ບົດຮຽນ ວິຊາ ມະນຸດສຳພັນ ບົດທີ 8 ມະນຸດສຳພັນລາວສາກົນ ແລະ ຄຸນສົມບັດຂັ້ນພື້ນຖານ

ບົດທີ 8

ມະນຸດສຳພັນລາວ ສາກົນ ແລະ ຄຸນສົມບັດຂັ້ນພື້ນຖານ

ຈຸດປະສົງຄາດໝາຍ       

1.ຄາດວ່າຜູ້ຮຽນ ຈະເກີດຄວາມຮູ້ ແລະ ເຂົ້າໃຈດີ ເຖິງລະບົບຂະບວນການຕິດຕໍ່ສື່ສານພົວພັນໃນລະດັບຂັ້ນຕ່າງກັນດີຂື້ນ.

2.ຄາດໝາຍວ່ານັກສຶກສາຈະນຳເອົາສິ່ງທີ່ຮຽນຮູ້ ນຳໄປປະຕິບັດໃຫ້ເກີດຜົນທາງບວກແກ່ຕົນ ເອງ ແລະ ໃຫ້ແກ່ສັງຄົມ.

3.ຄາດໝາຍວ່າ ພາຍຫລັງ ນັກສຶກສາໄດ້ຮຽນຮູ້ ເກິດຄວາມເຂົ້າໃຈແລ້ວ ຍ່ອມນຳໄປພັດທະນາ ຕົນເອງ ສັງຄົມ ໃຫ້ສົດໃສ ແລະ ງົດງາມຖືກຕ້ອງ ໃນແບບມາລະຍາດລາວໆ ແລະ ຫລັກການສາກົນນຳໃຊ້.

8.1.ມະນຸດສຳພັນໃນມາລະຍາດລາວ

ເວົ້າເຖິງຄຳວ່າມາລະຍາດ ມັນກໍແມ່ນແບບແຜນ ແລະ ພາກປະຕິບັດ ວັດທະນະທຳໃນຊິວິດປະຈຳວັນ ລ້ວນແຕ່ເກີດຈາກບົດຮຽນທີ່ສາສົມມາເປັນເວລານານ ຈາກຮຸ່ນຄົນນີ້ ຕໍ່ໃສ່ຄົນຮຸ່ນໃໝ່ ສືບທອດກັນມາ.

ແນ່ນອນວ່າໃນມາລະຍາດນີ້ແມ່ນເລີ່ມຕົ້ນຈາກບຸກຄົນ ແລະ ຄອບຄົວ ກ່ອນທີ່ຈະເຜີຍແຜ່ກ້ວາງຂວາງໃນຊຸມຊົນ ຈົນກາຍມາເປັນວັດທະນະທຳປະຈຳຊົນເຜົ່າ ແລະ ຊາດ.

ມາລະຍາດທາງສັງຄົມ ແມ່ນສິ່ງໜຶ່ງທີ່ຢັ້ງຢືນເຖິງການປະພືດການປະຕິບັດ ແລະ ການເຄື່ອນໄຫວຂອງຄົນ ຢູ່ໃນສັງຄົມໜຶ່ງໆ ເຊີ່ງແຕ່ລະຄົນມີຮູບແບບ ແລະຊະນິດທີ່ແຕກຕ່າງກັນ ມີທັງແບບດີ ແລະ ບໍ່ດີຄຽງຄູ່ກັນ.

ມາລະຍາດ  ແມ່ນສະແດງອອກທາງດ້ານກາຍ ວາຈາ ແລະ ຈິດໃຈເຊິ່ງເປັນການເວົ້າຈາປາໃສທີ່ມີລະບຽບຫຼັກການ ແລະ ມີຈິດໃຈຜຸດຜ່ອງເຮັດໃຫ້ຄົນຢູ່ໃນສັງຄົມມີຄວາມສະຫງ່າລາສີບໍ່ແຂງກະດ້າງ ແລະ ບໍ່ເກີ້ເຂີນໃນສັງຄົມ.   ດັ່ງຄຳສຸພາສິດທີ່ວ່າ: “ ກິລິຍາບອກຊາດ ມາລະຍາດບອກຕະກຸນໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ ” ມາລະຍາດໃນສັງຄົມມັນສະແດງອອກດັ່ງນີ້:

1.ຄົນຜູ້ນຶ່ງ

ຄົນຜູ້ນຶ່ງເມື່ອທຳໃຈໃຫ້ສະບາຍໆ ພູມໃຈຕໍ່ຄວາມເປັນຄົນຂອງຕົນເອງ ດີໃຈຕໍ່ຖານະຂອງຕົນເອງພໍໃຈໃນຄວາມຮູ້ ຄວາມສາມາດຂອງຕົນເອງ ມ່ວນຊື່ນສຸກໃຈໄປກັບວຽກງານຂອງຕົນເອງ ມີຈິດໃຈເອື້ອເພື້ອເພື່ອແພ່ຮັກແພງສາມັກຄີກັບທຸກຄົນ ເປັນຫ່ວງ ແລະ ມັກຊ່ວຍເຫລືອຜູ້ອື່ນ ບໍ່ມີເວລາທີຈະໄປຄິດອິດສາບັງບຽດໃຜ ແລະ ສັງຄົມຕ້ອງຍ້ອງຍໍຢ່າງແນ່ນອນ

2.ຄົນກັບຄົນ

ຄົນກັບຄົນ ໃນບັນຫານີ້ແມ່ນຢາກເນັ້ນໃຫ້ຮູ້ວ່າ ຂ້ອຍເຈົ້າກໍແມ່ນຄົນ ຊິ​ວິດ​ຂອງ ແຕ່ລະຄົນມີຄຸນຄ່າເທົ່າທຽມກັນໃນຄວາມຂອງຄວາມເປັນຄົນ ມີມື້ເຈັບມື້ຕາຍຄືກັນ ຕ່າງແຕ່ວ່າ... ບາງຄົນມີໂອກາດໄດ້ຮຽນສູງ, ມີຖານະຕຳແໜ່ງສູງ, ນັ່ງມີກວ່າ ສ່ວນອີກບາງຄົນຊໍ້າພັດທຸກຍາກລຳບາກຢູ່ກັບການອອກແຮງງານ ແລະ ທຸກແສນສາຫັດ.

ແຕ່ຄຸນຄ່າທີ່ແທ້ຈິງຂອງຄົນຄືການເຮັດຄວາມດີໃຫ້ເກີດປະໂຫຍດສູງສຸດແກ່ຄົນເອງ, ປະເທດຊາດບ້ານເມືອງ ແລະ ມວນມະນຸດໂລກ.

ເຖິງແມ່ນຈະໄດ້ຮຽນມາສູງ, ມີຕຳແໜ່ງສູງ ແລະ ຮັ່ງມີລົ້ນຟ້າ ແຕ່... ທີ່ມາຂອງການໄດ້ມາຊຳພັດໄດ້ມາດ້ວຍກອງເລືອດບວກນຳ້ຕາ ແລະ ກອງກະດູກຂອງຄົນທັງຫຼາຍນັ້ນຄືໂທດກຳລົ້ນຟ້າເຫຼືອສຸດກຳລັງເສບ.

ຄົນທີ່ບໍ່ໄດ້ມີໂອກາດໄດ້ຮຽນສູງ, ຕຳແໜ່ງບໍ່ສູງ, ບໍ່ຮັ່ງມີ ແຕ່ໄດ້ຜະລິດຜົນງານທີ່ເປັນປະໂຫຍດ ເປັນຮູບປະທຳໃຫ້ມວນຊົນໄດ້ຊົມໃຊ້ ນັ້ນແລ້ວຄືຄວາມມີຄຸນຄ່າຂອງຄວາມເປັນຄົນສູງ (ຄຸນຄ່າຂອງຄົນຢູ່ທີ່ຜົນງານ ຄົນເປັນທັງຜູ້ສ້າງ ແລະ ຜູ້ທຳລາຍ) ມັນເປັນສັດຈະທຳທີ່ສັດຈະວິພາກ.

ແລ້ວມີຄວາມຈຳເປັນຫຍັງຄົນເຮົາຈະຕ້ອງມາຂົ້ມເຫັງກັນ ມາອິດສາບັງບຽດກັນ ມາດູຫມິ່ນກັນ ມາຂຶງທ່າວາງກ້າມສະແດງຄວາມກຽດຊັງຕໍ່ກັນ ມີຄວາມຈຳເປັນດ້ານໃດ ?

ໃນທາງດ້ານທີ່ດີແລ້ວ ເພື່ອເຮັດໃຫ້ອາຍຸຍືນ ຕ່າງຄົນກໍ່ຕ່າງໃຊ້ສະຕິບັນຍາ ແລະ ເຫື່ອແຮງຂອງຕົນປະກອບ ສ່ວນ ສ້າງສາພັດທະນາປະເທດຊາດ ແລະສັງຄົມຕາມຄວາມຮູ້ຄວາມສາມາດຂອງໃຜຂອງລາວຮັກແພງກັນຊ່ວຍເຫລືອກັນ ນີ້ແມ່ນວິທີທີ່ຢູ່ຮ່ວມກັນ.

ແຕ່ໃນທາງກົງກັນຂ້າມຊ້ຳພັດບໍ່ຄິດບໍ່ເຮັດຄືແນວນັ້ນຜູ້ໃດເປັນໃຫຍ່ຊຳ້ພັດຂົ່ມເຫງຜູ້ນ້ອຍຜູ້ຮັ່ງມີດູຖູກຄົນຍາກຄົນຈົນຜູ້ມີອຳນາດຊຳ້ພັດສວຍໂອກາດ ກິນບ້ານກິນເມືອງກອບໂກຍ ປາກວ່າແນວໜຶ່ງ ແຕ່ຊຳ້ພັດເຮັດແນວໜຶ່ງ.

ຖ້າຫາກວ່າເຮົາຄິດໄດ້ຈັກນ້ອຍໜຶ່ງວ່າ... ອັນວ່າຊັ້ນຕຳ່ແໜ່ງນັ້ນມັນກໍເປັນພຽງໃນນາມສົມມຸດຂື້ນຢ່າໄດ້ຫລົງໄຫລໄຝ່ຝັນຈົນລືມຕົວລືມກາຍຈົນເກີໄປ ຢ່າຖືວ່າການມີໜ້າທີ່ຕຳແໜ່ງສູງແລ້ວເຮົາຈະບໍ່ແມ່ນຄົນ ຫລື ຕາຍບໍ່ເປັນ.

ການວາງທ່າວາງທີກໍໃຫ້ພໍດີພໍງາມ ການຈັດຕັ້ງຂັ້ນເທິງແຕ່ງຕັ້ງເຮົາມາຮັບໃຊ້ປະຊາຊົນຊ່ວຍເຫລືອ ແລະ ເບິ່ງແຍງປະຊາຊົນ ບໍ່ແມ່ນແຕ່ງຕັ້ງ ມາເປັນນາຍຂົ່ມຂູ່ປະຊາຊົນ “ ປະຊາຊົນກໍ່ຄືເຮົາ ແລະ ເຮົາກໍ່ຄືປະຊາຊົນ ”ພາກັນເອົາໃຈໃສ່ແຕ່ເສັ້ນສາຍຂອງຕົນເອງ.

3.ເລື່ອງສ່ວນຕົວ

ໃນເຮົາເມື່ອເຫັນຄົນໃດຜູ້ໜຶ່ງກຳລັງນັ່ງອ່ານໜັງສື ຫລື ຂຽນໜັງສືສ່ວນຕົວຂອງກະເຈົ້າຢູ່ ເຮົາຊຳ້ພັດຍື່ນໜ້າເສືອດຕາໄປອ່ານນຳ ຫລື ເອົາສອງມືຄຳ້ແກ້ມເອົາສອກເທົ້າໂຕະ ແລ້ວກົ້ມລົງອ່ານ ຫລື ເບິ່ງອັນນັ້ນ ແມ່ນເປັນ ການຜິດພາດຢ່າງໃຫຍ່ຫລວງ ທາງດ້ານຄຸນສົມບັດ ແລະ ມາລະຍາດຂອງຄົນຜູ້ດີ.

