ ເບືອນໃສ່ຂອງໝາຍ
ສາຍແຫ່ງຂອງສຳຄັນ ຈ່ອງຈູງຈຳໝັ້ນ
ອັນວ່າດິນກັບຟ້າ ໄກກັນເກີນສ່ວນ
ໃຜຊິຕັດຕໍ່ໄມ້ ມາແໜ້ນໜ່ວຍພະຈັນ ໄດ້ເດ !
· ຍ: ໂອນໍ! ອັນວ່າໂລກໃຫຍ່ກວ້າງ ໄກຫ່າງເຫຼືອຫຼາຍ
ບາດວ່າຊາຍອ້າຍມາລົມ ຈາຕໍ່ນາງກໍ່ຍັງໄດ້
ອັນນີ້ມາຍາໃຫ້ ເຫັນໃນແນວບໍ່ເຊື່ອ
ເຈົ້າຫາກອຳເງື່ອນໄວ້ ໃຫ້ເຫັນສົ້ນຄ່າວາ ນໍອ້າຍ !
· ຊ: ໂອນໍ! ແນວວ່າໃຈບໍ່ໃສນຳນໍ້າ ແຍງເງົາກໍ່ວ່າຂຸ່ນ
ກົບບໍ່ເຕື້ອງຕໍ່ຖໍ້າ ເຫັນເງື້ອມວ່າແຕ່ໂພນ ນ້ອງ !
ອ້າຍນີ້ຂຽວຜັກແປ້ນ ຂຽວແປນດອກໝາກຂຽບ
ຢາກປຽບນ້ອງເປັນຄູ່ໝັ້ນ ບຸນອ້າຍພັດບໍ່ເຖິງ ນ້ອງເອີຍ !
ອິກອັນໜຶ່ງ ປຽບດັ່ງຖ້ວຍຂ້ີຮ້າຍ ຢາກປີນຂື້ນພາໂຕະ
ໃຫ້ມັນແມ່ນສົມຂະບວນໂຕ ໃສ່ກະບຽນແບໄວ້ ພຸ້ນແລ້ວ
· ຍ: ໂອນໍ ! ໃຜບໍ່ຍໍສົມພານ ອ້າຍລົງຕໍ່າ ດອກອ້າຍ
ມີແຕ່ຫາໄມ້ຍູ້ ຊູຂື້ນໃຫ້ເກິ່ງດາວ ພຸ້ນແລ້ວ !
ອ້າຍນີ້ເຊື້ອຊາດແຮ້ງ ບໍ່ຫ່ອນເວີ່ນແກມແຫລວ
ແນວຫົງຄຳ ເວີ່ນໄກກິນໃກ້.
· ຊ: ອັນວ່າສິບແໜງໄມ້ຊາວແໜງໄມ້ ບໍ່ປານແໜງໄມ້ໄຜ່ໄດ໋ນ້ອງ !
ສິບຜູ້ຢູ່ໃກ້ຊາວຜູ້ຢູ່ໃກ້ ບໍ່ປານນ້ອງຜູ້ຢູ່ໃກ້ ດອກນາ !
ຊາດວ່າເລົາຄືອ້ອຍ ກອຍມັນຄືເຜືອກ
ເລືອກຜູ້ບ່າວຈັ່ງອ້າຍ ຊິໄປເວົ້າຜູ້ຈັ່ງໃດ ເດນໍ !
· ຍ: ໂອນໍ ! ນ້ອງນີ້ບໍ່ເລືອກເລັ້ມ ເອົາແຕ່ບູນກຳ
ເອົາແຕ່ສາຍແນນນຳ ຊິຈ່ອງຈູງຈຳໃກ້
ຄັນຖືກຊາຕາຄາດ ໝອນຂາດກໍ່ຊິໝູນ
ຖືກທ່າຊາຕາຄູນ ກໍ່ຊິໝູນໝອນເທົ້າ
ຊາຕາເຈົ້ານຳໃຜກໍ່ຊິຮ່ວມ ຊາຕາໄດ້ເຂົ້າສ້ວມ
ນຳອ້າຍຊິຄ່ອຍຊົມ ອ້າຍເອີຍ !
· ຊ: ໂອນໍ ! ເກີນວ່າກ້ຽງປາກບັ້ງ ທັງນອກເປັນກະດັນ ເດນໍ !
ທາງໃນເປັນໄກສອນ ດອກກະເດົາບານຊ້ອນ
· ຍ: ໂອນໍ ! ນ້ອງນີ້ບໍ່ເຄີຍປູກໝາກກ້ຽງ ແກມດອກກະເດົາຂົມ ດອກອ້າຍ !
ປູກແຕ່ແນວຂອງຫວານ ແຊບນົວໃນລີ້ນ
ຢ້ານແຕ່ອ້າຍຕິຖະແຫຼງລົ້ມ ບໍ່ມີຕົມພະລາດມື່ນ ຫັນແລ້ວ
ຕົມບໍ່ມີຈັກດີ້ ຊິຕິລົ້ມບໍ່ຫ່ອນຄື ດ໋ອກນາ !
