ຂໍ້ດີ ແລະ ຂໍ້ເສຍ ຂອງການເປັນຜູ້ປະກອບການ.

 ຂໍ້ດີ ແລະ ຂໍ້ເສຍ ຂອງການເປັນຜູ້ປະກອບການ

            ການ​ເປັນ​ຜູ້​ປະກອບ​ການ​ມີ​ທັງ​ຂໍ້​ດີ ​ແລະ ​ຂໍ້​ເສຍ ​ເໝືອນ​ກັບ​ອາ​ຊີບ​ອື່ນ​ໆ ຖ້າ​ປຽບທຽບ​ການເປັນ​ລູກ​ຈ້າງ​ຂອງ​ຜູ້​ອື່ນ​ກັບ​ການເຮັດ​ທຸລະກິດ​ຂອງ​ຕົນເອງ​ນັ້ນ ຈະ​ເຫັນ​ໄດ້​ວ່າ​ຕ່າງ​ກໍ່​ມີ​ທັງ​ຂໍ້​ດີ ​ແລະ ​ຂໍ້​ເສຍແຕກ​ຕ່າງ​ກັນ​ໄປ ໃນ​ແງ່​ຂອງ​ຜົນ​ປະໂຫຍດ​ທີ່​ໄດ້ຮັບ​ ແລະ​ ຄວາມ​ເໝາະ​ສົມ​ກັບ​ອຸປະນິໃສ​ສະເພາະ​ບຸກ​ຄົນ ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ຊີ້​ສະເພາະ​ລົງ​ໄປ​ວ່າ​ການ​ເປັນ​ລູກ​ຈ້າງ​ຫລື​ຜູ້​ປະກອບ​ການ​ດີກວ່າ​ກັນ ຢ່າງໃດ​ກໍ​ດີບາງ​ຄົນ​ບໍ່​ເໝາະ​ເປັນ​ຜູ້​ປະກອບ​ການ​ແຕ່​ສາມາດ​ເປັນ​ລູກ​ຈ້າງ​ທີ່​ມີ​ຄຸນຄ່າ​ຕໍ່​ອ​ົງກອນ ແລະ​ ລູກ​ຈ້າງບາງ​ຄົນ​ຍົກ​ລະດັບ​ຄວາມ​ສາມາດ​ ແລະ​ ຖານະ​ໄດ້​ດ້ວຍ​ການ​ເປັນ​ຜູ້​ປະກອບ​ການສ້າງ​ທຸລະກິດ​ຂອງ​ຕົນເອງໄດ້.

1.1.ຂໍ້ດີຂອງການເປັນຜູ້ປະກອບການ.

1. ມີ​ຄວາມ​ເປັນ​ອິດສະຫລະ​ໃນ​ການ​ດຳ​ລົງ​ຊີວິດ ​ໃນ​ການ​ເຮັດ​ວຽກງານສາມາດ​ຕັດ​ສິນ​ໃຈ​ດ້ວຍ​ຕົນເອງ​ໄດ້​ໃນ​ການ​ສັ່ງ​ການດຳ​ເນີນ​ງານ​ທຸກ​ຢ່າງ.

2. ໄດ້​ໃຊ້​ຄວາມ​ສາມາດ​ຂອງ​ຕົນ​ທຸກ​ດ້ານ​ຢ່າງ​ເຕັມ​ທີ່ເປັນ​ນາຍ​ຂອງ​ຕົວ​ເອງ ທຸ້ມເທ​ແຮງ​ກາຍ​ແຮງ​ໃຈ​ໄດ້

ຈົນ​ສຸດ​ກຳ​ລັງ ບໍ່​ຕິດ​ຂັດ​ລ່າ​ຊ້າ ຊຶ່ງ​ນັ້ນ​ທອນ​ກຳ​ລັງ​ໃຈໃນ​ການ​ເຮັດ​ວຽກງານ.