ຈົ່ງມີສະຕິຢູ່ສະເໝີວ່າ ບໍ່ວ່າໃຜຈະອ່ານໜັງສື ຫລື ເຮັດອັນໃດກໍ່ແລ້ວ ທີ່ເຫັນວ່າເປັນເລື່ອງ ຂອງຄົນຜູ້ນັ້ນ ເຮົາບໍ່ຄວນ ແລະ ບໍ່ຕ້ອງເສືອດຕາເບິ່ງ ຖ້າເຮົາຫາກມີຄວາມຈຳເປັນຢາກຮູ້ ຢາກເບິ່ງ “ ມັກສອດຮູ້ສອດເຫັນ ” ກໍ່ຄວນໄດ້ຮັບອະນຸຍາດຈາກເຈົ້າຂອງໃຫ້ອະນຸຍາດສາກອນຈິ່ງເບິ່ງໄດ້

4.ການນຸ່ງເຄື່ອງ

ເວົ້າເຖິງການນຸ່ງໂສ້ງເສື້ອຂອງຄົນຜູ້ໜຶ່ງ ແມ່ນການສະແດງອອກເຖິງນິໃສໃຈຄໍຂອງຄົນຜູ້ນັນເຖິງແມ່ນວ່າຈະບໍ່ຖືກຮ້ອຍເປີເຊັນກໍມີສ່ວນຖືກຕ້ອງໃນຕາມຫລັກຈິດຕະວິທະຍາ.

ເພື່ອຄວາມຖືກຕ້ອງແລ້ວ ໃນການນຸ່ງເຄື່ອງໃຫ້ຖືກຕ້ອງກໍເປັນສ່ວນສຳຄັນຂອງມາລະຍາດສັງຄົມເຊັ່ນວ່າເວລາໄປເຮັດວຽກງານປະຊຸມຢູ່ພະແນກການໃດໜຶ່ງ ເຮົາຄວນຈະນຸ່ງໂສ້ງເສື້ອຄືແນວໃດ ເພື່ອໃຫ້ແທດເໝາະກັບສະ ຖານທີ່ ມັນກໍແມ່ນຢູ່ວ່າ ຖານະຄວາມເປັນຢູ່ຂອງພະນັກງານແຕ່ລະຄົນ ບໍ່ຄືກັນ ຜູ້ມີເງິນຄຳແດ່ ກໍ່ນຸ່ງຖືເຄື່ອງງາມມີ ແພໂສ້ງເສື້ອລາຄາແພງ ຜູ້ບໍ່ມີກໍນຸ່ງໂສ້ງເສື້ອທຳມະດາ ເພາະເວລານີ້ຄ່າຄອງຊິບອັນໃດກໍແພງໄປໝົດປະຢັດໄດ້ຫລາຍກໍຍິ່ງເປັນການດີຂື້ນ ແຕ່ລະປະເພດຂອງພະນັກງານ ຫລື ແຕ່ລະໜ້າທີ່ຕຳ່ແໜ່ງພະນັກງານ ຈະຕ້ອງນຸ່ງຖືຄືແນວໃດ

ອັນນີ້ແມ່ນຢາກເວົ້າເຖິງທີ່ວ່າ “ ກາລະເທສະ ແລະ ຄວາມເໝາະສົມ ” ທີ່ສັງຄົມຍອມຮັບຖ້າໄປເຮັດນາເຮົາໄປນຸ່ງຊຸດສາກົນ ມັດກາລະວັດໄປໄຖນາເຫັນວ່າບໍ່ຖືກຕາມຫລັກການ ແລະບໍ່ເໝາະສົມ ຫລື ເວລາເຮົານັ່ງຢູ່ ຫ້ອງການເຮົາຈະນຸ່ງເຄື່ອງຕາບໜ້າຕາມຫລັງ ເອົາແພຂາວມ້າມັດແອວ ຫລື ກໍ້ຂາໂສງຂື້ນເອົາຕີນຂື້ນຢຽບຕັ່ງນັ່ງເຫັນ

ວ່າບໍ່ສຸພາບຫລາຍ.

ເພື່ອຄວາມເປັນລະບຽບງາມຕາ ການນຸ່ງຖືກໍຕ້ອງນຸ່ງຖືກໃຫ້ຖືກຕາມກະລະເທສະ ບໍ່ຄວນນຸ່ງໂສ້ງເສື້ອເຊັ່ນ:“ ຄາບອຍເສື້ອນຸ່ງຫລິ້ນ ” ໄປນັ່ງຢູ່ຫ້ອງການ ຫລື ມີພະນັກງານບາງຄົນ ຊ້ຳພັດຊົນຊັ້ນກຳມະຊິບເກີນໄປ,ນຸ່ງເຄື່ອງໄປເຮັດການແບບໄປໄຮ່ໄປນາກໍມີ ຖືແບບທຳມະດາເກີນໄປ ເອີ້ນຊະນິດແບບນີ້ວ່າ ບໍ່ເຄົາລົບສະຖານທີ່.

5.ສາຍຕາສີໜ້າ

ອົງປະກອບໃນການສື່ສານສຳພັນຫລັກຂອງມະນຸດເຮົານັ້ນເອີ້ນວ່າ ອິນຊິທັງ 5 ໂດຍຜ່ານການເຫັນດ້ວຍຕາຟັງດ້ວຍຫູດົມກິ່ນດ້ວຍດັງຊິມດ້ວຍລີ້ນ ແລະ ສຳພັດດ້ວຍກາຍ ( ຜິວໜັງ ) ສາຍຕາຂອງຄົນເຮົາແມ່ນເງົາສະທ້ອນ ທີ່ຄົນເຮົາສາມາດສ່ອງເຫັນໄດ້ດ້ວຍຈິດໃຈ ແລະ ຄວາມຮູ້ສືກນຶກຄິດ ຂອງຄົນຜູ້ໜຶ່ງ.

ຄົນເຮົາໃນເມື່ອເກີດມີຄວາມຮັກໄຄ້ກັນມີຄວາມກຽດຊັງກັນ ຫລື ມີແນວກະທົບເຂົ້າໃສ່ທາງດ້ານຈິດໃຈຈະເປັນທາງດ້ານໃດໜຶ່ງແລ້ວ ແມ່ນຈະສະແດງອອກມາໃຫ້ເຫັນຈາກແສງຕາ ແລະ ສີໜ້າທັນທີ ເວັ້ນນເສຍແຕ່ຜູ້ ທີ່ມີຈິດໃຈແຂງມີຄວາມສາມາດກົດດັນຄວາມຮູ້ສືກ ບໍ່ສະແດງອອກມາໃຫ້ເຫັນທາງສາຍຕາ ແລະ ສີໜ້າໄດ້ຄົນປະເພດນີ້ມີນ້ອຍແຕ່ຖ້າເຮັດໄດ້ແມ່ນດີຫລາຍ.

ອັນນີ້ເພື່ອຢາກຮູ້ໄດ້ວ່າຜູ້ນັ້ນພໍໃຈກັບເຮົາ ຫລື ບໍ່ເບິ່ງແສງຕາ ແລະ ສີໜ້າກໍຮູ້ໂລດ..  ເວລາເຮົາເຂົ້າໄປ ຢ້ຽມຢາມ ຫລື ເຂົ້າໄປໃນເຮືອນຜູ້ໃດຜູ້ໜຶ່ງ ຢ່າໃຊ້ສາຍຕາຫລຽວພຸ້ນແນມພີ້ ໄປເບິ່ງທຸກທີ່ທຸກບ່ອນຢູ່ເຮືອນຂອງຜູ້

ອື່ນຫລາຍເກີນໄປ ເພາະເປັນການເສຍມາລະຍາດ ແລະ ທັງບໍ່ສຸພາບນຳອີກເລີຍ.

ໃນເວລານັ່ງລົມສົນທະນາ ກັບແຂກຄົນໝູ່ຄູ່ເພື່ອນມິດສະຫາຍ ຫລື ນຳການຈັດຕັ້ງຂັ້ນເທິງເຫັນວ່າບໍ່ງາມເລີຍທີ່ເຮົາຈະຫລຽວແນມໄປທາງອື່ນ ຫລື ງວັາກຊ້າຍແລຂວາຢູ່ບໍ່ເປັນສຸກເຮົາຕ້ອງພະຍາຍາມຈັບຈ້ອງເບິ່ງໜ້າ ແນມສຽດໆ ໃບໜ້າຄູ່ສົນທະນາໃຫ້ໄດ້ດົນໆ ອາດຈະມີການກົ້ມລົງເບິ່ງອັນໃດຢູ່ໜ້າໂຕະ ແຕ່ຕ້ອງຄົງການສະແດງສີ

ໜ້າ ແລະ ແວວຕາໃຫ້ຢູ່ໃນທ່າພວມຟັງຈາກການເວົ້າຂອງຄູ່ສົນທະນາຢູ່.

ໃນກໍລະນີທີ່ເຮົາແນມເບິ່ງອັນໃດອັນໜຶ່ງ ໂດຍສະເພາະແມ່ນແນມເບິ່ງໜ້າຄົນທີ່ເຮົາບໍ່ເຄີຍເຫັນມາກອນ ກໍບໍ່ຄວນຈ້ອງຈັບສາຍຕາແບບເບິ່ງດົນໆ ພຽງແຕ່ເຮົາພາດສາຍຕາໃຫ້ຜ່ານໄປ ພໍໃຫ້ຮູ້ຈັກ ເຫັນກໍພໍແລ້ວ.

ເພື່ອເສີມສ້າງໃນດ້ານມາລະຍາດຂອງຄົນຜູ້ດີແລ້ວ ການໃຊ້ສາຍຕາ ແລະ ສີໜ້າ ຈຶ່ງຈຳເປັນຕ້ອງຮູ້ຈັກກະລະເທສະຕໍ່ສິ່ງທີ່ຄວນ ຫລື ບໍ່ຄວນ “ ສາຍຕາຄືສື່ສຳພັນທາງໃຈ ຫລື ດວງຕາຄືປ່ອງຢ້ຽມຂອງດວງໃຈ  ” ຖືວ່າເປັນ ເລື່ອງບໍ່ຍາກເລີຍຖ້າຢາກຈະຮູ້ໃຈຄົນຜູ້ໜຶ່ງຮັກເຮົາພໍໃຈ ຫລື ບໍ່ພໍໃຈກັບເຮົາ.

6.ຮອຍຍິ້ມສຽງຫົວ

ທຸກໆ ຄົນ ມະນຸດເຮົາສາມາດສ້າງຮອຍຍິ້ມໃຫ້ເກີດຂື້ນກັບເທິງໃບໜ້າຂອງຕົນເອງໄດ້ ແມ່ນຢູ່ອາດຈະມີຄົນຍິ້ມຫວານຍິ້ມເປັນຮັກ ແລະ ຍິ້ມແບບຈະຮ້ອງໄຫ້ ມີຄວາມແຕກຕ່າງກັນອອກໄປທັງມີຮອຍຍິ້ມ ແລະ ສຽງຫົວແບບພໍອົກພໍໃຈຈົນນຳຕາໄຫລອອກ ( ຄົນທີ່ຫົວຈົນມີນ້ຳຕາໄຫລອອກມາສະແດງວ່າຫົວສຸດອົກສຸດໃຈ ).

ຮອຍຍິ້ມ ແລະ ສຽງຫົວກໍແມ່ນຄວາມຮູ້ສືກ ທີ່ຊໍ່ສະແດງອອກມາຈາກສ່ວນເລີກຂອງຫົວໃຈ ແຕ່ມີບາງຄົນບໍ່ຍອມໃຊ້ຮອຍຍິ້ມຂອງຕົນ ບໍ່ຍອມໃຊ້ສຽງຫົວຂອງຕົນເອງເລີຍ  ບຸກຄົນທີ່ບໍ່ຍອມໃຊ້ໃນທາງມາລະຍາດແລ້ວເມື່ອຄົນເຮົາໄດ້ພົບພໍກັນກັບຄົນອາດຈະຮູ້ຈັກກັນມາກອນ ຫລື ອາດຈະບໍ່ຮູ້ຈັກກັນມາກອນແບບໃດກໍຕາມ.