· ຊ: ໂອນໍ ! ອ້າຍນີ້ບໍ່ເຄີຍຕິຖະແຫຼງລົ້ມ ງົມງວາເກືອກຂີ້ຝຸ່ນ ດ໋ອກນ້ອງ !
ຕົມບໍ່ມີຈັກດີ້ ບໍ່ຕິຫຼິ້ນຂີ້ຝຸ່ນດິນ ດ໋ອກນາ !
ອ້າຍນີ້ບໍ່ຊ່າງເວົ້າ ຕົວະລ່າຍລວງພາງ
ທາງໃຈມີຄວາມຈິງ ກໍ່ຈິ່ງວ່າຈາເວົ້າ ອ້າຍເອີຍ !
· ຍ: ໂອນໍ !ນ້ອງນີ້ເຫັນຫຼາຍແລ້ວ ແນວຜູ້ຊາຍເວົ້າລ່າຍ
ຄວາມປາກວ່າຢາກໄດ້ ໃຈເຈົ້າວ່າບໍ່ເອົາ ອ້າຍເອີຍ !
· ຊ: ໂອນໍ ! ອັນວ່າໃຕ້ລຸ່ມຟ້າ ໃນໂລກເມືອງມະນຸດ ເຮົານີ້
ຊາຍກໍ່ມີຫຼາຍຊາຍ ຕ່າງກັນກັບອ້າຍ
ບາງເທື່ອຊາຍຊະເລເກ້ ແກມຕົມກໍ່ມີຫລາຍ ໄດ໋ນ້ອງ !
ຫາກແມ່ນຊາຍດັ່ງອ້າຍ ຕົມນັ້ນບໍ່ຫ່ອມແກມ ນ້ອງເອີຍ !
ຕົກລົງເອົາກັບອ້າຍ ຊາຍຊຽງລອງເບິ່ງ
ບາງເທື່ອບຸນສົ່ງໃຫ້ ຊິພານ້ອງຮັ່ງມີບໍ່ຮູ້ໄດ໋ !
· ຍ: ໂອນໍ ອ້າຍ ! ນ້ອງໄດ້ເວົ້າແລ້ວ ວ່າເອົາແຕ່ບູນກຳ
ເອົາແຕ່ສາຍແນນນຳ ຊິຈ່ອງຈູງຈຳໃກ້
ຄັນໄດ້ຊາຍຄືອ້າຍ ກໍ່ບຸນຫຼາຍລົ້ນລື່ນ
ໄດ້ຜູ້ອື່ນບໍ່ຄືຜູ້ອ້າຍ ພໍສ້ຽວຖ່ອງຂົນ ດອກນາ !
· ຊ: ໂອນໍ ! ເກີນວ່າເວົ້າໃຫ້ອ້າຍ ຊົມຊື່ນດີໃຈເດນໍ !
ຢ້ານແຕ່ທາງພາຍໃນ ຊິໃສ່ສານປະສົມງ້ວນ ຫັ້ນແລ້ວ !
ນ້ອງນີ້ມາຊ່າງປູກໝາກກ້ຽງ ໃກ້ມໍ່ແຄມທາງ ແທ້ນໍ !
ຝຸງອ້າຍຄົນບໍ່ເຄີຍກິນ ຊິເບື່ອຕາຍຈິງແທ້.
· ຍ: ໂອນໍອ້າຍ ! ນ້ອງນີ້ບໍ່ເຄີຍປູກໝາກກ້ຽງ ແກມເປືອກຖະແຫລງເຫຼືອງ ດອກ໋ນາ !
ເພາະນ້ອງບໍ່ມີປອຍໄໝ ຊິຈຸ່ມໄລລົງຍ້ອມ
ແຕ່ວ່ານ້ອງບໍ່ເຄີຍເຫັນໄດ້ ພາຍໃນໝາກເດື່ອກປ່ອງ
ທາງນອກປອດລ້ອຍຊ້ອຍ ພັດຈົວນ້ອຍ ຢູ່ໃນ ອ້າຍເອີຍ !
· ຊ: ໂອນໍ ! ເວົ້າແນວໃດ ນ້ອງກໍ່ບໍ່ເຊື່ອອ້າຍ
ເກີນຍາກຍິ່ງຫົວໃຈຄົນ ອ້າຍນີ້ຢ້ານນ້ອງກ້ຽງປາກບັ້ງ
ຂັງຂໍ້ປາກະເຕົາ ບາດວ່າກາງສວນເຈົ້າ
ຜັກກະເດົາບັງເກີດຂົມ ສົມລັງລ້າວເຝື່ອນຮືນບໍ່ຮູ້
· ຍ: ໂອນໍອ້າຍ ! ອ້າຍບໍ່ເຊື່ອນ້ອງ ນ້ອງກໍ່ບໍ່ເຊື່ອອ້າຍ
ມັນຍາກຍ່ິງຫາຄວາມຈິງ ໃຜບໍ່ເຫັນໃຈໃຜ ຈັ່ງໃດຊິຈິງໄດ້.