3. ໄດ້​ເງິນ​ກຳ​ໄລ​ເປັນ​ຂອງ​ຜູ້​ປະກອບ​ການ​ທັງ​ໝົດ​ໂດຍບໍ່​ຕ້ອງ​ລໍ​ຮັບ​ເປັນ​ໂບ​ນັດ ແລະ ​ຖ້າ​ປະ​ສົບ​ຄວາມ

ສຳ​ເລັດ​ໃນ​ທຸລະກິດ​ເປັນ​ຢ່າງ​ຫຼາຍ​ກໍ່​ຈະ​ໄດ້ຮັບ​ການຢົກ​ຍ້ອງ​ສັນ​ເສ​ີນ​ມີ​ຊື່​ສຽງ​ໃນ​ສັງຄົມ.

4. ໄດ້​ສ​ະໝອງ​ຄວາມ​ພຶງ​ພໍ​ໃຈ​ດ້ວຍ​ການ​ໃຊ້​ຊີວິດ​ທີ່​ຕົນປາດຖະໝາ ເຊັ່ນ: ໄດ້​ເຮັດວຽກ​ທີ່​ຕົນເອງ​ຮັກ​ ຫຼື ມີ

ເວລາ​ກັບ​ຄອບຄົວ​ຫລາຍ​ຂຶ້ນ ໄດ້​ຖ່າຍ​ທອດ​ຄວາມ​ຮູ້ຄວາມ​ຊຳ​ນານ​ແກ່​ລູກ​ຫຼານ​ທີ່​ຈະ​ສືບ​ຕໍ່​ກິດຈະການໄດ້​ສ້າງ​ກຸ​ສົນ​ຈາກ​ການ​ດຳ​ເນີນ​ກິດຈະການ.

1.2.ຂໍ້ເສຍຂອງການເປັນຜູ້ປະກອບການ.

1. ຕ້ອງ​ເຮັດວຽກ​ໜັກ​ຫຼາຍ​ເກີນ​ເວລາ​ເຮັດວຽກ​ທີ່​ເປັນທາງ​ການ ແລະ ​ຕ້ອງ​ເຮັດວຽກ​ທຸກ​ຢ່າງ​ທັງ​ລະ​ດັບປະຕິບັດການ​ ແລະ​ ລະ​ດັບ​ບໍລິຫານ​ເປັນ​ເວລາ​ທີ່​ຍາວ​ນານແຮມ​ປີ​ຕິດ​ຕໍ່​ກັນ.

2. ຂອບ​ເຂດ​ຄວາມ​ຮັບ​ຜິດຊອບ​ມີ​ຫລວງ​ຫລາຍ​ບໍ່​ຈຳ​ກັດແລະ​ຕ້ອງ​ຕັດ​ສິນ​ໃຈ​ທຸກ​ເລື່ອງ​ແມ່ນແຕ່​ເລື່ອງ​ທີ່​ບໍ່

ຊຳ​ນາຍ​ຫລື​ບໍ່​ມີ​ຄວາມ​ຮູ້.

3.ລາຍ​ໄດ້​ບໍ່​ສ​ມ່ຳ​ສະເໝີເພາະ​ການເຮັດ​ທຸລະກິດ​ຄວນ​ມີຄວາມ​ສ່ຽງ​ທີ່​ຈະ​ກຳ​ໄຣ​ຫລື​ຂາດ​ທຸນ​ໄດ້​ຕະຫລອດ​ເວລາແຕ່​ຖ້າ​ເປັນ​ລູກ​ຈ້າງ​ຈະ​ມີ​ເງີນ​ເດືອນ​ປະຈຳ​ພຣ້ອມສ​ວັດ​ດິ​ການ.

4. ຕ້ອງ​ຮັບ​ຜິດຊອບ​ໜີ້​ສິນ​ຂອງ​ກິດຈະການ ການ​ກູ້​ຢືມເງີນ​ກໍ​ເຮັດ​ໄດ້​ຍາກ​ຫາກ​ຕັວ​ຜູ້​ປະກອບ​ການ​ບໍ່​ມີຫຼັກ​ຊັບ​ພຽງ​ພໍ.