ເມື່ອຍ່າງຜ່ານກັນໄປ ( ຍ່າງຜ່ານກັນໄປ ) ໃນໄລຍະໃກ້ໆ ພວມຍ່າງມາ ຫລື  ຕ້ອງການຢາກຖາມຜູ້ໃດ ຜູ້ໜຶ່ງເອີ່ຍຖາມເຮົາ ກ່ອນອື່ນ ຕ້ອງປ່ອຍຮອຍຍິ້ມອອກມາທັກທາຍໃຫ້ກ່ອນເພື່ອສະແດງໄມຕີຈິດອັນດີຕໍ່ກັນ.

ຮອຍຍິ້ມນີ້ ສາມາດເຮັດໃຫ້ຜູ້ທີ່ກຳລັງຢາກຮ້າຍ ກັບກາຍມາເປັນຄົນບໍ່ຢາກຮ້າຍກໍໄດ້ ເຮົາມາລອງຍິ້ມໃສ່ແວ່ນເບິ່ງເງົາຂອງເຮົາຢູ່ໃນແວ່ນ ກໍຈະຍິ້ມຕອບເຮົາຄືກັນຢາກໃຫ້ຄົນອື່ນຮັກເຮົາ ເຮົາກໍຕ້ອງຮັກເຂົາກ່ອນ.

ຮອຍຍິ້ມ ແລະ ສຽງຫົວຄືໄມຕີຈິດ ແລະ ຄວາມຮັກທີ່ຄົນມີຕໍ່ຄົນກໍບໍ່ປະຕິເສດເມື່ອຄົນຜູ້ໜຶ່ງພວມມີຄວາມທຸກໃຈອາດຈະບໍ່ຍິ້ມ ຫລື ຫົວບໍ່ອອກ  ໃນເວລາທຸກຄົນພວມຮ້ອງລຳທຳເພງ ທັງຍີ້ມ ແລະທັງຫົວຕໍ່ກັນ ກໍມີ

ທຸກວັນນີ້ ເມື່ອພົບພໍກັນຢູ່ແຕ່ລະບ່ອນຢູ່ຫ້ອງການສະຖານທີເຮັດວຽກຄວນຍິ້ມໃຫ້ກັນພ້ອມກັບກ່າງຄຳ ທີ່ວ່າ “ ສະບາຍດີ ” ເຊື່ອແນ່ວ່າ ຈິດໃຈຂອງເຮົາຈະມີແຕ່ຄວາມສຸກ ສົດຊື່ນແຈ່ມໃສຫລຽວໄປທັງ 4 ທິດ 8 ດ້ານຮອບກາຍຂອງເຮົາກໍຈະສວຍງາມໄປໝົດເພາະວ່າຮອຍຍິ້ມ ແລະ ສຽງຫົວຂອງເຮົາພາໃຫ້ຈິດໃຈສົດຊື່ນມີອາຍຸ ຍືນ ສະພາບຂອງຈິດໃຈ ແລະຮ່າງກາຍຈະດີຂື້ນຫລາຍກວ່າການເຮັດໜ້າບູດໃສກັນ .

ຍິ້ມເທື່ອໜຶ່ງແມ່ນເປັນການບຳລຸງຫົວໃຈເທື່ອໜຶ່ງ  ການມັກຍິ້ມມັກຫົວ ແລະ ມັກຖາມຖືວ່າເປັນນິໃສ ຂອງຄົນມີມາລະຍາດ.

7.ກິນເຂົ້າໂຕໂສຄວາມເພິ່ນ

ໃນຫົວຂໍ້ເລື່ອງກໍບົງບອກໃຫ້ຮູ້ແລ້ວວ່າການປະພືດຄືແນວນັ້ນແມ່ນບໍ່ດີເລີຍ ຫລື ຈະໃຊ້ພາສາເວົ້າໃຫ້ເຂົ້າໃຈກັນແບບງ່າຍໆ ນັ້ນກໍແມ່ນນິນທາວ່າຜູ້ອື່ນ ຫັນແລ້ວ.

ອັນນີ້ກໍຖສາວ່າເປັນນິໃສຂອງມະນຸດມະນາເຮົາ ໃນເມື່ອໄດ້ອອກພົບປະສັງຄົມກິນອີ່ມດີ ມີພະຫຍາແລ້ວກໍໂອ້ລົມສົນທະນາກັນເລື່ອງວຽກງານວຽກທຸລະກິດການຄ້າ ແລະ ອື່ນໆ... ອັນນັ້ນກໍແມ່ນດີຢູ່ດອກ.

ການທີ່ຍາດເອົາເວລາໂມງເຮັດວຽກທາງການມາໂອ້ລົມກັນ ຊຸບຊິບກັນເພື່ອປືກສາວຽກ ການຄ້າສ່ວນຕົວເວົ້າເຖິງສິ່ທີ່ບໍ່ດີບໍ່ແມ່ນວິຊາສະເພາະຂອງຕົນເອງນັ້ນດ ຖືວ່າສວຍໃຊ້ເວລາທາງການຍິ່ງໄປກວ່ານັ້ນ ພາກັນຈັບກຸ່ມນິນທານາຍນິນທາໝູ່ຄູ່ພີນ້ອງສາລະພັດຢ່າງ.

ການກາວຂວັນເຖິງຜູ້ໃດຜູ້ໜຶ່ງ ດ້ວຍຄວາມເປັນຫວ່ງເປັນໄຍຫວັງຢາກຊ່ວຍເຫລື່ອ ຫລື ເຫັນອົກ ເຫັນ ໃຈນັ້ນແມ່ນດີແຕ່ທາງກົງກັນຂ້າມການກ່າວເຖິງເພື່ອນ ນິນທາໃສ່ຮ້າຍປ້າຍສີ ເລື່ອງດີກໍເວົ້າໄປໃນທາງທີ່ບໍ່ດີຜູ້ອື່ນເຫັນດີກໍວ່າບໍ່ດີເພາະຢ້ານລື່ນຢ້ານເຫລືອ ຢ້ານຜູ້ອື່ນດີເດັ່ນກວ່າຕົວເອງແບບນີ້ເຫັນວ່າບໍ່ພຽງແຕ່ເປັນການ ຂາດມາລະຍາດທາງສັງຄົມເທົ່ານັ້ນຫາກຍັງເປັນການແບ່ງແຍກການທຳລາຍກ່າວຮ້າຍຕໍ່ກັບຄົນອື່ນນຳອີກ.

8.ການເວົ້າທາງໂທລະສັບ

ການຮັບ ຫລື ເວົ້າຢູ່ກັບຫູໂທລະສັບກໍແມ່ນການເວົາ ຫລື ລົມກັນ ແຕ່ບໍ່ເຫັນໜ້າກັນພຽງແຕ່ຢູ່ໄກກັນເທົ່ານັ້ນ.ໃນເມື່ອເຮົາໂທລະສັບ ເພື່ອຕ້ອງການຢາກຈະລົມກັບຜູ້ໃດຜູ້ໜຶ່ງ ຜູ້ທີ່ຮັບໂທລະສັບ ອາດຈະບໍ່ແມ່ນຄົນທີ່ ເຮົາຢາກຈະລົມນຳ ຫລື ແມ່ນຄົນທີ່ເຮົາຕ້ອງການລົມນຳໂດຍກົງ  ກ່ອນອື່ນໝົດ ເຮົາຄວນຈະ ກ່າວຄຳວ່າ  ອາໂລ ... ສະບາຍດີ  ” ດີທີ່ສຸດ ທຸກໆ​ ເທື່ອທີ່ເຮົາເອີ່ຍຄຳເວົ້າ ຫລື ​ເອີ່ຍຄຳຕຳອິດ ຢູ່ຫູໂທລະສັບ, ​ເຮົາຄວນກ່າວຄຳສະບາຍ ດີຄຳນີ້ສາກ່ອນຫລີກເວັ້ນແທ້ໆ ກໍແມ່ນ ​ເວລາຮັບໂທລະສັບ ມັກມີ ຄຳຖາມມາໂລດວ່າ​ “ ຕ້ອງການຫຍັງເວີ້ ! ຫລື ມີຫຍັງ ​ແມ່ນໃຜ ” ​ເປັນຕົ້ນ.

ມີສຸພາສິດຄຳໜຶ່ງກ່າວເອົາໄວ້ວ່າ: “ ປາກເປັນເອກ ​ເລກເປັນໂທ ໜັງສືເປັນຕຼີ ” ອັນວ່າ​ຄຳ​ເວົ້າ​ນີ້​ເປັນ​ຍອດ​ແຫ່ງ​ຄົນ ຄົນ​ຊ່າງ​ປາກ​ຊ່າງ​ເວົ້າ​ແມ່ນ​ມີ​ສີສັນ​ໃຫ້​ຕົນ​ເອງ.

ການ​ເວົ້າ​ອ່ອນ​ໂຍນສຸພາບ​ຕໍ່​ກັນ​ເຖິງ​ວ່າ​ບໍ່​ທັນ​ຮູ້ຈັກ​ກັນ​ມາກ​ອນ ກໍ​ເຮັດ​ໃຫ້​ຮັກ​ແພງ ​ແລະ ຊ່ວຍ​ເຫລືອ​ກັນ​ໄດ້ ຜູ້​ໃດ​ໄດ້​ຮັບ​ຟັງ​ກໍ​ພໍ​ອົກ​ພໍ​ໃຈ ກົງກັນຂ້າມ ຖ້າ​ເຮົາ​ເວົ້າ​ບໍ່​ມ່ວນ​ຫູ ຜູ້​ທີ່​ຮັບ​ໂທລະສັບ​ກໍ​ປັດ​ຕິ​ເສດ​ໄປ​ທັນທີ​ວ່າ: ເພິ່ນບໍ່ຢູ່.

ເມື່ອກ່າວຄຳສະບາຍດີແລ້ວ,​ເຮົາກໍເວົ້າຕໍ່ໄປອິກວ່າຂໍໂທດເດີ ຫລືຂໍໂທດແດ່... ຫລື ຂໍອະນຸຍາດແດ່...ນີ້ແມ່ນກະຊວງ...​ບໍ່ນໍ ? ມີຄົນຊື່...​ບໍ່ນໍ ລາວຢູ່ບໍ່ນໍ​ ຂໍຄວາມຊ່ວຍເຫລືອ ຫລື ຂໍຄວາມກະລຸນາຕາມໃຫ້ແດ່ເທາະເວລາກຳລັງລົມຢູ່ກັບຫູໂທລະສັບ ບໍ່ຄວນວາງຫູໂທລະສັບລົງໂດຍພາລະການແຕ່ຜູ້ດຽວ,​ແຕ່ກໍມີບາງກໍລະ ເປັນຍ້ອນເຄື່ອງ ຫລື ສັນຍານຈັກຕິດຂັດ,​ເວລາພວມລົມກັນຢູ່ຖືກຕິດຂັດທັນທີກໍມີ ​ເມື່ອລົມກັນໝົດແລ້ວ ຄວນຄອບໃຈຕໍ່ກັນ ອ່ວຍພອນໃຫ້ແກ່ກັນເພາະການເວົ້າລົມກັນທາງຫູໂທລະສັບ ກໍແມ່ນມາລະຍາດອັນໜຶ່ງຂອງຄົນຜູ້ດີ.

9.ການນັ່ງຟັງ

          ໃນ​ເວລາ​ເຮົາ​ນັ່ງ​ຟັງ​ຜູ້​ໜຶ່ງ​ເວົາ ອາດ​ຈະ​ຢູ່​ໃນ​ວົງແຄບ​ສອງ​ຕໍ່​ສອງ ຫລື ຫລາຍ​ກວ່າ​ນັ້ນ ​ເຮົາ​ຕ້ອງ​ນັ່ງ​ຢູ່​ຢ່າງເປັນລະບຽບ ຄື ນັ່ງ​ຢູ່ດີໆ ບໍ່​ງວາກ​ຊ້າຍ ງວາກ​ຂົວ ​ໂດຍ​ສະ​ເພາະ​ບໍ່​ເວົ້າ​ລົມ​ສົນທະນາ​ກັນ​ເພາະ​ການ​ເວົ້າ​ລົມ​ສົນທະນາ​ກັນ​ເວລາ​ນັ່ ງຟັງ ຫລື ນັ່ງ​ຊົມ ​ເປັນ​ການ​ຂາດ​ມາລະຍາດ​ທາງ​ສັງຄົມ​ຫລາຍ.