· ຊ: ໂອນໍ ! ເຈົ້າຜູອອດຫຼອດເນື້ອ ຍອດສະຫງ່າຕາຫວານ ນາງເອີຍ !
ບຸນສົມພານ ໃຜນໍຊິຄູ່ຄຽງຮຽງນ້ອງ
ສາວຜູ້ງາມຄືນ້ອງ ປັນຍາດີເວົ້າກໍ່ຄ່ອງ
ຄວາມປາກຫວານດັ່ງກ້ວຍ ໃຈສົມດັ່ງໝາກຂາມ
ໃຜມາຖາມມາເວົ້າ ເອົາໆ ບໍ່ມີຫຼີກ
ຕາຍດັບກໍ່ຮັບໄດ້ ຕາຍວາຍກໍ່ຮັບໄດ້
ຄວາມຊິເອົານັ້ນ ໜ້ອຍໜຶ່ງບໍ່ມີອີກແລ້ວ !
· ຍ: ໂອນໍ ! ນ້ອງນີ້ບໍ່ຫ່ອນເຄີຍລ່າຍຫຼິ້ນ ລວງຫຼອກຊາຍໃດ
ພໍໃຫ້ເສຍສັກສີ ແກ່ຊາຍໃຫ້ອາຍໜ້າ
ອ້າຍຢ່າພາໂລເວົ້າ ໃຫ້ເສຍສີໝອງໝົ່ນ
ພາໃຫ້ນ້ອງຫຼ່າຫຼຸ້ຍ ຊິເສຍແຕ້ມຕໍ່າຜູ້ຍິງ ທ້ອນນາ.
· ຊ: ໂອນໍ ! ອ້າຍນີ້ບໍ່ໄດ້ເວົ້າໃຫ້ນ້ອງ ຈົນເສື່ອມເສຍສີ ດ໋ອກນ້ອງ
ອ້າຍຢາກເວົ້າຢອກຫຼິ້ນ ລອງໃຈນ້ອງເບິ່ງ ຊັ້ນດ໋ອກ
ມັນຊິເຢັນດັ່ງນໍ້າ ຫຼືຊິຮ້ອນດັ່ງໄຟ ວ່າເດ !
ອ້າຍນີ້ວ່າຢາກຕັ້ງຕໍ່ນ້ອງ ສະເໝີຕໍຕັ້ງຕໍ່
ວ່າຢາກຕັ້ງຕໍ່ນ້ອງ ສະເໝີເຜິ້ງຕໍ່ດາງ ນ້ອງເອີຍ.
ຄັນວ່າເຫັນທ່າໄດ້ ຊິຄາດຮ່າງລົງສະ
ຖ້າບໍ່ເປັນຕາຄອງ ຊິຫາບມອງເມືອບ້ານ ຊັ້ນດ໋ອກ
· ຍ: ເອີ ! ເອົາແຕ່ໃຈຂອງອ້າຍ ພາຍພະອວນໃຫ້ຄິດຮໍ່າ ດູທ້ອນ
ນ້ອງນີ້ບໍ່ໄດ້ລັງກຽດແກ້ ການຮ່ວມຮຽງສະເໜ
ເອົາແຕ່ບູຮານມີ ຊິຮ່ວມກັນເມືອໜ້າ
ບາງເທ່ືອສາຍສະໝອນຝ້າຍ ດືງໄລເຂົ້າມາໃສ່
ໃຜຊິເຫັນຮ່ວມຮູ້ ບຸນສ້າງຕັ້ງແຕ່ຫຼັງອ້າຍເອີຍ !
· ຊ: ອ້າຍນີ້ເວົ້າແຕ່ເຊົ້າ ຈົນຮອດຄໍ່າຕາເວັນຕົກ
ບໍ່ເຫັນກົກເຫັນປາຍ ຊິຕ່າວເມືອກ່ອນເດີນ້ອງ
ອ້າຍຊິລາເມືອຫ້ອງ ສະຖານທອງບ້ານເກົ່າ ກ່ອນແລ້ວ
· ຍ: ຈ້າວ ! ເມືອກໍ່ເມືອສາອ້າຍ ໃຫ້ເມືອດີເມືອຄ່ອງ
ຄັນອ້າຍໄປຮອດຫ້ອງ ໃຫ້ຫຼຽວຕ່າວຄືນຫຼັງ ແດເນີ.
· ຊ: ເອີ ! ຄາວນີ້ອ້າຍຊິໄກຈາກນ້ອງ ຄືໝາກສົມໄກເກືອ
ຄືຫົວເຮືອໄກຈາກຝັ່ງ ດອກສະມັ່ງເອີ່ຍໄກຕົ້ນ ຊິບໍ່ຫອມ ແທລະນໍ !
ໂອນໍ ! ຕຸລຸເຈົ້າຜູ້ພົ້ວດອກຫ້ອມ ຈົ່ງຫອມເລີງຄືເກົ່າ ແດ່ເນີ
ຕຸລຸເຈົ້າຜູ້ພົ້ວດອກເປົ້າ ຈົ່ງຫອມເອົ້າດັ່ງເດີມ ແດ່ທ້ອນ !