5. ແມ່ນ​ຈະ​ອິດສະຫລະ​ໃນ​ການ​ເຮັດ​ວຽກງານ ແຕ່​ຜູ້​ປະກອບ​ການ​ຢັງຕ້ອງ​ເອົາ​ໃຈ​ໃສ່​ລູກ​ຄ້າ ປຣະ​ນີ​ປຣະ​ນອມ​ກັບ​ລູກ​ຈ້າງຫລື​ເຈົ້າ​ຫນ້າທີ່​ຂອງ​ຣັດ​ຫລື​ເຈົ້າ​ໜີ້.

            ສິ່ງ​ທີ່​ຈູງ​ໃຈ​ໃຫ້​ຢາກ​ເປັນ​ຜູ້​ປະກອບ​ການ​ຫຼາຍ​ທີ່ສຸດ​ຄື ໄດ້​ມີ​ຄວາມ​ເປັນ​ອິດສະຫລະ ໄດ້​ພັດທະນາສັກ​ຍາ​ພາບ​ຂອງ​ຕົນ​ໄດ້​ເຕັມ​ທີ່ ໄດ້​ພາກ​ພູມໃຈ​ໃນ​ຕົນເອງ ຊຶ່ງ​ເປັນ​ຄວາມ​ຮູ້ສຶກ​ທີ່​ດີກວ່າ​ໄດ້ຮັບ​ການ​ຢົກ​ຍ້ອງສັນ​ເສ​ີນຕາມ​ມານ​ຢາດ​ສັງຄົມ ນອກ​ຈາກ​ນັ້ນ​ຢັງ​ສາມາດ​ໃຊ້​ຊີວິດ​ໃນ​ແບບ​ຢ່າງ ​ທີ່ຕົນ​ປາດຖະໝາເພາະ​ການເຮັດ​ສິ່ງ​ທີ່ຕົນ​ມັກ ຄື​ຄວາມ​ສຸກ​ໃນ​ຊີວິດ​ທີ່​ບໍ່​ອາດ​ໄດ້​ມາ​ດ້ວຍ​ເງິນ​ສະເໝີ​ໄປ ແຕ່​ການ​ເປັນຜູ້​ປະກອບ​ການຕັ້ງ​ທຸລະກິດ​ມາ​ດຳ​ເນີນ​ງານ​ເອງ​ບໍ່​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ສະເໝີ​ໄປ ມີ​ທຸລະກິດ​ຂະໜາດ​ຄວນຫລວງ​ຫລາຍ​ທີ່​ລົ້ມ​ເຫລວ​ຕ້ອງ​ອອກຈາກ​ຕ​ະຫຼາດ​ໄປ ເຮັດໃຫ້​ການ​ລົງ​ທຶນ​ລົງ​ແຮງ​ຂອງ​ຜູ້​ປະກອບ​ການ​ທີ່​ທຸ້ມເທສູນ​ເສຍ ເງິນ​ທີ່​ເກັບ​ອອມ​ມາ​ຊົ່ວ​ຊີວິດ​ອາດ​ໝົດ​ໄປ​ກັບ​ທຸລະກິດ​ທີ່​ລົ້ມ​ລະ​ລາຍ ແຕ່​ຜູ້​ປະກອບ​ການ​ທີ່​ບໍ່ປະ​ສົບ​ຄວາມ​ສຳ​ເລັດ​ຕ້ອງ​ບໍ່​ທໍ້​ຖອຍ​ທີ່​ຈະ​ຕໍ່ສູ້​ໃໝ່​ອີກ​ເທື່ອ ດັ່ງ​ຄຳ​ກ່າວ​ທີ່​ວ່າ ຜູ້​ຊະນະ​ໃນ​ມື້​ນີ້​ເຄີຍພ່າຍແພ້​ໃນ​ມື້​ກ່ອນ​ມາ​ແລ້ວ​ທັງ​ນັ້ນ.

ใหม่กว่า เก่ากว่า