ບາງເທື່ອ ບາງກຸ່ມຄົນ ບໍ່ພຽງແຕ່ເວົ້າລົມກັນ ຫາກຍັງກິນ ຫລື ​ເກັດແກ່ນໝາກໂມ ​ໂດຍບໍ່ສົນໃຈໄຍດີກັບຜູ້ທີ່ນັ່ງຢູ່ຄຽງຂ້າງ ຮູ້ບໍ່ວ່າການເຮັດຄືແນວນັ້ນເປັນການສະແດງອອກເຖິງຄຸນສົມບັດອັນບໍ່ດີ ອັນລຳຄານແກ່ຜູ້ອື່ນ ​ເຖິງແມ່ນວ່າຜູ້ທີ່ຢູ່ໃກ້ຄຽງເຮົາບໍ່ເວົ້າ ບໍ່ວ່າຫຍັງ ແຕ່ເຂົາເຈົ້າກໍ່ນຶກດ່າ ຫລື ຕຳນິຢູ່ໃນໃຈ.

ການຟັງຜູ້ອື່ນເວົ້າ ບໍ່ຫລາຍກໍ່ນ້ອຍ ຈະຕ້ອງເຮັດໃຫ້ເຮົາມີຄວາມຮູ້ຂື້ນຕື່ມ ຄຳໃດ ຂໍ້ໃດສຳຄັນກໍຈົດເອົາ​​ໃສ່ປື້ມຂອງເຮົາເອົາ​​​ໄວ້ ​ເພາະຄວາມຮູ້ ຄວາມສາມາດ ຄວາມສະຫລາດນີ້ ມີນຳຢູ່ທຸກຄົນ ​ເມື່ອຕ່າງຄົນຕ່າງມີຄວາມຮູ້ໄດ້ມາ​​ເວົ້າລົມກັນ ອັນທີ່ເຮົາບໍ່ທັນຮູ້ ກໍເຮັດໃຫ້ເຮົາຮູ້ຂື້ນຕື່ມອີກ ຖືໄດ້ວ່າ​: ເຮົາຮຽນຈາກມະຫາວິທະຍາໄລມວນຊົນ.

ເວລາ​ນັ່ງ​ຟັງ ຜູ້​ໜຶ່ງ​ເວົ້າ​ຢູ່​ເທິງ​ເວທີ,​ເຮົາ​ຜູ້​ຟັງ​ຕ້ອງ​ຕັ້ງ​ໃຈ​ຟັງ ສັກ​ສາຍຕາ​ເບິ່ງໜ້າ ​ເບິ່ງ​ຕາ ​ເບິ່ງ​ປາກ​ເບິ່ງ​ທ່າ​ທີ ​ເບິ່ງ​ຮອຍ​ຍີ້ມ ຕິດຕາມ​ເບິ່ງ​ສຽງ​ປາກ ສຽງ​ເວົ້າ​ຂອງ​ເພິ່ນ​ ​ຟັງ​ແລະ ​ເຂົ້າ​ໃຈ ​ຟັງ ​ແລະ ຮຽນ​ຮູ້​ເອົາ​ຄຸນ​ລັກສະນະ​ອັນ​ດີ​ຂອງ​ເພິ່ນ.

10.ຖາມ​ຫາ​ຄົນ

ມາລະຍາດ​ຂອງ​ຄົນ ​ແມ່ນ​ອະລິຍະ​ບົດ ທີ່​ສະ​ແດງ​ອອກ​ທາງ​ດ້ານ​ວາຈາ ​ແລະ ການ​ເຄ່ືອນ​ໄຫວ​ທຸກ​ພາກສ່ວນ​ໃນ​ຮ່າງ​ກາຍ​ຂອງ​ຄົນ​ເຮົາ​ຜູ້​ໜຶ່ງ​ໄປ​ຫາ​ອີກ​ຄົນ​ຜູ້​ໜຶ່ງ ຫລື ຫລາຍໆ ຄົນ​ເພື່ອ​ຮັບ​ຮູ້​ວ່າ “ ດີ ຫລື ບໍ່ດີ ”

ເມື່ອເຮົາຕ້ອງການຢາກຖາມອັນໃດອັນນຶ່ງ ຈາກຄົນອື່ນ ເຊັ່ນວ່າຖາມຫາຜູ້ໃດຜູ້ນຶ້ງ ຖາມຫາເຮືອນຊານ ສະຖານທີ່ທເວົ້າໃຫ້ເຂົ້າໃຈງ່າຍໆ ກໍແມ່ນ ຖາມຫາສິ່ງທີ່ເຮົາກຳລັງຕ້ອງການຊອກຫາຢູ່.

ກ່ອນອື່ນ ເຮົາຕ້ອງເຮັດແນວໃດ ຈິ່ງຈະສະແດງອອກເຖິງມີມາລະຍາດທີ່ດີຂອງເຮົາ ເພາະບາງເທື່ອ ຜູ້ທີ່ເຮົາກຳລັງຖາມຢູ່ນັ້ນອາດບໍ່ຮູ້ຈັກກັບເຮົາມາກອນ.

1.ດ້ວຍຄວາມມີມາລະຍາດຂອງຄົນຜູ້ດີແລ້ວ ເຮົາຕ້ອງສັງເກດເບິ່ງວ່າ ຄົນທີ່ເຮົາຖາມຢູ່ນັ້ນ ມີອາຍຸອ່ອນກວ່າເຮົາ ຫລື ຫລາຍກວ່າເຮົາ.

2.ເມື່ອເຫັນວ່າຄົນຜູ້ນັ້ນມີອາຍຸຫລາຍກວ່າ ເຮົາກໍຄວນເອີ້ນວ່າລູງ ປ້າ ອາວ ອາ ອ້າຍ ເອື້ອຍ ພໍ່ແມ່ ຖ້າເຫັນວ່າມີອາຍຸນ້ອຍກວ່າກໍຄວນເນວ່ານ້ອງ ຫລານ ຫລື ສະຫາຍແລ້ວແຕ່ຈະເຫັນຄວາມເໝາະສົມ.

ແຕ່ຈົ່ງຈື່ເອົາໄວ້ວ່າອັນວ່າຄົນເຮົານີ້ມີນິໄສ ບໍ່ຄືກັນບາງຄົນກໍມັກຖືຕົວທັງໆ ທີ່ຕົວເອງມີອາຍຸນ້ອຍກວ່າເມື່ອມີໜ້າທີ່ຕຳແໜ່ງອ່າວສູງແດ່ ເວລາໃດກໍຢາກໃຫ້ຜູ້ອື່ນເອີ້ນຕົວເອງວ່າ: “ ອ້າຍ ຫລື ທ່ານ ” ຈົ່ງມີສະຕິເອົາໄວ້ໃນເວລາຖາມຄົນ.

3.ຄຳຕຳອິດທີ່ເຮົາຈະເອີ່ຍຖາມກໍຄ “ ຂໍໂທດແດ່ ຮູ້ຈັກທ້າວ...​ບໍ່ນໍ...? ຫລື ຂໍອະນຸຍາດແດ່ ພໍຮູ້ບໍ່ນໍວ່າ:​ເຮືອນຂອງລູງນ້ອຍຢູ່ບ່ອນໃດ ? ຫລື ຢ່າງນ້ອຍໆ ກໍຄວນຖາມວ່າຂໍຖາມແດ່ເທາະ ທາງເສັ້ນນີ້ໄປໃສນໍ..? ”ເປັນຕົ້ນ. ຫລີກເວັ້ນທີ່ສຸດກັບການໃຊ້ຄຳວ່າດັ່ງນີ້

·         ເຮີຍຮູ້ຈັກເຮືອນປ້າຄຳບໍ່ ?

·         ນີ້ນານີ້ແມ່ນທາງໃດນໍ່ ?

·         ເຈົ້າຮູ້ຈັກທ້າວກ້ອນເພັດບໍ່ ?

·         ທາງເສັ້ນນີ້ໄປທາງໃດເວີ້ຍ ແລະ ອື່ນໆ .

ດ້ວຍຄຳຖາມແບບນີ້ ຖືວ່າເປັນຄົນບໍ່ມີມາລະຍາດຜູ້ດີ ຫລື ບາງເທື່ອ ຜູ້ທີ່ຖືກຖາມນັ້ນຮູ້ຈັກດີຢູ່ເຕັມເອີກແຕ່ບໍ່ບອກ ເພາະຜູທີຖືກຖາມນັ້ນເປັນຕາຊັງເວົ້າຈາບໍ່ສຸພາບເລີຍ.ຈື່ເອົາໄວ້ວ່າ ທຸກຄົນຍ່ອມມີກຽດການສະແດງວ່າຈາດີຕໍ່ກັນ ພ້ອມກັບມີຮອຍຍິ້ມນ້ອຍໆແບບສຸພາບອອກມານັ້ນຄືການໃຫ້ກຽດ ແລະ ນັບຖືຮັກແພງເຊິ່ງກັນ ແລະ ກັນສຸພາສິດກ່າວວ່າຢາກໃຫ້ຜູ້ອື່ນ ຮັກເຮົາ , ເຮົາຕ້ອງຮັກເຂົາກອນ ແລະ ຢາກໃຫ້ຜູ້ອື່ນນັບຖືເຮົາ , ເຮົາກໍຄວນນັບຖືຜູ້ອື່ນດ້ວຍ.    

11.ພະນັກງານດີ

ຢູ່ໃນຖັນແຖວພະນັກງານ ມີພະນັກງານທີ່ດີຫລວງຫລາຍທີ່ເຮັດວຽດໝົດຈິດໝົດໃຈຮັບໃຊ້ປະເທດຊາດບ້ານເມືອງຢູ່ໃນຂະແໜງການໜ້າທີ່ວຽກງານ ວິຊາສະເພາະ ຂອງໃຜລາວຢ່າງແທ້ຈິງ ແລະ ເຊື່ອໝັນໃນແຕ່ລະມື້ ແຕ່ລະເວລາ ແຕ່ລະລົມຫາຍໃຈເຂົ້າອອກຂອງພວກເພິ່ນໄດ້ຕັ້ງຄຳຖາມຕົວເອງຢູ່ສະເໝີວ່າ:  ມື້ນີ້ຈະເຮັດວຽກອັນ ໃດໃຫ້ປະເທດຊາດ.

ອັນນັ້ນແມ່ນຈິດສຳນຶກຂອງພະນັກງານທີດີ ນັ້ນກໍແມ່ນພະນັກງານທີດີປ່ຽບລົ້ນ ໄປດ້ວຍຄຸນສົມບັດ ສິນທຳ ບໍ່ປ່ອຍໃຫ້ເວລານາທີຍ່າງໄປກາຍຕົວເອງຊື່ໆ          

ແຕ່ກໍຍັງມີພະນັກງານເຮົາໃນຈຳນວນບໍ່ນ້ອຍທີ່ມີໜ້າທີ່ຮັບຜິດຊອບຢູ່ຕາມຂັ້ນຕ່າງໆ ປະປ່ອຍເວລານາທີ ທີ່ມອບໝາຍໃຫ້ໃຫ້ເຮັດວຽກນັ້ນເສຍໄປລ້າໆ ເຮົາຈະສັງເກດເຫັນຢູ່ຕາມຫ້ອງການບ່ອນເຮັດວຽກຂອງພວກເພິ່ນພໍຮອດຫ້ອງການຕອນເຊົ້າກໍຟ້າວ ຫາກາເຟມາດື່ມ  ໜັງສືພິມມາອ່ານ ເບິ່ງໂທລະສັບແລ້ວ ກໍສົນທະນາບັນຫາບ້ານ ເມືອງນຳກັນ ເພື່ອວ່າຈະຂ້າເວລາ ຫລື ເພື່ອລໍຖ້າວຽກງານຈະລົງມາແຕ່ຂັ້ນເທິງ ຈາກນັ້ນກໍຍ່າງຜ່ານໄປຜ່ານມາ ອອກຫ້ອງນີ້ເຂົ້າຫ້ອງນັ້ນ ພໍໄດ້ເວລາໃກ້ໆ ຈະຮອດໂມງເລີກການແລ້ວກໍຕຽມເອກະສານຫອບກະເປົາຂື້ນລົດກັບ ບ້ານເຮັດຄືວ່າໝົດມື້ ໝົດເວັນ ເຮັດວຽກເອົາແທ້ເອົາວ່ານັ້ນລະ.

12.ການເຂົ້າພົບຜູ້ໃຫຍ່

ເມື່ອເຂົ້າພົບຜູ້ອາວຸໂ ຫລື ຄູອາຈານ ເຮົາຄວນຄ໋ອກປະຕູ ແລະ ກ່າວຄຳວ່າ: ສະບາຍດີທ່ານ, ຖ້າເພິ່ນຍັງກຳລັງເຮັດວຽກຢູ່ນັ້ນ ກໍຄວນກ່າວຄຳວ່າ: ຂໍໂທດກອນ ແລ້ວຢືນເວົ້າດ້ວຍທ່າທາງອ່ອນຫວານ, ແຕ່ວ່າການເຂົ້າຫາເພ່ິິນນັ້ນເຮົາຕ້ອງສັງເກດເບິ່ງວ່າເພິ່ນດັ່ງນີ້:

ກ. ເມ່ືອເພິ່ນນັ່ງຢູ່ຕັ່ງອີ້: ເຮົາຕ້ອງຍ່າງໃນທ່າສຸພາບ ເມື່ອມໍ່ໆໃກ້ໆ ແລ້ວໃຫ້ຍົກມືຂື້ນໄຫວ້ ຫລືຖາມວ່າ:ສະບາຍດີ ແລ້ວຈາກນັ້ນໃຫ້ເພິ່ນເຊິນນັ່ງ ຈິ່ງນັ່ງລົງ.

ເມ່ືອເວລາເພິ່ນຢືນເຮົາກໍຍ່າງໃນທ່າສຸພາບເມື່ອເຂົ້າ ມໍ່ໆ ໃກ້ໆ ພໍສົມຄວນແລ້ວ ກໍຍົກມືໄຫວ້ ຢືນສັງລວມມືປະສານກັນ.

ເມື່ອເພິ່ນນັ່ງຢູ່ກັບພື້ນຍ່າງເຂົ້າໄປໃນໄລຍະພໍສົມຄວນແລ້ວຄານລົງເພື່ອເຂົ້າໄປໃກ້ໆ ຈິ່ງນັ່ງພັບແພບ (ຕະໝອບ) ແລ້ວໃຫ້ຍົກມືໄຫວ້ ແລະ ຍັ່ງຢູ່ໃນໄລຍະຫ່າງພໍສົມຄວນ ແລ້ວໃຫ້ເພິ່ນຖາມເຮົາກ່ອນ ຈິ່ງເລິ່ມສົນທະນາ

ການສົນທະນາ:

ເຮົາຕ້ອງຄຳນຶງເຖີງຫລັກການດັ່ງນີ້:

1.ເຮົາກຳລັງສົນທະນາກັບໃຜ ?

2.ສະຖານທີໃດ ?

3.ຄວນນຳໃຊ້ພາສາເວົ້າຢ່າງໃດ ?

4.ສຳນວນສຽງທີ່ໃຊ້ ໜັກ ຫຼື ເບົາ ?

5.ໃຫ້ຄົນອື່ນອອກຄວາມເຫັນ ຖ້າມີໂອກາດ.

13.ທ່າທີ່ຂອງຫົວໜ້າກັັບພະນັກງານ

ເປັນການຍາກທີ່ຈະຄຳນວນໃຫ້ຖືກຕ້ອງ  ເຖິງແນວຄິດຈິດໃຈຂອງຄົນຫລາຍຄົນ ເພາະກິລິຍາທ່າທີບຸກຄະລິກວາດຊົງຂອງແຕ່ລະຄົນແຕກຕ່າງກັນໃນຮູບແບບຂອງໃຜລາວ.ບາງຄົນກໍຍິ້ມແຍ້ມ ເວົ້າຈາມ່ວນຫູ ບາງຄ້ົນກໍບໍ່ມັກປາກມັກເວົ້າ ແຕ່ເວົ້າກົງໄປກົງມາ ບາງຄົນມັກເວົ້າໃຫ້ໝູ່ຄູ່ສ້າງຜົນງານດ້ວຍການຂົມເຫັງຄົນອື່ນສາລະພັດຮູບແບບ.

ຕາມຄຸນລັກສະນະຂອງການເປັນຫົວໜ້າຄົນທີ່ດີ ແລ້ວ ນັບແຕ່ຫົວໜ້າຂະແໜງ ຫົວໜ້າພະແນກ ຫົວໜ້າ ກົມ ຫົວໜ້າກະຊວງ ທະບວງກົມ ຫລື ຫົວໜ້າໜ່ວຍງານຕ່າງໆ ທີ່ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າ ຈະຕ້ອງເປັນຜູ້ໂອບອ້ອມອາລີ ມີຈິດໃຈກ້າງຂວາງ ຖືພະນັກງານໃຕ້ການບັນຊາຂອງຕົນຄື ລູກ ຄືນ້ອງ ຄືພີນ້ອງດຽວກັນ ຕາມນິໄສຂອງຄົນລາວ ທີ່ເຄີຍຢູ່ໃນລະບອບສັກດີນາມາກອນແລ້ວ ແມ່ນມັກຢ້ານ “ ຢ້ານນາຍ ” ພໍເຫັນຜູ້ເປັນຫົວໜ້າເວົ້າດີນຳກໍດີໃຈຫລາຍ ມີກຳລັງໃຈເຮັດວຽກ ກົງກັນຂ້າມ ເມື່ອເຫັນຜູ້ເປັນຫົວໜ້າຂືມໆ ກໍຢ້ານ ຍິ່ງເຫັນຫົວໜ້າມີທ່າທີອວດຕົວ ຂຶງກ້າມ ວາງມາດ ເພື່ອເຮັດໃຫ້ອ້າຍນ້ອງຍ້ານກົວ ແບບນີ້ແຫ່ງໄປກັນໃຫຍ່ (ບໍ່ຢ້ານ ແຕ່ວ່າຊັງໜັງໜ້າ)  ບາງຄົນເຮົາ ໃນເມື່ອຕອນເປັນພະນັກງານຂັ້ນຕົນເລິ່ມແລ້ກທຳມະດາ ກໍດີຢູ່ດອກ ແຕ່ບັດໄດ້ເລື່ອນຊັ້ນ ເປັນຫົວໜ້າໃດໜຶ່ງ ຊ້ຳພັດມີທ່າທີໄປທາງໃໝ່ໃນແບບທັນທີ່ທັນໃດ.

ສິີງທິ່ພະນັກງານຕ້ອງການ ຢາກມີຫົວໜ້າທີ່ດີກໍຄື:

1.ເວົ້າລົມກັນແບບກັນເອງຮັບຟັງຄຳເຫັນຈາກພະນັກງານ ແລກປ່ຽນບົດຮຽນກັບອ້າຍນ້ອງ ແລະ ໃຫ້ ຄວາມເປັນທຳແກ່ທຸກຄົນ.

2.ຢາກມີຫົວໜ້າທີ່ງ່ຽງຫູຟັງ ຮັບຟັງຄຳເຫັນຈາກພະນັກງານ , ອ້າຍນ້ອງ ຕ້ອງຕິດຕາມ ຕ້ອງຮູ້ຈັກພະນັກ ງານດີ ໃນຈຳນວນພະນັກງານດີນັ້ນ ມີຜູ້ໃດແດ່ມີຫົວຄິດປະດິດສ້າງຮັກວຽກງານຢ່າງແທ້ຈິງ.

3.ຢາກມີຫົວໜ້າທີ່ບໍ່ເປັນຄົນເຫັນແກ່ຕົວສູງ ບໍ່ເຂົ້ົາຂ້າງອອກຂາ,ເຫັນແກ່ການສັບຊໍ່ເອາະເຊາະສຳອອຍຕ້ອງເປັນຄົນໜັກແໜ້ນທ່ຽງທຳ ຊື່ກົງ ເດັດຂາດ ແລະ ບໍ່ຮັກຫລັງ ຊັງບ່ຽງ.

4.ເປັນຄື ກັບພໍ່ແມ່ ອ້າຍ ເອື້ອຍ ນ້ອງ ຂອງພະນັກງານທີ່ເຮັດວຽກງານຢູ່ບ່ອນນັ້ນຖ້າພໍ່ແມ່ ອ້າຍ ເອື້ອຍ ນ້ອງ ບໍ່ຮັກໃນສາຍເລືອດຂອງຕົນເອງ ຫລື ວ່າຮັກບໍ່ເທົ່າທຽມກັນແລ້ວ ຄອບຄົວນັ້ນຈະມີຄວາມສຸກ ໄດ້ ຈັງໃດກັນແລະ ຈະຕ້ອງໄດ້ນຳໃຊ້ ສອງຫູ ສອງຕາ ບໍ່ຄວນໃຊ້ຫູດຽວ ຕາດຽວ ຟັງ ແລະ ເບິ່ງພິຈາລະນາໃຫ້ຮອບຄອບ ຖືເອົາຄວາມເປັນທຳ ນຳໃຊ້ຫລັກການແບບພໍ່ປົກຄອງລູກ ຖືກ ຜິດ ວ່າໄປຕາມນັ້ນຄືຕ້ອງມີການ ປົກປ້ອງຜູ້ຖືກ ລົງໂທດຜູ້ຜິດ ແລະ ໃນເວລາດຽວກັນນັ້ນຕ້ອງເປັນທີ່ປືກສາ ໄປ ພ້ອມໆ ດ້ວຍ.

14.ຜົມຍາວ ຜົມແດງ.

ກ່າວໂດຍລວມແລ້ວ ມະນຸດເຮົາເກີດຂື້ນມາຢູ່ໃນໂລກໃບນີ້ແລ້ວ ທຸກຄົນຍ່ອມມີສິດທິຄວາມເປັນມະນຸດເທ່ົາທຽມກັນ ທຸກຄົນ ມີສິດເສລີພາບຢູ່ໃນສັງຄົມລວມໝູ່ ພາຍໃຕ້ລະບຽບກົດໝາຍບ້ານເມືອງ.

ໃນດ້ານການນຸ່ງຖື ການປາກເວົ້າ ການຈົ່ງຜົມຍາວ ໄວ້ຜົມແດງ ແລະ ອື່ນໆ ບໍ່ມີຜູ້ໃດຫ້າມກັນໄດ້...ແຕ່ເຮົາເອງກໍຕ້ອງໄດ້ເອົາໃຈໃສ່ ແລະ ຄິດນຳຕື່ມຈັກໜ່ອຍວ່າ “ ອັນໃດຄວນ ອັນໃດແດ່ທີ່ບໍ່ຄວນກັບເຮົາ ” ຫລື ເຮັດຄືເພິ່ນ ແຕ່ຢ່າເຮັດຄືເພິ່ນ.

ຜົມຂອງໃຜຂອງລາວຈະເຮັດຄືແນວໃດກໍໄດ້ການຈົ່ງຜົມຍາວຜົມສັ້ນ ແລະ ຍ້ອມສີນັ້ນຢ່າງນ້ອຍກໍ ຄວນຄຳນຶງເຖິງຮູບຮ່າງລັກສະນະຂອງເຮົາດ້ານໃບໜ້າ ທ່າທາງຂອງເຮົາວ່າການເຮັດໃນຮູບແບບນັ້ນຈະເປັນຕາເບິ່ງ ຕາແຍງແກ່ສາຍຕາຂອງຄົນເທົ່າໄປແລ້ວ ຫລື ບໍ່.

ຮູບແບບການແຕ່ງຕົວ ຫລື ຈົ່ງຜົມຍາວສ່ວນຫລາຍ ແມ່ນຮຽນແບບເອົາມາຈາກ “ ດາລາຮູບເງົາຊາວຕາ ເວັນຕົກ ”  ພວກເຂົາເຮັດກໍເພາະວ່າ ຮູບຮ່າງ ຮຸ່ນຮອຍ ໃບໜ້າ ທ່າທາງ ບຸກຄະລິກພວກເຂົາໄດ້ມັນຈິ່ງອອກມາງາມ

15.ລົມມສາວ                               

ການລົມສາວ ແມ່ນມີຫລາຍຂັ້ນຕອນທີ່ຖືກຕ້ອງ ແລະ ຫລາຍຈັງຫວະ ເຊິ່ງແລ້ວແຕ່ກະລະໂອກາດທີປະສົບພົບພໍຢູ່ແຕ່ລະບ່ອນ ແຕ່ລະສະຖານທີ່ ມີທັງແບບທີ່ຢູ່ແບບສອງຕໍ່ສອງ ຫລື ໃນແບບຫລາຍຄົນ. ເຖິງແມ່ນວ່າຈະພົບພໍກັນຢູ່ໃນສະພາບ ຫລື ຈະຕົກຢູ່ໃນສະພາບສອງຕໍ່ສອງ ແລະ ຫລາຍຄົນແນວໃດກໍຕາມການເວົ້າຈາລົມຍິງສາວ ຈະຕ້ອງມີມາລະຍາດຂອງຄົນຜູ້ດີ ໃຫ້ກຽດສະຕຣີທຸກເວລາ. ການໃຫ້ກຽດສະຕຣີນັ້ນຄື ເວົ້າຈາອ່ອນໂຍນ ຢືນ ຫລື ນັ່ງຢູ່ບ່ອນເໝາະສົມ ບໍ່ໃກ້ ແລະ ບໍ່ໄກ ບໍ່ຫລັບຫູ ຫລັບຕາ ບໍ່ລັບໆ ລີ້ໆ ແລະ ສິ່ງສຳຄັນຄືບໍ່ມືໄວ ໃຈກ້າ ແລະ ໜ້າດ້ານເວລາໄປລົມສາວຢູ່ເຮືອນ ກ່ອນອື່ນກໍຕ້ອງໄປພົບພໍ່ແມ່ຂອງຜູ້ສາວສາກ່ອນ ເພື່ອເປັນການທັກທາຍສະບາຍດີ ແລະ ສະເໜີຕົວເລັກນ້ອຍ ເປັນອັນສະແດງເຖິງເຮົາເປັນລູກເຕົ້າເລົາໃຜ ຢູ່ບ້ານໃດ ເມືອງໃດ ຮຽນຢູ່ ຫລື ວ່າເຮັດແລ້ວ ແລະ ມີຄວາມສຳພັນກັບລູກສາວເພິ່ນຄືແນວໃດ ຖ້າວ່າ ອ້າຍບ່າວຄົນໃດ ຫາກມີການຫລົບ ລີ້ ພໍ່ແມຂອງຜູ້ສາວ ເຊື່ອກັນວ່າອ້າຍບ່າວນັ້ນແມ່ນບໍ່ມີຄວາມຈິງໃຈ ແລະ ຢ່າເຊື່ອກັບຄຳເວົ້າຂອງອ້າຍບ່າວທີ່ວ່າ “ ອ້າຍອາຍ ອ້າຍບໍ່ກ້າ ,  ແຕ່ວ່າ ອ້າຍ ກໍຮັກນ້ອງອີຫລີໃດ  

ສິ່ງສຳຄັນທີ່ສຸດ ເມື່ອຍັງຢູ່ໃນໄລຍະການຮຳຮຽນໜັງສື ແມ່ນສືບຕໍ່ຮຽນໃຫ້ຈົບສາກ່ອນ ແລະ ປະເດັນໜຶ່ງອີກກໍແມ່ນ ຕ້ອງມີວິຊາສະເພາະໃດໜຶ່ງຕິດຕົວ ຕື່ມ ຢ່າຟ້າວຄິດເຖິງບັນຫາດ້ານຄວາມຮັກນີ້ເລີຍ ໃນຍຸກສະໃໝນີ້ການຈະມີຄວາມຮັກ ຈະຕ້ອງມາພ້ອມກັບຄວາມຮູ້ ແລະ ມີເງິນເພື່ອຢູ່ຮ່ວມກັນລອດ.

16.ການນຸ່ງຖືຂອງຜູ້ຍິງລາວ.

ປະເທດລາວເຮົາຕັ້ງຢູ່ແຫລມອິນໂດຈິນການນຸ່ງຖືຂອງພວກແມ່ຍິງລາວເຮົາຄ້າຍຄືກັບພວກອິນເດຍ,ຈີນ ແລະພະມ້າ.ການການນຸ່ງຫົ່ມຂອງຄົນລາວແມ່ນການສະແດງອອກຢ່າງພົ້ນເດັ່ນຢູ່ນຳແມ່ຍິງ ແລະ ຊົນເຜົ່າຕ່າງໆ ຂອງລາວ.

ແມ່ຍິງລາວເປັນແມ່ພິມຂອງຊາດ ເປັນບໍເກີດຂອງວັດທະນະທຳລາວ  ແມ່ຍິງລາວນຸ່ງສີ້ນ ມີຫົວ ມີຕີນ ນຸ່ງເສື້ອແຂນສັ້ນ ຫລື ຍາວບ່ຽງແພ ເກົ້າຜົມໄປໃນງານຕ່າງໆ ສະແດງເຖິງວັດທະນະທຳລາວນັ້ນເອງສີ້ນຂອງແມ່ຍິລາວປະກອບມີສາມພາກສ່ວນດັ່ງນີ້:

1.ຫົວສີ້ນ

2.ຜືນສີ້ນ

3.ຕີນສີ້ນ

ແຕ່ລະພາກສ່ວນລ້ວນແຕ່ມີດອກລາຍອັນປານີດ ໂດຍແມ່ນສີໄມ້ລາຍມືຂອງແມ່ຍິງລາວ, ສາມພາກສ່ວນນີ້ມີເອກກະລັກຂອງໃຜລາວຈະສັບບ່ອນກັນບໍ່ໄດ້ ຕີນສີ້ນຈະເອົາຂື້ນແທນຫົວສີ້ນແມ່ນບໍ່ໄດ້ ເພາະມີລວດລາຍທີ່ແຕກຕ່ງກັນ  ອີກສ່ວນໜຶ່ງຄົນລາວຖືວ່າຕີນແມ່ນຈັດຢູ່ໃນປະເພດຕໍ່າ ບໍ່ຄວນເອົາຂື້ນໄປໄວ້ສູງ.

17.ຢ່າຂົ່ມເພິ່ນຍໍໂຕ.

ຫລາຍໆຄົນສ້າງຕົນເອງໃຫ້ເປັນໃຫຍ່ດ້ວຍການຂົ່ມຂູ່ຜູູ້ອື່ນ ແລະ ຍົກຍ້ອງຕົນເອງການເຮັດແບບນີ້ເຖິງແມ່ນວ່າຈະປະສົບຜົນສຳເລັດແຕ່ກໍເປັນຄວາມສຳເລັດທີ່ຝັງດ້ວຍຄວາມແຄ້ນ ແລະ ການສາບແຊ່ງຂອງຜູ້ອື່ນ ແລະ ໃນທີ່ສຸດ ກໍ່ໄດ້ຮັບຜົນກະທົບກັບຄືນ.

ນິທານຕໍ່ໄປນີ້ເປັນນິທານອາຈານສອນລູກສິດມີມື້ນຶ່ງອາຈານໄດ້ຊວນລູກສິດສຸດທີ່ຮັກໄປຍ່າງຫລິ້ນຕາມຫາດຊາຍແຫ່ງນຶ່ງອານຈານໄດ້ໃຊ້ໄມ້ຂີດເສັ້ນສອງເສັ້ນຄູ່ຂະໜາດກັນລົງພື້ນຊາຍເສັ້ນນຶ່ງຍາວ 4 ແມັດ ແລະ ອີກເສັ້ົ້ນນຶ່ງຍາວ 2 ແມັດອາຈານຖາມວ່າ: “ ເຈົ້າຈະເຮັດແນວໃດໃຫ້ເສັ້ນ 2 ແມັດ ຍາວກວ່າ 4 ແມັດ ? ” ລູກສິດຄິດຢູ່ໃນໄລຍະນື່ງ ແລ້ວຈຈຶ່ງຕັດສິນໃຈ ລົບເສັ້ນທີ່ຍາວກວ່າ ໃຫ້ຍັງເຫລືອ 1 ແມັດອາຈານເອົາໝາກກອກສັບຫົວລູກສິດທັນທີແລ້ວກ່າວວ່າ: “ ຄົນທີ່ຍົກຍ້ອງຕົນເອງໃຫ້ສູງຂື້ນ  ດ້ວຍການທຳລາຍຜູ້ອື່ນນັ້ນບໍ່ແມ່ນວິທີທີ່ດີຖ້າເຈົ້າເລືອກໃຊ້ວິທີນີ້ຊິວິດເຈົ້າກໍ່ຈະໄດ້ຮັບແຕ່ຄວາມສາບແຊ່ງ ແລະ ໃນໄລຍະຍາວຊິວິດກໍ່ອາດພົບກັບ ຄວາມຫລົ້ມເຫລວທາງທີ່ດີແມ່ນຄວນຍົກຕົນເອງຂື້ນໂດຍບໍ່ຂົ່ມຜູ້ອື່ນນໃຫ້ຕຳລົງ ”ຈາກນັ້ນອາຈານ ອາຈານກໍ່ຂິດເສັ້ນເປັນ ແມັດ ແລະ ແມັດຄືເກົ່າກ່ອນທີ່ຈະລາກເສັ້ນ 2 ແມັດ ໃຫ້ເປັນ 5 ແມັດ ແລ້ວອະທີບາຍວ່າ: “ ຈົ່ງຢ່າຖືວ່າຄູ່ແຂ່ງເປັນສັດຕູ ແຕ່ໃຫ້ຖືວ່າຄູ່ແຂ່ງນັ້ນເປັນຄູຂອງເຈົ້າ ” ເມື່ອເຂົາເຈົ້າຄືຄູເຈົ້າກໍຕ້ອງພັດທະນາຕົນເອງໃຫ້ກາວເຂົາເຈົ້າໂດຍປທີ່ເບິ່ງແບບຢ່າງຈາກຄູການເລື່ອນຕົນເອງແບບວິທີນີ້ ເປັນວິທີກ້າວຂື້ນຢ່າງສສະຫງ່າງາມ ແລະ ຍືນຍົງ.

ການເລື່ອນຕົນເອງຂື້ນດ້ວຍການຂ້ານ້ອງຟ້ອງນາຍ ,  ຂາຍເພື່ອນເຖິງແມ່ນຈະເຮັດຕົນເອງປະສົບຄວາມສຳເລັດ ແຕ່ກໍເປັນຄວາມສຳເລັດທີ່ປາສະຈາກກຽດຕິຄຸນບໍ່ສາມາດເວົ້າອອກໄດ້ຢ່າງພາກພູມໃຈ.

ຢູ່ໃນການແຂ່ງຂັນຖ້າບໍ່ມີຄູ່ແຂ່ງແລ້ວເຮົາຈະບໍ່ສາມາດຮູ້ໄດ້ເຖິງສັກກາຍະພາບຂອງເຮົາຖ້າບໍ່ມີຄົນຂີ້ຮ້າຍ ຈະຮູ້ວ່າມີຄົນງາມໄດ້ແນວໃດ ?  ນັກສູ້ທີ່ດີ ມັກຈະຊື່ນຊົມຄູ່ຕໍ່ສູ້ທີ່ແຂ່ງແກ່ນ ເພາະຄູ່ຕໍ່ສູ້ທີ່ອ່ອນແອ ມັກຈະເຮັດໃຫ້ໄຊຊະນະຂອງເຮົາບໍ່ຍືນຍົງໄດ້.

18.ພື້ນຖານຂອງຄົນລາວທີ່ຄວນເອົາໃຈໃສ່

·         ການຮູ້ຕຳຮູ້ສູງ

·         ສາມຄຳເວົ້າສູພາບ (ສະບາຍດີຂໍໂທດ ແລະ ຂອບໃຈ)

·         ການຍໍມືນົບ ຫຼື ໄຫວ້

·         ການສຳພັດມື (ຈັບມືຖາມສະບາຍດີແບບສາກົນ)

19.ສິ່ງທີ່ຄວນຫຼີກເວັ້ນ   

1. ນິໃສແຂງກະດາກ ຖືຕົວເປັນເຈົ້າອາລົມ ສະແດງຕົນເປັນຜູ້ຮູ້ເລີດ ບໍ່ຍອມຟັງຄວາມເຫັນຂອງຜູ້ອື່ນ.

2. ເວົ້າບໍ່ຄ່ອງແຄ້ວເວົ້າແຮງເກີນຂອບເຂດ ເຮັດໃຫ້ຜູ້ອື່ນຟັງເກີດຄວາມລຳຄານ

3. ການເຄື່ອນໄຫວແບບຟ້າວຟັ່ງບໍ່ຮູ້ຕຳ ບໍ່ຮູ້ສູງ ຕີລວດກວດພຽງ.

4. ຂາດສະຕິຕໍ່ການຈັດຕັ້ງ,

5. ການນຸ່ງຖືແບບຊະຊາຍບໍ່ຖືກແບບບໍ່ຖືກຕາມກະລະເທສະ.

6. ຊ້ມືຈົກຖົງໂສ້ງ ຖົງເສື້ອ ເອົາຄ້ຳແອວ ເກົາຫົວໃນເວລາເວົ້ານຳຜູ້ມີຕ່ຳແນ່ງສູງ

7. ນິນທາເວົ້າຂວັນລັບຫຼັງ  ເວົ້າຕັດຄວາມຜູ້ອື່ນໂດຍບໍ່ມີເຫດຜົນ.

8.2.ມາລະຍາດທາງສາກົນ.

ແນະນຳຕົວ ເມື່ອມີຄົນ ແນະນຳຕົວເຮົາໃຫ້ກັບຄົນອີກອື່ນຮູຈັກເຮົາ ກໍຕ້ອງຖາມສະບາຍດີ ແລະ ສຳພັດມືຕອບດ້ວຍທ່າທີ່ສຸພາບຮຽບຮ້ອຍ.  

1.ມາລະຍາດໃນການພົວພັນ ກັບຕ່າງປະເທດ

ໃນຍຸກໂລກໄຮ້ພົມແດນ ປະເທດ ສປປລາວ ເຮົາບໍ່ໄດ້ຢູ່ໂດດດ່ຽວ ມີການພົວພັນກັບຕ່າງຊາດກວ້າງຂວາງ ແລະໃນຫລາຍມິຕິໂດຍການສ້າງສາຍພົວພັນທາງການທູດເປັນຕົວເຊື່ອມຕໍ່ ເພື່ອພັດທະນາປະເທດຊາດຂອງຕົນເອງໃຫ້ຈະເລີນກ້າວໜ້າ ແລະ ທັນສະໃໝ , ເຊັ່ນ ການສຶກສາສາທາເສດຖາກິດວັດທະນະທຳ ສັງຄົມ, ການຄ້າການລົງທຶນການທ່ອງທ່ຽວ ແລະ ອື່ນໆ ..

ດັ່ງທີ່ເຂົ້າໃຈກັນດີແລ້ວວ່າ  ແຕ່ລະປະເທດ ແມ່ນມີຮິດຄອງປະເພນີເປັນເອກກະລັກຂອງໃຜລາວ ເວລາຕິດຕໍ່ກັບຄົນຕ່າງປະເທດ  ເຮົາຄວນຮູ້ຈັກຈຸດພິເສດ ຂອງປະເທດນັ້ນໆ  ຕົວຢ່າງ ເວົ້າເຖິງການສະແດງຄວາມເຄົາລົບດ້ວຍການສຳພັດມື ຖືວ່າເປັນຫລັກການນຳໃຊ້ໃນເວທີສາກົນນັ້ນ  ແຕ່ຍັງມີປະເພນີບາງປະເທດເປັນຕົ້ນແມ່ນທາງຕະເວັນອອກກາງ ທີ່ມີການຫ້າມລະຫວ່າງຊາຍ ຍິງຈັບມືກັນ ແລະອີກອັນໜຶ່ງປະເພນີຂອງຊາວຍີ່ປຸ່ນການສະແດງຄວາມເຄົາລົບ ແມ່ນການກົ້ມຫົວລົງຄຳນັບ  ເອົາການກົ້ມລົງຕໍ່າ ຫຼື ສູງພຽງໃດນັ້ນ  ເປັນການວັດແທກຄວາມເຄົາລົບນັບຖື ເຊິ່ງມີຕໍ່ຜູ້ຄຳນັບ ພາຍໃນປະເທດຍີ່ປຸ່ນ ຈະມີການສຳພັນມືໜ້ອຍທີ່ສຸດ  ເຫດນັ້ນການແນະນຳທຸກຄົນໃນສັງຄົມໃຫ້ຮູ້ເຊິ່ງກັນ ແລະ ກັນ ເຊິ່ງມັນມີຄວາມໝາຍ ຄວາມສຳຄັນຕໍ່ກັບຮູບການຂອງການພົວພັນ ແລະການໃຫ້ກຽດເຄົາລົບວັດທະນະທຳຕໍ່ກັນ

2.ມາລະຍາດໃນການຮັກສາໂມງເວລານັດພົບ

ໂດຍມາລະຍາດແລ້ວຄົນຕ່າງປະທດ ເຊັ່ນຊາວຕາເວັນຕົກ ເຂົາຖືເອົາເວລາເປັນບັນຫາທີ່ມີຄ່າໃນການທຳມາຫາກິນຂອງພວກເຂົາ.

ພວກເຮົາຄວນຖືເອົາໂມງເວລາໃນການນັດພົບກັນ  ໃຫ້ເປັນການຢ້ຽມຢາມສັນທະວະໄມຕີ ຫລື ຢ້ຽມຢາມເປັນທາງການ ໃຫ້ກົງຕໍ່ເວລາທີ່ໄດ້ນັດໝາຍໄວ້ ບໍ່ໃຫ້ຄົນຕ່າງປະເທດຕີລາຄາວ່າ ໂມງລາວເປັນໂມງຢາງຢືດ ຖ້າວ່າມີການຊັກຊາ ກໍບໍ່ຄວນໃຫ້ເກີນ ຫຼື ກາຍພາຍໃນຫ້ານາທີ  ການລໍຄອຍນັ້ນຈະເຮັດໃຫ້ຜູ້ລໍຖ້າເສຍອາລົມ ເພາະວ່າເວລາມີຄຸນຄ່າ ແລະ ເປັນເງິນເປັນຄຳ.

3.ຮັບບັດເຊີນ

ເມື່ອໄດ້ຮັບບັດເຊີນແລ້ວ ເຮົາຈະຕ້ອງອ່ານເນື້ອຫາໃນບັດເຊີນໃຫ້ລະອຽດ ເພື່ອຈະໄດ້ມີການກະກຽມໃນການແຕ່ງຕົວໄປໃຫ້ຖືກ.

ໃນນັ້ນຕ້ອງເອົາໃຈໃສ່ຕໍ່ກຳນົດເວລາທີ່ບັດເຊີນກຳນົດເອົາໄວ້ (ສາກົນເຂົາຖືໂມງ ເວລາ ແມ່ນກົງກັບເວ ລາທີ່ກຳນົດໄວ້ຕາມມາລະຍາດແລ້ວ ຖ້າຕິດຂັດກໍໂທໄປບອກເຈົ້າພາບໃຫ້ຮູ້ຫລ່ວງໜ້າ ເພາະບາງທີ່ເຂົາອາດຈະ ເຮັດອາຫານຕຽມເອົາໄວຕາມບັດທີ່ເຂົາເຈົ້າເຊີນໄປນັ້ນ .

ເຖິງຢ່າງໃດກໍຕາມ ແຕ່ຢ່າລືມອ່ານທີ່ແຈທາງລຸ່ມບັດເຊີນ:

·         ກາລຸນາແຕ່ງກາຍສຸພາບ.

·         ກາລຸນາແຕ່ງຊຸດສາຫກົນ.

·         ແຕ່ງກາຍຕາມສະບາຍ.

·         ແຕ່ງກາຍສີ ແລະ ອື່ນໆ ແນວນີ້ເປັນຕົ້ນ.

4.ມາລະຍາດໃນງານລ້ຽງຄອກແຕຣ

ໃນງານປະເພດນີ້ ແມ່ນງານສັງສັນ ຊຶ່ງມັກຈະຈັດຂື້ນແຕ່ 18: 00 ໂມງໄປຫາ 20: 00 ໂມງ ສ່ວນຫຼາຍຈະເປັນງານສະເຫຼີມສະຫຼອງໂອກາດສຳຄັນຄື: ບຸນວັນຊາດ, ພິທີເປີດສຳນັກງານ, ພິທີລ້ຍງຮັບຕ້ອນ ຫຼື ອຳລາເພື່ອນຮ່ວມງານ ແລະ ໂອກາດສຳຄັນອື່ນໆ ງານລ້ຽງຄອກແຕຣນີ້ ສ່ວນຫຼາຍມັກຈະຢືນສົນທະນາກັນ ບັນດາແຂກທີ່ມາສ່ວນຫຼາຍກໍແມ່ນບຸກຄົນໃນວົງຣັດຖະການ ນັກການທູດ ຫຼື ນັກທຸລະກິດ ຫຼາຍປະເພດຄົນ,  ສະນັ້ນພວກເຂົາເຈົ້າແມ່ນຈະສວຍໃຊ້ໂອກາດ ໃນເວລາອັນສັ້ນ ເພື່ອປືກສາຫາລືວຽກງານທີ່ຄົງຄາງເອົາໄວ້ໂອກາດນີ້ ເຈົ້າພາບຈະຈັດບ່ອນນັ່ງ ໃຫ້ແຂກຈຳກັດ ສຳຫຼັບຜູ້ອາວຸໂສ ແລະ ຜູ້ຍິງຈຳນວນໜຶ່ງເທົ່ານັ້ນ ນອກນັ້ນແມ່ນຢືນ ແລະ ຍ່າງໄປມາເພື່ອຈັບຄູ່ສົນທະນາ  ສະນັ້ນ ການຢືນ ແລະ ການຍ່າງຕ້ອງສຸພາບ ມີວາດຊົງສະຫງ່າຜ່າເຜີຍບໍ່ວ່າຍິງ ຫຼື ຊາຍເຊັ່ນ:

·         ບໍ່ຄວນຢືນຈ່າງຂາອອກກ້ວາງໂພດ.

·         ບໍ່ຄວນເອົາມື ຄໍ້າແອວ ຫຼື ຈົກຖົງຫຼີ້ນກະແຈໃນຖົງໂສ້ງຕົວເອງ.

·         ບໍ່ຄວນເອົາມືຄັດຫຼັງ ຫຼື ຍ່າງແກ່ງແຂນໄປມາ ເພື່ອແກ້ບັນຫາດັ່ງກ່າວ.

·         ຄວນຊອກຫາເອົາຈອກນໍ້າ ຫຼື ຈອກເຫຼົ້າມາຖືໄວ້ ບໍ່ຈຳເປັນດື່ມກໍໄດ້.

·         ຜູ້ຍິງກ່ອນຈະນັ່ງກໍໃຫ້ແປງສິ້ນແປງແພໃຫ້ເປັນລະບຽບຕັ້ັງໂຕຊ່ື ບໍ່ເອື່ອຍ ຫຼື ອີງສິ່ງໃດໆ ຄວນເອົາຕີນຈຸ້ມເຂົ້າກັນ ແລະ ແນບຂາໄວ້ ບາງຄັ້ງຄາວ ອາດນັ່ງ ຂາຂວ່າຍກັນກໍໄດ້ ຖ້າຈຳເປັນ ແຕ່ຕ້ອງຄຳນຶງເຖິງຄວາມ    ເໝາະສົມ ວ່າຄູ່ສົນທະນາຂອງເຮົາເປັນໃຜ.

5.ຢູ່ງານກິນລ້ຽງ

·         ຖ້າມີການບອກບ່ອນນັ່ງຂອງຕົນໃຫ້ຮູ້ຫລ່ວງໜ້າ ຢູ່ໂຕະກິນລ້ຽງທາງໃນນັ້ນແມ່ນດີ ແຕ່ ກໍລະນີບໍ່ມີການບອກໄວ້ກອ່ນນັ້ນ ເວລາເຮົາກ້າວເຂົ້າໄປ ກໍຢ່າຟ້າວນັ່ງເທື່ອສັງເກດເບິ່ງວ່າງານລ້ຽງໃນມື້ນີ້ມີໃຜອາວຸດໂສແດ່ແລ້ວໄລ່ລຽງຕາມລຳດັບລົງມາຮອດເຮົາ ເຮົາຄວນປະເມີນຕົນເອງແລ້ວເລືອກນັ່ງທີ່ເໝາະສົມ.

·         ບໍ່ຄວນລົງມືກິນ ກ່ອນເຈົ້າພາບປະກາດ ຫລື ກ່ອນຜູ້ອາວຸໂສກວ່າເຮົາ.

·         ບໍ່ຄວນລົງມືເຄື່ອນໄຫວກ່ອນ ເບິ່ງເພິ່ນແລ້ວເຮັດຕາມ ( ເຮັດຄືເພິ່ນ ແຕ່ຢ່າເຮັດຄືເພິ່ນ ).

·         ບໍ່ຄວນກິນແຕ່ຢ່າງດຽວ ທັງກິນໄປນຳ ດື່ມໄປນຳ ແລະ ເວົ້າຈາພາທີໄປນຳ ຕາມທີ່ເຫັນວ່າສົມຄວນ.

·         ຄ່ອຍໆ ກິນ ພ້ອມທັງສັງເກດເບິ່ງເພິ່ນໄປພ້ອມ.

·         ຖ້າມີແຂກສຳຄັນໆ ອີ່ມແລ້ວ ເຮົາກໍຄວນຈະອິີມໄດ້  ເຖິງແມ່ນເຮົາບໍ່ທັນອີ່ມເທື່ອກໍຕາມ.

·         ການກິນລ້ຽງບໍ່ຄວນຟ້າວຟັ່ງ ( ສະເພາະຜູ້ທີ່ເປັນປະທານ ຫລື ຜູ້ທີ່ມີຄວາມສຳຄັນ ).

·         ເວລາກິນອາຫານ ບໍ່ຄວນອ້າປາກກວ້າງ ຢ່າຫຍຳ້ໃຫ້ມີສຽງດັງ ຈ໊ວບໆ ຈ໊າບໆ (ຫຍຳບໍ່ອ້າປາຍິ່ງດີ).

6.ນັ່ງຢູ່ໂຕະອາຫານ

·         ບໍ່ຄວນລຸກອອກໄປນັ້ນນີ້ , ຖ້າຫາກວ່າບໍ່ມີຄວາມຈຳເປັນ.

·         ຄວນລະວັງໃນການຫາວໄອຈາມ ແລະ ການເບາະສົບ.

·         ໃນກໍລະນີບັງເອີນເຮົາເຮັດອັນໃດຜິດ ຕ້ອງເຮັດເສີຍໆຢ່າແກ້ຕົວ.

·         ຫ້າມນຳເອົາເອກະສານມາອ່ານ ເວັ້ນເສຍແຕ່ລາຍການອາຫານ (MANU) ເທົ່ານັ້ນ.

·         ບໍ່ຄວນເຮັດໃຫ້ອາຫານຕົກໂຢດ ແລະ ເຮ່ຍ.

·         ບໍ່ຄວນເກັບເຄື່ອງຢູ່ເທິງໂຕະ ມັນແມ່ນໜ້າທີ່ຂອງພະນັກງານບໍລິການ.

·         ບໍ່ຄວນຈ່າງແຂນອອກກວ້າງໂພດ.

·         ບໍ່ຄວນຈີ້ມແຂ້ວ ໃນເວລາຮັບປະທານອາຫານ ຖ້າຈຳເປັນຄວນເອົາມືບັງປາກໄວ້.

·         ບໍ່ຄວນຈັບບາຍນັ້ນນີ້ຫລິ້ນເທິງໂຕະ.

·         ຢ່າຍື່ນມືຍິບເອົາເຄ່ືອງໃຊ້ຂອງຜູ້ອື່ນ.

·         ບໍ່ຄວນຍົກຈອກດື່ມສູງເກີນໄປຈົນວ່າແຫງນຄໍຂື້ນດື່ມ ແລະ ກໍຕ້ອງດື່ມເທື່ອລະນ້ອຍໄປ (ຈິມໆ).

·         ບໍ່ຄວນນຳໃຊ້ມືເບື້ອງຊາຍຂອງເຮົາ ຂ້າມໄປຈັບເອົາເຄື່ອງທາງດ້ານຂວາມືເຮົານັ່ງ.

·         ບໍ່ຄວນເອົາບ່ວງຕັກແກງຢູ່ຖ້ວຍ ຈາກແຈນັ້ນມາຫາແຈນີ້ (ຕັກທາວຫາຕ່ອນມີຈອງສະເພາະ.

·         ການວ່າງມິດບ່ວງສ້ອມ ຄວນວ່າງໄວໃນລັກສະນະເດີມ.

·         ບໍ່ຄວນກິນຄຳໃຫຍ່

·         ບໍ່ຄວນຍົກ ອຸປະກອນຕັກກິນສູງເກີນໄປ

·         ອາຫານທີ່ນຳມາກິນນັ້ນຕ້ອງກິນໃຫ້ໝົດ

·         ບໍ່ຄວນນຳເອົາແພເຊັດປາກຜຸກໃສ່ຄໍ ຫລື ເໜັບໃສ່ເສື້ອໜ້າເອີກຄວນພືແພອອກພາດໄວ້ກົກຂາ ຫລື ໄວ້ຕັກ ແລະ ປະໄວ້ໜ້າໂຕະກໍໄດ້.

·         ທຸກຢ່າງທີ່ນຳໃຊ້ນັ້ນ ບໍ່ຄວນເກັບມ້ຽນ

·         ຫລື ພັບໄວ້ ຄວນວາງໄວ້ທຳມະດາ

·         ຕ້ອງຊ່ວຍສະຕຣີທີ່ນັ່ງຢູ່ໃກ້

7.ຢູ່ຫ້ອງຮັບແຂກ

·         ບໍ່ຄວນເວົ້າໃນເລື່ອງຄວາມເຈັບເປັນຄວາມເສົ້າໂສກ

·         ເວລາຈະກັບບໍ່ຄວນເຂົ້າໄປຂອບໃຈເຈົ້າພາບ (ທຳນຽມສາກົນຖືວ່າບໍ່ເປັນກັນເອງ)

·         ຄວນເວົ້າວ່າ: (ມີຄວາມມ່ວນຊື່ນຫລາຍ ແລະ ພໍໃຈກັບອາຫານມື້ນີ້ແຊບຫລາຍ)

·         ພາຍຫລັງທີ່ໄດ້ຮັບປະທານອາຫານໄປແລ້ວສອງສາມວັນແຕ່ບໍ່ໃຫ້ເກີນ 7 ວັນຕ້ອງໄປຢ້ຽມຜູ້ທີ່ເຊີນເຮົາ ຮັບປະທານອາຫານມື້ນັ້ນ ມາຫລິ້ນນຳຮັບປະທານອາຫານນຳ ຫລື ລ້ຽງກະແລັມ ເພື່ອເປັນການຂອບໃຈ

8.ບັດເຊີນ

·         ຜູ້ທີ່ຂຽນບັດເຊີນ ເພື່ອເຊີນຄົນນັ້ນຕ້ອງເວົ້າໃຫ້ແຈ່ມແຈ້ງເພາະຢູ່ໃນບັດເຊີນນັ້ນຍັງເຂົ້າໃຈ ຕ່າງກັນເປັນຕົ້ນ:

·         ເຊີນພ້ອມດ້ວຍຄອບຄົວ (ໝາຍເຖິງໄປຮ່ວມທັງຜົວ ເມຍ ແລະ ລູກ ທັງໝົດຄອບຄົວ)

·         ເຊີນເຮົາພ້ອມພັນລະຍາ ຫລື ສາມີ (ອັນນີ້ສະເພາະເຈາະຈົງແຕ່ຜົວກັບເມຍເທົ່ານັ້ນ)

·         ເຊີນທ່ານ.... (ມີແຕ່ເຮົາຄົນດຽວ)

9.ເຂົ້າຮ່ວມເຈລະຈາ

ອັນນີ້ຖືວ່າເປັນວິທີ່ທາງສາກົນ ເປັນອີກຮູບແບບ ຫລື ທຳນຽມໂລກທີ່ປະຕິບັດກັນມາຊ້ານານດັ່ງນີ້:

·         ນັ່ງຕັ້ງລຳຕົວໃຫ້ກັບພໍດີ ພໍງາມ

·         ເອົາມືວາງໄວ້ໜ້າໂຕະ ຫລື ເອົານິວມືປະສານກັນ ພ້ອມຍົກຫົວໂປ້ມືຂື້ນຈຸກັນ.

·         ບໍ່ຄວນເອົາແຂນຊ້ານ ຫລື ແຂນຂວາພາດໃສ່ບ່ອນເອື່ອຍທາງຫລັງ.

·         ບໍ່ຄວນຫາວນອນອ້າປາກຫລັບຕາ ຫລື ເກົານັ້ນເກົານີ້ໃນເວລາພວມເວົ້າ ຫລື ພວມຟັງ.

·         ຄວນຍິ້ມນ້ອຍໆ ສັກສາຍຕາຄ່ຽມຄົມເບິ່ງແຂກ.

·         ບໍ່ຄວນຈົກຂີ້ຫູຂີ້ດັງ ແລະ ແກະຂີ້ຕາ.

·         ບໍ່ຄວນຊີ່ມໃສ່ຫູກັນ

·         ບໍ່ຄວນຂຽນໜັງສືໃສ່ເຈັ້ຍນ້ອຍຍື່ນໃຫ້ກັນ.

·         ບໍ່ຄວນແນະນຳອັນໃດກັນອິກ ເພາະທັງໝົດໄດ້ປືກສາກັນຢູ່ທາງນອກມາແລ້ວ.

·         ເມື່ອນັ່ງຢູ່ໂຕະເຈລະຈາ ຜູ້ທີ່ມີຄຳເຫັນຕ້ອງແມ່ນຫົວໜ້າ ແລະ ຄະນະເທົ່ານັ້ນ ເວັ້ນເສຍແຕ່ຫົວໜ້າ ແລະ ຄະນະ ຈະມີການຖາມ ແລ້ວຈິ່ງອອກຄຳຄິດເຫັນໄດ້.

·         ບຸກຄົນທີ່ເຂົ້າຮ່ວມເຈລະຈາ ຕ້ອງມີບຸກຄະລິກເໝາະສົມ.ນີ້ແມ່ນມາລະຍາດ ແລະ ບາງວິທີການ ທາງສາກົນ ທີ່ຄວນຮັບຮູ້ເອົາໄວ້.

8.3.ຄຸນສົມບັດ

ຄຸນສົມບັດ ແມ່ນແບບແຜນໃນການດຳລົງຊິວິດ ແລະ ທັດສະນະ ສະແດງອະລິຍະບົດຂອງຄົນໃນສັງຄົມ ແລະ ເປັນບັນທັດຖານ ປະສົບການ ຄວາມຮູ້ທາງດ້ານອື່ນໆ ເຄື່ອນໄຫວຕິດພັນ ກັບຄົນໃນສັງຄົມມີດັ່ງນີ້:

1.ຄຸນສົມບັດຜູ້ດີ.

·         ກິລິຍາ ມາລະຍາດຮຽບຮ້ອຍ ແລະ ເວົ້າສຸພາບ.

·         ປະພືດອອກເຖິງຄົນມີວັດທະນະທຳ.

·         ເຄົາລົບວັດທະນະທຳປູສະນິສະຖານ ວັດຖຸບູຮານ.

·         ມີສຳມາຄາລະວະຮູ້ກາລະ ເທສະ.

·         ເຄົາລົບພຣະສົງ ນັບຖືຜູ້ນຳ ແລະ ຜູ້ຊົງຄຸນວຸດທິ.

 

ຄຳຖາມ

1.ຈົ່ງເວົ້າເຖິງຈຸດພິເສດການນຸ່ງຖືຂອງແມ່ຍິງລາວມາໂດຍສັງເຂບ ຕາມຍົກສະໄໝມາໃຫ້ເຂົ້າໃຈ ?

2.ຄຸນສົມບັດແມ່ນຫຍັງ ? ຜູ້ດີມີຄຸນສົມບັດຄືແນວໃດ ?

3.ຈົ່ງບັນຍາຍລັກສະນະຂອງການນຸ່ງຖືໃນແບບແມ່ຍິງລາວເຮົາ ເປັນລັກສະນະແນວໃດ ?

4.ຈຸດພິເສດການນຸ່ງຖືຂອງແມ່ຍິງລາວຕ່າງກັບກັບແມ່ຍິງບັນດາປະເທດໃກ້ຄຽງເຮົາມີລັກສະນະຄືແນວໃດ?

 

ใหม่กว่า เก่ากว่า